ແຜນການຈັດຕັ້ງການແຂ່ງຂັນຂຽນບົດການເມືອງກ່ຽວກັບການປົກປ້ອງ
ພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025
(ແຜນການສະບັບເລກທີ 57-ຜກ/ສມຊ, ລົງວັນທີ 5 ກຸມພາ 2025)
ພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025
(ແຜນການສະບັບເລກທີ 57-ຜກ/ສມຊ, ລົງວັນທີ 5 ກຸມພາ 2025)
ວກ. - ອີງຕາມແຜນການສະບັບເລກທີ 40-KH/BCĐTW, ລົງວັນທີ 01 ມັງກອນ 2025 ຂອງຄະນະຊີ້ນໍາ 35 ສູນກາງ ກ່ຽວກັບການເຄື່ອນໄຫວໃນປີ 2025, ສະຖາບັນການການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ເປັນປະທານ, ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມປະຊາຊົນ, ໂທລະພາບຫວຽດນາມ ແລະ ສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງການແຂ່ງຂັນຂຽນບົດດ້ານການເມືອງ ກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ ຄັ້ງທີຫ້າ ປີ 2025, ດັ່ງນີ້:
I. ເປົ້າໝາຍ, ເງື່ອນໄຂ
1. ເປົ້າໝາຍ
- ສືບຕ່ໍຢືນຢັນບົດບາດສໍາຄັນ ຂອງການປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ຕ້ານກັບທັດສະນະທີ່ຜິດພາດ ແລະ ເປັນສັດຕູ ໃນສະພາບການທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ກໍາລັງ “ເລັ່ງຄວາມໄວ” ແລະ “ເຖິງຈຸດໝາຍ” ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ກ້າວໄປເຖິງການຈັດຕັ້ງກອງປະຊູມໃຫຍ່ຄັ້ງທີ XIV ຂອງພັກຢ່າງສໍາເລັດຜົນ, ສະເຫຼີມສະຫຼອງບັນດາເຫດການການເມືອງ, ປະຫວັດສາດທີ່ສໍາຄັນຂອງປະເທດຊາດ ພາຍໃນປີ 2025; ປະຕິບັດບັນດານະໂຍບາຍ ຍຸດທະສາດຊີ້ຂາດ, ບັນດາການຫັນປ່ຽນທີ່ມີລັກສະນະປະຕິວັດ (ປ່ຽນແປງໃໝ່ແບບວິທີການນໍາພາຂອງພັກ, ກະທັດຮັດກົງຈັກລະບົບການເມືອງ; ຫັນປ່ຽນດິຈິຕອນ; ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ຫຍໍ້ທໍ້...) ເພື່ອພາປະເທດຊາດ ກ້າວເຂົ້າສູ່ສັງກາດບືນຕົວພັດທະນາ ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.
- ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງບັນດາຄະນະພັກ, ອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຕ່ໍກັບໜ້າທີ່ປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ຕ້ານກັບທັດສະນະທີ່ຜິດພາດ, ເປັນສັດຕູ, ຕິດພັນກັບການປ້ອງກັນແລະຕ້ານຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, “ການຫັນປ່ຽນດ້ວຍຕົນເອງ”, “ການປ່ຽນແປງດ້ວຍຕົນເອງ”.
- ຜ່ານການແຂ່ງຂັນເພື່ອກ່ໍສ້າງ, ບໍາລຸງ, ຝຶກຝົນຫຼໍ່ຫຼອມທັກສະຕ່າງໆ ໃຫ້ແກ່ບັນດາກໍາລັງຫຼັກແຫ່ຼງ ແລະ ສືບຕ່ໍພົບເຫັນບັນດາປັດໄຈໃໝ່ ສ້າງເຄືອຂ່າຍກວ້າງຂວາງ ເພື່ອປ້ອງກັນພື້ນຖານແນວຄິດຂອງພັກ, ຕ່ໍສູ້ຕ້ານກັບທັດສະນະທີ່ຜິດພາດ, ສັດຕູໃຫ້ມີປະສິດທິຜົນ ປະກອບສ່ວນປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບ.
- ຍົກສູງຄຸນນະພາບບັນດາບົດຂຽນການເມືອງໃນໜັງສືພິມ, ວາລະສານ, ວິທະຍຸກະຈາຍສຽງ, ໂທລະພາບ ແລະ ເຄືອຄ່າຍສັງຄົມກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ປະຕິເສດບັນດາທັດສະນະອັນຜິດພາດຂອງກໍາລັງສັດຕູ, ປະຕິກິລິຍາ ແລະພວກສວຍໂອກາດທາງດ້ານການເມືອງ, ປະກອບສ່ວນປົກປັກຮັກສາ, ໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ທັດສະນະຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ບັນດາບັນຫາທິດສະດີ - ພຶດຕິກໍາໃໝ່ ທີ່ໄດ້ວາງອອກໃນສັງກາດພັດທະນາໃໝ່ - ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ; ວິໄສທັດ, ແນວຄິດຊີ້ນໍາຍຸດທະສາດ ຂອງສະຫາຍເລຂາທິການໃຫຍ່ ໂຕເລີມ ກ່ຽວກັບການກໍານົດທິດ, ເປົ້າໝາຍພັດທະນາປະເທດຊາດ; ສະຫລຸບບັນຫາທິດສະດີ ແລະ ພຶດຕິກໍາຕົວຈິງຈໍານວນໜຶ່ງ ພາຍຫຼັງ 40 ປີແຫ່ງການປ່ຽນແປງປະເທດ ຊາດ ແລະ ປະກອບຄວາມຄິດເຫັນເຂົ້າໃນຮ່າງເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະປະເທດ ຄັ້ງທີ XIV ຂອງພັກ, “ປູຂຽວ” ຂໍ້ມູນທີ່ຕັ້ງໜ້າ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມ ໃນສັງຄົມ ແລະ ການສະໜັບສະໜູນ ຂອງເພື່ອນມິດສາກົນທັງຫຼາຍ.\
2. ເງື່ອນໄຂ
- ປະຕິບັດຖືກຕາມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ແລະ ລະບຽບການທີ່ກ່ຽວຂ້ອງ.
- ຍຶດໝັ້ນ ແລະ ປະຕິບັດຄໍາຂວັນຂອງການສົມທົບກັນຢ່າງແໜ້ນແຟ້ນ “ການສ້າງ” ແລະ “ການຕ້ານ”, ໃນນັ້ນ “ການສ້າງ” ແມ່ນພື້ນຖານ, ຍາວນານ; “ການຕ້ານ” ຕ້ອງມີຄວາມໜັກແໜ້ນ ແລະ ມີປະສິດທິຜົນ, “ເອົາຄວາມດີກົບສິ່ງບ່ໍດີ”.
- ຈັດຕັ້ງການໂຄສະນາເຜີຍແຜ່ຢ່າງກ້ວາງຂວາງ ກ່ຽວກັບການແຂ່ງຂັນໃນສື່ມວນຊົນ ແລະ ເຄືອຂ່າຍສັງຄົມ ໂດຍສະເພາະແມ່ນ ຈຸດໃໝ່ເມື່ອທຽບໃສ່ການແຂ່ງຂັນຜ່ານມາ. ຜ່ານນັ້ນ, ຊຸກຍູ້ ແລະ ລະດົມການເຂົ້າຮ່ວມຂອງ ບັນດາພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມ ແລະ ສະມາຊິກສະມາຄົມໃນລະບົບການເມືອງ ແລະ ທຸກຊັ້ນຄົນໃນທົ່ວປະເທດ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດທີ່ມີຄວາມສົນໃຈເຖິງຫວຽດນາມ.
- ຜ່ານການແຂ່ງຂັນເລືອກເອົາບັນດາບົດຂຽນທີ່ດີເດັ່ນທີ່ສຸດ, ມີສັນຍະລັກ ເພຶ່ອໂຄສະນາ, ເຜີຍແຜ່ ຢ່າງກວ້າງຂວາງ ໃນລະບົບການເມືອງ ແລະ ສັງຄົມ.
- ວຽກງານການກະກຽມ ແລະ ການຈັດຕັ້ງການແຂ່ງຂັນຕ້ອງໄດ້ດໍາເນີນໄປຢ່າງມີວິທີ ລອບຄອບ, ຄົບຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ; ການປະເມີນຜົນການແຂ່ງຂັນຕ້ອງພາວະວິໄສ, ທ່ຽງທໍາ, ຍຸຕິທໍາ, ຖືກຕ້ອງ, ເປີດເຜີຍ, ແຈ້ງຊັດ.
II. ເນື້ອໃນແຜນການ
1. ຊື່ການແຂ່ງຂັນ: ການແຂ່ງຂັນຂຽນບົດການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025.
2. ຊີ້ນໍາ, ຈັດຕັ້ງການແຂ່ງຂັນ
2.1. ຊີ້ນໍາການແຂ່ງຂັນ: ຄະນະຊີ້ນໍາສູນກາງປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ປະຕິເສດກັບບັນດາທັດສະນະທີ່ຜິດພາດ, ເປັນສັດຕູ (ຄະນະຊີ້ນໍາ 35 ສູນກາງ).
2.2.ຈັດຕັ້ງການແຂ່ງຂັນ
- ອົງການນໍາພາ: ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.
- ອົງການປະສານງານ: ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມປະຊາຊົນ, ສະຖານີໂທລະພາບຫວຽດນາມ, ສະມາຄົມ ນັກຂ່າວຫວຽດນາມ.
- ຄະນະປະຈໍາການແຂ່ງຂັນ: ຫ້ອງການຄະນະຊີ້ນໍາ 35 ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.
3. ເປົ້າໝາຍ ແລະ ຈໍານວນບົດທີ່ເຂົ້າຮ່ວມການແຂ່ງຂັນ:
3.1. ເປົ້າໝາຍຮ່ວມການແຂ່ງຂັນ
- ຄົນຫວຽດນາມທັງຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ, ຊາວຕ່າງປະເທດທີ່ມີບົດຂຽນການເມືອງ ສອດຄ່ອງກັບມາດຖານຂອງການແຂ່ງຂັນ ແມ່ນມີສິດເຂົ້າຮ່ວມການແຂ່ງຂັນ (ຍົກເວັ້ນບັນດາສະມາຊິກຄະນະຊີ້ນໍາ, ຄະນະຈັດຕັ້ງ, ກອງເລຂາຊ່ວຍວຽກງານການແຂ່ງຂັນ ຄະນະກໍາມະການຕັດສິນ, ເລຂານຸການຄະນະກໍາມະການ).
- ບັນດານັກຂຽນ/ກຸ່ມນັກຂຽນ ທີ່ເຂົ້າຮ່ວມການແຂ່ງຂັນ ບ່ໍລະເມີດກົດໝາຍວ່າດ້ວຍ ສື່ມວນຊົນ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດລະບຽບການປະພຶດໃນເຄືອຂ່າຍສັງຄົມ, ລະບຽບການກ່ຽວກັບ ຈັນຍາບັນວິຊາຊີບນັກຂ່າວຫວຽດນາມ, ກົດລະບຽບນໍາໃຊ້ເຄືອຂ່າຍສັງຄົມ ຂອງສະມາຄົມນັກຂ່າວຫວຽດນາມ, ຂໍ້ກໍານົດອື່ນໆ ຂອງກົດໝາຍ.
- ສົ່ງເສີມການເຂົ້າຮ່ວມຂອງ: ພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ, ນັກຮຽນ, ນັກສຶກສາຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໂຮງຮຽນການເມືອງຂອງແຂວງ ແລະ ນະຄອນຂັ້ນສູນກາງ, ຖັນແຖວນັກຄົ້ນຄວ້າ, ຄູສອນທິດສະດີການເມືອງ ໃນລະບົບການສຶກສາແຫ່ງລັດ, ບັນດາສະຖາບັນຄົ້ນຄວ້າ; ນັກສຶກສາ, ນັກຮຽນຂອງບັນດາມະຫາວິທະຍາໄລ ແລະ ວິທະຍາໄລ; ພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານ ຂອງບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ສູນກາງ ແລະ ທ້ອງຖິ່ນ; ສະມາຊິກ, ຖັນແຖວຊ່ຽວຊານ ແລະ ຜູ້ຮ່ວມງານຂອງ ຄະນະຊີ້ນໍາ 35 ທຸກຂັ້ນ; ນາຍທະຫານ, ນາຍຕໍາຫຼວດ, ນັກຮົບກໍາລັງປະກອບອາວຸດ; ພະນັກງານ, ນັກຂ່າວ, ບັນນາທິການ ແລະ ຜູ້ຮ່ວມມື ຂອງອົງການຂ່າວ ແລະ ສື່ມວນຊົນສູນກາງ ແລະ ທ້ອງຖິ່ນ; ຖັນແຖວນັກສິລະປີນ, ປັນຍາຊົນ.
3.2. ຈໍານວນບົດຂຽນ ເຂົ້າຮ່ວມການແຂ່ງຂັນ
* ສໍາລັບບຸກຄົນ ແຕ່ລະນັກຂຽນ/ກູ່ມນັກຂຽນສາມາດສົ່ງໄດ້ເຖິງ 05, ໃນນັ້ນມີ:
- ສໍາລັບບົດຂຽນດ້ວຍຮູບແແບຂຽນ ສາມາດສົ່ງຫຼາຍສຸດ 02 ບົດ: 01 ບົດຂອງປະເພດວາລະສານ (ພິມ ຫຼື ວາລະສານເອເລັກໂຕຣນິກ) ແລະ 01 ບົດຂຽນຂອງປະເພດໜັງສືພິມ (ພິມ ຫຼື ໜັງສືພິມເອເລັກໂຕຣນິກ). ແຕ່ ລະບົດຂຽນທີ່ສົ່ງເຂົ້າແຂ່ງຂັນປະກອບມີສໍາເນົາພິມ (ຂະໜາດ A4) ແລະ ໄຟລ໌ (ຮູບແບບ Microsoft Word) ແລະ ພິສູດປະກາດໃຊ້ບົດຂຽນ (ຖ້າມີ).
- ສໍາລັບບົດຂຽນໃນຮູບແບບໜັງສືພິມປາກເປົ່າ/ໜັງສືພິມຮູບພາບ/ວີດີໂອ, ແຕ່ລະນັກຂຽນ/ກຸ່ມນັກຂຽນ ສາມາດສົ່ຫຼາຍສຸດ 03 ບົດຂຽນເຂົ້າຮ່ວມການແຂ່ງຂັນຄື: 01 ບົດຂຽນໃນຮູບແບບໜັງສືພິມປາກເປົ່າ (ວິທະຍຸ); 01 ບົດຂຽນຮູບແບບໜັງສືພິມຮູບພາບ (ໂທລະພາບ) ແລະ 01 ບົດຂຽນຮູບແບບວິດີໂອ. ແຕ່ລະບົດທີ່ເຂົ້າຮ່ວມການແຂ່ງຂັນ ປະກອບມີໄຟລ໌ສຽງ/ພາບ (ຮູບແບບ mp3/mp4) ແລະ ສໍາເນົາຂອງໜັງສືວັນນະຄະດີ (ຂະໜາດ A4, ຮູບແບບ Microsoft Word).
* ສໍາລັບລວມໝູ່
- ຄະນະຊີ້ນໍາ 35 ຄະນະພັກການທະຫານສູນກາງ, ຄະນະຊີ້ນໍາ 35 ກະຊວງຕໍາຫຼວດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະຊີ້ນໍາ 35 ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ: ແຕ່ລະຫົວໜ່ວຍ ສາມາດສົ່ງຫຼາຍສຸດ 200 ບົດຂຽນ ສຳລັບທຸກໆຮູບແບບ ເຂົ້າຮ່ວມການແຂ່ງຂັນຂັ້ນສູນກາງ.
- ຄະນະພັກບັນດາອົງການສູນກາງ, ຄະນະພັກລັດຖະບານ, ຄະນະພັກສະພາແຫ່ງຊາດ ແລະ ຄະນະພັກແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການອົງການຈັດຕັ້ງສູນກາງ: ແຕ່ລະຫົວໜ່ວຍ ສາມາດສົ່ງຫຼາຍສຸດ 100 ບົດຂຽນ ສະລັບທຸກໆແຮູບແບບ ເຂົ້າຮ່ວມການແຂ່ງຂັນຂັ້ນສູນກາງ.
- ຄະນະຊີ້ນໍາ 35 ບັນດາຫົວໜ່ວຍ/ທ້ອງຖິ່ນອື່ນໆ: ແຕ່ລະຫົວໜ່ວຍ/ທ້ອງຖິ່ນສາມາດສົ່ງບ່ໍເກີນ 80 ບົດຂຽນ ສຳລັບທຸກໆຮູບແບບ ເຂົ້າຮ່ວມການແຂ່ງຂັ້ນ ຂັ້ນສູນກາງ.
4. ມາດຖານຕ່ໍກັບບົດຂຽນທີ່ເຂົ້າຮ່ວມການແຂ່ງຂັນ:
4.1. ມາດຖານລວມ
- ບົດເຂົ້າຮ່ວມການແຂ່ງຂັນແມ່ນ ບົດຂຽນການເມືອງທີ່ຂຽນດ້ວຍພາສາຫວຽດນາມ (ຫຼື ພາສາຊົນເຜົ່າ, ພາສາຕ່າງປະເທດ ທີ່ແປເປັນພາສາຫວຽດນາມ) ໃນໜຶ່ງໃນບັນດາປະເພດດັ່ງນີ້: ວາລະສານ (ພິມ ຫຼື ເອເລັກໂຕຣນິກ), ໜັງສືພິມ (ພິມຈໍາໜ່າຍ ຫຼື ເອເລັກໂຕຣນິກ), ວິທະຍຸ, ໂທລະພາບ, ຄລິບວີດີໂອ, ຮັບປະກັນຮູບແບບທີ່ລະບຸໄວ້ໃນກົດລະບຽບການແຂ່ງຂັນ (ອອກພ້ອມກັບແຜນການນີ້).
- ບົດຂຽນເຂົ້າຮ່ວມການແຂ່ງຂັນ ແມ່ນບົດຂຽນປະດິດສ້າງຄັ້ງທໍາອິດ, ເຊິ່ງຍັງບ່ໍທັນໄດ້ເຜີຍແຜ່ໃນສື່ມວນຊົນ ແລະ ເຄືອຂ່າຍສັງຄົມ ກ່ອນເວລາທີ່ປະກາດການແຂ່ງຂັນບົດການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025 (ວັນທີ 20 ຕຸລາ 2024).
- ພາຍຫຼັງສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັ້ນ, ສົ່ງເສີມໃຫ້ບັນດານັກຂຽນ/ກຸ່ມນັກຂຽນ ປະກາດໃຊ້ ບົດຂຽນຂອງຕົນໃນວາລະສານ, ໜັງສືພິມ, ວິທະຍຸ, ເຄືອຂາຍສັງຄົມ.
- ວຽກງານການຂຽນຕ້ອງຮັບປະກັນອັດຕາການຊໍ້າຊ້ອນຕາມທີ່ໄດ້ກໍານົດໄວ້ (ບ່ໍເກີນ 20%ຊໍ້າກັນ ສໍາລັບໝວດວາລະສານ, ບ່ໍເກີນ 25% ສໍາລັບປະເພດໜັງສືພິມ ທຽບກັບບົດຂຽນອື່ນໆຂອງຜູ້ຂຽນເອງ)
4.2. ມາດຖານກ່ຽວກັບຫົວຂໍ້, ເນື້ອໃນ ແລະ ວິທີການສະແດງ
- ຫົວຂໍ້ຂອງບົດຂຽນແມ່ນສຸມໃສ່ບັນດາບັນຫາພື້ນຖານ, ສູນກາງ ແລະ ພົ້ນເດັ່ນໃນວຽກງານປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ປະຕິເສດບັນດາທັດສະນະທີ່ຜິດພາດ, ເປັນສັດຕູໃນປະຈຸບັນ. (ພາກຜະໜວກ ກໍານົດທິດຫົວຂໍ້ ໄດ້ຕິດຄັດພ້ອມແຜນການນີ)້.
- ບົດຂຽນທີ່ສົ່ເຂົ້າຮ່ວມການແຂ່ງຂັນຕ້ອງຮັບປະກັນລັກສະນະວິທະຍາສາດ, ລັກສະນະພັກ, ລັກສະນະຕ່ໍສູ້ ກໍານົດທິດ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ “ການສ້າງ” ແລະ “ການຕ້ານ”.
- ສົ່ງເສີມບັນດາບົດຂຽນມີວີທີການສະແດງຢ່າງປະດິດສ້າງ, ມີເອກະລັກສະເພາະ, ມີການອັບເດດຂໍ້ມູນ, ມີອັນໃໝ່.
4.3. ມາດຖານກ່ຽວລິຂະສິດ
- ບົດຂຽນທ່ີເຂົ້າຮ່ວມການແຂ່ງຂັນ ຕ້ອງຮັບປະກັນບ່ໍມີຂໍ້ຂັດແຍ້ງກ່ຽວກັບລິຂະສິດ.
- ພາຍຫຼັງສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນແລ້ວ, ນັກຂຽນ/ກຸ່ມນັກຂຽນສາມາດເຜີຍແຜ່/ໂພສລົງໃນສື່ມວນຊົນ ແລະ ເຄືອຂ່າຍສັງຄົມໄດ້ ແຕ່ຕ້ອງແຈ້ງ ແລະ ສົ່ງເອກະສານຢັ້ງຢືນການພິມຈໍາໜ່າຍ/ປະກາດພ້ອມກັບອົງການ, ຫົວໜ່ວຍທີ່ໄດ້ຮັບວຽກ ຫຼື ສົ່ງໄປຫາຫນ່ວຍງານປະຈໍາຈັດຕັ້ງການແຂ່ງຂັນ
- ນັກຂຽນ/ກຸ່ມນັກຂຽນ ຫຼື ອົງການທີ່ກຽວຂ້ອງບ່ໍໄດ້ນໍາເອົາບົດຂຽນເຂົ້າຮ່ວມການແຂ່ງຂັນນີ້ ເພື່ອເຂົ້າຮ່ວມການແຂ່ງຂັນອື່ນ.
5. ເວລາ ສະຖານທີ່ຮັບບົດຂຽນເຂົ້າຮ່ວມການແຂ່ງຂັນ.
5.1. ເວລາ
ຄະນະຈັດຕັ້ງການແຂ່ງຂັ້ນ ຂັ້ນສູນກາງຮັບ, ເອກະສານ, ບົດຂຽນເຂົ້າຮ່ວມການແຂ່ງຂັນ ນັບຕັ້ງແຕ່ຕອນ ປະກາດການແຂ່ງຂັນ (ວັນທີ 06/02/2025) ເຖິງໝົດວັນທີ 15/07/2025 (ຕາມກາໄປສະນີ)
ຄະນະຈັດຕັ້ງການແຂ່ງຂັນ ຈະບ່ໍມີຮັບຜິດຊອບ ຖ້າຫາກວ່າບົນຂຽນເຂົ້າຮ່ວມການແຂ່ງຂັນຖືກສູນເສຍ ຫຼື ຄວາມເສຍຫາຍເນື່ອງຈາກຄວາມຜິດຂອງຫ້ອງການໄປສະນີ. ຄະນະຈັດຕັ້ງການແຂ່ງຂັນ ບ່ໍສົ່ງຄືນບົດຂຽນທ່ີເຂົ້າ ຮ່ວມການແຂ່ງຂັນ ໃນທຸກກໍລະນີ.
5.2. ສະຖານທີ່ຮັບບົດຂຽນເຂົ້າຮ່ວມການແຂ່ງຂັນ
5.2.1. ຢູ່ຂັ້ນທ້ອງຖິ່ນ:
- ບັດດານັກຂຽນ/ກຸ່ມນັກຂຽນທ່ີເປັນພະນັກງານ, ສະມາຊີກພັກ, ຄູອາຈານ, ນັກສຶກສາ, ນັກຮຽນ ຂອງບັນດາອົງການ, ໜ່ວຍງານ ເຂົ້າຮ່ວມການແຂ່ງຂັນ (ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມ, ຄະນະໂຄສານາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ວາລະສານກອມມູນິດ, ໜັງສຶພິມປະຊາຊົນ, ໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ): ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງອົງການ/ໜ່ວຍງານ.
- ບັນດານັກຂຽນ/ກຸ່ມນັກຂຽນທ່ີ ເປັນພະນັກງານ, ສະມາຊີກພັກ, ຄູອາຈານ, ນັກສຶກສາ ຂອງບັນດາອົງການ, ໜ່ວຍງານ, ໂຮງຮຽນ ທີ່ຂຶ້ນກັບກະຊວງປ້ອງກັນຊາດ: ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະ ຊີ້ນໍາ 35 ຄະນະພັກການທະຫານສູນກາງ (ບັນດາໜ່ວຍງານການທະຫານທ້ອງຖິ່ນ ໃຫ້ສົ່ງບົດຂຽນເຖິງຄະນະຊີ້ນໍາ 35 ທ້ອງຖິ່ນ ແລະ ລາຍງານຜົນການເຂົ້າຮ່ວມແຂ່ງຂັນ ເຖິງຄະນະຊີ້ນໍາ 35 ຄະນະພັກການທະຫານສູນກາງ).
- ບັນດານັກຂຽນ/ກຸ່ມຂຽນເປັນພະນັກງານ, ສະມາຊີກພັກ, ຄູອາຈານ, ນັກສຶກສາ ຂອງບັນດາອົງການ, ໜ່ວຍງານ, ໂຮງຮຽນ ທີ່ຂຶ້ນກັບກະຊວງຕໍາຫຼວດ: ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະຊີ້ນໍາ 35 ກະຊວງຕໍາຫຼວດ (ຕໍາຫຼວດທ້ອງຖິ່ນ ໃຫ້ສົ່ງບົດຂຽນເຖິງຄະນະຊີ້ນໍາທ້ອງຖິ່ນ ແລະ ລາຍງານຜົນການເຂົ້າຮ່ວມ ແຂ່ງຂັນ ເຖິງຄະນະຊີ້ນໍາ 35 ກະຊວງຕໍາຫຼວດ).
- ບັນດານັກຂຽນ/ກຸ່ມນັກຂຽນເປັນສະມາຊີກຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ: ໃຫ້ສົ່ງບົດຂຽນເຂົ້າ ຮ່ວມການແຂ່ງຂັນ ເຖິງຄະນະຊີ້ນໍາ 35 ສູນກາງຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ (ບັນດາຄະນະຊາວໜູ່ມ ແຂວງ ແລະ ເທົ່າທຽມ ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະຊີິນໍາ 35 ສູນກາງຄະນະຊາວໜູ່ມ ກອມມູນິດ ໂຮ່ຈີມິນ ແລະ ລາຍງານຜົນການເຂົ້າຮ່ວມແຂ່ງຂັນ ເຖິງຄະນະຊີ້ນໍາ 35 ທ້ອງຖິ່ນ).
- ບັນດານັກຂຽນ/ກຸ່ມນັກຂຽນເປັນພະນັກງານ, ສະມາຊີກພັກ, ສະມາຊີກສະມາຄົມ ຂອງບັນດາອົງຄະນະພັກ ທີ່ຂຶ້ນກັບຄະນະພັກ ບັນດາອົງການພັກສູນກາງ, ຄະນະພັກລັດຖະບານ, ຄະນະພັກສະພາແຫ່ງຊາດ ແລະ ຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງສູນກາງ: ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະຊີ້ນໍາ 35 ຄະນະພັກ ຂອງຕົນເອງ.
- ບັນດານັກຂຽນ/ກຸ່ນັກຂຽນເປັນ ພະນັກງານ, ຄູສອນ, ນັກສຶກສາ, ນັກຮຽນ ທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ, ສະຖາບັນດີດ ວິທະຍາສາດສັງຄົມຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ສໍານັກຂ່າວສານຫວຽດນາມ: ໃຫ້ສົ່ງບົນຂຽນເຂົ້າຮ່ວມການແຂ່ງຂັນເຖິງ ອົງການ/ ໜ່ວນງານ.
- ບັນດານັກຂຽນ/ກຸ່ມນັກຂຽນເປັນພະນັກງານ, ສະມາຊີກພັກກະຊວງການຕ່າງປະເທດ ແລະ ຄົນ ຫວຽດນາມ ຢູ່ຕ່າງປະເທດ, ຄົນຕ່າງປະເທດ: ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງກະຊວງການຕ່າງປະເທດ (ຜ່ານ ສະຖານທຸດຫວຽດນາມຢູ່ຕ່າງປະເທດ).
- ບັນດານັກຂຽນ/ກຸ່ມນັກຂຽນເປັນພະນັກງານ, ສະມາຊີກພັກ, ສະມາຊີກຊາວໜຸ່ມ, ນັກສຶກສານ, ນັກຮຽນ ຂອງ ບັນດາອົງການ, ໜ່ວຍງານ, ໂຮງຮຽນ ຢູ່ບັນດາແຂວງ/ນະຄອນ ທີ່ຂຶ້ນກັບສູນກາງ ແລະ ບັນດາຊົນ ຊັ້ນປະຊາຊົນຢູ່ທ້ອງຖິ່ນ: ໃຫ້ສົ່ງບົນຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະຊີ້ນໍາ 35 ບັນດາຄະນະພັກແຂວງ, ຄະນະພັກນະຄອນ ທີ່ຂຶ້ນກັບສູນກາງ (ຍົກເວັ້ນບັນດານັກຂຽນ/ກຸ່ມນັກຂຽນສົ່ງບົດເຂົ້າຮ່ວມການແຂ່ງຂັນ ຕາມຄະນະຊີ້ນໍາ 35 ຄະນະພັກກອງທັບສູນກາງ, ກະຊວງຕາຫຼວດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ວາລະສານກອມມູນິດ, ໜັງສຶພິມປະຊາຊົນ, ໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ; ສູນກາງຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ; ຄະນະພັກບັນດາອົງການສູນກາງ, ຄະນະພັກລັດຖະບານ, ຄະນະພັກສະພາແຫ່ງຊາດ ແລະ ຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງສູນກາງ; ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດນະອນໂຮ່ຈິມິນ, ສະຖາບັນດີດວິທະຍາສາດສັງຄົມຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ສໍານັບຂ່າວສານຫວຽດນາມ.
5.2.2. ຢູ່ຂັ້ນສູນກາງ
- ຄະນະຈັດຕັ້ງການແຂ່ງຂັນຂັ້ນສູນກາງເກັບກໍາ:
+ ເອກະສານເຂົ້າຮ່ວມການແຂ່ງຂັນຂອງບັນດາອົງການ/ໜ່ວຍງານ ທີ່ໄດ້ລະບຸໃນຈຸດ 5.2.1, ຂໍ້ 5, ພາກທີ II ແຜນການນີ້.
+ ບົດຂຽນເຂົ້າຮ່ວມການແຂ່ງຂັນຂອງບັນດານັກຂຽນ/ກຸ່ມນັກຂຽນ ບ່ໍແມ່ນເປົ້າໝາຍ ທີ່ໄດ້ລະບຸໃນຈຸດ 5.2.1.
- ສະຖານທີ່ຮັບເອກະສານ ເຂົ້າຮ່ວມການແຂ່ງຂັນຢູ່ຂັ້ນສູນກາງ: ຫ້ອງການຄະນະຊີ້ນໍາ 35 ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ເລກທີ 135 ຫງວຽນ ຟອງ ຊັກ (ຫຼື ເລກທີ 419 ຮວ່າງ ກວັກ ຫວຽດ), ຕາແສງ ເຫງັ້ຍ ເຕີນ, ເມືອງ ເກົ່າ ເຢີຍ, ນະຄອນຫຼວງ ຮ່າໂນ້ຍ. ເບີໂທ: 080.41053 ຫຼື 090.958.1987 (ສະຫາຍ ດ່າວ ດິ່ງ ທ້າວ), email: thichinhluan35@gmail.com.
6. ຂັ້ນຕອນຈັດຕັ້ງການແຂ່ງຂັນ
- ວັນທີ 20/10/2024: ໄດ້ຈັດຂຶ້ນເພື່ອເປີດການແຂ່ງຂັນຄັ້ງທີຫ້າ, ປີ 2025.
- ວັນທີ 06/02/2025: ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບການແຂ່ງຂັນຢູ່ຂັ້ນສູນກາງ, ປະກາດແຜນການ, ລະບຽບການແຂ່ງຂັນ, ກໍານົດທິດຫົວຂໍ້ການແຂ່ງຂັນ.
- ແຕ່ວັນທີ 06/02/2025 - ວັນທີ 15/07/2025: ບັນດາອົງການ/ໜ່ວຍງານ/ທ້ອງຖິ່ນ ຈັດຕັ້ງການ ແຂ່ງຂັນຢູ່ອົງການ/ໜ່ວຍງານ/ທ້ອງຖິ່ນຂອງຕົນ, ເລືອກບົດຂຽນທ່ີດີເດັນ, ປະກອບເອກະສານສົ່ງເຖິງຄະນະຈັດຕັ້ງ ການແຂ່ງຂັນຂັ້ນສູນກາງ.
- ວັນທີ 15/7/2025: ເປັນເວລາສຸດທ້າຍ ຮັບເອກະສານ, ບົດຂຽນເຂົ້າຮ່ວມການແຂ່ງຂັນ ຢູ່ຂັ້ນສູນກາງ.
- ແຕ່ວັນທີ 15/7/2025 – 31/8/2025: ຄະນະຈັດຕັ້ງການແຂ່ງຂັນສູນກາງ ດໍາເນີນການກວດກາ, ປະເມີນເບື້ອງຕົ້ນ ແລະ ກະກຽມຈັດຕັ້ງການກວດເບື້ອງຕົ້ນບົດຂຽນການທ່ີເຂົ້າຮ່ວມແຂ່ງຂັນ.
- ແຕ່ວັນທີ 01/9/2025 – 30/9/2025: ຄະນະຊີ້ນໍາ, ຄະນະຈັດຕັ້ງການແຂ່ງຂັ້ນສູນກາງຈັດຕັ້ງ ການກວດເບື້ອງຕົ້ນ, ຮອບສຸດທ້າຍ, ຈັດລາງວັນ
- ທ້າຍເດືອນຕຸລາ 2025: ໄດ້ຈັດພິທີມອບລາງວັນການແຂ່ງຂັ້ນສູນກາງ.
lll. ຄະນະຊີ້ນໍາ, ຄະນະຈັດຕັ້ງການແຂ່ງຂັນ
1. ຄະນະຊີ້ນໍາການແຂ່ງຂັນ
- ຄະນະຊີ້ນໍາການແຂ່ງຂັນລວມມີ: ບັນດາສະຫາຍການນໍາສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ຄະນະ ໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມ ປະຊາຊົນ, ສະຖານີໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ ໂດຍສະຫາຍ ຫງວຽນຊວນທັງ, ຄະນະກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ປະທານສະພາທິດສະດີສູນກາງ, ຮອງຫົວໜ້າຄະນະຊີ້ນໍາ 35 ສູນກາງ ເປັນຫົວໜ້າຄະນະຊີ້ນໍາການແຂ່ງຂັນ.
- ຄະນະຊີ້ນໍາການແຂ່ງຂັນໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາຈໍ້າ ຂອງສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໃນໄລຍະດໍາເນີນງານ.
2. ຄະນະຈັດຕັ້ງການແຂ່ງຂັນ
- ຄະນະຈັດຕັ້ງການແຂ່ງຂັນລວມມີ: ບັນດາສະຫານການນໍາຂອງອົງການ ແລະ ບັນດາສະຫາຍການນໍາ ຂອງໜ່ວຍງານຈໍານວນໜ່ຶງ ທ່ີຂຶ້ນກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມປະຊາຊົນ, ສະຖານີ ໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ; ໂດຍທ່ານ ເລວັນເລີ້ຍ, ຮອງຫົວໜ້າສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ, ສະມາຊິກຄະນະຊີ້ນໍາ 35 ສູນກາງເປັນຫົວໜ້າຄະນະຈັດຕັ້ງການແຂ່ງຂັນ.
-ຄະນະຈັດຕັ້ງການແຂ່ງຂັນໄດ້ສ້າງຕັ້ງກອງເລຂາເພື່ອຊ່ວຍຄະນະຈັດຕັ້ງປະຕິບັດໜ້າທີ່ຂອງຕົນ.
- ຄະນະຈັດຕັ້ງການແຂ່ງຂັນໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາຈໍ້າຂອງສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໃນໄລຍະດໍາເນີນງານ.
lV. ໂຄງສ້າງລາງວັນ
1. ຈໍານວນລາງວັນ
1.1. ກ່ຽວກັບລາງວັນສໍາລັບບົດຂຽນຂອງນັກຂຽນ/ກຸ່ມນັກຂຽນ
- 01 ລາງວັນພິເສດໃຫ້ແກ່ທຸກໆປະເພດ.
- ບົດຂຽນການເມືອງປະເພດວາລະສານ: 03 ລາງວັນ A, 06 ລາງວັນ B, 10 ລາງວັນ C, 20 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດໜັງສືພິມ: 03 ລາງວັນ A, 06 ລາງວັນ B, 10 ລາງວັນ C, 20 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດໜັງສືພິມ: 03 ລາງວັນ A, 06 ລາງວັນ B, 10 ລາງວັນ C, 20 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດກະຈາຍສຽງ: 02 ລາງວັນ A, 04 ລາງວັນ B, 06 ລາງວັນ C, 10 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດໂທລະພາບ: 02 ລາງວັນ A, 04 ລາງວັນ B, 06 ລາງວັນ C, 10 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດວີດີໂອ: 01 ລາງວັນ A, 02 ລາງວັນ B, 03 ລາງວັນ C, 06 ລາງວັນຊົມເຊິຍ.
- ນອກຈາກລາງວັນຢ່າງເປັນທາງການ, ຄະນະຊີ້ນໍາການແຂ່ງຂັນຍັງໄດ້ມອບ 20 ລາງວັນໃຫ້ແກ່ບົດຂຽນເຂົ້າຮ່ວມການແຂ່ງຂັນຂອງນັກຂຽນ/ກຸ່ມນັກຂຽນເປັນສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກສຶກສາທີ່ເຂົ້າສູ່ຮອບຊິງ ຊະນະເລີດ ແລະ ໄດ້ຮັບຄະແນນສູງສຸດໃນຈໍານວນບັນດາບົດຂຽນຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກສຶກສາ; ແລະ ມອບລາງວັນໃຫ້ແກ່ນັກຂຽນ/ກຸ່ມນັກຂຽນທີ່ມີອາຍຸສູງ ແລະ ອາຍຸນ້ອຍທີ່ສຸດ.
1.2. ກ່ຽວກັບລາງວັນລວມໝູ່ດີເດັ່ນ
ຄະນະຊີ້ນໍາການແຂ່ງຂັນໄດ້ມອບລາງວັນດີເດ່ັນ 20 ລາງວັນໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖ່ິນທ່ີຈັດ ຕັ້ງການຜັນຂະຫຍາຍການແຂ່ງຂັນຢ່າງເລິກເຊ່ິງ, ສ້າງສັນຢູ່ຮາກຖານ; ມີບົດຂຽນເຂົ້າຮ່ວມການແຂ່ງຂັນຫຼາຍ ບົດທ່ີ ມີຄຸນນະພາບດີ, ໃນນັ້ນຢ່າງໜ້ອຍ 01 ບົດໄດ້ຮັບລາງວັນເປັນທາງກາງ.
2. ຮູບການລາງວັນ
2.1. ລາງວັນສໍາລັບບົດຂຽນຂອງ ນັກຂຽນ/ກຸ່ມນັກຂຽນ
ແຕ່ລະນັກຂຽນ/ກຸ່ມນັກຂຽນທີ່ມີບົດຂຽນຍາດໄດ້ລາງວັນແມ່ນໄດ້ມອບໃບຢັ້ງຢືນຈາກຄະນະຊີ້ນໍາການແຂ່ງຂັນ, ຂັນທີ່ລະນຶກ ແລະ ເງິນລາງວັນ.
2.2. ລາງວັນລວມໝູ່ດີເດັ່ນ
ແຕ່ລະລວມໝູ່ໄດ້ລາງວັນລວມໝູ່ດີເດັ່ນໄດ້ມອບໃບຍ້ອງຍໍຈາກຄະນະຊີ້ນໍາ ການແຂ່ງຂັນ, ຂັນທີ່ລະນຶກ ແລະ ເງິນລາງວັນ.
V. ການຈັດຕັ້ງປະຕິບັດ
1. ເປັນເອກະພາບບັນດາເນື້ອໃນວຽກງານ ແລະ ແບ່ງໜ້າທີ່ຮັບຜິດຊອບ
1.1. ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມປະຊາຊົນ, ໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ ສົມທົບກັນຈັດຕັ້ງເພື່ອປະກອບຄໍາຄິດຄໍາເຫັນກ່ຽວກັບໂຄງການຮ່າງແຜນການ, ລະບຽບການແຂ່ງຂັນ, ກໍານົດທິດຫົວຂໍ້; ເປັນເອກະພາບບັນດາເນື້ອໃນວຽກງານ, ມອບໝາຍໜ້າທີ່ລະອຽດນັບແຕ່ເວລາເປີດເຜີຍ ເຖິງການປະກາດຜົນງານ ແລະ ມອບລາງວັນການແຂ່ງຂັນ.
1.2. ປະກາດໃຊ້ພ້ອມກັບແຜນການນີ້ ລະບຽບການແຂ່ງຂັນ ແລະ ກໍານົດທິດຫົວຂໍ້ບົນຂຽນເຂົ້າຮ່ວມການແຂ່ງຂັນ.
1.3. ຄະນະຊີ້ນໍາ, ຄະນະຈັດຕັ້ງການແຂ່ງຂັນໄດ້ຈັດກອງປະຊຸມຖະແຫຼງຂ່າວເປີດການແຂ່ງຂັນ, ປະກາດແຜນການ ແລະ ລະບຽບການແຂ່ງຂັນ, ນໍານົດທິດຫົວຂໍ້ຂອງບັນດາບົດຂຽນທີ່ເຂົ້າຮ່ວມການແຂ່ງຂັນ, ຈັດຕັ້ງ ໂຄສະນາເຜີຍແຜ່ຕ່ໍສື່ມວນຊົນຢູ່ສູນກາງ ແລະ ທ້ອງຖິ່ນ.
1.4. ຄະນະຊີ້ນໍາ 35 ບັນດາຫົວໜ່ວຍ, ທ້ອງຖິ່ນໄດ້ລະບູໃນຈຸດ 5.2.1, ຂໍ້ທີ 5, ພາກທີ II ຂອງ ແຜນການນີ້ ແມ່ນອີງໃສ່ແຜນການ, ລະບຽບການແຂ່ງຂັນ ແລະ ກໍານົດທິດຫົວຂໍ້ຂອງບົດຂຽນທ່ີເຂົ້າຮ່ວມການ ແຂ່ງຂັນ ເພື່ອປຸກລະດົມ, ຈັດຕັ້ງການແຂ່ງຂັນຢູ່ຂັ້ນແຂວງ ແລະ ທຽບເທົ່າ, ຄັດເລືອກມອບລາງວັນ ແລະ ສົ່ງບົດຂຽນດີເດັ່ນເຂົ້າຮ່ວມການແຂ່ງຂັນຂັ້ນສູນກາງ.
- ກະຊວງສຶກສາ ແລະ ກ່ໍສ້າງ ເລີ່ມການແຂ່ງຂັນໃນລະບົບ (ບັນດາມະຫາວິທະຍາໄລເຂດ ໃຫ້ສົ່ງບົດຂຽນ ການແຂ່ງຂັນເຖິງຄະນະຊີ້ນໍາ 35 ຂັ້ນແຂວງ).
- ກະຊວງການຕ່າງປະເທດ ມີເອກະສານເສີມຂະຫາຍການແຂ່ງຂັນ ເຖິງສະຖານທູດຫວຽດນາມ ຢູ່ຕ່າງປະເທດ ເພ່ືອລະດົມການເຂົ້າຮ່ວມ ຂອງຄົນຫວຽດນາມຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ.
2. ຄະນະກໍາມະການ
ຄະນະກໍາມະການປະກອບດ້ວຍສະພາເບື້ອງຕົ້ນ ແລະ ສະພາການສອບເສັງສຸດທ້າຍ, ສ້າງຕັ້ງຂຶ້ນໂດຍການຕັດສິນຂອງຄະນະຈັດຕັ້ງບົນພື້ນຖານ ຂອງການສະເໜີຂອງໜ່ວຍງານປະຈໍາການແຂ່ງຂັນ. ຄະນະຈັດຕັ້ງການແຂ່ງ ຂັນໄດ້ສ້າງຕັ້ງກອງເລຂາຂອງຄະນະກໍາມະການເພື່ອຊ່ວຍໃນຂະບວນການຕັດສິນ. ຈໍານວນແລະໂຄງສ້າງຂອງ ຄະນະກໍາມະການຕ້ອງຮັບປະກັນລັກສະນະພາວະວິໄສ, ຮອບດ້ານ, ເລິກເຊິງ ແລະຕອບສະຫນອງຄວາມຕ້ອງການ ດ້ານຄຸນນະພາບ ແລະ ກໍານົດເວລາຂອງການແຂ່ງຂັນ.
3. ຈັດຕັ້ງຮັບເອກະສານ,ບົດຂຽນທụເຂົ້າຮ່ວມການແຂ່ງຂັນ
3.1. ບັນດານັກຂຽນ/ກຸ່ມນັກຂຽນເຂົ້າຮ່ວມການແຂ່ງຂັນສົ່ງບົດຂຽນໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນທີ່ກ່າວມາໃນຈຸດ 5.2.1, ຂໍ້ທີ 5, ພາກທີ II ຂອງແຜນການນີ້.
3.2. ບັນດາອົງການ ແລະ ຫົວໜ່ວຍທີ່ກ່າວມາໃນຈຸດ 5.2.1, ຂໍ້ທີ 5, ພາກທີ II ຂອງແຜນການນີ້ ສັງລວມເອກະສານແລະສົ່ງໃຫ້ຄະນະຈັດຕັ້ງການແຂ່ງຂັນຂັ້ນສູນກາງ (ຜ່ານໜ່ວຍງານປະຈໍາການແຂ່ງຂັນ). ບັນດາຫົວໜ່ວຍ / ທ້ອງຖິ່ນທີ່ບ່ໍສົ່ງເອກະສານ ເຂົ້າຮ່ວມການແຂ່ງຂັນ ບ່ໍໄດ້ຖືກພິຈາລະນາມອບລາງວັນລວມໝູ່ທີ່ດີເດັ່ນ.
3.3. ເອກະສານເຂົ້າຮ່ວມການແຂ່ງຂັນປະກອບມີ:
- ບົດລາຍງານສັງລວມຂະບວນການຜັນຂະຫຍາຍຈັດຕັ້ງປະຕິບັດ ການແຂ່ງຂັນຢູ່ບັນດາອົງການ, ໜ່ວຍງານ ແລະ ທ້ອງຖິ່ນ (ສະເໜີແຈ້ງຮູບແບບການຜັນຂະຫຍາຍ, ຈໍານວນທັງໝົດບົດຂຽນເຂົ້າຮ່ວມການແຂ່ງຂັນທີ່ເກັບໄດ້ ແລະ ຈໍານວນບົດຂຽນເຂົ້າຮ່ວມການແຂ່ງຂັນຕາມແຕ່ລະປະເພດ; ຈໍານວນບົດຂຽນເຂົ້າຮ່ວມການແຂ່ງຂັນ ຢູ່ຂັ້ນສູນກາງ).
- ບັນຊີລາຍຊື່ທັງໝົດຂອງບົດຂຽນເຂົ້າຮ່ວມການແຂ່ງຂັນ ທີ່ໄດ້ຮັບຈາກບັນດາອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນ (ຕາມແບບຟອມຂອງຄະນະຈັດຕັ້ງການແຂ່ງຂັນ - ສະບັບພິມຂະໜາດ A4 ແລະ ໄຟລ໌ (ຮູບແບບ Microsoft Excel).
- ເນື້ອໃນຂອງບັນດາບົດຂຽນທ່ີໄດ້ສົ່ງເຂົ້າຮ່ວມການແຂ່ງຂັນລະດັບສູນກາງ ແລະ ຫຼັກຖານທ່ີຕິດພ້ອມກັບ ຜະລິດຕະພັນທ່ີໄດ້ປະກາດໃຊ້ / ລົງພິມ.
- ສະຖານທ່ີຮັບເອກະສານ ເຂົ້າຮ່ວມການແຂ່ງຂັນ: ຫ້ອງວ່າການຄະນະຊີ້ນໍາ 35 ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ, ເລກທີ 135 ຫງວຽນເຟືອງສັກ (ຫຼື ເລກທີ 419 ຮ່ວາງກວກຫວຽດ), ຕາແສງ ເງັ້ຍເຕິນ, ເມືອງ ເກ່ົາເຢິຍ, ນະຄອນ ຮ່າໂນ້ຍ. ໂທລະສັບ: 080.41053 ຫຼື 090.958.1987(ສະຫາຍ ດ່າວ ດ່ີງ ທ້າວ), email: thichinhluan35@gmail.com.
4. ພິຈາລະນາ ແລະ ກວດຄະແນນ
4.1. ຮອບຂັ້ນຕົ້ນ
- ຄະນະກໍາມະການຈັດຕັ້ງການແຂ່ງຂັນຂັ້ນສູນກາງໄດ້ເລືອກເຟັ້ນ, ກວດກາ, ຕີລາຄາໃນເບື້ອງຕົ້ນ ແລະ ຄັດເລືອກເອົາບົດຂຽນທ່ີສອດຄ່ອງກັບຄວາມຮຽກຮ້ອງຕ້ອງການດ້ານຫົວຂໍ້, ໂຄງປະກອບ ແລະ ຮູບແບບເພ່ືອ ປະກອບເຂົ້າໃນການຕີລາຄາເບື້ອງຕົ້ນ.
- ຄະນະກໍາມະການເບື້ອງຕົ້ນດໍາເນີນການກວດບົດ. ອີງຕາມຜົນການກວດບົດ, ຄະນະຈັດຕັ້ງໄດ້ຄັດເລືອກ ເອົາບັນດາບົດຂຽນທ່ີມີຄຸນນະພາບດີທ່ີສຸດ (ເອົາຄະແນນຈາກສູງຫາຕ່ໍາ) ເພ່ືອພິຈາລະນາເອົາເຂົ້າກວດໃນຮອບສຸດທ້າຍ.
- ກັບບົດຂຽນໃນຮູບແບບການຂຽນ, ຄະນະຈັດຕັ້ງດໍາເນີນການສະແກນດ້ວຍຊອບແວເຕັກໂນໂລຢີເພ່ືອ ກໍານົດລະດັບຂອງການບ່ໍຊໍ້າກັນ. ພຽງແຕ່ຜົນງານບ່ໍຊໍ້າກັນຫຼາຍກ່ວາ 20% (ສໍາລັບປະເພດວາລະສານ) ຫຼື ບ່ໍຊໍ້າກັນ ຫຼາຍ ກ່ວາ 25% (ສໍາລັບປະເພດຫນັງສືພິມ) ມີສິດໄດ້ຮັບການບັນຈຸເຂົ້າໃນຮອບສຸດທ້າຍ.
3.2. ຮອບສຸດທ້າຍ
ສະພາຮອບສຸດທ້າຍດໍາເນີນການກວດບົດ. ອີງຕາມໝາກຜົນຂອງການກວດບົດ, ຄະນະຊີ້ນໍາ ແລະ ຄະນະຈັດຕັ້ງໄດ້ພິຈາລະນາ ແລະ ມອບລາງວັນໃຫ້ບັນດາຜົນງານດີເດ່ັນ.
ການມອບລາງວັນແມ່ນອີງໃສ່ຜົນງານຕົວຈິງ, ບ່ໍຈໍາເປັນຕ້ອງມີຈໍານວນພຽງພໍບົນດາລາງວັນພິເສດ, A, B, C, ລາງວັນຊົມເຊີຍ.
5. ປະກາດຜົນການແຂ່ງຂັນ ແລະ ມອບລາງວັນ
ພິທີປະກາດຜົນ ແລະ ມອບລາງວັນການແຂ່ງຂັນໄດ້ຈັດຕັ້ງໃນເດືອນຕຸລາ 2025, ເນື່ອງໃນໂອກາດ 07 ປີ ຜັນຂະຫຍາຍປະຕິບັດມະຕິ 35-ມຕ/ສກ, ລົງວັນທີ 22 ຕຸລາ 2018 ຂອງກົມການເມືອງສູນກາງພັກ ຊຸດທີ 12 ວ່າດ້ວຍ “ການເພ່ີມທະວີການປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ປະຕິເສດກັບທັດສະນະທີ່ຜິດພາດ ແລະ ເປັນສັດຕູໃນສະພາບການໃໝ່”.
6. ງົບປະມານຈັດຕັ້ງການແຂ່ງຂັນ
ແຫ່ຼງທຶນໃຫ້ແກ່ການຈັດຕັ້ງການແຂ່ງຂັນແມ່ນຈັດຕັ້ງໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສ່ວນໜຶ່ງແມ່ນຈາກງົບປະມານແຫ່ງລັດທີ່ມອບໃຫ້ສະຖາບັນແລະແຫ່ຼງທຶນສັງຄົມຈາກການສະໝັກໃຈສະໜັບສະໜູນ, ໜູນຊ່ວຍ, ໂຄສະນາເຄື່ອງໝາຍການຄ້າ ທີ່ຖືກກົດໝາຍຂອງບັນດາວິສາຫະກິດ ແລະ ບັນດາຫົວໜ່ວຍ. ບ່ໍລະດົມທຶນໃນຮູບແບບໃດໆ ສໍາລັບນັກຂຽນ/ກຸ່ມນັກຂຽນທ່ີເຂົ້າຮ່ວມການແຂ່ງຂັນ.
ກອງທຶນສໍາລັບການສະຫນັບສະຫນູນ, ໜູນຊ່ວຍ, ໂຄສະນາເຄ່ືອງໝາຍການຄ້າໄດ້ນໍາໃຊ້ຖືກຕາມກົດ ລະບຽບການເງິນພວມນໍາໃຊ້ໃນຂະບວນການທັງໝົດຂອງການຈັດການແຂ່ງຂັນ./.