ມຸ່ງ​ໄປ​ສູ່ເປົ້າໝາຍ​ກາຍ​ເປັນ​ປະ​ເທດ​ກຳລັງພັດ​ທະ​ນາ
​ທີ່​ມີ​ອຸດ​ສາ​ຫະ​ກໍາ​ທັນ​ສະ​ໄໝແລະມີ​ລາຍໄດ້ປານກາງສູງ ​ໃນ​ປີ
2030

ໂດຍ ສຈ, ປອ. ເຈິ່ນທີ້ເວິນຮວາ - ສຈ, ປອ. ຮວ່າງວັນຮວາ
ມະຫາວິທະຍາໄລເສດຖະກິດແຫ່ງຊາດ
03:24, 16-10-2024
ວກ. - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຜ່ານຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ 2021-2030 ໂດຍມີເປົ້າໝາຍລວມຄື: “ສູ້ຊົນເຖິງປີ 2030, ຫວຽດນາມຈະກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍໄດ້ປານກາງສູງ... ສູ້ຊົນເຖິງປີ 2045 ກາຍເປັນປະເທດທີ່ພັດທະນາແລ້ວ ແລະ ມີລາຍໄດ້ສູງ”(1). ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈຳເປັນຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ຫຼາຍ​ວິ​ທີ​ແກ້​ໄຂພ້ອມກັນຢ່າງຄົບຊຸດ

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢ້ຽມຢາມໂຄງການໂຮງງານຜະລິດ ເຊີມິຄອນດັກເຕີ Hana Micron Vina 2 ໃນສວນອຸດສາຫະກຳເວິນຈູງ (ເມືອງຫວຽດອຽນ, ແຂວງບັກຢາງ) _ພາບ: VGP

ສະພາບ​ການ​ປະຕິບັດ​ເປົ້າ​ໝາຍການ​ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ

ບັນດາຜົນສໍາເລັດທີ່ບັນລຸໄດ້

ທີໜຶ່ງ, ຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມນັບມື້ນັບຄົບຖ້ວນແລະຈະແຈ້ງ ກ່ຽວກັບຮູບແບບການພັດທະນາ ດ້້ວຍເປົ້າໝາຍທີ່ຈະແຈ້ງ, ຍຸດໂທບາຍແລະຍຸດທະສາດທີ່ວາງອອກມາໄດ້ມີການປັບປຸງໃຫ້ສອດຄ່ອງກັບສະພາບການໃໝ່(2). ພິເສດ, ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ XIII ໄດ້ອອກມະຕິໝາຍເລກ 29-NQ/TW, ວັນທີ 17 ພະຈິກ 2022, “ວ່າດ້ວຍການສືບຕໍ່ຍູ້ແຮງການຫັນປະເທດເປັນອຸສາຫະກຳ ແລະທັນສະໄໝເຖິງປີ 2030, ວິໄສທັດເຖິງປີ 2045”.

ທີສອງ, ຂະ​ໜາດ​​ຂອງເສດ​ຖະ​ກິດນັບມື້ນັບຂະຫຍາຍຕົວ​, ລາຍໄດ້​ຕໍ່​ຫົວ (GDP/ຄົນ) ​ແລະ​ລາຍ​ໄດ້​ປະຊາ​ຊາດ (GNI) ຕໍ່ຫົວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຫຼາຍປີຜ່ານມາ ໂດຍເຂົ້າໃກ້ລະດັບຂອງປະເທດທີ່ມີລາຍໄດ້ປານກາງສູງ. ອັດຕາການເຕີບໂຕສະເຫຼ່ຍຂອງ GNI/ຄົນ ໃນໄລຍະປີ 2009-2022 ແມ່ນ 10,5%. ຕາມຂໍ້ມູນຂອງທະນາຄານໂລກ(3), ປີ 1991, GNI ຂອງຫວຽດນາມຕໍ່ຄົນມີພຽງ 110 USD/ຄົນ (ໃນກຸ່ມປະເທດທີ່ມີລາຍໄດ້ຕ່ຳທີ່ສຸດໃນໂລກ), ເພີ່ມຂຶ້ນເປັນ 1.120 USD/ຄົນ ໃນປີ 2009, ຊ່ວຍໃຫ້ຫວຽດນາມປ່ຽນຈາກປະເທດທີ່ມີລາຍໄດ້ຕ່ຳເຂົ້າສູ່ກຸ່ມປະເທດທີ່ມີລາຍໄດ້ປານກາງຕ່ຳ ແລະ ບັນລຸ 4.010 USD/ຄົນໃນປີ 2022 (ເພີ່ມຂຶ້ນ 3,58 ເທົ່າ ເມື່ອທຽບກັບປີ 2009 ແລະເພີ່ມຂຶ້ນ 36,5 ເທົ່າ ເມື່ອທຽບກັບປີ 1991), ຊ່ວຍໃຫ້ຊ່ອງຫວ່າງລາຍໄດ້ແຄບລົງຢ່າງໄວວາ ເມື່ອທຽບກັບກຸ່ມປະເທດທີ່ມີລາຍໄດ້ປານກາງສູງ.

ທີສາມໂຄງປະກອບເສດຖະກິດແລະໂຄງປະກອບແຮງງານມີການປ່ຽນແປງໄປໃນທາງບວກ ເຊິ່ງໄດ້ເພີ່ມອັດຕາສ່ວນການມີສ່ວນຮ່ວມຂອງອຸດສາຫະກຳໃນ GDP ແລະ ຫຼຸດອັດຕາສ່ວນແຮງງານກະສິກຳ ໃນແຮງງານທາງສັງຄົມທັງໝົດ. ຂໍ້ມູນຂອງກົມໃຫຍ່ສະຖິຕິ (4) ໃຫ້ເຫັນວ່າ, ອັດຕາ​ສ່ວນ​ມູນ​ຄ່າ​ຜົນ​ຜະລິດ​ຂອງ​ອຸດສາຫະກຳ-ການກໍ່ສ້າງໃນ GDP ​ເພີ່ມ​ຂຶ້ນ​ຈາກ 33,02% ​ໃນ​ປີ 2010 ​ເປັນ 38,17% ​ໃນ​ປີ 2022; ອັດ​ຕາ​ສ່ວນ​ແຮງ​ງານໃນພາກກະ​ສິ​ກຳ​​ຫຼຸດ​ລົງ​ຈາກ 73,2% ໃນ​ປີ 1990 ເປັນ 27,5% ໃນ​ປີ 2022. ຜະລິດຕະພາບແຮງງານໃນພາກກະສິກຳເພີ່ມຂຶ້ນຈາກ 16,22 ລ້ານຫວຽດນາມດົ່ງ/ຄົນງານ ໃນປີ 2010 ເປັນ 81,9 ລ້ານຫວຽດນາມດົ່ງ/ຄົນງານ ໃນປີ 2022 (ເພີ່ມຂຶ້ນຫຼາຍກວ່າ 5 ເທົ່າ ຫຼັງຈາກ 12 ປີ) ໂດຍອາໄສການປະຍຸກໃຊ້ເຕັກໂນໂລຊີຂັ້ນສູງໃນການກະເສດ, ພ້ອມກັນນັ້ນ ກໍພັດທະນາບັນດາຂະແໜງການອຸດສາຫະກຳ ແລະບໍລິການໃໝ່ ເພື່ອດຶງດູດແຮງງານຈາກກະສິກໍາ.

ທີສີ່, ຂະແໜງອຸດສາຫະກຳປຸງແຕ່ງແລະຜະລິດຂອງຫວຽດນາມມີການພັດທະນາຢ່າງຂັນແຂງພໍຄວນ ແລະໄດ້ປະກອບສ່ວນອັນຕັ້ງໜ້າ ເຂົ້າໃນການຍົກສູງຄວາມສາມາດ ໃນການແຂ່ງຂັນທາງອຸດສາຫະກຳ. ຕາມລາຍງານຂອງອົງການພັດທະນາອຸດສາຫະກຳແຫ່ງສະຫະປະຊາຊາດ (UNIDO) ໃນປີ 2022(5) ອຸດສາຫະກຳປຸງແຕ່ງແລະຜະລິດຂອງຫວຽດນາມໄດ້ປະກອບສ່ວນ 24,76% ໃນ GDP, ມູນຄ່າເພີ່ມສະເຫຼ່ຍຕໍ່ຫົວ (MVApc) ຂອງຫວຽດນາມເພີ່ມຂຶ້ນຈາກ 190 USD/ຄົນ ໃນປີ 2010 ເປັນ 829 USD/ຄົນ ໃນປີ 2020 (ເພີ່ມຂຶ້ນ 4,63 ເທົ່າໃນ 10 ປີ). ສິ່ງນີ້ຊ່ວຍໃຫ້ຫວຽດນາມຂຶ້ນສູ່ 30 ອັນດັບຕົ້ນຂອງໂລກ ໃນແງ່ຂອງຄວາມສາມາດໃນການແຂ່ງຂັນທາງອຸດສາຫະກຳ ຕາມການຄຳນວນດັດຊະນີລາຄາຜູ້ບໍລິໂພກ (CIP) ຂອງ UNIDO ໃນປີ 2023.

ທີຫ້າ, ລະດັບການພັດທະນາມະນຸດມີການປັບປຸງໃຫ້ດີຂຶ້ນຢ່າງເຫັນໄດ້ຊັດ. ໃນປີ 2019, ຫວຽດນາມເຂົ້າສູ່ກຸ່ມປະເທດທີ່ມີດັດຊະນີການພັດທະນາມະນຸດ (HDI) ສູງ. ຕາມຂໍ້ມູນທີ່ລວບລວມໂດຍໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP)(6), ໃນປີ 1990, HDI ຂອງຫວຽດນາມບັນລຸພຽງ 0,477 ເຊິ່ງເປັນໜຶ່ງໃນປະເທດທີ່ມີດັດຊະນີການພັດທະນາມະນຸດຕ່ຳທີ່ສຸດໃນໂລກ, ຈາກນັ້ນກໍ່ຄ່ອຍໆກ້າວໜ້າ. ໃນປີ 2018, ດັດຊະນີ HDI ຂອງຫວຽດນາມບັນລຸ 0,697 ຄະແນນ; ເຖິງປີ 2019 ບັນລຸ 0,703, ເຂົ້າສູ່ກຸ່ມປະເທດທີ່ມີ ດັດຊະນີ HDI ສູງ; ໃນປີ 2020 ບັນລຸ 0,710 ຄະແນນ ແລະປີ 2022 ບັນລຸ 0,703 ຄະແນນ     

ທີຫົກ, ອັດຕາ​ການ​ຂະຫຍາຍ​ຕົວ​ຂອງຕັວເມືອງ​ໄດ້​ເພີ່ມ​ຂຶ້ນໃນ​ຫຼາຍ​ປີທີ່ຜ່ານມາ. ຕາມຂໍ້ມູນຂອງກົມໃຫຍ່ສະຖິຕິ (7), ອັດຕາ​ການ​ຂະຫຍາຍ​ຕົວ​ເມືອງຂອງຫວຽດນາມເພີ່ມຂຶ້ນຈາກ 20,3% ໃນປີ 1990 ເປັນ 37,55% ໃນປີ 2022. ພິເສດແມ່ນ, ຂະບວນການຂະຫຍາຍຕົວເມືອງມີເປົ້າໝາຍທີ່ຈະພັດທະນາໃນທິດທາງທີ່ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ ໂດຍປະຕິບັດຕາມຄຳໝັ້ນສັນຍາໃນການ​ຫຼຸດ​ການ​ປ່ອຍ​ອາຍ​ພິດ​ມີ​ເທນ​ລົງ 30% ແລະ​ບັນ​ລຸ​ການ​ປ່ອຍ​ອາຍ​ພິດ​ກາກ​ບອນ​ສຸດ​ທິ​ເປັນ 0 ພາຍໃນ​ປີ 2050.

ຕາຕະລາງທີ 1: ຜົນການປະຕິບັດບັນດາເປົ້າໝາຍການພັດທະນາປະເທດເມື່ອທຽບກັບຄາດໝາຍ

 

ເປົ້າໝາຍເຖິງປີ 2030 (ຕາມ
ເອກະສານກອງປະຊຸມໃຫຍ່
ຄັ້ງທີ
XIII ຂອງພັກ)8

ບັນລຸ​ໄດ້​ຢ່າງ​ແທ້​ຈິງ​ໃນ​ປີ 2022

ຊ່ອງ​ຫວ່າງ​​ສູ່​ເປົ້າ​
ໝາຍ​ແລະແງ່ຫວັງ

GDP/ຄົນ
(USD ປະຈຸບັນ)

7.500 USD

4.163,5 USD

3.336,5 USD
ຍັງທ້າທາຍ

GNI/ຄົນ (PP Atlas, USD ປະຈຸບັນ)

> 7.000 USD (ໃນກຸ່ມທີ່ມີລາຍໄດ້ປາງກາງສູງ)

4.010 USD

> 2.990 USD
ຍັງທ້າທາຍ

% ມູນຄ່າຜົນຜະລິດ
ອຸດສາຫະກໍາໃນ GDP

> 40%

> 38,7%

> 1,3%
ຈະບັນລຸໄດ້

% ຂອງອຸດສາຫະກໍາ
ປຸງແຕ່ງແລະຜະລິດ

> 30%

> 24,76%

> 5,3%
ຍັງທ້າທາຍ

MVApc (ມູນຄ່າເພີ່ມສະເຫຼ່ຍຕໍ່ຫົວ)

> 2.000 USD

872 USD
(ປີ 2021)

> 1.100 USD
ຍັງທ້າທາຍຫຼາຍ

ອັດຕາສ່ວນຂອງແຮງງານໃນກະສິກໍາ (%)

< 20%

27,5%

> 7,5%
ສາມາດບັນລຸໄດ້

HDI (ດັດຊະນີການພັດທະນາມະນຸດ)

> 0,74

0,703

> 0,037
ຈະບັນລຸໄດ້

ອາຍຸຍືນສະເຫຼ່ຍ

75 ປີ

73,6 ປີ

1,4 ປີ
ຈະບັນລຸໄດ້

ອັດ​ຕາ​ການ​ຂາຫຍາຍ
ຕົວ​ເມືອງ

 ກວ່າ 40%

37,55%

> 12,5%
ຍັງທ້າທາຍ

ແຫຼ່ງຂໍ້ມູນ: ລວບລວມໂດຍທີມງານຄົ້ນຄ້ວາປີ 2023.

ຂໍ້ຈຳກັດບາງປະການ

ເມື່ອປຽບທຽບກັບເປົ້າໝາຍທີ່ຕັ້ງໄວ້, ຂະ​ບວນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍການ​ພັດ​ທະ​ນາ​ໃນເວລາທີ່ຜ່ານມາຂອງ​ຫວຽດ​ນາມ ຍັງເຜີຍ​ໃຫ້​ເຫັນ​ຂໍ້​ຈຳ​ກັດ ແລະ ອຸ​ປະ​ສັກຫຼາຍປະການ ດັ່ງສະ​ແດງ​​ໃນ​ຕາ​ຕະ​ລາງທີ 1 ຂ້າງ​ເທິງ.

ຕາມຕາ​ຕະ​ລາງທີ 1, ສາມາດເຫັນຄວາມທ້າທາຍແລະຂໍ້ຈຳກັດຈຳນວນໜຶ່ງຢ່າງຊັດເຈນ:

ທີໜຶ່ງຊ່ອງຫວ່າງສູ່ເປົ້າໝາຍການເປັນປະເທດທີ່ມີລາຍໄດ້ປານກາງສູງ GDP/ຄົນ ບັນລຸ 7.500 ໂດລາສະຫະລັດ ແລະ GNI/ຄົນ ບັນລຸກວ່າ 7.000 ໂດລາສະຫະລັດ ພາຍໃນປີ 2030 ແມ່ນຄວາມທ້າທາຍບໍ່ນ້ອຍສຳລັບຫວຽດນາມໃນອີກ 6 ປີຂ້າງໜ້າ. ຊ່ອງຫວ່າງໃນການພະຍາຍາມເພີ່ມ GNI/ຄົນ ແມ່ນຫຼາຍກວ່າ 2.990 USD/ຄົນ (ທຽບເທົ່າກັບການເພີ່ມຂຶ້ນຂອງລາຍໄດ້ທີ່ຫວຽດນາມພະບາຍາມມາເປັນເວລາ 13 ປີ, ຕັ້ງແຕ່ປີ 2009 ເຖິງປີ 2022). ສິ່ງນີ້ຮຽກຮ້ອງໃຫ້ມີຄວາມກ້າວໜ້າໃນອະນາຄົດອັນໃກ້ນີ້.

ທີສອງ, ການປ່ຽນແປງຂອງໂຄງສ້າງແຮງງານໄປສູ່ການຫຼຸດຜ່ອນອັດຕາສ່ວນແຮງງານໃນກະສິກໍາ ອາດຈະບໍ່ເປັນໄປຕາມຄວາມຄາດຫວັງ ຖ້າຂາດຄວາມຕັດສິນໃຈ. ເຖິງປີ 2030, ເປົ້າໝາຍທີ່ຈະຫຼຸດສ່ວນແບ່ງແຮງງານໃນຂະແໜງກະສິກຳໃຫ້ເຫຼືອໜ້ອຍກວ່າ 20% ເປັນເລື່ອງຍາກຫຼາຍທີ່ຈະບັນລຸໄດ້ ເມື່ອມີຊ່ອງຫວ່າງຫຼາຍກວ່າ 7,5% ເນື່ອງຈາກມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄດ້ເຮັດ, ລວມທັງການສົ່ງເສີມການປະຍຸກໃຊ້ວິທະຍາສາດ ແລະເຕັກໂນໂລຊີ ແລະ ເພີ່ມສະມັດຕະພາບແຮງງານໃນຂະແໜງການກະສິກຳ; ການພັດທະນາອຸດສາຫະກຳແລະບໍລິການ ເພື່ອສ້າງວຽກເຮັດງານທຳ, ​ສາ​ມາດ​ດູດ​ເອົາ​ແຮງ​ງານ​ທີ່​​ຍ້າຍມາ​ຈາກພາກ​ກະ​ສິ​ກໍາ; ການຝຶກ​ອົບຮົມ​ແຫຼ່ງຊັບພະຍາກອນ​ມະນຸດ ​ມີ​ຄວາມ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຕົນ​ເອງໄດ້ ​ໂດຍ​ຜ່ານ​ການ​ສ້າງ​ວິ​ສາ​ຫະກິດ ຫຼືຊັບພະຍາກອນບຸກຄົນ​ທີ່​ມີ​ຄວາມ​ຮູ້ ​ແລະ ທັກ​ສະພຽງພໍ​ທີ່ຈະ​ເຮັດ​ວຽກ​ໃນ​ບັນດາ​ວິ​ສາ​ຫະກິດ​ອຸດສາຫະກຳ ​ແລະ​ບໍລິການ​ໃນ​ສະພາບ​ການ​ໃໝ່. ຢ່າງໃດກໍຕາມ, ຖ້າພວກເຮົາຮັກສາ ແລະ ຊຸກຍູ້ອັດຕາການເຕີບໂຕ ແລະ ຫຼຸດຜ່ອນອັດຕາສ່ວນແຮງງານກະເສດຄືໃນເມື່ອກ່ອນ ກໍ່ສາມາດບັນລຸໄດ້ ເພາະວ່າ ນີ້ກໍ່ແມ່ນໄລຍະທີ່ຫວຽດນາມບັນລຸໄດ້ ໃນໄລຍະປີ 2018-2023.

ທີສາມ, ເຖິງວ່າດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມຈະບັນລຸລະດັບສູງ (ສູງກວ່າ 0,7), ອາຍຸຍືນສະເຫຼ່ຍກໍ່ໃກ້ຄຽງກັບເປົ້າໝາຍທີ່ 75 ປີ, ແຕ່ກໍ່ຍັງບໍ່ໝັ້ນຄົງ ແລະບໍ່ຍືນຍົງແທ້ໆ. ຫວຽດນາມຍັງ​ເປັນ​ປະ​ເທດ​ທີ່​ມີ​ຄະ​ແນນ HDI ຕ່ຳ​ທີ່ສຸດ​ໃນ​ກຸ່ມ​ປະ​ເທດ​ທີ່​ມີ HDI ສູງ. ​ໃນ​ປີ 2021, ຫວຽດນາມຢູ່ໃນ​ອັນ​ດັບທີ່ 115/191 ປະ​ເທດ​ແລະ​ດິນແດນ(9), ເພີ່ມຂຶ້ນພຽງ 5 ອັນດັບຈາກ​ປີ 2015 ຈົນເຖິງປະຈຸ​ບັນ​.

ທີສີ່, ຄວາມສາມາດໃນການບັນລຸເປົ້າໝາຍອັດຕາການຂະຫຍາຍຕົວເມືອງພາຍໃນປີ 2030 ຂ້ອນຂ້າງທ້າທາຍ​ເຖິງ​ວ່າ​ຈະ​ມີ​ອັດຕາ​ການ​ເຕີບ​ໂຕ​ສູງ​ສຸດ​ກໍ່ຕາມ, ​ແຕ່​ອັດຕາ​ການຂະຫຍາຍ​ຕົວ​ເມືອງ​ຂອງ​ຫວຽດນາມກໍ່ຍັງ​ຕ່ຳ​ກວ່າ​​ປະ​ເທດອື່ນໆ ​ໃນ​ພາກ​ພື້ນ ​ແລະ ເປັນເລື່ອງຍາກຫຼາຍ​ທີ່​ຈະ​ບັນລຸ​ເປົ້າ​ໝາຍ​ການຂະຫຍາຍ​ຕົວ​ເມືອງ​ສູງ​ກວ່າ 50% ຄື​ກັບ​ບັນດາ​ປະ​ເທດ​ມີ​ລາຍໄດ້ປານກາງສູງ​ໃນ​ປີ 2030.

ທີຫ້າ, ດັດຊະນີມູນຄ່າເພີ່ມຂອງອຸດສາຫະກຳປຸງແຕ່ງແລະຜະລິດຕໍ່ຫົວ (MVApc) ຍັງຫ່າງໄກຈາກເປົ້າໝາຍທີ່ຈະບັນລຸຫຼາຍກວ່າ 2.000 ໂດລາສະຫະລັດ ພາຍໃນປີ 2030. ຕາມຂໍ້ມູນຂອງ UNIDO, ເຖິງວ່າຄວາມສາມາດໃນການແຂ່ງຂັນທາງອຸດສາປະກຳຂອງຫວຽດນາມ (CIP) ຈະຢູ່ໃນ 30 ອັນດັບຕົ້ນຂອງໂລກ, ແຕ່ MVApc ຂອງຫວຽດນາມຍັງຕ່ຳຫຼາຍ. ປະຈຸບັນ, ຫວຽດນາມຍັງ​ບໍ່ເຖິງ​ລະດັບ​ກຸ່ມ​ປະເທດ​ພື້ນຖານ​ເສດຖະກິດ​ອຸດສາຫະກຳເກີດໃໝ່ (​ເມື່ອ MVA ຕໍ່​ຫົວ​ຄົນ​ບັນລຸ​ກວ່າ 1.000 ໂດລາສະຫະລັດ).

ນອກຈາກສາເຫດພາວະວິໄສ ຍ້ອນການປ່ຽນແປງສະພາບດິນຟ້າອາກາດແລະພະຍາດລະບາດແລ້ວ, ສະຖານະການທາງພູມສາດການເມືອງໂລກທີ່ສັບສົນຍັງນຳໄປສູ່ການຢຸດຊະງັກຂອງຕ່ອງໂສ້ການສະໜອງທົ່ວໂລກ ແລະ ພິເສດແມ່ນ ການພັດທະນາຢ່າງວ່ອງໄວຂອງວິທະຍາສາດແລະເຕັກໂນໂລຊີ, ຂະ​ບວນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຍັງ​ມີ​ຂໍ້​ຈຳ​ກັດ​ບາງປະການ​ຍ້ອນ ​ກຸ່ມ​ສາ​ເຫດທີ່​ມາ​ຈາກພາຍໃນ​ພື້ນ​ຖານ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຫວຽດ​ນາມ:  

ທີໜຶ່ງ, ​ເຖິງ​ວ່າ ຫວຽດນາມ​ໄດ້​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ​ແລະທັນ​ສະ​ໄໝ ບົນ​ພື້ນຖານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ແລະການປ່ຽນແປງໃໝ່ປະດິດສ້າງກໍ່ຕາມ, ແຕ່ກໍ່ຍັງບໍ່ບັນລຸຄວາມຮັບຮູ້ຢ່າງເຕັມທີ່ ກ່ຽວກັບລະບົບນິເວດວິທະຍາສາດ-ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງຂອງຊາດ, ໂຄງສ້າງພື້ນຖານສຳລັບການພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ ຍັງຢູ່ໃນລະດັບຕ່ຳ, ຍັງບໍ່ທັນກາຍເປັນຮາກຖານສຳລັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ, ໃນຂະນະທີ່ວິທະຍາສາດແລະເຕັກໂນໂລຊີໃນໂລກພວມພັດທະນາຢ່າງວ່ອງໄວ, ເຄື່ອງຈັກ ແລະ ເຕັກໂນໂລຊີມີວົງຈອນຊີວິດສັ້ນ ແລະ ຫຼ້າສະໄໝໄດ້ງ່າຍ, ໂດຍສະເພາະແມ່ນ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ປັນຍາປະດິດ (AI). ດັ່ງນັ້ນ, ຖ້າ ຫວຽດນາມ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຕາມລຳດັບແລະໃນຮູບແບບດັ້ງເດີມ ກໍຈະບໍ່ເໝາະສົມອີກຕໍ່ໄປ, ຍາກທີ່ຈະຕາມລະດັບການພັດທະນາເຕັກໂນໂລຊີໃນໂລກ ແລະ ຈະບໍ່ສາມາດເສີມຂະຫຍາຍທ່າແຮງຂອງຕົນໄດ້. ຄວາມສາມາດປະດິດສ້າງຂອງຫວຽດນາມສະແດງອອກຜ່ານ ດັດຊະນີການປ່ຽນແປງໃໝ່ປະດິດສ້າງລະດັບໂລກ (GII) ທີ່ເຜີຍແຜ່ເປັນປະຈຳທຸກປີ ໂດຍອົງການຊັບສິນທາງປັນຍາໂລກ (WIPO) ມີທ່າອ່ຽງທີ່ຈະຫຼ້າຫຼັງກວ່າປະເທດອື່ນໆ. ຜົນ​ການ​ຈັດ​ອັນ​ດັບ GII ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ(10) ປີ 2019, ຫວຽດ​ນາມຢູ່ໃນ​ອັນ​ດັບ​ທີ 42/132 ປະ​ເທດ, ແຕ່​ໃນ​ໄລ​ຍະປີ 2020-2022, ​ເຮົາ​ໄດ້​ຫຼຸດ​ລົງຢ່າງຕໍ່ເນື່ອງມາ​ຢູ່ໃນ​ອັນ​ດັບທີ 48, ປີ 2023 ຢູ່​ອັນ​ດັບ 46, ເຊິ່ງໃນ 50 ອັນດັບຕົ້ນຂອງໂລກ. ໃນຂະນະນັ້ນ, ຊັບພະຍາກອນທຶນເພື່ອການພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ຍັງຂາດເຂີນຫຼາຍເມື່ອທຽບກັບຄວາມຕ້ອງການໃນການພັດທະນາ ແລະເມື່ອທຽບກັບປະເທດອື່ນໃນພາກພື້ນ.

ທີສອງ, ຂາດຊັບພະຍາກອນບຸກຄົນຄຸນນະພາບສູງ, ຄວາມສາມາດໃນການແຂ່ງຂັນດ້ານຄວາມສາມາດຂອງຫວຽດນາມຍັງຕ່ຳກວ່າປະເທດອື່ນໆ ໃນພາກພື້ນ. ຕາມລາຍງານດັດຊະນີຄວາມສາມາດໃນການແຂ່ງຂັນລະດັບໂລກ(11), ຫວຽດນາມຢູ່ໃນອັນດັບທີ 74/133 ປະເທດ ໃນຂະນະທີ່ຈີນຢູ່ໃນອັນດັບທີ 36, ສິງກະໂປຢູ່ໃນອັນດັບທີ 2ອັດ​ຕາ​ສ່ວນຜູ້ສຳເລັດການສຶກສາລະດັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຫວຽດ​ນາມ​ຕໍ່ປະຊາກອນ 10.000 ຄົນ​ແມ່ນ​ຕ່ຳ​ເກີນ​ໄປ​ເມື່ອ​ທຽບກັບ​ປະ​ເທດ​ອື່ນໆໃນ​ພາກ​ພື້ນ ແລະທົ່ວ​ໂລກ. ອັດ​ຕາ​ສ່ວນ​ນັກ​ຄົ້ນ​ຄວ້າ​ຂອງ​ຫວຽດ​ນາມຕໍ່ປະຊາກອນ 10.000 ຄົນ​ກໍ່ຍັງ​ຕ່ຳ​ກວ່າ​ປະ​ເທດ​ອື່ນໆ​ໃນ​ໂລກ. ຄຽງ​ຂ້າງ​ນັ້ນ, ຫວຽດນາມຍັງ​ຂາດ​ມະຫາວິທະຍາ​ໄລ​ອັນດັບ​ສູງຂອງ​ໂລກ ​ແລະ ບໍ່​ມີ​ຍຸດ​ທະ​ສາດການ​ລົງທຶນທີ່​ເປັນ​ລະບົບ ​ເພື່ອ​ດຶງ​ດູດ​ຜູ້​ມີຄວາມສາມາດ.

ທີສາມຄວາມສາມາດດ້ານວິທະຍາສາດແລະເຕັກໂນໂລຊີພາຍໃນ ຢູ່ໃນລະດັບຕ່ຳ ໂດຍຂຶ້ນຢູ່ກັບພາກການລົງທຶນໂດຍກົງຈາກຕ່າງປະເທດເປັນຢ່າງຫຼາຍ, ສິ່ງນີ້ສະແດງອອກຢູ່ໃນຈຳນວນການຈົດທະບຽນສິດທິບັດສ່ວນໃຫຍ່ມາຈາກຕ່າງປະເທດ. ຕາມລາຍງານຂອງກົມຂໍ້ມູນວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ(12)  ໃນປີ 2021, ມີ 94,9% ຂອງຈຳນວນສິດທິບັດແລະສິດທິບັດພິເສດທັງໝົດໄດ້ມອບໃຫ້ຊາວຕ່າງປະເທດ ແລະ ວິສາຫະກິດຕ່າງປະເທດ, ມີພຽງ 5,1% ເທົ່ານັ້ນທີ່ມອບໃຫ້ຄົນຫວຽດນາມ ແລະ ວິສາຫະກິດຫວຽດນາມ. ລາຍງານນີ້ຍັງສະແດງໃຫ້ເຫັນວ່າ, 80% ຂອງຈຳນວນວິສາຫະກິດທີ່ລົງທຶນໂດຍກົງໃນຫວຽດນາມ ມີເຕັກໂນໂລຊີຊັ້ນກາງ, 15% ຂອງຈຳນວນວິສາຫະກິດມີເຕັກໂນໂລຊີຊັ້ນຕ່ຳ ແລະ ພຽງ 5% ຂອງຈຳນວນວິສາຫະກິດທີ່ລົງທຶນໂດຍກົງໃນຫວຽດນາມ ມີເຕັກໂນໂລຊີຊັ້ນສູງ, ປະສິດທິພາບການຖ່າຍທອດເຕັກໂນໂລຊີຈາກວິສາຫະກິດທີ່ລົງທຶນໂດຍກົງໃນຫວຽດນາມນັ້ນຕ່ຳຫຼາຍ ເມື່ອທຽບກັບປະເທດອື່ນໆໃນໂລກ ແລະມີທ່າອ່ຽງທີ່ຈະຫຼ້າຫຼັງ.

ທັດສະນະແລະທິດທາງການພັດທະນາໃນເວລາທີ່ຈະມາເຖິງ

ມະຕິໝາຍເລກ 29-NQ/TW ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII ກຳນົດວ່າ: ການຫັນເປັນອຸດສາຫະກຳແລະທັນສະໄໝແມ່ນຂະບວນການປະຕິບັດເປົ້າໝາຍການພັດທະນາປະເທດໃຫ້ເປັນປະເທດອຸດສາຫະກຳທັນສະໄໝ ທີ່ມີລາຍໄດ້ປານກາງສູງພາຍໃນປີ 2030 ແລະ ວິໄສທັດເຖິງປີ 2045 ຈະກາຍເປັນປະເທດທີ່ພັດທະນາແລ້ວ ແລະມີລາຍໄດ້ສູງໃນກຸ່ມປະເທດອຸດສາຫະກຳຊັ້ນນຳໃນອາຊີ. ເພື່ອໃຫ້ບັນລຸເປົ້າໝາຍຂ້າງເທິງ, ຈໍາເປັນຕ້ອງເອົາໃຈໃສ່ບັນຫາດັ່ງຕໍ່ໄປນີ້:

ທີໜຶ່ງການພັດທະນາປະເທດ ແລະການດຳເນີນການຫັນເປັນອຸດສາຫະກຳແລະທັນສະໄໝ ຕ້ອງຕິດກັບຄວາມຮຽກຮ້ອງຕ້ອງການປັບປຸງຍົກສູງຄຸນນະພາບ, ປະສິດທິພາບ ແລະການພັດທະນາແບບຍືນຍົງ. ທັດສະນະນີ້ປະກອບດ້ວຍ 3 ດ້ານທີ່ມີການພົວພັນຜູກພັນ ແລະຈຳກັດເຊິ່ງກັນແລະກັນຄື: ຄວາມໄວ - ຄຸນນະພາບ ປະສິດທິພາບ - ການພັດທະນາທີ່ຍືນຍົງ. ໃນຍຸກປະຈຸບັນ, ການພັດທະນາທີ່ຍືນຍົງແມ່ນເປັນກະແສທີ່ຫຼີກລ້ຽງບໍ່ໄດ້. ໃນກໍລະນີໃດກໍ່ຕາມ, ເຮົາກໍບໍ່ຍອມ​​ຮັບ​ເອົາ ການ​ແລກປ່ຽນ​ສະພາບ​ແວດ​ລ້ອມ​ເພື່ອ​ການ​ເຕີບ​ໂຕທາງເສດຖະກິດ”, ພິ​ເສດ​ແມ່ນ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ບໍ່ອາດ​ຄາດເດົາໄດ້​ໃນ​ປະຈຸ​ບັນ.

ທີສອງສຸມໃສ່ການລົງທຶນແລະພັດທະນາວິທະຍາສາດ-ເຕັກໂນໂນຊີ ແລະການປ່ຽນແປງໃໝ່ປະດິດສ້າງ ໃຫ້ເປັນກຳລັງການຜະລິດທີ່ສຳຄັນຢ່າງແທ້ຈິງ ເພື່ອເປັນຮາກຖານໃນການຊຸກຍູ້ການຫັນເປັນອຸດສາຫະກຳແລະທັນສະໄໝຂອງປະເທດ. ທັດສະນະທີ້ແມ່ນພື້ນຖານໃນການກຳນົດນະໂຍບາຍຮັບປະກັນເງື່ອນໄຂເພື່ອເສີມຂະຫຍາຍບົດບາດຂອງວິທະຍາສາດ-ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ໃນຂະບວນການພັດທະນາແລະຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝຂອງປະເທດ. ດັ່ງນັ້ນ, ຈຶງຈຳເປັນຕ້ອງລວມສູນຊັບພະຍາກອນ, ປັບປຸງລະບົບນິເວດວິທະຍາສາດ-ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ ໃຫ້ສົມບູນແບບເທື່ອລະກ້າວ, ຜ່ານນັ້ນ ສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ການພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ.

ທີສາມສຸມໃສ່ດຶງດູດ ແລະ ໃຊ້ປະໂຫຍດຈາກຊັບພະຍາກອນມະນຸດ, ໂດຍສະເພາະຊັບພະຍາກອນມະນຸດຄຸນນະພາບສູງ. ​ໃນ​ສະພາບ​ໂລກາພິວັດ​ປະຈຸ​ບັນ​ທີ່​ມີ​ການ​ປ່ຽນ​ແປງ​ທີ່​ບໍ່​ອາດ​ຄາດ​ຄິດ​ໄດ້, ຊັບພະຍາກອນ​ມະນຸດ​ມີ​ບົດບາດ​ສຳຄັນ​ກວ່າ​ເກົ່າ ​ແລະ ກາຍ​ເປັນ​ທ່າ​ໄດ້​ປຽບ​ດ້ານ​ການ​ແຂ່ງຂັນ​ຂອງ​ບັນດາ​ປະ​ເທດ. ດັ່ງນັ້ນ, ຈຶງຈຳເປັນຕ້ອງເອົາໃຈໃສ່ດຶງດູດ ແລະ ໃຊ້ປະໂຫຍດຈາກຊັບພະຍາກອນມະນຸດຢ່າງດີເພື່ອພັດທະນາ, ໂດຍສະເພາະ ບໍ່ພຽງແຕ່ສຸມໃສ່ປັບປຸງບັນດາປັດໄຈນໍາເຂົ້າຂອງແຫຼ່ງຊັບພະຍາກອນມະນຸດເຊັ່ນ: ຄວາມຮູ້ແລະທັກສະໃນການເຮັດວຽກໃນສະພາບການໃໝ່ເທົ່ານັ້ນ, ແຕ່ຍັງຕ້ອງເອົາໃຈໃສ່ເຖິງບັນດາປັດໄຈດ້ານສຸຂະພາບ, ຈິດຕະວິທະຍາ, ສະລິລະວິທະຍາຂອງມະນຸດ​ ແລະ ການ​ພັດທະນາ​ຢ່າງຮອບດ້ານ​ຂອງ​ຊາວ​ຫວຽດນາມ. ສຸມ​ໃສ່​ລົງທຶນ​ເພື່ອ​ນຳ​ມະຫາວິທະຍາ​ໄລ​ຈຳນວນ​ໜຶ່ງ​ຂຶ້ນ​ສູ່​ອັນດັບ​ສູງ​ໃນ​ໂລກ ​ແລະ ປັບປຸງຍົກ​ສູງ​ທີ່​ຕັ້ງ​ຊັບພະຍາກອນ​ມະນຸດ​ຂອງ​ຫວຽດນາມ ​ໃນ​ການຈັດອັນດັບ​ການແຂ່ງ​ຂັນຜູ້ມີຄວາມສາມາດລະດັບ​ໂລກ.

ທີສີ່, ຕ້ອງປະສົມປະສານຢ່າງກົມກຽວ ລະຫວ່າງການເສີມຂະຫຍາຍກຳລັງແຮງພາຍໃນຂອງປະເທດ ກັບການລະດົມຊັບພະຍາກອນພາຍນອກ ເພື່ອພັດທະນາປະເທດ. ທັດສະນະນີ້ແມ່ນພື້ນຖານ ໃນການກຳນົດນະໂຍບາຍລະດົມຊັບພະຍາກອນໃຫ້ແກ່ການຊຸກຍູ້ການຫັນເປັນອຸດສາຫະກຳແລະທັນສະໄໝຂອງປະເທດ ເພື່ອຮັບປະກັນຄວາມເປັນເຈົ້າຕົນເອງທາງເສດຖະກິດ ແລະສອດຄ່ອງກັບຄວາມຕ້ອງການເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ. ຢ່າງໃດກໍຕາມ, ການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ໃນເງື່ອນໄຂຂອງການສ້າງເສດຖະກິດແບບເປີດແລະເຊື່ອມໂຍງສາກົນທີ່ເລິກເຊິ່ງຍິ່ງຂຶ້ນ, ຈຳເປັນຕ້ອງໃຊ້ຊັບພະຍາກອນພາຍນອກໃຫ້ເກີດປະໂຫຍດສູງສຸດ ເພື່ອຊົດເຊີຍປັດໄຈພາຍໃນປະເທດທີ່ຂາດເຂີນ, ສ້າງ​ເງື່ອນ​ໄຂ​ເພື່ອ​ດູດ​ຊຶມ​ຄວາມສຳເລັດທາງ​ວິທະຍາສາດ​ແລະເຕັກ​ໂນ​ໂລ​ຢີຂັ້ນສູງຢ່າງ​ວ່ອງ​ໄວ ​ເພື່ອ​ປະຕິບັດ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ປະ​ເທດ. ຕ້ອງ​ມີ​ນະ​ໂຍບາຍ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະ​ເໝີ​ພາບ, ​ເປີດ​ກວ້າງ ​ແລະ ໝັ້ນຄົງ ​ເພື່ອ​ເສີມຂະຫຍາຍບົດບາດ​ຂອງ​ແຕ່ລະພາກສ່ວນ​ເສດຖະກິດ, ປະກອບສ່ວນ​ແທດຈິງເຂົ້າໃນການປະຕິບັດ​ເປົ້າໝາຍ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ.

ທີຫ້າ, ຂຸດຄົ້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຢ່າງມີປະສິດທິຜົນ ໂດຍສຸມໃສ່ການພັດທະນາບົນພື້ນຖານການຂຸດຄົ້ນບັນດາທ່າໄດ້ປຽບປຽບທຽບຂອງແຕ່ລະເຂດ ແລະ ແຕ່ລະຂະແໜງການ, ສ້າງ ຄວາມກ້າວໜ້າເພື່ອໃຫ້ທັນກັບຄວາມທັນສະໄໝ ແລະ ຂະຫຍາຍການເຊື່ອມຕໍ່ພາກພື້ນ. ບົນ​ພື້ນຖານ​ການ​ຕີ​ລາຄາ​ບັນດາ​ແຫຼ່ງກຳລັງ, ກຳນົດ​ຂໍ້ໄດ້ປຽບແບບປຽບທຽບ​ຂອງພາກພື້ນ​ແລະຂົງ​ເຂດຢ່າງຖືກຕ້ອງ,… ເພື່ອກຳນົດພາກພື້ນ​ແລະຂົງ​ເຂດ​ທີ່​ຈະ​ໄດ້​ຮັບ​ບຸລິມະສິດ​ໃນການ​ໃຊ້ຊັບພະຍາກອນ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ, ເປັນ​ຫົວລົດຈັກ ແລະ ແຮງຜັກດັນໃນການ​ພັດ​ທະ​ນາ​ພາກ​ພື້ນ​ແລະ​ຂົງເຂດ​ອື່ນໆ​. ບົນ​ຈິດ​ໃຈ​ນັ້ນ, ການ​ຈັດພື້ນທີ່ທາງເສດຖະກິດ​ຕາມ​ອານາເຂດ​ຕ້ອງ​ສຸມ​ໃສ່​ການສ້າງ ​ແລະເສີມຂະຫຍາຍ​ບົດບາດ​ຂອງ​ບັນດາເຂດ​ເສດຖະກິດ​ຫຼັກ ໃນຖານະຂົ້ວການ​ເຕີບ​ໂຕ​ຂອງ​ປະ​ເທດ. ດ້ວຍ​ທ່າ​ໄດ້​ປຽບ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ຂອງ​ຊັບພະຍາກອນ​ມະນຸດ ແລະ ພື້ນຖານວັດຖຸເຕັກນິກ, ລະບົບ​​ໂຄງ​ສ້າງພື້ນຖານ ​ແລະ ຄວາມ​ໜ້າດຶງ​ດູດໃຈສຳລັບ​ນັກ​ລົງທຶນ​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ, ການ​ພັດທະນາທີ່ກ້າວກະໂດດຂອງ​ບັນດາເຂດ​ເສດຖະກິດ​ຫຼັກ ​ຈຶງມີຄວາມໝາຍ​ສຳຄັນຢ່າງຍິ່ງ ໃນ​ການ​ປະຕິບັດໜ້າທີ່​ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ. ການ​ພັດທະນາທີ່ກ້າວກະໂດດຂອງ​ບັນດາເຂດ​ເສດຖະກິດ​ຫຼັກ ຈະເສີມຂະຫຍາຍຜົນກະທົບແຜ່ກະຈາຍ ແລະສະໜັບສະໜູນເຂດອື່ນໆໃນການພັດທະນາ ບົນພື້ນຖານຂອງການສ້າງການເຊື່ອມໂຍງພາຍໃນເຂດແລະລະຫວ່າງເຂດ.

ການປັບໂຄງສ້າງເສດຖະກິດຈຳເປັນຕ້ອງກຳນົດຂະແໜງການຫຼັກ, ຜະລິດຕະພັນຫຼັກ-ປາຍຫອກ ຢ່າງຊັດເຈນ. ນັ້ນຄືບັນດາຂະແໜງການ, ບັນດາຜະລິດ​ຕະພັນທີ່​ມີ​ບົດບາດກຸນແຈ​ສຳຄັນ​ໃນ​ໂຄງ​ປະກອບ​ເສດຖະກິດ, ມີ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ທັງໃນຕະຫຼາດພາຍໃນປະເທດ ​ແລະຕ່າງປະ​ເທດ, ມີ​ທ່າ​ແຮງ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ ​ແລະໝັ້ນຄົງ ​ໃນ​ໄລຍະ​ຍາວ. ການກຳນົດຂະແໜງການຫຼັກ, ຜະລິດຕະພັນຫຼັກ-ປາຍຫອກ ຕ້ອງຕອບສະໜອງເງື່ອນໄຂພື້ນຖານດັ່ງຕໍ່ໄປນີ້: 1- ມີ​ຂໍ້​ໄດ້​ປຽບ​ປຽບ​ທຽບແບບໄດນາມິກ​ທີ່ໂດດເດັ່ນ, ​ເປັນພື້ນຖານໃນການ​ສ້າງ​ຄວາມ​ໄດ້​ປຽບດ້ານ​ການ​ແຂ່ງຂັນໃນ​ຕະຫຼາດ​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ; 2- ມີຄວາມສາມາດໃນການມີອິດທິພົນ/ຊຸກຍູ້ການພັດທະນາຂອງຂະແໜງການອື່ນໆ; 3- ກຳລັງການຜະລິດ​ຂອງຕະຫຼາດ​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ ມີຂະໜາດໃຫຍ່ພຽງ​ພໍ ​ແລະ ໝັ້ນຄົງ​ໃນ​ໄລຍະ​ຍາວ ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ​ການ​ຜະລິດ​ທີ່​ໝັ້ນຄົງ; 4- ມີຄວາມສາມາດເຂົ້າຮ່ວມຢ່າງເລິກເຊິ່ງ ແລະກວ້າງຂວາງ ໃນເຄືອຂ່າຍການຜະລິດ ແລະຕ່ອງໂສ້ຄຸນຄ່າລະດັບໂລກ; 5- ມີຄວາມສາມາດປະຍຸກໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນການຜະລິດ ເພື່ອເພີ່ມສະມັດຕະພາບການຜະລິດ, ປັບປຸງຍົກສູງຄຸນນະພາບ, ຫຼຸດຕົ້ນທຶນ ແລະ ປັບປຸງຍົກສູງຄວາມສາມາດແຂ່ງຂັນໃນຕະຫຼາດ./.     

-------------------------------

* ນີ້ແມ່ນສ່ວນໜຶ່ງຂອງຜົນການຄົ້ນຄວ້າໂຄງການ KX04.19/21-25 “ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ບົນພື້ນຖານວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 217-218

(2) ເຊັ່ນ: ມະຕິໝາຍເລກ 27-NQ/TW, ລົງວັນທີ 6 ສິງຫາ 2008, ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X “ວ່າດ້ວຍການກໍ່ສ້າງຖັນແຖວປັນຍາຊົນ ໃນສະໄໝແຫ່ງການຍູ້ແຮງການຫັນປະເທດເປັນອຸສາຫະກຳ ແລະທັນສະໄໝ”; ມະຕິໝາຍເລກ 20-NQ/TW, ລົງວັນທີ 1 ພະຈິກ 2012, ຂອງກົມການເມືອງສູນກາງພັກວ່າດ້ວຍການພັດທະນາວິທະຍາສາດແລະເຕັກໂນໂລຊີ ເພື່ອຮັບໃຊ້ພາລະກິດການຫັນປະເທດເປັນອຸສາຫະກຳແລະທັນສະໄໝ ໃນເງື່ອນໄຂເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະການເຊື່ອມໂຍງເຂົ້າກັບສາກົນ; ມະຕິໝາຍເລກ 29-NQ/TW, ລົງວັນທີ 4 ພະຈິກ 2013, ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI “ວ່າດ້ວຍການປ່ຽນແປງໃໝ່ການສຶກສາແລະຝຶກອົບຮົມ ຢ່າງເປັນພື້ນຖານແລະຮອບດ້ານ”; ມະຕິໝາຍເລກ 23-NQ/TW, ລົງວັນທີ 22 ມີນາ 2018, ຂອງກົມການເມືອງສູນກາງພັກ ວ່າດ້ວຍທິດທາງສ້າງນະໂຍບາຍການພັດທະນາອຸດສາຫະກຳແຫ່ງຊາດເຖິງປີ 2030, ວິໄສທັດເຖິງປີ 2045”; ມະຕິໝາຍເລກ 52-NQ/TW, ລົງວັນທີ 27 ກັນຍາ 2019, ຂອງກົມການເມືອງສູນກາງພັກ ວ່າດ້ວຍບາງແຜນນະໂຍບາຍແລະນະໂຍບາຍ ເພື່ອເຂົ້າຮ່ວມຢ່າງເປັນເຈົ້າການໃນການປະຕິວັດອຸດສາຫະກຳຄັ້ງທີສີ່”,...

(3) ທະນາຄານໂລກ: “ບັນດາຕົວຊີ້ວັດການພັດທະນາທົ່ວໄປ”, https://databank.worldbank.org/indicator/NY.GNP.PCAP.CD/1ff4a498/Popular-Indicators

(4) ກົມໃຫຍ່ສະຖິຕິປື້ມສະຖິຕິປະຈຳປີ 2010 ແລະ 2022, https://www.gso.gov.vn/du-lieu-va-so-lieu-thong-ke 2010-2022

(5) UNIDO: ດັດຊະນີຄວາມສາມາດໃນການແຂ່ງຂັນທາງອຸດສາຫະກໍາ (CIP), https://stat.unido.org/cip/

(6) UNDP: “ຂໍ້ມູນດັດຊະນີການພັດທະນາມະນຸດ”, http://hdr.undp.org 

(7) ກົມໃຫຍ່ສະຖິຕິປື້ມສະຖິຕິປະຈຳປີ 2022, https://www.gso.gov.vn/du-lieu-va-so-lieu-thong-ke/2023/06/nien-giam-thong-ke-2022/

(8) GDP ຕໍ່​ຫົວ​ຄົນ​ໃນ​ລາຄາ​ປະຈຸ​ບັນ​ຮອດ​ປີ 2030 ຈະ​ບັນລຸ​ປະມານ 7.500 ໂດລາສະຫະລັດ; ສູ້​ຊົນ​ຍົກ​ອັດ​ຕາ​ສ່ວນ​ອຸດ​ສາ​ຫະ​ກຳ​ໃນ GDP ພາບໃນ​ປີ 2030 ໃຫ້​ໄດ້ຫຼາຍກວ່າ 40%; ມູນ​ຄ່າ​ເພີ່ມສະເຫຼ່ຍ​ຂອງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງແລະ​ຜະ​ລິດ​ຕໍ່​ຫົວ​ຄົນ​ບັນ​ລຸ​ກວ່າ 2.000 ໂດລາສະຫະລັດ, ອັດ​ຕາ​ສ່ວນ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງແລະຜະ​ລິດ​ບັນ​ລຸ​ປະ​ມານ 30% ໃນ GDP; ອັດຕາ​ການ​ຂະຫຍາຍ​ຕົວ​ເມືອງ​ບັນລຸ​ກວ່າ 50%, ດັດ​ຊະ​ນີ​ການ​ພັດທະນາ​ມະນຸດ (HDI) ຍັງ​ຄົງ​ຢູ່​ໃນ​ລະດັບ 0,74; ອາຍຸ​ຍືນ​ສະ​ເລ່ຍ​ບັນລຸ 75 ປີ, ອັດຕາ​ສ່ວນ​ແຮງ​ງານ​ກະສິກຳ​ໃນ​ຈຳນວນ​ແຮງ​ງານ​ສັງຄົມ​ ຫຼຸດ​ລົງ​ຕ່ຳ​ກວ່າ 20%,...

(9) UNDP: “ຂໍ້ມູນດັດຊະນີການພັດທະນາມະນຸດ”, ເອກະສານທີ່ໄດ້ແນະນຳ

(10) ເບິ່ງ: “ດັດຊະນີການປ່ຽນແປງໃໝ່ປະດິດສ້າງທົ່ວໂລກຜ່ານຊຸມປີ 2012-2022”, ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກຂອງກົມຊັບສິນທາງປັນຍາ, ວັນທີ 6 ກຸມພາ2023, https://ipvietnam.gov.vn/hoat-ong-shcn-quoc-te/-/asset_publisher/7xsjBfqhCDAV/content/chi-so-oi-moi-sang-tao-sang-tao-toan-cau-2022

(11) ໂຮງຮຽນຝຶກອົບຮົມທຸລະກິດ INSEAD (ຝຣັ່ງ), ກຸ່ມຈັດຫາງານຊັບພະຍາກອນບຸກຄົນ Adecco (ສະວິດເຊີແລນ) ແລະ ສະຖາບັນການເປັນຜູ້ນໍາແລະທຶນມະນຸດ ແຫ່ງສິງກະໂປ: ດັດຊະນີຄວາມສາມາດແຂ່ງຂັນທົ່ວໂລກ (GTCI),  https://www.insead.edu/sites/default/files/assets/dept/fr/gtci/GTCI-2022-report.pdf, 2022

(12) ເບິ່ງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງຫວຽດນາມ 2022, ປຶ້ມທີໄດ້ແນະນຳ

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1033 (ເດືອນມີນາ 2024)