ປະຕິບັດ​ລະບຽບ​ການ​ກ່ຽວ​ກັບ​ມາດຖານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ
ຂອງ​ພະນັກງານ
, ສະມາຊິກ​ພັກ​ໃນ​ໄລຍະ​ໃໝ່​ຢ່າງ​ເຂັ້ມ​ງວດ

ໂດຍ ຫງວຽນ ຈ້ອງ ເງ້ຍ
ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູງກາງ
02:09, 18-12-2024

ວກ. - ຄຸນສົມບັດສິນທໍາປະຕິວັດແມ່ນຮາກ​ຖານ ແລະ ຄຸນ​ທາດ​ພື້ນ​ຖານ​ຂອງພະນັກງານ ແລະ ສະ​ມາ​ຊິກ​ພັກ. ປະທານໂຮ່ຈີມິນຊີ້ໃຫ້ເຫັນແຈ້ງວ່າ: “​ມີ​ກຳລັງແຂງແຮງຈຶ່ງ​ສາມາດ​ແບກ​ຫາບໜັກ​ໄດ້ ແລະ​ໄປ​ໄກໄດ້. ນັກປະຕິວັດຕ້ອງມີຄຸນສົມບັດສິນທຳປະຕິວັດເປັນພື້ນຖານ ເພື່ອເຮັດສຳເລັດໜ້າທີ່ການປະຕິວັດອັນສະຫງ່າລາສີ(1); “ຖ້າ​ບໍ່​ມີ​ຄຸນສົມບັດສິນທຳ, ບໍ່​ວ່າ​ເຈົ້າ​ຈະ​ເກັ່ງກ້າ​ປານ​ໃດ, ​ເຈົ້າ​ກໍ​ບໍ່​ສາມາດ​ນຳພາ​ປະຊາຊົນ​ໄດ້(2). ຊາບຊຶມຈິດໃຈດັ່ງກ່າວນັ້ນ, ກົດລະບຽບ​ໝາຍເລກ 144-QD/TW, ລົງ​ວັນ​ທີ 9 ພະຈິກ 2024, ຂອງ​ກົມ​ການ​ເມືອງສູນກາງພັກ ກ່ຽວ​ກັບ ມາດຕະຖານຄຸນສົມບັດສິນທຳປະຕິວັດ​ຂອງ​ພະນັກງານ, ສະມາຊິກ​ພັກ​ໃນ​ໄລຍະ​ໃໝ່​ໄດ້​ກຳ​ເນີ​ດຂຶ້ນ ​ດ້ວຍ​ຈຸດປະສົງ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ປະກອບສ່ວນ​ເສີມຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ພັກ ​ແລະ​ລະບົບ​ການ​ເມືອງທັງໝົດ ​ໃນ​ການ​ປະຕິບັດ​ໜ້າທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ລຸງໂຮ່ກັບກຳມະກອນໂຮງງານລົດໄຟ ຢາເລິມ (ນະຄອນຮ່າໂນ້ຍ) _ຮູບແຕ້ມ: ເອກະສານ

1- ໃນເວລາຍັງມີຊີວິດຢູ່, ປະທານໂຮ່ຈີມິນໃຫ້ຄວາມສຳຄັນເປັນພິເສດກັບວຽກງານກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ. ເພິ່ນເນັ້ນໜັກວ່າ: “ພັກເຮົາແມ່ນພັກກຳອຳນາດ. ພະນັກງານແລະສະມາຊິກພັກທຸກຄົນຕ້ອງຊາບຊຶມຄຸນສົມບັດສິນທຳປະຕິວັດຢ່າງແທ້ຈິງ, ຕ້ອງມີຄວາມດຸໝັ່ນ ປະຢັດ ຊື່ສັດ ທ່ຽງທຳ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວຢ່າງແທ້ຈິງ”(3).

ເພື່ອ​ໃຫ້​ພັກ​ສົມກຽດ​ເປັນ​ກຳລັງ​ນຳພາ​ການ​ປະຕິວັດ​ຂອງ​ປະ​ເທດ​ຊາດ, ພັກ​ຕ້ອງໄດ້ກໍ່ສ້າງ, ປັບປຸງ, ປ່ຽນແປງໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້​ພັກ​ມີ​ຄວາມ​ບໍລິສຸດ​ຜຸດຜ່ອງ, ​ເຂັ້ມ​ແຂງ​ໃນ​ດ້ານ​ການ​ເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະ ​ພະນັກງານ.

ພະນັກງານ, ສະມາຊິກພັກຕ້ອງຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດຢ່າງເປັນປະຈຳ.

ປະທານໂຮ່ຈີມິນຊີ້ແຈງວ່າ: “ຄຸນສົມບັດສິນທຳປະຕິວັດ ຂອງສະມາຊິກພັກແມ່ນ ເຖິງວ່າຈະຫຍຸ້ງຍາກປານໃດກໍຕາມ ກໍ່ຕັດສິນໃຈປະຕິບັດຕາມນະໂຍບາຍແລະມະຕິຂອງພັກຢ່າງເດັດດ່ຽວ, ເປັນແບບຢ່າງໃຫ້ມະຫາຊົນເຮັດຕາມ. ສະມາຊິກພັກທຸກຄົນຕ້ອງຍົກສູງຈິດໃຈຮັບຜິດຊອບຕໍ່ປະຊາຊົນ, ຕໍ່ພັກ; ຕ້ອງຕໍ່ສູ້ກີດກັ້ນ ແລະ ຕ້ານລັດທິເອກະຊົນຢ່າງເດັດດ່ຽວ”(4). ເຖິງ “ຈະຢູ່ໃນຕຳແໜ່ງໃດ, ເຮັດວຽກງານໃດໆ ກໍ່ບໍ່ຢ້ານຄວາມຫຍຸ້ງຍາກ ຄວາມລຳບາກກາກກຳ, ຕັ້ງໃຈຮັບໃຊ້ຜົນປະໂຫຍດລວມຂອງຊົນຊັ້ນ ແລະ ຂອງປະຊາຊົນຢ່າງສຸດອົກສຸດໃຈ, ລ້ວນແຕ່ແນໃສ່ເປົ້າໝາຍກໍ່ສ້າງລັດທິສັງຄົມນິຍົມ”(5).

ຕະຫຼອດແນວຄິດຂອງ​ປະທານ ​ໂຮ່ຈີ​ມິນ ກ່ຽວ​ກັບ​ມາດຖານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ລະດັບ​ຄຸນຄ່າ​ສູງ​ສຸດ​ແມ່ນ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ, ກະຕັນຍູຕໍ່ປະຊາຊົນ, ​ສູ້​ຊົນ​ແລະ​ເສຍສະຫຼະຕະຫຼອດ​ຊີວິດ​ ​ເພື່ອ​ເອກະລາດ​ແລະ​ເສລີພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ສັງຄົມ​ນິຍົມ, ທຸກ​ວຽກ​ງານ​ລ້ວນ​ແຕ່​ສຳ​ເລັດລຸລ່ວງ, ຜ່ານຜ່າທຸກ​ຄວາມຫຍຸ້ງຍາກ​ລຳບາກ, ຕີເອົາຊະນະສັດຕູ​ທຸກຕົວ.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ກັບກຳມະກອນທີ່ກຳລັງກໍ່ສ້າງໂຄງການຂະຫຍາຍອາຄານຜູ້ໂດຍສານ T2, ສະໜາມບິນສາກົນ ໂນ້ຍບ່າຍ (ນະຄອນຮ່າໂນ້ຍ) _ພາບ: TTXVN

ປະທານໂຮ່ຈີມິນຍົກອອກສາມຫຼັກການໃນການສ້າງຄຸນສົມບັດສິນທຳໃໝ່, ຄຸນສົມບັດສິນທຳປະຕິວັດໃນສັງຄົມ

ທີໜຶ່ງ, ການເວົ້າໄປຄວບຄູ່ກັບການກະທຳ, ເປັນແບບຢ່າງທາງດ້ານຄຸນສົມບັດສິນທຳ.

ທີສອງ, ການສ້າງໄປຄຽງຄູ່ກັບການຕ້ານການສ້າງຄຸນສົມບັດສິນທຳປະຕິວັດຕ້ອງຕິດແໜ້ນກັບການຕ້າງລັດທິເອກະຊົນ. ພ້ອມກັນກັບການສ້າງຄຸນສົມບັດສິນທຳໃໝ່, ເສີມສ້າງຄຸນສົມບັດອັນດີງາມ ຈຳເປັນຕ້ອງຕ້ານພຶດ​ຕິ​ກໍາ​ທີ່​ບໍ່​ມີ​ສິນ​ທໍາ​, ຄວາມຜິດ, ຄວາມຊົ່ວ, ຕ້ານ “ລັດທິເອກະຊົນ”.

ທີສາມ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳຕະຫຼອດຊີວິດປະທານໂຮ່ຈີມິນຢືນຢັນວ່າ, ຄຸນສົມບັດສິນທຳປະຕິວັດຕ້ອງຜ່ານການຕໍ່ສູ້ແລະຝຶກຝົນຫຼໍ່ຫຼອມຢ່າງບໍ່ລົດລະຈຶ່ງບັນລຸໄດ້.

ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳຕ້ອງໄດ້ດຳເນີນໃນທຸກການເຄື່ອນໄຫວພຶດຕິກຳ, ໃນຊີວິດສ່ວນຕົວ ຕະຫຼອດຈົນໃນກິດ​ຈະ​ກໍາ​ຂອງ​ຊຸມ​ຊົນ, ໃນ​ການ​ພົວ​ພັນ​ທັງໝົດ​ຂອງ​ຕົນເອງ​.

2- ໝູນໃຊ້ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນໃນຂະບວນວິວັດການນຳພາການປະຕິວັດ, ການສ້າງຄຸນສົມບັດສິນທຳປະຕິວັດໄດ້ຮັບຄວາມເອົາໃຈໃສ່ຢ່າງເປັນປະຈຳຈາກພັກກອມມູນິດຫວຽດນາມ. ພັກໄດ້ອອກຄຳສັ່ງ, ມະຕິກໍ່ສ້າງພັກຫຼາຍສະບັບບ ກ່ຽວກັບຄຸນສົມບັດສິນທຳປະຕິວັດ, ຕິດພັນກັບການຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງປະທານໂຮ່ຈີມິນ. ສະເພາະໃນ 10 ປີທີ່ຜ່ານມາມໍ່ນີ້, ຕັ້ງແຕ່ເລີ່ມຕົ້ນຂອງແຕ່ລະວາລະ, ກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລື ແລະອອກມະຕິ, ຂໍ້ສະຫຼຸບ, ຂໍ້ກຳນົດທີ່ສຳຄັນທີ່ສຸດກ່ຽວກັບວຽກງານກໍ່ສ້າງແລະປັບປຸງພັກ; ​ຄັ້ງ​ຕໍ່​ໄປມີຄວາມ​ເລິກ​ເຊິ່ງ, ຮອບດ້ານ​ແລະສະ​ເພາະ, ຈະ​ແຈ້ງ​ກວ່າ​ຄັ້ງ​ກ່ອນ. ພິເສດ, ໃນໄລຍະ 3 ສະໄໝຕິດຕໍ່ກັນຂອງກອງປະຊຸມໃຫຍ່ຄັ້ງທີ XI, XII, XIII, ພັກເຮົາໄດ້ມີແນວທາງ ແລະ ມະຕິທີ່ສຳຄັນຫຼາຍດ້ານ ພ້ອມກັບມາດຕະການຈັດການແກ້ໄຂຢ່າງເຂັ້ມງວດ, ບໍ່ມີເຂດຕ້ອງຫ້າມ, ບໍ່ມີຂໍ້ຍົກເວັ້ນ ເພື່ອຕໍ່ສູ້, ກີດກັ້ນ ແລະ ຍູ້ຖອຍຄວາມເສື່ອມໂຊມດ້ານແນວຄິດການເມືອງ ຄຸນສົມບັດສິນທຳ, ວິຖີຊີວິດ, ສະພາບການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ປະກົດການຂອງ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ຢູ່ພາຍໃນ, ຜ່ານນັ້ນ ສ້າງການພັດທະນາທີ່ໃໝ່ທີ່ສຸດທາງດ້ານຄວາມຮັບຮູ້, ຈິນຕະນາການ, ທິດສະດີ ແລະ ການກະທຳຂອງພັກໃນການກໍ່ສ້າງ, ຝຶກຝົນຫຼໍ່ຫຼອມແນວຄິດ ຄວາມກ້າຫານທາງການເມືອງ, ຄຸນສົມບັດສິນທຳ, ແບບແຜນ ແລະວິຖີຊີວິດຂອງພະນັກງານ ສະມາຊິກພັກ.

ທາງດ້ານທິດສະດີ, ຄວາມຮັບຮູ້ຂອງພັກ​ນັບ​ມື້​ນັບ​ພັດທະນາ, ມີຄວາມກະຈ່າງແຈ້ງໃນ​ທັດສະນະ, ຄວາມ​ຄິດ ​ແລະ ວິທີ​ກໍ່ສ້າງ​ພັກ​ກ່ຽວ​ກັບຄຸນສົມບັດສິນທຳ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ ​ແລະ ສະມາຊິກ​ພັກ “ທັງ​ມີ​ຫຼັກໝັ້ນການເມືອງ ທັງເປັນມືອາຊີບ”, ກໍ່ສ້າງພັກກອມມູນິດຫວຽດນາມທີ່ສະອາດປອດໃສ ແລະ ເຂັ້ມແຂງຢ່າງແທ້ຈິງ, “ມີຄຸນທໍາແລະອາລະຍະທໍາ”, ສົມຄວນກັບຄວາມຮັບຜິດຊອບທີ່ປະຊາຊົນມອບໝາຍ.

ກອງປະຊຸມໃຫຍ່ຂອງພັກທຸກຄັ້ງລ້ວນເອົາໃຈໃສ່ແລະໃຫ້ຄວາມສຳຄັນກັບການກຳນົດໜ້າທີ່ແລະວິທີການກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ, ສະແດງອອກໃນສາມດ້ານຕົ້ນຕໍຄື: 1- ອົບຮົມສຶກສາ, ຝຶກຝົນຫຼໍ່ຫຼອມ ແລະບຳລຸງສ້າງ ຄຸນສົມບັດສິນທຳປະຕິວັດ; ປັບປຸງຍົກສູງຫຼັກໝັ້ນ ຄວາມກ້າຫານທາງການເມືອງ, ສະຕິປັນຍາ ແລະ ຈິດໃຈສູ້ຮົບຂອງພະນັກງານ ສະມາຊິກພັກ, ໂດຍສະເພາະ ພະນັກງານນຳພາ, ຄຸ້ມຄອງຫຼັກທຸກຂັ້ນ; ຍົກສູງຄວາມສາມາດນຳພາ, ກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງພັກ, ກໍ່ສ້າງພັກແລະລະບົບການເມືອງທີ່ສະອາດປອດໃສແລະເຂັ້ມແຂງ; 2- ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້; ກີດກັ້ນແລະຍູ້ຖອຍຄວາມເສື່ອມໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ປະກົດການຂອງ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ຢູ່ພາຍໃນ; 3- ມີແຜນນະໂຍບາຍສ້າງກົດຂໍ້ບັງຄັບ ແລະມາດຕະການ ເພື່ອຍົກສູງປະສິດທິຜົນຂອງການອົບຮົມສຶກສາ, ຝຶກຝົນຫຼໍ່ຫຼອມ ແລະບຳລຸງສ້າງ ຄຸນສົມບັດສິນທຳປະຕິວັດ ໃຫ້ຖັນແຖວພະນັກງານ ສະມາຊິກພັກ, ກໍ່ສ້າງພັກສະອາດປອດໃສແລະເຂັ້ມແຂງ.

ພະນັກງານ, ນັກຮົບຕຳຫຼວດປະຊາຊົນໂຄສະນາເຜີຍແຜ່ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ໃຫ້ພີ່ນ້ອງຊາວຊົນເຜົ່າສ່ວນໜ້ອຍ ຢູ່ແຂວງ ລາຍເຈົາ _ແຫຼ່ງ: vanhocnghethuatlaichau.vn

ທາງດ້ານພຶດຕິກຳຕົວຈິງ, ການຝຶກຝົນຫຼໍ່ຫຼອມແລະບຳລຸງສ້າງ ຄຸນສົມບັດສິນທຳ ຕິດພັນກັບຄວາມຮັບຜິດຊອບໃນການເປັນແບບຢ່າງ ໄດ້ມີການປ່ຽນແປງໃນທາງບວກ.

ບັນດາຜົນງານອັນຕັ້ງໜ້ານີ້ ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ​ ເພື່ອ​ສະກັດ​ກັ້ນ​ການ​ເສື່ອມ​ໂຊມ​ດ້ານ​ແນວຄິດ​ການ​ເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ​, ປະກົດການຂອງ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ຢູ່ໃນຖັນແຖວພະນັກງານ ສະມາຊິກພັກ, ໂດນສະເພາະ ໃນພະນັກງານນຳພາ ຄຸ້ມຄອງ ແລະ ຫົວໜ້າສຳນັກງານ ອົງການ ຫົວໜ່ວຍ. ການນຳພາຂອງພັກຕໍ່ສັງຄົມໄດ້ຮັບການຮັກສາ, ເພີ່ມທະວີ ແລະ ເສີມຂະຫຍາຍປະສິດທິພາບ. “ທ່າສະໜາມຮົບໃນໃຈປະຊາຊົນ” ອີງໃສ່ຄວາມເປັນເອກະພາບທາງດ້ານເຈດຈຳນົງແລະການກະທຳ ລະຫວ່າງພັກກັບປະຊາຊົນ ທີ່ໄດ້ຮັບການປັບປຸງໃຫ້ໝັ້ນຄົງຍິ່ງຂຶ້ນ. ທ່າແລະກຳລັງ, ກຳລັງແຮງສັງລວມຂອງຊາດ, ຊື່ສຽງສາກົນ ແລະຄວາມເຊື່ອໝັ້ນຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງ, ສ້າງເງື່ອນໄຂທີ່ສຳຄັນເພື່ອກໍ່ສ້າງແລະປົກປັກຮັກສາປະເທດຊາດໃນໄລຍະໃໝ່.

ຢ່າງໃດກໍຕາມ, ຄຽງຂ້າງນັ້ນຍັງມີຂໍ້ຈຳກັດຈຳນວນໜຶ່ງ. ວຽກງານຝຶກຝົນຫຼໍ່ຫຼອມແລະຄຸ້ມຄອງພະນັກງານ ສະມາຊິກພັກຢູ່ບາງແຫ່ງບໍ່ໄດ້ຮັບຄວາມເອົາໃຈໃສ່ທີ່ເໝາະສົມ ແລະບໍ່ແໜ້ນແຟ້ນ; ລັກສະນະສູ້ຮົບໃນການຕິຊົນຕົນເອງແລະຕິຊົມຍັງອ່ອນແອ. ອົງການຈັດຕັ້ງພັກຮາກຖານບາງແຫ່ງ, ພະນັກງານ ສະມາຊິກພັກ ລັດຖະກອນບາງຄົນ ບໍ່ເປັນແບບຢ່າງ. ພະນັກງານ ​ແລະ ສະມາຊິກ​ພັກ​ສ່ວນ​ໜຶ່ງ​ໄດ້ລະຖິ້ມ​ອຸດົມ​ການ, ສູນ​ເສຍເຈດຈຳນົງ, ຢ້ານ​ກົວ​ຄວາມ​ຫຍຸ້ງຍາກ, ຢ້ານ​ກົວ​ຄວາມ​ທຸກ​ຍາກ, ເສື່ອມ​ໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, “ປ່ຽນແປງຕົນເອງ”, “ຫັນປ່ຽນຕົນເອງ”.

ຄວາມຮຽກຮ້ອງຕ້ອງການທີ່ວາງອອກມາແມ່ນ ຕ້ອງເພີ່ມທະວີການກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ, ກໍ່ສ້າງພັກແລະລະບົບການເມືອງທີ່ສະອາດປອດໃສແລະເຂັ້ມແຂງ, ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ, ຍົກສູງຖານະທີ່ຕັ້ງ ແລະກຽດສັກສີສາກົນຂອງພັກ ແລະລັດຫວຽດນາມ.

ກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII ໄດ້ອອກຂໍ້ສະຫຼຸບເລກທີ 21-KL/TW ລົງວັນທີ 25 ຕຸລາ 2021 “ວ່າດ້ວຍການຍູ້ແຮງການກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງ; ເດັດດ່ຽວກີດກັ້ນ, ຍູ້ຖອຍ, ຈັດການແກ້ໄຂຢ່າງເຂັ້ມງວດຕໍ່ພະນັກງານ ສະມາຊິກພັກທີ່ເສື່ອມໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ມີປະກົດການຂອງ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ””, ເນັ້ນໜັກອີກເທື່ອວ່າ: ຕ້ອງໃຫ້ຄວາມສຳຄັນກັບການສ້າງສະຕິຕື່ນຕົວໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳຂອງພະນັກງານ ສະມາຊິກພັກ.

ນ້ຳໃຈຜູກພັນສະໜິດແໜ້ນລະຫວ່າງທະຫານຊາຍແດນ ກັບຊາວປະມົງໃນເກາະ ໂກ່ນກໍ໋ (ແຂວງກວ໋າງຈີ້) _ພາບ: TTXVN

ບົນພື້ນຖານນັ້ນ, ກົມການເມືອງສູນກາງໄດ້ອອກກົດລະບຽບໝາຍເລກ 144-QĐ/TW ລົງວັນທີ 9 ພຶດສະພາ, ວ່າດ້ວຍ “ມາດຕະຖານຄຸນສົມບັດສິນທຳປະຕິວັດຂອງພະນັກງານສະມາຊິກພັກໃນໄລຍະໃໝ່” (ກົດລະບຽບໝາຍເລກ 144) ເຊີ່ງມີຄວາມໝາຍເລິກເຊິ່ງ, ຕອບສະໜອງຢ່າງທັນການຕໍ່ຄວາມຮຽກຮ້ອງຕ້ອງການທາງດ້ານທິດສະດີແລະພຶດຕິກຳ, ປະກອບສ່ວນເສີມຂະຫຍາຍກຳລັງແຮງພາຍໃນຂອງພັກ ແລະລະບົບການເມືອງ ໃນການສ້າງສາແລະປົກປັກຮັກສາປະເທດຊາດ, ພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ. ກົດລະບຽບໝາຍເລກ 144 ​ໄດ້​ກ່າວ​ເຖິງ 5 ຂໍ້​ກ່ຽວ​ກັບ​ມາດຕະຖານຄຸນສົມບັດສິນທຳປະຕິວັດ​ຂອງ​ພະນັກງານ ​ແລະ ສະມາຊິກ​ພັກ​ຄື:

1- ຮັກຊາດ, ເຄົາລົບປະຊາຊົນ, ຈົງຮັກພັກດີຢ່າງແທ້ຈິງຕໍ່ພັກແລະປະເທດຊາດ.
2- ກ້າຫານ, ປ່ຽນແປງໃໝ່, ປະດິດສ້າງ, ເຊື່ອມໂຍງສາກົນ.
3- ດຸໜັ່ນ, ປະຢັດ, ຊື່ສັດບໍລິສຸດ, ທ່ຽງທຳ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ
4- ສາມັກຄີ, ມີລະບຽບວິໄນ, ມີຄວາມຮັກ ແລະ ຄວາມຮັບຜິດຊອບ.
5- ເປັນແບບຢ່າງ, ຖ່ອມຈຽມ, ຝຶກຝົນຫຼໍ່ຫຼອມ ແລະຮ່ຳຮຽນຕະຫຼອດຊີວິດ.

ພະນັກງານ ສະມາຊິກພັກໃນທົ່ວພັກແລະລະບົບການເມືອງຕ້ອງເຂັ້ມງວດ ແລະເປັນແບບຢ່າງໃນການປະຕິບັດກົດລະບຽບໝາຍເລກ 144-QĐ/TW ໂດຍຕິດພັນກັບການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງໂຮ່ຈີມິນ ແລະ ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບໃນການເປັນແບບຢ່າງ, ບັນດາມະຕິ ຂໍ້ສະຫຼຸບຂອງສູນກາງພັກ, ໂດຍສະເພາະແມ່ນ ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI, ສະໄໝທີ XII ແລະ ຂໍ້ສະຫຼຸບຂອງກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XIII...; ຕໍ່ສູ້ເພື່ອປ້ອງກັນ, ຕ້ານ, ກີດກັ້ນ ແລະ ຍູ້ຖອຍຄວາມເສື່ອມໂຊມທາງດ້ານແນວຄິດ, ການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ປະກົດການຂອງ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ຢູ່ພາຍໃນ; ຍົກສູງຄວາມສາມາດນຳພາ, ກຳລັງແຮງສູ້ຮົບ ແລະ ກຽດສັກສີຂອງອົງການຈັດຕັ້ງພັກ, ຮັບປະກັນໃຫ້ພັກມີຄວາມເຂັ້ມແຂງໃນທຸກດ້ານໃນເງື່ອນໄຂພັກກຳອຳນາດ, ນຳພາລັດແລະສັງຄົມ.

ພະນັກງານ, ສະມາຊິກພັກທີ່ມີຕໍາແໜ່ງແລະດຳລົງຕໍາແໜ່ງສູງກວ່າຈະຕ້ອງເປັນແບບຢ່າງ ແລະ ມີຄວາມຮັບຜິດຊອບ ໃນການປະຕິບັດກົດລະບຽບໝາຍເລກ 144, ຕັ້ງໜ້າປູກຝັງ ແລະ ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາ ແລະວິຖີຊີວິດ ໃຫ້ມະຫາຊົນປະຕິບັດຕາມ. ສົ່ງເສີມ “ການເວົ້າໄປຄວບຄູ່ກັບການກະທຳ”, “ຝຶກຝົນຫຼໍ່ຫຼອມຕະຫຼອດຊີວິດ”, “ທົບທວນຕົນເອງ”, “ແກ້ໄຂຕົນເອງ” ຢ່າງສະໝ່ຳສະເໝີ ຕາມຄຳແນະນຳຂອງປະທານ ໂຮ່ຈີມິນ.

ເພື່ອປະຕິບັດກົດລະບຽບໝາຍເລກ 144 ຢ່າງມີປະສິດທິພາບ ຕ້ອງເອົາໃຈໃສ່ບາງບັນຫາດັ່ງນີ້:

ທີໜຶງຄະນະພັກ, ອົງການຈັດຕັ້ງພັກມີຄວາມຮັບຜິດຊອບໃນການຈັດຕັ້ງເຜີຍແຜ່ ກົດລະບຽບໝາຍເລກ 144 ຢ່າງກວ້າງຂວາງໃຫ້ພະນັກງານ ແລະສະມາຊິກພັກທຸກຄົນ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂອງກົດລະບຽບສະບັບນີ້. ພ້ອມກັນນັ້ນ, ນຳພາ ຊີ້ນຳການຫັນເນື້ອໃນຂອງກົດລະບຽບໝາຍເລກ 144 ເປັນລະອຽດ, ສອດຄ່ອງກັບພາລະບົດບາດ, ໜ້າທີ່ ແລະ ສະພາບຕົວຈິງຂອງທ້ອງຖິ່ນ, ສຳນັກງານ, ອົງການ. ສົມທົບການຜັນຂະຫຍາຍປະຕິບັດກົດລະບຽບໝາຍເລກ 144 ກັບການປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດອື່ນຂອງສູນກາງພັກໃນຂົງເຂດກໍ່ສ້າງພັກ, ໂດຍສະເພາະ ການກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະ ພະນັກງານ.

ທີສອງ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ມີສິດແລະຄວາມຮັບຜິດຊອບ ໃນການຕິດຕາມກວດກາແລະວິຈານສັງຄົມ ຕາມຂໍ້ກຳນົດກົດລະບຽບຂອງພັກແລະລັດ ຕໍ່ການຝຶກຝົນຫຼໍ່ຫຼອມ ແລະ ປະຕິບັດຕາມກົດລະບຽບກ່ຽວກັບມາດຕະຖານຄຸນສົມບັດສິນທຳປະຕິວັດຂອງພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນຜູ້ເປັນຫົວໜ້າຄະນະພັກ, ອຳນາດການປົກຄອງ, ອົງຄະນະມະຫາຊົນ ແລະ ພະນັກງານຫຼັກແຫຼ່ງ.

ທີສາມໃຫ້ຄວາມສຳຄັນກັບການກວດກາ, ຕິດຕາມກວດກາຢູ່ພາຍໃນພັກ ໂດຍຕິດກັບການເສີມຂະຫຍາຍບົດບາດຕິດຕາມກວດກາຂອງອົງການໂດຍປະຊາຊົນເລືອກຕັ້ງ, ຂອງແນວໂຮມປະເທດຊາດ, ອົງການສື່ ແລະປະຊາຊົນ ຕໍ່ພະນັກງານ ສະທາຊິກພັກໃນການປະຕິບັດກົດລະບຽບກ່ຽວກັບມາດຕະຖານຄຸນສົມບັດສິນທຳ ແລະ ກົດລະບຽບກ່ຽວກັບການເປັນແບບຢ່າງ, ກວດ​ພົບ​ແລະ​ປ້ອງ​ກັນຈາກໄລຍະໄກໄດ້ທັນທີຕັ້ງແຕ່​ເລີ່ມ​ຕົ້ນ​,  ຈັດການແກ້ໄຂໄວ ເພື່ອປ້ອງກັນບໍ່ໃຫ້ການລະເມີດນ້ອຍໆ ສະສົມຈົນກາຍເປັນການລະເມີດຂະໜາດໃຫຍ່ ຍືດເຍື້ອ ແລະແຜ່ຫຼາຍ. ຈັດຕັ້ງໃຫ້ປະຊາຊົນເຂົ້າຮ່ວມການຕິດຕາມກວດກາ, ປະເມີນຄຸນສົມບັດສິນທຳ, ຄວາມສາມາດຂອງພະນັກງານ ສະມາຊິກພັກ ຢ່າງມີປະສິດທິພາບແລະແທ້ຈິງ. ເອົາ​ໝາກຜົນ​ການ​ເຮັດ​ວຽກ, ຄວາມ​ເພິ່ງ​ພໍ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ ເປັນ​ມາດຕະຖານ​ສຳຄັນ ​ເພື່ອ​ຕີ​ລາຄາ​ຄຸນ​ນະພາ​ບຂອງ​ພະນັກງານ, ສະມາຊິກ​ພັກ./.

----------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 11, ໜ້າ 601

(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 292

(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 622

(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 11, ໜ້າ 607

(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 90