ພັດ​ທະ​ນາ​ກະ​ສິ​ກຳ​ນິ​ເວດ
ແລະ
ຈັດ​ຕັ້ງ​ການ​ຜະ​ລິດ​ຕາມລະບົບ​ຕ່ອງ​ໂສ້ຄຸນ​ຄ່າ

ໂດຍ ເລ ມິງ ຮວານ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ
08:52, 07-01-2023
ວກ. - ໃນເວລາທີ່ຜ່ານມາ, ຢູ່ຫວຽດນາມ, ບາງຮູບແບບກະ​ສິ​ກຳ​ນິ​ເວດໄດ້ຮັບການຜັນຂະຫຍາຍ ແລະ ໄດ້ບັນລຸຜົນສຳເລັດທີ່ແນ່ນອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ພັດທະນາ​ກະສິກຳ​ແບບ​ນິ​ເວດ​ຍັງ​ມະຍິກມະຍ່ອຍ, ບໍ່​ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ລະບົບ​ຕ່ອງ​ໂສ້ຄຸນ​ຄ່າ, ຂາດ​ການຈັດເປັນກຸ່ມຮ່ວມງານ, ກຸ່ມ​ຊາວ​ກະສິກອນ, ສະຫະກອນ​ກະສິກຳ​ນິ​ເວດ. ຜະລິດຕະພັນກະເສດທາງນິເວດຫຼາຍຊະນິດ ບໍ່ໄດ້ຮັບການຮັບຮອງ, ຕິດຍີ່ຫໍ້ການຄ້າ ແລະ ບໍ່ໄດ້ຮັບຊື້ຈຳໜ່າຍໂດຍວິສາຫະກິດ. ເພາະສະນັ້ນ, ເພື່ອຊຸກຍູ້ການພັດທະນາກະ​ສິ​ກຳ​ນິ​ເວດ ແລະ ຈັດຕັ້ງການຜະລິດຕາມລະບົບຕ່ອງໂສ້ຄຸນຄ່ານັ້ນ ໃນເວລາຕໍ່ໄປຕ້ອງຜັນຂະຫຍາຍຫຼາຍວິທີການແກ້ໄຂທີ່ຄົບຊຸດ.

ທ່ານ ຟ້າມ ມິງຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຢ້ຽມຢາມເຂດຜະລິດກະສິກຳທີ່ຕາແສງ ຮ້າດລ້ອດ, ເມືອງ ມາຍເຊີນ, ແຂວງ ເຊີນລາ _ພາບ: TTXVN

ກະ​ສິ​ກຳ​ນິ​ເວດ ແລະ ບົດບາດຂອງກະ​ສິ​ກຳ​ນິ​ເວດ ໃນພື້ນຖານກະສິກຳ

ມະຕິກອງປະຊຸມຄັ້ງທີຫ້າຂອງຄະນະບໍລິຫານງານສູນກາງພັກສະໄໝທີ 13 ສະບັບເລກທີ 19-NQ/TW, ລົງວັນທີ 16 ມິຖຸນາ 2022 “ວ່າດ້ວຍກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ເຖິງປີ 2030, ວິໄສທັດເຖິງປີ 2045”, ໄດ້ສືບຕໍ່ຢືນຢັນບົດບາດຂອງກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ໃນກິດຈະການປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ການຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝ ໃນກະສິກຳແລະຊົນນະບົດ ຖືກກຳນົດວ່າເປັນໜຶ່ງໃນບັນດາໜ້າທີ່ສຳຄັນອັນດັບໜຶ່ງ ຂອງຂະບວນການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ. ຊັບພະຍາກອນຂອງປະເທດ ຕ້ອງໄດ້ບຸລິມະສິດລົງທຶນຕໍ່ໄປ ໃຫ້ກະສິກຳ, ຊາວກະສິກອນ ແລະ ຊົນນະບົດ. ຮັບປະກັນການພັດທະນາຢ່າງກົມກຽວ ລະຫວ່າງຊົນນະບົດ ແລະ ຕົວເມືອງ, ລະຫວ່າງບັນດາເຂດ ພາກ ທ້ອງຖິ່ນ; ເຊື່ອມຕໍ່ຢ່າງແໜ້ນແຟ້ນ ລະຫວ່າງການພັດທະນາອຸດສາຫະກຳ, ການບໍລິການ ກັບກະສິກຳ, ລະຫວ່າງການພັດທະນາຊົນນະບົບບແບບຍືນຍົງ ກັບຂະບວນການຫັນເປັນຕົວເມືອງ ຕາມທິດທາງກະສິກຳນິເວດ, ຊົນນະບົດທີ່ທັນສະໄໝ, ຊາວກະສິກອນອາລະຍະ.  

ອາໃສທິດທາງທີ່ຖືກຕ້ອງຂອງພັກແລະລັດ, ຫວຽດນາມໄດ້ຂຸດຄົ້ນເປັນຢ່າງດີ ຂໍ້ໄດ້ປຽບຂອງກະສິກຳເຂດຮ້ອນ, ສືບຕໍ່ພັດທະນາແລະຮັກສາການເຕີບໂຕ ແລະ ກຳລັງຫັນປ່ຽນຕາມທິດທາງການຜະລິດສິດຄ້າຂະໜາດໃຫຍ່, ມີສະມັດຖະພາບ ແລະ ຄຸນນະພາບນັບມື້ນັບສູງ, ຂະຫຍາຍບັນດາຂະແໜງການ ແລະ ຜະລິດຕະພັນທີ່ມີຂໍ້ໄດ້ປຽບໃນການແຂ່ງຂັນ. ການສົ່ງອອກສິນຄ້າຂອງກະສິກຳ, ການປ່າໄມ້, ການປະມົງ ໄດ້ເພີ່ມຂຶ້ນເລື້ອຍໆ, ເຮັດໃຫ້ຫວຽດນາມກາຍເປັນ​ໜຶ່ງ​ໃນ​ບັນດາມະຫາອຳນາດ​ດ້ານ​ກະສິກຳ​ຂອງ​ໂລກ. ພ້ອມກັນນັ້ນ, ຂະແໜງການກະສິກຳມີບົດບາດສຳຄັນ ໃນການສະໜອງແຫຼ່ງພະລັງ, ປັດໄຈປ້ອນເຂົ້າ ແລະ ຊັບພະຍາກອນ ໃຫ້ແກ່ຂະບວນການຫັນປະເທດເປັນອຸດສາຫະກຳ ແລະທັນສະໄໝ. ໃນໄລຍະປີ 2011-2020 ອັດຕາການເຕີບໂຕຂອງຜະລິດຕະພັນມວນລວມໃນປະເທດ (ຈີດີພີ) ຂອງກະສິກຳ ການປ່າໄມ້ ແລະ ການປະມົງ ເພີ່ມຂຶ້ນສະເລ່ຍ 2,83% ຕໍ່ປີ; ຈີດີພີ ຂອງກະສິກຳ ການປ່າໄມ້ ແລະ ການປະມົງ (ຕາມລາຄາປຽບທຽບປີ 2010) ປີ 2020 ສູງກວ່າປີ 2010 1,32 ເທົ່າ.     

​ເຖິງ​ວ່າກະສິກຳນຈະ​​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ໃນ​ຂະ​ບວນການ​ພັດທະນາ​ກໍ່ຕາມ, ​ແຕ່​ຄຸນ​ນະພາ​ບ ​ແລະ ຄວາມ​ຍືນ​ຍົງ​ຂອງ​ການ​ເຕີບ​ໂຕ ​ແລະ ແບບວິທີການ​ພັດທະນາ​ກະສິກຳ​ ກໍຍັງມີຂໍ້ຈຳກັດ; ການ​ພັດ​ທະ​ນາ​ກະ​ສິ​ກຳ​ບົນພື້ນຖານຂອງ​ການ​ເພີ່ມ​ເນື້ອ​ທີ່, ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ເຂັ້ມຂົ້ນ, ການ​ໃຊ້​ຝຸ່ນ​ເຄ​ມີ ແລະ ຢາຂ້າແມງທີ່ເປັນ​ພິດໃນທາງທີ່ຜິດ ເປັນການ​ເພີ່ມ​ຕົ້ນ​ທຶນ​ການ​ຜະ​ລິດ ແລະ ຫຼຸດ​ຄວາມ​ສາ​ມາດ​ໃນການແຂ່ງ​ຂັນ​ຂອງສິນຄ້າ​​ກະ​ເສດ ລວມເຖິງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ສະ​ພາບ​ແວດ​ລ້ອມ​ນິ​ເວດ; ການຈັດຕັ້ງການຜະລິດ ແລະ ທຸລະກິດຍັງອີງໃສ່ຄອບຄົວຊາວກະສິກອນຂະໜາດນ້ອຍເປັນຕົ້ນຕໍ, ຂາດການເຊື່ອມໂຍງ ແລະ ການຮ່ວມມື. ຍິ່ງກວ່ານັ້ນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນັບ​ມື້​ນັບ​ສັບສົນ, ​ເຫດການ​ດິນ​ຟ້າ​ອາກາດ​ຮ້າຍ​ແຮງ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ, ຄຽງ​ຄູ່​ກັບ​ການ​ລະບາດ​ຂອງ​ພະຍາດ​ທີ່​ຄາດເດົາບໍ່​ໄດ້ ເຊິ່ງສົ່ງ​ຜົນ​ເສຍ​ຕໍ່​ການ​ຜະລິດ​ກະສິກຳ.

ໃນໂລກ, ກະແສການປ່ຽນຜ່ານສູ່ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ເສດຖະກິດແບ່ງປັນ ກຳລັງເກີດຂຶ້ນຢ່າງແຂງແຮງຫຼາຍຂຶ້ນເລື້ອຍໆ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາ ແລະ ການປັບຕົວທີ່ຍືນຍົງ, ຫຼຸດຄວາມສ່ຽງຈາກການປ່ຽນແປງສະພາບພູມອາກາດ ແລະ ຄວາມສ່ຽງອື່ນໆ ກ່ຽວກັບຕະຫຼາດ. ຮູບແບບການຜະລິດກະສິກຳນິເວດ(1) ແມ່ນ​ການ​ແກ້​ໄຂ​ຕົ້ນ​ຕໍ​ສໍາ​ລັບ​ການ​ກະ​ເສດສຸມ​ໄລ​ຍະ​ຍາວ​, ຈຳກັດການປ່ຽນເນື້ອທີ່ປ່າໄມ້ເປັນເນື້ອທີ່ປູກພືດ, ຈຳກັດການໃຊ້ວັດສະດຸ, ຫຼຸດການປ່ອຍ​ກ໊າດ​ເຮືອນ​ແກ້ວ​ຈາກ​ກະສິກຳ, ປະກອບສ່ວນ​ເພີ່ມ​ການກັກເກັບກາກບອນ ​ໂດຍ​ການ​ເພີ່ມ​ພູນ​ທາດດິນ, ​ເພີ່ມສິ່ງ​​ປົກ​ຫຸ້ມ​ພືດ​ໃນພື້ນທີ່​ດິນປະຫວ່າງ​ຊົ່ວຄາວ ຫຼື ​ໃຊ້​ດິນ​ທາມ. ການ​ຫັນ​ເປັນ​ກະສິກຳ​ນິ​ເວດ​​ອີງ​ໃສ່​ຫຼັກການ​ຫັນ​ເປັນ​ການ​ປູກ​ພືດທີ່ຫຼາກຫຼາຍ ໄດ້ຊ່ວຍຍົກສູງ​ຄວາມ​ຮູ້​ຂອງ​ຊາວ​ກະສິກອນ, ຮັບປະກັນຄວາມໝັ້ນຄົງທາງ​ສະບຽງ​ອາຫານ, ສະໜອງ​ຜະລິດ​ຕະພັນ​ສະບຽງ​ອາຫານທີ່ປອດໄພ ​ແລະ ​ເພີ່ມຄວາມຫຼາກຫຼາຍທາງຊີວະພາບດ້ານກະສິກຳ, ປັບປຸງ​ຄວາມສາມາດຟື້ນຟູຂອງລະບົບ​ການ​ຜະລິດ ຕໍ່​ການ​ປ່ຽນ​ແປງ​ສະພາບພູມ​ອາກາດ, ປະກອບສ່ວນ​ຊ່ວຍໃຫ້ຫວຽດນາມປະຕິບັດ​ສຳ​ເລັດ ຄໍາ​ໝັ້ນ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ການ​ປັບ​ຕົວ​ ແລະ ​ການ​ຫຼຸດ​ຜ່ອນຜົນກະທົບຈາກ​ການ​ປ່ຽນ​ແປງສະພາບພູມ​ອາ​ກາດ(2).    

ສາມາດເຫັນໄດ້ວ່າ, ກະສິກຳນິເວດແມ່ນ​ທິດ​ທາງ​ທີ່​ຫຼີກ​ລ່ຽງບໍ່​ໄດ້ ສຳລັບ​ການ​ພັດທະນາ​ກະສິກຳ​ແບບ​ຍືນ​ຍົງ ​ເມື່ອ​ພ້ອມ​ກັນ​ນຳ​ເອົາ ​ທັງ​ແນວ​ຄິດ​ແລະຫຼັກການ ດ້ານນິ​ເວດວິທະຍາແລະສັງຄົມ ມາໃຊ້​ໃນ​ການ​ຄຸ້ມ​ຄອງ​ລະບົບ​ກະສິກຳ, ສະບຽງ​​​ອາຫານ; ເພີ່ມປະສິດທິພາບການພົວພັນ ແລະ ປະຕິສຳພັນທີ່ມີປະສິດທິຜົນ ລະຫວ່າງພືດ, ສັດ, ມະນຸດ ແລະ ສິ່ງແວດລ້ອມ; ພ້ອມກັນນັ້ນ, ​ເອົາ​ໃຈ​ໃສ່​ໃນ​ດ້ານ​ສັງຄົມ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ​ເພື່ອ​ໃຫ້ບັນລຸເຖິງລະບົບອາຫານ​ ແລະ ສະບຽງອາຫານທີ່ໂປ່​ງ​ໃສ, ມີ​ຄວາມ​ຮັບຜິດຊອບ ​ແລະ ​​ຍືນ​ຍົງ.          

ສະ​ພາບ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ນິເວດຂອງ​ຫວຽດ​ນາມ ໃນ​ຊຸມ​ປີ​ທີ່ຜ່ານມາມໍ່​ນີ້

ຢູ່ຫວຽດນາມ, ລະບົບກະສິກຳຕາມທິດທາງນິເວດຈຳນວນໜຶ່ງ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາກະສິກຳຕາມທິດທາງກະສິກຳນິເວດ. ຮູບແບບການຜະລິດກະສິກຳເຫຼົ່ານີ້ ລ້ວນແຕ່ມຸ່ງສູ່ການຂຸດຄົ້ນ ແລະ ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ, ຫຼຸດຜ່ອນການສູນເສຍ ການຟຸມເຟືອຍສິ້ນເປືອງ ແລະ ສ້າງຜະລິດຕະພັນທີ່ປອດໄພ, ມີຄຸນນະພາບສູງ ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ນິ​ເວດ, ປົກ​ປັກ​ຮັກສາ​ລະບົບ​ນິ​ເວດ​ ແລະ ​ສຸຂະພາບ​ຂອງປະຊາຊົນ. ຕໍ່ໄປນີ້ແມ່ນບາງຕົວແບບທົ່ວໄປທີ່ໄດ້ຖືກນຳມາໃຊ້ໃນຫຼາຍປີທີ່ຜ່ານມາ:

ລະບົບສວນ - ໜອງ - ຄອກ (ສນຄ): ຮູບ​ແບບ​ນີ້​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ​ຢູ່​ຫວຽດ​ນາມ​ແຕ່​ຊຸມ​ປີ 1980. ລະບົບ ສນຄ ແມ່ນລະບົບທີ່ອັດແຈບ ເຊິ່ງບັນດາພາກສ່ວນໃນລະບົບນີ້ມີການພົວພັນສະໜິດແໜ້ນນຳກັນ, ການນໍາໃຊ້ສິ່ງເສດເຫຼືອຂອງພາກສ່ວນໜຶ່ງເປັນວັດສະດຸປ້ອນສໍາລັບພາກສ່ວນອື່ນ. ລະບົບ ສນຄ ເປັນລະບົບນິເວດທີ່ສົມບູນແບບ, ເປັນເອກະພາບຂອງບັນດາຂັ້ນຕອນ ແລະ ບັນດາສ່ວນປະກອບ, ຄ່າໃຊ້ຈ່າຍການລົງທຶນຕ່ຳ ແລະ ເໝາະສົມກັບເຂດຊານເມືອງ ແລະ ຊົນນະບົດຂອງຫວຽດນາມ. ອາດຈະຖືວ່າ ນີ້ແມ່ນຮູບແບບກະສິກຳນິເວດ ໃນ​ຮູບ​ແບບ​ທີ່​ງ່າຍ​ທີ່​ສຸດ​​ ແລະ ​ນໍາ​ໃຊ້​ຢ່າງ​ກວ້າງ​ຂວາງ​ໃນ​ເຂດ​ຊົນ​ນະ​ບົດ​. ໃນປະຈຸບັນ, ຫຼາຍຮູບແບບ ສນຄ ສ້າງ​ການ​ເຊື່ອມ​ຕໍ່ທີ່ມີ​ປະ​ສິດ​ທິ​ຜົນ ລະ​ຫວ່າງ​ຊາວ​ກະ​ສິ​ກອນ, ວິ​ສາ​ຫະ​ກິດ ​ແລະ ​ນັກ​ວິ​ທະ​ຍາ​ສາດ. ຜະລິດຕະພັນຂອງຮູບແບບເຫຼົ່ານີ້ ໄດ້ຮັບການຕີລາຄາສູງ ຈາກຜູ້ບໍລິໂພກທັງໃນແລະຕ່າງແະເທດ ແລະ ມີຕະຫຼາດທີ່ເປີດກວ້າງ. ຈາກຮູບແບບຂະໜາດນ້ອຍກະແຈກກະຈາຍໃນລະດັບຄອບຄົວຊາວນາ ໂດຍມີເປົ້າໝາຍເບື້ອງຕົ້ນ ແມ່ນປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານອາຫານ, ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ປະຈຸບັນ ຮູບແບບ ສນຄ ໄດ້​​ພັດ​ທະ​ນາ​ຢ່າງ​ສໍາ​ເລັດ​ຜົນ​ໃນ​ຟາມກະ​ສິ​ກໍາ​, ໃນ​ວິ​ສາ​ຫະ​ກິດ ແລະ ​ກຸ່ມ​ເສດ​ຖະ​ກິດຂະໜາດໃຫຍ່ຫຼາຍແຫ່ງ.

ລະບົບເຂົ້າ - ກຸ້ງ, ເຂົ້າ - ປາ: ຮູບແບບການຜະລິດປະສົມປະສານເຂົ້າ - ກຸ້ງ, ເຂົ້າ - ປາ ແມ່ນ​ທິດ​ທາງ​ໃໝ່​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ອິນ​ຊີ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ຮູບແບບນີ້ປະກົດຂຶ້ນໃນຕົ້ນຊຸມປີ 2000 ຢູ່ບັນດາແຂວງທົ່ງພຽງແມ່ນ້ຳຂອງ. ໃນຮູບແບບນີ້, ສິ່ງເສດເຫຼືອຈາກການລ້ຽງກຸ້ງແລະປາ ຈະເປັນອາຫານເສີມໃຫ້ແກ່ຕົ້ນເຂົ້າ; ກົງ​ກັນ​ຂ້າມ, ເມື່ອ​ເກັບ​ກ່ຽວ​ເຂົ້າ​ແລ້ວ, ຜົນເສດເຫຼືອ​ຈາກ​ການ​ຜະ​ລິດ​ເຂົ້າ ​ແມ່ນ​ແຫຼ່ງ​​ອາ​ຫານ​ຂອງ​ກຸ້ງ​ແລະ​ປາ. ດ້ວຍ​ຮູບ​ແບບ​ການ​ເພາະປູກ​ໝູນ​ວຽນ​ນີ້, ພືດ​ແລະ​ສັດ​ບໍ່​ຕ້ອງ​ໃຊ້​ຢາ​ປາບ​ສັດຕູ​ພືດ, ຢາ​ຕ້ານ​ເຊື້ອ, ສ້າງ​ຜະລິດ​ຕະພັນ​ທີ່​ສະອາດ, ປອດ​ໄພ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຊ່ວຍ​ໃຫ້​ຊາວ​ກະສິກອນມີລາຍໄດ້​ເພີ່ມຂຶ້ນ. ມາເຖິງປະຈຸບັນ, ຮູບແບບນີ້ພວມໄດ້ຮັບການດັດແປງເປັນຮູບແບບ “ເຂົ້າຫອມ - ກຸ້ງສະອາດແລະ ເຂົ້າຫອມ - ປາສະອາດ”. ນີ້ແມ່ນຜະລິດຕະພັນຂອງຂະບວນການພ້ອມກັນປ່ຽນແປງໃໝ່ ປະດິດສ້າງ ໂດຍອີງໃສ່ປັນຍາຄວາມຮູ້ ແລະ ເງື່ອນໄຂທຳມະຊາດຂອງເຂດ ພາກພື້. ຮູບແບບນີ້ມີ​ຜົນ​ປະ​ໂຫຍ​ດຫຼາຍຢ່າງເຊັ່ນ ​ການ​ພັດທະນາ​ກະສິກຳ​ແບບ​ຍືນ​ຍົງ, ຫຼຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຮັກສາ​ສະພາບ​ແວດ​ລ້ອມ​ນິ​ເວດ, ສ້າງ​ແລະສະໜອງ​ຜະລິດ​ຕະພັນ​ສະອາດໃຫ້ແກ່ຕະຫຼາດ​. ພິເສດ, ຮູບແບບນີ້ແມ່ນເປັນວິທີທາງເພື່ອໃຫ້ຄົວເຮືອນຢູ່ໃນພື້ນທີ່ຕໍ່າ ເຄີຍຖືກນໍ້າຖ້ວມ ສາມາດຫັນປ່ຽນການຜະລິດ, ເພີ່ມລາຍຮັບ ແລະ ຫຼຸດຜ່ອນຜົນກະທົບທາງລົບຈາກການປ່ຽນແປງຂອງດິນຟ້າອາກາດ.

ລະບົບປະສົມປະສານກະສິກຳ ແລະ ປ່າໄມ້: ຮູບແບບການປະສົມປະສານກະສິກຳແລະປ່າໄມ້ ແມ່ນລະບົບການຄຸ້ມຄອງນຳໃຊ້ທີ່ດິນ, ໃນນັ້ນ, ພືດປະຈໍາປີ, ພືດພຸ່ມ, ໄມ້ລົ້ມລຸກທີ່ປູກຮອບໆ ຫຼືລະຫວ່າງໄມ້ຢືນຕົ້ນ, ຍັງສາມາດປະສົມກັບທົ່ງຫຍ້າຫຼືລ້ຽງສັດໄດ້. ການປະສົມປະສານນີ້ສ້າງຄວາມຫຼາກຫຼາຍ, ນຳມາເຊິ່ງສະມັດຖະພາບ, ຜົນກໍາໄລ, ນິເວດວິທະຍາ ແລະ ຄວາມຍືນຍົງໃນການນໍາໃຊ້ທີ່ດິນ. ຄວາມຫຼາກຫຼາຍທາງດ້ານຊີວະວິທະຍາໃນບັນດາລະບົບປະສົມປະສານກະສິກຳແລະປ່າໄມ້ນີ້ ມັກຈະສູງກວ່າໃນລະບົບກະສິກຳທຳມະດາ. ດັ່ງນັ້ນ, ຟາມກະສິກຳ ແລະ ຄອບຄົວຊາວນາຫຼາຍແຫ່ງ ໄດ້ເລືອກທີ່ຈະຫັນເປັນຮູບແບບປະສົມປະສານກະສິກຳແລະປ່າໄມ້ ເພື່ອກະຈາຍຜະລິດຕະພັນ, ປັບປຸງຊີວິດການເປັນຢູ່ ພ້ອມທັງປັບຕົວເຂົ້າກັບຜົນກະທົບຂອງການປ່ຽນແປງສະພາບພູມອາກາດ. ຢູ່ຫວຽດນາມ,  ມີ​ຫຼາຍ​ຮູບ​ແບບ​ການປູກຝັງປະສົມກະສິກຳແລະປ່າໄມ້ ​ທີ່​ໄດ້​ນໍາ​ໃຊ້​ໃນ​ການ​ປະ​ຕິ​ບັດ, ໃນນັ້ນ, ອາດຈະເວົ້າເຖິງ: ຮູບແບບການປູກພືດຕະກຸນຖົ່ວ ຕາມແນວເສັ້ນຊັ້ນຄວາມສູງ ໃນເນື້ອທີ່ປູກພືດປະຈໍາປີ ເພື່ອຫຼຸດຜ່ອນການເຊາະເຈື່ອນ ແລະ ເປັນຝຸ່ນພືດສົດກັບບ່ອນ; ຮູບແບບການປູກພືດກະສິກຳສົມທົບກັບການປູກຕົ້ນໄມ້ປ່າ; ຮູບແບບການປູກພືດສະຫງວນເນື້ອທີ່ສ່ວນໜຶ່ງໄວ້ສຳລັບການລ້ຽງສັດ; ຮູບ​ແບບ​ການ​ປູກ​ປ່າ​ຂະ​ໜາດ​ນ້ອຍສົມທົບກັບ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ, ຕົ້ນ​ໄມ້​ໃຫ້​ໝາກ ແລະ ພືດ​ສະ​ບຽງ​ອາ​ຫານ; ຮູບ​ແບບ​ຕົ້ນ​ໄມ້​ໃຫ້​ໝາກສົມທົບກັບການປູກຕົ້ນໄມ້​ອຸດ​ສາ​ຫະ​ກໍາ​ໄລ​ຍະ​ຍາວ​.    

ລະບົບກະສິກຳພູມິທັດທີ່ຍືນຍົງ: ນີ້ແມ່ນວິທີການເຂົ້າເຖິງແບບປະສົມປະສານ ເພື່ອແກ້​ໄຂ​ຄວາມເສື່ອມໂຊມຂອງສິ່ງ​ແວດ​ລ້ອມ, ປັບ​ຕົວໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງ​ສະພາບພູມອາກາດ ແລະ ​ເພີ່ມຄວາມຫຼາກຫຼາຍທາງ​ຊີວະ​ພາບ, ພ້ອມ​ທັງ​ປັບປຸງ​ຄວາມ​ໝັ້ນຄົງ​ດ້ານ​ອາຫານ ​ແລະ ໂພຊະນາ​ການ. ມາເຖິງປະຈຸບັນ, ມີຫຼາຍຮູບແບບກະສິກຳພູມິທັດທີ່ຍືນຍົງເຊັ່ນ ຮູບ​ແບບ​​ກາ​ເຟ​ພູມິທັດຢູ່​ແຂວງ​ລຳ​ດົ່ງ ແລະ ດັກ​ລັກ; ຮູບ​ແບບ​ການ​ຄຸ້ມ​ຄອງ ​ແລະ ອະນຸລັກ​ລະບົບ​ນິ​ເວດ​ພື້ນທີ່ຊຸ່ມນ້ຳ ​ແລະ ການ​ພັດທະນາ​ລະບົບ​ນິ​ເວດ​ແບບ​ຍືນ​ຍົງ ຢູ່​ອຸທະຍານແຫ່ງຊາດ ຈ່າມຈິມ ແຂວງດົ່ງທ້າບ. 

ລະບົບການລ້ຽງສັດທີ່ປອດ​ໄພ​ທາງ​ຊີ​ວະ​ພາບ​ 4F (Farm - Food - Feed - Fertilizer: ຟາມກະສິກຳ - ຜະລິດຕະພັນສໍາເລັດຮູບ - ອາຫານສັດ - ຝຸ່ນອິນຊີ): ຮູບແບບ 4F ຖືກຄົ້ນຄວ້າແລະພັດທະນາໂດຍກຸ່ມກຸ້ຍລິນ ແນໃສ່ສ້າງລະບົບນິເວດກະສິກໍາ ໂດຍຜ່ານການຈັດຕັ້ງປະຕິບັດ ບັນດາໂຮງງານປຸງແຕ່ງຜະລິດຕະພັນກະເສດອິນຊີ ແລະ ຄວບຄຸມການຜະລິດຊີ້ນໝູທີ່ປອດໄພ ດ້ວຍລະບົບການລ້ຽງໝູແບບປິດ. ສິ່ງເສດເຫຼືອໃນຟາມຖືກລວບລວມແລະບຳບັດ ເພື່ອຜະລິດຝຸ່ນອິນຊີຈຸລິນຊີສຳລັບການປູກຝັງ, ສ້າງເປັນຂະບວນການຜະລິດກະສິກຳແບບປິດ ຕັ້ງແຕ່ການລ້ຽງສັດຈົນເຖິງການປູກຝັງ, ຈາກຕົ້ນໄມ້ເຖິງດິນ. ຮູບ​ແບບນີ້​ປະກອບສ່ວນ​ປັບປຸງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ, ການປ້ອງ​ກັນ​ພະຍາດ​ລະບາດ, ປະກອບສ່ວນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ແລະ ຫຼຸດຜ່ອນ​ການ​ປ່ອຍ​ອາຍກ໊າດ​ເຮືອນ​ແກ້ວ.  

ລະບົບກະສິກຳປະສົມປະສານກັບການທ່ອງທ່ຽວນິເວດ: ນີ້​ແມ່ນ​ລະ​ບົບ​ທີ່​​ໃຊ້​ຫຼັກ​ການສະທ້ອນຂອງ​ກະ​ສິ​ກໍາ​ນິ​ເວດ. ການທ່ອງທ່ຽວກະສິກຳນິເວດ ແມ່ນຮູບ​ແບບ​ໄດ້​ຮັບ​ການ​ລົງ​ທຶນນັບມື້ຫຼາຍຂຶ້ນ ແລະ ໄດ້ຮັບຄວາມເອົາໃຈໃສ່ຢູ່​ຫວຽດ​ນາມໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສ້າງ​ແຮງ​ດຶງ​ດູດ​ຫຼາຍ​ຢ່າງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ ທັງ​ໃນ​ແລະຕ່າງປະ​ເທດ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ຜູ້​ຜະລິດ​ກະສິກຳ. ໃນເວລາທີ່ຜ່ານມາ, ມີ​ຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວກະ​ສິ​ກຳ​ນິເວດປະສົບຄວາມສຳ​ເລັດ​​ຢູ່​ຫວຽດ​ນາມເຊັ່ນ ການ​ທ່ອງ​ທ່ຽວ​ກະ​ສິ​ກໍາ​ເມືອງ ໂຮ້ຍອານ (ແຂວງກວ໋າງນາມ); ການທ່ອງທ່ຽວກະສິກຳຢູ່ ບາຫວີ່ (ນະຄອນຮ່າໂນ້ຍ), ຕາມເດື່ອງ (ແຂວງລາຍເຈົາ), ຊາປາ (ແຂວງລາວກາຍ),...

ຮູບແບບການຜະລິດກະສິກຳອິນຊີ: ໃນເວລາທີ່ຜ່ານມາມໍ່ນີ້, ບັນດາຮູບແບບການຜະລິດກະສິກຳອິນຊີກໍໄດ້ຮັບຄວາມເອົາໃຈໃສ່. ຫຼາຍຮູບແບບການຜະລິດກະສິກຳອິນຊີໃນການປູກຝັງ, ການລ້ຽງສັດ, ການລ້ຽງປາ ໄດ້ຮັບການພັດທະນາ. ມາເຖິງປະຈຸບັນ ເນື້ອ​ທີ່​ການ​ຜະ​ລິດ​ຕາມ​ຮູບ​ແບບ​ກະ​ສິ​ກຳ​ອິນ​ຊີ​ໃນຫວຽດ​ນາມ ມີເນື້ອທີ່ຫຼາຍ​ກວ່າ 170 ພັນ​ເຮັກຕາ.

ບາງ​ແຂວງ​ຄື​ແຂວງ​ລຳ​ດົ່ງ ​ແລະ ດັກ​ລັກ ພວມພັດທະນາ​ບັນດາ​ຮູບ​ແບບ​ກະສິກຳ​ພູມິທັດດ້າງດ້ານ​ກາ​ເຟ. ຮູບແບບນີ້ຍັງລວມເອົາຫຼາຍຫຼັກການກ່ຽວກັບປະສິດທິຜົນ, ຄວາມຫຼາກຫຼາຍ, ທ້ອງຖິ່ນ, ການບໍລິຫານສັງຄົມ ແລະ ຍັງມີລັກສະນະມະນຸດອາລະຍະທຳສູງ. ນີ້ແມ່ນທິດທາງທີ່ສຳຄັນທີ່ສຸດ ໃນການພັດທະນາກະສິກຳນິເວດ ຢູ່ຫວຽດນາມ. ໂດຍສະເພາະ ແມ່ນ ສຳລັບບັນດາຮູບແບບພູມິທັດທີ່ຍືນຍົງ, ບົດບາດຂອງວິສາຫະກິດມີຄວາມສຳຄັນທີ່ສຸດ ແລະ ເຂົາຈະເຂົ້າຮ່ວມຕັ້ງແຕ່ຕົ້ນ ແລະ ພ້ອມທີ່ຈະຊື້ຜະລິດຕະພັນຂອງຄອບຄົວຊາວກະສິກອນ.   

ຢ່າງໃດກໍຕາມ, ​ເພື່ອ​ຫັນປ່ຽນ​ລະບົບ​ສະບຽງ​ອາຫານ ​ແລະ ກະສິກຳ ​ໄປຕາມແນວທາງກະສິກຳນິເວດນັ້ນ ຍັງມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ:

ທີໜຶ່ງ, ໃນປະຈຸບັນ, ຈິນຕະນາການຜະລິດຕາມກະສິກຳນິເວດ ຍັງ​ບໍ່​ເປັນ​ທີ່​ນິ​ຍົມ​. ການເຄື່ອນໄຫວຜະລິດແລະທຸລະກິດສ່ວນຫຼາຍແມ່ນສຸມໃສ່ການເພີ່ມປະລິມານຜະລິດຕະພັນ ໂດຍບໍ່ເອົາໃຈໃສ່ຫຼາຍເຖິງ ປັດໄຈຄວາມປອດໄພດ້ານສະບຽງອາຫານ, ຄວາມຍືນຍົງຂອງລະບົບການຜະລິດ, ຄວາມຫຼາກຫຼາຍທາງຊີວະພາບ, ສຸຂະພາບດິນ, ສຸຂະພາບພືດ ແລະ ບໍ່ເນັ້ນການພັດທະນາຄຸນນະພາບຂອງຜົນຜະລິດ. ພ້ອມກັນນັ້ນ, ການຜະລິດບໍ່ທັນກັບການປ່ຽແປງຢ່າງໄວວາໃນລົດຊາດຂອງຜູ້ບໍລິໂພກໃນຕະຫຼາດພາຍໃນ ແລະ ຕ່າງປະເທດ. ປະຈຸບັນນີ້, ເນື້ອ​ທີ່​ຜະ​ລິດ​ກະ​ສິ​ກຳອິນຊີຂອງ​ຫວຽດ​ນາມມີພຽງ​ປະ​ມານ 170 ພັນ​​ເຮັກ​ຕາ, ເນື້ອທີ່ປູກຝັງທີ່ໄດ້ຮັບການຢັ້ງຢືນມາດຕະຖານທີ່ຍືນຍົງເຊັ່ນ: VietGAP, GlobalGAP ແລະ ການຮັບຮອງທຽບເທົ່າມີພຽງ 10% ເທົ່ານັ້ນ.  

ທີສອງ, ມີວິສາຫະກິດບໍ່ຫຼາຍທີ່ລົງທຶນໃນຂົງເຂດກກະສິກຳ​, ໂດຍສະເພາະໃນ​ການ​ພັດທະນາ​ການ​ຜະລິດ​ກະສິກຳ​​ນິ​ເວດ. ກະສິກຳແມ່ນຂະແໜງການຜະລິດທີ່ມີຜົນກຳໄລບໍ່ສູງ ແລະ ມັກຈະປະເຊີນກັບຄວາມສ່ຽງຕ່າງໆຫຼາຍຢ່າງເຊັ່ນ ໄພທໍາມະຊາດ. ນອກຈາກນັ້ນ, ຕະຫຼາດສິນຄ້າ​ກະເສດກໍ່​ມີ​ການ​ຜັນຜວນ​ແລະ​ມີຄວາມ​ສ່ຽງ​ສູງ. ນີ້ແມ່ນໜຶ່ງໃນ​ບັນດາ​ປັດ​ໄຈ​ທີ່​ກີດຂວາງ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ຂະ​ແໜງ​ກະສິກຳ ​ແລະ ​ເຂົ້າຮ່ວມການເຊື່ອມ​ໂຍງ​ລະບົບ​ຕ່ອງ​ໂສ້​ຄຸນ​ຄ່າ​ຜະລິດ​ຕະພັນ​ກະສິກຳ. ຄຽງຂ້າງນັ້ນ, ວິສາຫະກິດໃນກະສິກຳສ່ວນຫຼາຍມີຂະໜາດກາງແລະຂະໜາດນ້ອຍ, ຄວາມສາມາດດ້ານການເງິນມີຈໍາກັດ, ຫຼາຍກວ່າ 90% ແມ່ນວິສາຫະກິດຂະໜາດນ້ອຍ ແລະ ນ້ອຍທີ່ສຸດ, ປະສິດທິພາບການດໍາເນີນງານບໍ່ສູງ, ດັງນັ້ນ ຈຶງເປັນເລື່ອງຍາກທີ່ຈະມີທ່າແຮງໃນການຂະຫຍາຍຮູບແບບກະສິກຳນິເວດ.  

ທີສາມ, ເຖິງວ່າຄວາມຮັບຮູ້ຂອງຜູ້ບໍລິໂພກ ກ່ຽວກັບຜະລິດຕະພັນທີ່ປອດໄພ ແລະ ຜະລິດຕະພັນກະສິກຳນິເວດ ໄດ້ຮັບການຍົງສູງກໍຕາມ, ແຕ່ພວກເຂົາກໍ່ບໍ່ເຕັມໃຈທີ່ຈະຈ່າຍໃນລາຄາທີ່ສົມກັບຜະລິດຕະພັນ. ​ເຖິງ​ວ່າ​ຄວາມ​ຕ້ອງການ​ອາຫານການກິນທີ່ມີຜົນດີຕໍ່ສຸຂະພາບ​ ແລະ ​ຄວາມ​ຕ້ອງການອາຫານທີ່​ຫຼາກ​ຫຼາຍ​​ນັບ​ມື້​ນັບ​ເພີ່ມ​ຂຶ້ນກໍ່ຕາມ, ​ແຕ່​ຜູ້​ບໍລິ​ໂພກກໍ່ບໍ່​ຍອມ​ຈ່າຍ​ໃນລາຄາ​ທີ່​ເໝາະ​ສົມ, ​ຄວາມຮັບຮູ້ທີ່ບໍ່ພຽງພໍກ່ຽວກັບການເຊື່ອມໂຍງລະຫວ່າງການຜະລິດກະສິກໍາ ກັບບັນດາບັນຫາສິ່ງແວດລ້ອມແລະສັງຄົມ, ລວມທັງການປ່ຽນແປງສະພາບດິນຟ້າອາກາດ, ໂພຊະນາການ ແລະ ສຸຂະພາບ.   

ທີສີ່, ໃນປະຈຸບັນ, ການຈັດຕັ້ງການຜະລິດຕາມລະບົບຕ່ອງໂສ້ຄຸນຄ່າຢູ່ຫວຽດນາມຂ້ອນຂ້າງຫຼະຫຼວມ, ບັນດາຮູບແບບຕ່ອງໂສ້ຄຸນຄ່າຜະລິດຕະພັນກະສິກຳນິເວດ ສ່ວນຫຼາຍຢຸດທີ່ແບບຈໍາລອງ ບໍ່ໄດ້ຜັນຂະຫຍາຍປະຕິບັດໃນວົງກວ້າງ. ສາເຫດຕົ້ນຕໍແມ່ນຍ້ອນການເຊື່ອມໂຍງຄວາມຮ່ວມມືບໍ່ເຂັ້ມແຂງ, ຂາດຄວາມສາມັກຄີລະຫວ່າງຜູ້ມີບົດບາດໃນລະບົບຕ່ອງໂສ້.

ທີຫ້າ, ແຮງຜັກດັນຈາກນະໂຍບາຍທີ່ສົ່ງເສີມລະບົບການຜະລິດກະສິກຳນັ້ນ ບໍ່ໃຫຍ່ພໍທີ່ຈະສ້າງສະໜາມແຂ່ງຂັນທີ່ເທົ່າທຽມກັນສຳລັບກະສິກຳນິເວດ ແລະ ວິທີການກະສິກໍາແບບຍືນຍົງອື່ນໆ ທີ່ຄໍານຶງເຖິງພາຍນອກຂອງລະບົບອາຫານ.  

ວິທີແກ້ໄຂເພື່ອພັດທະນາກະສິກຳນິເວດ ແລະ
ຈັດຕັ້ງການຜະລິດຕາມລະບົບຕ່ອງໂສ້ຄຸນຄ່າ

ທີໜຶ່ງ, ການສື່ສານປ່ຽນແປງຄວາມຮັບຮູ້ຂອງຜູ້ຜະລິດແລະສັງຄົມ ກ່ຽວກັບການພັດທະນາກະສິກຳແບບຍືນຍົງ ແລະ ກະສິກຳນິເວດ.

ເຖິງວ່າຫວຽດນາມມີບາງຮູບແບບການຜະລິດຕາມທິດກະສິກຳນິເວດກໍຕາມ ແຕ່ການປະຕິບັດຫຼັກການເຫຼົ່ານີ້ບໍ່ແມ່ນເລື່ອງງ່າຍ ເພາະວ່ານີ້ແມ່ນແນວຄວາມຄິດໃໝ່ ແລະ ວິທີການເຂົ້າເຖິງໃໝ່. ເພື່ອພັດທະນາກະສິກຳນິເວດຢ່າງແຂງແຮງ, ກ່ອນອື່ນໝົດຕ້ອງມີຍຸດທະສາດການສື່ສານ ເພື່ອປ່ຽນແປງຄວາມຮັບຮູ້ຂອງຜູ້ຄຸ້ມຄອງ, ຊາວກະສິກອນ, ສະຫະກອນ ແລະ ວິສາຫະກິດ. ພ້ອມກັນນັ້ນ, ຈຳເປັນຕ້ອງປ່ຽນແປງຄວາມຮັບຮູ້ຂອງສັງຄົມ ເພື່ອສົ່ງເສີມການຜະລິດຕາມທິດນິເວດ. ການສື່ສານສົ່ງເສີມໃຫ້ຜູ້ບໍລິໂພກເຕັມໃຈຍອມຮັບຜະລິດຕະພັນທີ່ຜະລິດຕາມຫຼັກການກະສິກຳນິເວດ, ສົ່ງເສີມ ແລະ ມີກົນໄກ ນະໂຍບາຍໃຫ້​ບັນດາ​ວິ​ສາ​ຫະກິດ​ ນຳ​ເອົາ​ຜະລິດ​ຕະພັນ​ກະ​ສິກຳ​ນິ​ເວດ ​ອອກ​ສູ່​ຕະຫຼາດ.

ທີສອງ, ຍູ້ແຮງການປ່ຽນແປງໃໝ່ປະດິດສ້າງໃນກະສິກຳ, ເພີ່ມທະວີການແບ່ງປັນຄວາມຮູ້ ເພື່ອມຸ່ງສູ່ພື້ນຖານກະສິກຳທີ່ຍືນຍົງ, ໂປ່ງໃສ, ຄວາມຮັບຜິດຊອບ.

ສົ່ງເສີມການຄົ້ນຄວ້າ, ພັດທະນາ, ປ່ຽນແປງໃໝ່ປະດິດສ້າງ ແລະ ນຳໃຊ້ແນວພັນປັບປຸງທີ່ປັບໃຫ້ເຂົ້າກັບການກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ໄພທຳມະຊາດໄດ້ດີຂຶ້ນ, ພ້ອມກັນນັ້ນ ເອົາໃຈໃສ່ເຖິງວຽກງານການລວບລວມ ອະນຸລັກ ແລະ ພັດທະນາ ແຫຼ່ງພັນທຸກຳພືດແລະສັດທີ່ມີຄ່າ ໃນທ້ອງຖິ່ນ ເພື່ອເປັນວັດສະດຸໃນການຂະຫຍາຍພັນທຸ ທັງໃນຮູບແບບຄອບຄົວຊາວກະສິກອນ ແລະ ທະນາຄານພັນທຸກຳ; ສະໜັບສະໜູນ​ຊາວ​ກະສິກອນ​ຮັກສາ​ແນວ​ພັນ​ພືດ​ແລະສັດທີ່ມີຄ່າ ​ໂດຍ​ສະໜັບສະໜູນ​ການ​ພັດທະນາ​ແນວ​ພັນ​ທ້ອງ​ຖິ່ນ​ໃຫ້​ເປັນຜະລິດຕະພັນ​ພິ​ເສດ, ເພີ່ມ​ມູນ​ຄ່າທາງ​ເສດຖະກິດ​ການ​ຜະລິດ ​ແລະ ຊ່ວຍ​ໃຫ້ປະຊາຊົນ​ຍຶດຕິດກັບການ​ຜະລິດ​ກະສິກຳ. ມີນະໂຍບາຍ ແລະ ໂຄງການສະໜັບສະໜູນເຕັກນິກ ເພື່ອສົ່ງເສີມການການໝູນໃຊ້ບັນດາລະບົບການຜະລິດແບບນິເວດວິທະຍາ ແລະ ຍືນຍົງກວ່າອີກ (ຕົວຢ່າງເຊັ່ນ: ຈັດຕັ້ງປະຕິບັດກະສິກຳນິເວດ, ກະສິກຳຊັດເຈນ, ກະສິກຳປະສົມປະສານກັບປ່າໄມ້, ກະສິກຳພູມິທັດ ແລະ ອື່ນໆ) ແລະ ການປູກປ່າ, ໂດຍສະເພາະໃນພື້ນທີ່ດິນເຮື້ອ ແລະ ແຄມຝັ່ງທະເລ. ລະບົບການຜະລິດໃນເຂດທີ່ມີເງື່ອນໄຂຫຍຸ້ງຍາກ ຄວນລົງທຶນສົມທົບກັບບັນດາຂະແໜງການ ແລະ ອາຊີບທີ່ກ່ຽວຂ້ອງ (ຕົວຢ່າງ: ຂະແໜງການເກັບຮັກສາ, ການປຸງແຕ່ງ, ການຈັດຊື້ ແລະ ການຈຳໜ່າຍຜະລິດຕະພັນ,...). ພັດທະນາ ແລະ ທົດລອງມາດຕະການສົ່ງເສີມ ເພື່ອຂະຫຍາຍຂະໜາດຂອງຮູບແບບອັດຊະລິຍະກັບສະພາບອາກາດ ເພື່ອຫຼຸດຜ່ອນການປ່ອຍກ໊າດເຮືອນແກ້ວຈາກກະສິກຳ ແລະ ປະກອບສ່ວນເພີ່ມການກັກເກັບກາກບອນ. ໂຄສະນາເຜີບແຜ່, ສົ່ງເສີມເຕັກນິກໃໝ່ ສົມທົບກັບຄວາມຮູ້ທ້ອງຖິ່ນ ເພື່ອປັບປຸງປະສິດທິພາບການຜະລິດ ໂດຍບໍ່ສູນເສຍປະສົບການແລະເຕັກນິກໃນທ້ອງຖິ່ນ.   

ລົງທຶນຄົ້ນຄວ້າບັນດາຮູບແບບກະສິກຳນິເວດ, ບັນດາເຕັກນິກການພັດທະນາກະສິກຳນິເວດ ຕາມເຂດແລະຂະແໜງການທີ່ຕ່າງກັນ ແລະ ແບ່ງປັນຜົນການຄົ້ນຄວ້າແລະເຕັກໂນໂລຊີນຳໃຊ້ໃຫ້ຜູ້ຜະລິດ ເພື່ອຂະຫຍາຍກວ້າງຮູບແບບຕ່າງໆ.

ທີສາມ, ພັດທະນາແລະປັບປຸງມາດ​ຖານ​ການ​ປະ​ເມີນ​​ກະ​ສິ​ກຳ​ນິ​ເວດ ແລະ ວິ​ທີ​ການ​ຮັບຮອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ນິ​ເວດ.  

 ການພັດທະນາຕົວຊີ້ວັດນີ້, ກ່ອນອື່ນໝົດ, ສຸມໃສ່ລະດັບຄົວເຮືອນ; ຫຼັງຈາກນັ້ນ, ອາດຈະພັດທະນາໃນລະດັບເຂດ, ຕາແສງ ຫຼື ເມືອງ. ໃນປະຈຸບັນ, ບັນດາມາດຕະຖານປະເມີນກະສິກຳນິເວດກຳລັງໄດ້ຮັບການຄົ້ນຄວ້າ ແລະ ນໍາໃຊ້ໃນການປະຕິບັດໂດຍອົງການຕ່າງໆ. ຫວຽດນາມຈຳເປັນຕ້ອງມີມາດຕະຖານກ່ຽວກັບກະສິກຳນິເວດ ເພື່ອປະເມີນລະບົບການຜະລິດທັນສະໄໝ, ຈາກນັ້ນ, ກຳນົດທິດທາງການພັດທະນາກະສິກຳນິເວດທີ່ສອດຄ່ອງກັບເງື່ອນໄຂຂອງຫວຽດນາມ, ຫຼືສອດຄ່ອງກັບແຕ່ລະເຂດແລະຜະລິດຕະພັນ.

ທີສີ່, ພັດທະນານະໂຍບາຍໜູນ​ຊ່ວຍ​ຜູ້​ຜະລິດ ໃຫ້​ປ່ຽນ​ຈາກ​ກະສິກຳ​ດັ້ງ​ເດີມ ​ເປັນ​ກະສິກຳ​ນິ​ເວດ.  

ການພັດທະນາກະສິກຳຕາມຫຼັກການກະສິກຳນິເວດ ອາດຈະເຮັດໃຫ້ສະມັດຖະພາບ ແລະ ປະສິດທິຜົນຫຼຸດລົງໃນໄລຍະສັ້ນ. ດັ່ງນັ້ນ, ຕ້ອງມີນະໂຍບາຍໜູນ​ຊ່ວຍ​ປະຊາຊົນຫັນປ່ຽນລະບົບການຜະລິດ. ການສ້າງລະບົບນິເວດບໍລິການສຳລັບກະສິກໍາດ້ວຍການມີສ່ວນຮ່ວມຂອງການສົ່ງເສີມກະສິກຳຊຸມຊົນ ແມ່ນມີຄວາມຈໍາເປັນສໍາລັບການຫັນໄປສູ່ການກະສິກຳນິເວດ. ຄຽງຄູ່ກັບບັນດານະໂຍບາຍຝຶກອັບຮົມໃຫ້ຄວາມ​ຮູ້ແກ່​ຊາວ​ກະ​ສິ​ກອນ, ຕ້ອງມີນະໂຍບາຍ​ສະໜັບສະໜູນດ້ານ​ແນວ​ພັນ, ​ເຊື່ອມ​ຕໍ່​ຕ່ອງ​ໂສ້, ໜູນ​ຊ່ວຍ​ການ​ຊົມ​ໃຊ້​ຜະລິດ​ຕະພັນ​ກະສິກຳນິ​ເວດ ຫຼື ມີ​ນະ​ໂຍບາຍ​ສິນ​ເຊື່ອ​ບຸລິມະສິດ ​ເພື່ອ​ໜູນ​ຊ່ວຍການ​ກະສິກຳ​ນິ​ເວດ.

ທີຫ້າ, ພັດທະນາການເຊື່ອມໂຍງຕາມລະບົບຕ່ອງໂສ້ຄຸນຄ່າຜະລິດຕະພັນກະສິກຳນິເວດ.

ຄວນ​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ໃຫ້​ບັນດາ​ຄອບຄົວເຊື່ອມໂຍງ​ການ​ຜະລິດຕາມຮູບແບບກະສິກຳນິເວດ. ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດໃນການຮັບເໝົາຊື້ຜະລິດ​ຕະພັນ​ກະສິກຳ​ ຜ່ານ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ດ້ານ​ສິນ​ເຊື່ອ, ພາສີ, ຊ່ວຍເຫຼືອດ້ານ​ການ​ຝຶກ​ອົບຮົມ, ການ​ສ້າງ​ຍີ່​ຫໍ້ ​ແລະ ການ​ໂຄສະນາ​ຜະລິດ​ຕະພັນ. ຄົ້ນຄວ້າການສ້າງສາພັດທະນາໂຄງການຊຸກຍູ້ການບໍລິໂພກຜະລິດຕະພັນກະສິກຳທີ່ປອດໄພ, ມີຄວາມຮັບຜິດຊອບ, ໂປ່ງໃສ, ບັນດາໂຄງການສະໜັບສະໜູນການໂຄສະນາສົ່ງເສີມ ຜະລິດຕະພັນກະສິກຳນິເວດ, ຄ່ອຍໆກ້າວໄປສູ່ການຕິດສະຫຼາກແບບນິເວດ ແລະ ການສ້າງຍີ່ຫໍ້ສິນຄ້າຜະລິດຕະພັນກະສິກຳນິເວດ.  

ທີຫົກ, ການພັດທະນາກະສິກຳແບບຍືນຍົງຕາມນິເວດວິທະຍາ ຕ້ອງໄດ້ຖືວ່າເປັນທິດທາງໜຶ່ງ, ພ້ອມທັງເປັນໜ້າທີ່ຂອງບັນດາທ້ອງຖິ່ນ.

ບັນດາເປົ້າໝາຍການຫັນໄປສູ່ລະບົບກະສິກຳນິເວດ ຄວນຖືກລວມເຂົ້າໃນຍຸດທະສາດການພັດທະນາກະສິກຳ, ບົນພື້ນຖານນັ້ນ, ສ້າງ​ແຜນ​ທີ່​ເສັ້ນທາງ ​ແລະ ​ແຜນປະຕິບັດການ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ເຊື່ອມໂຍງແຜນປະຕິບັດການຂອງບັນດາທ້ອງຖິ່ນ ກັບແຜນການປ່ຽນແປງລະບົບສະບຽງ ອາຫານຂອງປະເທດ, ກ້າວສູ່ການສ້າງໂຄງການກະສິກຳນິເວດແຫ່ງຊາດ. ກວດກາຄືນລະບົບນະໂຍບາຍກະສິກຳ ຂອງທັງສູນກາງແລະທ້ອງຖິ່ນໃນປັດຈຸບັນ ເພື່ອດັດປັບໃຫ້ສອດຄ່ອງກັບເປົ້າໝາຍກະສິກຳນິເວດ./.  

---------------------------

(1) ກະສິກຳອະນຸລັກ, ກະສິກຳສົມທົບການປ່າໄມ້, ກະສິກຳພູມິທັດ, ກະ​ສິ​ກໍາ​ທໍາ​ມະ​ຊາດ​, ການປູກເຂົ້າແບບຍືນຍົງ, ລະບົບການລ້ຽງສັດແລະການປູກພືດແບບປະສົມປະສານ, ກະສິກຳອິນຊີ, ການຄວບຄຸມສັດຕູພືດແບບປະສົມປະສານ (IPM),...

(2) ດ່າວເຖແອັງ, ເລແທັ່ງອີ໋, ຈູຕ໋ຽນກວາງ: “ການພັດທະນາກະສິກຳນິເວດ ຕິດກັບການພັດທະນາຊົນນະບົດທີ່ຍືນຍົງ”, ໜັງສືພິມປະຊາຊົນເອເລັກໂຕຮນິກວັນທີ 29 ຕຸລາ 2020, https://nhandan.vn/tin-tuc-su-kien/phat-trien-nen-nong-nghiep-sinh-thai-gan-voi-phat-trien-nong-thon-ben-vung-622338/

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 998 (ເດືອນກັນຍາ 2022)