ຂະແໜງກະສິກຳ ເປັນຂະແໜງໜຶ່ງທີ່ສຳຄັນໃນດ້ານການຜະລິດຕະພາບ ແລະ ການຈ້າງງານ ສະນັ້ນ ການທີ່ ສປປ ລາວ ເຂົ້າເປັນ
ສະມາຊິກອົງການການຄ້າໂລກ ຂະແໜງດັ່ງກ່າວນີ້ ກໍເປັນອີກໜຶ່ງຂະແໜງທີ່ທ້າທາຍ ໃນການສ້າງເສດຖະກິດໃຫ້ແກ່ ສປປ ລາວ.
ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນງານຖະແຫຼງຂ່າວກ່ຽວກັບ
ກອງປະຊຸມເປີດກວ້າງ ວ່າດ້ວຍການເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ໃນຕອນບ່າຍວັນທີ 27 ພະຈິກ 2012
ທີ່ໂຮງແຮມເມີກຽວ ນະຄອນຫຼວງວຽງຈັນ ທ່ານໄດ້ກ່າວວ່າ: ເພື່ອກຽມຄວາມພ້ອມທາງດ້ານກະສິກຳຂອງ ສປປ ລາວ ໃນການເຂົ້າສູ່
ອົງການການຄ້າໂລກ ຕ້ອງໄດ້ສ້າງຄວາມເຂົ້າໃຈກ່ຽວກັບຂໍ້ຜູກພັນທີ່ກ່ຽວຂ້ອງ ແລະ ຜົນທີ່ເກີດຂຶ້ນຕໍ່ພາກທຸລະກິດ ສະເພາະຂົງເຂດ
ພາກກະສິກຳຄື ຕ້ອງໄດ້ກຽມຄວາມພ້ອມຂອງຜະລິດຕະພັນຂອດຂອງການຜະລິດ ເພື່ອທີ່ຈະສາມາດເຂົ້າແຂ່ງຂັນກັບສາກົນໄດ້.
ທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກ່າວໃນງານຖະແຫຼງຂ່າວຕື່ມວ່າ: ສຳລັບການ
ຈັດກອງປະຊຸມຄັ້ງນີ້ ກໍແມ່ນເພື່ອເຜີຍແຜ່ຄວາມຮູ້ໃຫ້ແກ່ພາກລັດ ກະຊວງທີ່ກ່ຽວກັບວຽກງານກະສິກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້
ເຂົ້າໃຈການເຂົ້າເປັນອົງການການຄ້າໂລກ ກ່ຽວກັບຂໍ້ກຳນົດ ແລະ ສິ່ງທ້າທາຍໃນວຽກງານກະສິກຳ ກອງປະຊຸມຍັງມີການແລກປ່ຽນບົດ
ຮຽນທັງພາກລັດ ແລະ ເອກະຊົນໃຫ້ມີການປັບປຸງ ເພື່ອເພີ່ມຄວາມຮູ້ຄວາມສາມາດ ໃນການຫັນມາໃຊ້ເຕັກໂນໂລຊີທີ່ທັນສະໄໝ ປັບ
ປຸງຂະແໜງການກະສິກຳນີ້ ໃຫ້ມີຄຸນນະພາບສູງຂຶ້ນ ເນື່ອງຈາກວ່າໃນປັດຈຸບັນ ສປປ ລາວ ຍັງຂາດການສົ່ງເສີມດ້ານການຜະລິດ
ແລະ ຄຸນນະພາບຂອງສິນຄ້າຍັງຕ່ຳ.