ສືບຕໍ່ຊຸກຍູ້ການພັດທະນາກະສິກຳ ຊາວກະສິກອນ
ແລະຊົນນະບົດ ຢ່າງວ່ອງໄວແລະຍືນຍົງ, ປະກອບສ່ວນ
ປະຕິບັດເປົ້າໝາຍການພັດທະນາປະເທດ
ໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກໃນໄລຍະໃໝ່
ແລະຊົນນະບົດ ຢ່າງວ່ອງໄວແລະຍືນຍົງ, ປະກອບສ່ວນ
ປະຕິບັດເປົ້າໝາຍການພັດທະນາປະເທດ
ໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກໃນໄລຍະໃໝ່
ວກ. - ຫວຽດນາມມີຂໍ້ໄດ້ປຽບໃນການພັດທະນາກະສິກຳ. ພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ຍາມໃດກໍ່ເອົາໃສ່ເຖິງກະສິກຳ, ມີແຜນນະໂຍບານແລະນະໂຍບາຍຫຼາຍສະບັບ ເພື່ອຊຸກຍູ້ການພັດທະນາກະສິກຳ ແລະ ຊົນນະບົດ. ໃນເວລາທີ່ຜ່ານມາ, ກະສິກຳຫວຽດນາມມີການປ່ຽນແປງຢ່າງແຂງແຮງ, ບັນລຸອັດຕາການເຕີບໂຕສູງພໍສົມຄວນ. ເສດຖະກິດກະສິກຳກຳລັງພັດທະນາຕາມທິດທາງຍົກສູງຄຸນຄ່າເພີ່ມ, ການປະສານລວມຫຼາຍຄຸນຄ່າ, ການພັດທະນາອຸດສາຫະກຳ ແລະການບໍລິການໃນຊົນນະບົດ; ໂຄງສ້າງພື້ນຖານໃນຊົນນະບົດໄດ້ຮັບການເພີ່ມທະວີ; ຊີວິດທາງວັດຖຸແລະຈິດໃຈຂອງປະຊາຊົນໃນຊົນນະບົດນັບມື້ນັບດີຂຶ້ນ...
ບາງຜົນງານທີ່ໂດດເດັ່ນໃນການພັດທະນາກະສິກຳ, ຊົນນະບົດ,
ປັບປຸງ ແລະ ຍົກລະດັບວີຊີວິດການເປັນຢູ່ຂອງຊາວກະສິກອນ
ການກະສິກຳ ຂະຫຍາຍຕົວຢ່າງວ່ອງໄວແລະໝັ້ນທ່ຽງໃນໄລຍະເວລາອັນຍາວນານ, ມີການກະຈາຍຕົວ ແລະປັບໂຄງສ້າງໃໝ່ ໃນທິດທາງທີ່ຕັ້ງໜ້າແລະທັນສະໄໝ, ປ່ຽນແປງຢ່າງແຂງຂັນຕາມທິດທາງເສີມຂະຫຍາຍຂໍ້ໄດ້ປຽບ, ການຜະລິດສິນຄ້າໃນລະດັບທີ່ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ ແລະ ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ; ຄວາມປອດໄພດ້ານສະບຽງອາຫານໄດ້ຮັບຄວາມເອົາໃຈໃສ່ແລະຮັບປະກັນ. ສະມັດຕະພາບ ຄຸນນະພາບ ແລະ ຄຸນຄ່າເພີ່ມ ຂອງຜະລິດຕະພັນກະເສດຈຳນວນຫຼາຍໄດ້ຮັບການປັບປຸງຍົກສູງ, ມີຄວາມສາມາດແຂ່ງຂັນ ແລະ ຄ່ອຍໆຄອບຄອງຕະຫຼາດໃນປະເທດແລະໂລກ. ການສົ່ງອອກສິນຄ້າກະເສດ, ປ່າໄມ້ ແລະ ການປະມົງ ເພີ່ມຂຶ້ນຢ່າງໄວວາ, ສືບຕໍ່ມີບົດບາດສໍາຄັນ ໃນການສົ່ງເສີມການພັດທະນາກະສິກໍາເປັນສິນຄ້າ, ສ້າງແຫຼ່ງລາຍຮັບເງິນຕາຕ່າງປະເທດທີ່ສໍາຄັນ ແລະ ປະກອບສ່ວນຫຼຸດຜ່ອນການຂາດດຸນການຄ້າຂອງທົ່ວປະເທດ. ອັດຕາການເຕີບໂຕ ຈີດີພີ ຂອງຂະແໜງກະສິກຳທັງໝົດໃນໄລຍະ 2011-2020 ບັນລຸສະເລ່ຍ 2,93% ຕໍ່ປີ; ໃນນັ້ນ, ປີ 2021 ບັນລຸ 3,27% ແລະປີ 2022 ບັນລຸ 3,36%, ໃນ 6 ເດືອນຕົ້ນປີ 2023 ບັນລຸ 3,07%. ຍອດມູນຄ່າການສົ່ງອອກໃນໄລຍະປີ 2011-2020 ບັນລຸ 341,7 ຕື້ໂດລາສະຫະລັດ, ສະເລ່ຍບັນລຸ 34,17 ຕື້ໂດລາສະຫະລັດຕໍ່ປີ, ອັດຕາເຕີບໂຕ 5,38% ຕໍ່ປີ. ສະເພາະປີ 2022, ການສົ່ງອອກສິນຄ້າກະສິກຳບັນລຸຜົນສູງເປັນປະຫວັດການທີ່ 53,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,9% ເມື່ອທຽບກັບປີ 2021, ມີປະເພດສິນຄ້າ 12 ກຸ່ມບັນລຸມູນຄ່າການສົ່ງອອກຫຼາຍກວ່າ 1 ຕື້ໂດລາສະຫະລັດ. ໃນເວລາທີ່ເສດຖະກິດປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍອັນເນື່ອງມາຈາກຜົນກະທົບຂອງການແຜ່ລະບາດຂ້າມຊາຍແດນ (ເຊັ່ນ: ການແຜ່ລະບາດຂອງໂຄວິດ-19) ຫຼືຄວາມຂັດແຍ້ງທາງດ້ານພູມສາດ-ການເມືອງ ແລະການຂັດແຍ້ງທາງທະຫານລະຫວ່າງປະເທດ, ແຕ່ຂະແໜງກະສິກໍາຍັງສືບຕໍ່ຢືນຢັນບົດບາດຂອງຕົນໃນຖານະ “ເສົາຄ້ຳ” ຂອງລະບົບເສດຖະກິດ ໂດຍຜ່ານການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ, ສ້າງຊີວິດການເປັນຢູ່, ວຽກເຮັດງານທຳ ແລະ ລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນຊົນນະບົດ.
ການກໍ່ສ້າງຊົນນະບົດໃໝ່ ໄດ້ຕອບສະໜອງຄວາມປາດຖະໜາຂອງປະຊາຊົນຊົນນະບົດ, ກາຍເປັນຂະບວນການທີ່ແຂງແຮງ, ແຜ່ຂະຫຍາຍໃນທົ່ວປະເທດ, ເພີ່ມທະວີການເຂົ້າຮ່ວມຂອງປະຊາຄົມສັງຄົມ; ດຶງດູດການເຂົ້າຮ່ວມຂອງຊຸມຊົນສັງຄົມນັບມື້ນັບຫຼາຍ; ໝາກຜົນຂອງໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ຖືວ່າແມ່ນໃຫຍ່ຫຼວງ, ຮອບດ້ານ ແລະ ເປັນປະຫວັດສາດ, ໂດຍບັນລຸບາດກ້າວບຸກທະລຸທີ່ປ່ຽນແປງໂສມໜ້າຊົນນະບົດຂອງຫວຽດນາມ. ໂຄງສ້າງເສດຖະກິດຊົນນະບົດມີການປ່ຽນແປງຕາມທິດທາງທັນສະໄໝ, ການພັດທະນາອຸດສາຫະກຳແລະບໍລິການໃນຊົນນະບົດຢ່າງແຂງແຮງ. ລະບົບໂຄງສ້າງພື້ນຖານດ້ານກະສິກຳແລະຊົນນະບົດ ໄດ້ຮັບການລົງທຶນຍົກລະດັບ ແລະ ສ້າງຄວາມທັນສະໄໝເທື່ອລະກ້າວ, ເພື່ອຮັບໃຊ້ນັບມື້ນັບດີໃຫ້ແກ່ການຜະລິດ, ຊີວິດຂອງປະຊາຊົນ, ການປ້ອງກັນແລະຕໍ່ສູ້ກັບໄພທຳມະຊາດ ແລະ ການປັບຕົວຕໍ່ການປ່ຽນແປງສະພາບພູມອາກາດ. ເມື່ອສະສົມຮອດທ້າຍເດືອນສິງຫາ 2023, ທົ່ວປະເທດມີ 6.031 ຕາແສງໃນ 8.167 ຕາແສງທັງໝົດ (ກວມເອົາ 73,85%) ບັນລຸມາດຕະຖານຊົນນະບົດໃໝ່; ມີ 1.521 ຕາແສງບັນລຸມາດຕະຖານຊົນນະບົດໃໝ່ລະດັບສູງ; 225 ຕາແສງບັນລຸມາດຕະຖານຊົນນະບົດໃໝ່ແບບຢ່າງ; ຄິດສະເລ່ຍທົ່ວປະເທດບັນລຸ 16,9 ມາດຖານ/ຕາແສງ; ມີ 264 ຫົວໜ່ວຍຂັ້ນເມືອງໃນ 58 ແຂວງ, ນະຄອນ ໄດ້ປະຕິບັດສຳເລັດວຽກງານ/ບັນລຸມາດຕະຖານຊົນນະບົດໃໝ່ (ກວມ 41% ຂອງຈຳນວນເມືອງໃນທົ່ວປະເທດ). ທັງປະເທດມີ 20 ແຂວງ, ນະຄອນ ໂດຍ 100% ຂອງຕາແສງບັນລຸມາດຕະຖານຊົນນະບົດໃໝ່; ໄດ້ຮັບຮອງ 10.322 ຜະລິດຕະພັນ OCOP ທີ່ມີລະດັບ 3 ດາວ ຫຼືສູງກວ່າ ໂດຍມີອົງການທີ່ເຂົ້າຮ່ວມ 5.361 ແຫ່ງ.
ຊາວກະສິກອນ ເສີມຂະຫຍາຍບົດບາດຂອງຕົນໃນຖານະເຈົ້າຂອງຕາມຄຳຂວັນທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນກວດກາ”. ພັດທະນາບັນດາຮູບແບບການຜະລິດ, ຊ່ວຍເຫຼືອຜູ້ທຸກຍາກ, ສະໜັບສະໜູນທ້ອງຖິ່ນທີ່ທຸກຍາກ ເພື່ອສົ່ງເສີມການປ່ຽນແປງໂຄງສ້າງຂອງພືດ ແລະ ສັດລ້ຽງ; ຖ່າຍທອດວິທະຍາສາດເຕັກໂນໂລຊີ, ນຳໃຊ້ເຕັກໂນໂລຊີໃໝ່ ເຂົ້າໃນການຜະລິດ. ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ຊົນນະບົດໃນປີ 2022 ບັນລຸ 47,2 ລ້ານດົ່ງ, ເພີ່ມຂຶ້ນ 1,12 ເທົ່າເມື່ອທຽບກັບປີ 2020 ແລະ 5,13 ເທົ່າເມື່ອທຽບກັບປີ 2008. ຊ່ອງຫວ່າງລາຍໄດ້ລະຫວ່າງຕົວເມືອງ ແລະ ຊົນນະບົດ ຫຼຸດລົງຈາກ 2,1 ເທົ່າ (ໃນປີ 2008) ເຫຼືອໜ້ອຍກວ່າ 1,8 ເທົ່າ (ໃນປີ 2017). ອັດຕາຄອບຄົວທຸກຍາກຢູ່ເຂດຊົນນະບົດໄດ້ຫຼຸດລົງຢ່າງວ່ອງໄວ ໂດຍສະເລ່ຍ 1 - 1,5% ຕໍ່ປີ ເຊິ່ງບັນລຸເປົ້າໝາຍ 10 ປີກ່ອນທີ່ຈະປະຕິບັດເປົ້າໝາຍສະຫັດສະວັດ ກ່ຽວກັບການລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ. ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຊາວຊົນນະບົດໄດ້ຮັບການປັບປຸງໃຫ້ດີຂຶ້ນ; ສະຫວັດດີການສັງຄົມ ແລະ ຊີວິດຂອງຊາວກະສິກອນໄດ້ຮັບການປັບປຸງໃຫ້ດີຂຶ້ນ.
ເພື່ອບັນລຸຜົນສຳເລັດຂ້າງເທິງນີ້ ພັກແລະລັດໄດ້ເອົາໃຈໃສ່ຊີ້ນຳ ນຳພາຢ່າງໃກ້ຊິດເລິກເຊິ່ງ ແລະ ແຂງຂັນ; ການຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງລະບົບການເມືອງທັງໝົດ ໃນການເລືອກວິທີແກ້ບັນຫາທີ່ກ້າວໜ້າ ເຊັ່ນ: ການເປີດຕະຫຼາດ, ການໃຊ້ຂະບວນການຜະລິດທີ່ດີ ປອດໄພ ແລະ ມີຄຸນນະພາບ; ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຶງດູດການລົງທຶນຈາກສັງຄົມແລະວິສາຫະກິດ; ການກະຕູ້ນຄວາມໄວ້ວາງໃຈ ແລະສົ່ງເສີມຈິດໃຈແຫ່ງການປ່ຽນແປງໃໝ່ປະດິດສ້າງ ແລະ ການເລີ່ມທຸລະກິດທົ່ວສັງຄົມ; ເອົາໃຈໃສ່ເບິ່ງແຍງດູແລຊີວິດຂອງປະຊາຊົນຢ່າງສະໝ່ຳສະເໝີ ໂດຍຊາບຊຶມຈິດໃຈແຫ່ງ “ການພັດທະນາຢ່າງປົກຫຸ້ມ, ບໍ່ປະຜູ້ໃດຢູ່ຂ້າງຫຼັງ”,...
ເພື່ອປະກອບສ່ວນປະຕິບັດເປົ້າໝາຍການພັດທະນາປະເທດ
ໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ ໃນໄລຍະອັນໃກ້ນີ້
ຕໍ່ໜ້າສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງຍຸກໃໝ່, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງເປົ້າໝາຍຍູ້ແຮງກິດຈະກຳການປ່ຽນແປງໃໝ່ຢ່າງຮອບດ້ານ ແລະຄົບຊຸດ; ພັດທະນາເສດຖະກິດຢ່າງໄວແລະຍືນຍົງ, ສູ້ຊົນຮອດປີ 2030 ຫວຽດນາມ “ເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍໄດ້ປານກາງສູງ”(1), “ຍົກສູງຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ”(2), “ປຸກຕື່ນຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ”(3). ໃນນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XIII ກຳນົດໃຫ້ສືບຕໍ່ເອົາໃຈໃສ່ເຖິງການຫັນກະສິກຳ ຊົນນະບົດ ເປັນອຸດສາຫະກຳ ທັນສະໄໝ ແລະ ພັດທະນາຢ່າງໄວແລະຍືນຍົງ; ການພັດທະນາກະສິກຳ ແລະເສດຖະກິດຊົນນະບົດ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ ຕາມທິດທາງ “ການກະສິກໍານິເວດ, ຊົນນະບົດທີ່ທັນສະໄຫມ, ຊາວກະສິກອນທີ່ມີອາລະຍະທຳ”(4).
ເພື່ອຜັນຂະຫຍາຍເອກະສານກອງປະຊຸມໃຫຍ່ຄັ້ງທີ XIII, ສູນກາງພັກໄດ້ອອກມະຕິສະບັບເລກທີ 19-NQ/TW ເພື່ອກຳນົດເປົ້າໝາຍຕົ້ນຕໍແມ່ນ ສືບຕໍ່ພັດທະນາຢ່າງຍືນຍົງຕາມ 3 ເສົາຄ້ຳ “ເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມ”, ມຸ່ງສູ່ການປະຕິບັດເປົ້າໝາຍໂດຍລວມຄື: ການພັດທະນາກະສິກຳທີ່ທັນສະໄໝ, ມີປະສິດທິຜົນ ແລະ ຍືນຍົງ ຕາມທິດທາງກະສິກຳນິເວດ, ປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງທາງອາຫານຂອງຊາດ. ຊົນນະບົດທີ່ທັນສະໄໝ, ອຸດົມດ້ວຍເອກະລັກທາງວັດທະນະທຳຂອງຊາດ ມີສະພາບແວດລ້ອມຄວາມເປັນຢູ່ທີ່ດີ, ມີໂຄງສ້າງພື້ນຖານທາງເສດຖະກິດ-ສັງຄົມ ແລະ ບໍລິການໃກ້ກັບເຂດຕົວເມືອງ; ຄວາມໝັ້ນຄົງທາງການເມືອງ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ໄດ້ຮັບປະກັນ; ລະບົບການເມືອງໃນຊົນນະບົດມີຄວາມເຂັ້ມແຂງພາຍໃຕ້ການນຳພາຂອງພັກ, ເປັນຮາກຖານທີ່ໝັ້ນຄົງສຳລັບພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ.
ເປົ້າໝາຍສະເພາະຈົນເຖິງປີ 2030: 1- ຈີດີພີ ຂອງຂະແໜງກະສິກຳເຕີບໂຕ 3% ຕໍ່ປີ; ອັດຕາສະມັດຕະພາບແຮງງານກະສິກຳເພີ່ມຂຶ້ນ 5,5% - 6% ຕໍ່ປີ; 2- ຈຳນວນຕາແສງບັນລຸມາດຕະຖານຊົນນະບົດໃໝ່ຫຼາຍກວ່າ 90%, ໃນນັ້ນ 50% ຂອງຈຳນວນຕາແສງບັນລະມາດຕະຖານຊົນນະບົດໃໝ່ລະດັບສູງ; ຈຳນວນເມືອງບັນລຸມາດຕະຖານຊົນນະບົດໃໝ່ຫຼາຍກວ່າ 70%, ໃນນັ້ນ 35% ຂອງຈຳນວນເມືອງບັນລະມາດຕະຖານຊົນນະບົດໃໝ່ລະດັບສູງ; 3- ລາຍໄດ້ສະເລ່ຍຂອງຊາວຊົນນະບົດໃນປີ 2030 ຈະເພີ່ມຂຶ້ນ 2,5 ເທົ່າເມື່ອທຽບກັບປີ 2020; 4- ອັດຕາສ່ວນແຮງງານກະສິກຳຕໍ່ແຮງງານສັງຄົມທັງໝົດແມ່ນຕ່ຳກວ່າ 20%. ໃນແຕ່ລະປີ, ສະເລ່ຍແລ້ວ, ການຝຶກອົບຮົມຢູ່ມະຫາວິທະຍາໄລ, ລະດັບກາງ, ລະດັບປະຖົມສຶກສາ, ການຝຶກອົບຮົມຄືນໃໝ່, ການຝຶກອົບຮົມປ່ຽນອາຊີບ ແລະ ການສ້າງວິຊາຊີບອື່ນໆໃຫ້ຄົນງານໃນຊົນນະບົດປະມານ 1,8 ລ້ານຄົນ, ອັດຕາສ່ວນຄົນງານໃນຂະແໜງການກະສິກຳຜ່ານການຝຶກອົບຮົມບັນລຸກວ່າ 70%; 5- ອັດຕາການປົກຫຸ້ມຂອງປ່າໄມ້ມີສະຖຽນລະພາບທີ່ 42%, ຊ່ວຍເພີ່ມສະມັດຕະພາແລະຄຸນນະພາບຂອງປ່າໄມ້; ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນການຜະລິດ, ທຸລະກິດ, ການບໍລິໂພກຜະລິດຕະພັນກະສິກໍາ, ການປົກປັກຮັກສາສະພາບແວດລ້ອມທາງນິເວດ.
ເປົ້າໝາຍຕົ້ນຕໍເຖິງປີ 2025: 1- ຈີດີພີ ຂອງຂະແໜງກະສິກຳເຕີບໂຕ 2,5% - 3% ຕໍ່ປີ; 2- ຍອດມູນຄ່າການສົ່ງອອກສິນຄ້າກະສິກຳ ປ່າໄມ້ ແລະປະມົງ ບັນລຸ 48 - 50 ຕື້ໂດລາສະຫະລັດ; 3- ອັດຕາສ່ວນຕາແສງບັນລຸມາດຕະຖານຊົນນະບົດໃໝ່ປະມານ 80%; ມີ 50% ຂອງຫົວໜ່ວຍຂັ້ນເມືອງບັນລຸມາດຖານ/ສຳເລັດວຽກງານກໍ່ສ້າງຊົນນະບົດໃໝ່; ຢ່າງໜ້ອຍມີ 15 ແຂວງໄດ້ສຳເລັດວຽກງານກໍ່ສ້າງຊົນນະບົດໃໝ່; 4- ລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວຊົນນະບົດສູງກວ່າປີ 2020 1,5 ເທົ່າ; 5- ອັດຕາການປົກຫຸ້ມຂອງປ່າໄມ້ຮັກສາໄດ້ 42%.
ເພື່ອຜັນຂະຫຍາຍປະຕິບັດກົດໝາຍ, ມະຕິ, ຍຸດທະສາດ, ໂຄງການ, ແຜນງານ, ແຜນກຳນົດ, ແຜນການພັດທະນາກະສິກຳ ແລະຊົນນະບົດ ຢ່າງຄົບຊຸດແລະມີປະສິດທິພາບ ເຊິ່ງຈຸດສຸມແມ່ນມະຕິສະບັບເລກທີ 19-NQ/TW, ຍຸດທະສາດການພັດທະນາກະສິກຳ ແລະ ຊົນນະບົດຢ່າງຍືນຍົງ ໃນໄລຍະປີ 2021-2030, ວິໄສທັດເຖິງປີ 2050 ແລະ ແຜນການປັບໂຄງສ້າງຂະແໜງກະສິກກຳໃນໄລຍະປີ 2021-2025, ຂະແໜງການກະສິກຳຫວຽດນາມຕ້ອງການຜັນຂະຫຍາຍຫຼາຍໜ້າທີ່ ແລະວິທີແກ້ບັນຫາໄປພ້ອມໆກັນ, ໃນນັ້ນ ສຸມໃສ່ປະຕິບັດບັນດາກຸ່ມໜ້າທີ່ ແລະວິທີແກ້ບັນຫາຕົ້ນຕໍດັ່ງນີ້:
ທີໜຶ່ງ, ສືບຕໍ່ຊາບຊຶມ ແລະ ໂຄສະນາເຜີຍແຜ່ແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບ “ການປັບໂຄງສ້າງກະສິກຳ, ພັດທະນາຊົນນະບົດ ແລະ ເສດຖະກິດຊົນນະບົດ ໂດຍຕິດກັບການກໍ່ສ້າງຊົນນະບົດໃໝ່ຕາມທິດການກະສິກຳນິເວດ, ຊົນນະບົດທັນສະໄໝ ແລະ ຊາວກະສິກອນມີອາລະຍະທຳ” ໃນທົ່ວຂະແໜງການ ແລະ ເຖິງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນ; ປ່ຽນແປງຄວາມຮັບຮູ້ ແລະວິທີເຂົ້າເຖິງການຜະລິດກະສິກຳສິນຄ້າ ໃນເງື່ອນໄຂການເຊື່ອມໂຍງສາກົນແລະການປ່ຽນແປງສະພາບດິນຟ້າອາກາດ; ຫັນປ່ຽນຈາກແນວຄິດການຜະລິດກະສິກຳ ມາເປັນແນວຄິດເສດຖະກິດກະສິກຳ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍຂໍ້ໄດ້ປຽບຂອງກະສິກຳເຂດຮ້ອນ, ພັດທະນາກະສິກຳສິນຄ້າລວມສູນຂະໜາດໃຫຍ່ຕາມທິດທັນສະໄໝ.
ທີສອງ, ສືບຕໍ່ຍົກສູງບົດບາດ, ຖານະຕຳແໜ່ງ, ຄວາມສາມາດເປັນເຈົ້າຂອງຊາວກະສິກອນ ແລະ ຊາວຊົນນະບົດ; ສົ່ງເສີມບົດບາດເຈົ້າຂອງຂອງຊາວກະສິກອນຢ່າງເຂັ້ມແຂງ. ປັບປຸງຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຕາມທິດທາງຊາວກະສິກອນຮັ່ງມີ, ມີວັດທະນະທຳ ແລະ ຮັບປະກັນສະພາບແວດລ້ອມທາງນິເວດວິທະຍາ.
ທີສາມ, ການພັດທະນາກະສິກຳຢ່າງມີປະສິດທິຜົນ ແລະ ຍືນຍົງ ຕາມທິດທາງນິເວດວິທະຍາ, ປະຍຸກໃຊ້ວິທະຍາສາດແລະເຕັກໂນໂລຊີທີ່ກ້າວໜ້າ, ຍົກສູງຄຸນນະພາບແລະຄຸນຄ່າເພີ່ມ. ຍູ້ແຮງການປັບໂຄງສ້າງກະສິກຳຕາມທິດທາງການກະສິກຳນິເວດ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ພັດທະນາອຸດສາຫະກຳການຜະລິດແນວພັນ ແລະ ວັດຖຸກະສິກຳຢ່າງແຂງແຮງ ແລະ ຍັງກຳນົດໜ້າທີ່ສະເພາະຈຳນວນໜຶ່ງ ສຳລັບຂົງເຂດການປູກຝັງ, ການລ້ຽງສັດ, ການເພາະລ້ຽງສັດນ້ຳ, ການປ່າໄມ້ ແລະ ການຜະລິດເກືອ(5). ຍົກສູງປະສິດທິພາຍການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ຮັກສາສະພາບແວດລ້ອມຊົນນະບົດ; ຍົກສູງຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ການປ້ອງກັນແລະຕໍ່ສູ້ກັບໄພທຳມະຊາດ.
ທີສີ່, ພັດທະນາອຸດສາຫະກຳແລະບໍລິການຢ່າງແຂງແຮງ, ປັບໂຄງສ້າງເສດຖະກິດ ແລະ ສ້າງວຽກເຮັດງານທຳກັບທີ່ໃຫ້ແຮງງານຊົນນະບົດ. ສ້າງແລະຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິພາບ, ຍູ້ແຮງການປັບປ່ຽນໂຄງສ້າງເສດຖະກິດຊົນນະບົດ, ເຊື່ອມໂຍງການພັດທະນາກະສິກຳ ກັບການພັດທະນາອຸດສາຫະກຳແລະບໍລິການ. ການພັດທະນາເສດຖະກິດຊົນນະບົດຢ່າງຮອບດ້ານແລະຄົບຊຸດ ດ້ວຍໂຄງປະກອບກະສິກຳ ອຸດສາຫະກຳ ແລະ ບໍລິການ ທີ່ສົມເຫດສົມຜົນ ໂດຍອີງໃສ່ວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ. ການພັດທະນາອຸດສາຫະກຳຢ່າງແຂງແຮງ, ໂດຍສະເພາະ ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ອຸດສາຫະກຳຜະລິດເຄື່ອງຈັກ ເຄື່ອງປະກອບ ແລະ ວັດສະດຸຮັບໃຊ້ການກະສິກຳ. ລົງທຶນພັດທະນະກຸ່ມອຸດສາຫະກຳ, ໝູ່ບ້ານອາຊີບຫັດຖະກຳ ທີ່ສອດຄ່ອງກັບແຜນກຳນົດ ແລະ ເງື່ອນໄຂຕົວຈິງຂອງທ້ອງຖິ່ນ. ອະນຸລັກແລະພັດທະນາຂະແໜງການ, ວິຊາຊີບ, ໝູ່ບ້ານຫັດຖະກຳ, ການບໍລິການ, ການທ່ອງທ່ຽວຊຸມຊົນ ແລະ ການທ່ອງທ່ຽວນິເວດ. ສ້າງໂຄງສ້າງພື້ນຖານດ້ານການຄ້າທີ່ຫຼາກຫຼາຍ ແລະ ຄົບຊຸດ.
ທີຫ້າ, ສ້າງຊົນນະບົດຕາມທິດທາງທັນສະໄໝ, ຂະຫຍາຍຕົວຢ່າງຮອບດ້ານແລະຍືນຍົງ ໂດຍຕິດພັນກັບການຂະຫຍາຍຕົວເມືອງ, ຮັບປະກັນທາດແທ້ ເຂົ້າສູ່ລວງເລິກ ແລະມີປະສິດທີພາບ ເພື່ອຜົນປະໂຫຍດຂອງປະຊາຊົນ. ສືບຕໍ່ຜັນຂະຫຍາຍບັນດາມາດຕະຖານກໍ່ສ້າງຊົນນະບົດໃໝ່, ກໍ່ສ້າງຊົນນະບົດໃໝ່ລະດັບສູງ, ຊົນນະບົດໃໝ່ແບບຢ່າງ ແລະ ຊົນນະບົດໃໝ່ຂັ້ນບ້ານ ແລະ ໝູ່ບ້ານ. ປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປັບປຸງ ເພີ່ມທະວີການປ້ອງກັນປະເທດ-ຄວາມໝັ້ນຄົງ, ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ, ເຂດປະສົບກັບຄວາມຫຍຸ້ງຍາກ,... ລົງທຶນໃນການສ້າງໂຄງສ້າງພື້ນຖານໃນຊົນນະບົດທີ່ຄົບຊຸດ ທັນສະໄໝ ແລະ ເຊື່ອມຕໍ່ກັບຕົວເມືອງ, ໂດຍສະເພາະ ແມ່ນເຂດຊານຕົວເມືອງໃຫຍ່, ຕົວເມືອງ, ຄ່ອຍໆເຂົ້າໃກ້ສະພາບໂຄງສ້າງພື້ນຖານແລະບໍລິການໃນຕົວເມືອງ; ປັບປຸງຄວາມທັນສະໄໝໃຫ້ກັບໂຄງສ້າງພື້ນຖານດ້ານຄົມມະນາຄົມຂົນສົ່ງ, ການປ່ຽນແປງທາງດິຈິຕອນ, ວັທະນະທຳ, ການສຶກສາ ສາທາະນະສຸກ; ສະໜອງນ້ຳສະອາດຕາມມາດຕະຖານ. ຈັດການແລະແກ້ໄຂມົນລະພິດສິ່ງແວດລ້ອມຢ່າງຮີບດ່ວນແລະເດັດຂາດ.
ທີຫົກ, ສືບຕໍ່ປັບປຸງສະຖາບັນ ແລະນະໂຍບາຍ ກ່ຽວກັບກະສິກຳ ຊາວກະສິກອນ ແລະ ຊົນນະບົດໃຫ້ສົມບູນ. ປັບປຸງບູລະນະ ແລະເພີ່ມເຕີມນະໂຍບາຍ, ກົດໝາຍທີ່ດິນ ເພື່ອຮັບປະກັນການຄຸ້ມຄອງ ແລະການນຳໃຊ້ທີ່ດິນກະສິກຳ ຢ່າງຍືນຍົງ ແລະມີປະສິດທິຜົນ, ຊຸກຍູ້ການສະສົມເຕົ້າໂຮມທີ່ດິນນາ ແລະ ນຳໃຊ້ທີ່ດິນນາ ຢ່າງຍືດຫຍຸ່ນແລະມີປະສິດທິຜົນ. ມີກົນໄກດັດປັບແລະຈັດສັນງົບປະມານ ເພື່ອຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດ ລະຫວ່າງບັນດາທ້ອງຖິ່ນທີ່ມີເນື້ອທີ່ດິນປູກເຂົ້າ, ດິນປ່າຂະໜາດໃຫຍ່ ກັບບັນດາທ້ອງຖິ່ນອື່ນ; ສະໜັບສະໜູນການຍົກສູງຊີວິດການເປັນຢູ່ຂອງຜູ້ປູກເຂົ້າ, ຜູ້ປູກປ່າ. ພັດທະນາຕະຫຼາດການເງິນແລະສິນເຊື່ອຈຸລະພາກ; ປັບປຸງບູລະນະນະໂຍບາຍປະກັນໄພການກະເສດ, ພັດທະນາຟາມ, ເສດຖະກິດຄົວເຮືອນ, ເສດຖະກິດລວມໝູ່, ການເຊື່ອມໂຍງ ແລະ ການຮ່ວມມືດ້ານການຜະລິດແລະທຸລະກິດ; ເພີ່ມທະວີການເຊື່ອມໂຍງລະຫວ່າງສະຫະກອນ, ສ້າງສະມາຄົມ ແລະ ສະຫະພາບສະຫະກອນ.
ທີເຈັດ, ສ້າງຄວາມກ້າວໜ້າໃນການຄົ້ນຄວ້າ ແລະການປະຍຸກໃຊ້ ວິດທິຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການປ່ຽນແປງທາງດິຈິຕອນ; ປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວ, ຍົກສູງຄວາມສາມາດໃນການຄົ້ນຄວ້າ, ການປະຍຸກໃຊ້, ການຖ່າຍທອດວິທະຍາສາດ-ເຕັກໂນໂລຊີ, ໂດຍສະເພາະ ເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ; ຍູ້ແຮງການປ່ຽນແປງທາງດິຈິຕອນ, ການສ້າງແລະການປັບປຸງຖານຂໍ້ມູນຂະໜາດໃຫຍ່ໃຫ້ສົມບູນ; ເພີ່ມທະວີຄວາມສາມາດ ແລະປະສິດທິຜົນ ການເຄື່ອນໄຫວຂອງບັນດາອົງການຄົ້ນຄວ້າວິທະຍາສາດ ແລະ ການຖ່າຍທອດວິທະຍາສາດ-ເຕັກໂນໂລຊີພາກລັດ, ສົມທົບຍູ້ແຮງການຫັນເປັນສັງຄົມ, ດຶງດູດການລົງທຶນຂອງວິສາຫະກິດ, ປະຕິບັດການມອບເໝົາແລະການສັ່ງສິນຄ້າຜະລິດຕະພັນວິດທະຍາສາດ-ເຕັກໂນໂລຊີ, ສ້າງບາດກ້າວບຸກທະລຸໃນແນວພັນພືດ ແລະ ສັດ; ສະໜັບສະໜູນການສ້າງຕັ້ງສູນກ້າເບ້ຍເຕັກໂນໂລຊີ, ສູນເລີ່ມທຸລະກິດ, ກອງທຶນການລົງທຶນນະວັດຕະກໍາ ແລະ ທຸລະກິດເລີ່ມຕົ້ນ; ຊຸກຍູ້ການເຊື່ອມໂຍງ ແລະ ການຮ່ວມມືລະຫວ່າງສະຖາບັນ, ໂຮງຮຽນ, ວິສາຫະກິດ, ສະຫະກອນ ແລະ ຊາວກະສິກອນ; ສົ່ງເສີມການຄ້າອີຄອມເມີຊ, ການກວດສອບຕົ້ນກຳເນີດຂອງສິນຄ້າ ແລະ ການຄວບຄຸມຄວາມປອດໄພຂອງອາຫານ.
ຄຽງຄູ່ກັນນັ້ນ, ຂະແໜງກະສິກຳຍັງຕ້ອງສ້າງການບຸກທະລຸໃນການພັດທະນາກຳລັງຄົນ, ການຝຶກອົບຮົມ ແລະພັດທະນາທັກສະວິຊາຊີບ ເພື່ອຕອບສະໜອງຄວາມຕ້ອງການຂອງການປັບໂຄງສ້າງກະສິກຳ, ການພັດທະນາເສດຖະກິດໃນຊົນນະບົດ ແລະ ໃຊ້ປະໂຫຍດຈາກໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ການປ່ຽນແປງທາງດິຈິຕອນ ແລະ ການເຊື່ອມໂຍງເຂົ້າກັບສາກົນ ຢ່າງມີປະສິດທິຜົນ; ປ່ຽນແປງໃໝ່ຮູບການຈັດຕັ້ງແລະເນື້ອໃນ ຂອງການຝຶກອົບຮົມອາຊີບ ຢ່າງຮອບດ້ານ, ປັບປຸງຍົກສູງລະດັບແລະທັກສະວິຊາຊີບ, ໂດຍສະເພາະ ແຮງງານຮຸ່ນໃໝ່ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ.
ທີແປດ, ຂະແໜງການກະສິກຳຈຳເປັນຕ້ອງເປັນເຈົ້າການໃນການເຊື່ອມໂຍງແລະຮ່ວມມືສາກົນ, ຂະຫຍາຍຕະຫຼາດ, ດຶງດູດຊັບພະຍາກອນ ແລະ ຍູ້ແຮງການຖ່າຍໂອນວິທະຍາສາດ-ເຕັກໂນໂລຊີ. ເອົາໃຈໃສ່ເຖິງການພັດທະນາຕະຫຼາດສິນຄ້າກະສິກຳໃນປະເທດ, ເປັນເຈົ້າການໃນການໃຊ້ປະໂຫຍດຈາກໂອກາດຈາກສັນຍາການຄ້າເສລີຮຸ່ນໃໝ່, ຮັກສາສະຖຽນລະພາບຂອງຕະຫຼາດແບບດັ້ງເດີມ, ເປີດກວ້າງແລະກະຈາຍຕະຫຼາດສົ່ງອອກ, ຫຼີກລ້ຽງການເພິ່ງພາຕະຫຼາດບາງແຫ່ງ; ລະດົມແລະນຳໃຊ້ແຫຼ່ງທຶນ ແລະການສະໜັບສະໜູນຢ່າງມີປະສິດທິຜົນ; ເປີດກວ້າງການຮ່ວມມືສາກົນ, ຖ່າຍທອດເຕັກໂນໂລຊີໃໝ່ແລະຂັ້ນສູງ, ໂດຍສະເພາະ ເຕັກໂນໂລຊີການປຸງແຕ່ງ, ການເກັບຮັກສາ, ເຕັກໂນໂລຊີແນວພັນ, ເຕັກໂນໂລຊີດ້ານສິ່ງແວດລ້ອມ ແລະການນຳໃຊ້ຜະລິດຕະພັນສຳຮອງ; ເພີ່ມທະວີການຮ່ວມມືສາກົນດ້ານການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ, ການຮັບປະກັນຄວາມໝັ້ນຄົງຂອງແຫຼ່ງນ້ຳ, ການປ້ອງກັນແລະຕໍ່ສູ້ກັບໂລກລະບາດ ແລະ ມົນລະພິດຕໍ່ສິ່ງແວດລ້ອມຂ້າມຊາຍແດນ.
------------------------------------------------
(1), (2), (3), (4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 112, 166, 35, 44
(5) ການປັບໂຄງສ້າງກະສິກຳຢ່າງແທ້ຈິງແລະມີປະສິດທິຜົນ, ຂຸດຄົ້ນແລະເສີມຂະຫຍາຍຂໍ້ໄດ້ປຽບຂອງກະສິກຳເຂດຮ້ອນ, ຄວາມສາມາດບົ່ມຊ້ອນແລະຂໍ້ໄດ້ປຽບຂອງແຕ່ລະເຂດ, ພາກ, ທ້ອງຖິ່ນ. ຍູ້ແຮງການສະສົມເຕົ້າໂຮມທີ່ດິນ; ພັດທະນາກະສິກຳຕາມທິດທາງທັນສະໄໝ, ການກະສິກໍາເປັນສິນຄ້າຂະໜາດໃຫຍ່ແບບກະເສດສຸມ, ຮັບປະກັນຄວາມໝັ້ນຄົງທາງສະບຽງອາຫານ ບົນພື້ນຖານການປະຍຸກວິທະຍາສາດ-ເຕັກໂນໂລຊີທີ່ກ້າວໜ້າ, ການປ່ຽນແປງທາງດິຈິຕອນ, ການຫັນເປັນກົນຈັກ ອັດຕະໂນມັດ; ເຊື່ອມໂຍງຢ່າງແໜ້ນແຟ້ນການກະສິກຳ ກັບອຸດສາຫະກຳແລະການບໍລິການ, ການຜະລິດກັບການຮັກສາ, ປຸງແຕ່ງ ແລະ ບໍລິໂພກຜະລິດຕະພັນກະສິກໍາ. ສົ່ງເສີມການພັດທະນາກະສິກຳສີຂຽວ, ອີນຊີ ແລະ ໝູນວຽນ, ໂຄງການແຕ່ລະຕາແສງມີຜະລິດຕະພັນປະເພດໜຶ່ງ (OCOP), ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ,... ພັດທະນາຢ່າງແຂງແຮງອຸດສາຫະກຳຜະລິດແນວພັນພືດແລະສັດ ທີ່ມີສະມັດຕະພາບແລະຄຸນນະພາບສູງ, ທົນທານຕໍ່ໂລກລະບາດ ແລະ ປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ; ອະນຸລັກແລະພັດທະນາແນວພັນທ້ອງຖິ່ນທີ່ມີມູນຄ່າສູງ; ມີກົນໄກທີ່ເໝາະສົມ ເພື່ອຊຸກຍູ້ສະຖາບັນ, ໂຮງຮຽນ ແລະ ວິສາຫະກິດຕ່າງໆ ໃຫ້ມີການຄົ້ນຄວ້າ, ຄັດເລືອກ ແລະ ສ້າງແນວພັນໃໝ່; ຍົກສູງຄວາມສາມາດເປັນເຈົ້າຕົນເອງໃນການຜະລິດອາຫານສັດ; ຍູ້ແຮງການຄົ້ນຄວ້າ ແລະເປັນເຈົ້າເຕັກໂນໂລຊີການຜະລິດວັກຊີນ, ຢາຮັກສາສັດ, ຢາປ້ອງກັນພືດ, ອຸປະກອນແລະວັດສະດຸທາງການກະເສດ. ພັດທະນາລະບົບເຕັກນິກວິຊາສະເພາະດ້ານສັດຕະວະແພດ, ການຄຸ້ມຄອງແລະກັກກັນພືດແລະສັດ, ການຄຸ້ມຄອງຄວາມປອດໄພດ້ານອາຫານຢ່າງມີປະສິດທິຜົນ,...
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1026 (ເດືອນພະຈິກ -2023)