ການສົມທົບການພັດທະນາ​ເສດຖະກິດ-ສັງຄົມ​ ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ແມ່ນ​ທັດສະນະ ​ແລະ ແຜນນະ​ໂຍບາຍ​ທີ່ສຳຄັນ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ເປັນ​ການ​ສະ​ແດງອອກຂອງການກຳແໜ້ນ ​ແລະ ແກ້ໄຂເປັນຢ່າງດີ ສາຍ​ພົວພັນ​ອັນສຳຄັນ ​ລະຫວ່າງ​ການ​ກໍ່ສ້າງ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ. ໃນ​ເວລາທີ່ຜ່ານ​ມາ, ວຽກງານການ​ຈັດ​ຕັ້ງ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນ ​ແລະ ການ​ຕ່າງປະ​ເທດ ປະສົບຄວາມສຳເລັດ​​ຫຼາຍ​ຢ່າງ, ​ແຕ່​ຍັງ​ມີ​ຂໍ້​ຈຳກັດ​ບາງ​ຢ່າງ. ເພື່ອປັບປຸງຄຸນນະພາບໃນໄລຍະໃໝ່, ຈໍາເປັນຕ້ອງລວມວິທີການແກ້ໄຂຕ່າງໆ ເຂົ້າດ້ວຍກັນຢ່າງສອດປະສານກັນ.

ທ່ານ ຟ້າມ ມິງ ຈິ໊ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ສຳຫຼວດພາກສະໜາມທີ່ທ່າກຳປັ່ນ ກ໊າຍກູຍ, ນະຄອນເກິ່ນເທີ _ແຫຼ່ງ: baochinhphu.vn

ສະຖານະປະຈຸ​ບັນ​ຂອງ​ການຈັດ​ຕັ້ງ​ປະ​ຕິ​ບັດ​ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​
ກັບ​ການ​​ປ້ອງ​ກັນ​ປະ​ເທດ
, ປ້ອງກັນຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ​ ໃນ​ໄລຍະ​ທີ່ຜ່ານມາ.

​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກກອມມູນິດຫວຽດນາມ ​ໄດ້​ຢືນຢັນ​ວ່າ: “ສົມທົບຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ ​ລະຫວ່າງ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການຕ່າງປະເທດ ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງກັນຄວາມ​ໝັ້ນຄົງ, ແລະ ລະຫວ່າງ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງກັນຄວາມ​ໝັ້ນຄົງ ​ກັບ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ການ​ຕ່າງປະ​ເທດ”(1).  

ຄວາມສຳເລັດທີ່ພົ້ນ​ເດັ່ນ​ໃນ​ການຈັດ​ຕັ້ງການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ
ກັບ​ການ​ປ້ອງ​ກັນ​ປະ​ເທດ
, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ.

ທີໜຶ່ງ, ການຈັດ​ຕັ້ງ ​ແລະ ຜັນ​ຂະຫຍາຍ​ການ​ສົມທົບ​ລະຫວ່າງການ​ພັດທະນາ​ເສດຖະກິດ-ສັງຄົມ ກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ, ຄົບຊຸດ, ຕອບສະໜອງຄວາມ​ຕ້ອງການທີ່ວາງໄວ້ໄດ້ນັບມື້ນັບດີ.

ການຈັດຕັ້ງ ແລະ ຜັນຂະຫຍາຍການສົມທົບ ລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນເວລາທີ່ຜ່ານມາ ໄດ້ດຳເນີນການ​ຢ່າງ​ຕັ້ງໜ້າແລະຄົບຊຸດ. ຕາມນັ້ນ, ການກໍ່ສ້າງສະຖາບັນ, ກົນໄກ, ນະໂຍບາຍ; ການຈັດຕັ້ງກົງຈັກ; ການຊີ້ນຳ ​ແລະ ການຈັດ​ຕັ້ງ​ປະຕິບັດ​ແຜນກຳນົດ, ແຜນການ​ພັດທະນາ​​ຂະ​ແໜງ, ພາກ​ພື້ນ ແລະ ຂົງ​ເຂດ​ເຊື່ອມ​ໂຍງລະຫວ່າງການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ກັບ​ການ​ປ້ອງ​ກັນ​ປະເທດ ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ຮັບການຊຸກຍູ້. ​ລາຍ​ງານສະຫຼຸບ​ສັງ​ລວມບາງ​ບັນຫາ​ທາງ​ທິດ​ສະ​ດີ ​ແລະ ພຶດຕິກຳ ​ຜ່ານ 20 ປີ​ (1991-2011) ແຫ່ງ​ການ​ປະຕິບັດ ໂຄງການການເມືອງ ​​ປີ 1991 ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ໄດ້ຢືນຢັນ​ວ່າ: “ຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດການສົມທົບເສດຖະກິດ ແລະ ການປ້ອງກັນປະເທດ ຕັ້ງແຕ່ແຕ່ປີ 1991 ເຖິງປະຈຸບັນ ແມ່ນການດຳເນີນການຕາມເປົ້າໝາຍການປະສົມປະສານໃຫ້ນັບມື້ນັບດີຂຶ້ນ, ໄດ້ຂຸດຄົ້ນແລະນຳໃຊ້ແຫຼ່ງຊັບພະຍາກອນລວມຂອງປະເທດຢ່າງມີປະສິດທິຜົນ, ບັນລຸຄວາມສຳເລັດໃນການປະຕິບັດ 2 ໜ້າທີ່ຍຸດທະສາດການສ້າງສາ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມ, ທັງຮັບປະກັນການພັດທະນາເສດຖະກິດ-ສັງຄົມຢ່າງໝັ້ນຄົງ, ວ່ອງໄວ ແລະ ຍືນຍົງ, ທັງປັບປຸງແລະເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ”(2). ລາຍ​ງານ 10 ປີ​ແຫ່ງ​ການ​ປະຕິບັດໂຄງການການເມືອງ ປີ 2011 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກໍ່​ຢືນຢັນ​ວ່າ: “ການສົມທົບສອງໜ້າທີ່ຍຸດທະສາດການສ້າງສາ​ສັງຄົມ​ນິຍົມ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ ​ໄດ້ຮັບຄວາມ​ເອົາ​ໃຈ​ໃສ່ ​ແລະ ປະຕິບັດ​ຢ່າງສອດປະສານກັນ​ໃນ​ທຸກ​ຂົງ​ເຂດ”(3).

ທີສອງ, ການຈັດຕັ້ງ​ ກໍ່ສ້າງ​ສະຖາບັນ, ກົນ​ໄກ, ນະ​ໂຍບາຍ, ແຜນກຳນົດ, ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ ຕິດ​ພັນ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ແລະ ການ​ຕ່າງປະ​ເທດ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຊຸກຍູ້ຢ່າງແຂງແຮງ.

ກົມ​ການ​ເມືອງສູນກາງ​ໄດ້​ອອກ​ບົດ​ສະຫຼຸບຕ່າງໆ(4), ສະພາ​ແຫ່ງ​ຊາດ, ລັດຖະບານ, ນາຍົກລັດຖະມົນຕີ ​ໄດ້​ອອກ​ກົດໝາຍ, ດຳລັດ, ມະຕິ ​ກ່ຽວ​ກັບ​ການ​ສົມທົບການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ, ການ​ຕ່າງປະ​ເທດ​ ກັບ​ເສດຖະກິດ, ສົມທົບ​ເສດຖະກິດ ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງກັນຄວາມ​ໝັ້ນຄົງ, ການ​ຕ່າງປະ​ເທດ. ບັນດາ​ກະຊວງ, ຂະ​ແໜງ​ການສູນກາງ, ທ້ອງ​ຖິ່ນຕ່າງໆ ​ໄດ້ຫັນເປັນນິຕິກຳ ​ແລະ ອອກ​ມະຕິ, ຄຳສັ່ງ, ​ເອກະສານກົດໝາຍຕາມ​ອຳນາດ​ໜ້າທີ່ຂອງ​ຕົນ, ປັບປຸງ​ກົນ​ໄກ ​ນະ​ໂຍບາຍໃຫ້ສົມບູນແບບເທື່ອລະກ້າວ ເພື່ອຜັນຂະຫຍາຍປະຕິບັດແຜນນະໂຍບາຍສົມທົບການ​ພັດທະນາ​ເສດຖະກິດ-ສັງຄົມ ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ​ໃນ​ແຜນກຳນົດ, ​ແຜນການ, ​ໂຄງການ,​ ແຜນງານ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ​ແຜນກຳນົດ, ແຜນການ​ການ​ຕ່າງປະ​ເທດ. ຕາມ​ນັ້ນ, “ລະບົບ​ກົນ​ໄກ ​ແລະ ນະ​ໂຍບາຍ​ໄດ້​ຮັບ​ການ​ເພີ່ມເຕີມ, ປັບປຸງ​ໃຫ້​ສົມບູນ​ແບບ; ​ເນື້ອ​ໃນ ​ແລະ ວິທີ​ປະສານສົມທົບ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງລະອຽດ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ. ຊັບພະຍາກອນ​ທີ່​ຮັບ​ໃຊ້ການ​ປ້ອງ​ກັນ​ປະ​ເທດແລະຄວາມ​ໝັ້ນຄົງ ​ໄດ້​ຮັບ​ການ​ຮັບປະກັນ​ທີ່​ດີ​ຂຶ້ນຢ່າງຕໍ່ເນື່ອງ”(5).

ທີ​ສາມ, ການຈັດ​ຕັ້ງກົງຈັກ, ພະນັກງານຄຸ້ມ​ຄອງ ​ແລະ ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ​ໄດ້ຮັບການປັບປຸງຢ່າງເປັນປະຈຳ, ຮັບປະກັນ​ປະລິມານ ​ແລະ ຄຸນ​ນະພາ​ບ.

ອົງການບໍລິຫານລັດຖະກິດດ້ານການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ ແລະ ອົງການບໍລິຫານລັດຖະກິດດ້ານເສດຖະກິດ-ສັງຄົມ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງຢ່າງສະໝ່ຳສະເໝີ ໂດຍມີການກຳນົດໜ້າທີ່, ອຳນາດ ແລະ ຄວາມຮັບຜິດຊອບດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ ຕາມບົດບັນຍັດຂອງກົດໝາຍວ່າດ້ວຍການປ້ອງກັນປະເທດ (ປີ 2018) ແລະ ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ (ປີ 2004).

ທີສີ່, ວຽກງານຊີ້ນຳນຳພາການປະຕິບັດແຜນກຳນົດ ແຜນການພັດທະນາຂະແໜງການ, ພູມພາກ ແລະຂົງເຂດ ທີ່ເຊື່ອມໂຍງການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມສະຫງົບ ແລະ ການຕ່າງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດໃນຫຼາຍຂົງເຂດ ໂດຍພັກແລະລັດ.

ປະຕິບັດມະຕິຕົກລົງໝາຍເລກ 1391/QD-TTg, ລົງວັນທີ 9 ສິງຫາ 2010 ຂອງນາຍົກລັດຖະມົນຕີ, “ຮັບຮອງເອົາແຜນກຳນົດການກໍ່ສ້າງ ແລະ ພັດທະນາເຂດເສດຖະກິດ-ການປ້ອງກັນປະເທດຮອດປີ 2020, ວິໄສທັດຮອດປີ 2025”, ບັນດາເຂດເສດຖະກິດ-ການປ້ອງກັນປະເທດ ໄດ້ຜັນຂະຫຍາຍການກໍ່ສ້າງ ແລະ ມີປະສິດທິຜົນເພີ່ມຂຶ້ນ; ກໍ່ສ້າງໂຮງງານ​ອຸດ​ສາ​ຫະ​ກຳ​ປ້ອງກັນປະເທດຈຳນວນໜຶ່ງ ແລະ​ ເສດ​ຖະ​ກິດການ​ປ້ອງ​ກັນ​ປະ​ເທດ​ແບບໃຊ້ສອງທາງ, ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ, ປັບປຸງຄວາມໝັ້ນຄົງ, ໂດຍສະເພາະ ​ໃນພື້ນທີ່ທີ່​ສຳ​ຄັນ. “ຄ່ອຍໆ​ ຈັດ​ຕັ້ງ​ປະ​ຊາ​ກອນ​ຄືນ​ໃໝ່, ສ້າງ​ເປັນ​ກຸ່ມ​ບ້ານ, ຕາ​ແສງ, ໝູ່​ບ້ານ, ບ້ານ​ ຕາມ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ເຊື່ອມໂຍງກັບ​ການ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ; ສ້າງທ່າສະໜາມປ້ອງກັນຕົວຢູ່​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ ແລະ ຮົ້ວ​ປ້ອງ​ກັນ​ທີ່ໝັ້ນຄົງ, ເພີ່ມທະວີກຳລັງແຮງໃນການປ້ອງກັນ ແລະ ປົກປັກຮັກສາປະເທດຊາດ ໃນແຕ່ລະທ້ອງຖິ່ນ ແລະ ໃນ​ທົ່ວ​ປະ​ເທດ”(6). ການປະສົມປະສານກິດຈະກຳທາງ​ເສດຖະກິດຕ່າງປະເທດ, ການທູດດ້ານການປ້ອງ​ກັນປະເທດ ແລະຄວາມໝັ້ນຄົງ, ຫັນປ່ຽນຈາກ​ການ​ເຊື່ອມ​ໂຍງ​ເສດຖະກິດສາກົນ ເປັນການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ເພື່ອຜັນຂະຫຍາຍແນວທາງ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດຢ່າງມີປະສິດທິພາບນັ້ນ ​ບາງ​ຂັ້ນ​ຕອນ​, ບາງວຽກ​ງານ​ໄດ້​ຮັບ​ການດຳເນີນການແລ້ວ​; ໃນນັ້ນມີການ “ດັດປັບ, ເພີ່ມເຕີມ ແລະ ຍົກສູງຄຸນນະພາບຍຸດທະສາດ, ແຜນກຳນົດ ແລະ ແຜນການພັດທະນາລະບົບເສດຖະກິດ, ຂະແໜງການ, ຂົງເຂດ ແລະ ພາກພື້ນ ໃຫ້ສອດຄ່ອງກັບຄວາມເປັນຈິງຂອງປະເທດ ແລະ ລະດັບການພັດທະນາວິທະຍາສາດ ແລະ ອຸດສາຫະກຳທັນສະໄໝໃນໂລກ”(7). ຕາມນັ້ນ, ດັດປັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ, ເປີດກວ້າງການພົວພັນຕ່າງປະເທດ, ສົມທົບລະຫວ່າງການປະຕິບັດຄໍາໝັ້ນສັນຍາດ້ານເສດຖະກິດຕໍ່ບັນດາຄູ່ຮ່ວມມື, ບັນດາປະເທດ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ, ປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົງ ໃນການເຄື່ອນໄຫວເສດຖະກິດການຕ່າງປະເທດ, ໃນການທູດດ້ານການປ້ອງກັນປະເທດ ແລະຄວາມໝັ້ນຄົງ, ໃນການຂຸດຄົ້ນຊັບພະຍາກອນຈາກພາຍນອກ, ຈາກຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ກໍ່ມີການປ່ຽນແປງຢ່າງຕັ້ງໜ້າ.

ທີ​ຫ້າ, ຈັດຕັ້ງການ​ສົມທົບການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ​ໃນ​ແຕ່​ລະ​ຍຸດ​ທະ​ສາດ, ​ແຜນກຳນົດ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ ຢ່າງ​ມີ​ປະສິດທິ​ຜົນ.

​ລາຍ​ງານ​ສະຫຼຸບສັງລວມ 20 ປີ​ແຫ່ງ​ການ​ປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ລັດທະສັງຄົມນິຍົມ (1991–2011) ​ໄດ້​ຢືນຢັນ​ວ່າ: “ການ​ສົມທົບການ​ປ້ອງ​ກັນປະເທ​ດ ປ້ອງ​ກັນ​ຄວາມໝັ້ນຄົງ ​ກັບ​ເສດຖະກິດ ​ແລະການ​ຕ່າງປະ​ເທດ​ໄດ້​ດີກ​ວ່າ”(8). ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ຕີລາຄາວ່າ: “ການສົມທົບຢ່າງມີປະສິດທິຜົນ ລະຫວ່າງການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ກັບເສດຖະກິດ, ວັດທະນະທຳ, ສັງຄົມ ໃນແຕ່ລະຍຸດທະສາດ, ແຜນກຳນົດ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ”(9). ຍຸດທະສາດ, ແຜນກຳນົດ, ແຜນການໄລຍະກາງແລະໄລຍະຍາວ ເພື່ອລົງທຶນພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການສຶກສາ, ພັດທະນາ ແລະ ຈັດຕັ້ງປະຕິບັດ ໃນສາຍພົວພັນກັບຍຸດທະສາດການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ; ​ໄດ້​ເຮັດ​ວຽກ​ງານ​ວາງ​ແຜນກຳນົດ ​ແລະ ສ້າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ເປັນ​ຢ່າງ​ດີ ໂດຍເຊື່ອມໂຍງກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ສອດຄ່ອງເໝາະສົມກັບລັກສະນະທ້ອງຖິ່ນແລະຍຸກສະໄໝ ໃນແຕ່ລະໄລຍະ; ການດຳເນີນ​ການ​ສົມທົບ​ໃນ​ຫຼາຍ​ຂົງ​ເຂດ, ​ແຜນກຳນົດ, ແຜນການພັດທະນາ​ເສດຖະກິດ-ສັງຄົມ ​ໄດ້​ຄຳນຶງເຖິງ​ຄວາມ​ຕ້ອງການ​ດ້ານການ​ປ້ອງ​ກັນປະເທດ ​ແລະ ຄວາມ​ໝັ້ນຄົງ.  

ເພີ່ມ​ທະວີ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-ສັງຄົມ, ຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ບັນດາ​ແຜນການ ແລະໂຄງການ ສຳລັບ​ປະຊາຊົນ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ-ສັງຄົມ ​ເພື່ອ​ແກ້​ໄຂ​ບັນຫາ​ສັງຄົມ​ເຄັ່ງຮ້ອນທີ່ເກີດຈາກ​ຂະ​ບວນການ​ເຊື່ອມ​ໂຍງສາກົນ ເຊັ່ນ ການ​ແກ້​ໄຂ ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ລະຫວ່າງ​ຄົນ​ຮັ່ງມີ ​ແລະ ຄົນ​ທຸກຍາກ​ ໃນ​ບັນດາ​ຊົນ​ຊັ້ນ​ສັງຄົມ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ກຸ່ມ​ຄົນ​ດ້ອຍ​ໂອກາດ, ເອົາ​ໃຈ​ໃສ່​ຍົກສູງປະສິດທິຜົນຕົວຈິງ ຂອງໂຄງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ ແລະອື່ນໆ.

ຂໍ້​ຈຳກັດ​ບາງ​ຢ່າງ​ ໃນ​ການຈັດ​ຕັ້ງປະຕິບັດ​ ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ
ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ
, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ.

ທີໜຶ່ງ, ການຈັດ​ຕັ້ງ ​ແລະ ຜັນຂະຫຍາຍປະຕິບັດ​ ການ​ສົມທົບການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ​ຍັງ​ບໍ່ສອດຄ່ອງກັນ ​ແລະ ບໍ່​ເປັນໄປ​ຕາມ​ຄວາມ​​ຕ້ອງການ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ຢືນຢັນ​ວ່າ: “ການ​ສົມທົບ​ລະຫວ່າງການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ​ໃນ​ບາງ​ຂົງ​ເຂດ, ພື້ນທີ່​ບໍ່​ເຂັ້ມ​ງວດ, ​ແໜ້ນແຟ້ນ, ມີ​ປະສິດທິ​ຜົນ…”(10). ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງເທົ່າທຽມກັນ. ບໍ່ໄດ້ໃຊ້ປະໂຫຍດຢ່າງເຕັມທີ່ ແລະ ເສີມຂະຫຍາຍຜົນປະໂຫຍດທີ່ເຊື່ອມໂຍງ ແລະໝັ້ນຄົງກັບຄູ່ຮ່ວມມືທີ່ສຳຄັນຢ່າງມີປະສິດທິພາບ.

ທີສອງ, ການຈັດຕັ້ງກໍ່ສ້າງສະຖາບັນ, ກົນໄກ, ນະໂຍບາຍ, ແຜນກຳນົດ, ແຜນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດໃນບາງທ້ອງຖິ່ນ, ພາກພື້ນ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດໃຫ້ດີ, ໂດຍສະເພາະ ໃນຂົງເຂດເສດຖະກິດນອກພາກລັດ ແລະ ພາກທີ່ມີການລົງທຶນຈາກຕ່າງປະເທດ.

ການຫັນເປັນນິຕິກຳທັດສະນະ, ແຜນນະ​ໂຍບາຍໃນການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ຍັງ​ຊັກ​ຊ້າ, ບໍ່ໄດ້​ຕິດ​ຕາມ​ການປ່ຽງ​ແປງ​ຂອງ​ສະຖາການທາງການ​ເມືອງ - ການ​ທະຫານ ​ແລະ ຄວາມ​ໝັ້ນຄົງ​ໃນ​ໂລກ​ແລະພາກ​ພື້ນ ​ແລະ ຄວາມ​​ຕ້ອງການ​ໃນການປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ໃໝ່ຢ່າງໃກ້ຊິດ.

ທີສາມ, ການຊີ້ນຳແລະຈັດຕັ້ງປະຕິບັດການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ​ຍັງ​ບໍ່​ທັນ​ແໜ້ນ​ແຟ້ນຢູ່​ບາງ​ບ່ອນ, ຍັງ​ບໍ່​ທັນ​ມີ​ປະສິດທິ​ຜົນ, ​​ບາງ​ດ້ານ​ຍັງ​ເຮັດແບບຮູບນອກ.

ລາຍ​ງານ​ສະຫຼຸບສັງລວມ 20 ປີ​ແຫ່ງ​ການ​ປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ (1991–2011) ຢືນຢັນ​ວ່າ: “ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບ​ການປັບປຸງແລະເພີ່ມທະວີ​ກຳລັງ​ແຮງ​ປ້ອງ​ກັນ​ປະເທດ ປ້ອງກັນຄວາມໝັ້ນຄົງ ​ໃນ​ເງື່ອນໄຂ​ພັດທະນາ​ເສດຖະກິດ​ຕະຫຼາດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໃນບາງດ້ານຍັງບໍ່ແໜ້ນແຟ້ນ. ອຸດສາຫະກຳປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການອຸປະກອນແລະອາວຸດຂອງບັນດາກຳລັງປະກອບອາວຸດໄດ້”(11). ​ລາຍ​ງານສະຫຼຸບ​ສັງ​ລວມບາງ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິກຳ​ໃນ​ໄລຍະ 30 ປີ​ແຫ່ງ​ການປ່ຽນແປງໃໝ່ (1986-2016) ​ໄດ້​ຢືນຢັນ​ວ່າ: “ການຊີ້ນຳ ​ແລະ ຈັດ​ຕັ້ງ​ປະຕິບັດ​ການ​ສົມທົບ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ບາງ​ບ່ອນ, ບາງເວລາ ​​ກໍ່ບໍ່​ໄດ້​ຮັບ​ຜົນຕົວຈິງ. ການສົມທົບລະຫວ່າງ​ທ່າສະໜາມຮົບ​ປ້ອງ​ກັນ​ປະ​ເທດ​ທົ່ວປວງຊົນ ກັບ​ທ່າສະໜາມຮົບ​ປ້ອງ​ກັນ​ຄວາມໝັ້ນຄົງ​ປະຊາຊົນ; ການ​ສົມທົບລະຫວ່າງ​ເສດຖະກິດ ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ; ​ການກໍ່ສ້າງ​ເຂດ​ເສດຖະກິດ-ປ້ອງ​ກັນ​ປະ​ເທດ ​ໃນ​ພາກປະຕິບັດ ​ບາງ​ຄັ້ງ​ຍັງ​ບໍ່​ມີ​ປະສິດທິ​ຜົນຕົວຈິງ, ​ໃນ​ບາງດ້ານຍັງເປັນແບບຮູບນອກ. ການສົມທົບລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງໃນບາງຂົງເຂດ, ບາງພຶື້ນທີ່ ກໍ່ຍັງບໍ່ແໜ້ນແຟ້ນ, ປະສິດທິຜົນບໍ່ສູງ”(12). ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເນັ້ນໜັກວ່າ: “ການສົມທົບເສດຖະກິດ, ວັດທະນະທຳ, ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງຢູ່ບາງທ້ອງຖິ່ນ, ຫົວໜ່ວຍ ຍັງຂາດປະສິດທິຜົນ, ຍັງມີປະກົດການຂອງການອັດຕະວິໄສ, ຂາດຄວາມລະມັດລະວັງ, ໜັກໄປທາງຜົນປະໂຫຍດງ່າຍດາຍ, ເສຍສະຕິລະວັງຕົວ”(13).

ວິທີການ​ຍົກ​ສູງ​ຄຸນ​ນະພາ​ບການຈັດ​ຕັ້ງປະຕິບັດ​ການ​ສົມທົບລະຫວ່າງ
ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບ​ການ​ປ້ອງ​ກັນ​ປະ​ເທດ
, ປ້ອງກັນຄວາມ​ໝັ້ນຄົງ​ແລະການ​ຕ່າງປະ​ເທດ.

ທີໜຶ່ງ, ຮັບ​ຮູ້ ​ແລະ ​ແກ້​ໄຂເປັນຢ່າງດີ ​ການ​ພົວພັນ​ລະຫວ່າງ​ການ​ກໍ່ສ້າງ ​ແລະ ການປົກ​ປັກ​ຮັກສາ​ປະເທດຊາດສັງຄົມ​ນິຍົມຫວຽດນາມ; ການສົມທົບລະຫວ່າງ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງກັນຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ.

ຕ້ອງເປັນເອກະພາບດ້ານ​ຄວາມ​ເຂົ້າ​ໃຈ​ທັດສະນະ​ຂອງ​ພັກ ​ແລະ ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ​ຢ່າງຄົບຖ້ວນ ໂດຍອີງ​ໃສ່​ການຄົ້ນຄວ້າ​ທິດ​ສະ​ດີ, ສະຫຼຸບສັງລວມ ​ແລະການຕີລາຄາສະພາບຕົວຈິງ. ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ການຊາບຊຶມ, ໂຄສະນາ​ເຜີຍ​ແຜ່, ສຶກສາ​ອົບຮົມດ້ານແນວທາງ ​ແຜນນະໂຍບາຍ​ຂອງ​ພັກ, ນະ​ໂຍບາຍແລະກົດໝາຍ​ຂອງ​ລັດ ​ກ່ຽວ​ກັບ​ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ ແລະ ການ​ຕ່າງປະ​ເທດ ​ຢູ່​ບັນດາ​ສຳນັກງານ ອົງການ ​ແລະ ປະຊາຊົນ.

ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຄື: ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດໃຫ້ສຳເລັດມີໄຊ. ແກ້ໄຂຜ່ານຜ່າ​ທ່າອ່ຽງເບິ່ງເບົາໜ້າທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ​ຫຼື​ພຽງ​ແຕ່​ສຸມ​ໃສ່​ຜົນ​ປະ​ໂຫຍດ​ທາງ​ເສດ​ຖະ​ກິດ. ເພີ່ມທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແລະໃນໂລກ ໃຫ້ເຂົ້າສູ່ລວງ​ເລິກ, ມີສະຖຽນ​ລະ​ພາບ, ໝັ້ນຄົງ ເພື່ອຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ໜ້າທີ່​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ, ການ​ຕ່າງປະ​ເທດ ​ແລະ ໜ້າທີ່​ກໍ່ສ້າງ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ທີສອງ, ສົມທົບ​​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ວາງ​ແຜນກຳນົດ, ​ແຜນການ​ລົງທຶນ​ພັດທະນາ​ເສດຖະກິດ-ສັງຄົມ ຕິດກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການປົກປັກຮັກສາ​ປະ​ເທດຊາດ.

ປະຕິບັດ​ໜ້າທີ່​ໃຫ້​ຄຳ​ປຶກສາ ແລະ ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ດີ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ວາງ​ນະ​ໂຍບາຍ, ໂຄງການ​ພັດທະນາ​ເສດຖະກິດ-ສັງຄົມ ເຊື່ອມໂຍງ​​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ. ຍົກສູງຄຸນນະພາບການວາງແຜນພັດທະນາທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ການວາງແຜນພັດທະນາເສດຖະກິດ-ສັງຄົມໂດຍລວມ ຕ້ອງຮັບປະກັນການເສີມຂະຫຍາຍຄວາມສາມາດປ້ອງກັນຕົນເອງ ແລະ ຄວາມສາມາດຕອບສະໜອງຄວາມຕ້ອງການຂອງການສ້າງຄວາມເຂັ້ມແຂງດ້ານການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ.   

  ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ລະຫວ່າງການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ປ້ອງ​ກັນປະເທດ ປ້ອງ​ກັນ​ຄວາມໝັ້ນຄົງ ​ໃນ​ການ​ວາງ​ແຜນ​ພັດທະນາ​ບັນດາ​ເຂດ​ເສດຖະກິດ​ສຳຄັນ ​ແລະ ບັນດາພື້ນທີ່ຍຸດ​ທະ​ສາດ; ໃນ​ການ​ວາງ​ແຜນ​ການ​ລົງ​ທຶນ​ ເພື່ອ​ພັດ​ທະ​ນາບັນດາ​ຂະ​ແໜງ​ການ ແລະ ຂົງເຂດ​ທີ່​ສຳ​ຄັນ​ຂອງ​ປະ​ເທດ ​ເຊັ່ນ: ການຄົມມະນາຄົມຂົນ​ສົ່ງ, ໂທລະ​ຄົມມະນາຄົມ, ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື່​ສານ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ອຸດ​ສາ​ຫະ​ກຳ ແລະ ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ ແລະອື່ນໆ.

ທີ​ສາມ, ສືບ​ຕໍ່ປັບປຸງບູລະນະ​ລະບົບ​ກົດໝາຍ​ກ່ຽວ​ກັບ​ການ​ສົມທົບ​ຢ່າງແໜ້ນແຟ້ນແລະມີປະສິດທິຜົນ ລະຫວ່າງການ​ພັດທະນາ​ເສດຖະກິດ-ສັງຄົມ​ ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງກັນຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ.

ທຸກໆ ແນວທາງ ແຜນນະໂຍບາຍຂອງພັກທີ່ກ່ຽວຂ້ອງກັບການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຈຳເປັນຕ້ອງໄດ້ຮັບການຈັດຕັ້ງເປັນລະບົບເອກະສານນິຕິກຳທີ່ຄົບຊຸດແລະເປັນເອກະພາບ ເພື່ອຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບແລະປະສິດທິຜົນ ໃນທົ່ວປະເທດ. ກົນ​ໄກ, ນະ​ໂຍບາຍ​ເພື່ອ​ຮັບປະກັນ​ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ​ຈຳເປັນຕ້ອງ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ທັດສະນະ​​ການ​ປ້ອງ​ກັນ​ປະ​ເທດທົ່ວປວງຊົນ ແລະ ການຮັກສາຄວາມໝັ້ນຄົງ​​ປະຊາຊົນ.

ທີ​ສີ່, ສືບ​ຕໍ່​ປັບປຸງ​ຍຸດ​ທະ​ສາດໂດຍ​ລວມ​ກ່ຽວກັບການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ໃຫ້ສົມບູນແບບ.

ໃນການປັບປຸງ​ຍຸດ​ທະ​ສາດໂດຍ​ລວມ, ແຜນກຳນົດ, ແຜນການ​ກ່ຽວກັບການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ໃຫ້ສົມບູນແບບນັ້ນ ຕ້ອງ​ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ຕັ້ງແຕ່ການສືບສວນ, ການປະເມີນຊັບພະຍາກອນ, ບົນ​ພື້ນຖານ​ນັ້ນ​ ກຳນົດ​​ເປົ້າ​ໝາຍ ທິດທາງ​ພັດທະນາ ​ແລະ ສະ​ເໜີບັນດາ​ນະ​ໂຍບາຍ​ແກ້​ໄຂ ​ຄື ນະ​ໂຍບາຍ​ຂຸດ​ຄົ້ນ​ຊັບພະຍາກອນ; ນະໂຍບາຍການລົງທຶນແລະຈັກແບ່ງການລົງທຶນ; ນະໂຍບາຍລະດົມກຳລັງຄົນ ແລະ ການຈັດສັນປະຊາກອນ; ນະ​ໂຍ​ບາຍໃຫ້​ບຸ​ລິ​ມະ​ສິດ​ສໍາ​ລັບ​​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີໃຊ້ສອງທາງ​. ຍູ້​ແຮງ​ການ​ກໍ່ສ້າງ, ຍົກສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ເສດຖະກິດ-ປ້ອງ​ກັນ​ປະ​ເທດ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ​ແບບ​ຍືນ​ຍົງ ໃນ​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ, ຕອບ​ສະໜອງໜ້າທີ່​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ໃໝ່.

ທີ​ຫ້າ, ຍົກ​ສູງ​ປະສິດທິ​ພາບແລະປະສິດທິຜົນການ​ຄຸ້ມ​ຄອງ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ໃນ​ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ.

ປັບປຸງ​ກົນ​ໄກການ​ສົມທົບການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ໃຫ້ສົມບູນແບບ. ກຳນົດຕຳແໜ່ງ ບົດບາດ ​ແລະ ​ເນື້ອ​ໃນ​ການ​ຄຸ້ມ​ຄອງບໍລິຫານ​ລັດ​ຢ່າງ​ຖືກຕ້ອງ​ ໃນ​ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ. ກໍ່ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ທີ່​ເໝາະ​ສົມ ​ສຳລັບການ​ສົມທົບ​​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ​ໃນ​ໄລຍະ​ໃໝ່.

ສ້າງ ​ແລະ ຊີ້​ນຳ​ການປະຕິບັດເປັນຢ່າງດີ ​ແຜນກຳນົດ,​ ແຜນການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ​ຄວາມ​ໝັ້ນຄົງ ແລະ ການ​ຕ່າງປະ​ເທດ ໃນ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ຮາກຖານ. 

ທີຫົກ, ຍົກສູງຄຸນນະພາບການຝຶກອົບຮົມຄວາມຮູ້ ແລະ ປະສົບການ ໃນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃຫ້ແກ່ພະນັກງານລັດຖະກອນ ໂດຍສະເພາະຜູ້ນຳ ແລະ ພະນັກງານຄຸ້ມຄອງທຸກຂັ້ນ.

ອີງໃສ່ເປົ້າໝາຍຂອງການຝຶກອົບຮົມ, ຄວາມຕ້ອງການແລະໜ້າທີ່ທີ່ກຳນົດໄວ້ ເພື່ອຄັດເລືອກເນື້ອໃນ ແລະ ໂຄງການການຝຶກອົບຮົມທີ່ເໝາະສົມ ແລະແທດເໝາະ ເພື່ອຍົກລະດັບຄວາມຮູ້, ປະສົບການ ແລະ ຄວາມສາມາດໃນພາກປະຕິບັດ ໃຫ້ແທດເໝາະກັບຕໍາແໜ່ງ ທີ່ແຕ່ລະປະເພດພະນັກງານດຳລົງຢູ່. ສົມທົບການຝຶກອົບຮົມຄວາມຮູ້ທາງດ້ານທິດສະດີ ກັບການປະຕິບັດ ຜ່ານການທົດລອງ ແລະ ການຝຶກປະຕິບັດຕົວຈິງ ໃນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຮາກຖານຕ່າງໆ  ເພື່ອປັບປຸງຍົກສູງຄວາມເຂົ້າໃຈ ແລະ ຄວາມສາມາດຈັດຕັ້ງປະຕິບັດ ຂອງຖັນແຖວພະນັກງານ, ປະຊາຊົນ ແລະ ກອງທັບ ໃນການສົມທົບການພັດທະນາເສດຖະກິດ-ສັງຄົມ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນໄລຍະໃໝ່.

ການຈັດ​ຕັ້ງ​ປະຕິບັດ​ການ​ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ​ມີທີ່ຕັ້ງແລະບົດບາດສຳຄັນ​ພິ​ເສດ​ ໃນການ​ສ້າງ​ທ່າສະໜາມຮົບ​ປ້ອງ​ກັນ​ປະ​ເທດທີ່​ໝັ້ນຄົງ ​ໃນບັນດາພື້ນທີ່ ແລະທິດທາງຍຸດ​ທະ​ສາດ. ນີ້​ແມ່ນ​ໜ້າທີ່​ທີ່​ສຳຄັນ, ​ເປັນ​ປະຈຳ ​ແລະ ເປັນຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ຂອງລະບົບ​ການ​ເມືອງທັງໝົດ. ສະນັ້ນ, ເພື່ອສຳເລັດໜ້າທີ່ດັ່ງກ່າວ, ຈຳເປັນຕ້ອງເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປະເທດ, ຂອງລະບົບການເມືອງທັງໝົດ, ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານຢ່າງເປັນເອກະພາບຂອງລັດ./. 

--------------------

* ບົດ​ຂຽນ​ນີ້ແມ່ນ​ຜົນ​ການ​ຄົ້ນ​ຄ້ວາ​ຂອງ​ໂຄງການ​ວິທະຍາສາດ​ລະດັບ​ຊາດ: “ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ ​ໃນ​ສະພາບ​ການ​ໃໝ່”, ລະຫັດໝາຍເລກ: KX.04.30/21-25

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 157.

(2) ສະຫຼຸບສັງລວມບາງບັນຫາທິດສະດິ - ພຶດຕິກຳ ຜ່ານ 20 ປີແຫ່ງການປະຕິບັດ ໂຄງການການເມືອງປີ 1991 ຂອງກະຊວງການປ້ອງກັນປະເທດ (1991-2011), ສພຈ. ກອງທັບປະຊາຊົນ, ຮ່າໂນ້ຍ, 2010, ໜ້າ 165.

(3) ລາຍງານ 10 ປີແຫ່ງການປະຕິບັດ ໂຄງການການເມືອງ ປີ 2011, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2020, ໜ້າ 72.

(4) ບົດສະຫຼຸບໝາຍເລກ 10-KL/TW, ວັນທີ 8 ກໍລະກົດ 2021, ຂອງກົມການເມືອງສູນກາງ “ວ່າດ້ວຍການເພີ່ມທະວີຄວາມສາມາດບົ່ມຊ້ອນດ້ານການປ້ອງກັນປະເທດ, ຄວາມໝັ້ນຄົງ ສົມທົບກັບການພັດທະນາເສດຖະກິດ-ສັງຄົມ ໃນທິດຍຸດທະສາດທາງຕາເວັນຕົກສຽງໃຕ້ຂອງປະເທດຊາດ”; ບົດສະຫຼຸບໝາຍເລກ 55-KL/TW, ວັນທີ 10 ພຶດສະພາ 2023, ຂອງກົມການເມືອງສູນກາງ “ວ່າດ້ວຍການເພີ່ມທະວີການປ້ອງກັນປະເທດ, ຄວາມໝັ້ນຄົງ ສົມທົບກັບການພັດທະນາເສດຖະກິດ-ສັງຄົມໃນທິດຍຸດທະສາດທາງຕາເວັນຕົກຂອງປະເທດຊາດ”

(5) ເອກະສານເພື່ອຄົ້ນຄວ້າບັນດາເອກະສານກອງປະຊຸມຄັ້ງທີ​ 8 ຂອງຄະນະບໍລິງານສູນກາງພັກ ຊຸດທີ XIII, (ໃຊ້ສຳລັບພະນັກງານສຳຄັນ ແລະ ຜູ້ສື່ຂ່າວ), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 254.

(6), (7) ເອກະສານເພື່ອຄົ້ນຄວ້າບັນດາເອກະສານກອງປະຊຸມຄັ້ງທີ​ 8 ຂອງຄະນະບໍລິງານສູນກາງພັກ ຊຸດທີ XIII, ປຶ້ມທີ່ໄດ້ແນະນຳ, ໜ້າ 254, 257.

(8) ລາຍງານສະຫຼຸບສັງລວມ 20 ປີແຫ່ງການປະຕິບັດ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ (1991-2011), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2010, ໜ້າ 124.

(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳເຫຼັ້ມ 1, ໜ້າ 68.

(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳເຫຼັ້ມ 2, ໜ້າ 76.

(11) ລາຍງານສະຫຼຸບສັງລວມ 20 ປີແຫ່ງການປະຕິບັດ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ລັດທິສັງຄົມນິຍົມ (1991-2011), ປຶ້ມທີ່ໄດ້ແນະນຳ, ໜ້າ 125.

(12) ລາຍງານສະຫຼຸບສັງລວມບາງບັນຫາທິດສະດີ - ພຶດຕິກຳ ຜ່ານ 30 ປີແຫ່ງການປ່ຽນແປງໃໝ່ (1986-2016), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2015, ໜ້າ 126.

(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳເຫຼັ້ມ 1, ໜ້າ 88.