ເຈັດສິບຫ້າປີຂອງສະຫະປະຊາຊາດ ແລະ ການເຂົ້າຮ່ວມ,
ການປະກອບສ່ວນຂອງຫວຽດນາມ

ໂດຍ ເລຮ່ວາຍຈູງ
ກຳມະການຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມສະໄໝທີ 12, ຮອງລັດຖະມົນຕີກະຊວງການຕ່າງປະເທດ
02:33, 04-06-2021

ວກ. - ປີ 2020 ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສະຫະປະຊາ​ຊາດ​ຄົບຮອບ 75 ປີ (24 ຕຸລາ 1945 – 24 ຕຸລາ 2020), ພ້ອມກັນນັ້ນ, ກໍ່ແມ່ນໂອກາດທີ່ຫວຽດນາມ​ສະ​ເຫຼີ​ມສະຫຼອງ 75 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2020). ​ໃນ​​ໄລຍະ​ເວລາສາມ​ສ່ວນ​ສີ່​ຂອງ​ສະຕະວັດ​ທີ່​ຜ່ານ​ມາ, ຍາມໃດຫວຽດນາມກໍ່ພ້ອມກັບ​ສະຫະ​ປະຊາ​ຊາດຊຸກຍູ້ບັນດາເປົ້າໝາຍລວມ ເພື່ອສັນຕິພາບ, ການ​ຮ່ວມ​ມື, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ຄວາມ​ກ້າວໜ້າ​ທາງ​ສັງຄົມ ​ແລະ ສອງ​ຝ່າຍ​ພວມ​ພ້ອມ​ກັນ​ມຸ່ງ​ໄປ​ສູ່​ອະນາຄົດ​ຂອງ​ຄູ່​ຮ່ວມ​ມື​ ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ຫວຽດນາມໄດ້ຮັບເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ _ພາບ: TTXVN

ສະຫະ​ປະຊາ​ຊາດ: 75 ປີ​ແຫ່ງ​ການ​ປະກອບສ່ວນ​ເພື່ອ​ສັນຕິພາບ ​ແລະ​ການ​ພັດທະນາ

ກ່ອນ​ໜ້າ​ນີ້ 75 ປີ, ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ສິ້ນສຸດລົງ ແຕ່ໄດ້ເຮັດໃຫ້ມີ​ຜູ້​ເສຍ​ຊີວິດບາດເຈັບແລະສູນເສຍ​ເປັນ​ຈຳນວນຫຼາຍທີ່ບໍ່ເຄີຍມີມາກ່ອນ ​ໃນ​ປະຫວັດສາດ​ຂອງ​ມະນຸດ. ຈາກກອງຂີ້ເຖົ່າຂອງສົງຄາມໂລກຄັ້ງທີສອງ, ວັນ​ທີ ຕຸລາ 1945, ອົງການ​ສະຫະປະຊາ​ຊາດ​ກຳ​ເນີ​ດຂຶ້ນ​ ດ້ວຍ​ຄວາມ​ຕັດສິນ​ໃຈ “ປ້ອງກັນໄພພິບັດຂອງສົງຄາມ ສຳລັບຄົນລຸ້ນຕໍ່​ໄປ. ຖອດຖອນບົດຮຽນຈາກຄວາມລົ້ມເຫຼວຂອງສະຫະພັນບັນດາ​ປະ​ເທດ(1) ຍ້ອນ​ຂາດການມີ​ສ່ວນຮ່ວມຢ່າງ​ເຕັມທີຂອງປະ​ເທດ​ຕ່າງໆ, ​ໂດຍ​ສະ​ເພາະ​ບັນດາ​ປະ​ເທດ​ໃຫຍ່ ​ແລະ​ຍັງ​ຄົງ​ຍອມຮັບ​ວ່າ​ ສົງຄາມ​ແມ່ນ​ເຄື່ອງມື​​ໃນ​ການ​ແກ້​ໄຂ​ຂໍ້ຂັດ​ແຍ່ງ​ລະຫວ່າງ​ປະ​ເທດ, ອົງການສະຫະ​ປະຊາ​ຊາດໄດ້ຮັບການ​ສ້າງ​ຕັ້ງ​ຂຶ້ນ​ ເພື່ອ​ຮັກສາ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ສາກົນ ຜ່ານ​ການ​ປ້ອງ​ກັນ​ແລະ​ກຳຈັດ​ໄພ​ຂົ່ມຂູ່​ຕໍ່ສັນຕິພາບ​ແລະ​ຄວາມ​ໝັ້ນຄົງສາກົນ, ການກະທຳທີ່ເປັນການຮຸກຮານ; ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື ມິດຕະພາບ​ລະຫວ່າງ​ປະ​ເທດ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ​ກ່ຽວ​ກັບ​ເສດຖະກິດ, ສັງຄົມ, ວັດທະນະທຳ ຫຼືມະນຸດສະທຳ. ສະຫະປະຊາຊາດຄາດວ່າ ຈະ​ເປັນ​ສູນ​ກາງ​ໃນ​ການປະສານງານການກະທຳສາກົນ ເພື່ອບັນລຸເປົ້າໝາຍລວມເຫຼົ່ານີ້.

ກົດບັດສະຫະປະຊາຊາດກຳນົດຫຼັກການພື້ນຖານ ​ໃນ​ການ​ພົວພັນ​ລະຫວ່າງ​ບັນດາປະເທດສະມາຊິກຂອງສະຫະປະຊາຊາດ, ນັ້ນ​ແມ່ນ​ບັນດາ​ຫຼັກການ​ກ່ຽວ​ກັບຄວາມ​ສະ​ເໝີພາບ​ອະທິປະ​ໄຕ​ຂອງປະເທດຕ່າງໆ, ມີເຈດຕະນາດີໃນການປະຕິບັດບັນດາ​ຄຳໝັ້ນສັນຍາສາກົນ, ​ແກ້​ໄຂ​ຂໍ້​ຂັດ​ແຍ່​ງສາກົນ​ດ້ວຍ​ມາດ​ຕະການ​ສັນຕິພາບ, ການ​ຮ່ວມ​ມື, ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ​ແລະ ກັບສະຫະ​ປະຊາ​ຊາດ ສອດຄ່ອງກັບ​ກົດບັດສະຫະ​ປະຊາ​ຊາດ, ​ແລະສຳຄັນ​ກວ່າ​ນັ້ນ​ແມ່ນ, ເປັນ​ຄັ້ງ​ທຳ​ອິດທີ່​ການ​ຂົ່ມຂູ່​ຫຼື​ການ​ໃຊ້ກຳລັງທະຫານຕໍ່ຕ້ານ​ຄວາມ​ໝັ້ນຄົງທາງ​ເຂດແດນ, ຄວາມເປັນ​ເອກະລາດ​ທາງ​ການ​ເມືອງຂອງປະຊາ​ຊາດ​ຕ່າງໆ, ການຂົ່ມຂູ່ຕໍ່ສັນຕິພາບແລະຄວາມໝັ້ນຄົງສາກົນ ​ແມ່ນ​ຖືກຫ້າມໃນການພົວພັນສາກົນ. ຫຼັກການ​ເຫຼົ່າ​ນີ້​​ເປັນ​ພື້ນ​ຖານ​ຂອງ​ກົດໝາຍ​ສາກົນ​ທີ່​ທັນ​ສະ​ໄໝ, ແມ່ນຂອບການຄຸ້ມຄອງພຶດຕິກຳຂອງລັດ ໃນທຸກດ້ານຂອງການພົວພັນສາກົນ​ໃນຕະຫຼອດ 75 ປີທີ່ຜ່ານມາ.

 ອົງການສະຫະປະຊາຊາດດຳເນີນການພາຍໃຕ້ກົນໄກ "ໜຶ່ງປະເທດ, ໜຶ່ງຄະ​ແນນ​ສຽງ”, ໝາຍ​ຄວາມ​ວ່າ ແຕ່ລະປະເທດມີສຽງເທົ່າທຽມກັນ​ ແລະມີສາລະ​ສຳຄັນ​ໃນ​ການຕັດສິນ​ຕົກລົງ​ ແລະ​ນະ​ໂຍບາຍຂອງ​ສະຫະ​ປະຊາ​ຊາດ, ໂດຍບໍ່ສົນເລື່ອງສະຖານ​ທີ່​ທາງ​ພູມ​ສາດ, ສະຖາບັນທາງການເມືອງ, ລະດັບການພັດທະນາ. ສະຫະປະຊາຊາດມີ 6 ອົງການໃຫຍ່ ທີ່ມີພາລະບົດບາດ​ແລະໜ້າທີ່ທີ່ແຕກຕ່າງກັນ ​ເພື່ອ​ສົ່ງ​ເສີມຈຸດປະສົງ​ສະ​ເພາະ. ​ໃນ​ນັ້ນ, ສະມັດ​ຊາ​ໃຫຍ່​​ແຫ່ງສະຫະ​ປະຊາ​ຊາດ ​​ແມ່ນອົງການ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ປະ​ເທດ​ສະມາຊິກ​ທັງ​ໝົດ​ຂອງ​ສະຫະ​ປະຊາ​ຊາດ, ມີ​ອຳນາດ​ໃນ​ການ​ຕັດສິນຕົກລົງກ່ຽວກັບໂຄງສ້າງແລະການຈັດຕັ້ງ ຂອງອົງການສະຫະປະຊາຊາດ ​ແລະ ​ໃຫ້ຄຳ​ແນະນຳໃນທຸກໆບັນຫາທີ່ໄດ້ກຳນົດໄວ້ໃນກົດບັດ. ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ແມ່ນອົງການນຳທີ່ຮັບຜິດຊອບໃນການຮັກສາສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ສາກົນ, ມີສິດອຳນາດໃນການຕັດສິນຂໍ້​ບັງຄັບສຳລັບປະເທດສະມາຊິກ ​ເພື່ອ​ຈັດການກັບ​ໄພຂົ່ມຂູ່ຈາກການຮຸກຮານ, ການທຳລາຍສັນຕິພາບ. ສະພາ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ສະຫະ​ປະຊາ​ຊາດ ແມ່ນອົງການຫຼັກໃນການສ້າງນະໂຍບາຍ, ປະສານ​ສົມທົບຄວາມ​ພະຍາຍາມຂອງສາກົນ ເພື່ອສົ່ງເສີມການຈັດຕັ້ງປະຕິບັດຄຳໝັ້ນສັນຍາ​ສາກົນ​ກ່ຽວ​ກັບ​ການພັດທະນາ, ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ​ກ່ຽວ​ກັບ​ເສດຖະກິດ, ສັງຄົມ, ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸດ, ມະນຸດສະທຳ. ສານຍຸດຕິທຳສາກົນ​ແມ່ນອົງການ​ຍຸດຕິ​ທຳ​ຫຼັກ​ຂອງ​ສະຫະ​ປະຊາ​ຊາດ, ມີ​ພາລະ​ບົດບາດ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ປະ​ເທດ​ໂດຍ​ສັນຕິ​ວິທີ, ພ້ອມ​ກັນ​ນັ້ນ ສາມາດໃຫ້ຄຳແນະນຳກ່ຽວ​ກັບ​ເລື່ອງ​ກົດໝາຍຕາມການຮ້ອງຂໍຂອງອົງການອື່ນໆຂອງສະຫະປະຊາຊາດ. ສະພາ​ຄວບ​ຄຸມ​ເຂດ​ມອບ​ໝາຍ​ແຫ່ງ​ສະຫະ​ປະຊາ​ຊາດ (United Nations Trusteeship Council) ມີໜ້າ​ທີ່ຄວບຄຸມເຂດ​ແດນ​ທີ່​ໄດ້​ຮັບ​ມອບໝາຍ(2) ແລະອົງການ​ນີ້​ໄດ້ຢຸດເຊົາການເຮັດວຽກ ໃນປີ 1994 ເມື່ອອານາເຂດ​​ແຫ່ງ​ການ​ມອບ​ໝາຍໄດ້ກາຍເປັນປະ​ເທດເອກະລາດ​ໃນ​ທີ່​ສຸດ (Palau). ສຳນັກ​ເລ​ຂາທິການ​​ແຫ່ງສະຫະ​ປະຊາ​ຊາດ ນຳ​ໂດຍ​ເລຂາທິການ​ສະຫະ​ປະຊາ​ຊາດ ​ແມ່ນ​ໜ່ວຍ​ງານ​ທີ່​ສະໜັບສະໜູນກິດຈະກຳ​ຂອງ​ໜ່ວຍ​ງານ​ອື່ນໆ​ຂອງ​ສະຫະ​ປະຊາ​ຊາດ, ​ໃນ​ຄວາມ​ເປັນ​ຈິງ, ມັນດຳ​ເນີນ​ການ​ຄົ້ນຄວ້າ​ແລະໃຫ້ຄຳແນະນຳດ້ານ​ນະ​ໂຍບາຍ​ແກ່ອົງການສະຫະປະຊາຊາດ ເພື່ອແກ້ໄຂບັນຫາຕ່າງໆພາຍໃນພາລະ​ບົດບາດ​ແລະ​ໜ້າ​ທີ່​ຂອງ​ຕົນ. ນອກຈາກ​ນັ້ນ, ສະຫະ​ປະຊາ​ຊາດ​ຍັງ​ມີ​ລະບົບ​ກອງ​ທຶນ, ​ໂຄງການ​ພັດທະນາອີກ 20 ໜ່ວຍ​ງານ​ພິ​ເສດ, 5 ຄະນະກຳມະການເສດຖະກິດ - ສັງຄົມ ທີ່​ຕັ້ງ​ຢູ່​ພາກ​ພື້ນ​ຕ່າງໆ​ຂອງ​ໂລກ ພ້ອມ​ກັບ​ໜ່ວຍ​ງານຊ່ວຍ​ເຫຼືອ​ອື່ນໆ.

ຄວາມເປັນຈິງທາງປະຫວັດສາດສະແດງໃຫ້ເຫັນວ່າ ເພື່ອໃຫ້ສະຫະປະຊາຊາດ​ປະຕິບັດພາລະກິດຂອງຕົນຢ່າງສຳເລັດຜົນ, ປັດ​ໄຈ​ຕັດສິນ​ຊີ້​ຂາດ​ແມ່ນ​ເຈດ​ຈຳນົງ, ນະ​ໂຍບາຍຂອງ​ແຕ່ລະ​ປະ​ເທດ​ສະມາຊິກ, ໂດຍບໍ່ຄຳນຶງ​ເຖິງ​ລະດັບ​ການ​ພັດທະນາ ​ແລະ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ອິດ​ເມື່ອຍ​ຂອງບັນດາ​ປະຊາຊາ​ດ, ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າ​ຂອງ​ປະຊາຊົນທີ່​ໄດ້​ມີ​ຊີວິດ​ໃນ​ສັນຕິພາບ, ການ​ພັດທະນຢ່າງ​ຍືນ​ຍົງ ​ແລະສົ່ງ​ເສີມການພົວພັນສາກົນທີ່ມີຄວາມສະເໝີພາບຫຼາຍຂຶ້ນ. ດ້ວຍ​ຄວາມກວມ​ລວມ​ແລະ​ຄວາມ​ເປັນ​ສາກົນ​ສູງ ​ແລະ​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ໃນການຈັດຕັ້ງປະຕິບັດອຸດົມ​ຄະຕິແລະຈຸດປະສົງທີ່ກຳນົດໄວ້ໃນກົດບັດຂອງ​ສະຫະ​ປະຊາ​ຊາດ, ອົງການສະຫະປະຊາຊາດໄດ້ປະສົບຜົນສຳເລັດຫຼາຍຢ່າງ ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຊຸກຍູ້​ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ທົ່ວ​ໂລກ​ໃນ​ຕະຫຼອດ 75 ປະ​ທີ່​ຜ່ານ​ມາ.

ກ່ຽວກັບສັນຕິພາບແລະຄວາມໝັ້ນຄົງ, ອົງການສະຫະປະຊາຊາດ​ໄດ້​ປະກອບສ່ວນທີ່​ມີ​ປະສິດທິ​ຜົນ​ ເຂົ້າ​ໃນການ​ປ້ອງ​ກັນ​ສົງຄາມ​ໂລກ​ຄັ້ງ​ໃໝ່ ຫຼື​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ສົງຄາມ​ທີ່​ທຳລາຍ​ລ້າງ​ມະນຸດຊາດ; ກໍ່ສ້າງ​ຫຼາຍ​ຂອບ, ກົນ​ໄກ​ສາກົນ​ທີ່​ສຳຄັນ ກ່ຽວ​ກັບການ​ຫຼຸດ​ອາວຸດ, ການຕ້ານການແຜ່ຂະຫຍາຍອາວຸດທີ່​ມີ​ອານຸ​ພາບທຳລາຍ​ລ້າງ​ສູງ, ຈັດການ​ກັບ​ສິ່ງທ້າທາຍດ້ານຄວາມປອດໄພທີ່ບໍ່​ເປັນແບບດັ້ງເດີມ​ເຊັ່ນ ການ​ກໍ່​ການ​ຮ້າຍ, ຄວາມ​ປອດ​ໄພ​ເຄືອ​ຂ່າຍ...; ຖື​ບົດ​ບາດ​ເປັນ​ມື​ກາງ, ຜູ້ໄກ່​ເກ່ຍ, ບັນ​ເທົາ​ຄວາມ​ເຄັ່ງ​ຕຶງ, ສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງ​ ແລະສ້າງສາຄືນໃໝ່ຫຼັງຄວາມຂັດ​ແຍ່ງ,​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ການ​ຜັນ​ຂະຫຍາຍ​ກຳລັງ​ຮັກສາ​ສັນຕິພາບ (PKO)(3); ສົ່ງ​ເສີມ​ຂະ​ບວນການ​ປົດ​ປ່ອຍ​ອານາ​ນິຄົມ, ປົກ​ປ້ອງ​ບັນດາ​ຫຼັກການ​ເອກະລາດ​ແຫ່ງ​ຊາດ, ການ​ຕັດສິນ​ຕົກລົງ​ດ້ວຍ​ຕົນ​ເອງ ​ແລະ​ການ​ຕໍ່ຕ້ານ​ການ​ລ່າ​ເມືອງ​ຂຶ້ນ. ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງສະຫະ​ປະຊາ​ຊາດມີ​ບົດບາດ​ສຳຄັນ​ ໃນ​ການ​ຟື້ນ​ຟູ​ສັນຕິພາບ, ຢຸດຕິ​ຄວາມ​ຂັດ​ແຍ່ງ ​ແລະ​ສະໜັບສະໜູນການ​ສ້າງ​ໃໝ່​ ໃນ​ຫຼາຍ​ພາກ​ພື້ນ​ແລະ​ປະ​ເທດ​ທົ່ວ​ໂລກ. ​ເພື່ອຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງສະຫະປະຊາຊາດ ຕໍ່​ສັນຕິພາບ​ສາກົນ, ຄະນະ​ກຳມະການ​ໂນ​ແບນ​ມອບ​ລາງວັນ​ໂນ​ແບນ​ສາຂາ​ສັນຕິພາບ ​ໃຫ້ກຳລັງ​ຮັກສາສັນຕິພາບ​ແຫ່ງ​ສະຫະ​ປະຊາ​ຊາດ (ປີ 1988) ​ແລະເລຂາທິການ​ສະຫະ​ປະຊາ​ຊາດ ​ໂກ​ຟີ ອານັນ (ປີ 2001). 

​ໃນ​ຂົງ​ເຂດ​ການ​ພັດທະນາ, ​ແຕ່​ປີ 1960, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້ສະ​ເໜີ​ຍຸດ​ທະ​ສາດ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ໃນ​ແຕ່ລະ​ທົດ​ສະ​ວັດ​ເພື່ອລະດົມ​ຄວາມຮ່ວມ​ມືສາກົນ ​ເພື່ອ​ເປົ້າ​ໝາຍ​ການ​ພັດ​ທາ​ຮ່ວມ​ກັນ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ປະ​ເທດ​ກຳລັງ​ພັດທະນາ. ເສີມ​ຂະຫຍາຍຂໍ້​ໄດ້​ປຽບກ່ຽວ​ກັບ​ບົດຮຽນ​ດ້ານ​ວິຊາສະ​ເພາະ ​ແລະການມີໜ້າຢູ່ໃນທົ່ວໂລກ, ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ລະບົບການພັດທະນາຂອງ​ສະຫະ​ປະຊາ​ຊາດ​ເຊັ່ນ ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (UNDP), ກອງ​ທຶນເພື່ອເດັກ​ແຫ່ງສະຫະປະຊາຊາດ (UNICEF), ອົງ​ການ​ອະ​ນາ​ໄມ​ໂລກ (WHO)...​ໄດ້ສະໜັບສະໜູນ​ໂດຍ​ກົງ​ທາງ​ດ້ານ​ທຶນ, ການ​ລົງທຶນ ​ແລະ ບົດຮຽນ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ໃຫ້​ແກ່ຄວາມ​ພະຍາຍາມ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ວັດທະນະທຳ, ການ​ສຶກສາ ​ແລະ​ສາທາລະນະ​ສຸກ​ໃນ​ທົ່ວ​ໂລກ. ອົງການ​ສະຫະ​ປະຊາ​ຊາດ​ຍັງ​ແມ່ນ​ເວທີ​ແລກປ່ຽນ​ຄວາມ​ເຫັນ​ ກ່ຽວ​ກັບບັນດາບັນຫາ​ທີ່​ສຳຄັນທາງ​ດ້ານ​ເສດຖະກິດ, ການ​ພັດທະນາ ​ແລະ​ຄວາມ​ສະ​ເໝີ​ພາບ​ ໃນຊີວິດ​ສາກົນ, ຜ່າ​ນນັ້ນສ້າງ​ເປັນ​ຄຸນຄ່າທົ່ວ​ໄປທາງດ້ານແນວຄິດ ​ແລະການ​ຮ່ວມ​ມື​ພັດທະນາ​ເສດຖະກິດ-ສັງຄົມ, ກຳນົດບັນດາ​ເປົ້າ​ໝາຍ​ລວມ​ ເພື່ອ​ຜົນ​ປະ​​ໂຫຍດຂອງ​ປະຊາຊົນ​ໂລກ, ​ໃນ​ນັ້ນພົ້ນ​ເດັ່ນ​ແມ່ນ ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ສະຫັດ​ສະ​ວັດ (MDGs) ​ແລະ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDGs) ພ້ອມ​ດ້ວຍຫຼາຍກອບນະໂຍບາຍທີ່​ແທດ​ຈິງອື່ນໆ. 

ອົງການ​ສະຫະ​ປະຊາ​ຊາດ​ກໍ່​ແມ່ນສະຖານທີ່ເຈລະຈາແລະພັດທະນາ ບັນດາ​ເອກະສານແລະສົນທິສັນຍາສາກົນທີ່ສຳຄັນ ກ່ຽວກັບສິດທິມະນຸດ​ເຊັ່ນ ຖະ​ແຫຼງການ​ສາກົນ​ວ່າ​ດ້ວຍ​ສິດທິ​ມະນຸດ (ປີ 1948), ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ສິດທິ​ທາງ​ເສດຖະກິດ, ສັງຄົມ ​ແລະ​ວັດທະນະທຳ (ປີ 1966) ​ແລະສົນທິສັນຍາ​ສາກົນ​ວ່າ​ດ້ວຍສິດທິ​ພົນລະ​ເມືອງ​ແລະ​ການ​ເມືອງ (ປີ 1966), ​ເປັນ​ພື້ນຖານ​ໃຫ້​ແກ່​ສົນທິສັນຍາ, ຖະ​ແຫຼ​ງການ​ສາກົນຫຼາຍ​ກວ່າ 80 ສະບັບ ທີ່​ໄດ້​ຮັບ​ການ​ຮັບຮອງ​ໃນ​ຕໍ່​ມາ ​ເພື່ອ​ເພີ່ມ​ທະວີການຮ່ວມມືກັບສາກົນ ໃນການປົກປ້ອງແລະສົ່ງເສີມສິດທິມະນຸດ. ອົງການ​ສະຫະ​ປະຊາ​ຊາດ​ໃຫ້​ຄວາມ​ສຳຄັນກັບ​ການ​ຮັບປະກັນ​ການ​ປະຕິບັດສິດທິ​ມະນຸດ ​ໂດຍ​ຜ່ານ​ບັນດາ​ກົນ​ໄກ, ອົງການ​ເຊັ່ນ ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ, ຂ້າ​ຫຼວງ​ໃຫຍ່​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ.  

ສະຫຼຸບ​ແລ້ງ​ອາດ​ຈະ​ເວົ້າ​ວ່າ, ປະຫວັດສາດ​ໄດ້​ທ້າ​ທາຍ​ແລະ​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ຖານະ​ເປັນ​ພື້ນຖານທີ່ຂາດບໍ່ໄດ້ ສຳລັບ​ໂລກ​ທີ່​ສະຫງົບ​ສຸກ, ຈະເລີນຮຸ່ງເຮືອງ, ມີຄວາມຍຸດຕິທຳ ແລະ ຍືນຍົງ. ຈາກຈຳນວນ 51 ປະ​ເທດສະມາຊິກເມື່ອກໍ່ຕັ້ງໃນປີ 1945, ປະຈຸບັນສະຫະປະຊາຊາດມີ 193 ປະ​ເທດ​ສະມາຊິກ, ກາຍ​ເປັນ​ກົນ​ໄກ​ພະຫຸ​ພາຄີ​ທີ່​ໃຫຍ່​ທີ່​ສຸດ, ຮອບດ້ານ​ທີ່​ສຸດ ​ແລະ​ມີ​ການ​ເຄື່ອນ​ໄຫວ​ກວ້າງ​ທີ່​ສຸດ; ​ກົງ​ຈັກ​ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ ​ເພື່ອຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງວຽກງານທີ່ມີ​ຄວາມ​ຫຼາກ​ຫຼາຍ ແລະນັບ​ມື້​ນັບສັບສົນ.

ຫວຽດນາມ - ສະມາຊິກ​ທີ່​ຕັ້ງໜ້າ​ແລະ​ມີ​ຄວາມ​ຮັບຜິດ​ຊອບ ​ຂອງ​ສະຫະ​ປະຊາ​ຊາດ

​ໂດຍ​​ຮູ້​ແຈ້ງ​ເຖິງ​ຄວາມ​ສຳຄັນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ບໍ່ດົນຫຼັງ​ຈາກ​ການ​ກຳ​ເນີ​ດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ ແລະການສ້າງຕັ້ງສະຫະ​ປະຊາ​ຊາດ, ຕົ້ນ​ປີ 1946, ປະທານ​ໂຮ່ຈີ​ມິນໄດ້ສົ່ງຈົດໝາຍເຖິງປະທານສະມັດຊາໃຫຍ່​ແຫ່ງສະຫະ​ປະຊາ​ຊາດ ​ແລະ​ຫຼາຍ​ປະ​ເທດ​ສະມາຊິກ ​ເພື່ອ​ຂໍ​ໃຫ້​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກຂອງ​ສະຫະ​ປະຊາ​ຊາດ. ຜ່ານຫຼາຍເຫດການປະຫວັດສາດ, ວັນ​ທີ 20 ກັນຍາ 1977, ຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດຢ່າງເປັນທາງການ. ການ​ຕໍ່ສູ້​ຢ່າງ​ບໍ່​ຢຸດ​ຢັ້ງຂອງ​ຫວຽດນາມ ​ໃນ​ການ​ປົກ​ປ້ອງ​ເອກະລາດ​ແຫ່ງ​ຊາດ, ​ເສລີພາບ​ ແລະການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ແລະ​ສຳຄັນ​ ເຂົ້າ​ໃນ​ການ​ປະຕິບັດ​ບັນດາເປົ້າ​ໝາຍອັນ​ສູງ​ສົ່ງ​ຂອງສະຫະ​ປະຊາ​ຊາດຄື ສັນຕິພາບ, ​ເອກະລາດ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ປະ​ເທດຕ່າງໆ ​ແລະສິດ​ແຫ່ງ​ຊາດ​ໃນ​ການ​ຕັດສິນ​ດ້ວຍ​ຕົນ​ເອງ, ​ເຊິ່ງ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ລັດທິ​ລ່າ​ເມືອງ​ຂຶ້ນ​ສິ້ນ​ສຸດ​ລົງ​ໃນ​ທົດ​ສະ​ວັດທີ 60 ຂອງ​ສະຕະວັດ​ທີ 20.

​ໃນ​ໄລຍະ​ເວລາ 40 ປີ​ແຫ່ງ​ການ​ເປັນ​ສະມາຊິກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ຫວຽດນາມຍາມໃດກໍ່ຖືເປັນສຳຄັນ​ເຖິງ ການພົວພັນຮ່ວມມືຮອບດ້ານ ​ແລະ​ມີປະສິດທິ​ຜົນ ລະຫວ່າງຫວຽດນາມແລະສະຫະປະຊາຊາດ. ການ​ສະໜັບສະໜູນ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ຫວຽດນາມ ມີ​ຄວາມ​ໝາຍ​ແທດ​ຈິງ​ຫຼາຍ​ຢ່າງ. ທັນທີ​ຫຼັງ​ຈາກທີ່ຫວຽດນາມ​ເຂົ້າ​ຮ່ວມ​ສະ​ຫະປະຊາ​ຊາດ ​ແລະໃນສະພາບການຂອງປະເທດທີ່​ຖືກ​ເສຍ​ຫາຍຢ່າງ​ໜັກໜ່ວງ​ຈາກສົງຄາມ ລວມທັງຖືກປິດ​ລ້ອມ​ເສດຖະກິດ​ແລະຫ້າມ​ສົ່ງ​ສິນຄ້າ, ບົນພື້ນຖານມະຕິ​ເລກທີ 32/3 (ປີ 1977) ຂອງ​ສະມັດຊາ​ໃຫຍ່​ແຫ່ງສະຫະ​ປະຊາ​ຊາດ ທີ່​ສົ່ງ​ເສີມ​ໂດຍ​ຫວຽດນາມ, ບັນດາ​ອົງການ​ສະ​ເພາະ​ກິດ​ພາຍ​ໃຕ້​ລະບົບ​ການພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ສະໜັບສະໜູນ​ຫວຽດນາມ ດ້ວຍ​ເຄື່ອງ​ຂອງຈຳ​ເປັນ​ໃນ​ຊີວິດ​ປະຈຳວັນ, ແກ້ໄຂຜົນຮ້າຍສົງຄາມແລະສິ່ງທ້າທາຍດ້ານເສດຖະກິດ - ສັງຄົມ ​ແລະສ້າງສາປະເທດຊາດຄືນໃໝ່. ໃນໄລຍະຕໍ່ມາ ແລະໂດຍສະເພາະ​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່ຂອງຫວຽດນາມ, ບັນດາອົງການຈັດຕັ້ງເຫຼົ່ານີ້ ​ໄດ້ສືບ​ຕໍ່​ສະໜັບສະ​ໜູນ​ຫວຽດນາມ ໃນການຍົກ​ສູງ​ລະດັບເຕັກໂນໂລຢີການຜະລິດ, ພັດທະນາ​​ບຸກຄະລາ​ກອນ​ວິທະຍາສາດ - ​ເຕັກນິກ, ພັດທະນາ​ໂຄງ​ສ້າງ​ພື້ນຖານ; ​ເຊື່ອມ​ຕໍ່​ຫວຽດນາມ​ກັບບັນດາ​ເວທີ​ປາ​ໄສ​ພາກ​ພື້ນ, ສາກົນ​ ແລະກັບປະ​ເທດອື່ນໆ ​ເພື່ອ​ແລກປ່ຽນ​ບົດຮຽນ​ປະສົບ​ການ,  ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃນ​ດ້ານ​ຕ່າງໆ, ຍົກ​ສູງ​ຄວາມ​ສາມາດ; ປະກອບສ່ວນ​ປັບປຸງ​ບູລະນະ​ຂອບ​ກົດໝາຍ​ແລະ​ນະ​ໂຍບາຍ; ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສະຫະ​ກຳ ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ສາກົນ, ປະຕິບັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ທົ່ວ​ໂລກ. ສຳລັບ​ຫວຽດນາມ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ​ກິດຈະກຳຂອງ​ສະຫະ​ປະຊາ​ຊາດ​ຫຼາຍ​ຂຶ້ນ​ເລື່ອຍໆ ​ແລະມີ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ 3 ​ເສົາ​ຫຼັກ ​ຂອງ​ອົງການ​ສະຫະ​ປະຊາ​ຊາດຄື ສັນຕິພາບ-ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື, ການ​ພັດທະນາ ​ແລະ​ສິດທິ​ມະນຸດ.

​ໃນ​ຂົງ​ເຂດສັນຕິພາບ​ແລະ​ຄວາມ​ໝັ້ນຄົງ, ຫວຽດນາມໄດ້ປະກອບສ່ວນຢ່າງຕັ້ງ ໜ້າ​ໃນ​ການຍົກສູງບົດບາດຂອງສະຫະປະຊາຊາດ ​ແລະທ່າອ່ຽງຂອງລັດທິພະຫຸ​ພາຄີ, ສົ່ງ​ເສີມ​ການ​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ, ຄວາມສະເໝີພາບ​ແລະການຮ່ວມມືດ້ານການພັດທະນາລະຫວ່າງບັນດາປະເທດ ​ແລະ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ຊາດ, ການ​ເຂົ້າ​ຮ່ວມ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ໂດຍ​ສັນຕິ​ວິທີ, ຄັດຄ້ານ​ການ​ກົດ​ຂີ່ ການ​ຮຸກ​ຮານ ການ​ຫ້າມ​ສົ່ງ​ສິນຄ້າ​ຝ່າຍ​ດຽວ​ໃນ​ການ​ພົວພັນ​ສາກົນ; ປະຕິບັດ​ພັນທະ​ຂອງ​ຕົນ​ຢ່າງ​ຈິງ​ຈັງ ຕາມ​ສົນທິສັນຍາ​ສາກົນວ່າ​ດ້ວຍ​ການຫຼຸດ​ອາວຸດ, ການ​ບໍ່​ແຜ່​ຂະຫຍາຍອາວຸດ​ທີ່​ມີ​ອານຸພາບ​ທຳລາຍ​ລ້າງ​ສູງ ​ແລະ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ. ​ແຕ່​ປີ 2014, ຫວຽດນາມ​ເລີ່​ມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສົ່ງ​ນາຍ​ທະຫານ​ໄປ​ປະຕິບັດ​ພາລະກິດ​ໃນ​ພື້ນ​ທີ່​ຫ່າງ​ໄກ​ເຊັ່ນ ພາລະ​ກິກຮັກສາ​ສັນຕິພາບ​ແຫ່ງ​ສະຫະ​ປະຊາ​ຊາດ​ໃນ​ຊູ​ດານ​ໃຕ້ ​ແລະ​ສາທາລະນະ​ລັດ​ອາ​ຟຣິກກາ​ກາງ.

ຄັ້ງ​ທີ​ສອງ​ດຳລົງ​ຕຳ​ແໜ່​ງສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດສຳລັບ​ວາລະ​ປີ 2020 - 2021(4) ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ທີ່​ເກືອບ​ຈະ​ສົມບູນ​ຂອງສະມາຊິກ​ສ່ວນ​ໃຫຍ່​ຂອງ​ສະຫະ​ປະຊາ​ຊາດ (192/193 ສຽງສະໜັບສະໜູນ), ປີ 2020, ຫວຽດນາມ​ໄດ້​ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ. ຫວຽດນາມ​ໄດ້​ຊຸກຍູ້​ຄວາມ​ຄິດ​ລິ​ເລີ່​ມກ່ຽວ​ກັບການ​ປະຕິບັດ​ຕາມ ​ແລະສົ່ງ​ເສີມກົດ​ບັດສະຫະ​ປະຊາ​ຊາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອົງການສະຫະ​ປະຊາ​ຊາດ ກັບ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ໃນ​ຖານະ​ປະທານ​ສະພາ​ຄວາມ​ໝັ້ນຄົງ​ໃນ​ເດືອນ​ມັງກອນ 2020 ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກ​ບັນດາ​ປະ​ເທດ​ສະມາຊິກຂອງ​ອົງການ​ສະຫະ​ປະຊາ​ຊາດ; ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ລວມຂອງ​ສະພາ​ຄວາມ​ໝັ້ນຄົງ, ຊຸກຍູ້​ການ​ສົນທະນາ, ບັນ​ເທົາ​ຄວາມ​ເຄັ່ງ​ຕຶງ​ແລະ​ຫຼຸດຜ່ອນ​ການ​ປະ​ເຊີນ​ໜ້າ​ກັນ, ຊອກ​ຫາ​ວິທີ​ແກ້​​ໄຂທີ່​ຍຸດຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ເພື່ອ​ແກ້​ໄຂບັນຫາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ລະດັບ​ພາກ​ພື້ນ​ແລະ​ສາກົນ; ສົ່ງ​ເສີມ​ຄວາມ​ພະຍາຍາມ​ແລະ​ບົດຮຽນ​ຂອງ​ຫວຽດນາມ​ໃນ​ຂະ​ບວນການ​ຟື້ນ​ຟູ​ແລະ​ພັດທະນາ​ປະ​ເທດ, ​ເຊື່ອມ​ໂຍງ​ສາກົນ​ແລະ​ພາກ​ພື້ນ, ຜ່ານ​ນັ້ນ​ປະກອບສ່ວນສ້າງ​ສະພາບ​ແວດ​ລ້ອມ​ສາກົນ ທີ່ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ພັດທະນາ​ປະ​ເທດຫວຽດນາມ.

​ໃນ​ດ້ານ​ການ​ຮ່ວມ​ມື​ພັດທະນາ, ຫວຽດນາມຍາມ​ໃດ​ກໍ່ສະໜັບສະໜູນ​ຄວາມ​ພະຍາຍາມ​ແລະຄວາມ​ຄິດ​ລິ​ເລີ່ມ​ຢ່າງ​ແຂງ​ແຮງ ​ເພື່ອສ້າງ​ລະບຽບ​ເສດຖະກິດ​ການ​ຄ້າ​ແລະ​ການ​ເງິນ​ທີ່​ຍືນ​ຍົງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ເພື່ອການ​ພັດທະນາ​ແບບ​ຍືນ​ຍົງ ທີ່​ມຸ່ງ​ສູ່​ປະຊາ​ຊົນ, ​ເອົາ​ໃຈ​ໃສ່​ສະໜັບສະໜູນບັນດາປະເທດທີ່ກຳລັງພັດທະນາ ​ແລະ​ດ້ອຍ​ພັດທະນາ. ​ເຖິງ​ວ່າ​ລະດັບ​ການ​ພັດທະນາ​ຂອງ​ຫວຽດນາມ​ຍັງ​ຕ່ຳກວ່າ​ພາກ​ພື້ນ​ແລະ​ໂລກກໍ່ຕາມ, ​ແຕ່​ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ສະຫັດ​ສະ​ວັດທີ່​ປະສົບ​ຄວາມ​ສຳ​ເລັດ​ຫຼາຍ​ທີ່​ສຸດ, ​ເຊິ່ງໄດ້ຮັບການຕີລາຄາສູງ ຈາກປະຊາຄົມສາກົນ, ສະເໜີໃຫ້ແບ່ງປັນບົດຮຽນປະສົບການ; ພ້ອມ​ກັນ​ນັ້ນ​ຫວຽດນາມ​ກໍ່​ຕັ້ງໜ້າ ​ເປັນ​ເຈົ້າ​ການ​ໃນ​ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງຂອງ​ສະຫະ​ປະຊາ​ຊາດເຂົ້າໃນບັນດານະໂຍບາຍ, ຍຸດ​ທະ​ສາດ, ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ, ສະແດງຄວາມຕັດສິນໃຈຢ່າງແຮງ ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຫຼົ່ານີ້​ເປັນ​ຢ່າງ​ດີ. ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທົດ​ລອງປະຕິບັດ​ຄວາມ​ຄິດ​ລິ​ເລີ່​ມການ​ກະທຳທີ່​ເປັນ​ເອກະ​ພາບ (Delivering as One) ​ເພື່ອ​ປະຕິ​ຮູບອົງການ​ສະຫະ​ປະຊາ​ຊາດ​ໃນ​ລະດັບ​ຊາດ, ດ້ວຍຈຸດເດັ່ນແມ່ນ ການເປີດອາຄານຂຽວ​ແຫ່ງ​ສະຫະ​ປະຊາ​ຊາດ ແຫ່ງທຳອິດຂອງໂລກ ​ໃນ​​ເດືອນ​ພຶດສະພາ 2015. ​ໃນ​ໄລຍະ​ທີ່​ໄວຣັດ​ໂຄ​ວິດ-​19 ແຜ່​ລະບາດ, ຫວຽດນາມ​ໄດ້​ພິສູດ​ໃຫ້​ເຫັນ​ເຖິງ​ການ​ເປັນຕົ້ນ​ແບບ​ທີ່​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ຄວບ​ຄຸມພະ​ຍາດ​ໄດ້​ດີ, ​ແລະໄດ້ຮັບການຕີລາຄາສູງ​ຈາກ​ປະຊາຄົມສາກົນ ກ່ຽວ​ກັບການ​ໃຫ້​ຂໍ້​ມູນ, ພັດທະນາການຂອງການລະບາດຢ່າງໄວ, ໂປ່ງໃສແລະທັນເວລາ; ພ້ອມ​ທັງ​ສະ​ເໜີ​ໃຫ້້ຫວຽດນາມສືບ​ຕໍ່​ໃຫ້​ຂໍ້​ມູນກ່ຽວ​ກັບ​ການ​ກາຍພັນ​ຂອງ​ໄວຣັດ SARS-CoV-2, ​ແບ່ງປັນ​ບົດຮຽນປະສົບ​ການ​ ໃນ​ການ​ປ້ອງ​ກັນ​ແລະ​ປາບ​ພະຍາດ​ໂຄ​ວິດ-19. ນອກຈາກ​ນັ້ນ, ຫວຽດນາມຍັງ​ບໍລິຈາກ​ເງິນ 50.000 ​ໂດ​ລາ​ສະຫະລັດ​ໃຫ້​​ກອງ​ທຶນຮັບ​ມືກັບ​ໂຄ​ວິດ-19 ຂອງ​ອົງການ​ອະນາ​ໄມ​ໂລກ (WHO). ຄວາມ​ພະຍາຍາມ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຍອມຮັບ​ແລະ​ສະໜັບສະໜູນ​ຈາກ​ປະ​ເທດ​ຕ່າງໆ ​ໃຫ້​ດຳລົງ​ຕຳ​ແໜ່​ງສຳຄັນ​ໃນ​ໜ່ວຍ​ງານ​ຕ່າງໆຂອງ​ອົງການ​ສະຫະ​ປະຊາ​ຊາດ​ເຊັ່ນ ສະມາຊິກ​ສະພາ​ບໍລິຫານ​ໂຄງການ​ພັດທະນາ​ແຫ່ງ​ສະຫະ​ປະຊາ​ຊາດ (UNDP), ສຳນັກ​ງານ​ບໍລິການ​ແຫ່ງ​ສະຫະ​ປະຊາ​ຊາດ (UNOPS) ​ແລະ​ກອງ​ທຶນ​ປະຊາກອນ​ແຫ່ງ​ສະຫະ​ປະຊາ​ຊາດ (UNFPA) ​ໄລຍະ​ປີ 2000 - 2002, ສະມາຊິກ​ສະພາ​ເສດ​ຖະກິດ​ແລະ​ສັງຄົມ​ແຫ່ງ​ສະຫະ​ປະຊາ​ຊາດ​ໄລຍະ​ປີ 1998- 2000 ​ແລະ​ໄລຍະ​ປີ 2016 - 2018...

​ໃນ​ຂົງ​ເຂດ​ສິດທິ​ມະນຸດ, ຫວຽດນາມ​ເນັ້ນ​ໜັກ​ໃນ​ນະ​ໂຍບາຍ​ຂອງ​ພັກ​ກອມ​ມູນິດ ​ແລະ​ລັດ​ຫວຽດນາມ ກ່ຽວ​ກັບ​ການ​ຮັບປະກັນ​ແລະ​ສົ່ງ​ເສີມ​ສິດທິ​ມະນຸດຕາມມາດຕະຖານ​ສາກົນ; ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ຕໍ່ສູ້ຕ້າ​ນການຫັນ​ສິດທິ​ມະນຸດ​ເປັນ​ການ​ເມືອ​ງ, ສະໜັບສະໜູນ​ວິທີ​ການເຂົ້າ​ເຖິງ​ບົນ​ພື້ນຖານ​ການ​ສົນທະນາ, ການ​ຮ່ວມ​ມື ​ແລະ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ; ​ເຊີດ​ຊູ​ແລະ​ສົ່ງ​ເສີມ​ການຈັດ​ຕັ້ງ​ປະຕິບັດ​ສິດທິທາງດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ສິດໃນການພັດທະນາ ​ໂດຍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດລວມຂອງບັນດາປະເທດທີ່ກຳລັງພັດທະນາ.

ດ້ວຍກຽດຕິຍົດແລະຖານະຕຳແໜ່ງຂອງຕົນ, ຫວຽດາມ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໄຈ​ຈາກ​ປະ​ເທດ​ອື່ນໆ​ໃຫ້​ໄດ້​ຮັບ​ເລືອກ​ເປັນສະມາຊິກ​ຂອງ​ຄະນະ​ກຳມະການ​ສິດທິ​ມະນຸດ (ອົງການ​ຕົ້ນ​ກຳ​ເນີ​ດຂອງ​ສະພາ​ສິດທິ​ມະນຸດ) ​ໄລຍະ​ປີ 2001 - 2003 ​ແລະ​ສະພາ​ສິດທິ​ມະນຸດ​ໄລຍະ​ປີ 2014 - 2016. ຫວຽດນາມ​ເຂົ້າ​ຮ່ວມ​ຕັ້ງ​ແຕ່ຕົ້ນ ​ແລະ​ເປັນ​ສະມາ​ຊິດ​ຂອງ 7 ໃນ 9 ສົນທິສັນຍາສາກົນທີ່ສຳຄັນກ່ຽວກັບສິດທິມະນຸດ, ໄດ້ປະຕິບັດພັນທະ​ຂອງ​ການ​ເປັນ​ສະມາຊິກ​ພາຍໃຕ້ສົນທິສັນຍາເຫຼົ່ານີ້ຢ່າງເຕັມສ່ວນ ​ແລະ​ມີ​ການ​ເຈລະຈາ​ຫຼາຍ​ຄັ້ງ​ກັບ 5 ອົງການ​ແຫ່ງສົນທິສັນຍາວ່າດ້ວຍສິດທິມະນຸດ. ​ແນວ​ປະຕິບັດ​ທີ່​ດີ​ທີ່​ສຸດ​ຂອງ​ຫວຽດນາມ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ການ​ດຳ​ເນີນການ​ຕາມຂໍ້​ສະ​ເໜີ​ແນະພາຍ​ໃຕ້​ກົນ​ໄກການ​ທົບ​ທວນ​​ເປັນ​ໄລຍະ​ທົ່ວ​ໄປ​ຂອງສະພາ​ສິດທິ​ມະນຸດ (UPR), ​ໄດ້​ຮັບ​ການ​ຍອມຮັບ​ແລະ​ແບ່ງປັນ​ຈາກ​ອົງການສະຫະ​ແຊາ​ຊາດ​ແລະຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ.

ຫວຽດນາມ - ສະ​ຫະປະຊາ​ຊາດ: ຄູ່​ຮ່ວມ​ມື​​ເພື່ອ​ໄປສູ່​ອະນາ​ຄົນ

ກ້າວ​ເຂົ້າ​ສູ່​ທົດ​ສະ​ວັດ​ທີ​ສາມ​ຂອງ​ສະຕະວັດ​ທີ 21, ບັນດາ​ສິ່ງ​ທ້າ​ທາຍລະດັບ​ໂລກ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ, ມີ​ຫຼາຍ​ມິ​ຕິ​ແລະ​ເຊື່ອມ​ໂຍງ​ເຖິງ​ກັນ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ບັນດາ​ເຫດການ​ທີ່​ສັບສົນ​ທາງ​ດ້ານ​ການ​ເມືອ​ງ-ຄວາມ​ໝັ້ນຄົງ, ​ເສດຖະກິດ-ສັງຄົມ, ສິ່ງ​ແວດ​ລ້ອມ ​ແລະ​ຄວາມ​ເຊື່ອ​ໝັ້ນ​ໃນ​ກົດໝາຍ​ສາກົນ​ທີ່​ຫຼຸດ​ລົງ ອັນ​ເນື່ອງ​ຈາກການ​ກະທຳຝ່າຍ, ການ​ເມືອງ​ແບບ​ອຳນາດບາດ​ໃຫຍ່, ການ​ແຂ່ງຂັນ​ມະຫາ​ອຳນາດ​ແລະການ​ຟື້ນ​ຄືນ​ຂອງ​ກະ​ແສ​ປະຊາ​ນິຍົມ, ຊາດ​ນິຍົມ, ລັດທິກີດ​ກັນ ​ໄດ້​ແລະ​ພວມ​ວາງທ່າ​ອຽງ​ພະຫຸ​ພາຄີ​ເວົ້າ​ລວມ​ ແລະສະຫະ​ປະຊາ​ຊາດ​ເວົ້າ​ສະ​ເພາະ ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ. ການ​ແຜ່​ລະບາດ​ຂອງພະຍາດ​ໂຄ​ວິດ-19 ​ແມ່ນ​ສຽງ​ລະຄັງ​ເຕືອນ, ​ໃຫ້​ປະຊາ​ຄົມ​ໂລກ​ເຫັນ​ແຈ້​ງຄວາມ​ໝາຍ​ແລະຄວາມ​ມີ​ຊີວິດ​ຊີວາ ​ຂອງທ່າອຽງພະຫຸ​ພາຄີ​ແລະ​ສະຫະ​ປະຊາ​ຊາດ ​ໃນ​ໂລກ​ທີ່​ມີ​ການ​ເຊື່ອມ​ໂຍງ​ແລະ​ເພິ່ງ​ພາ​ເຊິ່ງກັນ​ແລະ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເມື່ອປະເທດຫຼືອົງການຈັດຕັ້ງດຽວ ບໍ່ສາມາດແກ້ໄຂບັນຫາທົ່ວໂລກຢ່າງໜ້າພໍໃຈ ແລະມີປະສິດທິຜົນດ້ວຍຕົວຕົນເອງ. ດ້ານ​ອື່ນ, ອົງການ​ສະຫະ​ປະຊາ​ຊາດ​ກໍ່​ຄວນ​ໄດ້​ຮັບ​ການ​ປະຕິ​ຮູບຕາມ​ທິດ​ມີ​ປະສິດທິພາບ, ປະຊາທິປະ​ໄຕ, ​ໂປ່​ງ​ໃສ​ກວ່າ​ເກົ່າ, ຜ່ານ​ນັ້ນ ຕອບ​ສະໜອງຄວາມ​ຕ້ອງການ​ຂອງ​ປະ​ເທດ​ກຳລັງ​ພັດທະນາ​ສ່ວຍ​ໃຫຍ່​ໄດ້​ດີ​ຂຶ້ນ ​ເພື່ອ​ຕອບ​ສະໜອງ​ຕໍ່​ຄວາມ​ທ້າ​ທາຍລະດັບ​ໂລກ​ທີ່​ນັບ​ມື້​ນັບ​ສັບສົນ.

ພາຍຫຼັງ​ເກືອບ 35 ປີ​ທີ່​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ ​ແລະ 10 ປີ​ທີ່ປະຕິບັດ​ໂຄງການ​ການ​ເມືອງກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝຂ້ານຜ່ານ​ຂຶ້ນ​ສູ່ລັດ​ທິສັງຄົມ​ນິຍົມ (ສະບັບ​ປັບປຸງ, ພັດທະນາ​ປີ 2011) ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະ​ເທດ​ຫວຽດນາມ​ກ້າວ​ເຂົ້າ​ສູ່​ຍຸກ​ຍຸດ​ທະ​ສາດ​ໃໝ່, ປ່ຽນ​ແປງ​ໃໝ່​ຢ່າງຄົບ​ຊຸດ ຮອບດ້ານ ​ແລະ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ໂດຍ​ມີ​ພາລະກິດ ກຳລັງ​ຄວາມ​ສາມາດ ຕຳ​ແໜ່​ງ ​ແລະສັກ​ສີ​ໃນ​ລະດັບ​ໃໝ່. ຫວຽດນາມກໍ່​ພວມ​ພະຍາຍາມ​ສ້າງ​ແນວທາງ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ປະ​ເທດ​ໃນ​ໄລຍະ​ໃໝ່, ມຸ່ງ​​ສູ່​ເປົ້າ​ໝາຍ​ເຖິງ​ປີ 2030 ​ຈະສຳເລັດ​ໂດຍ​ພື້ນຖານ ບັນດາຄຳໝັ້ນສັນຍາ​ເຊື່ອມ​ໂຍງ​ເສດຖະກິດ ແລະບັນດາສັນຍາ​ການ​ຄ້າ​ເສລີ​ທີ່​ສຳຄັນ, ພ້ອມທັງ​ເປົ້າ​ໝາຍ​ການ​ພັດທະນາ​ທີ່​ຍືນ​ຍົງຂອງ​ວາລະ​ການ​ປະຊຸມ​ສະຫະ​ປະຊາ​ຊາດ 2030; ​ເຖິງ​ປີ 2045 ​ເມື່ອ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕຫວຽດນາມ ປະຈຸ​ບັນ​ແມ່ນ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫຍຽດນາມ​ຄົບຮອບ 100 ປິ, ຫວຽດນາມ​ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳທີ່​ມີ​ລາຍ​ໄດ້​ສູງ.

​ໃນ​ຄວາມ​ພະຍາຍາມ​ລວມນັ້ນ, ວຽກ​ງານ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍຖືກ​ພັກ​ກອມ​ມູນິດ​ແລະລັດ​ຫວຽດນາມກຳນົດວ່າ​ເປັນ​ທິດ​ທາງ​ຍຸດທະສາ​ດການ​ຕ່າງປະ​ເທດ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ, ຄື​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງພັກ​ກອມ​ມູນິດ​ຫວຽດນາມວາງ​ແຜນ​ນະ​ໂຍບາຍ: “​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ”, “ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ”, “​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ​ແລະ​ເສີມ​ຂະຫຍາຍ​ບົດບາດ​ໃນ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ ອາ​ຊຽນ ​ແລະ​ອົງການ​ສະ​ຫະ​ປະຊາ​ຊາດ”; ຄຳສົ່ງ​ເລກທີ 25-CT/TW, ວັນ​ທີ 8 ສິງຫາ 2018, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ “ກ່ຽວ​ກັບ​ການ​ຍູ້​ແຮງ​ແລະ​ຍົກ​ລະດັບການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ເຖິງ​ປີ 2030”, ວາງ​ທິດ​ທາງ “ບືນ​ຕົວ​ຂຶ້ນ​ເພື່ອ​ມີ​ບົດ​ບາດ​ຫຼັກ, ນຳພາ, ​ໄກ່​ເກ່​ຍ​ໃນ​ເວທີປາ​ໄສ ອົງການ​ຈັດ​ຕັ້ງ​ຫຼາຍ​ຝ່າຍທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍຸດ​ທະ​ສາດຕໍ່​ປະ​ເທດ, ສອດຄ່ອງ​ກັບ​ຄວາມ​ສາມາດ ​ແລະ​ເງື່ອນ​ໄຂ​ສະ​ເພາະ”.

​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຫວຽດນາມຈະ​ສຳ​ເລັດ​ວາລະ​ການ​ເປັນ​ສະມາ​ຊິກບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະ​ຫະປະຊາ​ຊາດ​ໄລຍະ​ປີ 2020 - 2021, ສືບ​ຕໍ່​ຊຸກ​ຊູ້​ຂໍ້​ບຸລິມະສິດ​ຂອງ​ຫວຽດນາມ​ເຊັ່ນ ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ, ຟື້ນ​ຟູ​ຫຼັງ​ສົງຄາມ, ປົກ​ປ້ອງ​ພົນລະ​ເຮືອນ​ໃນ​ການ​ສູ້​ຮົບ, ຍູ້​ແຮງ​ການ​ຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະຫະ​ປະຊາ​ຊາດ​ກັບບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ, ພິ​ເສດ​ແມ່ນ​ອາ​ຊຽນ; ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ກົນ​ໄກ​ຈຳນວນ​ໜຶ່ງ​ຂອງ​ສະຫະ​ປະຊາ​ຊາດ​ເຊັ່ນ ສະພາ​ສິດທິ​ມະນຸດ (ວາລະ​ປີ 2023 - 2025), ສະພາ​ເສດຖະກິດ​ແລະ​ສັງຄົມ, ປະທານ​ສະມັດຊາ​ໃຫຍ່​ແຫ່ງ​ສະຫະ​ປະຊາ​ຊາດ; ຄ່ອຍໆ​ສະ​ເໜີ​ຊື່​ຄົນ​ເຂົ້າ​ໃນ​ອົງການ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ; ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ແຜນ​ປະຕິບັດການ​ແຫ່ງ​ຊາດ​ຢ່າງ​ຕັ້ງໜ້າ​ ​ເພື່ອດຳ​ເນີນ​ການຕາມ​ວາລະ 2030, ສ້າງ​ຍຸດ​ທະ​ສາດ​ແລະ​ຂອບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ແລະ​ສະຫະ​ປະຊາ​ຊາດຫຼັງ​ປີ 2021.

ບົນ​ພື້ນຖານ​ຂອງ​ພື້ນຖານ​ທີ່​ສຳຄັນ​ແລະ​ເອື້​ອອຳນວຍດັ່ງກ່າວ, ດ້ວຍ​ຄວາມ​ສາມັກຄີ​ ​ເຫັນ​ດີ​ເຫັນ​ພ້ອມ ແລະຄວາມ​ຕັດສິນ​ໃຈ​ຂອງ​ທົ່ວ​ພັກກອມ​ມູນິດ ​ແລະ​ປະຊາຊົນ​ຫວຽດນາມ​ທັງ​ໝົດ ດ້ວຍຜົນສຳເລັດອັນໃຫຍ່ຫຼວງໃນຂະບວນການປ່ຽນ​ແປງ​ໃໝ່, ຫວຽດນາມ​ຈະ​ສືບ​ຕໍ່​ພັດທະນາ​ການ​ພົວພັນຮ່ວມ​ມື​ສະຫະ​ປະຊາ​ຊາດ, ສົ່ງ​ເສີມ​ລັດທິ​ພະຫຸ​ພາຄີ, ​ເຄົາ​ລົບ​ກົໝາຍ​ສາກົນ ​ແລະ​ກົດ​ບັດ​ສະຫະ​ປະຊາ​ຊາດ; ປະກອບສ່ວນຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນການຮັກສາສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ​ການ​ພັດທະນາ​ທີ່​ຍືນ​ຍົງ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ; ຈາກ​ນັ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງຊື່​ສຽງ​ແລະ​ຖານະ​ຂອງ​ປະ​ເທດ, ກໍ່ສ້າງ​ແລະ​ແນະນຳພາບ​ພົດ​ຂອງ​ປະ​ເທດ​ຫວຽດນາມທີ່​ປ່ຽນ​ແປງ​ໃໝ່, ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເຊື່ອມ​ໂຍງ​ໃນການ​ເດີນທາງ​ໄປ​ສູ່​ອະນາຄົດ​ຂອງ​ມະນຸດຊາດ./.

--------------------------

(1) ສະຫະພັນປະຊາຊາດໄດ້ຖືກສ້າງຕັ້ງຂຶ້ນຫຼັງສົງຄາມໂລກຄັ້ງທີ 1 ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້ເກີດສົງຄາມໂລກ.

 (2) ​ແມ່ນ​ບັນດາ​ດິນ​ແດນ​ທີ່ຢູ່​ພາຍ​ໃຕ້​ການ​ບໍລິຫານຂອງສະຫະພັນ​ປະຊາ​ຊາດຫຼັງ​ສົງຄາມ​ໂລຄັ້ງ​ທີ​ໜຶ່ງ, ຫຼື​ແຍກ​ອອກ​ຈາກບັນດາ​ປະ​ເທດ​ທີ່​ຖືກ​ພ່າຍ​ແພ້​ໃນ​ສົງຄາມ​ໂລຫຄັ້ງ​ທີ​ສອງ.

(3) ຮອດເດືອນກັນຍາປີ 2020 ສະຫະ​ປະຊາ​ຊາດ​ໄດ້ຜັນ​ຂະຫຍາຍ​ກອງ​ກຳລັງຮັກສາ​ສັນຕິພາບ​ 74 ກອງ, ​ປະຈຸ​ບັນມີ 13 ກອງທີ່​ກຳລັງ​ເຄື່ອນ​ໄຫວຢູ່ ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມປະມານ 115.000 ຄົນ​ຈາກ 122 ປະ​ເທດສະມາຊິກ​ສະຫະ​ປະຊາ​ຊາດ ​ແລະ​ງົບປະມານ​ປະມານ 6,7 ຕື້​ໂດ​ລາດ​ສະຫະລັດ​ຕໍ່​ປີ.

(4) ຄັ້ງ​ທຳ​ອິດ​ແມ່ນ​ໄລຍະ​ປີ 2008 – 2009.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 952 (​ເພືອນຕຸລາ 2020)