ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ເອ​ກະ​ຊົນ
ເປັນໄມ້ງັດ​ເພື່ອ​ໃຫ້​ຫວຽດ​ນາມ​ຈະ​ເລີນ​ຮຸ່ງ​ເຮືອງ

ໂດຍ ສຈ. ປອ. ໂຕ ເລິມ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ
04:18, 06-10-2025
ໄລຍະທາງເກືອບ 40 ປີແຫ່ງການປ່ຽນແປງໃໝ່ເປັນຂີດໝາຍສະແດງໃຫ້ເຫັນເຖິງປະເທດຫວຽດນາມທີ່ອົງອາດກ້າແກ່ນ, ບຸກບືນ ແລະ ກະຕືລືລົ້ນທີ່ຈະພັດທະນາ. ຈາກປະເທດທີ່ໃຊ້ລະບົບເສດຖະກິດແຜນການລວມສູນ, ປະສິດທິຜົນຕ່ຳ ແລະ ມີລາຍໄດ້ສະເຫຼ່ຍຕໍ່ຫົວຄົນພຽງ 96 ໂດລາສະຫະລັດໃນປີ 1989, ຫວຽດນາມໄດ້ບືນຕົວຂຶ້ນຢ່າງແຂງແຮງ ແລະ ຄາດວ່າຈະເປັນໜຶ່ງໃນປະເທດທີ່ມີລາຍໄດ້ປານການສູງ ພາຍໃນປີ 2025 ເຊິ່ງທຽບເທົ່າລະດັບຫຼາຍກວ່າ 5.000 ໂດລາສະຫະລັດຕໍ່ຄົນຕໍ່ປີ...

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກັບຄະນະຜູ້ແທນນັກທຸລະກິດດີເດັ່ນຈາກສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ສະມາຄົມນັກທຸລະກິດເອກະຊົນຫວຽດນາມ, ວັນທີ 11 ຕຸລາ 2024 _ພາບ: TTXVN

ໄລຍະທາງເກືອບ 40 ປີແຫ່ງການປ່ຽນແປງໃໝ່ເປັນຂີດໝາຍສະແດງໃຫ້ເຫັນເຖິງປະເທດຫວຽດນາມທີ່ອົງອາດກ້າແກ່ນ, ບຸກບືນ ແລະ ກະຕືລືລົ້ນທີ່ຈະພັດທະນາ. ຈາກປະເທດທີ່ໃຊ້ລະບົບເສດຖະກິດແຜນການລວມສູນ, ປະສິດທິຜົນຕ່ຳ ແລະ ມີລາຍໄດ້ສະເຫຼ່ຍຕໍ່ຫົວຄົນພຽງ 96 ໂດລາສະຫະລັດໃນປີ 1989, ຫວຽດນາມໄດ້ບືນຕົວຂຶ້ນຢ່າງແຂງແຮງ ແລະ ຄາດວ່າຈະເປັນໜຶ່ງໃນປະເທດທີ່ມີລາຍໄດ້ປານການສູງ ພາຍໃນປີ 2025 ເຊິ່ງທຽບເທົ່າລະດັບຫຼາຍກວ່າ 5.000 ໂດລາສະຫະລັດຕໍ່ຄົນຕໍ່ປີ. ສິ່ງມະຫັດສະຈັນນີ້ບໍ່ພຽງແຕ່ແມ່ນໝາກຜົນຂອງແນວທາງພັດທະນາທີ່ຖືກຕ້ອງ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ດ້ວຍການປະຕິຮູບຢ່າງກ້າຫານ ແລະ ເດັດດ່ຽວໜຽວແໜ້ນໃນສະຖາບັນ, ນະໂຍບາຍ ແລະ ການເຊື່ອມໂຍງເຂົ້າກັບສາກົນເທົ່ານັ້ນ, ຫາກຍັງແມ່ນໝາກຜົນແຫ່ງຈິດໃຈເຮັດວຽກທີ່ຂະຫຍັນຂັນເຄື່ອນ, ປະດິດສ້າງ, ເດັດດ່ຽວໜຽວແໜ້ນ ແລະ ພະຍາຍາມຢ່າງບໍ່ຢຸດຢັ້ງຂອງທົ່ວປວງຊົນທັງຊາດ.

ສິ່ງ​ທີ່​ໜ້າ​ພາກພູມ​ໃຈຍິ່ງ​ກວ່າ​ແມ່ນ​ອັດຕາ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ​ສູງ​ກວ່າຄ່າ​ສະ​ເລ່ຍຂອງ​ປະ​ເທດ​ກຳລັງ​ພັດທະນາເຖິງ 2 ​ເທົ່າ, ​ເຖິງ​ວ່າ​ເສດຖະກິດ​ໂລກ​ຈະ​ຜັນ​ແປ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງກໍ່ຕາມ. ຈາກ​ພາວະ​ເສດຖະກິດ​ທີ່​ທຸກ​ຍາກ ແລະຕ້ອງ​ອີງ​ໃສ່​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະເທດ, ຫວຽດນາມ​ໄດ້​ບຸກບືນພັດທະນາ​ຢ່າງ​ແຂງ​ແຮງຢ່າງຕໍ່ເນື່ອງ ​ເພື່ອ​ກາຍ​ເປັນ​ປະ​ເທດ​ເສດຖະກິດ​ໃຫຍ່​ອັນ​ດັບ 24 ຂອງ​ໂລກ ໃນແງ່ການຄຳນວນຄວາມເທົ່າທຽມກັນທາງ​ກຳລັງ​ຊື້ (PPP). ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ບໍ່​ພຽງ​ແຕ່​ຈຳກັດໃນດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ລວມເຖິງ​ຄວາມ​ກ້າວໜ້າ​ທາງ​ສັງຄົມ​ທີ່ຍິ່ງ​ໃຫຍ່ ເຊິ່ງປະກອບສ່ວນ​ນໍາຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກມາສູ່ປະຊາຊົນນັບມື້ນັບຫຼາຍຂຶ້ນ.

ຜົນສຳເລັດດັ່ງກ່າວ ມີການປະກອບສ່ວນສຳຄັນຫຼາຍຈາກພາກສ່ວນເສດຖະກິດເອກະຊົນ. ຖ້າ​ຫາກ​ວ່າ​ ໃນ​ໄລຍະ​ເລີ່​ມຕົ້ນ​ຂອງ​ການ​ປ່ຽນແປງໃໝ່, ​ເສດຖະກິດ​ເອກະ​ຊົນ​ພຽງ​ແຕ່​ມີ​ບົດບາດ​ຮອງ, ​ເສດຖະກິດ​ຕົ້ນຕໍ​ແມ່ນ​ອີງ​ໃສ່​ພາກ​ລັດ ​ແລະ ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ​ໃນ 2 ທົດ​ສະ​ວັດທີ່​ຜ່ານ​ມາ, ພິ​ເສດ​ແມ່ນ ​ເມື່ອ​ກົມ​ການ​ເມືອງສູນກາງພັກ​ໄດ້​ອອກ​ມະຕິ​ເລກທີ 09-NQ/TW ປີ 2011 ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ອອກ​ມະຕິ​ເລກທີ 10-NQ/TW ປີ 2017 ວ່າດ້ວຍການພັດທະນາເສດຖະກິດເອກະ​ຊົນ​, ພາກ​ເສດຖະກິດ​ນີ້​ເຕີບໂຕ​ຢ່າງ​ແຂງ​ແຮງ, ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ສະແດງໃຫ້ເຫັນຢ່າງຊັດເຈນຍິ່ງຂຶ້ນວ່າເປັນພະລັງຂັບເຄື່ອນທີ່ສຳຄັນໃນການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແຫ່ງ​ຊາດ. ດ້ວຍຈຳນວນວິສາຫະກິດເກືອບໜຶ່ງລ້ານແຫ່ງ ແລະ ຄົວເຮືອນທຸລະກິດລາຍບຸກຄົນປະມານ 5 ລ້ານຄົວເຮືອນ, ປະຈຸບັນ ພາກສ່ວນເສດຖະກິດເອກະຊົນໄດ້ປະກອບສ່ວນປະມານ 51% ຂອງ GDP, ຫຼາຍກວ່າ 30% ຂອງງົບປະມານແຫ່ງລັດ, ສ້າງວຽກເຮັດງານທຳຫຼາຍກວ່າ 40 ລ້ານຕຳແໜ່ງ, ກວມເອົາກວ່າ 82% ຂອງຈຳນວນແຮງງານທັງໝົດໃນພື້ນຖານເສດຖະກິດ ແລະ ປະກອບສ່ວນທຶນການລົງທຶນທາງສັງຄົມເກືອບ 60% ຂອງທັງໝົດ.

​ເສດຖະກິດ​ເອກະ​ຊົນ​ບໍ່​ພຽງ​ແຕ່​ຊ່ວຍ​ຂະຫຍາຍ​ການ​ຜະລິດ, ການ​ຄ້າ ​ແລະ ການ​ບໍລິການ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ, ຊຸກຍູ້​ການ​ປ່ຽນແປງໃໝ່ປະດິດ​ສ້າງ ​ແລະ ​ເພີ່ມ​ທະວີຄວາມສາມາດໃນການ​ແຂ່ງຂັນ​ຂອງ​ຊາດ. ການ​ບືນຕົວຂຶ້ນ​ຢ່າງ​ແຂງ​ແຮງ​ຂອງ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນຈຳນວນຫຼາຍຂອງ​ຫວຽດ​ນາມ ​ບໍ່​ພຽງ​ແຕ່​ຄອບ​ຄອງ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຢືນ​ຢັນ​ເຄື່ອງ​ໝາຍ​ຍີ່​ຫໍ້ຂອງຕົນໃນ​ຕະຫຼາດ​ສາ​ກົນນຳອີກ. ສິ່ງນີ້ພິສູດ​ໃຫ້​ເຫັນ​ວ່າ ​ຫາກ​ມີ​ສະພາບ​ແວດ​ລ້ອມການ​ພັດທະນາ​ທີ່​ເອື້ອອຳນວຍ ​ວິ​ສາ​ຫະກິດຫວຽດນາມຈະສາມາດ​ກ້າວໄປໄດ້​ໄກ ​ແລະ ແຂ່ງຂັນໄດ້ຢ່າງເທົ່າທຽມກັບ​ວິ​ສາ​ຫະກິດໃນ​ປະ​ເທດອື່ນໆທົ່ວ​ໂລກ.

​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ວ່າ​ຈະ​ມີ​ການ​ປະກອບສ່ວນ​ເພີ່ມ​ຂຶ້ນຢ່າງຫຼວງຫຼາບ, ​ແຕ່​ເສດຖະກິດ​ເອກະ​ຊົນ​ຍັງ​ປະສົບ​ກັບ​ອຸປະສັກ​ຫຼາຍ​ຢ່າງ​ທີ່​ກີດຂວາງ​ການ​ພັດທະນາ​ຂອງ​ຕົນ ​ແລະ ບໍ່​ສາມາດບຸກທະລຸທາງ​ດ້ານ​ຂະໜາດ ​ແລະ ຄວາມ​ສາມາດ​ແຂ່ງຂັນໄດ້. ຄົວເຮືອນເສດຖະກິດສ່ວນ​ບຸກຄົນ​ຈຳນວນຫຼາຍ ​ຍັງຄົງ​ດຳ​ເນີນ​ທຸລະ​ກິດ​ແບບ​ເກົ່າ, ຂາດ​ແຮງ​ຈູງ​ໃຈໃນການ​ພັດທະນາ​ເປັນ​ວິ​ສາ​ຫະກິດ, ​ເຖິງຂັ້ນ “ບໍ່​ຢາກ​ເຕີບ​ໂຕ”. ວິສາຫະກິດພາກເອກະຊົນສ່ວນໃຫຍ່ໃນຫວຽດນາມ ແມ່ນວິສາຫະກິດຂະໜາດນ້ອຍ​ແລະນ້ອຍສຸດ ​ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ການ​ເງິນ​ແລະ​ທັກ​ສະ​ການ​ຄຸ້ມ​ຄອງທີ່ຈຳກັດ, ​ຂາດ​ການ​ເຊື່ອມໂຍງລະຫວ່າງ​ກັນ ແລະເຊື່ອມໂຍງກັບພາກການລົງທຶນໂດຍກົງຈາກຕ່າງປະເທດ; ຍັງບໍ່ທັນໄດ້ໃຊ້ປະໂຫຍດຈາກໂອກາດຕ່າງໆທີ່ເກີດຂຶ້ນຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງເຕັມທີ່, ການຫັນເປັນດິຈິຕອນຍັງດຳເນີນໄປຢ່າງຊັກຊ້າ, ມີວິສາຫະກິດຈຳນວນນ້ອຍທີ່ລົງທຶນໃນການຄົ້ນຄວ້າ ແລະ ພັດທະນາ (R&D), ບໍ່ຄ່ອຍເອົາໃຈໃສ່ເຖິງການປ່ຽນແປງໃໝ່ຮູບແບບທຸລະກິດ, ການປ່ຽນແປງໃໝ່ເຕັກໂນໂລຢີ ຫຼື ການສ້າງຜະລິດຕະພັນໃໝ່ໆ. ດັງ​ນັ້ນ, ການ​ເພີ່ມ​ມູນ​ຄ່າ​ເພີ່ມ, ການສົ່ງ​ເສີມ​ຄວາມສາມາດໃນການ​ແຂ່ງ​ຂັນ, ການຍົກ​ສູງ​ມູນ​ຄ່າທາງທຸ​ລະ​ກິດ ແລະ ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນນັ້ນ ເປັນເລື່ອງຍາກຫຼາຍ.

ນອກເໜືອຈາກຂໍ້ຈຳກັບພາຍໃນຂອງຕົນແລ້ວ, ບັນດາວິສາຫະກິດພາກເອກະຊົນຍັງປະສົບກັບອຸປະສັກຫຼາຍຢ່າງໃນການເຂົ້າເຖິງຊັບພະຍາກອນ, ພິເສດແມ່ນທຶນສິນເຊື່ອ, ທີ່ດິນ, ຊັບພະຍາກອນທຳມະຊາດ ແລະ ບຸກຄະລາກອນຄຸນນະພາບສູງ, ໂດຍສະເພາະໃນຂະແໜງການເຕັກໂນໂລຊີ, ເຕັກນິກ ແລະ ການເງິນ. ໃນຂະນະນັ້ນ, ລັດວິສາຫະກິດບາງແຫ່ງມີຊັບພະຍາກອນທີ່ດິນ, ທຶນ ແລະ ຊັບພະຍາກອນບຸກຄົນທີ່ມີຄຸນນະພາບຫຼວງຫຼາຍ, ແຕ່ບໍ່ໄດ້ຮັບການໃຊ້ປະໂຫຍດຢ່າງມີປະສິດທິພາບ ແລະ ຍັງສູນເສຍສິ້ນເປືອງອີກດ້ວຍ. ຄຽງຄູ່ກັນນັ້ນ, ລະບົບກົດໝາຍຍັງມີຂໍ້ບົກພ່ອງແລະທັບຊ້ອນຢູ່ຫຼາຍ, ສະພາບແວດລ້ອມທາງທຸລະກິດມີອຸປະສັກຫຼາຍ, ຂັ້ນຕອນການບໍລິຫານມີຄວາມຊັບຊ້ອນ, ໃຊ້ເວລານານ, ເສຍຄ່າໃຊ້ຈ່າຍສູງ ແລະ ອາດຈະມີຄວາມສ່ຽງ.  

ໃນດ້ານອື່ນ, ນະໂຍບາຍບຸລິມະສິດແລະສົ່ງເສີມຂອງລັດຖະບານນັ້ນ ບໍ່ມີປະສິດທິພາບຢ່າງແທ້ຈິງລະຫວ່າງຂົງເຂດເສດຖະກິດ ແລະ ບໍ່ສາມາດເຂົ້າເຖິງເສດຖະກິດເອກະຊົນໄດ້ງ່າຍ. ໃນຫຼາຍກໍລະນີ, ວິສາຫະກິດຂອງລັດ ແລະ ວິສາຫະກິດທີ່ລົງທຶນໂດຍກົງຈາກຕ່າງປະເທດຈະມີໂອກາດດີກວ່າວິສາຫະກິດພາກເອກະຊົນ. ລັດວິສາຫະກິດເບິ່ງຄືວ່າມີໂອກາດເຂົ້າເຖິງທີ່ດິນ, ທຶນຮອນ ແລະ ສິນເຊື່ອໄດ້ດີກວ່າ; ​ໃນ​ຂະນະ​ທີ່​ວິ​ສາ​ຫະກິດ​ທີ່​ລົງທຶນໂດຍກົງ​ຈາກ​ຕ່າງປະ​ເທດ​ເບິ່ງ​ຄື​ວ່າ​ມີໂອກາດເຂົ້າ​ເຖິງ​ພາສີ, ສຸລະກາກອນ ແລະ ຂະບວນ​ການ​ທີ່​ດິນໄດ້ດີກວ່າ. ນອກຈາກນັ້ນ, ປະກົດການສໍ້ລາດບັງຫຼວງແລະຄ່າໃຊ້ຈ່າຍທີ່ບໍ່ເປັນທາງການຍັງມີຢູ່, ສ້າງ​ພາລະ​ໜັກໜ່ວງ​ທີ່​ເບິ່ງ​ບໍ່​ເຫັນ​ໃຫ້​ແກ່​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ, ຫຼຸດການ​ຜະລິດ ​ແລະ ​ປະສິດທິພາບໃນການດຳ​ເນີນ​ທຸລະ​ກິດ ​ແລະ ​ເຮັດ​ໃຫ້ເກີດ​ຄວາມ​ລັງ​ເລ​​ໃນ​ການ​ຂະຫຍາຍ​ການ​ລົງທຶນ.

ເປັນອັນຈະແຈ້ງວ່າ, ຂໍ້ຈຳກັດໃນການພັກທະນາວິສາຫະກິດພາກເອກະຊົນສ່ວນໜຶ່ງເກີດຈາກຂໍ້ບົກພ່ອງຂອງສະຖາບັນ, ນະໂຍບາຍເສດຖະກິດ ແລະ ສະພາບແວດລ້ອມທາງທຸລະກິດ. ບັນດາຈຸດອຸດຕັນເຫຼົ່ານີ້ບໍ່ພຽງແຕ່ຈະກີດຂວາງອັດຕາການເຕີບໂຕຂອງພາກເສດຖະກິດເອກະຊົນ, ​ເຮັດ​ໃຫ້​ການ​ປະກອບສ່ວນ​ຕໍ່ GDP ​ເກືອບ​ບໍ່​ປ່ຽນ​ແປງ​ເປັນເວລາໜຶ່ງ​ທົດ​ສະ​ວັດທີ່ຜ່ານມາ​ເທົ່າ​ນັ້ນ, ຫາກ​ຍັງ​ຂັດຂວາງ​ບໍ່​ໃຫ້​ເສດຖະກິດ​ເພີ່ມ​ມູນ​ຄ່າ​ເພີ່ມ, ຫຼຸດ​ພົ້ນ​ອອກ​ຈາກ​ກັບ​ດັກ​ລາຍໄດ້​ປານ​ກາງ, ໜ່ວງໜ່ຽວ​ຂະ​ບວນ​ການ​ຫັນປ່ຽນ​ຫວຽດ​ນາມໃຫ້ເປັນ​ປະ​ເທດ​ພັດທະນາແລ້ວທີ່​ມີ​ລາຍໄດ້​ສູງພາຍໃນ​ປີ 2045 ຕາມເປົ້າໝາຍຂອງ​ມະ​ຕິ​ພັກ ແລະ ຄວາມ​ຄາດຫວັງ​ຂອງ​ປະ​ຊາ​ຊົນ.

ເພື່ອມຸ່ງສູ່ວິໄສທັດຮ່ວມກັນຂອງປະເທດ, ເສດຖະກິດເອກະຊົນຈຳເປັນຕ້ອງກຳນົດພັນທະກິດແລະວິໄສທັດໃຫ້ຊັດເຈນກວ່າອີກ. ເສດຖະຫິດເອກະຊົນຕ້ອງເປັນພະລັງນຳໜ້າໃນຍຸກໃໝ່, ປະຕິບັດພາລະກິດຫັນເສດຖະກິດເປັນອຸດສາຫະກຳແລະທັນສະໄໝໃຫ້ປະສົບຜົນສຳເລັດ,   ປັບປຸງຍົກສູງຄວາມສາມາດໃນການແຂ່ງຂັນຂອງປະເທດ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ເຂົ້າຮ່ວມໃນການສ້າງສັງຄົມທີ່ຈະເລີນກ້າວໜ້າ ແລະ ທັນສະໄໝ, ​ແລະ ປະກອບສ່ວນ​ສ້າງສາ​ປະ​ເທດ​ຫວຽດນາມ​ທີ່ຂະຫຍັນຂັນເຄື່ອນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ເສດຖະກິດເອກະຊົນຕ້ອງສູ້ຊົນທີ່ຈະກາຍ​ເປັນ​ກຳລັງ​ຕົ້ນຕໍ, ນຳ​ໜ້າ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະກຳ ເພື່ອບັນລຸ​ເປົ້າ​ໝາຍໃນການ​ປະກອບສ່ວນເຂົ້າໃນ ​GDP ປະມານ 70% ພາຍ​ໃນ​ປີ 2030; ວິສາຫະກິດເອກະຊົນນັບມື້ນັບມີຄວາມສາມາດໃນການແຂ່ງຂັນໃນລະດັບໂລກ, ຊ່ຽວຊານດ້ານເຕັກໂນໂລຢີ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ ໃນຕ່ອງໂສ້ມູນຄ່າ ແລະ ຕ່ອງໂສ້ການສະໜອງລະດັບສາກົນ; ພ້ອມ​ກັບ​ທົ່ວ​ປະ​ເທດ ສ້າງ​ຫວຽດ​ນາມ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ເປັນ​ເອ​ກະ​ລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນ​ເອງ ໃຫ້ພັດທະນາ ແລະຈະເລີນຮຸ່ງເຮື່ອງ.

ເພື່ອໃຫ້ພາກເສດຖະກິດເອກະຊົນສາມາດປະຕິບັດພາລະກຳຂອງຕົນ ແລະ ບັນລຸວິໄສທັດທີ່ມຸ່ງຫວັງໄດ້, ປັດໄຈສຳຄັນທີ່ສຸດແມ່ນການປະຕິຮູບສະຖາບັນ, ນະໂຍບາຍ ແລະ ສະພາບແວດລ້ອມທາງທຸລະກິດຢ່າງຕໍ່ເນື່ອງ ເພື່ອໃຫ້ເສດຖະກິດເອກະຊົນສາມາດເສີມຂະຫຍາຍຄວາມສາມາດບົ່ມຊ້ອນສູງສຸດ ແລະ ເປັນແຮງຜັກດັນໃຫ້ເສດຖະກິດກ້າວສູ່ຕະຫຼາດໂລກ. ເສດຖະກິດທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ບໍ່​ອາດ​ອີງ​ໃສ່ພາກລັດ ຫຼື​ການ​ລົງທຶນໂດຍກົງຈາກ​ຕ່າງປະ​ເທດພຽງ​ຢ່າງ​ດຽວໄດ້, ​ແຕ່​ຕ້ອງ​ອີງ​ໃສ່​ກຳລັງແຮງ​ພາຍ​ໃນ, ພາກ​ເອກະ​ຊົນ​ທີ່​ເຂັ້ມ​ແຂງ ເຊິ່ງມີ​ບົດບາດ​ນຳໜ້າ​ໃນ​ການ​ປ່ຽນແປງໃໝ່ປະດິດ​ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ. ເສດຖະກິດແຫ່ງຊາດຈະຈະເລີນຮຸ່ງເຮືອງຢ່າງແທ້ຈິງໄດ້ ກໍ່ຕໍ່ເມື່ອປະຊາຊົນທຸກຄົນມີສ່ວນຮ່ວມໃນການສ້າງຄວາມຮັ່ງມີທາງດ້ານວັດຖຸ, ສັງຄົມທີ່ທຸກຄົນ, ທຸກຄົວເຮືອນ ແລະ ທຸກຄົນມີຄວາມກະຕືລືລົ້ນໃນການເຮັດວຽກ.

​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ນັ້ນ, ຈຳເປັນຕ້ອງ​ປັບປ່ຽນ​ທັດສະນະ​ແລະ​ຄວາມ​ຮັບ​ຮູ້​ທົ່ວທັງ​ລະບົບ​ການ​ເມືອງຢ່າງຮອບດ້ານ​ ກ່ຽວ​ກັບ​ບົດບາດ​ຂອງ​ເສດຖະກິດ​ເອກະ​ຊົນ ໃນຖານະພະລັງ​ຂັບເຄື່ອນການເຕີບ​ໂຕ​​ຂອງ​ປະ​ເທດ. ສິ່ງນີ້​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ພື້ນຖານ​ດ້ານ​ນະ​ໂຍບາຍ, ​ແກ້ໄຂຜ່ານຜ່າ​ຂໍ້​ຈຳກັດ ​ແລະ ເສີມຂະຫຍາຍຄວາມດີເດັ່ນ​ຂອງ​ກົນ​ໄກ​ຕະຫຼາດ ​ເພື່ອ​ຊຸກຍູ້ໃຫ້ເສດຖະກິດເອກະຊົນພັດທະນາ​ສະມັດ​ຕະພາບ​ແຮງ​ງານ ​ແລະ ປ່ຽນແປງໃໝ່ປະດິດສ້າງ. ລັດຕ້ອງມີວິທີການຄຸ້ມຄອງທີ່ເໝາະສົມກັບກົນໄກຕະຫຼາດ, ຮັບປະກັນເສລີພາບໃນການປະກອບທຸລະກິດ, ກຳມະສິດໃນຊັບສິນ ແລະ ສິດທິໃນການແຂ່ງຂັນທີ່ເທົ່າທຽມກັນຂອງວິສາຫະກິດພາກເອກະຊົນ; ຂະຈັດອຸປະສັກທັງໝົດ, ເຮັດໃຫ້ແນວນະໂຍບາຍມີຄວາມໂປ່ງໃສ, ຂະຈັດຜົນປະໂຫຍດຂອງກຸ່ມໃນການກຳນົດນະໂຍບາຍ ແລະ ການຈັດສັນຊັບພະຍາກອນ ແລະ ບໍ່ຈຳແນກການປະພຶດລະຫວ່າງວິສາຫະກິດເອກະຊົນ ລັດວິສາຫະກິດ ແລະ ວິສາຫະກິດທີ່ລົງທຶນໂດຍກົງຈາກຕ່າງປະເທດໃນແນວນະໂຍບາຍທັງໝົດ. ພ້ອມກັນນັ້ນ, ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍໃນທັດສະນະທີ່ວ່າ “ທຸກຄົນມີສິດທິດຳເນີນທຸລະກິດຢ່າງເສລີໃນຂະແໜງອາຊີບທີ່ກົດໝາຍບໍ່ໄດ້ຫ້າມ” ພ້ອມທັງສ້າງນະໂຍບາຍເພື່ອສ້າງຄວາມໝັ້ນໃຈໃຫ້ກັບນັກລົງທຶນ, ວິສາຫະກິດ ແລະ ນັກທຸລະກິດ, ສ້າງຄວາມໄວ້ວາງໃຈທີ່ເຂັ້ມແຂງຍິ່ງຂຶ້ນລະຫວ່າງລັດ ແລະ ພາກເສດຖະກິດເອກະຊົນ, ສົ່ງເສີມໃຫ້ວິສາຫະກິດລົງທຶນ, ປ່ຽນແປງໃໝ່ປະດິດສ້າງ ແລະ ເຂົ້າຮ່ວມໃນຂົງເຂດເສດຖະກິດຍຸດທະສາດຢ່າງກ້າຫານ.

ມະຕິ​ທີ່ກຳລັງຈະມີຂຶ້ນຂອງ​ກົມ​ການ​ເມືອງສູນກາງພັກ ​ກ່ຽວ​ກັບ​ເສດຖະກິດ​​ເອກະ​ຊົນ ຈຳເປັນຕ້ອງສົ່ງເສີມ ​ແລະ ກຳນົດທິດທາງ​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ, ສ້າງແຮງຜັກດັນທີ່ກ້າວກະໂດດ ແລະ ​ເປີດຍຸກແຫ່ງ​​ການ​ເຕີບ​ໂຕ​ຂອງ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ຫວຽດນາມ. ຕ້ອງ​ກຳນົດ​ວ່າ ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ແມ່ນ​ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ໄລຍະ​ຍາວ​ຂອງ​ປະ​ເທດ. ເສດຖະກິດ​ຂອງ​ລັດ, ​ເສດຖະກິດ​ລວມໝູ່​ ແລະ ເສດຖະກິດ​ເອກະ​ຊົນ ເປັນ​ກຸ່ມແກນ​ຫຼັກໃນການສ້າງ​ພື້ນຖານ​ເສດຖະກິດ​ທີ່ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ສ້າງຄວາມເຂັ້ມແຂງດ້ວຍ​ຕົນ​ເອງ. ​ໃນ​ນັ້ນ, ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຕົ້ນຕໍ​ດັ່ງ​ນີ້:

ທີໜຶ່ງ, ສືຕໍ່ຍູ້ແຮງການປັບປຸງບູລະນະ​ສະ​ຖາ​ບັນ​ເສດຖະກິດ​ຕະຫຼາດທີ່ເຕັມຮູບແບບ, ທັນ​ສະ​ໄໝ, ຂະຫຍັນຂັນແຂງ ແລະ​ ເຊື່ອມ​ໂຍງ​ສາກົນ, ຕາມ​ທິດທາງ​ສັງຄົມ​ນິຍົມ.

ນີ້​ແມ່ນ​ເງື່ອນ​ໄຂຕັດສິນ​ເບື້ອງ​ຕົ້ນ​ເພື່ອ​ໃຫ້​ພາກເສດຖະກິດ​ເອກະ​ຊົນມີຄວາມສາມາດ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ. ​ເພື່ອ​ບັນລຸ​ໄດ້​ສິ່ງ​ດັ່ງກ່າວ, ລັດ​ຕ້ອງ​ສຸມ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ, ປັບປຸງສະຖາບັນ​ທີ່​ສົມບູນແບບ, ຮັບປະກັນ​ໃຫ້​ເສດຖະກິດ​ດຳ​ເນີນ​ໄປ​ຕາມ​ຫຼັກການ​ຕະຫຼາດ, ຫຼຸດ​ການ​ແຊກ​ແຊງໃຫ້ນ້ອຍທີ່ສຸດ ແລະ ຂະຈັດອຸປະສັກ​ດ້ານການ​ບໍລິຫານ ແລະ ກົນ​ໄກການ​ຂໍ-ອະນຸຍາດ, ຄຸ້ມ​ຄອງ​ເສດຖະກິດ​ຕາມ​ຫຼັກການ​ຕະຫຼາດ​ຢ່າງ​ແທດ​ຈິງ ​ແລະ ນຳ​ໃຊ້​ເຄື່ອງມືທາງການ​ຕະຫຼາດ​ເພື່ອຄວບຄຸມເສດຖະກິດ. ພິ​ເສດ​ແມ່ນ ​ຕ້ອງ​ຄວບ​ຄຸມ​ສະຖານະ​ການຂອງບໍລິສັ​ດ​ຜູກຂາດ ​ແລະ ການສວຍ​ໃຊ້​ນະ​ໂຍບາຍຢ່າງເຄັ່ງຄັດ, ປົກ​ປ້ອງ​ການ​ແຂ່ງຂັນ​ທີ່ເປັນທຳ ແລະ ຮັບປະກັນ​ໃຫ້​ວິ​ສາ​ຫະກິດ​ພາກເອກະ​ຊົນ​ມີ​ໂອກາດໃນການ​ພັດທະນາ​ທີ່ເທົ່າທຽມກັນ. ຈຸດ​ໃຈກາງ​ຂອງ​ການປັບປຸງ​ສະ​ຖາ​ບັນ​ເສດຖະກິດ​ຕະຫຼາດ​ໃຫ້​ສົມບູນ​ແບບນັ້​ນ ແມ່ນການ​ກຳນົດ​ບົດບາດ​ຂອງ​ລັດ​ໃນ​ພື້ນຖານ​ເສດຖະກິດໃຫ້ຊັດເຈນ, ດັງນັ້ນ ​ລັດຈຶງຕ້ອງສຸມໃສ່ການກຳກັບດູແລໃນລະດັບ​ມະຫາ​ພາກ, ສ້າງ​ສະພາບ​ແວດ​ລ້ອມທາງ​ທຸລະ​ກິດ​ທີ່ເອື້ອອຳນວຍ, ຮັບປະກັນ​ການດຳເນີນງານທີ່ມີປະສິດທິຜົນ​ຂອງ​ກົນ​ໄກ​ຕະຫຼາດ ແລະ ຮັບປະກັນ​ຄວາມ​ຍຸຕິ​ທຳ​ທາງສັງຄົມ. ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ຕ້ອງ​ໄດ້​ຮັບ​ຖື​ວ່າ​ແມ່ນພາລະກິດຫຼັກ​ໃນ​ປະຈຸ​ບັນ.

ທີສອງ, ປົກປ້ອງ​ສິດທິໃນ​ຊັບ​ສິນ, ສິດທິຄວາມ​ເປັນ​ເຈົ້າ​ຂອງ, ສິດ​ເສລີ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຮັບປະກັນ​ການ​ປະຕິບັດ​ສັນຍາ​ກັບ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນໄດ້ຢ່າງມີປະສິດທິພາບ.

ພາລະໜ້າ​ທີ່​ໜຶ່ງ​ຂອງ​ລັດ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທັນ​ສະ​ໄໝ​ແມ່ນ​ປົກ​ປ້ອງ​ສິດທິໃນ​ຊັບ​ສິນ​ຂອງ​ນັກ​ລົງທຶນ. ດັ່ງ​ນັ້ນ, ລັດຈຶງຈຳເປັນຕ້ອງ​ສ້າງ ​ແລະ ປະຕິບັດ​ກົນ​ໄກ​ນິຕິ​ກຳ​ທີ່​ເຂັ້ມ​ງວດ ​ເພື່ອຄຸ້ມຄອງ​ສິດທິໃນ​ຊັບ​ສິນ ລວມເຖິງ​ສິດທິໃນ​ຊັບ​ສິນ​ທາງ​ປັນຍາ ​ແລະ ຊັບ​ສິນທີ່​ບໍ່​ມີ​ຕົວ​ຕົນ; ຫຼຸດຄວາມສ່ຽງທາງກົດໝາຍໃຫ້ເຫຼືອນ້ອຍທີ່ສຸດ ແລະ ຈໍາກັດການປ່ຽນແປງນະໂຍບາຍກະທັນຫັນທີ່ອາດຈະກໍ່ໃຫ້ເກີດການສູນເສຍແກ່ທຸລະກິດ. ສ້າງກົນໄກປົກປ້ອງນັກລົງທຶນເອກະຊົນ, ໂດຍສະເພາະທຸລະກິດເລີ່ມຕົ້ນແລະທຸລະກິດນະວັດຕະກໍາ, ເພື່ອຊ່ວຍໃຫ້ພວກເຂົາມີຄວາມໝັ້ນໃຈແລະສາມາດພັດທະນາໄດ້ຢ່າງສະດວກດີ. ນອກຈາກນັ້ນ, ເສດຖະກິດຕະຫຼາດທັນສະໄໝຕາມທິດສັງຄົມນິຍົມຈຳເປັນຕ້ອງມີລະບົບບັງຄັບໃຊ້ສັນຍາທີ່ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຊ່ວຍໃຫ້ວິສາຫະກິດມີຄວາມອຸ່ນໃຈໃນການທຸລະກໍາການຄ້າ ແລະ ການລົງທຶນ. ເພື່ອ​ເຮັດ​ໄດ້​ຄື​ແນວ​ນັ້ນ, ລັດ​ຕ້ອງ​ປະຕິ​ຮູບ​ລະບົບ​ຍຸຕິທຳ, ຫຼຸດໄລຍະເວລາ​ໃນ​ການ​ແກ້​ໄຂ​ຂໍ້​ພິພາດດ້ານ​ສັນຍາ, ຫຼຸດ​ຕົ້ນ​ທຶນ ​ແລະ ຄວາມ​ສ່ຽງ​ສຳລັບ​ວິ​ສາ​ຫະກິດ, ຫຼຸດ​ສະຖານະການ​ການ​ລະ​ເມີດ​ສັນຍາ​ທີ່​ບໍ່​ມີ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ; ເສີມສ້າງ​ຄວາມ​ໂປ່​ງ​ໃສ​ແລະ​ປະ​ສິດ​ທິ​ຜົນ ​ຂອງ​ສານ ​ແລະອະນຸຍາໂຕຕຸລະການພານິດ, ຮັບ​ປະ​ກັນ​ການ​ຕັດ​ສິນ​ໃຈ​ທີ່​ຍຸດ​ຕິ​ທໍາ​ແລະ​ພາວະວິໄສ, ​ຊ່ວຍເຫຼືອ​ວິ​ສາ​ຫະ​ກິດ​ຕ່າງໆ ປົກ​ປ້ອງ​ສິດທິອັນຊອບ​ທໍາ​ຂອງ​ຕົນ. ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ ແລະ ແກ້​ໄຂ​ຄວາມ​ບໍ່ສອດຄ່ອງກັນ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ຈັດການ​ຢ່າງເຄັ່ງຄັດກັບ​ການ​ກະທຳ​ທີ່ລະເມີດ​ການ​ກວດກາ​ແລະສອບສວນ​ເພື່ອ​ຄຸກຄາມແລະກໍ່ໃຫ້ເກີດ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ​ເພີ່ມ​ການ​ລົງທຶນແລະສົ່ງເສີມການ​ພັດທະນາ​ເສດຖະກິດ​ເອກະ​ຊົນ. ພ້ອມ​ກັນ​ນັ້ນ, ຕ້ອງຈັດການ​ແກ້​ໄຂຢ່າງເດັດຂາດຕໍ່​ການ​ລະ​ເມີດ​ກົດໝາຍ​ຂອງ​ວິ​ສາ​ຫະກິດ; ກຳນົດ​ໃຫ້​​ວິ​ສາ​ຫະກິດ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປະຕິບັດຕາມ​ກົດໝາຍ, ສ້າງ​ຄຸນຄ່າ ​ແລະ ຈັນ​ຍາ​ບັນທາງ​ທຸລະ​ກິດ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ຢ່າງ​ໝັ້ນຄົງ.   

ທີ​ສາມ, ນອກຈາກ​ການສ້າງຄວາມເຂັ້ມແຂງໃຫ້ກັບພາກສ່ວນ​ລັດ​ວິ​ສາ​ຫະກິດ ໂດຍສະເພາະກຸ່ມ​ເສດຖະກິດ​ຂອງ​ລັດແລ້ວ ຍັງຕ້ອງ​ໃຫ້​ບຸລິມະສິດ​ກັບການສ້າງ​ກຸ່ມ​ເສດຖະກິດ​ເອກະ​ຊົນລະດັບ​ພາກ​ພື້ນ​ແລະລະດັບ​ໂລກ, ຕັ້ງໜ້າ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະ​ໜາດ​ກາງ, ພ້ອມ​ທັງ​ຊຸກຍູ້​ເສດຖະກິດ​ຄົວເຮືອນ​ແລະເສດຖະກິດລວມໝູ່; ​ສົ່ງເສີມໃຫ້​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ເຂົ້າ​ຮ່ວມໃນຂົງເຂດ​ຍຸດ​ທະ​ສາດ​ຂອງ​ປະ​ເທດ.

ປະຕິບັດທັດສະນະທີ່ວ່າເສດຖະກິດເອກະຊົນມີບົດບາດສຳຄັນໃນໂຄງປະກອບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ລົບລ້າງຄວາມຄິດ “ໃຫ້ຄວາມສຳຄັນກັບພາກພາກລັດຫຼາຍກວ່າພາກເອກະຊົນ”, ຮັບປະກັນການເຂົ້າຮ່ວມຂອງລັດວິສາຫະກິດຢ່າງສະເໝີພາບໃນຫຼາຍຂົງເຂດ. ກໍ່ສ້າງ​ແລະ​ພັດທະນາ​ກຸ່ມ​ເສດຖະກິດ​ເອກະ​ຊົນ​ຂະໜາດ​ໃຫຍ່, ​ເຂັ້ມ​ແຂງ​ທີ່​ມີ​ຄວາມ​ສາມາດໃນການ​ແຂ່ງຂັນກັບ​ສາກົນ, ມີ​ພາລະກິດ​ນຳພາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ອື່ນ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ລະດັບ​ໂລກ. ພ້ອມ​ກັນ​ນັ້ນ, ຕ້ອງ​ມີນະ​ໂຍບາຍ​ສະເພາະ​ເພື່ອຊຸກຍູ້ການ​ພັດທະນາຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະຂະໜາດ​ກາງ ຕະຫຼອດຈົນ​ເສດຖະກິດຄົວເຮືອນແລະເສດຖະກິດລວມໝູ່, ສົ່ງເສີມ​ທຸລະກິດຄົວເຮືອນ​ຫັນປ່ຽນ​ເປັນ​ວິ​ສາ​ຫະກິດ ​ແລະ ພັດທະນາ​​ຮູບ​ແບບ​ສະຫະກອນໃໝ່​ທີ່​ມີ​ປະສິດທິ​ຜົນ.

​ເພື່ອ​ໃຫ້​ເສດຖະກິດ​ເອກະ​ຊົນ​ບໍ່​ພຽງ​ແຕ່ເຕີບໂຕໃນລະດັບ​ຂະ​ໜາດ​​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດໃນ​ໄລຍະ​ຍາວນຳອີກ​​, ຈຳເປັນຕ້ອງ​ສົ່ງເສີມ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ເຂົ້າ​ຮ່ວມ​ບັນດາ​ຂົງ​ເຂດ​ຍຸດ​ທະ​ສາດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນ, ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ, ອຸດສາຫະກຳ​ແນວໜ້າ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ. ຂະຫຍາຍໂອກາດໃຫ້ວິສາຫະກິດພາກເອກະຊົນໃນບັນດາໂຄງການສໍາຄັນຂອງຊາດ ເຂົ້າຮ່ວມກັບລັດໃນບາງຂົງເຂດອຸດສາຫະກໍາຍຸດທະສາດ ແລະບາງຂົງເຂດພິເສດ, ຍົກສູງຄວາມສາມາດຄົ້ນຄວ້າແລະປ່ຽນແປງໃໝ່ເຕັກໂນໂລຢີ. ລັດ​ມີ​ກົນ​ໄກ ​ແລະ ນະ​ໂຍບາຍ​ມອບ​ໝາຍ​ໃຫ້​ພາກສ່ວນ​ເສດຖະກິດ​ເອກະ​ຊົນ​ເຂົ້າ​ຮ່ວມ​ໃນ​ຫຼາຍ​ໂຄງການ​ຈຸດສຸມສຳຄັນ​ຂອງ​ຊາດ ແລະ ວຽກ​ງານ​ຮີບ​ດ່ວນ​ເຊັ່ນ: ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ທາງ​ລົດ​ໄຟ​ຕົວ​ເມືອງ, ພື້ນຖານ​ໂຄງ​ລ່າງ​ພະລັງງານ, ພື້ນຖານ​ໂຄງ​ລ່າງ​ດິ​ຈິ​ຕອນ, ອຸດສາຫະກຳ​ປ້ອງ​ກັນປະເທດ, ຄວາມ​ໝັ້ນຄົງ...

ທີ​ສີ່, ຊຸກຍູ້​ຂະ​ບວນການ​ເລີ່​ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ, ການ​ຫັນປ່ຽນ​ດິຈິຕອນ ​ແລະ ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່.

ນີ້​ແມ່ນ​ປັດ​ໄຈຫຼັກທີ່​ຊ່ວຍ​ໃຫ້​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນບຸກທະລຸແລະບືນຕົວຂຶ້ນ​ສູ່​ລະດັບ​ສາ​ກົນ. ຕ້ອງ​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ຢ່າງ​ແຂງ​ແຮງ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ຊຸກຍູ້​ໃຫ້​ວິ​ສາ​ຫະກິດ​ເອກະ​ຊົນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ, ປະດິດ​ສ້າງ​ຜະລິດ​ຕະພັນ, ​ເພີ່ມ​ມູນ​ຄ່າ​ເພີ່ມ. ລັດຕ້ອງສ້າງກອບກົດໝາຍທົດລອງ (sandbox) ສຳລັບຂົງເຂດເຕັກໂນໂລຊີໃໝ່, ສົ່ງເສີມໃຫ້ວິສາຫະກິດເອກະຊົນລົງທຶນໃນຂົງເຂດບຸກເບີກຕ່າງໆເຊັ່ນ: ປັນຍາປະດິດ, ບລ໊ອກເຊນ (blockchain), ຂໍ້ມູນຂະໜາດໃຫຍ່ (big data), ການຄ້າເອເລັກໂຕຣນິກ (e-commerce), ເຕັກໂນໂລຊີທາງການເງິນ (fintech) ແລະ ລະບົບດູແລສຸຂະພາບອັດສະລິຍະ… ຜັນຂະຫຍາຍປະຕິບັດນະໂຍບາຍສະໜັບສະໜູນທາງດ້ານການເງິນ ແລະ ການບຸລິມະສິດດ້ານພາສີ ສໍາລັບວິສາຫະກິດທີ່ລົງທຶນໃນການຄົ້ນຄວ້າແລະການພັດທະນາ (R&D). ສ້າງລະບົບນິເວດການເລີ່ມຕົ້ນ​ທຸລະ​ກິດທີ່ເຂັ້ມແຂງ​, ສ້າງ​ເງື່ອນ​ໄຂ​ໃຫ້ການ​ເລີ່​ມຕົ້ນທຸລະກິດ ​ແລະບັນດາ “ກີເຫຼນເຕັກ​ໂນ​ໂລ​ຢີ” ຂອງຫວຽດນາມກ້າວສູ່ລະດັບ​ສາກົນ.

ທີ​ຫ້າ, ການ​ປະຕິ​ຮູບ​ດ້ານ​ສະ​ຖາ​ບັນ, ສ້າງ​ລະບົບ​ບໍລິຫານ​ທີ່ “ຮັບ​ໃຊ້​ວິ​ສາ​ຫະກິດ-ຮັບ​ໃຊ້​ປະ​ເທດຊາດ”.

​ດຳເນີນການປະຕິ​ຮູບດ້ານສະ​ຖາ​ບັນ​ຢ່າງເດັດດ່ຽວ​ ໂດຍ​ອີງ​ໃສ່ການປ່ຽນແປງໃໝ່ຈິນຕະນາການໃນການປະຕິຮູບ​ລະບົບ​ບໍລິຫານ​ຢ່າງ​ແຂງ​ແຮງ ມຸ່ງສູ່ການ​ຮັບ​ໃຊ້​ປະຊາຊົນ ​ແລະ ວິສາຫະກິດ; ເດັດຂາດ​ໃນ​ການຫຼຸດຂັ້ນຕອນການ​ບໍລິຫານ ​ແລະ ເງື່ອນໄຂທາງທຸລະ​ກິດ, ​ຍູ້ແຮງ​ຂະ​ບວນການ​ຫັນ​ເປັນ​ດິຈິ​ຕອນ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ລັດ ​ເພື່ອ​ຫຼຸດຜ່ອນ​ເວລາ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ປະຕິບັດ ​ແລະ ຄ່າ​ໃຊ້​ຈ່າຍ​ທີ່​ບໍ່​ເປັນ​ທາງ​ການ; ສ້າງ​ກົນ​ໄກ​ປຶກສາ​ຫາລື​ແລະວິພາກວິຈານດ້ານ​ນະ​ໂຍບາຍ​ທີ່​ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ເອກະ​ຊົນ​ ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຂະ​ບວນການ​ສ້າງ​ນະ​ໂຍບາຍ​ເສດຖະກິດ, ຮັບປະກັນ​ຄວາມເໝາະສົມກັບພາກຕົວຈິງ ແລະມີຄວາມເປັນໄປໄດ້​ສູງ. ສູ້​ຊົນ​ສ້າງສະພາບ​ແວດ​ລ້ອມ​ທາງ​ທຸລະ​ກິດ​ຂອງ​ຫວຽດນາມໃຫ້ໄດ້​ອັນ​ດັບ 3 ຂອງ​ອາ​ຊຽນພາຍ​ໃນ 3 ປີຂ້າງໜ້າ.

ທີຫົກ, ປົດປ່ອຍຊັບພະຍາກອນຫຼາຍສຸດ ເພື່ອການ​ພັດທະນາເສດຖະກິດ​ເອກະ​ຊົນ, ສ້າງ​ໂອກາດ​ໃຫ້​ເສດຖະກິດ​ເອກະ​ຊົນ​ເຂົ້າ​ເຖິງ​ຊັບພະຍາກອນ​ສຳຄັນ​ ເຊັ່ນ ທຶນຮອນ, ທີ່​ດິນ, ຊັບພະຍາກອນ​ມະນຸດ ແລະ ​ເຕັກ​ໂນ​ໂລ​ຊີ.

ຊຸກຍູ້​ເສດຖະກິດ​ເອກະ​ຊົນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ, ​ເສີມ​ຂະຫຍາຍ​ຖານະ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ, ​​ປົກປ້ອງ​ວິ​ສາ​ຫະກິດ​ຈາກ​ຄວາມ​ສ່ຽງ​ດ້ານ​ເສດຖະກິດ. ຕ້ອງ​ມີ​ນະ​ໂຍບາຍ​ທີ່​ມີ​ປະສິດທິ​ຜົນ​ກວ່າ ​ເພື່ອຊ່ວຍໃຫ້​ເສດຖະກິດ​ເອກະ​ຊົນ​ເຂົ້າ​ເຖິງ​ແຫຼ່ງຊັບພະຍາກອນ​ຢ່າງ​ສະດວກ, ຍຸຕິ​ທຳ, ​ເທົ່າ​ທຽມ​ກັນ, ​ໂປ່​ງ​ໃສ ​ແລະ ມີ​ປະສິດທິ​ຜົນ, ​ສາມາດ​ຂຸດ​ຄົ້ນ​ແລະໃຊ້​ຊັບພະຍາກອນ​ເຫຼົ່ານີ້ໄດ້ຢ່າງເໝາະສົມທີ່ສຸດ. ພັດທະນາຊ່ອງທາງການລະດົມທຶນໃຫ້ແກ່ວິສາຫະກິດພາກເອກະຊົນ ລວມທັງຕະຫຼາດຫຼັກຊັບ, ພັນທະບັດວິສາຫະກິດ, ກອງທຶນຮ່ວມທຸລະກິດ, ກອງທຶນຄ້ຳປະກັນສິນເຊື່ອ ແລະ ຮູບແບບການເງິນສະໄໝໃໝ່ ເຊັ່ນ ຟິນເຕັກ, ການລະດົມທຶນຈາກມວນຊົນ; ການສ້າງ​ນະ​ໂຍບາຍ​ທີ່​ດິນທີ່​ໝັ້ນຄົງ​ແລະ​ໂປ່​ງ​ໃສ, ສ້າງ​ເງື່ອນ​ໄຂທີ່ເອື້ອອຳນວຍ​ໃຫ້​​ວິ​ສາ​ຫະກິດເອກະ​ຊົນ​ເຂົ້າ​ເຖິງກອງທຶນ​ທີ່​ດິນໄດ້ໃນລາຄາ​ທີ່​ເໝາະ​ສົມ.

ລັດ​ຕ້ອງສົ່ງເສີມໃຫ້​ວິ​ສາ​ຫະ​ກິດ​​ເອ​ກະ​ຊົນ​ຫວຽດ​ນາມ​ມີສ່ວນຮ່ວມ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ລະດັບ​ໂລກຢ່າງມີປະສິດທິພາບ, ດຶງ​ດູດເງິນ​ທຶນ​ການ​ລົງ​ທຶນ ແລະ ເຕັກ​ໂນ​ໂລ​ຊີຂັ້ນສູງ​ຢ່າງ​ແຂງ​ແຮງ, ສ້າງ​​ທີມຜູ້​ປະ​ກອບການທີ່ມີຄວາມຄິດລະດັບ​ໂລກ. ພິເສດແມ່ນຕ້ອງມີນະໂຍບາຍສົ່ງເສີມ ແລະ ຊີ້ນຳໃຫ້ວິສາຫະກິດເອກະຊົນລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຜະລິດ, ອຸດສາຫະກຳສະໜັບສະໜູນ, ອຸດສາຫະກຳກະສິກຳແລະເຕັກໂນໂລຊີຂັ້ນສູງ, ແທນ​ທີ່​ທີ່ຈະສຸມໃສ່ພາກ​ອະ​ສັງ​ຫາ​ລິ​ມະ​ຊັບ​ແລະຂົງເຂດຫາກຳໄລ​ໄລ​ຍະ​ສັ້ນຫຼາຍ​ເກີນ​ໄປ. ພັດທະນາກົນໄກແລະນະໂຍບາຍເພື່ອປົກປ້ອງວິສາຫະກິດເອກະຊົນຈາກພາວະຊ໊ອກທາງເສດຖະກິດ, ໂດຍສະເພາະໃນສະພາບການຜັນຜວນຂອງໂລກ, ພາວະເສດຖະກິດຖົດຖອຍ ແລະ ຄວາມຜັນຜວນຂອງຕະຫຼາດ.

ທີ​ເຈັດ, ພັດທະນາ​ເສດຖະກິດ​ເອກະ​ຊົນ​ບົນ​ພື້ນຖານ​ທີ່​ຍືນ​ຍົງ ດ້ວຍຖັນແຖວນັກທຸລະກິດທີ່​ມີຈັນຍາ​ບັນ​ທຸລະ​ກິດ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ.

ລັດ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ບົນ​ພື້ນຖານ​ຂອງ​ເສດຖະກິດ​ມະຫາ​ພາກທີ່ມີສະຖຽນ​ລະ​ພາບ, ຕິດ​ພັນ​ກັບ​ຍຸດ​ທະ​ສາດການ​ພັດທະນາ​ສີຂຽວ, ​ເສດຖະກິດໝູນວຽນ, ປະຢັດ​ຊັບພະຍາກອນ, ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ບັນດາວິສາຫະກິດພາກເອກະຊົນຕ້ອງເປັນເຈົ້າການໃນການປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ພຽງແຕ່ຢຸດຢູ່ທີ່ການປະກອບສ່ວນດ້ານການເງິນ ຫຼືການກຸສົນເທົ່ານັ້ນ, ຫາກຍັງສະແດງອອກຜ່ານນະໂຍບາຍດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ເບິ່ງແຍງດູແລຊີວິດຜູ້ອອກແຮງງານ, ໜູນຊ່ວຍການພັດທະນາຊຸມຊົນ; ປະຕິບັດ​ການ​ຄຸ້ມ​ຄອງ​ບໍລິຫານ​ທີ່​ໂປ່​ງ​ໃສ ​ແລະ ມີ​ປະສິດທິ​ຜົນ, ສ້າງ​ວັດທະນະທຳ​ທຸລະ​ກິດ​ບົນ​ພື້ນຖານ​ຄຸນສົມບັດສິນທຳ, ຕ້ານ​ການ​ສໍ້​ໂກງ, ຮັບປະກັນ​ຄວາມ​ເປັນ​ທຳ​ກັບ​ລູກ​ຄ້າ, ຄູ່​ຮ່ວມ​ງານ ແລະ ຜູ້ອອກແຮງງານ. ນອກຈາກນັ້ນ, ວິສາຫະກິດພາກເອກະຊົນຍັງຕ້ອງເປັນເຈົ້າການໃນການເຂົ້າຮ່ວມໂຄງການປະກັນສົງຄົມກັບລັດຖະບານ ເພື່ອປະກອບສ່ວນປັບປຸງຍົກສູງສະຫວັດດີການສັງຄົມ, ຫຼຸດຊ່ອງຫວ່າງລະຫວ່າງຜູ້ຮັ່ງມີແລະຜູ້ທຸກຍາກ, ປະກອບສ່ວນສ້າງສັງຄົມທີ່ມີອາລະຍະທຳ, ມີມະນຸດສະທຳ ແລະ ຈະເລີນຮຸ່ງເຮືອງ, ໂດຍທີ່ຜົນປະໂຫຍດທາງທຸລະກິດມີຄວາມເຊື່ອມໂຍງຢ່າງໃກ້ຊິດກັບຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງປະເທດ.  

​ເສດຖະກິດ​ເອກະ​ຊົນ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ສ້າງ​ອະນາຄົດ​ຂອງ​ເສດຖະກິດ​ຫວຽດນາມ. ຖ້າ​ຫາກ​ລັດ​ມີ​ສະ​ຖາ​ບັນ​ທີ່​ເໝາະ​ສົມ, ນະ​ໂຍບາຍ​ທີ່​ຖືກຕ້ອງ ​ແລະ ສະພາບ​ແວດ​ລ້ອມ​ທາງທຸລະ​ກິດ​ທີ່ເອື້ອອຳນວຍ, ​ເສດຖະກິດ​​ເອກະ​ຊົນ​ກໍ​ຈະ​ໄດ້​ຮັບ​ການສ້າງສັນໃຫ້​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເສດຖະກິດ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ຫັນ​ປະ​ເທດ​ເປັນ​ເສດຖະກິດ​ທີ່​ມີ​ລາຍ​ໄດ້​ສູງ​ພາຍໃນສອງທົດ​ສະ​ວັດ​ຕໍ່ໜ້າ. ນີ້​ແມ່ນ​ເວລາທີ່ຈະຕ້ອງດຳເນີນການເພື່ອສ້າງ​ຫວຽດນາມ​ທີ່ນັບ​ມື້​ນັບຈະເລີນຮຸ່ງເຮືອງ, ຂະຫຍັນຂັນເຄື່ອນ ແລະ ຂະຫຍາຍໄປສູ່​ເວທີ​ສາກົນ.

ພວກ​ເຮົາ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຈຸດ​ເວ​ລາ​ປະ​ຫວັດ​ສາດທີ່ໄດ້ຮູ້ເຫັນ​ການ​ພັດ​ທະ​ນາທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ​ ແລະ ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່ເຕັມໄປດ້ວຍຄວາມ​ຜັນຜວນ, ທັງ​ການ​ຮ່ວມ​ມື ແລະ ການ​ຕໍ່​ສູ້ ເຊິ່ງ​ໂອ​ກາດແລະຄວາມ​ທ້າ​ທາຍ​ມັກຈະມາ​ຄູ່​ກັນສະເໝີ. ແຕ່​ດ້ວຍເຈດຈຳນົງມຸ່ງໝັ້ນ, ຄວາມຕັດສິນ​ໃຈສູງ ​ແລະ ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າ, ຫວຽດນາມສາມາດ​ສ້າງ​ສິ່ງ​ມະຫັດສະຈັນ​ໃໝ່​ໆໃນ​ການ​ພັດທະນາ​ເສດຖະກິດແລະສັງຄົມຢ່າງແທ້ຈິງ! ​ ເສດຖະກິດ​ທີ່​ເຂັ້ມ​ແຂງ​ພວມ​ໄດ້​ຮັບ​ການກໍ່ສ້າງຂຶ້ນ, ນັກທຸລະກິດຫວຽດນາມຮຸ່ນໃໝ່ທີ່ມີຄວາມກ້າຫານແລະຄວາມຄິດປະດິດສ້າງ, ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ຄວາມຮັກຊາດໃນການທຸລະກິດ, ພວມສືບຕໍ່ຂຽນເລື່ອງລາວແຫ່ງຄວາມສຳເລັດ ແລະ ອະນາຄົດທີ່ສົດໃສ, ຫວຽດນາມສັງຄົມນິຍົມທີ່ຢືນຄຽງບ່າຄຽງໄຫຼ່ກັບມະຫາອຳນາດໂລກ ຕາມທີ່ປະທານໂຮ່ຈີມິນປາດຖະໜາ, ພວມຄ່ອຍໆກາຍເປັນຄວາມຈິງໃນອະນາຄົດອັນໃກ້ນີ້.