ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ -
ເປັນນັກຮົບກອມມູນິດທີ່ຈົງຮັກພັກດີ
, ຜູ້ນຳທີ່ດີເດັ່ນ,
ໄດ້ອຸທິດຊີວິດໃຫ້ແກ່ພັກ, ປະເທດຊາດ ແລະປະຊາຊົນ

ໂດຍ ສຈ. ປອ. ໂຕ ເລິມ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ
04:39, 28-12-2024

ວກ. - ໃນ​ໄລຍະ​ເຮັດ​ວຽກ, ໂດຍດຳລົງ​ຕຳ​ແໜ່​ງຕ່າງໆຫຼາຍຕຳແໜ່ງ ​ແລະຄວາມ​ຮັບຜິດຊອບ​ອັນຍິ່ງ​ໃຫຍ່ ທີ່​ໄດ້ຮັບມອບໝາຍຈາກພັກ, ລັດ ​ແລະປະຊາຊົນ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ການປະຕິວັດ​ຂອງ​ຫວຽດນາມ. ສະຫາຍເປັນ​ຕົວ​ຢ່າງ​ທີ່​ສົດໃສ​ຂອງ​ທະຫານ​ກອມ​ມູນິດຜູ້ກ້າແກ່ນ, ຜູ້​ນຳ​ທີ່​ດີ​ເດັ່ນເປັນພິເສດ, ອຸທິດ​ຊີວິດທັງຊີວິດໃຫ້ກັບ​ພັກ, ​​ປະ​ເທດ​ຊາດ ແລະ ​ປະຊາຊົນ, “ສູນລວມແຫ່ງຄຸນສົມບັດ, ຄວາມ​ສາມາດ, ຄວາມ​ກ້າຫານ ແລະ ສະຕິ​ປັນຍາ​ຂອງຜູ້ນຳ​ຫວຽດນາມຢ່າງຄົບຖ້ວນ ໃນໄລຍະການປ່ຽນແປງໃໝ່(1). ບັນດາ​ມໍລະດົກ​ທີ່​ສະຫາຍ​ສ້າງ​ໄວ້​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສືບ​ທອດ ​ແລະ ​ເສີມຂະຫຍາຍ​ໂດຍ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະກອງທັບ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ນຳ​ປະ​ເທດ​ຊາດ​ຫວຽດນາມ​ໄປ​ສູ່​ສັງຄົມ​ນິຍົມຢ່າງໝັ້ນຄົງ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄປຢ້ຽມຢາມ ແລະອວຍພອນປີໃໝ່ກອງຕຳຫຼວດຈະລາຈອນ-ຮັກສາຄວາມສະຫງົບ- ເຄື່ອນທີ່ (ຕຳຫຼວດເມືອງ ບາດິ່ງ), ເດືອນກຸມພາ 2018 _ແຫຼ່ງ: hanoimoi.vn

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີສະຕິປັນຍາ, ຄວາມສາມາດ ແລະ ບຸກຄະລິກກະພາບອັນຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ນັກຄິດ, ນັກວັດທະນະທຳ, ທິດສະດີຂອງພັກ, ນັກຮຽນເກັ່ງທີ່ຮ່ຳຮຽນຕະຫຼອດມາ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ, ແບບແຜນຂອງປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອພາລະກິດປະຕິວັດຂອງພັກແລະຊາດຂອງເຮົາ, ໃຊ້ຊີວິດທັງຊີວິດເພື່ອປະເທດຊາດ ແລະປະຊາຊົນ.

ເກືອບ 60 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ທີ່​ອຸດົມສົມບູນ​ແລະໝັ້ນໜຽວ, ​ໄດ້​ຮັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມໃນການເຄື່ອນໄຫວ​ປະຕິວັດ, ດ້ວຍ​ເຈດ​ຈຳນົງທາງ​ການ​ເມືອງທີ່ເຂັ້ມແຂງແລະແນ່ວແນ່, ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ​ແນວ​ຄິດ​ທິດ​ສະ​ດີ​ແຫຼມ​ຄົມແລະຄວາມສະຫຼາດທາງວິຊາການ, ດ້ວຍຮູບແບບ​ການ​ເຮັດ​ວຽກ​ທີ່ຂະຫຍັນໝັ່ນພຽນແລະທົນທານໜຽວແໜ້ນ, ສະຫາຍ ຫງວຽນ​ຝູຈ້ອງ ພ້ອມກັບຄະນະ​ບໍລິຫານ​ງານສູນກາງ, ກົມ​ການ​ເມືອງ ​ແລະ ຄະນະ​ເລຂາທິການ​ ໄດ້​ນຳ​ໃຊ້​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ພັດທະນາ​ລັດທິ ມາກ-​ເລ​ນິນ ​ແລະແນວຄິດ​ໂຮ່ຈີ​ມິນ, ຈາກ​ນັ້ນ ​ເພີ່ມ​ເຕີມ ປັບປຸງບູລະນະ ​ແລະ ນຳພາ​ການ​ປະຕິບັດ​ແນວທາງປ່ຽນແປງໃໝ່​ຢ່າງ​ສຳ​ເລັດ​ຜົນ, ປະກອບສ່ວນ​ຊີ້​ແຈ້ງ​ທິດ​ສະ​ດີກ່ຽວກັບລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​​ໄປ​ສູ່​ລັດທິສັງຄົມ​ນິຍົມ​ຂອງ​ຫວຽດນາມ, ກໍ່ສ້າງ​ປະ​ເທດ​ຂອງພວກ​ເຮົາໃຫ້ຈະເລີນພັດທະນາຢ່າງ “ບໍ່ເຄີຍມີໂຊກມີໄຊ, ທ່າແຮງ, ກຽດສັກສີ ແລະຕໍາແໜ່ງສາກົນຄືປະຈຸບັນ”.

ຕະຫຼອດຊີວິດການເຄື່ອນໄຫວປະຕິວັດຂອງຕົນ, ວຽກງານທິດສະດີຂອງພັກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ຈາກສະຫາຍ ຫງວຽນຝູຈ້ອງ, ເພາະວ່າ “ບໍ່ມີທິດສະດີປະຕິວັດ ຈະບໍ່ມີການເຄື່ອນໄຫວປະຕິວັດ”(2). ສະຫາຍ​ເນັ້ນ​ໜັກ​ວ່າ: “ແນວທາງ​ຂອງ​ພັກ​ທີ່​ບໍ່​ສະທ້ອນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ປະ​ເທດ​ຊາດ, ບໍ່​ສອດຄ່ອງ​ກັບ​ກົດເກນ​ຂອງວິວັດ​ການ​ປະຫວັດສາດ, ​ແມ່ນ​ແນວທາງ​ທີ່​ຜິດພາດ”(3). ດັ່ງນັ້ນ, ທິດສະດີຕ້ອງແບກຫາບພາລະກິດໃນ “ການບືນຕົວຂຶ້ນເພື່ອນຳທາງແລະໄປພ້ອມກັບການປະຕິບັດ”(4). ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ການ​ເປັນຜູ້ນຳ​ສູງ​ສຸດ​ຂອງ​ພັກ, ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ທິດ​ສະ​ດີ​ຂອງ​ພັກ​ເປັນ​ເວ​ລາ​ຫຼາຍ​ປີ, ສະ​ຫາຍ ຫງວຽນ​ຝູ​ຈ້ອງ ໄດ້​ມີ​ການ​ປະ​ກອບ​ສ່ວນ​ອັນໃຫຍ່​ຫຼວງ​ໃນ​ການ​ຊີ້​ນຳ, ນຳພາການສະຫຼຸບສັງ​ລວມພຶດຕິກຳ, ຄົ້ນຄວາມທິດສະດີ, ພັດ​ທະ​ນາ​ຄວາມ​ຮັບ​ຮູ້ທິດສະດີຂອງພັກເຮົາ​ກ່ຽວ​ກັບ​ແນວ​ທາງປ່ຽນແປງໃໝ່, ກ່ຽວກັບຮູບ​ແບບລັດທິ​ສັງ​ຄົມ​ນິ​ຍົມສະເພາະ​ຂອງ​ຫວຽດ​ນາມທີ່ນັບ​ມື້​ນັບ​ຈະ​ແຈ້ງແລະສົມບູນ. 

ສະຫາຍ​ກ່າວ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຮັບ​ຮູ້​ທົ່ວ​ໄປ ​ກ່ຽວ​ກັບ​ຮູບ​ແບບ​ລັດທິສັງຄົມ​ນິຍົມ​ຂອງ​ຫວຽດນາມວ່າ: “ສັງຄົມສັງຄົມ​ນິຍົມ​ທີ່​ປະຊາຊົນ​ຫວຽດນາມ​ພະຍາຍາມ​ກໍ່ສ້າງນັ້ນ ​ແມ່ນ​ສັງຄົມ​ທີ່ປະຊາຊົນ​ຮັ່ງມີ, ປະ​ເທດ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸຕິ​ທຳ ແລະອາລະຍະທຳ; ໂດຍປະຊາຊົນເປັນເຈົ້າຂອງ; ມີ​ເສດຖະກິດ​ພັດທະນາ​ສູງ, ອີງ​ໃສ່​ກຳລັງ​ການ​ຜະລິດ​ທີ່​ທັນ​ສະ​ໄໝ ​ແລະ ການ​ພົວພັນ​ການ​ຜະລິດ​ທີ່​ເໝາະ​ສົມ; ມີ​ວັດທະນະທຳ​ທີ່​ກ້າວໜ້າ, ອຸດົມສົມບູນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ; ປະຊາຊົນ​ມີ​ຊີວິດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ, ​ເສລີ, ມີ​ຄວາມ​ຜາ​ສຸກ ​ແລະ ມີ​ເງື່ອນ​ໄຂ​ພັດທະນາ​ຢ່າງຮອບດ້ານ; ບັນດາ​ຊົນ​ເຜົ່າ​ໃນ​ວົງຄະນາຊາດຫວຽດນາມ ລ້ວນ​ແຕ່​ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ​ນັບຖື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ພ້ອມກັນ​ພັດທະນາ; ມີ​ລັດແຫ່ງອຳນາດກົດ​ໝາຍ​ສັງ​ຄົມ​ນິ​ຍົມທີ່ເປັນຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ ພາໃຕ້ການ​ນຳພາ​ຂອງ​ພັກ​ກອມ​ມູ​ນິດ; ມີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ”(5).

ເພື່ອ​ບັນລຸ​ເປົ້າໝາຍທົ່ວໄປ ​ແລະຄຸນລັກສະນະ​ຂອງສັງຄົມ​ສັງຄົມ​ນິຍົມ, ພັກ​ກອມ​ມູນິດ​ຫວຽດນາມ ​ສະໜັບສະໜູນ​ການ​ປະຕິບັດ 8 ທິດ​ທາງ​ກໍ່ສ້າງ​ສັງຄົມ​ນິຍົມ ​ຕິດ​ພັນ​ກັບ 8 ຂົງ​ເຂດ​ຕົ້ນຕໍ​ຂອງ​ຊີວິດ​ການ​ເມືອງ, ​ເສດຖະກິດ-ສັງຄົມ ເຊິ່ງມີ​ຄວາມ​ໝາຍ​ຄືກັບ​ເສັ້ນທາງ, ວິທີການໄປສູ່​ຈຸດໝາຍ​ປາຍທາງ, ​​ນັ້ນຄື: ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ ​ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດພູມປັນຍາ ​ແລະ ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ; ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ສ້າງ​ວັດ​ທະ​ນະ​ທໍາ​ທີ່​ກ້າວ​ໜ້າ ແລະ ​ອຸ​ດົມໄປດ້ວຍເອກະລັກ​ຂອງ​ຊາດ​; ສ້າງຄົນແລະປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ; ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ; ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່ເປັນ​ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ; ເປັນເຈົ້າການ​ແລະຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ສ້າງພື້ນຖານ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ​ປະຕິບັດມະຫາສາມັກຄີປວງຊົນທັງຊາດ, ​ເພີ່ມ​ທະວີ​ແລະຂະຫຍາຍ​ແນວ​ໂຮມ​ປະ​ເທດ​ຊາດເອກະພາບ; ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ທີ່ເປັນຂອງປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ; ກໍ່ສ້າງ​ພັກທີ່​ສະອາດປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ.

ໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ບັນ​ດາ​ທິດ​ທາງ​ພື້ນ​ຖານ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເປັນ​ເຈົ້າ​ການ ແລະ ແກ້​ໄຂ​ເປັນ​ຢ່າງ​ດີ 10 ສາຍ​ພົວ​ພັນ​ໃຫຍ່​ຄື: ລະ​ຫວ່າງ​ສະ​ຖຽນ​ລະ​ພາບ, ການປ່ຽນແປງໃໝ່ ແລະ ການ​ພັດ​ທະ​ນາ; ລະຫວ່າງການປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ທາງດ້ານການເມືອງ; ລະ​ຫວ່າງ​ການປະຕິບັດຕາມກົດເກນຕະ​ຫຼາດ ​ແລະ​ການ​ຮັບ​ປະ​ກັນ​ທິດ​ທາງ​ສັງ​ຄົມ​ນິ​ຍົມ​; ລະ​ຫວ່າງ​ການ​ພັດ​ທະ​ນາ​ກໍາລັງການ​ຜະ​ລິດ​ ​ແລະ​ ການ​ກໍ່​ສ້າງ, ປັບປຸງ​ການ​ພົວ​ພັນ​ການ​ຜະ​ລິດ​ສັງ​ຄົມ​ນິ​ຍົມໃຫ້ສົມບູນເທື່ອລະກ້າວ​; ລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ; ລະຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ, ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ລະຫວ່າງ​ການ​ກໍ່ສ້າງ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ; ລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ; ລະຫວ່າງ​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ລັດ ​ແລະ ການ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ລະ​ຫວ່າງ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ ​ແລະ​ ເສີມ​ຂະ​ຫຍາຍ​ການ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ກົດ​ໝາຍ, ການ​ຮັບ​ປະ​ກັນ​ລະ​ບຽບ​ວິ​ໄນ​ໃນ​ສັງ​ຄົມ...

ກິດຈະການປ່ຽນແປງໃໝ່ ​ແລະ ກໍ່ສ້າງ​ສັງຄົມ​ນິຍົມ​ຫວຽດນາມ ​ແມ່ນ​ການດັດປ່ຽນປະຕິວັດທີ່ຍິ່ງ​ໃຫຍ່, ຮອບດ້ານ, ​ເລິກ​ເຊິ່ງ, ແມ່ນການຕໍ່ສູ້ຍາວ​ນານ ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ, ລຳບາກ, ສັບສົນ, ຍາວນານ ເຊິ່ງທັງຕ້ອງດຳເນີນການ, ທັງຖອດຖອນບົດຮຽນ. ສະນັ້ນ, ຕ້ອງເອົາໃຈໃສ່ເປັນຢ່າງສູງຕໍ່ວຽກງານສະຫຼຸບສັງລວມ ແລະ ການຄົ້ນຄວ້າທິດສະດີ. ບັນດາ​ບັນຫາ​ທິດ​ສະ​ດີ​ກ່ຽວ​ກັບແນວທາງການປ່ຽນແປງໃໝ່​ຢູ່​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມເຕີມ​ແລະປັບປຸງໃຫ້ສົມບູນແບບ, ​ໃນ​ນັ້ນ​ມີ​ສ່ວນຮ່ວມ​ອັນ​ໃຫຍ່​ຫຼວງ​ຂອງສະຫາຍເລຂາທິຫານໃຫຍ່ ຫງວຽນຝູຈ້ອງ ເຊິ່ງ​ມີ​ບົດບາດ​ສຳຄັນ​ພິ​ເສດ​ໃນ​ການ​ຊີ້​ນຳ ​ແລະ ຄ່ອຍໆກ້າວ​ເຂົ້າ​ສູ່​ການ​ຜັນ​ຂະຫຍາຍລັດທິ​ສັງຄົມ​ນິຍົມ​ທີ່​ມີ​ລັກສະນະ​ສະເພທະຫວຽດນາມ.

ບັນດາ​ມໍລະດົກ​ທາງ​ທິດ​ສະ​ດີ​ຂອງ​ສະຫາຍ​ຍັງ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແຂງ​ແຮງ​ໃນ​ເສັ້ນທາງ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ​ຄື: “ການ​ກ້າວໄປສູ່ລັດທິ​ສັງຄົມ​ນິຍົມ​ແມ່ນ​ຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນຂອງ​ເຮົາ, ​ເປັນ​ການ​ເລືອກທີ່ຖືກຕ້ອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈີມິນ, ​ເໝາະ​ສົມ​ກັບ​ທ່າ​ອ່ຽງການພັດທະນາ​ຂອງປະ​ຫວັດ​ສາດ​”(6) ແລະ "ມີພຽງລັດທິສັງຄົມນິຍົມ ແລະລັດທິກອມມູນິດເທົ່ານັ້ນ ທີ່ສາມາດແກ້ໄຂບັນຫາຄວາມເປັນເອກະລາດຂອງຊາດໄດ້ຢ່າງສົມບູນ ແລະ ນຳມາເຊິ່ງຊີວິດທີ່ເປັນເອກະລາດ, ຈະເລີນຮຸ່ງເຮືອງ ແລະມີຄວາມສຸກຢ່າງແທ້ຈິງ ໃຫ້ກັບທຸກຄົນແລະທັງຊາດ(7), ພ້ອມກັນນັ້ນ ກໍ່ປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາ​ຂອງຂະບວນການ​ກອມ​ມູນິດ​ໃນ​ໂລກ, ເພີ່ມເຕີມ​ແລະພັດທະນາ​ລັດທິ​ມາກ-​ເລ​ນິນ ​ແລະ ແນວຄິດ​ໂຮ່ຈີມິນ ​ໃນ​ຍຸກ​ປະຈຸ​ບັນ.

 ຕະຫຼອດ​ໄລຍະ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ຕົນ, ສະຫາຍ ຫງວຽນ​ຝູຈ້ອງ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ກໍ່ສ້າງ​ແລະປັບປຸງ​ພັກ. ສະຫາຍ​ຮຽກຮ້ອງ​ໃຫ້ ຖື​ວ່າ​ນີ້​ເປັນວຽກ​ງານ​ສຳຄັນ, ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ພັກ ​ແລະ ລະບອບ​ສັງຄົມ​ນິຍົມ(8), ​ເພາະວ່າ “ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ແມ່ນ​ປັດ​ໄຈ​ຕັດສິນ​ໄຊຊະນະ​ຂອງ​ຂະ​ບວນການ​ປ່ຽນແປງໃໝ່ ​ແລະ ຮັບປະກັນ​ໃຫ້​ປະ​ເທດ​ພັດທະນາ” ສອດຄ່ອງກັບແນວທາງສັງຄົມນິຍົມ”(9). ວຽກ​ງານ​ກໍ່ສ້າງ ​ແລະປັບປຸງ​ພັກ ​ແມ່ນ​ໄດ້​ກວມ​ເອົາ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ກ້ວາງ​ຂວາງ ​ແລະ ຮອບດ້ານ, ຕັ້ງ​ແຕ່ທາດແທ້, ​ເປົ້າ​ໝາຍ, ຄຸນ​ລັກສະນະ, ຫຼັກການເຄື່ອນໄຫວ ແບບວິທີ​ການ​ນຳພາ-ການກຳອຳນາດ​ຂອງ​ພັກ ໄປຈົນ​ເຖິງ​ຂົງ​ເຂດ​ສະ​ເພາະ ​ເຊັ່ນ: ວຽກ​ງານແນວຄິດ, ທິດ​ສະ​ດີ, ການຈັດ​ຕັ້ງ, ພະນັກງານ, ການກວດກາ, ລະບຽບ​ວິ​ໄນ, ການກໍ່ສ້າງ​ພັກທາງດ້ານຄຸນສົມບັດມິນທຳ, ວັດທະນະທຳ​ພາຍ​ໃນ​ພັກ...

ສະຫາຍ​ໄດ້​ກຳນົດ​ວ່າ ຈຸດໝາຍ​ສຳຄັນ ​ແລະ ຍຸດ​ທະ​ສາດ​ຂອງ​ວຽກ​ງານ​ກໍ່ສ້າງແລະປັບປຸງ​ພັກ ​ແມ່ນ​ສ້າງ​ພັກ​ກອມ​ມູນິດ​ຫວຽດນາມ​ໃຫ້​ກາຍ​ເປັນ ພັກ​ປະຕິວັດທີ່​ແທ້​ຈິງ ມີແນວທາງທີ່ຖືກຕ້ອງ, ມີການຈັດຕັ້ງທີ່​ແໜ້ນ​ແຟ້ນ, ມີຖັນແຖວພະນັກງານ ສະມາຊິກ​ພັກທີ່ສະອາດ​ປອດ​ໃສ, ​ເປັນ​ແບບຢ່າງທີ່ດີ, ອຸທິດ​ຕົນ, ມີ​ສາຍ​ພົວພັນສະໜິດສະໜົມ​ກັບ​ປະຊາຊົນ, ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ, ​ແລ້ວ​ພັກ​ນັ້ນ​ຈະ​ມີ​ອຳນາດ​ຊະນະເລີດ, ບໍ່​ມີ​ກຳລັງ​ໃດ​ສາມາດ​ກີດຂວາງ​ເສັ້ນທາງ​ນຳພາ​​ຊາດ​ກ້າວ​ໄປ​ຂ້າງໜ້າໄດ້(10). ​ໂດຍ​ເລີ່​ມຈາກ​ທັດສະນະ​ທີ່​ວ່າ “ພະນັກງານ​ແມ່ນ​ຮາກ​ຖານ​ຂອງ​ວຽກ​ງານ​ທັງ​ໝົດ”, ສະຫາຍ ຫງວຽນ​ຝູຈ້ອງ ​ໃຫ້​ຮູ້​ວ່າ: “ວຽກ​ງານພະນັກງານ​ຕ້ອງ​ແມ່ນ​ຈຸດ​ບຸກທະລຸ, ​ແມ່ນ “ກຸນແຈ” ຂອງ​ວຽກ​ງານ “ກຸນ​ແຈ”, ຕິດ​ພັນ​ກັບ​ການ​ຢູ່​ລອດ​ຂອງ​ພັກ ແລະ ຊະ​ຕາ​ກຳ​ຂອງ​ລະ​ບອບ; ການພັດທະນາຢ່າງ​ວ່ອງ​ໄວ​ແລະຍືນ​ຍົງຂອງປະເທດ”, ດັ່ງ​ນັ້ນ “ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ ​ແລະ ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ, ​ໂດຍ​ສະ​ເພາະ​ແມ່ນ​ ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ​ ໃຫ້​ມີ​ຄຸນ​ນະພາ​ບ, ຄວາມ​ສາມາດ ​ແລະ ກຽດ​ສັກ​ສີ​ຢ່າງ​ພຽງພໍ; ເຊີດຊູຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ ແລະ ສະມາຊິກພັກ; ດຳລົງຕຳແໜ່ງທີ່ສູງກວ່າ ຈະຕ້ອງເປັນຕົວຢ່າງຫຼາຍກວ່າ”(11).

ສະຫາຍ ຫງວຽນຝູຈ້ອງ ແລະ ຄະນະບໍລິຫານງານສູນກາງພັກ ໄດ້ວາງແຜນແລະຊີ້ນຳໂດຍກົງ ໃນການປະຕິບັດແຜນນະໂຍບາຍຍຸດທະສາດກ່ຽວກັບການກໍ່ສ້າງແລະປັບປຸງພັກໃຫ້ປະສົບຜົນສຳເລັດ; ເດັດດ່ຽວຕໍ່ສູ້ຕ້ານລັດທິເອກະຊົນ, ຕ້ານການເສື່ອມໂຊມ ເສຍທາດຂາດຄຸນໃນພັກ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້, ຄຽງຄູ່ກັບການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ, ຄວາມກ້າຫານ, ສະຕິປັນຍາ, ການບຸກທະລຸ, ເສີມຂະຫຍາຍມູນເຊື້ອອັນດີງາມ, ສາຍພົວພັນໃກ້ຊິດສະໜິດສະໜົມກັບປະຊາຊົນ. ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ​ໃນ​ນັ້ນ​ມີ​ສະຫາຍ ຫງວຽນ​ຝູຈ້ອງ, ວຽກ​ງານ​ປ້ອງ​ກັນ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເດັດດ່ຽວ ​ແລະ ໝັ້ນຄົງ, ດ້ວຍ​ທິດນຳທີ່ວ່າ “ບໍ່​ມີ​ເຂດຕ້ອງ​ຫ້າມ, ບໍ່​ມີ​ຂໍ້​ຍົກ​ເວັ້ນ, ບໍ່ຖືກຜົນກະທົບທີ່ບໍ່ດີໂດຍອົງການຈັດຕັ້ງຫຼືບຸກຄົນໃດໆ"; ສົມທົບຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ປ້ອງ​ກັນ​ຢ່າງ​ຕັ້ງໜ້າ ກັບການເປັນເຈົ້າການໃນການຄົ້ນພົບ, ການຈັດການກັບການສໍ້​ລາດ​ບັງ​ຫຼວງ ​ແລະຄວາມຫຍໍ້ທໍ້ ຢ່າງເຂັ້ມງວດແລະທັນການ; ປະຕິບັດ​​ວິ​ໄນ​ຂອງ​ພັກ ໄປພ້ອມໆກັນກັບ ​ວິ​ໄນການ​ບໍລິຫານ ​ແລະດຳເນີນການຕາມກົດໝາຍ​ອາຍາ. ດັ່ງນັ້ນ, ຈຶ່ງມີຄວາມກ້າວໜ້າຢ່າງເຂັ້ມແຂງ, ບັນລຸໝາກຜົນທີ່ຮອບດ້ານ, ຕັ້ງໜ້າ, ແທດຈິງ, ຊັດເຈນຫຼາຍປະການ, ປະກອບສ່ວນກໍ່ສ້າງພັກ, ລັດເຮົາໃຫ້ນັບມື້ນັບສະອາດ, ເຂັ້ມແຂງ, ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງຂອງປະຊາຊົນ ຕໍ່ການນຳພາຂອງພັກ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ. ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ກໍ່ສ້າງ​ແລະປັບປຸງພັກ, ປ້ອງກັນ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ປະກົດ​ການ​ຫຍໍ້​ທໍ້ ​ແມ່ນ​ບັນດາ​ຫຼັກ​ຖານ​ຢັ້ງຢືນໃຫ້ເຫັນ​ຢ່າງ​ຈະແຈ້ງ​ວ່າ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າຫານ, ສະຕິ​ປັນຍາ, ການນຳພາ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຍາດ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນກິດຈະ​ການ​ປ່ຽນແປງໃໝ່​ປະ​ເທດ, ​ເອົາ​ຊະນະ​ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງສັດຕູທັງໝົດ, ກໍ່ສ້າງ​ສັງຄົມ​ແລະພັກ​ກອມ​ມູນິດ​ຫວຽດນາມມີ “ຄຸນ​ທຳ​ແລະອາລະຍະທຳ” ຢ່າງແທ້ຈິງ.

​ເສດຖະກິດ​ຕະຫຼາດຕາມທິດ​ສັງຄົມ​ນິຍົມ ​ແມ່ນ​ບາດກ້າວ​ບຸກທະລຸ​ທາງ​ທິດ​ສະ​ດີ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ທັງ​ໃນຖານະນັກ​ທິດ​ສະ​ດີ ​ແລະ ຜູ້​ນຳໃນການຈັດ​ຕັ້ງ​ປະຕິບັດຢ່າງສຳເລັດຜົນ ​ຮູບແບບເສດຖະກິດທົ່ວໄປຂອງປະເທດເຮົາໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ. ນີ້​ແມ່ນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທີ່​ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ດຳ​ເນີນ​ການຢ່າງ​ຄົບ​ຖ້ວນ ​ແລະ ສອດຄ່ອງ​ກັບກົດເກນ​ຂອງ​ເສດຖະກິດ​ຕະຫຼາດ ເຊິ່ງມີການຄຸ້ມ​ຄອງຂອງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມນຳ​ໜ້າ. ​ເປັນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ແບບ​ໃໝ່​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ; ອົງການເສດຖະກິດປະເພດໜຶ່ງທີ່ປະຕິບັດຕາມກົດເກນຂອງເສດຖະກິດຕະຫຼາດ ແລະອີງໃສ່ແລະນໍາພາແລະປົກຄອງໂດຍຫຼັກການແລະທາດແທ້ຂອງລັດທິສັງຄົມນິຍົມ. ນີ້​ບໍ່​ແມ່ນ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ ​ແລະ ບໍ່​ແມ່ນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​ຢ່າງ​ຄົບ​ຖ້ວນ (ຍ້ອນ​ວ່າ ຫວຽດນາມຍັງ​ຢູ່​ໃນສະໄໝ​ຂ້າມຜ່ານ)(12). ການກຳນົດທິດສັງຄົມນິຍົມຂອງລະບົບເສດຖະກິດ​​ແມ່ນ​ສະ​ແດງ​ອອກ​ທັງ 3 ດ້ານ​ຄື: ທາງດ້ານກຳມະສິດ, ການ​ຈັດ​ຕັ້ງ​​ຄຸ້ມ​ຄອງ ​ແລະ ການແຈກຢາຍຜະລິດຕະພັນ​ ຕ້ອງໄດ້ຮັບປະກັນ ເຊິ່ງ​ລັກສະນະໜຶ່ງ, ຄຸນສົມບັດ​ພື້ນຖານໜຶ່ງ ​ແມ່ນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສັງຄົມ, ​ການລວມ​ນະ​ໂຍບາຍ​ເສດຖະກິດກັບນະໂຍບາຍ​ສັງຄົມ, ການ​ເຕີບ​ໂຕ​ເສດຖະກິດ ຄຽງ​ຄູ່​ກັບ​ການ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ໃນ​ແຕ່ລະ​ບາດກ້າວ, ​ແຕ່​ລະ​ນະ​ໂຍບາຍ ​ແລະ ຕະຫຼອດ​ຂະ​ບວນການ​ພັດທະນາ. ​ການເນັ້ນໜັກ​ແລະການປະຕິບັດ​ຄຸນລັກສະນະ​ນີ້​ຢ່າງ​ມີ​ປະສິດທິ​ຜົນ ຖືເປັນ​ຫຼັກການ​ແລະພື້ນຖານ​ສຳລັບ​ການ​ພັດທະນາທີ່​ຍືນ​ຍົງ​ຂອງ​ປະ​ເທດ, ຮັບປະກັນ​ລັກສະນະ​ດີ​ເດັ່ນ​ຂອງ​ລະບອບ​ສັງຄົມ​ນິຍົມ ທີ່​ປະຊາຊົນ​ຫວຽດນາມພວມສ້າງຂຶ້ນ.

ສະຫາຍ ຫງວຽນ​ຝູຈ້ອງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍສັງຄົມທີ່ເປັນຂອງປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ. ສະຫາຍ ຫງວຽນຝູຈ້ອງ ໄດ້ສະຫຼຸບວ່າ: “ລັດແຫ່ງອຳນາດກົດໝາຍສັງຄົມນິຍົມແມ່ນມີຄວາມແຕກຕ່າງທາງດ້ານມາດແມ້ຈາກລັດແຫ່ງອຳນາດກົດໝາຍທຶນນິຍົມຢູ່ທີ່: ອຳນາດກົດໝາຍພາຍໃຕ້ລະບອບທຶນນິຍົມແມ່ນເປັນເຄື່ອງມືເພື່ອປົກປ້ອງ ແລະ ຮັບໃຊ້ຜົນປະໂຫຍດຂອງຊົນຊັ້ນນາຍທຶນ, ໃນຂະນະທີ່ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ​ແມ່ນ​ເຄື່ອງ​ມື​ທີ່ສະ​ແດງ​ອອກ ​ແລະ ປະຕິບັດ​ສິດ​ອຳນາດ​ຂອງ​ປະຊາຊົນ, ຮັບປະກັນ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສ່ວນ​ຫຼາຍ”(13). ຈາກການສະຫຼຸບດັ່ງກ່າວ, ສະຫາຍ ຫງວຽນ​ຝູຈ້ອງ ​ໄດ້​ວາງ​ຂໍ້​ກຳນົດ​ໃນ​ການ​ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ທີ່ເປັນ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ: “ພວກເຮົາ​ສ້າງ​ລັດ​ແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ - ລັດ​ທີ່​ສ້າງຂອບສະຖາບັນແລະກົດໝາຍເພື່ອການພັດທະນາປະເທດແລະປະເທດຊາດຢ່າງແທ້ຈິງ... ແຕ່ເຮົາຕ້ອງຈື່ໄວ້ສະເໝີວ່າ ລັດແຫ່ງອຳນາດກົດໝາຍທີ່ພວກເຮົາກຳລັງກໍ່ສ້າງແມ່ນລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ... ນີ້​ແມ່ນ​ບັນຫາ​ຫຼັກການ, ສຳຄັນ​ທີ່​ສຸດ”(14).  

ພາຍໃຕ້ການນຳພາຂອງສະຫາຍ ຫງວຽນຝູຈ້ອງ, ເປັນຄັ້ງທຳອິດ, ພັກກອມມູນິດຫວຽດນາມ ໄດ້ອອກມະຕິກ່ຽວກັບການສືບຕໍ່ກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນໃນ​ໄລຍະ​ໃໝ່ໃຫ້ສົມບູນແບບ, ກຳນົດ​ຈຸດໝາຍ “ປັບປຸງບູລະນະ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມຂອງປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ, ນຳພາ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ; ມີ​ລະບົບ​ກົດໝາຍ​ທີ່​ສົມບູນ ເຊິ່ງໄດ້ປະຕິບັດ​ຢ່າງ​ເຂັ້ມ​ງວດ​ແລະສອດຄ່ອງ; ຍຶດໝັ້ນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ​ເຄົາລົບ, ຮັບປະກັນ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ສິດທິ​ພົນລະ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ; ອຳນາດ​ລັດ​ເປັນ​ເອກະ​ພາບ, ໄດ້ຮັບການແບ່ງງານ​ຢ່າງ​ຈະ​ແຈ້ງ, ມີການປະສານງານ​ຢ່າງໃກ້ຊິດ ແລະ ຄວບ​ຄຸມ​ຢ່າງ​ມີ​ປະສິດທິ​ຜົນ; ການບໍລິຫານ​ແລະຕຸລາການມືອາຊີບ, ນິຕິທຳທັນສະໄໝ, ກົງຈັກ​ຂອງລັດ​ມີຄວາມກະທັດລັດຮັດກຸມ ສະອາດປອດ​ໃສ ​ແລະ ດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ພາບແລະປະສິດທິຜົນ; ຖັນແຖວພະນັກງານ ລັດຖະກອນ ພາລະກອນມີຄຸນສົມບັດ, ຄວາມສາມາດ, ວິຊາສະເພາະ ແລະ ມີຄວາມຊື່ສັດ; ການປົກຄອງແຫ່ງຊາດທີ່ທັນສະໄໝ ແລະ ມີປະສິດທິຜົນ; ຕອບ​ສະໜອງ​ຄວາມ​​ຕ້ອງການ​ຂອງ​ການ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ”(15).

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບປະຊາຊົນແຂວງ ເງ້ອານ (2017) _ແຫຼ່ງຂ່າວ: baonghean.vn

ໂດຍເຊີດຊູບົດບາດຂອງວັດທະນະທຳໃນການພັດທະນາປະເທດຊາດ, ຍຶດໝັ້ນແນວຄິດໂຮ່ຈີມິນ, ຊາບຊຶມເລິກເຊິ່ງເຖິງທີ່ຕັ້ງ ແລະ ບົດບາດສຳຄັນຂອງວັດທະນະທຳຄື: “ວັດທະນະທຳແມ່ນຈິດວິນຍານຂອງຊາດ”, “ຖ້າວັດທະນະທຳຢູ່, ປະເທດຊາດຈະຢູ່ລອດ”. , “ວັດທະນະທຳ​ຕ້ອງ​ສ່ອງ​ແສງ​ທາງ​ໃຫ້​ປະ​ເທດ​ຊາດ”, ນັກ​ວິ​ທະ​ຍາ​ສາດ​ວັດ​ທະ​ນະ​ທຳທີ່ຍິ່ງໃຫຍ່ ຫງວຽນ​ຝູ​ຈ້ອງ, ຜູ້​ນຳ​ທີ່​ດີ​ເດັ່ນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ພັກ, ໄດ້​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສ້າງ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ທີ່​ກ້າວ​ໜ້າ, ອຸ​ດົມ​ສົມ​ບູນໄປ​ດ້ວຍ​ເອ​ກະ​ລັກ​ຂອງ​ຊາດ, ​ແມ່ນ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ຂອງ​ພັກ​ຢ່າງ​ແທ້​ຈິງ, ເປັນ​ກຳ​ລັງແຮງພາຍໃນ ແຮງ​ຂັບ​ເຄື່ອນ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ. ສະຫາຍ ຫງວຽນຝູຈ້ອງ ຢືນຢັນວ່າ: “ຄວາມຮັບຮູ້ຂອງພັກໃນດ້ານວັດທະນະທໍານັບມື້ນັບຮອບດ້ານ ຄົບຖ້ວນ ແລະເລິກເຊິ່ງ. ພັກ​​ເຮົາ​ກຳນົດ​ວ່າ: ວັດທະນະທຳ​ແມ່ນ​ພື້ນຖານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ທັງ​ເປັນ​ເປົ້າ​ໝາຍ ​ແລະ ​ເປັນ​ກຳລັງ​ແຮງ​ພາຍ​ໃນ, ​ເປັນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ປະ​ເທດ​ຊາດ; ການ​ກຳນົດ​ການ​ພັດທະນາ​ວັດທະນະທຳ​ທີ່​ສອດຄ່ອງ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ຄວາມ​ກ້າວໜ້າ, ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ແມ່ນ​ທິດ​ທາງ​ພື້ນຖານ​ຂອງ​ຂະ​ບວນການ​ກໍ່ສ້າງ​ສັງຄົມ​ນິຍົມ​ຫວຽດນາມ, ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ເໜືອກ​ວ່າ​ຂອງ​ລະ​ບອບ​ຂອງ​ພວກ​ເຮົາ”(16). ພາຍໃຕ້ການນຳພາຂອງ ສະຫາຍ ຫງວຽນຝູຈ້ອງ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກ່າວເຖິງ ແລະວິເຄາະຢ່າງເລິກເຊິ່ງແລະກວ້າງຂວາງ ກ່ຽວກັບບົດບາດຂອງວັດທະນະທຳ ໃນການພັດທະນາເສດຖະກິດ-ສັງຄົມ; ກອງ​ປະ​ຊຸມທົ່ວປະເທດກ່ຽວກັບ​ວັດ​ທະ​ນະ​ທຳຂອງພັກ​ພາຍຫຼັງ 70 ກວ່າ​ປີ​ແມ່ນ​ຂີດ​ໝາຍທີ່ເຊື່ອມໂຍງແນວຄິດ ແລະ ການ​ກະທຳ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ຢ່ງແຂງແຮງ ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາປະເທດຊາດ. ພ້ອມ​ກັນ​ນັ້ນ​ກໍ​ເປີດ​ກວ້າງ​ວຽກ​ງານ​ຄົ້ນ​ຄ້ວາ, ກຳນົດ​ທິດ ​ແລະ ປະຕິບັດ​ການ​ກໍ່ສ້າງ​ລະບົບ​ຄຸນຄ່າ​ແຫ່ງ​ຊາດ, ລະບົບ​ຄຸນຄ່າ​ວັດທະນະທຳ ​ແລະ ມາດຕະຖານ​ມະນຸດ ໂດຍ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ລະບົບ​ຄຸນຄ່າ​ຄອບຄົວ​ຫວຽດນາມ ​ໃນ​ໄລຍະ​ໃໝ່; ກໍ່ສ້າງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຟື້ນ​ຟູ ​ແລະ ພັດທະນາ​ວັດທະນະທຳ ​ແລະ ກໍ່ສ້າງຄົນ​ຫວຽດນາມ...

​ໃນ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ, ດ້ວຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຂອງ​ໂລກ​ປະຈຸ​ບັນ, ພ້ອມ​ກັນ​ນັ້ນ ບົນ​ຈິດ​ໃຈ​ຮັກ​ສາ​ສັນຕິພາບ ​ແລະ ຄວາມ​ມານະ​ພະຍາຍາມ​ທີ່ບໍ່​ອິດ​ເມື່ອຍ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ການ​ປະກອບສ່ວນ​ປົກປ້ອງ​ແລະຮັກສາ​ສະພາບ​ແວດ​ລ້ອມສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ທົ່ວ​ໂລກ, ສະຫາຍ ຫງວຽນ​ຝູຈ້ອງ ​ໄດ້​ກາຍ​ເປັນ​ນັກຮົບນຳໜ້າ​ບຸກ​ເບີກ ແລະສ້າງ​ໜ້າ​​ໃໝ່ ​ໃນ​ການ​ພົວພັນລະຫວ່າງຫວຽດນາມ​ກັບຄູ່​ຮ່ວມ​ມື​ທີ່​ສຳຄັນ​, ສ້າງເງື່ອນໄຂເພື່ອຊຸກຍູ້ການພົວພັນມິດຕະພາບ ແລະການ​ຮ່ວມ​ມື ພ້ອມກັນ​ພັດ​ທະ​ນາ​ ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ; ເພີ່ມທະວີການປະກອບສ່ວນຂອງຫວຽດນາມ ຜ່ານຫຼາຍຄໍາໝັ້ນສັນຍາ ແລະການປະຕິບັດຕົວຈິງ; ສົມທົບ​​ຢ່າງ​ແໜ້ນ​ແຟ້ນ​ກຳລັງ​ແຮງ​ຂອງ​ຊາດ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ນຳ​ປະ​ເທດ​ເຮົາ​ກ້າວ​ໄປຂ້າງ​ໜ້າ​ຢ່າງ​ແຂງ​ແຮງ​ໃນ​ສະພາບ​ການ​ໂລກາພິວັດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃນ​ຖານະ​ເປັນ​ເລຂາທິການ​ໃຫຍ່, ສະຫາຍ ຫງວຽນ​ຝູຈ້ອງ ​ໄດ້​ເຂົ້າ​ຮ່ວມໂດຍ​ກົງໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ທີ່​ສຳຄັນຫຼາຍປະການ​ຂອງ​ພັກ​ແລະ​ປະ​ເທດ​ ໂດຍ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການສ້າງ ​ແລະ ຮັດ​ແໜ້ນ​ສະພາບ​ການ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປີດ​ກ້ວາງ, ມີ​ຄວາມ​ຫຼາກ​ຫຼາຍ ແລະພະຫຸພາຄີທີ່​ນັບ​ມື້​ນັບ​ພັດທະນາ - ຄວາມ​ສຳຄັນ​ທາງ​ຍຸດ​ທະ​ສາດ​ຂອງ​ປະ​ເທດ. 

ສະຫາຍ ຫງວຽນ​ຝູຈ້ອງ ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ ​ໄດ້​ຜັນ​ຂະຫຍາຍ​ແນວ​ຄິດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມຢ່າງ​ສົມບູນ​ແບບ, ສະຫຼຸບ​ສະພາບ​ຕົວ​ຈິງ, ກໍ່ສ້າງ​ແລະພັດທະນາ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ຫວຽດນາມ ທີ່ອຸດົມໄປດ້ວຍເອກະລັກຂອງ “​ໄມ້​ໄຜ່​​ຫວຽດນາມ”, “ຮາກໝັ້ນຄົງ, ລຳ​ແຂງ, ງ່າຍືດຫຍຸ່ນ”.  ຝ່າຍ​ການ​ຕ່າງ​ປະ​ເທດ​ແລະການ​ທູດ “​ໄມ້​ໄຜ່​ຫວຽດນາມ” ​ໄດ້​ຝັງ​ເລິກ​ດ້ວຍ​ຈິດ​ວິນ​ຍານ, ລັກສະນະ ​ແລະ ຄວາມກ້າຫານ​ຂອງ​ຊາວ​ຫວຽດນາມ: “ອ່ອນ​ໂຍນ, ສະຫລາດ, ​ແຕ່ຍືດຫຍຸ່ນ ​ແລະ ​ເດັດດ່ຽວ; ມີຄວາມຄ່ອງແຄ້ວ, ມີຫົວຄິດປະດິດສ້າງ, ແຕ່ມີຄວາມກ້າຫານ, ເດັດດ່ຽວໜຽວແໜ້ນ, ກ້າແກ່ນໃນການປະເຊີນໜ້າກັບທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ເພື່ອເອກະລາດແຫ່ງຊາດ, ເພື່ອເສລີພາບ ແລະ ຄວາມສຸກຂອງປະຊາຊົນ. ຄວາມ​ສາມັກຄີ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ເດັດດ່ຽວ​ໜຽວ​ແໜ້ນ​ໃນການປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ. ຮູ້ຈັກອ່ອນໂຍນ, ຮູ້ຈັກຍຶດໝັ້ນ, ຮູ້ເວລາ, ຮູ້ສະຖານະການ; ຮູ້ຈັກຕົນເອງ, ຮູ້ຈັກຜູ້ອື່ນ; ຮູ້ຈັກ​ກ້າວ​ຫນ້າ​, ຮູ້ຈັກຖອຍ​, “ຮູ້ປະພຶດແລ້ວແຕ່​ໂອ​ກາດ​"​, "ການ​ພົວ​ພັນ​ທີ່ນຸ່ມນວນແລະແໜ້ນແຟ້ນ!”(17). ນີ້​ກໍ່​ແມ່ນ​ພື້ນຖານ​ຫຼັກ​ຂອງ​ແນວ​ຄິດ ​ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຕັ້ງແຕ່​ຕົ້ນ, ຈາກໄລຍະ​ໄກ, ປົກ​ປັກ​ຮັກສາ​ປະ​ເທດ​ເມື່ອ​ບໍ່​ທັນ​ຕົກ​ຢູ່​ໃນ​ອັນຕະລາຍ; ພ້ອມ​ກັນ​ນັ້ນ, ປະກອບສ່ວນ​ຊຸກຍູ້​ບົດບາດ​ບຸກ​ເບີກ​ດ້ານ​ການ​ທູດ​ຮອບດ້ານ, ສ້າງ​ຕັ້ງ ​ແລະ ນຳພາ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ສິລະ​ປະ​ການ​ທູດ​ຍຸກ​ໃໝ່​ທີ່​ມີ​ເອກະລັກ​ສະ​ເພາະຂອງ “​ໄມ້​ໄຜ່​ຫວຽດນາມ” ບົນ​ພື້ນຖານ​ລັກສະນະ​ມະນຸດສະທຳ​ຂອງ​ຊາວ​ຫວຽດນາມ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, ນັບຖື “ຄວາມສັນທະວະໄມຕີ”, “ໃຊ້​ຄວາມ​ເມດ​ຕາ​ແທນ​ການ​ໃຊ້​ຄວາມ​ຮຸນ​ແຮງ” ​ມຸ່ງສູ່ບັນດາ​ຄຸນຄ່າທີ່​ກ້າວໜ້າ ​ແລະ ສັນຕິພາບ​ແບບ​ຍືນ​ຍົງ.

ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໂດຍກົງຈາກສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເອກະລັກຂອງ “ວຽກງານການຕ່າງປະເທດ ແລະ ການທູດຂອງຫວຽດນາມ” ໄດ້ຮັບການເຊີດຊູຢ່າງແຮງ, ສ້າງຈຸດຫັນປ່ຽນປະຫວັດສາດ, ຄຸນນະພາບໃນການພົວພັນລະຫວ່າງຫວຽດນາມ ແລະບັນດາຄູ່ຮ່ວມມືສຳຄັນ. “ປະຕິບັດ​ແນວທາງ​ການປ່ຽນແປງໃໝ່ຂອງ​ພັກກ່ຽວກັບການຕ່າງປະເທດ ​ແລະ ການ​ທູດ, ​ໃນ 40 ປີທີ່ຜ່ານມາ, ຫວຽດນາມບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ທີ່​ສຸດ​ຄື: ທຳລາຍ​ການ​ປິດ​ລ້ອມແລະຂວ້ຳບາດ, ສ້າງແລະປັບປຸງ​ການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ແໜ້ນ​ແຟ້ນ​ໃນ​ສະພາບ​ການ​ເປີດ​ກວ້າງ, ພົວພັນຫຼາຍກ້ຳຫຼາຍ​ຝ່າຍ ຫຼາຍຮູບແບບ ທີ່ເອື້ອອຳນວຍໃຫ້ແກ່ປານປ່ຽນແປງໃໝ່; ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ສະດວກ ​ແລະ ລະດົມ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ​ເພື່ອ​ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ. ​ການ​ຕ່າງປະ​ເທດແລະການ​ທູດ​ມີ​ບົດບາດ​ບຸກ​ເບີກ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ. ຖານະບົດບາດ​ແລະ ​ຊື່​ສຽງ​ສາກົນ​ຂອງ​ປະ​ເທດ​​ເຮົາ​ຢູ່​ພາກ​ພື້ນ ​ແລະ ​ໂລກ​ນັບ ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ການ​ຮ່ວມ​ມື​ພັດທະນາ ​ແລະ ຄວາມ​ກ້າວໜ້າ​ໃນ​ໂລກ”(18). ບໍ່ເຄີຍມີມາກ່ອນທີ່ຖານະບົດບາດ ຊື່ສຽງ ​ແລະ​ພາບພົດ​ຂອງ​ຫວຽດນາມ ​ໃນ​ຖານະ​​ຄູ່​ຮ່ວມ​ມື​ທີ່​ເຊື່ອ​ຖືໄດ້, ສະມາຊິກ​ທີ່​ຕັ້ງໜ້າ ແລະມີ​ຄວາມ​ຮັບຜິດຊອບ ຈະໂດດ​ເດັ່ນ​ໃນ​ເວທີ​ສາກົນ​ຄືທຸກວັນນີ້, ​ແລະ ຫວຽດນາມບໍ່​ເຄີຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ເມືອງ​ສາກົນ​ ເສດ​ຖະ​ກິດ​ແລະ​ອາ​ລະ​ຍະ​ທໍາ​ຂອງ​ມະ​ນຸດ ​ຢ່າງ​ເລິກ​ເຊິ່ງຄືໃນ​ປະຈຸ​ບັນນີ້. ກຽດສັກສີ ແລະ ຖານະບົດບາດຂອງປະເທດ ຊ່ວຍໃຫ້ວຽກງານການຕ່າງປະເທດ ແລະ ການທູດຫວຽດນາມ ບັນລຸຜົນແລະວາມສຳເລັດອັນໃຫຍ່ຫຼວງແລະມີຄວາມສຳຄັນທາງປະຫວັດສາດຫຼາຍຢ່າງ, ກາຍເປັນຈຸດສະຫວ່າງທີ່ໜ້າປະທັບໃຈໃນບັນດາໝາກຜົນ, ຜົນສຳເລັດລວມຂອງປະເທດຊາດ…”(19).

​ໂດຍ​ໄດ້​ດຳລົງ​ຕຳ​ແໜ່ງປະທານປະເທດ, ປະທານ​ສະພາ​ປ້ອງ​ກັນ​ປະ​ເທດ ​ແລະຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຜູ້​ບັງຄົບບັນຊາ​ການ​ກອງທັບ​ປະຊາຊົນ, ​ເລຂາທິການຄະນະພັກການທະຫານ​ສູນ​ກາງ, ສະຫາຍ ຫງວຽນ​ຝູຈ້ອງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ຫວຽດນາມ ຂອງກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນຫວຽດນາມ. ​ສະຫາຍ​ເຄີຍແນະນຳ​ສັ່ງສອນໃຫ້​ບັນດາ​ກຳລັງ​ປະກອບ​ອາວຸດ​ຊາບຊຶມ, ຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ​ແບບແຜນ ​ຂອງ​ໂຮ່ຈີ​ມິນ, ຖື “ກຽດ​ສັກ​ສີ​ແມ່ນ​ສິ່ງ​ສັກສິດ​ທີ່​ສຸດ”, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນຢ່າງສຸດອົກສຸດໃຈ. “ເພິ່ງ​ພາ​ປະ​ຊາ​ຊົນ​ໃນ​ການ​ເຮັດ​ວຽກ”, “ຕ້ອງ​ມີ​ຄວາມ​ສັດ​ຊື່, ເຄົາ​ລົບ​ນັບ​ຖື, ຮັກ​ປະ​ຊາ​ຊົນ”, ຕິດ​ພັນ​ກັບ​ປະ​ຊາ​ຊົນ, ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຕ້ອງ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ ແລະ ຊ່ວຍ​ເຫຼືອ​ຫຼາຍ​ກວ່າ​ເກົ່າ. ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ​ໂດຍ​ກົງ​ຈາກ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ວຽກ​ງານ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດມຫ້ກະລັດຮັດກຸມ, ສະອາດ​ປອດ​ໃສແລະໝັ້ນຄົງ​ເຂັ້ມ​ແຂງຢ່າງແທ້ຈິງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ແລະໜ້າທີ່ໃນສະຖານະການໃໝ່ ແລະບັນລຸ​ຜົນງານທີ່ສຳຄັນຫຼາຍ​ຢ່າງ; ກຳລັງ​ຕຳຫຼວດ​ແລະກຳລັງ​ທະຫານ​ສາມັກຄີ​ແລະປະສານ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເໝືອນດັ່ງ “ດາບ” ແລະ “ໂລ້” ເຊິ່ງແມ່ນ “ສອງປີກ” ຂອງນົກຢ່າງແທ້ຈິງ, ປົກປ້ອງແລະຮັກສາສັນຕິພາບ​ແລະ​ຄວາມໝັ້ນຄົງເພື່ອ​ການ​ພັດທະນາ​ປະ​ເທດ​.

​ແນວ​ຄິດ ​ແລະ ການ​ກະທຳ​ທັງໝົດຂອງ​ສະຫາຍ ຫງວຽນ​ຝູຈ້ອງ ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ​ເພື່ອ​ປະຊາຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ແລະ ຮັບ​ໃຊ້​ປະຊາຊົນດ້ວຍກຳລັງວັງຊາທັງໝົດຂອງຕົນ, ກໍ່ສ້າງຜູ້ຄົນ​ສັງຄົມ​ນິຍົມ, ປັບປຸງຄວາມມະຫາສາມັກຄີ​ເປັນເອກະພາບຢ່າງບໍ່ຢຸດຢັ້ງ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ສາມັກເປັນເອກະພາບພາຍໃນພັກ, ມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມສາມັກຄີສາກົນອັນບໍລິສຸດຜຸດຜ່ອງ. ສະຫາຍຍາມ​ໃດ​ກໍ່​ຕັດສິນ​ໃຈ​ວາງ​ແຜນແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນນະໂຍບາຍແລະນະ​ໂຍ​ບາຍ​ທີ່ຖືກໃຈປະຊາຊົນໃຫ້​ສຳ​ເລັດ​ຜົນ; ຍຶດໝັ້ນໃນຫຼັກໝັ້ນ ທັດສະນະ ​ແລະ ການ​ປະຕິບັດ “ປະຊາຊົນ​ແມ່ນກົກຮາກ”, “ປະຊາຊົນເປັນເຈົ້າຂອງ, ​ໃຈກາງ​ຂອງ​ກິດຈະການປ່ຽນແປງໃໝ່”. ນັກກອມ​ມູນິດ​ທີ່​ແທ້​ຈິງ, ຈິງ​ໃຈ ​ແລະ​ຊອບ​ທຳ​ ຍາມ​ໃດ​ກໍ​ຈົດ​ຈຳ ​ແລະ ຮຽກຮ້ອງ​ທົ່ວ​ພັກ ​ແລະ​ລະບົບ​ການ​ເມືອງທັງໝົດ “ຕ້ອງມີ​ຄວາມ​ຮັບຜິດຊອບ​ສູງ​ສຸດ​ຕໍ່​ປະຊາຊົນ, ​ເບິ່ງ​ແຍງ​ດູແລຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ”(20), “​ຕິດຕໍ່ພົວພັນຢ່າງ​ແໜ້ນ​ແຟ້ນກັບປະ​ຊາ​ຊົນ​ແມ່ນ​ກົດ​ເກນ​ແຫ່ງ​ການ​ເປັນ​ຢູ່, ພັດ​ທະ​ນາ ແລະ ການ​ເຄື່ອນ​ໄຫວ​ຂອງ​ພັກ, ເປັນ​ປັດ​ໄຈ​ຕັດ​ສິນຊີ້ຂາດການ​ສ້າງ​ກຳ​ລັງ​ແຮງ​ຂອງ​ພັກ”(21).

ສະຫາຍ ຫງວຽນຝູຈ້ອງ ຍາມໃດກໍ່ເຊີດຊູການປະຕິບັດປະຊາທິປະໄຕສັງຄົມນິຍົມຢ່າງແທດຈິງ ແລະ ກວ້າງຂວາງ, ເພາະວ່າ ທາດແທ້ຂອງລະບອບການເມືອງນຳພາໂດຍພັກກອມມູນິດ ແມ່ນລະບອບປະຊາທິປະໄຕສັງຄົມນິຍົມ. ໃນນັ້ນ, ປະຊາທິປະໄຕແມ່ນທັງເປົ້າໝາຍ ແລະ ແຮງຂັບເຄື່ອນຂອງການພັດທະນາ, ທີ່ສຳຄັນທີ່ສຸດແມ່ນ ອຳນາດຂອງລັດທັງໝົດເປັນຂອງປະຊາຊົນ; ປະ​ຊາ​ຊົນ​ເປັນເຈົ້າຂອງ ​ແລະເປັນຜູ້​ປະ​ຕິ​ບັດ​ອໍາ​ນາດ​ຮ່ວມ​ຂອງ​ສັງ​ຄົມ. ປະຊາທິປະໄຕສັງຄົມນິຍົມແມ່ນປະຊາທິປະໄຕສູງສຸດ - ປະຊາທິປະໄຕໃນຄວາມຮູ້ສຶກເຕັມທີ່ຂອງປະເພດນີ້. ສະນັ້ນ, ຕ້ອງ “ຜັນຂະຫຍາຍການປະຕິບັດປະຊາທິປະໄຕ ໃນທຸກຂົງເຂດຂອງຊີວິດສັງຄົມ, ທຸກລະດັບ, ໂດຍສະເພາະແມ່ນ ປະຊາທິປະໄຕຢູ່ຮາກຖານ ແລະ ໃນຊຸມຊົນທີ່ຢູ່ອາໃສ, ປະຊາທິປະໄຕໂດຍກົງ, ປະຊາທິປະໄຕແບບຕົວແທນ ແລະ ປະຊາຊົນຄຸ້ມຄອງຕົນເອງ”. ເສີມຂະຫຍາຍ​ບົດບາດຄຸ້ມຄອງ​ຕົນ​ເອງ​ຂອງ​ປະຊາ​ຄົມ​ທີ່ຢູ່​ອາ​ໄສ, ບ້ານ, ໝູ່​ບ້ານ ​ແລະ ຄຸ້ມໃນຕົວເມືອງ. ກໍ່ສ້າງ ແລະ ປັບປຸງກົນໄກ ແລະ ຮູບແບບທີ່ເໝາະສົມ ໃຫ້ປະຊາຊົນປະກອບຄຳເຫັນຕໍ່ບັນຫາໃຫຍ່ ແລະ ສຳຄັນຂອງປະເທດ; ຮັບປະກັນ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ ​ໃນ​ທຸກ​ຂັ້ນ​ຂອງ​ຂະ​ບວນການ​ຕັດສິນ​ໃຈທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດ ​ແລະ ຊີວິດ​ຂອງ​ປະຊາຊົນ”(22). ການເສີມຂະຫຍາຍສິດເປັນເຈົ້າຂອງທີ່ແທ້ຈິງຂອງປະຊາຊົນ ຍັງເປັນການປຸກລະດົມ, ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ລະດົມກຳລັງໃຈປະຊາຊົນທຸກຊັ້ນຄົນ, ລະດົມທຸກແຫຼ່ງກຳລັງ, ຍາດແຍ່ງກາລະໂອກາດເພື່ອປະຕິບັດໜ້າທີ່ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃຫ້ປະສົບຜົນສຳເລັດ. ຢ່າງ​ໃດ​ກໍ​ຕາມ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ຍັງ​ເນັ້ນ​ໜັກ​ວ່າ: “ປະຊາ​ທິປະ​ໄຕ​ຕ້ອງ​ຕິດ​ພັນ​ກັບ​ຫຼັກການ ​ແລະ ລະບຽບ​ວິ​ໄນ... ສຳລັບການກະທຳທີ່​ລະ​ເມີດ, ​ບໍ່​ມີ​ປະຊາທິປະ​ໄຕ, ສວຍໃຊ້​ປະຊາທິປະ​ໄຕ​ເພື່ອ​ທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ທຳລາຍ​ພັກ, ລັດ, ປະຊາຊົນ ​ແລະ ກິດຈະການປ່ຽນແປງໃໝ່, ການ​ກໍ່ສ້າງ​ປະ​ເທດ​ຊາດ ​ຈະຕ້ອງ​ໄດ້ຈັດການລົງໂທດ​ຢ່າງ​ເຂັ້ມ​ງວດຕາມ​ກົດໝາຍ”(23).

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ນຳທີ່ສຸດຈິດສຸດໃຈຮັກແພງສາມັກຄີທົ່ວປວງຊົນທັງຊາດ, ເປັນຕົວແບບທີ່ໃສແຈ້ງຂອງນ້ຳໃຈສາມັກຄີ, ເປັນແກນນຳອັນແທ້ຈິງຂອງກຸ່ມກ້ອນມະຫາສາມັກຄີ ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບເຮົາ. ສະຫາຍຢືນຢັນວ່າ, ຄວາມສາມັກຄີແມ່ນມູນເຊື້ອອັນລ້ຳຄ່າຂອງຊາດເຮົາຕະຫຼອດໄລຍະປະຫວັດສາດອັນຍາວນານຂອງການຕໍ່ສູ້ກໍ່ສ້າງ, ປົກປັກຮັກສາປະເທດຊາດ ແລະ ຍຸກສະໄໝໂຮ່ຈີມິນ ແມ່ນຍຸກທີ່ສະຫງ່າລາສີທີ່ສຸດ ໃນການເສີມຂະຫຍາຍກຳລັງແຮງມະຫາສາມັກຄີປວງຊົນທັງຊາດ. ຄວາມ​ສາ​ມັກ​ຄີ​ກໍ​ແມ່ນ​ບັນ​ຫາ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ, ຮັບ​ປະ​ກັນ​ບັນ​ດາ​ນະ​ໂຍ​ບາຍ​ປະ​ຕິ​ວັດ​ຂອງ​ຫວຽດ​ນາມ. ປະຫວັດສາດ​ຂອງ​ຊາດ​ຫວຽດນາມ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ, ​ໃນ​ຕໍ່ໜ້າ​ບັນດາ​ບາດກ້າວ​ຫັນປ່ຽນ​ອັນ​ໃຫຍ່​ຫຼວງ​ໃນ​ປະຫວັດສາດ, ​​ເປົ້າ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ເທດ, ຖ້າ​ຫາກ​​ເຮົາ​ຮູ້​ວິທີ​ປຸກລະດົມ​ຈິດ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະນົງ​ໃຈ​ຂອງ​ຊາດ ​ແລະ ​ເຄົາລົບ​ນັບຖື​ຕົນ​ເອງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນຍິ່ງ​ໃຫຍ່ຂອງກຸ່ມກ້ອນມະຫາສາມັກຄີທົ່ວ​ປວງ​ຊົນ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ, ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ບໍ່​ມີ​ຄວາມ​ຫຍຸ້ງຍາກ​ໃດ​ສາມາດ​ຢຸດຕິ​ຄວາມ​ກ້າວໜ້າຂອງປະເທດ ​ແລະ ອະນາຄົດ​ທີ່​ສົດ​ໃສ​ຂອງ​ປະ​ເທດ​ຊາດໄດ້. ສະຫາຍເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ​ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຕາມ​ຫຼັກ​ໝັ້ນ​ຂອງ​ຊົນ​ຊັ້ນ​ກຳມະກອນ ໂດຍ​ເອົາພັນທະພາບ​ກຳມະກອນ - ຊາວ​ກະສິກອນ - ປັນຍາ​ຊົນ​ເປັນ​ພື້ນຖານ, ນຳພາ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ; ບົນ​ພື້ນຖານຂອງພັນທະພາບນັ້ນ, ພັກ​ຂອງ​ພວກ​ເຮົາ​ໄດ້​ຂະຫຍາຍ​ຄວາມ​ສາມັກຄີ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄປ​ສູ່​ທຸກ​ຊັ້ນ​ວັນນະ ​ແລະ ສັງຄົມ. ​ເພີ່ມທະວີ​ບົດບາດ, ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການ​ເມືອງ​ຫຼັກ​ແຫຼ່ງ ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ-ສັງຄົມ ​ໃນ​ການ​ກໍ່ສ້າງ​ຄວາມ​ສາມັກຄີ​ປະ​ເທດ​ຊາດ​ອັນ​ໃຫຍ່​ຫຼວງ. ພ້ອມ​ກັນ​ນັ້ນ, ສະຫາຍ​ຍັງ​ໄດ້​ຢືນຢັນ​ວ່າ: “​ຄວາມສາມັກຄີ, ​ຄວາມເປັນ​ເອກະ​ພາບ​ພາຍ​ໃນ​ພັກ ​ໄດ້​ຮັບ​ການ​ຮັກສາແລະ​ເພີ່ມ​ທະວີ, ​ເປັນ​ແກນຫຼັກ​ຂອງ​ການ​ນຳພາ ​ແລະ ​ເປັນ​ແກນກາງ, ​ພື້ນຖານ​ອັນ​ໜັກ​ແໜ້ນ ​ເພື່ອ​ສ້າງ​ຄວາມ​ສາມັກຄີ​ໃນ​ລະບົບ​ການ​ເມືອງ ​ແລະ ກ້ອນມະຫາສາມັກຄີ​ປວງ​ຊົນ​ທັງ​ຊາດ”(24)... 

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນແບບຢ່າງທີ່ໃສແຈ້ງກ່ຽວກັບຄຸນສົມບັດສິນທຳປະຕິວັດ, ກ່ຽວກັບສະຕິປັນຍາທີ່ສຸຂຸມ ແລະ ຄວາມອຸທິດຕົນຕໍ່ປະເທດຊາດແລະປະຊາຊົນ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນແລະກອງທັບ ສຶກສາຮຽນຮູ້ ແລະ ປະຕິບັດຕາມ. ມໍລະດົກ​ຂອງ​ສະຫາຍ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສືບ​ທອດ ​ແລະເສີມຂະຫຍາຍໃນຂະ​ບວນການປ່ຽນແປງໃໝ່; ປະຕິບັດບັນລຸເປົ້າໝາຍໃນການ​ສ້າງຫວຽດນາມທີ່ສະຫງົບສຸກ, ​ເປັນເອກະລາດ, ​ເປັນ​ເອກະ​ພາບ, ປະຊາທິປະ​ໄຕ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ ​ແລະ ມີ​ຄວາມ​ສຸກ ເຊິ່ງ​ສະຫາຍ​ຮັກ​ແລະສູ້ຊົນຕະຫຼອດ​ຊີວິດ(25). ຊີວິດ, ພາລະກິດ, ບຸກຄະລິກກະພາບ ແລະການປະກອບສ່ວນອັນຍິ່ງໃຫຍ່ຂອງສະຫາຍ ຈະໄດ້ຮັບການຈາລຶກໄວ້ໃນດວງໃຈຂອງປະຊາຊົນຕະຫຼອດໄປ ແລະ ເປັນອະມະຕະໃນປະຫວັດສາດວິລະຊົນຂອງຊາດຫວຽດນາມ ທີ່ມີອາລະຍະທຳແລະວິລະກຳຍາວນານນັບພັນປີ./.

----------------------------

(1) ຄຳໄຫວ້ອາໄລໃນພິທີສົ່ງສະການສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
(2) ນີ້ແມ່ນຂໍ້ຄິດວິທະຍາຂອງ ວ.ອີ.ເລນິນ, ​ໂດຍ​ສະຫາຍ ຫງວຽນອາຍ​ກວັກ ​ໄດ້​ຄັດ​ສະ​ເໜີ​ໃນ​ໜ້າ​ປົກ​ຂອງປຶ້ມ “ເສັ້ນທາງປະຕິວັດ”.
(3) ຫງວຽນຝູຈ້ອງ: ການກໍ່ສ້າງແລະປັບປຸງພັກ - ບາງບັນຫາທິດສະດີແລະພຶດຕິກຳ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2005, ໜ້າ 66
(4) ຫງວຽນຝູຈ້ອງ: “ທິດສະດີຕ້ອງບືນຕົວຂຶ້ນນຳພາ ແລະ ໄປພ້ອມກັນກັບພາກປະຕິບັດ, ຕ້ອງມີການເບິ່ງລ່ວງໜ້າ, ສ້າງການບຸກທະລຸໃນທິດສະດີການພັດທະນາ, ແກ້ໄຂຂໍ້ອຸດຕັນທາງດ້ານຈິນຕະນາການ ແລະຄວາມຮັບຮູ້, ຮັບໃຊ້ການປັບປຸງສະຖາບັນ ແນວທາງ ນະໂຍບາຍການພັດທະນາໃຫ້ສົມບູນແບບ”, ວາລະສານກອມມູນິດ, ສະບັບທີ 965, ເດືອນພຶດສະພາ 2021, ໜ້າ 6
(5) ຫງວຽນຝູຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່ງລັດທິສັງຄົມນິຍົມຢູ່ຫວຽດນາມສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 16 – 17
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ,  2011, tr. 24
(7) ຫງວຽນຝູຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່ງລັດທິສັງຄົມນິຍົມຢູ່ຫວຽດນາມປຶ້ມທີ່ໄດ້ແນະນຳ, ໜ້າ 22
(8), (9), (10), (11) ເບິ່ງ: ຫງວຽນຝູຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່ງລັດທິສັງຄົມນິຍົມຢູ່ຫວຽດນາມປຶ້ມທີ່ໄດ້ແນະນຳ, ໜ້າ 29, 29, 226, 261
(12), (13) ຫງວຽນຝູຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່ງລັດທິສັງຄົມນິຍົມຢູ່ຫວຽດນາມປຶ້ມທີ່ໄດ້ແນະນຳ, ໜ້າ 26, 29
(14) ຫງວຽນຝູຈ້ອງ: ມີຄວາມເຊື່ອໝັ້ນໃນການນຳພາຂອງພັກຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງໄດ້ດີສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ໜ້າ 435 – 436
(15) ມະຕິກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XIII, ລົງວັນທີ 9 ພະຈິກ 2022, ວ່າດ້ວຍ “ສືບຕໍ່ສ້າງແລະປັບປງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃນໄລຍະໃໝ່ໃຫ້ສົມບູນແບບ”
(16) ຫງວຽນຝູຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່ງລັດທິສັງຄົມນິຍົມຢູ່ຫວຽດນາມປຶ້ມທີ່ໄດ້ແນະນຳ, ໜ້າ 164
(17) ຫງວຽນຝູຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່ງລັດທິສັງຄົມນິຍົມຢູ່ຫວຽດນາມປຶ້ມທີ່ໄດ້ແນະນຳ, ໜ້າ 184
(18) ຫງວຽນຝູຈ້ອງ: ກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດແລະການທູດຫວຽດນາມຢ່າງຮອບດ້ານ, ທັນສະໄໝ, ອຸດົມໄປດ້ວຍເອກະລັກຂອງໄມ້ໄຜ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 19 – 20
(19) ຫງວຽນຝູຈ້ອງ: “ສືບຕໍ່ປ່ຽນແປງໃໝ່, ສ້າງແລະພັດທະນາພື້ນຖານການຕ່າງປະເທດແລະການທູດຫວຽດນາມທີ່ທັນສະໄໝ, ເຂັ້ມແຂງຮອບດ້ານ, ອຸດົມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ””, ວາລະສານກອມມູນິດ, ສະບັບທີ 1028, ເດືອນທັນວາ 2023, ໜ້າ 10
(20), (21) ຫງວຽນຝູຈ້ອງ: ກໍ່ສ້າງແລະປັບປຸງພັກ - ບາງບັນຫາທິດສະດີແລະພຶດຕິກຳ, ປຶ້ມທີ່ໄດ້ແນະນຳ, ໜ້າ 65, 86
(22), (23), (24) ຫງວຽນຝູຈ້ອງ: ເສີມຂະຫຍາຍມູນເຊື້ອແຫ່ງມະຫາສາມັກຄີປວງຊົນທັງຊາດ, ກໍ່ສ້າງປະເທດເຮົາໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ມີອາລະຍະທຳ ແລະມີຄວາມສຸກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, tr. 47, 47, 29
(25) ຄຳໄຫວ້ອາໄລໃນພິທີສົ່ງສະການສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ