ວກ. - ການກວດສອບບັນຊີແຫ່ງລັດ - ເຄື່ອງມືໃນການກວດກາແລະຄວບຄຸມການຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ ໄດ້ກາຍເປັນແນວປະຕິບັດສາກົນ ແລະ ໃນຫວຽດນາມໄດ້ຮັບການຫັນເປັນນິຕິກຳໃນລັດຖະທຳມະນູນປີ 2013. ນີ້​ແມ່ນ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ໃຫ້​ອົງການ​ກວດສອບບັນຊີແຫ່ງ​ລັດ​ປະຕິບັດ​ໜ້າ​ທີ່ຂອງຕົນ, ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບໃນການອະທິບາຍລາຍງານ​ຂອງ​ລັດຖະບານ ແລະ ອົງການ ໜ່ວຍງານ​ ໃນ​ການ​ຄຸ້ມ​ຄອງ ​ແລະນຳ​ໃຊ້​ຊັບພະຍາກອນ​ສາທາລະນະ. ໃນຊຸມປີທີ່ຜ່ານມາ, ອົງການ​ກວດສອບບັນຊີແຫ່ງ​ລັດໄດ້ປະກອບສ່ວນສຳຄັນເຂົ້າໃນການກວດກາ ແລະຄວບຄຸມການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນສາທາລະນະຂອງປະເທດ; ສະໜອງຂໍ້ມູນທີ່ເຊື່ອຖືໄດ້ໃຫ້ພັກແລະລັດ, ປະກອບສ່ວນປັບປຸງກົນໄກການຄຸ້ມຄອງ ກໍ່ຄືການນຳໃຊ້ຊັບພະຍາກອນສາທາລະນະຢ່າງມີປະສິດທິຜົນ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ໃນການສ້າງສາແລະປົກປັກຮັກສາປະເທດຊາດຢ່າງສຳເລັດມີໄຊ.

ກຳມະການສູນກາງພັກ, ຫົວໜ້າອົງການກວດສອບບັນຊີແຫ່ງລັດ ໂງ ວັນ ຕ໋ວນ ເຮັດວຽກທີ່ ສະຫະບໍລິສັດ ເຕິນກ໋າງ ໄຊງ່ອນ _ແຫຼ່ງ: ckt.gov.vn

ບົດບາດຂອງການກວດສອບບັນຊີແຫ່ງລັດໃນການກວດກາແລະຄວບຄຸມ
ການຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ

ໃນໂລກນີ້, ການກວດສອບບັນຊີຂອງລັດມີປະວັດສາດແຫ່ງການກໍ່ຕັ້ງແລະການພັດທະນາເປັນເວລາຮ້ອຍປີ ແລະ ນັບມື້ນັບໄດ້ຮັບການຢືນຢັນວ່າເປັນສ່ວນທີ່ຂາດບໍ່ໄດ້ຂອງລະບົບອຳນາດລັດສະໄໝໃໝ່. ບັນຫາການປະຕິຮູບນະໂຍບາຍການຄຸ້ມຄອງຊັບພະຍາກອນສາທາລະນະ ເພື່ອເພີ່ມປະສິດທິພາບການນຳໃຊ້ສູງສຸດ, ຜ່ານນັ້ນ ການປັບປຸງຍົກສູງປະສິດທິພາບເສດຖະກິດ ແມ່ນຄວາມຮຽກຮ້ອງຕ້ອງການກ່ຽວ​ກັບ​ການ​ຄຸ້ມ​ຄອງລະດັບ​ຊາດ ເຊິ່ງຫວຽດນາມກໍ່ບໍ່​ມີ​ຂໍ້​ຍົກ​ເວັ້ນ. ການຈັດຕັ້ງແລະພັດທະນາການກວດສອບບັນຊີຂອງລັດຖືເປັນຄວາມຕ້ອງການທີ່ຫຼີກລ້ຽງບໍ່ໄດ້ ໂດຍຕອບສະໜອງຄວາມຕ້ອງການໃນການປັບປຸງຍົກສູງຄວາມເປີດເຜີຍ ຄວາມໂປ່ງໃສ ແລະ ເພີ່ມທະວີລະບຽບວິໄນ, ຈາກນັ້ນ ປັບປຸງຍົກສູງປະສິດທິພາບການຄຸ້ມຄອງ ແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ; ເພີ່ມທະວີຄວາມຮັບຜິດຊອບໃນການອະທິບາຍລາຍງານຂອງອົງການຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ. ບົດບາດຂອງການກວດສອບບັນຊີຂອງລັດ ໃນການກວດກາແລະຄຸ້ມຄອງຊັບພະຍາກອນສາທາລະນະສະແດງອອກໃນບາງຈຸດຕໍ່ໄປນີ້:

ທີ່ໜຶ່ງ, ອົງການກວດສອບບັນຊີຂອງລັດດຳເນີນການກວດສອບບັນຊີ ແລະສະໜອງຂໍ້ມູນໃຫ້ສະພາແຫ່ງຊາດ ແລະອົງການທີ່ໄດ້ຮັບເລືອກຕັ້ງທຸກຂັ້ນ ກ່ຽວ​ກັບ​ສະພາບການຄຸ້ມ​ຄອງ​ງົບປະມານ​ຂອງ​ລັດ, ກອງທຶນການເງິນສາທາລະນະ ກໍ່ຄືການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນ ເຊັ່ນ ທີ່ດິນ, ຊັບພະຍາກອນແຮ່ທາດ... ຈາກນັ້ນ, ຊ່ວຍໃຫ້ອົງການທີ່ໄດ້ຮັບເລືອກຕັ້ງຕັດສິນໃຈຈັດ​ສັນ​ຢ່າງ​ເໝາະ​ສົມ ​ແລະ ມີ​ນະ​ໂຍບາຍ​ຄຸ້ມ​ຄອງ​ຊັບພະຍາກອນ​ສາທາລະນະ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ປະສິດທິ​ຜົນ. ລາຍງານການກວດສອບບັນຊີເປັນພື້ນຖານທີ່ສຳຄັນ ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການທີ່ໄດ້ຮັບ​ເລືອກ​ຕັ້ງປະຕິບັດ​ໜ້າ​ທີ່​ຕິດຕາມ​ກວດກາ ​ແລະ ປະຕິບັດ​ໜ້າ​ທີ່​ແລະ​ອຳນາດຂອງຕົນ. ພ້ອມກັນນັ້ນ, ອົງການກວດສອບບັນຊີຂອງລັດກໍ່ໃຫ້ຄວາມເຫັນແກ່ສະພາແຫ່ງຊາດໃນການພິຈາລະນາ ແລະຕັດສິນຕົກລົງແຜນນະໂຍບາຍການລົງທຶນໃນໂຄງການເປົ້າໝາຍແຫ່ງຊາດ ແລະໂຄງການແຫ່ງຊາດທີ່ສຳຄັນ.

ທີສອງ, ອົງການກວດສອບບັນຊີແຫ່ງລັດປະກອບສ່ວນຊ່ວຍໃຫ້ສະພາແຫ່ງຊາດ ລັດຖະບານ ອົງການບໍລະຫານຈັດການແຫ່ງລັດ ແລະ ອົງການໜ່ວຍງານອື່ນໆຂອງລັດ ປັບປຸງກົນໄກຄຸ້ມຄອງຊັບພະຍາກອນສາທາລະນະໃຫ້ສົມບູນແບບ. ຜ່ານກິດຈະກຳກວດສອບບັນຊີ, ອົງການກວດສອບບັນຊີແຫ່ງລັດຈະກວດຈັບແລະຊີ້ໃຫ້ເຫັນຄວາມຜິດພາດ ໃນກົນໄກການຄຸ້ມຄອງທັນທີ (ຄວາມຂັດແຍ້ງ, ການທັບຊ້ອນ, ຂໍ້ຜິດພາດ...); ລະບອບ, ມາດຕະຖານ ແລະບັນທັດຖານທີ່ບໍ່ເໝາະສົມ ຫຼືຂາດຄວາມຄົບຊຸດ, ຈາກນັ້ນ ສະ​ເໜີ​ໃຫ້ເຈົ້າໜ້າທີ່ແກ້ໄຂ ​ເພີ່ມ​ເຕີມ ແທນທີ່ ຍົກ​ເລີກ ​ແລະ ມີ​ວິທີ​ແກ້​ໄຂ​ເພື່ອ​ຜ່ານຜ່າ ຊ່ອງ​ຫວ່າງ ໃນກົນໄກແລະນະໂຍບາຍ, ຫຼີກລ່ຽງຄວາມສູນເສຍ ແລະການສິ້ນເປືອງ, ຮັດແໜ້ນລະບຽບວິໄນດ້ານການເງິນ ເພື່ອເຮັດໃຫ້ແຫຼ່ງຊັບພະຍາກອນສາທາລະນະຖືກນຳໃຊ້ຢ່າງຖືກຕ້ອງຕາມຈຸດປະສົງ ແລະ ມີປະສິດທິພາບ.

ທີສາມ, ອົງການກວດສອບບັນຊີແຫ່ງລັດສະເໜີໃຫ້ບັນດາອົງການແລະໜ່ວຍງານທີ່ຄຸ້ມຄອງ ແລະນຳໃຊ້ແຫຼ່ງຊັບພະຍາກອນສາທາລະນະໂດຍກົງ, ຜ່ານນັ້ນ ເຮັດໃຫ້ການຄຸ້ມຄອງແລະນຳໃຊ້ເປັນໄປຕາມຈຸດປະສົງ ແລະ ມີປະສິດທິຜົນ. ຜ່ານການກວດສອບບັນຊີ, ອົງການກວດສອບບັນຊີແຫ່ງລັດຊີ້ໃຫ້ເຫັນຂໍ້ຈຳກັດ ແລະຄວາມບໍ່ພຽງພໍ ໃນການໃຊ້ຊັບພະຍາກອນສາທາລະນະຂອງອົງການ ແລະໜ່ວຍງານ ທີ່ໄດ້ຮັບການກວດສອບ, ຜ່ານນັ້ນ ສະເໜີແນະໃຫ້ເກັບຄືນການຊຳລະເງິນທີ່ຜິດກົດໝາຍ ແລະແກ້ໄຂຈຸດອ່ອນໃນການຄຸ້ມຄອງ ເພື່ອຮັບປະກັນການ​ນຳ​ໃຊ້​ຊັບພະຍາກອນ​ສາທາລະນະ​ຕາມ​ກົດໝາຍ ​ແລະ ມີ​ປະສິດທິ​ຜົນ; ພ້ອມ​ກັນ​ນັ້ນ, ກໍ​ສະເໜີ​ແນະໃຫ້​ຈັດການ​ຄວາມ​ຮັບຜິດຊອບ​ຂອງ​ອົງການ ​ແລະບຸກຄົນ​ທີ່​ກ່ຽວຂ້ອງ​ຢ່າງ​ເຂັ້ມ​ງວດ. ສຳລັບການລະເມີດຢ່າງຮ້າຍແຮງ ມີສັນຍານຂອງການລະເມີດກົດໝາຍ ການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້, ອົງການກວດສອບບັນຊີແຫ່ງລັດຈະໂອນເອກະສານ​ໃຫ້​ອົງ​ການ​ສືບ​ສວນ​, ໄອຍະການ ແລະສານ ​ເພື່ອດຳເນີນ​ການ​ສືບ​ສວນ​ແລະຈັດການ​ຕາມ​ຂໍ້​ກໍາ​ນົດ​ຂອງ​ກົດ​ໝາຍໂດຍທັນທີ​, ຜ່ານ​ນັ້ນ ກ່າວເຕືອນໜ່ວຍ​ງານ​ອື່ນໆ​ໃນ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ສາ​ທາ​ລະ​ນະ​ຢ່າງ​ເຂັ້ມ​ງວດ, ຖືກຕ້ອງຕາມຂໍ້ກຳນົດຂອງ​ກົດໝາຍ ແລະມີ​ປະສິດທິ​ຜົນ.

ທີສີ່, ການເຄື່ອນໄຫວຂອງອົງການກວດສອບບັນຊີແຫ່ງລັດປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ, ການສູນເສຍເງິນທຶນສາທາລະນະ ແລະ ຊັບສິນຂອງຊາດ, ສ້າງລະບຽບວິໄນໃນການຄຸ້ມຄອງເສດຖະກິດແລະການເງິນ, ປັບປຸງຄວາມ​ໄວ້ວາງໃຈ​ຂອງ​ປະຊາຊົນ​ຕໍ່​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ອົງການ​ຄຸ້ມ​ຄອງ​ລັດ. ການເຄື່ອນໄຫວຂອງອົງການກວດສອບບັນຊີຂອງລັດປະກອບສ່ວນສຳຄັນໃນການເພີ່ມຄວາມໂປ່ງໃສ ແລະຄວາມຮັບຜິດຊອບໃນການອະທິບາຍລາຍງານ ຂອງອົງການຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ, ສ້າງສະພາບແວດລ້ອມທີ່ດີທີ່ສຸດ ເພື່ອປ້ອງກັນແລະຕໍ່ສູ້ກັບການສໍ້ລາດບັງຫຼວງ ການໃຊ້ຈ່າຍຟຸມເຟືອຍ ແລະຄວາມຫຍໍ້ທໍ້. ລາຍງານການກວດສອບບັນຊີແມ່ນພື້ນຖານທີ່ສຳຄັນເພື່ອໃຫ້ອົງການ​ສືບສວນ ກວດກາ ໃຊ້ໃນການ​ພິຈາລະນາ ​ແລະຮັບໃຊ້​​ການ​ສືບສວນ ການກວດກາ ​ການ​ເຄື່ອນ​ໄຫວດ້ານກົດໝາຍ ​ແລະຕິດຕາມກວດກາຢ່າງແຂງຂັນ.

ໝາກຜົນສຳຄັນຂອງການກວດສອບບັນຊີຂອງລັດໃນເວລາທີ່ຜ່ານມາ ບໍ່ພຽງແຕ່ປະຢັດເງິນໄດ້ຫຼາຍພັນຕື້ດົ່ງໃຫ້ງົບປະມານຂອງລັດເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ບັນດາອົງການຂອງລັດມີເຄື່ອງມືໃນການຄຸ້ມຄອງການເງິນ ແລະຊັບສິນສາທາລະນະທີ່ສຳຄັນ ແລະ ສ້າງຈິດສຳນຶກໃໝ່ໃນການຄຸ້ມຄອງ ​ແລະນຳ​ໃຊ້​ຊັບພະຍາກອນ​ສາທາລະນະ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ແລະ ມີ​ປະສິດທິ​ຜົນ. ຜ່ານການເຄື່ອນໄຫວຂອງອົງການກວດສອບບັນຊີແຫ່ງລັດ ພ້ອມກັນກັບບັນດາເຄື່ອງມືກວດກາທາງການເງິນອື່ນໆ, ບັນດາອົງການແລະການຈັດຕັ້ງຂອງລັດ ຈະຕ້ອງແກ້​ໄຂ​ການ​ຄຸ້ມ​ຄອງ​ການ​ເງິນ, ປັບປຸງ​ແລະເພີ່ມທະວີ​ລະບົບ​ການ​ຄວບ​ຄຸມ​ພາຍ​ໃນ ​ແລະ ວຽກ​ງານ​ກວດສອບ​ພາຍ​ໃນ. ຈາກຜົນການກວດສອບບັນຊີ, ອົງການກວດສອບບັນຊີແຫ່ງລັດຍັງໄດ້ຄົ້ນພົບຂໍ້ຈຳກັດ ແລະຄວາມບໍ່ພຽງພໍ ໃນລະບອບການປົກຄອງແລະນະໂຍບາຍຂອງລັດ ແລະ ສະເໜີການແກ້ໄຂແລະເພີ່ມເຕີມ ເພື່ອປະປຸງໃຫ້ສົມບູນແບບ. ຜົນຂອງການເຄື່ອນໄຫວກວດສອບບັນຊີຂອງລັດຢືນຢັນຕຳແໜ່ງທີ່ຕັ້ງຂອງອົງການກວດສອບບັນຊີແຫ່ງລັດໃນລະບົບຈັກຂອງລັດ, ໂດຍຢືນຢັນເຖິງຄວາມຈຳເປັນໃນການປັບປຸງແລະພັດທະນາການກວດສອບບັນຊີຂອງລັດ ໃຫ້ເປັນເຄື່ອງມືກວດກາແລະຄວບຄຸມການເງິນສາທາລະນະທີ່ຂາດບໍ່ໄດ້ຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ.

ທິດທາງເສີມຂະຫຍາຍບົດບາດຂອງອົງກວດສອບບັນຊີແຫ່ງລັດໃນການກວດກາແລະຄວບຄຸມ
ການຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ

ເພື່ອເສີມຂະຫຍາຍບົດບາດຂອງຕົນຕາມບົດບັນຍັດຂອງລັດຖະທຳມະນູນ ແລະກົດໝາຍ ແນໃສ່ປະຕິບັດເປົ້າໝາຍຍຸດທະສາດການພັດທະນາການກວດສອບບັນຊີຂອງລັດເຖິງປີ 2030 ທີ່ອອກໂດຍຄະນະກຳມະການປະຈຳສະພາແຫ່ງຊາດ ໃນມະຕິທີ່ 999/2020/UBTVQH14 ວັນທີ 16 ກັນຍາ 2020, ເພື່ອພັດທະນາການກວດສອບບັນຊີຂອງລັດ ໃຫ້ເປັນເຄື່ອງມືສຳຄັນແລະມີປະສິດທິພາບຂອງພັກແລະລັດ ໃນການກວດກາແລະຄວບຄຸມການຄຸ້ມຄອງ ແລະນຳໃຊ້ ການເງິນແລະຊັບສິນສາທາລະນະ; ຍົກສູງຄວາມຮັບຜິດຊອບໃນການອະທິບາຍລາຍງານ ແລະ ຮັບປະກັນຄວາມເປີດເຜີຍແລະໂປ່ງໃສຂອງອົງການໃຊ້ງົບປະມານຂອງລັດ, ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ໃນ​ການ​ປະຕິບັດ​ອຳນາດ​ລັດຢ່າງມີປະສິດທິພາບ; ສະໜັບສະໜູນສະພາປະຊາຊົນ ແລະຄະນະກຳມະການປະຊາຊົນທ້ອງຖິ່ນ ໃນການຄຸ້ມຄອງ, ການກຳກັບດູແລ, ການຕິດຕາມກວດກາ ແລະ ການຕັດສິນຕົກລົງບັນດາບັນຫາສຳຄັນຂອງທ້ອງຖິ່ນ; ປັບປຸງຄວາມສາມາດ ປະສິດທິພາບ ແລະປະສິດທິຜົນ ໃນການເຄື່ອນໄຫວກວດສອບບັນຊີ ໂດຍການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະຍູ້ແຮງການຮ່ວມມືສາກົນ, ຮັບປະກັນການເຄື່ອນໄຫວທີ່ເປີດເຜີຍ ໂປ່ງໃສ ເປັນມືອາຊີບ ເປັນແບບຫຼວງ ແລະ ທັນສະໄໝເທື່ອລະກ້າວ, ສົມຄວນທີ່ຈະເປັນອົງການກວດສອບບັນຊີການເງິນສາທາລະນະ ແລະຊັບສິນສາທາລະນະ ທີ່ມີຄວາມຮັບຜິດຊອບ ແລະມີຊື່ສຽງ, ຕອບສະໜອງຄວາມຕ້ອງການຂອງພັກ ລັດ ແລະປະຊາຊົນ; ປະກອບສ່ວນສຳຄັນເຂົ້າໃນຍົກສູງຄວາມສາມາດໃນການຄຸ້ມຄອງ ແລະການບໍລິຫານງານການເງິນສາທາລະນະ ແລະຊັບສິນສາທາລະນະຂອງລັດ, ຮັບໃຊ້ການພັດທະນາເສດຖະກິດແລະສັງຄົມຂອງປະເທດໃນໄລຍະປີ 2021-2030, ໃນເວລາທີ່ຈະມາເຖິງນີ້ ຈຳເປັນຕ້ອງສຸມໃສ່ກິດຈະກຳການກວດສອບບັນຊີ ຕາມທິດທາງສຳຄັນດັງຕໍ່ໄປນີ້:

ທີໜຶ່ງ, ການປັບປຸງກົດໝາຍການກວດສອບບັນຊີຂອງລັດໃຫ້ສົມບູນແບບ ໂດຍອີງໃສ່ທັດສະນະ ແຜນນະໂຍບາຍ ແລະ ແນວທາງຂອງພັກແລະລັດ ກ່ຽວກັບການສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃຫ້ສົມບູນແບບ ແລະ ການພັດທະນາການກວດສອບບັນຊີຂອງລັດຖືເປັນເຄື່ອງມືສຳຄັນແລະມີປະສິດທິພາບຂອງພັກແລະລັດ ໃນການກວດກາແລະຄວບຄຸມການຄຸ້ມຄອງການເງິນສາທາລະນະ ແລະຊັບສິນສາທາລະນະ. ໃນການເຄື່ອນໄຫວກວດສອບບັນຊີແຫ່ງລັດ ຈຳເປັນຕ້ອງປະຕິບັດຕາມແນວທາງ ແຜນນະໂຍບາຍ ແລະນະໂຍບາຍຂອງພັກ ກ່ຽວກັບການພັດທະນາການກວດສອບບັນຊີແຫ່ງລັດ ໄດ້ຮັບການຫັນເປັນລະບຽບລະບອບທີ່ສົມບູນ ຖືກຕ້ອງ ແລະທັນທ່ວງທີ ແລະ ເພື່ອສ້າງລະບົບກົດໝາຍການກວດອບບັນຊີຂອງລັດທີ່ຮອບດ້ານ ເປັນເອກະພາບ ແລະຄົບຖ້ວນ ຕັ້ງແຕ່ບົດບັນຍັດຂອງລັດຖະທຳມະນູນ ຈົນເຖິງກົດໝາຍການກວດສອບບັນຊີຂອງລັດ ແລະບັນດາກົດໝາຍທີ່ກ່ຽວຂ້ອງ, ເອກະສານທາງກົດໝາຍແນະນຳການປະຕິບັດ ແລະ ລະບົບມາດຕະຖານ, ຂັ້ນຕອນການກວດສອບບັນຊີ... ບົນຫຼັກການການກວດສອບທີ່ເປັນເອກະລາດ ແລະ ປະຕິບັດຕາມກົດໝາຍເທົ່ານັ້ນ.

ທີສອງ, ເພີ່ມທະວີການກວດສອບການປະຕິບັດງານ, ການກວດສອບສະເພາະທາງ, ການເລືອກການກວດສອບບັນຫາສຳຄັນທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະການໃຊ້ປະໂຫຍດຈາກຊັບພະຍາກອນສາທາລະນະ; ບັນດາຂົງເຂດທີ່ມີຜົນກະທົບຢ່າງແຮງເຖິງຊີວິດທາງເສດຖະກິດແລະສັງຄົມ, ເຮັດໃຫ້ເກີດການສູນເສຍແລະສິ້ນເປືອງຊັບພະຍາກອນສາທາລະນະໄດ້ງ່າຍ ເຊັ່ນ ຊັບພະຍາກອນແຮ່ທາດ, ທີ່ດິນ, ງົບປະມານຂອງລັດ, ບັນດາໂຄງການລະດັບຊາດທີ່ສຳຄັນ ເຊິ່ງເປັນບັນຫາທີ່ຜູ້ມີສິດເລືອກຕັ້ງ ແລະປະຊາຊົນໃຫ້ຄວາມສົນໃຈເປັນພິເສດ. ໃນຂະບວນການພັດທະນາເສດຖະກິດແລະສັງຄົມຂອງປະເທດ, ການຂຸດຄົ້ນຊັບພະຍາກອນຢ່າງມີຄວາມຮັບຜິດຊອບມີຄວາມສຳຄັນທີ່ສຸດ, ໃນຂະນະທີ່ຊັບພະຍາກອນນັ້ນມີຈຳກັດ. ດັ່ງນັ້ນ, ການກວດສອບບັນຊີຂອງລັດຈຶງສຸມໃສ່ກວດສອບບັນຊີເພື່ອສະເໜີແນະໃຫ້​ບັນດາ​ອົງການ​ຂອງ​ລັດ ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ​ ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທີ່​ມີ​ຈຳກັດ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດແລະສັງຄົມ​ຂອງ​ປະ​ເທດ. ອົງການກວດສອບບັນຊີແຫ່ງລັດ ໄດ້​ກຳນົດ​ວ່າ ນີ້​ແມ່ນ​ພາລະກິດ​ສຳຄັນ​ທີ່​ຕ້ອງຜັນຂະຫຍາຍ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ແລະ​ເຂັ້ມ​ແຂງ.

ທີສາມ, ທົບທວນນະໂຍບາຍກ່ຽວກັບການກວດສອບບັນຊີ ເພື່ອປະເມີນປະສິດທິພາບແລະປະສິດທິຜົນຂອງກົນໄກ ແລະນະໄຍບາຍທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະນຳໃຊ້ການເງິນສາທາລະນະ, ຊັບສິນສາທາລະນະ. ຜ່ານການກວດສອບປະເມີນນະໂຍບາຍແລະໂຄງການທີ່ໃຊ້ຊັບພະຍາກອນສາທາລະນະ ຈະຄົ້ນເຜີຍຊ່ອງຫວ່າງ, ຄວາມບໍ່ພຽງພໍ, “ຈຸດອຸດຕັນ”, ອຸປະສັກຂອງນະໂຍບາຍ, ຄວາມສ່ຽງຕໍ່ການສູນເສຍຫຼືປະສິດທິພາບການໃຊ້ຊັບພະຍາກອນສາທາລະນະທີ່ຫຼຸດລົງ, ໃຫ້ຄຳແນະນຳທີ່ເໝາະສົມເພື່ອດັດປ່ຽນນະໂຍບາຍໂດຍທັນທີ. ນີ້ແມ່ນການເຄື່ອນໄຫວສະໝ່ຳສະເໝີແລະຕໍ່ເນື່ອງ ເຊິ່ງມີສ່ວນສຳຄັນໃນການປັບປຸງນະໂຍບາຍແລະກົດໝາຍ ກ່ຽວກັບຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ ໃຫ້ສົມບູນແບບ.

ທີສີ່, ສະໜອງ​ຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ​ໃຫ້​ສະພາ​ແຫ່ງ​ຊາດ, ລັດຖະບານ, ອົງການ​ຄຸ້ມ​ຄອງ​ລັດ ​ແລະ ບັນດາ​ອົງການແລະໜ່ວຍງານອື່ນໆ​ຂອງ​ລັດ ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ອົງການກວດສອບບັນຊີແຫ່ງລັດມີໜ້າທີ່ກວດສອບ ຢືນຢັນ ແລະ ສະໜອງຂໍ້​ມູນ​ຂ່າວສານແກ່ຜູ້ທີ່ກ່ຽວຂ້ອງນຳໄປໃຊ້. ຕາມແນວປະຕິບັດສາກົນ, ແຫຼ່ງຂໍ້ມູນຂ່າວສານທີ່ອົງການກວດສອບບັນຊີແຫ່ງລັດສະໜອງໃຫ້ ແມ່ນແຫຼ່ງຂໍ້ມູນຂ່າວສານທີ່ມີຄວາມເຊື່ອຖືສູງຮັບໃຊ້ການເຄື່ອນໄຫວຂອງອົງການລັດ ໃນການຄຸ້ມຄອງ, ການບໍລິຫານ ແລະ ຕິດຕາມກວດກາການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນສາທາລະນະ. ດັ່ງນັ້ນ, ນີ້​ແມ່ນ​ໜ້າທີ່ສຳຄັນໃນການສະໜອງ​ແຫຼ່ງຂໍ້ມູນທີ່ເຊື່ອ​ຖືໄດ້ໃຫ້ແກ່​ວຽກ​ງານ​ປ້ອງ​ກັນ ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການໃຊ້ຈ່າຍຟຸມເຟືອຍ ການສິ້ນເປືອງເສຍຫາຍ ທີ່ກຳລັງດຳເນີນການຢ່າງເຖິງຖອງ, ດຸເດືອດ ໂດຍບໍ່​ມີ​ຂໍ້​ຍົກ​ເວັ້ນ ບໍ່​ມີ​ເຂດຫວງ​ຫ້າມ.

ທີຫ້າ, ອົງການກວດສອບບັນຊີຂອງລັດສຸມໃສ່ຕອບສະໜອງໜ້າທີ່ຮັບໃຊ້ສະພາແຫ່ງຊາດ ໃນການພິຈາລະນາແລະຕັດສິນຕົກລົງປະມານການງົບ​ປະ​ມານຂອງ​ລັດ​ປະ​ຈໍາ​ປີ ແລະ​ອະ​ນຸ​ມັດ​ການ​ຊໍາ​ລະ​ງົບ​ປະ​ມານ​ຂອງ​ລັດ. ນີ້ແມ່ນໜ້າທີ່ປົກກະຕິ ຕໍ່ເນື່ອງ ແລະເປັນແບບດັ້ງເດີມ ໃນການເຄື່ອນໄຫວຂອງອົງການກວດສອບບັນຊີສູງສຸດໃນໂລກ. ອົງການກວດສອບບັນຊີແຫ່ງລັດສຸມໃສ່ພິຈາລະນາ ແລະ​ເຂົ້າ​ຮ່ວມ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ໃນ​ການ​ຄາດ​ຄະ​ເນ​ງົບປະມານຂອງ​ລັດ ​ແລະ ​ແຜນການ​ຈັດ​ສັນ​ງົບປະມານ​ສູນ​ກາງ ​ກ່ອນທີ່​ສະພາ​ແຫ່ງ​ຊາດ​ຕັດສິນ. ພ້ອມກັນນັ້ນ, ສູ້ຊົນໃຫ້​ບັນລຸ​ການ​ກວດສອບ​ການ​ຊຳລະ​ງົບປະມານຂອງ​ລັດເປັນ​ປະຈຳ​ທຸກປີ 100% ​ຂອງ​ກະຊວງ ອົງການສູນກາງ ແລະ ການຊຳລະງົບປະມານທ້ອງຖິ່ນຂອງແຂວງແລະນະຄອນທີ່ຂຶ້ນກັບສູນກາງ ຕາມແຜນງານທີ່ກຳນົດໄວ້ໃນຍຸດທະສາດການພັດທະນາການກວດສອບບັນຊີຂອງລັດເຖິງປີ 2030.

ວິທີ​ແກ້​ໄຂ​ໃນ​ການ​ກວດກາ ​ແລະ ຄວບ​ຄຸມ​ການ​ເງິນສາທາລະນະ ​
ແລະຊັບ​ສິນ​ສາທາລະນະ​ຂອງ​ອົງການ​ກວດ​ສອບບັນຊີແຫ່ງ​ລັດ ​ໃນ​ໄລຍະ​ຈະ​ມາ​ເຖິງ

ທີໜຶ່ງ, ປັບປຸງກອບກົດໝາຍສຳລັບການເຄື່ອນໄຫວຂອງອົງການກວດສອບບັນຊີຂອງລັດໃຫ້ຄົບຖ້ວນ, ຄົ້ນຄວ້າສະເໜີສືບຕໍ່ປັບປຸງລັດຖະທຳມະນູນ ແລະ ເອກະສານກົດໝາຍ ເພື່ອຮັບປະກັນໃຫ້ອົງການກວດສອບບັນຊີແຫ່ງລັດ ປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນຢ່າງຄົບຖ້ວນ ຕາມຂໍ້ກຳນົດຂອງລັດຖະທຳມະນູນ, ຮັບປະກັນຄວາມເປັນເອກະພາບແລະຄົບຊຸດ ໃນລະບົບເອກະສານກົດໝາຍ ແລະ ເອກະສານບໍລິຫານ, ຢືນຢັນຕຳແໜ່ງແລະບົດບາດ ຂອງອົງການກວດສອບບັນຊີແຫ່ງລັດ ໃນຖານະອົງການກວດສອບສູງສຸດ ສຳລັບການຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ ໂດຍສະພາແຫ່ງຊາດຈັດຕັ້ງຂຶ້ນ, ດຳ​ເນີນ​ງານ​ຢ່າງ​ເປັນ​ເອກະລາດ ​ແລະ ປະຕິບັດ​ຕາມ​ກົດໝາຍ, ສອດຄ່ອງ​ກັບ​ມາດຕະຖານ ແລະແນວ​ປະຕິບັດສາກົນ.

ທີສອງ, ການເຄື່ອນໄຫວກວດສອບບັນຊີມີຄວາມຊ່ຽວຊານທາງວິຊາຊີບສູງ, ປັດໄຈມະນຸດມີຄວາມໝາຍສຳຄັນ ແລະຕັດສິນຊີ້ຂາດເຖິງຄຸນນະພາບ ແລະປະສິດທິພາບຂອງການກວດສອບບັນຊີ. ດັ່ງນັ້ນ, ຂະແໜງການນີ້ຕ້ອງມີແຜນການ ແລະຍຸດທະສາດການຝຶກອົບຮົມແລະບຳລຸງສຶກສາ ເພື່ອປັບປຸງຍົກສູງຄຸນນະພາບຊັບພະຍາກອນມະນຸດຢ່າງຮອບດ້ານ, ຮັບປະກັນຕອບສະໜອງຄວາມຕ້ອງການແລະໜ້າທີ່ໄດ້ເປັນຢ່າງດີ, ຄ່ອຍໆເຂົ້າໃກ້ລະດັບພາກພື້ນແລະສາກົນ; ຕໍ່ສູ້ຢ່າງເດັດດ່ຽວເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ໃນຖັນແຖວຜູ້ກວດສອບບັນຊີ. ເມື່ອນັ້ນຈຶງສາມາດຍົກສູງຖານະຕຳແໜ່ງແລະຊື່ສຽງ ກໍ່ຄືເສີມຂະຫຍາຍເປັນຢ່າງດີ ບົດບາດຂອງອົງການກວດສອບບັນຊີຂອງລັດ ໃນການກວດກາແລະຄວບຄຸມການເງິນສາທາລະນະ ແລະຊັບສິນສາທາລະນະ.

ທີສາມ, ເພີ່ມຄວາມເປີດເຜີຍເຜີຍແຜ່ ແລະ ຄວາມໂປ່ງໃສຂອງຜົນການກວດສອບ, ຜົນການຈັດຕັ້ງປະຕິບັດບົດສະຫຼຸບການກວດສອບ ແລະ ຂໍ້ສະເໜີແນະຂອງອົງການກວດສອບບັນຊີແຫ່ງລັດ ເພື່ອດຶງດູດການເຂົ້າຮ່ວມຂອງປະຊາຊົນຢ່າງກ້ວາງຂວາງ, ປະກອບສ່ວນສະກັດກັ້ນການສູນເສຍ ແລະການສິ້ນເປືອງຊັບພະຍາກອນສາທາລະນະ. ການເຄື່ອນໄຫວຂອງອົງການກວດສອບບັນຊີແຫ່ງລັດ ແມ່ນສະຖາບັນທີ່ໂປ່ງໃສ ແລະການປະຕິບັດຄວາມຮັບຜິດຊອບໃນການອະທິບາຍລາຍງານ ຂອງອົງການຂອງລັດໃນການຄຸ້ມຄອງແລະນຳໃຊ້ແຫຼ່ງການເງິນສາທາລະນະ ແລະຊັບສິນສາທາລະນະ ຕັ້ງແຕ່ການອອກແບບນະໂຍບາຍ, ການຈັດຕັ້ງປະຕິບັດ ຈົນເຖິງການປະເມີນນະໂຍບາຍຄືນໃໝ່. ດັ່ງນັ້ນ, ເມື່ອຜົນການກວດສອບບັນຊີ, ຜົນການປະຕິບັດບົດສະຫຼຸບ ແລະ ຂໍ້ສະເໜີແນະຂອງອົງການກວດສອບບັນຊີແຫ່ງລັດ ໄດ້ຮັບການເປີດເຜີຍສູ່ສາທາລະນະ ຈະມີແຮງກົດດັນຕໍ່ຄວາມຄິດເຫັນຂອງປະຊາຊົນ ແລະສາທາລະນະຊົນ, ບັງຄັບໃຫ້ໜ່ວຍງານຕ້ອງແກ້ໄຂຂໍ້ຈຳກັດໃນການຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ ຕະຫຼອດຈົນມີຜົນກະທົບຊຸກຍູ້ອົງການຂອງລັດ ໃນການຄຸ້ມຄອງແລະນຳໃຊ້ການເງິນສາທາລະນະ ແລະຊັບສິນສາທາລະນະ, ຜ່ານນັ້ນ ປະກອບສ່ວນປັບປຸງຍົກສູງປະສິດທິຜົນ ປະສິດທິພາບການຄຸ້ມຄອງແລະນຳໃຊ້ຊັບພະຍາກອນສາທາລະນະ, ຈຳກັດການສູນເສຍຫຼຸດຜ່ອນການສິ້ນເປືອງ. ດ້ວຍຖານະບົດບາດ ຕຳແໜ່ງ ແລະ ໜ້າທີ່ຂອງອົງການກວດສອບບັນຊີແຫ່ງລັດ, ຄວາມຕ້ອງການເປີດເຜີຍເຜີຍແຜ່ ແລະຄວາມໂປ່ງໃສ ຕ້ອງຖືເປັນເຄື່ອງມືໃນການຊຸກຍູ້ການພັດທະນາສັງຄົມ, ສ້າງຄວາມເຊື່ອໝັ້ນ ແລະຄວາມເຫັນດີເຫັນພ້ອມຂອງປະຊາຊົນ ຕໍ່ແຜນນະໂຍບາຍ, ແນວທາງ, ກົນໄກ ແລະນະໂຍບາຍການຄຸ້ມຄອງ ແລະບໍລິຫານຈັດການຂອງພັກ ແລະລັດ.

ທີສີ່, ປ່ຽນແປງໃໝ່ການຈັດຕັ້ງກວດສອບບັນຊີ, ປັບປຸງວິທີການເຕັກນິກວິຊາຊີບ ແລະ ຂະບວນການກວດສອບ, ມາດຕະຖານການກວດສອບບັນຊີ ໃຫ້ສົມບູນແບບ. ເພີ່ມທະວີການເຊື່ອມໂຍງຂໍ້ມູນຂ່າວສານ ກັບໜ່ວຍງານທີ່ໄດ້ຮັບການກວດສອບ ເພື່ອແລກປ່ຽນຂໍ້ມູນດິຈິຕອນລະຫວ່າງອົງການກວດສອບບັນຊີແຫ່ງລັດ ແລະໜ່ວຍງານຕ່າງໆ, ມຸ່ງສູ່ເປົ້າໝາຍການປະຕິບັດການກວດສອບແບບດິຈິຕອນ ເພື່ອໃຫ້ກິດຈະກຳການກວດສອບບັນຊີມີຄວາມໂປ່ງໃສ ແລະ ເພີ່ມທະວີການກວດສອບທາງໄກ, ປະຢັດຄ່າໃຊ້ຈ່າຍໃນການກວດສອບ, ພ້ອມທັງປັບປຸງຍົກສູງປະສິດທິພາບແລະປະສິດທິຜົນ ໃນການເຄື່ອນໄຫວກວດສອບບັນຊີ ກໍ່ຄືການແບ່ງປັນ ແລະ ການສະໜອງຂໍ້ມູນກ່ຽວກັບຜົນການກວດສອບບັນຊີ, ຂໍ້ມູນກ່ຽວກັບການປະຕິບັດບົດສະຫຼຸບຜົນການກວດສອບ ແລະຂໍ້ສະເໜີແນະກັບໜ່ວຍງານ.

ທີຫ້າ, ເພີ່ມທະວີການຄວບຄຸມຄຸນນະພາບການກວດສອບບັນຊີ, ປັບປຸງເອກະສານທາງກົດໝາຍທີ່ສົມບູນ ທີ່ກ່ຽວຂ້ອງກັບການຄຸ້ມຄອງການກວດສອບບັນຊີ ແລະການຄວບຄຸມຄຸນນະພາບການກວດສອບບັນຊີ. ປັບປຸງບູລະນະແລະເພີ່ມທະວີກົນໄກ ແລະມາດຕະການຄຸ້ມຄອງ, ການຄວບຄຸມຢ່າງເຂັ້ມງວດແລະມີປະສິດທິຜົນ ຕໍ່ຄຸນນະພາບການກວດສອບບັນຊີ ແລະຈັນຍາບັນວິຊາຊີບຂອງຜູ້ກວດສອບບັນຊີ, ຮັບປະກັນປະສິດທິຜົນຂອງການກວດສອບບັນຊີ, ປັບປຸງແລະເພີ່ມຄວາມ​ເຊື່ອໝັ້ນ​ຂອງ​ພັກ, ລັດ, ປະຊາຊົນ ​ແລະ ສັງຄົມ​ ໃນ​ຜົນ​ການ​ກວດສອບບັນຊີ.

ທີຫົກ, ປະສານງານຢ່າງໃກ້ຊິດກັບອົງການລັດ, ໂດຍສະເພາະ ໜ່ວຍງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ດ້ານໜຶ່ງ, ປະສານງານກັບອົງການຂອງລັດທີ່ຄຸ້ມຄອງການເງິນສາທາລະນະແລະຊັບສິນສາທາລະນະ ເພື່ອເພີ່ມການເຊື່ອມໂຍງແລະແບ່ງປັນຂໍ້ມູນໃນການກວດສອບບັນຊີ, ການຍົກສູງປະສິດທິຜົນແລະປະສິດທິພາບການກວດສອບບັນຊີ: ໃນອີກດ້ານໜຶ່ງ, ເພີ່ມທະວີການປະສານງານກັບໜ່ວຍງານທີ່ມີໜ້າທີ່ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ​ເພື່ອ​ໃຫ້​​ສັນຍານຂອງ​ການລະ​ເມີດ​ກົດໝາຍ​ທີ່​ຄົ້ນ​ພົບ​ຜ່ານ​ການ​ກວດສອບບັນຊີໂດຍທັນທີ ​ເພື່ອປັບປຸງ​ຍົກ​ສູງ​ປະສິດທິ​ຜົນ​ການ​ປ້ອງ​ກັນ​ແລະຕໍ່ສູ້ກັບ​ການ​ສໍ້​ລາດ​ບັງ​ຫຼວງ, ການໃຊ້ຈ່າຍຟຸມເຟືອຍ​ແລະຄວາມຫຍໍ້ທໍ້ ​ໃນ​ການ​ຄຸ້ມ​ຄອງ ​ແລະນຳ​ໃຊ້​ການ​ເງິນສາທາລະນະ ​ແລະຊັບ​ສິນ​ສາທາລະນະ./.

-------------------------------------

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1031 (ເດືອນກຸມພາ 2024)