ວກ. - ໃນ​ເວ​ລາ​ທີ່​ຜ່ານ​ມາ, ຫວຽດ​ນາມ​ບັນ​ລຸ​ຜົນ​ສຳເລັດ​ອັນ​ໂດດ​ເດັ່ນ ​ໃນດ້ານການຄຸ້ມຄອງແລະບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ. ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍທີ່ສອດຄ່ອງ ແລະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກແລະລັດ ​ກ່ຽວ​ກັບການປັບ​ໂຄງສ້າງ​ເສດ​ຖະ​ກິດຕາມທິດທັນສ​ະ​ໄໝ, ການພັດ​ທະ​ນາ​ຢ່າງ​ໄວແລະຍືນ​ຍົງ ບົນ​ພື້ນ​ຖານຂອງຄວາມໝັ້ນຄົງທາງ​ເສດ​ຖະ​ກິດ​ມະ​ຫາ​ພາກ, ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ, ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ ໄດ້ຮັບ​ຜົນ​ສຳ​ເລັດ​ອັນ​ຕັ້ງ​ໜ້າຫຼາຍຢ່າງ, ​ເພີ່ມ​ຄວາມ​ຍືດຫຍຸ່ນ​ຂອງລະບົບ​ເສດຖະກິດ​ຕໍ່​ການ​ກະແທກ​ຈາກການປ່ຽນແປງທາງ​ເສດຖະກິດ​ແລະ​ການ​ເງິນໃນຕ່າງປະເທດ.

ການບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ແນ​ໃສ່​ຄວບ​ຄຸມອັດຕາ​ເງິນ​ເຟີ້,
ສະໜັບສະໜູນ​ການ​ຟື້ນ​ຟູ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ຍືນ​ຍົງຢູ່​ຫວຽດ​ນາມ

ໃນ​ເວ​ລາ​ທີ່​ຜ່ານ​ມາ, ຫວຽດ​ນາມ​ບັນ​ລຸ​​ຜົນ​ສຳເລັດ​ອັນໂດດ​ເດັ່ນ​ຈຳ​ນວນຫຼາຍ ໃນ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ. ເສດ​ຖະ​ກິດ​ມະ​ຫາ​ພາກມີສະຖຽນລະພາບ, ອັດຕາເງິນ​ເຟີ້ຖືກ​ຄວບ​ຄຸມຕາມ​ເປົ້າ​ໝາຍ, ຕະຫຼາດ​ການ​ເງິນແລະເງິນ​ຕາ​ມີສະຖຽນລະພາບ. ອັດຕາການ​ເຕີບ​ໂຕທາງ​ເສດ​ຖະ​ກິດ​ສະ​ເລ່ຍໃນ​ໄລ​ຍະ 2016-2020 ບັນ​ລຸ 6,0% ຕໍ່​ປີ, ສູງກວ່າອັດຕາ​ສະ​ເລ່ຍ 5,9% ຕໍ່​ປີ​ ໃນ​ໄລ​ຍະ 2011-2015. ຫວຽດ​ນາມເປັນ​ໜຶ່ງ​ໃນ​​ປະ​ເທດ​ທີ່​ມີອັດຕາການ​ເຕີບ​ໂຕ​ສູງ​ ໃນ​ພາກ​ພື້ນແລະທົ່ວ​ໂລກ. ການດຸ່ນດ່ຽງ​ເສດຖະກິດ​ມະຫາ​ພາກ​ ໄດ້​ຮັບ​ການ​ຮັກສາ​ ບົນ​ພື້ນຖານຂອງ​ການປັບປຸງງົບປະມານ​ແຫ່ງ​ລັດ, ການຄວບ​ຄຸມ​ໜີ້​ສາທາລະນະ​ແລະໜີ້​ຕ່າງປະ​ເທດ; ທຶນ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ລັດ ​ເພີ່ມ​ຂຶ້ນ​ສູງສຸດ​ເປັນ​ປະຫວັດ​ການ ເຊິ່ງໄດ້ເສີມສ້າງ​ຄວາມຍືດຫຍຸ່ນ​ຂອງ​ເສດຖະກິດ​ຕໍ່ແຮງ​ກະແທກ​ຈາກ​ຕະຫຼາດ​ສາກົນ. ສະ​ພາບ​ແວດ​ລ້ອມທາງ​ທຸ​ລະ​ກິດ​ທີ່​ດີຂຶ້ນ ແລະ ຄວາມ​ສາ​ມາດ​ໃນການເຕີບ​ໂຕ​ອັນ​ຕັ້ງ​ໜ້າ ຊ່ວຍ​ໃຫ້​ຫວຽດ​ນາມຮັບເອົາ​ທ່າ​ອ່ຽງ​ຍົກ​ຍ້ານ​ຕ່ອງ​ໂສ້ຄຸນ​ຄ່າ​ລະດັບ​ໂລກ ແລະ ໄດ້​ຮັບການຈັດອັນດັບຄວາມໜ້າເຊື່ອຖືລະດັບຊາດໂດຍອົງການສາກົນຫຼາຍແຫ່ງ. ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດນາມພວມ​ເພີ່ມ​ຂຶ້ນ, ສຸມ​ໃສ່​​ຂົງ​ເຂດການ​ຜະລິດ ການປຸງ​ແຕ່ງ ແລະກາຜະລິດ, ນຳມາ​ເຊິ່ງການ​ເກີນ​ດຸນ​ການ​ຄ້າກັບຕ່າງປະເທດ, ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ, ຄຸນ​ນະພາ​ບການ​ເຕີບ​ໂຕ ​ແລະ ຍົກ​ສູງ​ຄວາມສາມາດແຂ່ງຂັນຂອງປະເທດ.

ທ່ານ ຟ້າມ ມິງ ຈິ້ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນມາຢ້ຽມຊົມການວາງສະແດງເຕັກໂນໂລຊີຫັນປ່ຽນດິຈິຕອນ ຂອງທະນາຄານບາງແຫ່ງ _ພາບ: TTXVN

ຜົນ​ສຳ​ເລັດ​ໃນການຕໍ່ສູ້ກັບພາວະເງິນ​ເຟີ້​​ສະ​ແດງ​ໃຫ້ເຫັນຢ່າງ​ຈະ​ແຈ້ງ​ໃນ​ໄລ​ຍະປີ 2011-2015. ​ໂດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​​ເສດຖະກິດ​ແລະການ​ເງິນ​ໂລກ ພ້ອມ​ກັບ​ຄວາມ​ອ່ອນ​ແອ​ທີ່​ສະສົມ​ມາ​ຫຼາຍ​ປີ​ໃນລະບົບ​ເສດຖະກິດ​ພາຍ​ໃນ, ຕັ້ງ​ແຕ່​ປີ​ທຳ​ອິດ​ຂອງ​ໄລຍະ​ນີ້, ຫວຽດນາມຕ້ອງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​​ຫຼາຍ​ຢ່າງ​ທີ່​ກ່ຽວພັນກັນ ​ເຊັ່ນອັດຕາເງິນເຟີ້​ສູງ (ຈາກ 9,2% ​ໃນປີ 2010 ​​ເພີ່ມ​ຂຶ້ນ​ເປັນ 18,6% ​ໃນ​ປີ 2011, ​ໃນ​ນັ້ນ ​ເດືອນ​ສິງຫາ​ປີ 2011 ສູງເຖິງ 23% ​ເມື່ອ​ທຽບ​ໃສ່ເວລາ​ດຽວ​ກັນຂອງ​ປີ​ກ່ອນໜ້າ). ຄວາມດຸ່ນດ່ຽງທີ່ສໍາຄັນຂອງເສດຖະກິດຖືກທໍາລາຍ. ການ​ຂາດ​ດຸນ​ການ​ຄ້າ​ຢູ່ໃນ​ລະ​ດັບ​ສູງ ສ້າງແຮງກົດດັນຕໍ່ທຶນສຳຮອງຂອງປະເທດ, ສົ່ງ​ຜົນ​ກະ​ທົບຕໍ່​ອັດ​ຕາ​ແລກ​ປ່ຽນໂດລາສະຫະລັດ/ດົ່ງຫວຽດນາມ ແລະ ເພີ່ມຄວາມສ່ຽງຂອງອັດຕາເງິນເຟີ້ຕໍ່ລະບົບເສດຖະກິດ. ຕະຫຼາດສະກຸນ​ເງິນ ອັດຕາແລກປ່ຽນເງິນ​ຕາ​ຕ່າງ​ປະ​ເທດ ແລະ ຕະຫຼາດທອງ​ຄຳ ​ມີ​ຄວາມຜັນຜວນ​ຢ່າງແຮງ ໂດຍມີອັດຕາດອກເບ້ຍ​ເງິນ​ກູ້​ສູງ​ເຖິງ 20-25% ຕໍ່​ປີ, ສະພາບຄ່ອງຂອງລະບົບສະຖາບັນສິນເຊື່ອມີຄວາມເຄັ່ງຕຶງ, ທຶນສໍາຮອງເງິນຕາຕ່າງປະເທດຫຼຸດລົງ ແລະ ສະກຸນເງິນໂດລາແລະທອງຄໍາມີທ່າອ່ຽງທີ່ຈະເພີ່ມຂຶ້ນ ໃນສະພາບການທີ່ອັດຕາເງິນເຟີ້ເພີ່ມຂຶ້ນ ແລະ ຄວາມບໍ່ໝັ້ນຄົງຂອງເສດຖະກິດມະຫາພາກ.

ໃນ​ສະ​ພາບ​ການດັງກ່າວ, ລັດຖະບານ​ໄດ້​ສະ​ເໜີວິທີແກ້​ບັນຫາທີ່​ຄົບຊຸດ​ແລະຮອບດ້ານຢ່າງຮີບດ່ວນແລະທັນທ່ວງທີ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນທາງປະຕິບັັດໂດຍທັນທີ ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ໃນການຄວບ​ຄຸມອັດຕາ​ເງິນ​ເຟີ້, ຮັກສາສະຖຽນ​ລະ​ພາບຂອງເສດຖະກິດ​ມະຫາ​ພາກ ​ພ້ອມ​ກັນ​ນັ້ນ, ຮັບປະກັນຄວາມປອດໄພ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ ສຳລັບ​ຜູ້​ທຸກ​ຍາກເມື່ອປະເຊີນກັບການ​ດັດ​ປັບ​ເສດຖະກິດຄັ້ງ​ໃຫຍ່ ​ໃນ​ສະພາບ​ທີ່​ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ. ໂດຍສະເພາະ: 1- ກ່ຽວ​ກັບ​ນະ​ໂຍ​ບາຍ​ເງິນ​ຕາ, ໃຫ້ຫຼຸດປະລິມານເງິນແລະຫຼຸດ​ຄວາມ​ໄວຂອງການເຕີບໂຕຂອງສິນ​ເຊື່ອ (ຮັບ​ປະ​ກັນອັດຕາການເຕີບໂຕຂອງວິທີການ​ຊຳ​ລະເງິນລວມຢູ່ທີ່ 15-16% ແລະ ຈຳ​ກັດການເຕີບໂຕຂອງ​ສິນ​ເຊື່ອໃຫ້ຕ່ຳກວ່າ 20%), ຊີ້​ນຳ​ການເຕົ້າໂຮມທຶນ​ສິນ​ເຊື່ອ​ໃຫ້​ຂະ​ແໜງ​ການ​ຜະລິດ​ແລະພາກ​ທຸລະ​ກິດ, ຄວບ​ຄຸມ​ສິນ​ເຊື່ອ​ອະສັງຫາ​ລິ​ມະ​ຊັບ ແລະ ຫຼັກ​ຊັບ ຢ່າງເຄັ່ງຄັດ; ຄຸ້ມ​ຄອງ​ອັດຕາ​ດອກ​ເບ້ຍ ​ແລະອັດຕາ​ແລກປ່ຽນ​ຢ່າງຍືດຫຍຸ່ງຕາມ​ການ​ພັດທະນາ​ຂອງ​ຕະຫຼາດ; 2- ກ່ຽວ​ກັບ​ນະ​ໂຍ​ບາຍ​ການຄັງ, ຫຼຸດການຂາດດຸນ​ງົບ​ປະ​ມານໃຫ້ຕ່ຳກວ່າ 5% ​ຂອງຍອດຜະ​ລິດ​ຕະ​ພັນພາຍ​ໃນ​ປະ​ເທດ (ຈີດີພີ) ບົນ​ພື້ນ​ຖານການ​ສູ້​ຊົນເພື່ອ​ເພີ່ມລາຍໄດ້​ງົບ​ປະ​ມານ 7-8% ແລະ ຫຼຸດ​ລາຍ​ຈ່າຍ​ປະຈຳ​ລົງ 10% ເມື່ອ​ທຽບກັບ​ການ​ຄາດ​ຄະ​ເນ; ກວດກາ, ຫຼຸດຜ່ອນ, ຈັດຕັ້ງຄືນໃໝ່ ແລະ ປັບປຸງປະສິດທິພາບຂອງການລົງທຶນຂອງພາກລັດ; 3- ຊຸກ​ຍູ້​ການ​ຜະ​ລິດແລະ​ທຸ​ລະ​ກິດ, ສົ່ງເສີມ​ການ​ສົ່ງ​ອອກ, ຫຼຸດການຂາດດຸນການຄ້າ, ​ປະ​ຢັດ​ພະ​ລັງ​ງານ; 4- ​ປັບ​ລາ​ຄາ​ໄຟ​ຟ້າແລະນ້ຳ​ມັນທີ່ກ່ຽວຂ້ອງກັບຄວາມປອດໄພ​ສົງ​ຄົມ ແລະ ຊ່ວຍ​ເຫຼືອ​​ຄອບ​ຄົວ​ທີ່ທຸກ​ຍາກ; 5- ເພີ່ມທະວີຄວາມປອດໄພສັງຄົມ ແລະ ສະຫວັດດີການ; 6- ຍູ້​ແຮງວຽກ​ງານ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ໂຄ​ສະ​ນາອົບຮົມ.

ມີການທົບທວນແລະແກ້ໄຂເອກະສານທາງກົດໝາຍ ກ່ຽວກັບການບໍລິຫານນະໂຍບາຍເງິນຕາ ເພື່ອຄວບຄຸມອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກໂດຍທັນທີ. ໃນປີ 2010 ສະ​ພາ​ແຫ່ງ​ຊາດ​​ໄດ້​ປະ​ກາດ​ໃຊ້​ກົດ​ໝາຍວ່າດ້ວຍທະ​ນາ​ຄານຂອງ​ລັດແຫ່ງ​ຫວຽດ​ນາມ ​ມີ​ຜົນບັງຄັບໃຊ້​ແຕ່​ປີ 2011 ແທນທີ່ກົດ​ໝາຍ​ວ່າ​ດ້ວຍ​ທະ​ນາ​ຄານ​ແຫ່ງ​ລັດປີ 1997, ໂດຍກຳ​ນົດ​ຢ່າງຈະ​ແຈ້ງວ່າ ​ບົດ​ບາດແລະຖາ​ນະຕຳແໜ່ງ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ ແລະ ເປົ້າ​ໝາຍນະ​ໂຍ​ບາຍ​ເງິນ​ຕາຂອງຫວຽດນາມ ​ແມ່ນ​ຮັກສາສະຖຽນລະພາບຂອງມູນ​ຄ່າເງິນ ທີ່​ສະ​ແດງໂດຍ​ເປົ້າ​ໝາຍເງິນ​ເຟີ້. ນີ້​ແມ່ນ​ເຂັມ​ທິດທີ່​ຊ່ວຍ​ລວມສູນການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ ແລະ ​ບັນ​ລຸ​​ຜົນ​ງານ​ອັນ​ຕັ້ງ​ໜ້າ ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄຸມອັດຕາເງິນເຟີ້, ຮັກ​ສາສະຖຽນລະພາບຂອງເສດ​ຖະ​ກິດ​ມະ​ຫາ​ພາກ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດຕາມທິດ​ສັງຄົມ​ນິຍົມ​ ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ​.

ໜ້າ​ທີ່ຕໍ່ສູ້ກັບພາວະ​ເງິນ​ເຟີ້ ແລະ ຮັກ​ສາສະຖຽນລະພາບຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ ບໍ່ສາມາດດຳເນີນການ​ໄດ້ພຽງລຳພັງຫຼື​ຊົ່ວ​ຄາວ​ ແຕ່ຖືກວາງ​ໄວ້​ໃນ​ອົງປະກອບລວມທີ່ສະເໝີຕົ້ນສະເໝີປາຍ ກ່ຽວກັບການ​ພັດທະນາ​ເສດຖະກິດແລະສັງຄົມ​ທີ່​ໝັ້ນຄົງ ຍືນຍົງ ແລະ ສະໝ່ຳສະເໝີ ຕະຫຼອດຂັ້ນຕອນ​ຕ່າງໆ. ​ການ​ຊີ້​ນຳ​ໂດຍລວມ​ໃນ​ການ​ຄວບ​ຄຸມ​ອັດຕາ​ເງິນ​ເຟີ້ ແລະ ຮັກ​ສາສະຖຽນລະພາບ​ຂອງເສດ​ຖະ​ກິດ​ມະ​ຫາ​ພາກ ຖືກກຳນົດ​ຄວບ​ຄູ່​ໄປ​ກັບ​ແຜນ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່ຮູບ​ແບບການ​ເຕີບ​ໂຕ ​ຈາກ​ລວງ​ກວ້າງ​ ໄປສູ່ການ​ປະ​ສົມປະສານລວງກວ້າງແລະລວງ​ເລິກ, ການປັບ​ໂຄງສ້າງເສດ​ຖະ​ກິດ, ປະຕິບັດ​ບັນດາ​ບາດກ້າວ​ບຸກທະລຸ​ທາງ​ຍຸດ​ທະ​ສາດ ​ແລະ ​ເປັນ​ເອກະ​ພາບ​ໃນ​ຄວາມນຶກ​ຄິດ​ແລະການ​ກະທຳ​ໃນ​ທຸກ​ລະດັບ.

ສືບ​ຕໍ່​ໄລ​ຍະປີ 2011-2015 ທີ່ດຳເນີນການຫັນ​ນະ​ໂຍບາຍ​ຢ່າງ​ທັນ​ການ ຮອບດ້ານ ​ແລະ ​ແທດ​ຈິງ ​ເພື່ອ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ທີ່​ໝັ້ນຄົງ, ແຕ່​ປີ 2016 ແຜນ​ນະ​ໂຍ​ບາຍແລະນະ​ໂຍ​ບາຍ​ຂອງ​ພັກແລະລັດ ໄດ້ສຸມໃສ່ແລະຕັ້ງໝັ້ນ​ ໃນ​ການ​ປັບ​ປຸງ​ບັນ​ດາຮາກ​ຖານ​ຂອງເສດ​ຖະ​ກິດ​ມະ​ຫາ​ພາກ, ສົ່ງເສີມ​ການ​ພັດ​ທະ​ນາຕົວຂັບເຄື່ອນການ​ເຕີບ​ໂຕທາງ​ເສດ​ຖະ​ກິດ​ໄລ​ຍະ​ຍາວ ໂດຍສະເພາະ​ ການສົ່ງເສີມ​ການປັບ​ໂຄງສ້າງເສດ​ຖະ​ກິດ;  ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ສາ​ກົນ ​ບົນ​ພື້ນ​ຖານ​ຮັບ​ປະ​ກັນຄວາມເປັນ​ເອ​ກະ​ລາດ ແລະຄວາມເປັນ​ເຈົ້າ​ຕົນ​ເອງ ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຍູ້​ແຮງ​ການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ສະ​ພາບ​ແວດ​ລ້ອມ​ການ​ທຸ​ລະ​ກິດ, ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ, ເພີ່ມ​​ສະມັດຕະພາບແລະປະ​ສິດ​ທິ​ຜົນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ສົ່ງເສີມການ​ພັດ​ທະ​ນາ​ເສດ​ຖະ​ກິດດິຈິຕອນ ແລະ ເສດ​ຖະ​ກິດ​ສີ​ຂຽວ. ຄວາມ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ ແລະ ຮັກ​ສາສະຖຽນລະພາບອັດຕາເລິນ​ເຟີ້ ແລະ ການພັດ​ທະ​ນາ​ເສດ​ຖະ​ກິດແລະສັງ​ຄົມ, ການດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ​ຊ່ວຍ​ຮັກ​ສາ​ຄວາມຄາດ​ຫວັງດ້ານ​ເງິນ​ເຟີ້ ສົ່ງເສີມ​ຄວາມເຊື່ອໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່ເງິນດົ່ງ​ຫວຽດ​ນາມ ແລະ ຕໍ່ຕ້ານ​ການ​ຫັນ​ເປັນ​ໂດ​ລາໃນ​ເສດ​ຖະ​ກິດ.

ຄວບ​ຄຸມ​ສະ​ພາບ​ຄ່ອງຂອງ​ລະ​ບົບ​ສະ​ຖາ​ບັນ​ສິນ​ເຊື່ອໄດ້ຢ່າງຍືດຫຍຸ່ນ, ຮັບ​ປະ​ກັນໃຫ້​ຕະ​ຫຼາດ​ເງິນ​ຕາມີສະ​ຖຽນ​ລະ​ພາບ, ຄວບ​ຄຸມ​ເງິນ​ຕາ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຄວບ​ຄຸມ​ອັດຕາ​ເງິນ​ເຟີ້.

ໃນການນຳໃຊ້ເຄື່ອງ​ມື​​ນະ​ໂຍ​ບາຍ​ເງິນ​ຕາ, ທະ​ນາ​ຄານ​ແຫ່ງ​ລັດໄດ້ດຳເນີນການ​ຢ່າງ​ຄົບ​ຊຸດແລະຍືດຫຍຸ່ນ ໂດຍປະ​ສານງານ​ຢ່າງໃກ້ຊິດ​ກັບ​ນະ​ໂຍ​ບາຍ​ການຄັງ ໃນການຄວບຄຸມສະພາບຄ່ອງ, ຮັກ​ສາ​ສະຖຽນລະພາບຂອງ​ຕະຫຼາດ​ເງິນ​ຕາ, ຮັກ​ສາ​ຈຳ​ນວນ​ເງິນ​ທີ່ປ່ອຍ​ອອກ​ເພື່ອ​ຕອບ​ສະ​ໜອງຄວາມຕ້ອງການການຊຳລະເງິນຂອງລະບົບເສດຖະກິດຢ່າງວ່ອງໄວແລະຄົບຖ້ວນ ພ້ອມທັງຮັບປະກັນການປະຕິບັດຕາມເປົ້າໝາຍໃນການຄວບຄຸມອັດຕາເງິນເຟີ້. ຕາມນັ້ນ, ທະ​ນາ​ຄານ​ແຫ່ງ​ລັດ​ສຸມໃສ່: 1- ​ຊື້ແລະຂາຍ​ເອ​ກະ​ສານ​ທີ່ມີຄ່າແບບຍຶດຫຍຸ່ນໄດ້​ສອງທາງ ​ຜ່ານການດຳເນີນການຂອງ​ຕະຫຼາດ​ເປີດທຸກ​ວັນ ດ້ວຍອັດຕາດອກ​ເບ້ຍແລະເງື່ອນໄຂທີ່ສົມເຫດສົມຜົນ ໂດຍອີງຕາມການພັດທະນາຕະຫຼາດຢ່າງໃກ້ຊິດແລະຄວາມເຄື່ອນໄຫວຂອງເງິນຝາກຄັງ​ຂອງ​ລັດ​ໃນ​ລະ​ບົບ​ການ​ທະ​ນາ​ຄານ ເພື່ອຄວບ​ຄຸມ​ສະກຸນ​ເງິນ​, ຮັກສາສະ​ຖຽນ​ລະ​ພາບ​ຂອງ​ຕະ​ຫຼາດ​ລະ​ຫວ່າງ​ທະ​ນາ​ຄານ​ ແລະຫຼຸດອັດຕາ​ເງິນ​ເຟີ້​. ເຄື່ອງ​ມື​ນີ້ມີ​ບົດ​ບາດສຳຄັນໃນການຊົດເຊີຍ​ປະ​ລິ​ມານການຂາດແຄນເງິນທຶນສະພາບຄ່ອງ​, ຮັບ​ປະ​ກັນ​ການຕອບ​ສະ​ໜອງ​​ຄວາມຕ້ອງ​ການເງິນ​ທຶນ​ທີ່​ມີຢູ່​ຂອງ​​ຖະ​ສາ​ບັນສິນເຊື່ອຢ່າງທັນທ່ວງທີ, ໂດຍສະເພາະ ໃນ​ເວ​ລາ​ທີ່​ຄວາມ​ຕ້ອງ​ການສະພາບຄ່ອງ​ຂອງ​​ສະ​ຖາ​ບັນສິນເຊື່ອເພີ່ມຂຶ້ນ; ໃນເວລາດຽວກັນ, ໃຫ້ຖອນ​ເງິນທັນທີເມື່ອເງິນ​ທຶນ​ທີ່ມີຢູ່ຂອງ​ລະ​ບົບ​​ສະ​ຖາ​ບັນ​ສິນເຊື່ອມີສ່ວນເກີນໃນການ​ຄວບ​ຄຸມ​ເງິນຕາ;  2- ການຮັກ​ສາອັດຕາສ່ວນສຳຮອງທີ່ຈຳເປັນໃຫ້​ຄົງທີ່​ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ສະ​ຖາ​ບັນ​ສິນເຊື່ອ​ຮັກສາສະພາບຄ່ອງ ແລະ ຮັກ​ສາສະຖຽນລະພາບ​ຂອງ​ຕະຫຼາດ​ເງິນ​ຕາ(1);  3- ​ການ​ສະ​ໜອງ​ທຶນ​​​ໃໝ່ (Refinance - ຣີໄຟແນນຊ໌) ສຳ​ລັບ​ສະ​ຖາ​ບັນ​ສິນເຊື່ອ ​ເພື່ອຮອງຮັບ​ສະ​ພາບ​ຄ່ອງ​ຕາມຄຳຂໍ​ຂອງ​ສະ​ຖາ​ບັນສິນເຊື່ອ, ຮັບ​ປະ​ກັນ​ຕະ​ຫຼາດ​ການ​ເງິນ​ທີ່ໝັ້ນ​ຄົງ​ ແລະ ສະ​ໜັບ​ສະ​ໜູນຂະ​ບວນ​ການ​ແກ້​ໄຂໜີ້​ເສຍ​. ອັດຕາດອກ​ເບ້ຍ​​ສະ​ໜອງ​ທຶນ​​ໃໝ່ ແລະ ​​ອັດ​ຕາດອກ​ເບ້ຍຮັບຊື້ຄືນໄດ້ຄ່ອຍໆຫຼຸດລົງ​ໃນ​ໄລ​ຍະປີ 2011-2020 ແລະຄົງທີ່​ໃນ​ປີ 2021 ເພື່ອ​ໃຫ້ສອດຄ່ອງ​ກັບພັດທະນາການຂອງລະບົບ​ເສດ​ຖະ​ກິດ. ໃນໄລ​ຍະປີ 2020-2022, ເພື່ອສະໜັບສະໜູນ​ເສດ​ຖະ​ກິດ ໃນການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກການແຜ່ລະບາດຂອງ​​ໂຄວິດ-19, ປະ​ຕິ​ບັດ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດແລະລັດ​ຖະ​ບານ, ທະ​ນາ​ຄານ​ແຫ່ງ​ລັດ​​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ສະ​ໜອງ​​ທຶນ​ໃໝ່​ ໃຫ້​ແກ່​ທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມ ​ເພື່ອໃຫ້​ເງິນ​ກູ້​ເພື່ອ​ຈ່າຍ​ຄ່າຈ້າງ​ຢຸດ​ງານ ແລະ ຈ່າຍ​ເງິນ​ເດືອນເພື່ອ​ຟື້ນ​ຟູ​ການ​ຜະ​ລິດໃຫ້ກັບ​ຄົນງານ (2 ໂຄງ​ການທີ່ມີຂະ​ໜາດ 16.000 ຕື້​ດົ່ງ ແລະ 7.500 ຕື້​ດົ່ງ ຕາມລະດັບ, ອັດ​ຕາດອກ​ເບ້ຍ 0% ຕໍ່​ປີ, ບໍ່​ມີຫຼັກປະກັນ); ສະ​ໜອງ​ທຶນ​ໃໝ່​ 4.000 ຕື້​​ດົ່ງ, ​ອັດ​ຕາ​ດອກ​ເບ້ຍ 0% ໃຫ້​ແກ່​ສະ​ຖາ​ບັນ​ສິນເຊື່ອ ເພື່ອສະໜັບສະໜູນ​ບໍ​ລິ​ສັດ​ການ​ບິນຫວຽດ​ນາມ. ຍ້ອນ​ແນວ​ນັ້ນ, ຄົນ​ງານຫຼາຍ​ແສນ​ຄົນ​ທີ່​ຕ້ອງ​ຢຸດ​ວານ​ໃນ​ໄລຍະການແຜ່ລະບາດຂອງ​ໂຄ​ວິດ-19 ຈຶງຍັງ​ໄດ້​ຮັບ​ຄ່າ​ຈ້າງ, ປະກອບສ່ວນ​ເຂົ້າໃນການປະຕິບັດ​ນະ​ໂຍບາຍ​ປະກັນ​ສັງຄົມ, ຊ່ວຍໃຫ້ວິສາຫະກິດຮັກສາແຮງງານ ເພື່ອ​ຟື້ນ​ຟູ​ການ​ຜະລິດ​ແລະ​ທຸລະ​ກິດ​ ຫຼັງຈາກຄວບຄຸມການແຜ່ລະບາດຂອງ​ໂຄ​ວິດ-19 ໄດ້ແລ້ວ.

ການຈັດການ​ອັດ​ຕາ​ດອກ​ເບ້ຍໃຫ້ສອດຄ່ອງ​ກັບ​ການ​ພັດທະນາ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຕະຫຼາດ​ການ​ເງິນແລະເງິນ​ຕາ ແລະ ເປົ້າ​ໝາຍ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ.

ໄລ​ຍະປີ 2011-2015, ເມື່ອອັດຕາເງິນເຟີ້ເພີ່ມຂຶ້ນ (ໃນປີ 2011 ຢູ່ທີ່ 18,6%), ເພື່ອຄວບຄຸມອັດຕາ​ເງິນ​ເຟີ້, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ຂຶ້ນ​ອັດ​ຕາ​ດອກ​ເບ້ຍການດຳເນີນງານ 5 ຄັ້ງ(2); ໃຊ້​ການ​ຄວບ​ຄຸມ​ອັດ​ຕາ​ດອກ​ເບ້ຍ​ໂດຍ​ກົງ (​ໃຊ້​ກົດລະບຽບ​ກ່ຽວ​ກັບເພດານອັດຕາດອກເບ້ຍເງິນຝາກ ແລະ ໃຫ້​ກູ້ຢືມ) ສຳ​ລັບ​ເງິນດົ່ງຫວຽດ​ນາມ ແລະ ໂດ​ລາ​ສະ​ຫະ​ລັດ ເພື່ອ​ຮັ​ກ​ສາສະຖຽນລະພາບຂອງ​ອັດ​ຕາ​ດອກ​ເບ້ຍ​ໃນ​ຕະຫຼາດ ແລະຄ່ອຍໆແກ້ໄຂຄວາມເຄັ່ງ​ຕຶງ​ດ້ານ​ສະ​ພາບ​ຄ່ອງສຳລັບ​ສະ​ຖາ​ບັນ​ສິນເຊື່ອ. ຢ່າງ​ໃດ​ກໍ່​ຕາມ, ເນື່ອງຈາກແຮງກົດ​ດັນດ້ານ​ເງິນ​ເຟີ້ ແລະ ແຮງກົດດັນດ້ານ​ສະ​ພາບ​ຄ່ອງ, ​ສະ​ຖາ​ບັນສິນເຊື່ອສ່ວນໃຫຍ່ໄດ້ໃຊ້ຮູບແບບຕ່າງໆຫຼາຍຢ່າງ (ຄ່າ​ໃຊ້​ຈ່າຍ​ສົ່ງ​ເສີມການຂາຍ, ຄ່າ​ນາຍ​ໜ້າ...), ການໃຊ້​ອັດ​ຕາ​ດອກ​ເບ້ຍ​ເງິນຝາກ​ສູງກວ່າ​ເພ​ດານອັດຕາດອກເບ້ຍທີ່ທະນາຄານແຫ່ງ​ລັດກຳ​ນົດ(3), ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ກູ້​ຢືມເງິນທຶນມີບັນຫາໃນການຊຳລະໜີ້, ​ເຮັດໃຫ້ໜີ້ເສຍຂອງທະນາຄານເພີ່ມຂຶ້ນ ກໍ່ໃຫ້ເກີດ​ຄວາມ​ສ່ຽງແກ່ສະ​ຖາ​ບັນ​ສິນເຊື່ອ. ເພື່ອຟື້ນຟູ​ວິ​ໃນແລະລະບຽບວິໄນທາງການ​ຕະຫຼາດ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ອອກ​ຄຳ​ສັ່ງໝາຍເລກ 02/CT-NHNN ​ລົງ​ວັນ​ທີ 7 ກັນ​ຍາ 2011, ກຳນົດໃຫ້​ສະ​ຖາ​ບັນສິນເຊື່ອຕ້ອງ​ປະ​ຕິ​ບັດຕາມເພດານ​ອັດ​ຕາ​ດອກ​ເບ້ຍທີ່ກຳນົດໂດຍທະນາຄານແຫ່ງລັດຢ່າງເຄັ່ງຄັດ ແລະ ກຳ​ນົດ​ມາດ​ຕະ​ການຈັດການທີ່ເຂັ້ມງວດຕໍ່ການລະ​ເມີດ. ດ້ວຍ​ເຫດນີ້ ສະຖານະການການລະເມີດຈຶງຖືກຈັດການແກ້ໄຂ ແລະ ຄວາມເຄັ່ງຕຶງໃນຕະຫຼາດເງິນຕາກໍຖືກຍູ້ຖອຍ. ນັບຕັ້ງແຕ່ກາງປີ 2012, ອັດຕາດອກເບ້ຍແລະຕະຫຼາດເງິນຕາມີສະຖຽນລະພາບ, ​ມາດ​ຕະ​ການບໍ​ລິ​ຫານຄວບຄຸມອັດຕາ​ດອກ​ເບ້ຍໄດ້ຖືກຍຸບເລີກເທື່ອລະກ້າວ, ທະ​ນາ​ຄານ​ແຫ່ງ​ລັດຄ່ອຍໆ​ຜ່ອນຄາຍກົດລະບຽບ, ໃຫ້​ສະ​ຖາ​ບັນ​ສິນເຊື່ອເປັນ​ເຈົ້າ​ການໃນການຕັດສິນ​ຕົກ​ລົງ​ອັດ​ຕາ​ດອກ​ເບ້ຍ​ເງິນຝາກ​ທີ່​ມີ​ໄລ​ຍະ 12 ເດືອນ​ຂຶ້ນ​ໄປ, ຫຼັງ​ຈາກນັ້ນ​ແມ່ນ​ໄລ​ຍະ 6 ເດືອນ​ຂຶ້ນ​ໄປ.

ໄລ​ຍະປີ 2016-2019, ຕະຫຼາດ​ການ​ເງິນແລະເງິນ​ຕາຂອງ​ໂລກປະເຊີນກັບການຜັນຜວນສັບສົນ ເນື່ອງຈາກທະນາຄານກາງແຫ່ງສະຫະລັດ (FED) ແລະທະ​ນາ​ຄານກາງຫຼາຍແຫ່ງໃນ​ປະ​ເທດແລະພາກ​ພື້ນ ໄດ້ເພີ່ມອັດຕາ​ດອກເບ້ຍ. ໃນ​ສະ​ພາບ​ການ​ດັ່ງ​ກ່າວ, ຕິດຕາມ​ການພັດທະນາ​ຕະຫຼາດ​​ໃນ​ປະ​ເທດແລະຕ່າງ​ປະ​ເທດຢ່າງໃກ້ຊິດ, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້ດຳເນີນ​ນະ​ໂຍ​ບາຍ​ເງິນ​ຕາຢ່າງຍືດຫຍຸ່ນ ​ເພື່ອ​ຮັກ​ສາ​ສະຖຽນລະພາບແລະຫຼຸດ​ອັດ​ຕາ​ດອກ​ເບ້ຍ​ເມື່ອມີເງື່ອນໄຂເອື້ອອຳນວຍຕໍ່ການສະໜັບສະໜູນ​ການ​ຜະ​ລິດແລະທຸ​ລະ​ກິດ. ຕາມນັ້ນ, ຫຼັງຈາກຮັກສາອັດຕາດອກເບ້ຍດຳເນີນການໄວ້ບໍ່ປ່ຽນແປງໃນປີ 2016, ໃນ​ໄລ​ຍະ 2017-2019, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້ປັບ​ອັດ​ຕາ​ດອກ​ເບ້ຍດຳເນີນການລົງ 0,5% ຕໍ່​ປີ, ຫຼຸດເພດານ​ອັດ​ຕາ​ດອກ​ເບ້ຍເງິນຝາກ 0,2 - 0,5% ຕໍ່ປີ ​ໄລ​ຍະເວລາບໍ່ເກີນ 6 ເດືອນ, ຫຼຸດເພດານ​ອັດ​ຕາ​ດອກ​ເບ້ຍ​ເງິນ​ກູ້​ໄລ​ຍະ​ສັ້ນ​ 1,0% ຕໍ່ປີ ສຳລັບ​ບັນດາ​ຂະ​ແໜງ​ການ​ບຸລິມະສິດ; ສົມ​ທົບ​ການ​ດັດປັບແລະຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ສະ​ພາບ​ຄ່ອງຂອງ​ສະ​ຖາ​ບັນ​ສິນເຊື່ອທັນທີ, ຮັກ​ສາ​ອັດ​ຕາ​ດອກ​ເບ້ຍໃນ​ຕະຫຼາດ​ລະ​ຫວ່າງ​ທະ​ນາ​ຄາມທີ່​ເໝາະ​ສົມ; ຊີ້​ນຳ​​ສະ​ຖາ​ບັນສິນເຊື່ອໃນການກວດ​ກາ ແລະ ສ້າງສົມດຸນ​ຄວາມ​ສາ​ມາດ​ດ້ານ​ການ​ເງິນ ເພື່ອ​ໃຊ້​ອັດ​ຕາ​ດອກ​ເບ້ຍ​ເງິນ​ກູ້​ທີ່​ເໝາະ​ສົມ ​ເພື່ອ​ແນ​ໃສ່​ເພີ່ມ​​ການ​ເຂົ້າ​ເຖິງເງິນ​ທຶນ​ຂອງຜູ້ຄົນແລະວິສາຫະ​ກິດ; ຍູ້​ແຮງ​ການ​ແກ້​ໄຂ​ໜີ້​ເສຍ ໃຫ້​ມີຊັບພະຍາກອນເພື່ອສືບຕໍ່ຫຼຸດອັດຕາດອກເບ້ຍເງິນກູ້ລົງ.

ໄລ​ຍະ 2020-2022, ການ​ບໍ​ລິ​ຫານ​ອັດ​ຕາ​ດອກ​ເບ້ຍທັງ​ຕອບສະໜອງ​ທັນທ່ວງທີຕໍ່ສະຖານນະການການແຜ່ລະບາດ ເພື່ອ​ຊ່ວຍແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງລະບົບ​ເສດ​ຖະ​ກິດ, ທັງ​ດັດ​ປັບໄດ້​ຢ່າງຍືດຫຍຸ່ນຕາມ​ການພັດທະນາອັດຕາ​ເງິນ​ເຟີ້ໃນ​ປະ​ເທດແລະຕ່າງປະເທດ​ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຄວບ​ຄຸມອັດຕາ​ເງິນ​ເຟີ້ ແລະ ຮັກ​ສາສະຖຽນລະພາບຂອງເສດຖະ​ກິດ​ມະ​ຫາ​ພາກ. ໃນປີ 2020, ທັນທີທີ່​ການແຜ່​ລະ​ບາດຂອງ​ໂຄວິດ-19 ເກີດຂຶ້ນ, ທະ​ນາ​ຄານ​ແຫ່ງ​ລັດໄດ້​ປັບຫຼຸດ​ອັດ​ຕາ​ດອກ​ເບ້ຍການດຳເນີນງານ 3 ຄັ້ງ​ໃນ​ປີ 2020 ລວມຫຼຸດ​ລົງ 1,5 - 2,0% ຕໍ່​ປີ (ແມ່ນ​ໜຶ່ງ​ໃນ​​ປະ​ເທດ​ທີ່​ມີການຫຼຸດ​ອັດ​ຕາ​ດອກ​ເບ້ຍທີ່ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ) ແນ​ໃສ່ຫຼຸດ​ຄ່າ​ໃຊ້​ຈ່າຍ​ການ​ເຂົ້າ​ເຖິງເງິນ​ທຶນ​ຈາກ​ທະ​ນາ​ຄານ​ແຫ່ງ​ລັດ ສຳລັບສະ​ຖາ​ບັນສິນເຊື່ອ, ສ້າງ​ເງື່ອນ​ໄຂ​ໃຫ້​ສະ​ຖາ​ບັນ​ສິນເຊື່ອຫຼຸດ​ອັດ​ຕາ​ດອກ​ເບ້ຍ​​ເງິນ​ກູ້​ໃຫ້ແກ່ເສດ​ຖະ​ກິດ; ພ້ອມ​ທັງ, ຊີ້​ນຳ​ສະ​ຖາ​ບັນ​ສິນເຊື່ອ​ຫຼຸດຄ່າ​ໃຊ້​ຈ່າຍ​ການ​ເຄື່ອນ​ໄຫວລົງ ​ເພື່ອ​ສຸມ​ໃສ່ຫຼຸດ​ອັດ​ຕາ​ດອກ​ເບ້ຍ​ການໃຫ້​ກູ້ຢືມ. ໃນປີ 2021 ແລະ 8 ເດືອນຕົ້ນ​ປີ 2022, ເຖິງວ່າ​ອັດ​ຕາ​ດອກ​ເບ້ຍ​ໂລກໄດ້ປັບ​ເພີ່ມ​ຂຶ້ນ ແຕ່​ທະ​ນາ​ຄານ​ແຫ່ງ​ລັດ​ກໍຍັງ​ຮັກ​ສາ​ອັດ​ຕາ​ດອກ​ເບ້ຍການດຳເນີນງານໄວ້ໄດ້, ສ້າງ​ເງື່ອນ​ໄຂໃຫ້​ສະ​ຖາ​ບັນ​ສິນເຊື່ອ​ເຂົ້າ​ເຖິງ​ແຫຼ່ງເງິນ​ທຶນ​ຈາກ​ທະ​ນາ​ຄານ​ແຫ່ງ​ລັດ​ດ້ວຍຄ່າ​ໃຊ້​ຈ່າຍ​ທີ່​ຕ່ຳ, ດ້ວຍ​ເຫດ​ນີ້, ມີ​ເງື່ອນ​ໄຂ​ຫຼຸດ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ເພື່ອ​ໜູນ​ຊ່ວຍລູກ​ຄ້າໃນການ​ຟື້ນ​ຟູ​ການ​ຜະລິດ​ແລະ​ທຸລະ​ກິດ; ຊີ້​ນຳ​ສະ​ຖາ​ບັນສິນເຊື່ອຫຼຸດ​ຄ່າ​ໃຊ້​ຈ່າຍ​ການດຳເນີນງານ​ເພື່ອຫຼຸດ​ອັດ​ຕາ​ດອກ​ເບ້ຍ​ເງິນ​ກູ້​ຕໍ່ໄປ ເພື່ອສະໜັບສະໜູນແລະຕິດຕາມ​ວິ​ສາ​ຫະ​ກິດແລະປະ​ຊາ​ຊົນ ໃນການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ດ້ວຍ​ເຫດນັ້ນ, ​ໃນ​ສະພາບ​ທີ່​ອັດຕາ​ດອກ​ເບ້ຍ​ໂລກເພີ່ມສູງ​ຂຶ້ນ, ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສະ​ເລ່ຍຂອງ​ລະບົບ​ສະ​ຖາ​ບັນ​ສິນ​ເຊື່ອ​ໃນຫວຽດນາມໄດ້ຫຼຸດ​ລົງ 1% ຕໍ່ປີ​ໃນ​ປີ 2020 ​ແລະຫຼຸດ​ລົງ​ອີກ 0,8% ຕໍ່ປີ​ໃນ​ປີ 2021.

ຢ່າງໃດກໍ່ຕາມ, ໃນ​ສະ​ພາບ​ການອັດຕາ​ເງິນ​ເຟີ້​ທົ່ວ​ໂລກ​ເພີ່ມ​ຂຶ້ນ, FED ໄດ້​ປັບ​ອັດ​ຕາ​ດອກ​ເບ້ຍເປົ້າ​ໝາຍ 6 ຄັ້ງຂຶ້ນ​ເປັນ 3,75 - 4% ຕໍ່​ປີ ແລະຄາດ​​ວ່າຈະ​ເພີ່ມ​ຂຶ້ນຢ່າງຕໍ່ເນື່ອງ​ໃນ​ປີ 2023, ຄ່າເງິນ​ໂດ​ລາ​ສະ​ຫະ​ລັດແຂງຄ່າຂຶ້ນ​ຢ່າງໄວ, ສ້າງແຮງກົດ​ດັນຕໍ່ອັດຕາດອກ​ເບ້ຍໃນປະເທດແລະອັດ​ຕາ​ແລກ​ປ່ຽນ ແລະ ສ້າງແຮງກົດ​ດັນຕໍ່ອັດຕາ​ເງິນ​ເຟີ້. ເພື່ອສືບ​ຕໍ່​ຜັນ​ຂະ​ຫຍາຍ​ມາດ​ຕະ​ການຕ່າງໆຢ່າງ​ຄົບ​ຊຸດ​, ປະກອບສ່ວນ​ເຂົ້າ​ໃນ​ການ​ຄວບ​ຄຸມອັດຕາ​ເງິນ​ເຟີ້, ຮັກສາສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ ແລະ ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ລະບົບ​ທະນາຄານ, ທະນາຄານ​ແຫ່ງ​ລັດ​ໄດ້​ປັບ​ອັດຕາ​ດອກ​ເບ້ຍໃຫ້ເພີ່ມຂຶ້ນ ​ໃນ​ສະພາບ​ທີ່​ອັດຕາ​ດອກ​ເບັ້ຍ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ແລະ ແຮງກົດ​ດັນ​ເງິນ​ເຟີ້​ໃນປະເທດເພີ່ມຂຶ້ນ.

ບໍ​ລິ​ຫານຈັດການການ​ເຕີບ​ໂຕ​ຂອງສິນ​ເຊື່ອ​ຢ່າງ​ປອດ​ໄພ ແລະມີປະ​ສິດ​ທິ​ຜົນ ຕາມເປົ້າ​ໝາຍໃນການ​ຄວບ​ຄຸມອັດຕາ​ເງິນ​ເຟີ້, ຮັບ​ປະ​ກັນ​ການ​ສະ​ໜອງເງິນທຶນໃຫ້ແກ່ລະບົບເສດຖະກິດ​ຢ່າງ​ພຽງ​ພໍແລະທັນ​ເວ​ລາ

ພາຍຫຼັງ​ໄລຍະ​ທີ່ສິນເຊື່ອເຕີບ​ໂຕ​​ສູງ​ກ່ອນ​ປີ 2010, ນັບ​ແຕ່​ປີ 2011 ທະນາຄານ​ແຫ່ງ​ລັດ​ໄດ້​ກຳນົດ​ສາຍ​ພົວພັນ​ທີ່​ສົມ​ເຫດ​ສົມ​ຜົນ​ ລະຫວ່າງ​ການ​ເຕີບ​ໂຕຂອງ​ສິນ​ເຊື່ອ ​ແລະ​ການ​ເຕີບ​ໂຕຂອງ ຈີດີພີ ​ເພື່ອ​ຄິດ​ໄລ່​ອັດຕາ​ການ​ເຕີບ​ໂຕ​ຂອງສິນ​ເຊື່ອ​ ຕາມ​ທິດທາງການຍົກ​ສູງ​ຄຸນ​ນະພາ​ບສິນ​ເຊື່ອ, ​ຄ່ອຍໆນໍາລະບົບສະຖາບັນສິນເຊື່ອມາປະຕິບັດໜ້າທີ່ຈັດຫາເງິນທຶນໄລຍະສັ້ນ ໃຫ້ກັັບລະບົບເສດຖະກິດ ຢ່າງເໝາະສົມ. ບົນ​ພື້ນ​ຖານ​ດັ່ງ​ກ່າວ, ທະ​ນາ​ຄານ​ແຫ່ງ​ລັດ​ກຳ​ນົດ​ເປົ້າ​ໝາຍ​ການ​ເຕີບ​ໂຕຂອງ​ສິນ​ເຊື່ອປະຈຳ​ປີ​ ຕັ້ງ​ແຕ່​ຕົ້ນ​ປີ ​ທີ່​ແທດ​ເໝາະ​ກັບ​ສະ​ຖານະການ​ຈິງ ແລະ ຄວບ​ຄຸມການ​ເຕີບ​ໂຕ​ຂອງ​ສິນ​ເຊື່ອ​ຂອງ​ລະ​ບົບຢ່າງເຄັ່ງຄັດ​ ຜ່ານການຈັດສັນເປົ້າໝາຍການເຕີບໂຕຂອງສິນເຊື່ອ ໃຫ້ແກ່ແຕ່ລະສະຖາບັນສິນເຊື່ອໂດຍອີງໃສ່ຄວາມສາມາດໃນການຂະຫຍາຍສິນເຊື່ອ, ຄຸນນະພາບການດຳເນີນງານ ແລະ ຄວາມສາມາດໃນການຄຸ້ມຄອງຄວາມສ່ຽງ. ໃນ​ຂະ​ບວນ​ການ​ປະ​ຕິ​ບັດ, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ທົບ​ທວນ​ແລະ​ປັບປ່ຽນຢ່າງຍືດຫຍຸ່ນຕາມ​ການ​ພັດ​ທະ​ນາທີ່ເກີດຂຶ້ນ​ຈິງ. ຕາມນັ້ນ, ພ້ອມ​ກັບ​ການຫຼຸດ​​ອັດ​ຕາ​ດອກ​ເບ້ຍ​ລົງ​ເຫຼືອ​ປະ​ມານ 40% ຂອງລະ​ດັບໃນ​ທ້າຍ​ປີ 2011, ສິນ​ເຊື່ອກໍ່​ໄດ້ຮັບການ​ຄວບ​ຄຸມ​ຢ່າງ​ເໝາະ​ສົມ ແລະ ແກ້ຢ່າງມີ​ປະ​ສິດ​ທິ​ຜົນ, ສຸມໃສ່​ບັນດາ​ຂົງ​ເຂດ​ບຸລິມະສິດ, ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ຍືນ​ຍົງ.

ຄຽງ​ຄູ່​ກັນ​ນັ້ນ, ທະ​ນາ​ຄານ​ແຫ່ງ​ລັດ​ກໍ​ໄດ້​ຕັ້ງ​ໜ້າ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ທາງ​ດ້ານ​ສິນ​ເຊື່ອ ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ສິນ​ເຊື່ອ ແລະ ຄວາມ​ສາ​ມາດ​ເຂົ້າ​ເຖິງ​ສິນ​ເຊື່ອ ເຊັ່ນ: ​ຕິດ​ຕາມ​​ສະຖານະ​ການ​ສະ​ໜອງ​ສິນ​ເຊື່ອໃນພື້ນທີ່ທີ່ອາດຈະມີ​ຄວາມ​ສ່ຽງຢ່າງໃກ້ຊິດ ເພື່ອ​ສະ​ເໜີ​ມາດ​ຕະ​ການແກ້ໄຂ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຄວາມ​ສ່ຽງ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນການດຳເນີນງານຂອງທະ​ນາ​ຄານ​ໂດຍ​ທັນທີ. ຄວບ​ຄຸມຄວາມ​​ຕ້ອງ​ການສິນເຊື່ອສະກຸນ​ເງິນ​​ຕ່າງ​ປະ​ເທດຢ່າງເຄັ່ງຄັດ ເພື່ອ​ຮັບ​ປະ​ກັນ​ຄວາມສອດຄ່ອງ​ກັບ​​ແຜນນນະ​ໂຍ​ບາຍ​ຈຳ​ກັດ​ການຫັນເປັນ​ໂດ​ລາໃນ​ເສດ​ຖະ​ກິດຂອງລັດຖະບານ, ປະ​ກອບສ່ວນເຮັດໃຫ້​ຕະຫຼາດ​ເງິນ​ຕາ ແລະ ອັດ​ຕາ​ແລກ​ປ່ຽນມີສະຖຽນລະພາບ; ປະ​ສານ​ງານ​ຢ່າງໃກ້ຊິດ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໃນການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ເຊື່ອມ​ໂຍງ​ທະ​ນາ​ຄານ - ວິ​ສາ​ຫະ​ກິດ​ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໂດຍທັນທີ ແລະ ສ້າງ​ເງື່ອນ​ໄຂທີ່ເອື້ອອຳນວຍ​ໃນ​ການ​ເຂົ້າ​ເຖິງສິນເຊື່ອຂອງທະນາຄານ ສຳລັບ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ໂດຍສະເພາະ​ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງແລະຂະ​ໜາດ​ນ້ອຍ; ເປັນ​ເຈົ້າ​ການ​ປະສານ​ງານ​ກັບ​ກະ​ຊວງແລະຂະ​ແໜງ​ການ ເພື່ອ​ສ້າງແລະປັບ​ປຸງ​ບູ​ລະ​ນະ​ກົນ​ໄກ ນະ​ໂຍ​ບາຍ ແລະ ດຳເນີນ​ໂຄງ​ການ​ສິນ​ເຊື່ອ ​ຕາມ​​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ຢ່າງມີປະສິດທິຜົນ.

ໄລ​ຍະ 2020-2022, ​ຕໍ່​ໜ້າ​ຜົນກະທົບດ້ານລົບ​ຈາກການ​ລະ​ບ​າດໃຫຍ່ຂອງ​ໂຄວິດ-19, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ປະ​ກາດ​ໃຊ້​ນະ​ໂຍ​ບາຍ (ໜັງສືວຽນ​ເລກ​ທີ 01/2020/TT-NHNN, ແກ້ໄຂແລະເພີ່ມເຕີມໂດຍໜັງສືວຽນ​ເລກ​ທີ 03/2021/TT-NHNN ແລະໜັງສືວຽນ​ເລກ​ທີ 14/2021/TT-NHNN) ແລະ ຊີ້​ນຳໃຫ້​ສະ​ຖາ​ບັນສິນເຊື່ອປັບໂຄງ​ສ້າງເງື່ອນໄຂການຊຳລະ​ໜີ້, ຮັກ​ສາກຸ່ມ​ໜີ້ເດີມ, ຍົກເວັ້ນແລະຫຼຸດ​ອັດ​ຕາ​ດອກ​ເບ້ຍແລະຄ່າທຳນຽມ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ສຳລັບ​ວິ​ສາ​ຫະ​ກິດແລະຜູ້​ກູ້​ຢືມທີ່​ໄດ້ຮັບ​ຮັບ​ຜົນກະທົບທາງລົບຈາກການແຜ່​ລະ​ບາດໃນ​ຂົງ​ເຂດ, ຂະ​ແໜງ​ການແລະອາຊີບ; ຊ່ວຍ​ຮັກ​ສາ​ກະ​ແສ​ເງິນສົດຂອງ​ຜູ້​ກູ້ຢືມ; ສະໜັບສະໜູນ​ການ​ຜະ​ລິດແລະ​ທຸ​ລະ​ກິດ. ນ​ະ​ໂຍ​ບາຍ​ນີ້​ໄດ້ຮັບການຕ້ອນຮັບຢ່າງດີຈາກພາກທຸລະກິດແລະປະ​ຊາ​ຊົນ​ ແລະ ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການສາກົນ ໄດ້ປະເມີນວ່າມີຄວາມເໝາະສົມແລະທັນການ. ແຕ່​ເລີ່​ມປະຕິບັດ​ຮອດ​ເດືອນ​ມິ​ຖຸ​ນາ 2022 (ວັນທີ່ສິ້ນສຸດ​ນະ​ໂຍ​ບາຍ) ລະ​ບົບ​ສະ​ຖາ​ບັນ​ສິນເຊື່ອ​ໄດ້​ປັບໂຄງສ້າງເງື່ອນໄຂການຊຳລະໜີ້ ໂດຍຮັກ​ສາ​ກຸ່ມ​ໜີ້​ເດີມສຳລັບລູກຄ້າເກືອບ 1,1 ລ້ານ​ຄົນ ດ້ວຍ​ມູນ​ຄ່າໜີ້ສະສົມຫຼາຍກວ່າ 722.000 ​ຕື້​ດົ່ງ; ຍົກ​ເວັ້ນແລະຫຼຸດດອກ​ເບ້ຍແລະຄ່າທຳນຽມ, ຮັກ​ສາ​​ກຸ່ມ​ໜີ້​ເດີມສຳລັບ​​ລູກ​ຄ້າ​​ເກືອບ 562.000 ​ຄົນທີ່ມີມູນຄ່າ​ໜີ້ຫຼາຍກວ່າ 92.000 ​ຕື້​ດົ່ງ.

ການບໍ​ລິ​ຫານ​ອັດ​ຕາ​ແລກ​ປ່ຽນ​ຢ່າງເປັນ​ເຈົ້າ​ການແລະໄຫວ​ພິບ ຕາມສະພາບ​ເສດ​ຖະ​ກິດ​ມະ​ຫາ​ພາກແລະຕະຫຼາດ, ຮັບ​ປະ​ກັນສະຖານະຂອງສະກຸນເງິນ​ຫວຽດ​ນາມຈະແຂງແກ່ນຂຶ້ນ​, ຍຶດ​ຄວາມຄາດຫວັງ ແລະ ປະ​ກອບ​ສ່ວນຄວບຄຸມອັດຕາ​ເງິນ​ເຟີ້ຢ່າງດີ.

ໄລ​ຍະ 2011-2015, ທະ​ນາ​ຄານ​ແຫ່ງ​ລັດຄວບຄຸມ​ອັດ​ຕາ​ແລກ​ປ່ຽນ​ເພື່ອ​ຮັບ​ປະ​ກັນຄວາມ​​ໄຫວ​ພິບເມື່ອ​ຕະຫຼາດເກີດ​ຄວາມ​ເຄັ່ງ​ຕຶງ ແລະ ເພື່ອເພີ່ມ​ຄວາມ​ເຊື່ອ​ໝັ້ນ​​ໃນສະກຸນເງິນດົ່ງຂອງ​ຫວຽດ​ນາມ​ເມື່ອແຮງກົດ​ດັນຂອງ​ຕະຫຼາດຜ່ອນຄາຍລົງ. ຕາມນັ້​ນ, ຕົ້ນ​ປີ 2011, ເພື່ອ​ຮັກ​ສາ​ສະຖຽນລະພາບຂອງ​ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດທ່າມກາງສັນຍານຂອງຄວາມເຄັ່ງຕຶງ, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ປັບ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ທະ​ນາ​ຄານໂດຍສະເລ່ຍ​ເພີ່ມ​ຂຶ້ນ 9,3% ແລະຫຼຸດ​​ຂອບການຊື້ຂາຍຈາກ ±3% ​ເປັນ ±1%. ແຕ່​ປີ 2012, ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ມີສະຖຽນລະພາບກວ່າເກົ່າ, ທະ​ນາ​ຄານ​ແຫ່ງ​ລັດຄວບຄຸມ​ອັດ​ຕາ​ແລກ​ປ່ຽນດ້ວຍການປະ​ກາດລາຍວັນ​ອັດ​ຕາ​ແລກ​ປ່ຽນລະ​ຫວ່າງ​ທະ​ນາ​ຄານໂດຍສະເລ່ຍ​ລະ​ຫວ່າງດົ່ງ​ຫວຽດ​ນາມ ແລະ ໂດ​ລາ​ສະ​ຫະ​ລັດ​; ພ້ອມກັນນັ້ນ, ປະ​ກາດ​ການ​ປັບ​ອັດ​ຕາ​ແລກ​ປ່ຽນສູງສຸດ​ປະຈຳ​ປີ (ປະ​ມານ 1 - 2%) ແລະ​ໃຊ້​ມາດ​ຕະ​ການທີ່​ຄົບ​ຊຸດແລະຍືດຫຍຸ່ນ​ເພື່ອ​ໃຫ້ບັນ​ລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້ (ຄວບຄຸມ​ສະ​ພາບ​ຄ່ອງຂອງ​ເງິນດົ່ງ​ຫວຽດ​ນາມ​, ຮັກ​ສາ​ຄວາມແຕກຕ່າງດ້ານ​ອັດ​ຕາ​ດອກ​ເບ້ຍເງິນດົ່ງຫວຽດ​ນາມ​ - ໂດ​ລາ​ສະ​ຫະ​ລັດ ຕາມ​ທິດ​ທາງເພີ່ມຄວາມ​ດຶງ​ດູດ​ຂອງ​ເງິນ​ດົ່ງຫວຽດ​ນາມ, ​ປັບໄຊ້ເພ​ດານ​ອັດ​ຕາ​ດອກ​ເບ້ຍ​ເງິນຝາກສະກຸນເງິນ​ໂດ​ລາ​ສະ​ຫະ​ລັດ​ແຕ່​ປີ 2010 ແລະຄ່ອຍໆຫຼຸດເພ​ດານ​ລົງເຫຼືອ 0% ຕໍ່​ປີ​ຕັ້ງແຕ່​ເຄິ່ງ​ທ້າຍຂອງ​ປີ 2015, ຍູ້​ແຮງ​ການ​ສື່ສານ​ເພື່ອ​ສ້າງ​ຄວາມ​ໝັ້ນ​ຄົງ​ທາງ​​ຈິດ​ວິ​ທະຍາຕະຫຼາດ, ການແຊກ​ແຊງ​ເງິນ​ຕາ​ຕ່າງ​ປະ​ເທ​ດເມື່ອ​ຈຳ​ເປັນ, ການຈຳ​ກັດ​ສິນ​ເຊື່ອສະກຸນເງິນ​ຕາ​ຕ່າງ​ປະ​ເທດ, ຮັດແໜ້ນ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ), ເພີ່ມ​​ຂອບການຊື້ຂາຍເປັນ ±3% ໃນ​ຊຸມ​ເດືອນສຸດ​ທ້າຍຂອງ​ປີ 2015 ເມື່ອແຮງກົດດັນຕໍ່​ຕະຫຼາດ​ແລກປ່ຽນເງິນ​ຕາ​ຕ່າງ​ປະ​ເທດເພີ່ມຂຶ້ນຈາກການ​ຂຶ້ນ​ອັດ​ຕາ​ດອກ​ເບ້ຍ​ຂອງ FED. ຜົນ​ສຳເລັດໃນ​ໄລ​ຍະ​ນີ້​ໃຫ້​ເຫັນ​ວ່າ, ໃນ​ສະ​ພາບຄາດຄະເນອັດຕາ​ເງິນ​ເຟີ້​ທີ່ສູງຂຶ້ນ, ຕະຫຼາດ​ແລກປ່ຽນເງິນ​ຕາ​ຕ່າງ​ປະ​ເທດ​ທີ່ຜັນຜວນ, ຄວາມ​ເຊື່ອ​ໝັ້ນ​​ໃນ​ເງິນ​ດົ່ງຫວຽດ​ນາມຫຼຸດ​ລົງ​ໃນ​ໄລ​ຍະ​ກ່ອນໜ້າ ແລະ ເງິນ​ໂດ​ລາ​ສະ​ຫະ​ລັດກໍອ່ອນຄ່າລົງໃນ​ຕະຫຼາດ​ໂລກ (ຍ້ອນ FED ໃຊ້ມາດຕະການກະຕູ້ນເສດ​ຖະ​ກິດ (QE) ແລະຮັກ​ສາ​ອັດ​ຕາ​ດອກ​ເບ້ຍໄວ້ໃກ້ຄຽງກັບ 0% ໃນ​ສ່ວນຫຼາຍ​ໄລ​ຍະ​ນີ້), ກົນ​ໄກ​ບໍ​ລິ​ຫານ​ອັດ​ຕາ​ແລກ​ປ່ຽນ​ໃນໄລ​ຍະ​ນີ້​ສອດຄ່ອງ​ກັບສະພາວະ​ເສ​ດ​ຖະ​ກິດ​ມະ​ຫາ​ພາກແລະ​ຕະ​ຫຼາດ. ຕາມນັ້ນ, ອັດ​ຕາ​ແລກ​ປ່ຽນແລະຕະຫຼາດ​ແລກປ່ຽນເງິນ​ຕາ​ຕ່າງ​ປະ​ເທດມີສະຖຽນລະພາບຢ່າງ​​ໄວ ​ຕັ້ງ​ແຕ່​ປີ 2012, ຄວາມ​ເຊື່ອ​ໝັ້ນ​​ໃນ​ເງິນ​ດົ່ງຫວຽດ​ນາມ​ໄດ້​ຟື້ນ​ຟູ, ທະ​ນາ​ຄານ​ແຫ່ງ​ລັດສາມາດ​ຊື້​ສະກຸນເງິນ​ຕ່າງ​ປະ​ເທດ, ເພີ່ມ​ທຶນສຳຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ.

ແຕ່​ປີ 2016 ເຖິງ​ປະ​ຈຸ​ບັບ, ຕະຫຼາດ​ການ​ເງິນໂລກ​ມີຄວາມ​ສັບ​ສົນ ແລະຜັນຜວນຫຼາຍ (FED ຂຶ້ນ​ອັດ​ຕາ​ດອກ​ເບ້ຍ, ເງິນໂດ​ລາ​ສະ​ຫະ​ລັດແຂງຄ່າອີກເທື່ອໜຶ່ງ, ເງິນຢວນອ່ອນຄ່າ, ອັງກິດອອກຈາກສະຫະພາບເອີຣົບ (Brexit), ຄວາມຂັດແຍ້ງທາງ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ-ຈີນ, ການແຜ່ລະບາດໃຫຍ່ຂອງໂຄວິດ-19, ການ​ປະ​ທະ​ກັນລະ​ຫວ່າງລັດ​ເຊຍ-ຢູເຄຣນ ແລະອື່ນໆ). ໃນ​ສະ​ພາບ​ການດັ່ງ​ກ່າວ, ຕະຫຼາດແລກປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ຢູ່​ໃນ​ປະ​ເທດ​ປະ​ເຊີນ​ກັບແຮງກົດ​ດັນຫຼາຍ, ເຮັດ​ໃຫ້​ວິ​ທີ​ການດຳເນີນງານ​ແບບເດີມບໍ່ເໝາະ​ສົມ​ອີກຕໍ່ໄປ. ດັ່ງ​ນັ້ນ, ທະ​ນາ​ຄານ​ແຫ່ງ​ລັດຈຶງ​ຢຸດໃຫ້ຄຳແນະນຳ​ກ່ຽວ​ກັບຄວາມຜັນຜວນຂອງ​ອັດ​ຕາ​ແລກ​ປ່ຽນປະຈຳ​ປີ ແລະ ປ່ຽນການ​ບໍ​ລິ​ຫານ​ອັດ​ຕາ​ແລກ​ປ່ຽນ​ຕາມ​ທິດທາງທີ່ຍືດຫຍຸ່ນຫຼາຍຂຶ້ນ ​ເພື່ອ​ເພີ່ມຄວາມ​ສາ​ມາດໃນການປະເຊີນຕໍ່ແຮງກະແທກ​ຈາກ​ພາຍນອກ, ແຕ່​ຍັງຄົງ​ຮັກສາສະຖຽນລະພາບ ແລະ ໂປ່ງໃສຂອງຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ. ຕາມນັ້ນ, ທະ​ນາ​ຄານ​ແຫ່ງ​ລັດຈຶງ​ປະ​ກາດ​ອັດ​ຕະ​ແລກ​ປ່ຽນ​​ກາງລາຍວັນທີ່ຜັນຜວນຢ່າງຍືດຫຍຸ່ນຕາມ​ການ​ພັດທະນາຂອງ​ຕະຫຼາດ​ໃນປະເທດແລະຕ່າງ​ປະ​ເທດ, ​ຄວາມສົມດຸນຂອງ​ເສ​ດ​ຖະ​ກິດ​ມະ​ຫາ​ພາກ, ສະກຸນເງິນ​ຕາ ແລະ ເປົ້າ​ໝາຍ​ນະ​ໂຍ​ບາຍ​ເງິນ​ຕາ;  ​ໃຊ້​ສ່ວນຕ່າງຂອງ​ອັດ​ຕາ​ແລກ​ປ່ຽນ ±3% ຕັ້ງແຕ່ໄຕມາດທີສາມຂອງປີ 2015 (ເພີ່ມ​ຂຶ້ນຈາກ ±1% ກ່ອນໜ້າ); ໃຊ້ການ​ແຊກ​ແຊງເພື່ອ​ຊື້ແລະຂາຍ​ສະກຸນເງິນ​ຕ່າງ​ປະ​ເທດ ດ້ວຍ​ອັດ​ຕາ​ແລກ​ປ່ຽນ ແລະ ວິ​ທີ​ການແລກປ່ຽນທີ່ຍືດຫຍຸ່ນ (​ທັນ​ທີ ແລະ ຕາມກຳນົດເວລາ) ເພື່ອ​ຮັກ​ສາ​ສະຖຽນລະພາບຂອງຕະຫຼາດ, ເພີ່ມທຶນສຳຮອງ​ເງິນ​ຕາ​ຕ່າງ​ປະ​ເທດຂອງ​ລັດ​ໃນສະພາວະທີ່ເອື້ອອຳນວຍ. ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ອັດ​ຕາ​ແລກ​ປ່ຽນ​ສືບ​ຕໍ່​ໄດ້​ຮັບການປະ​ສານງານ​ຢ່າງ​ແໜ້ນ​ແຟ້​ນກັບການສື່ສານ ແລະ​ເຄື່ອງ​ມື​ນະ​ໂຍ​ບາຍການ​ເງິນ​​ອື່ນໆ ກໍ່​ຄື​​ມາດ​ຕະ​ການການ​ຄຸ້ມ​ຄອງ​ອັດຕາແລກປ່ຽນເງິນ​ຕາ​ຕ່າງ​ປະ​ເທດ ເພື່ອ​ຮັບ​ປະ​ກັນໃຫ້​ຕະຫຼາດແລກປ່ຽນ​ເງິນ​ຕາ​ຕ່າງ​ປະເທດມີສະຖຽນລະພາບ ແລະ ດຳເນີນໄປຢ່າງຊ່ອງລ່ອງ, ຂະຈັດ​ຜົນ​​ກະ​ທົບ​ດ້ານລົບຕໍ່​ຈິດ​ວິ​ທະ​ຍາ​ຕະຫຼາດ, ຈຳ​ກັດສະພາບການຫັນເປັນໂດ​ລາ​ສະ​ຫະ​ລັດໃນເສດຖະກິດ, ປັບ​ປຸງ​ຄວາມ​ເຊື່ອ​ໝັ້​ນ ແລະຜົນກຳໄລໃນການຖື​ເງິນດົ່ງ​ຫວຽດ​ນາມ. ດ້ວຍ​ເຫດນັ້ນ, ຕະຫຼາດ​ສະກຸນເງິນ​ຕ່າງ​ປະ​ເທດ​ມີສະຖຽນລະພາບ, ​ສະ​ພາບ​ຄ່ອງດີ ແລະ ​ຄວາມ​​ຕ້ອງ​ການ​​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ຖືກ​ກົດ​ໝາຍ​ໄດ້​ຮັບການຕອບ​ສະ​ໜອງ​ຢ່າງພຽງ​ພໍແລະໄວວາ. ໃນໄລ​ຍະ 2016-2021, ອັດ​ຕາ​ແລກ​ປ່ຽນ​ສະເລ່ຍ​ເພີ່ມ​ຂຶ້ນ​​ປະ​ມານ 0,9% ຕໍ່​ປີ ແລະ ທຶນສຳຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ​ເພີ່ມ​ຂຶ້ນ.

ໃນ​ 10 ​ເດືອນ​ຕົ້ນ​ປີ 2022, ​ໃນ​ສະພາບ​ທີ່​ຢູ່ພາຍໃຕ້ແຮງ​ກົດ​ດັນ​ຫຼາຍ​ຢ່າງ​ຕາມ​ທ່າ​ອ່ຽງ​ທົ່ວໄປຂອງ​ໂລກ, ທະນາຄານ​ແຫ່ງລັດຫວຽດນາມ​ໄດ້​ຄຸ້ມ​ຄອງ​ອັດຕາ​ແລກປ່ຽນ​ເງິນຕາ​ຢ່າງຍືດຫຍຸ່ນ​ແລະຕັ້ງໜ້າ, ທັງສ້າງພື້ນທີ່​ໃຫ້​ອັດຕາ​ແລກປ່ຽນ​ເຄື່ອນ​ໄຫວໄດ້ຢ່າງຍືດຫຍຸ່ນ, ດູດຊັບແຮງກະແທກຈາກພາຍນອກ ແລະ ທັງຂາຍເງິນຕາຕ່າງປະເທດເຂົ້າມາແຊກແຊງເພື່ອ​ເພິ່ມ​ການ​ສະ​ໜອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ຕະ​ຫຼາດ​, ຈໍາກັດຄວາມຜັນຜວນຂອງອັດຕາແລກປ່ຽນຫຼາຍເກີນໄປ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ, ​ເສດຖະກິດ​ມະຫາ​ພາກ ​ແລະ ຊ່ວຍຫຼຸດແຮງກົດດັນ​ດ້ານເງິນເຟີ້. ວັນ​ທີ 17 ຕຸ​ລາ 2022, ທະ​ນາ​ຄານ​ແຫ່ງ​ລັດ​​ໄດ້ຕັດສິນ​ຕົກ​ລົງ​​ ປັບຂອບອັດ​ຕາ​ແລກ​ປ່ຽນ​ມອບສົ່ງ​ທັນ​ທີ ລະຫວ່າງໂດລາສະຫະລັດແລະດົ່ງຫວຽດນາມ ຈາກ ±3% ​ເປັນ ±5% ​ເພື່ອ​ເປັນ​ເຈົ້າ​ການໃນການປັບໃຫ້ເຂົ້າກັບ​ການພັດທະນາທີ່ບໍ່ສາມາດ​ຄາດ​ເດົາໄດ້ໃນ​ຕະຫຼາດຕ່າງປະເທດ. ດ້ວຍ​ເຫດ​ນັ້ນ, ອັດ​ຕາ​ແລກ​ປ່ຽນ​ໃນ​ຕະຫຼາດຈຶງເຄື່ອນໄຫວໄດ້ຢ່າງຍືດຫຍຸ່ນ, ສະ​ພາບ​ຄ່ອງຂອງ​ຕະຫຼາດຊ່ອງລ່ອງດີ ແລະ ຕອບສະໜອງ​ຄວາມ​ຕ້ອງ​ການ​ດ້ານ​ເງິນ​ຕາ​ຕ່າງ​ປະ​ເທດຕາມ​ກົດ​ໝາຍໄດ້​​ຢ່າງ​ພຽງ​ພໍ. ໃນ​ສະ​ພາບທີ່ສະກຸນ​ເງິນ​ຂອງບັນ​ດາ​ປະ​ເທດໃນ​ພາກ​ພື້ນທີ່ອ່ອນຄ່າລົງ​ຢ່າງວ່ອງໄວ ເມື່ອ​ທຽບ​ກັບ​​ໂດ​ລາ​ສະ​ຫະ​ລັດ, ດ້ວຍຄວາມ​ມາ​ນະ​ພະ​ຍາ​ຍາມຂອງທະນາຄານແຫ່ງລັດ ແລະ ວິທີ​ການ​ດຳເນີນງານທີ່ຍືດຫຍຸ່ນແລະເປັນເຈົ້າການ, ເງິນດົ່ງ​ຫວຽດ​ນາມຈຶ່ງອ່ອນຄ່າລົງພຽງປະມານ 9% ເມື່ອ​ທຽບ​ກັບ​ໂດ​ລາ​ສະ​ຫະ​ລັດ.

ເປັ​ນ​ເຈົ້າ​ການໃນການສື່ສານ​ເພື່ອ​ຮັກ​ສາ​ສະຖຽນລະພາບຂອງຕະຫຼາດທີ່ຄາດ​ຫວັງ

ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ, ວຽກ​ງານ​ສື່ສານ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ​​ໄດ້​ຮັບ​ການປ່ຽນ​ແປງ​ໃໝ່ຢ່າງ​ຮອບ​ດ້ານ​ ທັງໃນດ້ານຄວາມຄິດແລະການກະທຳ ແລະ ເປັນ​ເຄື່ອງ​ມື​ທີ່​ມີປະສິດທິຜົນໃນການຖ່າຍທອດ​ກົນ​ໄກ ນະ​ໂຍ​ບາຍ ມາດ​ຕະ​ການ​ບໍ​ລິ​ຫານ​ເງິນ​ຕາແລະທະ​ນາ​ຄານ. ທະນາຄານແຫ່ງລັດໄດ້ສະໜອງຂໍ້ມູນຢ່າງສະໝ່ຳສະເໝີແລະທັນທ່ວງທີ ກ່ຽວກັບວິທີການດຳເນີນງານ ແລະ ຜົນການດຳເນີນງານຂອງທະນາຄານ ເພື່ອເປັນແນວທາງແລະຊີ້​ນຳ​ຄວາມຄິດ​ເຫັນສັງຄົມ. ວິທີແກ້ບັນຫາແລະຜົນສຳເລັດມີດັ່ງນີ້:

ທີ​ໜຶ່ງ, ແຜນ​ນະ​ໂຍ​ບາຍ ນະ​ໂຍ​ບາຍ ແລະ ວິທີການດຳເນີນງານ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ​ໄດ້ຮັບການຖ່າຍທອດຕໍ່​ຫາງ​ສຽງ​ສາທາລະນະຊົນ​ຢ່າງ​ທັນທ່ວງທີ ແລະ ເປັນ​ທາງ​ການ ​ຜ່ານຮູບແບບການສື່ສານທີ່ອຸດົມສົມບູນ ຫຼາກຫຼາຍ ແລະ ເຂົ້າ​ເຖິງ​ໄດ້ (ປະ​ຊຸມຖະແຫຼງຂ່າວເປັນ​ປະ​ຈຳ, ເວັບໄຊຕ໌​ຂອງທະ​ນາ​ຄານ​ແຫ່ງ​ລັດ, ການ​ສຳ​ມະ​ນາ, ການອະພິປາຍ ແລະອື່ນໆ), ​ຈາກນັ້​ນ, ​ຈຳ​ກັດຂໍ້ມູນທີ່ຂັດແຍ້ງ, ຂ່າວປອມ ແລະ ຂ່າວບໍ່ຖືກຕ້ອງ ເຊິ່ງສົ່ງ​ຜົນ​ຮ້າຍຕໍ່​ຈິດ​ວິ​ທະ​ຍາ ແລະ ຄວາມຄິດເຫັນສັງຄົມ.

ທີ​ສອງ, ທິດທາງແລະແຜນ​ການສື່ສານ​ໄດ້ຮັບການພັດທະນາສຳລັບໄລ​ຍະເວລາແລະໃນແຕ່​ລະ​ປີ ເຊິ່ງໄດ້ຮັບການຜັນ​ຂະ​ຫຍາຍ​ຢ່າງ​ເປັນເອ​ກະ​ພາບແລະຄົບ​ຊຸດ​ ໃນ​ທົ່ວ​ລະ​ບົບ ໂດຍມີການປະ​ສານງານຢ່າງໃກ້ຊິດ ແລະ ເປັນເອ​ກະ​ພາບ​ ລະ​ຫວ່າ​ງ​ບັນ​ດາໜ່ວຍງານຂອງ​ທະ​ນາ​ຄານ​ແຫ່ງ​ລັດ ທັງ​ພາຍ​ໃນແລະພາຍນອກ​ຂະ​ແໜງການ; ເອົາ​ໃຈ​ໃສ່​ສະ​ໜອງ​ຂໍ້​ມູນ​​ຢ່າງ​ທັນທ່ວງທີໃຫ້​ແກ່ສະມາຊິກສະ​ພາ​ແຫ່ງ​ຊາດ, ຜູ້​ຊ່ຽວ​ຊານດ້ານ​ເສດ​ຖະ​ກິດແລະການ​ເງິນ.

ທີສາມ: ວິທີການສື່ສານໄດ້ຮັບການປ່ຽນແປງຢ່າງຕໍ່ເນື່ອງ ມີຄວາມຫຼາກຫຼາຍ ແລະ ໃກ້ຊິດກັບສາທາລະນະຊົນ. ແຕ່ປີ 2017, ນອກຈາກການຖະແຫຼງຂ່າວ ແລະການສະໜອງຂໍ້ມູນເປັນປະຈຳຫຼຶບໍ່ຄາດຄິດ, ເມື່ອມີຄວາມຕ້ອງການ, ທະນາແຫ່ງລັດຈະປະສານງານກັບສະຖານີໂທລະພາບຫວຽດນາມ ສຳນັກຂ່າວ ສື່ມວນຊົນ ໜັງສືພິມ ແລະກິດຈະການອື່ນໆທີ່ກ່ຽວຂ້ອງ ເພື່ອປະຕິບັດໂຄງການການສືກສາ ແລະ ການສື່ສານທາງການເງິນໃນຊຸມຊົນ ແນໃສ່ປັບປຸງຍົກສູງຄວາມຮູ້ກ່ຽວກັບການເງິນແລະເງິນຕາໃຫ້ແກ່ບັນດາກຸ່ມປະຊາກອນ, ປະກອບສ່ວນໃນການບັນລຸເປົ້າໝາຍກ່ຽວກັບການເງິນທີ່ຮອບດ້ານ, ການຊຳລະເງິນທີ່ບໍ່ໃຊ້ເງິນສົດ, ການປັບປຸງຄວາມສາມາດໃນການເຂົ້າເຖິງບໍລິການທະນາຄານ ໃນລະບົບເສດຖະກິດແລະອື່ນໆ.

ທີ​ສີ່, ຈັດ​ຕັ້ງ​ຊຸດບຳລຸງ​ສ້າງແລະເຝິກ​ອົບ​ຮົມຫຼັກສູດການເຮັດ​ວຽກ​ງານດ້ານການສື່ສານ​ໃຫ້​ແກ່ຜູ້​ນຳ​ກົມ ພະແນກ ໜ່ວຍງານຢ່າງສະໝ່ຳສະເໝີ; ຝຶກອົບຮົມຍົກລະດັບຄວາມຮູ້ທາງດ້ານການທະນາຄານໃຫ້ແກ່ນັກຂ່າວທັງໃນແລະນອກຂະແໜງການ.

ທີຫ້າ: ເປັນເຈົ້າການໃນການສະໜອງຂໍ້ມູນ ແລະສື່ສານທັງກ່ອນ ລະຫວ່າງ ແລະ ຫຼັງ ການປະກາດໃຊ້ເອກະສານທາງກົດໝາຍ ໂດຍມີວັດຖຸປະສົງເພື່ອໃຫ້ຂໍ້ມູນມີຄວາມໂປ່ງໃສ ແລະສ້າງຄວາມເຫັນດິເຫັນພ້ອມໃນຄວາມຄິດເຫັນຂອງປະຊາຊົນເມື່ອໄດ້ຮັດເອກະສານນະໂຍບາຍໃໝ່ຈາກທະນາຄານແຫ່ງລັດ. ປະສານງານຢ່າງໃກ້ຊິດກັບບັນດາອົງການພາກລັດ ເພື່ອຈັດການແກ້ໄຂເຫດການທີ່ອາດຈະສົ່ງຜົນເສຍຕໍ່ຊື່ສຽງ ຄວາມເຊື່ອໝັ້ນຂອງຜູ້ຝາກເງິນ ຕະຫຼອດຈົນຄວາມໝັ້ນຄົງແລະຄວາມປອດໄພໃນການດຳເນີນງານຂອງທະນາຄານໂດຍທັນທີ.

ທີ​ຫົກ, ປະ​ສານງານ​ກັບ​ບັດາ​ອົງ​ການ​ການ​ເງິນ​ສາ​ກົນ ເພື່ອສົ່ງເສີມການສື່ສານ ໂຄ​ສະ​ນາ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ເສີມສ້າງຊື່ສຽງແລະ​ພາບພົດ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ ແລະ ໃນ​ຂະ​ບວນ​​ການ​ເຊື່ອມ​ໂຍງ​ເຂົ້າກັບປະ​ຊາ​ຄົມ​ການ​ເງິນ ແລະການທະ​ນາ​ຄານ​ໂລກ.

ປະສົບການໃນການຄຸ້ມຄອງເງິນຕາຕ່າງປະເທດ, ການຈໍາກັດສະພາບ
ການຫັນເປັນໂດລາສະຫະລັດ ແລະ ການຫັນເປັນທອງຄໍາໃນເສດຖະກິດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ເພື່ອ​ຈຳ​ກັດ​ສະ​ພາບ​ການ​ຫັນ​ເປັນ​​ໂດ​ລາ​ສະຫະລັດ, ຫັນ​ເປັນທອງ​ຄຳໃນເສດ​ຖະ​ກິດ, ລັດ​ຖະ​ບານແລະທະ​ນາ​ຄານ​ແຫ່ງ​ລັດ ​ຍາມ​ໃດ​ກໍ່​ຍືດ​ໝັ້ນ​ໃນເປົ້າ​ໝາຍ​ຄວບ​ຄຸມອັດຕາ​ເງິນ​ເຟີ້, ຮັກ​ສາ​ສະຖຽນລະພາບຂອງ​ເສ​ດ​ຖະ​ກິດ​ມະ​ຫາ​ພ​າກ, ສະໜັບສະໜູນການເຕີບ​ໂຕ​ທາງເສດ​ຖະ​ກິດ, ດຳເນີນນະໂຍ​ບາຍຄ່ອຍໆປັບປ່ຽນ​ສາຍ​ພົວ​ພັນລະຫວ່າງການລະ​ດົມເງິນທຶນ - ການໃຫ້ກູ້ຢືມ ໄປສູ່​ສາຍ​ພົວ​ພັນການ​ຊື້​-ຂາຍເງິນ​ຕາ​ຕ່າງ​ປະ​ເທດແລະທອງຄຳ ດ້ວຍແນວທາງແກ້ໄຂ​ດັງນີ້:  

ຈຳ​ກັດ​ສະ​ພາບ​ການ​ຫັນ​ເປັນ​​ໂດ​ລາ​ສະຫະລັດໃນ​ເສດ​ຖະ​ກິດ

ການຄວບ​ຄຸມອັດຕາ​ເງິນ​ເຟີ້ ແລະ ການຮັກ​ສາສະຖຽນລະພາບຂອງເສດ​ຖະ​ກິດ​ມະ​ຫາ​ພາກ ​ແມ່ນ​ພື້ນ​ຖານທີ່​ສຳ​ຄັນທີ່ສຸດ ໃນ​ການສົ່ງເສີມ​ຄວາມ​ເຊື່ອ​ໝັ້ນ​ຂອງ​ຜູ້ຄົນແລະວິ​ສາ​ຫະ​ກິດຕໍ່ມູນ​ຄ່າຂອງສະກຸນ​ເງິນ​ໃນ​ປະ​ເທດ ແລະແມ່ນຮາກ​ຖານ​ໃນການຕໍ່ສູ້ກັບ​ການ​ຫັນ​ເປັນ​ໂດ​ລາສະຫະລັດ​ແລະຫັນ​ເປັນ​ທອງຄຳໃນເສດ​ຖະ​ກິດ. ຄຽງ​ຄູ່​ກັນ​ນັ້ນ, ທະ​ນາ​ຄານ​ແຫ່ງ​ລັດ​ຍັງປະ​ສານ​ສົມ​ທົບ​ມາດ​ຕະ​ການແລະເຄື່ອງ​ມືບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ ໂດຍສະເພາະ​ ນະ​ໂຍ​ບາຍ​ອັດ​ຕາ​ດອກ​ເບ້ຍແລະອັດ​ຕາ​ແລກ​ປ່ຽນ ​ຢ່າງ​ຄົບ​ຊຸດ ເພື່ອ​ຮັກ​ສາ​ຄວາມ​ດຶງ​ດູດ​ໃຈຂອງ​ເງິນ​ດົ່ງຫວຽດ​ນາມ​ເມື່ອ​ທຽບ​ກັບ​ໂດ​ລາ​ສະ​ຫະ​ລັດ; ຄວບຄຸມ​ເພດານອັດ​ຕາ​ດອກ​ເບ້ຍເງິນ​ຝາກສະກຸນ​ເງິນ​ໂດ​ລາ​ສະ​ຫະ​ລັດ ​ສຳລັບ​ອົງ​ການ​ແລະບຸ​ກຄົນ (ຫຼຸດ​ລົງເປັນ 0% ຕໍ່​ປີ​ໃນທ້າຍ​ປີ 2015) ແລະປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ຈຳ​ກັດ​​ຄວາມ​ຕ້ອງ​ການ​ສິນເຊື່ອທີ່ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ; ການສື່ສານແລະການປະ​ສານງານ​ຢ່າງ​ແໝ້ນ​ແຟ້ນ​ກັບ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖີ່ນ​ ເພື່ອເພີ່ມ​ທະ​ວີ​ການກວດ​ກາ ແລະ ຕິດ​ຕາມ​ການ​ປະ​ຕິ​ບັດ​ຕາມກົດລະບຽບ​ກ່ຽວ​ກັບ​ການ​ໃຊ້​ເງິນ​ຕາ​ຕ່າງ​ປະ​ເທດ​ພາຍ​ໃນ​ປະ​ເທດ ກໍ່​ຄື​ການ​ນຳ​ເງິນ​ຕາ​ຕ່າງ​ປະ​ເທດເມື່ອເດີນທາງອອກນອກປະເທດ.

ດ້ວຍ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ກ່າວ​ມາ​ນັ້ນ, ຄວາມເຊື່ອ​ໝັ້ນໃນ​ເງິນ​ດົ່ງ​ຫວຽດນາມນັບ​ມື້​ນັບ​ເພີ່ມ​ຂຶ້ນ, ສະພາບການ​ຫັນເປັນ​​ໂດ​ລາສະຫະລັດ​ຫຼຸດ​ລົງຢ່າງໄວ, ຜູ້ຄົນປ່ຽນ​ເງິນຕາ​ຕ່າງປະ​ເທດ​ເປັນເງິນດົ່ງຫວຽດນາມ​ເພື່ອ​ຝາກ​ໃນ​ລະບົບ​ທະນາຄານ, ຈາກ​ນັ້ນ, ປ່ຽນ​ແຫຼ່ງເງິນຕາ​ຕ່າງປະ​ເທດ​ເປັນ​ເງິນ​ດົ່ງ ​ເພື່ອ​ຮັບ​ໃຊ້​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ.​ ຕາມນັ້ນ, ອັດ​ຕາສ່ວນ​ເງິນ​ຝາກ​ເງິນ​ຕາ​ຕ່າງ​ປະ​ເທດຕໍ່ວິທີການຊຳເງິນລະ​ທັງ​ໝົດ​ຫຼຸດ​ລົງຈາກ 15,84% ໃນ​ທ້າຍ​ປີ 2011 ​ເປັນ 10,98% ໃນ​ທ້າຍ​ປີ 2015 ແລະ ສືບ​ຕໍ່​ຫຼຸດ​ລົງເຫຼືອປະມານ 7% ໃນ​ປະ​ຈຸ​ບັນ. ​ສະ​ຖາ​ບັນສິນເຊື່ອ​ຫັນ​ປ່ຽນຈາກທ່າອ່ຽງການຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ​ສຸດ​ທິ ​ເປັນການ​ຊື້​ເງິນ​ຕາ​ຕ່າງ​ປະ​ເທດ​ສຸດ​ທິ.

ກ່ຽວ​ກັບ​ການ​ຄຸ້ມຄອງ​ຕະຫຼາດ​ທອງຄຳ ແລະ ການຈຳກັດ​ສະ​ພາບ​ການ​ຫັນ​ເປັນ​ທອງຄຳໃນ​ເສດຖະກິດ

ປະ​ຕິ​ບັດ​ຕາມ​ການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງສູນກາງພັກ ແລະ ລັດ​ຖະ​ບານ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ດຳ​ເນີນ​ທຸລະ​ກິດ​ທອງຄຳ​ຢ່າງ​ເຂັ້ມ​ງວດ ເພື່ອແກ້ໄຂຜ່ານຜ່າ​ສະ​ພາບ​ການ​ກັກ​ຕຸນຫາກຳໄລ ແລະ ການຄ້າ​ຜິດ​ກົດ​ໝາຍ, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້ໃຫ້ຄຳແນະນຳແລະສົ່ງໃຫ້ລັດຖະບານ ເພື່ອ​ປະ​ກາດ​ໃຊ້​​ດຳ​ລັດສະບັບ​ເລກ​ທີ 24/2012/NĐ-CP ​ລົງ​ວັນ​ທີ 3 ເມ​ສາ 2012 (​ດຳ​ລັດເລກທີ່ 24) ວ່າດ້ວຍ​ການ​ຄຸ້ມ​ຄອງ​ການເຄື່ອນ​ໄຫວ​ທຸ​ລະ​ກິດທອງ​ຄຳ​ໂດຍມີ​ເປົ້າ​ໝາຍ​ຕົ້​ນ​ຕໍ່ສອງປະການຄື: 1- ຈັດຕັ້ງ​ແລະຈັດ​ວາງຕະຫຼາດ​ຄຳ​ແທ່ງຄືນ​ໃໝ່ໂດຍພື້ນຖານ, ປ້ອງກັນຜົນກະທົບຂອງຄວາມ​ຜັນຜວນ​ຂອງ​ລາຄາທອງ​ຄຳ ​ຕໍ່​ອັດຕາ​ແລກປ່ຽນ, ອັດຕາ​ເງິນ​ເຟີ້ ​ແລະ ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ; 2- ຍົກ​ສູງບົດ​ບາດຂອງ​ລັດ​ໃນການຄຸ້ມ​ຄອງ​ຕະຫຼາດ​ທອງຄຳ​, ປ້ອງກັນແລະຍູ້​​ຖອຍ​ສະ​ພາບ​ການ​ຫັນ​ເປັນທອງ​ຄຳໃນ​ພື້ນ​ຖານ​ເສດ​ຖະ​ກິດ, ຄ່ອຍໆລະ​ດົມ​ຊັບພະຍາກອນທອງ​ຄຳ​ເພື່ອ​ຮັບ​ໃຊ້ການ​ພັດ​ທະ​ນາ​ເສດ​ຖະ​ກິດແລະສັງ​ຄົມ.

ຫຼັງ​ຈາກ​ດຳ​ລັດເລກທີ 24 ​ໄດ້​ຖືກປະ​ກາດ​ໃຊ້, ທະນາຄານ​ແຫ່ງ​ລັດ​ໄດ້​ອອກ​ເອກະສານແນະນຳ​ການ​ປະຕິບັດ ເຊິ່ງ​ກຳ​ນົດວ່າ ​ສະ​ຖານະທອງຄຳຂອງ​ສະຖາບັນ​ສິນເຊື່ອໃນທ້າຍວັນ ຕ້ອງບໍ່ເກີນ 2% ຂອງທຶນ​ຂອງ​ສະ​ຖາ​ບັນສິນເຊື່ອ ແລະ ບໍ່​ໃຫ້​ຮັກ​ສາ​ສະ​ຖານະທອງຄຳຕິດ​ລົ​ບ ເພື່ອປ້ອງກັນ​ຄວາມ​ສ່ຽງ​ຈາກຄວາມຜັນຜວນຂອງລາ​ຄາທອງ​ຄຳ, ກໍ່​ຄື​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້ກັບ​ສະ​ຖາ​ບັນ​ສິນເຊື່ອ​ໃນທຸ​ລະ​ກິດ​ຊື້ແລະຂາຍຄຳແທ່ງ. ກ້າວ​ເຖິງ​ການຫັນປ່ຽນຈາກ​ການ​ພົວ​ພັນ​ລະ​ດົມແລະໃຫ້ກູ້​ຢືມທຶນເປັນທອງ​ຄຳ ​ໄປ​ເປັ​ນ​ການ​ພົວ​ພັນ​ຊື້ແລະຂາຍທອງ​ຄຳ, ທະ​ນາ​ຄານ​ແຫ່ງ​ລັດ​ສືບ​ຕໍ່​ປະ​ກາດ​ໃຊ້​ກົດລະບຽບທີ່ກຳນົດໃຫ້​ສະ​ຖາ​ບັນສິນເຊື່ອຕ້ອງ​ຢຸດ​ການ​ລະ​ດົມແລະໃຫ້ກູ້ຢືມທຶນເປັນທອງ​ຄຳ (ໜັງ​ສືວຽນໝາຍເລກ 11/2011/TT-NHNN) ແລະ ຫ້າມ​ລະ​ດົມ​ທຶນເປັນທອງ​ຄຳ ​ຍົກເວັ້​ນກໍລະ​ນີ​ການອອກໃບ​ຮັບຮອງທອງຄຳໄລ​ຍະ​ສັ້ນຕາມຄຳຂໍ​ຂອງ​ລູກ​ຄ້າເມື່ອປະລິມານທອງ​ຄຳເພື່ອການຕິດຕາມໜີ້ ແລະ ສິນຄ້າໃນສາງບໍ່​ພຽງ​ພໍ​ຕໍ່ການຊຳລະ (ໜັງ​ສືວຽນໝາຍເລກ 12/2012/TT-NHNN). ພ້ອມ​ກັນນັ້ນ, ທະນາຄານ​ແຫ່ງ​ລັດ​ຈະ​ເພີ່ມ​ທະວີ​ການ​ກວດກາ ​ແລະ ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ ​ເພື່ອຊຸກຍູ້​ຂະ​ບວນການ​ຢຸດຕິ​ການ​ລະດົມ ​ແລະໃຫ້​ກູ້ຢືມເປັນທອງຄຳ. ບັນດາ​ມາດ​ຕະການ​ແກ້​ໄຂ​ດັ່ງກ່າວ​ໄດ້​ຊ່ວຍ​ລົບ​ລ້າງ​ຄວາມ​ສ່ຽງ​ໃນ​ການ​ລະດົມ ​ແລະ​ໃຫ້ຢືມທຶນເປັນທອງ​ຄຳ, ຢຸດຕິ​ສະພາບ​ການ​ຫັນເປັນທອງ​ຄຳ​ໃນ​ການ​ດຳ​ເນີນ​ງານ​ຂອງ​ລະບົບ​ສະ​ຖາ​ບັນ​ສິນ​ເຊື່ອ, ຊ່ວຍ​ປ່ຽນ​ແຫຼ່ງ​ທອງ​ຄຳ​ເປັນ​ເງິນ​ດົ່ງ​ເພື່ອການຜະລິດແລະ​ທຸລະ​ກິດ, ເພີ່ມ​ທະວີ​ການ​ປະຢັດ​ໂດຍ​ການ​ຝາກ​ເງິນ​ໃນສະຖາບັນ​ສິນ​ເຊື່ອ.

ທິດ​ທາງການບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ໃນເວ​ລາ​ຕໍ່​ໄປ

ການດຳເນີນ​ນະ​ໂຍ​ບາຍ​ເງິນ​ຕາຢ່າງ​ເປັນ​ເຈົ້າ​ການແລະຍຶດຫຍຸ່ນ, ປະ​ສານງານ​ຢ່າງ​ແໜ້ນ​ແຟ້ນ​ກັບ​ນະ​ໂຍ​ບາຍການຄັງ ແລະ ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ອື່ນໆ ໂດຍມີ​ເປົ້າ​ໝາຍ​ບຸ​ລິ​ມະ​ສິດ​ການ​ຄວບ​ຄຸມ​ເງິນ​ເຟີ້, ​ປະ​ກອບ​ສ່ວນ​ຮັກ​ສາ​ສະຖຽນລະພາບ​ຂອງເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ສະໜັບສະໜູນການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ຍືນ​ຍົງ. ດັ່ງນັ້ນ, ໃນເວລາຕໍ່ໄປນີ້ຈະຕ້ອງ​ສຸມ​ໃສ່​ເຮັດວຽກງານ​ລຸ່ມນີ້ໃຫ້ໄດ້ເປັນຢ່າງດີ:

ທີ​ໜຶ່ງ, ການຄວບຄຸມອັດຕາດອກເບ້ຍໃຫ້ສອດຄ່ອງກັບພັດທະນາການຕະຫຼາດ ແລະ ເປົ້າໝາຍນະໂຍບາຍການເງິນ; ຊຸກຍູ້​ໃຫ້​ບັນດາສະຖາບັນ​ສິນ​ເຊື່ອ​ຫຼຸດຜ່ອນ​ຕົ້ນ​ທຶນ ​ແລະ ປັບປຸງ​ປະສິດທິ​ຜົນ​ການ​ດຳ​ເນີນ​ງານ​ໃຫ້​ມີ​ເງື່ອນ​ໄຂໃນການຫຼຸດ​ອັດຕາ​ດອກ​ເບ້ຍການໃຫ້​ກູ້ຢືມ.

ທີ​ສອງ, ການຄວບຄຸມອັດ​ຕາ​ແລກ​ປ່ຽນຢ່າງຍືດຫຍຸ່ນ, ການປະ​ສານມາດ​ຕະ​ການແລະເຄື່ອງມືນະໂຍບາຍການເງິນໄປພ້ອມໆກັນ ເພື່ອ​ຮັກສາສະຖຽນລະພາບຂອງ​ຕະຫຼາດ​ແລກປ່ຽນເງິນ​ຕາ​ຕ່າງ​ປະ​ເທດ, ​ປະ​ກອບ​ສ່ວນ​ໃນການຮັກ​ສາສະຖຽນລະພາບຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ, ການຄວບ​ຄຸມອັດຕາ​ເງິນ​ເຟີ້ ແລະເພີ່ມທຶນສຳຮອງ​ເງິນ​ຕາ​ຕ່າງ​ປະ​ເທດຂອງ​ລັດເມື່ອສະພາວະຕະຫຼາດເອື້ອອຳນວຍ.

ທີ​ສາມ, ການຄຸ້ມ​ຄອງ​ການ​ເຕີບ​ໂຕ​ສິນ​ເຊື່ອ​ຢ່າງ​ປອດ​ໄພ, ການສ້າງ​ເງື່ອນ​ໄຂທີ່ເອື້ອອຳນນວຍຕໍ່ການເຂົ້າ​ເຖິງ​ແຫຼ່ງ​​ສິນ​ເຊື່ອສຳລັບ​ເສດ​ຖະ​ກິດ. ຊີ້​ນຳ​ສະ​ຖາ​ບັນ​ສິນເຊື່ອເພື່ອໃຫ້ສິນເຊື່ອເຕີບ​ໂຕຢ່າງ​ປອດ​ໄພແລະມີ​ປະ​ສິດ​ທິ​ຜົນ; ສຸມ​ໃສ່​​ຂົງ​ເຂດ​ການ​ຜະ​ລິດແລະ​ທຸ​ລະ​ກິດ, ໂດຍສະເພາະຂົງເຂດບຸລິມະສິດຕາມ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ; ກຳນົດທິດທາງໂຄງສ້າງ​ສິນ​ເຊື່ອໃຫ້ສອດຄ່ອງກັບ​ການ​​ປ່ຽນແປງ​ຂອງໂຄງສ້າງ​ເສດ​ຖະ​ກິດ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້ການ​ເຕີບ​ໂຕ ແລະ ການພັດ​ທະ​ນາ​ຢ່າງ​ຍືນ​ຍົງ; ສືບ​ຕໍ່​ຄວບ​ຄຸມສິນເຊື່ອໃນພື້ນທີ່​ສ່ຽງຢ່າງເຄັ່ງຄັດ, ຄວບ​ຄຸມການໃຫ້​ສິນ​ເຊື່ອ​ເງິນ​ຕາ​ຕ່າງ​ປະ​ເທດ​ຕາມແຜນງານເພື່ອຈຳກັດການຫັນເປັນ​ໂດ​ລາສະຫະລັດໃນ​ພື້​ນ​ຖານ​ເສດ​ຖະ​ກິດ ​ຕາມ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ.

ທີ່​ສີ່, ປະ​ສານ​ງານຢ່າງໃກ້ຊິດກັບ​ບັນ​ດາ​ກະ​ຊວງແລະຂະ​ແໜງ​ການ​ ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ກິດຈະກຳ​ທະ​ນາ​ຄານ ເພື່ອ​ສ້າງ​ຄວາມ​ເປັນ​ເອ​ກະ​ພາບແລະຄົບ​ຊຸດກັນ ​ໃນ​ການ​ປະ​ຕິ​ບັດ​​ນະ​ໂຍ​ບາຍ​ມະ​ຫາ​ພາກ​ຂອງ​ລັດ​ຖະ​ບານ. ສືບ​ຕໍ່​ຍູ້​ແຮງ​ການສື່ສານ​ນະ​ໂຍ​ບາຍ ແລະ ຄວາມໂປ່ງໃສຂອງ​ຂໍ້​ມູນທາງການເງິນ ແລະ ການທະນາຄານ./.

-------------------------

(1) ອັດຕາສ່ວນສຳທີ່ບັງຄັບໃນສະກຸນ​ເງິນດົ່ງ​ຫວຽດ​ນາມ​ແມ່ນ 3% ​ສຳ​ລັບ​ການ​ຝາກ​ເງິນໄລ​ຍະ​ຕ່ຳ​ກວ່າ 12 ເດືອນ ແລະ 1% ສຳ​ລັບການ​ຝາກເງິນ 12 ເດືອນ​ຂຶ້ນ​ໄປ; ອັດ​ຕາສ່ວນສຳຮອງບັງ​ຄັບ​ໃນສະກຸນ​ເງິນ​ຕາ​ຕ່າງ​ປະ​ເທດ​ແມ່ນ 8% ​ສຳ​ລັບ​ການ​ຝາກເງິນໄລ​ຍະ​ຕ່ຳ​ກວ່າ 12 ເດືອນ, 6% ​ສຳ​ລັບການ​ຝາກເງິນ 12 ເດືອນ​ຂຶ້ນ​ໄປ ແລະ 1% ສຳ​ລັບການຝາກເງິນ​​ຂອງ​ສະ​ຖາ​ບັນສິນເຊື່ອ​ຕ່າງ​ປະ​ເທດ.

(2) ອັດ​ຕາ​ດອກ​ເບ້ຍ​ສະ​ໜອງ​ທຶນໃໝ່​ຈາກ 9% ​ເປັນ 15% ຕໍ່​ປີ; ອັດ​ຕາ​ດອກ​ເບ້ຍສ່ວນຫຼຸດ​ຈາກ 7% ​ເປັນ 13% ຕໍ່​ປີ; ອັດ​ຕາ​ດອກ​ເບ້ຍ​ເງິນ​ກູ້​ຂ້າມ​ຄືນ​ໃນ​ການ​ຊຳ​ລະເງິນ​ທາງເອເລັກໂຕຮນິກ​ລະ​ຫວ່າງ​ທະ​ນາ​ຄານຈາກ 9% ເຖິງ 16% ຕໍ່​ປີ.

(3) ອັດ​ຕາ​ດອກ​ເບ້ຍ​ເງິນຝາກ​ຫວຽດ​ນາມ​ດົ່ງໃນຫຼາຍ​ທະ​ນາ​ຄານ​ສູງເຖິງ 17% ຕໍ່​ປີ; ອັດ​ຕາ​ດອກ​ເບ້ຍ​ເງິນ​ຝາກ​​ບໍ່ມີ​ກຳ​ນົດ​​ເວ​ລາ​ເງິນດົ່ງ​ຫວຽດ​ນາມສູງເຖິງ 14% ຕໍ່​ປີ, ເທົ່າ​ກັບ​ເພ​ດານ​ທີ່​ທະ​ນາ​ຄານ​ແຫ່ງ​ລັດ​ກຳ​ນົດ​ ສົ່ງຜົນ​ໃຫ້ອັດ​ຕາ​ດອກ​ເບ້ຍ​ເງິນ​ກູ້​ເພີ່ມ​ຂຶ້ນ, ໃນບາງ​ກໍ​ລະ​ນີສູງເຖິງ 25% ຕໍ່​ປີ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 1009 (​ເດືອນມີນາ 2023)