ທິດທາງການພັດທະນາ, ການຖ່າຍທອດ ແລະ ການປະຍຸກໃຊ້
ເຕັກໂນໂລຊີຊີວະພາບ ໃນສະພາບການການປະຕິວັດອຸດສາຫະກຳຄັ້ງທີສີ່
ເຕັກໂນໂລຊີຊີວະພາບ ໃນສະພາບການການປະຕິວັດອຸດສາຫະກຳຄັ້ງທີສີ່
ວກ. - ການປະຕິວັດອຸດສາຫະກຳຄັ້ງທີສີ່ເຮັດໃຫ້ມີການປ່ຽນແປງຢ່າງເລິກເຊິ່ງໃນທຸກຂົງເຂດ, ໃນນັ້ນມີເຕັກໂນໂລຊີຊີວະພາບ. ບົນພື້ນຖານບັນດາເຕັກໂນໂລຊີແກນຂອງ ການປະຕິວັດອຸດສາຫະກຳຄັ້ງທີສີ່, ຂະແໜງການເຕັກໂນໂລຊີຊີວະພາບຂອງຫວຽດນາມໄດ້ມີບາດກ້າວພັດທະນາໃນເບື້ອງຕົ້ນ, ເປີດໂອກາດການພັດທະນາໃໝ່ຫຼາຍຢ່າງ.
ເຕັກໂນໂລຊີຊີວະພາບ: ພາກສ່ວນສຳຄັນຂອງການປະຕິວັດອຸດສາຫະກຳຄັ້ງທີສີ່
ປະຈຸບັນ, ໃນໂລກແລະຫວຽດນາມ ພວມມີການປ່ຽນແປງຢ່າງກ້າວກະໂດດໃນຍຸກດີຈີຕອນ ການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະ ຜົນກະທົບທີ່ກວ້າງຂວາງເລິກເຊິ່ງຂອງວິທະຍາສາດ ແລະ ເຕັກໂນໂລຊີ ຕໍ່ທຸກຂົງເຂດຂອງຊີວິດມະນຸດ. ການປະຕິວັດອຸດສາຫະກຳຄັ້ງທີສີ່ ສະແດງອອກຢ່າງໄວວາທີ່ສຸດ ແລະ ກະທົບນັບມື້ນັບແຂງແຮງເຖິງທຸກປະເທດ, ຊຸກຍູ້ການປັບໂຄງສ້າງເສດຖະກິດ ແລະ ວາດແຜນທີ່ເສດຖະກິດຂອງໂລກໃໝ່, ດ້ວຍບົດບາດແລະຖານະຕຳແໜ່ງນັບມື້ນັບໃຫຍ່ຂອງບັນດາປະເທດທີ່ມີຄວາມສາມາທາງດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳສ້າງສັນ. ປັດໄຈພູມປັນຍາ - ຄວາມສະຫຼາດ, ຄວາມສາມາດປ່ຽນແປງໃໝ່ປະດິດສ້າງ ກາຍເປັນແຫຼ່ງພະລັງ ແລະ ກຳລັງໜູນທີ່ສຳຄັນຂອງການພັດທະນາ. ເນື້ອແທ້ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ແມ່ນການປະຍຸກໃຊ້ເຕັກໂນໂລຊີ, ວິທະຍາສາດຂໍ້ມູນ ແລະ ການໃຊ້ປັນຍາປະດິດ ເພື່ອຮັບໃຊ້ການຜະລິດແລະຊີວິດມະນຸດ.
ການປະຕິວັດອຸດສາຫະກຳຄັ້ງທີສີ່ໄດ້ແລະກຳລັງໄດ້ຮັບຄວາມເອົາໃຈໃສ່ຈາກພັກກອມມູນິດຫວຽດນາມ, ລັດຫວຽດນາມ ແລະ ທົ່ວສັງຄົມ ເພື່ອປະຕິບັດຄວາມປາດຖະໜາທີ່ຈະພັດທະນາປະເທດຢ່າງໄວວາແລະຍືນຍົງ, ເຊິ່ງສະແດງໃຫ້ເຫັນໂດຍກົມການເມືອງສູນການພັກຊຸດທີ 12 ໄດ້ປະກາດໃຊ້ມະຕິເລກທີ 52-NQ/TW, ລົງວັນທີ 27 ກັນຍາ 2019, “ກ່ຽວກັບບາງແຜນນະໂຍບາຍ, ນະໂຍບາຍເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່ຢ່າງເປັນເຈົ້າການ” ເພື່ອຊຸກຍູ້ຂະບວນການປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບໂຄງສ້າງເສດຖະກິດຄືນໃໝ່ ຕິດກັບການປະຕິບັດບັນດາການບຸກທະລຸຍຸດທະສາດ.
ຕາມເວທີປາໄສເສດຖະກິດໂລກ - ອາຊຽນ, ບັນດາເຕັກໂນໂລຊີແກນ (ເຕັກໂນໂລຊີພື້ຍຖານ) ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ປະກອບມີ: ປັນຍາປະດິດ (AI) ແລະ ເຄື່ອງຮຽນຮູ້ (ML); ຫຸ່ນຍົນຂັ້ນສູງ ແລະ ລະບົບອັດຕະໂນມັດຮູບແບບໃໝ່; ເຄືອຂ່າຍມືຖື; ເຊັນເຊີແລະອິນເຕີເນັດຂອງສັບພະສິ່ງ (IoT); ບລ໊ອກເຊນ; ຍານພາຫະນະບໍ່ມີຄົນຂັບ ເຊັ່ນລົດຍົນແລະເຮືອບິນບໍ່ມີຄົນຂັບ; ວັດສະດຸໃຫມ່; ຄວາມຄືບໜ້າທາງພັນທຸກໍາ, ວິສະວະກໍາຊີວະພາບ, ການປັບໃຫ້ເໝາະກັບບຸກຄົນ ແລະ ການແພດແມ່ນຢຳ;ແຫຼ່ງພະລັງງານໃໝ່ ແລະ ເຕັກໂນໂລຊີການຈັດເກັບ; ການຄຳນວນຄວອນຕັມ. ພ້ອມກັນນັ້ນ, ອົງການການຮ່ວມມືແລະພັດທະນາເສດຖະກິດ (OECD) ໃຫ້ຮູ້ວ່າ, ມີ 40 ເຕັກໂນໂລຊີຂັ້ນສູງ ຂອງການປະຕິວັດອຸດສາຫະກໍາຄັ້ງທີສີ່ ຈັດເປັນ 4 ກຸ່ມ. ໃນນັ້ນ, ເຕັກໂນໂລຊີຊີວະພາບຢູ່ໃນກຸ່ມທີ 2 ມີ 12 ເຕັກໂນໂລຊີ: ຊີວະວິທະຍາສັງເຄາະ; ເຕັກໂນໂລຊີປະສາດ; ຈຸລັງລໍາຕົ້ນ; ຕົວເລັ່ງປະຕິກິລິຍາທາງຊີວະພາບ; ຊີວະສານສົນເທດສາດ; ໄບໂອຊີບແລະໄບໂອແຊນເຊີ; ການກະເສດທີ່ແມ່ນຢຳ; ເຊື້ອໄຟຊີວະພາບ; ການແພດສະເພາະບຸກຄົນ; ເວຊະສາດຟື້ນຟູ ແລະ ວິສາວະກຳເນື້ອເຍື່ອ; ເຕັກໂນໂລຊີການກວດສຸຂະພາບ; ການຖ່າຍຮູບທາງຊີວະການແພດ.
ພ້ອມກັບການພັດທະນາຂອງບັນດາຂະແໜງການອື່ນ ໃນໄລຍະການພັດທະນາແບບລະເບີດ ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ຂະແໜງການເຕັກໂນໂລຊີຊີວະພາບຖືກຖືວ່າເປັນໜຶ່ງໃນບັນດາເສົາຄ້ຳພື້ນຖານ ທີ່ປະກອບສ່ວນແກ້ໄຂບັນຫາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ເຊັ່ນ ການປ່ຽນແປງຂອງສະພາບອາກາດ, ມົນລະພິດສິ່ງແວດລ້ອມ, ພາວະຊຸດໂຊມຂອງສະພາບແວດລ້ອມ, ແຫຼ່ງນ້ຳບົກແຫ້ງ, ການໃຊ້ອາວຸດທາງນິເວດ, ການກໍ່ການຮ້າຍ, ໂລກລະບາດ, ການເຄື່ອນຍ້າຍເສລີ,... ການປະຍຸກໃຊ້ບັນດາຜົນສຳເລັດຂອງເຕັກໂນໂລຊີຊີວະພາບເຂົ້າໃນຊີວິດຈະເປີດ “ເສັ້ນທາງ” ໃໝ່ໃນການປ້ອງກັນ ແລະ ບັນເທົາບັນຫາຮີບດ່ວນສອງໃນສີ່ບັນຫາໃນຫວຽດນາມ ໃນປະຈຸບັນ ແມ່ນຄວາມປອດໄພດ້ານສິ່ງແວດລ້ອມ ແລະ ຄວາມປອດໄພດ້ານອາຫານ ແລະ ສຸຂະອະນາໄມ.
ປະຈຸບັນ, ໃນສະພາບການການແຜ່ລະບາດຂອງພະຍາດໂຄວິດ-19 ຜັນປ່ຽນຢ່າງສັບສົນ, ພ້ອມກັນກັບການປ້ອງກັນແລະຕ້ານການລະບາດດ້ວຍ 5 ວິທີ, ເຕັກໂນໂລຊີຊີວະພາບໄດ້ແລະກຳລັງປະກອບສ່ວນສຳຄັນໂດຍກົງ ເຂົ້າໃນການປ້ອງກັນແລະຕ້ານດານລະບາດຂອງໂຄວິດ-19 (ຄົ້ນວ້າການຜະລິດວັກຊີນ, ຢາປົວພະຍາດ, ຊຸດທົດສອບໄວ,...). ດັ່ງນັ້ນ, ເຕັກໂນໂລຊີຊີວະພາບໃນກິດຈະກຳປ້ອງກັນແລະຕ້ານການລະບາດຂອງໂຄວິດ-19 ຕ້ອງໄດ້ຮັບການຮັບຮູ້ດ້ວຍທັດສະນະຮອບດ້ານ.
ພັກແລະລັດໄດ້ກຳນົດແຜນນະໂຍບາຍ ແລະນະໂຍບາຍກ່ຽວກັບການພັດທະນາ, ປະຍຸກໃຊ້ເຕັກໂນໂລຊີຊີວະພາບ. ວັນທີ 24 ທັນວາ 1996, ກອງປະຊຸມສູນກາງພັກຄັ້ງທີ 2 ສະໄໝທີ 8 ໄດ້ອອກມະຕິສະບັບເລກທີ 02-NQ/HNTW ໃນນັ້ນໄດ້ເນັ້ນໜັກວ່າ “ຮອດປີ 2020 ຈະບັນລຸລະດັບກ້າວໜ້າໃນພາກພື້ນ ກ່ຽວກັບບັນດາຂະແໜງເສດຖະກິດຈຸດສຸມເຊັ່ນ ເຕັກໂນໂລຊີຊີວະພາບ,...”. ວັນທີ 4 ມີນາ 2005, ຄະນະເລຂາທິການສູນກາງພັກໄດ້ອອກຄຳສັ່ງສະບັບເລກທີ 50-CT/TW “ກ່ຽວກັບການຍູ້ແຮງການພັດທະນາ ແລະ ປະຍຸກໃຊ້ເຕັກໂນໂລຊີຊີວະພາບ ເພື່ອຮັບໃຊ້ພາລະກິດການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ”. ຄຳສັ່ງລະບຸວ່າ “ເຕັກໂນໂລຊີຊີວະພາບແມ່ນຂົງເຂດເຕັກໂນໂລຊີຂັ້ນສູງທີ່ອີງໃສ່ວິທະຍາສາດແຫ່ງຊີວິດ, ປະສົມສະສານກັບຂະບວນການທາງເຕັກນິກແລະອຸປະກອນ ເພື່ອສ້າງເຕັກໂນໂລຊີໃຊ້ປະໂຫຍດຈາກການເຄື່ອນໄຫວດຳລົງຊີວິດຂອງຈຸລິນຊີ,... ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ປົກປ້ອງສະພາບແວດລ້ອມ” ແລະ ກຳນົດ 3 ເປົ້າໝາຍລວມ, 3 ໜ້າທີ່ໃຫຍ່, 9 ວິທີແກ້ໄຂທີ່ຊັດເຈນເພື່ອບັນລຸເປົ້າຫມາຍແລະໜ້າທີ່ນັ້ນ. ຫວ່າງມໍ່ໆມານີ້, ທິດທາງການພັດທະນາໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໄດ້ກຳນົດວ່າ “ປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຂງແຮງ, ປັບໂຄງສ້າງເສດຖະກິດຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ແຮງແຂ່ງຂັນຂອງພື້ຍຖານເສດຖະກິດ”(1) ແລະ “ສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝ ບົນພື້ນຖານຂອງຄວາມກ້າວໜ້າດ້ານວິທະຍາສາດ, ເຕັກໂນໂລໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ”(2) ໃນນັ້ນມີບົດບາດຂອງເຕັກໂນໂລຊີຊີວະພາບ.
ສະຫາຍ ເວືອງດິ່ງເຫວ້ ກຳມະການກົມການເມືອງສູນກາງ, ປະທານສະພາແຫ່ງຊາດ ຢ້ຽມຢາມແລະໃຫ້ກຳລັງໃຈ ບັນດາພະນັກງານທີ່ເຮັດວຽກໃນ ຫ້ອງວິໄຈ, ສະຖາບັນຄົ້ນຄວ້າການແພດທະຫານ, ສະຖາບັນການແພດທະຫານ _ພາບ: ຂໍ້ມູນເອກະສານ
ຜົນສຳເລັດຕົ້ນຕໍຈຳນວນໜຶ່ງໃນການພັດທະນາແລະ
ການປະຍຸກໃຊ້ເຕັກໂນໂລຊີຊີວະພາບຢູ່ຫວຽດນາມໃນສະພາບການ
ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ ໃນເວລາທີຜ່ານມາ
ພາຍຫຼັງ 15 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 50-CT/TW, ວັນທີ 4 ມີນາ 2005, ຂອງຄະນະເລຂາທິການສູນກາງພັກ, ການພັດທະນາແລະປະຍຸກໃຊ້ເຕັກໂນໂລຊີຊີວະພາບໄດ້ບັນລຸຜົນສໍາເລັດທີ່ແນ່ນອນ. ການນຳພາຊີ້ນຳຂອງພັກກ່ຽວກັບການພັດທະນາແລະປະຍຸກໃຊ້ເຕັກໂນໂລຊີຊີວະພາບນັບມື້ໄດ້ຮັບຄວາມເອົາໃຈໃສ່, ດຳເນີນການຢ່າງຄົບຊຸດ ແລະ ເຂັ້ມງວດ ຢູ່ສູນກາງຈົນເຖິງທ້ອງຖິ່ນ. ເຕັກໂນໂລຊີຊີວະພາບໄດ້ຮັບການປະຍຸກໃຊ້ນັບມື້ນັບກວ້າງຂວາງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມປະເທດ, ສ້າງຄຸນຄ່າເພີ່ມໃຫ້ຜະລິດຕະພັນວິທະຍາສາດແລະເຕັກໂນໂລຊີ, ໂດຍສະເພາະ ໃນຂົງເຂດກະສິກຳ, ອຸດສາປະກຳປຸງແຕ່ງ, ຊີວະການແພດ, ຮັກສາສິ່ວແວດລ້ອມ ແລະ ການຮັບປະກັນການປ້ອງກັນປະເທດ ປ້ອງກັນຄວາມປອດໄພ. ກຳລັງຄວາມສາມາດທາງດ້ານວິທະຍາສາດແລະເຕັກໂນໂລຊີ ສໍາລັບເຕັກໂນໂລຊີຊີວະພາບ ໄດ້ມີຄວາມກ້າວໜ້າຢ່າງໃຫຍ່ຫຼວງ. ຖັນແຖວພະນັກງານຄົ້ນຄວ້າເຕັກໂນໂລຊີຊີວະພາບນັບມື້ນັບເພີ່ມຂຶ້ນທາງດ້າປະລິມານແລະຄຸນນະພາບ. ບັນດາຫ້ອງທົດລອງເຕັກໂນໂລຊີຊີວະພາບ ໄດ້ຮັບການເອົາໃຈໃສ່ລົງທຶນກໍ່ສ້າງ. ແຫຼ່ງເງິນລົງທຶນເພື່ອພັດທະນາ ແລະປະຍຸກໃຊ້ເຕັກໂນໂລຊີຊີວະພາບ ໄດ້ຮັບການເພີ່ມທະວີ. ເຕັກໂນໂລຊີຊີວະພາບໄດ້ຮັບການສ້າງຂຶ້ນ ແລະ ເລີ່ມມີການພັດທະນາໃນບັນດາຂົງເຂດກະສິກຳ, ການແພດ ການຢາ, ສິ່ງແວດລ້ອມ, ການປ້ອງກັນປະເທດ ການປ້ອງກັນຄວາມປອດໄພ, ພິເສດແມ່ນ ອຸດສາຫະກຳປຸງແຕ່ງ. ລະດົມວິສາຫະກິດຫຼາຍແຫ່ງລົງທຶນຄົ້ນຄວ້າ, ເປີດກວ້າງການຜະລິດ ແລະ ການຄ້າຜະລິດຕະພັນເຕັກໂນໂລຊີຊີວະພາບ. ວຽກງານການໂຄສະນາ, ອົບຮົມສຶກສາກ່ຽວກັບການພັດທະນາ ແລະ ປະຍຸກໃຊ້ເຕັກໂນໂລຊີຊີວະພາບ ໃນພາລະກິດການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ໄດ້ຮັບການສົ່ງເສີມທັງຄວາມກວ້າງແລະຄວາມເລິກ, ດັ່ງນັ້ນ ຄວາມຮູ້ແລະເຕັກນິກຊີວະພາບຈໍານວນຫຼາຍ ໄດ້ຖືກນໍາເຂົ້າໄປໃນການຜະລິດແລະຊີວິດ. ການຮ່ວມມືສາກົນທາງດ້ານເຕັກໂນໂລຊີຊີວະພາບໄດ້ຮັບການເພີ່ມທະວີຢ່າງຕໍ່ເນື່ອງ; ຫຼາຍໂຄງການ, ແຜນງານ, ຫົວຂໍ້ການຮ່ວມມືທະວິພາຄີແລະພະຫຸພາຄີ ກັບບັນດາປະເທດທີ່ມີເຕັກໂນໂລຊີຊີວະພາບຂັ້ນສູງ, ມີເງື່ອນໄຂຄ້າຍຄືກັບຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ... ເຖິງແມ່ນວ່າອັດຕາການພັດທະນາຍັງຊ້າເມື່ອທຽບໃສ່ກັບໂລກ, ແຕ່ການປ່ຽນແປງໃໝ່ຂອງການປະຍຸກໃຊ້ເຕັກໂນໂລຊີຊີວະພາບຫຼາຍຢ່າງ ໃນການກະສີກຳຢູ່ຫວຽດນາມ ແມ່ນສົມຄວນໄດ້ຮັບການຍອມຮັບ. ປະຈຸບັນ, ບໍ່ຍາກທີ່ຈະເຫັນຊາວກະສິກອນໃຊ້ເຊນເຊີເພື່ອແປງປັດໄຈທີ່ກ່ຽວຂ້ອງກັບພືດຜົນໃຫ້ເປັນດິຈີຕອນ, ເຊັ່ນ: ປະລິມານນ້ຳ, ຄວາມຊຸ່ມຊື່ນ, ຝຸ່ນ ຫຼື ແສງສະຫວ່າງ, ຈາກນັ້ນ ເຂົ້າໃຈກຳໄດ້ສະພາບການຟາຣ໌ມຢ່າງງ່າຍດາຍ. ເຕັກໂນໂລຊີຊີວະພາບຕາມທິດການປະຕິວັດອຸດສາຫະກຳຄັ້ງທີສີ່ໃນພືດ ຢູ່ຫວຽດນາມກໍມີການປ່ຽນແປງຫຼາຍຢ່າງ, ຕົວຢ່າງເຊັ່ນ ການນໍາໃຊ້ຊີວະສານສົນເທດໃນການກໍານົດພືດໃຫມ່, ຫຼືການໃຊ້ຊູເປີຣ໌ຄອມພິວເຕີທີ່ມີເຊີຣ໌ເວີຣ໌ (server) ຢູ່ຕ່າງປະເທດ ເພື່ອກໍານົດລໍາດັບຢີນ ແລະ ຄົ້ນຫາເຄື່ອງໝາຍໂມເລກຸນທີ່ກ່ຽວຂ້ອງກັບຜົນຜະລິດ ແລະ ລັກສະນະຂອງພືດ. ນອກຈາກນັ້ນ, ບາງວິສາຫະກິດກໍໄດ້ໃຊ້ພື້ນຖານການປະມວນຜົນແບບຄຼາວດ໌ໃນປະເມີນພື້ນທີ່ວັດຖຸດິບ, ຄຸ້ມຄອງຄວາມສຳພັນກັບກະເສດຕະກອນແລະລູກຄ້າ ເພື່ອເພີ່ມມູນຄ່າຜະລິດຕະພັນ. ເຕັກໂນໂລຊີຊີວະພາບຕາມທິດການປະຕິວັດອຸດສາຫະກຳຄັ້ງທີສີ່ໃນການລ້ຽງສັດໄດ້ສ້າງພັນໝູໂຄຼນ, ການປະຍຸກໃຊ້ວິທີການໃໝ່ໃນການປະເມີນພັນທຸກຳຂອງຝູງໝູຕາມຄ່າ ຈີໂນໄທປ໌ ໂດຍວິທີ BLUP (Best Linear Unbiased Prediction)ເຊິ່ງປະເທດມີການຜະລິດໝູຂັ້ນສູງກຳລັງນໍາໃຊ້. ເຕັກໂນໂລຊີຊີວະພາບຕາມທິດການປະຕິວັດອຸດສາຫະກຳຄັ້ງທີສີ່ຊ່ວຍສ້າງກຸ້ງກ້າມຂຽວປອມຕົວເມຍ ດ້ວຍເຕັກໂນໂລຊີ RNA-RNA interference ແລະ ກຳນົດທິດທາງສ້າງຜະລິດຕະພັນຂະໜາດໃຫຍ່ສໍາລັບການຜະລິດ.
ເຕັກໂນໂລຊີຊີວະພາບຕາມທິດການປະຕິວັດອຸດສາຫະກຳຄັ້ງທີສີ່ໃນການແພດສ້າງໂປຼຕີນປັດໄຈການຈະເລີນເຕີບໂຕແບບຣີຄອມບີແນນທ໌ຈາກເກລ໊ດເລືອດ (Platelet derived growth factor-PDGF) ເພື່ອປິ່ນປົວບາດແຜຕີນຂອງພະຍາດເບົາຫວານ. ນອກຈາກນັ້ນ, ບັນດາພູມຕ້ານທານສາຍດຽວທີ່ມີຊີວະພາບທຽບເທົ່າກັບຢາ Rituximab, Trastuzumab, Etanercept,... ໃຊ້ເພື່ອປິ່ນປົວມະເຮັງບາງຊະນິດ ແລະພະຍາດພູມຕ້ານຕົນເອງ, ການປະຍຸກໃຊ້ດຕັກນິກອະນູຊີວະວິທະຍາໃນການວິນິດໄສພະຍາດ ແລະ ການພັດທະນາຜະລິດຕະພັນການວິນິດໄສ ເປັນທິດທາງການຄົ້ນຄວ້າທີ່ໜ້າສົນໃຈ. ການພັດທະນາຂະບວນການທາງເຕັກໂນໂລຊີ ແລະ ຜະລິດວັກຊີນປ້ອງກັນໂຄວິດ-19 ໂດຍໃຊ້ເຕັກໂນໂລຊີໂປຣຕີນລູກປະສົມກັນເພື່ອຜະລິດໂປຣຕີນເອສ, ບົນພື້ນຖານນັ້ນ ຜະລິດວັກຊີນປ້ອງກັນໂຄວິດ-19 ໂດຍເຕັກໂນໂລຊີໂປຣຕີນລູກປະສົມໃນຂະໜາດ 10 ລ້ານໂດສຕໍ່ປີ. ວັກຊີນຜະລິດຂຶ້ນໃນສາຍການຜະລິດທີ່ບັນລຸມາດຕະຖານ GMP-WHO, ຮັບປະກັນຄວາມປອດໄພ ແລະ ສ້າງພູມຕ້ານທານທີ່ເປັນກາງຕໍ່ກັບ SARS-CoV-2.; ມີຄວາມສາມາດໃນການປ້ອງກັນໂຄວິດ-19 ຜ່ານການທົດລອງທາງຄລີນິກ 3 ໄລຍະ ດ້ວຍຜົນໄດ້ຮັບທີ່ດີ ແລະ ກໍາລັງຂໍໃບອະນຸຍາດພິເສດເພື່ອການຜະລິດຂະໜາດໃຫຍ່...
ເຕັກໂນໂລຊີຊີວະພາບຕາມທິດການປະຕິວັດອຸດສາຫະກຳຄັ້ງທີສີ່ໃນການຮັກສາສິ່ງແວດລ້ອມຊ່ວຍຜະລິດວັດສະດຸໄຮໂດຣເຈນທີ່ດູດຊຶມໄດ້ດີສຸດ ໂດຍການເຊື່ອມຂວາງດ້ວຍລັງສີຂອງໂພລີເມີທໍາມະຊາດ ແລະ ນາໂນຊິລິກາ ສໍາລັບການນໍາໃຊ້ງານໃນກະສິກໍາທີ່ມີເຕັກໂນໂລຊີສູງ ແລະ ການກະເສດໃນເມືອງ. ໄສ້ກອງນໍ້າຕ້ານເຊື້ອແບັກທີເຣັຍຜະລິດຈາກວັດສະດຸໂພລີໂພຣພີລີນ ທີ່ມີການຕິດຕ່ອງໂສ້ ອາຊິດອະຄຣີລິກ ພ້ອມຊິນເວີຣ໌ນາໂນຕຶງ ຈະມີປະສິດທິພາບຕ້ານແບັກທີເຣັຍກໍ່ພະຍາດ (ອີ. ໂຄລີ ແລະ ຊານໂມແນນລາ) ໃນນໍ້າສູງ (ຫຼາຍກວ່າ 99%) ແລະ ມີປະສິດທິພາບໃນການຂ້າເຊື້ອນ້ຳດື່ມ.
ຄຽງຂ້າງຜົນງານທີ່ບັນລຸໄດ້ນັ້ນ, ຂະບານການປະຕິບັດຄຳສັ່ງສະບັບເລດທີ 50-CT/TW ແລະມະຕິຂອງພັກ ກ່ຽວກັບການພັດທະນາແລະປະຍຸກໃຊ້ເຕັກໂນໂລຊີຊີວະພາບກໍມີຂໍ້ຈຳກັດ, ຈຸດບົກພ່ອງຈຳນວນໜຶ່ງດັງຕໍ່ໄປນີ້:
ທີໜຶ່ງ, ການຜັນຂະຫຍາຍການປະຕິບັດ, ໂດຍສະເພາະການຫັນ ບັນດາທັດສະນະ ແຜນນະໂຍບາຍ ມະຕິຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບເຕັກໂນໂລຊີຊີວະພາບເປັນນິຕິກຳ ແມ່ນຍັງຊ້າ.
ທີສອງ, ບາງຂົງເຂດທີ່ສຳຄັນຂອງເຕັກໂນໂລຊີຊີວະພາບຍັງຫຼ້າຫຼັງທຽບກັບພາກພື້ນ ແລະ ໂລກ, ບໍ່ຕອບສະໜອງໄດ້ກັບຄວາມຕ້ອງການທີ່ນັບມື້ນັບສູງຂອງການພັດທະນາເສດຖະກິດ-ສັງຄົມ, ການຮັກສາສິ່ງແວດລ້ອມ, ການປ້ອງກັນປະເທດ ປ້ອງກັນຄວາມປອດໄພ ແລະ ຍົກສູງຊີວິດຂອງປະຊາຊົນ... ການປະຍຸກໃຊ້ແລະການຖ່າຍທອດຄວາມກ້າວໜ້າທາງດ້ານເຕັກນິກດ້ານເຕັກໂນໂລຊີຊີວະພາບ ໃຫ້ປະຊາຊົນຍັງບໍ່ໄດ້ຮັບປະສິດທິຜົນ.
ທີສາມ, ເຕັກໂນໂລຊີຊີວະພາບຍັງບໍ່ທັນກາຍເປັນຂະແໜງການເສດຖະກິດ-ເຕັກນິກທີ່ສຳຄັນ, ຍັງບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ຍັງບໍ່ມີວິສາຫະກິດ, ໂຮງງານຜະລິດດ້ານເຕັກໂນໂລຊີຊີວະພາບ ຂະໜາດໃຫຍ່.
ທີສີ່, ຂາດແຄນຊັບພະຍາກອນບຸກຄົນໃນຂົງເຂດເຕັກໂນໂລຊີຊີວະພາບ ເມື່ອທຽບກັບຄວາມຕ້ອງການຕົວຈິງ; ການຝຶກອົບຮົມ ແລະ ການນໍາໃຊ້ໄວໜຸ່ມທີ່ມີຄຸນນະວຸດທິສູງໃນສະຖາບັນຝຶກອົບຮົມ ແລະ ການຄົ້ນຄ້ວາ ຍັງມີຂໍ້ຈຳກັດແລະບໍ່ພຽງພໍ. ການລົງທຶນໃນການຄົ້ນຄວ້າ ພັດທະນາ ແລະ ການປະຍຸກໃຊ້ເຕັກໂນໂລຊີຊີວະພາບເບິ່ງລວມບໍ່ສອດຄ່ອງກັບຄວາມຕ້ອງການ ແລະ ປະສິດທິຜົນຍັງຕໍ່າ.
ທີຫ້າ, ວຽກງານການໂຄສະນາ, ອົບຮົມສຶກສາ, ເຜີຍແຜ່ຄວາມຮູ້ກ່ຽວກັບເຕັກໂນໂລຊີຊີວະພາບ ຍັງບໍ່ທັນຮອບດ້ານ; ຂາດການເຊື່ອມຕໍ່ລະຫວ່າງນັດວິທະຍາສາດ, ສະຖາບັນຄົ້ນຄວ້າ ກັບວິສາຫະກິດ ແລະ ປະຊາຊົນ.
ທີຫົກ, ຍັງບໍ່ທັນເສີມຂະຫຍາຍຊັບພະຍາກອນການຮ່ວມມືສາກົນຢ່າງມີປະສິດທິຜົນ ເພື່ອຂະຫຍາຍບັນດາໂຄງການຮ່ວມມື ແນໃສ່ຍົກສູງຄວາມສາມາດດ້ານວິທະຍາສາດ ແລະ ລະດັບວິຊາສະເພາະ ໃຫ້ພະນັກງານຄົ້ນຄວ້າໃນຂົງເຂດເຕັກໂນໂລຊີຊີວະພາບ; ຍັງບໍ່ສາມາດເຂົ້າເຖິງບາງຂົງເຂດເຕັກໂນໂລຊີຊີວະພາບຂັ້ນສູງຂອງໂລກໄດ້.
ວິທີການແກ້ໄຂສຳລັບການພັດທະນາ ແລະ ການປະຍຸກໃຊ້
ເຕັກໂນໂລຊີຊີວະພາບໃນສະພາບການການປະຕິວັດອຸດສາຫະກຳຄັ້ງທີສີ່
ເພື່ອໃຫ້ພື້ນຖານເສດຖະກິດມີມູນຄ່າເພີ່ມສູງ, ມີຄວາມຍືນຍົງ, ມີການໝູນວຽນ ແລະ ເປັນມິດກັບສິ່ງແວດລ້ອມ, ແມ່ນຕ້ອງປັບປຸງທ່າແຮງ ແລະ ປະສິດທິຜົນຂອງການຄົ້ນຄວ້າ, ປະຍຸກໃຊ້, ພັດທະນາ ແລະ ຖ່າຍທອດບັນດາໝາກຜົນຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ເວົ້າລວມ ແລະ ເຕັກໂນໂລຊີຊີວະພາບເວົ້າສະເພາະ ເຊິ່ງມີຄວາມຈຳເປັນຮີບດ່ວນທີ່ສຸດ. ໃນເວລາທີ່ຈະມາເຖິງ, ຂະແໜງເຕັກໂນໂລຊີຊີວະພາບຫວຽດນາມ ຕ້ອງກຳນົດທິດທາງການພັດທະນາ ແລະການປະບຸກໃຊ້ເຕັກໂນໂລຊີຊີວະພາບ ຕາມທ່າອ່ຽງຂອງຍຸກສະໄໝ ເຊັ່ນ: ຊີວະສານສົນເທດ ແລະ ປັນຍາປະດິດ; ຈຸລັງລໍາຕົ້ນຕົ້ນ ແລະ ການປິ່ນປົວດ້ວຍຢິນ; ເຕັກໂນໂລຊີວັກຊີນລຸ້ນໃໝ່; ເຕັກໂນໂລຊີປະສາດ; ໄບໂອຊີບ ແລະ ໄບໂອເຊນເຊີຣ໌; ຄັດກອງ, ຄົ້ນຄວ້າໂຄງສ້າງແລະຄຸນສົມບັດຂອງທາດປະສົມຊີວະພາບຈາກຊັບພະຍາກອນທຳມະຊາດຢູ່ຫວຽດນາມ; ການກະສິກຳທີ່ແມ່ນຢຳ ແລະ ການປ່ຽນຊີວະພາບຂອງຊັບພະຍາກອນຊີວະມວນຈາກຜົນສຳຮອງທາງກະສິກຳ ແລະ ປ່າໄມ້... ນີ້ແມ່ນບັນດາທິດທາງທີ່ມີຄຸນຄ່າ, ສືບທອດບັນດາຜົນງານ, ການປະຍຸກໃຊ້ຜົນສຳເລັດການຄົ້ນຄວ້າຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເຂົ້າໃນຂະແໜງເຕັກໂນໂລຊີຊີວະພາບ. ເພື່ອເຮັດສຳເລັດບັນດາທິດທາງຈຸດສຸມທີ່ກ່າວມານີ້, ຕ້ອງໄດ້ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຄື:
ທີໜຶ່ງ, ເພີ່ມທະວີການນຳພາຂອງພັກ, ການຄຸ້ມຄອງຂອງລັດ ຕໍ່ການພັດທະນາແລະປະຍຸກໃຊ້ເຕັກໂນໂລຊີຊີວະພາບ ຢ່າງກວ້າງຂວາງ ເຂົ້າໃນການຜະລິດ ແລະ ຊີວິດ ໃນສະພາບການທີ່ມີການກະທົບຢ່າງແຂງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ໂດຍສະເພາະແມ່ນການເຊີດຊູບົດບາດແລະຄວາມຮັບຜິດຊອບຂອງຫົວໜ້າຂອງທຸກຂັ້ນ, ທຸກຂະແໜງການ.
ທີສອງ, ກໍ່ສ້າງແລະປັບປຸງບູລະນະກົນໄກ, ນະໂຍບາຍ, ກົດໝາຍ ກ່ຽວກັບການພັດທະນາແລະປະຍຸກໃຊ້ເຕັກໂນໂລຊີຊີວະພາບ, ໃນນັ້ນ ຕ້ອງຊຸກຍູ້ການປະຍຸກໃຊ້ຜົນຂອງການປະຕິວັດອຸດສາຫະກຳຄັ້ງທີສີ່. ຕ້ອງສືບຕໍ່ກວດຄືນ, ເພີ່ມເຕີມ ແລະ ປັບປຸງບູລະນະລະບົບເອກະສານທາງກົດໝາຍ, ກົນໄກ, ນະໂຍບາຍທີ່ກ່ຽວຂ້ອງເຖິງການພັດທະນາແລະປະຍຸກໃຊ້, ການຖ່າຍທອດເຕັກໂນໂລຊີ; ບັນດາຂະບວນການ ມາດຕະຖານ ແລະ ຂໍ້ບັງຄັບສະເພາະຂອງເຕັກໂນໂລຊີຊີວະພາບ; ການແກ້ຂໍ້ຄົງຄ້າງ, ຊຸກຍູ້ການປະຍຸກໃຊ້ເຕັກໂນໂລຊີຊີວະພາບ ໃນບັນດາຮູບແບບການພັດທະນາເສດຖະກິດ-ສັງຄົມ. ເພີ່ມທະວີຄວາມສາມາດ ແລະ ປັບປຸງການຈັດຕັ້ງກົງຈັກຄຸ້ມຄອງລັດ ກ່ຽວກັບຄວາມປອດໄພທາງຊີວະພາບ; ມີນະໂຍບາຍສົ່ງເສີມການນຳໃຊ້ຜະລິດຕະພັນເຕັກໂນໂລຊີຊີວະພາບທີ່ຜະລິດຢູ່ພາຍໃນປະເທດ, ທີ່ມີເຄື່ອງໝາຍການຄ້າຂອງຫວຽດນາມ; ນຳໃຊ້, ດຶງດູດພະນັກງານວິທະຍາສາດເກັ່ງ ໃນຂົງເຂດເຕັກໂນໂລຊີຊີວະພາບ, ຜູ້ຊຽວຊານແລະນັກວິໄຈ ຈາກຕ່າງປະເທດມາເຮັດວຽກໃນສະຖາບັນວິທະຍາສາດແລະເຕັກໂນໂລຊີຫຼາຍແຫ່ງ ເພື່ອພັດທະນາຜະລິດຕະພັນເຕັກໂນໂລຊີຊີວະພາບໃນຫວຽດນາມ.
ທີສາມ, ຊຸກຍູ້ການຄົ້ນຄວ້າ ພັດທະນາ ສ້າງທ່າແຮງດ້ານເຕັກໂນໂລຢີຊີວະພາບ. ສຸມໃສ່ລົງທຶນຄົ້ນຄວ້າຢ່າງມີຈຸດສຸມ, ໃຈກາງ, ຕິດພັນກັບຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມ. ສ້າງລະບົບພື້ນຖານຂໍ້ມູນແບບເປີດ ກ່ຽວກັບເຕັກໂນໂລຊີຊີວະພາບໃນບັນດາຂົງເຂດ, ກ່ຽວກັບຜົນການປະຍຸກໃຊ້ເຕັກໂນໂລຊີຊີວະພາບໃນການພັດທະນາເສດຖະກິດ-ສັງຄົມ; ຄົ້ນຄວ້າແບບຄັດເລືອກ, ສຸມໃສ່ສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບເຂົ້າຮ່ວມຕະຫຼາດວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ; ຍູ້ແຮງການປະຕິບັດທິດທາງການຄົ້ນຄວ້າທີ່ສໍາຄັນໃນເຕັກໂນໂລຊີຊີວະພາບ, ເຊັ່ນ: ຢິນ, ການຢາ, ການກະກຽມນາໂນທີ່ເປັນປະໂຫຍດ, ການແພດ - ຊີວະພາບ, ແນວພັນພືດ, ແນວພັນສັດ, ວິທີການຮັກສາສິ່ງແວດລ້ອມ. ເອົາໃຈໃສ່ເຖິງການຝຶກອົບຮົມບຸກຄະລາກອນດ້ານເຕັກໂນໂລຊີຊີວະພາບ ໂດຍມີທິດທາງຕັ້ງແຕ່ການສຶກສາທົ່ວໄປ ຈົນເຖິງມະຫາວິທະຍາໄລ ແລະ ລະດັບບັນດິສຶກສາ. ການຝຶກອົບຮົມບຸກຄະລາກອນຕິດກັບຄວາມຕ້ອງການຕົວຈິງຂອງແຕ່ລະຂົງເຂດ; ການຝຶກອົບຮົມຜູ້ຊ່ຽວຊານຊັ້ນນໍາຂອງຂະແໜງການ; ການຝຶກອົບຮົມຢ່າງເລິກເຊິ່ງໃນຂົງເຂດເຕັກໂນໂລຊີຊີວະພາບ. ລົງທຶນສ້າງສູນເຕັກໂນໂລຊີຊີວະພາບມາດຕະຖານ 3 ແຫ່ງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້; ລົງທຶນກໍ່ສ້າງລະບົບຫ້ອງທົດລອງເຕັກໂນໂລຊີຊີວະພາບທີ່ຄົບຊຸດແລະທັນສະໄໝ. ຜັນຂະຫຍາຍປະຕິບັດໂດຍໄວ “ແຜນການສ້າງເຄືອຂ່າຍສະຖາບັນ, ສູນຄົ້ນຄວ້າ ແລະ ຫ້ອງທົດລອງເຕັກໂນໂລຊີຊີວະພາບຮອດປີ 2030”. ການພັດທະນາເຕັກໂນໂລຊີຊີວະພາບຕາມທິດບຸລິມະສິດການພັດທະນາຜະລິດຕະພັນທີ່ມີຄວາມສາມາດຜະລິດຂະໜາດໃຫຍ່ ແລະ ເປັນສິນຄ້າ. ສ້າງຄວາມສາມາດຊ້ອມແຝງໃຫ້ເຕັກໂນໂລຊີຊີວະພາບໃນຂົງເຂດການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບທີ່ມີເງື່ອນໄຂພຽງພໍເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ປົກປັກຮັກສາປະເທດຊາດ ໃນສະພາບການໃໝ່.
ທີສີ່, ບຸລິມະສິດການພັດທະນາເຕັກໂນໂລຊີຊີວະພາບໃຫ້ເປັນຂະແໜງການເສດຖະກິດ-ເຕັກນິກ ທີ່ມີສ່ວນປະກອບສຳຄັນໃນການເຕີບໂຕເສດຖະກິດແຫ່ງຊາດ. ສ້າງນະໂຍບາຍສະໜັບສະໜູນການຜະລິດໃນຂະໜາດອຸດສາຫະກຳ ສຳລັບຜະລິດຕະພັນຫຼັກຂອງເຕັກໂນໂລຊີຊີວະພາບ, ບຸລິມະສິດການຖ່າຍໂອນຄວາມກ້າວໜ້າທາງເຕັກນິກແລະເຕັກໂນໂລຢີໃຫມ່. ສ້າງກົນໄກ, ນະໂຍບາຍສົ່ງເສີມການພັດທະນາຕະຫຼາດປະລິດຕະພັນເຕັກໂນໂລຊີຊີວະພາບ. ຊຸກຍູ້ການລົງທຶນໃນການປະຍຸກໃຊ້ແລະການພັດທະນາເຕັກໂນໂລຊີຊີວະພາບທີ່ຮັບໃຊ້ການຫັນປ່ຽນເສດຖະກິດກະສິກຳ, ໂດຍສະເພາະໃນການສ້າງແນວພັນພືດແລະພັນສັດ ທີ່ໃຫ້ຜົນຜະລິດ, ຄຸນນະພາບ ແລະ ປະສິດທິພາບທາງດ້ານເສດຖະກິດສູງ; ຮັບປະກັນຄວາມປອດໄພດ້ານຊີວະພາບ ແລະ ການຮັກສາສິ່ງແວດລ້ອມ ເພື່ອຮັບໃຊ້ການພັດທະນາກະສິກຳ. ການປະຍຸກໃຊ້ແລະການພັດທະນາເຕັກໂນໂລຊີຊີວະພາບໃນອຸດສາຫະກຳຢາ, ອາຫານ, ຝຸ່ນ, ເຄມີ ແລະ ເຄື່ອງສໍາອາງ ເພື່ອສ້າງຜະລິດຕະພັນໃໝ່ ທີ່ມີຄວາມສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.
ທີຫ້າ, ປະຍຸກໃຊ້ຜົນຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ຢ່າງກວ້າງຂວາງ ໃນການຄົ້ນຄວ້າ ແລະ ເຊື່ອມໂຍງການຜັນຂະຫຍາຍຢ່າງມີປະສິດທິຜົນ ບັນດາຜົນສຳເລັດ ດ້ານເຕັກໂນໂລຊີຊີວະພາບ ໃນຂົງເຂດເສດຖະກິດ-ສັງຄົມ ແລະ ການປ້ອງກັນປະເທດ. ສຸມໃສ່ພັດທະນາເຄືອຂ່າຍອົງການບໍລິການດ້ານວິທະຍາສາດເຕັກນິກ ແລະ ຄວາມປອດໄພທາງຊີວະພາບ; ສົ່ງເສີມການເປັນນາຍໜ້າ, ການໂອນ, ການໃຫ້ຄຳປຶກສາ, ການປະເມີນ ແລະ ການປະເມີນສູນຄ່າຂອງເຕັກໂນໂລຊີ. ຍູ້ແຮງການຄົ້ນຄວ້າແລະປະຍຸກໃຊ້ເຕັກໂນໂລຊີຢິນ ໃນການວິນິດໄສ, ປະເມີນ ແລະ ການປິ່ນປົວພະຍາດ, ໂດຍສະເພາະ ພະຍາດອັນຕະລາຍ; ການປຸງແຕ່ງ ແລະ ການຜະລິດວັກຊີນລູກປະສົມ ແລະ ໂປຣຕີນລູກປະສົມ; ການສ້າງແນວພັນພືດ, ຈຸລິນຊີດັດແປງພັນທຸກຳ ທີ່ມີມູນຄ່າທາງເສດຖະກິດສູງ; ເຕັກໂນໂລຊີຈຸລັງລໍາຕົ້ນສໍາລັບການວິນິດໄສ, ການປິ່ນປົວ ແລະ ການທົດແທນເນື້ອເຍື່ອແລະອະໄວຍະວະ; ເຕັກໂນໂລຊີຈຸລັງໃນການຄັດເລືອກ, ການສ້າງແນວພັນໃໝ່; ເຕັກໂນໂລຊີເອນໄຊມ໌-ໂປຣຕີນ ສໍາລັບການພັດທະນາອຸດສາຫະກໍາອາຫານແລະຢາ; ເຕັກໂນໂລຊີທາງຈຸລະຊີວະວິທະຍາແບບອຸດສາຫະກໍາ, ການບຳບັດມົນລະພາວະຕໍ່ສິ່ງແວດລ້ອມ ແລະ ການປະຍຸກໃຊ້ໃນການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ. ຊຸກຍູ້ການຄົ້ນຄວ້າກ່ຽວກັບຄວາມປອດໄພທາງຊີວະພາບ ແລະ ປະຕິບັດລະບຽບການດ້ານຄວາມປອດໄພທາງຊີວະພາບຢ່າງເຂັ້ມງວດ ເມື່ອປະຍຸກໃຊ້ຜະລິດຕະພັນເຕັກໂນໂລຊີຊີວະພາບ, ຮັບປະກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ. ເປັນເຈົ້າການໃນການປະຍຸກໃຊ້ເຕັກໂນໂລຊີຊີວະພາບ ໃນດ້ານຄວາມປອດໄພຂອງອາຫານແລະສຸຂະອະນາໄມ, ໃນການຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ, ເພີ່ມທະວີການປະຍຸກໃຊ້ແລະການຖ່າຍໂອນວິທີແກ້ໄຂເຕັກໂນໂລຊີຊີວະພາບໃນການຈັດການກັບມົນລະພິດ, ແກ້ໄຂຄວາມເສື່ອມໂຊມຂອງສິ່ງແວດລ້ອມແລະອຸປະຕິເຫດ, ຮັບປະກັນຄວາມຍືນຍົງຂອງລະບົບນິເວດ. ສົ່ງເສີມການຜະລິດພະລັງງານໃໝ່, ພະລັງງານສະອາດທີ່ທົດແທນໄດ້ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອທົດແທນນໍ້າມັນເຊື້ອໄຟຟອສຊີນບາງສ່ວນ ເຊັ່ນ: ການຜະລິດນໍ້າມັນເຊື້ອໄຟຊີວະພາບ (biofuel), ນໍ້າມັນແອັດຊັງຊີວະພາບ (ນໍ້າມັນແອັດຊັງ - bioethanol), ນໍ້າມັນດີເຊນຊີວະພາບ (biodiezen), ອາຍແກັສຊີວະພາບ (biogas).
ທີຫົກ, ສົ່ງເສີມການຮ່ວມມືສາກົນທາງດ້ານເຕັກໂນໂລຊີຊີວະພາບ. ເປັນເຈົ້າການໃນການສ້າງບັນດາໂຄງການ, ແຜນງານ, ຫົວຂໍ້ຮ່ວມມືກັບບັນດາປະເທດທີ່ມີເຕັກໂນໂລຊີຊີວະພາບທີ່ພັດທະນາ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງປັນຍາ ແລະ ການຊ່ວຍເຫຼືອດ້ານການເງິນ ເພື່ອພັດທະນາເຕັກໂນໂລຊີຊີວະພາບຂອງຫວຽດນາມ. ເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດເຕັກໂນໂລຊີຊີວະພາບກັບບັນດາອົງການຈັດຕັ້ງ, ບັນດາສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລຢູ່ໃນແລະຕ່າງປະເທດ ແນໃສ່ຈະເຂົ້າເຖິງ ແລະ ຮັບເອົາການຖ່າຍທອດເຕັກໂນໂລຊີຂັ້ນສູງ. ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮັບເອົາບົດຮຽນຂອງບັນດາປະເທດຈະເລີນພັດທະນາທີ່ນຳໜ້າໃນຂົງເຂດເຕັກໂນໂລຊີຊີວະພາບ ເພື່ອຈະເປັນເຈົ້າເຕັກໂນໂລຊີຂັ້ນສູງໂດຍໄວ, ປະກອບສ່ວນຊຸກຍູ້ການພັດທະນາ ແລະປະຍຸກໃຊ້ເຕັກໂນໂລຊີຊີວະພາບຂັ້ນສູງ ໃນປະເທດຫວຽດນາມ./.
-------------------
(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 120, 122.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 981 (ເດືອນມັງກອນ 2022)