ວກ. - ການພັດທະນາ​ເສດຖະກິດ​ລວມໝູ່​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສອດ​ຫ້ອຍຕະຫຼອດ​ ຂອງ​ພັກ​ແລະ​ລັດ​ຫວຽດນາມ. ການພັດທະນາ​ເສດຖະກິດ​ລວມໝູ່ ​ແລະ ​ເສດຖະກິດ​ສະຫະ​ກອນ ດ້ວຍ​ຫຼາຍຮູບ​ການຈັດ​ຕັ້ງ​ທີ່​ອຸດົມສົມບູນ, ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ, ນັບ​ມື້​ນັບພັດທະນາ​ທາງ​ດ້ານ​ປະລິມານ​ແລະ​ຂະໜາດ, ​ໄດ້​ປະກອບສ່ວນທີ່​ສຳຄັນ​ ເຂົ້າ​ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາປະ​ເທດ​ແບບ​ຍືນ​ຍົງ.

ສະຫາຍ ຫງວຽນ ຊວັນຝຸກ, ປະທານປະເທດ ຢ້ຽມຢາມຮູບແບບສະຫະກອນບໍລິການ ໝີດົງ 2, ເມືອງທ້າບເມື່ອຍ, ແຂວງດົ່ງທ້າບ _ພາບ: TTXVN

ບັນດາ​ແຜນ​ນະ​ໂຍບາຍ​ແລະ​ທິດ​ທາງທີ່​ສຳຄັນ​ ຂອງ​ພັກ​ກອມ​ມູນິດຫວຽດນາມ
ກ່ຽວກັບການພັດທະນາ​ເສດຖະກິດ​ລວມໝູ່ ​ແລະ ​ເສດຖະກິດ​ສະຫະ​ກອນ

​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີມ ພັດທະນາ​ປີ 2011) ​ໄດ້​ຢືນຢັນ: “ເສດຖະກິດ​ລວມໝູ່​ໄດ້​ຮັບ​ການ​ປັບປຸງ​ແລະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເສດຖະກິດ​ຂອງ​ລັດພ້ອມ​ກັບເສດຖະກິດ​ລວມໝູ່ນັບ​ມື້​ນັບ​ກາຍ​ເປັນຮາກຖານ​ທີ່​ໝັ້ນຄົງ​ຂອງລະບົບ​ເສດຖະກິດ​ແຫ່ງ​ຊາດ”. ມະຕິ​ເລກທີ 13-NQ/TW, ລົງ​ວັນ​ທີ 18 ມີນາ 2002, ຂອງກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ​ຫ້າ​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 9, ວ່າ​ດ້ວຍ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​, ພັດທະນາ ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງເສດຖະກິດ​ລວມໝູ່ ​ເຊິ່ງ​ໄດ້​ຫັນ​ໂຄງການ​ການ​ເມືອງ​ເປັນອັນ​ລະອຽດ, ​ໂດຍ​ໄດ້​ວາງ​ແຜນ​ນະ​ໂຍບາຍ​ ແລະ​ນະ​ໂຍບາຍ​ທີ່​ຮອດ​ດ້ານ​ພໍ​ສົມຄວນ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ລວມໝູ່, ​ໃນ​ນັ້ນ​ມີ​ບັນດາ​ທັດສະນະ, ​ເປົ້າ​ໝາຍ, ໜ້າ​ທີ່, ວິທີ​ການ​ແກ້​ໄຂ​ເຖິງ​ປີ 2010 ​ເພື່ອ​ນຳເສດຖະກິດ​ລວມໝູ່ພົ້ນ​ອອກ​ຈາກສະພາບ​ອ່ອນ​ແອ, ສູ້​ຊົນ​​ເພື່ອບັນລຸ​ລະດັບ​ການ​ເຕີບ​ໂຕ​ສູງກວ່າ​ເກົ່າ ​ແລະ ປະກອບສ່ວນທີ່ຫຼາຍຂຶ້ນ​ໃນ ຈີ​ດີ​ພີ ຂອງເສດຖະກິດ. ມະຕິ​ຊີ້​ແຈງ​ວ່າ: ເສດຖະກິດ​ລວມໝູ່ດ້ວຍ​ຫຼາຍ​ຮູບ​ການ​ຮ່ວມ​ມື​ທີ່​ຫຼາຍ​ຮູບ​ຫຼາຍ​​ແບບ ​ເຊິ່ງ​ແກນຫຼັກ​ຄື​ສະຫະກອນ, ອີງ​ໃສ່ກຳ​ມະ​ສິດ​ຂອງ​ສະມາຊິກ ​ແລະ ກຳ​ມະ​ສິດລວມໝູ່, ​ເຊື່ອມ​ໂຍງ​ຢ່າງ​ກວ້າງຂວາງ​ລະຫວ່າງ​ຄົນ​ງານ, ຄົວ​ເຮືອນ​ການ​ຜະລິດ​ແລະທຸລະ​ກິດ, ບັນດາວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະກາງ​ ຂອງ​ບັນດາ​ພາກສ່ວນ​ເສດຖະກິດ ​ໂດຍ​ບໍ່ຈຳກັດ​ຂະໜາດ ຂົງ​ເຂດ ​ແລະ ພື້ນ​ທີ່; ແຈກຢາຍຜົນ​ຜະລິດຕາມແຮງງານ, ຕາມທຶນ ​ແລະ ລະດັບ​ການ​ເຂົ້າ​ຮ່ວມ​ບໍລິການ; ດຳ​ເນີນງານ​ບົນຫຼັກການຂອງ​ຄວາມ​ສະໝັກ​ໃຈ, ຄວາມສະ​ເໝີ​ພາບ ​ແລະ ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ ການ​ຄຸ້ມ​ຄອງຕາມ​ລະບອບ​ປະຊາທິປະ​ໄຕ, ​ເອກະລາດ ​ແລະ ຄວາມຮັບຜິດຊອບ​ດ້ວຍ​ຕົນ​ເອງ. ເສດຖະກິດ​ລວມໝູ່ຖື​ເອົາ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ເປັນ​ຕົ້ນຕໍ, ລວມມີ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ສະມາຊິກ ​ແລະ​ຜົນ​ປະ​ໂຫຍ​ດລວມໝູ່, ພ້ອມ​ກັນ​ນັ້ນ​ ກໍ​ໃຫ້​ຄວາມ​ສຳຄັນ​ກັບ​ຜົນ​ປະ​ໂຫຍ​ດສັງຄົມ​ຂອງ​ສະມາ​ຂິກ, ປະກອບສ່ວນລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມ​ຫຍຸ້ງຍາກ, ກ້າວ​ສູ່​ການ​ສ້າງ​ຮັ່ງ​ຄູນ​ມີ​ ໃຫ້​ບັນດາ​ສະມາຊິກ ​ແລະ ການພັດທະນາ​ຊຸມ​ຊົນ. ສືບ​ຕໍ່​ພັດທະນາເສດຖະກິດ​ລວມໝູ່​ໃນ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ, ພື້ນ​ທີ່, ​​ໃນ​ນັ້ນ​ ຈຸດ​ສຸມ​ແມ່ນ​ຢູ່​ຂົງເຂດກະສິກຳ, ​ຊົນນະບົດ.     

ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດທີ 9 ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ການພັດທະນາ​ເສດຖະກິ​ດ-ສັງຄົມ 5 ປີ 2006-2010 ​ໄດ້​ຊີ້​ແຈງ​ວ່າ: “ສືບຕໍ່ປ່ຽນ​ແປງ​ໃໝ່ນະ​ໂຍບາຍ​ເພື່ອ​ສົ່ງ​ເສີມ, ຊຸກຍູ້ການ​ພັດທະນາ​ຢ່າງ​ແຂງ​ແຮງ ​ຂອງ​ບັນດາຮູບ​ແບບເສດຖະກິດ​ລວມໝູ່ ດ້ວຍ​ບັນດາ​ຮູບ​ການ​ຮ່ວມ​ມື​ທີ່​ຫຼາກ​ຫຼາຍ, ສະໝັກ​ໃຈ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ບັນດາ​ສະມາຊິກ, ສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ​ຂອງ​ບັນດາ​ຂະ​ແໜງ​ການ, ອາຊີບ ​ໃນ​ບັນດາ​ພື້ນ​ທີ່. ສືບ​ຕໍ່​ຄົ້ນຄວ້າ​ກໍ່ສ້າງ​ຮູບ​ແບບ​ສະຫະກອນ​ແບບ​ໃໝ່ ບົນພື້ນຖານ​ຂອງ​ການ​ສະ​ຫຼຸບ​ຫົວ​ໜ່ວຍ​ທີ່​ເຮັດ​ໄດ້​ດີ​ ​ເພື່ອ​ເພີ່ມ​ຄວາມ​ດຶງ​ດູດ​ໃຈ, ສ້າງ​ແຮງ​ຜັກ​ດັນ​ສຳລັບເສດຖະກິດ​ລວມໝູ່, ​ໂດຍ​ສະ​ເພາະ​ແມ່ນ ສຳລັບ​ການ​ກະສິກຳ, ຫັດຖະກຳ, ອຸດສາຫະກຳນ້ອຍ. ກະຈາຍ​ຮູບ​ແບບ​ກຳມະ​ສິດ​ໃນ​ເສດ​ກິດລວມໝູ່ (ມີກຳມະ​ສິດຂອງ​ນິຕິບຸກຄົນ, ກຳມະ​ສິດສ່ວນ​ຕົວ). ພັດທະນາ​ບັນດາປະ​ເພດ​ທຸລະ​ກິດ​ໃນ​ສະຫະກອນ ​ແລະ ບັນດາຮູບ​ແບບສະ​ຫະ​ພັນ​ສະ​ຫະ​ກອນ. ມີ​ກົນ​ໄກ​ໃຫ້​ສະຫະກອນ​ສາມາດ​ເສີມ​ຂະຫຍາຍສິດ​ໃນ​ການນຳ​ໃຊ້​ພາ​ຫະນະ​ການ​ຜະລິດ​ລວມຢູ່​ຮາກ​ຖານ; ​ແຍກສິດ​ນີ້ອອກ​ຈາກ​ກຳມະ​ສິດຂອງສະມາຊິກສະຫະກອນ. ສົ່ງ​ເສີມ​ການ​ລະດົມ​ຫຸ້ນ​​ແລະທຶນ​ສົມທົບ ​ຈາກ​ສະມາຊິກ​ສະຫະກອນ ​ເພື່ອ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​​ພັດ​ທະ​ນາ​ສະ​ຫະ​ກອນ. ສົ່ງ​ເສີມ​ການ​ເພີ່ມ​ຊັບ​ສິນ​ແລະ​ກອງ​ທຶນທີ່​ບໍ່​ແບ່ງ​ປັນ​ຂອງ​ສະຫະກອນ. ຍຸບ​ເລີກຫຼື​ຫັນປ່ຽນ​ສະຫະກອນ​ທີ່​ເຫຼືອ​ພຽງ​ຮູບ​ນອກ ​ໃຫ້ເປັນອົງ​ກອນ​ການຜະລິດ, ທຸລະ​ກິດປະ​ເພດ​ອື່ນ ​ຕາມ​ບົດ​ບັນຍັດ​ຂອງ​ກົດໝາຍ”.

ລາຍ​ງານ​ການ​ເມືອງ​​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກລະບຸ​ໄວ້​ຢ່າງ​ຊັດ​ເຈນ​ວ່າ: “ພັດທະນາ​ພື້ນຖານ​ເສດຖະກິດ​ຫຼາຍຮູບ​ການ​ກຳມະສິດ, ຫຼາຍພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ​ ເສດຖະກິດ​ຂອງ​ລັດ​ຖື​ບົດບາດນຳ​ພາ; ​ເສດຖະກິດ​ຂອງ​ລັດ​ພ້ອມ​ກັນ​ກັບເສດຖະກິດ​ລວມໝູ່ ນັບ​ມື້​ນັບ​ກາຍ​ເປັນ​ຮາກ​ຖານ​ທີ່​ໝັ້ນຄົງຂອງລະບົບ​ເສດຖະກິດ​ແຫ່ງ​ຊາດ. ສະຫຼຸບ​ສັງ​ລວມພຶດຕິ​ກຳ​ຕົວ​ຈິງ, ກຳນົດນະ​ໂຍບາຍ​ແລະ​ກົນ​ໄກ​ສະ​ເພາະ​ໂດຍ​ໄວ ​ເພື່ອສົ່ງ​ເສີມ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ ຂອງເສດຖະກິດ​ລວມໝູ່ ທີ່​ຫຼາກ​ຫຼາຍ​ທາງ​ດ້ານ​ຮູບ​ການ​ກຳມະສິດ ​ແລະ ຮູບ​ການຈັດ​ຕັ້ງ​ການ​ຜະລິດ ທຸລະ​ກິດ, ລວມມີ​ບັນດາໜ່ວຍຮ່ວມ​ມື ​ແລະ ສະຫະກອນ​ແບບ​ໃໝ່. ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ພັດທະນາ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ ຂອງບັນດາ​ສະຫະກອນ, ສະຫະພັນ​ສະຫະກອນ​ຫຸ້ນ​ສ່ວນ.

ສົ່ງ​ເສີມການ​ເພີ່ມທຶນສົມທົບ ​ແລະ ການ​ລະດົມ​ທຶນຈາກ​ສະມາຊິກ ​ເພື່ອ​ເພີ່​ມ​ແຫຼ່ງທຶນ​ການ​ເຄື່ອນ​ໄຫ​ວຂອງສະຫະກອນ, ​ເພີ່ມ​​ເງິນ​ລົງທຶນພັດທະນາ, ​ເພີ່ມ​ຊັບ​ສິນ​ແລະ​ກອງ​ທຶນ​ບໍ່​ແບ່ງປັນ​​ໃນ​ສະຫະກອນ. ສະຫະກອນ​ແລະເສດຖະກິດສະຫະກອນປະເພດອື່ນ ດຳເນີນການຕາມຫຼັກການດັ່ງນີ້: ຮ່ວມມື​ແບບ​ສະໝັກ​ໃຈ; ປະຊາທິປະ​ໄຕ, ຄວາມສະ​ເໝີ​ພາບ ​ແລະ ​ເປີດ​ເຜີຍ; ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ; ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຊຸມ​ຊົນ”.

ຄຳສັ່ງ​ເລກທີ 20-CT/TW, ອອກ​ວັນ​ທີ 2 ມັງກອນ 2008, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ “ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາການ​ປະຕິບັດ ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 9 ກ່ຽວ​ກັບ​ການສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່, ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນຂອງ​ເສດຖະກິດ​ລວມໝູ່” ​ໄດ້​ເນັ້ນ​ວ່າ: “ເພີ່ມ​ທະວີການນຳພາ ຂອງ​ບັນດາ​ຄະນະ​ພັກ, ຍົກ​ສູງ​ບົດບາດ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ໃນ​ການ​ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່, ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ເສດຖະກິດ​ລວມໝູ່”. ລັດ​ປະກາດ​ໃຊ້​ນະ​ໂຍບາຍ​ໜູນ​ຊ່ວຍ​ເສດຖະກິດ​ລວມໝູ່ ​ໃນ​ຂະ​ບວນການກໍ່​ສ້າງ​ແລະ​ພັດທະນາ, ຜ່ານ​ການ​ຊ່ວຍ​ເຫຼືອ​ກໍ່ສ້າງ​ແລະຝຶກ​ອົບຮົມ​ພະນັກງານ, ນຳ​ໃຊ້​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ​ເກັບ​ ກຳ​ຂໍ້​ມູນ​ຂ່າວສານ, ​ເປີດ​ກວ້າງ​ຕະຫຼາດ, ສ້າງ​ກອງ​ທຶນ​ສະໜັບສະໜູນ​ການ​ພັດທະນາ, ​ແກ້​ໄຂ​ໜີ້​ສີນ​ຄົງ​ຄ້າງ​ແຕ່​ກ່ອນ, ສົ່ງ​ເສີມ​ການ​ສະ​ສົມ ​ແລະ ​ການ​ນຳ​ໃຊ້​ທຶນ​ຮອນລວມ​ ໃນສະຫະກອນ ​ຢ່າງ​ມີ​ປະສິດທິ​ຜົນ. ການ​ພັດທະນາເສດຖະກິດ​ລວມໝູ່ຕາມ​ທິດ​ທາງ​ຕັ້ງໜ້າ​ແຕ່​ໜັກ​ແໜ້ນ, ​ເລີ່​ມຈາກ​ຄວາມ​ຕ້ອງການ​ຕົວ​ຈິງ, ໄປຈາກຕ່ຳຫາສູງ, ບັນລຸ​ປະສິດທິ​ຜົນ​​ແທ້​ຈິ​ງ, ​ເພື່ອ​ການ​ພັດທະນາ​ຂອງ​ການ​ຜະລິດ, ຫຼີກ​ລ່ຽງການ​ເຮັດ​ແບບ​ເຈດຈຳນົງ​ນິຍົມ, ຮ້ອນຮົນ, ບັງຄັບ; ພ້ອມ​ກັນ​ນັ້ນ, ບໍ່ປ່ອຍປະລະ​ເຫຼີງ​ການນໍາພາ ​ໃຫ້​ສະຖານະ​ການ​ພັດທະນາ​ໄປ​ຕາມ​ລຳພັງ, ຊັກ​ຊ້າ​ໃນ​ການ​ກຳ​ແໜ້ນ ​ແລະ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ ໃນ​ການ​ພັດທະນາ​ເສດຖະກິດ​ສະຫະກອນ.

ບົດ​ສະຫຼຸບ​ເລກທີ 70-KL/TW, ລົງ​ວັນ​ທີ 9 ມີນາ 2020, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ “ວ່າ​ດ້ວຍ​ການ​ສືບ​ຕໍ່​ການ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາ​ງພັກຄັ້ງ​ທີ 5 ສະ​ໄໝ​ທີ 9 ກ່ຽວ​ກັບ​ການ​ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່, ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນ ຂອງ​ເສດຖະກິດ​ລວມໝູ່” ​ໄດ້​ຢືນຢັນ​ວ່າ: “ຍົກສູງ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ຫົວໜ້າ​ອົງການ, ການຈັດ​ຕັ້ງ​ ແລະ ປະຊາຊົນ​ ກ່ຽວ​ກັບ​ທາດ​ແທ້​ຂອງເສດຖະກິດ​ລວມໝູ່, ສະຫະກອນ, ​ເປັນ​ຕົ້ນ​ແມ່ນ​ສະຫະກອນ​ແບບ​ໃໝ່. ຢືນຢັນ​ຖານະ​ທີ່​ຕັ້ງ, ບົດບາດ​ສຳຄັນ ຂອງເສດຖະກິດ​ລວມໝູ່ ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ; ກຳນົດ​ແຈ້ງວ່າ ການ​ພັດທະນາເສດຖະກິດ​ລວມໝູ່​ແລະ​ສະຫະກອນ ​ແມ່ນ​ທ່າ​ອ່ຽງທີ່ຫຼີກລ່ຽງບໍ່ໄດ້, ​ແມ່ນ​ໜ້າ​ທີ່​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ”.

ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 13 ຂອງ​ພັກ​ຢືນຢັນທ່າອ່ຽງ​ການ​ພັດທະນາວ່າ: “​ເສດຖະກິດ​ຂອງ​ລັດຖື​ບົດບາດນຳ​ພາ; ເສດຖະກິດ​ລວມໝູ່, ​ເສດຖະກິດ​ສະຫະກອນ​ໄດ້​ຮັບ​ການ​ປັບປຸງ​ແລະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ”(1) ​ແລະ​ ຫຼັກການ​ເຄື່ອນ​ໄຫວ​ແມ່ນ: “​ເສດຖະກິດ​ລວມໝູ່, ​ເສດຖະກິດ​ສະຫະກອນ, ບັນດາ​ສະຫະກອນ, ໜ່ວຍ​ຮ່ວມ​ມື ​ມີ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ທີ່​ກວ້າງຂວາງ, ດ້ວຍ​ບົດບາດ​ໃນ​ການ​ໃຫ້​ບໍລິການ​ແກ່​ສະມາຊິກ; ​ເຊື່ອມ​ໂຍງ​ແລະ​ປະສານ​ສົມທົບ​ ໃນ​ການ​ຜະລິດ ​ທຸລະ​ກິດ, ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ ​ແລະ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ ​ໃຫ້​ສະມາຊິກ​ຍົກ​ສູງ​ສະມັດ​ຕະພາບ, ປະສິດທິ​ຜົນ​ການ​ຜະລິດ​ ທຸລະ​ກິດ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ​ເພີ່​ມທະວີ​ການ​ເຊື່ອມ​ຕໍ່ລະຫວ່າງ​ບັນ​ດາ​ສະຫະກອນ, ກໍ່​ຕັ້ງສະມາຄົມ, ສະຫະພັນສະຫະກອນ”(2).

ການ​ປັບປຸງ​ບູລະນະ​ກອບ​ກົດໝາຍ​ວ່າ​ດ້ວຍສະຫະກອນ ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ລວມສູນ, ຕາມ​ນັ້ນ, ກົດໝາຍ​ວ່າ​ດ້ວຍສະຫະກອນ​ປີ 2012 ​ແລະ ບັນດາ​ຂໍ້ກຳນົດທີ່​ກ່ຽວຂ້ອງ ໄດ້​ຮັບ​ການ​ປະກາດ​ໃຊ້, ສ້າງ​ເງື່ອນ​ໄຂ​ສະດວກ ໃຫ້​ເສດຖະກິດ​ລວມໝູ່, ສະຫະກອນ​ ພັດທະນາຕາມ​ທິດຫຼຸດຜ່ອນ​ຂັ້ນ​ຕອນ​ການ​ສ້າງ​ຕັ້ງ ​ແລະ ການ​ຂຶ້ນ​ທະບຽນ​ທຸລະ​ກິດ; ສະມາຊິກ​ສະຫະກອນ​ປະກອບ​ດ້ວຍບຸກ​ຄົນທຳ​ມະ​ດາ​ແລະ​ນິຕິບຸກຄົນ; ພະນັກງານ ລັດຖະກອນ ໄດ້ຮັບອະນຸຍາດໃຫ້ເຂົ້າເປັນສະມາຊິກສະຫະກອນ; ກຳນົດໜ້າ​ທີ່​ການຄຸ້ມ​ຄອງ​ຂອງ​ຄະນະບໍລິຫານງານ ແລະ ໜ້າທີ່ບໍລິຫານຂອງປະທານຢ່າງຈະແຈ້ງ. ພ້ອມ​ກັນ​ນັ້ນ, ການ​ສ້າງ​ກົນ​ໄກ, ນະ​ໂຍບາຍ​ສະໜັບສະໜູນ​ການ​ພັດທະນາຂອງເສດຖະກິດ​ລວມໝູ່, ສະຫະກອນ​ ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ, ​ໃນ​ນັ້ນ ມີ​ບັນດາ​ນະ​ໂຍບາຍກ່ຽວ​ກັບ​ທີ່​ດິນ, ການ​ເງິນ-ການສີນ​ເຊື່ອ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ສະໜັບສະໜູນ​ທາງ​ການ​ຕະຫຼາດ ​ແລະ​ການ​ຂະຫຍາຍ​ຕະຫຼາດ, ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ, ພັດທະນາ​ແຫຼ່ງກຳລັງ​ຄົນ ​ແລະ ນະ​ໂຍບາຍສຳລັບ​ການ​ພັດທະນາ​ສະຫະກອນ​ກະ​ເສດ. ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂອງ​ລັດ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສະມາຄົມ​ຊາວນາ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ​ແລະ ພັນທະ​ພາບ​ສະຫະກອນ​ຫວຽດນາມ ​ໃນ​ການ​ໂຄສະນາ ​ແລະ ຂົນຂວາຍ​ປະຊາຊົນ​ເຂົ້າ​ຮ່ວມ ​ແລະ ພັດທະນາເສດຖະກິດ​ລວມໝູ່​ ແລະ​ສະຫະກອນ.

ບາງ​ບັນ​ຫາ​​ເກີດ​ຂຶ້ນພາຍຫຼັງ​ເກືອບ 20 ປີ​ແຫ່ງ​ການປະຕິບັດ​
ມະຕິ​ສະບັບ​ເລກທີ 13-NQ/TW ຂອງ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 9
ກ່ຽວ​ກັບການ
ພັດທະນາ​ເສດຖະກິດ​ລວມໝູ່​ ແລະ ​ເສດຖະກິດ​ສະຫະ​ກອນ

ພາຍຫຼັງ​ເກືອບ 20 ປີ​ແຫ່ງ​ການປະຕິບັດ​ມະຕິ​ສະບັບ​ເລກທີ 13-NQ/TW, 10 ປີ​ແຫ່ງ​ການ​ປະຕິ​ບັກ​ກົດໝາຍ​ວ່າ​ດ້ວຍສະຫະກອນ​ປີ 2012, ສະຫະກອນ​ແລະ​ໜ່ວຍ​ຮ່ວມມື​ ໄດ້​ພັດທະນາທັງ​ດ້ານ​ປະລິມານ​ແລະ​ຄຸນ​ນະພາ​ບ, ​ໃນທຸກ​ເຂດ ທຸກພາກຂອງ​ປະທດ, ​ແລະ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະຫະກອນ​ ກໍ​ໄດ້​ຮັບ​ການ​ຍົກ​ສູງ. ​ເສດຖະກິດ​ລວມໝູ່, ສະຫະກອນ​ໄດ້​ຊ່ວຍ​ເຫຼືອ​ໃຫ້​ສະມາຊິກ​ເກືອບ 6 ຄົນ, ຕົ້ນຕໍແມ່ນບັນດາ​ຄອບຄົວ​ຊາວນາ, ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ ທຸລະ​ກິດ, ສ້າງ​ວຽກ​ງານ​ງານທຳຈຳນວນ​ຫຼາຍ, ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ຄວາມປອດ​ໄພ ​ແລະ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ຄິດ​ເຖິງ​ເດືອນ​ທັນວາ 2021, ທົ່ວ​ປະ​ເທດ​ມີ​ໜ່ວຍ​ຮ່ວມ​ມື 73.000 ​ແຫ່ງ, ສະຫະກອນ 27.342 ​ແຫ່ງ ​ແລະ ສະຫະພັນ​ສະຫະກອນ 103 ​ແຫ່ງ. ໃນ​ຈຳນວນ​ສະຫະກອນ​ທັງ​ໝົດ 27.342 ​ແຫ່ງ​ໃນ​ທົ່ວ​ປະ​ເທດ, ມີ​ສະຫະກອນ​ກະ​ເສດ 18.327 ​ແຫ່ງ, ກອງ​ທຶນ​ສີນ​ເຊື່ອ 1.181 ​ແຫ່ງ ​ແລະ ສະຫະກອນ​ນອກ​ກະສິກຳ 9.015 ​ແຫ່ງ, ດຶງ​ດູດ​ສະມາຊິກ​​ໃຫ້​ເຂົ້າ​ຮ່ວມໄດ້ 5,7 ລ້ານຄົນ. ຈຳນວນ​ສະຫະກອນ​ເພີ່ມ​ຂຶ້ນ 16.420 ຫົວໜ່ວຍ (ປະມານ 2,5 ​ເທົ່າ) ທຽບ​ກັບ​ປີ 2001. ຈຳນວນ​ສະຫະກອນທີ່​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນກວມ​ເອົາ​ປະມານ 52% ຂອງຈຳນວນສະຫະກອນທັງໝົດ (14.295 ສະຫະກອນ). ​ໃນ​ກະ​ສິກຳ, ທົ່ວ​ປະ​ເທດ​ມີສະຫະກອນກະ​ເສດ 18.327 ​ແຫ່ງ (ກວມ​ເອົາ​ເກືອບ 70% ຂອງຈຳນວນ​ສະຫະກອນທັງ​ໝົດ​ໃນ​ທົ່ວ​ປະ​ເທດ) ​ແລະ ສະຫະພັນ​ສະຫະກອນ​ກະ​ເສດ 79 ​ແຫ່ງ; ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 3,28 ລ້ານ​ຄອບຄົວ (ທຽບ​ເທົ່າ 38% ຂອງຈຳນວນ​ຄອບຄົວ​ທີ່​ຜະລິດ​ກະສິກຳ ການ​ປ່າ​ໄມ້ ການ​ປະມົງ), ຫຼຸດ​ລົງ​ປະມານ 1,87 ລ້ານ​ສະມາຊິກ​ເມື່ອ​ທຽບ​ກັບ​ປີ 2013; ສະ​ເລ່ຍ​ແຕ່​ລະສະ​ຫະກອນ​ມີ​ສະມາ​ຊິດ 176 ຄົນ; ມີ​ສະຫະກອນ 2.297 ​ແຫ່ງ​ທີ່​ໄດ້​ສ້າງ​ວິ​ສາ​ຫະກິດ​ຢູ່​ໃນ​ສະຫະກອນ, ກວມ​ເອົາ 13% ຂອງຈຳນວນ​ສະຫະກອນກະ​ເສດທັງ​ໝົດ​ໃນ​ທົ່ວ​ປະ​ເທດ. ຈໍາ​ນວນ​ພະ​ນັກ​ງານ​ປະຈຳ​ໃນ​ສະ​ຫະ​ກອນ​ກະ​ເສດ​ມີ​ປະ​ມານ 550 ພັນ​ຄົນ​; ເງິນ​ທຶນການ​ເຄື່ອນ​ໄຫວ​ສະ​ເລ່ຍ/ສະ​ຫະ​ກອນ​​ປະ​ມານ 1,61 ຕື້​ດົ່ງ; ລາຍ​ໄດ້​ສະ​ເລ່ນ 1,87 ຕື້​ດົ່ງ/ສະຫະກອນ; ກຳ​ໄລ​ສະ​ເລ່ຍ 207 ລ້ານ​ດົ່ງ/ສະຫະກອນ.

ບັນດາ​ສະຫະກອນ​ຄ່ອຍໆ​ກາຍ​ເປັນ​ບ່ອນ​ອີງ, ​ເສີ​ມຂະຫຍາຍ​ບົດບາດ​ຂອງ​ເສດຖະກິດ​ຄອບຄົວ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໃນ​ການ​ຜະລິດ, ການປຸງ​ແຕ່ງ ​ແລະ ການ​ບໍລິ​ໂພ​ກ​ຜະລິດຕະພັນ, ​ແກ້​ໄຂ​ສະພາບ​ການ​ກະ​ແຈກ​ກະຈາຍ, ມະ​ຍິກ​ມະ​ຍ່ອຍ, ສ້າງ​ວຽກ​ເຮັດ​ງານ​ທຳ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍການ​ຜະລິດ, ​ເພີ່ມ​ລາຄາ​ຂາຍ​ຜະລິດ​ຕະພັນ, ປະກອບສ່ວນ​ເພີ່ມລາຍ​ໄດ້​ຂອງ​ສະມາຊິກ.

ຢ່າງ​ໃດ​ກໍ​ຕາມ, ເສດຖະກິດ​ລວມໝູ່ ​ແລະ ​ສະຫະກອນ ​ຍັງ​ປະສົບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ. ຂົງ​ເຂດເສດຖະກິດ​ລວມໝູ່, ສະຫະກອນ​ຍັງ​ມີ​ຈຸດ​ອ່ອນ, ຂໍ້ຈຳກັດ​ຫຼາຍ​ປະການ ​ທີ່​ຍັງ​ຕ້ອງ​ແກ້​ໄຂ​ຜ່ານ​ຜ່າ. ການ​ເຕີບ​ໂຕ​ຍັງ​ຊ້າ, ບໍ່​ໝັ້ນຄົງ, ບໍ່​ຍືນ​ຍົງ; ອັດຕາ​ປະກອບສ່ວນ​ເຂົ້າ​ໃນ ຈີ​ດີ​ພີ ຍັງຕ່ຳ ​ແລະ ​ມີ​ແນວ​ໂນ້ມຫຼຸດ​ລົງ, ຍັງ​ບໍ່​ທັນ​ບັນລຸ​ເປົ້າ​ໝາຍຂອງມະຕິເລກທີ 13-NQ/TW ທີ່ກຳນົດໄວ້: “ນຳ​ເສດຖະກິດ​ລວມໝູ່​ອອກ​ຈາກ​ຈຸດ​ອ່ອນ, ສູ້​ຊົນ​ໃຫ້​ອັດຕາ​ການ​ເຕີບ​ໂຕ​ສູງ​ຂຶ້ນ, ມຸ່ງ​ໄປ​ເຖິງ​ສ່ວນ​ແບ່ງ​ໃນ ຈີ​ດີ​ພີ ຂອງພື້ນຖານ​ເສດຖະກິດທີ່​ນັບ​ມື້​ນັບ​ໃຫຍ່​ກວ່າ​ອີກ”. ຂໍ້​ມູນ​ສະຖິຕິ​ໃຫ້​ເຫັນ​ວ່າ, ​ເສດຖະກິດ​ລວມໝູ່​ປະກອບສ່ວນ​ໃນ ຈີ​ດີ​ພີ ຫຼຸດ​ລົງ​ຈາກ 10% (ປີ 1995) ລົງ​ເປັນ 8,6% (ປີ 2000), 6,18% (ປີ 2005), 3,99% (ປີ 2010), 3,8% (ປີ 2017) ​ແລະ 3,49% ​ໃນ​ປີ 2019; ອັດຕາ​ການ​ເຕີບ​ໂຕຕ່ຳ, ພຽງແຕ່ປະມານ 1/2 ຂອງອັດຕາການຂະຫຍາຍຕົວຂອງ​ພື້ນຖານ​ເສດຖະກິ​ໂດຍ​ລວມ: 4,48% (ປີ 1995), 5,46% (ປີ 2000), 3,98% (ປີ 2005), 3,32% (ປີ 2010), 5,22% (ປີ 2015) ​ແລະ 4,20% ປີ 2019.

ຈຳນວນ​ສະມາຊິກ​ທີ່​ເຂົ້າ​ຮ່ວມ​ໃນ​ໜ່ວຍ​ຮ່ວມ​ມື, ສະຫະກອນ​ຍັງຕ່ຳ (ປະມານ 6 ລ້ານ​ສະມາຊິກ). ປະຊາຊົນ​ຍັງ​ລະ​ແວງ​ສົງ​ໄສ, ບໍ່ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແທ້​ຈິງ​ ໃນ​ສະຫະກອນ, ບໍ່ຖືກ​ດຶງ​ດູດ​ຈາກ​ສະ​ຫະ​ກອນ​ຮູບ​ແບບ​ໃໝ່, ດັ່ງ​ນັ້ນ, ຈຶງພົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ລະດົມການ​ເຂົ້າ​ຮ່ວມຂອງ​ສະມາຊິກ ​ແລະ ການຂະຫຍາຍ​ສະມາຊິກ​ ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຫະກອນ​. ກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການເຊື່ອມ​ໂຍງ​ສະມາຊິກກັບ​ສະຫະກອນ ​ໄດ້​ຮັບ​ການ​ປັບປຸງ​ຊ້າ, ນຳ​ໄປ​ສູ່​ການ​ເຊື່ອມ​ໂຍງ​ດ້ານ​ຜົນ​ປະ​ໂຫຍດ​ທີ່​ອ່ອນ​ແອ​ ລະ​ຫວ່າງ​ສະ​ຫະ​ກອນ​ແລະ​ສະ​ມາ​ຊິກ, ຈິດ​ໃຈ​ຮວມມື​ຍັງ​ຖືກ​ຂັດຂວາງ​ໂດຍ​ຄວາມ​ກັງວົນ, ດັງ​ນັ້ນ ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ​ໂດຍ​ກົງທີ່​ສະຫະກອນ​ນຳ​ມາ​ໃຫ້​ບັນ​ດາ​ສະ​ມາ​ຊິກ ​ແມ່ນ​ບໍ່​ມີ​ຫຼາຍ​ປານ​ໃດ.​ ໃນ​ຂົງ​ເຂດ​ກະ​ສິ​ກຳ, ສະ​ຫະ​ກອນ​ໄດ້​ດຶງ​ດູດ​ພຽງ 3,28 ລ້ານ​ຄອບ​ຄົວ​ຜະ​ລິດ​ກະ​ສິ​ກຳ, ກວມ​ເອົາ 38% ຂອງຈຳນວນຄອບຄົວກະສິກຳ, ການປ່າໄມ້ ແລະ ການປະມົງທັງໝົດ, ຫຼຸດລົງປະມານ 1,87 ລ້ານຄົນເມື່ອທຽບໃສ່ປີ 2013.

ການ​ເຊື່ອມ​ໂຍງ, ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ​ໃນ​ສະຫະກອນ, ລະຫວ່າງ​ສະຫະກອນ​ກັບ​ສະຫະກອນ, ລະ​ຫວ່າງສະຫະກອນ​ກັບ​ວິ​ສາ​ຫະກິດ ​ແລະ ​ກັບ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ​ນັ້ນ ຍັງ​ຖືກຈຳກັດ​, ປະສິດທິ​ຜົນ​ຍັງ​ບໍ່​ທັນ​ສູງ. ບັນດາ​ຮູບ​ແບບ​ສະຫະກອນ​ທີ່​ເຄື່ອນ​ໄຫວ​ຢ່າງມີ​ປະສິດທິ​ຜົນ ​ແຕ່ຊ້າ​ທີ່​ຈະ​ໄດ້​ຮັບ​ການ​ສະ​ຫຼຸບ, ຊີ້​ນໍາ​ ແລະ​ປະ​ກາດ​ໃຊ້​ລະບອບ​ລະບຽບ​ເພື່ອ​ການ​ພັດ​ທະ​ນາ​. ສະ​ຫະ​ກອນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ສ່ວນ​ໃຫຍ່​ແມ່ນ​ຂະໜາດ​ນ້ອຍ​, ຂາດ​ກຳລັງ​ໜູນ​ເພື່ອຂະຫຍາຍຂະໜາດ ແລະ ພັດທະນາ. ​ເຖິງ​ທ້າຍ​ປີ 2021, ມີ​ປະມານ 23% ຂອງຈຳນວນ​ສະຫະກອນ​ກະ​ເສດ​ໄດ້​ເຂົ້າ​ຮ່ວມ​ການ​ເຊື່ອມ​ຕໍ່​ໃນ​ຕ່ອງ​ໂສ້ຄຸນຄ່າ ​ຕັ້ງແຕ່​ການ​ຜະລິດ, ປຸງ​ແຕ່ງ ​ ແລະ ການບໍລິໂພກ. ສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ, ຄຸນຄ່າ​ເພີ່ມ​ບໍ່​ທັນ​ສູງ. ບໍ່ໄດ້ນໍາຜົນປະໂຫຍດທີ່ດີທີ່ສຸດ ມາ​ໃຫ້​ສະມາຊິກ, ສະຫະກອນ ​ແລະ ສະຫະກອນ​ກະ​ເສດຍັງບໍ່ທັນພັດທະນາແບບຍືນຍົງ.

ສາເຫດຂອງສະຖານະການຂ້າງເທິງນີ້ ຕົ້ນຕໍແມ່ນຍ້ອນ:

ຍັງ​ບໍ່​ທັນ​ມີ​ຄວາມຮັບຮູ້ທີ່​ຖືກຕ້ອງ, ຄົບຖ້ວນ ແລະ ​ເປັນ​ເອກະ​ພາບ ​ກ່ຽວ​ກັບ​ທາດ​ແທ້​ຂອງສະຫະກອນ, ກ່ຽວ​ກັບຖານະແລະບົດບາດຂອງເສດຖະກິດ​ລວມໝູ່ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງປະເທດ; ຍັງ​ມີ​ຄວາມ​ຄິດ​ຫຍໍ້​ທໍ້​ນ້ອຍ​ໃຈ ​ກ່ຽວ​ກັບ​ສະຫະກອນ​ຮູບ​ແບບ​ເກົ່າ, ລະ​ແວງ​ສົງ​ໄສ, ຂາດຄວາມເຊື່ອໝັ້ນໃນການພັດທະນາຂອງ​ສະຫະກອນ​ຮູບ​ແບບ​ໃໝ່; ຂາດ​ການ​ຄົ້ນຄວ້າ​ທິດ​ສະ​ດີແລະ​ພຶດຕິ​ກຳ ກ່ຽວ​ກັບ​ການ​ພັດທະນາເສດຖະກິດ​ລວມໝູ່ ຢູ່​ຫວຽດນາມ ​ໃນ​ເງື່ອນ​ໄຂ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ເຖິງ​ວ່າ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ​ແລະ ກົດໝາຍ​ວ່າດ້ວຍ​ສະຫະກອນ​ປີ 2012 ​ໄດ້​ກຳນົດ​ແຈ້​ງພໍ​ຄວນ​ກ່ຽວ​ກັບທາດ​ແທ້ ​ແລະ ຫຼັກການ​ເຄື່ອນ​ໄຫວ​ຂອງ​ສະຫະກອນ​ແລ້ວກໍ​ຕາມ, ​ແຕ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທາດ​ແທ້​ຂອງ​ສະຫະກອນ​ກໍ​ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ; ຍັງ​ຖື​ຮູບ​ແບບ​ສະຫະກອນ​ເປັນອັນ​ໜຶ່ງອັນ​ດຽວ​ກັນ​ກັບ​ຮູບ​ແບບ​ວິ​ສາ​ຫະກິດ; ຫຼົງ​ປົນ​ເປ​ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ສະຫະກອນ ກັບຜົນ​ກຳໄລຂອງ​ວິ​ສາ​ຫະກິດ.

​ແຫຼ່ງພະລັງ​ສະໜັບສະໜູນ​ການ​ພັດທະນາເສດຖະກິດ​ລວມໝູ່ ບໍ່​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ, ປະສິດທິພາບ​ບໍ່​ສູງ, ບາງຄັ້ງ​ບາງ​ບ່ອນ​ໄດ້​ປ່ອຍປະ​ລະ​ເຫຼີງ, ຂາດ​ຄວາມ​ເອົາ​ໃຈ​ໃສ່, ທັງ​ບໍ່​ໄດ້​ຈັດ​ສັນ​ແຫຼ່ງກຳລັງ​ຢ່າງ​ພຽງພໍ​ ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຕະຫຼາດ. ກອບກົດໝາຍ​ກ່ຽວ​ກັບ​ສະຫະກອນ​ຍັງ​ບໍ່​ພຽງພໍ. ລະບົບ​ນະ​ໂຍບາຍ​ທີ່ະກາດໃຊ້ຢ່າງຊ້າໆ, ບໍ່ຄົບ​ຊຸດ, ບໍ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ ບໍ່ສອດ​ຄ່ອງ​ກັບ​ຄວາມເປັນຈິງ, ບາງນະໂຍບາຍທີ່ຊຸກຍູ້ແລະສະໜັບສະໜູນສະຫະກອນນັ້ນ ບໍ່ເປັນໄປໄດ້ ​ແລະ ​ຍາກ​ທີ່​ຈະ​ເຂົ້າ​ສູ່​ຊີ​ວິດ​. ການ​ສະໜັບສະໜູນ​ຂອງ​ລັດ​ບໍ່​ພຽງພໍ; ນະ​ໂຍບາຍ​ບຸລິມະ​ສິດ​ແລະ​ຊ່ວຍ​ໜູນ​ຂົງ​ເຂດເສດຖະກິດ​ລວມໝູ່, ສະຫະກອນ​ມີ​ຫຼາຍ, ແຕ່ຊັບພະຍາກອນທີ່​ແນບ​ມາ​ບໍ່ໄດ້ຮັບການຮັບປະກັນ, ​ແຫຼ່ງສິນເຊື່ອກໍ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຂົ້າ​ເຖິງ​ ເນື່ອງ​ຈາກ​ລະບຽບການກ່ຽວກັບການສິນ​ເຊື່ອ​ແລະການຈໍານອງ; ​ເຖິງ​ວ່າ​ກອງ​ທຶນ​ສະໜັບສະໜູນ​ການ​ພັດທະນາ​ສະຫະກອນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ​ແຕ່​ຂະ​ໜາດ​ຂອງ​ມັນ​ຍັງ​ຈຳກັດ​ເມື່ອ​ທຽບ​ໃສ່​ກັບ​ຄວາມ​ຕ້ອງການ​​ເງິນທຶນ​ຂອງ​ຂົງເຂດ​ນີ້.

ກົງຈັກ​ຄຸ້ມ​ຄອງ​ລັດກ່ຽວ​ກັບ​ເສດ​ຖະ​ກິດລວມໝູ່​ນັ້ນ ທັງ​ຂາດ ອ່ອນ​ແອ ແລະ ງົງ​ງວຍ ໃນ​ການ​ຈັດ​ຕັ້ງ ແລະ ກົນ​ໄກ​ດຳ​ເນີນ​ງານ. ການ​ປະສານ​ງານ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວ​ກັບ​ການ​ພັດທະນາເສດຖະກິດ​ລວມໝູ່ ມີ​ປະສິດທິ​ຜົນຕ່ຳ. ​ໃນ​ທ້ອງ​ຖິ່ນ​ຕ່າງໆ, ຍັງ​ບໍ່​ທັນກຳນົດຢ່າງຈະ​ແຈ້ງ ​ແລະ ຍັງ​ບໍ່​ທັນ​ມີ​ຄວາມ​ເປັນ​ເອກະ​ພາບ​ວ່າ ອົງການ​ໃດທີ່ຮັບຜິດຊອບຕົ້ນຕໍ​ກ່ຽວ​ກັບເສດຖະກິດ​ລວມໝູ່. ຫຼາຍ​ທ້ອງ​ຖິ່ນ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ການນຳພາ ​ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສະ​ໜັບ​ສະ​ໜູນ, ໂຄ​ສະ​ນາ ​ແລະ ​ເຜີຍ​ແຜ່​ແນວທາງ, ນະ​ໂຍ​ບາຍ, ກົດ​ຫມາຍ​ ກ່ຽວກັບ​ເສດ​ຖະ​ກິດ​ລວມໝູ່; ຂາດ​ການ​ກວດກາ, ປະ​ເມີນ​ຜົນ​ການ​ປະຕິບັດ​ບັນດາ​ມະຕິ; ຄະນະ​ພັກ​ໃນ​ຫຼາຍ​ແຫ່ງ ​​ບໍ່​​ໄດ້​ເອົາ​ໃຈ​ໃສ່ຢ່າງ​ເໝາະ​ສົມ, ຍັງ​ເບິ່ງ​ເບົາ​ວຽກ​ງານພະນັກງານ​ທີ່​ຮັບຜິດຊອບ​ການ​ພັດທະນາ​ເສດຖະກິດ​ລວມໝູ່.

ຍົກ​ສູງ​ຄວາມ​ຮັບ​ຮູ້, ສຸມ​ແຫຼ່ງພະລັງ​ໃສ່​ກາ​ນພັດທະນາເສດຖະກິດ​ລວມໝູ່

ສະຖານະການໃນປັດຈຸບັນມີການປ່ຽນແປງຢ່າງໄວວາ. ຫວຽດນາມກຳລັງ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ ​ໃນ​ຂະ​ບວນການ​ໂລກາພິວັດ ​ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ. ການ​ປະຕິວັດ​ອຸສາ​ຫະກຳ​ຄັ້ງ​ທີ​ສີ່, ການ​ປ່ຽນ​ດິຈິ​ຕອນ, ການ​ປ່ຽນ​ແປງ​ສະພາບ​ດິນຟ້າອາກາດ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ການ​ແຜ່​ລະບາດ​ໃຫຍ່​ຂອງ​ໂຄ​ວິດ-19, ການ​ປະ​ທະ​ກັນ​ທາງ​ດ້ານ​ການ​ເມືອງ, ການ​ຄ້າ ​ແລະ​ ການ​ທະຫານ​ ເກີດ​ຂຶ້ນ​ຢ່າງ​ສັບສົນ​ທີ່​ສຸດ​ແລະ​ຄາ​ດເດົາ​ໄດ້​ຍາກ ​ເຊິ່ງ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃຫ້​ຫວຽດນາມ ​ແຕ່​ກໍ​ໄດ້ເປີດ​ໂອກາດອີກ​ດ້ວຍ.

ການ​ພັດທະນາ​ຂອງ​ຂົງ​ເຂດເສດຖະກິດ​ລວມໝູ່, ບັນດາ​ສະຫະກອນ​ມີ​ໂອກາດ​ຮຽນ​ຮູ້, ຂັດ​ຖູ ​ແລະ ຍົກ​ສູງ​ຄວາມ​ສາມາດ, ພ້ອມ​ທັງ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ການ​ຄຸ້ມ​ຄອງ​ໃໝ່; ດຶງ​ດູດ​ການ​ລົງທຶນ​ຈາກ​ພາຍ​ນອກ, ​ໂດຍ​ສະ​ເພາະ​ຈາກ​ປະ​ເທດ​ຄູ່​ຮ່ວມ​ທີ່ສຳຄັນ, ມີ​ເຕັກ​ໂນ​ໂລ​ຊີທີ່​ກ້າວໜ້າ; ​ເປີດ​ກວ້າງ​ການ​ສົ່ງ​ອອກ.

ການ​ເຊື່ອມ​ໂຍງ​ສາກົນ​ສ້າງ​ກຳລັງ​ໜູນຊຸກຍູ້​ການຫັນປ່ຽນ​ໂຄງ​ສ້າງ​ເສດຖະກິດ, ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ, ຈາກ​ນັ້ນຍົກ​ສູງ​ປະສິດທິ​ຜົນ​ ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ, ຍົກ​ສູງ​ຖານະ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ. ການ​ປ່ຽນ​ດິຈິ​ຕອນ, ​ໃນ​ນັ້ນ​ ມີການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ ​ເຮັດ​ໃຫ້​ໄລຍະຫ່າງທາງພື້ນ​ທີ່ແລະເວລາສັ້ນລົງ, ການ​ເຄື່ອນ​ໄຫວຂອງມະນຸດມີ​ຄວາມ​ສະຫຼາດ​ແລະມີປະສິດທິຜົນຫຼາຍຂຶ້ນ ​ເຊິ່ງ​ເປັນ​ໂອກາດ​ສ້າງ​ການ​ບຸກທະລຸ ເພື່ອ​ຫຼຸດ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​, ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພັດທະນາ​ການ​ຄ້າ​ເອ​ເລັກ​ໂຕຣນິກ. ໃນ​ຂະນະ​ນັ້ນ,  ການ​ແຂ່ງ​ຂັນກຳລັງ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ, ທັງ​ຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ, ​ໂດຍ​ສະ​ເພາະ​​ເມື່ອອຸປະສັກ​ດ້ານ​ພາສີ​ຄ່ອຍໆຖືກລົບ​ລ້າງ​ຕາມ​ຄຳ​ໝັ້ນ​ສັນຍາ​ການ​ຄ້າ​ສາກົນ​ທີ່ ຫວຽດນາມ​ເຂົ້າ​ຮ່ວມ.

ຕໍ່ໜ້າ​ສະຖານະ​ການ​ດັ່ງກ່າວ, ​ເພື່ອ​ສືບ​ຕໍ່​ພັດທະນາເສດຖະກິດ​ລວມໝູ່ ​ແລະ​ເສດຖະກິດ​ສະຫະກອນ ຈຳ​ເປັນ​ຕ້ອງ​ປະຕິບັດ​ວິທີ​ແກ້​ໄຂ​ຕ່າງໆ​ຢ່າງ​ຄົບ​ຊຸດ ​ເຊິ່ງຈຸດ​ໜັກ​ແມ່ນຍົກ​ສູງ​ຄວາມ​ຮັບ​ຮູ້​ ແລະ ລະດົມ​ແຫຼ່ງພະລັງ​ສະໜັບສະໜູນ ​ແລະ ສົ່ງ​ເສີມການ​ພັດທະນາ​ຂອງ​ເສດຖະກິດ​ລວມໝູ່ ​ແລະ​ເສດຖະກິດ​ສະຫະກອນ, ດັ່ງ​ນີ້:

ທີ​ໜຶ່ງ, ຢືນຢັນ​ວ່າເສດຖະກິດ​ລວມໝູ່ ​ແລະ​ເສດຖະກິດ​ສະຫະກອນນັບ​ມື້​ນັບ​ພັດທະນາ​ແມ່ນທ່າ​ອ່ຽງທີ່​ຫຼີກ​ລ່ຽງບໍ່​ໄດ້; ​ແມ່ນ​ພາກສ່ວນ​ເສດຖະກິດ​ທິ່ສຳຄັນ ພ້ອມ​ກັບ​ເສດຖະກິດ​ຂອງ​ລັດ​ກາຍ​ເປັນ​ຮາກ​ຖານ​ທີ່​ໝັ້ນຄົງ​ຂອງລະບົບ​ເສດຖະກິດ​ແຫ່ງ​ຊາດ. ການ​ພັດທະນາ​ເສດຖະກິດ​ລວມໝູ່ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ ​ແລະ​ເລີ່ມຈາກຄວາມ​ຕ້ອງການ​ຂອງ​ສະມາຊິກ, ​ເຄົາລົບ​ຄຸນຄ່າ ​ແລະຫຼັກການ​ເຄື່ອນ​ໄຫວຂອງ​ການຈັດ​ຕັ້ງ​ສະຫະກອນ ​ແລະ ສອດຄ່ອງ​ກັບ​ເງື່ອນ​ໄຂ, ຈຸດ​ພິ​ເສດທາງ​ເສດຖະກິດ​ແລະ​ສັງຄົມ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່ລະ​ເຂດ, ພ້ອມ​ກັນ​ນັ້ນ​ ຕ້ອງ​ປະຕິບັດຕາມ​ກົດ​ເກນ​ເສດຖະກິດ, ປະຕິບັດ​ຕາມ​ຫຼັກການຈັດ​ຕັ້ງ​ຂອງ​ສະຫະ​ກອນ, ​ເປັນ​ເຈົ້າ​ຂອງ​ຮ່ວມ​ກັນ, ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ, ໂດຍສະມາຊິກທີ່ສະໝັກໃຈຈັດຕັ້ງຂຶ້ນ ​ເພື່ອຊ່ວຍ​ເຫຼືອ​​ເຊິ່ງ​ກັນ​ແລະ​ກັນ ​ໃນ​ການ​ຜະ​ລິດ​ແລະ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​, ສ້າງ​ວຽກ​ເຮັດ​ງານ​ທຳ, ຕອບ​ສະໜອງ​ຄວາມ​ຕ້ອງການ​ລວ​ມຂອງບັນດາ​ສະມາຊິກ, ບົນ​ພື້ນຖານຄວາມ​ສະ​ເໝີ​ພາບ, ປະຊາ​ທິ​ປະ​ໄຕ​ ແລະ ​ຜົນ​ປະ​ໂຫຍດຮ່ວມ​ກັນ.

ການ​ປະ​ເມີນ​ປະ​ສິດ​ທິ​ຜົນຂອງ​ເສດ​ຖະ​ກິດ​ລວມ​ໝູ່ຕ້ອງ​ຮອບ​ດ້ານ ທາງ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມ, ​ຄວາມໝັ້ນຄົງ​ ແລະ​ການ​ປ້ອງ​ກັນ​ປະ​ເທດ, ທັງ​ດ້ານ​ປະສິດທິ​ຜົນ​ຂອງ​ການຈັດ​ຕັ້ງເສດຖະກິດ​ລວມໝູ່ ​ແລະ ຜົນ​ປະ​ໂຫຍ​ດຂອງ​ບັນດາ​ສະມາຊິກ. ກຳລັງ​ແຮງ​ຂອງເສດຖະກິດ​ລວມໝູ່, ສະຫະກອນ​ ແມ່ນ​ຢູ່​ທີ່​ການ​ຮ່ວມ​ມື, ການ​ເຊື່ອມ​ໂຍງ​ຂອງ​ບັນດາ​ສະມາຊິກ ຕາມແນວນອນ (ການ​ຮ່ວມ​ມື​ລະຫວ່າງ​ບັນດາສະມາຊິກ) ແລະແນວຕັ້ງ, ຕາມ​ຕ່ອງ​ໂສ້​ຄຸນຄ່າ (ການ​ຮ່ວມ​ມື​ລະຫວ່າງ​ສະມາຊິກ​ກັບ​ສະຫະກອນ, ວິ​ສາ​ຫະກິດ). ດັ່ງນັ້ນ, ຄວນມີເປົ້າໝາຍກ່ຽວກັບຈຳນວນສະມາຊິກທີ່ເຂົ້າຮ່ວມເສດຖະກິດ​ລວມໝູ່, ສະຫະກອນ (ອັດຕາສ່ວນສະມາຊິກ/ປະຊາກອນ, ຈຳນວນສະມາຊິກສະ​ເລ່ຍ/ສະຫະກອນ); ການ​ຮ່ວມ​ມື, ການ​ເຊື່ອມ​ໂຍງ​ຂອງ​​ສະມາຊິກ ຜ່ານ​ການ​ໃຫ້​ບໍລິການ​ຂອງ​ສະຫະກອນ ​ແລະ​ການ​ໃຊ້​ບໍລິການ​ຂອງ​ສະມາຊິກ.

ທີ​ສອງ, ຍູ້​ແຮງ​ການ​ໂຄສະນາ, ອົບຮົມ​ສຶກສາ​ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ທິດ​ທາງ​ການ​ພັດ​ທະ​ນາເສດຖະກິດ​ລວມໝູ່:

- ການ​ພັດທະນາ​ເສດຖະກິດ​ລວມໝູ່ ​ແລະ ສະຫະກອນ​ຕ້ອງ​ອີງ​ໃສ່​ບັນດາ​ຫຼັກການ​ພື້ນຖານ​ຄື: ປະຊາທິປະ​ໄຕ, ສະໝັກ​ໃຈ, ຮັບຜິດຊອບ​ດ້ວນ​ຕົນ​ເອງ, ຄຸ້ມ​ຄອງ​ແບບ​ປະຊາທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊຸມ​ຊົນ. ກຳນົດ​ແຈ້ງ​ທາດ​ແທ້ ​ແລະ ຫຼັກການ​ເຄືອ​ນ​ໄຫວ​ຂອງ​ສະຫະກອນ. ສະຫະກອນ, ສະຫະພັນ​ສະຫະກອນ​ແມ່ນ​ອົງການ​ເສດຖະກິດທີ່​ເຄື່ອນ​ໄຫວ​ຢ່າງ​ສະ​ເໝີ​ພາບ​ໃນຕະ​ຫຼາດ ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ສະມາຊິກ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ປະສິດທິ​ຜົນ, ຊຸກຍູ້​ການພັດທະນາ​ເສດຖະກິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ສະມາຊິກ​ໃຫ້​ດີ​ຂຶ້ນ, ຈາກ​ນັ້ນ ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ລວມ ຂອງ​ພື້ນຖານ​ເສດຖະກິດ; ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ສະມາຊິກ ​ແລະ ນັບ​ມື້​ນັບ​ກະຈາຍ​ອອກ​ໄປ​ໃນ​ສັງ​ຄົມ; ຍົກ​ສູງ​ຖານະ​ບົດບາດ​ທາງ​ການ​ເມືອງ​ແລະ​ສັງຄົມ​ຂອງສະມາຊິກ​ ແລະ​ຜູ້​ອອກ​ແຮງ​ງານ ​ໃນ​ຖານະ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ.

- ສະມາຊິກ​ສະໝັກ​ໃຈ​ເຂົ້າ​ຮ່ວມ ​ແລະ ລາອອກ​ຈາກ​ສະຫະກອນ; ການ​ຄຸ້ມ​ຄອງ​ແບບ​ປະຊາທິປະ​ໄຕ​ແລະ​ສະ​ເໝີ​ພາບ; ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ; ການ​ແບ່ງຜົນກຳ​ໄລຮັບ​ປະກັນ​ຄວາມ​ກົມກຽວ​ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງສະມາຊິກ​ສະຫະກອນ ​ແລະ ການ​ພັດທະນາ​ຂອງ​ສະຫະກອນ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຊຸມ​ຊົນ. ສະຫະກອນ​ໄດ້​ຮັບການຈັດ​ຕັ້ງ​ບົນ​ພື້ນຖານ​ຄວາມ​ຕ້ອງການ ​ແລະ​ ການ​ເຂົ້າ​ຮ່ວມ​ໂດຍ​ສະໝັກ​ໃຈ​ ຂອງ​ຜູ້​ອອກ​ແຮງ​ງານ, ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຕາມ​ບັນດາ​ຫຼັກການ​ຂອງ​ສະຫະກອນ ​ແລະ ​ໄດ້​ຮັບ​ການຢືນຢັນ​ໂດຍ​ກົດໝາຍ, ​ເມື່ອ​ເຂົ້າ​ຮ່ວມ​ສະຫະກອນ​ຜູ້​ອອກ​ແຮງ​ງານຕ້ອງ​ປະກອບ​ທຶນ​ແລະ​ເຫື່ອ​ແຮງ. ການ​ແຈກ​ຢາຍຜົນຜະລິດ​ໃນ​ສະຫະກອນ​ແມ່ນ​ການ​ແຈກ​ຢາຍ​ຕາມ​ແຮງ​ງານ ແລະ ທຶນສົມທົບ, ການແຈກຢາຍຕາມລະດັບການ​ໃຊ້​ບໍລິການ​ຂອງ​ສະມາຊິກສຳລັບ​ສະຫະກອນ; ສະຫະກອນມີສະຖານະທາງກົດໝາຍ, ຕັດສິນ​ໃຈ​ກ່ຽວ​ກັບ​ຂະ​ບວນການຜະລິດ ແລະ ຂະ​ບວນການທຸລະກິດຂອງຕົນເອງ ຕາມກົດໝາຍ, ​ແລະ​ມີ​ຄວາມ​ສະ​ເໝີ​ພາບກັບບັນດາອົງການຈັດຕັ້ງເສດຖະກິດອື່ນໆ.

ສະມາຊິກ​ທີ່​ເຂົ້າ​ຮ່ວມ​ໃນ​ສະຫະກອນ​ຕ້ອງ​ມີ​ເງື່ອນ​ໄຂ​ເບື້ອງຕົ້ນ​ຄື ຕ້ອງ​ປະກອບ​ທຶນ (ຕາມ​ຂໍ້​ກຳນົດ​ຂອງ​ກົດລະບຽບ​ຂອງ​ສະຫະກອນ), ປະກອບ​ເຫື່ອ​ແຮງ​ໃນ​ເມື່ອ​ສະຫະກອນ​ມີ​ຄວາມຕ້ອງການ; ທຶນສົມທົບຂອງສະມາຊິກສະຫະກອນ​ໄດ້ແບ່ງປັນກໍາໄລປະຈໍາປີ ແລະ ຈະຖອນອອກເມື່ອສະມາຊິກອອກຈາກສະຫະກອນ. ຄົວເຮືອນຍັງ​ຄົງ​ເປັນ​ຫົວໜ່ວຍ​ເສດຖະກິດ​ເອກະລາດທີ່ພຽງແຕ່ເຂົ້າຮ່ວມສະຫະກອນ​ເພື່ອ​ແກ້​ໄຂວຽກງານທີ່​ຄົວ​ເຮືອນ​ບໍ່​ສາມາດເຮັດເອງໄດ້ ຫຼື ​ເຮັດບໍ່ມີປະສິດທິຜົນ. ຜູ້ທີ່ຄຸ້ມຄອງ​ແລະ​ບໍລິຫານ​ອົງການ​ສະຫະກອນບໍ່ແມ່ນຄົນທີ່ມີທຶນສົມທົບຫຼາຍ, ແຕ່ເປັນຜູ້ທີ່ມີສັກສີແລະປະສົບການທີ່​ໄດ້​ຮັບການເລືອກຈາກສະມາຊິກສ່ວນຫຼາຍ. ການຈັດ​ຕັ້ງ​ເສດຖະກິດຮ່ວມ​ມື ​ແລະ ສະຫະກອນ​ ມີ​ລັກສະນະ​ສັງຄົມ-ມະນຸດສະທຳ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊຸມ​ຊົນ ​ແມ່ນ​ໜຶ່ງ​ໃນແຮງຂັບ​ເຄື່ອນ​​ພື້ນຖານ​ໃນ​ການ​ຄົງ​ຕົວ ​ແລະ ການພັດທະນາ​ເສດຖະກິດ​ສະຫະກອນ.

- ເສດຖະກິດສະຫະກອນອີງ​ໃສ່​ກຳມະສິດ​ຂອງ​ສະມາຊິກ ​ແລະ ກຳມະ​ສິດ​ຂອງ​ລວມໝູ່; ການ​ແຈກ​ຢາຍຜົນຜະລິດ​ຕາມ​ແຮງ​ງານ, ຕາມ​ທຶນ​ທີ່​ສົມທົບ ​ແລະ ລະດັບ​ການ​ໃຊ້​ບໍລິການ; ​ເຄື່ອນ​ໄຫວ​ຕາມ​ຫຼັກການ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ, ສະໝັກ​ໃຈ, ສະ​ເໝີ​ພາບ, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ ຄຸ້ມ​ຄອງ​ແບບ​ປະຊາທິປະ​ໄຕ... ຖື​ເອົາ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ເປັນ​ຕົ້ນຕໍ ລວມມີ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ສະມາຊິກ ​ແລະ ຜົນ​ປະ​ໂຫຍ​ດລວມໝູ່, ພ້ອມ​ກັນ​ນັ້ນ ກໍ​ໃຫ້​ຄວາມ​ສຳຄັນ​ກັບ​ຜົນ​ປະ​ໂຫຍ​ດສັງຄົມ​ຂອງ​ສະມາຊິກ. ຕ້ອງຊີ້​ແຈງໃຫ້​ຈະແຈ້ງ​ກວ່າອີກ, ​ເດັ່ນ​ຊັດ​ກວ່າ​ອີກ ​ກ່ຽວ​ກັບທາດ​ແທ້​ຂອງ​ອົງກາ​ນສະຫະກອນ, ຮັບ​ປະກັນ​ໃຫ້​ສະຫະກອນ​ສະໜອງ​ບໍລິການ​ໃຫ້​ສະມາຊິກ ​ເພື່ອນຳຜົນ​ປະ​ໂຫຍ​ດມາ​ໃຫ້​ສະມາ​ຊິດ, ​ໂດຍ​ບໍ່​ແມ່ນ​ເພື່ອສະ​ແຫວ​ງ​ຫາຜົນ​ກຳ​ໄລ. ຮັບ​ເອົາ​ບົດຮຽນ​ປະສົບ​ການ​ສາກົນກ່ຽວ​ກັບ​ການ​ພັດທະນາ​ສະຫະກອນ ​ໂດຍ​ສະ​ເພາະ ​ບັນດາ​ຫຼັກການ​ສະຫະກອນ​ທີ່​ໄດ້​ຮັບຄຳແນະນຳ​ຈາກອົງການ​ສະຫະ​ປະຊາ​ຊາດ, ອົງການ​ແຮງ​ງານ​ສາກົນ (ILO) ​ແລະ ສະຫະພາບ​ສະຫະກອນ​ສາກົນ (ICA).

ສະຫະກອນ ເມື່ອສ້າງຕັ້ງແລະລົງທະບຽນດຳເນີນທຸລະກິດ, ຕ້ອງ​ມີກົດ​ລະບຽບສະ​ເພາະ​, ມີ​ແຜນການ​ຜະລິດ ທຸລະ​ກິດ​ທີ່​ຈະ​ແຈ້ງ, ແລະ ລົງທະບຽນກັບ​ອົງການ​ຂອງ​ລັດ​ທີ່​ມີ​ ອຳນາດຮັບຮອງ​ເປັນນິຕິບຸກຄົນ; ​ໄດ້​ສ້າງ​ຕັ້ງ​ແລະ​ຍຸບ​ເລີກ (ສະໝັກ​ໃຈ ​ຫຼື ​ຖືກ​ບັງຄັບ​ເມື່ອ​ລະ​ເມີດ​ກົດໝາຍ) ອີງ​ໃສ່​ຄວາມ​ຕ້ອງການ​ຂອງ​ສະມາຊິກ, ບໍ່ຄວນຄິດ​ວ່າ​ ເມື່ອ​ສ້າງ​ຂຶ້ນ​ມາ​ແລ້ວຈະຄົງ​ຕົວ​ຕະຫຼອດ​ການ.

- ການ​ພັດທະນາເສດຖະກິດ​ລວມໝູ່ປະ​ກອບ​ມີ​ຮູບ​ແບບ​ຕ່າງໆ​, ​ໃນ​ນັ້ນ​ ສະຫະກອນ​ກະ​ເສດ​ເປັນ​ຫຼັກ. ການ​ພັດທະນາເສດຖະກິດ​ລວມໝູ່ດ້ວຍ​ຫຼາຍ​ຮູບ​ການ​ຮ່ວມ​ມື, ​ເຊື່ອມ​ໂຍງ​ບັນດາ​ຊາວ​ກະສິກອນ, ຄົນ​ງານ, ຄອບຄົວ​ຜະລິດ ​ແລະ ທຸລະ​ກິດ, ວິສາຫກິດ​ຂະໜາດ​ນ້ອຍ​ແລະກາງ, ​ໂດຍ​ບໍ່ຈຳກັດ​ຂະໜາດ, ຂົງ​ເຂດ ​ແລະ ພື້ນ​ທີ່; ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ສະມາຊິກ. ສົ່ງ​ເສີມການ​ພັດທະນາ​ສະຫະກອນ​ຢ່າງ​ໜັກ​ແໜ້ນ, ມີ​ປະສິດທິ​ຜົນ, ຮັບປະກັນ​ບົດບາດ​ເປັນ​ເຈົ້າທີ່​ແທ້ຈິງ​ຂອງສະມາຊິກ ​ແລະ ນຳຜົນ​ປະ​ໂຫຍ​ດມາ​ໃຫ້​ສະມາຊິກ. ສະຫະກອນອາດ​ຈະ​ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ໂດຍ​ບໍ່​ຖືກຈໍາກັດ​ໃນຂອບ​ເຂດການ​ປົກຄອງ ​ແລະ ຜູ້​ອອກ​ແຮງ​ງານ​ຄົນ​ໜຶ່ງ​ ໃນ​ເວລາ​ດຽວ​ກັນ ​ອາດ​ຈະ​ເປັນ​ສະມາຊິກ​ຂອງ​ຫຼາຍສະຫະກອນ (ຖ້າ​ຫາກ​ກົດ​ລະບຽບ​ຂອງ​ສະຫະກອນ​ບໍ່​ມີ​ຂໍ້​ກຳນົດ​ອື່ນ). ຜູ້​ເຂົ້າ​ຮ່ວມສະຫະກອນແມ່ນບຸກຄົນ (ຜູ້​ອອກ​ແຮງງານ) ຫຼືທັງບຸກຄົນແລະນິຕິບຸກຄົນ. ພັດທະນາສະຫະກອນທີ່ທຸລະ​ກິດ​ປະສົມ​ຫຼາຍ​ຂະ​ແໜງ​ການ ຫຼື​ສະ​ເພາະ​ຂະ​ແໜງ​ການ.   

ຮູບ​ແບບ​ການຈັດ​ຕັ້ງ​ແລະ​ຂະໜາດ​ຂອງ​ເສດຖະກິດ​ການ​ຮ່ວມ​ມື ​ແລະ ສະຫະກອນ​ແມ່ນ​ຫຼາກ​ຫຼາຍ ​ໂດຍ​ແລ້ວ​ແຕ່​ເງື່ອ​ນໄຂຕົວ​ຈິງ​ຂອງ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ເຂດ​ທີ່​ຕ່າງ​ກັນ ​ແລະ ຄວາມ​ຕ້ອງການ​ກໍຄື​ຄວາມ​ສະໝັກ​ໃຈ ​ຂອງຜູ້​ອອກ​ແຮງ​ງານທີ່​ມີ​ຄວາມ​ຕ້ອງການ​ໃນ​ການ​ພ້ອມ​ກັນ​ເຮັດ​ວຽກ​ງານ​ໜຶ່ງ ​ຫຼື ຫຼາຍ​ວຽກ​ງານ, ​ໃນ​ໄລຍະ​ເວລາ​ແລະ​ພື້ນ​ທີ່​ທີ່ແນ່ນອນ. ມີສະຫະກອນບາງ​ຮູບ​ແບບດັ່ງ​ນີ້:

+ ແບບປະສົມ (ທຸລະກິດສັງ​ລວມ), ນັ້ນ​ແມ່ນ​ບັນດາສະຫະກອນທີ່​ທັງ​ຈັດ​ຕັ້ງ​ການ​ຜະລິດ ທຸລະ​ກິດ​ລວມສູນ​ໂດຍ​ກົງ ທັງ​ເຄື່ອນ​ໄຫວ​ບໍລິການ​ໃຫ້​ຄອບຄົວ​ສະມາຊິກ ກ່ຽວ​ກັບ​ຂັ້ນ​ຕອນ, ວຽກ​ງານ​ທີ່​ແຕ່​ລະ​ຄອບຄົວ​ສະມາຊິກ​ບໍ່​ມີ​ເງື່ອນ​ໄຂ​ທີ່​ຈະ​ເຮັດ ຫຼື ​ເຮັດ​​​ໄດ້ແຕ່​ມີ​ປະສິດທິ​ຜົນຕ່ຳ. ສະຫະກອນ​ປະສົມ​ແມ່ນ​ຮູບ​ແບບ​ການຈັດ​ຕັ້ງສະຫະກອນທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ ​ເຊິ່ງຫຼາຍ​ປະ​ເທດ​ແລະອານາ​ເຂດ​ໃນ​ໂລກ ກຳລັງນໍາ​ໃຊ້​ເຊັ່ນ ສະຫະກອນ​ປຸງ​ແຕ່ງ​ເຫຼົ້າ​ແວງ ​ໃນ​ເຢຍລະ​ມັນ, ສະຫະກອນຜະລິດ​ຜັກ​ແລະ​ໝາກ​ໄມ້ ຂອງ​ໄຕ້​ຫວັນ (ຈີນ), ສະຫະກອນ​ລ້ຽງ​ງົວ​ນົມ ​ຂອງ​ອິສຣາ​ແອນ,.. ຢູ່​ປະ​ເທດ​ຫວຽດນາມ, ບັນດາ​ເຂດ​ການ​ຜະລິດ​ສິນຄ້າ, ​ເສດຖະກິດ​ຂະຫຍາ​ຍຕົວ, ສະຫະກອນຕາມ​ຮູບ​ແບບ​ນີ້ ​ຈະ​ມີ​ຂໍ້​ໄດ້​ປຽບ ​ໃນ​ການ​ພັດທະນາ​ການ​ຜະລິດ​ກະສິກຳ, ຕິດ​ກັບ​ການ​ປຸງ​ແຕ່ງ​ ແລະ ​ການຈຳໜ່າຍ, ສົມທົບ​ກັບ​ການ​ຂະຫຍາຍ​ຂະ​ແໜງ ອາຊີບ​ອຸດສາຫະກຳ, ຫັດຖະກຳ ​ແລະ ການ​ກໍ່ສ້າງ​ຊົນນະບົດ. ສະຫະກອນມີ​ທັງ​ເງື່ອ​ນໄຂສະ​ສົມ​ຢ່າງ​ໄວ​ຈາກ​ຫຼາຍ​ແຫຼ່ງທີ່​ຕ່າງ​ກັນ ​ເພື່ອ​ຫັນ​ເປັນ​ທັນ​ສະ​ໄໝ​​ໃນການ​ຜະລິດ ​ແລະ​ສ້າງ​ຜະລິດ​ຕະພັນ​ສິນຄ້າ​ທີ່​ມີ​ແຮງ​ແຂ່ງຂັນ, ທັງ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ ​ຂອງ​​ເສດຖະກິດຄອບຄົວສະມາຊິກ ​ໃນ​ຂະ​ບວນການຫັນປ່ຽນ​ສູ່​ການ​ຜະລິດ​ສິນ​ຄ້າ.

+ ຮູບ​ແບບສະຫະກອນບໍລິການ: ສະຫະກອນ​ຮູບ​ແບບ​ນີ້ມີ​ຄວາມ​ຫຼາກ​ຫຼາຍ​ທີ່​ສຸດ​ທາງ​ດ້ານ​ຂະໜາດ, ຮູບ​ການຈັດ​ຕັ້ງ ​ແລະ ຂົງ​ເຂດ​ການ​ເຄື່ອນ​ໄຫວ, ​ພັດ​ທະ​ນາ​ ໃນ​ທຸກ​ຂົງ​ເຂດ​ເຊັ່ນ​: ກະ​ສິ​ກໍາ​, ອຸດ​ສາ​ຫະ​ກໍາ​, ການ​ບໍ​ລິ​ການ​, ສຸ​ຂະ​ພາບ​, ການ​ສຶກ​ສາ​, ການຮັກສາ​ສິ່ງ​ແວດ​ລ້ອມ, ການທ່ອງ​ທ່ຽວ... ຮູບແບບນີ້​ໄດ້​ຮັບການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ສະມາຊິກ​ທີ່​ມີ​ຄວາມສະໝັກໃຈ, ​ແລ້ວ​ແຕ່​ກົດໝາຍຂອງແຕ່ລະປະເທດ ທີ່ກໍານົດຈໍານວນ​ສະມາຊິກ​ສະຫະກອນຕ່ຳສຸດ, ​ແຕ່​ສາມາດ​ຂະຫຍາຍສະມາຊິກ​ສະຫະກອນ​ເປັນ​ພັນ​ຄົນ, ໝື່ນຄົນ​ເຊັ່ນ ສະຫະກອນສິນ​ເຊື່ອ​ຢູ່​ເຢຍບະ​ມັນ; ມີ​ຮູບ​ການຈັດ​ຕັ້ງ​ທີ່​ອຸດົມສົມບູນ, ຫຼາກ​ຫຼາຍ; ມີສະຫະກອນໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ ​ເພື່ອດໍາເນີນການບໍລິການໜຶ່ງ, ສອງ ຫຼື ຫຼາຍ​ປະ​ເພດ, ​ໃຫ້ບໍ​ລະກາ​ນສະ​ເພາະ “ສົ້ນ​ເຂົ້າ” ຫຼື​​ໃຫ້​ບໍລິການ​ສະ​ເພາະ “ສົ້ນ​ອອກ” ຂອງ​ການ​ຜະລິດ, ຫຼື​ໃຫ້​ບໍລິການທັງ “ສົ້ນ​ເຂົ້າ” ​ແລະ “ສົ້ນ​ອອກ” ຂອງ​ການ​ຜະລິດ. ສະຫະກອນ​ບໍລິການ​ແມ່ນ​ອົງການ​ຈັດ​ຕັ້ງ​ປະ​ເພດ​ໜຶ່ງ ທີ່​ໄດ້​ຮັບ​ການ​ສະໜັບສະໜູນຈາກປະເທດຕ່າງໆ​ໃຫ້ພັດທະນາ, ​ໂດຍ​ສະ​ເພາະ​ແມ່ນ​ ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ວິຊາ​ສະ​ເພາະ​ສູງ ​ແລະ​ເສດຖະກິດ​ພັດທະນາ. ຢູ່​ຫວຽດນາມ​ໃນປະຈຸ​ບັນ, ຮູບ​ແບບ​ນີ້​ໄດ້​​ຮັບ​ການ​ສ້າງ​ຕັ້ງ​ແລະ​ພັດທະນາຢ່າງ​ແຂງ​ແຮງ ​ໃນບາງ​ເຂດ​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ​ພັດທະນາ. ​ເຖິງ​ວ່າ​ສ່ວຍ​ຫຼາຍ​ຍັງ​ງ່າຍດາຍ, ຂາດປະສົບການ ​ແລະ ສະພາບ​ແວດ​ລ້ອມທີ່ບໍ່ເອື້ອອໍານວຍ ແຕ່​​ເບື້ອງ​ຕົ້ນ​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ສະ​ເພາະ​ໜ້າ​ບາງ​ຢ່າງ​ ຂອງ​ສະ​ມາ​ຊິກ​, ​ໂດ​ຍສະ​ເພາະບໍລິການດ້ານກະສິກໍາ-ປ່າໄມ້-ການປະມົງ.

+ ຮູບ​ແບບສະຫະກອນຜະລິດ​ລວມສູນ ​ແມ່ນ​ປະ​ເພດ​ທີ່​ມີຂໍ້​ໄດ້​ປຽບ​ໃນ​ການ​ຫັນ​ພາຫະນະ​ການ​ຜະລິດ​ເປັນ​ສັງ​ຄົມ, ມີ​ເງື່ອນ​ໄຂທີ່​ສະດວກ​ຫຼາຍ​ຢ່າງ​ເພື່ອ​ເຕົ້າ​ໂຮມ​ເງິນ​ລົງ​ທຶນ​ ເພື່ອ​ຫັນ​ການ​ຜະ​ລິດ​ເປັນ​ທັນ​ສະ​ໄໝ​ໂດຍ​ໄວ, ນຳ​ໃຊ້ວິທະຍາສາດ​ ແລະ​ເຕັກ​ໂນ​ໂລ​ຊີ​ໃໝ່... ​ແຕ່, ຮູບ​ແບບ​ນີ້​ກໍ່​ມີ​ຂໍ້​ຈຳກັດ​ໃນ​ການ​ຂຸດ​ຄົ້ນ, ນຳ​ໃຊ້ ​ແລະ ​ເສີມ​ຂະຫຍາຍ​ແຫຼ່ງຊັບພະຍາກອນ​ຕ່າງໆ ກໍ່​ຄື​ເສີມ​ຂະຫຍາຍຈິດ​ໃຈ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ຄວາມ​ຄິດ​ປະດິດ​ສ້າງ​ຂອງ​ສະມາຊິກ​ສະຫະກອນ​ທຸກ​ຄົນ ​ເນື່ອງຈາກຄວາມບໍ່ສອດຄ່ອງ​ກັບ​ພຶດຕິ​ກຳ​ການຜະລິດ ​ເຮັດ​ໃຫ້​ປະສິດທິ​ຜົນ​ການ​ຜະລິດຕ່ຳ, ດັ່ງ​ນັ້ນ ໃນ​ບັນດາ​ປະ​ເທດ​ທີ່​ມີ​ເສດຖະກິດ​ຕະຫຼາດ, ​ຮູບ​ແບບ​ສະຫະກອນ​ແບບ​ນີ້​ຈຶງ​ບໍ່​ຫຼາຍ​ປານ​ໃດ.

- ການ​ພັດທະນາ​ເສດຖະກິດ​ການ​ຮ່ວມ​ມື​ແລະສະຫະກອນ​ເທື່ອ​ລະ​ກ້າວ, ຫຼາກ​ຫຼາຍ​ທາງ​ດ້ານ​ຮູບ​ການ, ຂະໜາດ ​ແລະ ຂອບ​ເຂດ​ການ​ເຄື່ອນ​ໄຫວ, ສອດຄ່ອງ​ກັບ​ຄວາມ​ຕ້ອງການ, ​ເງື່ອນ​ໄຂ​ຂອງ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ເຂ​ດທີ່​ຕ່າງ​ກັນ:

​ໃນ​ຂົງ​ເຂດ​ກະສິກຳສຸມ​ໃສ່​ແບ່ງ​ປະ​ເພດ, ຈັດການ​ແກ້​ໄຂ​ຂໍ້ຄົງຄ້າງຂອງ​ສະຫະກອນກະສິກຳ, ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂອຳນວຍ​ຄວາມສະດວກ​ໃຫ້​ບັນດາ​ສະຫະກອນ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ຄ່ອຍໆ​ຫັນ​ສູ່​ຮູບ​ແບບ​ສະຫະກອນ​ແບບ​ໃໝ່, ຍຸບ​ເລີກ​ບັນດາສະຫະກອນທີ່​ອ່ອນ​ແອ​ຕາມ​ກົດໝາຍ. ກໍ່ຕັ້ງ​ບັນດາ​ໜ່ວຍ​ຮ່ວມ​ມື ​ແລະ ສະຫະກອນທີ່​ຫຼາຍ​ຮູບ​ຫຼາຍ​ແບບຈາກຕ່ຳຂຶ້ນ​ສູງ ຕາມ​ຄວາມ​ຕ້ອງການ​ແລະ​ຄວາມ​ສະໝັກ​ໃຈ​ຂອງ​ສະມາ​ຊິກ ທີ່​ສ້າງ​ຂຶ້ນ​ມາ​ເພື່ອສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ​ໃນ​ການ​ພັດທະນາ​ການ​ຜະ​ລິດ​ແລະ​ທຸລະ​ກິດ. ສ້າງ​ແລະ​ພັດທະນາ​ບັນດາສະຫະກອນ​ແບບ​ໃໝ່ທີ່​ທຸລະ​ກິດສັງ​ລວມ (ການ​ບໍລິການ​ແລະ​ການ​ຜະລິດ​ລວມສູນ - ຮູບ​ແບບ​ສະຫະກອນ​ປະສົມ), ສະຫະກອນ ຫຼື ​ໜ່ວຍ​ຮ່ວມ​ມືດ້ານ​ບໍລິການ (​ໃຫ້​ບໍລິການ​ສະ​ເພາະ​ຂັ້ນ​ຕອນ ຫຼື​ໃຫ້​ບໍ​ລະກາ​ນສັງ​ລວມ), ​ເຊັ່ນ: ການ​ໄຖ​ຄາດ, ການ​ຊົນ​ລະ​ຫະທານ, ການ​ປຸງ​ແຕ່ງ, ການ​ສະໜອງ​ວັດຖຸ​ອຸປະກອນ,... ​ໃນ​ບໍລິ​ເວນ​ທີ່​ມີ​ເງື່ອນ​ໄຂ ​ແລະ ມີຄວາມ​ຕ້ອງການ​​ບໍລິການ​ຂອງ​ສະມາຊິກ​ສະຫະກອນ ​ແລະ ຄອບຄົວ​ທີ່ຢູ່​ອ້ອມ​ຂ້າງ, ຫຼືສະຫະກອນຜະລິດລວມສູນ ຖ້າ​ຫາກ​ສະມາຊິກ​ສະຫະກອນ​ຮຽກຮ້ອງ​ຕ້ອງການ ​ແລະ ມີ​ເງື່ອນ​ໄຂ​ທີ່​ພຽງພໍ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍກ່ຽວ​ກັບສະຫະກອນ. ກໍ່​ຕັ້ງ​ບັນດາ​ໜ່ວຍຮ່ວມ​ມື ຫຼື ສະຫະກອນບໍລິການ​ດ້ານ​ເຕັກນິກ​ ​ເພື່ອ​ສະໜອງ​ບັນດາ​ປັດ​ໄຈ​ເຕັກນິກ​ທີ່​ສຳຄັນ ໃຫ້ບັນດາ​ຄອບຄົວ​ຜະລິດ, ​ເຊັ່ນ: ສະໜອງ​ນ້ຳ (ຊົນ​ລະ​ຫະທານ), ​ແນວ​ພັນ​ພືດ, ພັນ​ສັດ, ການ​ໄຖ​ຄາດ, ການ​ປົກ​ປ້ອງ​ພືດ... ຕາມ​ການ​ຮ້ອງ​ຂໍ​ຂອງ​ຄົວ​ເຮືອນ​ຊາວ​​ກະ​ສີກ​ອນ ​ໃນ​ແຕ່ລະ​ທ້ອງ​ຖິ່ນ. ສົ່ງ​ເສີມ​ການ​ພັດທະນາ​ບັນດາ​ຮູບ​ການ​ເສດຖະກິດການ​ຮ່ວມ​ມື​ທີ່​ຫຼາກ​ຫຼາຍ ​ໃນ​ຊຸມ​ຊົນ​ຊາວ​ປະມົງ​ຢູ່​ເຂດ​ທະ​ເລ ກ່ຽວ​ກັບ​ບັນດາ​ຮູບ​ການ​ຂຸດ​ຄົ້ນ, ປູກ​ລ້ຽງ, ປຸງ​ແຕ່ງ, ບໍລິການ, ຊອກ​ຫາ​ພື້ນ​ທີ່​ຫາ​ປາ, ປົກ​ປ້ອງ​ການ​ຜະລິດ​ເທິງ​ທະ​ເລ.... ການ​ຮ່ວມມືລະຫວ່າງ​ຜູ້​ມີ​ທຶນ, ມີ​ເຄື່ອງມື​ເຮືອ​ແຫ, ມີ​ເຕັກນິກ ​ເພື່ອ​ພ້ອມ​ກັນ​ຮ່ວມ​ທຶນ​ແລະ​ລົງທຶນ​ພັດທະນາສະຫະກອນ ​ແລະ ໜ່ວຍ​ຮ່ວມ​ມື.

​ໃນ​ຂົງ​ເຂດ​ອຸດສາຫະກຳ, ອຸດສາຫະກຳ​ນ້ອຍ, ຫັດຖະກຳ ​ແລະ ການ​ກໍ່ສ້າງ: ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ບັນດາສະຫະກອນຕາມ​ຂະ​ແໜງ​ການ, ອາຊີບ​ທີ່​ມີ​ທ່າ​ແຮງ, ​ເອົາ​ໃຈ​ໃສ່​ເຖິງ​ເຂດ​ຊົນນະບົດ, ບ່ອນ​ທີ່​ມີ​ແຫຼ່ງກຳລັງ​ຄົນ ​ແລະ​ວັດຖຸ​ດິດກັບ​ບ່ອນ. ພັດທະນາ​ບັນດາສະຫະກອນປຸງ​ແຕ່ງ​ ແລະ​ ຈຳໜ່າຍ​ຂາຍຜະລິດ​ຕະພັນກະສິກຳ - ປ່າ​ໄມ້ - ປະມົງ ທີ່​ມີ​ຄວາມ​ສາມາດ​ຂາຍ​ຢູ່​ໃນ​ປະ​ເທດ​ແລະ​ສົ່ງ​ອອກ. ພັດທະນາ​ຢ່າງ​ກວ້າງຂວາງ ບັນດາ​ສະຫະກອນ​ກໍ່ສ້າງ​ແລະ​​ບໍ​ລິ​ໂພກ​ໄຟ​ຟ້າພົນລະ​ເຮືອນ, ພັດທະນາ​ແລະ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ແລະ ບັນດາ​ປະ​ເພດສະຫະກອນທີ່ຕອບສະໜອງການບໍລິການສັງຄົມທີ່ຈໍາ​ເປັນ​ອື່ນ ​ເຊິ່ງສອດຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ​ໃນ​ແຕ່ລະ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ​ເອົາ​ໃຈ​ໃສ່​ປ່ຽນ​ແປງ​ໃໝ່​​ເຄື່ອງຈັກ​ເຄື່ອງ​ປະກອບ, ສົ​ມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ​ແລະ ​ເຕັກ​ໂນ​ໂລ​ຊີ​ດັ້ງ​ເດີມ, ຄ່ອຍໆ​ປັບປຸງ​ຄວາມ​ທັນ​ສະ​ໄໝ​​ໃຫ້​ກັບ​ຂະ​ບວນການ​ຜະລິດ​ຂອງສະຫະກອນ, ຂອງ​ໜ່ວຍ​ຮ່ວມ​ມື.

​ໃນ​ຂົງ​ເຂດ​ການ​ຂົນ​ສົ່ງ: ພັດທະນາ​ບັນດາ​ສະຫະກອນ​ຂົນ​ສົ່ງຕາມ​ຮູບ​ແບບ​ຂອງ​ສະຫະກອນບໍລິການສະໜັບສະໜູນ ​ແລະ ສະຫະກອນຂົນ​ສົ່ງ, ຈັດ​ຕັ້ງ​ເຄືອ​ຂ່າຍ​ການ​ຂົນ​ສົ່ງ, ການສ້ອມ​ແປງ​ພາຫະນະ​​ ໃນ​ແຕ່ລະ​ທ້ອງ​ຖິ່ນ ​ເພື່ອ​ເຊື່ອມ​ຕໍ່ “ການ​ສະໜອງ” ກັບ “ຄວາມ​ຕ້ອງການ” ກ່ຽວ​ກັບ​ການ​ຂົນ​ສົ່ງ, ດ້ວຍບັນດາ​ພາຫະນະ​ຂົນ​ສົ່ງ​ທີ່​ຫຼາກ​ຫຼາຍ, ປອດ​ໄພ, ສິວິ​ໄລ ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ເສດຖະກິດ, ສັງຄົມ ​ແລະ​ ປະ​ເພນີ, ຈັດ​ຕັ້ງ​ສະຫະພາບ​ອາຊີ​ບ​ແລະສະມາຄົມ​ຂົນ​ສົ່ງ​ຈຳນວນ​ໜຶ່ງ ​ເພື່ອ​ສ້າງ​ການ​ເຊື່ອມ​​ໂຍງ​ລະຫວ່າງ​ສະຫະກອນ​ຂົນ​ສົ່ງ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ ​ແລະ ປະສິດທິ​ຜົນ​ ການ​ເຄື່ອນ​ໄຫວໃນຂົງ​ເຂດ​ການ​ຂົນ​ສົ່ງ.

ໃນ​ຂົງ​ເຂດ​ການຄ້າ - ການ​ບໍລິການ: ສະຫະກອນການ​ຄ້າ-ການ​ບໍລິການ​ພັດທະນາ​ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ​ທາງ​ດ້ານ​ເສດຖະກິດ-ສັງຄົມ ​ແລະ ລະ​ດັບ​ການ​ພັດທະນາ​ແລະ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ, ຂອງ​ບັນດາ​ຄົວ​ເຮືອນ​ທຸລະ​ກິດ​ນ້ອຍ, ​ໂດຍ​ບໍ່​ຄໍານຶງ​ເຖິງຂອບເຂດການປົກຄອງ, ອາດ​ຈະ​ຢູ່​ໃນ​ຂອບ​ເຂດ​ບ້ານ, ໝູ່​ບ້ານ, ຕາ​ແສງ. ຢູ່​ໃນ​ເຂດ​ຊົນນະບົດ, ຕົ້ນຕໍ​ແມ່ນ​ພັດທະນາ​ບັນດາສະຫະກອນບໍລິການ​ການກະ​ເສດ ​ແລະ ທຸລະ​ກິດ​ການ​ຄ້າ, ລວມທັງການບໍລິການ “ສົ້ນ​ເຂົ້າ ​ແລະ ສົ້ນ​ອອກ” ສໍາລັບຄົວ​ເຮືອນ​ຊາວ​ກະ​ສິ​ກອນ​ ​ແລະ ສະໜອງ​ສິນຄ້າ​ໃຊ້​ສອຍ​ໃຫ້​ປະ​ຊາ​ກອນ​ຊົນ​ນະ​ບົດ. ຢູ່ໃນຕົວເມືອງແລະ​ເທດສະບານ​ມີ​ຕະຫຼາດ ​ທີ່ມີຄົວ​ເຮືອນທຸລະກິດຂະໜາດນ້ອຍຈຳນວນ​ຫຼາຍ ສາມາດ​ແນະນໍາການສ້າງຕັ້ງສະຫະກອນການຄ້າ ​ເພື່ອ​ຊ່ວຍ​ເຫຼືອຊຶ່ງ​ກັນ​ແລະ​ກັນ​ ກ່ຽວ​ກັບຂໍ້​ມູນ​ລາຄາ, ສ້າງ​ແຫຼ່ງສິນຄ້າ ​ແລະ ຈັດການ​ແກ້​ໄຂ​ຄວາມ​ສ່ຽງ​ໃນ​ຂະ​ບວນການ​ທຸລະ​ກິດ.

​ໃນ​ຂົງ​ເຂດ​ສິນ​ເຊື່ອ: ກໍ່ສ້າງ​ລະບົບ​ກອງ​ທຶນ​ສິນ​ເຊື່ອ​ປະຊາຊົນ, ຮັບປະກັນ​ການ​ເຄື່ອນ​ໄຫວ​ທີ່​ປອດ​ໄພ, ມີ​ປະສິດທິ​ຜົນ, ​ເຂັ້ມ​ແຂງ​ທາງ​ດ້ານ​ການຈັດ​ຕັ້ງ, ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນ​ໃນ​ລະບົບ​ແຕ່​ສູນ​ກາງ​ຈົນ​ເຖິງ​ຮາກ​ຖານ, ຖື​ຄຸນ​ນະພາ​ບ​ເປັນສຳຄັນ; ພຽງ​ແຕ່​ພັດທະນາກອງທຶນໃໝ່ ເມື່ອມີ​​ເງື່ອນ​ໄຂ ມີຄຸນ​ນະ​ສົມ​ບັດທີ່​ພຽງ​ພໍ​, ມີຄວາມ​ສາ​ມາດ​ໃນ​ການ​ຄວບ​ຄຸມ​ແລະ​ການ​ຄຸ້ມ​ຄອງ; ​ໃນ​ຕໍ່ໜ້າ, ຕົ້ນຕໍ​ແມ່ນ​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ຊົນນະບົດ, ​ໃນ​ຕົວ​ເມືອງ ​ເທດສະບານ​ທີ່​ມີ​ໂຄງ​ສ້າງ​ເສດຖະກິດກະສິກຳ - ການປ່າ​ໄມ້ - ການ​ປະມົງ ​ແລະ ອຸດສາຫະກຳ​ນ້ອຍ ຫັດຖະກຳ, ການ​ບໍລິການ​ທີ່ມີ​ຄວາມ​ຕ້ອງການດ້ານ​ເງິນ​ທຶນ​ສິນ​ເຊື່ອຈຳນວນ​ຫຼາຍ ​ແລະ ມີ​ຄວາມ​ສາມາດ​ລະດົມ​ທຶນ​ຢູ່ກັບ​ບ່ອນ.

ສຳລັບ​ເຂດ​ຕົວ​ເມືອງ ​ແລະ ຊານ​ເມືອງ, ມີ​ປະຊາກອນ​ໜາ​ແໜ້ນ, ການ​ຜະລິດ​ສິນຄ້າ, ສະຕິ​ປັນຍາ​ຂອງ​ປະຊາຊົນມີການ​ພັດທະນາ​, ​ໃຫ້​ເອົາ​ໃຈ​ໃສ່​ພັດທະນາສະຫະກອນ​ໃນ​ບັນດາ​ຂົງ​ເຂດການ​ຜະລິດ ທຸລະ​ກິດ, ​ໃຫ້ບໍລິການການຜະລິດ, ​ບໍລິການຮັບ​ໃຊ້ຊີວິດ, ການກໍ່ສ້າງ.

ສຳລັບ​ເຂດຊົນນະບົດ, ຊຸກຍູ້​ການ​ພັດທະນາ​ບັນດາຮູບ​ແບບສະ​ຫະ​ກອນ​ແລະໜ່ວຍ​ຮ່ວມ​ມື ​​ທີ່ໃຫ້​ບໍ​ລິ​ການ “ສົ້ນ​ເຂົ້າ ​ແລະ ສົ້ນ​ອອກ” ​ໃນຂະ​ບວນ​ການຜະລິດຂອງຜູ້​ອອກ​ແຮງ​ງານ ​ເພື່ອ​ຮັບ​ໃຊ້ຄວາມ​ຕ້ອງ​ການ​ຂອງ​ການ​ຜະ​ລິດ​ກະ​ສິ​ກໍາ​, ພ້ອມ​ກັນ​ນັ້ນ​ ເຊື່ອມ​ຕໍ່​ຜູ້​ອອກ​ແຮງ​ງານ​ກັບບັນດາ​ອົງການຈັດ​ຕັ້ງ​ຜະລິດ​ຂອງ​ລັດ ​ແລະ ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ (​ໃນ​ສາຍ​ພົວພັນ​ລະຫວ່າງ​ການ​ຜະລິດກະສິກຳ ​ກັບ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການຈຳໜ່າຍສິນຄ້າ).

ສຳລັບ​ເຂດ​ເນີນສູ​ງ​ແລະ​ເຂດ​ພູຜາ, ​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ຮູບ​ການ​ຮ່ວມ​ມື​ແບບ​ງ່າຍດາຍ ​ລະຫວ່າງ​ບັນດາ​ຄອຍ​ຄົວ ​ເພື່ອແກ້​ໄຂ​ຄວາມຕ້ອງການຂອງ​ການ​ຜະລິດ​ແບບ​ກຸ້ມ​ຕົນ​ເອງ ສະໜອງ​ດ້ວຍ​ຕົນ​ເອງ ​ເຊິ່ງ​ຕ້ອງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດ​ເພື່ອ​ພັດທະນາ​ເສດຖະກິດ​ລວມໝູ່, ​ໂດຍ​ສຸມ​ໃສ່​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເຕັກນິກ ​ແລະ ການ​ແກ້​ບັນຫາ​ເພື່ອ​ສ້າງ​ການ​ດຳລົງ​ຊີ​ວິດ, ວຽກ​ເຮັດ​ງານ​ທຳ, ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ.

ທີ​ສາມ, ລະດົມ ​ແລະ ນຳ​ໃຊ້​ແຫຼ່ງກຳລັງ​ເພື່ອພັດທະນາເສດຖະກິດ​ລວມໝູ່ຢ່າງ​ມີ​ປະສິດທິ​ຜົນ:

- ​ເລັ່ງລັດ​ແກ້​ໄຂ​ແລະ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍສະຫະກອນປີ 2012, ສ້າງ​ກອບ​ກົດໝາຍ​ທີ່​ເປີດກວ້າງ ​ແລະ ​ໂປ່​ງ​ໃສ, ສົ່ງ​ເສີມ, ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດລວມໝູ່, ສະຫະກອນ, ສ້າງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ, ທຸລະ​ກິດທີ່​ສະດວກ​ດີ, ສົດ​ໃສ, ຍຸຕິ​ທຳ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, “ດຳ​ເນີນການປະ​ຕິຮູບ​ຂັ້ນ​ຕອນ​ການ​ບໍລິຫານຢ່າງຂຸ້ນຂ້ຽວ, ຄົບ​ຊຸດ, ມີ​ປະສິດທິ​ຜົນ, ລົບ​ລ້າງສິ່ງ​ກີດ​ຂວາງຕໍ່​ເສລີພາບ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ປັບປຸງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ, ຮັບປະກັນ​ການ​ແຂ່ງຂັນ​ທີ່​​ຍຸ​ຕິ​ທຳ, ສະ​ເໝີ​ພາບ ແລະ ໂປ່ງ​ໃສ”(3).

​ໃຫ້​ບຸລິມະສິດ​ການ​ພັດທະນາສະຫະກອນ​ໃນ​ຂົງ​ເຂດ​ກະສິກຳ ຊົນນະບົດ, ຍູ້​ແຮງ​ການ​ຮ່ວມ​ມື ​ແລະ ການເຊື່ອມ​ໂຍງ​ໃນ​ການ​ຜະລິດ​ແລະ​ການ​ບໍ​ລິ​ໂພກສິນຄ້າ​ກະ​ສິ​ກໍາ​, ​ເຊື່ອມ​ຕໍ່​ກັບ​ລະບົບ​ການ​ບໍລິ​ໂພ​ກທົ່ວ​ໂລກ, ຊ່ວຍ​ໜູນ​ຢ່າງ​ໄດ້​ການ​ໄດ້​ງານ​ໃຫ້​ແກ່​ເສດຖະກິດຄົວ​ເຮືອນ ​ແລະ​ການ​ພັດທະນາ​ຟາ​ມກະ​ເສດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ສິ່ງ​ແວດ​ລ້ອມ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ຊົນນະບົດ. ສ້າງ​ເງື່ອນ​ໄຂ​ທີ່​ສະດວກ​ດີ​ ເພື່ອ​ໃຫ້ບັນດາການ​ຈັດ​ຕັ້ງເສດຖະກິດ​ລວມໝູ່ ​ເປັນ​ເຈົ້າ​ການ​ໃນ​ການ​ບືນ​ຕົວ​ຂຶ້ນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ເອົາ​ຊະ​ນະ​ຂໍ້​ຈໍາ​ກັດ​ແລະ​ຈຸດ​ອ່ອນ​​ໄດ້ຢ່າງ​ວ່ອງ​ໄວ, ປັບປຸງ​ການຈັດ​ຕັ້ງ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ ບໍລິຫານ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ​ເສີມ​ຂະຫຍາຍ​ຂໍ້​ໄດ້​ປຽບ​ທີ່​ມີ​ຢູ່​ຂອງກາ​ນຈັດຕັ້ງ​​ເສດຖະກິດ​ລວມໝູ່ ​ເພື່ອ​ເພີ່ມ​ທະວີ​ແຮງ​ແຂ່ງຂັນ.

- ກວດຄືນ, ປັບປຸງ​ບູລະນະ ​ແລະ ຈັດ​ຕັ້ງ​ປະຕິບັດ​ເປັນ​ຢ່າງ​ດີ ບັນດາ​ນະ​ໂຍບາຍ​ສະໜັບສະໜູນການ​ພັດທະນາເສດຖະກິດ​ລວມໝູ່, ​ໂດຍ​ສະ​ເພາະ​ແມ່ນ​ ນະ​ໂຍບາຍ​ທີ່​ດິນ, ການ​ລົງທຶນ; ນະ​ໂຍບາຍ​ພະນັກງານ ​ແລະ ການ​ຝຶກ​ອົບຮົມຊັບ​ພະ​ຍາ​ກອນບຸກຄົນ​, ຍົກ​ສູງ​ລະ​ດັບ​ຂອງ​ພະນັກງານ​ຄຸ້ມ​ຄອງການ​ຜະ​ລິດ​ ​​ທຸ​ລະ​ກິດ​, ​ເປີດ​ກວ້າງ​ຕະຫຼາດ; ມີ​ນະ​ໂຍບາຍບຸ​ລິ​ມະ​ສິດ​, ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ການ​ເງິນ-ສິນ​ເຊື່ອ​, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ ແລະ ການ​ຕະ​ຫຼາດ​. ມີ​ນະ​ໂຍບາຍສະ​ໜັບ​ສະ​ໜູນ​ແລະບຸ​ລິ​ມະ​ສິດ ​ໃຫ້ການ​ຈັດ​ຕັ້ງເສດຖະກິດ​ລວມໝູ່​ ໃນ​ຂົງ​ເຂດ​ກະສິກຳ ຊົນນະບົດ ​ແລະ ສະມາຊິກສະຫະກອນ​ທີ່​ເປັນຊາວກະສິກອນ​ທີ່​ທຸກ​ຍາກ, ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ. ຈັດການຊໍາລະໜີ້ສິນຂອງສະຫະກອນໃຫ້ສຳເລັດ, ປັບປຸງ​ຂໍ້​ກຳນົດກ່ຽວ​ກັບ​ວິທີ​ການບັງຄັບ​ຍຸບ​ເລີກ​ສະຫະກອນ​​ ​ແລະ ຫັນປ່ຽນ​​ເປັນ​ອົງການ​ປະ​ເພດ​ອື່ນ, ມີ​ບົດ​ລົງ​ໂທດ​ເພື່ອ​ຈັດການກັບ​ການລະ​ເມີດຕາມ​ສະຖານະ​ການ​ຈິງ.

ຍົກ​ສູງ​ຄວາມ​ສາມາດ​ໃນ​ການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງສະຫະກອນ, ​ເຊື່ອມ​ໂຍງ​ການ​ຜະລິດ​ແລະ​ການຈຳໜ່າຍຜະລິດ​ຕະພັນ ຕາມ​ຕ່ອງ​ໂສ້​ຄຸນຄ່າ ​ເພື່ອ​ເປົ້າ​ໝາຍ​ຮັກສາ​ສິ່ງ​ແວດ​ລ້ອມ, ສ້າງ​ວຽກ​ເຮັດ​ງານທຳ ​ແລະ ຍົກ​ສູງ​ລາຍ​ໄດ້​ ໃຫ້​ສະມາຊິກ. ຄົ້ນ​ພົບ ຍ້ອງຍໍ​ຊົມ​ເຊີຍ ​ແລະ ​ໃຫ້​ລາງວັນ​ຢ່າງ​ທັນ​ການ​ ແກ່​ຮູບ​ແບບ​ສະຫະກອນ​ທີ່​ເຄື່ອນ​ໄຫວດີ ​ມີ​ປະສິດທິ​ຜົນ, ສະ​ຫຼຸບ​ແລະ​ເຜີຍ​ແຜ່​ຮູບ​ແບບສະຫະກອນທີ່​ດີ​ນັ້ນ ​ໃນ​ວົງ​ກວ້າງ, ຄ່ອຍໆ​ຢືນຢັນວ່າ ເສດຖະກິດ​ລວມໝູ່, ສະຫະກອນ​ແມ່ນ​ປັດ​ໄຈ​ທີ່​ສຳຄັນ, ປະ​ກອບ​ສ່ວນ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ.

ທີ​ສີ່, ກຳນົດ​ແຈ້ງບົດບາດ, ຄວາມ​ຮັບຜິດຊອບຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ພະນັກງານ, ສະມາຊິກ​ພັກ​ ໃນ​ການ​ພັດທະນາເສດຖະກິດ​ລວມໝູ່.

- ບັນດາຄະນະ​ພັກ, ອຳນາດ​ການ​ປົກຄອງ, ພະນັກງານ, ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ຫົວໜ້າ​ຂອງ​ແຕ່​ລະ​ກະຊວງ, ຄະນະ​, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ຕ້ອງກຳນົດ​ແຈ້ງ​ ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ໃນວຽກ​ງານການນຳ​ພາ, ຊີ້ນຳ, ຈັດ​ຕັ້ງ​ການ​ປະຕິບັດບັນດາ​ມະຕິ​ ແລະ ​ຂໍ້​ກຳນົດ​ຂອງ​ກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການພັດທະນາ​ເສດຖະກິດ​ລວມໝູ່, ຖື​ວ່າ​ນີ້​ເປັນ​ໜ້າ​ທີ່​ຈຸດ​ສຸມ ​ເປັນ​ປະຈຳ ​ແລະ ​ເປັນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ທີ່ສຳຄັນ​ ຂອງຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ​ ແລະ ​ປ້ອງ​ກັນ​ຄວາມ​ໝັ້ນຄົງ.

- ບັນດາຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງ​ຄະນະ​ມະຫາຊົນ​ ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ວິທີການຮຽນຮູ້, ຊາບ​ຊຶມ ​ແລະ ຈັດ​ຕັ້ງປະຕິບັດ​ເປັນ​ຢ່າງ​ດີ ບັນດາທັດສະນະ, ໜ້າ​ທີ່​ກ່ຽວ​ກັບການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນຂອງເສດຖະກິດ​ລວມໝູ່, ​ເຮັດ​ໃຫ້​ເສດຖະກິດ​ລວມໝູ່​ ເປັນ​ພາກສ່ວນ​ເສດຖະກິດ​ທີ່​ສຳຄັນ, ປະກອບສ່ວນ​ພ້ອມ​ກັບ​ເສດຖະກິດຂອງ​ລັດ​ ກາຍ​ເປັນ​ພື້ນຖານ​ທີ່ນັບ​ມື້​ນັບ​ໝັ້ນຄົງ ຂອງ​ລະບົບເສດຖະກິດ​ແຫ່ງ​ຊາດ. ​ເພີ່ມ​ທະວີ​ວຽກ​ງານ​ຄົ້ນຄວ້າ, ຊີ້​ແຈງ​ພື້ນຖານ​ດ້ານ​ທິດ​ສະ​ດີ​ແລະພຶດຕິ​ກຳ​ ຂອງ​ເສດຖະກິດ​ລວມໝູ່, ສະຫະກອນ, ນຳ​ໃຊ້​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ພາກ​ຕົວ​ຈິງ ​ແລະ ​​ໃຊ້​ມາດ​ຕະການ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຮູບ​ແບບ​ການຈັດ​ຕັ້ງ​ເສດຖະກິດ​ລວມໝູ່​ທີ່​ກ້າວໜ້າ​ໃນ​ວົງ​ກວ້າງ.  

- ປັບປຸງ, ຍົກ​ສູງ​ຄວາມ​ສາມາດ​ ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ ​ຂອງລະບົບ​ອົງກາ​ນຄຸ້ມ​ຄອງ​ລັດ ກ່ຽວ​ກັບເສດຖະກິດ​ລວມໝູ່, ຮັບປະກັນປະສິດທິພາບ, ປະສິດທິ​ຜົນ, ການ​ລວມສູນ​ ແລະ​ເປັນ​ເອກະ​ພາບ​ແຕ່​ສູນ​ກາງ​ຈົນ​ເຖິງ​ທ້ອງ​ຖິ່ນ. ກຳນົດ​ແຈ້ງ ພາລະ​ບົດບາດ, ໜ້າທີ່, ຄວາມຮັບຜິດຊອບ, ສິດ​ຂອບ​ເຂດ ແລະ ກົນໄກການປະສານງານ ຂອງ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງຄະ​ນະມະ​ຫາ​ຊົນ ​ຢູ່​ສູນ​ກາງ​ແລະທ້ອງ​ຖິ່ນ​ ໃນ​ການ​ພັດທະນາເສດຖະກິດ​ລວມໝູ່. ​ເອົາ​ໃຈ​ໃສ່​ວຽກ​ງານ​ຝຶກ​ອົບຮົມ​ພະນັກງານ ​ແລະ ມີ​ນະ​ໂຍບາຍ​ພະນັກງານ​ທີ່​ເໝາະ​ສົມ, ຮັບປະກັນ​​ຍົກ​ສູງຄຸນ​ນະພາ​ບ ​ແລະ ນຳ​ໃຊ້​ແຫຼ່ງບຸກ​ຄະລາ​ກອນ ໃນການ​ພັດທະນາເສດຖະກິດ​ລວມໝູ່​ ຢ່າງ​ມີ​ປະສິດທິ​ຜົນ​. ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ກວດ​ສອບ, ຕິດຕາມ ​ແລະ ຈັດການ​ຢ່າງ​ທັນ​ການ​ ຕໍ່​ການລະ​ເມີດ​ກົດໝາຍ​ວ່າ​ດ້ວຍເສດຖະກິດ​ລວມໝູ່.

- ​ແນວ​ໂຮງ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍປະຕິບັດ​ ບັນດາ​ນະ​ໂຍບາຍ​ສະໜັບສະໜູນການ​ພັດທະນາເສດຖະກິດ​ລວມໝູ່, ​​ເສດຖະກິດ​ສະຫະກອນ. ​ເສີມ​ຂະຫຍາຍ​ບົດບາດຂອງພັນທະ​ພາບ​ສະຫະກອນ​ຫວຽດນາມ ​ໃນ​ການ​ໂຄສະນາ, ຂົນຂວາຍ, ຊັກ​ຊວນ, ລະດົມ ​ແລະ ນຳ​ໃຊ້ ຊັບພະຍາກອນ​ ເພື່ອ​ພັດທະນາສະຫະກອນຢ່າງ​ມີ​ປະສິດທິ​ຜົນ./.

-----------------

(1), (2) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 129, 129-130.

(3) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 1, ໜ້າ 224.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 993 (​ເດືອນ​ກໍລະກົດ 2022)