ວກ. - ໃນຂະບວນການກໍ່ສ້າງແລະປັບປຸງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ, ການພັດທະນາເສດຖະກິດຂອງລັດຢ່າງມີປະສິດທິພາບແລະແທ້ຈິງ ມີບົດບາດນຳໜ້າໃນການຮັບປະກັນຄວາມສົມດຸນທີ່ສຳຄັນ, ຊີ້ນຳ ແລະກຳນົດທິດທາງຍຸດທະສາດ; ການພັດທະນາເສດຖະກິດເອກະຊົນແມ່ນແຮງຂັບເຄື່ອນທີ່ສຳຄັນທີ່ສຸດຂອງລະບົບເສດຖະກິດ, ສະທ້ອນໃຫ້ເຫັນເຖິງໄລຍະການພັດທະນາໃໝ່ໃນຄວາມຄິດທິດສະດີ ແລະການປະຕິບັດຕົວຈິງ ຂອງພັກກອມມູນິດຫວຽດນາມ. ບົນພື້ນຖານຂອງການສະຫຼຸບຜົນການປ່ຽນແປງໃໝ່ໃນ 40 ປີທີ່ຜ່ານມາ ແລະຕໍ່ໜ້າຄວາມຕ້ອງການຂອງການພັດທະນາຢ່າງວ່ອງໄວ ແລະຍືນຍົງໃນຍຸກໃໝ່, ບັນຫາສຳຄັນແມ່ນຄວາມເຂົ້າໃຈຢ່າງຖືກຕ້ອງ ແລະບໍລິຫານຈັດການສາຍພົວພັນລະຫວ່າງເສດຖະກິດຂອງລັດ ແລະເສດຖະກິດເອກະຊົນຢ່າງກົມກຽວ.

ກຳມະການບໍລິສັດໄຟຟ້າຫວຽດນາມໃຊ້ ໂດຣມ ໃນການຄຸ້ມຄອງແລະດຳເນີນງານສາຍສົ່ງໄຟຟ້າ _ພາບ: EVN

ຄວາມເຂົ້າໃຈທີ່ຄົບຖ້ວນແລະມີເຫດຜົນຫຼາຍຂຶ້ນ ກ່ຽວກັບເສດຖະກິດຂອງລັດ
ແລະ ບົດບາດຂອງເສດຖະກິດຂອງລັດ

ດ້ວຍກອງປະຊຸມໃຫຍ່ແຕ່ລະຄັ້ງຂອງພັກຄອມມູນິດຫວຽດນາມ ແລະຜ່ານຂັ້ນຕອນການພັດທະນາຂອງປະເທດ, ທັດສະນະກ່ຽວກັບບົດບາດຂອງເສດຖະກິດຂອງລັດໄດ້ຮັບການປັບປ່ຽນເທື່ອລະກ້າວ, ນັບມື້ນັບຮອບດ້ານ ແລະມີເຫດຜົນຫຼາຍຂຶ້ນ. ການປ່ຽນແປງນີ້ສອດຄ່ອງກັບການປ່ຽນແປງຄວາມຮັບຮູ້ກ່ຽວກັບອົງປະກອບທາງເສດຖະກິດຂອງເສດຖະກິດແຫ່ງຊາດ ແລະຄວາມຮັບຮູ້ກ່ຽວກັບບົດບາດຂອງລັດໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.

ເສດຖະກິດຂອງລັດແມ່ນຂົງເຂດເສດຖະກິດທີ່ລັດຄຸ້ມຄອງ, ດຳເນີນການ ແລະຈັດຕັ້ງການຜະລິດ ທຸລະກິດໂດຍກົງ ຜ່ານອົງການຕົວແທນຂອງລັດ, ເຊິ່ງເປັນອົງການຄຸ້ມຄອງຂອງລັດ. ພື້ນຖານຂອງເສດຖະກິດຂອງລັດປະກອບມີຊັບພະຍາກອນທີ່ລັດຖືຄອງ, ຄຸ້ມຄອງ ແລະຄວບຄຸມ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດແລະສັງຄົມ, ສະຖຽນລະພາບທາງເສດຖະກິດມະຫາພາກ ແລະ ການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ ເຊັ່ນ: ທີ່ດິນ, ຊັບພະຍາກອນແຮ່ທາດ, ຊັບພະຍາກອນນ້ຳ, ເຂດທະເລ, ນ່ານຟ້າ, ພື້ນທີ່ໃຕ້ດິນ, ໂຄງການໂຄງສ້າງພື້ນຖານທີ່ລັດລົງທຶນແລະກໍ່ສ້າງ, ງົບປະມານຂອງລັດ, ເງິນສຳລອງຂອງຊາດ, ກອງທຶນການເງິນຂອງລັດນອກງົບປະມານ, ລັດວິສາຫະກິດ, ສະຖາບັນສິນເຊື່ອຂອງລັດ, ທຶນຂອງລັດໃນວິສາຫະກິດທີ່ລັດຖື 50% ຫຼືໜ້ອຍກວ່າຂອງທຶນຈົດທະບຽນ, ໜ່ວຍງານບໍລິການສາທາລະນະ ແລະອື່ນໆ. ສິ່ງນີ້ສະແດງໃຫ້ເຫັນວ່າ ເສດຖະກິດຂອງລັດໃນຫວຽດນາມນັ້ນ ກວ້າງຂວາງແລະກວມເອົາຫຼາຍຂົງເຂດແລະຊັບພະຍາກອນ, ລວມທັງລັດວິສາຫະກິດອີກນຳ.

ຫຼັງຈາກດຳເນີນກິດຈະການປ່ຽນແປງໃໝ່ເປັນເວລາ 40 ປີ, ຄວາມເຂົ້າໃຈຂອງພັກກອມມູນິດຫວຽດນາມກ່ຽວກັບເສດຖະກິດຂອງລັດ ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມນັ້ນ ໄດ້ພັດທະນາຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນ: 1- ການແຍກກຳມະສິດຂອງລັດ ອອກຈາກຮູບແບບລັດວິສາຫະກິດ; ການແຍກສິດທິໃນການເປັນເຈົ້າຂອງ ອອກຈາກສິດທິທາງທຸລະກິດໃນລັດວິສາຫະກິດ; ການປ່ຽນຈາກແນວຄວາມຄິດເສດຖະກິດລັດວິສາຫະກິດ ເປັນແນວຄວາມຄິດເສດຖະກິດຂອງລັດ; 2- ຈາກມຸມມອງຄວາມເຂົ້າໃຈ, ຊີ້ແຈງຕື່ມອີກ ກ່ຽວກັບບົດບາດນຳຂອງເສດຖະກິດຂອງລັດ ກັບບົດບາດການຄຸ້ມຄອງແລະບໍລິຫານຈັດການຂອງລັດ, ເຊິ່ງເສດຖະກິດຂອງລັດ "ເປັນກຳລັງວັດຖຸທີ່ສຳຄັນສຳລັບລັດໃນການກຳນົດທິດທາງແລະຄວບຄຸມເສດຖະກິດ, ສ້າງສະພາບແວດລ້ອມແລະເງື່ອນໄຂເພື່ອສົ່ງເສີມການພັດທະນາຮ່ວມກັນຂອງທຸກພາກສ່ວນເສດຖະກິດ”(1). ຄວາມເຂົ້າໃຈນີ້ໄດ້ຮັບການຢືນຢັນຢ່າງຕໍ່ເນື່ອງຕະຫຼອດກອງປະຊຸມໃຫຍ່ທຸກຄັ້ງຂອງພັກ ແລະໃນເດືອນມັງກອນ 2026, ມະຕິເລກທີ 79-NQ/TW ຂອງກົມການເມືອງສູນກາງກ່ຽວກັບການພັດທະນາເສດຖະກິດຂອງລັດ ໄດ້ຊີ້ແຈງຕື່ມອີກວ່າ ເສດຖະກິດຂອງລັດແມ່ນອົງປະກອບທີ່ສຳຄັນຢ່າງຍິ່ງຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ພື້ນຖານຂອງເສດຖະກິດຂອງລັດປະກອບມີຊັບພະຍາກອນທີ່ລັດຖືຄອງ, ຄຸ້ມຄອງ ແລະຄວບຄຸມ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບທາງເສດຖະກິດມະຫາພາກ ແລະຮັບປະກັນຄວາມໝັ້ນຄົງ ແລະການປ້ອງກັນປະເທດ...

ເສດຖະກິດຂອງລັດໃນຍຸກພັດທະນາໃໝ່

ດ້ວຍການປ່ຽນແປງຂອງແນວຄວາມຄິດກ່ຽວກັບເສດຖະກິດຂອງລັດໃນໄລຍະເວລາຕ່າງໆ, ຄວາມເຂົ້າໃຈກ່ຽວກັບເສດຖະກິດຂອງລັດ ແລະບົດບາດຂອງເສດຖະກິດຂອງລັດ ກໍ່ຈະແຈ້ງຂຶ້ນເຊັ່ນກັນ, ໂດຍສະເພາະ ມີການກຳນົດໄວ້ຢ່າງຊັດເຈນວ່າ ເສດຖະກິດຂອງລັດບໍ່ໄດ້ມີຄວາມໝາຍຄືກັນກັບລັດວິສາຫະກິດ. ບົດບາດນໍາຂອງເສດຖະກິດຂອງລັດບໍ່ໄດ້ຂຶ້ນຢູ່ກັບປະສິດທິພາບການຜະລິດ ແລະການດຳເນີນທຸລະກິດຂອງລັດວິສາຫະກິດເທົ່ານັ້ນ, ແຕ່ຍັງອີງໃສ່ກຳລັງແຮງສັງລວມທາງເສດຖະກິດຂອງລັດ ເຊິ່ງກວມເອົາພາກສ່ວນຕ່າງໆເກືອບທັງໝົດ, ໂດຍສະເພາະ ຂະແໜງການແລະຂົງເຂດເສດຖະກິດທີ່ສໍາຄັນ ແລະ ສະຖາບັນການເງິນ, ກົດໝາຍ ແລະ ຄວາມສາມາດໃນການນໍາພາ, ການຄຸ້ມຄອງ ແລະ ການດໍາເນີນງານຂອງລະບົບການເມືອງທັງໝົດ. ດ້ວຍຂອບເຂດທີ່ກວ້າງຂວາງດັ່ງກ່າວ, ກຳມະສິດຂອງລັດແລະເສດຖະກິດຂອງລັດມີຕໍາແໜ່ງສໍາຄັນທີ່ສຸດ, ໂດຍມີບົດບາດສໍາຄັນໃນຂະບວນການພັດທະນາເສດຖະກິດແລະສັງຄົມຂອງປະເທດ, ສ້າງພື້ນຖານທີ່ສຳຄັນສໍາລັບການພັດທະນາຂອງທຸກຂະແໜງການ, ຂົງເຂດ, ພາກສ່ວນເສດຖະກິດ ແລະ ປະເພດຂອງວິສາຫະກິດໃນລະບົບເສດຖະກິດແຫ່ງຊາດ.

ຍຸກໃໝ່ຂອງປະເທດ, ໂດຍມີປີ 2026 ເປັນປີແຫ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຖືເປັນປີສຳຄັນ, ຖືກກຳນົດໃຫ້ເປັນຍຸກແຫ່ງຄວາມກ້າວໜ້າພັດທະນາຂອງຊາດ, ເປັນໄລຍະທີ່ປະເທດສຸມໃສ່ການບັນລຸເປົ້າໝາຍຍຸດທະສາດ, ສ້າງຄວາມກ້າວໜ້າທາງດ້ານເສດຖະກິດ, ສັງຄົມ, ການເມືອງ, ວັດທະນະທຳ, ການປ້ອງກັນປະເທດ ແລະຄວາມໝັ້ນຄົງ, ປັບປຸງຍົກສູງສະຖານະຂອງປະເທດໃນເວທີສາກົນ, ມຸ່ງສູ່ເປົ້າໝາຍ ປະຊາຊົນທີ່ຮັ່ງມີ, ປະເທດຊາດທີ່ເຂັ້ມແຂງ, ສັງຄົມທີ່ຍຸຕິທຳ, ປະຊາທິປະໄຕ ແລະ ອາລະຍະທຳ, ແລະກາຍເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງ, ທຽບເທົ່າກັບປະເທດມະຫາອຳນາດຊັ້ນນຳຂອງໂລກ. ນີ້ແມ່ນໄລຍະທີ່ສຳຄັນສຳລັບຫວຽດນາມໃນການໃຊ້ກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄໝ ໃຫ້ເກີດປະໂຫຍດສູງສຸດ ເພື່ອບັນລຸການພັດທະນາທີ່ຈະເລີນຮຸ່ງເຮືອງ ດ້ວຍບັນດາເນື້ອໃນຫຼັກດັ່ງນີ້: 1- ການພັດທະນາເສດຖະກິດແລະສັງຄົມ ແລະຮັກສາສິ່ງແວດລ້ອມ: ສຸມໃສ່ການຫັນເປັນອຸດສາຫະກຳ ແລະທັນສະໄໝ, ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ຮັບປະກັນການພັດທະນາສັງຄົມ, ປັບປຸງຊີວິດການເປັນຢູ່ທັງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ, ຄວາມໝັ້ນຄົງທາງສັງຄົມ, ຄວາມຍຸຕິທຳທາງສັງຄົມ, ພັດທະນາວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະການຮັກສາສິ່ງແວດລ້ອມ;  2- ປັບປຸງສະຖາບັນທາງການເມືອງໃຫ້ສົມບູນແບບ: ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ມີປະຊາທິປະໄຕ, ສະອາດ, ເຂັ້ມແຂງ ແລະ ດຳເນີນງານໄດ້ຢ່າງມີປະສິດທິພາບ ແລະມີປະສິດທິຜົນ; 3- ພັດທະນາການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະການພົວພັນຕ່າງປະເທດ: ຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງທີ່ເຂັ້ມແຂງ, ປົກປ້ອງເອກະລາດ  ອະທິປະໄຕ ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ. ຍົກສູງສະຖານະຂອງຫວຽດນາມໃນເວທີສາກົນ: ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງສາກົນ, ຍົກສູງສະຖານະແລະກຽດສັກສີຂອງຫວຽດນາມໃນເວທີສາກົນ.

ໃນຍຸກໃໝ່ຂອງການພັດທະນາປະເທດ, ບົດບາດນຳຂອງເສດຖະກິດຂອງລັດສືບຕໍ່ໄດ້ຮັບການເນັ້ນໜັກ ແລະກຳນົດຄວາມຕ້ອງການໃໝ່ ເພື່ອໃຫ້ບັນລຸເປົ້າໝາຍໃນການເຮັດໃຫ້ຫວຽດນາມກາຍເປັນປະເທດທີ່ພັດທະນາແລ້ວພາຍໃນປີ 2045 ເຊິ່ງລວມມີ:

- ນຳໜ້າໃນການປັບປຸງຍົກສູງສະມັດຕະພາບ, ຄຸນນະພາບ ແລະປະສິດທິພາບຂອງແຮງງານ ເພື່ອສົ່ງເສີມການເຕີບໂຕຢ່າງວ່ອງໄວ ແລະຍືນຍົງຂອງພື້ນຖານເສດຖະກິດແຫ່ງຊາດ.

- ເສດຖະກິດຂອງລັດມີບົດບາດນຳໜ້າ. ຜ່ານຮູບແບບຕ່າງໆ, ທັງທາງກົງແລະທາງອ້ອມ, ລັດສ້າງສະພາບແວດລ້ອມ ເພື່ອສົ່ງເສີມການພັດທະນາພາກສ່ວນເສດຖະກິດອື່ນໆ ຕາມທິດທາງສັງຄົມນິຍົມ, ຊຸກຍູ້ແລະອຳນວຍຄວາມສະດວກໃຫ້ເສດຖະກິດເອກະຊົນກາຍເປັນແຮງຂັບເຄື່ອນສຳຄັນທີ່ສຸດຂອງເສດຖະກິດຢ່າງແທ້ຈິງ. 

- ເພີ່ມທະວີກຳລັງແຮງທາງວັດຖຸເພື່ອເປັນພື້ນຖານໃຫ້ລັດສາມາດປະຕິບັດໜ້າທີ່ດ້ານການຄວບຄຸມເສດຖະກິດມະຫາພາກ ແລະການຄຸ້ມຄອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໄດ້ຢ່າງມີປະສິດທິພາບ.

- ມີບົດບາດນຳພາແລະສົ່ງເສີມການພັດທະນາ, ການປະຍຸກໃຊ້ວິທະຍາສາດ ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງໃນທຸກພາກສ່ວນເສດຖະກິດ ເພື່ອສະໜັບສະໜູນການຜະລິດ ແລະການພັດທະນາທຸລະກິດ ແລະຍົກລະດັບມາດຕະຖານການດຳລົງຊີວິດຂອງປະຊາຊົນ. 

ການຢືນຢັນບົດບາດນຳໜ້າຂອງເສດຖະກິດຂອງລັດຢ່າງຕໍ່ເນື່ອງ ບໍ່ໄດ້ໝາຍຄວາມວ່າ ລັດວິສາຫະກິດຈະຄອງຕຳແໜ່ງທີ່ໂດດເດັ່ນໃນຂະແໜງການ ຂົງເຂດຫຼັກ ຂອງພື້ນຖານເສດຖະກິດ, ແຕ່ຖືກລະບຸວ່າ ເປັນກຳລັງຫຼັກຂອງພາກສ່ວນເສດຖະກິດຂອງລັດ ທີ່ແຂ່ງຂັນກັບວິສາຫະກິດຈາກພາກສ່ວນເສດຖະກິດອື່ນໆ ພາຍໃນຂອບຂອງກົດໝາຍ. ຢ່າງໃດກໍ່ຕາມ, ດ້ວຍຄວາມຮັບຜິດຊອບນຳໜ້າຂອງເສດຖະກິດຂອງລັດ ໂດຍມີລັດວິສາຫະກິດເປັນກຳລັງຫຼັກ, ລັດວິສາຫະກິດຈຶ່ງຕ້ອງເປັນຜູ້ບຸກເບີກໃນຂົງເຂດ, ຂະແໜງການທີ່ສຳຄັນໆ ທີ່ຕ້ອງການເງິນທຶນຈຳນວນຫຼາຍ, ເຕັກໂນໂລຊີທີ່ທັນສະໄໝແລະກ້າວໜ້າ, ໃນຂົງເຂດທີ່ພາກເອກະຊົນບໍ່ສາມາດ ຫຼືບໍ່ຕ້ອງການເຂົ້າໄປກ່ຽວຂ້ອງ, ໃນຂົງເຂດ, ຂະແໜງການສຳຄັນທີ່ກ່ຽວຂ້ອງກັບການປ້ອງກັນປະເທດ, ຄວາມໝັ້ນຄົງ... ການທີ່ເສດຖະກິດຂອງລັດຖືບົດບາດນຳໜ້ານັ້ນ ບໍ່ໄດ້ປະຕິເສດການແຂ່ງຂັນ, ແຕ່ກັບເປັນປັດໄຈຊຸກຍູ້ການແຂ່ງຂັນທີ່ສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ ແລະເພີ່ມທະວີການເຊື່ອມໂຍງສາກົນ. ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກລະບຸຢ່າງຈະແຈ້ງເຖິງການເສີມຂະກຍາຍພະລະໜ້າທີ່ ແລະບົດບາດຂອງທຸກພາກສ່ວນເສດຖະກິດຢ່າງເຕັມທີ່. ການພັດທະນາເສດຖະກິດຂອງລັດທີ່ມີປະສິດທິພາບ, ມີບົດບາດນຳໜ້າຢ່າງແທ້ຈິງໃນການຮັບປະກັນສະຖຽນລະພາບມະຫາພາກ, ຄວາມສົມດຸນທີ່ສຳຄັນ, ການກຳນົດທິດທາງຍຸດທະສາດ ແລະການນຳພາທາງເສດຖະກິດ; ການພັດທະນາເສດຖະກິດເອກະຊົນແມ່ນແຮງຂັບເຄື່ອນສຳຄັນທີ່ສຸດຂອງເສດຖະກິດ; ເສດຖະກິດສະຫະກອນ, ເສດຖະກິດລວມໝູ່, ເສດຖະກິດທີ່ມີການລົງທຶນຈາກຕ່າງປະເທດ ແລະຮູບແບບເສດຖະກິດອື່ນໆ ມີບົດບາດສຳຄັນ.

ຂະບວນການປ່ຽນແປງໃໝ່ແລະການເຊື່ອມໂຍງຢ່າງເລິກເຊິ່ງຂອງຫວຽດນາມເຂົ້າກັບເສດຖະກິດໂລກນັ້ນ ກຳນົດຄວາມຕ້ອງການພາວວິໄສໃນການເຄົາລົບ ແລະປະຕິບັດຕາມກົດເກນຂອງເສດຖະກິດຕະຫຼາດຢ່າງເຕັມທີ່. ຮອດທ້າຍປີ 2025, ຫວຽດນາມໄດ້ລົງນາມແລະເຂົ້າຮ່ວມໃນສັນຍາການຄ້າເສລີ (FTA) ຈຳນວນ 20 ສະບັບ, ລວມທັງສັນຍາການຄ້າເສລີລຸ້ນໃໝ່ທີ່ມີມາດຕະຖານສູງ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີຫວຽດນາມ-ສະຫະພາບເອີຣົບ (EVFTA)... ນອກຈາກນັ້ນ, ຍັງມີສັນຍາການຄ້າເສລີອີກຫຼາຍສະບັບ ທີ່ຢູ່ລະຫວ່າງການຄົ້ນຄວ້າແລະເຈລະຈາ, ແລະໃນຂະບວນການນີ້, ບົດບາດນຳໜ້າແລະຊີ້ນຳຂອງເສດຖະກິດຂອງລັດປາກົດໃຫ້ເຫັນຢ່າງຈະແຈ້ງ ຍ້ອນວ່າມັນໄດ້ຮັບມອບໝາຍໃຫ້ມີຄວາມຮັບຜິດຊອບນຳໜ້າການຈັດຕັ້ງປະຕິບັດຕາມສັນຍາການຄ້າເສລີທີ່ໄດ້ລົງນາມ. ຍິ່ງໄປກວ່ານັ້ນ, ຜ່ານບົດບາດນຳພາຂອງເສດຖະກິດຂອງລັດ, ລັດສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາຂອງພາກສ່ວນເສດຖະກິດທີ່ບໍ່ແມ່ນຂອງລັດ ໃນດ້ານເງິນທຶນ, ໂຄງສ້າງພື້ນຖານ ແລະການຖ່າຍທອດແລະການນຳໃຊ້ວິທະຍາສາດ ແລະເຕັກໂນໂລຊີ...; ຫຼຸດຜ່ອນແລະແກ້ໄຂຂໍ້ບົກຜ່ອງຂອງກົນໄກຕະຫຼາດ. ການປົກປ້ອງແລະສະໜັບສະໜູນກຸ່ມຄົນທີ່ມີຄວາມສ່ຽງແລະດ້ອຍໂອກາດ... ໂດຍສະເພາະ, ເສດຖະກິດຂອງລັດມີບົດບາດນຳໜ້າໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ຮັບປະກັນຄວາມໝັ້ນຄົງທາງເສດຖະກິດມະຫາພາກ, ຄວາມສົມດຸນທາງເສດຖະກິດທີ່ສຳຄັນ, ການກຳນົດທິດທາງການພັດທະນາຍຸດທະສາດ ແລະ ຮັບປະກັນຄວາມກ້າວໜ້າ, ຄວາມຍຸຕິທຳ ແລະ ອາລະຍະທຳ, ປ້ອງກັນບໍ່ໃຫ້ວິສາຫະກິດທີ່ບໍ່ແມ່ນຂອງລັດສະແຫວງຫາຜົນກຳໄລໂດຍບໍ່ຄຳນຶງເຖິງຜົນເສຍຕໍ່ຊາດ, ຊົນເຜົ່າ ແລະຊຸມຊົນ ເພື່ອຜົນປະໂຫຍດຂອງຕົນເອງ...

ເສດຖະກິດຂອງລັດຖືບົດບາດນຳພາ ເພື່ອສ້າງເສດຖະກິດຫວຽດນາມທີ່ເປັນເອກະລາດ,
ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຄວາມເປັນເອກະລາດແລະເປັນເຈົ້າຕົນເອງແມ່ນຄວາມສາມາດຂອງປະເທດໃນການຮັກສາອະທິປະໄຕ ແລະສິດຕັດສິນດ້ວຍຕົນເອງໃນກິດຈະກຳພາຍໃນ ແລະຕ່າງປະເທດ, ໂດຍສະເພາະ ໃນການເລືອກເສັ້ນທາງ ແລະຮູບແບບການພັດທະນາ, ລະບົບການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະນະໂຍບາຍຕ່າງປະເທດ. ຄວາມເປັນເອກະລາດ, ເປັນເຈົ້າຕົນເອງທາງເສດຖະກິດແມ່ນພື້ນຖານທາງວັດຖຸທີ່ສຳຄັນສຳລັບການຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງທາງການເມືອງ ແລະ ເພີ່ມທະວີຄວາມເປັນເອກະລາດ, ເປັນເຈົ້າຕົນເອງຂອງປະເທດ. ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະເຊື່ອມໂຍງເຂົ້າກັບສາກົນ ແມ່ນເກີດຈາກຄວາມຕ້ອງການຂອງການພັດທະນາປະເທດໃນສະພາບການຂອງສະຖານະການພາກພື້ນແລະໂລກ ທີ່ສັບສົນແລະປ່ຽນແປງໄປ. ຄວາມເປັນເອກະລາດ, ເປັນເຈົ້າຕົນເອງບໍ່ໄດ້ໝາຍຄວາມວ່າການປິດກັ້ນຕົວເອງ, ແຕ່ໝາຍເຖິງການເຊື່ອມໂຍງກັບໂລກຢ່າງຫ້າວຫັນ, ການຮຽນຮູ້ ແລະການຮ່ວມມືເພື່ອພັດທະນາໃຫ້ແຂງແຮງກວ່າເກົ່າ. ເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແມ່ນເສດຖະກິດທີ່ບໍ່ຂຶ້ນຢູ່ກັບປະເທດອື່ນຫຼືອົງການເສດຖະກິດໃດໆ ໃນແງ່ຂອງນະໂຍບາຍ ແລະຍຸດທະສາດການພັດທະນາ, ແລະ ບໍ່ຂຶ້ນຢູ່ກັບເງື່ອນໄຂທາງເສດຖະກິດ, ການເງິນ, ການຄ້າ, ການຊ່ວຍເຫຼືອ... ທີ່ບັງຄັບຫຼືຄວບຄຸມໂດຍໃຜກໍ່ຕາມ ເຊິ່ງຈະສົ່ງຜົນເສຍຕໍ່ຜົນປະໂຫຍດຫຼັກຂອງປະເທດ. ໃນການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະເຊື່ອມໂຍງເຂົ້າກັບສາກົນນັ້ນ ຈຳເປັນຕ້ອງພິຈາລະນາບັນຫາຕໍ່ໄປນີ້:

ທີໜຶ່ງ, ເສີມຂະຫຍາຍກຳລັງແຮງພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດ. ໃນນັ້ນສຸມໃສ່ການປັບປຸງຍົກສູງຄວາມສາມາດການຜະລິດ; ການລົງທຶນໃນວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ເພື່ອສ້າງຜະລິດຕະພັນ ແລະບໍລິການທີ່ມີຄຸນນະພາບສູງ ທີ່ສາມາດແຂ່ງຂັນໄດ້ໃນຕະຫຼາດໂລກ; ການພັດທະນາຊັບພະຍາກອນມະນຸດ, ການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະມີທັກສະວິຊາຊີບ ເພື່ອຕອບສະໜອງຄວາມຕ້ອງການຂອງພື້ນຖານເສດຖະກິດ; ເພີ່ມທະວີການສະສົມທຶນ, ລະດົມແລະໃຊ້ປະໂຫຍດຈາກເງິນທຶນ ທັງໃນປະເທດແລະຕ່າງປະເທດ ຢ່າງມີປະສິດທິພາບ, ໂດຍສຸມໃສ່ຂົງເຂດແລະຂະແໜງການທີ່ສຳຄັນ ເຊິ່ງເສດຖະກິດຂອງລັດເປັນພາກສ່ວນນຳ ແລະເສດຖະກິດເອກະຊົນເປັນແຮງຂັບເຄື່ອນທີ່ສຳຄັນທີ່ສຸດ, ການພັດທະນາວິສາຫະກິດພາຍໃນປະເທດ, ການສ້າງວິສາຫະກິດທີ່ມີຄວາມສາມາດໃນການແຂ່ງຂັນ, ມີບົດບາດນຳ ແລະຊ່ຽວຊານດ້ານເຕັກໂນໂລຊີແລະຕະຫຼາດ. 

ທີສອງ, ເປັນເຈົ້າການໃນການເຊື່ອມໂຍງແລະຮ່ວມມືສາກົນ. ເພີ່ມທະວີການພົວພັນຮ່ວມມື, ຂະຫຍາຍການຮ່ວມມືກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ ບົນພື້ນຖານຄວາມສະເໝີພາບ ແລະຜົນປະໂຫຍດຮ່ວມກັນ; ຮຽນຮູ້ຈາກປະສົບການຂອງຕ່າງປະເທດ, ເລືອກຮັບເອົາປະສົບການ ແລະຜົນສຳເລັດຂອງປະເທດອື່ນໆ ໃນຂະບວນການພັດທະນາເສດຖະກິດ; ເຂົ້າຮ່ວມລະບົບຕ່ອງໂສ້ຄຸນຄ່າລະດັບໂລກຢ່າງເລິກເຊິ່ງ, ເປັບປຸງຍົກສູງຄວາມສາມາດໃນການເຂົ້າຮ່ວມໃນຕ່ອງໂສ້ຄຸນຄ່າລະດັບໂລກ ແລະສ້າງຜະລິດຕະພັນແລະບໍລິການທີ່ມີມູນຄ່າເພີ່ມສູງ.

ທີສາມ, ສ້າງສະຖາບັນແລະນະໂຍບາຍທີ່ເໝາະສົມ. ໃຫ້ຄວາມສຳຄັນກັບການປັບປຸງສະຖາບັນທາງເສດຖະກິດໃຫ້ສົມບູນ, ສ້າງສະພາບແວດລ້ອມທາງກົດໝາຍທີ່ໂປ່ງໃສ, ໝັ້ນຄົງ ແລະເອື້ອອຳນວຍຕໍ່ກິດຈະກຳທາງເສດຖະກິດ; ພັດທະນານະໂຍບາຍເພື່ອສົ່ງເສີມການພັດທະນາ ແລະການປ່ຽນແປງໃໝ່ປະດິດສ້າງ ຂອງວິສາຫະກິດແລະຂະແໜງເສດຖະກິດ, ໂດຍສະເພາະແມ່ນຂົງເຂດແລະຂະແໜງເສດຖະກິດທີ່ມີທ່າແຮງ; ຮັບປະກັນຄວາມໝັ້ນຄົງທາງເສດຖະກິດ ແລະປະຕິບັດມາດຕະການເພື່ອປ້ອງກັນ ແລະຮັບມືກັບຄວາມສ່ຽງ ແລະຄວາມທ້າທາຍໃນຂະບວນການເຊື່ອມໂຍງສາກົນ.

ດ້ວຍຄວາມຮຽກຮ້ອງຕ້ອງການຂ້າງເທິງນີ້, ເສດຖະກິດຂອງລັດຈຶງເປັນກຳລັງວັດຖຸທີ່ສຳຄັນໃນການຮັກສາສະຖຽນລະພາບທາງເສດຖະກິດມະຫາພາກ, ຊີ້ນຳ, ຄວບຄຸມ ແລະ ສົ່ງເສີມການພັດທະນາເສດຖະກິດແລະສັງຄົມ ແລະ ເອົາຊະນະຂໍ້ຈຳກັດຂອງກົນໄກຕະຫຼາດ. ຊັບພະຍາກອນທາງເສດຖະກິດຂອງລັດຖືກນຳໃຊ້ຕາມຍຸດທະສາດ, ແຜນການ ແລະໂຄງການພັດທະນາປະເທດ ແລະຈັດສັນຕາມກົນໄກຕະຫຼາດເປັນຫຼັກ. ລັດວິສາຫະກິດສຸມໃສ່ຂົງເຂດສຳຄັນ, ພື້ນທີ່ທາງພູມສາດທີ່ສຳຄັນ, ການປ້ອງກັນປະເທດ ແລະຄວາມໝັ້ນຄົງ; ດຳເນີນງານຕາມກົນໄກຕະຫຼາດ, ດ້ວຍການຄຸ້ມຄອງທີ່ທັນສະໄໝຕາມມາດຕະຖານສາກົນ; ໃຊ້ປະສິດທິພາບທາງເສດຖະກິດເປັນເກນການປະເມີນຜົນຫຼັກ ແລະ ແຂ່ງຂັນຢ່າງເທົ່າທຽມ ກັບວິສາຫະກິດຈາກພາກສ່ວນເສດຖະກິດອື່ນໆ. ໜ່ວຍງານໃນສັງກັດເສດຖະກິດຂອງລັດມີຄວາມສະເໝີພາບ, ຮ່ວມມື ແລະ ແຂ່ງຂັນຢ່າງຖືກກົດໝາຍ ກັບໜ່ວຍງານຈາກພາກສ່ວນເສດຖະກິດອື່ນໆ; ເສີມຂະຫຍາຍພາລະໜ້າທີ່ ແລະບົດບາດຂອງທຸກຂະແໜງການເສດຖະກິດຢ່າງເຕັມທີ່...

ເສດຖະກິດຂອງລັດມີບົດບາດນຳໜ້າໃນການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະເຊື່ອມໂຍງສາກົນ, ສິ່ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງທາດແທ້ແລະຄຸນລັກສະນະຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ເຊິ່ງມີຄວາມແຕກຕ່າງຫຼາຍຢ່າງ ເມື່ອທຽບກັບຮູບແບບເສດຖະກິດຕະຫຼາດທີ່ອີງໃສ່ກຳມະສິດທຶນນິຍົມຜູກຂາດໃນຫຼາຍປະເທດ, ແຕ່ຍັງສະແດງໃຫ້ເຫັນວ່າ ພາກສ່ວນເສດຖະກິດຂອງລັດມີບົດບາດນຳໜ້າໃນການຊີ້ນຳ ແລະນຳພາພາກສ່ວນເສດຖະກິດອື່ນໆໃນການພັດທະນາຂະແໜງການແລະຂົງເຂດທີ່ສຳຄັນ; ເສດຖະກິດຂອງລັດມີບົດບາດນຳໜ້າໃນການຮັບປະກັນການພັດທະນາຄວາມສາມາດໃນການແຂ່ງຂັນຂອງຊາດ; ໃນດ້ານຄວາມໝັ້ນຄົງແຫ່ງຊາດ, ເສດຖະກິດຂອງລັດມີບົດບາດນຳໜ້າໃນການຄວບຄຸມຂົງເຂດຫຼັກ, ພື້ນທີ່ສຳຄັນ, ການປ້ອງກັນປະເທດແລະຄວາມໝັ້ນຄົງ; ໃນດ້ານສັງຄົມ, ເສດຖະກິດຂອງລັດມີບົດບາດສຳຄັນໃນການປະຕິບັດໜ້າທີ່ ແລະບົດບາດທາງສັງຄົມ. ເສດຖະກິດຂອງລັດຜັນຂະຫຍາຍຂະແໜງການຕ່າງໆ ໃນພື້ນທີ່ດ້ອຍໂອກາດທີ່ມີຄວາມສຳຄັນທາງການເມືອງແລະສັງຄົມ, ຮັບປະກັນການລົງທຶນແລະການພັດທະນາທີ່ສົມດຸນໃນທຸກພູມພາກ, ຈັດຕັ້ງປະຕິບັດນະໂຍບາຍສະຫວັດດີການສັງຄົມ, ຮັບປະກັນຄວາມປອດໄພທາງສັງຄົມ ແລະໂຄງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ... 

ການພັດທະນາທີ່ຜ່ານມາສະແດງໃຫ້ເຫັນວ່າເສດຖະກິດຂອງລັດໄດ້ປະກອບສ່ວນຢ່າງຫຼວງຫຼາຍຕໍ່ຜົນສຳເລັດໂດຍລວມໃນການສ້າງເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະເຊື່ອມໂຍງສາກົນຢ່າງເລິກເຊິ່ງໃນຫວຽດນາມ, ໂດຍສະເພາະ ໃນຄວາມເປັນເອກະລາດແລະເປັນເຈົ້າຕົນເອງໃນການກຳນົດແຜນນະໂຍບາຍ, ແນວທາງ ແລະຍຸດທະສາດການພັດທະນາເສດຖະກິດ. ເສດຖະກິດຂອງຫວຽດນາມພັດທະນາຢ່າງໝັ້ນຄົງ, ຄວາມສາມາດໃນການແຂ່ງຂັນເພີ່ມສູງຂຶ້ນ ແລະຂໍ້ມູນຈາກກົມໃຫຍ່ສະຖິຕິສະແດງໃຫ້ເຫັນວ່າ ຂະໜາດຂອງເສດຖະກິດຈະບັນລຸ 514 ຕື້ໂດລາສະຫະລັດໃນທ້າຍປີ 2025, ໂດຍມີອັດຕາການເຕີບໂຕ 8,02% ໃນປີ 2025. ບົດບາດນຳໜ້າຂອງເສດຖະກິດຂອງລັດຊ່ວຍເພີ່ມຄວາມຢືດຢຸ່ນຂອງເສດຖະກິດຕໍ່ກັບຜົນກະທົບທາງລົບຈາກພາຍນອກ, ແລະເສດຖະກິດຂອງຫວຽດນາມກຳລັງຂະຫຍາຍໄປສູ່ການພົວພັນທາງເສດຖະກິດລະຫວ່າງປະເທດແບບຫຼາຍຝ່າຍ ແລະຫຼາກຫຼາຍຂຶ້ນເລື້ອຍໆ, ຫຼີກລ່ຽງການເພິ່ງພາອາໄສຕະຫຼາດຫຼືຄູ່ຮ່ວມງານພຽງຝ່າຍດຽວ... 

ການຜະລິດເກີບເພື່ອສົ່ງອອກສູ່ຕະຫຼາດເອີຣົບ ທີ່ບໍລິສັດ ສິ່ງທໍແລະເຄມີພັນ ຮ່າໄຕ ຈຳກັດ -ພາບ: TTXVN

ການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດໃນການພັດທະນາເສດຖະກິດ ໝາຍເຖິງ
ການລະດົມພະລັງຂອງທຸກພາກສ່ວນເສດຖະກິດ
, ເຊິ່ງເສດຖະກິດຂອງລັດມີບົດບາດນຳໜ້າ,
ເສດຖະກິດເອກະຊົນປະກອບສ່ວນສຳຄັນເປັນພິເສດໃນການສົ່ງເສີມການເຕີບໂຕທາງເສດຖະກິດ.

ບົດບາດນຳໜ້າຂອງເສດຖະກິດຂອງລັດຈຳເປັນຕ້ອງໄດ້ຮັບການພິຈາລະນາໃນສາຍພົວພັນໂດຍລວມຂອງພາກສ່ວນເສດຖະກິດ, ໂດຍສະເພາະ ໃນການເຊື່ອມຕໍ່ກັບບົດບາດຂອງເສດຖະກິດເອກະຊົນ. ຕາມຈິດໃຈຂອງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ເສດຖະກິດເອກະຊົນໄດ້ຮັບການສະໜັບສະໜູນໃຫ້ພັດທະນາ. ກຸ່ມເສດຖະກິດເອກະຊົນຂະໜາດໃຫຍ່ແລະເຂັ້ມແຂງຂອງຫວຽດນາມທີ່ທຽບເທົ່າກັບພາກພື້ນແລະທົ່ວໂລກ ໄດ້ຮັບການສົ່ງເສີມໃຫ້ພັດທະນາ. ມະຕິເລກທີ 68-NQ/TW, ວ່າດ້ວຍການພັດທະນາເສດຖະກິດເອກະຊົນລະບຸວ່າ ຮອດປີ 2030 ເສດຖະກິດເອກະຊົນຈະເປັນແຮງຂັບເຄື່ອນທີ່ສຳຄັນທີ່ສຸດຂອງເສດຖະກິດຂອງປະເທດ, ເປັນກຳລັງນຳໜ້າໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນ. ມະຕິສະບັບນີ້ຕັ້ງເປົ້າໝາຍໄວ້ທີ່ການມີວິສາຫະກິດດຳເນີນງານ 2 ລ້ານແຫ່ງໃນລະບົບເສດຖະກິດ, ວິສາຫະກິດດຳເນີນງານ 20 ແຫ່ງຕໍ່ປະຊາກອນ 1.000 ຄົນ, ແລະວິສາຫະກິດເອກະຊົນຂະໜາດໃຫຍ່ຢ່າງໜ້ອຍ 20 ແຫ່ງທີ່ເຂົ້າຮ່ວມໃນລະບົບຕ່ອງໂສ້ຄຸນຄ່າລະດັບໂລກ. ອັດຕາການເຕີບໂຕສະເລ່ຍຂອງພາກເອກະຊົນຄາດວ່າຈະຢູ່ທີ່ປະມານ 10-12% ຕໍ່ປີ ເຊິ່ງສູງກວ່າອັດຕາການເຕີບໂຕທາງເສດຖະກິດໂດຍລວມ; ພາກເສດຖະກິດເອກະຊົນມີສ່ວນຮ່ວມປະມານ 55-58% ຂອງຜະລິດຕະພັນມວນລວມພາຍໃນປະເທດ (GDP), ປະມານ 35-40% ຂອງລາຍໄດ້ງົບປະມານຂອງລັດທັງໝົດ ແລະສະໜອງວຽກເຮັດງານທຳປະມານ 84-85% ຂອງກຳລັງແຮງງານທັງໝົດ ດ້ວຍຜະລິດຕະພາບແຮງງານເພີ່ມຂຶ້ນສະເລ່ຍປະມານ 8,5-9,5% ຕໍ່ປີ.

ການພັດທະນາເສດຖະກິດເອກະຊົນພາຍໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນທ່າອ່ຽງພາວະວິໄສ ແລະການພັດທະນາຂອງເສດຖະກິດເອກະຊົນຍັງເປັນແຮງຜັກດັນໃຫ້ເກີດການພັດທະນາຂອງພາກສ່ວນເສດຖະກິດອື່ນໆ, ເຊັ່ນ: ເສດຖະກິດຂອງລັດແລະເສດຖະກິດລວມໝູ່... ຄຽງຄູ່ກັບເສດຖະກິດຂອງລັດ ແລະເສດຖະກິດລວມໝູ່, ເສດຖະກິດເອກະຊົນມີບົດບາດສຳຄັນໃນການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ອີງໃສ່ຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການເຊື່ອມໂຍງສາກົນທີ່ເລິກເຊິ່ງ, ມີສາລະສຳຄັນ ແລະມີປະສິດທິພາບ, ຊ່ວຍໃຫ້ປະເທດຫຼຸດພົ້ນຈາກຄວາມສ່ຽງຂອງຄວາມຫຼ້າຫຼັງ ແລະບັນລຸການພັດທະນາທີ່ຈະເລີນຮຸ່ງເຮືອງ. ຢ່າງໃດກໍ່ຕາມ, ການຊີ້ນຳເສດຖະກິດເອກະຊົນໄປຕາມທິດທາງທີ່ຖືກຕ້ອງ ແລະສອດຄ່ອງກັບແນວທາງສັງຄົມນິຍົມ ເພື່ອໃຫ້ບັນລຸເປົ້າໝາຍທັງທາງເສດຖະກິດແລະສັງຄົມ, ແມ່ນໜ້າທີ່ທີ່ສັບສົນ, ຍາວນານ ແລະຫຍຸ້ງຍາກທີ່ສຸດ ເຊິ່ງຈຳເປັນຕ້ອງອາໄສບົດບາດນຳໜ້າຂອງເສດຖະກິດຂອງລັດຢ່າງແທ້ຈິງ. ບົດບາດນຳໜ້າຂອງເສດຖະກິດຂອງລັດແມ່ນພື້ນຖານໃນການສົ່ງເສີມບົດບາດຂອງເສດຖະກິດເອກະຊົນໃນຖານະແຮງຂັບເຄື່ອນທີ່ສຳຄັນທີ່ສຸດ, ດັ່ງທີ່ສະແດງໃຫ້ເຫັນໂດຍ: 

ທີໜຶ່ງ, ເສດຖະກິດຂອງລັດປະກອບດ້ວຍກຳລັງແຮງທາງເສດຖະກິດໂດຍລວມທີ່ກ່ຽວຂ້ອງກັບລັດວິສາຫະກິດ, ຊັບພະຍາກອນຂອງລັດ, ໂດຍສະເພາະ ນະໂຍບາຍເສດຖະກິດ ແລະກິດຈະກຳການບໍລິຫານຄຸ້ມຄອງຂອງລັດ, ການເຊື່ອມໂຍງຢ່າງສົມເຫດສົມຜົນຂອງລະບົບລັດວິສາຫະກິດ, ການເງິນຂອງລັດ, ກົດໝາຍ ແລະປະສິດທິຜົນຂອງການຄຸ້ມຄອງຂອງລັດ. ດ້ວຍກຳລັງແຮງທາງເສດຖະກິດອັນມະຫາສາມດັ່ງກ່າວ, ເສດຖະກິດຂອງລັດຈຶງຈຳເປັນຕ້ອງມີບົດບາດໃນການສ້າງເງື່ອນໄຂທາງວັດຖຸ ແລະປັດໄຈທາງສັງຄົມແລະເສດຖະກິດ ເພື່ອການພັດທະນາຂອງທຸກພາກສ່ວນເສດຖະກິດ. ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ເສດຖະກິດຂອງລັດມີບົດບາດນຳໜ້າໃນການຮັບປະກັນຄວາມໝັ້ນຄົງ ແລະທິດທາງການພັດທະນາຂອງເສດຖະກິດ. ມະຕິເລກທີ 79-NQ/TW ວ່າດ້ວຍການພັດທະນາເສດຖະກິດຂອງລັດຢືນຢັນບົດບາດນຳໜ້າຂອງເສດຖະກິດຂອງລັດ ແລະຊີ້ບອກຢ່າງຈະແຈ້ງວ່າ ລັດວິສາຫະກິດຈະຕ້ອງເປັນກຳລັງວັດຖຸທີ່ສຳຄັນຂອງເສດຖະກິດຂອງລັດຢ່າງແທ້ຈິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ບັນລຸຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ. ເສດຖະກິດຂອງລັດພ້ອມກັນກັບພາກສ່ວນເສດຖະກິດອື່ນໆ ພັດທະນາຢ່າງຍືນຍົງ, ຮ່ວມມື ແລະແຂ່ງຂັນຢ່າງມີສຸຂະພາບດີ; ມີການເຂົ້າເຖິງຊັບພະຍາກອນ, ຕະຫຼາດ ແລະໂອກາດໃນການພັດທະນາຢ່າງເປັນທຳ, ເປີດເຜີຍ ແລະໂປ່ງໃສ ກັບພາກສ່ວນເສດຖະກິດອື່ນໆ; ຮ່ວມມືກັບພາກສ່ວນເສດຖະກິດພາຍໃນປະເທດເພື່ອສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບປະກັນຄວາມໝັ້ນຄົງທາງເສດຖະກິດ, ຊຸກຍູ້ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ມີສາລະສຳຄັນ ແລະ ມີປະສິດທິພາບ. ມະຕິເລກທີ 68-NQ/TW, ລົງວັນທີ 4 ພຶດສະພາ 2025, ຂອງກົມການເມືອງສູນກາງ ວ່າດ້ວຍການພັດທະນາເສດຖະກິດເອກະຊົນ ລະບຸໄວ້ຢ່າງຈະແຈ້ງວ່າ ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ພ້ອມກັບເສດຖະກິດຂອງລັດ ແລະເສດຖະກິດລວມໝູ່, ເສດຖະກິດເອກະຊົນມີບົດບາດສຳຄັນຢ່າງຍິ່ງໃນການສ້າງເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຕິດພັນກັບການເຊື່ອມໂຍງສາກົນທີ່ເລິກເຊິ່ງ, ມີສາລະສຳຄັນ ແລະມີປະສິດທິພາບ, ຊ່ວຍໃຫ້ປະເທດຫຼຸດພົ້ນຈາກຄວາມສ່ຽງຕໍ່ຄວາມລ້າຫຼັງ ແລະກ້າວໄປສູ່ການພັດທະນາທີ່ຈະເລີນຮຸ່ງເຮືອງ; ພາກສ່ວນເສດຖະກິດເອກະຊົນແມ່ນໜຶ່ງໃນແຮງຂັບເຄື່ອນທີ່ສຳຄັນທີ່ສຸດ ຂອງເສດຖະກິດແຫ່ງຊາດ, ເຮັດໜ້າທີ່ເປັນຜູ້ບຸກເບີກໃນການສົ່ງເສີມການເຕີບໂຕ, ການສ້າງວຽກເຮັດງານທຳ, ການປັບປຸງສະມັດຕະພາບແຮງງານ, ເພີ່ມຄວາມສາມາດໃນການແຂ່ງຂັນຂອງປະເທດ, ການຫັນເປັນອຸດສາຫະກຳແລະທັນສະໄໝ ແລະ ການປັບໂຄງສ້າງເສດຖະກິດໄປສູ່ທິດທາງທີ່ເປັນມິດກັບສິ່ງແວດລ້ອມ, ເສດຖະກິດໝູນວຽນແລະຍືນຍົງ.

ທີສອງ, ໃນດ້ານສັງຄົມ, ເສດຖະກິດຂອງລັດບໍ່ພຽງແຕ່ຮັບປະກັນທິດທາງການພັດທະນາເທົ່ານັ້ນ ແຕ່ຍັງມີບົດບາດສຳຄັນທາງສັງຄົມອີກດ້ວຍ. ຖ້າບໍ່ມີການປັບປຸງແລະເພີ່ມທະວີເສດຖະກິດຂອງລັດຢ່າງແຂງແຮງ ເຮົາກໍ່ບໍ່ອາດຈະເວົ້າເຖິງລັດທິສັງຄົມນິຍົມ ແລະຄວາມຕ້ອງການໃນການບັນລຸເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ” ໄດ້. ໃນຄວາມເປັນຈິງ, ເສດຖະກິດຂອງລັດໄດ້ສະແດງໃຫ້ເຫັນເຖິງບົດບາດນຳໜ້າໃນຂົງເຂດ ແລະພາກພື້ນທີ່ຫຍຸ້ງຍາກເຊິ່ງມີຜົນກະທົບທາງສັງຄົມ-ການເມືອງຢ່າງຫຼາຍ ເຊິ່ງພາກເອກະຊົນບໍ່ມີຄວາມປະສົງທີ່ຈະລົງທຶນ; ເສດຖະກິດຂອງລັດສ້າງຄວາມສົມດຸນຂອງການລົງທຶນ ແລະການພັດທະນາໃນທຸກພາກພື້ນ ແລະດຳເນີນການຜະລິດສິນຄ້າສາທາລະນະທີ່ຈຳເປັນ. ເສດຖະກິດຂອງລັດແລະເສດຖະກິດເອກະຊົນພັດທະນາໄປພ້ອມກັນ, ສ້າງຄວາມຫຼາກຫຼາຍແລະຄວາມຂະຫຍັນຂັນເຄື່ອນທາງດ້ານເສດຖະກິດ. ເສດຖະກິດເອກະຊົນປະກອບສ່ວນຢ່າງຫຼວງຫຼາຍຕໍ່ການເຕີບໂຕທາງເສດຖະກິດ, ການສ້າງວຽກເຮັດງານທຳ ແລະຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ໃນຂະນະທີ່ເສດຖະກິດຂອງລັດມີບົດບາດໃນການສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ, ຄວບຄຸມດັດສົມ ແລະກຳນົດທິດທາງການພັດທະນາ. ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ການຮັບປະກັນຄວາມສຳພັນທີ່ກົມກຽວລະຫວ່າງເສດຖະກິດຂອງລັດແລະເສດຖະກິດເອກະຊົນ, ໂດຍເສດຖະກິດຂອງລັດມີບົດບາດນຳໜ້າ, ແມ່ນຂໍ້ກຳນົດທີ່ສຳຄັນໃນການຮັບປະກັນການພັດທະນາປະເທດຢ່າງວ່ອງໄວ ແລະຍືນຍົງ.

ທີສາມ, ການພັດທະນາຕົວຈິງຂອງໂລກສະແດງໃຫ້ເຫັນວ່າ ເສດຖະກິດຂອງລັດຍັງສືບຕໍ່ມີບົດບາດສຳຄັນເປັນພິເສດ, ເຖິງວ່າລັດວິສາຫະກິດໃນຫຼາຍປະເທດທີ່ພັດທະນາແລ້ວຈະມີອັດຕາສ່ວນພຽງໜ້ອຍດຽວເມື່ອທຽບກັບຈຳນວນວິສາຫະກິດທັງໝົດໃນລະບົບເສດຖະກິດກໍ່ຕາມ, ແລະພາກເອກະຊົນມີບົດບາດສຳຄັນທີ່ສຸດໃນການຂັບເຄື່ອນການເຕີບໂຕ. ລະດັບການເປັນເຈົ້າຂອງຂອງລັດ ຕະຫຼອດຈົນລະດັບການມີສ່ວນຮ່ວມຂອງລັດນັ້ນ ແຕກຕ່າງກັນຢ່າງຫຼວງຫຼາຍໃນແຕ່ລະປະເທດ, ແຕ່ທຸກປະເທດມີຈຸດຮ່ວມກັນຄື ການໃຊ້ເສດຖະກິດທີ່ລັດເປັນເຈົ້າຂອງ ແລະການເປັນເຈົ້າຂອງຂອງລັດ ເພື່ອຮັກສາບົດບາດຂອງລັດໃນການກຳນົດທິດທາງ, ຊີ້ນຳ, ຄຸ້ມຄອງ ແລະກວດກາລະບົບເສດຖະກິດ. ຜ່ານສິ່ງນີ້, ລັດມີບົດບາດນຳໜ້າໃນການຮັກສາສະຖຽນລະພາບທາງເສດຖະກິດ ແລະຮັບປະກັນຄວາມໝັ້ນຄົງຂອງຊາດໃນຂົງເຂດຕ່າງໆ ເຊັ່ນ: ພະລັງງານ, ຊັບພະຍາກອນ ແລະໂຄງສ້າງພື້ນຖານທີ່ສຳຄັນ; ຮັບປະກັນສະຫວັດດີການສັງຄົມ ໂດຍການໃຫ້ບໍລິການທີ່ຈຳເປັນເຊັ່ນ: ການດູແລສຸຂະພາບ, ການສຶກສາ ແລະທີ່ຢູ່ອາໄສລາຄາບໍ່ແພງສຳລັບກຸ່ມເປາະບາງ; ການຄວບຄຸມອຸດສາຫະກຳຫຼັກທີ່ມີຜົນກະທົບຢ່າງຫຼວງຫຼາຍຕໍ່ເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ ແລະ ການຫຼຸດຜົນກະທົບທາງລົບຂອງພາກເສດຖະກິດເອກະຊົນໃຫ້ໜ້ອຍທີ່ສຸດ./.