ບາງວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກສິນຄ້າ
ຂອງຫວຽດນາມ ເຖິງປີ 2030
ຂອງຫວຽດນາມ ເຖິງປີ 2030
ວກ. - ພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງໃໝ່, ການສົ່ງອອກສິນຄ້າຂອງຫວຽດນາມໄດ້ຂະຫຍາຍຕົວຢ່າງແຂງແຮງ ແລະ ບັນລຸຜົນສຳທີ່ສຳຄັນ, ກາຍເປັນເສົາຄ້ຳຕົ້ນຕໍໃນການເຕີບໂຕດ້ານເສດຖະກິດ ແລະ ການພັດທະນາສັງຄົມຂອງປະເທດ. ແຕ່ວ່າ ການສົ່ງອອກສິນຄ້າກໍ່ຍັງມີຂໍ້ຈຳກັດຫຼາຍຢ່າງ ເຊິ່ງຮຽກຮ້ອງຕ້ອງມີວິທີແກ້ໄຂແບບບຸກທະລຸ ເພື່ອຮັບປະກັນການພັດທະນາຢ່າງຍືນຍົງໃນໄລຍະຕໍ່ໄປ.
ສະພາບການສົ່ງຜົນກະທົບຕໍ່ການສົ່ງອອກສິນຄ້າໃນໄລຍະການປ່ຽນແປງໃໝ່
ທີໜຶ່ງ, ຄວາມສຳເລັດໃນການປະຕິບັດແຜນນະໂຍບາຍທີ່ຖືກຕ້ອງ ແລະສະເໝີຕົ້ນສະເໝີປາຍກ່ຽວກັບການເຊື່ອມໂຍງສາກົນ.
ໂລກາພິວັດແລະການເຊື່ອມໂຍງເສດຖະກິດສາກົນ ແມ່ນທ່າອ່ຽງທີ່ມີລັກສະນະຍຸກສະໄໝ. ດ້ວຍຄວາມຮັບຮູ້ທ່າອ່ຽງດັງກ່າວຢ່າງເຕັມທີ່ແລະຖືກຕ້ອງ, ພັກແລະລັດຫວຽດນາມໄດ້ດຳເນີນການປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນແຕ່ປີ 1986. ການຮັບຮູ້ ແລະ ການປະຕິບັດເສັ້ນທາງການເຊື່ອມໂຍງເຂົ້າກັບສາກົນ ມີບາດກ້າວພັດທະນາທັງດ້ານປະລິມານແລະຄຸນນະພາບ, ຈາກຕ່ຳຂຶ້ນສູງ.
ການເລີ່ມຕົ້ນຂອງຂະບວນວິວັດການເຊື່ອມໂຍງສາກົນ ເພື່ອຫັນປ່ຽນຈາກພື້ນຖານເສດຖະກິດແບບປິດ ໄປສູ່ພື້ນຖານເສດຖະກິດເປີດ ດ້ວຍທິດນຳ “ຫວຽດນາມຢາກເປັນເພື່ອນກັບທຸກປະເທດໃນປະຊາຄົມໂລກ, ສູ້ຊົນເພື່ອສັນຕິພາບ, ເອກະລາດ ແລະ ການພັດທະນາ”, ພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງໃໝ່, ຈາກແຜນນະໂຍບາຍເຊື່ອມໂຍງເສດຖະກິດສາກົນ ໄດ້ພັດທະນາເປັນ “ຄວາມເປັນເຈົ້າການ, ຕັ້ງໜ້າໃນການເຊື່ອມໂຍງ ແລະ ຍົກສູງປະສິດທິຜົນການຮ່ວມມືສາກົນ”. ຈາກບ່ອນຖືດປິດລ້ອມ, ຄວ້ຳບາດ, ຮອດປີ 2020, ຫວຽດນາມໄດ້ສ້າງຕັ້ງການພົວພັນຮ່ວມມືທາງເສດຖະກິດແລະການຄ້າ ກັບຫຼາຍກວ່າ 230 ປະເທດແລະອານາເຂດ; ໄດ້ລົງນາມໃນສັນຍາການຄ້າສອງຝ່າຍກວ່າ 90 ສະບັບ; ສັນຍາການຄ້າຫຼາຍຝ່າຍ 12 ສະບັບ; ສັນຍາສົ່ງເສີມແລະປົກປ້ອງການລົງທຶນເກືອບ 60 ສະບັບ; ສັນຍາຕ້ານການເກັບພາສິສອງເທື່ອ 54 ສະບັບ. ເຖິງເດືອນທັນວາ 2021, ມີສັນຍາການຄ້າເສລີ 17 ສະບັບທີ່ໄດ້ລົງນາມແລະກຳລັງເຈລະຈາ (ໃນນັ້ນມີ 3 ສັນຍາການຄ້າເສລີລຸ້ນໃໝ່). ປະຈຸບັນ, ຫວຽດນາມແມ່ນປະເທດທີ່ເຂົ້າຮ່ວມສັນຍາການຄ້າເສລີຫຼາຍໃນໂລກ. ຈາກລະດັບຕ່ຳເຖິງສູງ, ຈາກພາກພື້ນສູ່ໂລກ, ຈາກເສດຖະກິດສູ່ບັນດາຂົງເຂດອື່ນ ເຊິ່ງແມ່ນເສັ້ນທາງເຊື່ອມໂຍງທີ່ຖືກຕ້ອງ ແລະ ຮັບປະກັນພື້ຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາຂອງຫວຽດນາມໃນອະນາຄົນ.
ທີສອງ, ຮູບແບບເສດຖະກິດຕະຫຼາດນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນ.
ການຫັນສູ່ເສດຖະກິດຕະຫຼາດແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແລະປະດິດສ້າງຂອງພັກແລະລັດຫວຽດນາມ. ຄວາມຮັບຮູ້ກ່ຽວກັບຮູບແບບເສດຖະກິດຕະຫຼາດຫວຽດນາມນັບມື້ນັບຖືກຕ້ອງແລະວິທະຍາສາດ. ບັນດາກົດເກນພາວະວິໄສຂອງເສດຖະກິດຕະຫຼາດໄດ້ຮັບຄວາມເຄົາລົບ ແລະ ການຄຸ້ມຄອງມະຫາພາກຂອງລັດມີຄວາມເໝາະສົມກວ່າ.ເສດຖະກິດຕະຫຼາດນັບມື້ນັບໄດ້ຮັບການປັບປຸງບູລະນະທາງດ້ານທິດສະດິ ແລະ ໄດ້ປະຕິບັດຢ່າງສຳເລັດຜົນຢູ່ຫວຽດນາມ.
ທີສາມ, ວິກິດການ, ການຕົກຕ່ຳຂອງເສດຖະກິດ ແລະ ການແຜ່ລະບາດໃຫຍ່ຂອງພະຍາດໂຄວິດ-19.
ໃນກວ່າ 35 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມຕ້ອງປະເຊີນໜ້າກັບວິກິດການ, ການຕົກຕ່ຳຂອງເສດຖະກິດໂລກຫຼາຍຄັ້ງ. ວິກິດການດ້ານການເງິນເລີ່ມຕົ້ນເກີດຂຶ້ນທີ່ປະເທດໄທເດືອນກໍລະກົດປີ 1997 ໄດ້ແຜ່ລາມໄປສູ່ປະເທດອື່ນໆໃນພາກພື້ນຢ່າງວ່ອງໄວ. ຄວາມວຸ້ນວາຍດ້ານການເງິນແລະເງິນຕາ ໃນເບື້ອງຕົ້ນໄດ້ກາຍເປັນການຖົດຖອຍຂອງອາຊີຢ່າງວ່ອງໄວ.
ວິກິດການເສດຖະກິດໃນໄລຍະ 2008-2013 ສົ່ງຜົນກະທົບທາງລົບຕໍ່ການຄ້າໂລກ. ແຮງຊື້ທີ່ອ່ອນແອເຮັດໃຫ້ລາຄາສິນຄ້າຫຼາຍຢ່າງເຊັ່ນ: ນ້ຳມັນດິບ, ຢາງພາລາ, ຖ່ານຫີນ, ເຂົ້າ, ເຂົ້າເປືອກ, ເຫຼັກ, ເຫຼັກກ້າ, ລົດຍົນ,... ຫຼຸດລົງຢ່າງຫຼວງຫຼາຍ, ໃນນັ້ນມີສິນຄ້າທີ່ເປັນສິນຄ້າສົ່ງອອກຫຼັກຂອງຫວຽດນາມ.
ບັນດາມາດຕະການປິດລ້ອມແລະປິດຊາຍແດນເພື່ອກີດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການຄ້າໂລກຕ້ອງຢຸດຊະງັກ, ລະບົບຕ່ອງໂສ່ການສະໜອງຖືກຂາດຕອນ, ນໍາໄປສູ່ການລົ້ມລະລາຍຂອງວິສາຫະກິດຈໍານວນຫຼາຍໃນທົ່ວໂລກ. ຜົນກະທົບຂອງວິກິດການ, ການຕົກຕ່ຳຂອງເສດຖະກິດ ແລະ ການແຜ່ລະບາດຂອງພະຍາດ-19 ໄດ້ກະທົບຢ່າງແຮງຕໍ່ເສດຖະກິດເວົ້າລວມ, ຕໍ່ການສົ່ງອອກສິນຄ້າຂອງຫວຽດນາມເວົ້າສະເພາະ.
ການສົ່ງອອກສິນຄ້າຂອງຫວຽດນາມໃນ 35 ປີແຫ່ງການປ່ຽນແປງໃໝ່
ຕີລາຄາທັງຂະບວນວິວັດ 35 ປີແຫ່ງການປ່ຽນແປງໃໝ່ (1986-2021), ການສົ່ງອອກຂອງຫວຽດນາມໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ, ສະແດງອອກໃນດ້ານຕ່າງໆດັ່ງນີ້:
ທີໜຶ່ງ, ມູນຄ່າສິນຄ້າສົ່ງອອກເພີ່ມຂຶ້ນຢ່າງຕໍ່ເນື່ອງໃນລະດັບສູງ.
ມູນຄ່າການຊື້ຂາຍທີ່ເພີ່ມຂຶ້ນສະທ້ອນເຖິງການເພີ່ມຂະໜາດຂອງສິນຄ້າສົ່ງອອກໂດຍກົງ ແລະ ສະທ້ອນເຖິງການເຕີບໂຕຢ່າງຍືນຍົງຂອງການສົ່ງອອກໃນແງ່ຂອງມູນຄ່າ.
ໂດຍທົ່ວໄປ, ຂະໜາດການສົ່ງອອກຂອງຫວຽດນາມພາຍໃນ 5 ມີມູນຄ່າເພີ່ມຂຶ້ນກວ່າສອງເທົ່າ. ປີ 2020, ຫວຽດນາມບັນລຸໄດ້ສະຖິຕິໃໝ່ໃນດ້ານມູນຄ່າການສົ່ງອອກແລະນຳເຂົ້າເມື່ອບັນລຸກວ່າ 500 ຕື້ໂດລາສະຫະລັດ. ຍອດມູນຄ່າການສົ່ງອອກແລະນຳເຂົ້າຂອງທົ່ວປະເທດບັນລຸ 545,36 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 5,4% ທຽບກັບປີ 2019. ໃນນັ້ນ, ມູນຄ່າສິນຄ້າສົ່ງອອກບັນລຸ 282,65 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7% (ເທົ່າກັບ 18,39 ຕື້ໂດລາສະຫະລັດ). ນີ້ແມ່ນລະດັບເຕີບໂຕທີ່ໜ້າປະທັບໃຈ ເມື່ອຫວຽດນາມສວຍໃຊ້ບັນດາກາລະໂອກາດໃນການເຊື່ອມໂຍງເສດຖະກິດສາກົນ ເພື່ອຂະຫຍາຍການສົ່ງອອກ, ປະກອບສ່ວນເພີ່ມລາຍຮັບໃຫ້ງົບປະມານຂອງລັດ ແລະ ພື້ນຖານເສດຖະກິດ ພ້ອມທັງຊຸມຊົນວິສາຫະກິດ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.
ມູນຄ່າສິນຄ້າສົ່ງອອກປີ 2021 ບັນລຸ 336,31 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19% ທຽບກັບປີ 2020. ນີ້ແມ່ນຜົນງານທີ່ໜ້າປະທັບໃຈເມື່ອການແຜ່ລະບາດຂອງພະຍາດ-19 ທຳລາຍລະບົບຕ່ອງໂສ້ການສະໜອງທົ່ວໂລກ ແລະ ເສດຖະກິດພາຍໃນປະເທດກໍ່ປະເຊີນກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນຜົນກະທົບຂອງໂລກລະບສດ. ເບິ່ງລວມແລ້ວ, ໄລຍະ 1986-2021, ການສົ່ງອອກສິນຄ້າຂອງປະເທດເຕີບໂຕເປັນສອງຕົວເລກສະເໝີ. ໃນໂລກມີພຽງແຕ່ສອງສາມປະເທດເທົ່ານັ້ນທີ່ບັນລຸໄດ້ລະດັບນີ້.ການຂົນຖ່າຍສິນຄ້າສົ່ງອອກທີ່ທ່າກຳປັ່ນສາກົນ ເຕິນກ໋າງ-ກ້າຍແມັບ _ພາບ: baohaiquanvietnam.vn
ທີສອງ, ປະລິມານສິນຄ້າສົ່ງອອກຂະຫຍາຍຕົວຢ່າງແຂງແຮງ ແລະຄຸນນະພາບຂອງສິນຄ້າສົ່ງອອກໄດ໊ຮັບການຍົກສູງຂຶ້ນ
ເບິ່ງລວມແລ້ວ, ສິນຄ້າສົ່ງອອກທຸກປະເພດລ້ວນແຕ່ມີມູນຄ່າການສົ່ງອອກໃນປີໜ້າເພີ່ມຂຶ້ນຫຼາຍກວ່າປີກ່ອນ, ພ້ອມກັນນັ້ນ ກໍ່ມີສິນຄ້າໃໝ່ບາງປະເພດ. ໃນນັ້ນ, ສິນຄ້າສົ່ງອອກທີ່ສຳຄັນຫຼາຍປະເພດ ຍັງມີສະຖຽນລະພາບ ແລະ ມີອັດຕາການເຕີບໂຕສູງ, ເຊັ່ນ: ຜະລິດຕະພັນກະເສດ, ສິນຄ້າເອເລັກໂຕຣນິກ, ໂທລະສັບ, ແຜ່ນແພ, ເກີບ,... ສິນຄ້າສົ່ງອອກຫຼັກບາງປະເພດ ໄດ້ຢືນຢັນທີ່ຕັ້ງຂອງຕົນ ໃນຕະຫຼາດພາກພື້ນແລະຕະຫຼາດໂລກ, ເຊັ່ນ: ການສົ່ງອອກເຂົ້າເປັນອັນດັບ 2 ຂອງໂລກ, ໝາກມ່ວງຫິມະພານອັນກັບ 2 ຂອງໂລກ, ກາເຟອັນດັບ 4 ຂອງໂລກ.
ຖ້າຫາກປີ 1991, ຫວຽດນາມມີສິນຄ້າພຽງ 4 ປະເພດທີ່ບັນລຸມູນຄ່າການສົ່ງອອກ 100 ລ້ານໂດລາສະຫະລັດຂຶ້ນໄປ, ສິນຄ້າທີ່ມີມູນຄ່າການສົ່ງອອກຫຼາຍສຸດແມ່ນນ້ຳມັນດິບ ກໍໄດ້ພຽງ 581 ລ້ານໂດລາສະຫະລັດຕໍ່ປີ, ແຕ່ເຖິງປີ 1997, ມີສິນຄ້າ 7 ປະເພດທີ່ບັນລຸມູນຄ່າການສົ່ງອອກ 500 ລ້ານໂດລາສະຫະລັດຂຶ້ນໄປ (ລວມມີເຂົ້າ, ເກີບ, ແຜ່ນແພ, ນ້ຳມັນດິບ, ກາເຟ, ສິນຄ້າເອເລັກໂຕຣນິກ, ຜະລິດຕະພັນອາຫານທະເລ); ເຖິງປີ 2015, ຫວຽດນາມມີສິນຄ້າ 24 ກຸ່ມ ມີມູນຄ່າການສົ່ງອອກບັນລຸແຕ່ 1 ຕື້ໂດລາສະຫະລັດຂຶ້ນໄປ, ໃນນັ້ນມີ 12 ກຸ່ມສິນຄ້າມີມູນຄ່າການສົ່ງອອກຫຼາຍກວ່າ 2 ຕື້ໂດລາສະຫະລັດ. ປີ 2021, ມີສິນຄ້າ 35 ປະເພດບັນລຸມູນຄ່າການສົ່ງອອກຫຼາຍກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 93,8% ຂອງຍອດມູນຄ່າການສົ່ງອອກ, ໃນນັ້ນ ມີສິນຄ້າສົ່ງອອກ 8 ປະເພດບັນລຸມູນຄ່າຫຼາຍກວ່າ 10 ຕື້ໂດລາສະຫະລັດ, ກວມເອົາ 69,7%.
ບັນດາວິສາຫະກິດຜະລິດພາຍໃນປະເທດ ໄດ້ເອົາໃຈໃສ່ລົງທຶນປ່ຽນແປງໃໝ່ເຕັກໂນໂລຊີ ແລະ ຍົກສູງຄຸນນະພາບຜະລິດຕະພັນໄວພໍຄວນ. ຍ້ອນແນວນັ້ນ, ຄຸນນະພາບຂອງສິນຄ້າສົ່ງອອກໄດ້ຮັບການປັບປຸງດີຂຶ້ນຫຼາຍ, ໃນເບື້ອງຕົ້ນ ສ້າງຄວາມສາມາດແຂ່ງຂັນຂອງສິນຄ້າຫວຽດນາມໃນຕະຫຼາດໂລກ, ພ້ອມກັນນັ້ນກໍ່ສົ່ງຜົນກະທົບທາງບວກ ເຖິງຜະລິດຕະພັນທີ່ຜະລິດພາຍໃນປະເທດ. ໃນປະຈຸບັນ, ສິນຄ້າເອເລັກໂຕຣນິກ, ໂທລະສັບ, ເຂົ້າ, ນ້ຳມັນດິບ, ອາຫານທະເລ, ແຜ່ນແພ, ເກີບ, ກາເຟ, ໝາກມ່ວງຫິມະພານ, ພິກໄທ,... ທີ່ຜະລິດຈາກຫວຽດນາມ ໄດ້ຮັບການຍອມຮັບເທື່ອລະກ້າວວ່າ ໄດ້ມາດຕະຖານແລະຄຸນນະພາບລະດັບສາກົນ.
ທີສາມ, ໂຄງສ້າງຂອງສິນຄ້າສົ່ງອອກໄດ້ມີການຫັນປ່ຽນຢ່າງແຂງແຮງ ຈາກການສົ່ງອອກດິບ ເປັນການສົ່ງອອກສິນຄ້າປຸງແຕ່ງແລະເຕັກໂນໂລຊີສູງ.
ການຫັນປ່ຽນໂຄງສ້າງສິນຄ້າສົ່ງອອກຕາມທິດທາງທີ່ຕັ້ງໜ້າແມ່ນ ເພີ່ມກຸ່ມສິນຄ້າອຸດສາຫະກຳປຸງແຕ່ງແລະຜະລິດ, ຫຼຸດຜ່ອນກຸ່ມຜະລິດຕະພັນນ້ຳມັນເຊື້ອໄຟແລະແຮ່ທາດ.
ອັດຕາສ່ວນມູນຄ່າການສົ່ງອອກຂອງຜະລິດຕະພັນອຸດສາຫະກໍາປຸງແຕ່ງແລະຜະລິດ ເພີ່ມຂຶ້ນຈາກ 53,6% ໃນຍອດມູນຄ່າສິນຄ້າສົ່ງອອກປີ 2010 ຂຶ້ນເປັນ 85,2% ໃນປີ 2020. ໃນຂະນະນັ້ນ, ອັດຕາສ່ວນມູນຄ່າຂອງເຊື້ອໄຟແລະແຮ່ທາດທີ່ສົ່ງອອກ ໄດ້ຫຼຸດລົງຢ່າງຫຼວງຫຼາຍ, ຈາກ 11,2% ໃນປີ 2010 ລົງເປັນ 1% ໃນປີ 2020. ອັດຕາສ່ວນມູນຄ່າຂອງສິນຄ້າອຸດສາຫະກໍາປຸງແຕ່ງແລະຜະລິດເພີ່ນຂຶ້ນ ສ່ວນໃຫຍ່ແມ່ນຈາກມູນຄ່າການສົ່ງອອກທີ່ເພີ່ມຂຶ້ນຂອງໂທລະສັບ ແລະສ່ວນປະກອບທຸກປະເພດ, ໃນຂະນະທີ່ ອັດຕາສ່ວນສິນຄ້າອຸດສາຫະກຳເບົາ ແລະຫັດຖະກຳ ຫຼຸດລົງ.
ໂຄງປະກອບການສົ່ງອອກສິນຄ້າຕາມມາດຕະຖານການຄ້າສາກົນ (SITC) ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງໃນທິດທາງທີ່ດີ, ຫຼຸດປະລິມານການສົ່ງອອກດິບ, ເພີ່ມການສົ່ງອອກຜະລິດຕະພັນການປຸງແຕ່ແລະປຸງແຕ່ງຢ່າງເລິເຊິ່ງ. ສິ່ງນີ້ ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມເຂົ້າຮ່ວມເລິກເຂົ້າໄປໃນລະບົບຕ່ອງໂສ້ການຜະລິດແລະສະໜອງທົ່ວໂລກ. ສິນຄ້າວັດຖຸດິບໃນປີ 1991 ກວມເອົາກວ່າ 92% ຂອງມູນຄ່າການສົ່ງອອກທັງໝົດ, ຮອດປີ 2015 ຫຼຸດລົງເປັນ 34,8% ແລະປີ 2020 ເຫຼືອພຽງ 15%. ສິນຄ້າປຸງແຕ່ງແລະປຸງແຕ່ງຢ່ງເລິດເຊິ່ງ (ໃນນັ້ນມີສິນຄ້າຜະລິດ) ປີ 1991 ກວນພຽງປະມານ 8%, ປີ2015 ແມ່ນ 81,3% ແລະປີ 2020 ຂຶ້ນເຖິງ 85,5% ໃນຍອດມູນຄ່າການສົ່ງອອກ.
ທີສີ່, ຕະຫຼາດສົ່ງອອກມີຄວາມຫຼາກຫຼາຍ ແລະ ມີການພັດທະນາທີ່ໝັ້ນຄົງ.
ກ່ອນປີ 1986, ການເຄື່ອນໄຫວສົ່ງອອກແລະນຳເຂົ້າຂອງຫວຽດນາມສ່ວນໃຫຍ່ຂຶ້ນກັບຕະຫຼາດສະຫະພາບໂຊວຽດ (ເກົ່າ) ແລະ ບັນດາປະເທດເອີຣົບຕາເວັນອອກ. ປີ 1991, ຫວຽດນາມພັດທະນາຕະຫຼາດສິນຄ້າສົ່ງອອກໄດ້ 20 ແຫ່ງແຕ່ຍັງຄົງລວມສູນຢູ່ບັນດາປະເທດໃນພາກພື້ນອາຊີ-ປາຊີຟິກ. ປີ 2015, ເປັນຄັ້ງທຳອິດທີ່ຫວຽດນາມມີຕະຫຼາດສົ່ງອອກ 29 ແຫ່ງ ເຊິ່ງແຕ່ລະແຫ່ງຫຼາຍກວ່າ 1 ຕື້ໂດລາສະຫະລັດ ດ້ວຍມູນຄ່າທັງໝົດ 147,36 ຕື້ໂດລາສະຫະລັດ, ກວມຫຼາຍກວ່າ 90% ຂອງຍອດມູນຄ່າການສົ່ງອອກສິນຄ້າທັງໝົດຂອງປະເທດ.
ປີ 2020, ມີຕະຫຼາດສົ່ງອອກ 31 ແຫ່ງ ເຊິ່ງແຕ່ລະແຫ່ງບັນລຸມູນຄ່າຫຼາຍກວ່າ 1 ຕື້ໂດລາສະຫະລັດ, ໃນນັ້ນ 5 ແຫ່ງບັນລຸມູນຄ່າຫຼາຍກວ່າ 10 ຕື້ໂດລາສະຫະລັດ, 8 ແຫ່ງ ບັນລຸມູນຄ່າແຕ່ 5 ຕື້ເຖິງ 10 ຕື້ໂດລາສະຫະລັດ. ໃນສະພາບການທີ່ການສົ່ງອອກຢູ່ບາງຕະຫຼາດທີ່ສຳຄັນຂອງຫວຽດນາມ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເຊັ່ນ ການສົ່ງອອກໄປຍັງບັນດາປະເທດອາຊຽນຫຼຸດລົງ 8,4% ທຽບກັບປີ 2019; ການສົ່ງອອກໄປຕະຫຼາດເອີຣົບຫຼຸດລົງ 5,3%; ແຕ່ມູນຄ່າການສົ່ງອອກໂດຍລວມຍັງເຕີບໂຕໄດ້ດີ. ສິ່ງນີ້ສະແດງໃຫ້ເຫັນວ່າ, ບັນດາວິສາຫະກິດສົ່ງອອກໄດ້ຊອກຫາຕະຫຼາດທາງເລືອກ ເພື່ອຊຸກຍູ້ການສົ່ງອອກເພື່ອຊົດເຊີຍການຫຼຸດລົງຂອງມູນຄ່າການຄ້າໃນຕະຫຼາດດັ້ງເດີມ.
ເຖິງປີ 2021, ຫວຽດນາມໄດ້ພັດທະນາການພົວພັນທາງການຄ້າກັບກວ່າ 230 ປະເທດແລະອານາເຂດ. ຫວຽດນາມມີການພົວພັນທາງເສດຖະກິດແລະການຄ້າກັບປະເທດອຸດສາຫະທັງໝົດ (G7), ບັນດາເຂດເສດຖະກິດທີ່ສຳຄັນ ແລະ ບັນດາສະຖາບັນທາງເສດຖະກິດ ການຄ້າ, ການເງິນ ແລະ ເງິນຕາທົ່ວໂລກ.
ທີຫ້າ, ການສົ່ງອອກຂອງຂົງເຂດທີ່ມີການລົງທຶນຈາກຕ່າງປະເທດເພີ່ມຂຶ້ນ.
ບັນດາວິສາຫະກິດທີ່ມີການລົງທຶນຈາກຕ່າງປະເທດ (FDI) ເຂົ້າຮ່ວມໃນມູນຄ່າການສົ່ງອອກລວມຂອງປະເທດຕັ້ງແຕ່ປີ 1988. ຂົງເຂດນີ້ມີການເຕີບໂຕດ້ານການສົ່ງອອກຢ່າງວ່ອງໄວໃນໄລຍະ 1988-2021. ໃນໄລຍະ 1988-1991 (ບໍ່ລວມມູນຄ່າການສົ່ງອອກນ້ຳມັນດິບ), ຂົງເຂດ FDI ສົ່ງອອກໄດ້ພຽງ 51 ລ້ານໂດລາສະຫະລັດ, ປີ 1992 ເພີ່ມຂຶ້ນເປັນ 112 ລ້ານໂດລາສະຫະລັດ, ກວມອັດຕາສ່ວນ 4,3% ຂອງຍອດມູນຄ່າການສົ່ງອອກລວມຂອງປະເທດ; ປີ 1996 ບັນລຸ 786 ລ້ານໂດລາສະຫະລັດ, ກວມອັດຕາສ່ວນ 9,2%, ແຕ່ເຖິງປີ 2020, ຂົງເຂດ FDI ໄດ້ປະກອບສ່ວນ 202,89 ຕື້ໂດລາສະຫະລັດ ເຂົ້າໃນຍອດມູນຄ່າການສົ່ງອອກລວມຂອງປະເທດ, ກວມເອົາອັດຕາສ່ວນ 71,7%. ເຖິງປີ 2021, ການສົ່ງອອກຂອງຂົງເຂດ FDI (ລວມທັງນ້ຳມັນດິບ) ບັນລຸ 245,22 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 20,9% ທຽບໃສ່ປີ 2020 ແລະກວມເອົາ 72,9% ຂອງຍອດມູນຄ່າການສົ່ງອອກລວມຂອງປະເທດ. ສິ່ງທີ່ຄວນເອົາໃຈໃສ່ຄື ປະມານ 75% ຂອງມູນຄ່າການສົ່ງອອກຂອງວິສາຫະກິດ FDI ແມ່ນສິນຄ້າປຸງແຕ່ງແລະປຸງແຕ່ງຢ່າງເລິກເຊິ່ງ, ໃນນັ້ນ ເກີບແລະສິ່ງທໍກວມເອົາປະມານ 35% ແລະ ມີສິນຄ້າຈໍານວນໜຶ່ງທີ່ມີເນື້ອໃນດ້ານເຕັກນິກ, ເຕັກໂນໂລຊີສູງ, ເຊັ່ນ: ສິນຄ້າເອເລັກໂຕຣນິກ, ໂທລະສັບ ແລະ ເຄື່ອງມືອຸດສາຫະກຳ...
ທີຫົກ, ຫວຽດນາມຈາກປະເທດຂາດດຸນການຄ້າ ເປັນປະເທດເກີນດຸນການຄ້າ.
ອັດຕາການຂາດດຸນການຄ້າເມື່ອທຽບໃສ່ມູນຄ່າການສົ່ງອອກທັງໝົດ ໃນໄລຍະ 1986-1990 ແມ່ນສູງທີ່ສຸດ, ກວມເອົາ 74,2% ຂອງມູນຄ່າການສົ່ງອອກ; ໃນໄລຍະ 1991-1995 ອັດຕາການຂາດດຸນແມ່ນ 32,8%, ເຖິງໄລຍະ 2011-2015 ຍັງເຫຼືອພຽງ 1,56%. ປີ 2016, ດຸນການຄ້າສິນຄ້າຂອງປະເທດມີຈຸດປ່ຽນ ໂດຍປ່ຽນຈາກຂາດດຸນການຄ້າ ເປັນການເກີນດຸນການຄ້າ ທີ່ 9,16% ແລະ ຮັກສາສະຖານະນີ້ໃນໄລຍະ 2016-2021 ໂດຍເກີນດຸນການຄ້າ 3,22% ຕະຫຼອດໄລຍະເວລາ.
ດຸນການຄ້າສິນຄ້າຂອງປະເທດໃນທ້າຍປີ 2020 ມີມູນຄ່າເກີນດຸນ 19,95 ຕື້ໂດລາສະຫະລັດ ເຊິ່ງເປັນລະດັບສູງສຸດໃນຮອບ 5 ປີຂອງການເກີນດຖນການຄ້າຕັ້ງແຕ່ປີ 2016. ປີ 2021, ເສດຖະກິດໂລກແລະຫວຽດນາມກໍ່ຍັງມີຄວາມຫຍຸ້ງຍາກຢູ່ ເນື່ອງຈາກພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດ, ແຕ່ການຄ້າຕ່າງປະເທດຂອງຫວຽດນາມຍັງເກີນດຸນ 4,08 ຕື້ໂດລາສະຫະລັດ.
ດຸນການຄ້າສິນຄ້າມີການເກີນດຸນໃນຕະຫຼອດໄລຍະເວລາວາງແຜນການ 5 ປີ 2016-2021 ໂດຍການເກີນດຸນການຄ້າຂອງປີຕໍ່ໄປສູງກວ່າປີກ່ອນ (ຍົກເວັ້ນປີ 2021, ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19), ຜ່ານນັ້ນ, ປະກອບສ່ວນທີ່ສຳຄັນ ເຂົ້າໃນຫານເຕີບໂຕ ຈີດີພິ, ສ້າງວຽດເຮັດງານທຳ, ຊຸກຍູ້ການບໍລິໂພກສິນຄ້າ, ພິເສດແມ່ນ ຜະລິດຕະພັນກະສິກຳຊ່ວຍໃຫ້ຊາວນາ. ການເກີນດຸນການຄ້າຊ່ວຍຍົກສູງຄັງສຳຮອງເງິນຕາຕ່າງປະເທດ, ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ ແລະ ເຮັດໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ.
ຂະບວນການເຊື່ອມໂຍງເສດຖະກິດສາກົນໄດ້ຮັບການໃຊ້ປະໂຫຍດຢ່າງມີປະສິດທິຜົນ, ສະແດງອອກໃນການຕິດພັນການເຕີບໂຕການສົ່ງອອກ ກັບການຄວບຄຸມປະສິດທິຜົນການເຄື່ອນໄຫວນຳເຂົ້າ, ຜ່ານນັ້ນ ຊ່ວຍຫັນປ່ຽນດຸນການຄ້າ ຈາກການຂາດດຸນ ໄປສູ່ການເກີນດຸນ. ນີ້ກໍແມ່ນທິດທາງການຄຸ້ມຄອງເສດຖະກິດມະຫາພາກ ໃນຫຼາຍປີຂອງພັກ ແລະ ລັດເຮົາ. ແຕ່ປີ 2016, ອັດຕາການເຕີບໂຕຂອງການສົ່ງອອກຂອງຫວຽດນາມຍາມໃດກໍເພີ່ມຂຶ້ນໄວກວ່າການນຳເຂົ້າ, ສ້າງແຮງຜັກດັນໃຫ້ເກີນດຸນານຄ້າ.
ຂໍ້ຈຳກັດໃນການສົ່ງອອກສິນຄ້າຂອງຫວຽດນາມ:
ຄຽງຄູ່ກັບບັນດາຜົນສຳເລັດທີ່ບັນລຸໄດ້, ການສົ່ງອອກສິນຄ້າຂອງຫວຽດນາມພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງໃໝ່ ກໍຍັງມີຂໍ້ຈຳກັດຈຳນວນໜຶ່ງດັງນີ້:
ທີໜຶ່ງ, ຂະໜາດຂອງການສົ່ງອອກສິນຄ້າຍັງນ້ອຍ, ອັດຕາການເຕີບໂຕຂອງການສົ່ງອອກໃນປັດຈຸບັນຢູ່ໃນລະດົບສູງ ແຕ່ບໍ່ຍືນຍົງຢ່າງແທ້ຈິງໃນໄລຍະກາງແລະໄລຍະຍາວ, ຍັງມີຄວາມສ່ຽງທີ່ອາດຈະສົ່ງຜົນກະທົບຕໍ່ການເຕີບໂຕຂອງການສົ່ງອອກທີ່ໝັ້ນຄົງ.
ທີສອງ, ການພັດທະນາແຫຼ່ງສິນຄ້າສົ່ງອອກຍັງບໍ່ທັນຍືນຍົງ, ຂາດຄວາມເຊື່ອມໂຍງ ແລະ ອາດຈະຖືກການກະທົບຈາກດ້ານລົບໂດຍງ່າຍ ເມື່ອຕະຫຼາດຕ່າງປະເທດມີການຜັນຜວນ. ການຜະລິດສິນຄ້າຂະໜາດໃຫຍ່ ທີ່ອີງໃສ່ເຕັກໂນໂລຊີທັນສະໄໝ ຍັງໜ້ອຍ. ວິສາຫະກິດຜະລິດຜະລິດສິນຄ້າສົ່ງອອກສ່ວນໃຫຍ່ມີຂະໜາດນ້ອຍ, ຂາດຂໍ້ມູນຂ່າວສານກ່ຽວກັບຕະຫຼາດສົ່ງອອກ. ມີວິສາຫະກິດຫວຽດນາມຈຳນວນໜ້ອຍທີ່ສາມາດເຂົ້າຮ່ວມເຄືອຂ່າຍການຜະລິດ, ເຄືອຂ່າຍຈຳໜ່າຍ ແລະ ຕ່ອງໂສ້ຄຸນຄ່າທົ່ວໂລກ.
ທີສາມ, ຄວາມສາມາດໃນການແຂ່ງຂັນດ້ານການສົ່ງອອກຍັງຖືກຈຳກັດທັງສາມລະດັບ: ລະດັບຜະລິດຕະພັນ, ລະດັບວິສາຫະກິດ ແລະ ລະດັບຊາດ. ສິ່ງດັ່ງກ່າວເກີດຈາກຄວາມຈຳກັດຂອງກຳລັງແຮງງານລະດັບສູງ, ຊັບພະຍາກອນການເງິນ ແລະ ຊັບພະຍາກອນເຕັກໂນໂລຊີ. ຂະບວນວີວັດການຫັນປ່ຽນດິຈີຕອນ, ການພັດທະນາການທຸລະກິດບົນພ້ນຖານເສດຖະກິດດິຈີຕອນ, ເຕັກໂນໂລຊີ ເກີດຂຶ້ນຢ່າງຊັກຊ້າ.
ທີສີ່, ການເປີດຄວາມຫຼາກຫຼາຍທາງດ້ານຕະຫຼາດຂອງສິນຄ້າສົ່ງອອກທີ່ສຳຄັນຫຼາຍຢ່າງຂອງຫວຽດນາມ ຍັງບໍ່ສູງ, ໂດຍສະເພາະແມ່ນກຸ່ມສິນຄ້າກະເສດ, ສິນໃນນ້ຳເພື່ອການສົ່ງອອກ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ໃນການເຂົ້າເຖິງຕະຫຼາດທີ່ຕ້ອງການຄຸນນະພາບ ແລະ ຄວາມປອດໄພຂອງອາຫານສູງ.
ທີຫ້າ, ສິນຄ້າສົ່ງອອກທີ່ສຳຄັນຫຼາຍປະເພດແມ່ນສິນຄ້າປຸງແຕ່ງ, ມີມູນຄ່າເພີ່ມຕ່ຳ. ປີ 2021 ມີສິນຄ້າ 8 ປະເພດເຊິ່ງແຕ່ລະປະເພດບັນລຸມູນຄ່າການສົ່ງອອກຫຼາຍກວ່າ 10 ຕື້ໂດລາສະຫະລັດ, ກວມເອົາ 69,7% ຂອງຍອດມູນຄ່າສິນຄ້າສົ່ງອອກທັງໝົດຂອງປະເທດແມ່ນ ເຄື່ອງເອເລັກໂຕຣນິກ, ຄອມພີວເຕີແລະສ່ວນປະກອບ; ໂທລະສັບແລະສ່ວນປະກອບ; ພາຫະນະຂົນສົ່ງແລະອາໄຫຼ່; ເຫຼັກ, ເຫຼັກກ້າ; ໄມ້ແລະຜະລິດຕະພັນຈາກໄມ້;ເກີບແຕະ; ແຜ່ນແພແລະສິ່ງທໍ; ເຄື່ອງຈັກ, ອຸປະກອນ ແລະເຄື່ອງມືອື່ນໆ. ສິ່ງນີ້ຍັງບໍ່ທັນສົມເຫດສົມຜົນແທ້ເທື່ອ ຍ້ອນວ່າ ກຸ່ມສິນຄ້າປຸງແຕ່ງແລະຜະລິດ ສ່ວຍໃຫຍ່ແມ່ນຮັບເໝົາຜະລິດ, ປະກອບເຂົ້າເຄື່ອງໃຫ້ຕ່າງປະເທດ, ມູນຄ່າເພີ່ມຂອງຜະລິດຕະພັນສົ່ງອອກຕ່ຳ. ຜະລິດຕະພັນສົ່ງອອກທີ່ມີເນື້ອໃນເຕັກໂນໂລຢີສູງ, ສານສີຂີ້ເຖົ່າ ແລະ ມູນຄ່າເພີ່ມ ຍັງມີຈໍາກັດ.
ທີຫົກ, ສິນຄ້າສົ່ງອອກຂອງຫວຽດນາມກຳລັງປະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ ຍ້ອນຫຼາຍປະເທດໄດ້ນຳໃຊ້ຮູບການປົກປ້ອງການຄ້າໃໝ່ ແທນການໃຊ້ອຸປະສັກທາງເຕັກນິກ, ເຊັ່ນ ກຳນົດພາສີຕ້ານການຂາຍຫຼຸດລາຄາຕະຫຼາດ, ການຕ້າງການອຸດໜູນ ແລະ ການປ້ອງກັນການຄ້າ... ເຊິ່ງຮຽກຮ້ອງໃຫ້ມີການຄົ້ນຄວ້າ, ປ່ຽນແປງວິທີເຂົ້າເຖິງ ເພື່ອປັບແລະຕອບສະໜອງຢ່າງທັນທ່ວງທີ. ເຖິງວ່າຫວຽດນາມໄດ້ແລະພວມພະຍາຍາມທີ່ສຸດ, ເປັນເຈົ້າການໃນການຈັດການແກ້ໄຂຢ່າງມີປະສິດທິຜົນ ບັນດາບັນຫາໃນການພິພາດທາງການຄ້າ, ນຳໃຊ້ມາດຕະການຕ່າງໆໃນການປ້ອງກັນການຄ້າ, ຜ່ານຜ່າອຸປະສັກທາງການຄ້າຂອງຕະຫຼາດນຳເຂົ້າ ແຕ່ສະພາບການໂລກມີການຜັນປ່ຽນທີ່ສັບສົນທີ່ສຸດ, ຄາດເດົາໄດ້ຍາກ ໃນສະຖນນະການການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການປົກປ້ອງການຄ້າທີ່ເພີ່ມຂຶ້ນ.
ທີເຈັດ, ການສົ່ງອອກຍັງຂຶ້ນກັບວິສາຫະກິດ FDI ຢ່າງຫຼວງຫຼາຍ. ຍ້ອນການຜະລິດແລະການສົ່ງອອກຂອງວິສາຫະກິດເຫຼົ່ານີ້ຂຶ້ນກັບລະບົບຕ່ອງໂສ້ການສະໜອງພາກພື້ນ ແລະ ທົ່ວໂລກ, ດັງນັ້ນ, ທຸກຄັ້ງທີ່ມີການປ່ຽນແປງໃນລະບົບຕ່ອງໂສ້ການສະໜອງ, ກໍຈະສົ່ງຜົນກະທົບຢ່າງແຮງ ເຖິງການສົ່ງອອກຂອງຫວຽດນາມ.
ທີແປດ, ພື້ນຖານວັດຖຸ, ເຕັກນິກທີ່ຮັບໃຊ້ການສົ່ງອອກສິນຄ້າ ມີຈຸດອ່ອນຫຼາຍ. ລະບົບ ໂລຈິສະຕິກ ຂອງຫວຽດນາມ, ລວມທັງພື້ນຖານໂຄງລ່າງທາງກາຍະພາບແລະເຕັກນິກ, ການບໍລິການຂົນສົ່ງ ແລະ ການເຊື່ອມຕໍ່ການຂົນສົ່ງ, ຍັງດ້ອຍພັດທະນາ.
ທີເກົ້າ, ກົນໄກ, ນະໂຍບາຍການຄຸ້ມຄອງ, ບໍລິຫານການສົ່ງອອກຍັງມີອຸປະສັກຕໍ່ການສົ່ງອອກສິນຄ້າ. ພິເສດ, ລະບົບກົດໝາຍການຄ້າຕ່າງປະເທດ, ການບໍລິການສະໜັບສະໜູນສໍາລັບຂັ້ນຕອນການສົ່ງອອກສິນຄ້າ, ຂໍ້ມູນຕະຫຼາດສົ່ງອອກ, ການສະໜັບສະໜູນການຄ້າເອເລັກໂຕຣນິກຂ້າມຊາດ... ຍັງຖືກຈຳກັດ. ນອກຈາກນັ້ນ, ບັນດາວິສາຫະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ໃນການເຂົ້າເຖິງບັນດາຊຸດໜູນຊ່ວຍດ້ານການເງິນຂອງລັດ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.
ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກສິນຄ້າຮອດປີ 2030
ທິດທາງຍຸດທະສາດພັດທະນາການສົ່ງອອກສິນຄ້າໃນໄລຍະ 2021-2030 ຕາມເປົ້າໝາຍແບບຍືນຍົງ ບົນພື້ນຖານປັບປຸງຜະລິດຕະພັນການສົ່ງອອກ, ຄຸນນະພາບ ແລະ ປະສິດທິຜົນຂອງການສົ່ງອອກ, ເສີມຂະຫຍາຍຄວາມໄດ້ປຽບປຽບທຽບ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນ, ເຂົ້າຮ່ວມຢ່າງເລິກເຊິ່ງແລະມີປະສິດທິຜົນ ໃນບັນດາຂອດທີ່ມີມູນຄ່າເພີ່ມສູງ ໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກ. ຊຸກຍູ້ຢ່າງແຂງແຮງຕໍ່ການຫັນປ່ຽນໂຄງປະກອບຂອງສິນຄ້າສົ່ງອອກຕາມລວງເລິກ, ມຸ່ງສູ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ເປີດຄວາມຫຼາກຫຼາຍຂອງຕະຫຼາດສົ່ງອອກ, ພ້ອມກັນນັ້ນກໍສຸມໃສ່ພັດທະນາຕະຫຼາດຜະລິດຕະພັນສົ່ງອອກທີ່ສຳຄັນ ທີ່ມີຄວາມສາມາດແຂ່ງຂັນສູງ, ມີມູນຄ່າເພີ່ມສູງ ຫຼືກຸ່ມຜະລິດຕະພັນທີ່ມີອັດຕາສ່ວນການສົ່ງອອກຫຼາຍ. ຍົກສູງຄວາມສາມາດຕອບສະໜອງບັນດາຂໍ້ກຳນົດ, ມາດຕະຖານຄຸນນະພາບ, ຄວາມປອດໄພຂອງອາຫານ, ມາດຕະຖານຄວາມຮັບຜິດຊອບທາງສັງຄົມ, ສິ່ງແວດລ້ອມ, ກົດລະບຽບແຫຼ່ງກຳເນີດສິນຄ້າໃນສັນຍາການຄ້າເສລີລຸ້ນໃໝ່.
ການປະຕິບັດຍຸດທະສາດການສົ່ງອອກສິນຄ້າຂອງຫວຽດນາມຮອດປີ 2030 ໃນສະພາບການການຄ້າໂລກຟື້ນຕົວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19; ການຄ້າແລະຂະໜາດຂອງຕະຫຼາດສິນຄ້າໂລກເຕີບໂຕຢ່າງແຂງແຮງ; ການຄ້າໂລກກຳລັງຖືກປ່ຽນໂສມໜ້າໃໝ່ ໃນຂະນະທີ່ບັນດາປະເທດພະຍາຍາມຊຸກຍູ້ການຮ່ວມມືດ້ານການຄ້າ ໂດຍຜ່ານບັນດາຂໍ້ຕົກລົງພາກພື້ນ ຫຼື ລະຫວ່າງພາກພື້ນ; ການຂະຫຍາຍຕົວຢ່າງແຂງແຮງຂອງວິທະຍາສາດ-ເຕັກໂນໂລຊີ ໄດ້ເຮັດໃຫ້ມີການປ່ຽນແປງໃນການຄ້າສາກົນແບບດັ້ງເດີມ ແລະ ທັນສະໄໝ. ການເພິ່ງພາອາໄສກັນລະຫວ່າງປະເທດນັບມື້ນັບເພີ່ມຂຶ້ນ ຜ່ານກະແສການຄ້າ ແລະ ລະບົບຕ່ອງໂສ້ການສະໜອງທົ່ວໂລກ. ລັດທິປົກປ້ອງການຄ້າເພີ່ມຂຶ້ນ ແລະ ການປ່ຽນແປງນະໂຍບາຍການຄ້າສາກົນຂອງບັນດາປະເທດ ພາໃຫ້ມີຄວາມສ່ຽງຕໍ່ການເກີດສົງຄາມການຄ້າ. ສະພາບການພາຍໃນປະເທດພ້ອມບັນດາໂອກາດໃໝ່ສຳລັບການສົ່ງອອກ ແມ່ນມາຈາກການເລັ່ງລັດການປະຕິຮູບດ້ານລະບຽບລະບອບແລະ ການຫັນປ່ຽນຮູບແບບການເຕີບໂຕ, ການຍົກສູງຄວາມສາມາດໃນການແຂ່ງຂັນ ໂດຍອີງໃສ່ຈິນຕະນາການໃໝ່, ເອົາໃຈໃສ່ເຖິງການປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນດິຈີຕອນ ແລະ ການພັດທະນາວິທະຍາສາດແລະເຕັກໂນໂລຊີ. ຄຽງຂ້າງນັ້ນແມ່ນຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ໜ້ອຍ ທີ່ມາຈາກຈຸດອ່ອນຕ່າງໆພາຍໃນຂອງພື້ນຖານເສດຖະກິດ ທີ່ຍັງບໍ່ໄດ້ແກ້ໄຂເທື່ອ, ຄວາມສ່ຽງທີ່ອາດຈະຖືກຕົກຢູ່ເບື້ອງຫຼັງ ແລະ ຕິດກັບດັກລາຍໄດ້ປານກາງ ກໍຍັງໃຫຍ່ຫຼາຍ, ທ່າອ່ຽງການເພີ່ມຂຶ້ນຂອງສິ່ງທ້າທາຍດ້ານຄວາມໝັ້ນຄົງທາງການຄ້າທີ່ບໍ່ເປັນແບບດັ້ງເດີມ, ໂດຍສະເພາະແມ່ນບັນຫາສັງຄົມ, ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ເພື່ອໃຊ້ປະໂຫຍດຫຼາຍສຸດຈາກກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຈຳເປັນຕ້ອງປະຕິບັດບັນດາວິທີແກ້ໄຂທີ່ຄົບຊຸດແລະບຸກທະລຸ ແນໃສ່ພັດທະນາການສົ່ງອອກສິນຄ້າຂອງຫວຽດນາມຢ່າງຍືນຍົງຮອດປີ 2030, ໃນນັ້ນ, ຕ້ອງສຸມໃສ່ວິທີແກ້ໄຂຈຳນວນໜຶ່ງຕໍ່ໄປນີ້:
ທີໜຶ່ງ, ປັບປຸງບູລະນະກົນໄກ, ນະໂຍບາຍ, ສ້າງສະພາບແວດລ້ອມມະຫາພາກ ທີ່ເອື້ອອຳນວຍ ໃຫ້ແກ່ການສົ່ງອອກສິນຄ້າ.
ການສ້າງ, ແກ້ໄຂ, ເພີ່ມເຕີມກົນໄກ, ນະໂຍບາຍເສດຖະກິດ, ການຄ້າ ຕ້ອງໄດ້ປະຕິບັດຢ່າງຄົບຊຸດແລະເປັນປົກກະຕິ. ທົບທວນລະບົບເອກະສານກົດໝາຍແລະກົນໄກ, ນະໂຍບາຍປະຈຸບັນ ເພື່ອຊີ້ແຈ້ງບັນດາເນື້ອໃນທີ່ບໍ່ສອດຄ່ອງກັບລະບຽບການສາກົນ ແລະຄຳໝັ້ນສັນຍາໃນສັນຍາການຄ້າເສລີ, ຈາກນັ້ນ, ແກ້ໄຂ, ເພີ່ມເຕີມ, ປະກາດໃຊ້ເອກະສານທາງກົດໝາຍໃໝ່ທີ່ເໝາະສົມ. ປັບປຸງໜ່ວຍງານທາງກົດໝາຍຂອງຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ; ປັບປຸງລະບົບສານເສດຖະກິດ, ແຮງງານ, ປົກຄອງ ແລະ ອົງການອະນຸຍາໂຕຕຸລາການ. ສ້າງສະພາບແວດລ້ອມການທຸລະກິດທີ່ສະດວກ, ເປີດເຜີຍ ແລະ ໂປ່ງໃສ. ເປັນເຈົ້າການແລະຕັ້ງໜ້າເຂົ້າຮ່ວມການພັດທະນາລະບຽບການແລະຂໍ້ບັງຄັບທົ່ວໄປ ຂອງອົງການການຄ້າໂລກ (WTO), ປະຊາຄົມເສດຖະກິດອາຊຽນ (AEC), ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC); ຕັ້ງໜ້າປົກປ້ອງຜົນປະໂຫຍດທີ່ຊອບທຳຂອງລັດ, ວິສາຫະກິດ ແລະ ຜູ້ບໍລິໂພກຫວຽດນາມ ໃນຂໍ້ຂັດແຍ້ງດ້ານເສກຖະກິດ, ການຄ້າ ແລະ ການລົງທຶນສາກົນ.
ກໍ່ສ້າງລະບຽບລະບອເສດຖະກິດຕະຫຼາດຫວຽດນາມທີ່ທັນສະໄໝ, ຮັບປະກັນຄວາມເປັນລະບົບ ເປີດເຜີຍ ໂປ່ງໄສ ແລະ ໝັ້ນຄົງ; ເອື້ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກສິນຄ້າ ແລະ ຄວບຄຸມການເຄື່ອນໄຫວສົ່ງອອກຢ່າງດີແລະມີປະສິດທິຜົນ. ຊຸກຍູ້ການສົ່ງອອກສິນຄ້າທີ່ໄດ້ປຸງແຕ່ງຢ່າງເລິກເຊິ່ງ, ມີເນື້ອໃນເຕັກໂນໂລຊີສູງ ແລະ ສົ່ງເສິມການນຳເຂົ້າເຕັກໂນໂລຊີແຫຼ່ງ, ເຄື່ອງຈັກ, ເຕັກໂນໂລຊີທັນສະໄໝ.
ທີສອງ, ຍົກສູງຄວາມສາມາດແຂ່ງຂັນຂອງຊາດ ໃນການສົ່ງອອກສິນຄ້າ.
ປ່ຽນແປງໃໝ່ຮູບແບບການເຕີບໂຕຕາມລວງເລິກ ແລະ ຄຸນນະພາບ, ປັບໂຄງສ້າງຂະແໜງການ, ວິສາຫະກິດ. ລົງທຶນພັດທະນາໂຄງສ້າງພື້ນຖານຢ່າງຄົບຊຸດ, ທັນສະໄໝ, ມີຄວາມສາມາດເຊື່ອຕໍ່ດີ. ກໍ່ສ້າງບັນດາສູນໂລຈິສະຕິກລະດັບເຂດ ແລະ ຊາດ, ເພື່ອເຂົ້າຮ່ວມເຄືອຂ່າຍໂລຈິສະຕິກພາກພື້ນ ແລະ ສາກົນ. ສືບສວນ, ແບ່ງປະເພດ, ປະເມີນຄວາມສາມາດແຂ່ງຂັນ ຂອງແຕ່ລະຜະລິດຕະພັນ, ຂະແໜງສິນຄ້າ, ການບໍລິການ, ແຕ່ລະວິສາຫະກິດ ແຕ່ລະທ້ອງຖິ່ນ. ພັດທະນາພາກວິສາຫະກິດເອກະຊົນໃຫ້ກາຍເປັນໜຶ່ງໃນກຳລັງແຮງຊຸກຍູ້ເສດຖະກິດແຫ່ງຊາດຢ່າງແທ້ຈິງ. ພັດທະນາການເຊື່ອມໂຍງເສດຖະກິດຢ່າງແຂງແຮງ, ສະສົມຊັບພະຍາກອນການລົງທຶນ ສໍາລັບການພັດທະນາການຜະລິດສິນຄ້າຕາມລວງເລິກ. ລົງທຶນພັດທະນາບັນດາເຄື່ອງໝາຍການຄ້າແຫ່ງຊາດ ແລະ ລັດສະໜັບສະໜູນວິສາຫະກິດຈົດທະບຽນເຄື່ອງໝາຍການຄ້າໃນຕະຫຼາດສາກົນ. ສົ່ງເສິມການຈັດຕັ້ງເຂດການຜະລິດສົ່ງອອກທີ່ສຳຄັນແບບລວມສູນ, ສ້າງແຫຼ່ງສິນຄ້າສົ່ງອອກຂະໜາດໃຫຍ່ທີ່ມີຄຸນນະພາບສູງ, ບັນລຸມາດຕະຖານສາກົນ.
ທີສາມ, ຍົກສູງຄວາມສາມາດແຂ່ງຂັນຂອງວິສາຫະກິດ ແລະ ຂອງຜະລິດຕະພັນສົ່ງອອກ.
ການຍົກສູງຄວາມສາມາດແຂ່ງຂັນຂອງວິສາຫະກິດ ແລະ ຂອງຜະລິດຕະພັນສົ່ງອອກ ບົນພື້ນຖານຍຸດທະສາດການທຸລະກິດທີ່ເໝາະສົມ, ປ່ຽນແປງໃໝ່ແບບວິທີການທຸລະກິດ, ເພີ່ມທະວີກຳລັງແຮງບົ່ມຊ້ອນຂອງວິສາຫະກິດ ແລະ ພັດທະນາການເຊື່ອມໂຍງພາຍໃນແລະຕ່າງປະເທດ. ວິສາຫະກິດຕັ້ງໜ້າແລະເປັນເຈົ້າການ ໃນການເຂົ້າຮ່ວມຂະບວນການແບ່ງງານສາກົນ, ເຂົ້າຮ່ວມເຄືອຂ່າຍການຜະລິດ, ເຄືອຂ່າຍການຈັດຈຳໜ່າຍພາກພື້ນ ແລະສາກົນ, ເຂົ້າຮ່ວມລະບົບຕ່ອງໂສ້ຄຸນຄ່າທົ່ວໂລກ. ຕ້ອງຍູ້ແຮງຂະບວນການຫັນປ່ຽນດິຈີຕອນ ແລະ ການທຸລະກິດບົນພື້ນຖານເຕັກໂນໂລຊີດິຈີຕອນຂອງວິສາຫະກິດ. ພັດທະນາແບບວິທີການສົ່ງອອກທີ່ຫຼາກຫຼາຍ ທັງວິທີການສົ່ງອອກຢ່າງເປັນທາງການ,ັງເດີມ ແລະ ວິທີການສົ່ງອອກແບບທັນສະໄໝ. ໂດຍສະເພາະ, ຕ້ອງຍູ້ແຮງການນຳໃຊ້ການຄ້າຄ້າເອເລັກໂຕຣນິກຂ້າມຊາຍແດນ ແລະ ເຂົ້າຮ່ວມເວທີການຄ້າເອເລັກໂຕຣນິກ ຂອງໂລກ.
ທີສີ່, ເປີດຄວາມຫຼາກຫຼາຍຂອງຕະຫຼາດການສົ່ງອອກສິນຄ້າ.
ຊຸກຍູ້ການເຄື່ອນໄຫວເຈລະຈາສອງຝ່າຍແລະຫຼາຍຝ່າຍ ກັບບັນດາຕະຫຼາດ ແລະ ເຂດຕະຫຼາດທີ່ສຳຄັນ ແລະ ມີທ່າແຮງ. ຍູ້ແຮງການເຄື່ອນໄຫວສົ່ງເສີມການສົ່ງອອກ ຕາມທິດເອົາໃຈໃສ່ເຖິງການເປີດກວ້າງຕະຫຼາດໃນບັນດາປະເທດກຳລັງພັດທະນາ, ບັນດາຕະຫຼາດທີ່ມີທ່າແຮງ ແລະ ຕະຫຼາດເກີດໃໝ່. ພ້ອມກັນນັ້ນ, ພັດທະນາການສົ່ງອອກຕາມລວງເລິກໄປຍັງບັນດາຕະຫຼາດດັ້ງເດີມເຊັ່ນ ອາເມລິກາ, ສະຫະພາບເອີຣົບ, ຈີນ, ບັນດາປະເທດອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້...
ທີ່ຫ້າ, ນຳໃຊ້ຂໍ້ໄດ້ປຽບທີ່ໄດ້ຮັບຈາກສັນຍາການຄ້າເສລີ ຢ່າງມີປະສິດທິຜົນຫຼາຍຂຶ້ນ.
ການກຳນົດອັດຕາພາສີຕ່ຳຫຼືເປັນສູນ ສຳລັບສິນຄ້າຫວຽດນາມ ຕາມທີ່ຕົກລົງໄວ້ໃນ ສັນຍາການຄ້າເສລີ 17 ສະບັບທີ່ຫວຽດນາມໄດ້ແລະກຳລັງເຈລະຈາລົງນາມ ແລະ ດຳເນີນການນັ້ນ ແມ່ນແຮງຜັກດັນໃນການເຄື່ອນໄຫວສົ່ງເສີມການສົ່ງອອກຂອງວິສາຫະກິດ. ບັນດາວິສາຫະກິດຕ້ອງສຶກສາຢ່າງຮອບຄອບ ແລະ ໃຊ້ປະໂຫຍດຈາກບັນດາລຸບິມະສິດທີ່ໄດ້ຮັບຈາກສັນຍາການຄ້າເສລີ ເພື່ອເຈາະຕະຫຼາດ, ຂະຫຍາຍການສົ່ງອອກ ແລະ ບັນລຸປະສິດທິຜົນສູງແລະຍືນຍົງ ໃນການສົ່ງອອກສິນຄ້າ.
ທີຫົກ, ເພີ່ມທະວີການເຄື່ອນໄຫວຂໍ້ມູນຂ່າວສານ ແລະການສື່ສານ ໃນການສົ່ງອອກສິນຄ້າ.
ຍູ້ແຮງການເຄື່ອນໄຫວສື່ສານກ່ຽວກັບສັນຍາການຄ້າເສລີ, ສື່ສານກ່ຽວກັບບັນດາຕະຫຼາດສາກົນ, ບັນດາສິນຄ້າສົ່ງອອກ ແລະ ນຳເຂົ້າ. ກະຊວງອຸດສາຫະກຳແລະການຄ້າ ຕ້ອງເປັນເຈົ້າພາບສົມທົບກັບບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງ ເພື່ອລວບລວມແລະຈັດພິມສິ່ງພິມກ່ຽວກັບການນໍາເຂົ້າແລະສົ່ງອອກທີ່ເປັນປະໂຫຍດໃຫ້ແກ່ວິສາຫະກິດ. ລັດຕ້ອງສຸມການລົງທຶນເພື່ອມີຖານຂໍ້ມູນຂະໜາດໃຫຍ່ (big data), ພັດທະນາຢ່າງແຮງ ຖານຂໍ້ມູນອີເລັກໂຕຣນິກທີ່ໃຊ້ຮ່ວມກັນ ແລະ ເຊື່ອມໂຍງກັນໃນລະດັບຊາດ ເພື່ອສະໜັບສະໜູນການສົ່ງອອກສິນຄ້າ./.
-----------------------------
* ຄຊ ໝາຍເຖິງຄູປະຊາຊົນ, ຄູແຫ່ງຊາດ
** ເຈິ່ນ ເຮືອງຖາວ, ຮວ່າງ ດຶກແທ່ງ
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 988 (ເດືອນເມສາ 2022)