ການພົວພັນລະຫວ່າງຫວຽດນາມ - ກູບາ:
60 ປີແຫ່ງມິດຕະພາບທີ່ພິເສດ, ຊື່ສັດ ແລະ ບໍລິສຸດ
60 ປີແຫ່ງມິດຕະພາບທີ່ພິເສດ, ຊື່ສັດ ແລະ ບໍລິສຸດ
ວກ. - ກ່ອນໜ້ານີ້ 60 ປີ, ໃນວັນທີ 2 ທັນວາ 1960, ລັດຖະບານສາທາລະນະລັດກູບາ ແລະ ລັດຖະບານສາທາລະນະລັດປະຊາທິປະໄຕຫວຽດນາມ ໄດ້ສະຖາປະນາການພົວພັນທາງການທູດ ເປີດໜ້າປະຫວັດສາດໜ້າໃໝ່ແຫ່ງມິດຕະພາບລະຫວ່າງສອງຊົນຊາດທີ່ຕັ້ງຢູ່ໃນຊິກໂລກຕາເວັນອອກແລະຕາເວັນຕົກ. ໃນເວລາ 60 ປີທີ່ຜ່ານມາ, ການພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມແລະກູບາ ສົມກັບເປັນສັນຍາລັກແຫ່ງລັດທິສາກົນກຳມາຊີບອັນຊື່ສັດບໍລິສຸດ, ໃສສະອາດ ໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ແລະ ກໍ່ສ້າງສັງຄົມນິຍົມ.
ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມກັບສະຫາຍ ຣາອຸນ ກາສໂຕຣ ຣຸດ ແລະ ບັນດາຜູ້ແທນ ໃນເຄື່ອງບິນພິເສດທີ່ມາຢ້ຽມຢາມນະຄອນ ຊານທິເອີໂກ ເດີ ກູບາ, ເດືອນມິນາ 2018 _ພາບ: TTXVN
ດ້ວຍຈິດສຳນຶກແຫ່ງການປະຕິວັດວ່າ ການທີ່ປະຊາຊົນຫວຽດນາມຕໍ່ສູ້ຕ້ານອາເມລິກາ ແມ່ນການປົກປ້ອງສັນຕິພາບ, ເອກະລາດແລະຄວາມຜາສຸກ ຂອງບັນດາປະເທດໃນອາຊີ - ອາຟຣິກກາ - ອາເມລິກາລາຕິນ, ໃນນັ້ນມີກູບາ, ພັກກອມມູນິດແລະປະຊາຊົນກູບາ ໄດ້ໃຫ້ຄວາມສະໜັບສະໜູນແລະຊ່ວຍເຫຼືອ ທີ່ທັນເວລາແລະມີປະສິດທິຜົນ ໃນຕະຫຼອດໄລຍະເວລາຕໍ່ຕ້ານອາເມລິກາ ຂອງປະຊາຊົນຫວຽດນາມ. ເດືອນທັນວາ 1961, ກູບາເປັນປະເທດທຳອິດທີ່ຮັບຮອງເອົາ ແນວໂຮມປົດປ່ອຍປະເທດຊາດພາກໃຕ້ຫວຽດນາມ. ໃນເດືອນກໍລະກົດ 1962, ຄະນະຜູ້ແທນຕາງໜ້າຂອງແນວໂຮມ ໄດ້ເລີ່ມປະຕິບັດການຖາວອນໃນກູບາ ແລະ ໃນເດືອນກໍລະກົດ 1965, ຄະນະຜູ້ແທນໄດ້ຮັບການຍົກລະດັບໃຫ້ເຮັດໜ້າທີ່ເປັນສະຖານທູດ. ເດືອນກັນຍາ 1963, ຄະນະກຳມະການກູບາສາມັກຄີກັບພາກໃຕ້ຫວຽດນາມ ໄດ້ຮັບການສ້າງຕັ້ງ (ແຕ່ປີ 1965 ໄດ້ປ່ຽນຊື່ເປັນຄະນະກຳມະການກູບາສາມັກຄີກັບຫວຽດນາມ). ຄະນະກຳມະການໄດ້ມີການລິເລີ່ມ, ໃຫ້ກຳລັງໃຈ, ຈັດຕັ້ງ ແລະ ເຕົ້າໂຮມກຳລັງປະຊາຊົນກູບາທຸກຊົນຊັ້ນ ເພື່ອເຂົ້າຮ່ວມການເຄື່ອນໄຫວເພື່ອແບ່ງກຳລັງໄຟກັບປະຊາຊົນຫວຽດນາມ. ປີ 1967 ກູບາໄດ້ຕັ້ງຊື່ວ່າເປັນ “ປີຫວຽດນາມຜູ້ອົງອາດກ້າຫານ” ເພາະວ່າໄລຍະນີ້ກົງກັບໄລຍະເວລາທີ່ປະຊາຊົນຫວຽດນາມຕໍ່ສູ້ຕ້ານອາເມລິກາຢ່າງດຸເດືອກເພື່ອກູ້ຊາດ. ໃນເວລາ 60 ກວ່າປີທີ່ຜ່ານມາ ນັບແຕ່ເວລາການປະຕິວັດກູບາໄດ້ສຳເລັດມີໄຊໃນປີ 1959, ລັດກູບາໃຊ້ຊື່ປະເທດອື່ນເພື່ອຕັ້ງປີໃນປະເທດຂອງຕົນພຽງຄັ້ງດຽວ.
ເດືອນກໍລະກົດ 1967, ກູບາເປັນປະເທດທຳອິດທີ່ສ້າງຕັ້ງສະຖານທູດຂຶ້ນໃນເຂດປົດປ່ອຍພາກໃຕ້ຫວຽດນາມ, ເປັນແຫຼ່ງກຳລັງທີ່ລ້ຳຄ່າແລະເປັນການລະດົມກຳລັງໃຈໃຫ້ແກ່ທະຫານກອງທັບປົດປ່ອຍພາກໃຕ້ຫວຽດນາມ. ເມື່ອເຂດທະເລຊາຍຟັ່ງປາກແມ່ນ້ຳໃນພາກເໜືອຫວຽດນາມຖືກປິດລ້ອມໂດຍລະເບີດໃຕ້ນ້ຳທຸ່ນລະເບີດຫຼາຍພັນໜ່ວຍຂອງອາເມລິກາ ແລະ ທ້ອງຟ້າຂອງຫວຽດນາມຖືກໂຈມຕີໂດຍເຮືອບິນອາເມລິກາທັງກາງວັນແລະທັງຄືນ, ປະທານ ຟີແດນ ກາສໂຕຣ ໄດ້ຢືນຢັນຄວາມສາມັກຄີ, ຄວາມສະໜັບສະໜູນ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນກູບາເກືອນ 11 ລ້ານຄົນ ຕໍ່ຫວຽດນາມ ຢ່າງບໍ່ມີເງື່ອນໄຂແລະເດັດຂາດ.ລູກຫຼານຂອງປະຊາຊົນກູບາໄດ້ໄປທີ່ປາກແມ່ນ້ຳແລະເຂດທະເລຂອງຫວຽດນາມເພື່ອເກັບກູ້ລະເບີໃຕ້ນ້ຳ ທຸ່ນລະເປີດ ໝາກນີ່ນ, ການກະທຳທີ່ກ້າຫານແລະບໍ່ລັ່ງເລໃຈຄືກັບວ່າພວກເຂົາເຄີຍປະກອບສ່ວນເຂົ້າໃນເສັ້ນທາງໂຮ່ຈິມິນທີ່ອະພິນິຫານຂອງຫວຽດນາມ. ເດືອນກັນຍາ 1973, ໂດຍບໍ່ຫົວຕໍ່ໄຟແລະຄວັນໃນສະໜາມຮົບທີ່ດຸເດືອດ, ຜູ້ນຳ ຟີແດນ ກາສໂຕຣ ໄດ້ມາເຖິງກວາງຈີ້ ກາຍເປັນປະມຸກແຫ່ງລັດຕ່າງປະເທດຄົນທຳອິດແລະຄົນດຽວ ທີ່ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມໃນວັນນັ້ນ. ເຖິງວັນພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍ ໃນວັນທີ 30 ເມສາ 1975, ກູບາທັງປະເທດກໍເຕັມໄປດ້ວຍທຸງ ດອກໄມ້ ແລະມີທັງນ້ຳຕາ ໃນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ຂອງຊາດໜຶ່ງ ເຊິ່ງປະເທດກູບາ “ພ້ອມແລ້ວທີ່ຈະໃຫ້ເລືອດຂອງຕົນເອງ”.
ແຕ່ປີ 1975 ເປັນຕົ້ນໄປ, ຫວຽດນາມແລະກູບາສືບຕໍ່ຄຽງບ່າຄຽງງໄຫຼ່ກັນໃນພາລະກິດກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດກູບາ ຟີແດນ ກາສໂຕຣ ອີກເທື່ອໜຶ່ງສະແດງຄວາມສັດຊື່ບໍລິສຸດຂອງປະຊາຊົນກູບາ: “ຖ້າໃນອະດີດພວກເຮົາເຕັມໃຈທີ່ຈະບໍລິຈາກເລືອດຂອງພວກເຮົາ, ມື້ນີ້ພວກເຮົາເຕັມໃຈທີ່ຈະອອກເຫື່ອເທແຮງ ເພື່ອຊ່ວຍເຫຼືອປະເທດຫວຽດນາມສ້າງສາປະເທດຄືນໃໝ່”. ເຖິງວ່າຍັງມີຄວາມຫຍຸ້ງຍາກຂາດເຂີນຫຼາຍຢ່າງໃນຊີວິດວັດຖຸກໍຕາມ, ແຕ່ກູບາກໍ່ໄດ້ມອບກິດຈະການເສດຖະກິດ-ສັງຄົມ 5 ຢ່າງໃຫ້ກັບຫວຽດນາມຄື: ໂຮງແຮມຖັງເລີ້ຍ, ຟາມລ້ຽງງົວພັນບາວີ່, ເສັ້ນທາງເຊີນເຕີຍ - ຊວັນມາຍ, ໂຮງໝໍຫວຽດນາມ-ກູບາ, ຟາມລ້ຽງໄກ່ເລືອງໝີ. ໃນສະຖານະການບັນດາອິດທິກຳລັງສັດຕູຊອກຫາທຸກວິທີ ໃຊ້ກົນອຸບາຍປິດລ້ອມ, ຕໍ່ຕ້ານ ແລະທຳລາຍຫວຽດນາມໃນເວທີສາກົນ, ແຕ່ກູບາກໍ່ຍັງສະໜັບສະໜຸນຫວຽດນາມຢ່າງສະເໝີຕົ້ນສະເໝີປ່າຍ. ທ້າຍປີ 1982, ສົນທິສັນຍາມິດຕະພາບແລະການຮ່ວມມືຫວຽດນາມ-ກູບາໄດ້ລົງນາມຢູ່ຮາວານາ (ກູບາ) ເຊິ່ງກຳນົດກອບທາງກົດໝາຍສຳລັບການພົວພັນລະຫວ່າງສອງປະເທດ. ທ່ານປະທານປະເທດກູບາ ຟີແດນ ກາສໂຕຣ ໄດ້ໃຫ້ຄຳເຫັນວ່າ: “ຄືກັບແມ່ນ້ຳນ້ອຍໆທີ່ເກີດຂຶ້ນຢູ່ໃນເຂດຫ່າງໄກ ແລະ ຜ່ານແກ່ງແລະນ້ຳຕົກຕາດໃນຄວາມໂດດດ່ຽວເປັນເວລາດົນນານ, ສອງຊາດ ກູບາ ແລະ ຫວຽດນາມໄດ້ຜ່ານປະຫວັດສາດ ມາຈົນເຖິງແມ່ນ້ຳໃຫຍ່ແລະຍິ່ງໃຫຍ່ຂອງການປະຕິວັດສັງຄົມນິຍົມ.
ແຕ່ທ້າຍທົດສະວັດ 80, ຕົ້ນທົດສະວັດ 90 ຂອງສະຕະວັດ 20, ພັກ, ລັດແລະປະຊາຊົນສອງປະເທດຫວຽດນາມແລະກູບາ ໄດ້ພ້ອມກັນກ້າວເຂົ້າສູ່ການຕໍ່ສູ້ໃໝ່ເພື່ອປ້ອງກັນ, ຮັກສາ, ປັບປຸງ ແລະ ພັດທະນາສັງຄົມນິຍົມ. ພັກ, ລັດ ແລະປະຊາຊົນຫວຽດນາມ ຖືເອົາຄວາມສາມັກຄີ, ສະໜັບສະໜູນແລະການຮ່ວມມືກັບກູບາເປັນຫຼັກການ ເປັນຄຳສັ່ງຂອງຫົວໃຈ, ໄດ້ປຸກລະດົມແຫຼ່ງພະລັງທາງເສດຖະກິດອັນລ້ຳຄ່າ ເພື່ອຊ່ວຍເຫຼືອໃຫ້ປະຊາຊົນກູບາ ຜ່ານຜ່າຄວາມຫຍຸ້ງຍາກຂາດເຂີນທາງດ້ານວັດຖຸໃນໄລຍະພິເສດ. ບັນດາຂະບວນການ ເຂົ້າສານສອງໝື່ນໂຕນ, ເຈ້ຍແລະປາກກາ 5 ລ້ານສ່ວນ, ໂສ້ງເສື້ອຫ້າພັນຊຸດ... ເພື່ອປະຊາຊົນກູບາ ໄດ້ປະສົບຄວາມສຳເລັດໂດຍຫວຽດນາມ. ຜູ້ນຳຂອງສອງພັກແລະລັດສອງປະເທດໄດ້ກຳນົດຂອບເຂດໃໝ່ສຳລັບການພົວພັນສອງຝ່າຍ, ທັງເພີ່ມທະວີຄວາມສາມັກຄີແລະມິດຕະພາບແບບດັ້ງເດີມ ທັງຍົກສູງປະສິດທິຜົນຂອງບັນດາໂຄງການຮ່ວມມື. ເດືອນກັນຍາ 1995, ສອງປະເທດໄດ້ລົງນາມໃນສັນຍາສົ່ງເສີມແລະປົກປ້ອງການລົງທຶນ. ໃນເດືອນເມສາ 1996, ສອງປະເທດໄດ້ລົງນາມໃນສັນຍາການຄ້າ ແລະ ບັນດາຮູນການຮ່ວມມືເສດຖະກິດອື່ນໆ.
ການພົວພັນຮ່ວມມືຫວຽດນາມ - ກູບາ ໄດ້ເປີດກວ້າງໃນຫຼາຍຂົງເຂດເຊັ່ນ ກະສິກຳ, ອຸດສາຫະກຳ, ການກໍ່ສ້າງ, ການລົງທຶນ, ວັດທະນະທຳ, ວິທະຍາສາດ-ເຕັກນິກ. ຫວຽດນາມໂອນເຕັກນິກແລະແນວພັນເພື່ອຊ່ວຍໃຫ້ກູບາປູກເຂົ້າໃນຂະໜາດນ້ອຍ, ລ້ຽງຫອຍກວ້າງເອົາໄຂ່ມຸກ, ພັດທະນາເຕັກໂນໂລຊີເຊລາມິກ, ຮັກສາປະລິມານການຜະລິດເຂົ້າ ແລະ ສົ່ງອອກສິນຄ້າໄປຍັງຕະຫຼາດກູບາ...ຝ່າຍກູບາສືບຕໍ່ການຮ່ວມມື, ຊ່ວຍເຫຼືອຫວຽດນາມໃນດ້ານເຕັກໂນໂລຊີນ້ຳຕານອ້ອຍ; ປຸງແຕ່ງຜະລິດຕະພັນສຳຮອງຈາກນ້ຳຕານອອ້ຍ; ລ້ຽງແຂ້, ລ້ຽງແລະນຳໃຊ້ເຫຍື່ອຂ້າແມງໄມ້ທຳລາຍອ້ອຍ; ມອບໂອນພັນທຸກຳຕ້ານພະຍາດໃຫ້ເຂົ້າ, ຜັກກະລໍ່າປີ, ມັນດ້າງ; ປຶກສາກວດກາບັນດາໂຄງການກໍ່ສ້າງ, ເຂດກິລາປະສົມຄົບຊຸດ, ກໍ່ສ້າງເສັ້ນທາງໂຮ່ຈິມິນ; ຊ່ວຍເຫຼືອເຕັກໂນໂລຊີການຜະລິດເຮືອນແບບເຄື່ອນໄຫວດຽວໃນເຂດນ້ຳຖ້ວມຢູ່ທົ່ງພຽງແມ່ນ້ຳຂອງ; ຊ່ວຍເຫຼືອບາງໂຄງການດ້ານສາທາລະນະສຸກທີ່ສຳຄັນ...
ບັນດາການຢ້ຽມຢາມປະຫວັດສາດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄປທີ່ປະເທດກູບາ ໃນເດືອນມີນາ 2018 ແລະ ຂອງທ່ານປະທານສະພາແຫ່ງລັດແລະສະພາລັດຖະມົນຕີກູບາ ມີແຈນ ດີອາດ ຄາແນນ ມາປະເທດຫວຽດນາມ ໃນເດືອນພະຈິກ 2018 ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ - ກູບາ ໃຫ້ນັບມື້ນັບມີຄວາມເຊື່ອໝັ້ນ, ໜັກແໜ້ນ ແລະ ມີປະສິດທິຜົນກວ່າອີກ. ສອງປະເທດສືບຕໍ່ປ່ຽນແປງໃໝ່ວິທີການຮ່ວມມືຕາມທິດຍົກສູງລັກສະນະຕົວຈິງແລະປະສິດທິຜົນ, ສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ ແລະ ມີຄວາມເອົາໃຈໃສ່ຮ່ວມກັນເຊັ່ນ: ການຄ້າ, ການລົງທຶນ, ກະສິກຳ, ເຕັກໂນໂລຊີຊີວະພາບ, ສາທາລະນະສຸກ, ການກໍ່ສ້າງ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ, ການສື່ສານຖະແຫຼງຂ່າວ, ການເງິນ, ທະນາຄານ, ວັດທະນະທຳ, ກິລາ, ການສຶກສາ-ຝຶກອົບຮົມ ແລະ ວິທະຍາສາດ-ເຕັກນິກ.
ເດືອນເມສາ 2018, ຫວຽດນາມໄດ້ປະກາດຍົກເລີກໜີ້ສິນໃຫ້ແກ່ກູບາ. ປະຈຸບັນ, ຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 2 ຂອງກູບາໃນພາກພື້ນອາຊີ - ປາຊີຟິກແລະໂອເຊຍເນຍ. ລວມຍອດມູນຄ່າການຄ້າສອງສົ້ນຫວຽດນາມ-ກູບາ ປີ 2018 ບັນລຸໄດ້ເກືອບ 400 ລ້ານໂດລາສະຫະລັດ. ໃນການຢ້ຽມຢາມປະເທດ ຫວຽດນາມຢ່າງເປັນທາງການຂອງປະທານສະພາແຫ່ງລັດກູບາ ທ່ານ ມີແຢນ ດີອາດ ຄາແນນ ໃນເດືອນພະຈິກ 2018, ສອງຝ່າຍໄດ້ລົງນາມໃນເອກະສານ, ຂໍ້ຕົກລົງຮ່ວມມື, ໃນນັ້ນມີສັນຍາການຄ້າໃໝ່ລະຫວ່າງຫວຽດນາມແລະກູບາ, ສ້າງພື້ນຖານນິຕິກຳເພື່ອເຮັດໃຫ້ການພົວພັນທາງດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດຂຶ້ນລະດັບທີ່ທຽບເທົ່າກັບການພົວພັນດ້ານການເມືອງພິເສດທີ່ມີລະຫວ່າງສອງປະເທດ, ສິ່ງເຫຼົ່ານີ້ຈະຊ່ວຍຍົກສູງມູນຄ່າການຄ້າສອງສົ້ນລະຫວ່າງສອງປະເທດຂຶ້ນເປັນ 500 ລ້ານໂດລາສະຫະລັດ ໃນຊຸມປີຕໍ່ໄປ.
ບັນດາວິສາຫະກິດຂອງຫວຽດນາມທີ່ມີກິດຈະກຳຄວາມຮ່ວມມືທາງການຄ້າກັບຄູ່ຄ້າຂອງກູບາສາມາດກ່າວເຖິງໄດ້ດັ່ງນີ້: ບໍລິສັດເສດຖະກິດເຕັກນິກອຸດສາຫະກຳປ້ອງກັນຊາດ (GAET), ບໍລິສັດອາຫານພາກເໜືອ, ບໍລິສັດ Viglacera, ບໍລິສັດຫຸ້ນສ່ວນຜະລິດທຸລະກິດຢາແລະອຸປະກອນການແພດ (AMV)... ສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມໄປຍັງກູບາລວມມີ: ເຂົ້າ, ເຄື່ອງໃຊ້ໄຟຟ້າ, ເຄື່ອງເອເລັກໂຕຣນິກ, ໂສ້ງເສື້ອ, ເກີບ, ເຄື່ອງສຳອາງ, ວັດສະດຸກໍ່ສ້າງ, ວັດສະດຸອຸດສາຫະກຳ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ... ສິນຄ້ານຳເຂົ້າຂອງຫວຽດນາມລວມມີ: ຢາ, ວັກຊີນ, ຢາຊີວະພາບ. ຫວຽດນາມຍາມໃດກໍ່ຕອບສະໜອງໄດ້ຄວາມສະເໜີຂອງຝ່າຍເພື່ອນ ສຳລັບສັນຍານຳເຂົ້າສິນຄ້າແບບຜ່ອນຊຳລະ 360 ວັນ, ໂດຍສະເພາະສັນຍາຊື້ເຂົ້າແບບຊຳລະພາຍຫຼັງ 540 ວັນ.
ຝ່າຍກູບາໄດ້ເປັນເຈົ້າການສະເໜີໃຫ້ບັນດາວິສາຫະກິດຫວຽດນາມເຂົ້າຮ່ວມການນລົງທຶນໃນບັນດາຂົງເຂັດມີ່ມີຄວາມສາມາດບົ່ມຊ້ອນເຊັ່ນ: ອຸດສາຫະກຳ, ການທ່ອງທ່ຽວ, ເຕັກໂນໂລຊີຊີວະພາບ ແລະບັນດາຂົງເຂດໃໝ່ຄື ຜະລິດວັກຊີນແລະຢາ... ໃນຂະບວນວິວັດທີ່ເລ່ງລັດການລົງທຶນເຂົ້າໃນເຂດພັດທະນາພິເສດ ມາຣີເອ (ZEDM), ກູບາເລືອກເອົາຫວຽດນາມເປັນຄູ່ຮ່ວມມືທຳອິດທີ່ໄດ້ຮັບອະນຸຍາດໃຫ້ລົງທຶນ 100% ຂອງທຶນຕ່າງປະເທດ ເພື່ອພັດທະນາເຂດອຸດສາຫະກຳເຊິ່ງໄດ້ເລີ່ມຕົ້ນໃນເດືອນພະຈິກ 2018. ປີ 2014, ກູບາກໍ່ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນສະບັບໃໝ່, ແນໃສ່ຍູ້ແຮງການດຶງດູດການລົງທຶນຈາກຕ່າງປະເທດ ແລະ ຖືເອົານີ້ແມ່ນແຫຼ່ງພະລັງຕົ້ນຕໍ່ໃຫ້ແກ່ການພັດທະນາເສດຖະກິດ. ບັນດາຂົງເຂດທີ່ຝ່າຍກູບາເອົາໃຈໃສ່ດຶງດູດການລົງທຶນລວມມີ: ພະລັງງານ, ຊອກຫາແລະຂຸດຂົ້ນນ້ຳມັນອາຍແກັສ, ອຸດສາຫະກຳ, ຜະລິດອາຫານ, ຜະລິດນ້ຳຕານ ແລະ ບັນດາຜະລິດຕະພັນທີ່ພົວພັນເຖິງນ້ຳຕານອ້ອຍ, ການທ່ອງທ່ຽວ, ເຕັກໂນໂລຊີຊີວະພາບ, ເຕັດໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມໃນເຂດພັດທະນາພິເສດມາຣີເອ ກໍ່ຄືໃນທ້ອງຖີ່ນອື່ນຂອງກູບາ.
ໃນຂົງເຂດກະສິກຳ, ສອງປະເທດມີໂຄງການການຮ່ວມມືຫຼາຍໂຄງການເຊັ່ນ ໂຄງການຮ່ວມມືຫວຽດນາມ - ກູບາເພື່ອພັດທະນາການຜະລິດເຂົ້າໃນກູບາໃນໄລຍະປີ 2010-2015; ໂຄງການສະໜັບສະໜູນການວາງແຜນພັດທະນາການລ້ຽງສັດນ້ຳສຳລັບກູບາໄລຍະທີໜຶ່ງ (2012-2014); ໂຄງການສະໜັບສະໜູນຂະແໜງການລ້ຽງສັດນ້ຳຂອງກູບາໄລຍະທີສອງ (2014-2017); ໂຄງການຊ່ວຍເຫຼືອກູບາພັດທະນາຕົ້ນໄມ້ມີເມັດໄລຍະທີສອງ (2014-2017). ບັນດາໂຄງການຮ່ວມມືຂ້າງເທິງລ້ວນແຕ່ໄດ້ສິ້ນສຸດລົງ ແລະ ໄດ້ຮັບໝາກຜົນດີຫຼາຍຢ່າງ, ສະໜັບສະໜູນກູບາຢ່າງຕັ້ງໜ້າ ໃນການເພີ່ມປະລິມານການຜະລິດສະບຽງອາຫານ, ຍົກສູງລະດັບຄວາມຮູ້ດ້ານເຕັກນິກ ແລະ ຄວາມສາມາດໃນການຄຸ້ມຄອງໃຫ້ແກ່ຖັນແຖວພະນັກງານຄຸ້ມຄອງ, ສ້າງວຽກເຮັດງານທຳເປັນຈຳນວນຫຼາຍ, ຫຼຸດຜ່ອນຈຳນວນເງິນຕາຕ່າງປະເທດທີ່ນຳເຂົ້າ ເພື່ອຮັບໃຊ້ການພັດທະນາເສດຖະກິດຂອງກູບາ. ບົນພື້ນຖານນັ້ນ, ສອງປະເທດສືບຕໍ່ຜັນຂະຫຍາຍບາງໂຄງການໃໝ່ເຊັ່ນ: ໂຄງການພັດທະນາຕົ້ນກາເຟໃນກູບາແລະຫວຽດນາມ ໄລຍະປີ 2016-2020, ໂຄງການນີ້ປະຕິບັດຕາມຮູບແບບຊ່ວຍເຫຼືອເຊິ່ງກັນແລະກັນ, ແຕ່ລະຝ່າຍປະກອບສ່ວນ 3 ລ້ານໂດລາສະຫະລັດ, ໄດ້ຈັດຕັ້ງປະຕິບັດແຕ່ເດືອນ ມີນາ 2016 ແລະສອງຝ່າຍກຳລັງປະຕິບັດຕາມແຜນການ; ໂຄງການພັດທະນາການຜະລິດເຂົ້າຢູ່ກູບາໃນໄລຍະປີ 2019-2023 ດ້ວຍຈຳນວນທຶນທັງໝົດ 40 ລ້ານໂດລາສະຫະລັດ (ຝ່າຍຫວຽດນາມສະໜັບສະໜູນ 20 ລ້ານໂດລາສະຫະລັດ, ຝ່າຍກູບາສະໜອງທຶນສົມທົບ 20 ລ້ານໂດລາສະຫະລັດ), ໄດ້ເລີ່ມປະຕິບັດຢ່າງເປັນທາງການແຕ່ເດືອນພຶດສະພາ 2019, ຜູ້ຊ່ຽວຊານຫວຽດນາມ 22 ຄົນຖືກສົ່ງໄປກູບາເພື່ອດຳເນີນການຕາມແຜນ.
ໃນຂົງເຂດເຕັກໂນໂລຊີຊີວະພາບ, ການຢາແລະສາທາລະນະສຸກ, ກົມຄຸ້ມຄອງຢາຂອງກະຊວງສາທາລະນະສຸກຫວຽດນາມ ແລະ ອົງການຄຸ້ມຄອງຢາຂອງກະຊວງສາທາລະນະສຸກກູບາ ທີ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນເດືອນທັນວາ 2019, ຕາມນັ້ນ ສອງຝ່າຍຈະຈັດຕັ້ງກຸ່ມການຮ່ວມມືທາງເຕັກນິກລະຫວ່າງອົງການຄຸ້ມຄອງຂອງສອງປະເທດ ເພື່ອສົ່ງເສີມການມອບໂອນເຕັກໂນໂລຊີການຜະລິດຕະພັນຢາແລະຊີວະພາບ ເຊິ່ງສອງຝ່າຍມີທ່າແຮງ, ກໍ່ຄືຊ່ວຍເຫຼືອການລົງທະບຽນ, ລົງທະບຽນຄືນໃໝ່ ແລະ ການກວດສອບຄຸນນະພາບບັນດາຜະລິດຕະພັນຢາສົ່ງອອກ-ນຳເຂົ້າລະຫວ່າງສອງປະເທດ. ຄຽງຄູ່ກັນນັ້ນ, ສອງຝ່າຍຍັງຮ່ວມມືຄົ້ນຄ້ວາແລະພັດທະນາ ເພື່ອກ້າວໄປເຖິງການຜະລິດວັກຊີນແລະຜະລິດຕະພັນຊີວະພາບຢູ່ຫວຽດນາມຄື ວັກຊີນປົວພະຍາດມະເຮັງປອດໄລຍະສຸດທ້າຍ; ວັກຊີນປົວໂລກເຍື່ອຫຸ້ມສະໝອງ; ວັກຊີນໄວຣັດຕັບອັກເສບບີຊະນິດລູກປະສົມ; ວັກຊີນປົວໂລກເຍື່ອຫຸ້ມສະໝອງຊະນິດເອ, ຊີ,…
ການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມແລະກູບາ ໃນຊຸມປີທີ່ຜ່ານສືບຕໍ່ເປັນຂົງເຂດເສົາຄ້ຳ ແລະເປັນຈຸດພົ້ນເດັ່ນ ໃນການຮ່ວມມືລະຫວ່າງສອງປະເທດ. ສອງຝ່າຍໄດ້ປະສານສົມທົບຢ່າງແໜ້ນແຟ້ນ, ຜັນຂະຫຍາຍຢ່າງແທ້ຈິງ, ມີປະສິດທິຜົນ ບັນດາເນື້ອໃນການຮ່ວມມືບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມຕາມແຜນກນຮ່ວມມືໄລຍະປີ 2017-2019; ບັນດາການແລກປ່ຽນຂັ້ນສູງສືບຕໍ່ໄດ້ເພີ່ມທະວີ, ປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄປສູ່ຄວາມແທ້ຈິງແລະມີປະສິດທິຜົນ. ເດືອນກັນຍາ 2019, ສອງຝ່າຍໄດ້ຈັດຕັ້ງການສົນທະນາຄັ້ງທີສາມ ກ່ຽວກັບນະໂຍບາຍການປ້ອງກັນຊາດຫວຽດນາມ - ກູບາ, ບົນພື້ນຖານສ້າງແຜນການຮ່ວມມືດ້ານການປ້ອງກັນຊາດໄລຍະ 2020-2022 ແລະກຳນົດທິດທາງພັດທະນາການພົວພັນດ້ານການປ້ອງກັນຊາດສອງຝ່າຍ, ປະກອບສ່ວນປັບປຸງ, ພັດທະນາການພົວພັນມິດຕະພາບແບບມູນເຊື້ອອັນດີງາມລະຫວ່າງສອງປະເທດ.
ນອກຈາກນັ້ນ, ຫວຽດນາມຍັງສະແດງຄວາມປາດຖະໜາຢາກຮ່ວມມືກັບກູບາ ໃນບັນດາຂົງເຂດທີ່ຫວຽດນາມໄດ້ເປັນເຈົ້າຂອງເຕັກໂນໂລຊີເຊັ່ນ: ໂທລະຄົມມະນາຄົມແລະການສື່ສານ; ສະເໜີໃຫ້ກະຊວງກອງກຳລັງປະຕິວັດກູບາ ສ້າງເງື່ອນໄຂໃຫ້ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ຂອງ ຫວຽດນາມ ເຂົ້າຮ່ວມການລົງທຶນ, ພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໃນກູບາ ຢ່າງໄວໃນເວລາຕໍ່ໄປ; ພ້ອມທັງຮັບນັກສຶກສາ, ຊ່ຽວຊານຂອງກູບາມາຫວຽດນາມ ເພື່ອກໍ່ສ້າງບັນດາຂະແໜງການສະເພາະກົດລັບ, ອຸດສາຫະກຳປ້ອງກັນປະເທດ, ສົງຄາມເອເລັກໂຕຣນິກ. ຫວຽດນາມກໍ່ໄດ້ສົ່ງນັກສຶກສາໄປຮຽນທີ່ກູບາ ເພື່ອຮຽນຮູ້ບັນດາຂະແໜງການສະເພາະທີ່ກູບາມີທ່າແຮງຄື ເສນາຮັກ, ຊ່າງແສງ...
ດ້ວຍຄວາມໄວ້ວາງໃຈເຊິ່ງກັນແລະກັນ, ມູນເຊື້ອແລະແບບຢ່າງ, ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດກູບາ ໄດ້ຈັດຕັ້ງການສຳມະນາທິດສະດີເປັນສີ່ຄັ້ງ (2012, 2014, 2017, 2018) ແນໃສ່ສຳມະນາ, ແລກປ່ຽນກ່ຽວກັບບັນດາບັນດາພຶດຕິກຳ ແລະ ບົດຮຽນການພັດທະນາເສດຖະກິດ-ສັງຄົມ, ວຽກງານການເມືອງ-ແນວຄິດ, ວຽກງານກໍ່ສ້າງພັກ... ເພື່ອຖອດຖອນບົດຮຽນຈາກພາລະກິດການປ່ຽນແປງໃໝ່ຂອງຫວຽດນາມ ແລະ ຂະບວນການປັບປຸງຮູບແບບເສດຖະກິດ-ສັງຄົມຂອງກູບາ. ເນື່ອງໃນໂອກາດສະເຫຼີມສະຫຼອງປີປະຕິບັດ ຄຳພິໄນກຳ ຂອງປະທານໂຮ່ຈິມິນຄົບຮອບ 50 ປີ (1969-2019) ແລະມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຫວຽດນາມ - ກູບາ ຄົບຮອບ 60 ປີ (1960-2020), ການນຳພັກກອມມູນິດກູບາ ແລະ ການນຳພັກກອມມູນນິດຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ “ໂຮ່ຈີມິນ ແລະ ຟີແດນ ກາສໂຕຣ: ບັນດາວິໄສທັດການປະຕິວັດ” ໃນວັນທີ 17 ແລະ 18 ເດືອນກັນຍາ 2019 ທີ່ໂຮງຮຽນພັກຂັ້ນສູງ ນີໂກ ໂລແປກ ນະຄອນຫຼວງ ລາຮາບານາ, ກູບາ. ການສຳມະນາໄດ້ຢືນຢັນຄຸນຄ່າ ແລະ ຄວາມໝາຍຕົວຈິງໃນແນວຄິດ, ພາລະກິດຂອງປະທານໂຮ່ຈິມິນ ແລະຜູ້ນຳ ຟີແດນ ກາສໂຕຣ. ຢູ່ອາເມລິກາລາຕີນ, ຊື່ສຽງຂອງປະທານ ໂຮ່ຈິມິນ ໃນຕະຫຼອດຫຼາຍທົດຕະວັດໄດ້ກາຍເປັນແຫຼ່ງສະອອນໃຈເຕັມໄປດ້ວຍພະລັງຊີວິດຕໍ່ພາລະກິດປະຕິວັດບໍ່ຈັກວ່າເທົ່າໃດ. ແນວຄິດຂອງປະທານ ໂຮ່ຈິມິນ ແລະຜູ້ນຳ ຟີແດນ ກາສໂຕຣ ຍາມໃດ້ກໍ່ໄປຄຽງຄູ່ກັນກັບປະຊາຊົນສອງປະເທດບົນເສັ້ນທາງພັດທະນາ, ສ່ອງແສງສະຫວ່າງໃຫ້ແກ່ປະຊາຊົນສອງປະເທດມີຄວາມເຊື່ອໝັ້ນຢ່າງໝັ້ນຄົງ ແລະ ຊ່ວຍໃຫ້ສອງປະເທດຫວຽດນາມແລະກູບາຊອກຫາໄດ້ບັນດາມາດຕະການອັນຖືກຕ້ອງໃຫ້ແກ່ຫຼາຍບັນຫາພື້ນຖານ, ຮີບດ່ວນໃນປະຈຸບັນ.
ການປັບປຸງແລະພັດທະນາຂອງສາຍພົວພັນຫວຽດນາມ - ກູບາ ແມ່ນໜຶ່ງໃນບັນດາປັດໃຈທີ່ປະກອບສ່ວນເຂົ້າໃນການປ້ອງການ, ຮັກສາ ແລະ ພັດທະນາສັງຄົມນິຍົມຢູ່ສອງປະເທດໃນຊຸມປີທີ່ຜ່ານມາ. ພາລະກິດປ່ຽນແປງໃໝ່ຢູ່ຫວຽດນາມ ແລະ ຂະບວນການປັບປຸງຮູບແບບເສດຖະກິດ-ສັງຄົມຢູ່ກູບາ ໄດ້ສ້າງປະຖົມປັດໃຈ, ກະທົບເຊິ່ງກັນແລະກັນ ແລະ ປັບປຸງເຊິ່ງກັນໃນທັງດ້ານທິດສະດີ ແລະພຶດຕິກຳ. ຜົນງານຂອງສາຍພົວພັນທີ່ຊື່ສັດບໍລິສຸດປອດໃສ ເຕັມໄປດ້ວຍຈິດໃຈກອມມູນິດຫວຽດນາມແລະກູບາ ແມ່ນແຫຼ່ງກຳລັງແຮງອັນຍິ່ງໃຫຍ່ ປະກອບສ່ວນເຂົ້າໃນຄວາມສຳເລັດມີໄຊ ໃນພາລະກິດປະຕິວັດຂອງຫວຽດນາມ, ພ້ອມທັງເປັນແຫຼ່ງກຳລັງແຮງນີ້ກໍ່ໄດ້ຊ່ວຍໃຫ້ກູບາແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວໃນໄລຍະພິເສດ, ຍຶດໝັ້ນແລະປະດິດສ້າງ ໃນການກໍ່ສ້າງແລະປົກປັກຮັກສາປະເທດ.
ພາລະກິດການຕໍ່ສູ້ເພື່ອປົດປ່ອຍປະເທດຊາດຂອງປະຊາຊົນບັນດາປະເທດຫົວເມືອງຂຶ້ນແລະປະເທດທີ່ຂຶ້ນກັບ ຕັ້ງແຕ່ທ້າຍສະຕະວັດທີ 19, ຕົ້ນສະຕະວັດທີ້ 20 ມາຮອດປະຈຸບັນ ໄດ້ເພີ່ມພູນຄູນສ້າງເປັນສາຍພົວພັນທີ່ເຕັມໄປດ້ວຍຄວາມສາມັກຄີແບບສູ້ຮົບລະຫວ່າງບັນດາປະເທດ-ປະຊາຊາດ. ການພົວພັນຫວຽດນາມ - ກູບາ ແມ່ນສັນຍາລັກແຫ່ງຄວາມສາມັກຄີສະໜິດແໜ້ນ, ສັດຊື່ບໍລິສຸດ, ຮັກແພງ, ກາຍເປັນຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດ. ໃນໄລຍະເວລາຕໍ່ຫນ້າ, ພາລະກິດການປ່ຽນແປງໃໝ່, ປະຕິຮູບແລະກໍ່ສ້າງສັງຄົມິຍົມ ຍັງຕ້ອງຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍບໍ່ໜ້ອຍ, ແຕ່ບັນດາຊາວພັກກອມມູນິດແລະປະຊາຊົນຫວຽດນາມ - ກູບາ ກໍ່ຍັງກ້າວເດີນຂຶ້ນທາງໜ້າຢ່າງໝັ້ນຄົງ ດ້ວຍກຳລັງແຮງຂອງການປະຕິວັດເດືອນສິງ 1945, ຂອງໄຊຊະນະ ມົນກາດາ (ເດືອນກໍລະກົດ 1953), ໄຊຊະນະ ດ້ຽນບຽນຝູ (ເດືອນພຶດສະພາ 1954), ໄຊຊະນະ ຮີຣົນ (ເດືອນເມສາ 1961), ມະຫາໄຊໃນລະດູບານໃໝ່ປີ 1975 ແລະ ຂອງມູນເຊື້ອ 60 ປີແຫ່ງການພົວພັນມິດຕະພາບ, ການຮ່ວມມືຢ່າງສັດຊື່ບໍລິສຸດ, ປອດໄສ.
ສຳລັບປະຊາຊົນຫວຽດນາມ, ຄຳວ່າ ກູບາ ມີຄວາມໝາຍຄ້າຍຄືກັບສັນຍາລັກຂອງລັດທິວິລະຊົນ, ພະລັງຈິດໃຈອັນສະຫງ່າອົງອາດ, ເຈດຈຳນົງອັນອົງອາດກ້າແກ່ນ, ຄວາມເຊື່ອໝັ້ນຢ່າງແຮງກ້າໃນອຸດົມຄະຕິເອກະລາດແຫ່ງຊາດ ແລະ ສັງຄົມນີຍົມ. ການພົວພັນຫວຽດນາມ - ກູບາ ແມ່ນການພົວພັນແບບອ້າຍນ້ອງ, ສະຫາຍທີ່ສະໜິດສະໜົມ, ຈິງໃຈ, ປອດໃສ. ຜ່ານຜ່າຂະບວນວິວັດແຫ່ງການຕໍ່ສູ້ປະຕິວັດອັນຍາວນານ, ຫຍຸ້ງຍາກຢູ່ແຕ່ລະປະເທດ, ເປັນການທົດສອບແລະຫຼໍ່ຫຼອມຜ່ານເວລາເຄິ່ງສະຕະວັດມາຮອດປະຈຸບັນ, ການພົວພັນລະຫວ່າງສອງປະເທດໄດ້ແລະກຳລັງສືບຕໍ່ພັດທະນາຢ່າງຈົບງາມ, ກາຍເປັນສັນຍາລັກຂອງຍຸກສະໄໝ. ສາຍພົວພັນຫວຽດນາມ - ກູບາ ຈະ “ນັບມື້ນັບພັດທະນາ, ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນກ້າວເດີນໃນເສັ້ນທາງຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມຕະຫຼອດກາລະນານ”, ຄືຄຳຢືນຢັນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໃນການຢ້ຽມຢາມປະເທດກູບາ ເດືອນມີນາ 2018./.
-----------------------------
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 955 (ເດືອນທັນວາ 2020)