ວກ. - ຄຳນຳຂອງກອງບັນນາທິການ: ແຕ່ວັນທີ 16 ຕຸລາ ຮອດວັນທີ 18 ຕຸລາ2024, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈັດຂຶ້ນຢ່າງຄຶກຄື້ນ ພາຍໃຕ້​ຫົວ​ຂໍ້ “ຄວາມສາມັກຄີ - ປະຊາທິປະ​ໄຕ - ການປ່ຽນແປງໃໝ່ - ການປະດິດສ້າງ - ການພັດທະນາ”. ສະຫາຍ ໂຕເລິມ ເລຂາທິການໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ປະທາປະເທດ ສສ ຫວຽດນາມ ໄດ້ເຂົ້າຮ່ວມແລະກ່າວປາໄສຊີ້ນຳກອງປະຊຸມໃຫຍ່. ວາລະສານກອມມູນິດຂໍເປັນກຽດແນະນຳຂໍ້ຄວາມເຕັມຂອງຄຳປາໄສທີ່ສຳຄັນຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ.

ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງແນວໂຮມປະເທດຊາດຫວຽດນາມ _ພາບ: TTXVN

ໃນ 94 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ເຮືອ​ປະ​ຕິ​ວັດ​ຫວຽດ​ນາມ​ໄດ້ສ້າງ​ສິ່ງ​ມະຫັດສະ​ຈັນ​ຫຼາຍ​ຢ່າງ ແລະ ຍາດ​ໄດ້​ໄຊ​ຊະ​ນະ​ຄັ້ງແລ້ວຄັ້ງ​ຕໍ່​ໄປ. ຈາກປະເທດທີ່ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ຫວຽດນາມໄດ້ບືນຕົວຂຶ້ນກາຍເປັນສັນຍະລັກແຫ່ງສັນຕິພາບ, ສະ​ຖຽນ​ລະ​ພາບ, ເປັນມິດໄມຕີ ແລະ ເປັນ​ຈຸດໝາຍປາຍທາງຂອງ​ນັກ​ລົງ​ທຶນ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ. 

ຈາກພື້ນຖານເສດຖະກິດທີ່ຫຼ້າຫຼັງ, ຫວຽດນາມໄດ້ບືນຕົວຂຶ້ນມາຢູ່ອັນດັບ  40 ຂອງປະເທດເສດ​ຖະ​ກິດ​ແຖວ​ໜ້າ, ດ້ວຍ​ຂະ​ໜາດ​ການ​ຄ້າ​ຢູ່​ໃນ 20 ປະ​ເທດ​ໃຫຍ່​ໃນ​ໂລກ. ຈາກປະເທດທີ່ຖືກປິດລ້ອມແລະໂດດດ່ຽວ, ຫວຽດນາມໄດ້ສ້າງການພົວພັນທາງການທູດກັບ 193 ປະເທດສະມາຊິກຂອງອົງການສະຫະປະຊາຊາດ, ມີການພົວພັນຄູ່ຮ່ວມຍຸດທະສາດ ແລະ ການພົວພັນຄູ່ຮ່ວມຮອບດ້ານກັບ 30 ປະເທດ, ໃນນັ້ນມີບັນດາປະເທດສຳຄັນທັງໝົດ ແລະເປັນສະມາຊິກທີ່ຕັ້ງໜ້າ ຂອງອົງການລະດັບພາກພື້ນແລະສາກົນຫຼາຍກວ່າ 70 ອົງການ. ໂດຍຍຶດຖື​ຄວາມ​ຜາ​ສຸກແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະຊາຊົນ​ເປັນ​ເປົ້າໝາຍໃນການ​ສູ້​ຊົນ, ຫວຽດນາມ​​ບັນລຸ​ເປົ້າ​ໝາຍການ​ພັດທະນາ​ສະຫັດ​ສະ​ວັດໄດ້​ໄວ ແລະ ໄດ້ຮັບການຍົກຍ່ອງຈາກ​ສະຫະ​ປະຊາ​ຊາດ ​ແລະ​ມິດປະເທດທົ່ວໂລກ​ວ່າ ເປັນເລື່ອງລາວຄວາມ​ສຳ​ເລັດ ແລະ ​​ຈຸດ​ສະຫວ່າງ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ຊີ​ວິດ​ທາງວັດ​ຖຸ ແລະ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຢ່າງຕໍ່ເນື່ອງ.

ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ບັນລຸ​ໄດ້​ຍ້ອນ​ການ​ນຳພາ​ທີ່​ສະຫຼາດສ່ອງໃສ ​ແລະ​ຄວາມ​ສາມາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ; ຄວາມສາມັກຄີເປັນເອກະພາບ ແລະ ການຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຂອງພວກເຮົາ, ໃນນັ້ນມີບົດບາດສຳຄັນຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ການປະກອບສ່ວນຂອງແນວໂຮມປະເທດຊາດຫວຽດນາມ (1) ແລະ ບັນດາອົງການສະມາຊິກຂອງແນວໂຮມ.

ໃນ 94 ປີທີ່ຜ່ານມາ, ແນວໂຮມປະເທດຊາດຫວຽດນາມໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຢືນຢັນບົດບາດແລະພາລະກຳຂອງຕົນ ໃນການເສີມຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ສົ່ງເສີມ ປຸກລະດົມ ແລະກະຕູ້ນໃຫ້ປະຊາຊົນເຂົ້າຮ່ວມຢ່າງກະຕືລືລົ້ນ ໃນຂະບວນການແຂ່ງຂັນກັນຮັກຊາດ, ປຸກລະດົມແລະເສີມຂະຫຍາຍບັນດາແຫຼ່ງກຳລັງ, ຄວາມຄິດສ້າງສັນ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດຂອງປະເທດ ໃນແຕ່ລະໄລຍະປະຫວັດສາດ ໃຫ້ປະສົບຜົນສຳເລັດ. 

ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ແລະບັນດາບົດຮຽນອັນລ້ຳຄ່າ, ໃນວາລະທີ່ຜ່ານມາ, ແນວໂຮມປະເທດຊາດ​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ຫຼາຍ​ຢ່າງ ໃນການປ່ຽນແປງໃໝ່​ເນື້ອ​ໃນ ແລະ ວິ​ທີ​ການ​ດຳ​ເນີນ​ງານ. ບົດບາດ​ຫຼັກ​ແຫຼ່ງທາງການເມືອງຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ການ​ເມືອງ​-ສັງຄົມ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງຢືນ, ປະກອບສ່ວນເສີມຂະຫຍາຍກຳລັງ​ແຮງ​ລວມ ຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງ​ຊົນ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ວິທີການສາມັກຄີແລະເຕົ້າໂຮມປະຊາຊົນທຸກຊັ້ນຄົນ ໂດຍຜ່ານການຈັດຕັ້ງວັນສາມັກຄີແຫ່ງຊາດ ໃນເຂດທີ່ຢູ່ອາໄສ ຖືເປັນວິທີການທີ່ສ້າງສັນ ແລະ ມີປະສິດທິຜົນ ເຊິ່ງນັບມື້ນັບຂະຫຍາຍກວ້າງ.

ແນວ​ໂຮມ​ປະ​ເທດ​ຊາດ​ໄດ້​ປຸກລະດົມ​ຂະ​ບວນການ, ການ​ແຂ່ງຂັນກັນຮັກຊາດຫຼາຍຂະບວນການ ແລະ ສ້າງ​ຮູບ​ແບບຕ່າງໆຫຼາຍຢ່າງ ​ເພື່ອ​ດຶງ​ດູດ​ແລະ​ເຕົ້າ​ໂຮມ​ຜູ້​ຄົນຈຳນວນຫຼາຍ​ຈາກ​ທຸກ​ຊັ້ນ​ວັນນະ ​ແລະ ບຸກຄົນ​ທີ່ໂດດ​ເດັ່ນຈາກ​ທຸກຊົນ​ຊັ້ນ​, ທຸກຊົນ​ເຜົ່າ, ທຸກສາສະໜາ ແລະ ຊຸມ​ຊົນຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ເຫັນ​ດີ, ​ເຂົ້າ​ຮ່ວມ ​ແລະ ຕອບ​ສະໜອງ. ການຈັດຕັ້ງ​ປະຕິບັດ​ໂຄງການ​ປຸກລະດົມ​ການ​ກໍ່ສ້າງ​ເຮືອນ​ສາມັກຄີ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ແຂວງ ດ້ຽນບຽນ, ​ໂດຍ​ສະ​ເພາະ​ແມ່ນ ​ການ​ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ລົບ​ລ້າງ​ເຮືອນ​ຊົ່ວຄາວ ​ແລະເຮືອນຮົ່ວເພພັງ​ ໃນ​ທົ່ວ​ປະ​ເທດ ​ໃຫ້​ສຳ​ເລັດ​ໃນ​ປີ 2025 ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ ​ໃນ​ການປ່ຽນແປງໃໝ່ວິທີການຈັດຕັ້ງປະຕິບັດວຽກງານປະກັນຄວາມປອດໄພທາງສັງຄົມ.

ເມື່ອປະເຊີນກັບສະຖານະການການລະບາດຂອງພະຍາດໂຄວິດ-19 ແລະພາຍຸລູກທີ 3 ທີ່ບໍ່ເຄີຍເກີດຂຶ້ນມາກ່ອນແລະສັບສົນ, ດ້ວຍຄວາມຮັບຜິດຊອບສູງ, ຄວາມເປັນເຈົ້າການ ແລະປະດິດສ້າງ, ແນວໂຮມປະເທດຊາດຫວຽດນາມໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາ​ອົງການ​ສະມາຊິກ ໃນການ​ປຸກລະດົມ, ຮຽກຮ້ອງ, ຂົນຂວາຍ​ຜູ້ຄົນ​ໃນປະເທດ​ແລະຕ່າງປະ​ເທດ ລວມເຖິງ​ມິດສະຫາຍສາ​ກົນ ເພື່ອຮ່ວມແຮງຮ່ວມໃຈກັນ​ເຂົ້າ​ຮ່ວມ​ໃນ​ການ​ປ້ອງ​ກັນ, ຕໍ່ສູ້ຕ້ານ, ຄວບ​ຄຸມ ​ແລະ ເອົາຊະນະ​​ຜົນ​ທີ່ຕາມມາຂອງພະຍາດລະບາດ ​ພາຍຸ ​ແລະ ​ນ້ຳ​ຖ້ວມຢ່າງວ່ອງໄວ, ການ​ຟື້ນຟູ​ແລະພັດທະນາ​ເສດຖະກິດ-ສັງຄົມໂດຍໄວ. 

ວຽກງານຕິດຕາມກວດກາ, ວິພາກວິຈານສັງຄົມ, ເຂົ້າຮ່ວມການປະກອບຄຳຄິດຄຳເຫັນໃສ່ວຽກງານກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງໃຫ້ສະອາດແລະເຂັ້ມແຂງ ສືບຕໍ່ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ; ການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະພັກ, ສະມາຊິກພັກ, ພິເສດແມ່ນບັນດາການນຳ, ບຳລຸງສ້າງຈັນຍາບັນ, ວິຖີຊີວິດ, ການປະຕິບັດໜ້າທີ່ຂອງລັດ ໄດ້ຮັບຄວາມສົນໃຈ ແລະ ບັນລຸໝາກຜົນດີ; ການເຄື່ອນໄຫວຕິດຕາມກວດກາພະນັກງານ ສະມາຊິດພັກ, ໂດຍສະເພາະຫົວໜ້າ ໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ, ວິຖີຊີວິດ ແລະ ການດຳເນີນງານບໍລິການສາທາລະນະ ໄດ້ຮັບຄວາມເອົາໃຈໃສ່ ແລະປະສົບຜົນສຳເລັດໃນທາງບວກ. ການ​ເຄື່ອນ​ໄຫວ​ການຕ່າງປະເທດ​ປະຊາຊົນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ, ​ໄດ້​ຮັບ​ການ​ສະໜັບສະໜູນ, ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ຈາກ​ປະຊາ​ຄົມ​ໂລກ, ​ເປີດ​ກວ້າງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ, ​ເພີ່ມ​ທະວີ​ທີ່​ຕັ້ງແລະກຽດ​ສັກ​ສີຂອງຫວຽດນາມ ແລະ ເປີດ​ກາ​ລະ​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​.    

 ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາມໍ່ນີ້, ແນວໂຮມປະເທດຊາດຫວຽດນາມ ສົມຄວນໄດ້ຮັບບົດບາດໃນຖານະພັນທະມິດທາງການເມືອງ, ພັນທະພາບອາສາສະໝັກໃຈ, ເປັນຮາກຖານການເມືອງຂອງອຳນາດການປົກຄອງປະຊາຊົນ; ອົງ​ການ​ຈັດ​ຕັ້ງ​ຫຼັກແຫຼ່ງ​ໃນ​ການ​ເສີມ​ຂະ​ຫຍາຍມູນເຊື້ອ ​ແລະ​ກຳລັງແຮງ​ຂອງກຸ່ມກ້ອນມະຫາ​ສາ​ມັກ​ຄີ​ປວງຊົນທັງ​ຊາດ​; ເປັນຂົວຕໍ່ທີ່ສຳຄັນລະຫວ່າງພັກ, ອຳນາດການປົກຄອງ ກັບປະຊາຊົນ; ເສີມຂະຫຍາຍບົດບາດເຈົ້າຂອງຂອງປະຊາຊົນໃນຊີວິດສັງຄົມ; ຕາງໜ້າ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກສະຫະພັນ, ສະມາຊິກສະມາຄົມ ແລະ ປະຊາຊົນ; ເປັນຕົວແທນໃນການປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງສະມາຊິກສະຫະພາບແຮງງານ ສະມາຊິກສະມາຄົມ ແລະປະຊາຊົນ. 

ຕາງໜ້າ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ການ​ນຳ​ພັກ​ແລະລັດ, ຂ້າພະ​ເຈົ້າຂໍ​ຮັບ​ຮູ້, ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ ​ແລະ ຍ້ອງຍໍ​​ຜົນງານ​ທີ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນ​ບັນລຸ​ໄດ້; ຂໍ​ຂອບ​ໃຈ ​ແລະ ຍ້ອງຍໍ​ບຸກຄົນທຸກລະດັບຊັ້ນທີ່ໄດ້ສົ່ງເສີມນ້ຳໃຈ​ຮັກ​ຊາດ, ສາມັກຄີ, ຕອບ​ສະໜອງ, ສະໜັບສະໜູນ ​ແລະ ​ເອົາ​ໃຈ​ໃສ່ ​ໃນ​ການ​ປະຕິບັດ​ແນວທາງ ​ແລະແຜນນະ​ໂຍບາຍ​ຂອງ​ພັກ, ​ນະ​ໂຍບາຍແລະກົດໝາຍ​ຂອງ​ລັດ, ​ປະກອບສ່ວນເຮັດໃຫ້ເກີດຄວາມສຳເລັດທີ່ສຳຄັນ ແລະເປັນບາດກ້າວທີ່​ພົ້ນ​ເດັ່ນ ​ຂອງ​ປະ​ເທດ​ເຮົາ ໃນຊຸມປີທີ່ຜ່ານມາ.

ຄຽງ​ຂ້າງ​ບັນດາ​ຜົນງານ ​ແລະໝາກຜົນ​ທີ່​ບັນລຸ​ໄດ້, ວຽກ​ງານ​ແນວ​ໂຮມ​ຍັງ​ມີ​​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ແລະ ຂໍ້​ຈຳກັດ​ທີ່​ໄດ້​ຊີ້​ອອກ​ຢ່າງ​ກົງ​ໄປ​ກົງ​ມາ​ ໃນ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຄື: ​ເນື້ອ​ໃນ, ວິທີ​ການ​ຂົນຂວາຍແລະ​ເຕົ້າ​ໂຮມ ເພື່ອກໍ່ສ້າງແລະປັບປຸງກຸ່ມກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ເຖິງຈະມີການປ່ຽນແປງໃໝ່ຫຼາຍຢ່າງ​ກໍ່ຕາມ, ແຕ່ຍັງບໍ່ທັນບັນລຸໄດ້ຕາມຄວາມຕ້ອງການແລະໜ້າທີ່, ໂດຍສະເພາະ ເມື່ອປະເຊີນກັບການປ່ຽນແປງຢ່າງວ່ອງໄວຂອງການປະຕິບັດ; ຊັບພະຍາກອນ​ຫຼາຍ​ຢ່າງ​ຂອງ​ປະຊາຊົນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ.

ການຜັນຂະຫຍາຍຂະບວນການຂົນຂວາຍ​, ຂະບວນການແຂ່ງຂັນກັນຮັກຊາດໃນ​ບາງ​ບ່ອນ ບໍ່ມີປະສິດທິພາບ. ​ການ​ເຄື່ອນໄຫວຕິດ​ຕາມ​ກວດກາ ​ແລະ​ວິ​ພາກ​ວິ​ຈານສັງຄົມ ​ຍັງ​ບໍ່​ບັນລຸຕາມທີ່​ຕ້ອງ​ການ​. ກິດຈະກຳການ​ຕ່າງປະ​ເທດ​​ປະຊາຊົນ​ ບໍ່​ສົມດຸນ​ກັບ​ທ່າ​ແຮງ ​ແລະທີ່​ຕັ້ງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ຄວາມ​​ຕ້ອງການ​ໃນການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ດ້ວຍສະຖານະແລະກຳລັງແຮງທີ່ໄດ້ສະສົມພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ, ດ້ວຍໂອກາດແລະໂຊກຊະຕາໃໝ່, ຫວຽດນາມພວມປະເຊີນໜ້າກັບກາລະໂອກາດປະຫວັດສາດ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັກກະລາດໃໝ່, ສັກກະລາດແຫ່ງການຂະຫຍາຍຕົວຂອງປະເທດຊາດ. ນັ້ນ​ແມ່ນ​ສັກກະລາດ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ທີ່ປະສົບຄວາມສຳເລັດໃນການສ້າງ​ປະ​ເທດ​ຫວຽດນາມທີ່ປະຊາຊົນ​ຮັ່ງມີ, ປະເທດຊາດເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸດຕິ​ທຳ ​ແລະ ອາລະຍະທຳ, ຮອດ​ກາງ​ສະຕະວັດ​ທີ XXI ຈະ​ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາແລ້ວ ແລະ ມີ​ລາຍໄດ້​ສູງ ​ຕາມ​ທິດ​ສັງຄົມ​ນິຍົມ, ບັນລຸ​ໄດ້​ຄວາມ​​ປາ​ຖະໜາ​ຂອງ​ປະທານ​ໂຮ່ຈີ​ມິນ ​ແລະຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເຮັດ​ໃຫ້​ປະ​ເທດ​ທຽບ​ເທົ່າ​​ມະຫາ​ອຳນາດ​ໃນ​ໂລກ.

​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ​ຕ້ອງປຸກລະດົມ​ນ້ຳ​ໃຈ​ຮັກ​ຊາດ, ​ຄວາມ​​ປາ​ຖະໜາອຸທິດຕົນ, ເຈດຈຳນົງ​ເປັນ​ເຈົ້າ​ຕົນ​ເອງ, ​ຄວາມ​ໝັ້ນ​ໃຈໃນການສ້າງຕົນເອງໃຫ້ເຂັ້ມແຂງ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ການ​ເສີມ​ຂະຫຍາຍ​ກຳລັງ​ແຮງອັນຍິ່ງໃຫຍ່ຂອງກຸ່ມກ້ອມ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝມີຄວາມໝາຍຫຼັກ - ນີ້ແມ່ນຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຂອງເຮົາ ເຊິ່ງໃນນັ້ນ ແນວໂຮມປະເທດຊາດຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​ມີ​ບົດບາດ​ສຳຄັນ​, ມີຄວາມຮັບຜິດຊອບທີ່ສູງສົ່ງແລະ​ສະຫງ່າ​ລາສີ. 

ບົນ​ຈິດ​ໃຈ​ນັ້ນ, ​ໂດຍ​ພື້ນຖານ​ແລ້ວ ຂ້າພະ​ເຈົ້າ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທິດ​ທາງ, ​ເປົ້າ​ໝາຍ ​ແລະ ​ໂຄງການ​ດຳ​ເນີນ​ງານ​ໃນ​ວາລະ​ຕໍ່​ໄປ ທີ່​ບົດ​ລາຍ​ງານ​ການ​ເມືອງ​ໄດ້​ຍົກ​ອອກ​ມາ, ຂ້າພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ເຖິງ​ບາງ​ບັນຫາ​ ເພື່ອ​ໃຫ້ກອງປະຊຸມໃຫຍ່​ປຶກສາ​ຫາລື, ພິຈາລະນາ ແລະ ຕັດສິນຕົກລົງ:  

​ທີໜຶ່ງ, ຕ້ອງ​ເປັນເອກະພາບໃນ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ ​ແລະ ຄວາມ​ສຳຄັນ​ພິ​ເສດ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ແລະ ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ, ​ກ່ວາເວລາໃດໝົດ, ​​ໃຫ້​ບຸລິມະສິດ​ສູງ​ສຸດ​ກັບ​ການປັບປຸງ ​ແລະ ​ເສີມ​ຂະຫຍາຍ​​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ພາຍໃຕ້​ການ​ນຳພາ​ຂອງ​ພັກ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ສຳຄັນ​ ເພື່ອ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່.

ຄວາມເປັນຈິງ​ປະຫວັດສາດ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ສ້າງ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ ​ແລະ ​ເປັນ​ແຫຼ່ງທີ່ມາຂອງຄວາມສຳ​ເລັດທັງໝົດ​ຂອງ​ການ​ປະຕິວັດ​ຫວຽດນາມ; ສະພາບ​ການ​ຍິ່ງ​ຫຍຸ້ງຍາກ​ແລະທ້າ​ທາຍ​ຫຼາຍເທົ່າໃດ, ຄວາມ​​ຕ້ອງການ​ແລະໜ້າ​ທີ່​​ປະຕິວັດ​ກໍຍິ່ງຫຼາຍຂຶ້ນເທົ່ານັ້ນ, ເຮົາກໍ່ຍິ່ງຕ້ອງສາມັກຄີກັນຢ່າງ​ແໜ້ນ​ແຟ້ນ, ກ້ວາງ​ຂວາງ ແລະໝັ້ນຄົງ​ຫຼາຍຂຶ້ນເທົ່ານັ້ນ; ຄວາມສາມັກຄີເທົ່ານັ້ນທີ່ຈະນຳມາເຊິ່ງໄຊຊະນະໄດ້. ກຸ່ມກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ສາມາດ​ສ້າງ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ ແລະ​ກາຍ​ເປັນພະລັງ​ທີ່​ບໍ່ຊະນະເລີດໄດ້ ກໍ່ຕໍ່ເມື່ອ​ມີ​ການ​ຈັດ​ຕັ້ງ​ຢ່າງ​ແໜ້ນ​ແຟ້ນ, ມີຄວາມເຂົ້າໃຈຢ່າງ​ເຊິ່ງ ກ່ຽວ​ກັບຈຸດໝາຍແລະອຸດົມຄະຕິ ທີ່ໄດ້ຮັບການນຳທາງໂດຍແນວທາງ​ທີ່​ຖືກຕ້ອງ; ພັດທະນາໄດ້​ດີ​ທີ່​ສຸດ​ເມື່ອ​ເຕົ້າ​ໂຮມກັນໃນ​ແນວ​ໂຮມ​ປະ​ເທດ​ຊາດ ພາຍໃຕ້​ການ​ນຳພາ​ຂອງ​ພັກ.

ພັກ​ກອມ​ມູນິດ​ແມ່ນ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ​ໃນ​ຂະນະ​ດຽວ​ກັນ​ເປັນ​ຜູ້ນຳ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງຊົນທັງ​ຊາດ; ໜ້າທີ່​ຕົ້ນຕໍ​ຂອງ​ພັກ, ​ໂດຍ​ກົງຂອງ​ຄະນະພັກ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ແມ່ນໂຄສະນາ, ສຶກສາ​ອົບຮົມ​ມະຫາຊົນ​ໃຫ້ມີຄວາມ​ຕື່ນ​ຕົວ​ເຖິງ​ຄວາມຈຳ​ເປັນຕ້ອງສາມັກຄີກັນເຂົ້າ; ການເລືອກ​ຮູບ​ແບບ​ແລະ​ວິ​ທີ​ການ​ຈັດ​ຕັ້ງ​ທີ່​ເໝາະ​ສົມ ​ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມຂອງມະຫາຊົນ​ຢ່າງ​ກວ້າງ​ຂວາງ​ແລະໜາແໜ້ນ​; ຊີ້​ນຳ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​​ປວງ​ຊົນ ​ເຮັດ​ວຽກແລະ​ປະດິດ​ສ້າງ ​ຕາມ​ເປົ້າ​ໝາຍ​ແລະໜ້າທີ່ທີ່ສອດຄ່ອງກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ.

ການປະຕິບັດຕາມເປົ້າໝາຍຍຸດທະສາດ 100 ປີ ພາຍໃຕ້ການນຳພາຂອງພັກ, ການສະເຫຼີມສະຫຼອງຄົບຮອບ 100 ປີແຫ່ງການສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມຫວຽດນາມ ແມ່ນວຽກງານທີ່ສຳຄັນ, ຍິ່ງໃຫຍ່ ແຕ່ມີຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ; ພາລະກິດ​ນີ້ຈະ​ປະສົບ​ຜົນສຳ​ເລັດໄດ້ກໍ່ຕໍ່​ເມື່ອ​ພວກ​ເຮົາ​ສາມາດ​ເຕົ້າ​ໂຮມ​ກຳລັງ​ແຮງຂອງຄວາມ​ສາມັກຄີປວງຊົນທັງຊາດໄດ້.

ໃນ​ໄລຍະ​ປະຈຸ​ບັນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຕ້ອງ​ມີ​ບົດບາດ​ຫຼັກແຫຼ່ງ, ເປັນຜູ້ນຳ​ໃນ​ການ​ປະສານງານ​ກັບບັນດາ​ອົງການ​ສະມາຊິກ ​ເພື່ອ​ເຕົ້າ​ໂຮມ​ທຸກ​ຊັ້ນ​ຄົນແລະບຸກຄົນ​ທີ່ດີ​ເດັ່ນທັງໝົດ, ​ເສີມ​ຂະຫຍາຍ​ບົດບາດ​ນຳໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ ແລະ ປຸກລະດົມ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ຍິ່ງໃຫຍ່​​ຂອງ​ຊາວ​ກະສິກອນ, ປັນຍາ​ຊົນ ​ແລະ ຜູ້ອອກແຮງງານ, ຮັບປະກັນຄວາມເປັນເອກະພາບສູງທາງດ້ານຄວາມຮັບຮູ້, ແນວຄິດ ແລະ ການກະທຳ, ຍຶດໝັ້ນເປົ້າໝາຍ ແລະ ອຸດົມຄະຕິສັງຄົມນິຍົມ; ເປັນເຈົ້າການໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງປະຊາຊົນ; ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຂອງ​ຊາດ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ-ສັງຄົມ, ສ້າງສາ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ ແລະມີ​ຄວາມ​ຜາ​ສຸກ.

ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ສະມາຊິກ​ຄວນ​ເຮັດ​ວຽກ​ງານ​ໂຄສະນາ​ອົບຮົມ​ສຶກສາ ​ແລະ ຂົນຂວາຍ​ປະຊາຊົນ​ໃຫ້​ດີ​ທີ່ສຸດ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ, ​ເປັນ​ເອກະ​ພາບ ​ແລະ ສຸດ​ອົກ​ສຸດ​ໃຈ ​ໃນການປະຕິບັດ​ແນວທາງ ແຜນນະ​ໂຍບາຍ​ຂອງ​ພັກ, ນະໂຍບາຍ ​ກົດໝາຍ​ຂອງ​ລັດ; ​ຮັບ​ຮູ້ໄດ້​ຈະ​ແຈ້ງ​ເຖິງ​ແຜນການແລະ​ກົນອຸບາຍຂອງ​ບັນດາອິດທິ​ກຳລັງ​ສັດຕູແລະປະຕິກິລິຍາ ທີ່​ບິດ​ເບືອນ, ກໍ່ໃຫ້​ເກີດ​ການ​ແບ່ງ​ແຍກ ​ແລະ ທຳລາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ​. ແນວ​ໂຮມ​ປະ​ເທດ​ຊາດ​ຕ້ອງ​ເປັນ​ແກນ​ກາງ​ໃນ​ການ​ປົກ​ປັກ​ຮັກ​ສາ​ຮາກ​ຖານ​ອຸ​ດົມ​ການ​ຂອງ​ພັກ​ ແລະ ​ຕໍ່​ສູ້​ປະຕິເສດ​ບັນດາທັດສະນະ​ທີ່​ຜິດພາດ​ແລະ​ເປັນ​ສັດຕູ.

ທີ​ສອງ, ​ເບິ່ງ​ແຍງ ​ແລະ ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ, ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະຊາຊົນ; ເປົ້າໝາຍສູງສຸດແມ່ນຮັບໃຊ້ປະຊາຊົນ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ພັກເຮົາບໍ່ມີຜົນປະໂຫຍດອື່ນໃດນອກເໜືອຈາກຜົນປະໂຫຍດຂອງປະຊາຊົນ; ປະຊາຊົນ​ແມ່ນ​ໃຈກາງ ​ແລະ ​ເປັນເຈົ້າຂອງໃນທຸກແຜນ​ນະ​ໂຍບາຍ ​ແລະ​ແນວທາງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ; ຄວາມ​ມານະ​ພະຍາຍາມ​ທັງໝົດຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດ​ຫວຽດນາມ ແລະ​ ​ລະບົບ​ການ​ເມືອງທັງໝົດ ຈະ​ມີ​ຄວາມ​ໝາຍ​ກໍ່ຕໍ່ເມື່ອ​ປະຊາຊົນ​ມີ​ຊີວິດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງແລະມີ​ຄວາມ​ຜາ​ສຸກເທົ່ານັ້ນ.

ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ສະມາຊິກ​ຕ້ອງເປັນເຈົ້າການ ​ແລະຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເບິ່ງ​ແຍງ​ດູ​ແລ ​ແລະ ປັບປຸງຍົກສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ ບັນດາ​ຊົນ​ເຜົ່າສ່ວນໜ້ອຍ ທີ່ຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ໝູ່ເກາະ, ເຂດຕໍ່ຕ້ານເກົ່າ, ເຂດຍຸດທະສາດ, ເຂດ​ທີ່​ມີຜູ້ຄົນນັບຖື​ສາ​ສະໜາ​ຈໍານວນ​ຫຼາຍ​. ກວດ​ສອບ ​ແນະນຳຄະນະ​ພັກ, ອຳນາດການປົກຄອງ ແລະ ລະດົມ​ຜູ້​ໃຈ​ບຸນໃຫ້ຄວາມຊ່ວຍເຫຼືອແກ່​ຜູ້​ຄົນທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຜູ້​ດ້ອຍ​ໂອກາດ ໂດຍບໍ່​ປະຜູ້ໃດ​ໄວ້ຂ້າງຫຼັງ.

ເປັນເຈົ້າການໃນການສົມທົບ​​ກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາສັງຄົມທີ່ຮ້ອນເຄືອງ​ຢູ່​ຮາກ​ຖານ​ຢ່າງ​ມີ​ປະສິດທິ​ຜົນ. ຕັ້ງໜ້າ​ເຕົ້າ​ໂຮມ ​ແລະ ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ, ກາຍ​ເປັນບ່ອງອີງ​ທີ່​ໜ້າ​ເຊື່ອ​ຖື​ຂອງ​ປະຊາຊົນ ​ເພື່ອ​ສະທ້ອນ​ໃຫ້​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ມີ​ບົດບາດ​ທີ່​ດີ​ໃນ​ການ​ເປັນ​ປະທານ​ການ​ເຈລະຈາ, ການປະສານງານລະຫວ່າງບັນດາອົງການຈັດຕັ້ງສະມາຊິກ ໃນການດຳເນີນການຕິດຕາມກວດກາ ແລະວິພາກວິຈານສັງຄົມ, ໂດຍສະເພາະກ່ຽວກັບບັນຫາຊີວິດຂອງຊາດແລະຂອງປະຊາຊົນ. ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ ​ແລະຊຸກຍູ້​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ໃນ​ການ​ຕໍ່ສູ້​ປ້ອງກັນແລະຕ້ານການ​ສໍ້​ລາດ​ບັງ​ຫຼວງ, ການໃຊ້ຈ່າຍຟຸມເຟືອຍ​ແລະຄວາມຫຍໍ້ທໍ້. ໃນ​ຕໍ່ໜ້າ, ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານການ​ຈັດ​ຕັ້ງ ແລະ ຂົນຂວາຍ​ປະຊາຊົນ​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XVI ​ແລະການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ໄລຍະ 2026-2031 ຢ່າງ​ສຳ​ເລັດ​ຜົນ. 

ທີ​ສາມ, ສືບ​ຕໍ່ປ່ຽນແປງໃໝ່​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຕາມທິດທາງທີ່​ແທດ​ຈິງ, ​ໃກ້​ຊິດ​ກັບ​ປະຊາຊົນ ແລະ ​ໄປ​ຄຽງ​ຄູ່​ກັບ​ປະຊາຊົນ, “ເມື່ອ​ປະຊາຊົນ​ຕ້ອງການ ແນວໂຮມຈະຕອບສະໜອງ, ເມື່ອ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ແນວໂຮມກໍ່ພ້ອມທີ່ຈະມີສ່ວນຮ່ວມ​”.

 ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງແນວໂຮມປະເທດຊາດໃນການຜັນຂະຫຍາຍຂະບວນການແຂ່ງຂັນກັນຮັກຊາດທີ່ມີຄຸນນະພາບສູງແລະແທດຈິງ ເພື່ອຕອບສະໜອງຄວາມເພິ່ງພໍໃຈຂອງປະຊາຊົນ; ແຂ່ງຂັນ​ກັນ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ໃນ​ໄລຍະ​ໃໝ່​ໃຫ້​ປະສົບ​ຜົນສຳ​ເລັດ. 

ວິທີການປຸກລະດົມ ແລະ ເຕົ້າໂຮມຂອງອົງການຈັດຕັ້ງແນວໂຮມປະເທດຊາດຕ້ອງມີຄວາມຫຼາກຫຼາຍ, ອຸດົມສົມບູນດ້ວຍປະເພດ ແລະເນື້ອໃນທີ່ມີຊີວິດຊີວາ, ກາຍເປັນເວທີປາໄສຂອງມະຫາຊົນ ເຊິ່ງເປັນສະຖານທີ່ທີ່ຜູ້ຄົນທຸກຊົນຊັ້ນ, ທຸກຊົນເຜົ່າ, ທຸກສາສະໜາ, ຊາວຫວຽດນາມຢູ່ຕ່າງປະເທດ... ພົບ​ປະ ​ແລກປ່ຽນ​ຂໍ້​ມູນ​, ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ສົນທະນາປະຊາທິປະ​ໄຕ ​ແລະ ​ເປີດ​ກ້ວາງ​. ເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍສຸດຂີດ​ ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ນັກວິທະຍາສາດ, ຜູ້​ຊ່ຽວຊານ, ບຸກຄົນ​ທີ່​ເປັນ​ຕົວແທນ​ຈາກ​ທຸກ​ຊົນຊັ້ນ, ທຸກຊົນເຜົ່າ, ທຸກສາສະໜາ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ເພື່ອ​ພັດທະນາ​ປະ​ເທດ​ຊາດ.

 ກໍ່ສ້າງ​ຖັນແຖວພະນັກງານ​ແນວ​ໂຮມ​ປະ​ເທດ​ຊາດທີ່​ມີ​ຄວາມກະຕືລືລົ້ນ, ມີ​ຄວາມ​ຮັບຜິດຊອບ ແລະ ​ສຸດອົກສຸດໃຈໃນການຮັບໃຊ້​ປະຊາຊົນ, ​ເພື່ອ​ຊີວິດ​ທີ່ຈະ​ເລີ​ນຮຸ່ງ​ເຮືອງແລະ​ຄວາມ​​ສຸກຂອງປະຊາຊົນ, ໃກ້ຊິດ​ສະໜິດສະໜົມ​ກັບ​ປະຊາຊົນ​ຢ່າງ​ແທ້​ຈິງ, ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ, ຮັກ​ປະຊາຊົນ, ​ເປັນ​ແບບຢ່າງອັນໂດດເດັ່ນໃຫ້ປະຊາຊົນທີ່ຮັກ, ເຄົາລົບ, ໄວ້ວາງໃຈແລະແບ່ງປັນ.

​ໃນ​ໄລຍະ​ປະ​ຕິ​ວັດ​ໃໝ່, ​​ຄະນະ​ພັກແລະອຳນາດການປົກຄອງທຸກຂັ້ນ, ພະນັກງານແລະສະມາຊິກ​ພັກ​ທຸກຄົນ ຕ້ອງ​ສືບ​ຕໍ່​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ທີ່​ຕັ້ງ, ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ຄວາມ​ສາມັກຄີ​ປວງຊົນທັງຊາດທີ່ຍິ່ງໃຫຍ່ ​ແລະ ວຽກ​ງານຂອງ​ແນວ​ໂຮມ​ປະ​ເທດ​ຊາດ; ສົ່ງເສີມຄວາມຮັບຜິດຊອບຕໍ່ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ແລະ ບັນດາ​ອົງການ​ການ​ເມືອງ-ສັງຄົມ ​ໃນ​ກົນ​ໄກ “ພັກນຳພາ, ລັດຄຸ້ມ​ຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ການ​ເມືອງ​-ສັງຄົມ ​ເປັນ​ແກນ​ກາງ ເພື່ອ​ໃຫ້​ປະຊາຊົນ​ເປັນ​ເຈົ້າ​ຂອງ” ເຊິ່ງຕິດພັນກັບທິດນຳ ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ, ປະຊາຊົນ​ຕິດຕາມກວດກາ, ປະຊາຊົນຊົມໃຊ້”.

ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ສືບ​ຕໍ່​ເອົາ​ໃຈ​ໃສ່​​ຊີ້​ນຳ ນຳພາ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເອົາໃຈໃສ່ຢ່າງເປັນປະຈຳກັບ​ແນວ​ໂຮມ​ປະ​ເທດ​ຊາດ ດ້ວຍ​ຄວາມ​ຈິງ​ໃຈ, ເປີດກວ້າງ, ຮັບຟັງ, ທຸ່ມເທ ​ແລະພະຍາຍາມ​ແກ້​ໄຂ​ບັນຫາຂອງ​ປະຊາຊົນ. ສືບ​ຕໍ່​ເພີ່ມເຕີມ ແລະ ປັບປຸງແຜນນະໂຍບາຍ, ນະໂຍບາຍ ກົດໝາຍ​ໃຫ້ສົມບູນແບບ ​ເພື່ອ​ລະດົມ​ບັນດາ​ແຫຼ່ງກຳລັງ, ​ເສີມຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ ແລະຄວາມປະດິດ​ສ້າງ​ຂອງ​ບັນດາ​ຊົນ​ຊັ້ນ​ສັງຄົມ, ອົງການ ແລະບຸກຄົນ​ ໃນ​ພາລະກິດການ​ສ້າງສາ ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ. ດ້ວຍ​ຈິດ​ໃຈ​ສາມັກຄີ ​ແລະ ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ກອງ​ປະຊຸມໃຫຍ່, ພວກເຮົາ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງວ່າ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນ​ຈະ​ສືບ​ຕໍ່​ມີ​ການ​ປ່ຽນແປງໃໝ່, ເປັນເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ, ​ເຕົ້າ​ໂຮມປະຊາຊົນຈຳນວນຫຼາຍຈາກທຸກສາຂາອາຊີບໃຫ້ສາມັກຄີກັນ​ເປັນໜຶ່ງ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມກ້າຫານ ແລະ ກຳລັງແຮງຂອງຊາວຫວຽດນາມທີ່ຈະຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍທັງໝົດ, ຍາດແຍ່ງກາລະໂອກາດ, ໂຊກລາບໃໝ່, ເປັນເຈົ້າຕົນເອງ, ຄວາມພູມໃຈ, ຄວາມໝັ້ນໃຈທີ່ຈະກ້າວເຂົ້າສູ່ຍຸກໃໝ່ - ຍຸກແຫ່ງການບືນຕົວຂຶ້ນຢ່າງແຂງແຮງຂອງຊາດຫວຽດນາມ; ທຸກສິ່ງທຸກຢ່າງເພື່ອເປົ້າໝາຍ "ປະຊາຊົນ​ຮັ່ງມີ, ປະ​ເທດຊາດ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸດຕິ​ທຳ ແລະ ອາລະຍະທຳ”.

ສາມັກຄີ, ສາມັກຄີ ແລະ ມະຫາສາມັກຄີ.

ຄວາມສໍາເລັດ, ຄວາມສໍາເລັດ, ຄວາມສໍາເລັດອັນຍິ່ງໃຫຍ່.

​ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ຜູ້​ແທນ​ທຸກ​ຄົນ​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນສຳ​ເລັດ.

ຂໍອວຍພອນໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດອັນດີງາມ.

ຂອບໃຈຫຼາຍໆ!

---------------------

* ຫົວຂໍ້ໂດຍວາລະສານກອມມູນິດ

(1) ລັດຖະທຳມະນູນປີ 2013 ກຳນົດ: “ແນວໂຮມປະເທດຊາດຫວຽດນາມແມ່ນອົງການພັນທະມິດທາງການເມືອງ ເຊິ່ງເປັນພັນທະພາບອາສາສະໝັກຂອງບັນດາອົງການທາງການເມືອງ, ອົງການທາງການເມືອງ-ສັງຄົມ, ອົງການ​ຈັດ​ຕັ້ງ​ສັງຄົມ ​ແລະ ບຸກຄົນ​ທີ່​ຕາງໜ້າ​ໃຫ້​ບັນດາ​ຊົນ​ຊັ້ນ​ສັງຄົມ, ຊັ້ນ​ຄົນ, ຊົນ​ເຜົ່າ, ສາສະໜາ ​ແລະ ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ. ແນວໂຮມປະເທດຊາດຫວຽດນາມແມ່ນພື້ນຖານທາງການເມືອງຂອງອຳນາດການປົກຄອງປະຊາຊົນ; ເປັນຕົວແທນ, ຜູ້ປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງປະຊາຊົນ; ເຕົ້າໂຮມແລະເສີມຂະຫຍາຍກຳລັງແຮງແຫ່ງຄວາມສາມັກຄີປວງຊົນທັງຊາດທີ່ຍິ່ງໃຫຍ່, ປະຕິບັດປະຊາທິປະໄຕ ແລະເພີ່ມທະວີຄວາມເຫັນດີເຫັນພ້ອມທາງສັງຄົມ; ຕິດຕາມກວດກາ ແລະວິພາກວິຈານສັງຄົມ; ເຂົ້າຮ່ວມການກໍ່ສ້າງພັກ ແລະ ລັດ, ເຂົ້າຮ່ວມກິດຈະກຳການຕ່າງປະເທດປະຊາຊົນ ເພື່ອປະກອບສ່ວນການສ້າງສາແລະປົກປັກຮັກສາປະເທດຊາດ.