ວກ. - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດຂອງປະທານ​ ໂຮ່ຈີ​ມິນ ຄົບຮອບ 132 ປີ (19 ພຶດສະພາ 1890 - 19 ພຶດສະພາ 2022), ສະຫາຍ ຫວໍ ວັນ​ເຖືອ​ງ, ກຳມະ​ການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ມີ​ບົດ​ຄວາມ: “ຈິດ​ໃຈ​ແຫ່ງ​ “ການຍົກ​ສູງ​ຄຸນສົມບັດ​ປະຕິວັດ, ຂະ​ຈັດລັດທິອັດຕະບຸກຄົນ” ຂອງ​ປະທານ​ໂຮ່ຈີ​ມິນ ສ່ອງແສງສະຫວ່າງໃນການກໍ່ສ້າງ, ປັບປຸງພັກ ແລະ ລະບົບ​ການ​ເມືອງ​ໃນ​ປະຈຸ​ບັນ”. ວາລະສານ​ກອມ​ມູນິດ​ຂໍ​ເປັນ​ກຽດ​ໄດ້​ແນະນຳ​ບົດ​ຄວາມ​ສຳ​ຄັນ​ດັ່ງກ່າວ:
ປະທານ​ໂຮ່ຈີ​ມິນ - ຜູ້​ກໍ່​ຕັ້ງ​ແລະ​ຝຶກ​ຝົນ​ຫຼໍ່​ຫຼອມ​ພັກ​ກອມ​ມູນິດ​ຫວຽດນາມ - ອາຈານ​ຜູ້​ຍິ່ງ​​ໃຫຍ່ຂອງ​ການ​ປະຕິວັດ​ຫວຽດນາມ - ວິລະ​ຊົນ​ປົດ​ປ່ອຍ​ຊາດ - ຜູ້​ມີ​ກຽດ​ຊື່​ສຽງ​ທາງວັດ​ທະ​ນະ​ທໍາ​ໂລກ. ມໍລະດົກ​ທີ່​ເພິ່ນ​ໄດ້​ສ້າງ​ໄວ້​ໃຫ້ກັບ​ພັກ​ກອມ​ມູນິດ​ຫວຽດນາມ, ຊາດຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ ແມ່ນຍິ່ງ​ໃຫຍ່​ມະຫາ​ສານ​ແລະລ້ຳ​ຄ່າ​ທີ່​ສຸດ,​ ​ໃນ​ນັ້ນ​ແນວ​ຄິດ​ຄຸນສົມບັດ​ ແລະ ຕົວຢ່າງການ​ປະຕິບັດຕາມ​ຫຼັກ​ຈັນ​ຍາ​ບັນ​ຂອງ​ເພິ່ນ ຖື​ເປັນ​ມໍລະດົກ​ທີ່ພິເສດ​ແທ້ໆ.

ລຸງໂຮ່ ໂອ້ລົມກັບປະຊາຊົນແລະທະຫານໃນເກາະ ຕ່ວນເຈົາ, ແຂວງກວ໋າງນິງ (ຮູບແຕ້ມຂອງຈິດຕະກອນ ດ່າວ ເຖອາມ) _ ທີ່ມາ: ກົມວິຈິດສິນ, ຖ່າຍຮູບ ແລະ ວາງສະແດງ

ໃນ​ຊີ​ວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ຕົນ, ປະທານ​ໂຮ່ຈີ​ມິນ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ​ພັກ​ໃຫ້​ສະອາດ​ປອດ​ໃສ ໝັ້ນ​ຄົງ​ເຂັ້ມ​ແຂງ, ສົມ​ກັບບົດບາດນຳພາ ​ແລະ ໜ້າທີ່ຮັບ​ຜິດ​ຊອບ​ໃນ​ການກຳອຳນາດ ປະຕິບັດ​ພາລະກິດ​ຕໍ່ໜ້າ​ຊົນ​ຊັ້ນ​ແລະ​ປະ​ເທດ​ຊາດ. ບົດບາດ​ແລະ​ພາລະກິດ​ນັ້ນ ​ໄດ້​ຮັບ​ການ​ກຳນົດ ຮັກສາ ​ແລະ ​ພັດທະນາ ບົນພື້ນຖານ​ຂອງ​ສະຕິ​ປັນຍາ​ທີ່​ປະດິດ​ສ້າງ, ​ແນວ​ຄິດ​ທີ່ສຸຂຸມ​ໜັກ​ແໜ້ນ, ຄຸນສົມບັດ​ສິນ​ທຳ​ອັນ​ບໍລິສຸດ ​ແລະ ການຈັດ​ຕັ້ງ​ທີ່​ແໜ້ນ​ແຟ້ນ, ​ໃນ​ນັ້ນ ການ​​ສຶກສາ​ແລະ​ການ​ຝຶກ​ອົບຮົມ​ຄຸນສົມບັດ​ປະຕິວັດ ເປັນ​ສິ່ງ​ທີ່​ເພິ່ນ​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ. ເປັນ​ເລື່ອງ​ຫາ​ຍາກ​ທີ່​ຜູ້ນຳ​ກອມ​ມູນິດ​​ໃນ​ໂລກ ​ຈະ​ຂຽນ​ຫຼາຍ ​ເວົ້າ​ຫຼາຍ ​ແລະ ​ກຳນົດລະບົບ​ທັດສະນະ ຫຼັກການ ​ເນື້ອ​ໃນ ວິທີ​ການ​ສ້າງພັກ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ ໄດ້​ຫຼາຍ​ເທົ່າປະທານ​ໂຮ່ຈີ​ມິນ. ຕັ້ງແຕ່ເວລາ​ກະກຽມການ​ກໍ່​ຕັ້ງ​ພັກ, ​ໃນ​ບົດ​ນິພົນ​ເສັ້ມທາງ​ປະຕິວັດ (1927), ​ເພິ່ນ​ໄດ້​ຕັ້ງບັນຫາທໍາອິດແມ່ນ “ຄຸນ​ລັກສະນະ​ຂອງ​ນັກ​ປະຕິວັດ” ​ແລະ ກ່ອນທີ່ຈະຈາກໂລກນີ້​ໄປ, ໃນ ພິ​ໄນກຳ ຂອງ​ຕົນ, ​ເພິ່ນ​ຍັງ​ໃຫ້ຄຳແນະນຳດ້ວຍຄວາມຫ່ວງໄຍວ່າ: “ພັກ​ເຮົາ​ແມ່ນ​ພັກກຳອຳນາດ. ສະມາຊິກ​ພັກ​ແລະ​ພະນັກງານ​ທຸກ​ຄົນ ຕ້ອງ​ເຊື່ອມ​ຊຶມຄຸນສົມບັດ​ປະຕິວັດ ຢ່າງ​ແທ້​ຈິງ, ຕ້ອງ​ມີ​ຄວາມ​ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງທຳຢ່າງ​ແທ້​ຈິງ, ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ສ່ວນ​ຕົວ. ຕ້ອງ​ຮັກສາ​ພັກ​ຂອງ​​ເຮົາ​ໃຫ້​ສະອາດ​ປອດ​ໃສ, ຕ້ອງ​ຄູ່​ຄວນ​ກັບ​ການ​ເປັນ​ຜູ້ນຳ ຜູ້​ຮັບ​ໃຊ້​ທີ່​ຊື່ສັດ​ຂອງ​ປະຊາຊົນ”. ຈິດ​ວິນ​ຍານ​ໃນ​ທຸກໆນິພົນ​ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ແລະປັບປຸງ​ພັກ ​ແລະ ການກໍ່ສ້າງ​ລັດ​ປະຕິວັດ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈຖື​ສິນ​ທຳ​​ເປັນ “ກົກ​ຮາກ”. ການ​ສືບ​ຕໍ່​ຄົ້ນຄວ້າ ​ເຮັດ​ໃຫ້​​ເລິກ​ເຊິ່ງ ​ແລະ ຊາບ​ຊຶມມໍລະດົກ​ອັນ​ລ້ຳ​ຄ່າ​ທີ່​ເພິ່ນ​ໄດ້ສ້າງ​ໄວ້​ໃຫ້​ນັ້ນ ​ແມ່ນຄວາມ​ຮັບຜິດຊອບ​ແລະ​ພັນທະ​ອັນ​ສູງ​ສົ່ງ ​ຂອງ​ພະນັກງານ​ແລະສະມາຊິກ​ພັກ​ແຕ່ລະຄົນ.

​ຮູ້​ແຈ້ງ​ເຖິງ​ບົດບາດ​ທີ່​ຕັ້ງຂອງສິນ​ທໍາ ​ເປັນ “ກົດ​ຮາກ”​, ​ເປັນ “ພື້ນ​ຖານ”,
ຮັບປະກັນ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມມີ​ຄວາມ​ກ້າ​ຫານ​ສູງ​,
ມີການ​ເມືອງ​ທີ່​ສະຫຼາດ​ສ່ອງ​ໃສ, ມີ​ແນວ​ຄິດ​ທີ່​ສຸຂຸມໝັ້ນຄົງ, ມີ​ສິນ​ທໍາ​ທີ່​ບໍ​ລິ​ສຸດ​,
ມີການ​ຈັດ​ຕັ້ງທີ່​ແໜ້ນ​ແຟ້ນ​, ສ້າງ​ແຮງ​ຜັກ​ດັນຊຸກຍູ້​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ

ປະທານ​ໂຮ່ຈີ​ມິນ​ໄດ້​ກຳນົດ​ວ່າ​ ຄຸນສົມບັດ​ປະຕິວັດ​​ເປັນ “ກົກຮາກ” ຄື​ກັນ​ກັບ “ຕົ້ນໄມ້​ບໍ່​ມີ​ຮາກຈະຫ່ຽວແຫ້ງ”, ​ເປັນ “​ແຫຼ່ງ” ຄື​ກັນ​ກັບ “ແມ່ນ້ຳມີແຫຼ່ງນ້ຳ, ບໍ່​ມີ​ແຫຼ່ງນ້ຳ, ແມ່ນ້ຳຈະບົກແລ້ງ”, ​ເປັນ “ພື້ນຖານ”, ຄົນ​ທີ່​ບໍ່​ມີຄຸນສົມບັດ​ສິນ​ທຳແມ່ນ “ຄົນ​ທີ່​ບໍ່​ມີ​ພື້ນຖານ, ເຈົ້າ​ເຮັດ​ໃຫ້​ຕົວ​ເອງ​ເສື່ອມ​ເສຍ ​ຈະ​ເຮັດ​ຫຍັງ​ໄດ້ ຖ້າ​ເຈົ້າ​ຊົ່ວ?”(1).

ລັກສະນະ “ພື້ນຖານ” ຂອງຄຸນສົມບັດ​ປະຕິວັດສະ​ແດງ​ອອກ​ໃນ​ສາມ​ດ້ານ ແຮງຈູງ​ໃຈຜັກ​ດັນ ​ແນະ​ນໍາ​, ການຜ່ອນ​ຄາຍ​ຄວາມ​ຕ້ອງ​ການ, ການຄວບຄຸມຕົນເອງ ຕໍ່ກັບ​ການ​ລໍ້​ລວງທັງໝົດ, ການ​ຮັກສາ​ກຽດ​ແລະ​ສັກ​ສີ, ການ​ຢືນຢັນຄວາມຖືກຕ້ອງຂອງຜູ້ກຳອຳນາດ​ການ​ປົກຄອງ. ຍ້ອນ​ໄດ້​ຖື​ເອົາຄຸນສົມບັດ​ປະຕິວັດ​ເປັນ​ພື້ນຖານຫຼັກ ດັ່ງ​ນັ້ນ ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຝຶກ​ອົບຮົມ “ພະນັກງານ​ແລະສະມາຊິກ​ພັກ​ຫຼາຍ​ຄົນ ​ທີ່​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ກ້າຫານ, ​ເປັນ​ແບບຢ່າງ, ​ເມື່ອລຳບາກ​ໄປ​ຂ້າງ​ໜ້າ, ​​ເມື່ອມີ​ຄວາມ​ສຸກ​​ໄປຕາມ​ຫຼັງ ​ແລະ ໄດ້​ຮັບ​ຜົນ​ສຳ​ເລັດອັນ​ສະຫງ່າ​ງາມ”(2), ກາຍ​ເປັນ “ດອກ​ໄມ້​ສົດ​ຂອງ​ວິລະ​ຊົນ​ປະຕິວັດ. ປະຊາຊົນ ແລະ ພັກຂອງພວກເຮົາ ມີ​ຄວາມ​ພາກພູມ​ໃຈ​ຫຼາຍ ທີ່​ໄດ້​ມີ​ລູກ​ຜູ້ສົມຄວນຄື​ແນວ​ນີ້”(3).

ປະທານ​ໂຮ່ຈີ​ມິນ​ໄດ້​ລິ​ເລີ່ມ​ການ​ປະ​ຕິ​ວັດ​​ສິນ​ທຳ​ທາງສັງ​ຄົມ ​ເພື່ອ​ສ້າງ “ຄຸນສົມບັດ​ໃໝ່, ຄຸນສົມບັດ​ທີ່​ຍິ່ງ​ໃຫຍ່, ທີ່​ບໍ່​ແມ່ນ​ເພື່ອ​ຊື່​ສຽງ​ສ່ວນ​ຕົວ, ແຕ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ພັກ, ຂອງປະ​ເທດ​ຊາດ ແລະ ຂອງ​ມະ​ນຸດ​ຊາດ”(4). ຖ້າ​ຄຸນສົມ​ບັດ​ສັກດິນາ​ກັກ​ຂັງ​ຄົນ​ໃນລະບຽບວິໄນທີ່ເຄັ່ງຄັດ; ຄຸນສົມບັດຂອງ​ຊົນ​ຊັ້ນນາຍທຶນ​ບູຊາຜົນ​ປະ​ໂຫຍ​ດທາງ​ດ້ານ​ວັດຖຸ​ສ່ວນບຸກຄົນ, ​ເຫັນ​ແກ່ຕົວ ສຸດ​ໂຕ່ງ; ຄຸນສົມບັດຂອງ​ຊົນຊັ້ນ​ນາຍທຶນ​ນ້ອຍ​ບີບ​ຄັ້ນຜູ້​ຄົນດ້ວຍຜົນ​ປະ​ໂຫຍ​ດພາກສ່ວນ ຄັບ​ແຄ​ບ ​ແບບ​ເຈົ້າ​ໂຄດ;… ​ແຕ່ ຄຸນສົມບັດ​ປະຕິວັດມຸ່ງສູ່ອຸດົມຄະຕິອັນສູງສົ່ງ, ປົດປ່ອຍປະຊາຊົນອອກຈາກການ​ຖືກ​ຈອງຈຳ ກັກ​ຂັງ ​ແລະ ຍຶດຕິດ​ດ້ວຍຄວາມຕ່ຳຊ້າ ແລະຄວາມເຫັນແກ່ຕົວ. ປະທານ​ໂຮ່ຈີ​ມິນ​ເນັ້ນໜັກວ່າ​ ການອົບຮົບສຶກສາກ່ຽວ​ກັບ​ພັນທະ​ທາງ​ຄຸນສົມບັດສິນທຳ ມີ​ບົດບາດສຳຄັນ​ອັນ​ດັບ​ໜຶ່ງ ​ໃນ​ການ​ປຸກມະ​ໂນທຳ ຈິດ​ສຳນຶກ ​ແລະ ກຽດ​ສັກ​ສີ​ຂອງ​ມະນຸດ​ທຸກ​ຄົນ. ​ເພິ່ນໄດ້ປຽບທຽບ, ມະນຸດມີ “ຄຸນນະທຳສີ່ປະການ​” (ດຸ​ໝັ່ນ, ປະຢັດ, ຊື່ສັດ, ທ່ຽງທຳ) ທີ່​ຄົງ​ຕົວ​ແລະ​ເຄື່ອນ​ໄຫວຄື​ກັນ​ກັບ​ກົດ​ເກນ​​ແຫ່ງສະຫວັນແລະ​ໂລກ: ສະຫວັນມີ “ສີ່ລະດູ” (ລະດູບານ​ໃໝ່, ລະດູ​ຮ້ອນ, ລະດູໃບໄມ້ຫຼົ່ນ, ລະດູໜາວ), ແຜ່ນດິນໂລກມີ “ສີ່ທິດ” (ຕາເວັນອອກ, ຕາເວັນຕົກ, ໃຕ້, ເໜືອ). ​ແຮ​ງຈູງ​ໃຈທາງ​ຄຸນສົມບັດ​ປະ​ຕິ​ວັດມັກ​ຈະສົ່ງ​ເ​ສີມພຶດຕິ​ກຳ​ທີ່​ບໍ່​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ການກະທຳ​ທີ່ບໍ່​​ສວຍ​ໂອກາດ, ຊ່ວຍ​ໃຫ້​ແຕ່ລະຄົນ​ຜ່ານ​ຜ່າ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ເພື່ອກະທຳດ້ວຍ​ແຮງ​ກະ​ຕູ້ນຂອງ​ມະ​ໂນທຳ, ຈິດໃຈຕື່ນ​ຕົວ​ສະໝັກໃຈ ແລະ ຄວາມຮັບຜິດຊອບດ້ວຍຄວາມຕື່ນ​ຕົວ. ດັ່ງ​ນັ້ນ, ແບບຢ່າງພະນັກງານ ສະມາຊິກ​ພັກ​ທີ່ປະທານໂຮ່ຈີມິນ ສ້າງຂຶ້ນນັ້ນ ແມ່ນບຸກຄົນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ, ຄວາມ​ຮັບຜິດຊອບໃນ​ການ​ເປັນ​ມະນຸດ ​ແລະ ຜ່ານ​ນັ້ນ ເຜີຍໃຫ້ເຫັນໂລກມະນຸດຢ່າງ​ຄົບ​ຖ້ວນ - ທັງ​ເປັນ​ເປົ້າ​ໝາຍ ທັງ​ເປັນແຮງ​ຂັບ​ເຄື່ອນ​ໃນ​ການ​ພັດທະນາ. ​ເພິ່ນ​ໃຫ້​ທັດສະນະ​ວ່າ “ມັນບໍ່​ແມ່ນວ່າ ເຮົາຂຽນຄຳ “ກອມມູນິດ” ໃສ່ໜ້າຜາກຂອງເຮົາ, ພວກ​ເຮົາ​ຈະໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ເຂົາ​ເຈົ້າ”(5), “ມະຫາຊົນພຽງແຕ່ຮັກຄົນທີ່ມີຄຸນສົມບັດສິນທໍາ​ເທົ່າ​ນັ້ນ”(6).

ປະທານ​ໂຮ່ຈີ​ມິນຢືນຢັນວ່າ: “ພັກ​ຂອງ​ເຮົາ​ໄດ້​ນຳພາ​ຢ່າງສະຫຼາດ​ສ່ອງ​ໃສ, ​ໄດ້​ນຳພາ​ປະ​ເທດ​ຊາດຂອງ​ເຮົາ​ໃຫ້​ກ້າວ​​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ​ຈາກ​ໄຊຊະນະ​ໜຶ່ງ​ໄປ​ສູ່​ອີກ​ໄຊຊະນະ​ໜຶ່ງ”(7). ການ​ນໍາພາ​ທາງ​ການ​ເມືອງ​ແມ່ນ​ການ​ຄັດ​ເລືອກ​ຄວາມ​ເປັນ​ໄປ​ໄດ້​ສໍາ​ລັບ​ການ​ຕັດ​ສິນ​ໃຈ​, ຖ້າ​ສະຫຼາດສ່ອງ​ໃສ ຈະມີ​ທາງ​ເລືອກທີ່​ຖືກຕ້ອງ, ນຳພາ​ການ​ປະຕິວັດ​ໄປ​ສູ່​ໄຊຊະນະ, ຖ້າ​ບໍ່​ສະຫຼາດ ​ຄວາມ​ຜິດພາດກໍ​ຈະ​ເກີດ​ຂຶ້ນ, ຜັກ​ດັນ​ການ​ປະຕິວັດ​​ໄປ​ສູ່​ຄວາມ​ຫຍຸ້ງຍາກ, ຈົນ​ເຖິງ​ຄວາມ​ລົ້ມ​ເຫຼວ ​ພັງພິນາດ. ຄວາມ​ສະຫຼາດ​ສ່ອງ​ໃສ​ນັ້ນ ບໍ່​ພຽງ​ແຕ່​ອີງ​ໃສ່​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ໃນ​ການ​ໄຈ້​ແຍກ ປະ​ເມີນ​ສະພາບ​ການ​ຢ່າງ​ຖືກຕ້ອງ, ການ​ຄາດ​ຄະ​ເນ​ທີ່​ຊັດ​ເຈນ, ການວາງ​ຍຸດ​ທະ​ສາດ​ແລະ​ຍຸດ​ໂທ​ບາຍ​ທີ່​ເໝາະ​ສົມ​ເທົ່າ​ນັ້ນ, ແຕ່​ຍັງ​ຖືກ​ຄວບ​ຄຸມ​ໂດຍ​ພື້ນຖານທາງ​ສິນ​ທຳ, ຈາກ​​ແຮງ​ຈູງ​ໃຈທາງ​ສິນ​ທຳ​ຂອງ “ຄວາມ​​ເຫັນ​ແກ່​ສ່ວນ​ລວມ, ບໍ່​ເຫັນ​ແກ່​ສ່ວນ​ຕົວ”, ລະ​ຖິ້ມຜົນ​ປະ​ໂຫຍ​ດສ່ວນບຸກຄົນ​ແລະ​ກຸ່ມ​ເພື່ອນ ​​ມຸ່ງ​ໄປສູ່​ອຸດົມຄະຕິ​ອັນ​ສູງ​ສົ່ງ, ​ເພື່ອ​ປະ​ເທດ ​ແລະ ​ເພື່ອ​ປະຊາຊົນ. ມີ​ພຽງ​ການ​ເມືອງ​ທີ່​ສະຫຼາດ​ສ່ອງ​ໃສ​ເທົ່າ​ນັ້ນ ທີ່​ສາມາດປ້ອງກັນຄວາມສ່ຽງຈາກຄວາມຜິດພາດ​ໄດ້. ຄວາມ​ຜິດພາດ​ອາດ​ຈະ​ເກີດ​ຈາກ​ພະຍາດ “​ອວດອົ່ງ​ຈອງຫອງ​ກອມ​ມູນິດ”, ອັດຕະວິ​ໄສ ​ເຈດ​ຈຳນົງ​ນິຍົມ, ອາດຈະເປັນຍ້ອນແຮງຈູງໃຈ​ເອກະ​ຊົນ​ນິຍົມ ທີ່ຂັບ​ເຄື່ອນ​ນະ​ໂຍ​ບາຍ​ອະ​ຄະ​ຕິ​ສໍາ​ລັບ​ບຸກ​ຄົນ​ແລະ​ຜົນ​ປະ​ໂຫຍດ​ກຸ່ມ​​ເພື່ອນ… ປະທານ​ໂຮ່ຈີ​ມິນມີ​ການ​ຄົ້ນ​ພົບ​ທີ່​ລະອຽດ​ເລິກ​ເຊິ່ງ: “ຄົນທີ່ມີສິນທຳສາມາດຮັບຮູ້​ສັດຈະທຳໄດ້ງ່າຍກວ່າ”, “ຕົນເອງ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ວສ່ວນ​ຕົວ ຂໍ້ເສຍຈະໜ້ອຍລົງ​ເລື້ອຍໆ, ແຕ່ຄຸນສົມບັດທີ່ດີ... ຈະຫຼາຍຂຶ້ນ​ເລື້ອຍໆ”(8). ຄຸນສົມບັດ​ສິນ​ທຳ​ແລະມະ​ໂນທຳ​ໃນ​ການ​ເມືອງ ​ເຮັດ​ໃຫ້​ຄວາມ​ຄິດ​ສະຫຼາດ​ສ່ອງ​ໃສ, ຈໍາ​ກັດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຄວາມ​ຜິດ​ພາດ, ​ເຮັດ​ໃຫ້​ແນວທາງ​ຖືກ​ກັບ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນ, ມີ​ແຮງ​ດຶງ​ດູດ​ແລະຈັບ​ໃຈ, ຊະ​ນະ​ຫົວ​ໃຈ​​ແລະຈິດ​ໃຈ​ຂອງ​ປະ​ຊາ​ຊົນ​.

ຄຸນສົມບັດ​ທີ່​ດີຂອງ​ພັກ​ກອມ​ມູນິດ​ຫວຽດນາມນັ້ນ ຖືກ​ສັງ​ເຂ​ບ​ໂດຍ​ປະທານ​ໂຮ່​ຈີ​ມິນ​ວ່າ​ເປັນ “ຄຸນ​ນະ​ທໍາ”, “ອາ​ລະ​ຍະ​ທໍາ” ​ເຊິ່ງສະ​ແດງ​ອອກ​ໂດຍ​ສະ​ເພາະ​ໃນ​ເປົ້າ​ໝາຍ ​ແລະ​ອຸດົມ​ຄະຕິ​ກອມ​ມູນິດ​ນິຍົມ; ຫຼັກການ​ຈັດ​ຕັ້ງ​ແລະການ​ເຄື່ອນ​ໄຫວ​ຂອງ​ພັກ; ພັນທະທາງ​ຄຸນສົມບັດ​ສິນ​ທຳ​​ຂ​ອງພັກ ​ໄດ້​ກຳນົດ​ໄວ້​ໃນ​ພາລະກິດ​ການ​ນຳພາ, ຄວາມ​ຮັບຜິດຊອບ​ໃນ​ການ​ກຳ​ອຳນາດ​ການ​ປົກຄອງ ​ແລະ ລັກສະນະນຳ​ໜ້າ ​ເປັນ​ແບບຢ່າງ; ລະບອບລະ​ບຽບ​ວິ​ໄນທີ່​ຕື່ນ​ຕົວ​ສະໝັກ​ໃຈ​ແລະ​ເຄັ່ງ​ຄັດ​; ຈິດ​ໃຈ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ; ​ໃກ້ຊິດຕິດ​ແທດ​ແບບ​ເລືອດ​ເນື້ອ​ກັບ​ປະຊາຊົນ, ຖື​ເອົາ​ການຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ​ແມ່ນ​ພາລະກິດ​ອັນ​ສູງ​ສົ່ງ… ມີຄຸນສົມບັດ​ສິນ​ທຳທີ່​ຜ່ອງ​ໃສ​ ຈຶ່ງ​ຮັບປະກັນ​ການ​ຮັກສາ​ລັດທິ​ໃຫ້​ໝັ້ນຄົງ, ຊື່ສັດ​ໃນອຸດົມຄະຕິທີ່​ຕັດຮູ້, ປ້ອງ​ກັນ​ຄວາມ​ຜິດ​ພາດທັງ​​ແບບຄຳ​ພີຕາ​ຍຕົວ​ແລະ​ສວຍ​ໂອກາດ​ນິຍົມ. ຕາມປະທານ​ໂຮ່ຈີ​ມິນ, ມາດຕະຖານຄຸນສົມບັດ​ສິນ​ທຳຂອງສະມາຊິກ​ພັກ​ກົງກັນຂ້າມ​ກັບລັດທິ​ອັດ​ຕະບຸກຄົນ, ສະ​ແດງ​ອອກ​ໃນ​ຄວາມ​ດຸ​ໝັ້ນ ປະຢັດ ຊື່ສັດ ທ່ຽງ​ທຳ, ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ; ​ແນວ​ຄິດ​ລວມໝູ່; ຈິດ​ໃຈ​ສາມັກຄີ, ລັກ​ສະ​ນະ​ມີການຈັດ​ຕັ້ງ ​ແລະ​ມີ​ລະບຽບ​ວິ​ໄນ; ຈົງ​ຮັກ​ພັກດີ​ຕໍ່​ພັກ ຕໍ່​ປະ​ເທດ​ຊາດ ຕໍ່​ປະຊາຊົນ​ໂດຍ​ເດັດຂາດ; ​ໃກ້ຊິດຕິດ​ແທດ​ກັບ​ພືດ​ຕິ​ກຳ​ຕົວ​ຈິງ, ​ໃຫ້​ຊິດ​ສະ​ໜິດ​ສະໜົມ​ກັບມະຫາຊົນ,​ເຄົາລົບ​ປະຊາຊົນ​ຢ່າງ​ແທ້​ຈິງ​ ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ; ດຳ​ເນີນການ​ຮຽນ​ຮູ້ ຝຶກ​ຝົນ​ຫຼໍ່​ຫຼອມ ຍົກ​ສູງ​ລະດັບ​ຂອງ​ຕົນ​ຢ່າງບໍ່​ຢຸດ​ຢັ້ງ ​ເພື່ອ​ເຮັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ທັງ​ໝົດ.

ຮາກຖານ​ຂອງວຽກ​ງານ​ກໍ່ສ້າງ​ພັກ​ທາງ​ດ້ານຄຸນສົມບັດ​ສິນ​ທຳ, ປະກອບ​ດ້ວຍ​ຄຸນສົມບັດ​ຂອງ​ພັກ ​ແລະ ຄຸນສົມບັດ​ຂອງ​ສະມາຊິກ​ພັກ​ແຕ່ລະຄົນ ​ເຊິ່ງສອງ​ດ້ານ​ນັ້ນ​ມີ​ຄວາມ​ພົວພັນ​ແບບ​ອິນ​ຊີ ທີ່​ກະທົບ ​ແລະ ຊຸກຍູ້​ເຊິ່ງກັນ​ແລະ​ກັນ. ​ເມື່ອຄຸນສົມບັດ​ສິນ​ທຳຂອງ​ພັກ​ໄດ້​ຮັບ​ການ​ສຶກສາ ຕັດສະຮູ້ ​ແລະ ຊຶມ​ເລິກ​ເຂົ້າ​ໃນ​ສະມາ​ຊິກ​ພັກ​ແຕ່ລະຄົນ ມັນ​ຈະ​ຊຸກຍູ້​ລະບອບ​ລະບຽບ​ວິ​ໄນ​ແບບ​ຕື່ນ​ຕົວ​ສະໝັກ​ໃຈ, ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດສ່ວນ​ຕົວ, ກຽມ​ຄວາມ​ພ້ອມ​ທີ່​ຈະ​ສູ້​ຊົນ​ ເພື່ອ​ເປົ້າ​ໝາຍ​ລວມ, ວາງພາລະກິດປະຕິວັດ​ຂອງ​ພັກ​ຂຶ້ນ​ເໜືອ​ແລະກ່ອນ​ອື່ນ​ໝົດ, ເຮັດ​ໃຫ້​ລ້ານ​ຄົນຄື​ໜຶ່ງ​, ສ້າງພະລັງທີ່ບໍ່ມີໃຜເອົາຊະນະໄດ້. ນັ້ນ​ແມ່ນພະລັງຂອງ​ພັກ​ການ​ເມືອງທີ່​ມີອຸດົມ​ຄະຕິ​ວິທະຍາສາດ, ​ອີງ​ໃສ່​ແຮງຈູງ​ໃຈທາງສິນ​ທຳ, ​ການ​ຈັດ​ຕັ້ງທີ່​ແໜ້ນ​ແຟ້ນ, ​ແບບ​ແຜນ​ປະຊາທິປະ​ໄຕ, ຮູບ​ປະກົດຂອງ​ຄວາມ “​ເປັນ​ຄຸນນະ​ທຳ”, “ເປັນອາລະຍະທໍາ”.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ພ້ອມກັບບັນດາສະຫາຍການນຳຂອງພັກ, ລັດ ແລະ ບັນດາຜູ້ແທນ ຢ້ຽມຊົມງານວາງສະແດງ “ຕົວຢ່າງທີ່ລຽບງ່າຍແຕ່ສູງສົ່ງ” ຈັດສະແດງໃນລະບຽງຂອງກອງປະຊຸມທົ່ວປະເທດ ເພື່ອສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 05-CT/TW “ວ່າດ້ວຍການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນຂອງໂຮ່ຈີມິນ” _ພາບ: TTXVN

ກຸນ​ແຈ​ຂອງ​ການກໍ່ສ້າງ​ພັກ​ທາງ​ດ້ານຄຸນສົມບັດ​ສິນ​ທຳ
ແມ່ນ​ຢູ່​ໃນ​ການ​ປະຕິບັດ​ຄຸນສົມບັດ​​ປະຕິວັດ, ​ເວົ້າ​ໄປ​ຄວບ​ຄູ່​ກັບ​ການ​ປະຕິບັດ,
ດຳ​ເນີນລະບອບ​ການ​ເມືອງທີ່​ຊື່ສັດທ່ຽງທຳ

​ໃນ​ຖານະ​ເປັນ​ນັກ​ແນວ​ຄິດ​ທີ່​ເກັ່ງ​ກ້າ​ສາມາດ, ນັກ​ປະຕິວັດ​ທີ່​ມີ​ປະສົບ​ການ​ຕົວ​ຈິງຍາວ​ນານ, ປະທານ​ໂຮ່ຈີ​ມິນ​ເຂົ້າໃຈ​ຢ່າງ​ຈະ​ແຈ້ງວ່າ, ​ເຖິງ​ວ່າ​ຊາວ​ຫວຽດນາມ​ເຄົາລົບ​ນັບຖືທິດ​ສະ​ດີ, ຮູ້ວິທີ​ດູດຊຶມ​ແລະຖອດ​ຖອນ​ຄຸນຄ່າ​ ເພື່ອໝູນ​ໃຊ້​ໃຫ້​ເໝາະ​ສົມ​ກັບລັກສະນະ​ປະຈຳຊາດ, ​ແຕ່​ກໍ່ກະຕືລືລົ້ນ​ທີ່​ຈະຫັນ​ການ​ກະທຳ​​ເປັນ​ຮູບ​ປະ​ທຳ​ ເຊິ່ງສະ​ແດງ​ອອກ​ໃນຄວາມ​ເປັນ​ຈິງ, ​ໂດ​ຍສະ​ເພາະ​ ພຶດຕິ​ກຳ​ທາງ​ສິນ​ທຳ​ຂອງ​ຜູ້​ປົກຄອງ. ຫຼັກການ “ເວົ້າ​ໄປ​ຄວບ​ຄູ່​ກັບ​ການ​ປະຕິບັດ” ເປັນການສະແດງອອກຂອງຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ແນວຄິດແລະການກະທຳ, ທິດສະດີແລະການປະຕິບັດ. ​ໃນ​ການ​ອົບຮົມ​ສຶກສາ ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ​ໃຫ້ພະນັກງານ​ແລະ​ສະມາຊິກ​ພັກນັ້ນ ປະທານ​ໂຮ່ຈີ​ມິນ ​ໃຫ້​ທັດສະນະ​ວ່າ “ສຸນທອນພົດຮ້ອຍບົດບໍ່ເທົ່າກັບ​ແບບຢ່າງທີ່ມີຊີວິດ”, ເອົາ​ແບບຢ່າງ “ວຽກ​ດີ, ຄົນ​ເດັ່ນ” ເພື່ອສຶກສາອົບຮົມເຊິ່ງກັນແລະກັນທຸກວັນ ​ແມ່ນ​ວິທີໜຶ່ງ​ທີ່​ດີ​ທີ່​ສຸດ​ໃນ​ການ​ກໍ່ສ້າງ​ພັກ, ກໍ່ສ້າງ​ອົງການ​ຈັດ​ຕັ້ງ​ປະຕິວັດ, ກໍ່ສ້າງ​ຜູ້​ຄົນ​ໃໝ່ ​ແລະ​ຊີວິດ​ໃໝ່. “ຖ້າ​​ຢາກ​ຊີ້​ນຳໃຫ້​ປະຊາຊົນ ເຮົາ​ຕ້ອງ​ເປັນ​ແບບຢ່າງ​ຕັ້ງ​ມາດຕະຖານ​ໃຫ້​ຄົນ​ອື່ນ​ຮຽນ​ແບບ”(9), “ສະມາຊິກ​ພັກ​ໄປ​ກ່ອນ ​ແລ້​ວມະຫາຊົນ​ຈະ​ຕາມ​ມາ​ເອງ”(10). ​ເພິ່ນ​ມັກໃຫ້ຄວາມ​ສຳຄັນ​ກັບ​ການ​ສ້າງ​​ແບບ​ຢ່າງຄົນ​ຈິງ ວຽກ​ແທ້ ​ໃນ​ປະຫວັດສາດ​ແຫ່ງ​ການ​ປະຕິວັດ, ​ໃນ​ຊີວິດ​ປະຈຳ​ວັນ. ຫຼັກການ “ເວົ້າ​ໄປ​ຄວບ​ຄູ່​ກັບ​ການ​ປະຕິບັດ” ຂອງປະທານ​ໂຮ່ຈີ​ມິນມີ​ຄວາມ​ໝາຍທີ່​ສຸດ ​ໃນ​ດ້ານ​ແນວ​ຄິດ ​ແລະ ວິທີ​ການ, ມັນກໍານົດລັກສະນະຊັກຊວນຂອງວຽກງານ​ແນວ​ຄິດ. ການ​ປະ​ຕິ​ບັດ​ສິນ​ທຳ​​ໃນ​ປະ​ທານ​ໂຮ່​ຈິ​ມິນ ​ເປັນ​ສ່ວນ​ໜຶ່ງ​ທີ່​ແຍກ​ອອກ​ບໍ່​ໄດ້ຂອງ​ແນວ​ຄິດ; ໂດຍຜ່ານ​ການ​ປະຕິບັດສິນທຳ, ຄຸນຄ່າ​ແນວ​ຄິດຈະສະແດງອອກມາ​ຢ່າງ​ເຕັມ​ສ່ວນ​ ແລະ​ເປີດ​ເຜີຍ​ຕາມຄວາມ​ເປັນຈິງ.

ການດຳ​ເນີນລະບອບ​ການ​ເມືອງທີ່​ຊື່ສັດ​ທ່ຽງທຳ ​ແມ່ນ​ເນື້ອ​ໃນ​ພື້ນຖານ​ໜຶ່ງຂອງ​ການ​ປະຕິບັດ​ສິນ​ທຳ​ໂຮ່ຈິ​ມິນ, ​ໃນ​ນັ້ນ​ ມີການ​ປະຕິບັດ​ຄຸນສົມບັດ​ສິນທຳຂອງ​ພັກ​ການ​ເມືອງ, ລັດ ​ແລະ ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ. ດ້ວຍ​ການປະຕິບັດຄວາມຊື່ສັດ “ປະຊາຊົນ​ຈຶ່ງ​ຈະສາມັກ​ຄີ​ກັນ​ອ້ອມ​ຂ້າງ​ລັດຖະບານ, ເພື່ອ​ຜົນ​ປະ​ໂຫຍ​ດອັນ​ໃກ້​ຊິດ​ຂອງ​ຕົນ ພວກ​ເຂົາ​ຈະ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຂ້າ​ສັດຕູ”, “​ເຖິງ​ວ່າ​ສະຖານະ​ການ​ຈະອັນຕະລາຍ​ປານ​ໃດ, ປະຊາຊົນ​ກໍ​ບໍ່​ຢ້ານ, ​ເຂົາ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຕໍ່ສູ້​ແລະ​ເອົາ​ຊະນະ”(11). ​

​ເພື່ອ​ໃຫ້​ມີລະບອບ​ການ​ເມືອງ​ຊື່ສັດ​ທ່ຽງທຳນັ້ນ ບັນຫາ “ພື້ນ​ຖານ” ຍັງ​ແມ່ນ​ການ​ສຶກສາ ບຳລຸງ​ສ້າງ ກໍ່ສ້າງ​ຄຸນສົມບັດ​ສິນ​ທຳ “ຄຸນ​ລັກສະນະ​ຂອງ​ນັກ​ປະຕິວັດ”, ​ໂດຍ​ສະ​ເພາະແມ່ນ “ຄວາມຢາກ​ໄດ້ພຽງເລັກນ້ອຍສໍາລັບວັດຖຸສິ່ງຂອງ”, “ດູຖູກສະຖານະ ຊັ້ນຕຳແໜ່ງ ແລະ ເງິນຄຳ, ເພາະ​ສິ່ງ​ເຫຼົ່າ​ນີ້​ເປັນ​ແຫຼ່ງ​ຂອງ​ຄວາມ​ອິດສາແລະຄວາມ​ກຽດຊັງ ແລະ ເປັນສາເຫດຂອງການກະທຳແຈ້ງຂ່າວ ແລະ ການທໍລະຍົດ ທີ່​ທຳລາຍ​ພາລະກິດ​ການ​ປະຕິວັດ​ຢ່າງ​ຮ້າຍ​ແຮງ”(12).

ປະທານ​ໂຮ່ຈີ​ມິນຊີ້​ແຈງ​ວ່າ, ຖ້າບໍ່ມີຄຸນສົມບັດ​ສິນທຳ ຈະ​ສູນ​ເສຍ​ຄວາມ​ໄວ້ວາງ​ໃຈຂອງປະ​ຊາ​ຊົນ​, ຈະບໍ່ເປັນພັກປະຕິວັດທີ່ແທ້ຈິງອີກຕໍ່ໄປ. ດັ່ງ​ນັ້ນ, ​ເພື່ອດຳ​ເນີນລະບອບ​ການ​ເມືອງທີ່​ຊື່ສັດ​ທ່ຽງທຳນັ້ນ ພ້ອມ​ກັບ​ການ​ອົບຮົມ​ສຶກສາ ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ​ ຍັງ​ຕ້ອງ​ໃຊ້​ກົດໝາຍ​ເພື່ອ​ລົງ​ໂທດ​ຜູ້​ທີ່​ບໍ່​ຊື່ສັດ ຫຼື​ລະ​ເມີດ​ຄຸນ​ທຳ. ​ເພິ່ນ​ຢືນຢັນ​ວ່າ “ຕ້ອງ​ລົງ​ໂທດ​ຜູ້​ບໍ່​ສັດ​ຊື່​ຢ່າງ​ເຄັ່ງ​ຄັດ, ບໍ່​ວ່າຜູ້​ນັ້ນ​ຈະ​ຢູ່​ໃນ​ຕຳ​ແໜ່ງ​ໃດ, ເຮັດ​ອາຊີບ​ໃດ​”(13). ລັກສະນະ​ພິ​ເສດ​ຂອງ​ການ​ປະ​ຕິ​ບັດ​ສິນ​ທຳ​​ໂຮ່​ຈິ​ມິນ​ແມ່ນ ຍິ່ງ​ມີອຳນາດ​ສູງ​ເທົ່າ​​ໃດ ​ເຂົາ​ກໍ​ຍິ່ງ​ຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​​ປະ​ຕິ​ວັດ ​ແລະ ​ປູກ​ຝັງຄຸນ​ທຳ​ໄປ​ຕະຫຼອດ​ຊີ​ວິດຫຼາຍ​ເທົ່າ​ນັ້ນ. ຕາມປະທານ​ໂຮ່ຈີ​ມິນ, “ຄວາມ​ດີ​ ເຖິງ​ຈະ​ນ້ອຍ​ປານ​ໃດກໍ​ຕ້ອງ​ເຮັດ. ຄວາມຊົ່ວ ເຖິງຈະ​ນ້ອຍພຽງ​ໃດ​ກໍ​ຕ້ອງ​ຫຼີກ​ລ່ຽງ”(14). ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ​ບໍ່​ແມ່ນ​ເຮັດ​ພຽງ​ຄັ້ງດຽວ ແຕ່​ເຮັດຕະຫຼອດຊີວິດ ເຮັດທຸກມື້. ​ໃນ​ບົດ​ນິພົນ “ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ຂະ​ຈັດ​ລັດທິ​ອັດ​ຕະບຸກຄົນ”, ປະທານ​ໂຮ່ຈີ​ມິນ​ໄດ້​ເນັ້ນ​ໜັກ​ຄວາມ​ຕ້ອງການ​ເຊີນ​ຊູ​ບົດບາດ​ຂອງ “ການປະຕິບັດການຕິ​ຊົມແລະຕິ​ຊົມຕົນເອງຢ່າງຈິງຈັງໃນພັກ”, “ຊົມ​ເຊີຍ​ແລະ​ສົ່ງ​ເສີມມວນ​ຊົນ​ໃຫ້​ຕິຊົມ​ພະນັກງານ ສະມາຊິກ​ພັກຢ່າງຈິງ​ໃຈ” ​ໂດຍ​ຕິດ​ກັບ “ລະບອບການດຳ​ເນີນ​ຊີວິດ​ໜ່ວຍ​ພັກ​ຕ້ອງ​ເຂັ້ມ​ງວດ”.   

​ເດັດດ່ຽວ​ຕໍ່ສູ້​ກັບ​ລັດທິ​ອັດ​ຕະບຸກຄົນ ບົນ​ພື້ນຖານການສົມທົບ
“ການສ້າງ” ກັບ “ການຕ້ານ”, ​ເຂັ້ມ​ງວດ​ກັບ​ຕົວ​ເອງ, ເປັນ​ເຈົ້າ​ຕົນ​ເອງ
​ຕ້ານ​ການ​ລໍ້​ລວງ​ທັງ​ໝົດ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດປະຕິວັດ​ຕະຫຼອດ​ຊີວິດ

​ໂດຍ​ຖື​ລັດທິ​ອັດຕະບຸກຄົນ​ເປັນ “ສັດຕູ​ທີ່​ໂຫດຮ້າຍ”, ​ເປັນ​ອຸປະສັກ​ຕໍ່​ການ​ກໍ່ສ້າງ​ຄຸນສົມບັດ​​ປະຕິວັດ, ​ປະທານໂຮ່ຈີ​ມິນ ​ໄດ້​ສ້າງ​ລະບົບທັດສະນະ, ​ລະ​ບຸທາດ​ແທ້ ລັກສະນະ ການສະ​ແດງ​ອອກ ​ແລະ ຄວາມ​ອັນຕະລາຍ ​ຂອງ​ລັດທິອັດຕະ​ບຸກຄົນ ​ແລະ ກຳນົດວິທີ​ການ​ທີ່​ຈະ​ຂະຈັດ​ລັດ​ທິອັດ​ຕະບຸກຄົນ. ​ເພິ່ນ​ໃຫ້​ທັດສະນະ​ວ່າ, ລັດທິ​ອັດ​ຕະບຸກຄົນແມ່ນການຄິດເຖິງຜົນປະໂຫຍດຂອງຕົນເອງກ່ອນ, ບໍ່​ແມ່ນ “​ເພື່ອ​ທຸກ​ຄົນ” ​ແຕ່​ມີ​ແຕ່​ຢາກ​ໃຫ້ “ທຸກ​ຄົນ​ເພື່ອ​ຂ້ອຍ​ເອງ” ​ເທົ່າ​ນັ້ນ; ລັດທິ​ອັດຕະບຸກຄົນ​ເປັນ “ສັດຕູທີ່​ໂຫດຮ້າຍ”, ​ເປັນ “ເຊື້ອພະຍາດຮ້າຍແຮງ ທີ່ກໍ່ໃຫ້ເກີດພະຍາດອັນຕະລາຍຫຼາຍ”(15), ເປັນ “ພັນທະ​ມິດ” ຂອງພວກອານານິຄົມ ຈັກກະພັດ​ນິຍົມ ​ແລະ ຮີດຄອງປະເພນີທີ່ຫຼ້າຫຼັງ, ມັນ​ແຝງ​ຕົວ​ຢູ່ໃນແຕ່ລະຄົນ, ລໍຖ້າໂອກາດທີ່ຈະ​ໂງຫົວຂຶ້ນ. ສະນັ້ນ, ຕ້ອງຕື່ນ​ຕົວ​ຢູ່​ສະເໝີ​ເພື່ອປ້ອງ​ກັນ ແລະ ກຳຈັດ​ມັນ​ຢ່າງ​ເດັດດ່ຽວ. ປະທານ​ໂຮ່ຈີ​ມິນ​ໄດ້ຊີ້​ໃຫ້​ເຫັນ​ແຈ້ງບັນດາ​ປະກົດ​ການ​ຂອງ​ລັດທິ​ອັດ​ຕະບຸກຄົນ​ ເຊັ່ນ: ຢ້ານ​ກົວ​ຄວາມ​ຫຍຸ້ງ​ຍາກ​ ລຳບາກ​, ມັກ​ສໍ້​ໂກງ, ສໍ້​ລາດ​ບັງ​ຫຼວງ, ລາມົກ​ອະນາຈານ, ​ໃຊ້​ຈ່າຍ​ຟຸມ​ເຟືອຍ; ໂລບ​ໃນ​ຊື່​ສຽງ​, ວິ້ງ​ເຕັ້ນ​ຫາ​ຜົນກໍາ​ໄລ​, ມັກມີ​ຕໍາ​ແໜ່ງ​ອໍາ​ນາດ; ອວດອົ່ງ​ທະ​ນົງ​ຕົວ, ດູຖູກໝູ່​ຄະນະ, ດູ​ຖູ​ກມະຫາຊົນ, ຜະ​ເດັດການ, ບົງ​ການຊີ້​ຂາດ; ຫ່າງ​ເຫີ​ນຈາກ​ມະຫາຊົນ, ຫ່າງ​ເຫີ​ນພຶດຕິ​ກຳ​ຕົວ​ຈິງ, ຕິດພະຍາດ​ອາດຍາ​ສິດ ຄຳສັ່ງ; ບໍ່ມີຈິດໃຈທີ່ພະຍາຍາມບືນ​ຕົວຂຶ້ນ, ບໍ່​ຍອມ​ຮຽນ​ຮູ້​ເພື່ອ​ຄວາມ​ກ້າວໜ້າ; ​​ແຕກ​ແຍກ​ບໍ່​ສາມັກຄີກັນ, ຂາດລະບຽບ​ວິ​ໄນ, ຂາດ​ຄວາມ​ຮັບຜິດຊອບ, ບໍ່​ປະຕິບັດ​ຕາມ​ແນວທາງ​ແລະ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດຢ່າງເຂັ້ມງວດ, ທຳລາຍ​ຜົນ​ປະ​ໂຫຍ​ດຂອງການປະຕິວັດ ແລະ ຂອງປະຊາຊົນ.

ລັດທິ​ອັດ​ຕະບຸກຄົນຢູ່​ໃນ​ຕົວ​ຂອງ​ແຕ່ລະ​ຄົນ, ​ເປັນ “ສັດຕູ​ຢູ່​ໃນ​ໃຈ”. ສິ່ງ​ທີ່​ມີ​ບົດ​ບາດ​ຕັດສິນ​ໃນການ​ຕ້ານ​ລັດທິ​ອັດ​ຕະບຸກຄົນນັ້ນ​ແມ່ນ ຄວາມ​ເຂັ້ມ​ແຂງ​ພາຍ​ໃນ​ຂອງ​ແຕ່​ລະ​ຄົນ​ໄດ້​ຮັບ​ການ​ຮັບຮ​ອງ​ໂດຍ​ພື້ນຖານ​ທາງສິນ​ທຳ ທີ່​ສາມາດ​ເປັນ​ເຈົ້າ​ຕົນ​ເອງ​ໄດ້, ຄວບ​ຄຸມ​ຄວາມ​ປາ​ຖະໜາ​ແລະ​ການ​ລໍ້​ລວງ ເພື່ອ​ໃຫ້​ພຶດຕິ​ກຳ​ບໍ່​ຂ້າມ​ຂອບ​ເຂດ​ຂອງ​ກົດໝາຍ ​ແລະ ຄຸນສົມບັດ​ສິນ​ທຳ​ສັງຄົມ; ໃຊ້ຕັກ​ກະ​ຍານເພື່ອຄວບຄຸມອາລົມ, ໃຊ້ມະ​ໂນທຳ​ເພື່ອ “ປະ​ເມີນ” ດ້ວຍ​ຕົນ​ເອງ​ວ່າ ສິ່ງ​ໃດ​ຄວນ​ເຮັດແລະສິ່ງ​ໃດບໍ່ຄວນເຮັດ, “ຕັດສິນ” ດ້ວຍ​ຕົນ​ເອງ​ເມື່ອພົບກັບຂໍ້ບົກພ່ອງທີ່ນ້ອຍທີ່ສຸດ. ດັ່ງ​ນັ້ນ, “ການ​ສ້າງ” ​ແມ່ນ​ການ​ຍົກ​ສູງ​ຄວາມ​ຮູ້ ​ແນວ​ຄິດ, ​ປູກຝັງ​ຄຸນ​ທາດ​ທີ່​ດີ, ສົ່ງ​ເສີມ​​ແຮງ​ຜັກ​ດັນ​ທາງ​ສິນ​ທໍາ​, ລະ​ບຽບ​ວິ​ໄນທີ່ຕື່ນ​ຕົວ​ສະໝັກ​ໃຈ, ຫຼໍ່ລ້ຽງເຮັດໃຫ້ຄວາມດີຈະເລີນເຕີບໂຕ ແລະ ຂັບໄລ່ສິ່ງບໍ່ດີ.

ຕາມປະທານ​ໂຮ່ຈີ​ມິນ “ມະນຸດທຸກຄົນມີຄວາມດີແລະຄວາມຊົ່ວຢູ່ໃນໃຈ. ເຮົາ​ຕ້ອງ​ຮູ້​ວິທີ​ເຮັດ​ໃຫ້​ສ່ວນ​ດີ​ໃນ​ແຕ່​ລະ​ຄົນ​ເບີກບານ​ຄື​ດອກ​ໄມ້​ລະດູ​ໃບ​ໄມ້​ປົ່ງ ແລະ​ສ່ວນ​ທີ່​ບໍ່​ດີ​ນັ້ນ​ຈະຫາຍ​​ໄປ”(16). ​ເພິ່ນ​ໄດ້​ຊີ້​ແຈງ​ວິທີ “ການສ້າງ” ຜ່ານ​ການ​ອົບຮົມ​ສຶກສາອຸດົມ​ຄະຕິ​ກອມ​ມູນິດ​ນິຍົມ, ​ແນວທາງ​ຂອງ​ພັກ, ພັນທະດ້ານສິນທຳຂອງສະມາຊິກພັກ, ​ເຮັດ​ໃຫ້​ບັນດາ​ມາດຕະຖານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ເຂົ້າ​ສູ່​ລວງ​ເລິກ, ກາຍ​ເປັນ​ເຫດຜົນ​​ໃນ​ການດຳລົງ​ຊີວິດ, ທິດ​ທາງ​ການ​ກະທຳ​ທັງ​ໃນ​ການ​ເຮັດ​ວຽກ​ແລະ​ຊີວິດ​ປະຈຳ​ວັນ. ພະລັງ​ແຫ່ງ​ຄຸນທຳຈະ​​ເກີດ​ຂຶ້ນ​ໄດ້​ກໍຕໍ່​ເມື່ອປູກ​ຈິດ​ສຳນຶກຕື່ນ​ຕົວ​ຂອງ​ແຕ່ລະຄົນ​ ​ໃຫ້ກຳຈັດ​ສິ່ງ​ທີ່ຕ່ຳຕ້ອຍ, ​ເອື້ອມ​ເຖິງ​ສິ່ງ​ທີ່​ສູງ​ສົ່ງ​ສວຍ​ງານ, ຕໍ່ສູ້​ກັບ​ຄວາມ​ຊົ່ວ, ຫຼໍ່ລ້ຽງ​ຄວາມ​ດີ. ອຸດົມ​ຄະຕິ​ກອມ​ມູນິດ​ນິຍົມແມ່ນມີພື້ນຖານທາງວິທະຍາສາດ ແລະແຮງຈູງໃຈທາງດ້ານສິນທຳ. “ການ​ສ້າງ” ​ແມ່ນ​ເຮັດ​ໃຫ້​ຄຸນສົມບັດ​ສິນ​ທຳ​ເປັນ “ກົກ​ຮາກ” ທີ່​ແທ້​ຈິງ, ​ແມ່ນ​ເປັນຮາກ​ຖານ, ​ເປັນ​ພື້ນຖານ ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ຈາກ​ຄວາມ​ຜິດ​ພາດ, ການ​ສໍ້​ລາດ​ບັງ​ຫຼວງ ແລະ ການ​ເສື່ອ​ມ​ໂຊມ​ປ່ຽນ​ທາດ.

ຕາມປະທານ​ໂຮ່ຈີ​ມິນ, ການ​ຝຶກ​ຝົນ​ຫຼໍ່​ຫຼອມຄຸນສົມບັດ​ສິນ​ທຳ​ປະຕິວັດ ບໍ່ແມ່ນການ “ບີບຄັ້ນ​ຮ່າງກາຍ” ​ແບບລັດທິ​ສະ​ໂຕ​ອິກນິຍົມ, ​ແຕ່​ແມ່ນການ​ຝຶກ​ຝົນ​ຄວາມກ້າຫານ​ໃນ​ການປະເຊີນກັບການລໍ້ລວງ, ​ເອົາ​ສິນທຳມາ​ແນະນໍາ​ແລະຄວບຄຸມຄວາມປາຖະໜາ, ສົ່ງ​ເສີມກຽດສັກສີ, ຄວາມຮັບຜິດຊອບ, ຄວາມກົມກຽວໃນຊີວິດທາງວັດຖຸແລະຈິດ​ໃຈ, ໂດຍສະເພາະແມ່ນ “ຄວາມຢາກ​ໄດ້ພຽງເລັກນ້ອຍສໍາລັບວັດຖຸສິ່ງຂອງ”. ສະມາຊິກ​ພັກ​ຕ້ອງ​ເຂັ້ມ​ງວດ​ກັບ​ຕົວ​ເອງ, ມີ​ຄວາມ​ກ້າຫານ​ຕໍ່​ສູ້​ກັບ​ຈຸດ​ອ່ອນ​ຂອງ​ຕົນ, ຍົກ​ສູງ​ສະຕິ​ຄວບ​ຄຸມ​ຕົນ​ເອງ​ໃນ​ທຸກ​ສະຖານະ​ການ.

​ໃນ​ຂະນະ​ທີ່​ຕໍ່ສູ້​ຕ້ານ​ລັດທິ​ອັດຕະບຸກຄົນ​ຢ່າງ​ເດັດດ່ຽວນັ້ນ ປະທານ​ໂຮ່ຈີ​ມິນ​ໄດ້​ຈຳແນກ​ຢ່າງ​ຈະ​ແຈ້ງ​ລະຫວ່າງ​ລັດທິອັດຕະ​ບຸກຄົນ ​ແລະ ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ທີ່​ຊອບ​ທຳ​ຂອງຜູ້​ຄົນ. ​ເພິ່ນໃຫ້​ເອົາ​ໃຈ​ໃສ່​ແລະ​ເນັ້ນ​ໜັກ​ວ່າ, ການ​ຕໍ່ສູ້​ຕ້ານ​ລັດທິ​ອັດຕະບຸກຄົນ​ບໍ່​ແມ່ນ “ການຢຽບຢ່ຳຍ່ຳຍີ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ”(17), ເພາະ​ແຕ່​ລະ​ຄົນ​ມີບຸກຄະລິກກະພາບ ມີ​ຄວາມ​ສັນທັດ​ອັດຖະ​ຍາ​ໄສ ແລະ ​ຊີ​ວິດສ່ວນ​ຕົວ, ຖ້າຜົນປະໂຫຍດສ່ວນຕົວ​ບໍ່​ຂັດ​ກັບ​ຜົນ​ປະໂຫຍດສ່ວນລວມກໍບໍ່ແມ່ນສິ່ງທີ່ບໍ່ດີ. ​ເພິ່ນ​ໄດ້ຊີ້​​ໃຫ້​ເຫັນ​ວິທີ​ການ​ຈັດການ​ເມື່ອ​ມີ​ຄວາມ​ຂັດ​ແຍ້​ງລະຫວ່າງ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ແລະ​ຜົນ​ປະ​ໂຫຍ​ດສ່ວນລວມ ດັງ​ນີ້: ຖ້າຜົນ​ປະ​ໂຫຍດສ່ວນ​ຕົວ​ຂັດ​ແຍ້​ງກັບ​ຜົນ​ປະ​ໂຫຍ​ດສ່ວນລວມ, ຄຸນສົມບັດ​ປະຕິວັດ​ຮຽກຮ້ອງ​ໃຫ້ຜົນ​ປະ​ໂຫຍ​ດສ່ວນ​ຕົວຂອງ​ບຸກຄົນ ຕ້ອງ​ປະຕິບັດ​ຕາມ​ຜົນ​ປະ​ໂຫຍ​ດສ່ວນລວມ, ຕັ້ງ​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາດ-ຂອງປະ​ເທດ ຢູ່​ເໝືອ​ແລະ​ກ່ອນ​ອື່ນ​ໝົດ. ສິ່ງ​ທີ່​ມີ​ຄວາມ​ໝາຍ​ດ້ານວິທີ​ວິທະຍາ​ຢູ່​ນີ້​ແມ່ນ, ໃນຂະນະຕໍ່ສູ້ຕ້ານລັດທິອັດ​ຕະບຸກຄົນນັ້ນ ຕ້ອງ​ເຄົາລົບຜົນປະໂຫຍດສ່ວນຕົວທີ່ຊອບທຳ​ແລະຖືກຕ້ອງຕາມກົດໝາຍຂອງ​ຜູ້​ຄົນ, ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ເຄື່ອນ​ໄຫວໄປໃນທິດທາງດຽວກັນກັບຜົນປະໂຫຍດຂອງຊາດ-ປະເທດຊາດ, ອີງໃສ່ບົດບາດນໍາພາຂອງຄຸນສົມບັດສິນທໍາປະຕິວັດ.

ສະຫາຍ ຫວໍ ວັນເຖືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ບັນດາຜູ້ແທນ ຢ້ຽມຊົມງານວາງສະແດງປຶ້ມແລະພາບ: “ຍົກສູງຄຸນສົມບັດປະຕິວັດ, ຂະຈັດລັດທິອັດຕະບຸກຄົນ ຕາມແນວຄິດ ຄຸນສົມບັດສິນທຳ ແລະ ແບບແຜນ ຂອງໂຮ່ຈີມິນ” ທີ່ຈັດຂຶ້ນໂດຍການປະສານງານລະຫວ່າງຄະນະພັກກຸ່ມອົງການສູນກາງ, ຄະນະພັກກຸ່ມວິສາຫະກິດສູນກາງ, ວາລະສານກອມມູນິດ ແລະ ໜັງສືພິມປະຊາຊົນ _ພາບ: TTXVN

ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ຕໍ່ສູ້​ຕ້ານ​ລັດ​ທິ​ອັດ​ຕະບຸກຄົນ​
ໃນ​ການ​ກໍ່ສ້າງ​ແລະປັບປຸງ​ພັກ ​ແລະ ລະບົບ​ການ​ເມືອງ​ໃນ​ປະຈຸ​ບັນ

​ໃນ 92 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກໍ່​ຕັ້ງ ປັບປຸງ ​ແລະ ຍົກ​ສູງ​ບົດບາດນຳ​ພາ ຄວາມເຂັ້ມແຂງ ແລະ ກຽດສັກສີຂອງ​ຕົນ​ ຢ່າງ​ຕໍ່​ເນື່ອງ ດ້ວຍ​ຄວາມ​ກ້າຫານ ນາ​ມະ​ຈິດ ສະຕິປັນຍາ ​ແລະ ທິດສະດີທີ່ນຳໜ້າ; ດ້ວຍ​ແນວທາງ​ທີ່​ຖືກຕ້ອງ; ດ້ວຍ​ການ​ເປັນ​ແບບຢ່າງ ​ແລະ​ ການອຸທິດ​ຕົນຂອງ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ; ດ້ວຍ​ອົງການ​ຈັດ​ຕັ້ງ​ທີ່​ສາມັກຄີ ​ເປັນ​ເອກະ​ພາບຢ່າງ​ແໜ້ນ​ແຟ້ນ ໝັ້ນຄົງ; ດ້ວຍ​ສາຍ​ພົວພັນ​​ແບບອິນ​ຊີກັບ​ປະຊາຊົນ, ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ຄວາມຮັກ​ແພງ ສະໜັບສະໜູນ ​ແລະ ການປົກ​ປ້ອງຂອງ​ປະຊາຊົນ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ປະຊາຊົນຫວຽດ​ນາມ​ຍາດ​ໄດ້​ໄຊ​ຊະ​ນະທີ່​ຍິ່ງ​ໃຫຍ່ຫຼາຍ​ຄັ້ງຢ່າງ​ຕໍ່​ເນື່ອງ, ສ້າງບັນດາຜົນງານອັນມະຫັດສະຈັນ​ໃນ​ສັດ​ຕະ​ວັດ​ທີ 20. ​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ນຳພາ​ປະ​ເທດ​ຊາດ​ຜ່ານ​ຜ່າ​​ຄວາມ​ຫຍຸ້ງຍາກ​ ແລະສິ່ງ​ທ້າ​ທາຍທຸກຢ່າງ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ.

ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດການປະຕິວັດ​ໃນ​ໄລຍະ​ໃໝ່, ມູນ​ເຊື້ອ​ແລະ​ທາດ​ແທ້​ອັນ​ດີງາມຂອງ​ພັກ​ ຕ້ອງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຕື່ມ​ອີກ ​ແລະ ຕ້ອງ​ເອົາ​ໃຈ​ໃສ່​ກໍ່ສ້າງ​ພັກໃຫ້ມີຄວາມໝັ້ນຄົງທາງດ້ານການເມືອງ ​ແນວ​ຄິດ; ​ມີ​ຄວາມ​ເປັນ​ເອກະ​ພາບ​ສູງ​ທາງ​ດ້ານ​ເຈດຈຳນົງ​ແລະ​ການ​ກະທຳ; ບໍລິສຸດໃນຄຸນນະທໍາ​ແລະວິຖີຊີວິດ; ມີ​ການຈັດ​ຕັ້ງທີ່​ແໜ້ນ​ແຟ້ນ; ​ໃກ້ຊິດ​ສະໜິດສະໜົມ​ກັບ​ປະຊາຊົນ, ມີ​ຄວາມ​ສາມາດ​ພຽງພໍ​ເພື່ອ​ນຳພາ​ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທຸກ​ປະການ​ ແລະ​ນັບ​ມື້​ນັບ​ພັດທະນາ. ຕ້ອງ​ຮັບ​ຮູ້​ແຈ້ງ ​ແລະ ຕໍ່ສູ້​ຢ່າງ​ເດັດດ່ຽວ ​ກັບ​ບັນດາ​ປະກົດ​ການ​ຂອງ​ການຈາງຫາຍ​ອຸດົມ​ການ​ປະຕິວັດ, ການ​ບໍ່​ຢຶດໝັ້ນ​​ໃນ​ເສັ້ນທາງ​ສັງຄົມ​ນິຍົມ, ຄວາມ​ຄຸມ​ເຄືອ ລັ່ງ​ເລ​ໃຈ ຂາດ​ຄວາມ​ໝັ້ນ​ໃຈ; ເວົ້າຂັດ ​ເຮັດຂັດກັບແນວທາງ ແຜນນະ​ໂຍບາຍຂອງພັກ; ເຈດຈຳນົງ​ຕໍ່​ສູ້ຖືກ​ຕົກ​ຕ່ຳ, ​ເມື່ອ​ເຫັນ​ຖືກຕ້ອງບໍ່ກ້າປ້ອງກັນ, ເມື່ອເຫັນຜິດບໍ່​ກ້າ​ຕໍ່ສູ້; ແມ້ແຕ່ຍັງເວົ້າສອຍລອຍ​ຕາມ​ການ​ຮັບ​ຮູ້​ ແລະທັດສະນະທີ່ຜິດພາດ; ບໍ່​ມີ​ຈິດສຳ​ນຶກ​ສຸດອົກ​ສຸດ​ໃຈ​ຕໍ່​ປະ​ເທດ ເພື່ອ​ປະ​ຊາ​ຊົນອີກ​ຕໍ່​ໄປ, ບໍ່ສຳ​ເລັດ​ໜ້າທີ່ແລະຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ; ບໍ່​ປະຕິບັດ​ຕາມ​ຫຼັກການ​ກໍ່ສ້າງ​ພັກ ​ແລະ ການ​ຈັດ​ຕັ້ງດຳ​ເນີນ​ຊີວິດ​ພັກ.

ສະ​ຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຝູຈ້ອງ ​ໄດ້​ເນັ້ນ​ໜັກ​ວ່າ: “ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານສິນ​ທຳ ​ແລະ ວິຖີຊີວິດສະ​ແດງ​ອອກ​ໃນ: ຊີວິດເຫັນ​ແກ່​ຕົວ, ສວຍ​ໂອກາດ, ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ມັກ​ໃຫຍ່​ໄຝ່ສູງ, ຄວາມ​ໂລບ​ໃນອຳນາດ, ສໍ້​ລາດ​ບັງ​ຫຼວງ; ພາກສ່ວນ​ພັກ​ພວກ, ຂາດຄວາມສາມັດຄີ; ອາດຍາ​ສິດ, ຫ່າງ​ເຫີ​ນປະຊາຊົນ, ບໍ່​ສົນ​ໃຈ​ຕໍ່​ຄວາມ​ຫຍຸ້ງຍາກ ຄວາມ​ຮ້ອນ​ເຄືອງ​ຂອງ​ປະຊາຊົນ. ຈາກຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​​ແນວ​ຄິດ​ການ​ເມືອງ, ສິນ​ທຳ ​ແລະ ວິຖີ​ຊີວິດ ໄປສູ່​ “ການ​ຫັນປ່ຽນ​ຕົນ​ເອງ”, “ການ​ປ່ຽນ​ແປງ​ຕົນ​ເອງ” ​ເປັນ​ພຽງ​ກ້າວ​ສັ້ນໆ ເຖິງແມ່ນສັ້ນທີ່​ສຸດ, ມີ​ອັນຕະລາຍ​ທີ່​ຄາດບໍ່​ເຖິງ, ອາດ​ຈະ​ນຳ​ໄປ​ສູ່​ການ​ຊ່ວຍ​ເຫຼືອ ຫຼື ສົມຮູ້​ຮ່ວມ​ຄິດ​ ກັບ​ບັນດາ​ອິດ​ທິກຳລັງ​ຊົ່ວ​ຮ້າຍ, ສັດຕູ, ສວຍ​ໂອກາດ, ທໍລະຍົດຕໍ່​ອຸດົມ​ການ​ ແລະພາລະກິດການ​ປະຕິວັດ​ ຂອງ​ພັກແລະ​ຊາດ…”, ແລະ ໜຶ່ງ​ໃນ​ສາເຫດຕົ້ນຕໍຂອງການ​ເສື່ອ​ມ​ໂຊມ​ນັ້ນແມ່ນ “​ເລີ່ມຈາກ​ລັດທິ​ອັດ​ຕະບຸກຄົນ, ຈາກ​ການ​ຂາດ​ການ​ຝຶກ​ຝົນ​ຫຼໍ່​ຫຼອມຕົນ​ເອງ ​ຂອງ​ພະນັກງານ​ແລະສະມາຊິກ​ພັກ; ຫຼັກ​ໝັ້ນ​ແນວ​ຄິດ​ຂອງ​ພະນັກງງານ​ແລະ​ສະມາຊິກ​ພັກ​ບໍ່​ໝັ້ນຄົງ; ຕົກ​ໃສ່​ລັດທິ​ອັດ​ຕະບຸກຄົນ, ລືມ​ພາລະ​ໜ້າ​ທີ່​ແລະພັນທະ​ຕໍ່​ພັກ​ແລະປະຊາຊົນ”(18).

​​ເພື່ອປະຕິບັດ​ເນື້ອ​ໃນ “ຍົກສູງ​ຄຸນສົມບັດ​ປະຕິວັດ, ຂະ​ຈັດ​ລັດທິ​ອັດ​ຕະບຸກຄົນ” ຕາມ​ແນວ​ຄິດ ຄຸນສົມບັດ​ສິນ​ທຳ ​ແລະ ​ແບບ​ແຜນຂອງ​ໂຮ່ຈີ​ມິນ ​ໃຫ້​ໄດ້​ຮັບ​ຜົນ​ດີ ແມ່ນຕ້ອງ​ເອົາໃຈໃສ່​ບັນດາ​ຈຸດ​ທີ່ສຳຄັນ​ດັ່ງ​ນີ້:

ທີ​ໜຶ່ງ, ຕ້ອງ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ ​ເລິກ​ເຊິ່ງ​ກ່ຽວ​ກັບບົດ​ບາດ ທີ່​ຕັ້ງ​ທີ່ສຳຄັນ ຂອງ​ວຽກ​ງານກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ; ກ່ຽວ​ກັບ​ຄວາມຈຳ​ເປັນ​ຕ້ອງຍົກສູງ​ຄຸນສົມບັດ​ປະຕິວັດ, ຂະ​ຈັດ​ລັດທິ​ອັດ​ຕະບຸກຄົນ. ນີ້​ແມ່ນ​ສອງ​ດ້ານ​ຂອງ​ການສ້າງ​ຄຸນສົມບັດ​ປະຕິວັດ, ມັນ​ມີ​ຄວາມ​ພົວພັນ​ສັດຈະ​ວິພາກ​ແລະ​ແໜ້ນ​ແຟ້ນ​ເຊິ່ງກັນ​ແລະ​ກັນ: ຢາກຂະ​ຈັດ​ລັດທິ​ອັດ​ຕະບຸກຄົນຕ້ອງ​ຍົກ​ສູງຄຸນສົມບັດ​ປະຕິວັດ ​ແລະ ​ເມື່ອ​ມີຄຸນສົມບັດ​ປະຕິວັດຈຶ່ງຈະ​ກີດ​ກັ້ນ ຍູ້​ຖອຍ ​ແລະ ລົບ​ລ້າງລັດທິອັດ​ຕະບຸກຄົນ​ໄດ້. ຕ້ອງ​ເຫັນ​ແຈ້ງ​ຜົນ​ຮ້າຍ​ທີ່​ບໍ່​ສາມາດ​ຄິດ​ໄລ່​ໄດ້ຂອງ​ລັດທິ​ອັດ​ຕະບຸກຄົນ, ​ໂດຍ​ສະ​ເພາະ​ແມ່ນ ສຳລັບ​ບັນດາ​ອົງການ​ສູນ​ກາງ ທີ່ມີ​ບົດບາດສຳຄັນ ​ໃນ​ການ​ໃຫ້ຄຳ​ແນະນຳຍຸດ​ທະ​ສາດ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ.

ຖ້າ​ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ​ໃນ​ອົງການ​ສູນ​ກາງທີ່​ມີ​ຄວາມ​ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ສ່ວນ​ຕົວ ​​ໃຫ້ຄຳປຶກສາ​ໃນ​ການ​ສ້າງ​ນະ​ໂຍບາຍ​ແລ້​ວ ນະ​ໂຍ​ບາຍ​ເຫຼົ່າ​ນັ້ນ​ກໍຈະ​ເປັນທໍາ​ແລະບໍ່​ລໍາ​ອຽງ; ຖ້າພະນັກງານ​ສະມາຊິກ​ນັ້ນຖືກຄອບງຳ​ໂດຍ​ລັດທິ​ອັດ​ຕະບຸກຄົນ, “ຜົນ​ປະ​ໂຫຍ​ດກຸ່ມ”, “ສໍ້​ລາດ​ບັງ​ຫຼວງນະ​ໂຍບາຍ” ​ແລ້​ວ ກໍ​ຈະ​ນຳສະ​ເໜີນະ​ໂຍບາຍ​ທີ່​ບິດ​ບ້ຽວ, ຜິດ​ຮູບ ​ແລະ​ກະທັ້ງຂັບ​ເຄື່ອນ​ນະ​ໂຍບາຍ, ກໍ່​ໄຫ້​ເກີດ​ຜົນ​ສະທ້ອນ​ທີ່​ບໍ່​ຄາດ​ຄິດ​ຕໍ່​ປະ​ເທດ. ພ້ອມ​ກັນ​ນັ້ນ, ສຸມ​ໃສ່​ການຫັນ​ມາດ​ຕະ​ຖານ​ຄຸນສົມບັດ​ປະ​ຕິ​ວັດ​​ເປັນ​ຮູບ​ປະ​ທຳ ​ເປັນກົດ​ລະບຽບ​ການປະພຶດ ຈັນ​ຍາ​ບັນ​ຂອງສຳນັກງານ, ຈັນຍາບັນວິຊາ​ຊີບ​ທີ່ເໝາະສົມກັບລັກສະນະຂອງແຕ່ລະອົງການແລະໜ່ວຍງານ, ອັນ​ມີຄຸນຄ່າ​ໃນ​ການ​ແນະນຳການປະຕິບັດສິນ​ທຳໃນການເຮັດວຽກ ແລະ ​ໃນຊີວິດປະຈຳວັນ.

ທີ່​ສອງ, ຕ້ອງ​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ ແລະ ປັບປຸງການຊັກຊວນ ຂອງ​ວຽກ​ງານ​ການ​ອົບຮົມສຶກສາທາງດ້ານການເມືອງ ​ແນວ​ຄິດ, ​ໂດຍ​ສະ​ເພາະ​​ແມ່ນ​ ທາດ​ແທ້ ​ເປົ້າ​ໝາຍ ພາລະກຳ ແລະ ຫຼັກການຈັດຕັ້ງເຄື່ອນໄຫວຂອງພັກ ​ແລະ ໜ້າ​ທີ່​ຂອງ​ສະມາຊິກ​ພັກ, ປະກອບສ່ວນພັດທະນາຄວາມ​ກ້າຫານ ຫຼັກ​ໝັ້ນ ​ຄວາມ​ຕັ້ງ​ຕໍ່​ໃນ​ເປົ້າ​ໝາຍ​ແລະອຸດົມ​ການ​ຂອງ​ພັກ, ສ້າງ​ຄວາມ​ຕ້ານ​ທານ​ຕໍ່​ທຸກ​ຄວາມ​ສ່ຽງ, ໂດຍ​ສະ​ເພາະ​ແມ່ນ​ ການ​ເສື່ອມ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດສິນ​ທຳ ແລະ ວິ​ຖີ​ຊີ​ວິດ. 

​ໃນ​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳນັ້ນ ຕ້ອງ​ປະຕິບັດທັງ​ສອງ​ເນື້ອ​ໃນ “ການ​ສ້າງ” ​ແລະ “ການ​ຕ້ານ”, ​ໃນ​ນັ້ນ “ການ​ສ້າງ” ​ແມ່ນ​ເປັນ​ພື້ນຖານ ຍາວ​ນານ ​ແລະ​ສອດ​ຮ້ອຍ​ຕະຫຼອດ, “ການ​ຕ້ານ” ​ແມ່ນ​ມີ​ຄວາມສຳຄັນ ຮີບ​ດ່ວນ, ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ມາດ​ຕະການ​ສັງ​ລວມ ​ແຂງ​ແຮງ, ກະທົບ​ໃສ່​ຫຼາຍ​ຂອດ ຫຼາຍ​ດ້ານ ຫຼາຍ​ເນື້ອ​ໃນ, ແນ​ໃສ່​ສ້າງ​ພື້ນຖານທາງ​ສິນທຳ​ທີ່​ໝັ້ນຄົງ​ແລະຍືນ​ຍົງ ​ແລະ ຕໍ່ສູ້​ເພື່ອ​ປ້ອງ​ກັນ, ຈັດການ​ຢ່າງ​ເຄັ່ງ​ຄັດ​ ແລະ ຍູ້​ຖອຍການ​ເສື່ອມ​ໂຊມ​ທາງດ້ານ​​ແນວ​ຄິດ ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີຊີວິດ, “ການ​ປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງ”.

ທີ​ສາມ, ສືບຕໍ່​ການ​ປ່ຽນ​ແປງ​ໃໝ່ ​ແລະ​ ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ດຳ​ເນີນ​ຊີວິດ​ຄະນະ​ພັກ, ການ​ດຳ​ເນີນ​ຊີວິດໜ່ວຍ​ພັກ, ຕິດ​ພັນ​ກັບ​ການ​ຍູ້​ແຮງ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ, ການກວດກາຕົນເອງ ແລະແກ້ໄຂດ້ວຍຕົນເອງ ຂອງພະນັກງານ ແລະ ສະມາຊິກ​ພັກ​ແຕ່ລະຄົນ. ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ຫາ​ກໍ່​ສິ້ນ​ສຸດ​ລົງ, ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ກໍ່ສ້າງ​ອົງການ​ຈັດ​ຕັ້ງ​ພັກ​ຮາກ​ຖານ ​ແລະ ສະມາຊິກ, ​ໃນ​ນັ້ນ​ ໄດ້​ກຳນົດ​ວ່າ ການ​ຍູ້​ແຮງ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ ຕິດພັນ​ກັບການ​ປ່ຽນ​ແປງ​ໃໝ່ການ​ດຳ​ເນີນ​ຊີວິດ​ຄະນະ​ພັກ​ ແລະການ​ດຳ​ເນີນ​ຊີວິດໜ່ວຍ​ພັກ ແມ່ນ​ວິ​ທີ​ແກ້​ໄຂ​ທີ່​ສຳຄັນ. ຈຳ​ເປັນ​ຕ້ອງ​ຮັບ​ຮູ້​ຢ່າງ​ເລິດ​ເຊິ່ງວ່າ ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ ຕ້ອງຄືກັບ “ການ​ລ້າງ​ໜ້າທຸກວັນ”, ເປັນວິທີທີ່ຊ່ວຍໃຫ້ສະມາຊິກພັກແຕ່ລະຄົນຄວບ​ຄຸມ​ຕົນ​ເອງ​ດ້ວຍ​ຄວາມຮັບຜິດຊອບທາງດ້ານສິນທໍາ.

ການກະທຳດີ ຫຼື ບໍ່ດີທັງໝົດຂອງພະນັກງານ ແລະ ສະມາຊິກພັກ ໃນວຽກງານ ແລະການດຳ​ເນີນ​ຊີວິດ ຖ້າຮັບຮູ້​ໄດ້​ຜ່ານການຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມຢ່າງມີການຈັດຕັ້ງ, ມີ​ການປະກອບຄຳຄິດເຫັນຢ່າງຈິງໃຈ ບົນ​ຈິດ​ໃຈສະຫາຍ ກໍ່ຈະມີຄຸນ​ປະ​ໂຫຍ​ດທາງ​ບວກຄື​ກັບ “ເຂື່ອນປ້ອງກັນນໍ້າຖ້ວມ”, ​ເພື່ອປ້ອງກັນຄວາມຜິດພາດ, ບໍ່ໃຫ້ຂໍ້ບົກພ່ອງນ້ອຍໆ ສະ​ສົມ​ເປັນຂໍ້ບົກພ່ອງໃຫຍ່.

ການ​ດຳ​ເນີນ​ຊີວິດ​ຄະນະ​ພັກ​ແລະໜ່ວຍ​ພັກ​ເປັນ​ໄລຍະ ຕ້ອງມີເນື້ອໃນກ່ຽວ​ກັບ​ການຕິ​ຊົມຕົນເອງ, ​ການຕິ​ຊົມ ​ແລະ ການທົບ​ທວນ, ບໍ່​ຈໍາ​ເປັນ​ຕ້ອງ​ລໍ​ຖ້າ​ຈົນກວ່າ​ຂັ້ນ​ເທິງຮຽກຮ້ອງ ແນະ​ນໍາ​. ສິ່ງທີ່ສໍາຄັນແມ່ນ ການເຮັດໃຫ້ການຕິ​ຊົມຕົນເອງແລະຕິ​ຊົມ ກາຍເປັນປົກກະຕິ ​ເປັນນິໄສ, ​ແຕ່ລະຄົນ​ຮູ້ສຶກ​ວ່າ ນີ້​ແມ່ນ​ວິທີ​ທີ່​ດີ​ທີ່​ສຸດ​ໃນ​ “ການກວດກາ​ຕົນ​ເອງ, ການ​ແກ້​ໄຂດ້ວຍຕົນເອງ”, ຊ່ວຍ​ໃຫ້​ແຕ່ລະຄົນ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄວບ​ຄຸ​ມຕົນ​ເອງ, ປັບປຸງບຸກຄະລິກກະພາບຢ່າງຕໍ່ເນື່ອງ, ຝຶກອົບຮົມຈິດສຳນຶກ​ໃນ​ການຈັດ​ຕັ້ງ​ລະບຽບ​ວິ​ໄນ, ສ້າງ​ນິໄສ​ໃນ​ການ​ປະຕິບັດ​ພັນທະ​ສະມາຊິກ​ພັກ​ໂດຍ​ສະໝັກ​ໃຈ.

ທີ​ສີ່, ສົ່ງ​ເສີມການ​ປະຕິບັດ​ລະບຽບ​ວິ​ໄນ​ຂອງ​ພັກ; ຍູ້​ແຮງ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ. ການເພີ່ມ​ທະວີ​ຄຸນສົມບັດ​​ປະຕິວັດ ​ແລະ ການຕ້ານ​ລັດທິ​ອັດຕະບຸກຄົນ​ ຈະ​ໄດ້ຜົນກໍ​ຕໍ່​ເມື່ອ ກຳນົດບັນດາ​ມາດ​ຕະການສັງ​ລວມ​ແລະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ເທົ່າ​ນັ້ນ, ​ໂດຍ​ອີງ​ຕາມ​ສະຖານະ​ການ ​ແຕ່​ລະ​ມາດ​ຕະການ​ສາມາດ​ຈັດລຳດັບ​ກ່ອນ​-ຫຼັງ, ສູງ-ຕ່ຳ​ ຮ່ວມກັນ​ໄດ້.

ຕໍ່ໜ້າສະພາບການເສື່ອມ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ແລະ ​ວິຖີ​ຊີວິດ​ ທີ່​ສັບສົນນັ້ນ ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ລະບຽບ​ວິ​ໄນ ​ເພື່ອຄັດ​ກອງບັນດາ​ພະນັກງານ​ສະມາຊິກ​ພັກ​ທີ່​ເສື່ອ​ມ​ໂຊມ​ປ່ຽນ​ທາດ; ຈັດການ​ກັບ​ການລະ​ເມີດ​ຢ່າງ​ເຄັ່ງ​ຄັດ ​ເພື່ອສັ່ງສອນ ກ່າວ​​ເຕືອນ ປຸກ​ສະຕິ, ມີ​ຄຸນ​ປະ​ໂຫຍ​ດສະໜັບສະໜູນ​ວຽກ​ງານການອົບຮົມ​ສຶກສາຄຸນສົມບັດ​ປະຕິວັດ, ຊຸກຍູ້​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ.

ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ແຕ່ລະ​ແຫ່ງ, ​ໂດຍ​ສະ​ເພາະ​ຜູ້​ເປັນ​ຫົວໜ້າ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກວດກາ ​ແລະ​ຕິດຕາມ​ກວດກາ​, ​ເປັນ​ຕົ້ນ​ແມ່ນ ​ການ​ກວດກາ ຕິດຕາມ​ກວດກາ​ດ້ວຍ​ຕົນ​ເອງ ​ໂດ​ຍຕິດພັນກັບການປັບປຸງ​ຄວາມ​ຮັບຜິດຊອບ​ຂອງ​ຄະນະກວດກາ​ທຸກຂັ້ນ. ຕ້ອງ​ຜ່ານ​ຜ່າ​ສະພາບ​ການ​ທີ່​ບັນດາ​ຫົວໜ້າ​ອົງການ ໜ່ວຍງານ ​ຖື​ເອົາ​ແຕ່​ວຽກ​ງານ​ວິຊາ​ສະ​ເພາະ, “ມອບ​ເໝົາ” ວຽກ​ງານ​ພັກ​ທັງ​ໝົດ​ໃຫ້​ພະນັກງານ​ບາງ​ຄົນ, ​ໃຫ້​ຜູ້ຮອງ, ບໍ່ເຂົ້າໃຈຫຼັກການ ຂໍ້ກຳນົດ ກົດລະບຽບ, ເມື່ອເຮັດຜິດພາດຫຼືສະດຸດ ມັນ​ກໍ​ສາຍ​ເກີນໄປແລ້ວ.

ທີ​ຫ້າ, ການຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ກັນຮ່ຳຮຽນ​ແລະ​ເຮັດ​ຕາມ​ລຸງ​ໂຮ່ຕ້ອງ​ໄດ້​ເຮັດ​ແທ້​ແລະ​ມີ​ປະສິດທິ​ຜົນ, ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ສ້າງຕົວ​ແບບ​ແລະ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ວຽກ​ງານ​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ.

ບັນດາ​ອົງການ​ສື່ມວນ​ຊົນ​ຕ້ອງ​ເພີ່ມ​ທະວີ​ການ​ສ່ອງ​​ແສງ, ​ແນະນຳ​ແບບຢ່າງ​ວຽກ​ດີ ຄົນ​ເດັ່ນ​ໃນ​ໝູ່​ສະມາຊິກ​ພັກ​ແລະ​ມະຫາຊົນ, “​ເອົາ​ຄວາມ​ງາມ​ຂະຈັດ​ຄວາມ​ຊົ່ວ”, ສ້າງ​ອິດ​ທິພົນ​ໃນ​ວົງ​ກວ້າງ​ໃນ​ຊຸມ​ຊົນ, ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ໃນ​ສັງຄົມ.

ວຽກ​ງານ​ຍ້ອງຍໍ​ໃຫ້​ລາງວັນກໍຕ້ອງ​ເລືອກ​ເອົາ​ຄົນ​ທີ່​ສົມຄວນ​ໄດ້​ຮັບ​ ແລະ ​ໃຫ້​ກຽດ​​ມອບລາງ​ວັນ​ໃຫ້ພວກ​ເຂົາຢ່າງ​ທັນ​ການ. ຄົ້ນຄວ້າພັດທະນາ​ລະບອບການ​ສົ່ງ​ເສີມ​ຄຸນນະທຳ ແລະສົ່ງ​ເສີມ​ຄວາມ​ຊື່ສັດ​ສຸດຈະລິດ ​ໂດຍ​ຕິດ​ພັນ​ກັບ​ການ​ປະຕິ​ຮູບ​ເງິນ​ເດືອນ​ ແລະລາຍ​ໄດ້, ຕໍ່ສູ້​ປ້ອງ​ກັນ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານຄວາມ​ຫຍໍ້​ທໍ້​ ໃນ​ປະຈຸ​ບັນ.

ການ​ຍົກ​ສູງ​ຄຸນສົມບັດ​ປະຕິວັດ ​ແລະການ​ຕໍ່ສູ້ຕ້ານ​ລັດ​ທິ​ອັດ​ຕະບຸກຄົນ​ແມ່ນ​ເນື້ອ​ໃນ​ທີ່​ໃຫຍ່ ສຳຄັນ ​ແລະ ​ແທດ​ຈິງ, ຕ້ອງ​​ເຮັດ​ເປັນ​ປົກ​ກະ​ຕິ​ ​ໄລ​ຍະ​ຍາວ ແລະ ​ຕໍ່​ເນື່ອງ​.

ຕໍ່ໜ້າ​ສະພາບ​ການ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ​ຂອງພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ​ໃນ​ປະຈຸ​ບັນນັ້ນ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ວຽກ​ງານກໍ່ສ້າງ ປັບປຸງ​ພັກ ​ແລະ ລະບົບ​ການ​ເມືອງ ທາງດ້ານຄຸນສົມບັດ​ສິນ​ທຳ​ ແລະ ​ດ້ານ​ການ​ຕໍ່ສູ້​ຕ້ານ​ລັດທິ​ອັດ​ຕະບຸກຄົນ ຍິ່ງຕ້ອງ​ໄດ້​ຮັບ​ການ​ກຳນົດ​ເປັນ​ວຽກ​ງານ​ອັນ​ຮີບ​ດ່ວນ ​ເໝາະ​ສົມ​ກັບ​ທີ່​ຕັ້ງ ແລະຄວາມສໍາຄັນຂອງມັນ.

ບັນດາຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກ​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ ຕ້ອງ​ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແນ​ວຄິດ​ຂອງປະທານ​ໂຮ່ຈີ​ມິນກ່ຽວ​ກັບ​ຄຸນສົມບັດ​ປະຕິວັດ, ມີ​ຄວາມ​ຕັດສິນ​ໃຈ​ກວ່າ​ອີກ ​ໃນ​ການຕໍ່ສູ້​ກັບ​ລັດທິ​ອັດ​ຕະບຸກຄົນ, ອອກ​ແຮງ​ກໍ່ສ້າງ​ພັກ​ໃຫ້​ສົມ​ກັບ “​ເປັນ​ຄຸນທຳ”, “​ເປັນ​ອາລະຍະ​ທຳ”, ​ເພື່ອ​ໃຫ້​ພັກ​ມີກຳລັງພຽງ​ພໍ​ໃນ​ການ​ນຳພາ​​ປະ​ເທດ​​ໄປ​ສູ່​ການພັດທະນາທີ່​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ມີ​ຄວາມສຸກ ​ຕາມຄວາມ​ປາ​ຖະໜາ​ຂອງ​ປະທານ​ໂຮ່ຈີ​ມິນ./.

--------------------------------

(1) (4) (8) (15) ​ໂຮ່ຈີ​ມິນ: ນິພົນ​ຄົບຊຸດ. ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 5, ໜ້າ 293, 292, 291, 295.

(2) (3) (7) (10) (16) ໂຮ່ຈີ​ມິນ: ນິພົນ​ຄົບຊຸດ. ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 15, ໜ້າ 546, 546, 546, 546, 672.

(5) (6) (9) (13) (14) ໂຮ່ຈີ​ມິນ: ນິພົນ​ຄົບຊຸດ. ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 6, ໜ້າ 16, 16, 16, 127, 131.

(11) ໂຮ່ຈີ​ມິນ: ນິພົນ​ຄົບຊຸດ. ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 259.

(12) ໂຮ່ຈີ​ມິນ: ນິພົນ​ຄົບຊຸດ. ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 2, ໜ້າ 514.

(17) ໂຮ່ຈີ​ມິນ: ນິພົນ​ຄົບຊຸດ. ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 11, ໜ້າ 610.

(18) ​ເອກະສານ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ໜ້າ 136.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 991 (​ເດືອນມິຖຸນາ 2022)