ວກ. - ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ປະ​ການ, ຄວາ​ມ​ສາ​ມາດ​ຕ້ານ​ທານ​ຂອງວິ​ສາ​ຫ​ະ​ກິດ​ຖືກຫຼຸດ​ລົງ, ຄຽງ​ຄູ່​ກັນ​ກັບ​​ບັນ​ດາ​ມາດ​ຕະ​ການ​​ເພື່ອຮັບ​ປະ​ກັນສະຖຽນ​ລະ​ພາບ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກນັ້ນ, ຈຳເປັນ​ຕ້ອງ​​ນຳ​ໃຊ້​ເງິນ​ທຶນແຕ່​ລະ​ດົ່ງ ​ແຕ່​ລະ​ໂອ​ກາດ​ຢ່າງມີ​ປະສິດທິ​ຜົນ ເພື່ອ​ຟື້ນຕົວ​ຢ່າງ​​ໄວ ​ແລະ ນຳ​​ເສດ​ຖະ​ກິດ​ປະ​ເທດ​ກັບ​ຄືນ​ສູ່​ເສັ້ນທາງ​​ການ​ເຕີບ​ໂຕ, ບໍ່​ອອກ​ຈາກ​ບາດກ້າວ​ການພັດທະນາ​ເສດຖະກິດ​ໂລກ.

ປີ 2021, ພວກ​ເຮົາ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ
​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ສຳຄັນ

ປີ 2021 - ປີ​ທຳ​ອິດ​​ແຫ່ງ​ການປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໃນ​ສະ​ຖາ​ນະ​ການ​ໂລກ​ທີ່​ມີ​ການ​ຜັນ​ແປ​ຢ່າງ​ໄວ​ວາ, ສັບ​ສົນ, ຄາດ​ເດົາ​ຍາກ ​ແລະ ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ແຜ່ລະບາດຂອງ​ໂຄວິດ-19 ທີ່​ມີ​ການ​ກາຍ​ພັນ​ໃໝ່ຫຼາຍ​ສາຍ​ພັນ. ຢູ່​ພາຍ​ໃນ​ປະ​ເທດ, ຄຽງ​ຄູ່​ກັບ​ຄວາມ​ສະ​ດວກ ກໍ່​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ​ແລະ ​ສິ່ງ​ທ້າ​ທາຍຈຳ​ນວນຫຼາຍ ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ ຍ້ອນ​ການ​ແຜ່​ລະ​ບາດຄັ້ງ​ທີ​ສີ່​ຂອງ​ພະຍາດ​ໂຄວິດ-19. ໄວ​ຣັດ​ສາຍ​ພັນ ແດນຕ້າ ທີ່​ມີການ​ແຜ່​ກະຈາຍ​ຢ່າງ​ໄວ​ວາ ແລະ​ອັນ​ຕະ​ລາຍກວ່າ​ເກົ່າ ​ໄດ້ສົ່ງ​ຜົນ​ກະ​ທົບຢ່າງ​ຮ້າຍ​ແຮງຕໍ່​ທຸກດ້ານ​ຂອງ​ຊີ​ວິດ​ເສດ​ຖະ​ກິດ ​ແລະສັງ​ຄົມ​ຂອງ​ປະ​ເທດ.

ໃນ​ສ​ະ​ຖາ​ນະ​ການ​ຄວາມ​ຫຍຸ້ງ​ຍາກ​ທີ່​ເພີ່ມ​ຕື່ມ​ຄວາມ​ຫຍຸ້ງ​ຍາດ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຢ່າງ​ໃກ້​ຊິດ ​ແລະ ທັນ​ການ​ຂອງ​ພັກ, ດ້ວຍ​ການ​ຕິດ​ຕາມກວດ​ກາ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ແຫ່ງ​ຊາດ, ການ​ຊີ້​ນຳ ບໍ​ລິ​ຫານ​ຢ່າງ​ເດັດ​ຂາດ​ຂອງ​ລັດ​ຖະ​ບານ, ນາ​ຍົດ​ລັດ​ຖະ​ມົນ​ຕີ, ບັນ​ດາ​ຂັ້ນ, ຂະ​ແໜງ​ການ, ບັນ​ດາ​ທ້ອງ​ຖິ່ນ, ພ້ອມທັງການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງລະ​ບົບ​ການ​ເມືອງ​ທັງ​ໝົດ​, ຂອງ​ທົ່ວ​ປວງ​ຊົນ, ປະ​ຊາ​ຄົມ​ວິ​ສາ​ຫ​ະ​ກິດ ​ແລະ ການ​ຮ່ວມ​ມື, ​ແບ່ງ​ປັນ​ຂອງ​ເພື່ອນ​ມິດ​ສາ​ກົນ, ດ້ວຍ​ຈິດ​ໃຈ “ຖື​ເອົາ​ສຸ​ຂະ​ພາບ ແລະ ຊີ​ວິດ​ຂອງ​ປະ​ຊາ​ຊົນ​ເປັນ​ອັນ​ດັບ​ໜຶ່ງ”, ມີຫຼາຍ​ມາດ​ຕະ​ການ​ດ້ານ​ບໍ​ລິ​ຫານທີ່ “ບໍ່​ເຄີຍ​ມີ​ມາ​ກ່ອນ” ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ. ​ອົງ​ອາດ​ກ້າ​ແກ່ນປະ​ເຊີນ​ໜ້າ​ກັບ “ຟອງ​ໃຫຍ່​ລົມ​ແຮງ”, ທັງ​ຊາດ​ຄຽງ​ບ່າ​ຄຽງ​ໄຫຼ່ກັນ, ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວກັນ ​ແລະ ເອ​ກະ​ພາບ​ກັນ​ປະ​ຕິ​ບັດ​ດ້ວຍ​ຈິດ​ໃຈ “ຮ້ອງ​ສຽງ​ດຽວ​ທຸກ​ຄົນ​ຕອບ, ຫົວ​ໜ້າ​ວາງ​ແຜນທຸກ​ຄົນ​ສະໜັບ​ສະ​ໜູ​ນ, ຮ່ວມ​ຈິດ​ຮ່ວມ​ໃຈ, ທຸກໆ​ຄົນ​ລ້ວນ​ແຕ່​ເຂົ້າ​ໃຈ​ຢ່າງ​ຕະຫຼອດ ແລະ ເຫັນ​ດີ​ນຳ” ຄື​ຄຳ​ສະຫຼຸບ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງຽນ​ ຝູຈ້ອງ, ພາຍຫຼັງພຽງສາມ​ເດືອນ ຫວຽດ​ນາມ​ໄດ້ຈຳ​ກັດ ຍູ້​​ຖອຍ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​​ໂຄວິດ-19 ໄດ້ໂດຍ​ພື້ນຖານ. ບົນ​ພື້ນ​ຖານ​ດັ່ງ​ກ່າວ​, ລັດ​ຖ​ະ​ບານ​ໄດ້​ປະກາດ​ໃຊ້​ຢ່າງ​ທັນ​ເວ​ລາ ​ມະ​ຕິ​ເລກ​ທີ 128/NQ-CP, ​ລົງ​ວັນ​ທີ 11 ຕຸ​ລາ 2021, ວ່າ​ດ້ວຍການ​ປະກາດໃຊ້​ຂໍ້​ກຳ​ນົດ​ຊົ່ວ​ຄ​າວ “ການປັບຕົວໄດ້ຢ່າງປອດໄພ, ຍື​ດຫຍຸ່ນ ​ແລະ ຄວບຄຸມ​ການ​ແຜ່​ລະບາດຂອງ​ໂຄ​ວິດ​-19 ​ໄດ້ຢ່າງມີປະສິດທິຜົນ”, ສ້າງ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ ​ແລະ ໜ້າປະ​ທັບ​ໃຈ​ ໃນ​ການ​ປ້ອງ​ກັນ​ແລະຄວບ​ຄຸມ​ການ​ແຜ່​ລະບາດຂອງ​ພະຍາດ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ, ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ໜ້າ​ເຄົາລົບ. 

ທ່ານ ຟ້າມ ມິນຈິ໊ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນທີ່ມາຮ່ວມກອງປະຊຸມອອນໄລນ໌ ລັດຖະບານກັບ ວິສາຫະກິດ, ສະມາຄົມທຸລະກິດ ແລະ ບັນດາທ້ອງຖິ່ນ ເພື່ອຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດ, ທຸລະກິດ ໃນສະຖານະການແຜ່ລະບາດຂອງໂຄວິດ-19, ວັນທີ 8 ສິງຫາ 2021 _ພາບ: TTXVN

ໂດຍ​ສະ​ເພາະ, ເສດ​ຖະ​ກິດ​ມະ​ຫາ​ພາກ​ຍັງ​ມີ​ສະຖຽນ​ລະ​ພາບ; ອັດຕາ​ເງີ​ນ​​ເຟີ້ພື້ນຖານໃນ 12 ເດືອນ​ເພີ່ມ​​ຂຶ້ນ 0,81%; ດັດ​ຊະ​ນີ​ລາ​ຄາສິນຄ້າ​ບໍ​ລິ​ໂພກສະ​ເລ່ຍ​ທັງ​ປີ​ເພີ່ມ​ຂຶ້ນ 1,84% ​ເມື່ອ​ທຽບ​ກັບ​ປີ​ກ່ອນໜ້າ ​ເຊິ່ງ​ເປັນ​ການ​ເພີ່ມ​ຂຶ້ນ​ຕ່ຳ​ທີ່​ສຸດ​ທີ່​ນັບ​ແຕ່​ປີ 2016; ບັນ​ດາ​ການດຸ່ນດ່ຽງທີ່ສໍາຄັນ​ໄດ້ຮັບປະກັນ;​ ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ຈາກ​ການ​ເຕີບ​ໂຕ​ທາງ​ລົບ 6,02% ໃນ​ໄຕ​ມາດ​ທີ 3 ຂອງ​ປີ 2021 (ເປັນ​ການ​ຫຼຸດ​ລົງ​ທີ່​ເລິກທີ່​ສຸດ​ນັບ​ແຕ່​ຫວຽດ​ນາມຄຳນວນແລະປະ​ກາດ ຈີ​ດີ​ພີ ລາຍ​ໄຕ​ມາດ​ຈົນ​ເຖິງ​ປະ​ຈຸ​ບັນ) ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ໜ້າ​ປະທັບໃຈ​ໃນ​ໄຕ​ມາດ​ທີ 4, ​ເຮັດ​ໃຫ້ ຈີ​ດີ​ພີ ຂອງປີ 2021 ເພີ່ນ​ຂຶ້ນ​ 2,58%; ມູນ​ຄ່າ​ການ​ສົ່ງ​ອອກ​ແລະນຳ​ເຂົ້າ​ລວມຂອງສິນ​ຄ້າ​ເພີ່ນ​ຂຶ້ນ​ 22,6%, ບັນ​ລຸ​ 668,5 ຕື້​ໂດ​ລ​າ​ສະ​ຫະ​ລັດ - ​ເປັນ​ລະດັບ​ສູງ​ທີ່​ສຸດ​ທີ່​ເຄີຍ​ມີ​ມາ, ນຳ​ຫວຽດນາມ​ເຂົ້າ​ສູ່ 20 ປະ​ເທດ​ອັນ​ດັບ​ໜຶ່ງ​ໃນ​ໂລກ ​ໃນ​ດ້ານ​ການ​ຄ້າ​ສາກົນ; ຕະຫຼ​າດຫຼັກ​ຊັບ​ພັດ​ທະ​ນາ​ຢ່າງ​ໄວ​ວາ, ຂະ​ໜາດການ​ຫັນ​ເປັນທຶນເພີ່ມ​ຂຶ້ນ​ 44,7% ​ເມື່ອ​ທຽບ​ກັບ​ທ້າຍ​ປີ 2020; ການເກີນ​ດຸນການ​ຄ້າ​ປະມານ 4 ຕື້​ໂດ​ລາ​ສະ​ຫະ​ລັດ; ຫ​ວຽດ​ນາມຢືນ​ຢູ່​ໃນ​ກຸ່ມ 10 ຕະຫຼາດ ໂລ​ຈີ​ສ​ຕິກ ທົ່ວ​ໂລກ; ກະ​ສິ​ກຳ​ສືບ​ຕໍ່​ຢືນ​ຢັນ​​ບົດ​ບາດ​ເປັນ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ​ເຖິງຈະ​ມີ​ການ​ແຜ່​ລະບາດ​ຂອງ​ພະ​ບາດ, ​ແຕ່​ບໍ​ລິ​ສັດຂະໜາດ​ໃຫຍ່, ບໍ​ລິ​ສັດຂ້າມ​ຊາດ​ຈຳ​ນວນຫຼາຍ ​ຍັງ​​ໄວ້​ວາງ​ໃຈ​ແລະ​ລົງທຶນ​ໃນຫວຽດ​ນາມ; ລວມຍອດ​ທຶນ​​ຕ່າງ​ປະ​ເທດ​ທີ່ຈົດ​ທະ​ບຽນ​​ໃນ​ຫວຽດ​ນາມ ​ເຖິງ​ວັນ​ທີ 20 ທັນວາ 2021, ລວມ​ທັງ​ທຶນ​ຈົດ​ທະ​ບຽນ​ໃໝ່, ທຶນ​ຈົດ​ທະ​ບຽນ​ທີ່​ປັບປຸງ​ແລ້ວ ແລະມູນ​ຄ່າ​ຫຸ້ນ​ສ່ວນ, ຊື້​ຫຸ້ນ​ສ່ວນ ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ບັນ​ລຸ​ໄດ້ 31,15 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ນ​ຂຶ້ນ​ 9,2% ທີ່​ທຽບ​ກັບ​ປີ 2020; ມີ 985​ຂອງ​ໂຄງ​ການ​ທີ່​ໄດ້ຮັບ​ໃບ​ອະ​ນຸ​ຍາດຈາກ​ປີ​ກ່ອນໆ ​ທີ່​ຈົດ​ທະ​ບຽນ​ເພື່ອປັບ​ເງິນ​ລົງທຶນ​ 9,01 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ນ​ຂຶ້ນ​ 40,5% ​ເມື່ອ​ທຽບ​ກັບ​ປີ​ກ່ອນ; ຫວຽດ​ນາມປະສົບ​ຄວາມ​ສຳ​ເລັດ​​ໃນ​ການດຳ​ເນີນຍຸ​ດ​ທະ​ສາດ​ສັກ​ວັກ​ຊີນ “ໄປຫຼັງ, ​​ແຕ່ເຖິງ​ທີ່​ໝາຍ​ກ່ອນ” ດ້ວຍ​ບັ້ນ​ຮົບ​ສັກ​ວັກຊີ​ນທີ່​ໃຫຍ່​ທີ່​ສຸດ​​ເທົ່າ​ທີ່​ເຄີຍ​ມີ​ມາ. ບັນດາ​ຜົນສຳ​ເລັດ​ຮອບດ້ານ​ທາງ​ເສດຖະກິດ​ແລະສັງຄົມ ​ທີ່​ບັນລຸ​ໄດ້​ໃນ​ປີ 2021 ​ໄດ້​ສ້າງຮາກຖານທີ່​ໝັ້ນຄົງ​ ໃຫ້​ແກ່​ການ​ປະຕິບັດ​ໜ້າ​ທີ່ ​ແລະ ​ເປົ້າໝາຍ​ທີ່​ກຳນົດ​ໄວ້ໃນ​ປີ 2022 ​ແລະ ​ໃນ​ປີ​ຕໍ່ໆ​ໄປ.

ປີ 2022 ສິ່ງ​ທ້າ​ທາຍຫຼາຍ​ກວ່າກາ​ລະ​ໂອ​ກາດ

ປີ 2022 ເປັນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ, ສ້າງ​ພື້​ນ​ຖານ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ​ແລະໜ້າ​ທີ່​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ 2021-2025. ຕາມ​ມະ​ຕິ​ຂອງ​ສະພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ໄດ້​ວາງ​ເປົ້າ​ໝາຍການ​ເຕີບ​ໂຕ​ລະຫວ່າງ 6% ​ເຖິງ 6,5% ​ໃນປີ 2022. ນີ້ແມ່ນສິ່ງທ້າທາຍ​ທີ່ບໍ່​ນ້ອຍ.

ປີ 2022, ຕາມ​ຄາດ​ຄະ​ເນ, ຫວຽດ​ນາມຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ, ສິ່ງ​ທ້າ​ທາຍ​ທັງ​ພາຍນອກແລະ​ພາຍ​ໃນ, ແຕ່ໂດຍພື້ນຖານແລ້ວ, ສິ່ງທ້າທາຍຈະຫຼາຍກວ່າໂອກາດ.

ໃນ​ໂລກ, ການ​ແຜ່ລະ​ບາດຂອງ​ໂຄວິດ-19 ​ຍັງ​ສືບ​ຕໍ່​ຜັນ​ແປ​ຢ່າງ​ສັບ​ສົນ ດ້ວຍ​ການ​ກຳ​ເນີດ​ຂອງ​​ສາຍ​ພັນ​ໃໝ່; ການ​ຟື້ນ​ຕົວ​ຂອງເສດ​ຖະ​ກິດ​ໂລກ​ບໍ່​​ໜັກ​ແໜ້ນ; ຕະຫຼາດ​ການ​ເງິນ, ເງິນ​ຕາ​ໂລກ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບ​ສົນ; ການ​ຂຶ້ນ​ອັດຕາ​ດອກ​ເບ້ຍ​ຄາດ​ວ່າ​ຈະ​ເລັ່ງລັດ​ໃນ​ປະ​ເທດກຳ​ລັງ​ພັດ​ທະ​ນາ​ເມື່ອ​ເສດ​ຖະ​ກິດ​​ຟື້ນຕົວ ແລະເປີດ​ປະ​ຕູ​ຄືນ​ໃໝ່; ການ​ປະ​ທະ​ກັນ, ຄວາມ​ເຄັ່ງ​ຕຶງ​ດ້ານການ​ເມືອງ, ຍຸ​ດ​ທະ​ສາດ​ລະ​ຫວ່າງລັດ​ເຊຍ-ຢູ​ເຄ​ຣນ ກໍ່​​ອາດຈະ ແກ່​ຍາວ ​ເຮັດ​ໃຫ້​ລາ​ຄາ​​ສິນ​ຄ້າໂລກ​ຈະ​ເພີ່ມ​ຂຶ້ນ​ສູງ, ພວງ​ພະ​ນັງການ​ສະ​ໜອງ​ສາ​ກົນ​ຈະ​ຟື້ນຕົວ​ຢ່າງ​ຊັກ​ຊ້າ​ ເຊິ່ງ​ຈະ​ກະ​ທົບ​ຢ່າງ​ແຂງ​ແຮງ​ເຖິງ​ການ​ຄວບ​ຄຸມ​ເງິນ​ເຟີ້​ໃນ​ປະ​ເທດ​ຕ່າງໆ; ການ​ແຂ່ງ​ຂັນ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ ນັບ​ມື້​ນັບ​ເຄັ່ງ​ຮ້ອນ,…

ຢູ່​​ໃນ​ປະ​ເທດ, ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະບາດ​ຂອງ​ໂຄວິດ-19 ຕໍ່​ໄປ ​ໃນຂະ​ນະທີ່ຄວາມ​ສາ​ມາດ​ຕ້ານ​ທານ ແລະ ແຫຼ່ງ​ພະ​ລັງ​ຂອງ​ລັດ, ວິ​ສາ​ຫະ​ກິດ ​ແລະ ປະ​ຊາ​ຊົນ​​ຖືກຫຼຸດ​ລົງ; ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ, ການປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ​ນັບ​ມື້​ນັບ​ໜັກ​ໜ່ວງກວ່າ​ເກົ່າ,…

ຄວາມກົດດັນຂອງອັດຕາເງິນເຟີ້ໃນປີ 2022 ຍັງສືບຕໍ່ເພີ່ມຂຶ້ນ ຍ້ອນລາຄາວັດຖຸ​ດິບແລະນໍ້າມັນເຊື້ອໄຟຂອງໂລກເຊັ່ນ: ນໍ້າ​ມັນ, ທ່ານຫີນ, ຄ່າ​ຂົນ​ສົ່ງ​ສືບ​ຕໍ່​ເພີ່ນ​ຂຶ້ນ​ສູງ, ການປະຕິບັດໂຄງການຟື້ນຟູ ພ້ອມກັບການປັບໂຄງສ້າງ ຂອງທະນາຄານທີ່ອ່ອນແອ ​ເຮັດ​ໃຫ້ການສະໜອງເງິນເພີ່ມຂຶ້ນ, ເຮັດໃຫ້ເກີດຄວາມສ່ຽງຕໍ່ອັດຕາເງິນເຟີ້ ຖ້າບໍ່ມີການແກ້ໄຂ ການຄຸ້ມຄອງທີ່ຍືດຫຍຸ່ນແລະທັນເວລາ... ສິ່ງ​ເຫຼົ່າ​ນີ້ສ້າງຄວາມ​ກົດດັນ​ໃຫ້​ແກ່​ການ​ຮັບ​ປະ​ກັນ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ.

ການ​ແກ້​ໄຂ​ສ້າງ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ
ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ

ຕໍ່​ໜ້າ​​ຄວາມ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍ​ທີ່​ກ່າວ​ມາຂ້າງ​ເທິງ, ລັດຖະບານພ້ອມ​ແລ້ວ​ທີ່​ຈະ​ຕອບ​ໂຕ້​ການ​ຜັນ​ແປ​ຢ່າງ​ມີ​ປະສິດທິ​ຜົນ, ນຳ​ເສດຖະກິດ​​ຜ່ານ​ຜ່າ​​ຄື້ນ​ໃຫຍ່​​ລົມ​ແຮງ ຢ່າງ​ສຳ​ເລັດ​ຜົນ.

ນາຍົກລັດຖະມົນຕີ​ໄດ້​ຊີ້​ນຳ​​ໃຫ້ບັນດາ​ກະຊວງ, ອົງການ ​ແລະ ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ ປະຕິບັດ​ບັນດາ​ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ທີ່​ໄດ້​ວາງ​ອອກ ​ເພື່ອ​ເສີມ​ຂະ​ຫຍາຍປະ​ສິດທິ​ຜົນ​ຂອງ​ໂຄງ​ການ ​ແນ​ໃສ່​ຊ່ວຍ​ເຫຼືອ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ, ນຳ​ເສດຖະກິດ​ກັບຄືນ​ສູ່​ເສັ້ນທາງ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ບໍ່​ພາດ​ຈັງຫວະ​ການ​ພັດທະນາ​ເສດຖະກິດ​ໂລກ; ໃນ​ນັ້ນ, ສຸມໃສ່ 5 ກຸ່ມວຽກງານ ແລະ ວິທີແກ້ໄຂຕົ້ນຕໍ ດັ່ງນີ້:

ທີ​ໜຶ່ງ, ເປີດ​ປະ​ຕູເສດ​ຖະ​ກິດ​ ຕິດ​ພັນ​ກັບ​ການ​ລົງທຶນ​ສ້າງ​ຄວາມ​ສາມາດ​ໃນ​ການ​ຮັກສາ​ສຸຂະພາບ, ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ.

ທີ​ສອງ, ຮັບ​ປະ​ກັນ​ສະ​ຫວັດ​ດິ​ການ​ສັງ​ຄົມ ຊ່ວຍ​ເຫຼືອ​ວຽກ​ເຮັດ​ງານ​ທຳ.

ທີ​ສາມ, ຊ່ວຍ​ເຫຼືອ​ການ​ຟື້ນ​ຟູ​ວິ​ສາ​ຫະ​ກິດ, ສະ​ຫະ​ກອນ ​ແລະ ຄົວ​ເຮືອນ​ທຸ​ລະ​ກິດ.

ທີ​ສີ່, ​ການລົງທຶນ​ພັດ​ທະ​ນາ​ໂຄງສ້າງ​ພື້ນ​ຖານ.

ທີ​ຫ້າ, ປະ​ຕິ​ຮູບ​ລະ​ບຽບ​ກົດ​ໝາຍ, ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ, ທຸ​ລະ​ກິດ. ພ້ອມ​ກັນ​ນັ້ນ, ມະ​ຕິ​ເລກ​ທີ 11/NQ-CP ກໍ່​​ໄດ້ກຳ​ນົດ​​ຢ່າງ​ຈະ​ແຈ້ງ​ ກ່ຽວ​ກັບ​ແຫຼ່ງ​ພະ​ລັງ​ປະ​ຕິ​ບັດ​ໂຄງ​ການ, ກໍ່​ຄື​ມອບ​ໜ້າ​ທີ່ອັນ​ລະອຽດ​​ໃຫ້​ພະ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ​ສູນ​ກາງ, ທ້ອງ​ຖິ່ນ​ຕາມ​ພາ​ລະບົດ​ບາດ, ໜ້າ​ທີ່, ສິດ​ອຳ​ນາດ.

ຕາມນັ້ນ, ກ່ຽວກັບການ​ຍົກ​ເວັ້ນ​ພາ​ສີອາ​ກອນ, ຄ່າ​ທຳ​ນຽມ, ລັດ​ຖະ​ບານ​ຕົກ​ລົງ, ໃນ​ປີ 2022, ບັນ​ດາ​ກຸ່ມ​ສິນ​ຄ້າ, ບໍ​ລິ​ການ​ທີ່​ກຳ​ລັງ​ໝູນ​ໃຊ້​ອັດຕາ​ພາ​ສີມູນ​ຄ່າ​ເພີ່ມ​ 10% ຈະ​ໄດ້ຫຼຸດ​ 2% (​ເປັນ 8%) ສໍາລັບສະຖານປະກອບ​ການ​ທີ່ຄິດໄລ່ພາສີມູນຄ່າເພີ່ມຕາມ​ວິທີ​ການຫັກ ແລະ ຫຼຸດ 20% ຂອງເປີເຊັນເມື່ອອອກໃບແຈ້ງໜີ້ ໃຫ້ກັບ​ສະຖານ​ປະກອບ​ທຸລະ​ກິດ ແລະ ຄົວ​ເຮືອນ​ທຸລະ​ກິດ ທີ່ຄິດໄລ່ພາສີມູນຄ່າເພີ່ມຕາມວິທີເປີເຊັນຕໍ່ການຂາຍ (ຍົກ​ເວັ້ນ​ສິນ​ຄ້າ​ແລະບໍ​ລິ​ການບາງ​ກຸ່ມ ເຊັ່ນ: ໂທ​ລະ​ຄົມ​ມະ​ນາ​ຄົມ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ການເຄື່ອນ​ໄຫວ​ການ​ເງິນ, ທະ​ນາ​ຄານ, ຫຼັກ​ຊັບ, ປະ​ກັນ​ໄພ, ທຸ​ລະ​ກິດອະ​ສັງ​ຫາ​ລິ​ມະ​ຊັບ, ໂລ​ຫະ, ຜະ​ລິດ​ຕະ​ພັນ​ຈາກ​ໂລ​ຫະຫຼໍ່​ສຳ​ເລັດ​ຮູບ, ຜະລິດຕະພັນຂຸດຄົ້ນບໍ່ແຮ່ (ບໍ່ລວມການ​ຂຸດ​ຄົ້ນ​ຖ່ານຫີນ), ຖ່ານ​ໂຄ້ກ, ນໍ້າມັນທີ່​ກັ່ນ​ກອງ, ຜະ​ລິດ​ຕະ​ພັນ​​ເຄ​ມີ, ສິນ​ຄ້າແລະບໍ​ລິ​ການ​ທີ່ຕ້ອງ​ເສຍ​ພາສິສັບພະ​ສາ​ມິດ); ຫຼຸດພາສີຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ 50% ສຳລັບ​ນ້ຳມັນ​​​ເຮືອບິນ; ຫຼຸດຄ່າ​ເຊົ່າທີ່​ດິນ, ຄ່າ​ເຊົ່າພື້ນ​ທີ່​ນ້ຳ 30%​; ຫຼຸດຄ່າຈົດທະບຽນ 50% ເມື່ອຈົດ​ທະບຽນລົດ​ໂອ​ໂຕທີ່ຜະລິດ ຫຼືປະກອບພາຍໃນປະເທດ ຕາມດຳລັດເລກທີ 103/2021/NĐ-CP; ສືບ​ຕໍ່​ກວດ​ຄືນ, ຫຼຸດ​​ຄ່າ​ທຳ​ນຽມ ຄ່າ​ບໍລິການ​ປະ​ເພດ​ຕ່າງໆ ​ເພື່ອ​ຊ່ວຍ​ເຫຼືອ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ຜູ້​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ໂຄວິດ-19; ຂະຫຍາຍ​ກຳນົດ​ເວລາ​ຊຳລະ​ພາສີລາຍ​ໄດ້​ບໍລິສັດ, ພາສີ​ລາຍ​ໄດ້​ບຸກຄົນ, ພາສີ​ມູນ​ຄ່າ​ເພີ່ມ, ພາສີສັບພະ​ສາ​ມິດ ​ແລະ ​ຄ່າ​ເຊົ່າ​ທີ່​ດິນ​ໃນ​ປີ 2022.

ສະໜັບສະໜູນ​ອັດຕາດອກ​ເບ້ຍ 2% ຕໍ່ປີໃນ​ປີ 2022 ແລະປີ 2023 ​ຜ່ານ​ລະ​ບົບ​ທະ​ນາ​ຄາມ​ການ​ຄ້າ ສຳລັບ​ສີນ​ເຊື່ອ​ທຸລະ​ກິດ ​ໃຫ້​ແກ່​ວິ​ສາ​ຫະ​ກິດ ສະ​ຫະ​ອນ ​ແລະ​ຄົວ​ເຮືອນ​ທຸ​ລະ​ກິດ ​ທີ່​ສາ​ມາດຊຳລະ​ຄືນ​ແລະຟື້ນ​ຕົວ​ໄດ້​ໃນ​ອະນາຄົດ ​ໃນ​ບັນ​ດາ​ຂະ​ແໜງ​ການ ຂົງ​ເຂດ​ເຊັ່ນ: ການ​ບິນ, ການຂົນ​ສົ່ງ​ ສາງສິນຄ້າ; ການ​ທ່ອງ​ທ່ຽວ, ການ​ບໍ​ລິ​ການທີ່​ພັກນັກ​ທ່ອງ​ທ່ຽວ, ການກິນ​ດື່ມ, ການສຶກ​ສາແລະຝຶກ​ອົບຮົມ; ກະ​ສິ​ກຳ, ການ​ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ; ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ (​ລວມ​ທັງ​ເຄື່ອງ​ຈັກ, ອຸ​ປະ​ກອນ, ການ​ຢາ, ທາດ​ການ​ຢາ, ວັດ​ຖຸ​ຜະ​ລິດ​ຢາ); ການ​ພິມ​ເຜີຍ​ແຜ່​ຊອບ​ແວ​; ການຂຽນໂປຼແກຼມຄອມພິວເຕີ ແລະ ການເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ; ການ​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ; ເງິນກູ້ສ້ອມແປງອາ​ພາດ​ເມັນ​ເກົ່າ​, ການກໍ່ສ້າງເຮືອນຢູ່ສັງຄົມ, ເຮືອນໃຫ້ຄົນງານຊື້, ເຊົ່າ ແລະ ຈ້າງຊື້.   

ການຄົ້ນ​ຄວ້າ​ເພື່ອ​ຮັກ​ສາ​ອັດ​ຕາ​ສ່ວນ​ສູງ​ສຸດ​ຂອງ​ເງິນ​ທຶນ​ໄລ​ຍະ​ສັ້ນ ສຳລັບ​ເງິນ​ກູ້​ຢືມ​ໄລ​ຍະ​ກາງແລະໄລ​ຍະ​ຍາວ, ການຄິດ​ໄລ່​ອັດ​ຕາ​ສ່ວນສຳຮອງທີ່ຕ້ອງການ​ຢ່າງ​ເໝາະ​ສົມ, ​ດໍາ​ເນີນ​ການ​ຕະ​ຫຼາດ​ເປີດ​, ຈັດຈ່າຍ​ທຶນ​ຄືນ​ໃໝ່, ຊີ້​ນຳບັນດາສະ​ຖາ​ບັນ​ສິນ​ເຊື່ອ​ໃຫ້​ສືບ​ຕໍ່​ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປະ​ຕິ​ບັດ ​ເພື່ອ​ພະ​ຍາ​ຍາມ​ຫຼຸດ​​ອັດ​ຕາ​ດອກ​ເບ້ຍ​ເງິນ​ກູ້​​ປະ​ມານ 0,5% ​ເຖິງ 1% ໃນ​ປີ 2022​ ແລະປີ 2023, ໂດຍສະເພາະສໍາລັບຂະ​ແໜງ​ການທີ່​ບຸລິມະສິດ.

ສືບຕໍ່ການ​ປັບໂຄງສ້າງໄລຍະການຊໍາລະຄືນ, ການຍົກເວັ້ນ ຫຼຸດຜ່ອນ​ດອກ​ເບ້ຍ​​ເງິນກູ້​ ແລະ ຮັກສາກຸ່ມໜີ້​ເດິ​ມ​ໄວ້ສຳລັບລູກຄ້າທີ່ໄດ້ຮັບຜົນກະທົບຈາກການ​ແຜ່​ລະບາດ​ຂອງ​ໂຄວິດ-19, ຕິດ​ຕາມ​ການ​ຜັນ​ແປ​ຂອງ​ເສດ​ຖະ​ກິດ​ແລະຕະຫຼາດ​ເງິນ​ຕາ​ ເພື່ອ​ມີ​ມາດ​ຕະ​ການ​ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ ​ແລະ ປະ​ຊາ​ຊົນ​ໃຫ້​ເໝາະ​ສົມ, ພ້ອມ​ທັງຮັບປະກັນ​ການດຳ​ເນີນ​ງານທີ່ປອດໄພຂອງລະບົບສະຖາບັນສິນເຊື່ອ; ສືບ​ຕໍ່​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ເພື່ອຫຼຸດ​ຄ່າ​ໄຟ​ຟ້າ, ຄ່າ​ນ້ຳ​ປະ​ປາ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ; ສືບຕໍ່ປະຕິບັດນະໂຍບາຍສິນ​ເຊື່ອ​ບຸລິມະສິດ ເພື່ອສະໜັບສະໜູນກຸ່ມຄົນດ້ອຍໂອກາດ…

ປະຕິບັດບັນ​ດາ​ເຄື່ອງ​ມື​ນະ​ໂຍ​ບາຍ​ການເງິນ​ຢ່າງ​ຄົບ​ຊຸດ​ແລະໄຫວ​ພິບ​, ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ນະ​ໂຍ​ບາຍງົບປະມານ ແລະ ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ ​ເພື່ອ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ຂະ​ບວນການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ແຕ່ບໍ່​ອັດຕະວິ​ໄສ​ກັບ​ຄວາມ​ສ່ຽງດ້ານ​ເງິນ​ເຟີ້, ຮັກ​ສາສະຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ ​ແລະ ຄວາມ​ປອດ​ໄພ​ຂອງລະ​ບົບ​ສະ​ຖາ​ບັນ​ສິນ​ເຊື່ອ.

ຕິດຕາມຕົວຊີ້ວັດມະຫາພາກຢ່າງໃກ້ຊິດ​ ​ເພື່ອ​ດຳ​ເນີນ​ການ​ແກ້​ໄຂ​ຢ່າງ​ທັນ​ການ ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ການດຸ່ນດ່ຽງທີ່ສຳຄັນ, ໃນນັ້ນ ເອົາໃຈໃສ່ເປັນພິເສດຕໍ່ຕົວ​ຊີ້​ວັດໄພເງິນເຟີ້ ແລະ ໜີ້ເສຍ; ສູ້​ຊົນ​ເພີ່ມ​ລາຍ​ຮັບ, ປະ​ຢັດ​ລາຍ​ຈ່າຍ, ຫຼຸດຜ່ອນ​ລາຍ​ຈ່າຍ​ເກີນ​ຄາດ​ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້​ໃນ​ແຜນ​ການການ​ເງິນ​ແຫ່ງ​ຊາດ​ ແລະ ການກູ້​ຢືມ, ການຊໍາລະໜີ້ສາທາລະນະ 5 ປີ ໄລ​ຍະ 2021-2025; ໃນກໍລະນີທີ່ມີການປ່ຽນແປງ, ມີຄວາມສ່ຽງອັນໃຫຍ່ຫຼວງ, ໃຫ້ຮີບລາຍງານ​ໄປ​ໃຫ້​ໜ່ວຍ​ງານ​ທີ່​ມີອຳນາດ ​ເພື່ອພິຈາລະນາແລະຕັດສິນຕົກລົງ. ປັບໃຊ້ມາດຕະການ​ເງິນຕາ​ເພື່ອ​ສະໜັບສະ​ໜູນໂຄງການ ກັບແຜນການທົ່ວໄປຂອງການປັບໂຄງສ້າງບັນດາ​ທະນາຄານ​ທີ່​ມີ​ການ​ຄວບຄຸມພິເສດ.

ສຸມ​​ເງິນທຶນ​ໃຫ້​​ບັນດາ​ໂຄງການ​ທີ່​ສຳຄັນ​ແລະຮີບ​ດ່ວນ ​ທີ່​ມີ​ຜົນ​ກະທົບ​ແຜ່​ກະຈາຍ​ກວ້າງ, ​ສາມາດ​ເບີກ​ຈ່າຍ​ໄດ້​ຢ່າງ​ວ່ອງ​ໄວ ​ແລະ ດູດ​ຊຶມ​ເຂົ້າ​ໃນ​ເສດຖະກິດ​ໄດ້​ທັນ​ທີ, ສອດຄ່ອງກັບແຜນການ, ນຳໃຊ້ທຶນຢ່າງມີປະສິດທິຜົນ, ຮັບປະກັນຄວາມສາມາດ​ໃນ​ການດຸນ​ເງິນ​ທຶນ ເພື່ອປະຕິບັດໂຄງການໃຫ້​ສຳ​ເລັດ​​ໃນ​ໄລຍະ 2022-2025; ບຸລິມະສິດ​ການສະໜັບສະໜູນ ການປົດ​ປ່ອຍ​ພື້ນທີ່ສຳລັບໂຄງການໃໝ່ຈຳນວນໜຶ່ງ ທີ່​ມີ​ຄວາມ​ໝາຍອັນໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ.

ສູ້​ຊົນ​ກໍ່ສ້າງ​ໃຫ້ສໍາເລັດໃນໄວໆນີ້ ເສັ້ນທາງ​ດ່ວນ​ເໜືອ-​ໃຕ້​ຕາມ​ທາງ​ຕາ​ເວັນ​ອອກ​, ບັນດາ​ເສັ້ນທາງ​ເຊື່ອມ​ຕໍ່​ເຂດ​ພູດ​ອຍ​ພາກ​ເໜືອ, ​ເຂດ​ພູ​ສູງ​ພາກ​ກາງ​ກັບ​ພາກ​ກາງ, ບັນດາ​ເສັ້ນທາງ​ດ່ວນ​​ທາງຕາ​ເວັນ​ອອກຂອງ​ພາກ​ໃຕ້, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ; ໂຄງສ້າງ​ພື້ນຖານການ​ຂົນ​ສົ່ງ​ທີ່ເຊື່ອມ​ຕໍ່​ພາກ​ພື້ນ, ທ່າ​ເຮືອ​ທະ​ເລ, ດ່ານ​ຊາຍ​ແດນ, ເຂດ​​ແລະ​ກຸ່ມອຸດ​ສາ​ຫະ​ກຳ; ໂຄງສ້າງ​ພື້ນຖານ​ດິຈີ​ຕອນ, ການຫັນ​ປ່ຽນ​ດິ​ຈີຕອນ; ໂຄງສ້າງ​ພື້ນຖານ; ການ​ແຮງ​ງານ ​ແລະ ວຽກ​ເຮັດ​ງານ​ທຳ; ປ້ອງ​ກັນ​ແລະ​ຕ້ານ​ການ​ເຊາະ​ເຈື່ອນ​ຂອງ​ຝັ່ງແມ່​ນ້ຳ​ແລະ​ຊາຍ​ຝັ່ງ​ທະ​ເລ, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອ່າງ​ເກັບ​ນ້ຳ, ການປັບ​ຕົວ​ໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ;…

ເບິ່ງ​ລວມ​ແລ້ວ, ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ ໜ້າ​ທີ່​ປີ 2022 ແລະ ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ​ໄດ້ລະບຸ​ໄວ້​ຢ່າງ​ຊັດ​ເຈນ​ໂດຍ​ລັດ​ຖະ​ບານ​ໃນ​ມະ​ຕິ​ເລກ​ທີ 01/NQ-CP ກ່ຽວ​ກັບ​ໜ້າ​ທີ່​ແລະມາດ​ຕະ​ການ​ຕົ້ນ​ຕໍ່ ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ເສດຖະກິດ-ສັງຄົມ ​ແລະ ຄາດ​ຄະ​ເນ​ງົບປະມານ​ແຫ່ງ​ລັດ​ໃນ​ປີ 2022 ແລະ ມະ​ຕິເລກ​ທີ 11/NQ-CP ກ່ຽ​ວ​ກັບ​ໂຄງ​ການ​ຟື້ນ​ຟູແລະພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມ ແລະ ການຜັນ​ຂະ​ຫຍາຍ​ປະຕິບັດມະ​ຕິ​ເລກ​ທີ 43/2022/NQ-QH15 ຂອງ​ສະ​ພາ​ແຫ່ງ​ຊາດ.

ລັດ​ຖະ​ບານ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີປວງ​ຊົນ​ທັງ​ຊາດ, ຍົກ​ສູງ​ຈິດ​ໃຈອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ອີງ​ໃສ່​ກຳ​ລັງ​ແຮງ​ພາຍ​ໃນ​ເປັນ​ຕົ້ນ​ຕໍ່, ກໍາລັງ​ພາຍ​ນອກ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ແລະສຳຄັນ​ທີ່​ຈະ​ນຳ​ເສດຖະກິດ​​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​​ໂດຍ​ໄວ, ບໍ່ພາດຈັງຫວະ​ຂະ​ບວນ​ການ​ຟື້​ນ​ຟູ​ເສດ​ຖະ​ກິດ​ທົ່ວ​ໂລກ, ພ້ອມ​ທັງ​ສ້າງ​ພື້ນ​ຖານແລະເງື່ອນ​ໄຂ​ສະ​ດວກ ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​​ໄລ​ຍະ 2021-2025 ແລະບັນ​ດາ​ປີ​ຕໍ່​ໄປ, ຍົກ​ສູງ​ປະ​ສິດ​ທິ​ຜົນ, ປະ​ສິດ​ຕະ​ພາບ​ແຮງ​ງານ, ຄວາມ​ສາ​ມາດ​ແຂ່ງ​ຂັນ, ຄວາມ​ສາ​ມາດ​ພາຍ​ໃນແລະລັກ​ສະ​ນະ​ເປັນ​ເຈົ້າ​ດ້​ວຍ​ຕົນ​ເອງ​ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ.

ລັດ​ຖະ​ບານ​ສືບ​ຕໍ່​ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ອັດ​ຕະ​ພາບ​ໃນ​ຕະຫຼາດ, ໄປ​ຄຽງ​ຄູ່​​ກັບ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ລັດ​ຖະ​ບານ​ໄດ້​ກຳ​ນົດ​ວ່າ ຄວາມ​ຫຍຸ້ງ​ຍາກ​ແລະ​ອຸປະສັກ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ກໍ່​​ເປັນ​ຄວາມ​ຫຍຸ້ງ​ຍາກ​ແລະ​ອຸປະສັກ​ຂອງ​ລັດ​ຖະ​ບານ, ແມ່ນ​ໜ້າ​ທີ່ ທີ່​ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ​ຕ້ອງ​ສຸມ​ໃສ່​ແກ້​ໄຂ. ລັດ​ຖະ​ບານ​ຖື​ເອົາ​ຜົນ​ສຳ​ເລັດ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ ແມ່ນ​ຜົນ​ສຳ​ເລັດ​ຂອງ​ລັດ​ຖະ​ບານ. ​ແຕ່​ລະ​ດົ່ງພາ​ສີ​ຂອງ​ປະ​ຊາ​ຊົນ ຈະ​ຕ້ອງ​ນຳ​ໄປ​ໃຫ້​ຖືກທີ່ຢູ່, ​ໃນ​ເວ​ລາທີ່​ເໝາະ​ສົມ ​ແລະ ​ໃຊ້ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ເພື່ອ​​ໃຫ້ປະ​ຊາ​ຊົນ​ແຕ່​ລະ​ຄົນ, ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ​ ສາມາດ​ໄດ້​ຮັບ​ຜົນປະ​ໂຫຍ​ດ​ທີ່​ຕົນ​ເອງ​ເປັນ​ຜູ້​ສ້າງ. ລັດ​ຖະ​ບານ​ພ້ອມ​ກັບ​ບັນ​ດາ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຈະ​ມີ​ການ​ພົບ​ປະ, ເກັບກຳ​ຄວາມມຸ່ງ​ມາດ​ປາ​ຖະ​ໜາ​ຂອງວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ; ສືບ​ຕໍ່​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ປະ​ຕິ​ຮູບ​ລະ​ບຽບ​ຂັ້ນ​ຕອນ​ບໍ​ລິ​ຫານ, ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ, ທຸ​ລະ​ກິດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ ໃຫ້​ແກ່​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຟື້ນ​ຟູ ແລະ ພັດ​ທະ​ນາ ກໍ່​ຄື​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ.

ບົນ​ພື້ນ​ຖານ​ການ​ຊີ້​ນຳ​ຂອງ​ສູນ​ກາງ, ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ, ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຕ້ອງ​ການກໍ່​ສ້າງ, ປະ​ກາດ​ໃຊ້​​ໂຄງການ, ແຜນ​ການ​ອັນ​ລະ​ອຽດ​​ໂດຍ​ໄວ​ ເພື່ອ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໃຫ້​ທັນ​ເວ​ລາ, ມີ​ປະ​ສິດ​ທິ​ຜົນ, ເປີດ​ເຜີຍ, ​ໂປ່​ງ​ໃສ, ຖື​ກ​ຕ້ອງ​ຕາມ​ກົດ​ໝາຍ. ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ການ​ຈັດ​ຕັ້ງ​​​ປະ​ຕິ​ບັດມະຕິ​ຕົກລົງ​ຕ່າງໆ​ໃນ​ຊຸມ​ປີ​ຜ່ານ​ມາ​ຍັງ​ເປັນ​ຂັ້ນ​ຕອນ​ທີ່​ອ່ອນ​ແອ​. ດັ່ງ​ນັ້ນ, ໃນ​ເວ​ລາ​ຕໍ່​ໄປ​ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຕ້ອງ​ການ​ເສີມ​ຂະ​ຫຍາຍ​ສູງ​ສຸດ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ລົງ​ມືປະຕິບັ​ດ​ແຕ່​ຫົວ​ທີ, ແຕ່​ທາງ​ໄກ; ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​​ເປັນ​ຢ່າງ​ດີ​, ມີ​ແຜນການ​ຮັບ​ມື​ກັບ​ການ​​ປ່ຽນ​ແປງ​ຕ່າງໆທີ່​ອາດຈະ​ເກີດ​ຂຶ້ນ; ປະຕິບັດ​ໜ້າ​ທີ່​ແລະ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ​ທີ່​ສຸດ; ປະສານ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງຢ່າງ​ກົມກຽວ​ ເພື່ອ​ກວດ​ຫາ​ບັນຫາ​ແລະອຸປະສັກ​ກ່ອນ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ​ຕາມອຳນາດ​ ​ຫຼື​ລາຍ​ງານ​​ແລະສະ​ເໜີ​ວິທີ​ແກ້​ໄຂ​ທີ່​ສົມ​ເຫດ​ສົມ​ຜົນ ​ຕໍ່​ໜ່ວຍ​ງານ​ທີ່​ມີ​ອຳນາດ​ພິຈາລະນາ ແລະ ​ແກ້​ໄຂ​ຕາມ​ລະບຽບ​ການ.  

ໃນ​ຂະ​ບວນ​​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ້ອງ​​ເສີມ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ​ ຈິດ​ໃຈ​ສາ​ມັກ​ຄີ, ການລວມສູນ​ປະ​ຊາ​ທິ​ປະ​ໄຕ, ໝູ່​ຄະນະນໍາພາ, ບຸກຄົນຮັບຜິດຊອບ. ຄວາມຫຍຸ້ງຍາກ, ສິ່ງທ້າທາຍຍິ່ງຫຼາຍ ກໍ່​ຍິ່ງ​ຕ້ອງ​ສາມັກຄີ​ແລະເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ວິເຄາະສະຖານະການຢ່າງຮອບ​ຄອບ, ປຶກ​ສາ​ຫາ​ລື​ຢ່າງ​ເຖິງ​ກົກ​ເຖິງ​ປາຍ, ທາບ​ທາມ​ຄວາມ​ຄິດ​ເຫັນ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ, ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ, ຜູ້​ທີ່​​ໄດ້​ຮັບ​ຜົນ​ກະ​ທົບ, ເພື່ອການ​ຕັດ​ສິນ​ໃຈ​ທີ່​ຖືກ​ຕ້ອງ​, ຊັດ​ເຈັນ, ທັນ​ເວ​ລາ, ຈັດ​ຕັ້ງ​ປະ​ຕິ​ບັດຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປີດ​ເຜີຍ, ​ໂປ່​ງ​ໃສ, ຖືກ​ຕ້ອງ​ຕາມກົດ​ໝາຍ ຕາມ​ທິດ​ນຳ​ຖື​ເອົາ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ, ຂອງ​ປະ​ຊາ​ຊົນ, ຂອງ​ລວມ​ໝູ່​ສູງ​ສຸດ, ​ເປັນ​ອັນ​ດັບ​ໜຶ່ງ.

ສິ່ງ​ສຳ​ຄັນໜຶ່ງ​ທີ່​ຕ້ອງ​ເນັ້ນ​ໜັກ​ແມ່ນ ​ລັດ​ຖະ​ບານ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ແບ່ງ​ຂັ້ນ, ແບ່ງ​ອຳ​ນາດ ​ສ້າງ​ເງື່ອນ​ໄຂສູງ​ສຸດ​ໃຫ້​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ​ປະ​ຕິ​ບັດໜ້າ​ທີ່​ແລະ​ພາລະກິດ​ທີ່​ໄດ້ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ຕອບ​ສະ​ໜອງ​ຄວາມ​​ໄວ້​ວາງ​ໃຈ​ຂອງ​ພັກ ​ແລະ ປະ​ຊາ​ຊົນຕາມ​ທີ່​ໄດ້​ຮັບ​ມອບ​ໝາຍ. ການແບ່ງຂັ້ນຄຸ້ມຄອງ ແລະ ການກະຈາຍອຳນາດ ບໍ່ສາມາດແຍກອອກຈາກການກວດສອບ ແລະການກວດກາໄດ້. ພຶດຕິ​ກຳ​ຕົວ​ຈິງ​​ໃຫ້​ເຫັນ​ວ່າ, ຍິ່ງມີ​ການ​ແບ່ງ​ຂັ້ນ​ແລະ​ການ​ກະຈາຍ​ອຳ​ນາດຫຼາຍ​ເທົ່າ​ໃດ, ຍິ່ງ​ຕ້ອງ​ເພີ່​ມທະ​ວີການກວດ​ສອບ ແລະ​ກວດກາ​ ເພື່ອ​ປ້ອງ​ກັນ​ການ​ສວຍ​ໃຊ້​ວຽກ​ງານສ່ວນ​ລວມ, ​ກິດ​ຈະ​ການ​ສາ​ທາ​ລະ​ນະ ​ເພື່ອ​ສະ​ແຫວ​ງຫາຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທີ່​ຜິດ​ກົດ​ໝາຍ. ລັດ​ຖະ​ບານ​​ເດັດດ່ຽວ​ຂະ​ຈັດ​ສະ​ພາບ​ການ “ເປັນ​ພຶງ​ເປັນ​ພວກ”, “ແນວຫຼັງ”, “ຜົນ​ປະ​ໂຫຍດ​ກຸ່ມ​ກ້ອນ”; ສືບ​ຕໍ່​ຍູ້​ແຮງວຽກ​ງານ​ປ້ອງ​ກັນ​ແລະຕ້ານ​ການສໍ້​ລາດ​ບັງຫຼວງ, ຄວາມ​ຫຍໍ້​ທໍ້, ຈັດການແກ້​ໄຂ​​ການ​ກະ​ທຳ​ທີ່​ລະ​ເມີດ​ກົດ​ໝາຍ​ຢ່າງ​ເຂັ້ນ​ງວດ,…

ດ້ວຍ​ເຫດນັ້ນ, ໃນ​ມະ​ຕິ​ເລກ​ທີ 11/NQ-CP, ລັດ​ຖະ​ບານ​ສະ​ເໜີ​ໃຫ້​ຄະ​ນະ​ກຳ​ມະ​ການ​​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ຊົນ​ເຜົ່​າ ແລະ ບັນ​ດາ​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ, ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ, ໃນ​ຂອບ​ເຂດ​ໜ້າ​ທີ່ ​ແລະ ສິດ​ອຳ​ນາດ​ຂອງ​ຕົນ​, ກວດ​ກາ​ຕິດ​ຕາມ​ການ​ປະ​ຕິ​ບັດ​ມະ​ຕິ; ຄະ​ນະ​ກຳ​ມະ​ການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ສະ​ຫະ​ພັນ​ການ​ຄ້າແລະອຸດ​ສາ​ຫະ​ກຳຫວຽດ​ນາມ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານຫວຽດ​ນາມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ-ສັງ​ຄົມ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ-ອາ​ຊີບ ​ເພີ່ມ​ທະ​ວີ​ການກວດ​ກາ​ຕິດ​ຕາມ, ປະ​ສານ​ສົມ​ທົບ​ເລັ່ງ​ລັດ, ກວດ​ກາ, ຕີ​ລາ​ຄາ​ ການ​ປະ​ຕິ​ບັດ​ໂຄງ​ການ; ອົງການ​ກວດ​ສອບ​ແຫ່ງ​ລັດ​ ຕ້ອງ​ຈັດ​ຕັ້ງ​ການ​ກວດກາ​ປະຈຳ​ປີ​ ຕໍ່​ການຈັດ​ຕັ້ງ ​ແລະການ​ປະຕິບັດ​ໂຄງການ, ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​​ໄດ້​ໄວ, ມີປະ​ສິດ​ທິ​ຜົນ, ເປີດ​ເຜີຍ, ​ໂປ່​ງ​ໃສ, ຕ້ານ​ຄວາມ​ຫຍໍ້​ທໍ້, ຜົນ​ປະ​ໂຫຍດ​ໝູ່​ພວກ, ລາຍ​ງານ​ຕໍ່​ສາ​ພາ​ແຫ່ງ​ຊາດ​​ໃນກອງ​ປະ​ຊຸມ​ທ້າຍປີ ຂອງ​ປີ 2022, ປີ 2023 ແລະ ກອງ​ປະ​ຊຸມ​ກາງ​ປີ 2024;…

ລັດ​ຖະ​ບານ​ຫວັງວ່າ, ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ສືບ​ຕໍ່​ແບ່ງ​ປັນ, ສະ​ໜັບ​ສະ​ໜູນ, ເພື່ອ​ປະ​ຕິ​ບັດ​​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມ ຢ່າງ​ດີ. ກ່ອນ​ອື່ນ​ໝົດ​ແມ່ນ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເພື່ອ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ “​ສັກ​ຢາ​ປ້ອງ​ກັນ​​ໃນລະດູ​ໃບ​ໄມ້​ປົ່ງ” ​ໂດຍ​ໄວ ​ແລະ ປະສົບ​ຜົນສຳ​ເລັດ, ເພຶ່ອ​ເຮັດ​ໃຫ້ “​ໂລ້​ປ້ອງ​ກັນ​ການແຜ່ລະບາດຂອງໂຄວິດ-19” ​ແຂງ​ແກ່ນ​ແລະໝັ້ນ​ຄົງຍິ່ງ​ຂຶ້ນ. ຍູ້​ແຮງການຄົ້ນຄວ້າ ແລະຜະລິດຢາປົວພະຍາດໂຄວິດ-19. ຈັດຕັ້ງປະຕິບັດການຈັດຊື້ ແລະ ຈັດຕັ້ງການ​ສັກວັກ​ຊີ​ນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ເດັກນ້ອຍອາຍຸ 5 ປີຫາ 12 ປີ,… ເພື່ອ​ເສີມ​ສ້າງລະບົບພູມ​ຕ້ານ​ທານ​ຂອງ​ຊຸມ​ຊົນ, ສ້າງຮາກ​ຖານ​ແລະ​ພື້ນ​ຖານໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ປະ​ເທດ.

ຫວ່າງ​ມໍ່ໆ​ນີ້, ໃນ​ບັນ​ດາ​ພາ​ຫະ​ນະສື່​ມວນ​ຊົນ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ຜູ້ຊ່ຽວ​ຊານດ້ານເສດ​ຖະ​ກິດທັງ​ໃນ​ປະ​ເທດ​ແລະຕ່າງ​ປະ​ເທດ ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແຂງ​ແຮງ ​ໃນ​ຂະ​ບວນການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ທະ​ກິດ-ສັງ​ຄົມຂອງປະ​ເທດ​ໃນອະນາ​ຄົດ​ອັນ​ໃກ້​ນີ້. ຢ່າງ​ໃດ​ກໍ່ຕາມ, ຄວາມ​ເຊື່ອ​ໝັ້ນ​ແລະຄວາມຫວັງ​ອັນ​ຊອບທໍານັ້ນຈະ​ເກີດ​ຂຶ້ນ​ໄດ້​ກໍ່​ຕໍ່​ເມື່ອທຸກຄົນ​ເຫັນ​ດີ​ເຫັນ​ພ້ອມ ແລະ ຕົກລົງເຂົ້າຮ່ວມຢ່າງ​ຂະຫຍັນ​ຂັນ​ແຂງ​. ​ການຕັດສິນນະ​ໂຍບາຍ​ຂອງ​ຄະນະ​ກຳມະການ​ສູນ​ກາງ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ​ແມ່ນ​ເງື່ອນ​ໄຂ​ສຳຄັນ​ທີ່​ສຸດ. ເງື່ອນ​ໄຂ​ທີ່​ພຽງພໍ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ນຳ​ເອົາ​ບັນດາ​ນະ​ໂຍບາຍ ​ແລະ ການ​ຕັດສິນ​ໃຈ​​ເຂົ້າ​ສູ່​ຊີວິດ./.

-----------------------

  • ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ​ສະບັບ​ທີ 988 (​ເດືອນ​ເມ​ສາ 2022)