ການພັດທະນາຕົວເມືອງຂອງຫວຽດນາມຢ່າງຍືນຍົງ
ແລະສາມາດປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ
ໃນໄລຍະ 2021-2030
ແລະສາມາດປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ
ໃນໄລຍະ 2021-2030
ວກ - ການປ່ຽນແປງສະພາບອາກາດແມ່ນໜຶ່ງໃນຄວາມທ້າທາຍທີ່ໃຫຍ່ທີ່ສຸດທີ່ມະນຸດຊາດຕ້ອງປະເຊີນ. ປະກົດການນີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບຢ່າງແຮງຕໍ່ຂະບວນການພັດທະນາຕົວເມືອງ. ການພັດທະນາຕົວເມືອງແບບຍືນຍົງ ແລະສາມາດປັບຕົວເຂົ້າກັບການປ່ຽນແປງສະພາບອາກາດບໍ່ພຽງແຕ່ແມ່ນໜ້າທີ່ຮີບດ່ວນເທົ່ານັ້ນ ແຕ່ຍັງເປັນຄວາມຮັບຜິດຊອບຂອງແຕ່ລະປະເທດ, ແຕ່ລະທ້ອງຖິ່ນ ແລະ ພົນລະເມືອງແຕ່ລະຄົນ.
ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ກວດກາໂຄງການຈະລາຈອນທີ່ສຳຄັນບາງແຫ່ງ ຢູ່ນະຄອນໂຮ່ຈີມິນ _ແຫຼ່ງ: dantri.vn
ສະຖານະການປະຈຸບັນ ແລະ ບັນຫາທີ່ຫວຽດນາມປະເຊີນ
ຈາກການຮັບຮູ້ເຖິງຜົນກະທົບອັນຮ້າຍແຮງຂອງການປ່ຽນແປງສະພາບອາກາດຕໍ່ການພັດທະນາເສດຖະກິດ - ສັງຄົມໂດຍທົ່ວໄປ ແລະ ຕໍ່ລະບົບຕົວເມືອງໂດຍສະເພາະ, ພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ໄດ້ມີນະໂຍບາຍ ແລະ ຍຸດທະສາດຫຼາຍຢ່າງເພື່ອຊຸກຍູ້ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ, ໃນນັ້ນມີການພັດທະນາຕົວເມືອງ. ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ກ່າວເຖິງຜົນກະທົບ ແລະ ສິ່ງທ້າທາຍທີ່ເກີດຂຶ້ນຈາກການປ່ຽນແປງສະພາບອາກາດ, ໂດຍໄດ້ລະບຸລະບົບໜ້າທີ່ຕົ້ນຕໍ ແລະ ວິທີແກ້ໄຂຕົ້ນຕໍ, ໃນນັ້ນມີໜ້າທີ່: “ຄຸ້ມຄອງຢ່າງເຄັ່ງຄັດ ແລະ ນຳໃຊ້ທີ່ດິນແລະຊັບພະຍາກອນຢ່າງສົມເຫດສົມຜົນແລະມີປະສິດທິພາບ; ປົກປ້ອງແລະປັບປຸງສິ່ງແວດລ້ອມ; ດຳເນີນການແກ້ບັນຫາຢ່າງເປັນເຈົ້າການແລະຕັ້ງໜ້າ ເພື່ອປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ”(1).
ເພື່ອປະຕິບັດໜ້າທີ່ຈຸດໜັກໃຈກາງແລະວິທີແກ້ໄຂບັນຫາຕົ້ນຕໍ, ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ຜັນຂະຫຍາຍໃຫ້ເໝາະສົມກັບໄລຍະການພັດທະນາໃໝ່, ຄື: ກໍ່ສ້າງລະບົບໂຄງສ້າງພື້ນຖານທີ່ຄົບຊຸດແລະທັນສະໄໝ ທັງດ້ານເສດຖະກິດ - ສັງຄົມ, ສະພາບແວດລ້ອມ, ການປ້ອງກັນປະເທດ ແລະຄວາມໝັ້ນຄົງ, ໃຫ້ບຸລິມະສິດຕໍ່ການພັດທະນາໂຄງການລະດັບຊາດທີ່ສຳຄັນຫຼາຍໂຄງການດ້ານການຄົມມະນາຄົມຂົນສົ່ງ, ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ; ສຸມໃສ່ພັດທະນາໂຄງສ້າງພື້ນຖານດ້ານຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມ, ສ້າງແພຼດຟອມການປ່ຽນແປງທາງດິຈິຕອນແຫ່ງຊາດ, ພັດທະນາເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນເທື່ອລະກ້າວ”(2).
ໂດຍສະເພາະ, ຄະນະບໍລິຫານງານສູນກາງພັກໄດ້ອອກມະຕິເລກທີ 24-NQ/TW, ລົງວັນທີ 3 ມິຖຸນາ 2013 “ກ່ຽວກັບການຕອບສະໜອງຢ່າງຕັ້ງໜ້າຕໍ່ການປ່ຽນແປງສະພາບອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນ ແລະ ການປົກປັກຮັກສາສິ່ງແວດລ້ອມ”, ສະເໜີຄວາມຕັດສິນໃຈສຳຄັນຂອງພັກ ໃນການຕອບສະໜອງຕໍ່ການປ່ຽນແປງສະພາບອາກາດ, ການຄຸ້ມຄອງຊັບພະຍາກອນ ແລະ ການປົກປັກຮັກສາສິ່ງແວດລ້ອມຢູ່ປະເທດເຮົາ. ກົມການເມືອງສູນກາງພັກຍັງໄດ້ອອກຂໍ້ສະຫຼຸບໝາຍເລກ 56-KL/TW, ລົງວັນທີ 23 ສິງຫາ 2019 ວ່າດ້ວຍ “ການສືບຕໍ່ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ XI ກ່ຽວກັບການຕອບສະໜອງຕໍ່ການປ່ຽນແປງສະພາບອາກາດຢ່າງເປັນເຈົ້າການ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນ ແລະ ການປົກປັກຮັກສາສິ່ງແວດລ້ອມ”.
ຂົງເຂດການພັດທະນາຕົວເມືອງກໍ່ໄດ້ຮັບຄວາມສົນໃຈ ແລະ ການຊີ້ນຳຢ່າງໃກ້ຊິດຂອງພັກ ໃນທິດທາງການພັດທະນາປະເທດໃນໄລຍະ 2021-2030 ໂດຍສະເພາະ: “ການປັບປຸງໃຫ້ສົມບູນແບບ... ການສ້າງສະຖຽນລະພາບເສດຖະກິດມະຫາພາກ, ການປ່ຽນໃໝ່ຮູບແບບການເຕີບໂຕຢ່າງແຂງແຮງ, ການປັບໂຄງສ້າງເສດຖະກິດ, ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ; ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາຕົວເມືອງ,... ຍົກສູງຄວາມສາມາດໃນການແຂ່ງຂັນທາງເສດຖະກິດ”; “ການສ້າງຍຸດທະສາດ, ສ້າງສະຖາບັນການພັດທະນາຕົວເມືອງ ແລະ ເສດຖະກິດຕົວເມືອງໃຫ້ສົມບູນແບບ ເພື່ອເປັນພະລັງຂັບເຄື່ອນການພັດທະນາໃນແຕ່ລະພາກພື້ນ ແລະ ທ້ອງຖິ່ນ; ເພີ່ມທະວີການຄຸ້ມຄອງຕົວເມືອງ, ພັດທະນາຕົວເມືອງດາວທຽມ, ຈຳກັດທ່າອຽງທີ່ຈະສຸມໃສ່ຕົວເມືອງໃຫຍ່ເກີນໄປ. ການກໍ່ສ້າງຕົວເມືອງທີ່ທັນສະໄໝ, ມີອາລະຍະທຳແລະອັດສະລິຍະ ທີ່ມີຄວາມຫຼາກຫຼາຍໃນດ້ານປະເພດ ໂດຍມີເອກະລັກທາງສະຖາປັດຕະຍະກຳ ແລະ ວັດທະນະທຳທີ່ເປັນເອກະລັກໃນແຕ່ລະທ້ອງຖິ່ນ”.
ໃນຂົງເຂດການພັດທະນາຕົວເມືອງ, ເປັນຄັ້ງທຳອິດທີ່ກົມການເມືອງສູນກາງພັກໄດ້ອອກມະຕິສະເພາະກ່ຽວກັບບັນຫານີ້: ມະຕິໝາຍເລກ 06-NQ/TW, ລົງວັນທີ 24 ມັງກອນ 2022, ຂອງກົມການເມືອງສູນກາງພັກ “ກ່ຽວກັບການວາງແຜນ, ການກໍ່ສ້າງ, ການຄຸ້ມຄອງ ແລະການພັດທະນາຕົວເມືອງຫວຽດນາມຢ່າງຍືນຍົງເຖິງປີ 2030 ວິໄສທັດເຖິງປີ 2045”. ມະຕິໝາຍເລກ 06-NQ/TW ກຳນົດໃຫ້ເພີ່ມທະວີການນຳພາ ແລະ ຊີ້ນຳຂອງພັກ, ການຄຸ້ມຄອງລັດໃຫ້ມີປະສິດທິພາບແລະປະສິດທິຜົນ; ເປັນເອກະພາບທາງດ້ານຄວາມຮັບຮູ້ ແລະ ການກະທຳໃນການປັບປຸງລະບຽບລະບອບສະຖາບັນ, ການວາງແຜນ, ການກໍ່ສ້າງ, ການຄຸ້ມຄອງ ແລະ ການພັດທະນາຕົວເມືອງແບບຍືນຍົງ ຕາມທິດທາງສ້າງຕົວເມືອງສີຂຽວ ມີອາລະຍະທຳ ມີເອກະລັກ ແລະການບຸກເບີກ. ມະຕິໝາຍເລກ 06-NQ/TW ຍັງໄດ້ກຳນົດຢ່າງຈະແຈ້ງບັນດາໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍ, ໃນນັ້ນ ໜ້າທີ່ທີ່ 4 ລະບຸວ່າ “ຊຸກຍູ້ການພັດທະນາທີ່ຢູ່ອາໄສ ແລະລະບົບພື້ນຖານໂຄງລ່າງຕົວເມືອງທີ່ຄົບຊຸດ, ທັນສະໄໝ, ເຊື່ອມໂຍງກັນ ແລະປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ”.
ເພື່ອຜັນຂະຫຍາຍມະຕິໝາຍເລກ 06-NQ/TW ຂອງກົມການເມືອງສູນກາງພັກ, ລັດຖະບານໄດ້ອອກມະຕິໝາຍເລກ 148/NQ-CP, ລົງວັນທີ 11 ພະຈິກ 2022 ວ່າດ້ວຍ “ໂຄງການປະຕິບັດງານຂອງລັດຖະບານໃນການປະຕິບັດຕາມມະຕິໝາຍເລກ 06-NQ/TW, ເຊິ່ງມີທິດທາງວ່າ: “ລະບົບຕົວເມືອງເຊື່ອມໂຍງເປັນເຄືອຂ່າຍທີ່ສອດປະສານກັນເປັນໜຶ່ງດຽວ ແລະ ສົມດູນກັນລະຫວ່າງພາກພື້ນ, ມີຄວາມສາມາດຮັບມືກັບການປ່ຽນແປງສະພາບອາກາດ, ປ້ອງກັນ ແລະ ຕໍ່ສູ້ກັບໄພທຳມະຊາດແລະໂລກລະບາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ມີສະຖາປັດຕະຍະກຳທີ່ເປັນເອກະລັກ, ມີເອກະລັກສະເພາະຕົວ, ຂຽວສົດ, ທັນສະໄໝ ແລະ ອັດສະລິຍະ” ແລະ ກຳນົດ 6 ໜ້າທີ່ຫຼັກ, ໃນນັ້ນມີໜ້າທີ່: “ກໍ່ສ້າງ ແລະ ພັດທະນາຕົວເມືອງທີ່ທົນທານຕໍ່ການປ່ຽນແປງສະພາບອາກາດ, ພັດທະນາອາຄານສີຂຽວ ແລະ ເຂດຕົວເມືອງສີຂຽວ, ຮັບປະກັນຄຸນນະພາບສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການເຕີບໂຕສີຂຽວ”.
ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ພັກ ແລະ ລັດ ໄດ້ເອົາໃຈໃສ່ເປັນພິເສດຕໍ່ຂົງເຂດການພັດທະນາຕົວເມືອງ, ໃນນັ້ນມີຫຼາຍທິດທາງ ແລະການຊີ້ນຳ ເພື່ອຮັບປະກັນການພັດທະນາຕົວເມືອງແບບຍືນຍົງ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດໃນໄລຍະປະຈຸບັນ.
ຂະບວນການພັດທະນາຕົວເມືອງຢູ່ຫວຽດນາມມີບາດກ້າວຂະຫຍາຍຕົວແຮງພໍຄວນນັບແຕ້ປີ 1986 ເມື່ອຫວຽດນາມດຳເນີນນະໂຍບາຍ “ປ່ຽນແປງໃໝ່”. ໃນເວລາທີ່ຜ່ານມາ, ຫວຽດນາມໄດ້ຊຸກຍູ້ການພັດທະນາເສດຖະກິດຢ່າງແຂງແຮງ ພ້ອມກັນກັບການຫັນເປັນຕົວເມືອງ ແລະ ການຫັນເປັນຕົວເມືອງຢ່າງວ່ອງໄວ, ສ້າງເງື່ອນໄຂອຳນາຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຊຸກຍູ້ການປັບປ່ຽນໂຄງປະກອບເສດຖະກິດ ແລະແຮງງານ ກ້າວໄປສູ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ລະບົບຕົວເມືອງຂອງຫວຽດນາມໄດ້ຮັບການຈັດວາງຕາມຮູບແບບເຄືອຂ່າຍ, ສອດຄ່ອງກັບເງື່ອນໄຂທຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ກົດເກນການພັດທະນາເສດຖະກິດ. ຮອດທ້າຍເດືອນທັນວາ 2023, ຫວຽດນາມມີຕົວເມືອງທັງໝົດ 902 ແຫ່ງ, ໃນນັ້ນມີຕົວເມືອງລະດັບພິເສດ 2 ແຫ່ງ, ຕົວເມືອງລະດັບ I ຈຳນວນ 22 ແຫ່ງ, ຕົວເມືອງລະດັບ II ຈຳນວນ 36 ແຫ່ງ, ຕົວເມືອງລະດັບ III ຈຳນວນ 45 ແຫ່ງ, ຕົວເມືອງລະດັບ IV ຈຳນວນ 95 ແຫ່ງ ແລະ ຕົວເມືອງລະດັບ V ຈຳນວນ 702 ແຫ່ງ. ອັດຕາສ່ວນການຫັນເປັນຕົວເມືອງໃນທົ່ວປະເທດປະມານ 42,6%. ສອງເຂດຕົວເມືອງຂະໜາດໃໝ່ (ເຂດນະຄອນຫຼວງຮ່າໂນ້ຍ ແລະ ເຂດນະຄອນໂຮ່ຈີມິນ) ນຳໜ້າໃນການຫັນເປັນອຸດສາຫະກຳ ແລະ ການຫັນເປັນຕົວເມືອງຂອງປະເທດ, ມີບົດບາດເປັນເສົາຄ້ຳໃນການເຕີບໂຕທາງເສດຖະກິດຕົ້ນຕໍ.
ໂຄງສ້າງພື້ນຖານທາງເຕັກນິກໃນຕົວເມືອງ ແລະ ໂຄງສ້າງພື້ນຖານສັງຄົມ ໄດ້ຮັບການລົງທຶນ ເພື່ອເພີ່ມຂະໜາດ ແລະ ປັບປຸງຄຸນນະພາບການບໍລິການ. ທາງດ່ວນແລະທາງຫຼວງແຫ່ງຊາດຫຼາຍສາຍ, ທາງວົງແຫວນຮອບຕົວເມືອງໃຫຍ່, ສະໜາມບິນ ແລະ ທ່າເຮືອທະເລທີ່ສຳຄັນ ແລະ ຂະໜາດໃຫຍ່ ໄດ້ຮັບການກໍ່ສ້າງ ແລະ ຍົກລະດັບ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະຫວ່າງພາກພື້ນ ແລະ ເຂດຕ່າງໆໃນທົ່ວປະເທດ ແລະ ການຄ້າລະຫວ່າງປະເທດເພີ່ມຂຶ້ນ. ລະບົບຂົນສົ່ງສາທາລະນະໄດ້ຮັບການພັດທະນາ, ໃນນັ້ນ ລະບົບຂົນສົ່ງສາທາລະນະຈຳນວນຫຼາຍໃນນະຄອນໃຫຍ່ໆ ກຳລັງເປັນຮູບເປັນຮ່າງຂຶ້ນ. ບັນຫາໂຄງສ້າງພື້ນຖານອື່ນໆ ເຊັ່ນ ການສະໜອງນ້ຳ, ການລະບາຍນ້ຳ, ການບຳບັດນ້ຳເສຍ, ແສງສະຫວ່າງໃນຕົວເມືອງ... ລ້ວນມີການປ່ຽນແປງໃນທາງບວກທັງດ້ານປະລິມານແລະຄຸນນະພາບ. ໂຄງສ້າງພື້ນຖານທາງສັງຄົມເຊັ່ນ ການສຶກສາແລະການຝຶກອົບຮົມ, ສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ກິລາແລະການທ່ອງທ່ຽວ, ການຄ້າແລະບໍລິການ,... ໃນຕົວເມືອງໄດ້ຮັບການເອົາໃຈໃສ່ໃນການລົງທຶນ. ຫຼາຍທ້ອງຖິ່ນໄດ້ຜັນຂະຫຍາຍໂຄງການປູກຕົ້ນໄມ້ໃໝ່, ປູກຕົ້ນໄມ້ເພີ່ມເຕີມ ແລະ ອະນຸລັກຮັກສາຕົ້ນໄມ້ ເພື່ອກໍ່ສ້າງຕົວເມືອງເຕີບໂຕຂຽວ. ໂຄງສ້າງພື້ນຖານດິຈິຕອນຂອງຫວຽດນາມ ໄດ້ກ້າວເຂົ້າສູ່ລະດັບກ້າວໜ້າໃນພາກພື້ນອາຊຽນ.
ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້ນັ້ນ, ການພັດທະນາຕົວເມືອງຂອງຫວຽດນາມ ຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ໜຶ່ງໃນນັ້ນແມ່ນການກະທົບຢ່າງຮ້າຍແຮງຈາກການປ່ຽນແປງສະພາບອາກາດ. ດ້ວຍຊາຍຝັ່ງທະເລຍາວ 3.260 ກິໂລແມັດ, ທີ່ຕັ້ງພູມສາດ ພູມສັນຖານ ແລະ ດິນຟ້າອາກາດທີ່ຫຼາກຫຼາຍ, ຫວຽດນາມ ຖືວ່າເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກການປ່ຽນແປງສະພາບອາກາດ, ປະກົດການສະພາບອາກາດສຸດຂົ້ວ ແລະມີຄວາມອ່ອນໄຫວເປັນພິເສດຕໍ່ລະດັບນ້ຳທະເລທີ່ສູງຂຶ້ນ ພາຍຸ ແລະ ລົມພັດແຮງເຂດຮ້ອນໃນພາກພື້ນອາຊີປາຊີຟິກ(3).
ຕາມສະຖານະການການປ່ຽນແປງສະພາບອາກາດແຫ່ງຊາດໃນປີ 2020, ຖ້າລະດັບນ້ຳທະເລສູງຂຶ້ນ 100 ຊັງຕີແມັດ, ເຂດທົ່ງພຽງແມ່ນ້ຳ ກື໋ວລອງ (ແມ່ນ້ຳຂອງ) ມີຄວາມສ່ຽງສູງທີ່ຈະເກີດນ້ຳຖ້ວມໃນເນື້ອທີ່ 47,29%; ເຂດທົ່ງພຽງແມ່ນນ້ຳແດງ ແລະ ບັນດາແຂວງນະຄອນຕາມຝັ່ງທະເລພາກກາງ ກໍ່ມີຄວາມສ່ຽງສູງທີ່ຈະເກີດນ້ຳຖ້ວມ ໃນລະດັບ 13,2% ແລະ 1,52% ຂອງເນື້ອທີ່. ຈາກການຄາດຄະເນລະດັບນ້ຳທະເລຂອງຫວຽດນາມ, ໃນປີ 2100 ລະດັບນ້ຳທະເລອາດຈະສູງຂຶ້ນໂດຍສະເຫຼ່ຍ 73 ຊັງຕີແມັດຈາກປະຈຸບັນ, ສົ່ງຜົນໃຫ້ເກີດນ້ຳຖ້ວມໃນ 34 ແຂວງແລະນະຄອນທົ່ວປະເທດຫວຽດນາມ ລວມທັງເນື້ອທີ່ 80% ຂອງແຂວງເຮົ້າຢາງ ແລະ ເນື້ອທີ 40% ຂອງເຂດທົ່ງພຽງແມ່ນ້ຳ ກື໋ວລອງ.
ປະກົດການສະພາບອາກາດສຸດຂົ້ວ (ຝົນຕົກໜັກ, ພະຍຸ, ນໍ້າຖ້ວມ, ໄພແຫ້ງແລ້ງ) ຈະເກີດຂຶ້ນເລື້ອຍໆແລະຮຸນແຮງຫຼາຍຂຶ້ນ. ໃນເນື້ອທີ່ສ່ວນໃຫຍ່ຂອງປະເທດ, ປະລິມານນ້ຳຝົນລາຍປີມີແນວໂນ້ມເພີ່ມຂຶ້ນ 10-15% ໃນກາງສະຕະວັດທີ 21 ແລະເພີ່ມຂຶ້ນເປັນ 10-25% ໃນທ້າຍສະຕະວັດນີ້ (ສະຖານະການ RCP8.5). ສະເພາະເຂດຊາຍຝັ່ງທະເລຕາເວັນອອກສຽງເໜືອ, ປະລິມານນ້ຳຝົນອາດຈະເພີ່ມຂຶ້ນ 20-30% ໃນໄລຍະກາງສະຕະວັດທີ XXI ແລະອາດຈະເພີ່ມຂຶ້ນຫຼາຍກວ່າ 40% ພາຍໃນທ້າຍສະຕະວັດນີ້ ແລະປະລິມານນ້ຳຝົນທີ່ຕົກໜັກໃນເນື້ອທີ່ສ່ວນໃຫຍ່ຂອງພາກເໜືອອາດຈະເພີ່ມຂຶ້ນ 40-50%. ອຸນຫະພູມສະເລ່ຍທົ່ວໂລກເພີ່ມສູງຂຶ້ນ ສົ່ງຜົນໃຫ້ເກີດຄື້ນຄວາມຮ້ອນຍາວນານ. ຈໍານວນເດືອນທີ່ເກີດໄພແຫ້ງແລ້ງເພີ່ມຂຶ້ນໃນພື້ນທີ່ສ່ວນໃຫຍ່ຂອງພາກກາງຕອນເໜືອ, ເຂດເນີນສູງພາກກາງ ແລະ ສ່ວນໜຶ່ງຂອງເຂດທົ່ງພຽງພາກເຫນືອ ແລະ ພາກກາງຕອນໃຕ້.
ສະນັ້ນ, ດ້ວຍຕົວເມືອງຂະໜາດໃຫຍ່ແລະຂະໜາດນ້ອຍຫຼາຍກວ່າ 900 ແຫ່ງກະຈາຍຢູ່ທົ່ວປະເທດ ແລະ ປະກອບສ່ວນຫຼາຍກ່ວາ 70% ຂອງ GDP ຂອງປະເທດ, ມີປະຊາກອນອາໄສຢູ່ຫຼາຍກວ່າ 41 ລ້ານຄົນ; ລະບົບຕົວເມືອງຂອງຫວຽດນາມຖືກຜົນກະທົບຈາກການປ່ຽນແປງສະພາບອາກາດ ໄດ້ແບ່ງອອກເປັນ 2 ກຸ່ມຕົ້ນຕໍຄື: ລະບົບຕົວເມືອງຊາຍຝັ່ງທະເລ ແຄມແມ່ນ້ຳ ເຂດທົ່ງພຽງ ແລະ ລະບົບຕົວເມືອງເຂດພູດອຍ ແລະ ເຂດເນີນສູງ. ລະບົບຕົວເມືອງຊາຍຝັ່ງທະເລ ແຄມແມ່ນ້ຳ ແລະ ເຂດທົ່ງພຽງ (28 ແຂວງ ແລະ ນະຄອນຊາຍຝັ່ງທະເລມີປະມານ 350 ຕົວເມືອງ) ມີຄວາມສ່ຽງທີ່ຈະຖືກຜົນກະທົບຈາກລະດັບນ້ຳທະເລທີ່ເພີ່ມຂຶ້ນ ແລະ ໄພອັນຕະລາຍທີ່ຕິດພັນກັບການປ່ຽນແປງສະພາບອາກາດເຊັ່ນ: ພະຍຸ ແລະ ລົມແຮງເຂດຮ້ອນ, ນ້ຳຖ້ວມ ແລະ ດິນເຈື່ອນ. ໃນຂະນະນັ້ນ, ລະບົບຕົວເມືອງໃນເຂດພູດອຍ ແລະພູພຽງ (12 ແຂວງເຂດພູດອຍແລະເຂດພູພຽງມີຕົວເມືອງປະມານ 150 ແຫ່ງ) ມີຄວາມສ່ຽງທີ່ຈະຖືກຜົນກະທົບຈາກໄພນໍ້າຖ້ວມກະທັນຫັນ, ດິນເຈື່ອນ ແລະ ການສູນເສຍຂອງນ້ຳໃຕ້ດິນ.
ຜົນກະທົບທາງລົບຂອງການປ່ຽນແປງສະພາບອາກາດທີ່ກ່າວມາຂ້າງເທິງນີ້ຕໍ່ລະບົບຕົວເມືອງ ຈະສົ່ງຜົນກະທົບໂດຍກົງເຖິງເປົ້າໝາຍການພັດທະນາສະຫັດສະວັດຂອງຫວຽດນາມ.
ບາງວິທີການພັດທະນາຕົວເມືອງເພື່ອການພັດທະນາແບບຍືນຍົງ
ແລະ ການປັບຕົວເຂົ້າກັບຂອງການປ່ຽນແປງສະພາບອາກາດ
ປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ, ກະຊວງກໍ່ສ້າງໄດ້ປະຕິບັດຫຼາຍໜ້າທີ່ ແລະ ແນະນຳໃຫ້ເຈົ້າໜ້າທີ່ມີອຳນາດອອກແຜນການ, ແຜນງານພັດທະນາຕົວເມືອງ ມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ ແລະ ປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ. ໃນນັ້ນລວມມີແຜນພັດທະນາຕົວເມືອງທີ່ເຕີບໂຕສີຂຽວຂອງຫວຽດນາມ (ຂໍ້ຕົກລົງເລກທີ 84/QD-TTg, ລົງວັນທີ 19 ມັງກອນ 2018, ຂອງນາຍົກລັດຖະມົນຕີ); ໂຄງການພັດທະນາຕົວເມືອງອັດສະລິຍະແບບຍືນຍົງຢູ່ຫວຽດນາມ ໄລຍະ 2018-2025 ແລະທິດທາງຮອດປີ 2030 (ຂໍ້ຕົກລົງເລກທີ 950/QD-TTg, ລົງວັນທີ 1 ສິງຫາ 2018, ຂອງນາຍົກລັດຖະມົນຕີ). ພິເສດແມ່ນໂຄງການພັດທະນາຕົວເມືອງຫວຽດນາມທີ່ສາມາດຮັບມືກັບການປ່ຽນແປງສະພາບອາກາດໄລຍະ 2013-2020 ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີໃນຂໍ້ຕົກລົງໝາຍເລກ 2623/QĐ-TTg, ລົງວັນທີ 31 ທັນວາ 2013 ແລະ ໂຄງການພັດທະນາຕົວເມືອງຫວຽດນາມທີ່ສາມາດຮັບມືກັບການປ່ຽນແປງສະພາບອາກາດໄລຍະ 2021-2030 ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີໃນຂໍ້ຕົກລົງໝາຍເລກ 438/QĐ-TTg, ລົງວັນທີ 25 ມີນາ 2021, ດ້ວຍຫຼາຍເນື້ອໃນກ່ຽວກັບທັດສະນະ, ເປົ້າໝາຍ ແລະ ວິທີແກ້ໄຂສະເພາະ ເພື່ອການພັດທະນາຕົວເມືອງແບບຍືນຍົງ, ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ.
ບັນດາໂຄງການດັ່ງກ່າວໄດ້ຮັບການປະຕິບັດຈາກກະຊວງ, ຂະແໜງການ ແລະ ທ້ອງຖິ່ນນັບແຕ່ປີ 2013. ຂອບເຂດການປະຕິບັດຂອງໂຄງການການພັດທະນາຕົວເມືອງຫວຽດນາມທີ່ສາມາດຮັບມືກັບການປ່ຽນແປງສະພາບອາກາດ ມີ 2 ໄລຍະຄື: 1- ໄລຍະປີ 2013-2020 ລວມມີບັນດາແຂວງ, ນະຄອນທີ່ຕາງໜ້າໃຫ້ລະບົບຕົວເມືອງຊາຍຝັ່ງທະເລ ແຄມແມ່ນ້ຳ ແລະ ເຂດທົ່ງພຽງ (28 ແຂວງ ນະຄອນຊາຍຝັ່ງທະເລ) ແລະ ລະບົບຕົວເມືອງຢູ່ເຂດພູດອຍ ແລະພູພຽງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມກະທັນຫັນ, ດິນເຈື່ອນ ແລະ ການສູນເສຍຂອງນ້ຳໃຕ້ດິນ (12 ແຂວງເຂດພູດອຍ ແລະພູພຽງ); 2- ໄລຍະປີ 2021-2030 ຈະຂະຫຍາຍຂອບເຂດຕົວເມືອງທີ່ໄດ້ຮັບຜົນກະທົບ, ຈັດຕັ້ງປະຕິບັດໃນລະບົບ 57 ຕົວເມືອງ ໃນ 28 ແຂວງ ນະຄອນຊາຍຝັ່ງທະເລ ແລະເຂດທົ່ງພຽງ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງສະພາບອາກາດ ໃນດ້ານຄວາມສ່ຽງຕໍ່ນ້ຳຖ້ວມ, ການເສື່ອມໂຊມຂອງຊັບພະຍາກອນນໍ້າ ອັນເນື່ອງຈາກການບຸກລຸກຂອງນໍ້າເຄັມ ແລະ 15 ຕົວເມືອງໃນ 12 ແຂວງພູດອຍແລະພູພຽງ ທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ, ນໍ້າຖ້ວມກະທັນຫັນ, ດິນເຈື່ອນ ແລະ ການສູນເສຍຂອງນ້ຳໃຕ້ດິນ.
ຜ່ານການປະຕິບັດສອງໂຄງການພັດທະນາຕົວເມືອງ ແລະການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດມາຮອດປະຈຸບັນ, ກົນໄກແລະນະໂຍບາຍໃນຂົງເຂດການພັດທະນາຕົວເມືອງແບບຍືນຍົງ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ ໄດ້ຮັບການປັບປຸງບູລະນະ. ກະຊວງການກໍ່ສ້າງເປັນປະທານ ແລະ ແນະນຳໃຫ້ລັດຖະບານສົ່ງກົດຮ່າງໝາຍທີ່ບັນຈຸເນື້ອໃນການພັດທະນາຕົວເມືອງ ເພື່ອຕອບສະໜອງຕໍ່ການປ່ຽນແປງສະພາບອາກາດໄປໃຫ້ລັດຖະສະພາ ເຊັ່ນ: ກົດໝາຍວ່າດ້ວຍການກໍ່ສ້າງປີ 2014, ກົດໝາຍວ່າດ້ວຍສະຖາປັດຕະຍະກຳປີ 2019 ແລະ ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍການກໍ່ສ້າງປີ 2020; ຍື່ນສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດອອກມະຕິກ່ຽວກັບການຈັດແບ່ງປະເພດຕົວເມືອງ. ປະຈຸບັນ, ກະຊວງກໍ່ສ້າງພວມສືບຕໍ່ສ້າງ ແລະ ສໍາເລັດຮ່າງກົດໝາຍວ່າດ້ວຍການວາງແຜນຜັງເມືອງ ແລະ ຊົນນະບົດ ພ້ອມທັງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງການພັດທະນາຕົວເມືອງ ໂດຍມີການລວມເອົາເນື້ອໃນກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ.
ດ້ານທ້ອງຖິ່ນ, ຜ່ານໂຄງການຍັງໄດ້ຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາຕົວເມືອງແບບຍືນຍົງ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ, ພ້ອມທັງກຳນົດບັນດາໜ້າທີ່ແລະວິທີແກ້ໄຂສະເພາະ ເພື່ອຈັດຕັ້ງປະຕິບັດ. ມາຮອດປະຈຸບັນ, ພາຍຫຼັງສອງໄລຍະ, ທັງໝົດ 63/63 ແຂວງ ນະຄອນ ໄດ້ອອກແຜນປະຕິບັດງານ, ໂຄງການເຄື່ອນໄຫວ ເພື່ອປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ ໃນຂົງເຂດການພັດທະນາຕົວເມືອງ. ບັນດາແຂວງ ນະຄອນ ຍັງໄດ້ສຳເລັດໜ້າທີ່ ວຽກງານກວດກາທົບທວນໂຄງການວາງແຜນຜັງເມືອງ, ເສີມສ້າງ ແລະ ເຊື່ອມໂຍງເນື້ອໃນການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ ສຳລັບເຂດຕົວເມືອງ ທີ່ຖືກປະເມີນວ່າໄດ້ຮັບຜົນກະທົບໜັກຈາກການປ່ຽນແປງສະພາບອາກາດ. ນອກຈາກນັ້ນ, ດ້ວຍ 6 ແຜນງານ ແລະ 23 ໜ້າທີ່ສະເພາະ ຂອງໂຄງການພັດທະນາຕົວເມືອງ ເພື່ອຮັບມືກັບການປ່ຽນແປງສະພາບອາກາດໃນໄລຍະ 2021-2030, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈະອີງໃສ່ເພື່ອຜັນຂະຫຍາຍການຮ່ວມມືສາກົນກັບອົງການຈັດຕັ້ງຕ່າງໆ ໃນການປະຕິບັດແຜນການ ແລະ ໂຄງການກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດຂອງທ້ອງຖິ່ນສະເພາະ.
ສາມາດເຫັນໄດ້ວ່າ ໃນປັດຈຸບັນ, ວຽກງານພັດທະນາຕົວເມືອງໂດຍທົ່ວໄປ ແລະ ການພັດທະນາຕົວເມືອງເພື່ອປັບຕົວເຂົ້າກັບການປ່ຽນແປງສະພາບອາກາດໂດຍສະເພາະ ແມ່ນໄດ້ຖືກຈັດຕັ້ງປະຕິບັດຢ່າງສອດຄ່ອງກັນ ຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ແຜ່ຂະຫຍາຍໄປທົ່ວທຸກພາກຂອງປະເທດ ໂດຍມີເກືອບ 80 ຕົວເມືອງທີ່ເປັນຕົວແທນຂອງລະບົບຕົວເມືອງຊາຍຝັ່ງທະເລ ແຄມແມ່ນ້ຳ ແລະ ເຂດທົ່ງພຽງ ຫຼືລະບົບຕົວເມືອງເຂດພູດອຍ ແລະພູພຽງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກະທັນຫັນ, ດິນເຈື່ອນ ແລະ ການສູນເສຍຂອງນ້ຳໃຕ້ດິນ. ຢ່າງໃດກໍ່ຕາມ, ການພັດທະນາຕົວເມືອງແບບຍືນຍົງ ແລະປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ ຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ ໃນໄລຍະຈະມາເຖິງ ເນື່ອງຈາກ: 1- ແຫຼ່ງຊັບພະຍາກອນໃນການພັດທະນາຕົວເມືອງຍັງຈຳກັດຫຼາຍ; 2- ການປ່ຽນແປງສະພາບອາກາດ ແລະປະກົດການສະພາບອາກາດສຸດຂົ້ວ ນັບມື້ນັບສັບສົນ, ບໍ່ສາມາດຄາດການ ແລະ ຍາກທີ່ຈະຄາດຄະເນ.
ດັ່ງນັ້ນ, ຄຽງຄູ່ກັບການຜັນຂະຫຍາຍໜ້າທີ່ ແລະວິທີແກ້ໄຂທີ່ມີຢູ່ແລ້ວ, ອຳນາດການປົກຄອງຕົວເມືອງຕ້ອງຍຶດໝັ້ນແນວທາງແກ້ໄຂພື້ນຖານ ແລະ ຫຼັກການໃນການພັດທະນາຕົວເມືອງ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນການພັດທະນາຕົວເມືອງຢ່າງມີປະສິດທິພາບ ແລະເໝາະສົມທີ່ສຸດ. ຕໍ່ໄປນີ້ແມ່ນວິທີແກ້ໄຂຫຼັກບາງປະການ:
ທີໜຶ່ງ, ຕ້ອງມີການວາງຜັງເມືອງຢ່າງຍືນຍົງ, ສ້າງແຜນຜັງຕົວເມືອງແບບບູລະນາການທີ່ຄຳນຶງເຖິງການປ່ຽນແປງສະພາບອາກາດ, ຕົວເມືອງຕ່າງໆ ຄວນໄດ້ຮັບການອອກແບບໂດຍມີລະບົບລະບາຍນ້ຳທີ່ມີປະສິດທິຜົນ, ມີພື້ນທີ່ສີຂຽວທີ່ຊ່ວຍປົກປັກຮັກສາສິ່ງແວດລ້ອມ ແລະ ມີຄວາມຍືດຫຍຸ່ນສູງ.
ທີສອງ, ການໃຊ້ພະລັງງານແສງຕາເວັນ - ພະລັງງານລົມ ແລະ ໄຟຟ້າພະລົງນ້ຳ, ອາຄານແລະງານສາທາລະນະ ຄວນຕິດຕັ້ງລະບົບພະລັງງານສະອາດ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.
ທີສາມ, ເພີ່ມທະວີລະບົບການເຕືອນໄພ ແລະຕອບສະໜອງຕໍ່ເຫດສຸກເສີນ, ສ້າງລະບົບເຕືອນໄພລ່ວງໜ້າ ແລະແຜນການຕອບສະໜອງຕໍ່ເຫດສຸກເສີນ ສຳລັບສະຖານະການການປ່ຽນແປງສະພາບອາກາດຮ້າຍແຮງ, ການຝຶກອົບຮົມ ແລະຍົກສູງຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບວິທີຮັບມືກັບເຫດການສຸກເສີນ.
ທີສີ່, ພັດທະນາລະບົບຄົມມະນາຄົມສາທາລະນະ, ສົ່ງເສີມການນຳໃຊ້ພາຫະນະຂົນສົ່ງສາທາລະນະ, ຫຼຸດຜ່ອນການນຳໃຊ້ພາຫະນະສ່ວນຕົວ ເພື່ອຫຼຸດຜ່ອນການປ່ອຍອາຍພິດ ແລະ ສະພາບການຈະລາຈອນແອອັດ, ລົງທຶນກໍ່ສ້າງໂຄງສ່າງພື້ນຖານຄົມມະນາຄົມສີຂຽວ ເຊັ່ນ ລົດເມໄຟຟ້າ ຫຼືລົດໄຟໃຕ້ດິນ ແລະ ລົດຖີບສາທາລະນະ.
ທີຫ້າ, ການກໍ່ສ້າງອາຄານສີຂຽວ, ການອອກແບບ ແລະ ກໍ່ສ້າງອາຄານທີ່ເປັນມິດກັບສິ່ງແວດລ້ອມ, ນຳໃຊ້ວັດສະດຸກໍ່ສ້າງທີ່ຍືນຍົງ ແລະ ເຕັກໂນໂລຊີປະຢັດພະລັງງານ, ອາຄານສີຂຽວບໍ່ພຽງແຕ່ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມເທົ່ານັ້ນ ແຕ່ຍັງຊ່ວຍປັບປຸງຄຸນນະພາບຊີວິດຂອງຜູ້ຢູ່ອາໄສໃນຕົວເມືອງອີກນຳ./.
---------------------------------
(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 202, 54.
(3) ລາຍງານຂອງທະນາຄານໂລກ: ຄວາມສ່ຽງ, ການຫຼຸດຜ່ອນຄວາມສ່ຽງ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດໃນຫວຽດນາມ ປີ 2011.