ວກ. - ພັກແລະລັດຫວຽດນາມໄດ້ກຳນົດວ່າ ຂະແໜງການທະນາຄານຕ້ອງນຳໜ້າໃນຂະບວນການຫັນປ່ຽນດິຈິຕອນ. ຕາມແຜນນະໂຍບາຍ ແລະທິດທາງຂອງພັກແລະລັດຢ່າງໃກ້ຊິດ, ໃນເວລາທີ່ຜ່ານມາ, ຂະແໜງການທະນາຄານໄດ້ຕັ້ງໜ້າພະຍາຍາມດຳເນີນການຫັນປ່ຽນດິຈິຕອນຢ່າງຮອບດ້ານ ແລະໄດ້ຮັບຜົນສຳເລັດທີ່ໜ້າເພີງພໍໃຈ. ຢ່າງ​ໃດ​ກໍ​ຕາມ, ຕໍ່​ໜ້າຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່, ​ເພື່ອ​ຮັກສາທຸງແຫ່ງການ​ບຸກ​ເບີກ ​ໃນ​ການ​ເຄື່ອນ​ໄຫວ​ຫັນ​ປ່ຽນ​ດິຈິຕອນ, ປະກອບສ່ວນ​ຊຸກຍູ້​ການ​ຫັນ​ເປັນ​ດິຈິ​ຕອນ​ແຫ່ງ​ຊາດ ​ມຸ່ງ​ໄປ​ສູ່​ລັດຖະບານ​ດິຈິຕອນ, ເສດຖະກິດດິຈິຕອນ ​ແລະ ​ສັງຄົມ​ດິຈິຕອນ, ຂະແໜງການ​ທະນາຄານ​ຕ້ອງ​ສືບ​ຕໍ່​ມີ​ວິທີການ​ແກ້ໄຂ​ຢ່າງ​ຕັ້ງໜ້າ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້.

ທ່ານ ຟ້າມມິງຈິ໊ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ແລະ ບັນດາຜູ້ແທນ ຢ້ຽມຢາມຫ້ອງສະແດງການຫັນປ່ຽນດິຈິຕອນຂອງຂະແໜງການທະນາຄານ _ພາບ: VGP

ການຫັນປ່ຽນ​ດິ​ຈິ​ຕອນຂອງຂະແໜງການ​ທະ​ນາ​ຄານແມ່ນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້

ການຫັນປ່ຽນດິຈິຕອນແມ່ນຂະບວນການປະສານລວມບັນດາເຕັກໂນໂລຊີດິຈິຕອນເຂົ້າກັບທຸກພື້ນທີ່ຂອງວິສາຫະກິດ ອົງການ ແລະ ການຈັດຕັ້ງ, ປ່ຽນແປງໂດຍພື້ນຖານວິທີການດໍາເນີນງານ ການສະໜອງຜະລິດຕະພັນແລະບໍລິການ ແລະ ນໍາຄຸນຄ່າມາໃຫ້ລູກຄ້າ. ການຫັນປ່ຽນດິຈິຕອນຊ່ວຍແກ້ໄຂສາຍພົວພັນລະຫວ່າງລັດ ຕະຫຼາດ ແລະ ສັງຄົມໄດ້ຢ່າງມີປະສິດທິພາບ; ຊຸກຍູ້ການເຕີບໂຕທາງເສດຖະກິດ, ປັບປຸງຍົກສູງສະມັດຕະພາບແຮງງານ, ຄວາມສາມາດໃນການແຂ່ງຂັນ, ປະສິດທິພາບຂອງການຜະລິດແລະທຸລະກິດ, ຫຼຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນແລະວິສາຫະກິດ.

ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະທ່າອ່ຽງການປ່ຽນຜ່ານສູ່ດິຈິຕອນ ໄດ້ປ່ຽນແປງຊີວິດທາງສັງຄົມແລະເສດຖະກິດໂລກຢ່າງເລິກເຊິ່ງ ແລະສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ຕໍ່​ທຸກ​ຂະ​ແໜງ​ການ ອາຊີບ ​ແລະ ທຸກ​ຂົງ​ເຂດ. ຄຽງ​ຂ້າງ​ນັ້ນ, ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ຍັງ​ເປີດ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃຫ້​ກັບແຕ່​ລະ​ປະ​ເທດ, ອົງ​ການ ແລະ ແຕ່ລະບຸກ​ຄົນ. ດັ່ງ​ນັ້ນ, ການ​ຫັນປ່ຽນ​ດິ​ຈິ​ຕອນຈຶ່ງ​ກາຍ​ເປັນ​ທ່າ​ອ່ຽງ​ທີ່​ຫຼີກລ່ຽງ​ບໍ່​ໄດ້ ​ແລະ ເປັນຂໍ້ກຳນົດທີ່ຈຳເປັນ ​ເພື່ອ​ຊ່ວຍ​ໃຫ້ຫວຽດນາມປັບຕົວ ​ແລະ ແກ້ໄຂຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ໃນ​ສະພາບ​ການ​ປະຈຸ​ບັນ.

​ໃນ​ສະພາບ​ການ​ນັ້ນ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​ວ່າ ການ​ຊຸກຍູ້​ການ​ຫັນປ່ຽນ​ດິຈິ​ຕອນ​ແມ່ນແຜນ​ນະ​ໂຍບາຍ​ໃໝ່, ​ແມ່ນ​ບາດກ້າວ​ບຸກທະລຸ​ທີ່​ສຳຄັນ, ​ແມ່ນ​ພາລະກິດ​ຍຸດ​ທະ​ສາດ​ທີ່​ສຳຄັນ, ທັງ​ຮີບ​ດ່ວນ​ແລະຍາວ​ນານ ​ສຳລັບ​​ລະບົບ​ການ​ເມືອງທັງໝົດ ​ແລະທົ່ວ​ສັງຄົມ. ການຫັນປ່ຽນດິຈິຕອນໄດ້ຖືກກ່າວເຖິງຫຼາຍຄັ້ງໃນເປົ້າໝາຍ, ທັດສະນະການພັດທະນາ ແລະ ບາດກ້າວບຸກທະລຸດ້ານຍຸດທະສາດ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ຕາມນັ້ນ, ຍຸດທະສາດການພັດທະນາເສດຖະກິດແລະສັງຄົມ 10 ປີ 2021-2030 ໄດ້ເນັ້ນວ່າ ການພັດທະນາຢ່າງວ່ອງໄວແລະຍືນຍົງຕ້ອງອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນເປັນຫຼັກ ແລະ ຈໍາ​ເປັນ​ຕ້ອງ​ປະ​ຕິ​ບັດ​ການຫັນປ່ຽນດິຈິຕອນ, ສ້າງລັດຖະບານດິຈິຕອນ ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນຢ່າງແຂງຂັນ. ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ກຳນົດທິດທາງເພື່ອສົ່ງເສີມການຫັນປ່ຽນດິຈິຕອນຂອງປະເທດ; ພັດທະນາເສດຖະກິດດິຈິຕອນບົນພື້ນຖານວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ.

ເພື່ອປະຕິບັດແຜນນະໂຍບາຍນັ້ນ, ກົມການເມືອງສູນກາງພັກໄດ້ອອກມະຕິໝາຍເລກ 52-NQ/TW ລົງວັນທີ 27 ກັນຍາ 2019 “ວ່າດ້ວຍແຜນນະໂຍບາຍ ແລະນະໂຍບາຍຈຳນວນໜຶ່ງ ກ່ຽວກັບການເຂົ້າຮ່ວມຢ່າງຕັ້ງໜ້າ ໃນການປະຕິວັດອຸດສາຫະກຳຄັ້ງທີ 4”; ນາຍົກລັດຖະມົນຕີໄດ້ອອກມະຕິຕົກລົງເລກທີ 749/QĐ-TTg ລົງວັນທີ 3 ມິຖຸນາ 2020 ວ່າດ້ວຍການອະນຸມັດໂຄງການຫັນປ່ຽນດິຈິຕອນແຫ່ງຊາດເຖິງປີ 2025 ໂດຍມີວິໄສທັດເຖິງປີ 2030””. ເອກະສານເຫຼົ່ານີ້ແມ່ນເອກະສານທີ່ສຳຄັນ, ມີບົດບາດກຳນົດທິດທາງໃຫ້ແກ່ການເຂົ້າໃກ້ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການຫັນປ່ຽນດິຈິຕອນ ໃນການເຄື່ອນໄຫວຂອງທະນາຄານ. ຂະແໜງການທະນາຄານໄດ້ຮັບການລະບຸວ່າ ເປັນຂົງເຂດທີ່ມີຜົນກະທົບທາງສັງຄົມຢ່າງໃຫຍ່ຫຼວງ, ມີຄວາມກ່ຽວຂ້ອງກັບປະຊາຊົນເປັນ​ປະ​ຈໍາທຸກ​ວັນ​, ຕ້ອງໄດ້ຮັບບຸລິມະສິດໃນການຫັນປ່ຽນດິຈິຕອນກ່ອນ.

ລະບຸວ່າ ການສົ່ງເສີມການຫັນປ່ຽນດິຈິຕອນແມ່ນແຜນນະໂຍບາຍທີ່ສຳຄັນ ແລະ ແມ່ນທິດທາງທີ່ຫຼີກລ່ຽງບໍ່ໄດ້ ເພື່ອຮັບປະກັນການປັບຕົວໃຫ້ເຂົ້າກັບສະພາບການໃໝ່, ໃນວັນທີ 11 ພຶດສະພາ 2021 ທະນາຄານແຫ່ງລັດໄດ້ອອກຂໍ້ຕົກລົງເລກທີ 810/QĐ-NHNN ຮັບຮອງເອົາແຜນການຫັນປ່ຽນດິຈິຕອນຂອງຂະແໜງການທະນາຄານເຖິງປີ 2025 ວິໄສທັດຮອດປີ 2030, ດ້ວຍທັດສະນະທີ່ຖືເອົາປະຊາຊົນເປັນໃຈກາງ, ຖືຜົນປະໂຫຍດແລະຄວາມສະດວກສຳລັບຜູ້ໃຊ້ບໍລິການ ເປັນການວັດປະສິດທິພາບການຫັນປ່ຽນດິຈິຕອນ. ອາດຈະຖືວ່າ ການອອກຂໍ້ຕົກລົງເລກທີ 810/QĐ-NHNN ເປັນກ້າວສຳຄັນທີ່ຊ່ວຍກຳນົດທິດທາງ ແລະແຜນການດຳເນີນງານ ຂອງຂະແໜງການທະນາຄານ ໃນທ່າອ່ຽງການຫັນປ່ຽນດິຈິຕອນຢ່າງຊັດເຈນ. ໃນເວລາທີ່ຜ່ານມາ, ຂະແໜງການທະນາຄານໄດ້ເປັນເຈົ້າການແລະຕັ້ງໜ້າ ໃນການຫັນປ່ຽນດິຈິຕອນຢ່າງຄອບຄຸມ ໃນທຸກດ້ານ ລວມທັງການຫັນປ່ຽນທາງຄວາມຄິດ, ການສ້າງລະບຽບລະບອບ, ການສ້າງໂຄງສ້າງພື້ນຖານທາງເຕັກໂນໂລຊີ, ການພັດທະນາບໍລິການ ແລະ ການຮັບປະກັນຄວາມປອດໄພ ຄວາມໝັ້ນຄົງ. ໂດຍສະເພາະດັ່ງຕໍ່ໄປນີ້:

ທີໜຶ່ງ, ກ່ຽວກັບການຫັນປ່ຽນທາງຄວາມຄິດ: ການລະບຸຜູ້ຄົນ​ເປັນ​ສູນ​ກາງ​, ອັດຕະພາບ​, ເປົ້າໝາຍ​ ແລະ ແຮງຜັກດັນ​ຂອງ​ການ​ຫັນປ່ຽນ​ດິ​ຈິ​ຕອນ​. ດັ່ງນັ້ນ, ເພື່ອໃຫ້ການຫັນປ່ຽນດິຈິຕອນບັນລຸຜົນສຳເລັດ, ກ່ອນອື່ນໝົດຈະຕ້ອງຫັນປ່ຽນການຮັບຮູ້ແລະຄວາມຄິດ ເພື່ອປ່ຽນຈາກສະພາບແວດລ້ອມແບບດັ້ງເດີມ ໄປສູ່ສະພາບແວດລ້ອມດິຈິຕອນທີ່ມີປະສິດທິພາບ. ນີ້ແມ່ນໜ້າທີ່ ແລະວິທີແກ້ໄຂທີ່ສຳຄັນ ແລະ ເປັນພື້ນຖານທີ່ສຸດ ທີ່ຕ້ອງປະຕິບັດໃນຂະບວນການປ່ຽນຜ່ານສູ່ດິຈິຕອນລະດັບຊາດ.

ການກຳນົດບົດບາດຂອງການຫັນປ່ຽນທາງປັນຍາ, ທະນາຄານແຫ່ງລັດເປັນໜຶ່ງໃນກະຊວງແລະຂະແໜງການທຳອິດ ທີ່ຈັດຕັ້ງຄະນະກຳມະການຊີ້ນຳການຫັນປ່ຽນດິຈິຕອນ (ປີ 2021) ແລະປະກາດເລືອກວັນທີ 11 ພຶດສະພາຂອງທຸກປີ ເປັນວັນແຫ່ງການຫັນປ່ຽນດິຈິຕອນຂອງຂະແໜງການທະນາຄານ ເພື່ອເຜີຍແຜ່ຈິດໃຈ ແລະສ້າງຄວາມຮັບຮູ້ຂອງອົງການແລະບຸກຄົນ ກ່ຽວກັບບົດບາດ ແລະ ປະໂຫຍດຂອງການຫັນປ່ຽນດິຈິຕອນ ໃນການເຄື່ອນໄຫວຂອງທະນາຄານ. ຄຽງຄູ່ກັນນັ້ນ, ທະນາຄານແຫ່ງລັດຍັງໄດ້ຈັດກອງປະຊຸມສົນທະນາ ການສຳມະນາ ແລະ ການຝຶກອົບຮົມໃຫ້ແກ່ການນຳ ແລະ ພະນັກງານທຸກຂັ້ນ ກ່ຽວກັບການຫັນປ່ຽນດິຈິຕອນ ແລະ ພ້ອມກັນນັ້ນ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງການເຜີຍແຜ່ຄວາມຮູ້ດ້ານການທະນາຄານ-ການເງິນໃຫ້ແກ່ປະຊາຊົນ.

ທີສອງກ່ຽວກັບການສ້າງລະບຽບລະບອບ: ກິດຈະການທາງການເງິນ ແລະທະນາຄານ ແມ່ນຂົງເຂດທີ່ມີການປະຕິບັດຕາມກົດລະບຽບສູງ, ດັ່ງນັ້ນ ກອບກົດໝາຍຈຶ່ງມີບົດບາດສຳຄັນໃນການດຳເນີນງານ ແລະການພັດທະນາຜະລິດຕະພັນ ແລະບໍລິການດ້ານການທະນາຄານບົນພື້ນຖານດິຈິຕອນ. ການບໍ່ມີແນວທາງກົດໝາຍທີ່ຄົບຊຸດແມ່ນເຫດຜົນໜຶ່ງທີ່ເຮັດໃຫ້ຂະບວນການຫັນປ່ຽນດິຈິຕອນຂອງສະຖາບັນສິນເຊື່ອຊ້າລົງ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ມີການເພີ່ມເຕີມ ແລະປັບປຸງບູລະນະ ລະບົບນະໂຍບາຍ ແລະ ກົດລະບຽບການບໍລິຫານຂອງຂະແໜງການຢ່າງຕໍ່ເນື່ອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຫັນປ່ຽນດິຈິຕອນຂອງທະນາຄານ.

ຕາມທິດທາງນີ້, ທະນາຄານແຫ່ງລັດໄດ້ສຸມໃສ່ວຽກງານທີ່ສຳຄັນຄື: 1- ຄົ້ນຄວ້າ, ກວດກາຄືນ ເພື່ອສະເໜີການປັບປຸງ ແລະ ເພີ່ມເຕີມໃນບັນຫາທີ່ຕ້ອງມີການອອກກົດໝາຍໃຫ້ເໝາະສົມກັບການປະຕິບັດງານ(1); 2- ປະກາດ​ໃຊ້ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ບັນດາ​ໂຄງການ, ແຜນການ ​ແລະ ​ແຜນງານ ເພື່ອ​ຊຸກຍູ້​ການ​ຫັນ​ປ່ຽນ​ດິຈິ​ຕອນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ທະນາຄານ(2); 3- ຄົ້ນຄວ້າ, ສ້າງ ແລະປະກາດໃຊ້ເອກະສານ ເພື່ອສ້າງເງື່ອນທີ່ເອື້ອອຳນວຍຕໍ່ການເຄື່ອນໄຫວຫັນປ່ຽນດິຈິຕອນຂອງຂະແໜງການ. ທະນາຄານແຫ່ງລັດຍັງຢູ່ໃນຂະບວນການ​ຮ່າງ​ກົດ​ໝາຍໃຫ້ສຳເລັດ ແລະ ຍື່ນ​ສະ​ເໜີ​ດຳລັດຕໍ່​ລັດຖະບານ(3) ເພື່ອ​ສ້າງ​ຫຼັກຖານໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດິຈິຕອນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວທະນາຄານ. ດັ່ງນັ້ນ, ກອບກົດໝາຍທີ່ສົ່ງເສີມການຫັນປ່ຽນດິຈິຕອນຂອງຂະແໜງການທະນາຄານ ຈຶ່ງໄດ້ຮັບການປັບປຸງຫຼາຍຂຶ້ນ ໃຫ້ເໝາະສົມກັບການປ່ຽນແປງຢ່າງໄວວາ ຂອງສະພາບຄວາມເປັນຈິງໃນຍຸກດິຈິຕອນ.

ທີສາມກ່ຽວກັບການພັດທະນາໂຄງສ້າງພື້ນຖານການຫັນປ່ຽນດິຈິຕອນ: ຖ້າຫາກວ່າການຫັນປ່ຽນດິຈິຕອນແມ່ນຄ້າຍຄືເຮືອນ ໂຄງສ້າງພື້ນຖານດິຈິຕອນກໍ່ແມ່ນຮາກຖານ, ດັ່ງນັ້ນ ການພັດທະນາໂຄງສ້າງພື້ນຖານທາງດິຈິຕອນ ຈະສ້າງຈຸດເລີ່ມຕົ້ນທີ່ແຂງແກ່ນໃຫ້ແກ່ການຫັນປ່ຽນດິຈິຕອນ. ໂຄງສ້າງພື້ນຖານດິຈິຕອນທີ່ຮັບໃຊ້ການຫັນປ່ຽນດິຈິຕອນຂອງທະນາຄານໃນປະຈຸບັນ ປະກອບດ້ວຍລະບົບການຊຳລະເງິນທີ່ສຳຄັນ ແລະ ໂຄງສ້າງພື້ນຖານເຕັກໂນໂລຊີຂໍ້ມູນຂ່າວສານຂອງສະຖາບັນສືນເຊື່ອແຕ່ລະແຫ່ງ ແລະ ອົງການສະໜອງການບໍລິການຕົວກາງການຊຳລະເງິນ; ລະບົບຂໍ້ມູນຂ່າວສານສິນເຊື່ອແຫ່ງຊາດ; ບັນດາໂຄງສ້າງພື້ນຖານເຕັກໂນໂລຊີຂອງບັນດາໜ່ວຍງານ, ຂະແໜງການ ແລະ ຂົງເຂດອື່ນໆ ທີ່ເຊື່ອມໂຍງກັບຂະແໜງການທະນາຄານ ໃນຂະບວນການສະໜອງຜະລິດຕະພັນ ບໍລິການໃຫ້ກັບລູກຄ້າ.

ໃນເວລາທີ່ຜ່ານມາ, ໂຄງສ້າງພື້ນຖານການຫັນປ່ຽນດິຈິຕອນໄດ້ຮັບຄວາມເອົາໃຈໃສ່ໃນ​ການ​ລົງ​ທຶນ​ສະ​ເໝີ​ໄປ ເຊິ່ງສ້າງຮາກຖານສຳລັບຂະບວນການຫັນປ່ຽນດິຈິຕອນ ຂອງຂະແໜງການທະນາຄານ. ລະບົບການຊຳລະເງິນທາງເອເລັກໂຕຮນິກລະຫວ່າງທະນາຄາມ, ລະບົບການປ່ຽນທາງການເງິນ ແລະການຫັກບັນຊີເງິນທາງເອເລັກໂຕຮນິກ... ໄດ້ຮັບການຍົກລະດັບຄວາມສາມາດໃນການປະມວນຜົນຢ່າງເປັນປະຈຳ ເພື່ອຮັບປະກັນການເຄື່ອນໄຫວຢ່າງຕໍ່ເນື່ອງ ຊ່ອງລ່ອງ ແລະ ປອດໄພ, ຕອບສະໜອງຄວາມຕ້ອງການໃນການຊຳລະເງິນທາງເອເລັກໂຕຮນິກທົ່ວປະເທດ. ຂະແໜງການທະນາຄານມີເປົ້າໝາຍທີ່ຈະສ້າງລະບົບນິເວດທີ່ປະສານລວມທັງລະບົບ ໂດຍມຸ່ງ​ສູ່​ການ​ເຊື່ອມ​ໂຍງ​ທຸກ​ກະ​ຊວງ ແລະຂະແໜງການ. ບໍ່ພຽງແຕ່ພັດທະນາໃນປະເທດເທົ່ານັ້ນ, ຫວຽດນາມ​ຍັງ​ໄດ້​ທົດ​ລອງ QR Code ກັບ​ໄທ, ກຳປູ​ເຈຍ ​ແລະ ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ໄປ​ຍັງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຽງຄູ່ກັນນັ້ນ, ໂຄງສ້າງພື້ນຖານຂໍ້ມູນສິນເຊື່ອກໍ່ໄດ້ຮັບການລົງທຶນແລະຍົກລະດັບ ເພື່ອເພີ່ມລະດັບການປະມວນຜົນ, ຄວາມສາມາດໃນການອັບເດດໂດຍອັດຕະໂນມັດ, ພ້ອມກັນນັ້ນ ກໍ່ເພີ່ມຄວາມສາມາດໃນການລວບລວມ ແລະປະມວນຜົນຂໍ້ມູນພາຍໃນ ແລະພາຍນອກຂະແໜງການທະນາຄານ, ຍົກລະດັບການຄອບຄູມຫຼາຍກວ່າ 72,75% ຂອງຜູ້ໃຫຍ່ ດ້ວຍບັນຊີເງິນ 55 ລ້ານບັນຊີ ແລະລະດັບການອັບເດດຫຼາຍກວ່າ 98%. ທະນາຄານແຫ່ງລັດປະສານງານກັບກະຊວງປ້ອງກັນຄວາມສະຫງົບ ເພື່ອລົງນາມຂໍ້ຕົກລົງໃນການກວດສອບຂໍ້ມູນສິນເຊື່ອຂອງລູກຄ້າ 51 ລ້ານຂໍ້ມູນ ເພື່ອການທໍາຄວາມສະອາດຂໍ້ມູນ. ມາເຖິງປະຈຸບັນ, ອົງການ CIC ແລະ C06 ໄດ້​ປະ​ສານ​ງານ​ສໍາ​ເລັດການ​ກວດ​ສອບ​ບັນ​ທຶກ​ການ​ລູກ​ຄ້າ 4 ຮອບ ​ທີ່​ມີບັນທຶກລູກຄ້າ 42,3 ລ້ານແບບອອຟໄລນ໌ (offline), ສ້າງພື້ນຖານທີ່ສຳຄັນສຳລັບຂໍ້ມູນສິນເຊື່ອທີ່ດີ, ປ້ອງກັນ ແລະ ຫຼີກລ່ຽງການສໍ້ໂກງ ແລະ ອາດຊະຍາກຳທີ່ດຳເນີນການໃນຂົງເຂດນີ້.

ຜັນຂະຫຍາຍປະຕິບັດໂຄງການ 06 ​ເພື່ອ​ພັດທະນາ​ການ​ປະຍຸກໃຊ້​ຂໍ້​ມູນ​ປະຊາກອນ, ທະນາຄານ​ແຫ່ງ​ລັດ​ໄດ້​ຈັດ​ຕັ້ງ​ຄະນະ​ປະຕິບັດ​ງານຂອງ​ຂະ​ແໜງ​ການ​ທະນາຄານ ​ເພື່ອ​ຜັນຂະຫຍາຍ​ໂຄງການ 06 ​ແລະ ​​ອອກ​ແຜນການຂອງຂະແໜງການທະນາຄານ ​ເພື່ອປະຕິບ​ໂຄງການ 06 ​ໃນໄລຍະປີ 2022-2025 ​ແລະ​ແຜນການ​ປະຕິບັດ​ວຽກ​ງານ​ລະອຽດ​ໃນ​ແຕ່ລະ​ປີ. ດ້ວຍຄວາມເປັນເຈົ້າການໃນການໃຊ້ມາດຕະການແກ້ໄຂທີ່ຄົບຊຸດ, ຂະແໜງການທະນາຄານໄດ້ຮັບຜົນທາງບວກຈໍານວນໜຶ່ງ. ບໍລິການສາທາລະນະຂອງທະນາຄານແຫ່ງລັດ ໄດ້ສຳເລັດການເຊື່ອມຕໍ່ ແລະໃຊ້ປະໂຫຍດຈາກຖານຂໍ້ມູນປະຊາກອນແຫ່ງຊາດຢ່າງເປັນທາງການ ຕັ້ງແຕ່ເດືອນທັນວາ 2022 ແລະ ເລີ່ມປະສານງານເພື່ອຜັນຂະຫຍາຍການເຊື່ອມຕໍ່ ເພື່ອຮັບໃຊ້ການປ້ອງກັນແລະຕໍ່ສູ້ກັບ ການຟອກເງິນ ແລະການສະໜັບ​ສະ​ໜູນທາງການເງິນແກ່ຜູ້​ກໍ່​ການ​ຮ້າຍ​. ທະນາຄານຫຼາຍແຫ່ງ ໄດ້ປະສານງານກັບກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໃຊ້ແອັບພຼີເຄຊັນຈຳນວນໜຶ່ງ ສຳລັບການພິສູດຢືນຢັນຄົນ ຜ່ານບັດປະຈຳຕົວປະຊາຊົນທີ່ຝັງຊິບ ໃນການດໍາເນີນງານທະນາຄານບາງຢ່າງ.

ທີສີ່ກ່ຽວກັບການພັດທະນາຮູບແບບ, ຜະລິດຕະພັນ ແລະ ບໍລິການທະນາຄານດິຈິຕອນ: ຕະຫຼອດເສັ້ນທາງການຫັນປ່ຽນດິຈິຕອນໂດຍມີເປົ້າໝາຍໃນການ​ຖື​ລູກ​ຄ້າ​ເປັນ​ສູນ​ກາງ, ລະ​ບົບ​ສະ​ຖາ​ບັນ​ສິນ​ເຊື່ອ​ໄດ້​ລົງ​ທຶນແລະພັດ​ທະ​ນາ ບັນດາ​ຮູບ​ແບບຜະ​ລິດ​ຕະ​ພັນ ແລະ ​ບໍ​ລິ​ການທະນາຄານດິຈິຕອນຢ່າງແຂງຂັນ. ບັນດາທະນາຄາໄດ້ປະຍຸກໃຊ້ເຕັກໂນໂລຊີຂັ້ນສູງ ເຊັ່ນ ການປະມວນຜົນແບບຄຼາວດ໌, ການວິເຄາະຂໍ້ມູນຂະໜາດໃຫຍ່, ຂະບວນການອັດຕະໂນມັດໂດຍຫຸ່ນຍົນ, ປັນຍາປະດິດ, ເຄື່ອງຮຽນຮູ້... ເຂົ້າໃນກິດຈະກໍາທະນາຄານ, ສະໜອງຜະລິດຕະພັນແລະບໍລິການທີ່ປອດໄພແລະສະດວກ ເພື່ອເພີ່ມປະສົບການຂອງລູກຄ້າ. ບັນດາທະນາຄານກໍ່ສ້າງແລະຈັດຕັ້ງສູນແລະໜ່ວຍງານຕ່າງຫາກພາຍໃນ ເພື່ອຄົ້ນຄວ້າແລະຊຸກຍູ້ການຫັນປ່ຽນດິຈິຕອນຂອງທະນາຄານ. ທະນາຄານຫຼາຍແຫ່ງໄດ້ເປັນເຈົ້າການ ໃນການຮ່ວມມືກັບບໍລິສັດເຕັກໂນໂລຊີໃຫຍ່ (BigTech) ແລະບໍລິສັກເຕັກໂນໂລຊີທາງການເງິນ, ເພື່ອປັບປຸງຍົກສູງປະສິດທິພາບການດຳເນີນງານຜ່ານການປະຍຸກໃຊ້ເຕັກໂນໂລຊີຂັ້ນສູງ ແລະ ມາດຕະການດິຈິຕອນ, ເປີດຕົວບໍລິການທະນາຄານດິຈິຕອນຮຸ່ນໃໝ່ (Neobanking) ມຸ່ງເປົ້າໄປທີ່ລູກຄ້າໄວໜຸ່ມ, ທີ່ຂະຫຍັນຂັນແຂງ ແລະ ຊ່ຽວຊານດ້ານເຕັກໂນໂລຢີ ແລະ ເອົາໃຈໃສ່ເຖິງປະສົບການຂອງລູກຄ້າທີ່ໂດດເດັ່ນສະເພາະໃນຊ່ອງທາງດິຈິຕອນ. ບັນດາທະນາຄານຍັງຮ່ວມມືກັບໜ່ວຍງານທີ່ຈຳໜ່າຍສິນຄ້າແລະບໍລິການ ເພື່ອສະໜອງບໍລິການຂອງທະນາຄານແລະຂອງໜ່ວຍງານທີ່ບໍ່ແມ່ນທະນາຄານ ຢ່າງປອດໄພ, ສະດວກ ແລະ ປະສານລວມຢ່າງເລິກເຂົ້າໃນການເດີນທາງດິຈິຕອນຂອງລູກຄ້າ.

ມາເຖິງປະຈຸບັນ, ທະນາຄານສ່ວນໃຫຍ່ໄດ້ສ້າງຍຸດທະສາດການຫັນປ່ຽນທາງດິຈິຕອນ ແລະພັດທະນາບໍລິການແອັບພຼີເຄຊັນໃນອິນເຕີເນັດ ແລະໂທລະສັບມືຖື. ບັນດາທະນາຄານ​ການ​ຄ້າ​ຫວຽດນາມ ​ຍັງ​ໄດ້​ເປີດ​ນຳ​ໃຊ້​ແອັບພຼີເຄຊັນທະນາຄານ​ດິຈິ​ຕອນ ​ແລະ​​ພະຍາຍາມ​ສ້າງ​ຄວາມ​ແຕກ​ຕ່າງ​ຜະລິດ​ຕະພັນ​ດິ​ຈິ​ຕອນ ​ລະຫວ່າງ​ທະນາຄານ​ການ​ຄ້າ. ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ທະນາຄານ​ຫຼາຍ​ຢ່າງ ​ເຊັ່ນ: ການ​ເປີດ​ບັນຊີ​ຊຳລະເງິນ, ການ​ໂອນ​ເງິນ, ການຝາກ​ເງິນ/​ເງິນ​ຝາກ​ປະ​ຢັດ​ ໄດ້ຫັນ​ເປັນ​ດິຈິ​ຕອນ 100%, ​ເຮັດ​ໃຫ້​ລູກ​ຄ້າ​ສາມາດ​ເຮັດ​ໄດ້​ຜ່ານ​ຊ່ອງ​ທາງ​ດິ​ຈິ​ຕອນທັງໝົດ; ທະນາຄານ​ຫວຽດນາມ​ຫຼາຍ​ແຫ່ງ​ໄດ້​ບັນທຶກ​ອັດຕາ​​ທຸລະ​ກຳ​ຂອງ​ລູກ​ຄ້າ​ຫຼາຍ​ກວ່າ 90% ທີ່ດຳເນີນການຜ່ານ​ຊ່ອງ​ທາງ​ດິຈິ​ຕອນ. ລະບົບນິເວດການທະນາຄານດິຈິຕອນ ແລະ ການຊຳລະເງິນດິຈິຕອນໄດ້ຮັບການຈັດຕັ້ງຂຶ້ນໂດຍການເຊື່ອມຕໍ່ບໍລິການທະນາຄານດິຈິຕອນ ກັບບໍລິການດິຈິຕອນອື່ນໆ ໃນລະບົບເສດຖະກິດ ນໍາເອົາປະສົບການທີ່ຮາບຮື່ນແລະຜົນປະໂຫຍດອັນໃຫຍ່ຫຼວງ ໃຫ້ກັບຜູ້ໃຊ້ບໍລິການໃນພື້ນທີ່ດິຈິຕອນ.

ທີຫ້າ, ການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານເຄືອຂ່າຍ ແລະ ຄວາມປອດໄພຂໍ້ມູນລູກຄ້າ:  ການຫັນປ່ຽນດິຈິຕອນຈຳເປັນຕ້ອງຄວບຄູ່ກັນກັບການສ້າງຄວາມໝັ້ນຄົງ ຄວາມປອດໄດ, ປົກປ້ອງສິດແລະຜົນປະໂຫຍດທີ່ຊອບທໍາຂອງລູກຄ້າ, ດັ່ງນັ້ນຈຶ່ງຮັບປະກັນການພັດທະນາແບບຍືນຍົງຂອງລະບົບທະນາຄານ, ຊ່ວຍສ້າງຄວາມໄວ້ວາງໃຈຂອງລູກຄ້າ ແລະ ຄວາມຜູກພັນກັບຜະລິດຕະພັນແລະບໍລິການດິຈິຕອນ. ໃນຍຸດທະສາດການພັດທະນາເຕັກໂນໂລຊີຂໍ້ມູນ ສຳລັບຂະແໜງການທະນາຄານຫວຽດນາມເຖິງປີ 2025 ວິໄສທັດເຖິງປີ 2030, ໜ້າທີ່ຮັບປະກັນຄວາມປອດໄພຂໍ້ມູນໄດ້ຮັບການລະບຸວ່າເປັນໜຶ່ງໃນເສົາຫຼັກຕົ້ນຕໍ ຂອງການພັດທະນາເຕັກໂນໂລຊີ ໃນຂະແໜງການທະນາຄານ. ດັ່ງນັ້ນ ທະນາຄານແຫ່ງລັດ ໄດ້ແລະກຳລັງຊີ້ນຳໃຫ້ບັນດາໜ່ວຍງານໃນຂະແໜງການ ຜັນຂະຫຍາຍມາດຕະການແກ້ໄຂ 5 ກຸ່ມພ້ອມກັນ(4) ເພື່ອຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງຂອງເຄືອຂ່າຍ ຂອງລະບົບຂໍ້ມູນ ແລະຄວາມປອດໄພຂໍ້ມູນລູກຄ້າ. ໃນດ້ານສະຖາບັນສິນເຊື່ອ, ລະບົບຂໍ້ມູນການດຳເນີນວິຊາຊີບທະນາຄານ ໄດ້ຮັບປະກັນຄວາມປອດໄພ ແລະ ດໍາເນີນການຢ່າງຕໍ່ເນື່ອງ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນແລະວິສາຫະກິດໄດ້ເປັນຢ່າງດີ. ດ້ວຍຄວາມພະຍາຍາມໃນເວລາທີ່ຜ່ານມາ, ຂະແໜງການທະນາຄານໄດ້ຮັບການຈັດອັນດັບສູງສຸດ ໃນ​ບັນ​ດາຂະແໜງການ ​ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ແລະ​ສື່​ສານ ​ກ່ຽວ​ກັບ​ຄວາມ​ພ້ອມ​ໃນ​ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ແລະ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ ໃນ​ປີ 2020 ແລະປີ 2021.

ດ້ວຍຄວາມຕັ້ງໜ້າແລະພະຍາຍາມຢ່າງບໍ່ຢຸດຢັ້ງຕະຫຼອດເວລາທີ່ຜ່ານມາ ພ້ອມກັບການປະສານງານ ແລະການສະໜັບສະໜຸນຈາກກະຊວງ ແລະຂະແໜງການທີ່ກ່ຽວຂ້ອງ, ຂະແໜງການທະນາຄານປະສົບຄວາມສຳເລັດທີ່ໜ້າເພີງພໍໃຈ ໃນຂະບວນການຫັນປ່ຽນດິຈິຕອນ ແລະໄດ້​ຮັບ​ການ​ຍອມ​ຮັບ​ຈາກ​ສາ​ກົນ​. ບໍລິສັດທີ່ປຶກສາຍຸດທະສາດລະດັບໂລກ McKinsey ຕີລາຄາວ່າ: ຂະແໜງການທະນາຄານຫວຽດນາມ ມີອັດຕານຳໃຊ້ທະນາຄານດິຈິຕອນທີ່ໄວທີ່ສຸດໃນພາກພື້ນ.

ຄວາມທ້າທາຍໃນຂະບວນການຫັນປ່ຽນດິຈິຕອນຂອງຂະແໜງການທະນາຄານ

ຄຽງຄູ່ກັບບັນດາຄວາມສຳເລັດທີ່ຂະແໜງການທະນາຄານໄດ້ຮັບນັ້ນ ຍັງມີຄວາມທ້າທາຍຫຼາຍຢ່າງຢູ່ຕໍ່ໜ້າ, ນັ້ນແມ່ນ:

ທີໜຶ່ງ, ໃນສະພາບການທີ່ມີຜົນກະທົບ ແລະ ອິດທິພົນທີ່ເຂັ້ມແຂງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ນັ້ນ, ພື້ນຖານນິຕິກຳເພື່ອສົ່ງເສີມການທະນາຄານດິຈິຕອນ ແລະ ສົ່ງເສີມນະວັດຕະກຳຍັງຂາດເຂີນ, ບໍ່ສອດຄ່ອງແລະຈະແຈ້ງ, ຈຶ່ງຈຳເປັນຕ້ອງໄດ້ຮັບການກວດຄືນ, ເພີ່ມເຕີມ ແລະ ປະກາດໃຊ້ຢ່າງຕໍ່ເນື່ອງ.

ທີສອງ, ການປັບໂຄງສ້າງພື້ນຖານທາງເຕັກນິກໃຫ້ຄົບຊຸດແລະມີມາດຕະຖານດີ ເພື່ອອຳນວຍຄວາມສະດວກໃນການເຊື່ອມຕໍ່ແລະປະສານລວມຢ່າງຮາບຮື່ນ ລະຫວ່າງຂະແໜງການທະນາຄານ ກັບບັນດາຂະແໜງການແລະຂົງເຂດອື່ນໆ ເພື່ອສ້າງລະບົບນິເວດດິຈິຕອນ ແລະ ໃຫ້ບໍລິການຫຼາຍປະໂຫຍດແກ່ລູກຄ້າ, ຍັງມີສິ່ງທ້າທາຍຫຼາຍ.

ທີສາມ, ການປະຍຸກໃຊ້ເຕັກໂນໂລຊີໃນຂະແໜງການທະນາຄານໄດ້ຮັບຄວາມເອົາໃຈໃສ່, ແຕ່ຍັງບໍ່ຮັບປະກັນການຄວາມຄົບຊຸດໃນທົ່ວທັງລະບົບ ເພື່ອສ້າງຄວາມກ້າວຫນ້າ ແລະການປ່ຽນແປງທີ່ສໍາຄັນທົ່ວທັງຂະແໜງການ. ການສະໜອງບໍລິການທະນາຄານສະໄໝໃໝ່ ທີ່ມີນະວັດຕະກຳລະດັບສູງ ສ່ວນຫຼາຍລວມສູນຢູ່ໃນທະນາຄານຂະໜາດໃຫຍ່ໃນລະບົບ, ຄວາມສາມາດຄອບຄຸມທົ່ວປະເທດຍັງຈຳກັດ.

ທີສີ່, ທ່າອ່ຽງຂອງອາຊະຍາກຳທາງເຕັກໂນໂລຊີທີ່ເພີ່ມຂຶ້ນ ດ້ວຍກົນອຸບາຍໃໝ່ໆທີ່ສັບສົນ ແລະບໍ່ສາມາດຄາດເດົາໄດ້ ເພີ່ມຄວາມສ່ຽງດ້ານຄວາມປອດໄພໃນໂລກໄຊເບຮ໌. ຄວາມຮັບຮູ້ຂອງຜູ້ມີສ່ວນກ່ຽວຂ້ອງແລະຜູ້ໃຊ້ ກ່ຽວກັບການຫັນປ່ຽນດິຈິຕອນ ແລະຄວາມສ່ຽງໃນການເຮັດທຸລະກໍາອອນໄລນ໌ຍັງຈໍາກັດ. ປະຊາຊົນສ່ວນໜຶ່ງ, ໂດຍສະເພາະໃນເຂດຊົນນະບົດ ແລະເຂດຫ່າງໄດສອກຫຼີກ ຍັງລັງເລທີ່ຈະເຂົ້າເຖິງແລະໃຊ້ບໍລິການຊຳລະເງິນໃນເວທີດິຈິຕອນ.

ທີຫ້າ, ຂາດຜູ້ຊ່ຽວຊານ ແລະ ພະນັກງານທີ່ມີຄວາມສາມາດສູງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະການຫັນປ່ຽນດິຈິຕອນ ມີຄວາມເປັນມືອາຊີບຢ່າງແທ້ຈິງ ໃນລະດັບພາກພື້ນແລະລະດັບສາກົນ.

ວິທີແກ້ໄຂເພື່ອຊຸກຍູ້ການຫັນປ່ຽນນດິຈິຕອນໃນໄລຍະຈະມາເຖິງ

ເພື່ອແກ້ໄຂບັນຫາຄວາມທ້າທາຍທີ່ກ່າວມາຂ້າງເທິງ ແລະ ຕິດຕາມທິດທາງແລະການຊີ້ນຳຂອງພັກແລະລັດຢ່າງໃກ້ຊິດ ແລະ ເສີມຂະຫຍາຍຜົນສຳເລັດທີ່ໄດ້ຮັບ, ໃນເວລາທີ່ຈະມາເຖິງ, ຂະແໜງການທະນາຄານຈະສຸມໃສ່ການຜັນຂະຫຍາຍປະຕິບັດ ບັນດາວິທີແກ້ໄຂຕໍ່ໄປນີ້:

ທີໜຶ່ງ, ສືບຕໍ່ປັບປຸງກອບກົດໝາຍໃຫ້ສົມບູນແບບ ເພື່ອອຳນວຍຄວາມສະດວກໃນກິດຈຳກຳການຫັນປ່ຽນດິຈິຕອນຂອງທະນາຄານ; ທົບທວນແລະແກ້ໄຂກົດລະບຽບທາງກົດໝາຍກ່ຽວກັບການເຊື່ອມຕໍ່, ການໃຊ້ຂໍ້ມູນ, ການຮັບປະກັນຄວາມໝັ້ນຄົງ ຄວາມປອດໄພ, ການຮັກສາຄວາມລັບໃນການເຄື່ອນໄຫວທະນາຄານເອເລັກໂຕຮນິກ, ການນໍາໃຊ້ມາດຕະການກວດສອບຄວາມຖືກຕ້ອງທາງຊີວະມິຕິ...

ທີສອງ, ສືບຕໍ່ສ້າງ ແລະ ປັບປຸງບູລະນະໂຄງສ້າງພື້ນຖານທາງເຕັກໂນໂລຊີ ເພື່ອຮັບໃຊ້ການສະໜອງຜະລິດຕະພັນດິຈິຕອນ; ເພີ່ມທະວີການປະສານລວມ ແລະການເຊື່ອມຕໍ່ກັບກະຊວງ ຂະແໜງການ ທ້ອງຖິ່ນ ແລະ ຂົງເຂດອື່ນໆ ເພື່ອສະໜອງຜະລິດຕະພັນ ແລະບໍລິການດ້ານການທະນາຄານບົນພື້ນຖານດິຈິຕອນທີ່ເໝາະສົມກັບແຕ່ລະພາກພື້ນ ແລະການພັດທະນາໃນສະພາບປະຈຸບັນ.

ທີສາມ, ຫຼຸດຄວາມຊັບຊ້ອນ ແລະ ເພີ່ມປະສິດທິພາບຂະບວນການແລະການດໍາເນີນງານ, ສຸມໃສ່ການປັບປຸງປະສົບການຂອງລູກຄ້າ, ນໍາໃຊ້ເຕັກໂນໂລຊີດິຈິຕອນຢ່າງແຂງແຮງ ເພື່ອພັດທະນາແລະສະໜອງຜະລິດຕະພັນແລະບໍລິການທີ່ປອດໄພແລະສະດວກ ທີ່ກ່ຽວຂ້ອງກັບການຮັບປະກັນຄວາມປອດໄພຂອງຂໍ້ມູນ ສຳລັບລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ການບໍລິການທະນາຄານດິຈິຕອນ ແລະ ການຊຳລະເງິນດິຈິຕອນ; ຍູ້ແຮງການຮ່ວມມືສາກົນໃນດ້ານການຫັນປ່ຽນດິຈິຕອນ ເພື່ອພັດທະນາແລະຮັບເອົາເຕັກໂນໂລຊີໃໝ່ເຂົ້າໃນການເຄື່ອນໄຫວທະນາຄານ.

ທີສີ່, ສົ່ງເສີມວຽກງານຂໍ້ມູນຂ່າວສານແລະໂຄສະນາເຜີຍແຜ່ ເພື່ອສ້າງຈິດສໍານຶກ ແລະ ຄວາມເຂົ້າໃຈໃຫ້ແກ່ລູກຄ້າແລະປະຊາຊົນ ກ່ຽວກັບການໃຊ້ບໍລິການທະນາຄານໃນຊ່ອງທາງດິຈິຕອນຢ່າງປອດໄພແລະເໝາະສົມ; ຊ່ວຍໃຫ້ລູກຄ້າມີຄວາມຮູ້ແລະທັກສະໃນການປົກປ້ອງຕົນເອງຈາກຄວາມສ່ຽງໃນເວລາຊື້ຂາຍ ໃນສະພາບແວດລ້ອມເອເລັກໂຕຣນິກ. ພ້ອມກັນນັ້ນ, ສືບຕໍ່ຕິດຕາມການປ່ຽນແປງແລະການພັດທະນາ ຂອງຮູບແບບທຸລະກິດແລະວິທີທຸລະກິດ ທີ່ມີການປະດິດສ້າງໃນຂະແໜງການ ຢ່າງໃກ້ຊິດ ເພື່ອດຳເນີນມາດຕະການທັນທີ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສິດແລະຜົນປະໂຫຍດອັນຊອບທຳຂອງລູກຄ້າ.

ທີຫ້າ, ເອົາໃຈໃສ່ເຖິງການຝຶກອົບຮົມ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຜູ້ນໍາ ແລະ ຜູ້ຊ່ຽວຊານຊັ້ນນໍາ ໃນຂະແໜງການ; ຝຶກອົບຮົມພະນັກງານໃຫ້ເຂົ້າໃຈຄວາມກ້າວໜ້າທາງວິທະຍາສາດແລະເຕັກໂນໂລຊີ ແລະ ນຳໃຊ້ເຂົ້າໃນພາກປະຕິບັດໃນຂະແໜງການທະນາຄານ./.

---------------------

(1) ໂດຍສະ​ເພາະ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຟອກ​ເງິນ​ ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ; ສະເໜີແກ້ໄຂປັບປຸງກົດໝາຍວ່າດ້ວຍສະຖາບັນສິນເຊື່ອ, ກົດໝາຍວ່າດ້ວຍທະນາຄານແຫ່ງລັດ.

(2) ໂດຍສະເພາະເຊັ່ນ ຄຳສັ່ງວ່າດ້ວຍການຊຸກຍູ້ການຫັນປ່ຽນດິຈິຕອນ ແລະ ຮັບປະກັນຄວາມໝັ້ນຄົງ ຄວາມປອດໄພຂອງຂໍ້ມູນ ໃນການເຄື່ອນໄຫວຂອງທະນາຄານ; ແຜນ​ການ​ຫັນປ່ຽນ​ດິ​ຈິ​ຕອນ​ຂອງຂະແໜງການ​ທະ​ນາ​ຄານ​ຮອດ​ປີ 2025 ໂດຍມີວິ​ໄສ​ທັດ​ຮອດ​ປີ 2030; ແຜນ​ການ​ຫັນປ່ຽນ​ດິ​ຈິ​ຕອນ​ຂອງ​ທະ​ນາ​ຄານແຫ່ງລັດປີ 2022, ປີ 2023; ແຜນການເຄື່ອນໄຫວຂອງຄະນະຊີ້ນຳການຫັນປ່ຽນດິຈິຕອນຂອງຂະແໜງການທະນາຄານປີ 2022 ແລະປິ 2023; ແຜນການຂອງຂະແໜງການທະນາຄານເພື່ອຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນເຖິງປີ 2025 ໂດຍມີວິໄສທັດເຖິງປີ 2030...

(3) ຮ່າງກົດໝາຍວ່າດ້ວຍສະຖາບັນສິນເຊື່ອ (ແກ້ໄຂເພີ່ມເຕີມ) ແລະ ຮ່າງ​ດຳລັດ​ວ່າ​ດ້ວຍ​ການ​ຊຳລະ​ເງິນ​ທີ່​ບໍ່​ແມ່ນ​ເງິນ​ສົດ, ດຳລັດວ່າດ້ວຍກົນໄກການຄຸ້ມຄອງທີ່ມີການກວດກາເຕັກ​ໂນ​ໂລ​ຊີ​ການ​ເງິນ​ (Fintech) ໃນການເຄື່ອນໄຫວທະນາຄານ.

(4) ໂດຍສະເພາະ: 1- ທົບທວນແລະປະກາດໃຊ້ບັນດາເອກະສານທາງກົດໝາຍແລະເອກະສານຊີ້ນຳ; ກວດກາວຽກງານການຮັບປະກັນຄວາມປອດໄພຂອງລະບົບຂໍ້ມູນ ແລະ ການປ້ອງກັນແລະຕໍ່ສູ້ກັບອາຊະຍາກຳໄຊເບີຮ໌ທີ່ສະຖາບັນສິນເຊື່ອ; ການຕິດຕາມ ແລະ ກວດກາໂຄງສ້າງພື້ນຖານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ລະບົບການຊໍາລະເງິນທີ່ສຳຄັນຢ່າງເປັນປົກກະຕິ; 2- ​ເພີ່ມ​ທະວີ​ວຽກ​ງານ​ສື່ສານ, ຍົກ​ສູງ​ຄວາມຮັບຮູ້ກ່ຽວກັບ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ປະຊາຊົນ ​ເມື່ອໃຊ້​​ບໍລິການທະນາຄານທາງເອເລັກໂຕຮນິກ, ແອັບ​ພຼີ​ເຄ​ຊັນ​ທະນາຄານ​ດິ​ຈິ​ຕອນ ​ແລະ ການ​ຊຳລະ​ເງິນ​ດິ​ຈີິຕອນ; 3- ຜັນຂະຫຍາຍວິທີແກ້ໄຂທາງເຕັກນິກ ເພື່ອເພີ່ມທະວີຄວາມປອດໄພຂໍ້ມູນຂ່າວສານ 4- ປັບປຸງຍົກສູງປະສິດທິຜົນການເຄື່ອນໄຫວຂອງເຄືອຂ່າຍຕອບສະໜອງຕໍ່ເຫດການຄວາມປອດໄພຂໍ້ມູນ ຂະແໜງການທະນາຄານ; 5- ປະສານງານກັບບັນດາອົງການຂອງລັດ ໃນການປ້ອງກັນແລະຕ້ານອາຊະຍາກຳເຕັກໂນໂລຊີສູງ, ຈັດການກັບ​ກໍ​ລະ​ນີ​ການ​ສໍ້​ໂກງ​ແລະການຫຼອກລວງ​ໃນ​ກິດ​ຈະ​ກໍາທາງ​ທະ​ນາ​ຄານຫຼາຍກໍລະນີ.

* ບົດນິ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1026 (ເດືອນພະຈິກ 2023)