ແນວຄິດ, ຄຸນສົມບັດ, ແບບແຜນຂອງປະທານໂຮ່ຈີມິນ ນຳພາແລະສ່ອງແສງພາລະກິດການປ່ຽນແປງໃໝ່, ພັດທະນາແລະປົກປັກຮັກສາ ປະເທດຊາດຫວຽດນາມ
02:48, 25-12-2020
ວກ. - ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈີມິນ ຄົບຮອບ 130 ປີ (19 ພຶດສະພາ 1890 - 19 ພຶດສະພາ 2020), ວັນທີ 8 ພຶດສະພາ 2020, ຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເປັນປະທານ ສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະປະຈຳພັກແຂວງເງ້ອານ ໃນການຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັດຊາດ ພາຍໃຕ້ຫົວຂໍ້ “ປະທານໂຮ່ຈີມິນກັບພາລະກິດການປ່ຽນແປງໃໝ່, ພັດທະນາແລະປົກປັກຮັກສາປະເທດຊາດ”. ສະຫາຍເຈິ່ນກວັກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມແລະກ່າວປາໄສໄຂກອງປະຊຸມ. ວາລະສານກອມມູນິດ ຂໍເປັນກຽດແນະນຳເນື້ອໃນບົດປາໄສທີ່ສຳຄັນ ຂອງສະຫາຍປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ. ຫົວຂໍ້ຂອງບົດຂຽນນີ້ຖືກແຕ່ງໂດຍວາລະສານກອມມູນິດ
ກອງປະຊຸມສ້າງຕັ້ງພັກກອມມູນິດຫວຽດນາມ ວັນທີ 3 ກຸມພາ 1930 _ແຫຼ່ງ: TTXVN
1- ໃນບັນຍາກາດທີ່ອົງອາດກ້າຫານແລະສະເທືອນໃຈ ຂອງວັນປະຫວັດສາດໃນເດືອນພຶດສະພາ, ການສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ແລະທ້ອນໂຮມປະເທດເປັນເອກະພາບຄົບຮອບ 45 ປີ, ການສະເຫຼີມສະຫຼອງ 66 ປີແຫ່ງວັນໄຊຊະນະດ້ຽນບຽນຝູປະຫວັດສາດ, ມື້ນີ້, ຢູ່ຮ່າໂນ້ຍແລະບັນດາສະຖານທີ່ໂທລະພາບໃນປະເທດ, ພວກເຮົາຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັດຊາດ ພາຍໃຕ້ຫົວຂໍ້ “ປະທານໂຮ່ຈີມິນກັບພາລະກິດການປ່ຽນແປງໃໝ່, ພັດທະນາແລະປົກປັກຮັກສາປະເທດຊາດ” ເພື່ອສະເຫຼີມສະຫຼອງວັນເກີດຄົບຮອບ 130 ປີ ຂອງລຸງໂຮ່ທີ່ເຄົາລົບຮັກຂອງພວກເຮົາ.
ດ້ວຍຄວາມເຄົາລົບນັບຖືຢ່າງເລິກເຊິ່ງ, ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຢ່າງບໍ່ມີຂອບເຂດຕໍ່ຄຸນງາມຄວາມດີທີ່ລົ້ນຟ້າເໜືອແຜ່ນດິນ ຂອງປະທານໂຮ່ຈີມິນ, ຜູ້ກໍ່ຕັ້ງ ນຳພາ ແລະຝຶກຝົນຫຼໍ່ຫຼອມ ພັກກອມມູນິດຫວຽດນາມ, ຄູຜູ້ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ວິລະຊົນປົດປ່ອຍຊາດ, ບູລຸດຜູ້ມີຊື່ສຽງທາງວັດທະນະທຳໂລກ. ເພິ່ນໄດ້ອຸທິດທັງຊີວິດເພື່ອເອກະລາດຂອງຊາດ, ເພື່ອເສລີພາບແລະຄວາມສຸກຂອງປະຊາຊົນ, ເພື່ອສັນຕິພາບ ມິດຕະພາບລະຫວ່າງບັນດາປະຊາຊາດ ແລະຄວາມກ້າວໜ້າທາງສັງຄົມໃນທົ່ວໂລກ. ປະທາງໂຮ່ຈີມິນແມ່ນສັນຍາລັກຂອງການປະສົມປະສານທີ່ສວຍງາມແລະກົມກຽວທີ່ສຸດ ລະຫວ່າງວັດທະນະທຳແຫ່ງຊາດຫວຽດນາມ ແລະສິ່ງຍອດຍິ່ງຂອງວັດທະນະທຳໂລກ, ລະຫວ່າງລັດທິຮັກຊາດ ແລະລັດທິສາກົນນິຍົມທີ່ຜ່ອງໃສ, ບຸກຄະລິກທີ່ສົດໃສຂອງຊາຍຜູ້ຍິ່ງໃຫຍ່; ແມ່ນສັນຍາລັກທີ່ປະກາຍແສງສະຫວ່າງຂອງຂະບວນການປົດປ່ອຍຊາດ, ຂອງສັນຕິພາບແລະມິດຕະພາບລະຫວ່າງປະຊາຊາດໃນໂລກ. ແນວຄິດ, ຊີວິດ ແລະພາລະກິດປະຕິວັດອັນສູງສົ່ງ ຂອງປະທານໂຮ່ຈີມິນແມ່ນບໍ່ເກີດ ແລະ ຕິດພັນກັບແຕ່ລະບາດກ້າວແຫ່ງການພັດທະນາແລະໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດຫວຽດນາມ.
ດ້ວຍນ້ຳໃຈຮັກຊາດ, ຮັກແພງປະຊາຊົນຢ່າງສຸດຊຶ້ງແຮງກ້າ, ເປັນສັກຂີພະຍານຄວາມລົ້ມເຫຼວຢ່າງຕໍ່ເນື່ອງ ຂອງຂະບວນການຮັກຊາດແລະຂະບວນການຕໍ່ສູ້ ຕາມທ່າອຽງທີ່ແຕກຕ່າງກັນ ຂອງປະຊາຊົນຫວຽດນາມ ຕໍ່ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ, ຫງວຽນອ໋າຍກວັກ - ໂຮ່ຈີມິນ ໄດ້ຕັດສິນໃຈໄປຫາທາງກອດກູ້ປະເທດ. ຫຼັງຈາກຫຼາຍປີທີ່ເດີນທາງໃນທັງຫ້າທະວີບສີ່ມະຫາສະໝຸດ, ເຂົ້າຮ່ວມກັບຊີວິດປະຈຳວັນຂອງຊາວຜູ້ອອກແຮງງານໃນຫຼາຍປະເທດ, ທັງອອກແຮງງານ ທັງຮຽນຮູ້ ຄົ້ນຄວ້າທິດສະດີ ແລະພຶດຕິກຳຂອງປະຕິວັດໂລກ, ປີ 1920, ປະທານໂຮ່ຈີມິນເຂົ້າເຖິງລັດທິມາກ-ເລນິນ, ຄົ້ນພົບເສັ້ມທາງກູ້ຊາດ, ເສັ້ນທາງປົດປ່ອຍຊາດຕິດກັບການປົດປ່ອຍຊົນຊັ້ນ ແລະ ປົດປ່ອຍຜູ້ຄົນ, ຄວາມເປັນເອກະລາດແຫ່ງຊາດຕິດກັບລັດທິສັງຄົມນິຍົມ. ນັ້ນແມ່ນບາດກ້າວການພັດທະນາແບບບຸກທະລຸທາງດ້ານຈິນຕະນາການ, ຄວາມຮັບຮູ້ ແລະກໍ່ແມ່ນການຄັດເລືອກເສັ້ນທາງປະຕິວັດຢ່າງສະຫຼາດສ່ອງໃສແລະຖືກຕ້ອງ ຂອງງຫວຽນອ໋າຍກວັກ - ໂຮ່ຈີມິນ, ຕອບສະໜອງຄວາມຕ້ອງການອັນຮີບດ່ວນ ຂອງປະຫວັດສາດຂອງຊາດ ແລະ ສອດຄ່ອງກັບທ່າອຽງການພັດທະນາຂອງຍຸກສະໄໝ.
ໃນສະພາບການທີ່ຫຍຸ້ງຍາກລຳບາກທີ່ສຸດ, ແຕ່ດ້ວຍຄວາມກ້າຫານພິເສດ, ສະຕິປັນຍາອັດສະລິຍະ, ວິໄສທັດເໜືອກາລະເວລາ ແລະຄວາມສາມາດຈັດຕັ້ງທີ່ໂດດເດັ່ນ, ປະທານໂຮ່ຈີມິນໄດ້ຮັບເອົາ ແລະໝູນໃຊ້ລັດທິມາກ-ເລນິນຢ່າງປະດິດສ້າງ ເຂົ້າໃນການປະຕິບັດຕົວຈິງຂອງຫວຽດນາມ, ກະກຽມເງື່ອນໄຂທາງການເມືອງ, ແນວຄິດ ການຈັດຕັ້ງແລະພະນັກງານ ຢ່າງຕັ້ງໜ້າແລະໝັ້ນພຽນ ສຳລັບການກຳເນີດຂອງພັກກອມມູນິດຫວຽດນາມ - ພັກການເມືອງປະຕິວັດທີ່ແທ້ຈິງ, ກອງນຳໜ້າຂອງຊົນຊັ້ນກຳມະກອນ, ພ້ອມທັງເປັນກອງນຳໜ້າຂອງປະຊາຊົນຜູ້ອອກແຮງງານ ແລະຂອງຊາດຫວຽດນາມ. ດ້ວຍການກຳເນີດຂອງພັກກອມມູນິດຫວຽດນາມ ທີ່ກໍ່ຕັ້ງໂດຍປະທານໂຮ່ຈີມິນ ໃນປີ 1930, ລວມທັງໂຄງການການເມືອງທຳອິດຂອງພັກ, ແນວທາງການປະຕິວັດຫວຽດນາມໄດ້ເປັນຮູບເປັນຮ່າງຂຶ້ນໂດຍພື້ນຖານ, ເສັ້ນທາງກູ້ຊາດຂອງຊາດຫວຽດນາມໄດ້ຮັບການກຳນົດໂດຍພື້ນຖານ. ຄວາມຖືກຕ້ອງຕັ້ງແຕ່ເລີ່ມຕົ້ນຂອງແນວຄິດ, ແນວທາງປະຕິວັດຫວຽດນາມໂດຍປະທານໂຮ່ຈີມິນວາງອອກມານັ້ນ ໄດ້ຮັບການພິສູດແລະຢັ້ງຢືນໃນພາກຕົວຈິງ. ແລະໃນຂະບວນການເຄື່ອນໄຫວຂອງການປະຕິວັດ, ແນວຄິດແລະແນວທາງດັ່ງກ່າວ ໄດ້ຮັບການເພີ່ມເຕີມ, ພັດທະນາແລະບູລະນະໃຫ້ສົມບູນຂຶ້ນເລື້ອຍໆ, ກາຍເປັນໂຄມໄຟທີ່ສ່ອງແສງຕະຫຼອດໄປເພື່ອສ່ອງທາງໃຫ້ການປະຕິວັດຫວຽດນາມ.
ພາຍໃຕ້ການນຳພາຂອງປະທານໂຮ່ຈີມິນແລະພັກກອມມູນິດຫວຽດນາມ, ການປະຕິວັດຫວຽດນາມໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ຈັກວ່າເທົ່າໃດ, ໄດ້ຍາດເອົາໄຊຊະນະນີ້ຈົນເຖິງໄຊຊະນະອື່ນ. ນັ້ນແມ່ນໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945, ນຳໄປສູ່ການສ້າງຕັ້ງລັດສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງແມ່ນລັດທຳອິດທີ່ປະຊາຊົນເປັນເຈົ້າຂອງໃນປະຫວັດສາດຂອງຊາດ. ນັ້ນແມ່ນໄຊຊະນະຂອງສົງຄາມຕໍ່ຕ້ານລ່າເມືອງຂຶ້ນຝຣັ່ງ ເຊິ່ງຈຸດສຸດຍອດຄືໄຊຊະນະດ້ຽນບຽນຝູ ທີ່ເຮັດໃຫ້ “ຊື່ສຽງດ້ຽນບຽນໂດ່ງດັງ, ກະທົບກະເທືອນທົ່ວໂລກ”, ພາກເໜືອຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ, ກໍ່ສ້າງແນວຫຼັງໃຫຍ່ເພື່ອການຕໍ່ສູ້ທ້ອນໂຮມປະເທດເປັນເອກະພາບ. ນັ້ນແມ່ນໄຊຊະນະທີ່ຍິ່ງໃຫຍ່ຂອງສົງຄາມຕໍ່ຕ້ານອາເມລິກາເພື່ອກູ້ຊາດ ເຊິ່ງສຳເລັດສິ້ນສຸດໂດຍບັ້ນຮົບໂຮ່ຈີມິນທີ່ເປັນປະຫວັດສາດ, ປົດປ່ອຍພາກໃຕ້ໂດຍສົມບູນ, ທ້ອນໂຮມປະເທດເປັນເອກະພາບ, ນຳປະເທດເຂົ້າສູ່ສັງກາດແຫ່ງຄວາມເປັນເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ. ນັ້ນແມ່ນໄຊຊະນະເບື້ອງຕົ້ນ ດ້ວຍບັນດາໝາກຜົນອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ຂອງກິດຈະກຳປ່ຽນແປງໃໝ່, ກໍ່ສ້າງແລະປົກປັກຮັກສາປະເທດຊາດ, ເຊື່ອມໂຍງສາກົນ ເຊິ່ງປະຊາຊົນຫວຽດນາມກຳລັງດຳເນີນ.
2- ສືບທອດແລະພັດທະນາບັນດາຄຸນຄ່າວັດທະນະທຳອັນດີງາມຊອງຊາດຫວຽດນາມ, ຮັບເອົາສິ່ງທີ່ດີງາມໃນວັດທະນຳຂອງມະນຸດຊາດ, ຄົ້ນຄວ້າຊອກຫາ, ພັດທະນາ ແລະໝູນໃຊ້ລັດທິມາກ-ເລນິນຢ່າງປະດິດສ້າງ ເຂົ້າໃນເງື່ອນໄຂຕົວຈິງຂອງການປະຕິວັດຫວຽດນາມ, ດ້ວຍພາລະກິດອັນຍິ່ງໃຫຍ່ ແລະ ຊີວິດທີ່ສະຫງ່າອົງອາດ, ເຕັມໄປດ້ວຍການເສຍສະລະ, ແຕ່ມີກຽດສູງສົ່ງແລະອຸດົມສົມບູນ, ບໍລິສຸດແລະສວຍງານທີ່ສຸດຂອງປະທານໂຮ່ຈີມິນ, ຜູ້ທີ່ໄດ້ສ້າງຊັບສິນອັນໃຫຍ່ຫຼວງ, ມໍລະດົກອັນລ້ຳຄ່າທີ່ສຸດ ໄວ້ໃຫ້ປະຊາຊົນຫວຽດນາມແລະຄົນລຸ້ນຫຼັງ. ນັ້ນແມ່ນຍຸກສະໄໝໂຮ່ຈີມິນ - ຍຸກສະໄໝທີ່ຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ, ສະຫງ່າລາສີທີ່ສຸດ ໃນປະຫວັດສາດຫຼາຍພັນປີຂອງຊາດຫວຽດນາມ. ນັ້ນແມ່ນແນວຄິດໂຮ່ຈີມິນ - ລະບົບທັດສະນະ, ທິດສະດີທີ່ຮອບດ້ານແລະເລິກເຊິ່ງ ກ່ຽວກັບບັນດາບັນຫາພື້ນຖານຂອງການປະຕິວັດຫວຽດນາມ: ການປົດປ່ອຍຊາດ, ການປົດປ່ອຍຊົນຊັ້ນ, ການປົດປ່ອຍສັງຄົມແລະຜູ້ຄົນ; ກ່ຽວກັບເອກະລາດແຫ່ງຊາດຕິດກັບລັດທິສັງຄົມນິຍົມ; ກ່ຽວກັບການສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ; ກ່ຽວກັບກຳລັງແຮງຂອງປະຊາຊົນ, ກ່ຽວກັບກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ກ່ຽວກັບສິດເປັນເຈົ້າຂອງຂອງປະຊາຊົນ; ກ່ຽວກັບການກໍ່ສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ກ່ຽວກັບການປ້ອງກັນຊາດທົ່ວປວງຊົນ, ການປ້ອງກັນຄວາມໝັ້ນຄົງປະຊາຊົນ, ການກໍ່ສ້າງກຳລັງປະກອບອາວຸດປະຊາຊົນ; ກ່ຽວກັບການກໍ່ສ້າງ ພັດທະນາເສດຖະກິດແລະວັດທະນະທຳ, ຍົກສູງຊີວິດທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ; ກ່ຽວກັບຄຸນສົມບັດປະຕິວັດ; ກ່ຽວກັບການເບິ່ງແຍງດູແລ ແລະ ຝຶກອົບຮົມຄົນລຸ້ນປະຕິວັດສຳລັບລຸ້ນຕໍ່ໄປ; ກ່ຽວກັບການກໍ່ສ້າງແລະປັບປຸງພັກ,... ນັ້ນແມ່ນບັນດາທັດສະນະ ແລະແບບຢ່າງຄຸນສົມບັດສິນທຳ ຂອງໂຮ່ຈີມິນ ກ່ຽວກັບຄວາມຈົງຮັກພັກດີ, ຄວາມຕັ້ງໝັ້ນໃນອຸດົມຄະຕິປະຕິວັດ, ຕັ້ງຜົນປະໂຫຍດຂອງພັກກອມມູນິດຫວຽດນາມ, ຂອງປະເທດຫວຽດນາມ, ຂອງຊາດຫວຽດນາມ ຢູ່ເໜືອສຸດແລະກ່ອນອື່ນໝົດ; ສຸດອົກສຸດໃຈຮັບໃຊ້ປະເດທຊາດ, ຮັບໃຊ້ປະຊາຊົນ, ຈົງຮັກພັກດີຕໍ່ຊາດ, ກະຕັນຍູຕໍ່ປະຊາຊົນ; ຮັກແພງພີ່ນ້ອງຮ່ວມຊາດ, ຮັກສະຫາຍ ແລະຮັກຜູ້ຄົນຢ່າງສຸດຫົວໃຈ; ດຸໝັ່ນ, ປະຢັດ, ຊື່ສັດສຸຈະລິດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ; ເປັນຜູ້ຮັບໃຊ້ຂອງປະຊາຊົນຢ່າງແທ້ຈິງ, ຕໍ່ສູ້ຕ້ານລັດທິເອກະຊົນ ແລະສວຍໂອກາດນິຍົມຢ່າງເດັດດ່ຽວ,... ນັ້ນແມ່ນແບບແຜນໂຮ່ຈີມິນ, ສ່ອງແສງເຖິງບັນດາຄຸນຄ່າຫຼັກໃນແນວຄິດ, ຄຸນສົມບັດຂອງເພີ່ນ ແລະ ໄດ້ສະແດງອອກຢ່າງມີຊີວິດຊີວາ, ເປັນທຳມະຊາດ, ເປັນເອກະລັກສະເພາະທີ່ສຸດ, ມີແຮງດຶງດູດແລະຊວນເຊື່ອພິເສດ ໃນການເຄື່ອນໄຫວແລະການປະພຶດປະຈຳວັນ. ແບບແຜນຈິນຕະນາການທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ປະດິດສ້າງ, ເຊື່ອມຕໍ່ທິດສະດີກັບການປະຕິບັດຢ່າງເປັນປະຈຳ; ແບບແຜນການເຮັດວຽກແບບປະຊາທິປະໄຕ, ວິທະຍາສາດ, ລະອຽດຕົວຈິງ, ເຖິງບ່ອນ ເຖິງທີ່; ແບບແຜນການປະພຶດທີ່ມີວັດທະນະທຳ, ລະອຽດອ່ອນ, ເຕັມໄປດ້ວຍຄວາມເປັນມະນຸດ ແລະຈິດໃຈແຫ່ງຄວາມຮັກຕໍ່ປະຊາຊົນ,ເຄົາລົບປະຊາຊົນ, ເພື່ອປະຊາຊົນ; ແບບແຜນການເວົ້າໄປຄຽງຄູ່ກັບການເຮັດວຽກ, ເຂົ້າໄປໃນຫົວໃຈຂອງປະຊາຊົນ; ເວົ້າສັ້ນ ຂຽນສັ້ນແຕ່ເຂົ້າໃຈງ່າຍ, ຈຳງ່ານ ແລະເຮັດໄດ້ງ່າຍ; ແບບແຜນດຳລົງຊີວິດທີ່ສຸກໃສ, ສະອາດ ແລະລຽບງ່າຍ; ແບບແຜນທີ່ໃກ້ຊິດມະຫາຊົນ, ປະຊາທິປະໄຕ, ຕົວເອງເປັນແບບຢ່າງ,..
ຕົ້ນປີ 1946, ໃນເມື່ອຕອບສຳພາດຕໍ່ນັກໜັງສືພິມຕ່າງປະເທດ ພ້ອມທັງເປັນການປະກາດຕໍ່ພິ່ນ້ອງຮ່ວມຊາດ ແລະຜູ້ຊົງຄຸນວຸດທິຕ່າງປະເທດ, ປະທານໂຮ່ຈີມິນໄດ້ເວົ້າວ່າ: “ເດັດຂາດຂ້າພະເຈົ້າບໍ່ຫວັງເຖິງຍົດຖາບັນດາສັກພຽງແຕ່ໜ້ອຍດຽວ. ດຽວນີ້ຕ້ອງດຳລົງຕຳແໜ່ງເປັນປະທານປະເທດ ກໍ່ຍ້ອນປະຊາຊົນມອບໝາຍໃຫ້, ສະນັ້ນ, ຂ້າພະເຈົ້າຈຶ່ງຈະພະຍາຍາມປະຕິບັດ, ກໍ່ຄືກັບນັກຮົບເຄົາລົບຄຳສັ່ງຂອງທົ່ວປວງຊົນອອກແນວໜ້າ. ເມື່ອໃດທີ່ພີ່ນ້ອງຮ່ວມຊາດສັ່ງໃຫ້ຂ້າພະເຈົ້າຖອຍ, ຂ້າພະເຈົ້າກໍ່ຍິນດີຖອຍ. ຂ້າພະເຈົ້າມີພຽງຄວາມຫວັງໜຶ່ງດຽວ, ຄວາມຫວັງສູງສຸດ, ແມ່ນເຮັດແນວໃດໃຫ້ປະເທດເຮົາມີເອກະລາດຢ່າງສົມບູນ, ປະຊາຊົນເຮົາມີສິດເສລີພາບ, ພີ່ນ້ອງຮ່ວມຊາດທຸກຄົນລ້ວມແຕ່ມີກິນມີນຸ່ງ, ໄດ້ຮ່ຳຮຽນທົ່ວໜ້າ. ສະເພາະສ່ວນຕົວຂ້າພະເຈົ້າແລ້ວແມ່ນຢາກເຮັດເຮືອນຫຼັງໜຶ່ງນ້ອຍໆ, ມີຕົ້ນໄມ້ໃບຫຍ້າຂຽວງາມ, ໜອງໄວ້ຕືກປາ, ປູກດອກໄມ້, ເຊົ້າແລງເປັນເພື່ອນກັບພວກເຖົ້າແກ່ທີ່ຫາຟືນ, ຫຼານນ້ອຍທີ່ມາລ້ຽງຄວາຍ, ບໍ່ພົວພັນຫຍັງເຖິງຍົດຖາບັນດາສັກ”(1). ຄຳເວົ້າຂອງປະທານໂຮ່ຈີມິນທັງລຽບງ່າຍແລະຈຽມຕົວ, ທັງເຕັມໄປດ້ວຍຄວາມຮູ້ສຶກແລະຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ ໃນຖານະປະມຸກຂອງປະເທດທີ່ຫາກໍ່ໄດ້ຮັບເອກະລາດ.
ແບບຢ່າງທາງດ້ານຄຸນສົມບັດແລະແບບແຜນຂອງໂຮ່ຈີມິນແມ່ນບໍລິສຸດແລະສູງສົ່ງທີ່ສຸດ. ໂຮ່ຈີມິນບໍ່ພຽງແຕ່ແມ່ນນັກແນວຄິດດ້ານວັດທະນະທຳທີ່ໂດດເດັ່ນ, ຜູ້ກໍ່ຕັ້ງພື້ນຖານວັດທະນະທຳໃໝ່ - ວັດທະນະທຳປະຕິວັດຫວຽດນາມ, ສ້າງຍຸກໃໝ່ໃນປະຫວັດສາດການພັດທະນາ ຂອງວັດທະນະທຳແຫ່ງຊາດເທົ່ານັ້ນ, ແຕ່ວ່າຕົວເພິ່ນເອງ, ຊີວິດຂອງເພິ່ນ, ການກະທຳປະຈຳວັນຂອງເພິ່ນ ແມ່ນສູນລວມຂອງວັດທະນະທຳຫວຽດນາມ, ແມ່ນແບບຢ່າງຂອງຊາວຫວຽດນາມ. ແນວຄິດ, ຈິດວິນຍານ ແລະ ບຸກຄະລິກກະພາບຂອງປະທານໂຮ່ຈີມິນ ແມ່ນການປະສົມປະສານຢ່າງກົມກຽວລະຫວ່າງລັດທິຮັກຊາດທີ່ແທ້ຈິງ ກັບລັດທິສາກົນທີ່ຜ່ອງໃສ, ການຮ່ວມເຂົ້າກັນຂອງຄຸນຄ່າວັດທະນະທຳຕາເວັນອອກແລະຕາເວັນຕົກ, ປະເພນີແລະຄວາມທັນສະໄໝ, ຊາດແລະສາກົນ. ຈາກປະທານໂຮ່ຈີມິນຜູ້ຍິ່ງໃຫຍ່, ເພິ່ນໄດ້ສ່ອງແສງສະຫວ່າງດ້ານວັດທະນະທຳໄປສູ່ອະນາຄົດ. ຕາມຂະບວນການປະຫວັດສາດ, ເວລາກຳລັງຖອຍຫຼັງເຂົ້າສູ່ອະດີດ, ສິ່ງທີ່ເບິ່ງຄືວ່າທຳມະດາ ງ່າຍດາຍໃນຊີວິດປະຈຳວັນແລະວຽກງານຂອງປະທານໂຮ່ຈີມິນ ນັບມື້ນັບການເປັນຍິ່ງໃຫຍ່, ມີຄຸນຄ່າມະນຸດອະລິຍະທຳທີ່ເລິກເຊິ່ງ ແລະເໜືອກາລະເວລາ.
ກ່ອນໜ້ານີ້ກວ່າເຄິ່ງສະຕະວັດ, ປະທານໂຮ່ຈີມິນໄດ້ເອົາໃຈໃສ່ທີ່ສຸດເຖິງບັນຫາປົກປັກຮັກສາສິ່ງແວດລ້ອມ, ເພິ່ນໄດ້ລິເລິ່ມແລະປຸກລະດົມບຸນປູກຕົ້ນໄມ້ ໃນລະດູບານໃໝ່ທຸກປີ ເພື່ອໃຫ້ປະເທດ “ສູ່ລະດູບານໃໝ່ໃນແຕ່ລະວັນ”. ນີ້ແມ່ນຂໍ້ພິສູດເຖິງແນວຄິດທີ່ມາກ່ອນຍຸກສະໄໝຂອງໂຮ່ຈີມິນ ແລະ ເພິ່ນເອງໄດ້ເປັນແບບຢ່າງໃນການປະຕິບັດ. ແນວຄິດນັ້ນຂອງປະທານໂຮ່ຈີມິນ ໄດ້ກາຍເປັນຄຸນຄ່າດ້ານວັດທະນະທຳ, ມູນເຊື້ອອັນດີງາມຂອງຊາດຫວຽດນາມ, ປະຊາຊົນຫວຽດນາມ ແລະ ໃນປະຈຸບັນນັບມື້ນັບມີຄວາມສຳຄັນ ແລະມີຄວາມໝາຍຍຸກສະໄໝທີ່ເລິກເຊິ່ງ.
ສະຫາຍຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕັກເຕືອນພະນັກງານ ລັດຖະກອນ ຂອງຄະນະຄຸ້ມຄອງອະນຸສອນສະຖານປະທານໂຮ່ຈີມິນ ໃຫ້ນຳໜ້າໃນການຮ່ຳຮຽນແລະເຮັດຕາມແນວຄິດ, ຄຸນສົມບັດ ແລະແບບແຜນຂອງປະທານໂຮ່ຈີມິນ, ວັນທີ 1 ກັນຍາ 2019 _ແຫຼ່ງ: TTXVN
3- ນັບແຕ່ເມື່ອກະກຽມການສ້າງຕັ້ງພັກກອມມູນິດຫວຽດນາມ, ຈົນເຖິງກ່ອນເມື່ອເສຍຊີວິດ, ຄວາມເອົາໃຈໃສ່ຕົ້ນຕໍ່ຂອງປະທານໂຮ່ຈີມິນແມ່ນກໍ່ສ້າງພັກ ແລະເພິ່ນໄດ້ເນັ້ນໜັກເປັນພິເສດ ເຖິງການກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ. ປະທານໂຮ່ຈີມິນໄດ້ກ່າວເຕືອນເປັນປະຈຳວ່າ ພັກປະຕິວັດຕ້ອງມີຄຸນສົມບັດປະຕິວັດເປັນພື້ນຖານ ຈຶ່ງນຳພາປະຊາຊົນໄວ້, ຄືກັນກັບຕົ້ນໄມ້ຕ້ອງມີເຫງົ້າ, ຖ້າບໍ່ມີເຫງົ້າຕົ້ນໄມ້ຈະຫ່ຽວແຫ້ງ, ແມ່ນ້ຳຕ້ອງມີແຫຼ່ງຈຶ່ງມີນ້ຳ, ຖ້າບໍ່ມີແຫຼ່ງແມ່ນ້ຳຈະບົກແຫ້ງ. ນັກປະຕິວັດຕ້ອງມີຄຸນສົມບັດ, ຖ້າບໍ່ມີຄຸນສົມບັດ ເຖິງວ່າຈະມີຄວາມສາມາດພຽງໃດກໍ່ບໍ່ສາມາດນຳພາປະຊາຊົນໄດ້. ຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກບໍ່ໄດ້ລົງມາຈາກສະຫວັນ, ແຕ່ມາຈາກການຝຶກຝົນຫຼໍ່ຫຼອມຢ່າງຕໍ່ເນື່ອງ, “ຄ້າຍຄືກັບໄຂ່ມຸກໄດ້ຮັບການຂັດຖູຈະສະຫວ່າງກວ່າ, ຄຳໄດ້ຮັບການຫຼໍ່ຫຼອມຈະແຈ້ງກວ່າ”. ໃນພິໄນກຳ, ປະທານໂຮ່ຈີມິນໄດ້ຕັກເຕືອນວ່າ: “ພັກກອມມູນິດຫວຽດນາມແມ່ນພັກກຳອຳນາດ. ສະມາຊິກພັກແລະພະນັກງານແຕ່ລະຄົນ ຕ້ອງເຊື່ອມຊຶມຄຸນສົມບັດປະຕິວັດ ຢ່າງແທ້ຈິງ, ດຸໝັ່ນ ປະຢັດ ຊື່ຕົງບໍລິສຸດ, ເພື່ອຜົນປະໂຫຍດສ່ວນລວມ ບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ. ຕ້ອງຮັກສາໃຫ້ພັກມີຄວາມໂປ່ງໃສອີ່ຫຼີ, ຕ້ອງໃຫ້ສົມກັບເປັນຜູ້ນຳ, ເປັນຜູ້ຮັບໃຊ້ທີ່ບໍລິສຸດຂອງປະຊາຊົນ”(2).
ຄຳສັ່ງສອນຕັກເຕືອນຂອງປະທານໂຮ່ຈີມິນທັງແມ່ນບົດສະຫຼຸບທີ່ເລິກເຊິ່ງທາງດ້ານທິດສະດີ, ທັງແມ່ນບັນດາບັນຫາທີ່ມີລັກສະນະຫຼັກການ ເພື່ອໃຫ້ພັກກອມມູນິດຫວຽດນາມແມ່ນພັກມາກຊີດທີ່ແທ້ຈິງ, “ແມ່ນຄຸນສົມບັດ, ແມ່ນສີວິໄລ”, ເປັນຕົວແທນໃຫ້ແກ່ສະຕິປັນຍາ, ມະໂນທຳ ແລະກຽດສັກສີຂອງຊາດຫວຽດນາມ. ນີ້ແມ່ນຫຼັກການແລະແມ່ນຈຸດໝາຍ ເພື່ອໃຫ້ປະຊາຊົນຫວຽດນາມຕັ້ງໝັ້ນໃນການກໍ່ສ້າງພັກໃຫ້ສະອາດປອດໄສ, ໝັ້ນຄົງເຂັ້ມແຂງ, ຮັກສາແລະຍົກສູງບົດບາດນຳພາແລະກຳລັງແຮງສູ້ຮົບຂອງພັກ, ຂອງແຕ່ລະຄະນະພັກ, ແຕ່ລະການຈັດຕັ້ງຂອງພັກ, ຂອງຖັນແຖວພະນັກງານ ສະມາຊິກພັກ, ເຮັກໃຫ້ທຸກໜ່ວຍພັກແລະສະມາຊິກພັກທຸກຄົນ ລ້ວນແຕ່ເຮັດຫຼ້ອນໜ້າທີ່ທີ່ພັກມອບໝາຍໃຫ້, ສ້າງກຳລັງແຮງແຫ່ງຄວາມສາມັກຄີເປັນເອກະພາບ, ເຕົ້າໂຮມກຳລັງ, ປັບປຸງແລະຍົກສູງຄວາມເຊື່ອຖືຂອງປະຊາຊົນ ຕໍ່ພັກກອມມູນິດຫວຽດນາມ ແລະລະບອບການການເມືອງ.
ຫຼັງຈາກເກືອບ 35 ປີແຫ່ງການດຳເນີນການປ່ຽນແປງໃໝ່, ຫວຽດນາມບັນລຸໄດ້ບັນດາໝາກຜົນທີ່ໃຫຍ່ຫຼວງ ມີຄວາມໝາຍປະຫວັດສາດ ແລະ ພວມພັດທະນາຢ່າງແຂງແຮງ, ຮອບດ້ານ. ທ່າແລະພະລັງ, ກຳລັງແຮງສັງລວມຂອງຊາດ, ຊື່ສຽງສາກົນຂອງຫວຽດນາມ ນັລມື້ນັບໄດ້ຮັບການຍົກສູງຂຶ້ນ, ປະກອບເປັນບັນດາປະຖົມປັດໄຈທີ່ສຳຄັນເພື່ອກໍ່ສ້າງແລະປົກປັກຮັກສາປະເທດຊາດ. ບັນດາຜົນສຳເລັດດັ່ງກ່າວໄດ້ຢືນຢັນຢ່າງແຂງແຮງວ່າ ແນວທາງການປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາແມ່ນຖືກຕ້ອງ, ຕອບສະໜອງຄວາມຕ້ອງການແລະຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນຫວຽດນາມ, ສອດຄ່ອງກັບສະພາບຄວາມເປັນຈິງໃນປະເທດແລະໃນໂລກ; ແມ່ນການພິສູດທີ່ຈະແຈ້ງທີ່ສຸດກ່ຽວກັບ ບັນດາຄຸນຄ່າອັນໃຫຍ່ຫຼວງ, ການສ່ອງແສງນຳພາ ຂອງແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈິມິນ, ພ້ອມກັນນັ້ນ ກໍ່ສະແດງໃຫ້ເຫັນເຖິງ ລະດັບສະຕິປັນຍາແລະຄວາມກ້າຫານ ຂອງພັກກອມມູນິດຫວຽດນາມ ໃນການເພີ່ມເຕີມ, ພັດທະນາ ແລະໝູນໃຊ້ລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນຢ່າງປະດິດສ້າງ ເຂົ້າໃນພາລະກິດການປ່ຽນແປງໃໝ່, ພັດທະນາປະເທດ, ກໍ່ສ້າງແລະປົກປັກຮັກສາປະເທດຊາດຫວຽດນາມ.
ດີໃຈກັບຄວາມສຳເລັດເຫຼ່ານັ້ນ, ຄຽງຄູ່ກັບຄວາມສະດວກດີແລະໂອກາດໃຫຍ່, ຫວຽດນາມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ການປະຕິວັກຫວຽດນາມກຳລັງຢືນຕໍ່ໜ້າຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ. ອັນຕະລາຍສີ່ປະການທີ່ພັກກອມມູນິດຫວຽດນາມຊີ້ໃຫ້ເຫັນນັ້ນຍັງມີຢູ່, ມີອັນຕະລາຍຮ້າຍແຮງກວ່າເກົ່າ. ຄວາມສ່ຽງທີ່ຈະຕົກຢູ່ໃນ "ກັບດັກລາຍໄດ້ປານກາງ" ຍັງເປັນສິ່ງທ້າທາຍໃຫຍ່. ການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ, ພະຍາດອາດຍາສິດ, ການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດ, “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ” ຢູ່ພາຍໃນ ກໍ່ຄືຄວາມຂັດແຍ້ງທາງສັງຄົມ ຍັງຈະເກີດຂຶ້ນຢ່າງສັບສົນ. ບັນດາອິດທິກຳລັງສັດຕູສືບຕໍ່ເພີ່ມທະວີການມ້າງເພທຳລາຍພັກແລະລັດຫວຽດນາມ. ການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດຍຸດທະສາດຂອງປະເທດ; ການຮັກສາສະພາບແວດລ້ອມສັນຕິພາບ ສະຖຽນລະພາບ; ການປ້ອງກັນແລະຕ້ານໂລກລະບາດ, ໄພທຳມະຊາດ ແລະການປ່ຽນແປງສະພາບດິນຟ້າອາກາດ ແມ່ນບັນດາສິ່ງທ້າທາຍໃຫຍ່ທີ່ສຸດ ເຊິ່ງໄດ້, ພວມ ແລະ ຈະສົ່ງຜົນກະທົບໂດຍກົງຕໍ່ຫວຽດນາມ. ຍິ່ງກວ່າເວລາໃດໝົດ, ຍິ່ງປະເຊີນໜ້າກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍເທົ່າໃດ ພວກເຮົາກໍ່ຍິ່ງຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ ແລະ ປະຕິບັດຄຳສັ່ງສອນຂອງປະທານໂຮ່ຈີມິນເປັນຢ່າງດີ, ຍິ່ງຮັບຮູ້ແຈ້ງຄວາມຕ້ອງການຕ້ອງມີຄວາມໝັ້ນໜຽວ, ຕັ້ງໝັ້ນ, ສືບຕໍ່ໝູນໃຊ້ລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນຢ່າງປະດິດສ້າງ ເຂົ້າໃນຄວາມເປັນຈິງທີ່ມີຊີວິດຊີວາຂອງຫວຽດນາມ ແລະຂອງໂລກໃນປະຈຸບັນ.
ທີ່ຜ່ານມາ, ໃນເງື່ອນໄຂເສດຖະກິດຂອງປະເທດຍັງມີຄວາມຫຍຸ້ງຍາກ, ພື້ນຖານວັດຖຸເຕັກນິກສາທາລະນະສຸກຍັງຖືກຈຳກັດ, ແຕ່ປະຊາຊົນຫວຽດນາມໄດ້ເສີມຂະຫຍາຍ ກຳລັງແຮງທີ່ດີເດັ່ນຂອງລະບົບການເມືອງ ແລະກຳລັງແຮງຂອງຄວາມສາມັກຄີປວງຊົນທັງຊາດ, ບັນລຸຜົນສຳເລັດເບື້ອງຕົ້ນທີ່ສຳຄັນທີ່ສຸດ, ຮັບມືກັບການແຜ່ລະບາດຂອງໂລກ COVID-19 ໄດ້ຢ່າງມີປະສິດທິຜົນ, ໄດ້ຮັບຄວາມເຫັນດີເຫັນພ້ອມ ສະໜັບສະໜູນຂອງປະຊາຊົນ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ນີ້ແມ່ນການສະແດງໃຫ້ເຫັນໂດຍທົ່ວໄປແລະຈະແຈ້ງເຖິງ ພະລັງຂອງຄວາມເປັນເອກະພາບລະຫວ່າງເຈດຈຳນົງຂອງພັກ ແລະຫົວໃຈຂອງປະຊາດຊົນ; ກ່ຽວກັບກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ; ຈາກນັ້ນ, ພວກເຮົາມີແຮງຈູງໃຈ, ຄວາມເຊື່ອ ແລະຄວາມປາດຖະໜາຫຼາຍກວ່າອີກ ໃນການປ່ຽນແປງໃໝ່ແລະພັດທະນາປະເທດຫວຽດນາມ ໃຫ້ມີສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະຮັ່ງມີເຂັ້ມແຂງ, ຢືນຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນ 5 ທະວີບ ຄືດັ່ງປະທານໂຮ່ຈີມິນປາດຖະໜາ.
4- ສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈີມິນຄົບຮອບ 130 ປີ, ດ້ວຍຈິດໃຈປ່ຽນແປງໃໝ່ແລະການພັດທະນາ, ພວກເຮົາຕ້ອງຮັບຮູ້, ຊາບຊຶມບາງບັນຫາຕໍ່ໄປນີ້ ແລະເຮັດໃຫ້ມັນເລິກເຊິ່ງກວ່າອີກ:
ທີໜຶ່ງ, ຊີ້ແຈງໃຫ້ເຫັນແຈ້ງແລະເລິກເຊິ່ງກວ່າ ກ່ຽວກັບການປະກອບສ່ວນອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ ຕໍ່ພາລະກິດປະຕິວັດຂອງພັກກອມມູນິດຫວຽດນາມ, ຊາດຫວຽດນາມ, ປະຊາຊົນຫວຽດນາມ ແລະຕໍ່ມະນຸດຊາດ; ເຮັດໃຫ້ເຫັນແຈ້ງກວ່າແລະເລິກເຊິ່ງກວ່າ ກ່ຽວກັບເນື້ອໃນແນວຄິດໂຮ່ຈີມິນ, ພິເສດແມ່ນ ແນວຄິດຂອງເພິ່ນກ່ຽວກັບການປ່ຽນແປງໃໝ່, ພັດທະນາປະເທດ, ກໍ່ສ້າງແລະພັດທະນາປະເທດຊາດ; ສືບຕໍ່ຢືນຢັນ, ເຮັດໃຫ້ເຫັນແຈ້ງເຖິງ ບຸກຄະລິກກະພາບແລະຄຸນນະພາບທີ່ສູງສົ່ງ, ແບບຢ່າງທາງດ້ານຄຸນສົມບັດແລະແບບແຜນ ຂອງປະທານໂຮ່ຈີມິນ. ຜ່ານນັ້ນ, ຊີ້ແຈງແລະໃຫ້ຄວາມກະຈ່າງແຈ້ງຕື່ມອີກ ກ່ຽວກັບຮູບຮ່າງແລະພາບລັກສະນະຂອງໂຮ່ຈີມິນ ຜູ້ນຳອັດສະລິຍະ, ຜູ້ກໍ່ຕັ້ງ ນຳພາ ແລະຝຶກອົບຮົມພັກກອມມູນິດຫວຽດນາມ, ວິລະຊົນປົດປ່ອຍຊາດ, ບຸລຸດຜູ້ມີຊື່ສຽງທາງວັດທະນະທຳໂລກ; ຢັ້ງຢືນຢ່າງແຂງແຮງເຖິງຄຸນຄ່າອັນໃຫຍ່ຫຼວງແລະຍືນຍົງ ຂອງມໍລະດົກອັນລ້ຳຄ່າ ທີ່ເພິ່ນໄດ້ສ້າງໄວ້ໃຫ້ພັກກອມມູນິດຫວຽດນາມ, ຊາດຫວຽດນາມ, ນັ້ນແມນຍຸກສະໄໝໂຮ່ຈີມິນ, ແນວຄິດໂຮ່ຈີມິນ ແລະ ແບບຢ່າງຄຸນສົມບັດ, ແບບແຜນໂຮ່ຈີມິນ.
ທີສອງ, ເຮັດໃຫ້ເຫັນແຈ້ງກວ່າອີກເຖິງການເພີ່ມເຕີມ, ພັດທະນາ ແລະໝູນໃຊ້ແນວຄິດໂຮ່ຈີມິນຢ່າງປະດິດສ້າງ ຂອງພັກກອມມູນິດຫວຽດນາມ ໃນຂະບວນວິວັດການປະຕິວັດຫວຽດນາມ, ໂດຍສະເພາະແມ່ນ ໃນການປ່ຽນແປງໃໝ່, ພັດທະນາແລະປົກປັກຮັກສາປະເທດຊາດໃນປະຈຸບັນ; ຊີ້ແຈງຕື່ມອີກກ່ຽວກັບຜົນສຳເລັດຂອງການປ່ຽນແປງໃໝ່, ພັດທະນາ ແລະປົກປັກຮັກສາປະເທດຫວຽດນາມ, ຈາກນັ້ນ ຢັ້ງຢືນຢ່າງແຂງແຮງເຖິງການນຳພາຂອງພັກ ບົນພື້ນຖານລັດທິມາກ-ເລນິນແລະແນວຄິດໂຮ່ຈີມິນ ເຊິ່ງເປັນປັດໄຈຕົ້ນຕໍ່ທີ່ຕັດສິນໄຊຊະນະຂອງການປະຕິວັດຫວຽດນາມ. ພ້ອມກັນນັ້ນ, ຈາກຄວາມເປັນຈິງຂອງອົງການ, ທ້ອງຖິ່ນ, ໜ່ວຍງານ, ເພື່ອແບ່ງປັນບົດຮຽນ, ປະສົບການທີ່ດີໃນການຍູ້ແຮງແລະຍົກສູງປະສິດທິຜົນ ຂອງການຮ່ຳຮຽນແລະເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ, ປະກອບສ່ວນແທດຈິງ ເຂົ້າໃນການກໍ່ສ້າງແລະປັບປຸງພັກກອມມູນິດຫວຽດນາມ ໃຫ້ສະອາດປອດໃສ, ໝັ້ນຄົງເຂັ້ມແຂງ.
ທີສາມ, ວິເຄາະໄຈ້ແຍກໃຫ້ຄວາມກະຈ່າງແຈ້ງກ່ຽວກັບສະພາບການໃໝ່, ຄວາມຕ້ອງການໃໝ່, ການພັດທະນາປະເທດ, ກໍ່ສ້າງແລະປົກປັກຮັກສາປະເທດຫວຽດນາມໃນໄລຍະປະຈຸບັນ, ຈາກນັ້ນ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ຄວາມສຳຄັນ ແລະທິດທາງການສືບຕໍ່, ເສີມຂະຫຍາຍມໍລະດົກຂອງປະທານໂຮ່ຈີມິນ, ຍູ້ແຮງການຮ່ຳຮຽນແລະເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ; ຢຶດໝັ້ນ, ເພີ່ມເຕີມ, ພັດທະນາ ແລະໝູນໃຊ້ລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນຢ່າງປະດິດສ້າງ ໃນກິດຈະກຳປ່ຽນແປງໃໝ່, ພັດທະນາປະເທດ, ກໍ່ສ້າງແລະປົກປັກຮັກສາປະເທດຊາດໃນປະຈຸບັນ; ປົກປັກຮັກສາພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດຢ່າງມີປະສິດທິຜົນກັບບັນດາທັດສະນະທີ່ຜິດພາດ ເປັນປໍລະປັກ; ປັບປຸງຄວາມເຊື່ອໝັ້ນໃນພັກ, ໃນປະຊາຊົນກ່ຽວກັບອຸດົມຄະຕິ, ຈຸດປະສົງອັນສູງສົ່ງທີ່ພັກກອມມູນິດຫວຽດນາມ, ປະທານໂຮ່ຈີມິນ ແລະປະຊາຊົນຫວຽດນາມໄດ້ເລືອກເອົາ.
ຊາດຫວຽດນາມ, ປະເທດຫວຽດນາມ, ພັກກອມມູນິດຫວຽດນາມຮຸ້ບຸນຄຸນຢ່າງບໍ່ມີຂອບເຂດ ຕໍ່ຄຸນງານຄວາມດີອັນລົ້ນຟ້າເໜືອແຜ່ນດິນ ຂອງປະທານໂຮ່ຈີມິນ. ປະຊາຊົນຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະສືບທອດຢ່າງຈົງຮັກພັກດີ, ສືບຕໍ່ຢ່າງດີເດັ່ນ ແລະບໍ່ລົດລະໃນການພັດທະນາພາລະກິດປະຕິວັດຂອງປະທານໂຮ່ຈີມິນ, ຈົງຮັກພັກດີເດັດຂາດຕໍ່ອຸດົມຄະຕິຂອງການປະຕິວັດ, ກ້າວຢ່າງໜັກແໜ້ນບົນເສັ້ນທາງເອກະລາດແຫ່ງຊາດຕິດແໜ້ນກັບລັດທິສັງຄົມນິຍົມ - ເສັ້ນທາງອັນສະຫງ່າງາມ ທີ່ປະທານໂຮ່ຈີມິນ, ພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມໄດ້ເລືອກເອົາ.
ເພື່ອປະຕິບັດໜ້າທີ່ຮັບຜິດຊອບແລະພາລະກິດປະຫວັດສາດທີ່ຍິ່ງໃຫຍ່ນັ້ນໃຫ້ປະສົບຜົນສຳເລັດ, ແຕ່ລະຄະນະພັກ ອົງການຈັດຕັ້ງພັກ, ພະນັກງານສະມາຊິກພັກແຕ່ລະຄົນ ໄດ້ຈາລຶກຄຳຕັກເຕືອນຂອງປະທານໂຮ່ຈີມິນໄວ້ໃນໃຈສະເໝີ: “ຕ້ອງຮັກສາພັກກອມມູນິດຫວຽດນາມໃຫ້ສະອາດປອດໄສ, ຕ້ອງສົມກຽດກັບການເປັນຜູ້ນຳ, ເປັນຜູ້ຮັບໃຊ້ທີ່ຊື່ສັດຂອງປະຊາຊົນ”; “ປົກປັກຮັກສາຄວາມສາມັກຄີເປັນເອກະພາບຂອງພັກ ຄືກັບການຮັກສາແກ້ວຕາຂອງຕົນເອງ”, ປະຕິບັດການຕິຊົມຕົນເອງແລະຕິຊົມ ຢ່າງເປັນປະຈຳແລະເຂັ້ມງວດ; ເຊີດຊູປະຊາທິປະໄຕແລະປະຕິບັດປະຊາທິປະໄຕຢ່າງກວ້າງຂວາງ, ພ້ອມກັນນັ້ນກໍ່ເຊີດຊູແລະຮັກສາລະບຽບວິໄນຂອງພັກ ບົນພື້ນຖານຂອງຄວາມຮັກແພງຖານສະຫາຍອ້າຍນ້ອງ, ຖືອັນນັ້ນເປັນ “ກຸນແຈອະເນກປະສົງ” ເພື່ອແກ້ໄຂທຸກບັນຫາໃນການປະຕິບັດໜ້າທີ່ປະຕິວັດ, ໂດຍສະເພາະໃນການຂົນຂວາຍ, ເຕົ້າໂຮມກຳລັງ, ເສີມຂະຫຍາຍກຳລັງແຮງແລະສິດເປັນເຈົ້າຂອງຂອງປະຊາຊົນ.
ປະຕິບັດຕາມຄຳສອນຂອງປະທານໂຮ່ຈີມິນ, ປະຊາຊົນຫວຽດນາມໄດ້ຕັດສິນໃຈກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງ ໃຫ້ສະອາດປອດໃສ, ໝັ້ນຄົງເຂັ້ມແຂງ, ປະສົບຄວາມສຳເລັດໃນການຈັດຕັ້ງກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ກ້າວເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຜັນຂະຫຍາຍການປະຕິບັດໜ້າທີ່, ຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍ ເພື່ອສຳເລັດຄວາມຮັບຜິດຊອບຕໍ່ພັກແລະປະຊາຊົນ, ກະກຽມປະຖົມປັດໄຈເພື່ອກ້າວເຂົ້າສູ່ວາລະໃໝ່ດ້ວຍເຈດຈຳນົງ, ຄວາມເຊື່ອແລະກຳລັງແຮງໃໝ່, “ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ສາມັກຄີກັນສູ້ຊົນ, ກໍ່ສ້າງປະເທດຫວຽດນາມໃຫ້ມີສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕແລະຮັ່ງມີເຂັ້ມແຂງ” ຄືດັ່ງທີ່ປະທານໂຮ່ຈີມິນ ແລະປະຊາຊົນຫວຽດນາມປາດຖະໜາ./.
--------------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເທິດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 187.
- ໂຮ່ຈີມິນ: ນິພົນຄົບຊຸດ, ເຫຼັ້ມ 15, ໜ້າ 622.
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 942 (ເດືອນພຶດສະພາ 2020)