ວກ. - ບົດນິພົນ ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ” ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ​ຝູ ຈ້ອງ ປະກອບສ່ວນທີ່ຮອບດ້ານແລະເລິກເຊິ່ງ ເຂົ້າໃນໂຂສາງທິດສະດິຂອງພັກ. ໃນນັ້ນ, ບົດນິພົນໄດ້ວາງທິດທາງທີ່ສຳຄັນ ໂດຍຜ່ານການແກ້ໄຂສາຍພົວພັນທີ່ພື້ນຖານ ສຳຄັນ ລະຫວ່າງການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໃນຂະບວນການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ.

ຜະລິດແລະປຸງແຕ່ງ ແຜ່ນວົງຈອນລວມ ສຳລັບໂທລະສັບມືຖື ແລະ ຜະລິດຕະພັນເອເລັກໂຕຮນິກອັດສະລິຍະ ໃນບໍລິສັດ ຮານາ ໄມຄຣອນ ວີນາ ຈຳກັດ ເງິນລົງທຶນຈາກ ສ.ເກົາຫຼີ 100% ຢູ່ໃນແຂວງ ບັກຢາງ _ພາບ: TTXVN

ແຜນນະໂຍບາຍກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ,
ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ
ຂອງພັກກອມມູນິດຫວຽດນາມ ຜ່ານບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ

ບາດກ້າວ​ທຳ​ອິດ​ຂອງ​ຂະ​ບວນການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ໃນ​ສະພາບ​ການ​ໂລກາພິວັດ​ເສດຖະກິດຂອງ​ຫວຽດນາມນັ້ນ ຖືກຂີດໝາຍໂດຍແຜນນະ​ໂຍບາຍປະຕິບັດແນວທາງການ​ພົວພັນ​ຕ່າງປະ​ເທດເປັນ​ຫຼາຍຮູບແບບ, ຫຼາຍກ້ຳຫຼາຍ​ຝ່າຍ ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ (ປີ 1991). ນັ້ນແມ່ນ : “ພວກເຮົາມີແຜນນະໂຍບາຍ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ ​ແລະ ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ກັບທຸກ​ປະ​ເທດ, ໂດຍບໍ່ຈຳແນກ​ລະບອບ​ການ​ເມືອງ - ສັງຄົມ​ທີ່​ແຕກ​ຕ່າງ​ກັນ ບົນ​ພື້ນຖານ​ຫຼັກການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ(1), ແລະດ້ວຍນະໂຍບາຍການຕ່າງປະເທດທີ່ເປີດກວ້າງ, ພວກ​ຂ້າພະ​ເຈົ້າ​ປະກາດ​ວ່າ: ຫວຽດນາມປາດ​ຖະໜາ​ຢາກ​ເປັນ​ເພື່ອນ​ມິດ​ກັບທຸກ​ປະ​ເທດ​ໃນ​ປະຊາ​ຄົມ​ໂລກ, ສູ້ຊົນ​ເພື່ອ​ສັນຕິພາບ ເອກະລາດ ​ແລະ ການພັດທະນາ(2). 

ກອງປະຊຸມໃຫຍ່ຄັ້ງທີ 8 (ປີ 1996), ພັກຂອງພວກເຮົາໄດ້ຕັດສິນຕົກລົງ: “ສືບຕໍ່ປ່ຽນແປງໃໝ່ກົນໄກເສດຖະກິດການຕ່າງປະເທດ, ຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ໂລກ(3). ໂດຍສອດຄ່ອງກັບທ່າອ່ຽງໂລກາພິວັດທາງເສດຖະກິດ ແລະ ຂະບວນການເຊື່ອມໂຍງເສດຖະກິດສາກົນ ທີ່ໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ, ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ (ປີ 2001) ຢືນຢັນວ່າ: “ເປັນເຈົ້າການໃນການເຊື່ອມໂຍງເສດຖະກິດສາກົນແລະພາກພື້ນ ຕາມຈິດໃຈເສີມຂະຫຍາຍສຸດຂີດພະລັງພາຍໃນ, ຍົກສູງປະສິດທິຜົນຂອງການຮ່ວມມືສາກົນ, ຮັບປະກັນຄວາມເປັນເອກະລາດເປັນເຈົ້າຕົນເອງ ແລະ ທິດທາງສັງຄົມນິຍົມ, ປົກປ້ອງຜົນປະໂຫຍດຂອງຊາດ, ຄວາມໝັ້ນຄົງຂອງປະເທດຊາດ, ຮັກສາເອກະລັກວັດທະນະທຳຂອງຊາດ, ປົກປ້ອງສະພາບແວດລ້ອມ(4). ໃນກອງປະຊຸມໃຫຍ່ຄັ້ງທີ 9, ເປັນຄັ້ງທຳອິດທີ່ບັນຫາການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ໃນສະພາບການໂລກາພິວັດທາງດ້ານເສດຖະກິດ ໄດ້​ຖືກ​ລວມເຂົ້າ​ໃນ​ເອກະສານ​ຂອງ​ກອງ​ປະຊຸມໃຫຍ່ ດ້ວຍແຜນ​ນະ​ໂຍບາຍ​ເຊື່ອມຕໍ່ຢ່າງແໜ້ນແຟ້ນ ​ການ​ກໍ່ສ້າງ​ລະບົບ​ເສດຖະກິດທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ກັບ​ການເປັນເຈົ້າການໃນການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​:  ການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ຕ້ອງຮັບປະກັນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເຊິ່ງກ່ອນອື່ນໝົດແມ່ນຄວາມເປັນເອກະລາດ ເປັນເຈົ້າຕົນເອງທາງດ້ານແນວທາງ ນະໂຍບາຍ, ພ້ອມ​ກັນ​ນັ້ນ ກໍ​ມີ​ທ່າ​ແຮງ​ດ້ານ​ເສດຖະກິດ​ທີ່​ເຂັ້ມ​ແຂງພຽງ​ພໍ: ມີລະດັບການສະສົມຈາກພາຍໃນລະບົບເສດຖະກິດເພີ່ມຂຶ້ນ; ມີໂຄງປະກອບເສດຖະກິດທີ່ສົມເຫດສົມຜົນ, ມີກຳລັງແຮງໃນການແຂ່ງຂັນ; ໂຄງສ້າງພື້ນຖານນັບມື້ນັບທັນສະໄໝ ແລະ ມີອຸດສາຫະກໍາໜັກທີ່ສໍາຄັນບາງປະເພດ; ມີຄວາມສາມາດພາຍໃນທາງດ້ານວິທະຍາສາດແລະເຕັກໂນໂລຊີ; ຮັກສາສະຖຽນລະພາບເສດຖະກິດມະຫາພາກແລະການເງິນ; ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມປອດໄພດ້ານພະລັງງານ, ການເງິນ, ສິ່ງແວດລ້ອມ... ການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ໄປຄຽງຄູ່ກັບຄວາມເປັນເຈົ້າການໃນການເຊື່ອມໂຍງເສດຖະກິດສາກົນ; ສົມທົບຊັບພະຍາກອນພາຍໃນ ​ແລະ ພາຍນອກເຂົ້າ​ເປັນຊັບພະຍາກອນ​ສັງລວມ ​ເພື່ອ​ການພັດທະນາ​ປະ​ເທດ(5). ດ້ວຍແຜນນະໂຍບາຍນີ້, ຫວຽດນາມໄດ້ເຂົ້າຮ່ວມຂະບວນການເຊື່ອມໂຍງເສດຖະກິດສາກົນຢ່າງຕັ້ງໜ້າ, ພ້ອມກັນນັ້ນ ກໍເປັນເຈົ້າການ ໃນການກະກຽມເງື່ອນໄຂຕ່າງໆພາຍໃນປະເທດ ເຊັ່ນ: ການປັບໂຄງສ້າງເສດຖະກິດຄືນໃໝ່, ການປັບປຸງບູລະນະລະບົບກົດໝາຍ ກົນໄກ ນະໂຍບາຍ, ຍົກສູງຄວາມສາມາດແຂ່ງຂັນຂອງບັນດາວິສາຫະກິດຫວຽດນາມ. ກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 07-NQ/TW, ລົງວັນທີ 27 ພະຈິກ 2001, “ວ່າດ້ວຍການເຊື່ອມໂຍງເສດຖະກິດສາກົນ”, ໃນນັ້ນ ໄດ້ເນັ້ນເຖິງບັນດາຫຼັກການຊີ້ນຳຂະບວນການເຊື່ອມໂຍງເສດຖະກິດສາກົນ. ເພື່ອຜັນຂະຫຍາຍການປະຕິບັດມະຕິເລກທີ່ 07-NQ/TW ຂອງກົມການເມືອງສູນກາງພັກນັ້ນ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້​ແຜນ​ປະຕິບັດການມອບ​ໝາຍ​ໜ້າ​ທີ່​ສະ​ເພາະ ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງຖິ່ນ.

ກອງປະຊຸມໃຫຍ່ຄັ້ງທີ 10 (ປີ 2006), ພັກກອມມູນິດຫວຽດນາມໄດ້ຕົກລົງສ້າງບາດລ້ຽວໃນການເຊື່ອມໂຍງເສດຖະກິດສາກົນ ແລະ ການເຄື່ອນໄຫວເສດຖະກິດການຕ່າງປະເທດ...; ເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍງເສດຖະກິດທີ່ເລິກເຊິ່ງແລະສົມບູນກວ່າອີກກັບພາກພື້ນແລະໂລກ(6).

ກອງປະຊຸມໃຫຍ່ຄັ້ງທີ 11 (ປີ 2011) ຂອງພັກໄດ້ຢືນຢັນທັດສະນະກ່ຽວກັບການເຊື່ອມໂຍງສາກົນວ່າ: “ປະຕິບັດຢ່າງສະເໝີຕົ້ນສະເໝີບາຍ ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ; ເປີດການພົວພັນທີ່ຫຼາຍຮູບຫຼາຍແບບ ຫຼາຍກ້ຳຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າແລະເປັນເຈົ້າການ(7). ນີ້ແມ່ນໜຶ່ງໃນຂໍ້ຄິດທິດສະດີໃໝ່ ທີ່ສືບ​ທອດ ​ແລະ ພັດທະນາ​ ໃນແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​ ເມື່ອທຽບກັບແຜນນະໂຍບາຍເຊື່ອມໂຍງເສດຖະກິດສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ, ພ້ອມກັນນັ້ນກໍເປີດກວ້າງການຮ່ວມມືສາກົນໃນບັນດາຂົງເຂດອື່ນໆ ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ​ແລະ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ. 

ກອງປະຊຸມໃຫຍ່ຄັ້ງທີ 12 (ປີ 2016) ຂອງພັກໄດ້ກຳນົດວ່າ: “ຍູ້ແຮງການຜັນຂະຫຍາຍຍຸດທະສາດການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ... ຍູ້ແຮງການເຊື່ອມໂຍງບົນພື້ນຖານເສີມຂະຫຍາຍສູງສຸດພະລັງພາຍໃນ, ເຊື່ອມຕິດຢ່າງແໜ້ນແຟ້ນ ແລະ ຊຸກຍູ້ຂະບວນການຍົກສູງກຳລັງແຮງສັງລວມ ແລະ ຄວາມສາມາດແຂ່ງຂັນຂອງປະເທດ; ການເຊື່ອມໂຍງທາງດ້ານເສດຖະກິດເປັນຈຸດໜັກໃຈກາງ, ການເຊື່ອມໂຍງທາງດ້ານອື່ນຕ້ອງອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງທາງດ້ານເສດຖະກິດ(8).

ກອງປະຊຸມໃຫຍ່ຄັ້ງທີ 13 (ປີ 2021) ຂອງພັກກຳນົດຢ່າງຈະແຈ້ງກ່ຽວກັບເນື້ອໃນຂອງການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ໂດຍຕິດກັບການເຊື່ອມໂຍງທາງດ້ານເສດຖະກິດວ່າ: “ຮັກສາຄວາມເປັນ​ເອກະລາດ ​ແລະ ຄວາມເປັນເຈົ້າຕົນ​ເອງ​ໃນ​ການ​ກຳນົດແຜນນະໂຍບາຍ, ແນວ​ທາງ ​ແລະ ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ​ຂອງປະເທດ. ພັດທະນາວິສາຫະກິດຫວຽດນາມໃຫ້ເຕີບໃຫຍ່ເຂັ້ມແຂງ ກາຍເປັນຫຼັກແຫຼ່ງແກ່ນສານຂອງເສດຖະກິດຂອງປະເທດ; ຮັກສາບັນດາສົມດຸນໃຫຍ່ທີ່ສຳຄັນ, ສຸມໃສ່ຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ; ເພີ່ມທະວີທ່າ​ແຮງ​ດ້ານ​ເສດຖະກິດຂອງປະເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເປີດການ​ພົວພັນ​ເສດຖະກິດ​ສາກົນຢ່າງຫຼາຍຮູບຫຼາຍແບບ, ຫຼາຍກ້ຳຫຼາຍຝ່າຍ, ຫຼີກລ້ຽງການຂຶ້ນກັບຕະຫຼາດດຽວ, ຄູ່ຄ້າດຽວຍົກສູງຄວາມສາມາດຕ້ານທານ​ຂອງ​ເສດຖະກິດ ຕໍ່ກັບຜົນກະທົບທາງລົບຈາກການຜັນຜວນພາຍນອກ; ເປັນເຈົ້າການໃນການປັບປຸງລະບົບປ້ອງກັນໃຫ້ສົມບູນ ເພື່ອປົກປ້ອງເສດຖະກິດ ວິສາຫະກິດ ແລະ ຕະຫຼາດພາຍໃນປະເທດ ຕາມຄຳ​ໝັ້ນ​ສັນຍາ​ສາກົນ.  ປະຕິບັດ​​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນຫຼາຍ​ຮູບ​ແບບ​ ​ດ້ວຍ​ແຜນ​ການທີ່ຍືດຫຍຸ່ນ, ເໝາະ​ສົມ​ກັບສະພາບ ​ແລະ ​ເປົ້າ​ໝາຍ​ຂອງ​ປະ​ເທດ​ໃນ​ແຕ່ລະ​ໄລຍະ. ປັບປຸງລະບົບກົດໝາຍໃຫ້ສົມບູນ, ສອດຄ່ອງ​ກັບ​ສົນທິສັນຍາ​ສາກົນ ​ແລະ ​ຄຳ​ໝັ້ນ​ສັນຍາ​ສາກົນ​ທີ່​ຫວຽດນາມ​ໄດ້​ລົງ​ນາມ. ເພີ່ມທະວີການຝຶກອົບຮົມ ແລະ ກໍ່ສ້າງພະນັກງານ ທີ່ມີຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດໝາຍສາກົນ, ການຄ້າ ແລະ ການລົງທຶນສາກົນ, ມີຄວາມສາມາດເຮັດວຽກໃນສະພາບແວດລ້ອມສາກົນ, ກ່ອນອື່ນໝົດແມ່ນ ພະນັກງານທີ່ຮັບຜິດຊອບໂດຍ​ກົງດ້ານ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ແລະ ການ​ແກ້​ໄຂ​ຂໍ້​ພິພາດ​ສາກົນ(9).   

ດັ່ງນັ້ນ, ຜ່ານບັນດາກອງປະຊຸມໃຫຍ່ຂອງພັກ, ແຜນນະໂຍບາຍ ແລະ ແນວທາງກ່ຽວກັບການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ ມີການພັດທະນາສອດຄ່ອງກັບສະຖານະການໂລກແລະໃນປະເທດ: ຈາກການເຊື່ອມໂຍງ ເຖິງຄວາມເປັນເຈົ້າການໃນການເຊື່ອມໂຍງ; ຄວາມຕັ້ງໜ້າແລະເປັນເຈົ້າການໃນການເຊື່ອມໂຍງ ເຖິງຄວາມເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເສດຖະກິດກັບພາກພື້ນແລະໂລກ ຢ່າງເຕັມທີແລະເລິກເຊິ່ງກວ່າອີກ...

ຄວາມເປັນເອກະລາດແລະເປັນເຈົ້າຕົນເອງທາງດ້ານເສດຖະກິດ ສ້າງພື້ນຖານໃຫ້ແກ່ການເຊື່ອມໂຍງສາກົນຢ່າງມີປະສິດທິຜົນ. ການເຊື່ອມໂຍງສາກົນມີປະສິດທິຜົນສ້າງ ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ສ້າງ​ເສດ​ຖະ​ກິດ​ທີ່ເປັນເອ​ກະ​ລາດ ແລະ ເປັນເຈົ້າ​ຕົນ​ເອງ.

ການ​ສ້າງ​ເສດ​ຖະ​ກິດ​ທີ່ເປັນເອ​ກະ​ລາດແລະເປັນເຈົ້າ​ຕົນ​ເອງ, ກ່ອນອື່ນໝົດແມ່ນຄວາມເປັນເອກະລາດ, ເປັນເຈົ້າຕົນເອງທາງດ້ານແນວທາງການພັດທະນາຕາມທິດທາງສັງຄົມນິຍົມ; ຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝ, ສ້າງກຳລັງຊ້ອນແຝງທາງເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ພື້ນຖານວັດຖຸ ແລະ ເຕັກນິກ ທີ່ເຂັ້ມແຂງພຽງພໍ; ມີໂຄງສ້າງເສດຖະກິດທີ່ສົມເຫດສົມຜົນ, ມີປະສິດທິຜົນ ແລະ ແຮງແຂ່ງຂັນ; ມີລະບອບລະບຽບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ; ຮັບ​ປະ​ກັນ​ໃຫ້​ເສດ​ຖະ​ກິດ​ມີ​ຄວາມເຂັ້ມແຂງພຽງ​ພໍ​ທີ່​ຈະ​ຮັບ​ມື​ກັບ​ສະຖານະ​ການທີ່​ສັບສົນ ແລະ ອຳນວຍຄວາມສະ​ດວກ​ໃຫ້​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ...   

ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ, ຍາດ​ແຍ່ງ​ເອົາ​ທຸກໆ​ໂອກາດ​ເພື່ອ​ພັດທະນາ​ປະເທດບົນ​ຫຼັກການ​ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ທິດ​ທາງ​ສັງຄົມ​ນິຍົມ, ອະທິປະ​ໄຕ​ຂອງ​ປະເທດ ​ແລະ ​ເອກະລັກ​ວັດທະນະທຳ​ຂອງ​ຊາດ; ຄວາມສະເໝີພາບ, ຜົນປະໂຫຍດຮ່ວມກັນ, ທັງຮ່ວມມືແລະທັງຕໍ່ສູ້; ເປີດການຮ່ວມມືຫຼາຍຝ່າຍ, ຫຼາຍຮູບແບບໃນການພົວພັນເສດຖະກິດການຕ່າງປະເທດ; ລະ​ມັດ​ລະ​ວັງຢ່າງ​ສູງ​ ຕໍ່​ທຸກກົນອຸບາຍ​ທໍາ​ລາຍ​ຂອງ​ກອງກໍາ​ລັງສັດຕູ...

ໃນຂະບວນການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະຕັ້ງໜ້ານັ້ນ, ໃຫ້ເອົາໃຈໃສ່ເຖິງການເສີມຂະຫຍາຍທ່າໄດ້ປຽບ, ຍົກສູງຄຸນນະພາບແລະປະສິດທິຜົນ, ເພີ່ມຄວາມສາມາດໃນການແຂ່ງຂັນ ຂອງພື້ນຖານເສດຖະກິດຂອງປະເທດ. ຍົກສູງປະສິດທິຜົນການຮ່ວມມືກັບພາຍນອກ; ເພີ່ມທະວີບົດບາດແລະອິດທິພົນຂອງປະເທດເຮົາຕໍ່ເສດຖະກິດໃນພາກພື້ນແລະໃນໂລກ...

ການປະຕິບັດບັນດາທັດສະນະ ແລະ ແຜນນະໂຍບາຍຂອງພັກກ່ຽວກັບການຮັກສາ ແລະ ປົກປ້ອງເອກະລາດ, ອຳນາດອະທິປະໄຕແຫ່ງຊາດ ແລະ ການແກ້ໄຂສາຍພົວພັນລະຫວ່າງ ການກໍ່ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ກັບການເຊື່ອມໂຍງສາກົນ ໄດ້​ບັນ​ລຸ​ຄວາມ​ສໍາ​ເລັດ ແລະ ຜົນງານ​ທີ່​ສໍາ​ຄັນ​ຫຼາຍ​ຢ່າງ​: ຄວາມຮັບຮູ້ຂອງສັງຄົມ, ຂອງບັນດາອັດຕະພາບທີ່ເຂົ້າຮ່ວມການເຊື່ອມໂຍງສາກົນ, ໂດຍສະເພາະບັນດາວິສາຫະກິດ, ກ່ຽວກັບຄວາມຈຳເປັນ ແລະ ຜົນ​ກະທົບ​ທາງ​ບວກ​ແລະ​ທາງ​ລົບສະຫຼັບສັບກັນ​ຂອງ​ການ​ເຊື່ອມ​ໂຍງ​ສາ​ກົນ ຕໍ່ລະບົບ​ເສດ​ຖະ​ກິດຂອງປະເທດ, ກໍ່ຄືຄວາມ​ຮຽກຮ້ອງ​ໃຫ້​ສ້າງ​ພື້ນຖານ​ເສດຖະກິດທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ພ້ອມ​ກັນ​ກັບ​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ​ເປັນ​ເອກະ​ພາບຫຼາຍຂຶ້ນເລື້ອຍໆ. ​ຢ່າງ​ໃດ​ກໍ່ຕາມ, ບໍ່​ແມ່ນ​ທຸກ​ບັນຫາ​ທີ່​ເກີດຂຶ້ນໃນການສ້າງ​ເສດຖະກິດ​ທີ່ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ກໍ່​ໄດ້​ຮັບ​ການ​ແກ້​ໄຂ...  

ໃນ​ຂະ​ນະ​ນັ້ນ, ການ​ພັດ​ທະ​ນາ​ຂອງ​ໂລກ​ແລະ​ສະ​ຖາ​ນະ​ການ​ພາຍ​ໃນ​ປະ​ເທດ​ສືບ​ຕໍ່ກໍ່ໃຫ້ເກີດ​ບັນ​ຫາ​ໃໝ່. ຄວາມ​ຈິງ​ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ​ ເພື່ອ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ ສືບ​ຕໍ່​ເພີ່ມເຕີມ ​ແລະ ພັດທະນາ​ທັດສະນະກ່ຽວກັບການ​ກໍ່ສ້າງ​ລະບົບເສດຖະກິດທີ່ເປັນ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ ​ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ເພື່ອ​ໃຫ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ ແລະ ນຳ​ປະ​ເທດ​ຊາດ​ພັດທະນາ, ພັກກອມມູນິດຫວຽດນາມໄດ້​ກຳນົດ​ວ່າ ຕ້ອງ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດທີ່ເປັນເອກະລາດ​ ແລະ ​ເປັນ​ເຈົ້າ​ຕົນ​ເອງ ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດທີ່ເປັນເອກະລາດ​ ແລະ ​ເປັນ​ເຈົ້າ​ຕົນ​ເອງ ແລະ ​ລ້ວນແຕ່ມຸ່ງສູ່ເປົ້າໝາຍລວມແມ່ນ ຍູ້ແຮງຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ນຳພາ​ປະ​ເທດໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ, ​ເພື່ອ​ເສີມ​ຂະຫຍາຍ​ທ່າ​​ແລະ ກຳລັງແຮງຂອງ​ປະ​ເທດ​ໃຫ້​ສຳ​ເລັດ​ຜົນ​ຄື: ປະຊາຊົນ​ຮັ່ງມີ, ປະ​ເທດ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ອາລະຍະທຳ. ສອງໜ້າທີ່ນີ້ມີຄວາມພົວພັນກັນຢ່າງໃກ້ຊິດ, ກະທົບເຊິ່ງກັນແລະກັນ, ມີຄວາມສຳພັນສັດຈະວິພາກເຊິ່ງກັນແລະກັນ, ເປັນສອງດ້ານຂອງຄວາມເປັນເອກະພາບ, ມີທັງດ້ານບວກແລະດ້ານລົບ, ທັງ​ສ້າງທ່າ​ແຮງ ສ້າງຈຸດຢືນ​ໃຫ້​ກັນ​, ທັງສົ່ງຜົນກະທົບໃນທິດທາງກົງກັນຂ້າມ, ຊ້ຳຍັງຂັດກັນດ້ານໜຶ່ງ, ມີພະລັງພາຍໃນທີ່ເຂັ້ມແຂງ, ມີຄວາມເປັນເອກະລາດແລະເປັນເຈົ້າຕົນເອງ ຈຶ່ງຈະສ້າງຖານະບົດບາດແລະຄວາມສາມາດໃຫ້ປະເທດ ໃນການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າແລະເປັນເຈົ້າການ; ການເຊື່ອມໂຍງເຂົ້າກັບສາກົນກໍ່ນຳ ໂລກມາສູ່ຫວຽດນາມ”, ນຳມາເຊິ່ງເຕັກໂນໂລຊີ, ບົດຮຽນປະສົບການໃນການຄຸ້ມຄອງ ແລະ ເງິນທຶນ, ເພີ່ມຄວາມເຂັ້ມແຂງຢ່າງໄວວາໃຫ້ກັບຊັບພະຍາກອນພາຍໃນທີ່ຍັງຂາດແຄນແລະບໍ່ພຽງພໍ, ຫຼຸດເສັ້ນທາງການພັດທະນາໃຫ້ສັ້ນລົງ ເພື່ອປັບປຸງບູລະນະຕົນເອງຢ່າງຕໍ່ເນື່ອງ ເພື່ອຮັກສານຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະເທດ ໃນສະຖານະການຂອງການພົວພັນສອງຝ່າຍ, ຫຼາຍຝ່າຍລະຫວ່າງບັນດາປະເທດ, ບັນດາອົງການຈັດຕັ້ງພາກພື້ນແລະສາກົນ ທີ່ແຊກຊ້ອນກັນ ຫຼາກຫຼາຍ ແລະ ສັບສົນຫຼາຍຂຶ້ນເລື້ອຍໆ. ການເຊື່ອມໂຍງເຂົ້າກັບສາກົນມີຄຸນນະພາບຫຼາຍຂຶ້ນ, ລະບົບເສດຖະກິດຈະເປັນເອກະລາດ ເປັນເຈົ້າຕົນເອງສູງຂຶ້ນ. ລະບົບເສດຖະກິດ​ມີຄວາມເປັນ​ເອກະລາດ, ​ເປັນເຈົ້າຕົນເອງສູງຂຶ້ນທໍ່ໃດ ຍິ່ງມີ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງເປັນເຈົ້າການ​ແລະຕັ້ງໜ້າຫຼາຍທໍ່ນັ້ນ.   

ດັ່ງນັ້ນ, ການເຊື່ອມໂຍງເຂົ້າກັບສາກົນກາຍເປັນທິດທາງໃຫຍ່ໃນແນວທາງການທູດຂອງປະເທດ ເພື່ອດຶງດູດແຫຼ່ງພະລັງຈາກພາຍນອກ, ຫຼໍ່ລ້ຽງ ແລະ ເສີມຂະຫຍາຍຊັບພະຍາກອນໃນປະເທດ, ປ່ຽນພະລັງພາຍນອກໃຫ້ເປັນຊັບພະຍາກອນໃນປະເທດ, ກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ, ຕອບສະໜອງຄວາມຕ້ອງການຂອງປະເທດ ໃນຂະບວນການພັດທະນາຕາມທິດທາງທີ່ໄດ້ເລືອກ, ພ້ອມກັນນັ້ນກໍເສີມຂະຫຍາຍບົດບາດ ແລະ ສ່ວນປະກອບຂອງປະເທດ ເພື່ອສັນຕິພາບແລະການພັດທະນາຂອງພາກພື້ນແລະໂລກ... ອີກດ້ານໜຶ່ງ, ເມື່ອເຊື່ອມໂຍງສາກົນໝາຍເຖິງການຍອມຮັບຫຼັກການ, ຂໍ້ບັງຄັບ, ພັນທະຂອງສະມາຊິກ... ທີ່ກຳນົດໂດຍອັດຕະພາບຂອງກົດໝາຍສາກົນ. ນັ້ນເປັນສິ່ງທີ່ບໍ່ອາດຈະບໍ່ຄຳນຶງເຖິງ ແລະ ບໍ່ອາດຈະບໍ່ສົ່ງຜົນກະທົບ ເມື່ອກຳນົດບັນດານະໂຍບາຍການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ... ຂອງປະເທດ, ກໍຄືເມື່ອປະຕິບັດນະໂຍບາຍເຫຼົ່ານັ້ນ...  

ການເຊື່ອມໂຍງສາກົນນຳສິດແລະໂອກາດມາໃຫ້ຫວຽດນາມ, ພ້ອມກັນນັ້ນຫວຽດນາມກໍຕ້ອງປະຕິບັດພັນທະ ແລະ ຕ້ອງປະເຊີນກັບສິ່ງທ້າທາຍ. ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ​ມີ​ຫຼາຍ​ລັກສະນະ, ​ໃນ​ນັ້ນ​ມີ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ ແມ່ນ​ລະດັບ​ການ​ພັດທະນາ​ເສດຖະກິດ​ຕ່ຳ, ປະເທດຫາກໍພົ້ນອອກຈາກກຸ່ມປະເທດທຸກຍາກ ແລະ ມີຄວາມສ່ຽງທີ່ຈະຕົກໃສ່ “ກັບດັກລາຍໄດ້ປານກາງ” ຖ້າຫາກບໍ່ມີບັນດານະໂຍບາຍການພັດທະນາທີ່ເໝາະສົມ. ຄຽງຄູ່ກັນນັ້ນ, ບັນດາຜົນ​ສະ​ທ້ອນ​ຂອງ​ສົງ​ຄາມ​ທີ່​ແກ່​ຍາວ​, ສົ່ງ​ຜົນ​ກະ​ທົບ​ຢ່າງ​ຫຼວງ​ຫຼາຍຕໍ່​ຊີ​ວິດ​ສັງ​ຄົມ​, ຊີ​ວິດ​ຂອງ​ປະ​ຊາ​ຊົນ​, ຈິດ​ຕະສາດ ແລະ​ ວິທີ​ຄິດຂອງປະຊາຊົນ​, ຍຸດ​ທະ​ສາດ “ຫັນປ່ຽນໂດຍສັນຕິ” ຂອງ​ອິດ​ທິກຳລັງ​ສັດຕູ​ ປະຕິການ, ແລະ ສິ່ງ​ທີ່​ອັນ​ຕະ​ລາຍ​ອີກ​ຢ່າງຄື ບັນດາປະກົດການ “ການຫັນປ່ຽນ​ຕົນ​ເອງ”, “ການ​ປ່ຽນແປງ​ຕົນ​ເອງ” ຢູ່​ພາຍ​ໃນ ທີ່ກຳລັງຜັນປ່ຽນຢ່າງສັບສົນ...    

ຄວາມຫຍຸ້ງຍາກໃນການແກ້ໄຂສາຍພົວພັນລະຫວ່າງການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນນັ້ນ ມີຄວາມຈະແຈ້ງຍິ່ງຂຶ້ນ ເມື່ອຕັ້ງຢູ່ໃນສະຖານະການໂລກແລະພາກພື້ນ ທີ່ມີການຜັນຜວນຫຼາຍ, ໄວ, ສັບສົນ ແລະ ຄາດເດົາໄດ້ຍາກ.

ບັນດາບັນຫາຫຼັກກ່ຽວກັບການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ,
ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຜ່ານບົດນິພົນ

ໃນບົດນິພົນຂອງຕົນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຢືນຢັນວ່າ: “ຈັດການຢ່າງຖືກຕ້ອງສາຍພົວພັນລະຫວ່າງ ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານແລະເລິກເຊິ່ງ(10). ສະຫາຍເລຂາທິການໃຫຍ່ໄດ້ຍົກໃຫ້ເຫັນຢ່າງຮອບດ້ານ ຄົບຖ້ວນ ແລະ ເລິກເຊິ່ງ ກ່ຽວກັບບັນດາທັດສະນະ ແຜນນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂສາຍພົວພັນນີ້ຢ່າງມີປະສິດທິຜົນ, ໃນນັ້ນມີສອງບັນຫາຄື:

ທີ່ໜຶ່ງ, ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແມ່ນການບຸກທະລຸທາງດ້ານທິດສະດີ ຂອງພັກກອມມູນິດຫວຽດນາມ ໃນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງສາກົນ.

ບັນຫາໜຶ່ງທີ່ເປັນແບບຢ່າງກ່ຽວກັບການຮັກສາເອກະລາດແລະຄວາມເປັນເຈົ້າຕົນເອງໃນການກຳນົດແຜນນະໂຍບາຍ ແນວທາງ ແລະ ຍຸດທະສາດການພັດທະນາເສດຖະກິດຂອງປະເທດ”, ຄືທີ່ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຊີ້ແຈງ: “ການນຳສະເໜີແນວຄວາມຄິດ ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ເປັນການບຸກທະລຸທາງດ້ານທິດສະດີທີ່ເປັນພື້ນຖານ ແລະ ປະດິດສ້າງຂອງພັກເຮົາ, ແມ່ນຜົນງານທາງດ້ານທິດສະດີທີ່ສຳຄັນ ຜ່ານ 35 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່, ເລິ່ມຈາກພຶດຕິກຳຕົວຈິງຂອງຫວຽດນາມ ແລະ ການເລືອກຮັບເອົາບົດຮຽນປະສົບການຂອງບັນດາປະເທດໃນໂລກ(11). ທັງທິດສະດີແລະພຶດຕິກຳຕົວຈິງລ້ວນພິສູດວ່າ ຄຳພິນິດໄສຂ້າງເທິງຂອງເລຂາທິການໃຫຍ່ແມ່ນຖືກຕ້ອງສົມບູນ. ເສດຖະກິດຕະຫຼາດ (ມີລະດັບການພັດທະນາທີ່ສູງກວ່າເສດຖະກິດສິນຄ້າ, ເມື່ອຜະລິດຕະພັນທຸກປະເພດລ້ວນກາຍເປັນສິນຄ້າ) ແມ່ນຜະລິດຕະພັນຂອງອາລະຍະທໍາມະນຸດ, ປະ​ກົດ​ມາແຕ່ດົນນານ​ໃນສະໄໝສັກດິນາ​, ​ພັດ​ທະ​ນາສູ່​ລະ​ດັບ​ສູງ​ພາຍ​ໃຕ້​​ລັດທິ​ທຶນນິຍົມແຕ່ລະບົບເສດຖະກິດຕະຫຼາດນັ້ນບໍ່ໄດ້ມີຄວາມໝາຍເໝືອນກັນກັບລັດທິທຶນນິຍົມ. ໝາຍຄວາມວ່າ, ເສດຖະກິດຕະຫຼາດບໍ່ແມ່ນຜະລິດຕະພັນສະເພາະຂອງລັດທິທຶນນິຍົມ, ແຕ່ແມ່ນເສດຖະກິດສິນຄ້າ - ແຫຼ່ງຫຼໍ່ລ້ຽງ ແລະ ຈຸດເລີ່ມຕົ້ນຂອງເສດຖະກິດຕະຫຼາດ - ມີຢູ່ໃນຫຼາຍລະບອບສັງຄົມທີ່ແຕກຕ່າງກັນ, ແຕ່ບໍ່ມີລະບົບເສດຖະກິດຕະຫຼາດຮ່ວມກັນ, ຄືກັນ ສໍາລັບທຸກລະບອບສັງຄົມທີ່ແຕກຕ່າງກັນ. ​ເຖິງ​ວ່າ, ​ເສດຖະກິດ​ຕະຫຼາດ​ແມ່ນ​ຮູບ​ແບບ​ການ​ພັດທະນາ​ທົ່ວໄປ, ມີ​ບັນດາລັກສະນະ​ລວມ, ມີຄຸນຄ່າ​ ຫຼັກການ ມາດຕະຖານລວມ, ດຳ​ເນີນການ​ຕາມ​ກົດເກນ​ທົ່ວ​ໄປ..., ແຕ່ໃນແຕ່ລະປະເທດ, ເສດຖະກິດຕະຫຼາດມີຄວາມແຕກຕ່າງຂອງຕົນເອງ, ມີເຄື່ອງໝາຍສະເພາະທາງປະຫວັດສາດ ການເມືອງ ວັດທະນະທຳ ສັງຄົມ ຂະໜົບທຳນຽມປະເພນີ... ໃນແຕ່ລະລະບອບສັງຄົມທີ່ແຕກຕ່າງກັນ, ເສດຖະກິດ​ຕະຫຼາດ​ມີ​ລັກສະນະ ​ແລະ ທາດແທ້ທີ່​ແຕກ​ຕ່າງ​ກັນ ​ຂຶ້ນຢູ່​ກັບ​ລະດັບ​ການ​ພັດທະນາ​ຂອງ​ກຳລັງ​ຜະລິດ, ທາດແທ້​ການ​ເມືອງ​ຂອງ​ລະບົບ​ສັງຄົມ​ນັ້ນ ແລະ ສອດຄ່ອງ​ກັບ​ປະຫວັດສາດ ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ແຕ່ລະ​ຊາດ ປະ​ເທດ​ຊາດ. ເຖິງວ່າ, ບັນດາກົດເກນເສດຖະກິດທີ່ຄວບຄຸມການເຄື່ອນໄຫວ ແລະ ການພັດທະນາເສດຖະກິດຕະຫຼາດນັ້ນແມ່ນເປັນພາວະວິໄສ ແລະ ມີ​ຄວາມ​ຕ້ອງ​ການ​ທີ່​ຈຳເປັນຄື​ກັນ​, ​ແຕ່​ທັດສະນະ ຮີດຄອງ​ປະ​ເພນີ ​ແລະ ນິໄສຂອງ​ການ​ນຳ​ໃຊ້​ກົດເກນ​ເສດຖະກິດພາວະວິໄສນັ້ນ ໃນແຕ່ລະປະເທດ ​ແມ່ນ​ແຕກ​ຕ່າງ​ກັນ. ຈະບໍ່ສາມາດມີ ເສດຖະກິດຕະຫຼາດໃນປະເທດໜຶ່ງເປັນສໍາເນົາຂອງເສດຖະກິດຕະຫຼາດໃນປະເທດອື່ນໄດ້. ໃນ​ໂລກ​ມີ​ຫຼາຍ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດຕະ​ຫຼາດ​ເຊັ່ນ​: ເສດຖະກິດຕະຫຼາດເສລີ ຢູ່ອາເມລິກາ, ເສດຖະກິດຕະຫຼາດສັງຄົມ ຢູ່ເຢຍລະມັນ, ເສດຖະກິດຕະຫຼາດຊຸມຊົນຮັບຜິດຊອບ (ຫຼືປະສານງານ) ໃນຍີ່ປຸ່ນ, ເສດຖະກິດຕະຫຼາດລັດສະຫວັດດີການ ໃນຊູແອັດ, ເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລັກສະນະສະເພາະ ຂອງຈີນ...   

ເປັນຄັ້ງທຳອິດໃນປະຫວັດສາດສັງຄົມມະນຸດທີ່ປະຫວັດການພັດທະນາເສດຖະກິດຕະຫຼາດມີຮູບແບບໃໝ່ - ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ນີ້ແມ່ນການບຸກທະລຸທາງດ້ານທິດສະດີທີ່ເປັນພື້ນຖານ ແລະ ປະດິດສ້າງທີ່ສຸດ ຂອງພັກເຮົາ”. ຜ່ານ​ໄລຍະ​ຫຼາຍ​ກວ່າ 35 ປີແຫ່ງການປ່ຽນແປງໃໝ່​ປະ​ເທດ​ຢ່າງຮອບດ້ານ, ຜົນ​ທາງ​ທິດ​ສະ​ດີ​ທີ່​ສຳຄັນ​ໜຶ່ງໄດ້​ຮັບ​ການ​ຢືນຢັນ​ຄື: ການ​ພັດທະນາ​ເສດຖະກິດ​​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ແມ່ນ​ຖືກຕ້ອງ​ຢ່າງ​ແທ້​ຈິງ, ແມ່ນການໝູນໃຊ້ຢ່າງປະດິດສ້າງຂອງພັກເຮົາ ແລະ ແມ່ນເສັ້ນທາງ, ແບບວິທີການເພື່ອກໍ່ສ້າງສັງຄົມນິຍົມໃນປະເທດຫວຽດນາມ. ຫວຽດນາມກຳລັງຢູ່ໃນສະໄໝຂ້າມຜ່ານສູ່ສັງຄົມນິຍົມ, ລະບົບເສດຖະກິດແມ່ນລະບົບເສດຖະກິດຂ້າມຜ່ານ, ບໍ່​ສາ​ມາດ​ມີ​ເສດ​ຖະ​ກິດ​​ຕະ​ຫຼາດ​ສັງ​ຄົມ​ນິ​ຍົມ​ທັນ​ທີ​ທັນ​ໃດໄດ້​, ຫວຽດນາມກຳລັງພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ - ຮູບ​ແບບ​ເສດຖະກິດ​ທົ່ວ​ໄປ​ໃນ​ສະໄໝຂ້າມຜ່ານ​ຂຶ້ນສູ່​ສັງຄົມ​ນິຍົມ - ທັງເລືອກຮັບເອົາບົດຮຽນປະສົບການໃນການພັດທະນາເສດຖະກິດຕະຫຼາດຂອງໂລກ, ທັງໝູນໃຊ້ ແລະ ພັດທະນາຢ່າງປະດິດສ້າງໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງໃນຫວຽດນາມ. ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແມ່ນອົງປະກອບທີ່ເປັນເອກະພາບລວມມີສອງດ້ານທີ່ພົວພັນແບບອີນຊີ ສັດຈະວິພາກ ນຳກັນ, ແມ່ນເສດຖະກິດຕະຫຼາດທີ່ທັນສະໄໝ, ເຊື່ອມໂຍງກັບສາກົນ, ດຳເນີນການຢ່າງເຕັມທີ ແລະ ຄົບຊຸດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ ພາຍໃຕ້ການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ນຳພາໂດຍພັກກອມມູນິດຫວຽດນາມ; ພ້ອມກັນນັ້ນ, ຮັບປະກັນຕາມທິດທາງສັງຄົມນິຍົມ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ແລະ ອາລະຍະທຳສອດຄ່ອງກັບແຕ່ລະໄລຍະການພັດທະນາຂອງປະເທດ; ຜູ້ຄົນເປັນທັງເປົ້າໝາຍ ​ກຳລັງ​ຂັບ​ເຄື່ອນ ແລະ ຊັບພະຍາກອນການພັດທະນາ,.... ນັ້ນເປັນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ປະເພດ​ໃໝ່ ໃນປະຫວັດສາດການພັດທະນາຂອງເສດຖະກິດຕະຫຼສດ; ອົງການຈັດຕັ້ງເສດຖະກິດປະເພດໜຶ່ງທີ່ທັງປະຕິບັດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ ທັງອີງຕາມແລະຖືກຊີ້ນຳ ແລະ ຄວບຄຸມ ໂດຍບັນດາຫຼັກການ ແລະ ທາດແທ້ ຂອງລັດທິສັງຄົມນິຍົມ ເຊິ່ງສະແດງອອກໃນທັງສາມດ້ານ: ກຳມະສິດ, ການຈັດຕັ້ງຄຸ້ມຄອງ ແລະ ການແຈກຢາຍຜະລິດຕະພັນ. ນີ້ບໍ່ແມ່ນລະບົບເສດຖະກິດຕະຫຼາດທຶນນິຍົມ ແລະ ​ບໍ່​ແມ່ນລະບົບ​ເສດຖະກິດ​​ຕະຫຼາດ​​ສັງຄົມ​ນິຍົມ​ເຕັມຮູບແບບ (​ເພາະວ່າ ​ປະ​ເທດ​ເຮົາ​ຍັງ​ຢູ່​ໃນສະໄໝຂ້າມຜ່ານ)(12).    

ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມພັດທະນາຢ່າງຄົມຊຸດແລະຮອບດ້ານ ໃນສີ່ຂັ້ນຕອນຂອງຂະບວນການຜະລິດຊ້ຳສັງຄົມ: ການຜະລິດ, ການແຈກຢາຍ, ການແລກປ່ຽນ, ການບໍລິໂພກ. ລະບົບເສດຖະກິດຕະຫຼາດຕາມທິດທາງສັງຄົມນິຍົມຢູ່ຫວຽດນາມມີຫຼາຍຮູບແບບກຳມະສິດ, ຫຼາຍພາກສ່ວນເສດຖະກິດ, ໃນນັ້ນເສດຖະກິດຂອງລັດມີບົດບາດນຳ; ເສດຖະກິດລວມໝູ່, ເສດຖະກິດການຮ່ວມມື ໄດ້ຮັບການປັບປຸງແລະພັດທະນາຢ່າງບໍ່ຢຸດຢັ້ງ; ເສດຖະກິດເອກະຊົນເປັນກຳລັງຂັບເຄື່ອນທີ່ສຳຄັນ; ເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດໄດ້ຮັບການສົ່ງເສີມໃຫ້ພັດທະນາສອດຄ່ອງກັບຍຸດທະສາດ, ແຜນກຳນົດ ແລະ ແຜນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ບັນດາພາກສ່ວນເສດຖະກິດຮ່ວມມືແລະແຂ່ງຂັນກັນຢ່າງສະເໝີພາບ ໂປ່ງໃສ ແລະ ເຄື່ອນໄຫວຕາມກົດໝາຍ ລ້ວນແຕ່ເປັນ​ອົງ​ປະກອບ​ອິນຊີ​ທີ່​ສຳຄັນ ​ຂອງ​ເສດຖະກິດຂອ​ງຊາດ, ຮ່ວມ​ກັນດຳລົງຄົງຕົວ​ແລະພັດທະນາ​ມາຍາວ​ນານ. ບັນດາພາກສ່ວນເສດຖະກິດມີຄວາມສະເໝີພາບໃນການລະດົມ, ຈັດແບ່ງ, ນຳໃຊ້ບັນດາແຫຼ່ງພະລັງການພັດທະນາ ແລະ ມີຄວາມຮັບຜິດຊອບ, ພັນທະຕໍ່ປະເທດ, ຕໍ່ສັງຄົມ. ການແຈກຢາຍ​ແຫຼ່ງພະລັງ​ເຂົ້າ​ໃນ​ການ​ຜະລິດ ​ແລະ ການແຈກຢາຍຜົນຜະລິດທີ່ຜະລິດອອກມາ ​ຮັບປະກັນ​ຄວາມ​ເປັນ​ທຳ, ຄວາມ​ເປີດເຜີຍ, ​ຄວາມໂປ່​ງ​ໃສ ​ແລະ ສ້າງ​ແຮງ​ຈູງ​ໃຈ​ໃນ​ການ​ພັດທະນາ. ຢູ່ປະເທດຫວຽດນາມໃນປະຈຸບັນ, ການປະຕິບັດລະບອບແຈກຢາຍໃນຫຼາຍຮູບການ, ຕົ້ນຕໍແມ່ນການແຈກຢາຍຕາມແຮງງານ, ຕາມຜົນຂອງການອອກແຮງງານ, ປະສິດທິຜົນເສດຖະກິດ, ພ້ອມກັນນັ້ນກໍແຈກຢາຍຕາມລະດັບຂອງເງິນທຶນແລະຊັບພະຍາກອນອື່ນໆ ແລະ ການແຈກຢາຍຜ່ານລະບົບຄວາມປອດໄພທາງສັງຄົມແລະສະຫວັດດີການສັງຄົມ. ລັດຄຸ້ມຄອງລະບົບເສດຖະກິດດ້ວຍກົດໝາຍ, ຍຸດທະສາດ, ແຜນກຳນົດ, ແຜນການ, ນະໂຍບາຍ... ລັດມີບົດບາດກຳນົດທິດທາງ, ສ້າງແລະປັບປຸງລະບອບລະບຽບເສດຖະກິດ, ສ້າງສະພາບແວດລ້ອມທາງການແຂ່ງຂັນທີ່ດີ ສະເໝີພາບ ແລະ ໂປ່ງໃສ; ນຳໃຊ້ບັນດາເຄື່ອງມື ນະໂຍບາຍ ແລະ ແຫຼ່ງພະລັງຂອງລັດ ເພື່ອກຳນົດທິດທາງ ແລະ ດັດປັບເສດຖະກິດ, ຊຸກຍູ້ການຜະລິດ ທຸລະກິດ ແລະ ປົກປ້ອງສະພາບແວດລ້ອມ; ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍການພັດທະນາ. ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນການພັດທະນາເສດຖະກິດ-ສັງຄົມ... ສະຫາຍເລຂາທິການໃຫຍ່ຊີ້ແຈງວ່າ: “ຄຸນ​ລັກສະນະ​ພື້ນ​ຖານ, ລັກສະນະສະເພາະທີ່​ສຳ​ຄັນ​ຂອງ​ທິດ​ທາງ​ສັງ​ຄົມ​ນິ​ຍົມ ​ໃນ​ເສດ​ຖະ​ກິດ​ຕະ​ຫຼາດ​ຢູ່ຫວຽດ​ນາມ ແມ່ນຕ້ອງເຊື່ອມຕິດເສດຖະກິດກັບສັງຄົມ, ລວມນະ​ໂຍບາຍ​ເສດຖະກິດເຂົ້າ​ເປັນ​ເອກະ​ພາບ​ກັບ​ນະ​ໂຍບາຍ​ສັງຄົມ, ການເຕີບໂຕທາງເສດຖະກິດໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ໃນຕະຫຼອດຂະບວນການພັດທະນາ. ສິ່ງດັ່ງກ່າວໝາຍຄວາມວ່າ: ບໍ່ລໍຖ້າຈົນກ່ວາເສດຖະກິດບັນລຸລະດັບສູງຂອງການພັດທະນາກ່ອນທີ່ຈະສ້າງຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ, ຄວາມກ້າວໜ້າ, “ການເສຍສະລະ” ໜ້ອຍລົງ ແລະ ຄວາມຍຸຕິທໍາທາງສັງຄົມເພື່ອດໍາເນີນການການຂະຫຍາຍຕົວທາງດ້ານເສດຖະກິດຢ່າງດຽວ. ຍິ່ງກວ່ານັ້ນ, ບໍ່ “ເສຍສະຫຼະ” ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ເພື່ອມຸ່ງສູ່ການເຕີບໂຕທາງເສດຖະກິດພຽງຢ່າງດຽວ. ກົງກັນຂ້າມ, ແຕ່ລະນະໂຍບາຍເສດຖະກິດລ້ວນແຕ່ມຸ່ງສູ້ເປົ້າໝາຍການພັດທະນາສັງຄົມ; ແຕ່ລະນະໂຍບາຍສັງຄົມຕ້ອງແນໃສ່ສ້າງກຳລັງຂັບເຄື່ອນຊຸກຍູ້ການພັດທະນາເສດຖະກິດ; ການສົ່ງເສີມການສ້າງຮັ່ງຄູນມີທີ່ຖືກກົດໝາຍ ຕ້ອງໄປຄຽງຄູ່ກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ປະເທດ, ຜູ້ທີ່ຕົກທຸກໄດ້ຍາກ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ເປັນຫຼັກການ ເພື່ອຮັບປະກັນການພັດທະນາທີ່ສົດໃສແລະຍືນຍົງ, ຕາມທິດທາງສັງຄົມນິຍົມ(13).

ຜ່ານ​ໄລຍະ​ຫຼາຍ​ກວ່າ 35 ປີແຫ່ງການປ່ຽນແປງໃໝ່​ປະ​ເທດຢ່າງຮອບດ້ານ, “ໃນນັ້ນມີການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ເຮັດໃຫ້ປະເທດມີການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ດີງານທີ່ສຸດ(14), “ເສດຖະກິດພັດທະນາ, ກຳລັງການຜະລິດໄດ້ຮັບການເພີ່ມທະວີ; ຄວາມອຶດຫີວທຸກຍາກຫຼຸດລົງຢ່າງໄວແລະຕໍ່ເນື່ອງ; ຊີວິດຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນ, ບັນຫາສັງຄົມຫຼາຍຢ່າງໄດ້ຮັບການແກ້ໄຂ;  ການເມືອງແລະສັງຄົມມີສະຖຽນລະພາບ, ການປ້ອງກັນປະເທດແລະການປ້ອງກັນຄວາມສະຫງົບໄດ້ຮັບປະກັນ; ການຕ່າງປະເທດແລະການເຊື່ອມໂຍງກັບສາກົນມີການຂະຫຍາຍຕົວຫຼາຍຂຶ້ນເລື້ອຍໆ; ທ່າແລະກຳລັງແຮງຂອງປະເທດໄດ້​ຮັບ​ການເພີ່ມທະວີ; ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ໃນ​ການ​ນຳພາ​ຂອງ​ພັກ​ ໄດ້ຮັບການປັບປຸງຍົກສູງ(15). ສິ່ງເຫຼົ່ານີ້​ແມ່ນ​ບັນດາ​ຜົນງານ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້, ​ເຖິງ​ວ່າ​ໃນຄວາມເປັນ​ຈິງ, ລະບົບ​ເສດຖະກິດ​​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ຂອງ​ຫວຽດນາມ ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ ​ແລະ ຈຳເປັນຕ້ອງ​ປັບປຸງຕໍ່ໄປ...  

ການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ທີ່​ຂາດ​ບໍ່​ໄດ້ ​ຂອງ​ຂະ​ບວນການປ່ຽນແປງໃໝ່​ເທົ່າ​ນັ້ນ, ແຕ່​ຍັງ​ແມ່ນ​ຄວາມ​ຖືກຕ້ອງ​ຕາມ​ຫຼັກການ ​ແລະ ທັດສະນະ​ຂອງ​ພັກ, ພ້ອມ​ກັນ​ນັ້ນ​ ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ທີ່ມີ​ຈຸດ​ເລີ່​ມຕົ້ນ​ຕ່ຳໄປສູ່​ສັງຄົມ​ນິຍົມ​ຄືຫວຽດນາມ; ບໍ່​ພຽງ​ແຕ່​ແມ່ນ​ພື້ນຖານ​ເພື່ອ​ຮັບປະກັນ​ເອກະລາດ ​ແລະ ຄວາມ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ດ້ານ​ເສດຖະກິດ ການ​ເມືອງ ສັງຄົມ, ການປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ເທົ່ານັ້ນ, ແຕ່ຍັງເປັນເງື່ອນໄຂພື້ນຖານ ແລະ ສະພາບແວດລ້ອມແບບເປີດທີ່ດີທີ່ສຸດ ສຳລັບການພັດທະນາທີ່ຂະຫຍັນຂັນເຄື່ອນ ແຂງແຮງ ແລະ ຍືນຍົງຂອງເສດຖະກິດ ຕິດພັນກັບຄວາມຍຸຕິທຳທາງສັງຄົມ ແລະ ເພື່ອເປົ້າໝາຍຄວາມກ້າວໜ້າທາງສັງຄົມ, ພິຈາລະນາທັງສອງດ້ານການເຊື່ອມຕໍ່ພາຍໃນ ແລະ ການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະມີປະສິດທິຜົນ. ມັນຍັງເປັນການສະແດງໃຫ້ເຫັນເຖິງ ຄວາມດີເລີດຢ່າງແທ້ຈິງຂອງລະບົບສັງຄົມຂອງພວກເຮົາ ເມື່ອຖືວ່າເສດຖະກິດຕະຫຼາດເປັນພຽງແຕ່ວິທີການ ແລະ ເຄື່ອງມື ທີ່ມີປະສິດທິພາບ ໃນການກໍ່ສ້າງສັງຄົມນິຍົມ ເພື່ອຮັບໃຊ້ປະຊາຊົນ ເມື່ອທຽບກັບລະບອບສັງຄົມອື່ນໆທີ່ມີການພັດທະນາເສດຖະກິດຕະຫຼາດ...

ທີສອງ, ເສີມຂະຫຍາຍກຳລັງແຮງສັງລວມ ຂອງທັງພະລັງພາຍໃນແລະພະລັງພາຍນອກ ໃນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງກັບສາກົນ.

ການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງບໍ່ແມ່ນການກໍ່ສ້າງລະບົບເສດຖະກິດແບບປິດ, ແຕ່ແມ່ນເສດຖະກິດເປີດ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍກຳລັງແຮງສັງລວມ, ໃນ​ທິດ​ທາງ​ດຽວ​ກັນ​ຂອງພະລັງ​ພາຍ​ໃນ ​ແລະ ພະລັງພາຍນອກ... ໃນບົດນິພົນຂອງຕົນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງຢືນຢັນວ່າ: “ເສີມຂະຫຍາຍກຳລັງແຮງສັງລວມຂອງປະເທດຢ່າງມີປະສິດທິຜົນ ສົມທົບກັບກຳລັງແຮງຂອງຍຸກສະໄໝ. ຂຸດຄົ້ນແລະນຳໃຊ້ຊັບພະຍາກອນທັງໝົດຢ່າງມີປະສິດທິຜົນ ເພື່ອຕອບສະໜອງຄວາມຕ້ອງການຂອງການສ້າງສາ ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່(16); ເຈດຈຳນົງອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພະລັງພາຍໃນ ເປັນປັດໄຈຊີ້ຂາດ ພື້ນຖານ ແລະ ຍາວນານ; ການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ພະລັງພາຍນອກແມ່ນມີຄວາມສຳຄັນທີ່ສຸດ(17); “ການລະດົມ ແລະ ສົມທົບບັນດາພະລັງພາຍນອກ ກັບຊັບພະຍາກອນພາຍໃນປະເທດຢ່າງມີປະສິດທິຜົນ ເພື່ອຮັບໃຊ້ພາລະກິດການສ້າງສາ ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ(18). ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເນັ້ນວ່າ: “ບຸລິມະສິດການຊອກຫາຕະຫຼາດ ແລະ ເປີດກວ້າງຕະຫຼາດສຳລັບສິນຄ້າ, ບໍລິການ ແລະ ແຮງງານຫວຽດນາມ, ດຶງດູດແຫຼ່ງທຶນ ເຕັກໂນໂລຊີ ແລະ ບົດຮຽນປະສົບການການຄຸ້ມຄອງ, ໂດຍສະເພາະ ການລົງທຶນໂດຍກົງຈາກຕ່າງປະເທດສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຂອງ​ປະ​ເທດ. ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ປະ​ເທດ​ຊຸກຍູ້​ການ​ເຈລະຈາ ລົງ​ນາມ ​ໃຫ້​ສັດຕະຍາບັນ ​ແລະ ປະຕິບັດ​ບັນດາ​ສັນຍາການຄ້າເສລີຫຼາຍ​ຝ່າຍ; ຄົ້ນຄວ້າຄວາມສາມາດເຂົ້າຮ່ວມບັນດາຂໍ້​ຄິດລິ​ເລີ່ມ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາໂຄງສ້າງ​ພື້ນ​ຖານ​; ດຳເນີນການເຈລະຈາສັນຍາການຄ້າເສລີສອງ​ຝ່າຍ​ລຸ້ນ​ໃໝ່​ກັບ​ບັນດາ​ປະ​ເທດ, ​ໂດຍ​ສະ​ເພາະ​ກັບ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່(19).  

ເພື່ອປະຕິ​ບັດເປົ້າໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ວາງ​ອອກ​ໃຫ້​ສຳ​ເລັດ​ຜົນ, ຈຳເປັນຕ້ອງຍູ້ແຮງການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ໃນ​ສະພາບ​ການ​ໂລກາພິວັດ ແລະ ພາກພື້ນພິວັດທາງດ້ານເສດຖະກິດ ພວມເກີດຂຶ້ນ​ຢ່າງ​ແຂງ​ແຮງນັ້ນ, ຕ້ອງ​ມີ​ແຫຼ່ງທຶນ, ​ເຕັກ​ໂນ​ໂລ​ຢີ, ພະນັກງານວິທະຍາສາດ ແລະ ກຳມະກອນທີ່ມີຄວາມຊຳນານ, ຍົກສູງຄວາມສາມາດແຂ່ງຂັນ ຂອງພື້ນຖານເສດຖະກິດ, ເຊື່ອມໂຍງກັບຕະຫຼາດໂລກ ແລະຕະຫຼາດພາກພື້ນ,... ບັນຫາເຫຼົ່ານີ້ບໍ່ສາມາດແກ້ໄຂໄດ້ ຖ້າປະເທດເຮົາພຽງແຕ່ອາໄສຊັບພະຍາກອນພາຍໃນເທົ່ານັ້ນ ແລະ ຍິ່ງເປັນໄປບໍ່ໄດ້ ຖ້າພວກເຮົາພຽງແຕ່ອາໄສກຳລັງພາຍນອກເທົ່ານັ້ນ, ພວກເຮົາຕ້ອງສະຫຼາດຄ່ອງແຄ້ວໃນການໃຊ້ກຳລັງແຮງສັງລວມຂອງທັງພາຍໃນ ແລະ ພາຍນອກ. ພະລັງພາຍໃນມີບົດບາດຕັດສິນຊີ້ຂາດ, ແມ່ນ​ແຫຼ່ງ​ກຳ​ລັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂດຍ​ກົງ, ນຳ​ພາປະ​ເທດໃຫ້ຈະເລີນກ້າວໜ້າ. ພະລັງພາຍນອກມີບົດບາດສໍາຄັນ. ເສດ​ຖະ​ກິດ​ໂລກ​ໃນ​ປັດ​ຈຸ​ບັນ​ມີ​ທ່າ​ອ່ຽງທີ່ຈະ​ກາຍ​ເປັນລະບົບ​ເສດ​ຖະ​ກິດ​ຕະ​ຫຼາດ​ໂລກທີ່​ເປັນ​ເອ​ກະ​ພາບ, ເສດ​ຖະ​ກິດ​ຂອງ​ແຕ່​ລະ​ປະ​ເທດ​ເປັນ​ສ່ວນໜຶ່ງ​ຂອງ​ໂລກ​, ​ໃນເງື່ອນໄຂ​ດັງກ່າວ, ຢາກໃຫ້​ເສດຖະກິດ​ຂອງ​ປະ​ເທດ​ເຮົາພັດທະນາໄດ້ດີ ຕ້ອງ​ຕິດ​ພັນ​ກັບ​ເສດຖະກິດ​ຕະຫຼາດ​ຂອງ​ໂລກ ​ແລະ ພາກ​ພື້ນ. ຄໍາຖາມແມ່ນ, ຈະແກ້ໄຂການພົວພັນລະຫວ່າງການເສີມຂະຫຍາຍຊັບພະຍາກອນພາຍໃນ ແລະ ການຂະຫຍາຍການເຊື່ອມໂຍງສາກົນ ເພື່ອໃຊ້ປະໂຫຍດຈາກຊັບພະຍາກອນພາຍນອກ?  

ປະຊາຊົນຫວຽດນາມ, ພາຍໃຕ້ການນຳພາຂອງພັກກອມມູນິດທີ່ກໍ່ຕັ້ງໂດຍປະທານ ໂຮ່ຈີມິນທີ່ຮັກແພງ, ໄດ້ເລືອກເອົາເສັ້ນທາງທີ່ຖືກຕ້ອງໄປສູ່ສັງຄົມນິຍົມ. ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ກຳແໜ້ນແລະຊາບຊຶມຢ່າງເລິກເຊິ່ງ ທິດນຳທີ່ວ່າ: ຮັກສາຄວາມເປັນເອກະລາດແລະເປັນເຈົ້າຕົນເອງ ໄປຄຽງຄູ່ກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ; ການ​ລະດົມ​ແຫຼ່ງຊັບພະຍາກອນ​ພາຍ​ໃນ​ປະ​ເທດຢ່າງ​ສູງເປັນ​ສຳຄັນ​ຕົ້ນຕໍ ​ໄປ​ຄຽງ​ຄູ່​ກັບ​ການ​ນຳ​ໃຊ້​ຊັບພະຍາກອນ​ພາຍ​ນອກ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ; ກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ, ເປີດປະຕູແລະເຊື່ອມໂຍງກັບພາກພື້ນແລະໂລກ, ມຸ່ງສູ່ການ​ສົ່ງ​ອອກ​ຢ່າງ​ແຂງ​ແຮງ, ພ້ອມ​ກັນ​ນັ້ນ​ ກໍ​ເອົາ​ໃຈ​ໃສ່​ເຖິງ​ສິນຄ້າ​ພາຍ​ໃນ​ທີ່​ສາມາດ​ຜະລິດ ​ແລະ ຜະລິດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດພາຍ​ໃນ ​ແລະ ຄວາມ​ຕ້ອງການ​ຂອງ​ປະຊາຊົນ. ພະລັງພາຍໃນຍິ່ງແຂງແຮງເທົ່າໃດ ກໍຍິ່ງສາມາດໃຊ້ພະລັງພາຍນອກໄດ້ຫຼາຍ ແລະ ມີປະສິດທິຜົນຫຼາຍທໍ່ນັ້ນ; ບົນ​ພື້ນຖານ​ນັ້ນ, ສາມາດ​ຮັກສາ​ເອກະລາດແລະຄວາມ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ເທດໄດ້. ເພາະສະນັ້ນ, ສາມາດຢືນຢັນວ່າ: ການເສີມຂະຫຍາຍພະລັງພາຍໃນໃນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການແລະຕັ້ງໜ້ານັ້ນ ກາຍເປັນຄວາມຮຽກຮ້ອງຕ້ອງການພື້ນຖານ ຂອງກິດຈະກຳປ່ຽນແປງໃໝ່ປະເທດຢ່າງຮອບດ້ານ. ດັ່ງນັ້ນ, ເພື່ອສືບຕໍ່ຊຸກຍູ້ການປ່ຽນແປງໃໝ່ນັ້ນ, ບັນຫາ​ສຳຄັນ​ແມ່ນ ການ​ປຸກລະດົມ ​ແລະ ເສີມຂະຫຍາຍ​ແຫຼ່ງກຳລັງ​ພາຍ​ໃນ​ໃຫ້ເກີດປະໂຫຍດ​ສູງ​ສຸດ, ໃຊ້ປະໂຫຍດຈາກຂໍ້​ໄດ້​ປຽບທາງປຽບ​ທຽບທັງໝົດ​ ຂອງ​ປະ​ເທດ ​ເພື່ອ​ຜະລິດ​ສິນຄ້າ​ສົ່ງ​ອອກ, ສະສົມ​ເງິນຕາ​ຕ່າງປະ​ເທດ, ນຳເຂົ້າສິນຄ້າແລະປັດໄຈການຜະລິດ ​ທີ່​ບໍ່ມີເງື່ອນ​ໄຂ​ການຜະລິດໃນປະເທດ ຫຼືການຜະລິດບໍ່ມີປະສິດທິພາບ. ຜ່ານການເຄື່ອນໄຫວເສດຖະກິດການຕ່າງປະເທດ ເພື່ອຜະລິດສິນຄ້າໃນປະເທດທີ່ມີຄວາມໄດ້ປຽບທາງປຽບທຽບ ເພື່ອແລກກັບວັດສະດຸແລະປັດໄຈການຜະລິດທີ່ຮັບໃຊ້ໃຫ້ແກ່ການຜະລິດຊ້ຳເປີດກວ້າງຢູ່ໃນປະເທດ. ຍິ່ງກວ່ານັ້ນ, ພະລັງພາຍໃນຍັງເປັນແຫຼ່ງສົມທົບເພື່ອ​ຮັບ​ແລະ​ນຳ​ໃຊ້​ກຳລັງ​ພາຍ​ນອກ​ຢ່າງ​ມີ​ປະສິດທິ​ຜົນ ແລະ ປ່ຽນພະລັງ​ພາຍ​ນອກເປັນພະລັງພາຍໃນ. ການຍົກສູງ​ປະສິດທິ​ຜົນ​ການ​ເຊື່ອມ​ໂຍງ​​ສາກົນ ​ກາຍ​ເປັນ​ປັດ​ໄຈ​ສຳຄັນ ​ເພື່ອ​ຊຸກຍູ້​ການ​ຫັນ​​ປະ​ເທດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​, ຍົກ​ສູງ​ປະສິດທິ​ຜົນ ​ແລະ ຄວາມ​ສາມາດໃນການແຂ່ງຂັນຂອງ​ເສດຖະກິດ...

ໃນນິພົນຂອງຕົນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ສະຫຼຸບວ່າ: “ພັກນຳພາແລະກຳອຳນາດ, ໃນເມື່ອກຳນົດທິດທາງການເມືອງ ແລະ ນະໂຍບາຍ, ບໍ່​ພຽງ​ແຕ່ເລີ່ມຈາກ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ແລະ​ຊາດຕົນ​ເທົ່າ​ນັ້ນ, ​ແຕ່​ຍັງ​​ຄົ້ນຄວ້າ ​ແລະ ຮຽນຮູ້ປະສົບ​ການ​ຈາກ​ສະພາບ​ຕົວ​ຈິງ​ຂອງ​ໂລກ ​ແລະ ຍຸກ​ສະ​ໄໝ. ໃນໂລກທີ່ມີການໂລກາພິວັດໃນປະຈຸບັນ, ການພັດທະນາຂອງແຕ່ລະຊາດ ປະເທດຊາດ ບໍ່ອາດຈະໂດດດ່ຽວ ຢືນຢູ່ນອກການກະທົບຂອງໂລກ ແລະ ຍຸກສະໄໝ, ຂອງກາລະເວລາແລະສະຖານະການຂອງມັນ. ເພາະສະນັ້ນ, ພວກເຮົາຕ້ອງເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ ການຮ່ວມມື ແລະ ການພັດທະນາ, ເປີດຄວາມຫຼາກຫຼາຍ ແລະ ຫຼາຍຝ່າຍໃນການພົວພັນສາກົນ ບົນພື້ນຖານເຄົາລົບເອກະລາດ ອຳນາດອະທິປະໄຕ ຜືນແຜ່ນດິນອັນຄົຍຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແລະກັນ, ສະເໝີພາບ ແລະ ມີຜົນປະໂຫຍດຮ່ວມກັນ(20)./.

-------------------

(1), (2), (3) ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2019, ພາກ 1, ໜ້າ 410, 336, 808.

(4), (5), (6), (7), (8) ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່, ປຶ້ມທີ່ໄດ້ແນະນຳ, ພາກ 1, ໜ້າ 935, 914, 187, 434-435, 691.

(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 135-136.

(10), (11) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 191, 25.

(12) ຫງວຽນ ຝູ ຈ້ອງບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 26.

(13), (14), (15) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 26-27, 30, 33.

(16), (17), (18), (19) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 49, 191, 191, 196.

(20) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 37.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1004 (ເດືອນທັນວາ 2022)