ວກ.- ໃນໄລຍະເວລາ 40 ປີທີ່ຜ່ານມາຂອງການດຳເນີນກິດຈະການປ່ຽນແປງໃໝ່, ພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ໄດ້ບັນລຸຜົນສຳເລັດຢ່າງມະຫາສານ ແລະມີຄວາມໝາຍທາງປະຫວັດສາດ; ທິດສະດີກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມມີຄວາມຊັດເຈນຫຼາຍຂຶ້ນ ແລະໄດ້ຮັບການພິສູດແລ້ວວ່າຖືກຕ້ອງໃນທາງປະຕິບັດ. ຈາກປະເທດທີ່ທຸກຍາກແລະລ້າຫຼັງ ຫວຽດນາມໄດ້ກາຍເປັນປະເທດທີ່ໄດ້ຮັບການຍົກຍ່ອງວ່າເປັນເດັ່ນຂອງໂລກໃນດ້ານການພັດທະນາເສດຖະກິດ, ພື້ນຖານ ທ່າແຮງ ສະຖານະ ແລະ ກຽດສັກສີສາກົນຂອງຫວຽດນາມໄດ້ຮັບການຢືນຢັນເພີ່ມຂຶ້ນເລື້ອຍໆ, ສະສົມພື້ນຖານທີ່ໝັ້ນຄົງເພື່ອນຳພາປະເທດໄປສູ່ໄລຍະໃໝ່ຂອງການພັດທະນາ.

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີວາງສີລາລຶກໂຮງງານຜະລິດຊິບເຄິ່ງຕົວນຳເຕັກໂນໂລຊີສູງ ທີ່ສວນເຕັກໂນໂລຊີສູງ ຮວ່າລາກ, ນະຄອນຮ່າໂນ້ຍ _ພາບ: TTXVN

ຢືນຢັນຜົນສຳເລັດຂອງການພັດທະນາ
ໃນໄລຍະ
40 ປີ ແຫ່ງການດຳເນີນກິດຈະການປ່ຽນແປງໃໝ່.

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: ຜົນສຳເລັດອັນຍິ່ງໃຫຍ່ທີ່ບັນລຸໄດ້ຫຼັງຈາກ 40 ປີແຫ່ງການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກ ໄດ້ຊ່ວຍໃຫ້ຫວຽດນາມສະສົມທ່າແລະກຳລັງແຮງສຳລັບການພັດທະນາທີ່ກ້າວກະໂດດໃນໄລຍະຕໍ່ໄປ. ຫວຽດນາມໄດ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ, ເຊື່ອມໂຍງຢ່າງເລິກເຊິ່ງ ແລະກວ້າງຂວາງເຂົ້າໃນການເມືອງໂລກ, ເສດຖະກິດໂລກ ແລະ ອາລະຍະທຳຂອງມະນຸດ, ຮັບຜິດຊອບພາລະກິດສຳຄັນລະດັບສາກົນຫຼາຍຢ່າງ, ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າ ແລະມີຄວາມຮັບຜິດຊອບ ໃນອົງການແລະເວທີປາໄສພະຫຸພາຄີທີ່ສຳຄັນຫຼາຍແຫ່ງ. ເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ໄດ້ຮັບການຮັກສາໄວ້; ຜົນປະໂຫຍດຂອງຊາດ ປະເທດຊາດໄດ້ຮັບການຮັບປະກັນ... ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງເຫັນໄດ້ຊັດ ແລະ ອັດຕາຄວາມທຸກຍາກໄດ້ຫຼຸດລົງຢ່າງຫຼາຍ; ສຳເລັດເປົ້າໝາຍການພັດທະນາສະຫັດສະຫວັດກ່ອນກຳນົດ...”(1). “... ຫວຽດນາມໄດ້ກາຍເປັນໜຶ່ງໃນ 34 ປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກ, ໂດຍຂະໜາດເສດຖະກິດເພີ່ມຂຶ້ນເກືອບ 100 ເທົ່າຕັ້ງແຕ່ປີ 1986 ແລະລາຍໄດ້ຕໍ່ຫົວໄດ້ເພີ່ມຂຶ້ນຈາກຕໍ່າກວ່າ 100 ໂດລາສະຫະລັດ ເປັນເກືອບ 5.000 ໂດລາສະຫະລັດ”(2). ດັດຊະນີຄວາມສຸກຂອງຫວຽດນາມໃນປີ 2025 ເພີ່ມຂຶ້ນ 8 ອັນດັບເມື່ອທຽບກັບປີ 2024 ໂດຍຢູ່ໃນອັນດັບທີ 46 ຈາກ 143 ປະເທດ.

ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ປະຊາທິປະໄຕສັງຄົມນິຍົມ ມີຄວາມສຳພັນແບບສັດຈະວິພາກ, ຕ່າງມີອິດທິພົນແລະຄວບຄຸມເຊິ່ງກັນແລະກັນ, ພັດທະນາໄປຢ່າງໝັ້ນຄົງຍິ່ງຂຶ້ນເລື້ອຍໆ, ກາຍເປັນເສົາຄ້ຳທີ່ໝັ້ນຄົງ ເພື່ອນຳປະເທດເຂົ້າສູ່ຍຸກໃໝ່ແຫ່ງຄວາມຈະເລີນຮຸ່ງເຮືອງ ແລະຄວາມສຸກຂອງຊາດ, ບົນພື້ນຖານຂອງປະຊາຊົນ: “ປະຊາຊົນເປັນຮາກເຫງົ້າ”, “ປະຊາຊົນເປັນເຈົ້າຂອງ”, “ປະຊາຊົນເປັນສູນກາງ”, ປະຊາຊົນເປັນທັງເປົ້າໝາຍ, ແຮງຜັກດັນ ແລະຊັບພະຍາກອນ ສຳລັບການພັດທະນາປະເທດ ແລະ ການປົກປັກຮັກສາປະເທດຊາດ. ຍຶດໝັ້ນໃນຫຼັກການທີ່ວ່າ ອຳນາດລັດທັງໝົດເປັນຂອງປະຊາຊົນຢ່າງສະໝ່ຳສະເໝີ; ອຳນາດລັດເປັນເອກະພາບ, ມີການແບ່ງງານທີ່ຊັດເຈນ, ມີການປະສານງານຢ່າງໃກ້ຊິດ ແລະ ມີການຄວບຄຸມຢ່າງມີປະສິດທິພາບລະຫວ່າງອົງການຂອງລັດໃນການໃຊ້ອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະຕຸລາການ. ກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ” ກຳລັງກາຍເປັນຄວາມຈິງຫຼາຍຂຶ້ນເລື້ອຍໆ.

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: “ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາປະເທດໃນຍຸກສະໄໝແຫ່ງການໄປສູ່ຄວາມຈະເລີນຮຸ່ງເຮືອງຂອງຊາດຫວຽດນາມ, ຈຳເປັນຕ້ອງສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາ ແລະກຳອຳນາດຂອງພັກຕໍ່ລັດ ແລະ ສັງຄົມ; ເສີມຂະຫຍາຍສິດຂອງປະຊາຊົນໃນການເປັນເຈົ້າຂອງ ແລະ ຈັດການຄວາມສຳພັນລະຫວ່າງການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ຄວາມເປັນເຈົ້າຂອງຂອງປະຊາຊົນ ຢ່າງກົມກຽວ ແລະ ເສີມຂະຫຍາຍຕຳແໜ່ງ ແລະ ບົດບາດຂອງແຕ່ລະປັດໃຈເຫຼົ່ານີ້ໃນຂະບວນການສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃຫ້ສົມບູນແບບ”(3). “ພາຍໃຕ້ການນຳພາຂອງພັກ, ປະຊາທິປະໄຕສັງຄົມນິຍົມໄດ້ຮັບການສົ່ງເສີມ, ປະຊາຊົນເປັນເຈົ້າຂອງຂອງຂະບວນການສ້າງ ແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງຫວຽດນາມໃຫ້ສົມບູນແບບ, ພົນລະເມືອງທຸກຄົນມີສ່ວນຮ່ວມຢ່າງຕັ້ງໜ້າ ແລະເປັນເຈົ້າການ ເຂົ້າຮ່ວມຂະບວນການສ້າງແລະປັບປຸງກົດໝາຍໃຫ້ສົມບູນ, ມີຄວາມເຄົາລົບຕໍ່ກົດໝາຍ ແລະ ຈະສ້າງຄວາມເຂັ້ມແຂງໃຫ້ກັບລະບົບການເມືອງທັງໝົດ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາເສດຖະກິດແລະສັງຄົມ, ຮັບປະກັນການປ້ອງກັນແລະຄວາມໝັ້ນຄົງຂອງຊາດ ແລະນຳພາປະເທດເຂົ້າສູ່ຍຸກສະໄໝທີ່ຫວຽດນາມຈະເລີນຮຸ່ງເຮືອງ”(4).    

ກຳລັງແຮງໂດຍລວມຂອງປະເທດໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງຍິ່ງຂຶ້ນ ຜ່ານນັ້ນຢືນຢັນຫຼັກການເອກະລາດຂອງຊາດທີ່ເຊື່ອມໂຍງກັບລັດທິສັງຄົມນິຍົມຢ່າງຕໍ່ເນື່ອງ. ຕະຫຼອດໄລຍະເວລາ 40 ປີແຫ່ງການເຊື່ອມໂຍງສາກົນ ແລະຂະບວນການປ່ຽນແປງໃໝ່, ຫວຽດນາມໄດ້ຍຶດໝັ້ນໃນເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທິດທາງສັງຄົມນິຍົມມາໂດຍຕະຫຼອດ; ຮັກສາບົດບາດນຳພາແລະກຳອຳນາດຂອງພັກ; ເສີມຂະຫຍາຍປະສິດທິພາບ ແລະປະສິດທິຜົນຂອງການຄຸ້ມຄອງລັດ ແລະ ສິດເປັນເຈົ້າຂອງຂອງປະຊາຊົນ. ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຂອງການຍຶດໝັ້ນໃນຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ.

ຫວຽດນາມສືບຕໍ່ພັດທະນາຢ່າງວ່ອງໄວແລະຍືນຍົງ, ເຊື່ອມໂຍງຢ່າງໃກ້ຊິດ ແລະຜັນຂະຫຍາຍປະຕິບັດວຽກງານຍຸດທະສາດຕ່າງໆຢ່າງພ້ອມພຽງ: ການພັດທະນາເສດຖະກິດ-ສັງຄົມ ແລະການປົກປ້ອງສິ່ງແວດລ້ອມ ແມ່ນຈຸດໃຈກາງ; ການກໍ່ສ້າງແລະປັບປຸງພັກແມ່ນກຸນແຈສຳຄັນ; ການພັດທະນາວັດທະນະທຳ ແລະປະຊາຊົນຫວຽດນາມແມ່ນຮາກຖານທາງຈິດວິນຍານ; ການເພີ່ມທະວີການປ້ອງກັນປະເທດ, ຄວາມໝັ້ນຄົງ, ການຍູ້ແຮງການພົວພັນຕ່າງປະເທດ ແລະການເຊື່ອມໂຍງສາກົນ ແມ່ນວຽກງານທີ່ສຳຄັນ ແລະເປັນປະຈຳ. ອາໄສສິ່ງເຫຼົ່ານີ້, ພັກ, ລັດ, ປະຊາຊົນ ແລະ ລະບົບສັງຄົມນິຍົມຈຶ່ງໄດ້ຮັບການປົກປ້ອງຢ່າງໝັ້ນຄົງ; ຄວາມໝັ້ນຄົງທາງການເມືອງ, ຄວາມສະຫງົບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ ໄດ້ຮັບການຮັກສາໄວ້; ຄວາມໝັ້ນຄົງທາງຂໍ້ມູນໄດ້ຮັບການເພີ່ມທະວີ; ສະພາບແວດລ້ອມທີ່ສະຫງົບສຸກ ແລະໝັ້ນຄົງສຳລັບການພັດທະນາປະເທດໄດ້ຮັບການປະກັນ.

ທ່າແຮງດ້ານການປ້ອງກັນແລະຄວາມໝັ້ນຄົງຂອງຊາດຍັງສືບຕໍ່ໄດ້ຮັບການລົງທຶນ, ເສີມສ້າງ ແລະປັບປຸງຍົກສູງ; ຄວາມສາມາດໃນການຈັດການສະຖານະການຍຸດທະສາດໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຍືດຫຍຸ່ນ ແລະ ມີປະສິດທິພາບ ໂດຍປົກປ້ອງເອກະລາດ ແລະອະທິປະໄຕຂອງຊາດຢ່າງໝັ້ນຄົງ. ກຳລັງແຮງທາງການເມືອງ, ຈິດວິນຍານ, ເສດຖະກິດ, ວັດທະນະທຳ ແລະສັງຄົມ ຕະຫຼອດຈົນຄວາມເຂັ້ມແຂງດ້ານການປ້ອງກັນແລະຄວາມໝັ້ນຄົງຂອງຊາດ ລ້ວນໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງ, ສ້າງກຳລັງແຮງສັງລວມເພື່ອຂັບເຄື່ອນພັດທະນາປະເທດ; ໃນຂະນະດຽວກັນ, ກໍ່ສະກັດກັ້ນການສົມຮູ້ຮ່ວມຄິດ ແລະກົນອຸບາຍບ່ອນທຳລາຍຂອງກອງກຳລັງສັດຕູ ແລະພວກປະຕິການ, ເຊິ່ງປະກອບສ່ວນສຳຄັນຕໍ່ຄວາມສຳເລັດຂອງພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ ແລະ ເສີມຂະຫຍາຍຖານະບົດບາດ ແລະກຽດສັກສີຂອງຫວຽດນາມໃນເວທີສາກົນ. ການພົວພັນດ້ານການປ້ອງກັນປະເທດ, ການທະຫານ ແລະ ຄວາມໝັ້ນຄົງໄດ້ຮັບການສ້າງ ແລະພັດທະນາໃນລະດັບທີ່ເໝາະສົມ ບົນພື້ນຖານຂອງການຮັບປະກັນຜົນປະໂຫຍດຫຼັກຂອງຫວຽດນາມ, ເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົຍຖ້ວນ ບົນພື້ນຖານຂອງຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ເພື່ອຜົນປະໂຫຍດຮ່ວມກັນຂອງພາກພື້ນ ແລະ ປະຊາຄົມສາກົນ.

ບັນດາຂົງເຂດວັດທະນະທຳ, ສັງຄົມ, ການສຶກສາແລະຝຶກອົບຮົມ, ວິທະຍາສາດແລະເຕັກໂນໂລຊີ, ສາທາລະນະສຸກ ແລະອື່ນໆ ສືບຕໍ່ພັດທະນາຢ່າງແຂງແຮງ, ປະກອບສ່ວນສຳຄັນໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນ ແລະຄວາມສາມາດໃນການແຂ່ງຂັນຂອງປະເທດ. ວຽກງານການພັດທະນາວັດທະນະທຳ, ສັງຄົມ ແລະ ຊັບພະຍາກອນມະນຸດ ມີຄວາມກ້າວໜ້າຢ່າງຫຼວງຫຼາຍ ເຊິ່ງຄ່ອຍໆ ຫຼໍ່ຫຼອມຄ່ານິຍົມຂອງຊາດ, ຄ່ານິຍົມທາງວັດທະນະທຳ, ຄ່ານິຍົມຂອງຄອບຄົວ ແລະ ມາດຕະຖານຂອງຄົນຫວຽດນາມໃນຍຸກໃໝ່. ຄຸນນະພາບຂອງຊັບພະຍາກອນມະນຸດໄດ້ຮັບການພັດທະນາຢ່າງຫຼວງຫຼາຍ. ໃນປີ 2024, ອັດຕາສ່ວນຂອງແຮງງານທີ່ໄດ້ຮັບການຝຶກອົບຮົມແລະໄດ້ຮັບປະກາດສະນີຍະບັດຢູ່ທີ່ປະມານ 28,1%, ເພີ່ມຂຶ້ນ 1,3% ເມື່ອທຽບກັບປີ 2023.

ທ່າແຮງດ້ານວິທະຍາສາດແລະເຕັກໂນໂລຊີຂອງຫວຽດນາມ ສືບຕໍ່ໄດ້ຮັບການເສີມສ້າງ ແລະ ລະບົບນິເວດນະວັດຕະກໍາ ແລະການເລີ່ມຕົ້ນທຸລະກິດ (startup equity) ກໍາລັງກໍ່ຕົວແລະພັດທະນາ. ໃນປີ 2024, ຫວຽດນາມຢູ່ອັນດັບທີ 56 ຈາກ 119 ປະເທດ ໃນດ້ານລະບົບນິເວດການເລີ່ມຕົ້ນທຸລະກິດ, ເພີ່ມຂຶ້ນ 2 ອັນດັບຈາກປີ 2023; ດັດຊະນີນະວັດຕະກໍາໂລກ (GII) ເພີ່ມຂຶ້ນ 4 ອັນດັບຈາກປີ 2022 ແລະຢູ່ໃນອັນດັບທີ 44 ຈາກ 132 ປະເທດ, ສະແດງໃຫ້ເຫັນວ່າ ຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງຫວຽດນາມກໍາລັງກ້າວໜ້າໄປຢ່າງຫຼວງຫຼາຍ.

ທິດທາງສັງຄົມນິຍົມໃນນະໂຍບາຍສັງຄົມໄດ້ຮັບການເຂົ້າໃຈຢ່າງຖ່ອງແທ້ ແລະເລິກເຊິ່ງກວ່າເກົ່າ, ສະແດງໃຫ້ເຫັນຢ່າງຈະແຈ້ງໃນການເຊື່ອມໂຍງຢ່າງກົມກຽວລະຫວ່າງເປົ້າໝາຍທາງເສດຖະກິດ ແລະສັງຄົມ ແລະ ລະຫວ່າງນະໂຍບາຍເສດຖະກິດແລະນະໂຍບາຍສັງຄົມ. ຂົງເຂດປະກັນສັງຄົມແລະສະຫວັດດີການຍັງສືບຕໍ່ປະສົບຜົນສຳເລັດໃນທາງບວກຫຼາຍຢ່າງ; ນະໂຍບາຍກ່ຽວກັບຊົນເຜົ່າແລະສາສະໜາ; ນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີຕໍ່ຊາດ ແລະຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງສອດຄ່ອງ ແລະມີປະສິດທິພາບ. ວຽກງານການດູແລສຸຂະພາບຂອງປະຊາຊົນໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນ ແລະ ລະບົບການກວດແລະປິ່ນປົວທາງການແພດກຳລັງເຂົ້າເຖິງເຕັກນິກທາງການແພດຂັ້ນສູງຈາກທົ່ວໂລກຫຼາຍຂຶ້ນ; ອັດຕາການຄຸ້ມຄອງປະກັນສຸຂະພາບເພີ່ມຂຶ້ນຈາກ 90,9% ໃນປີ 2020 ເປັນ 94,1% ໃນປີ 2024.

ວຽກງານການຄຸ້ມຄອງຊັບພະຍາກອນແລະທີ່ດິນ ໄດ້ຮັບການເພີ່ມທະວີ; ການຄວບຄຸມມົນລະພິດສິ່ງແວດລ້ອມ ໄດ້ຮັບການປັບປຸງທີ່ສຳຄັນ; ແລະ ການລະດົມຊັບພະຍາກອນເພື່ອຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ໄດ້ຮັບການຍູ້ແຮງ. ດັດຊະນີການພັດທະນາແບບຍືນຍົງ (SDGs) ຂອງຫວຽດນາມໃນປີ 2024 ຢູ່ອັນດັບທີ 54 ຈາກ 166 ປະເທດ, ເພີ່ມຂຶ້ນໜຶ່ງອັນດັບຈາກປີ 2023, ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມກ້າວໜ້າທີ່ໜ້າຊື່ນຊົມໃນການພັດທະນາແບບຍືນຍົງ.

ຕະຫຼອດໄລຍະເວລາກວ່າ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ແນວທາງການຕ່າງປະເທດທີ່ເປີດກວ້າງ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ໄດ້ເຮັດໃຫ້ຫວຽດນາມກາຍເປັນ “ເພື່ອນ, ຄູ່ຮ່ວມງານທີ່ໜ້າເຊື່ອຖື, ສະມາຊິກທີ່ມີຄວາມຮັບຜິດຊອບ” ຂອງປະຊາຄົມສາກົນ; ໃນເວລາດຽວກັນ, ກໍ່ໄດ້ຢືນຢັນແລະຍົກລະດັບສະຖານະ ແລະກຽດສັກສີຂອງປະເທດໃນເວທີໂລກຢ່າງຫຼວງຫຼາຍ. ຈາກປະເທດທີ່ເຄີຍຖືກປິດລ້ອມແລະໂດດດ່ຽວ, ປະຈຸບັນຫວຽດນາມເປັນສະມາຊິກທີ່ຕັ້ງໜ້າຂອງອົງການຈັດຕັ້ງພາກພື້ນ ແລະສາກົນຫຼາຍກວ່າ 70 ແຫ່ງ. ການເຂົ້າຮ່ວມໃນສັນຍາຮ່ວມມືທາງເສດຖະກິດ ແລະການເຊື່ອມໂຍງຫຼາຍລະດັບ, ໂດຍສະເພາະສັນຍາການຄ້າເສລີ (FTA) 17 ສະບັບ, ໄດ້ເຊື່ອມໂຍງຫວຽດນາມກັບປະເທດເສດຖະກິດສຳຄັນຫຼາຍກວ່າ 60 ປະເທດ, ຊຸກຍູ້ການມີສ່ວນຮ່ວມທີ່ເລິກເຊິ່ງຍິ່ງຂຶ້ນ ໃນລະບົບຕ່ອງໂສ້ການຜະລິດແລະການສະໜອງລະດັບໂລກ. ດ້ວຍເຫດນີ້, ຫວຽດນາມຈຶ່ງເປັນໜຶ່ງໃນ 20 ປະເທດທີ່ມີປະລິມານການຄ້າຫຼາຍທີ່ສຸດໃນໂລກ; ເປັນໜຶ່ງໃນ 20 ປະເທດເສດຖະກິດທີ່ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI)  ຫຼາຍທີ່ສຸດຕັ້ງແຕ່ປີ 2019 ຈົນເຖິງປະຈຸບັນ; ແລະຍັງເປັນໜຶ່ງໃນ 10 ປະເທດທີ່ມີເງິນໂອນຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ(5).

ກິດຈະການປ່ຽນແປງໃໝ່ທີ່ລິເລີ່ມແລະນຳພາໂດຍພັກກອມມູນິດຫວຽດນາມ ແມ່ນທາງເລືອກທີ່ສຳຄັນໃນປະຫວັດສາດ, ແມ່ນພາລະກິດສ້າງສັນທີ່ຍິ່ງໃຫຍ່ ແລະມີຄວາມໝາຍທາງປະຫວັດສາດຢ່າງເລິກເຊິ່ງ, ສອດຄ່ອງກັບຄວາມເປັນຈິງຂອງຫວຽດນາມ ແລະ ທ່າອ່ຽງການພັດທະນາຂອງຍຸກສະໄໝ. ຕະຫຼອດໄລຍະເວລາສີ່ທົດສະວັດຂອງການປ່ຽນແປງໃໝ່, ພັກໄດ້ຮັບຮູ້ນັບມື້ນັບຈະແຈ້ງເຖິງຄວາມຈຳເປັນໃນການຮັກສາຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ໂດຍວາງເປົ້າໝາຍການພັດທະນາເປັນໃຈກາງ; ເນັ້ນໜັກເຖິງບົດບາດຂອງການເຊື່ອມໂຍງສາກົນໃນການສ້າງສາ ແລະປົກປັກຮັກສາປະເທດຊາດ; ໜ້າທີ່ໃນການເສີມສ້າງສະຖານະ ແລະກຽດສັກສີຂອງປະເທດຊາດໃນປະຊາຄົມສາກົນ ໄດ້ຮັບການເນັ້ນໜັກວ່າເປັນແຮງຂັບເຄື່ອນສຳຄັນໃນຂະບວນການພັດທະນາຂອງປະເທດ.

ຕະຫຼອດຂະບວນການເຊື່ອມໂຍງສາກົນ, ຫວຽດນາມໄດ້ຍຶດໝັ້ນໃນແຜນນະໂຍບາຍຂອງພັກຢ່າງສະໝ່ຳສະເໝີ ໃນການຮັກສາຜົນປະໂຫຍດສູງສຸດຂອງຊາດ-ປະທດຊາດ ບົນພື້ນຖານການເຄົາລົບຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ. ບົນພື້ນຖານນີ້, ຫຼັກການຊີ້ນຳ ແລະທິດທາງໂດຍລວມ ໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງຄື: ການເພີ່ມທະວີ ແລະຂະຫຍາຍການພົວພັນສາກົນແບບຫຼາຍກ້ຳຫຼາຍຝ່າຍ; ການໃຫ້ຄວາມສຳຄັນກັບການພົວພັນກັບປະເທດເພື່ອນບ້ານ ແລະປະເທດມະຫາອຳນາດ; ແລະ ການຮັກສາແລະເສີມສ້າງການພົວພັນກັບປະເທດເພື່ອນມິດດັ້ງເດີມ. ຂະບວນການພັດທະນາແນວນະໂຍບາຍນີ້ສະແດງໃຫ້ເຫັນວ່າ ທິດທາງການເຊື່ອມໂຍງສາກົນຂອງຫວຽດນາມນັບມື້ນັບສົມບູນແບບ, ຮອບດ້ານ ແລະ ເລິກເຊິ່ງຂຶ້ນເລື້ອຍໆ ໂດຍການປ່ຽນສະຖານະຢ່າງແຂງແຮງຈາກ “ປະເທດທີ່ລ້າຫຼັງ” ໄປສູ່ “ປະເທດທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ນຳໜ້າ” ໃນຫຼາຍຂົງເຂດການຮ່ວມມືໃໝ່.

ໃນການຈັດຕັ້ງປະຕິບັດການເຊື່ອມໂຍງສາກົນ, ພັກໄດ້ເນັ້ນໜັກຢ່າງຕໍ່ເນື່ອງເຖິງຄວາມຈຳເປັນໃນການບໍລິຫານຈັດການສາຍພົວພັນລະຫວ່າງການຮັກສາເອກະລາດ ເປັນເຈົ້າຕົນເອງ ກັບການຂະຫຍາຍການເຊື່ອມໂຍງສາກົນຢ່າງຮອບດ້ານ ແລະເລິກເຊິ່ງ;  ພ້ອມກັນນັ້ນ, ຢືນຢັນເຖິງຄວາມສຳຄັນຂອງການເພີ່ມທະວີຄວາມສາມາດພາຍໃນປະເທດ ເພື່ອການເຊື່ອມໂຍງສາກົນທີ່ມີປະສິດທິພາບແລະຍືນຍົງ. ພັກຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຈຳເປັນທີ່ຈະສືບຕໍ່ຍຶດໝັ້ນ ແລະບໍລິຫານຈັດການສາຍພົວພັນລະຫວ່າງຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ກັບການເຊື່ອມໂຍງສາກົນຢ່າງມີປະສິດທີພາບ ແລະ ເສີມສ້າງຄວາມສາມາດໃນການປັບຕົວໃນສະພາບການຂອງການເຊື່ອມໂຍງສາກົນທີ່ນັບມື້ນັບເລິກເຊິ່ງ.

ພັກໄດ້ກຳນົດໃຫ້ການເຊື່ອມໂຍງສາກົນເປັນທິດທາງຍຸດທະສາດສຳຄັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດປະເທດຊາດ, ເປັນໜ້າທີ່ຂອງລະບົບການເມືອງທັງໝົດ. ການເຊື່ອມໂຍງສາກົນຕ້ອງດຳເນີນການບົນພື້ນຖານຂອງການໃຊ້ຊັບພະຍາກອນພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດ ພ້ອມກັນນັ້ນກໍໃຊ້ຊັບພະຍາກອນພາຍນອກຢ່າງມີປະສິດທິພາບ; ໃນນັ້ນ, ການເຊື່ອມໂຍງເສດຖະກິດແມ່ນຈຸດສຸມ, ຂົງເຂດອື່ນໆ ໄດ້ຮັບການຂະຫຍາຍຕາມແຜນງານທີ່ເໝາະສົມ. ຫວຽດນາມມຸ່ງໝັ້ນທີ່ຈະປະຕິບັດຄຳໝັ້ນສັນຍາສາກົນຂອງຕົນຢ່າງເຂັ້ມງວດ, ພ້ອມທັງເຂົ້າຮ່ວມຢ່າງເປັນເຈົ້າການ ແລະແຂງຂັນ ໃນການສ້າງ ແລະກຳນົດມາດຕະຖານຮ່ວມ ເພື່ອຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ.

ດ້ວຍການພົວພັນຮ່ວມມືທີ່ໄດ້ຮັບການສ້າງຕັ້ງຂຶ້ນ, ພັກສະໜັບສະໜູນການເພີ່ມທະວີ ແລະເສີມສ້າງສາຍພົວພັນເຫຼົ່ານີ້ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ເພີ່ມພູນຄວາມສອດຄ່ອງຂອງຜົນປະໂຫຍດ, ເພີ່ມທະວີຄວາມໄວ້ວາງໃຈ, ຂະຫຍາຍແລະປັບປຸງປະສິດທິພາບຂອງກົນໄກການຮ່ວມມື, ແລະ ຍົກລະດັບສາຍພົວພັນກັບບັນດາຄູ່ຮ່ວມມືໃຫ້ສອດຄ່ອງກັບ ຄວາມຕ້ອງການຂອງການສ້າງສາ ແລະ ພັດທະນາປະເທດ. ພ້ອມກັນນັ້ນ, ພັກມຸ່ງໝັ້ນທີ່ຈະຍົກລະດັບການທູດຫຼາຍຝ່າຍ, ເຂົ້າຮ່ວມແລະເສີມຂະຫຍາຍບົດບາດຂອງຫວຽດນາມໃນກົນໄກຫຼາຍຝ່າຍ, ໂດຍສະເພາະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ສະຫະປະຊາຊາດ, ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ແລະ ການຮ່ວມມືໃນອະນຸພາກພື້ນລຸ່ມແມ່ນໍ້າຂອງ, ໃນບັນຫາແລະກົນໄກທີ່ມີຄວາມສໍາຄັນທາງຍຸດທະສາດ ຕາມຄວາມຕ້ອງການ, ຄວາມສາມາດ ແລະ ເງື່ອນໄຂສະເພາະ. ໃນສ່ວນຂອງການຕໍ່ສູ້ເພື່ອປົກປ້ອງພື້ນຖານແນວຄິດ, ພັກເຮົາຕໍ່ສູ້ຢ່າງເດັດດ່ຽວແລະຕໍ່ເນື່ອງ ເພື່ອສະກັດກັ້ນ ແລະເອົາຊະນະກົນອຸບາຍ ແລະແຜນການທັງໝົດຂອງກອງກໍາລັງສັດຕູ ທີ່ແຊກແຊງກິດຈະການພາຍໃນ ແລະລະເມີດເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົຍຖ້ວນ, ຄວາມໝັ້ນຄົງຂອງຊາດ ແລະ ສະຖຽນລະພາບທາງການເມືອງຂອງປະເທດ.

ການເຊື່ອມໂຍງເຂົ້າກັບປະຊາຄົມສາກົນຢ່າງຕັ້ງໜ້າແລະຮອບດ້ານ,
“ເຕົ້າໂຮມ” ທ່າແລະກຳລັງແຮງເພື່ອນຳພາປະເທດເຂົ້າສູ່ຍຸກໃໝ່.

ປະສົບການຕົວຈິງຂອງການເຊື່ອມໂຍງສາກົນຕະຫຼອດ 40 ປີຂອງຂະບວນການປ່ຽນແປງໃໝ່ ສະແດງໃຫ້ເຫັນວ່າ ທ່າແລະກຳລັງແຮງຂອງຫວຽດນາມໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງ, ແຕ່ກໍຍັງມີຂໍ້ຈຳກັດທີ່ຕ້ອງໄດ້ຮັບການແກ້ໄຂ.

ກ່ຽວກັບຜົນສຳເລັດ, ການເຊື່ອມໂຍງສາກົນໄດ້ປະກອບສ່ວນສຳຄັນໃນການຮັກສາ ແລະເສີມສ້າງສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ, ໂດຍສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ, ສ້າງພື້ນຖານທີ່ໝັ້ນຄົງໃນການປົກປ້ອງເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ຂະບວນການເຊື່ອມໂຍງສາກົນໄດ້ທຳລາຍການປິດລ້ອມ ແລະການຂວ້ຳບາດກ່ອນໜ້ານີ້, ພ້ອມທັງຂະຫຍາຍພື້ນທີ່ການພົວພັນຕ່າງປະເທດ, ນຳເອົາສາຍພົວພັນຂອງຫວຽດນາມກັບບັນດາປະເທດແລະຄູ່ຮ່ວມມື ເຂົ້າສູ່ຄວາມເລິກເຊິ່ງ, ໝັ້ນຄົງ ແລະຍືນຍົງຍິ່ງຂຶ້ນ. ເຄືອຂ່າຍຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານ ຍັງຄົງໄດ້ຮັບການສ້າງຕັ້ງ, ປັບປຸງ ແລະ ຂະຫຍາຍຢ່າງຕໍ່ເນື່ອງ, ກວມລວມຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດຕໍ່ການພັດທະນາຢ່າງຍືນຍົງຂອງປະເທດ.

ການເຊື່ອມໂຍງສາກົນທີ່ຕິດພັນກັບການປ້ອງກັນປະເທດ ແລະຄວາມໝັ້ນຄົງ ໄດ້ປະກອບສ່ວນຍົກສູງປະສິດທິຜົນໃນການປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ, ກ່ອນທີ່ປະເທດຊາດຈະຕົກຢູ່ໃນອັນຕະລາຍ”; ພ້ອມກັນນັ້ນກໍຊ່ວຍໃຫ້ຫວຽດນາມເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບຫຼາຍຂຶ້ນ ໃນກົນໄກສັນຕິພາບ ແລະການຮ່ວມມືລະດັບພາກພື້ນ ແລະລະດັບໂລກ, ຜ່ານນັ້ນຈຶ່ງຍົກສູງສະຖານະແລະກຽດສັກສີຂອງຫວຽດນາມໃນເວທີສາກົນຢ່າງຕໍ່ເນື່ອງ.

ຫວຽດນາມໄດ້ສ້າງສາຍພົວພັນທາງການທູດກັບ 194 ປະເທດ; ສ້າງສາຍພົວພັນຄູ່ຮ່ວມມືທີ່ຮອບດ້ານ ຫຼືສູງກວ່ານັ້ນກັບ 42 ປະເທດ, ລວມທັງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫຼືສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ຮອບດ້ານ ກັບສະມາຊິກຖາວອນທັງ 5 ປະເທດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ກຸ່ມປະເທດອຸດສາຫະກຳພັດທະນາແລ້ວ 7 ປະເທດ (G7) ແລະ 17 ໃນ 20 ປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກໃນກຸ່ມ G20(6). ພັກກອມມູນິດຫວຽດນາມຮັກສາສາຍພົວພັນກັບພັກການເມືອງ 253 ພັກໃນ 115 ປະເທດ, ລວມເຖິງພັກກອມມູນິດ 92 ພັກ, ພັກການເມືອງທີ່ປົກຄອງປະເທດ 63 ພັກ ແລະ ພັກການເມືອງທີ່ເຂົ້າຮ່ວມໃນພັກຮ່ວມລັດຖະບານ ຫຼືມີສ່ວນຮ່ວມທາງການເມືອງ 38 ພັກ. ສະພາແຫ່ງຊາດຫວຽດນາມມີສາຍພົວພັນຮ່ວມມືກັບລັດຖະສະພາ ແລະສະພານິຕິບັນຍັດຫຼາຍກວ່າ 140 ແຫ່ງທົ່ວໂລກ. ແນວໂຮມປະເທດຊາດຫວຽດນາມ, ອົງການຈັດຕັ້ງທາງດ້ານການເມືອງແລະສັງຄົມ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ເສີມສ້າງກິດຈະກຳທາງການທູດຂອງປະຊາຊົນ ກັບອົງການປະມານ 1.200 ແຫ່ງທົ່ວໂລກ ແລະຄູ່ຮ່ວມມືຕ່າງປະເທດ. ການຮ່ວມມືສາກົນ ແລະການທູດດ້ານການປ້ອງກັນປະເທດ, ພ້ອມທັງການພົວພັນຕ່າງປະເທດສະເພາະດ້ານ ຍັງຄົງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກາຍເປັນອົງປະກອບສຳຄັນທີ່ປະກອບສ່ວນເຂົ້າໃນຜົນສຳເລັດໂດຍລວມຂອງການທູດຂອງພັກ, ການທູດຂອງລັດ ແລະ ການທູດລະຫວ່າງປະຊາຊົນໃນຍຸກແຫ່ງການເຊື່ອມໂຍງສາກົນຢ່າງເລິກເຊິ່ງໃນປະຈຸບັນ.

ຫຼັງຈາກ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ຫວຽດນາມໄດ້ແບກຮັບຄວາມຮັບຜິດຊອບສາກົນທີ່ສຳຄັນຫຼວງຫຼາຍ ແລະ ມີບົດບາດຢ່າງຕັ້ງໜ້າໃນອົງການແລະ ເວທີປາໄສຫຼາຍຝ່າຍທີ່ສຳຄັນຫຼາຍແຫ່ງ, ເຊັ່ນ: ອາຊຽນ, ສະຫະປະຊາຊາດ, ອະນຸພາກພື້ນລຸ່ມແມ່ນ້ຳຂອງ, ເອເປັກ, ສະມັດຊາລັດຖະສະພາອາຊຽນ (AIPA), ສະຫະພັນລັດຖະສະພາໂລກ (IPU), ອົງການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ (UNESCO), ກອງປະຊຸມວ່າດ້ວຍການປ່ຽນແປງສະພາບອາກາດແຫ່ງສະຫະປະຊາຊາດ (COP) ແລະ ເວທີປາໄສລະດັບສູງກ່ຽວກັບໂຄງການ “ໜຶ່ງແລວທາງໜຶ່ງເສັ້ນທາງ”... ຫວຽດນາມໄດ້ຮັບຄວາມໄວ້ວາງໃຈຈາກເພື່ອນມິດສາກົນ ໃຫ້ຮັບຜິດຊອບໃນກົນໄກແລະເວທີປາໄສຫຼາຍຝ່າຍທີ່ສຳຄັນຫຼາຍຢ່າງ, ໂດຍສະເພາະໃນອາຊຽນ ແລະສະຫະປະຊາຊາດ, ເຊັ່ນ: ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດສອງວາລະ (2008-2009 ແລະ 2020-2021), ຮອງປະທານສະມັດຊາໃຫຍ່ແຫ່ງສະຫະປະຊາຊາດສະໄໝທີ 77 ແລະ ສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດ ໃນວາລະປີ 2023-2025 ແລະ 2026-2028, ຄະນະກຳມະການລະຫວ່າງລັດຖະບານເພື່ອການຄຸ້ມຄອງມໍລະດົກທາງວັດທະນະທຳທີ່ບໍ່ມີຕົວຕົນຂອງຢູເນສໂກ ແລະ ຄະນະກຳມະການກົດໝາຍສາກົນ (ວາລະປີ 2023-2027)... ໃນສ່ວນຂອງການເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ຮອດກາງປີ 2025, ຫວຽດນາມໄດ້ສົ່ງເຈົ້າໜ້າທີ່ທະຫານ ແລະຕຳຫຼວດຫຼາຍກວ່າ 1.000 ຄົນ ທັງແບບລາຍບຸກຄົນແລະແບບໜ່ວຍ ໄປປະຕິບັດໜ້າທີ່ໃນອາຟຣິກາ ແລະທີ່ສຳນັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ (ສະຫະລັດອາເມລິກາ); ແລະສົ່ງກຳລັງພົນໄປປະຕິບັດພາລະກິດຄົ້ນຫາ ແລະ ກູ້ໄພສາກົນໃນປະເທດຕຸລະກີ ແລະປະເທດມຽນມາ.

ການເຊື່ອມໂຍງສາກົນໄດ້ປະກອບສ່ວນສຳຄັນໃນການຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ພ້ອມກັນນັ້ນກໍ່ໄດ້ສ້າງການປ່ຽນແປງທາງບວກໃນການແກ້ໄຂບັນຫາຊາຍແດນ ແລະດິນແດນ ກັບປະເທດທີ່ກ່ຽວຂ້ອງ. ພ້ອມກັບການເຈລະຈາ ແລະລົງນາມໃນສົນທິສັນຍາ ແລະ ຂໍ້ຕົກລົງສາກົນ, ຫວຽດນາມໄດ້ພັດທະນາໂຄງສ້າງທາງກົດໝາຍ, ສ້າງຂອບການຮ່ວມມື ແລະການຄຸ້ມຄອງຊາຍແດນທີ່ມີປະສິດທິພາບ, ຜ່ານນັ້ນ ສ້າງສະພາບແວດລ້ອມທີ່ສະຫງົບສຸກ ແລະໝັ້ນຄົງໃນພາກພື້ນ ແລະຂະຫຍາຍຂອບເຂດການຮ່ວມມືກັບຕ່າງປະເທດ.

ກ່ຽວກັບຈີນ, ຫວຽດນາມໄດ້ລົງນາມໃນສັນຍາຊາຍແດນທາງບົກ ແລະດຳເນີນການປັກຫຼັກໝາຍຊາຍແດນເສັດສິ້ນແລ້ວ; ນອກຈາກນີ້ຍັງໄດ້ລົງນາມໃນສັນຍາກ່ຽວກັບການກຳນົດເຂດແດນໃນອ່າວຕັງກິນ ແລະສັນຍາການຮ່ວມມືດ້ານການປະມົງໃນອ່າວຕັງກິນ; ແລະລົງນາມໃນຂໍ້ຕົກລົງກ່ຽວກັບຫຼັກການພື້ນຖານໃນການແກ້ໄຂບັນຫາທາງທະເລ. ທັງສອງຝ່າຍສືບຕໍ່ດຳເນີນການສ້າງສັນຍາກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ແລະການຄຸ້ມຄອງດ່ານຊາຍແດນທາງບົກ, ສ້າງຂອບກົດໝາຍທີ່ສຳຄັນສຳລັບການປົກປ້ອງອະທິປະໄຕ ແລະພັດທະນາຊາຍແດນທີ່ສັນຕິພາບແລະມິດຕະພາບ.

ພາຍໃຕ້ຂອບການຮ່ວມມືຂອງກຸ່ມປະເທດອາຊຽນ, ຫວຽດນາມໄດ້ພະຍາຍາມຂະຫຍາຍ ແລະເພີ່ມທະວີການຮ່ວມມືກັບປະເທດຕ່າງໆ ໃນພາກພື້ນ. ກັບລາວ, ທັງສອງປະເທດໄດ້ສຳເລັດໂຄງການເສີມສ້າງ ແລະຍົກລະດັບລະບົບຫຼັກໝາຍຊາຍແດນຕະຫຼອດແນວຊາຍແດນ ເຊິ່ງມີສ່ວນຊ່ວຍປັບປຸງປະສິດທິພາບຂອງການຄຸ້ມຄອງ ແລະຮັດແໜ້ນສາຍພົວພັນມິດຕະພາບ ແລະຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມແລະລາວ. ກັບກຳປູເຈຍ, ທັງສອງຝ່າຍໄດ້ດຳເນີນການແບ່ງເຂດ ແລະປັກຫຼັກໝາຍຊາຍແດນທາງບົກໄປແລ້ວປະມານ 84%. ໃນສ່ວນຂອງການກຳນົດເຂດແດນ, ການຮ່ວມມື ແລະການຈັດການພື້ນທີ່ທັບຊ້ອນທາງທະເລ, ຫວຽດນາມໄດ້ເຮັດວຽກຮ່ວມກັບປະເທດທີ່ກ່ຽວຂ້ອງຢ່າງຄ່ອຍເປັນຄ່ອຍໄປ ເພື່ອແກ້ໄຂບັນຫາບົນພື້ນຖານຂອງຄວາມສະເໝີພາບ, ການຮ່ວມມື ແລະຜົນປະໂຫຍດຮ່ວມກັນ.

ຫຼັງຈາກ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ຫວຽດນາມໄດ້ສ້າງແລະຂະຫຍາຍສາຍພົວພັນທາງເສດຖະກິດ, ການຄ້າ ແລະ ການລົງທຶນກັບ 224 ປະເທດທົ່ວທຸກທະວີບ; ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າແລະຫ້າວຫັນ ໃນສົນທິສັນຍາສາກົນສອງຝ່າຍແລະຫຼາຍຝ່າຍ ຫຼາຍກວ່າ 500 ສະບັບໃນຫຼາຍຂົງເຂດ, ຜ່ານນັ້ນໄດ້ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ມີຂະໜາດໃຫຍ່ແລະຫຼາກຫຼາຍຂຶ້ນເລື້ອຍໆ. ວຽກງານການຕ່າງປະເທດໄດ້ປະກອບສ່ວນຢ່າງຫຼວງຫຼາຍ ຕໍ່ການເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ; ເສີມສ້າງສາຍພົວພັນທາງເສດຖະກິດ ແລະການຮ່ວມມືກັບຫຼາຍຄູ່ຮ່ວມມືທີ່ສຳຄັນຫຼາຍປະເທດ, ສ້າງພື້ນຖານໃຫ້ແກ່ການສ້າງຄວາມໝັ້ນຄົງທາງເສດຖະກິດມະຫາພາກ, ຮັບປະກັນຄວາມສົມດຸນທີ່ສຳຄັນ ແລະ ສົ່ງເສີມການເຕີບໂຕທາງເສດຖະກິດ. ດ້ວຍການຊຸກຍູ້ການສົ່ງອອກແລະນຳເຂົ້າ, ການດຶງດູດຊັບພະຍາກອນພາຍນອກຢ່າງມີປະສິດທິພາບ, ລວມທັງ FDI, ການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ແລະ ຜົນສຳເລັດທາງວິທະຍາສາດ ແລະເຕັກໂນໂລຊີ, ຫວຽດນາມຈຶ່ງກ້າວຂຶ້ນມາເປັນໜຶ່ງໃນ 32 ປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ ຢູ່ໃນກຸ່ມ 20 ອັນດັບຕົ້ນຂອງປະເທດທີ່ມີປະລິມານການຄ້າ ແລະການດຶງດູດການລົງທຶນຈາກຕ່າງປະເທດ. ໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19, ການດຳເນີນນະໂຍບາຍຕ່າງປະເທດຢ່າງຕັ້ງໜ້າແລະເດັດຂາດ, ໂດຍສະເພາະແມ່ນການທູດດ້ານວັກຊີນ, ຊ່ວຍໃຫ້ຫວຽດນາມໄດ້ຮັບການສະໜັບສະໜູນອັນມີຄ່າ ແລະທັນທ່ວງທີຈາກປະຊາຄົມໂລກ ເພື່ອຮັບມືແລະຄວບຄຸມພະຍາດໄດ້ຢ່າງມີປະສິດທິພາບ ເຊິ່ງໄດ້ຮັບການຍ້ອງຍໍຢ່າງສູງຈາກເພື່ອນມິດ ແລະຄູ່ຮ່ວມມືສາກົນ.

ຕະຫຼອດໄລຍະເວລາ 40 ປີຂອງຂະບວນການປ່ຽນແປງໃໝ່, ພັກແລະລັດຫວຽດນາມໄດ້ຢືນຢັນຢ່າງສະໝ່ຳສະເໝີວ່າ ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດເປັນສ່ວນໜຶ່ງທີ່ແຍກບໍ່ອອກຂອງຊາດຫວຽດນາມ. ວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດໄດ້ຮັບການດຳເນີນຢ່າງຮອບດ້ານແລະຄົບຊຸດ, ໂດຍສະເພາະນັບຕັ້ງແຕ່ກົມການເມືອງສູນກາງພັກສະໄໝທີ IX ໄດ້ອອກມະຕິເລກທີ 36-NQ/TW ໃນວັນທີ 26 ມີນາ 2004 ກຽວກັບ “ວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ” ແລະ ຄຳສັ່ງເລກທີ 45-CT/TW ໃນວັນທີ 19 ພຶດສະພາ 2015 ກ່ຽວກັບ “ສືບຕໍ່ຊຸກຍູ້ການປະຕິບັດມະຕິເລກທີ 36-NQ/TW ຂອງກົມການເມືອງສູນກາງພັກສະໄໝທີ IX ກ່ຽວກັບ “ວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດໃນສະຖານະການໃໝ່”. ດ້ວຍເຫດນີ້, ວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດຈຶ່ງປະສົບຄວາມສຳເລັດຢ່າງຫຼາຍ. ຮອດທ້າຍປີ 2024, ພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດໄດ້ລົງທຶນໃນໂຄງການຕ່າງໆ ໃນຫວຽດນາມຈຳນວນ 422 ໂຄງການ ດ້ວຍທຶນຈົດທະບຽນລວມ 1.725 ​​ຕື້ໂດລາສະຫະລັດ, ເງິນໂອນຜ່ານລະບົບທະນາຄານມີມູນຄ່າເກືອບ 250 ຕື້ໂດລາສະຫະລັດ ເຊິ່ງຊ່ວຍສະໜັບສະໜູນຄອບຄົວ ແລະຍາດຕິພີ່ນ້ອງ ແລະ ປະກອບສ່ວນຢ່າງເປັນຮູບປະທຳຕໍ່ການພັດທະນາເສດຖະກິດແລະສັງຄົມຂອງປະເທດ. ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດກຳລັງເສີມສ້າງ ແລະຍົກລະດັບຄວາມຮູ້ສຶກພາກພູມໃຈໃນຊາດ, ຄວາມຮັກຊາດ, ຄວາມຜູກພັນກັບບ້ານເກີດ, ຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນ, ຄວາມມຸ່ງຫວັງເພື່ອຊີວິດທີ່ດີຂຶ້ນ ແລະ ການເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນໃຫ້ເຂັ້ມແຂງຍິ່ງຂຶ້ນ.

ການປະຊາສຳພັນພາຍນອກປະເທດ ແລະ ການທູດທາງວັດທະນະທຳ ໄດ້ຮັບການປ່ຽນແປງໃໝ່ຢ່າງແຂງແຮງ ແລະ ດຳເນີນການຢ່າງເປັນລະບົບ ແລະມີປະສິດທິພາບຫຼາຍຂຶ້ນ ແລະມີປະສິດທິຜົນທີ່ເພີ່ມຂຶ້ນເລື້ອຍໆ, ສົ່ງຜົນໃຫ້ຮູບພາບຂອງຫວຽດນາມ ແລະ ປະຊາຊົນຫວຽດນາມເປັນທີ່ຮູ້ຈັກຢ່າງກວ້າງຂວາງ. ຜ່ານຮູບແບບທີ່ຫຼາກຫຼາຍ, ໂລກໄດ້ຮັບຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບຄວາມສຳເລັດອັນຍິ່ງໃຫຍ່ ແລະສຳຄັນທາງປະຫວັດສາດທີ່ຫວຽດນາມໄດ້ບັນລຸມາ; ກ່ຽວກັບມູນເຊື້ອມະຫາສາມັກຄີປວງຊົນທັງຊາດ; ກ່ຽວກັບວັດທະນະທຳຂອງຊາດທີ່ອຸດົມສົມບູນ, ຫຼາກຫຼາຍ ແລະເຕັມໄປດ້ວຍເອກະລັກປະຈຳຊາດ; ກ່ຽວກັບຄຸນລັກສະນະທີ່ກ້າຫານ, ຈົງຮັກພັກດີ, ມີເມດຕາ ແລະ ຮັກສັນຕິຂອງປະຊາຊົນຫວຽດນາມ; ລວມເຖິງຫວຽດນາມທີ່ປອດໄພ, ເປັນມິດ, ໝັ້ນຄົງ, ເຊື່ອມໂຍງ ແລະກຳລັງພັດທະນາ. ກິດຈະກຳການສື່ສານຫຼາຍຢ່າງໄດ້ຖືກຈັດຂຶ້ນເພື່ອເຜີຍແຜ່ຄຸນຄ່າທາງແນວຄິດຂອງປະທານໂຮ່ຈິມິນ ແລະບຸກຄົນສຳຄັນທາງວັດທະນະທຳຫວຽດນາມທີ່ໄດ້ຮັບການຍົກຍ້ອງຈາກ ຢູເນສໂກ; ພ້ອມກັນນັ້ນ ໄດ້ຊຸກຍູ້ຢ່າງຕັ້ງໜ້າໃຫ້ ຢູເນສໂກ ຮັບຮອງມໍລະດົກທາງວັດທະນະທຳແລະທຳມະຊາດ ຂອງຫວຽດນາມ. ວຽກງານປະຊາສຳພັນພາຍນອກຕ້ອງຕໍ່ສູ້, ປະຕິເສດ ແລະຫັກລ້າງຖ້ອຍທຳນອງທີ່ຜິດພາດ ແລະຂໍ້ມູນທີ່ເປັນອັນຕະລາຍຈາກກອງກຳລັງສັດຕູແລະປະຕິການ ທີ່ບິດເບືອນແລະທຳລາຍພັກ, ລັດ ແລະ ປະຊາຊົນຢ່າງເປັນເຈົ້າການແລະທັນທ່ວງທີ່.

ຕະຫຼອດໄລຍະເວລາ 40 ປີຂອງຂະບວນການປ່ຽນແປງໃໝ່, ການພັດທະນາແລະການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍການຕ່າງປະເທດໄດ້ປະກອບສ່ວນເຂົ້າໃນການສ້າງລະບົບການທູດຫວຽດນາມທີ່ທັນສະໄໝແລະຮອບດ້ານ, ໂດຍມີສາມເສົາຄ້ຳທີ່ເຂັ້ມແຂງແລະພັດທະນາຂຶ້ນເລື້ອຍໆ ຄື: ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດລະຫວ່າງປະຊາຊົນ. ໃນສະພາບການຂອງການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະໂລກາພິວັດຢ່າງວ່ອງໄວ, ເຄື່ອງມືແລະວິທີການທີ່ໃຊ້ໃນການດຳເນີນກິດຈະການຕ່າງປະເທດກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມີຄວາມຫຼາກຫຼາຍ ແລະມີປະສິດທິພາບຫຼາຍຂຶ້ນ. ດັ່ງນັ້ນ, ກິດຈະກຳການຕ່າງປະເທດຈຶ່ງກ້າວທັນກັບກະແສຂອງຍຸກສະໄໝ, ຂະຫຍາຍຂອບເຂດຂອງໜ່ວຍງານທີ່ເຂົ້າຮ່ວມ, ກະຊັບເຄືອຂ່າຍຄູ່ຮ່ວມມື ແລະ ປ່ຽນແປງໃໝ່ວິທີການແລະເຄື່ອງມືໃນການດຳເນີນງານຢ່າງແຂງແຮງ.

ໃນສ່ວນຂອງຂໍ້ຈຳກັດ, ເຖິງວ່າທ່າແລະກຳລັງແຮງໃໝ່ຂອງປະເທດຈະໄດ້ຮັບການປັບປຸງຢ່າງໝັ້ນຄົງ, ແຕ່ກໍ່ຍັງບໍ່ໄດ້ຖືກນຳມາໃຊ້ປະໂຫຍດຢ່າງເຕັມທີ່ ເພື່ອສ້າງການປ່ຽນແປງທີ່ສຳຄັນໃນການພົວພັນຕ່າງປະເທດ ແລະການຮ່ວມມືສາກົນ. ການພົວພັນກັບຄູ່ຮ່ວມມືບາງລາຍຍັງບໍ່ສອດຄ່ອງກັບທ່າແຮງ ແລະຂອບການຮ່ວມມື, ໂດຍສະເພາະໃນຂົງເຂດເສດຖະກິດທີ່ຍັງຂາດໂຄງການຍຸດທະສາດ. ການຕິດຕາມ, ການຈັດຕັ້ງປະຕິບັດ ແລະ ການຊຸກຍູ້ການປະຕິບັດຂໍ້ຕົກລົງ, ພັນທະສັນຍາ ແລະ ຂອບການຮ່ວມມືສາກົນ ຍັງມີຂໍ້ຈຳກັດ, ແລະຍັງມີ “ອຸປະສັກ” ຢູ່ໃນສາຍພົວພັນກັບຄູ່ຮ່ວມມືທີ່ສຳຄັນບາງລາຍ.

ການປະຕິຮູບສະຖາບັນໃນບາງຂົງເຂດຍັງບໍ່ທັນທັນຕໍ່ຄວາມຕ້ອງການຂອງການເຊື່ອມໂຍງສາກົນຢ່າງຮອບດ້ານ ແລະເລິກເຊິ່ງ, ເຊິ່ງຈໍາເປັນຕໍ່ການບັນລຸການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະຮັບປະກັນການປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ, ອະນຸຮັກແລະສົ່ງເສີມເອກະລັກວັດທະນະທໍາຂອງຊາດ.

ປະສິດທິພາບຂອງການປະສານງານລະຫວ່າງກະຊວງ, ຂະແໜງການ ແລະທ້ອງຖິ່ນ ຍັງບໍ່ທັນໃກ້ຊິດແລະຄົບຊຸດຢ່າງແທ້ຈິງ ແລະຍັງຂາດຄວາມສອດຄ່ອງກັນ. ວຽກງານການຄົ້ນຄວ້າຍຸດທະສາດ ແລະການຄາດຄະເນການປ່ຽນແປງໃນສະຖານະການສາກົນຍັງມີຈໍາກັດ ແລະບໍ່ໄດ້ຕາມຄວາມຕ້ອງການສໍາລັບການໃຫ້ຄໍາປຶກສາໃນສະພາບການໃໝ່.

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: “ໂລກກຳລັງຢູ່ໃນໄລຍະການປ່ຽນແປງແບບຍຸກສະໄໝ, ຕັ້ງແຕ່ນີ້ຮອດປີ 2030 ແມ່ນໄລຍະເວລາທີ່ສຳຄັນທີ່ສຸດໃນການສ້າງລະບຽບໂລກໃໝ່, ນີ້ຍັງເປັນໄລຍະເວລາແຫ່ງໂອກາດຍຸດທະສາດທີ່ສຳຄັນ, ເປັນແຮງຜັກດັນສຸດທ້າຍຂອງການປະຕິວັດຫວຽດນາມ ເພື່ອໃຫ້ບັນລຸເປົ້າໝາຍຍຸດທະສາດ 100 ປີພາຍໃຕ້ການນຳພາຂອງພັກ, ສ້າງຮາກຖານທີ່ໝັ້ນຄົງເພື່ອບັນລຸເປົ້າໝາຍ 100 ປີແຫ່ງການສ້າງຕັ້ງປະເທດ. ການປ່ຽນແປງທີ່ມີລັກສະນະຍຸກສະໄໝນີ້ນຳມາເຊິ່ງໂອກາດ ແລະຂໍ້ໄດ້ປຽບໃໝ່ໆ, ແຕ່ກໍ່ມີຄວາມທ້າທາຍຫຼາຍຢ່າງເຊັ່ນກັນ, ໂດຍຄວາມທ້າທາຍຈະເດັ່ນຊັດຫຼາຍຂຶ້ນ ແລະໂອກາດໃໝ່ໆ ອາດຈະເກີດຂຶ້ນ ໃນຂະນະທີ່ເກີດການປ່ຽນແປງຢ່າງກະທັນຫັນໃນພູມສັນຖານໂລກ. ການປະຕິວັດອຸດສາຫະກຳຄັ້ງທີ 4, ໂດຍສະເພາະແມ່ນປັນຍາປະດິດ ແລະເຕັກໂນໂລຊີດິຈິຕອນ ມອບໂອກາດທີ່ປະເທດກຳລັງພັດທະນາ ແລະປະເທດດ້ອຍພັດທະນາ ສາມາດຄວ້າໄວ້ ເພື່ອກ້າວໄປຂ້າງໜ້າ ແລະບັນລຸການພັດທະນາທີ່ໂດດເດັ່ນ”.

ປະຫວັດສາດຂອງການປະຕິວັດຫວຽດນາມສະແດງໃຫ້ເຫັນວ່າ, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສແລະຫຼັກແຫຼມຂອງພັກ, ໂດຍການກະຕຸ້ນຈິດໃຈແຫ່ງການເປັນເຈົ້າຕົນເອງ, ເພິ່ງຕົນເອງ, ຄວາມໝັ້ນໃຈໃນຕົນເອງ, ການຕັດສິນໃຈດ້ວຍຕົນເອງ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມພາກພູມໃຈໃນຊາດ, ການລະດົມກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ, ເຮືອປະຕິວັດຫວຽດນາມຈະບັນລຸຜົນສຳເລັດອັນມະຫັດສະຈັນ (ມະຫັດສະຈັນຂອງປະເທດປະຊາທິປະໄຕເຄິ່ງສັກດີນາ ທີ່ສາມາດເອົາຊະນະສອງຈັກກະພັດອານານິຄົມທີ່ມີອຳນາດ; ມະຫັດສະຈັນຂອງປະເທດທີ່ຖືກປິດລ້ອມແລະຂວ້ຳບາດ ສາມາດດຳເນີນການປ່ຽນແປງໃໝ່ໄດ້ສຳເລັດດ້ວຍຜົນສຳເລັດອັນຍິ່ງໃຫຍ່). ປະຈຸບັນ, ເຈດຈຳນົງຂອງພັກສອດຄ່ອງກັບຄວາມປາດຖະໜາຂອງປະຊາຊົນໃນການສ້າງປະເທດທີ່ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ, ສ້າງສັງຄົມນິຍົມໃຫ້ສຳເລັດໃນໄວໆ ນີ້, ແລະ ຢືນຄຽງຂ້າງປະເທດມະຫາອຳນາດຊັ້ນນຳຂອງໂລກ.

ຈາກບັນຫາຂ້າງເທິງນີ້, ສາມາດເຫັນໄດ້ວ່າ ນີ້ແມ່ນຊ່ວງເວລາແຫ່ງ “ການບັນຈົບກັນ” ຂອງຂໍ້ໄດ້ປຽບແລະຈຸດແຂງທັງໝົດ ເພື່ອນຳພາປະເທດໄປສູ່ຍຸກໃໝ່, ຍຸກແຫ່ງການເຕີບໂຕຂອງຊາດ ສືບເນື່ອງມາຈາກຍຸກແຫ່ງເອກະລາດ, ເສລີພາບ, ການສ້າງສັງຄົມນິຍົມ ແລະ ຍຸກແຫ່ງການປ່ຽນແປງໃໝ່”(7)./.   

 -------------------------------------------------

* ບົດຄວາມນີ້ເປັນຜົນງານຈາກໂຄງການຄົ້ນຄວ້າລະດັບຊາດ, ລະຫັດໂຄງການ KX.06.03/21-30

(1) ເບິ່ງ: ໂຕເລິມ: “ເນື້ອໃນພື້ນຖານບາງປະການ ກ່ຽວກັບຍຸກໃໝ່, ຍຸກແຫ່ງການພັດທະນາກ້າວໜ້າຂອງຊາດ; ບັນດາທິດທາງຍຸດທະສາດທີ່ພາປະເທດໄປສູ່ຍຸກໃໝ່, ຍຸກແຫ່ງການພັດທະນາກ້າວໜ້າຂອງຊາດ”, ວາລະສານກອມມູນິດ, ວັນທີ 1 ພະຈິກ 2024

(2) ໂຕເລິມ: “ການບືນຕົວຂຶ້ນໃນການເຊື່ອມໂຍງສາກົນ”, ວາລະສານກອມມູນິດ, ສະບັບທີ່ 1059, ເດືອນເມສາ 2025, ໜ້າ 10

(3) ໂຕເລິມ: “ເສີມຂະຫຍາຍລັກສະນະພັກໃນການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ”, ວາລະສານກອມມູນິດ, ສະບັບທີ 1049, ເດືອນພະຈິກ 2024, ໜ້າ 4

(4) ໂຕເລິມ: “ເສີມຂະຫຍາຍລັກສະນະພັກໃນການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ”, ເອກະສານທີ່ໄດ້ແນະນຳ

(5) ເບິ່ງ: ໂຕເລິມ: “ການບືນຕົວຂຶ້ນໃນການເຊື່ອມໂຍງສາກົນ”, ເອກະສານທີ່ໄດ້ແນະນຳ

(6) ກຸ່ມ G-20 ຫຼືທີ່ຮູ້ຈັກທົ່ວໄປໃນຊື່: ກຸ່ມປະເທດເສດຖະກິດພັດທະນາແລ້ວແລະເສດຖະກິດເກີດໃໝ່ຊັ້ນນຳຂອງໂລກ, ປະກອບດ້ວຍ 19 ປະເທດແລະສະຫະພາດເອີຣົບ. ລ້າສຸດ, ສະຫະພາບອາຟຣິກາ (AU) ໄດ້ເຂົ້າຮ່ວມເປັນສະມາຊິກໃໝ່ຂອງ G-20.

(7) ໂຕເລິມ: “ເນື້ອໃນພື້ນຖານບາງປະການ ກ່ຽວກັບຍຸກໃໝ່, ຍຸກແຫ່ງການພັດທະນາກ້າວໜ້າຂອງຊາດ; ບັນດາທິດທາງຍຸດທະສາດທີ່ພາປະເທດໄປສູ່ຍຸກໃໝ່, ຍຸກແຫ່ງການພັດທະນາກ້າວໜ້າຂອງຊາດ” ເອກະສານທີ່ໄດ້ແນະນຳ