ແນວໂຮມປະເທດຊາດຫວຽດນາມ - ແກນຫຼັກທາງການເມືອງໃນການເຕົ້າໂຮມ,
ສາມັກຄີ ແລະ ເສີມຂະຫຍາຍບົດບາດຂອງປະຊາຊົນໃນຍຸກໃໝ່  
ຕາມ
ຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ

ໂດຍ ບູ່ຍ ທີ້ ມິງ ຮວ່າຍ
ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາທິການຄະນະພັກແນວໂຮມປະເທດຊາດແລະອົງຄະນະມະຫາຊົນສູງການ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
01:22, 22-09-2026

ວກ.- ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມປະສົບຄວາມສຳເລັດຢ່າງດີງາມ ບໍ່ພຽງແຕ່ການກຳນົດເປົ້າໝາຍ ແລະວິໄສທັດຍຸດທະສາດສຳລັບການພັດທະນາໃນໄລຍະຕໍ່ໄປເທົ່ານັ້ນ, ແຕ່ຍັງຖືເປັນຈຸດປ່ຽນສຳຄັນທາງປະຫວັດສາດຂອງປະເທດຊາດໃນການເຂົ້າສູ່ຍຸກໃໝ່ ມຸ່ງສູ່ເຫດການສຳຄັນທາງປະຫວັດສາດຄົບຮອບ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຫວຽດນາມ ແລະຄົບຮອບ 100 ປີ ແຫ່ງການສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ. ເພື່ອບັນລຸຄວາມປາດຖະໜາໃນການສ້າງປະເທດຫວຽດນາມທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຈະເລີນຮຸ່ງເຮືອງ, ອາລະຍະທຳ ແລະ ມີຄວາມສຸກ, ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ, ພາຍໃຕ້ການນຳພາຂອງພັກ, ແນວໂຮມປະເທດຊາດຫວຽດນາມສືບຕໍ່ພັດທະນາເນື້ອໃນ ແລະວິທີການດຳເນີນງານ ແລະປັບໂຄງສ້າງການຈັດຕັ້ງໃຫ້ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນ. ສິ່ງນີ້ຢືນຢັນທີ່ຕັ້ງແລະບົດບາດທາງການເມືອງຫຼັກຂອງແນວໂຮງປະເທດຊາດຫວຽດນາມ ໂດຍເປັນບ່ອນທີ່ສົ່ງເສີມຈິດໃຈແຫ່ງຄວາມສາມັກຄີ, ການປຶກສາຫາລື, ການປະສານງານ, ການກະທຳທີ່ເປັນເອກະພາບ ແລະ ຄວາມພະຍາຍາມຮ່ວມກັນເພື່ອຊີວິດທີ່ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກຂອງປະຊາຊົນ.

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມວັນມະຫາສາມັກຄີປວງຊົນທັງຊາດ ທີ່ຕາແສງເທື້ອງກາດ, ນະຄອນຮ່າໂນ້ຍ (ພະຈິກ 2025) _ພາບ: TTXVN

ແນວໂຮມປະເທດຊາດຫວຽດນາມ ພະຍາຍາມສ້າງ, ປັບປຸງ ແລະ
ເສີມຂະຫຍາຍກຳລັງແຮງແຫ່ງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ

ຄວາມສາມັກຄີປວງຊົນທັງຊາດອັນຍິ່ງໃຫຍ່ແມ່ນມູນເຊື້ອອັນລ້ຳຄ່າ, ເປັນຊັບພະຍາກອນພາຍໃນຂອງຊາດຫວຽດນາມ ເຊິ່ງຫຼໍ່ຫຼອມຂຶ້ນຈາກການສ້າງຊາດ ແລະການປ້ອງກັນປະເທດມານັບພັນປີ. ໃນຊ່ວງຊີວິດຂອງປະທານໂຮ່ຈີມິນ ທ່ານໄດ້ເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ບົດບາດ ແລະພາລະກິດຂອງຄວາມສາມັກຄີ ແລະເອກະພາບແຫ່ງຊາດອັນຍິ່ງໃຫຍ່. ເພື່ອສ້າງແລະເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ,  ປະທານໂຮ່ຈີມິນໄດ້ເນັ້ນໜັກເຖິງການເຕົ້າໂຮມປະຊາຊົນເຂົ້າສູ່ແນວຮ່ວມຂອງການປະຕິວັດ, ຫັນປ່ຽນເຈດຈຳນົງແລະແນວຄິດການປະຕິວັດຂອງພັກໃຫ້ເປັນເຈດຈຳນົງ, ອຸດົມການ ແລະແຮງຈູງໃຈທີ່ຈະເສີມຂະຫຍາຍກຳລັງແຮງຂອງປະຊາຊົນ. ທ່ານຊີ້ໃຫ້ເຫັນວ່າ: “ຄວາມສາມັກຄີອັນຍິ່ງໃຫຍ່ກ່ອນອື່ນໝົດແມ່ນຕ້ອງເຕົ້າໂຮມພະລັງຂອງປະຊາຊົນສ່ວນໃຫຍ່ ເຊິ່ງປະຊາຊົນສ່ວນໃຫຍ່ຂອງພວກເຮົາແມ່ນກຳມະກອນ, ຊາວກະສິກອນ ແລະຊົນຊັ້ນແຮງງານອື່ນໆ. ນັ້ນແມ່ນຮາກຖານ ຂອງຄວາມສາມັກຄີອັນຍິ່ງໃຫຍ່”(1) ແລະເໜືອສິ່ງອື່ນໃດ, ປະຊາຊົນດ້ວຍພື້ນຖານຂອງພັນທະພາບກຳມະກອນ-ຊາວກະສິກອນ-ປັນຍາຊົນ ຈະຕ້ອງເຕົ້າໂຮມກັນເປັນກອງກຳລັງທີ່ມີການນຳພາ, ມີການຈັດຕັ້ງ ແລະເຊື່ອມໂຍງກັນຢ່າງໃກ້ຊິດໃນແນວໂຮມແຫ່ງຊາດທີ່ເປັນເອກະພາບ. ຜ່ານປະສົບການຕົວຈິງຂອງການຕໍ່ສູ້ປະຕິວັດ, ປະທານໂຮ່ຈີມິນ ໄດ້ສະຫຼຸບວ່າ: “ສາມັກຄີ, ສາມັກຄີ, ມະຫາສາມັກຄີ - ຄວາມສຳເລັດ, ຄວາມສຳເລັດ, ຄວາມສຳເລັດອັນຍິ່ງໃຫຍ່”(2).

ດ້ວຍການສືບທອດແລະພັດທະນາແນວຄິດຂອງປະທານໂຮ່ຈີມິນຢ່າງສ້າງສັນ, ໃນທຸກໄລຍະຂອງການປະຕິວັດ, ຄວາມສາມັກຄີໄດ້ຮັບການລະບຸວ່າເປັນຄຸນຄ່າຫຼັກສະເໝີຕົ້ນສະເໝີປາຍ, ມະຫາສາມັກຄີປວງຊົນທັງຊາດແມ່ນແນວທາງຍຸດທະສາດ, ເປັນແຫຼ່ງທີ່ມາຂອງກຳລັງແຮງ ແລະແຮງຜັກດັນຫຼັກຂອງການປະຕິວັດຫວຽດນາມ, ມີຄວາມໝາຍຕັດສິນຕໍ່ທຸກໆ ໄຊຊະນະໃນພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ. ມະຫາສາມັກຄີປວງຊົນທັງຊາດແມ່ນແຜນນະໂຍບາຍທີ່ສອດຄ່ອງຂອງພັກກອມມູນິດຫວຽດນາມຕະຫຼອດຂະບວນການປະຕິວັດທັງໝົດ. ໃນແຕ່ລະໄລຍະຂອງການປະຕິວັດ, ວິທີການຈັດຕັ້ງແລະເສີມຂະຫຍາຍຈິດໃຈແຫ່ງມະຫາສາມັກຄີປວງຊົນທັງຊາດໄດ້ຮັບການສືບທອດແລະປະດິດສ້າງ ເພື່ອໃຫ້ເໝາະສົມກັບຄວາມກ້າວໜ້າ ແລະເປົ້າໝາຍການພັດທະນາຂອງປະເທດ.

ຕະຫຼອດຂະບວນການປ່ຽນແປງໃໝ່ໃນໄລຍະ 40 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກ, ດ້ວຍການປະສານງານທີ່ໃກ້ຊິດ ແລະມີປະສິດທິພາບຫຼາຍຂຶ້ນຈາກຄະນະກຳມະການປະຈຳສະພາແຫ່ງຊາດ, ລັດຖະບານ, ທຸກຂັ້ນ ແລະ ທຸກຂະແໜງການ; ຄວາມເປັນເຈົ້າການ, ຄວາມປະດິດສ້າງ ແລະຄວາມຕັ້ງໜ້າຂອງອົງການຈັດຕັ້ງສະມາຊິກ, ແນວໂຮມປະເທດຊາດຫວຽດນາມສືບຕໍ່ຢືນຢັນບົດບາດທາງການເມືອງທີ່ສຳຄັນ ແລະແກນກາງໃນການປັບປຸງ ແລະເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ຜ່ານນັ້ນຢືນຢັນບົດບາດຂອງຕົນໃນຖານະຂົວເຊື່ອມຕໍ່ທີ່ໝັ້ນຄົງລະຫວ່າງພັກ, ລັດ ແລະ ປະຊາຊົນ. ການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມມີຄວາມເລິກເຊິ່ງ, ສ້າງສັນ ແລະຍືດຫຍຸ່ນຫຼາຍຂຶ້ນ ໂດຍຍຶດໝັ້ນໃນແນວທາງແລະແຜນນະໂຍບາຍຂອງພັກ ແລະນະໂຍບາຍ, ກົດໝາຍຂອງລັດ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄະຕິພົດໃນການປະຕິບັດງານວ່າ: “ໃກ້ຊິດປະຊາຊົນ, ເຂົ້າໃຈປະຊາຊົນ, ເຄົາລົບປະຊາຊົນ ແລະ ຮັບໃຊ້ປະຊາຊົນ”.

ເພື່ອເສີມຂະຫຍາຍບົດບາດທາງການເມືອງຫຼັກຂອງຕົນໃນການສ້າງ ແລະເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ແນວໂຮມປະເທດຊາດຫວຽດນາມທຸກຂັ້ນ ແລະບັນດາອົງການສະມາຊິກ ໄດ້ເປັນເຈົ້າການໃນການປ່ຽນແປງໃໝ່ແລະຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນ ເພື່ອຮັບປະກັນວ່າ ແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ຈະແຜ່ກະຈາຍຢ່າງແຂງແຮງໄປສູ່ຂັ້ນຮາກຖານ; ປະກອບສ່ວນເຂົ້າໃນການປັບປຸງແລະເພີ່ມທະວີຄວາມເຫັນດີເຫັນພ້ອມທາງສັງຄົມ ແລະສົ່ງເສີມສາຍພົວພັນອັນໃກ້ຊິດລະຫວ່າງພັກ, ລັດ ແລະ ປະຊາຊົນ. ຜ່ານການເສີມຂະຫຍາຍບົດບາດຂອງອົງການສື່ມວນຊົນ, ວິທະຍຸ, ໂທລະພາບ, ການປັບປຸງຄຸນນະພາບຂອງເວັບໄຊ, ຂະຫຍາຍການປະຕິສຳພັນໃນໜ້າແຟນເພຈ ແລະ ປະຕູແນວໂຮມດິຈິຕອນ 24/7 ຢ່າງມີປະສິດທິພາບ, ລະບົບແນວໂຮມປະເທດຊາດຫວຽດນາມຕັ້ງແຕ່ສູນກາງເຖິງຂັ້ນຮາກຖານ ໄດ້ຖ່າຍທອດແນວທາງຂອງພັກ, ນະໂຍບາຍແລະກົດໝາຍຂອງລັດໄປຍັງປະຊາຊົນຢ່າງທັນທ່ວງທີ່; ໂຄສະນາເຜີຍແຜ່ຂໍ້ມູນກ່ຽວການປະຕິວັດໃນການປັບໂຄງສ້າງການຈັດຕັ້ງແລະກົນໄກການເຮັດວຽກຂອງອົງການ ຢ່າງມີປະສິດທິພາບແລະທັນທ່ວງທີ່; ປຸກກະຕຸ້ນຄວາມກະຕືລືລົ້ນໃນໝູ່ປະຊາຊົນກ່ອນວັນພັກສຳຄັນຂອງປະເທດ; ຍູ້ແຮງການສື່ສານກ່ຽວກັບການໂຄສະນາຂົນຂວາຍຕ່າງໆ, ຂະບວນການແຂ່ງຂັນກັນຮັກຊາດ, ການຕິດຕາມກວດກາແລະການວິພາກວິຈານທາງສັງຄົມ... ເພື່ອໃຫ້ປະຊາຊົນເຂົ້າໃຈ ແລະມີສ່ວນຮ່ວມໃນຂະບວນການປ່ຽນແປງໃໝ່ຂອງປະເທດ.

ພ້ອມກັນນັ້ນ, ລະບົບແນວໂຮມປະເທດຊາດຫວຽດນາມ ແລະອົງການສະມາຊິກ ໄດ້ສຸມໃສ່ການປ່ຽນແປງໃໝ່ ແລະປັບປຸງຄຸນນະພາບກິດຈະກຳຄົ້ນຄວ້າຄວາມຄິດຈິດໃຈ, ຄວາມປາດຖະໜາຂອງປະຊາຊົນ, ການລວບລວມຄວາມຄິດເຫັນຂອງປະຊາຊົນ, ໂດຍສະເພາະກ່ອນແລະຫຼັງກອງປະຊຸມສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ; ການປະສານງານກັບອົງການທີ່ມີບົດບາດສຳຄັນຂອງລັດຖະບານ ເພື່ອຈັດຕັ້ງກິດຈະກຳປະເມີນຄວາມພໍໃຈຂອງປະຊາຊົນຕໍ່ປະສິດທິຜົນຂອງການເຄື່ອນໄຫວຂອງໜ່ວຍງານ ແລະອົງການຕ່າງໆ ໃນລະບົບການເມືອງ. ວຽກງານການຂົນຂວາຍແລະສາມັກຄີປະຊາຊົນຊົນເຜົ່າຕ່າງໆ, ການເຕົ້າໂຮມແລະສາມັກຄີສາສະໜາ ແລະປະຊາຊົນທຸກສາສະໜາ ໄດ້ຮັບການເນັ້ນໜັກເພີ່ມຂຶ້ນ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ, ປັບປຸງຊີວິດທາງດ້ານວັດຖຸແລະຈິດໃຈ, ການອະນຸລັກແລະເສີມຂະຫຍາຍເອກະລັກວັດທະນະທຳຂອງປະຊາຊົນ.

ແນວໂຮມປະເທດຊາດຫວຽດນາມທຸກລະດັບສືບຕໍ່ຢືນຢັນບົດບາດຂອງຕົນໃນການເສີມຂະຫຍາຍປະຊາທິປະໄຕ, ເປັນຕົວແທນ ແລະ ປົກປ້ອງສິດທິແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເຂົ້າຮ່ວມການກໍ່ສ້າງພັກແລະລັດຖະບານ, ເຂົ້າຮ່ວມການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້. ສິ່ງທີ່ພົ້ນເດັ່ນແມ່ນ ລະບົບແນວໂຮມປະເທດຊາດຫວຽດນາມແລະອົງການສະມາຊິກໃນທຸກລະດັບ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ໃນຂະບວນການຮ່າງ ແລະຂໍຄວາມຄິດເຫັນຈາກປະຊາຊົນ ກ່ຽວກັບການແກ້ໄຂເພີ່ມເຕີມ ມາດຕາຕ່າງໆ ຂອງລັດຖະທຳມະນູນປີ 2013; ປະສານງານການຮ່າງ ແລະຍື່ນສະເໜີໃຫ້ສະພາແຫ່ງຊາດປະກາດໃຊ້ ກົດໝາຍວ່າດ້ວຍການແກ້ໄຂເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ, ກົດໝາຍວ່າດ້ວຍສະຫະພັນກຳມະບານ, ກົດໝາຍວ່າດ້ວຍຊາວໜຸ່ມ, ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕໃນລະດັບຮາກຖານ, ເພື່ອຜັນຂະຫຍາຍປະຕິບັດທັດສະນະ, ແຜນນະໂຍບາຍແລະທິດທາງຂອງພັກຢ່າງທັນທ່ວງທີ່ ຕະຫຼອດຈົນບົດບັນຍັດໃໝ່ຂອງລັດຖະທຳມະນູນກ່ຽວກັບຕຳແໜ່ງ ບົດບາດ ສິດແລະຄວາມຮັບຜິດຊອບ ຂອງແນວໂຮມປະເທດຊາດຫວຽດນາມ ແລະອົງການທາງການເມືອງແລະສັງຄົມ ຕອບສະໜອງຄວາມຕ້ອງການແລະໜ້າທີ່ໃໝ່. ພ້ອມກັນນັ້ນກໍ່ໄດ້ຈັດຕັ້ງປະຕິບັດແລະລະດົມປະຊາຊົນຢ່າງແຂງຂັນ ໃຫ້ມີສ່ວນຮ່ວມໃນການປະກອບສ່ວນຄວາມຄິດເຫັນໃນການຮ່າງເອກະສານສຳລັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ແລະເອກະສານສຳລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ໂດຍໄດ້ຮັບຄຳເຫັນຈຳນວນ 527.764 ຄຳເຫັນ.

ກິດຈະກຳຕິດຕາມກວດກາແລະວິພາກວິຈານທາງສັງຄົມກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງພ້ອມໆກັນ ຕັ້ງແຕ່ສູນກາງເຖິງທ້ອງຖິ່ນ. ໃນໄລຍະປີ 2024-2026, ແນວໂຮມປະເທດຊາດຫວຽດນາມທຸກລະດັບໄດ້ປະສານງານກັບອົງການທີ່ກ່ຽວຂ້ອງ ເພື່ອຈັດກິດຈະກຳຕິດຕາມກວດກາຫຼາຍກວ່າ 2.300 ກິດຈະກຳ; ຈັດກອງປະຊຸມຫຼາຍກວ່າ 1.300 ຄັ້ງ ເພື່ອວິພາກວິຈານແລະໃຫ້ຄຳຄິດເຫັນ ກ່ຽວກັບການຕັດສິນໃຈດ້ານນະໂຍບາຍຂອງທ້ອງຖິ່ນ. ຄວາມຄິດເຫັນໃນການວິພາກວິຈານທາງສັງຄົມທີ່ຫຼາກຫຼາຍ, ອຸດົມສົມບູນ ແລະເລິກເຊິ່ງນັ້ນ ໄດ້ຮັບການຍ້ອງຍໍຊົມເຊີຍຢ່າງສູງຈາກໜ່ວຍງານທີ່ມີສິດອຳນາດ ແລະຖືເປັນເອກະສານສຳຄັນທີ່ຕ້ອງບັນທຶກໄວ້ໃນນະໂຍບາຍ ແລະຮ່າງກົດໝາຍ. ຄະນະກຳມະການແນວໂຮມປະເທດຊາດທ້ອງຖິ່ນໄດ້ຈັດຕັ້ງການສົນທະນາໂດຍກົງລະຫວ່າງ ຫົວໜ້າຄະນະບໍລິຫານງານພັກແລະອຳນາດການປົກຄອງ ກັບປະຊາຊົນ ເພື່ອແຈ້ງ ແລກປ່ຽນ ແລະແກ້ໄຂບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ພ້ອມຄວາມຄິດເຫັນແລະຂໍ້ສະເໜີແນະຂອງປະຊາຊົນ ຢ່າງທັນທ່ວງທີ່.

ໜຶ່ງໃນຜົນສຳເລັດທີ່ໂດດເດັ່ນໃນໄລຍະທີ່ຜ່ານມາແມ່ນ ບົດບາດແລະຄວາມຮັບຜິດຊອບຂອງລະບົບແນວໂຮມປະເທດຊາດຫວຽດນາມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນສຳລັບວາລະປີ 2026-2031. ພາຍໃນໜ້າທີ່ແລະອຳນາດທີ່ກ່ຽວຂ້ອງກັບການເຂົ້າຮ່ວມການກໍ່ສ້າງລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ປະສານງານຢ່າງໃກ້ຊິດ ກັບສະພາແຫ່ງຊາດແລະລັດຖະບານ ເພື່ອສະຫຼຸບແລະແກ້ໄຂກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກພາແຫ່ງຊາດແລະສະພາປະຊາຊົນ; ເປັນປະທານໃນການຮ່າງ, ຍື່ນສະເໜີເພື່ອປະກາດໃຊ້ ແລະການປະກາດໃຊ້ເອກະສານກ່ຽວກັບວຽກງານການເລືອກຕັ້ງພາຍໃນຂອບເຂດອຳນາດຂອງຕົນ. ກອງປະຊຸມປຶກສາຫາລືທີ່ຈັດໂດຍລະບົບແນວໂຮມປະເທດຊາດຫວຽດນາມໃນທຸກຂັ້ນ, ຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ, ໄດ້ດຳເນີນການຢ່າງຈິງຈັງແລະເປັນປະຊາທິປະໄຕ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບໃນການໃຫ້ຂໍ້ມູນກ່ຽວກັບໂຄງສ້າງ, ອົງປະກອບ, ມາດຕະຖານ, ຄວາມສາມາດ, ຄຸນສົມບັດ ແລະເງື່ອນໄຂ ສຳລັບການເຂົ້າຮ່ວມຂອງຜູ້ແທນໃນສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ. ກິດຈະກຳການກວດກາ ແລະຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມທຸກຂັ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງວ່ອງໄວ ແລະເຂັ້ມງວດ. ແນວໂຮມປະເທດຊາດຫວຽດນາມໄດ້ປະສານງານ ແລະສົ່ງເສີມການໂຄສະນາ ລະດົມຂົນຂວາຍປະຊາຊົນທຸກຊັ້ນຄົນໃຫ້ເຂົ້າຮ່ວມຢ່າງຕັ້ງໜ້າໃນວຽກງານເລືອກຕັ້ງ ເພື່ອໃຫ້ວັນທີ 15 ມີນາ 2026 ຈະເປັນ “ງານບຸນແຫ່ງຊາດ” ຢ່າງແທ້ຈິງ ໂດຍມີຜູ້ມີສິດເລືອກຕັ້ງທົ່ວປະເທດຫຼາຍກວ່າ 76 ລ້ານຄົນ (ບັນລຸ 99,70%), ເລືອກຕັ້ງຜູ້ແທນ 500 ຄົນເຂົ້າສູ່ສະພາແຫ່ງຊາດຊຸດທີ XVI, ຜູ້ແທນ 2.552 ຄົນເຂົ້າສູ່ສະພາປະຊາຊົນແຂວງ ແລະ ຜູ້ແທນ 72.440 ຄົນເຂົ້າສູ່ສະພາປະຊາຊົນຕາແສງ.

ບັນດາຂະບວນການແຂ່ງຂັນກັນຮັກຊາດ ແລະການໂຄສະນາຂົນຂວາຍໃຫຍ່ໆ ທີ່ດຳເນີນການໂດຍແນວໂຮມປະເທດຊາດຫວຽດນາມທຸກລະດັບ ແລະອົງການສະມາຊິກ ກຳລັງກາຍເປັນສິ່ງທີ່ແທດຈິງ, ສ້າງສັນ ແລະເລິກເຊິ່ງຫຼາຍຂຶ້ນ ໂດຍເຊື່ອມໂຍງຢ່າງໃກ້ຊິດກັບຄວາມຕ້ອງການ ແລະຜົນປະໂຫຍດຂອງປະຊາຊົນ ແລະ ຄວາມຮຽກຮ້ອງຕ້ອງການການພັດທະນາຂອງປະເທດ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຊົນ. ໃນນັ້ນ, ສິ່ງທີ່ໂດດເດັ່ນແມ່ນ ລະບົບແນວໂຮມປະເທດຊາດຫວຽດນາມ, ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະອົງການສະມາຊິກ ໄດ້ປະສານງານຢ່າງໃກ້ຊິດກັບອົງການທີ່ກ່ຽວຂ້ອງ ໃນການຈັດຕັ້ງແລະລະດົມກຳລັງເພື່ອໃຫ້ບັນລຸເປົ້າໝາຍຂອງຂະບວນການສົ່ງເສີມຄວາມຮັກຊາດ “ທັງປະເທດຮ່ວມໃຈກັນກຳຈັດເຮືອນຊົ່ວຄາວ ແລະເຮືອນຊຸດໂຊມພາຍໃນປີ 2025” ກ່ອນກຳນົດ. ຜ່ານກິດຈະກຳຕ່າງໆເຊັ່ນ: ການເຂົ້າຮ່ວມໃນການກວດສອບແລະລວບລວມລາຍຊື່ຄົວເຮືອນທີ່ມີສິດໄດ້ຮັບການສະໜັບສະໜູນ; ຈັດການຮຽກຮ້ອງແລະລະດົມກຳລັງຈາກອົງການ, ບຸກຄົນ, ສະມາຊິກສະຫະພັນແຮງງານ, ສະມາຊິກສະມາຄົມ ແລະທຸກພາກສ່ວນຂອງສັງຄົມ ເພື່ອຮ່ວມແຮງຮ່ວມໃຈກັນໃຊ້ແຮງງານ ແລະຊັບພະຍາກອນຊ່ວຍເຫຼືອຄົວເຮືອນເຫຼົ່ານີ້; ເຮັດໜ້າທີ່ເປັນຈຸດໃຈກາງໃນການຮັບການສະໜັບສະໜູນຈາກອົງການ ແລະບຸກຄົນ ຜ່ານກອງທຶນ “ເພື່ອຄົນທຸກຍາກ” ໃນທຸກລະດັບ ແລະ ດຳເນີນການຈັດສັນແລະໃຫ້ການຊ່ວຍເຫຼືອແກ່ຄົວເຮືອນ; ການຕິດຕາມກວດກາການຊ່ວຍເຫຼືອ ເພື່ອຮັບປະກັນຄວາມເປີດເຜີຍ, ໂປ່ງໃສ ແລະການເຂົ້າເຖິງຜູ້ຮັບປະໂຫຍດທີ່ຖືກຕ້ອງ ໄດ້ຮ່ວມມືກັບລັດຖະບານ ທຸກຂັ້ນ ແລະທຸກຂະແໜງການ ດຳເນີການຮື້ຖອນເຮືອນຊົ່ວຄາວ ແລະເຮືອນຊຸດໂຊມເພື່ອສ້າງເຮືອນໃໝ່ ຈຳນວນ 334.234 ຫຼັງ; ລະດົມທຶນໄດ້ຫຼາຍກວ່າ 24.700 ຕື້ດົ່ງ ແລະແຮງງານຫຼາຍກວ່າ 2,7 ລ້ານວັນເຮັດວຽກ.

ການຈັດຕັ້ງແລະການລະດົມຄວາມຊ່ວຍເຫຼືອແກ່ຜູ້ປະສົບໄພຈາກໄພພິບັດທາງທຳມະຊາດ ແລະໂລກລະບາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງວ່ອງໄວ ດ້ວຍວິທີການທີ່ເປີດເຜີຍ ແລະໂປ່ງໃສ, ສ້າງສະພາບແວດລ້ອມແລະເງື່ອນໄຂໃຫ້ປະຊາຊົນ ອົງການ ແລະບຸກຄົນຈຳນວນຫຼາຍ ຮ່ວມມືກັນຊ່ວຍເຫຼືອຊຸມຊົນ. ສິ່ງນີ້ໄດ້ສະແດງໃຫ້ເຫັນຈາກການເຂົ້າຮ່ວມຢ່າງຕັ້ງໜ້າຂອງອົງການສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ ຕັ້ງແຕ່ສູນກາງຈົນເຖິງຂັ້ນຮາກຖານ; ອົງການຂອງລັດ, ວິສາຫະກິດ, ພະນັກງານ, ລັດຖະກອນ, ຜູ້ອອກແຮງງານ; ຜູ້ປະກອບການ, ສິລະປິນ, ປັນຍາຊົນ, ປະຊາຊົນຫວຽດນາມຢູ່ຕ່າງປະເທດ ແລະ ໂດຍສະເພາະແມ່ນ ພົນລະເມືອງຫວຽດນາມທຸກຄົນໃນທຸກພາກສ່ວນຂອງປະເທດ ເມື່ອຕອບສະໜອງຕໍ່ຄຳຮຽກຮ້ອງຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ  ດ້ວຍເງິນບໍລິຈາກຫຼາຍກວ່າ 5.300 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນໃນແຂວງແລະນະຄອນທີ່ໄດ້ຮັບຜົນກະທົບຈາກພະຍຸໄຕ້ຝຸ່ນໝາຍເລກ 3 ໃນປີ 2024; ແລະເງິນບໍລິຈາກຫຼາຍກວ່າ 4.200 ຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພະຍຸໄຕ້ຝຸ່ນໝາຍເລກ 10 ແລະຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນພາກກາງຫວຽດນາມ ໃນປີ 2025 ແມ່ນຫຼັກຖານທີ່ຊັດເຈນຂອງນ້ຳໃຈແຫ່ງຄວາມສາມັກຄີແລະຄວາມໄວ້ວາງໃຈທີ່ປະຊາຊົນມີຕໍ່ແນວໂຮມປະເທດຊາດຫວຽດນາມ.

ສະຫາຍ ບຸ່ຍທີ້ມິງຮວ່າຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາທິການຄະນະພັກແນວໂຮມປະເທດຊາດ ແລະອົງຄະນະມະຫາຊົນສູງການ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກວດກາວຽກງານພະລາທິການຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວໂຮມປະເທດຊາດຫວຽດນາມ. _ທີ່ມາ: phunuvietnam.vn

ສືບຕໍ່ປ່ຽນແປງໃໝ່ເນື້ອໃນແລະວິທີການດຳເນີນງານ,
ຢືນຢັນແລະເສີມຂະຫຍາຍບົດບາດການເມືອງຫຼັກຂອງແນວໂຮມປະເທດຊາດຫວຽດນາມ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ເນັ້ນໜັກແລະເສີມສ້າງທິດທາງຍຸດທະສາດ ກ່ຽວກັບການສ້າງ, ປັບປຸງ ແລະເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ໃນໄລຍະການພັດທະນາໃໝ່ ເຊິ່ງມີດັ່ງນີ້: “ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງປະຊາຊົນ, ປະຊາທິປະໄຕສັງຄົມນິຍົມ, ກຳລັງແຮງຂອງປະຊາຊົນ ແລະກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ຢ່າງແຂງແຮງ. ຊາບຊຶມຢ່າງເລັກເຊິ່ງເຖິງທັດສະນະທີ່ວ່າ “‘ປະຊາຊົນເປັນຮາກເຫງົ້າ”, ປະຊາຊົນເປັນເຈົ້າຂອງ, ເປັນສູນກາງຂອງກິດຈະການປ່ຽນແປງໃໝ່, ການກໍ່ສ້າງແລະປົກປັກຮັກສາປະເທດຊາດ. ແຜນນະໂຍບາຍແລະນະໂຍບາຍທັງໝົດຂອງພັກແລະລັດ ຕ້ອງມາຈາກຄວາມຕ້ອງການ, ຄວາມປາດຖະໜາ, ສິດແລະຜົນປະໂຫຍດອັນຊອບທຳ ຖືກຕ້ອງຕາມກົດໝາຍຂອງປະຊາຊົນ ຢ່າງແທ້ຈິງ; ໂດຍຍຶກຖືຄວາມເຄົາລົບ, ການຮັບປະກັນ ແລະ ການປົກປ້ອງສິດທິມະນຸດ, ສິດທິພົນລະເຮືອນ, ຄວາມສຸກ ແລະຄວາມພໍໃຈຂອງປະຊາຊົນເປັນມາດຕະວັດ ແລະເປົ້າໝາຍທີ່ຈະມຸ່ງໝັ້ນ”(3). ພ້ອມກັນນັ້ນ, ມີຄວາມຮຽກຮ້ອງຕ້ອງການອີກວ່າ: “ສືບຕໍ່ປ່ຽນແປງໃໝ່ເນື້ອໃນແລະວິທີການດຳເນີນງານ, ເສີມຂະຫຍາຍບົດບາດການເມືອງຫຼັກຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງທາງສັງຄົມ ແລະອົງການຈັດຕັ້ງວິຊາຊີບ-ສັງຄົມ ໃນການເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ, ເຕົ້າໂຮມ ແລະເສີມຂະຫຍາຍຊັບພະຍາກອນ ແລະຄວາມສາມາດສ້າງສັນທັງໝົດຂອງປະຊາຊົນ ແລະກຳລັງແຮງແຫ່ງມະຫານສາມັກຄີປວງຊົນທັງຊາດ ເພື່ອພາລະກິດການກໍ່ສ້າງ, ພັດທະນາປະເທດ ແລະປົກປັກຮັກສາປະເທດຊາດ”(4).

ດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະມຸ່ງສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວໂຮມປະເທດຊາດຫວຽດນາມ (ວາລະປີ 2026-2031), ແນວໂຮມປະເທດຊາດຫວຽດນາມຈຶ່ງເສີມຂະຫຍາຍບົດບາດທາງການເມືອງຫຼັກໃນການສ້າງ ແລະປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ສິ່ງນີ້ໄດ້ຫັນເປັນຮູບປະທຳດ້ວຍທິດທາງຍຸດທະສາດ ທີ່ຄົບຊຸດ ແລະເປັນໄປໄດ້; ຈຸດສຸມແມ່ນການຍົກສູງຄວາມສາມາດໃນການເຂົ້າຮ່ວມການບໍລິຫານປົກຄອງສັງຄົມ, ປະກອບສ່ວນເຂົ້າໃນການປັບປຸງບູລະນະ ແລະດຳເນີນງານຢ່າງມີປະສິດທິພາບຕາມກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ” ແລະຄະຕິພົດທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ”. ເພື່ອ​ປະຕິບັດ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ດັ່ງກ່າວ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ສຸມ​ໃສ່​ການ​ປະຕິບັດ​ຕາມ​ທິດ​ທາງ​ແລະ​ໜ້າ​ທີ່ຫຼັກ​ດັ່ງ​ຕໍ່​ໄປ​ນີ້:

ທີໜຶ່ງ, ແນວໂຮມປະເທດຊາດຫວຽດນາມສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະວິທີການປະຕິບັດງານຂອງຕົນ ເພື່ອລະດົມການເຂົ້າຮ່ວມຢ່າງກວ້າງຂວາງຈາກທຸກຊັ້ນຄົນ, ປຸກລະດົມນ້ຳໃຈຮັກຊາດ, ຄວາມພາກພູມໃຈໃນຊາດ, ຄວາມເຄົາລົບຕົນເອງ, ສະຕິຮັບຜິດຊອບຕໍ່ສັງຄົມ ແລະ ຄວາມປາດຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ມີອາລະຍະທຳ ແລະມີຄວາມສຸກ. ແນວໂຮມປະເທດຊາດໄດ້ປະຕິບັດຕາມຄຳຂວັນທີ່ວ່າ “ເມື່ອປະຊາຊົນຕ້ອງການແນວໂຮມ ແນວໂຮມຈະຢູ່ຄຽງຂ້າງ, ເມື່ອປະຊາຊົນປະເຊີນກັບຄວາມຫຍຸ້ງຍາກ ແນວໂຮມພ້ອມທີ່ຈະເຂົ້າຮ່ວມ”, ຕອບສະໜອງຄວາມຕ້ອງການຂອງສະຖານະການໃໝ່ ແລະ ຜົນປະໂຫຍດ, ຄວາມປາດຖະໜາອັນຊອບທຳຂອງສະມາຊິກ ແລະປະຊາຊົນ. ແນວໂຮມມີຄວາມຫ້າວຫັນ, ທັນການກວ່າໃນການເຂົ້າໃຈ, ສັງລວມ ແລະ ສະທ້ອນເຈດຈຳນົງ ແລະຄວາມປາດຖະໜາຂອງປະຊາຊົນ. ແນວໂຮມປ່ຽນແປງໃໝ່ວຽກງານເຕົ້າໂຮມ, ຂົນຂວາຍ ແລະ ສາມັກຄີບັນດາຊົນເຜົ່າ, ສາສະໜາ, ຜູ້ນັບຖືສາສະໜາ ແລະ ຊາວຫວຽດນາມຢູ່ຕ່າງປະເທດ.

ສຸມໃສ່ການຈັດຕັ້ງປະຕິບັດ “ໂຄງການຫັນປ່ຽນດິຈິຕອນຂອງແນວໂຮມປະເທດຊາດຫວຽດນາມໃນໄລຍະປີ 2025-2030, ດ້ວຍວິໄສທັດເຖິງປີ 2035” ພາຍໃນລະບົບແນວໂຮມປະເທດຊາດຫວຽດນາມ, ອົງການທາງການເມືອງແລະສັງຄົມ ແລະອົງການສະມາຊິກໃນທຸກລະດັບ. ຍູ້ແຮງການເຊື່ອມຕໍ່ແລະການແບ່ງປັນຂໍ້ມູນລະຫວ່າງແນວໂຮມປະເທດຊາດຫວຽດນາມ, ອົງການທາງການເມືອງແລະສັງຄົມ ກັບຖານຂໍ້ມູນແຫ່ງຊາດ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ຮັບປະກັນຄວາມຄົບຊຸດແລະການເຊື່ອມໂຍງກັນ. ພັດທະນາສູນຂໍ້ມູນຮ່ວມກັນ ເພື່ອຮັບໃຊ້ການຄາດຄະເນ, ການປຶກສາຫາລື ແລະ ການວາງແຜນນະໂຍບາຍ. ຮັບປະກັນຄວາມໝັ້ນຄົງປອດໄພທາງໄຊເບີ ແລະຄວາມປອດໄພຂອງຂໍ້ມູນ; ອອກກົດລະບຽບກ່ຽວກັບການຮັກສາຄວາມລັບ ແລະຄວາມປອດໄພຂອງຂໍ້ມູນໃນການໃຊ້ງານ ແລະການໃຊ້ປະໂຫຍດຈາກແພຼດຟອມດິຈິຕອນ.

ທີສອງ, ສືບຕໍ່ປັບປຸງຄຸນນະພາບວຽກງານຕິດຕາມກວດກາ ແລະວິພາກວິຈານທາງສັງຄົມ, ໂດຍສຸມໃສ່ບັນຫາໃຫຍ່ ແລະຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນ ຕາມຈິດໃຈ “ໜ້າທີ່ທີ່ຊັດເຈນ - ຄວາມຮັບຜິດຊອບທີ່ຊັດເຈນ - ປະສິດທິຜົນທີ່ຊັດເຈນ”. ຈັດຕັ້ງປະຕິບັດ “ເດືອນຮັບຟັງປະຊາຊົນ” ທີ່ຈັດໂດຍແນວໂຮມປະເທດຊາດຫວຽດນາມ ແລະອົງການທາງການເມືອງແລະສັງຄົມໃນທຸກຕາແສງ, ຄຸ້ມນະຄອນ, ເຂດພິເສດທົ່ວປະເທດຢ່າງມີປະສິດທິພາບ, ໂດຍຖືເປັນຊ່ອງທາງປົກກະຕິສຳລັບການສົນທະນາລະຫວ່າງພັກ, ລັດຖະບານ ແລະປະຊາຊົນ. ເສີມຂະຫຍາຍບົດບາດຂອງປະຊາຊົນໃນການເຂົ້າຮ່ວມໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າງຟຸມເຟືອຍ ແລະ ປະກົດການທາງລົບ; ເພີ່ມປະສິດທິພາບການຕິດຕາມກວດກາ ແລະວິພາກວິຈານທາງສັງຄົມ ຂອງແນວໂຮມປະເທດຊາດຫວຽດນາມ, ໂດຍສະເພາະໃນດ້ານທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດຄວາມເປັນຢູ່ຂອງປະຊາຊົນ. ເສີມສ້າງບົດບາດຂອງແນວໂຮມປະເທດຊາດຫວຽດນາມໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍເຂົ້າຮ່ວມແຕ່ຫົວທີ, ຕັ້ງແຕ່ຂັ້ນຕອນການວາງນະໂຍບາຍ, ການສະເໜີແນວທາງ, ນະໂຍບາຍ ເພື່ອລວບລວມ, ເສີມຂະຫຍາຍມູນເຊື້ອແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ລະບຸລາຍລະອຽດກ່ຽວກັບບັນຫາທີ່ກຳນົດໂດຍກົດໝາຍ ຫຼືໃຫ້ຄຳແນະນຳໃນເລື່ອງທີ່ຈຳເປັນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະຜູ້ແທນສະພາປະຊາຊົນ, ເຂົ້າຮ່ວມໃນການວິພາກວິຈານທາງສັງຄົມກ່ຽວກັບການຮ່າງກົດໝາຍ ແລະມະຕິຂອງສະພາແຫ່ງຊາດ, ກົດດຳລັດແລະມະຕິຂອງຄະນະປະຈຳສະພາແຫ່ງຊາດ, ພ້ອມທັງເພີ່ມທະວີການກວດສອບ ການຕິດຕາມກວດກາການດຳເນີນການຕາມຂໍ້ສະເໜີແນະໃຫ້ສຳເລັດລຸລ່ວງ, ຮັບປະກັນວ່າການຕິດຕາມກວດກາ ແລະວິພາກວິຈານນັ້ນ ມີຄວາມໝາຍທີ່ແທ້ຈິງ. ນອກຈາກນັ້ນ, ຍັງສົ່ງເສີມການຮັບ, ການປະມວນຜົນ ແລະ ການຕອບສະໜອງຕໍ່ຄວາມຄິດເຫັນຂອງປະຊາຊົນ ຜ່ານປະຕູແນວໂຮມດິຈິຕອນ 24/7; ເສີມຂະຫຍາຍບົດບາດທາງການເມືອງຫຼັກໃນການເຕົ້າໂຮມປະຊາຊົນທຸກຊັ້ນຄົນຢ່າງກວ້າງຂວາງ, ໂດຍສະເພາະກຸ່ມເປາະບາງ ແລະຜູ້ດ້ອຍໂອກາດ.

ເພີ່ມທະວີການຫັນເປັນສະຖາບັນ ແລະການນຳຫຼັກການ "ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ” ໄປໃຊ້ໃຫ້ເກີດຜົນຢ່າງເປັນຮູບປະທຳ ແລະວັດຜົນໄດ້, ໂດຍສະເພາະໃນຂົງເຂດທີ່ກ່ຽວຂ້ອງໂດຍກົງກັບສິດ ແລະຜົນປະໂຫຍດຂອງປະຊາຊົນ. ນອກຈາກນັ້ນ, ຍັງຂະຫຍາຍຮູບແບບປະຊາທິປະໄຕ ທັງແບບໂດຍກົງແລະແບບຕົວແທນ, ຄວບຄູ່ໄປກັບການເປີດເຜີຍ, ຄວາມໂປ່ງໃສທາງດ້ານຂໍ້ມູນ ແລະຄວາມຮັບຜິດຊອບໃນການອະທິບາຍລາຍງານ, ສ້າງເງື່ອນໄຂໃຫ້ປະຊາຊົນມີສ່ວນຮ່ວມໃນການຄຸ້ມຄອງສັງຄົມ ແລະການຕິດຕາມກວດກາຢ່າງແທ້ຈິງ. ໃນສະພາບການຂອງການຫັນເປັນດິຈິຕອນກຳລັງກາຍເປັນທ່າອ່ຽງຫຼັກ, ເປັນແຮງຂັບເຄື່ອນການປ່ຽນແປງພັດທະນາ, ສົ່ງເສີມປະຊາທິປະໄຕລະດັບຮາກຖານ ຜ່ານການພັດທະນາແພຼດຟອມດິຈິຕອນ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມໃນການໃຫ້ຄຳຄິດເຫັນ, ສະທ້ອນຄວາມຄິດເຫັນ ແລະການຕິດຕາມກວດກາຢ່າງສະດວກ ແລະໂປ່ງໃສ. ພ້ອມກັນນັ້ນ, ຕ້ອງຮັບປະກັນວ່າປະຊາທິປະໄຕໄປຄຽງຄູ່ກັບການເສີມສ້າງລະບຽບວິໄນ ແລະການປະຕິບັດຕາມກົດໝາຍ; ເປັນເຈົ້າການໃນການປ້ອງກັນ, ປາບປາມ ແລະ ຢຸດຢັ້ງການໃຊ້ເສລີພາບທາງປະຊາທິປະໄຕໃນທາງທີ່ຜິດ ເພື່ອແບ່ງແຍກຄວາມສາມັກຄີຂອງຊາດ ແລະກໍ່ໃຫ້ເກີດຄວາມບໍ່ໝັ້ນຄົງທາງສັງຄົມ,...

ທີສາມ, ປ່ຽນແປງໃໝ່ວິທີການປຸກລະດົມຂະບວນການແຂ່ງຂັນກັນຮັກຊາດ ແລະການເຄື່ອນໄຫວຕ່າງໆ ດ້ວຍການເຂົ້າຮ່ວມແລະການຈັດຕັ້ງປະຕິບັດຂອງປະຊາຊົນທັງໝົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ. ຄົ້ນຄວ້າເພື່ອເປີດຕົວ ແລະຊີ້ນຳການເຄື່ອນໄຫວ ແລະຂະບວນການແຂ່ງຂັນກັນພັດທະນາໄປຕາມສາມເສົາຫຼັກຄື: "ສີຂຽວ - ດິຈິຕອນ - ນະວັດຕະກໍາ" ເຊິ່ງເຊື່ອມໂຍງກັບການບັນລຸເປົ້າໝາຍການປົກປ້ອງສິ່ງແວດລ້ອມເປັນໜ້າທີ່ຫຼັກ, ການຫັນປ່ຽນດິຈິຕອນແລະການປ່ຽນແປງໃໝ່ປະດິດສ້າງເປັນແຮງຂັບເຄື່ອນຕົ້ນຕໍ. ປຸກລະດົມແລະຜັນຂະຫຍາຍຂະບວນການເຄື່ອນໄຫວຕາມແບບຢ່າງ “ປະຊາຊົນທຸກຄົນຮ່ວມມືກັນປົກປ້ອງສິ່ງແວດລ້ອມ ເພື່ອໃຫ້ຫວຽດນາມຂຽວງາມ, ສະອາດ ແລະ ສວຍງາມ” ແນໃສ່ສ້າງການປ່ຽນແປງຢ່າງຕັ້ງໜ້າໃນສັງຄົມ, ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ສູ້ຊົນເພື່ອການເຕີບໂຕເສດຖະກິດສອງຕົວເລກຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

ສືບຕໍ່ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະປັບປຸງຄຸນນະພາບຂອງຂະບວນການຂົນຂວາຍ “ປະຊາຊົນທັງຊາດສາມັກຄີກັນສ້າງຊົນນະບົດໃໝ່ ແລະຕົວເມືອງທີ່ສີວິໄລ”; ການຂົນຂວາຍ “ປະຊາຊົນຫວຽດນາມໃຫ້ຄວາມສຳຄັນກັບການໃຊ້ສິນຄ້າຫວຽດນາມ” ໃນສະພາບການໃໝ່; ພ້ອມກັນນັ້ນ, ບັນດາອົງການສະມາຊິກຄວນເປັນເຈົ້າການແລະປະດິດສ້າງ ໃນການປຸກລະດົມ ແລະຈັດຕັ້ງປະຕິບັດຂະບວນການແຂ່ງຂັນກັນຮັກຊາດ ແລະການຂົນຂວາຍປຸກຕື່ນຄວາມພາກພູມໃຈ, ຄວາມປາດຖະໜາໃນການປະກອບສ່ວນ ແລະຈິດໃຈແຫ່ງການອອກແຮງງານ ແລະຄວາມຄິດສ້າງສັນ ໃນໝູ່ປະຊາຊົນທຸກຊັ້ນຄົນ. ແນວໂຮມປະເທດຊາດຫວຽດນາມທຸກຂັ້ນແລະອົງການສະມາຊິກ ຄວນຈັດຕັ້ງປະຕິບັດຂະບວນການ “ເພື່ອຄົນທຸກຍາກ - ບໍ່ປະຜູ້ໃດໄວ້ຂ້າງຫຼັງ” ຢ່າງກວ້າງຂວາງແລະສ້າງສັນ; ກະຈາຍແຫຼ່ງທີ່ມາຂອງຊັບພະຍາກອນທີ່ລະດົມທຶນຈາກທຸລະກິດ, ອົງການ ແລະບຸກຄົນ ທັງໃນປະເທດ ແລະຕ່າງປະເທດ ສຳລັບກອງທຶນ “ເພື່ອຄົນທຸກຍາກ” ແລະໂຄງການສະຫວັດດີການສັງຄົມ. ປຸກລະດົມແລະຮຽກຮ້ອງໃຫ້ມີການເຄື່ອນໄຫວເພື່ອຊ່ວຍເຫຼືອເດັກນັກຮຽນທຸກຍາກ ແລະນັກຮຽນຊົນເຜົ່າສ່ວນນ້ອຍໃນເຂດຊາຍແດນ.

ພ້ອມກັນນັ້ນ, ຄວນໃຫ້ຄວາມສຳຄັນກັບການຫາວິທີແກ້ໄຂ ເພື່ອເບິ່ງແຍງ ແລະປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ, ໂດຍສະເພາະແມ່ນຊົນເຜົ່າສ່ວນນ້ອຍໃນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເກາະດອນ, ເຂດຖານທີ່ໝັ້ນຂອງການຕໍ່ຕ້ານໃນອະດີດ, ເຂດຍຸດທະສາດ ແລະເຂດທີ່ມີປະຊາກອນນັບຖືສາສະໜາຈຳນວນຫຼາຍ; ດຳເນີນການສະຫຼຸບສັງລວມ, ຖອດຖອນບົດຮຽນ, ຍ້ອງຍໍຊົນເຊີຍແລະໃຫ້ລາງວັນແກ່ປັດໄຈທີ່ດີເດັ່ນ; ພັດທະນາຮູບແບບທີ່ຫຼາກຫຼາຍແລະມີປະສິດທິພາບ.

ທີສີ່, ປ່ຽນແປງຢ່າງແຂງແຮງເນື້ອໃນແລະວິທີການດຳເນີນງານຂອງແນວໂຮມປະເທດຊາດຫວຽດນາມ, ອົງການຈັດຕັ້ງທາງການເມືອງ-ສັງຄົມ ແລະ ອົງການຈັດຕັ້ງມະຫາຊົນ ທີ່ໄດ້ຮັບມອບໝາຍໜ້າທີ່ຈາກພັກແລະລັດ ຕາມຮູບແບບການຈັດຕັ້ງແບບໃໝ່ໃນລະດັບສູນກາງ, ແຂວງ ແລະ ຕາແສງ, ໂດຍມຸ່ງເນັ້ນທີ່ລະດັບຮາກຖານຢ່າງແຂງແຮງ. ເພີ່ມທະວີແລະເສີມຂະຫຍາຍບົດບາດໃຈກາງຂອງແນວໂຮມປະເທດຊາດຫວຽດນາມ ໃນການປຶກສາຫາລືແບບປະຊາທິປະໄຕ ແລະການປະສານງານລະຫວ່າງສະມາຊິກຢ່າງແທ້ຈິງ; ປະຕິບັດບົດບາດແລະຄວາມຮັບຜິດຊອບຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມຢ່າງຈິງຈັງ ໃນການເປັນປະທານການປຶກສາຫາລື ແລະ ຄວາມຮັບຜິດຊອບຂອງອົງການສະມາຊິກ ໃນການປະສານງານຢ່າງຕັ້ງໜ້າ ໃນການປຶກສາຫາລືແບບປະຊາທິປະໄຕ, ການປະສານງານ ແລະ ຄວາມເປັນເອກະພາບໃນການກະທຳຕ່າງໆ ດ້ວຍຂໍ້ກຳນົດ “ບຸກຄົນທີ່ຊັດເຈນ, ໜ້າທີ່ທີ່ຊັດເຈນ, ຄວາມຮັບຜິດຊອບທີ່ຊັດເຈນ”. ປະຕິບັດລະບຽບວິໄນແລະຄວາມໂປ່ງໃສໃນຂະບວນການຈັດຕັ້ງປະຕິບັດ, ດຳເນີນການຕາມແບບຢ່າງຕົວຈິງ ແລະກວດສອບການຈັດຕັ້ງປະຕິບັດຢ່າງລະອຽດຖີ່ຖ້ວນ ໂດຍນຳໃຊ້ສູດ "3 ງ່າຍ - 3 ຊັດເຈນ - 3 ວັດແທກໄດ້”: ເຂົ້າໃຈງ່າຍ - ຈື່ງ່າຍ - ເຮັດງ່າຍ; ເປົ້າໝາຍທີ່ຊັດເຈນ - ຄວາມຮັບຜິດຊອບທີ່ຊັດເຈນ - ກຳນົດເວລາທີ່ຊັດເຈນ; ວັດແທກປັດໄຈນຳເຂົ້າ - ວັດແທກຜົນຜະລິດ - ວັດແທກຜົນກະທົບ. ພະນັກງານຂອງແນວໂຮມປະເທດຊາດຫວຽດນາມ ແລະອົງການຈັດຕັ້ງມະຫາຊົນ ຕ້ອງຮັກສາບົດບາດຫຼັກ, ຮັບປະກັນບົດບາດຂອງແນວໂຮມປະເທດຊາດຫວຽດນາມໃນຖານະຮາກຖານທາງການເມືອງຂອງອຳນາດການປົກຄອງປະຊາຊົນ ໂດຍຮັກສາ "3 ສາຍພົວພັນທີ່ໃກ້ຊິດ": ໃກ້ຊິດກັບປະຊາຊົນ - ໃກ້ຊິດກັບຮາກຖານ - ໃກ້ຊິດກັບໂລກດິຈິຕອນ; “5 ສິ່ງທີ່ຕ້ອງເຮັດ”: ຕ້ອງຮັບຟັງ - ຕ້ອງສົນທະນາ - ຕ້ອງເປັນແບບຢ່າງ - ຕ້ອງຮັບຜິດຊອບ - ຕ້ອງລາຍງານຜົນ; ແລະ “4 ສິ່ງທີ່ບໍ່ຄວນເຮັດ”: ບໍ່ເຮັດແບບຮູບການຜິວເຜີນ - ບໍ່ຫຼີກລ່ຽງ - ບໍ່ປັດຄວາມຮັບຜິດຊອບ - ບໍ່ໃຊ້ໜ້າທີ່ໃນທາງທີ່ຜິດ.

ປະເທດກຳລັງກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາ ພ້ອມດ້ວຍໂອກາດ, ຄວາມທ້າທາຍ ແລະອະນາຄົດທີ່ສົດໃສ. ຕໍ່ໜ້າຄວາມຕ້ອງການທີ່ເພີ່ມຂຶ້ນຂອງພາລະກິດການປ່ຽນແປງໃໝ່, ການສ້າງສາແລະປົກປັກຮັກສາປະເທດຊາດໃນຍຸກໃໝ່, ດ້ວຍຖານະບົດບາດແລະພາລະກິດຂອງຕົນ, ແນວໂຮມປະເທດຊາດຫວຽດນາມ ແລະອົງການສະມາຊິກ ຈະສືບຕໍ່ເສີນຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ເພີ່ມທະວີຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລະດົມຄວາມຮັກຊາດ, ເຈດຈຳນົງເປັນເຈົ້າຕົນເອງ ອີງໃສ່ຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເຊື່ອໝັ້ນ ແລະຄວາມມຸ່ງຫວັງທີ່ຈະປະກອບສ່ວນຢ່າງແຂງແຮງ; ຕັດສິນໃຈທີ່ຈະຮ່ວມມືກັບພັກ, ປະຊາຊົນ ແລະກອງທັບທັງໝົດ ເພື່ອບັນລຸເປົ້າໝາຍຂອງການເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະລາຍໄດ້ປານກາງສູງ ພາຍໃນປີ 2030; ບັນລຸວິໄສທັດຂອງການເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງພາຍໃນປີ 2045 ເພື່ອໃຫ້ປະເທດຫວຽດນາມທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳແລະມີຄວາມສຸກ ແລະ ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ. 

----------------------------------------------

 (1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖີ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 9, ໜ້າ 244

(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 119

(3), (4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ສພຈ. ການເມືອງແຫ່ງຊາດ ສື້ເຖີ້ດ, ຮ່າໂນ້ຍ, 2026, ເຫຼັ້ມ 1, ໜ້າ 120-121, 125.