ສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນ
ການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ
ແລະ ການຕ່າງປະເທດ ໃນໄລຍະໃໝ່*
ການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ
ແລະ ການຕ່າງປະເທດ ໃນໄລຍະໃໝ່*
ທ່ານ ຟ້າມ ມິງ ຈິ໊ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ສຳຫຼວດພາກສະໜາມທີ່ທ່າກຳປັ່ນ ກ໊າຍກູຍ, ນະຄອນເກິ່ນເທີ _ແຫຼ່ງ: baochinhphu.vn
ສະຖານະປະຈຸບັນຂອງການຈັດຕັ້ງປະຕິບັດການສົມທົບການພັດທະນາເສດຖະກິດ-ສັງຄົມ
ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນໄລຍະທີ່ຜ່ານມາ.
ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຢືນຢັນວ່າ: “ສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ລະຫວ່າງເສດຖະກິດ, ວັດທະນະທຳ, ສັງຄົມ, ການຕ່າງປະເທດ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ, ແລະ ລະຫວ່າງການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ກັບເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການຕ່າງປະເທດ”(1).
ຄວາມສຳເລັດທີ່ພົ້ນເດັ່ນໃນການຈັດຕັ້ງການສົມທົບການພັດທະນາເສດຖະກິດ-ສັງຄົມ
ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ.
ທີໜຶ່ງ, ການຈັດຕັ້ງ ແລະ ຜັນຂະຫຍາຍການສົມທົບລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ຄົບຊຸດ, ຕອບສະໜອງຄວາມຕ້ອງການທີ່ວາງໄວ້ໄດ້ນັບມື້ນັບດີ.
ການຈັດຕັ້ງ ແລະ ຜັນຂະຫຍາຍການສົມທົບ ລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນເວລາທີ່ຜ່ານມາ ໄດ້ດຳເນີນການຢ່າງຕັ້ງໜ້າແລະຄົບຊຸດ. ຕາມນັ້ນ, ການກໍ່ສ້າງສະຖາບັນ, ກົນໄກ, ນະໂຍບາຍ; ການຈັດຕັ້ງກົງຈັກ; ການຊີ້ນຳ ແລະ ການຈັດຕັ້ງປະຕິບັດແຜນກຳນົດ, ແຜນການພັດທະນາຂະແໜງ, ພາກພື້ນ ແລະ ຂົງເຂດເຊື່ອມໂຍງລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ຮັບການຊຸກຍູ້. ລາຍງານສະຫຼຸບສັງລວມບາງບັນຫາທາງທິດສະດີ ແລະ ພຶດຕິກຳ ຜ່ານ 20 ປີ (1991-2011) ແຫ່ງການປະຕິບັດ ໂຄງການການເມືອງ ປີ 1991 ຂອງກະຊວງປ້ອງກັນປະເທດ ໄດ້ຢືນຢັນວ່າ: “ຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດການສົມທົບເສດຖະກິດ ແລະ ການປ້ອງກັນປະເທດ ຕັ້ງແຕ່ແຕ່ປີ 1991 ເຖິງປະຈຸບັນ ແມ່ນການດຳເນີນການຕາມເປົ້າໝາຍການປະສົມປະສານໃຫ້ນັບມື້ນັບດີຂຶ້ນ, ໄດ້ຂຸດຄົ້ນແລະນຳໃຊ້ແຫຼ່ງຊັບພະຍາກອນລວມຂອງປະເທດຢ່າງມີປະສິດທິຜົນ, ບັນລຸຄວາມສຳເລັດໃນການປະຕິບັດ 2 ໜ້າທີ່ຍຸດທະສາດການສ້າງສາ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມ, ທັງຮັບປະກັນການພັດທະນາເສດຖະກິດ-ສັງຄົມຢ່າງໝັ້ນຄົງ, ວ່ອງໄວ ແລະ ຍືນຍົງ, ທັງປັບປຸງແລະເພີ່ມທະວີການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ”(2). ລາຍງານ 10 ປີແຫ່ງການປະຕິບັດໂຄງການການເມືອງ ປີ 2011 ຂອງພັກກອມມູນິດຫວຽດນາມ ກໍ່ຢືນຢັນວ່າ: “ການສົມທົບສອງໜ້າທີ່ຍຸດທະສາດການສ້າງສາສັງຄົມນິຍົມ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມ ໄດ້ຮັບຄວາມເອົາໃຈໃສ່ ແລະ ປະຕິບັດຢ່າງສອດປະສານກັນໃນທຸກຂົງເຂດ”(3).
ທີສອງ, ການຈັດຕັ້ງ ກໍ່ສ້າງສະຖາບັນ, ກົນໄກ, ນະໂຍບາຍ, ແຜນກຳນົດ, ແຜນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຢ່າງແຂງແຮງ.
ກົມການເມືອງສູນກາງໄດ້ອອກບົດສະຫຼຸບຕ່າງໆ(4), ສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ອອກກົດໝາຍ, ດຳລັດ, ມະຕິ ກ່ຽວກັບການສົມທົບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ, ການຕ່າງປະເທດ ກັບເສດຖະກິດ, ສົມທົບເສດຖະກິດ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ, ການຕ່າງປະເທດ. ບັນດາກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນຕ່າງໆ ໄດ້ຫັນເປັນນິຕິກຳ ແລະ ອອກມະຕິ, ຄຳສັ່ງ, ເອກະສານກົດໝາຍຕາມອຳນາດໜ້າທີ່ຂອງຕົນ, ປັບປຸງກົນໄກ ນະໂຍບາຍໃຫ້ສົມບູນແບບເທື່ອລະກ້າວ ເພື່ອຜັນຂະຫຍາຍປະຕິບັດແຜນນະໂຍບາຍສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດໃນແຜນກຳນົດ, ແຜນການ, ໂຄງການ, ແຜນງານພັດທະນາເສດຖະກິດ-ສັງຄົມ ແລະ ແຜນກຳນົດ, ແຜນການການຕ່າງປະເທດ. ຕາມນັ້ນ, “ລະບົບກົນໄກ ແລະ ນະໂຍບາຍໄດ້ຮັບການເພີ່ມເຕີມ, ປັບປຸງໃຫ້ສົມບູນແບບ; ເນື້ອໃນ ແລະ ວິທີປະສານສົມທົບໄດ້ຮັບການຜັນຂະຫຍາຍຢ່າງລະອຽດ ແລະ ມີປະສິດທິຜົນກວ່າອີກ. ຊັບພະຍາກອນທີ່ຮັບໃຊ້ການປ້ອງກັນປະເທດແລະຄວາມໝັ້ນຄົງ ໄດ້ຮັບການຮັບປະກັນທີ່ດີຂຶ້ນຢ່າງຕໍ່ເນື່ອງ”(5).
ທີສາມ, ການຈັດຕັ້ງກົງຈັກ, ພະນັກງານຄຸ້ມຄອງ ແລະ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ແລະ ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ຮັບການປັບປຸງຢ່າງເປັນປະຈຳ, ຮັບປະກັນປະລິມານ ແລະ ຄຸນນະພາບ.
ອົງການບໍລິຫານລັດຖະກິດດ້ານການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ ແລະ ອົງການບໍລິຫານລັດຖະກິດດ້ານເສດຖະກິດ-ສັງຄົມ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງຢ່າງສະໝ່ຳສະເໝີ ໂດຍມີການກຳນົດໜ້າທີ່, ອຳນາດ ແລະ ຄວາມຮັບຜິດຊອບດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ ຕາມບົດບັນຍັດຂອງກົດໝາຍວ່າດ້ວຍການປ້ອງກັນປະເທດ (ປີ 2018) ແລະ ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ (ປີ 2004).
ທີສີ່, ວຽກງານຊີ້ນຳນຳພາການປະຕິບັດແຜນກຳນົດ ແຜນການພັດທະນາຂະແໜງການ, ພູມພາກ ແລະຂົງເຂດ ທີ່ເຊື່ອມໂຍງການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມສະຫງົບ ແລະ ການຕ່າງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດໃນຫຼາຍຂົງເຂດ ໂດຍພັກແລະລັດ.
ປະຕິບັດມະຕິຕົກລົງໝາຍເລກ 1391/QD-TTg, ລົງວັນທີ 9 ສິງຫາ 2010 ຂອງນາຍົກລັດຖະມົນຕີ, “ຮັບຮອງເອົາແຜນກຳນົດການກໍ່ສ້າງ ແລະ ພັດທະນາເຂດເສດຖະກິດ-ການປ້ອງກັນປະເທດຮອດປີ 2020, ວິໄສທັດຮອດປີ 2025”, ບັນດາເຂດເສດຖະກິດ-ການປ້ອງກັນປະເທດ ໄດ້ຜັນຂະຫຍາຍການກໍ່ສ້າງ ແລະ ມີປະສິດທິຜົນເພີ່ມຂຶ້ນ; ກໍ່ສ້າງໂຮງງານອຸດສາຫະກຳປ້ອງກັນປະເທດຈຳນວນໜຶ່ງ ແລະ ເສດຖະກິດການປ້ອງກັນປະເທດແບບໃຊ້ສອງທາງ, ພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງການປ້ອງກັນປະເທດ, ປັບປຸງຄວາມໝັ້ນຄົງ, ໂດຍສະເພາະ ໃນພື້ນທີ່ທີ່ສຳຄັນ. “ຄ່ອຍໆ ຈັດຕັ້ງປະຊາກອນຄືນໃໝ່, ສ້າງເປັນກຸ່ມບ້ານ, ຕາແສງ, ໝູ່ບ້ານ, ບ້ານ ຕາມແຜນພັດທະນາເສດຖະກິດ-ສັງຄົມ ເຊື່ອມໂຍງກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ; ສ້າງທ່າສະໜາມປ້ອງກັນຕົວຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ ແລະ ຮົ້ວປ້ອງກັນທີ່ໝັ້ນຄົງ, ເພີ່ມທະວີກຳລັງແຮງໃນການປ້ອງກັນ ແລະ ປົກປັກຮັກສາປະເທດຊາດ ໃນແຕ່ລະທ້ອງຖິ່ນ ແລະ ໃນທົ່ວປະເທດ”(6). ການປະສົມປະສານກິດຈະກຳທາງເສດຖະກິດຕ່າງປະເທດ, ການທູດດ້ານການປ້ອງກັນປະເທດ ແລະຄວາມໝັ້ນຄົງ, ຫັນປ່ຽນຈາກການເຊື່ອມໂຍງເສດຖະກິດສາກົນ ເປັນການເຊື່ອມໂຍງເຂົ້າກັບສາກົນ.
ເພື່ອຜັນຂະຫຍາຍແນວທາງສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດຢ່າງມີປະສິດທິພາບນັ້ນ ບາງຂັ້ນຕອນ, ບາງວຽກງານໄດ້ຮັບການດຳເນີນການແລ້ວ; ໃນນັ້ນມີການ “ດັດປັບ, ເພີ່ມເຕີມ ແລະ ຍົກສູງຄຸນນະພາບຍຸດທະສາດ, ແຜນກຳນົດ ແລະ ແຜນການພັດທະນາລະບົບເສດຖະກິດ, ຂະແໜງການ, ຂົງເຂດ ແລະ ພາກພື້ນ ໃຫ້ສອດຄ່ອງກັບຄວາມເປັນຈິງຂອງປະເທດ ແລະ ລະດັບການພັດທະນາວິທະຍາສາດ ແລະ ອຸດສາຫະກຳທັນສະໄໝໃນໂລກ”(7). ຕາມນັ້ນ, ດັດປັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ, ເປີດກວ້າງການພົວພັນຕ່າງປະເທດ, ສົມທົບລະຫວ່າງການປະຕິບັດຄໍາໝັ້ນສັນຍາດ້ານເສດຖະກິດຕໍ່ບັນດາຄູ່ຮ່ວມມື, ບັນດາປະເທດ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ, ປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົງ ໃນການເຄື່ອນໄຫວເສດຖະກິດການຕ່າງປະເທດ, ໃນການທູດດ້ານການປ້ອງກັນປະເທດ ແລະຄວາມໝັ້ນຄົງ, ໃນການຂຸດຄົ້ນຊັບພະຍາກອນຈາກພາຍນອກ, ຈາກຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ກໍ່ມີການປ່ຽນແປງຢ່າງຕັ້ງໜ້າ.
ທີຫ້າ, ຈັດຕັ້ງການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນແຕ່ລະຍຸດທະສາດ, ແຜນກຳນົດ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິຜົນ.
ລາຍງານສະຫຼຸບສັງລວມ 20 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ລັດທະສັງຄົມນິຍົມ (1991–2011) ໄດ້ຢືນຢັນວ່າ: “ການສົມທົບການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ກັບເສດຖະກິດ ແລະການຕ່າງປະເທດໄດ້ດີກວ່າ”(8). ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ຕີລາຄາວ່າ: “ການສົມທົບຢ່າງມີປະສິດທິຜົນ ລະຫວ່າງການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ກັບເສດຖະກິດ, ວັດທະນະທຳ, ສັງຄົມ ໃນແຕ່ລະຍຸດທະສາດ, ແຜນກຳນົດ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ”(9). ຍຸດທະສາດ, ແຜນກຳນົດ, ແຜນການໄລຍະກາງແລະໄລຍະຍາວ ເພື່ອລົງທຶນພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການສຶກສາ, ພັດທະນາ ແລະ ຈັດຕັ້ງປະຕິບັດ ໃນສາຍພົວພັນກັບຍຸດທະສາດການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ; ໄດ້ເຮັດວຽກງານວາງແຜນກຳນົດ ແລະ ສ້າງແຜນພັດທະນາເສດຖະກິດ-ສັງຄົມເປັນຢ່າງດີ ໂດຍເຊື່ອມໂຍງກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ສອດຄ່ອງເໝາະສົມກັບລັກສະນະທ້ອງຖິ່ນແລະຍຸກສະໄໝ ໃນແຕ່ລະໄລຍະ; ການດຳເນີນການສົມທົບໃນຫຼາຍຂົງເຂດ, ແຜນກຳນົດ, ແຜນການພັດທະນາເສດຖະກິດ-ສັງຄົມ ໄດ້ຄຳນຶງເຖິງຄວາມຕ້ອງການດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ.
ເພີ່ມທະວີການລົງທຶນກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາແຜນການ ແລະໂຄງການ ສຳລັບປະຊາຊົນຢູ່ເຂດປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ ເພື່ອແກ້ໄຂບັນຫາສັງຄົມເຄັ່ງຮ້ອນທີ່ເກີດຈາກຂະບວນການເຊື່ອມໂຍງສາກົນ ເຊັ່ນ ການແກ້ໄຂ ແລະ ຮັດແຄບຊ່ອງຫວ່າງລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ ໃນບັນດາຊົນຊັ້ນສັງຄົມ, ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງກຸ່ມຄົນດ້ອຍໂອກາດ, ເອົາໃຈໃສ່ຍົກສູງປະສິດທິຜົນຕົວຈິງ ຂອງໂຄງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ ແລະອື່ນໆ.
ຂໍ້ຈຳກັດບາງຢ່າງ ໃນການຈັດຕັ້ງປະຕິບັດ ການສົມທົບການພັດທະນາເສດຖະກິດ-ສັງຄົມ
ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ.
ທີໜຶ່ງ, ການຈັດຕັ້ງ ແລະ ຜັນຂະຫຍາຍປະຕິບັດ ການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ຍັງບໍ່ສອດຄ່ອງກັນ ແລະ ບໍ່ເປັນໄປຕາມຄວາມຕ້ອງການ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ຢືນຢັນວ່າ: “ການສົມທົບລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງໃນບາງຂົງເຂດ, ພື້ນທີ່ບໍ່ເຂັ້ມງວດ, ແໜ້ນແຟ້ນ, ມີປະສິດທິຜົນ…”(10). ການເຊື່ອມໂຍງເຂົ້າກັບສາກົນບໍ່ໄດ້ຮັບການປະຕິບັດຢ່າງເທົ່າທຽມກັນ. ບໍ່ໄດ້ໃຊ້ປະໂຫຍດຢ່າງເຕັມທີ່ ແລະ ເສີມຂະຫຍາຍຜົນປະໂຫຍດທີ່ເຊື່ອມໂຍງ ແລະໝັ້ນຄົງກັບຄູ່ຮ່ວມມືທີ່ສຳຄັນຢ່າງມີປະສິດທິພາບ.
ທີສອງ, ການຈັດຕັ້ງກໍ່ສ້າງສະຖາບັນ, ກົນໄກ, ນະໂຍບາຍ, ແຜນກຳນົດ, ແຜນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດໃນບາງທ້ອງຖິ່ນ, ພາກພື້ນ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດໃຫ້ດີ, ໂດຍສະເພາະ ໃນຂົງເຂດເສດຖະກິດນອກພາກລັດ ແລະ ພາກທີ່ມີການລົງທຶນຈາກຕ່າງປະເທດ.
ການຫັນເປັນນິຕິກຳທັດສະນະ, ແຜນນະໂຍບາຍໃນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນສະພາບການເຊື່ອມໂຍງເສດຖະກິດສາກົນ ຍັງຊັກຊ້າ, ບໍ່ໄດ້ຕິດຕາມການປ່ຽງແປງຂອງສະຖາການທາງການເມືອງ - ການທະຫານ ແລະ ຄວາມໝັ້ນຄົງໃນໂລກແລະພາກພື້ນ ແລະ ຄວາມຕ້ອງການໃນການປົກປັກຮັກສາປະເທດຊາດ ໃນສະພາບການໃໝ່ຢ່າງໃກ້ຊິດ.
ທີສາມ, ການຊີ້ນຳແລະຈັດຕັ້ງປະຕິບັດການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດຍັງບໍ່ທັນແໜ້ນແຟ້ນຢູ່ບາງບ່ອນ, ຍັງບໍ່ທັນມີປະສິດທິຜົນ, ບາງດ້ານຍັງເຮັດແບບຮູບນອກ.
ລາຍງານສະຫຼຸບສັງລວມ 20 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ (1991–2011) ຢືນຢັນວ່າ: “ການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການປັບປຸງແລະເພີ່ມທະວີກຳລັງແຮງປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ໃນເງື່ອນໄຂພັດທະນາເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໃນບາງດ້ານຍັງບໍ່ແໜ້ນແຟ້ນ. ອຸດສາຫະກຳປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການອຸປະກອນແລະອາວຸດຂອງບັນດາກຳລັງປະກອບອາວຸດໄດ້”(11). ລາຍງານສະຫຼຸບສັງລວມບາງບັນຫາທິດສະດີ ແລະ ພຶດຕິກຳໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່ (1986-2016) ໄດ້ຢືນຢັນວ່າ: “ການຊີ້ນຳ ແລະ ຈັດຕັ້ງປະຕິບັດການສົມທົບສອງໜ້າທີ່ຍຸດທະສາດ ການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນບາງບ່ອນ, ບາງເວລາ ກໍ່ບໍ່ໄດ້ຮັບຜົນຕົວຈິງ. ການສົມທົບລະຫວ່າງທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ກັບທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນ; ການສົມທົບລະຫວ່າງເສດຖະກິດ ກັບການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ; ການກໍ່ສ້າງເຂດເສດຖະກິດ-ປ້ອງກັນປະເທດ ໃນພາກປະຕິບັດ ບາງຄັ້ງຍັງບໍ່ມີປະສິດທິຜົນຕົວຈິງ, ໃນບາງດ້ານຍັງເປັນແບບຮູບນອກ. ການສົມທົບລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງໃນບາງຂົງເຂດ, ບາງພຶື້ນທີ່ ກໍ່ຍັງບໍ່ແໜ້ນແຟ້ນ, ປະສິດທິຜົນບໍ່ສູງ”(12). ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເນັ້ນໜັກວ່າ: “ການສົມທົບເສດຖະກິດ, ວັດທະນະທຳ, ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງຢູ່ບາງທ້ອງຖິ່ນ, ຫົວໜ່ວຍ ຍັງຂາດປະສິດທິຜົນ, ຍັງມີປະກົດການຂອງການອັດຕະວິໄສ, ຂາດຄວາມລະມັດລະວັງ, ໜັກໄປທາງຜົນປະໂຫຍດງ່າຍດາຍ, ເສຍສະຕິລະວັງຕົວ”(13).
ວິທີການຍົກສູງຄຸນນະພາບການຈັດຕັ້ງປະຕິບັດການສົມທົບລະຫວ່າງ
ການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງແລະການຕ່າງປະເທດ.
ທີໜຶ່ງ, ຮັບຮູ້ ແລະ ແກ້ໄຂເປັນຢ່າງດີ ການພົວພັນລະຫວ່າງການກໍ່ສ້າງ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ; ການສົມທົບລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ.
ຕ້ອງເປັນເອກະພາບດ້ານຄວາມເຂົ້າໃຈທັດສະນະຂອງພັກ ແລະ ລະບຽບກົດໝາຍກ່ຽວກັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດຢ່າງຄົບຖ້ວນ ໂດຍອີງໃສ່ການຄົ້ນຄວ້າທິດສະດີ, ສະຫຼຸບສັງລວມ ແລະການຕີລາຄາສະພາບຕົວຈິງ. ພ້ອມກັນນັ້ນ, ຍູ້ແຮງການຊາບຊຶມ, ໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ກ່ຽວກັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ຢູ່ບັນດາສຳນັກງານ ອົງການ ແລະ ປະຊາຊົນ.
ສືບຕໍ່ຜັນຂະຫຍາຍປະຕິບັດສອງໜ້າທີ່ຍຸດທະສາດຄື: ການສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ສຳເລັດມີໄຊ. ແກ້ໄຂຜ່ານຜ່າທ່າອ່ຽງເບິ່ງເບົາໜ້າທີ່ປົກປັກຮັກສາປະເທດຊາດ ຫຼືພຽງແຕ່ສຸມໃສ່ຜົນປະໂຫຍດທາງເສດຖະກິດ. ເພີ່ມທະວີການພົວພັນກັບບັນດາປະເທດໃນພາກພື້ນແລະໃນໂລກ ໃຫ້ເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ໝັ້ນຄົງ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ໜ້າທີ່ປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ, ການຕ່າງປະເທດ ແລະ ໜ້າທີ່ກໍ່ສ້າງແລະປົກປັກຮັກສາປະເທດຊາດ.
ທີສອງ, ສົມທົບຢ່າງແໜ້ນແຟ້ນໃນການວາງແຜນກຳນົດ, ແຜນການລົງທຶນພັດທະນາເສດຖະກິດ-ສັງຄົມ ຕິດກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາປະເທດຊາດ.
ປະຕິບັດໜ້າທີ່ໃຫ້ຄຳປຶກສາ ແລະ ສະໜອງຂໍ້ມູນຂ່າວສານໃຫ້ດີ ເພື່ອຮັບໃຊ້ວຽກງານວາງນະໂຍບາຍ, ໂຄງການພັດທະນາເສດຖະກິດ-ສັງຄົມ ເຊື່ອມໂຍງກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ. ຍົກສູງຄຸນນະພາບການວາງແຜນພັດທະນາທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ການວາງແຜນພັດທະນາເສດຖະກິດ-ສັງຄົມໂດຍລວມ ຕ້ອງຮັບປະກັນການເສີມຂະຫຍາຍຄວາມສາມາດປ້ອງກັນຕົນເອງ ແລະ ຄວາມສາມາດຕອບສະໜອງຄວາມຕ້ອງການຂອງການສ້າງຄວາມເຂັ້ມແຂງດ້ານການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ.
ສົມທົບຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມ ແລະ ການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ໃນການວາງແຜນພັດທະນາບັນດາເຂດເສດຖະກິດສຳຄັນ ແລະ ບັນດາພື້ນທີ່ຍຸດທະສາດ; ໃນການວາງແຜນການລົງທຶນ ເພື່ອພັດທະນາບັນດາຂະແໜງການ ແລະ ຂົງເຂດທີ່ສຳຄັນຂອງປະເທດ ເຊັ່ນ: ການຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ຂໍ້ມູນຂ່າວສານ ແລະ ການສື່ສານ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ອຸດສາຫະກຳປ້ອງກັນປະເທດ ແລະອື່ນໆ.
ທີສາມ, ສືບຕໍ່ປັບປຸງບູລະນະລະບົບກົດໝາຍກ່ຽວກັບການສົມທົບຢ່າງແໜ້ນແຟ້ນແລະມີປະສິດທິຜົນ ລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ.
ທຸກໆ ແນວທາງ ແຜນນະໂຍບາຍຂອງພັກທີ່ກ່ຽວຂ້ອງກັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຈຳເປັນຕ້ອງໄດ້ຮັບການຈັດຕັ້ງເປັນລະບົບເອກະສານນິຕິກຳທີ່ຄົບຊຸດແລະເປັນເອກະພາບ ເພື່ອຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບແລະປະສິດທິຜົນ ໃນທົ່ວປະເທດ. ກົນໄກ, ນະໂຍບາຍເພື່ອຮັບປະກັນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຈຳເປັນຕ້ອງໄດ້ຮັບການກໍ່ສ້າງຕາມທັດສະນະການປ້ອງກັນປະເທດທົ່ວປວງຊົນ ແລະ ການຮັກສາຄວາມໝັ້ນຄົງປະຊາຊົນ.
ທີສີ່, ສືບຕໍ່ປັບປຸງຍຸດທະສາດໂດຍລວມກ່ຽວກັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃຫ້ສົມບູນແບບ.
ໃນການປັບປຸງຍຸດທະສາດໂດຍລວມ, ແຜນກຳນົດ, ແຜນການກ່ຽວກັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃຫ້ສົມບູນແບບນັ້ນ ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕັ້ງແຕ່ການສືບສວນ, ການປະເມີນຊັບພະຍາກອນ, ບົນພື້ນຖານນັ້ນ ກຳນົດເປົ້າໝາຍ ທິດທາງພັດທະນາ ແລະ ສະເໜີບັນດານະໂຍບາຍແກ້ໄຂ ຄື ນະໂຍບາຍຂຸດຄົ້ນຊັບພະຍາກອນ; ນະໂຍບາຍການລົງທຶນແລະຈັກແບ່ງການລົງທຶນ; ນະໂຍບາຍລະດົມກຳລັງຄົນ ແລະ ການຈັດສັນປະຊາກອນ; ນະໂຍບາຍໃຫ້ບຸລິມະສິດສໍາລັບວິທະຍາສາດແລະເຕັກໂນໂລຊີໃຊ້ສອງທາງ. ຍູ້ແຮງການກໍ່ສ້າງ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງເຂດເສດຖະກິດ-ປ້ອງກັນປະເທດ ແລະ ພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ໃນເຂດຊາຍແດນ, ທະເລ ແລະ ໝູ່ເກາະ, ຕອບສະໜອງໜ້າທີ່ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ໃນສະພາບການໃໝ່.
ທີຫ້າ, ຍົກສູງປະສິດທິພາບແລະປະສິດທິຜົນການຄຸ້ມຄອງຂອງອຳນາດການປົກຄອງທຸກຂັ້ນ ໃນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ.
ປັບປຸງກົນໄກການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃຫ້ສົມບູນແບບ. ກຳນົດຕຳແໜ່ງ ບົດບາດ ແລະ ເນື້ອໃນການຄຸ້ມຄອງບໍລິຫານລັດຢ່າງຖືກຕ້ອງ ໃນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ. ກໍ່ສ້າງກົນໄກຄຸ້ມຄອງທີ່ເໝາະສົມ ສຳລັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດໃນໄລຍະໃໝ່.
ສ້າງ ແລະ ຊີ້ນຳການປະຕິບັດເປັນຢ່າງດີ ແຜນກຳນົດ, ແຜນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນຂະແໜງການ, ທ້ອງຖິ່ນ ແລະ ຮາກຖານ.
ທີຫົກ, ຍົກສູງຄຸນນະພາບການຝຶກອົບຮົມຄວາມຮູ້ ແລະ ປະສົບການ ໃນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃຫ້ແກ່ພະນັກງານລັດຖະກອນ ໂດຍສະເພາະຜູ້ນຳ ແລະ ພະນັກງານຄຸ້ມຄອງທຸກຂັ້ນ.
ອີງໃສ່ເປົ້າໝາຍຂອງການຝຶກອົບຮົມ, ຄວາມຕ້ອງການແລະໜ້າທີ່ທີ່ກຳນົດໄວ້ ເພື່ອຄັດເລືອກເນື້ອໃນ ແລະ ໂຄງການການຝຶກອົບຮົມທີ່ເໝາະສົມ ແລະແທດເໝາະ ເພື່ອຍົກລະດັບຄວາມຮູ້, ປະສົບການ ແລະ ຄວາມສາມາດໃນພາກປະຕິບັດ ໃຫ້ແທດເໝາະກັບຕໍາແໜ່ງ ທີ່ແຕ່ລະປະເພດພະນັກງານດຳລົງຢູ່. ສົມທົບການຝຶກອົບຮົມຄວາມຮູ້ທາງດ້ານທິດສະດີ ກັບການປະຕິບັດ ຜ່ານການທົດລອງ ແລະ ການຝຶກປະຕິບັດຕົວຈິງ ໃນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຮາກຖານຕ່າງໆ ເພື່ອປັບປຸງຍົກສູງຄວາມເຂົ້າໃຈ ແລະ ຄວາມສາມາດຈັດຕັ້ງປະຕິບັດ ຂອງຖັນແຖວພະນັກງານ, ປະຊາຊົນ ແລະ ກອງທັບ ໃນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນໄລຍະໃໝ່.
ການຈັດຕັ້ງປະຕິບັດການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ມີທີ່ຕັ້ງແລະບົດບາດສຳຄັນພິເສດ ໃນການສ້າງທ່າສະໜາມຮົບປ້ອງກັນປະເທດທີ່ໝັ້ນຄົງ ໃນບັນດາພື້ນທີ່ ແລະທິດທາງຍຸດທະສາດ. ນີ້ແມ່ນໜ້າທີ່ທີ່ສຳຄັນ, ເປັນປະຈຳ ແລະ ເປັນຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂອງລະບົບການເມືອງທັງໝົດ. ສະນັ້ນ, ເພື່ອສຳເລັດໜ້າທີ່ດັ່ງກ່າວ, ຈຳເປັນຕ້ອງເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປະເທດ, ຂອງລະບົບການເມືອງທັງໝົດ, ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານຢ່າງເປັນເອກະພາບຂອງລັດ./.
--------------------
* ບົດຂຽນນີ້ແມ່ນຜົນການຄົ້ນຄ້ວາຂອງໂຄງການວິທະຍາສາດລະດັບຊາດ: “ສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນສະພາບການໃໝ່”, ລະຫັດໝາຍເລກ: KX.04.30/21-25
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 157.
(2) ສະຫຼຸບສັງລວມບາງບັນຫາທິດສະດິ - ພຶດຕິກຳ ຜ່ານ 20 ປີແຫ່ງການປະຕິບັດ ໂຄງການການເມືອງປີ 1991 ຂອງກະຊວງການປ້ອງກັນປະເທດ (1991-2011), ສພຈ. ກອງທັບປະຊາຊົນ, ຮ່າໂນ້ຍ, 2010, ໜ້າ 165.
(3) ລາຍງານ 10 ປີແຫ່ງການປະຕິບັດ ໂຄງການການເມືອງ ປີ 2011, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2020, ໜ້າ 72.
(4) ບົດສະຫຼຸບໝາຍເລກ 10-KL/TW, ວັນທີ 8 ກໍລະກົດ 2021, ຂອງກົມການເມືອງສູນກາງ “ວ່າດ້ວຍການເພີ່ມທະວີຄວາມສາມາດບົ່ມຊ້ອນດ້ານການປ້ອງກັນປະເທດ, ຄວາມໝັ້ນຄົງ ສົມທົບກັບການພັດທະນາເສດຖະກິດ-ສັງຄົມ ໃນທິດຍຸດທະສາດທາງຕາເວັນຕົກສຽງໃຕ້ຂອງປະເທດຊາດ”; ບົດສະຫຼຸບໝາຍເລກ 55-KL/TW, ວັນທີ 10 ພຶດສະພາ 2023, ຂອງກົມການເມືອງສູນກາງ “ວ່າດ້ວຍການເພີ່ມທະວີການປ້ອງກັນປະເທດ, ຄວາມໝັ້ນຄົງ ສົມທົບກັບການພັດທະນາເສດຖະກິດ-ສັງຄົມໃນທິດຍຸດທະສາດທາງຕາເວັນຕົກຂອງປະເທດຊາດ”
(5) ເອກະສານເພື່ອຄົ້ນຄວ້າບັນດາເອກະສານກອງປະຊຸມຄັ້ງທີ 8 ຂອງຄະນະບໍລິງານສູນກາງພັກ ຊຸດທີ XIII, (ໃຊ້ສຳລັບພະນັກງານສຳຄັນ ແລະ ຜູ້ສື່ຂ່າວ), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 254.
(6), (7) ເອກະສານເພື່ອຄົ້ນຄວ້າບັນດາເອກະສານກອງປະຊຸມຄັ້ງທີ 8 ຂອງຄະນະບໍລິງານສູນກາງພັກ ຊຸດທີ XIII, ປຶ້ມທີ່ໄດ້ແນະນຳ, ໜ້າ 254, 257.
(8) ລາຍງານສະຫຼຸບສັງລວມ 20 ປີແຫ່ງການປະຕິບັດ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ (1991-2011), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2010, ໜ້າ 124.
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳເຫຼັ້ມ 1, ໜ້າ 68.
(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳເຫຼັ້ມ 2, ໜ້າ 76.
(11) ລາຍງານສະຫຼຸບສັງລວມ 20 ປີແຫ່ງການປະຕິບັດ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ (1991-2011), ປຶ້ມທີ່ໄດ້ແນະນຳ, ໜ້າ 125.
(12) ລາຍງານສະຫຼຸບສັງລວມບາງບັນຫາທິດສະດີ - ພຶດຕິກຳ ຜ່ານ 30 ປີແຫ່ງການປ່ຽນແປງໃໝ່ (1986-2016), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2015, ໜ້າ 126.
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳເຫຼັ້ມ 1, ໜ້າ 88.