ຜົນສຳເລັດອັນຍິ່ງໃຫຍ່ ແລະ ບົດຮຽນທີ່ໄດ້ຮັບຈາກ 55 ປີ
ແຫ່ງການປະຕິບັດພິໄນກຳ ຂອງປະທານໂຮຈີມິນ ກ່ຽວກັບ
ການສ້າງພັກທີ່ມີຄວາມສາມັກຄີ, ສະອາດແລະໝັ້ນຄົງເຂັ້ມແຂງ
ແຫ່ງການປະຕິບັດພິໄນກຳ ຂອງປະທານໂຮຈີມິນ ກ່ຽວກັບ
ການສ້າງພັກທີ່ມີຄວາມສາມັກຄີ, ສະອາດແລະໝັ້ນຄົງເຂັ້ມແຂງ
ລຸງໂຮ່ກັບບັນດານັກຮົບແຂ່ງຂັນຍິງຢູ່ພາກເໜືອ (ພາບແຕ້ມໂດຍຈິດຕະກອນ ເວືອງຈິ່ງ ສ້າງຂຶ້ນເມື່ອປີ 1967) _ພາບ: ເອກະສານ
ກ່ອນເມື່ອຈາກໄປ, ປະທານໂຮ່ຈີມິນໄດ້ຝາກພິໄນກຳ ອັນລ້ຳຄ່າໄວ້ໃຫ້ກັບພັກ ແລະ ປະຊາຊົນທົ່ວປະເທດ ໂດຍມີຄຳແນະນຳກ່ຽວກັບບັນຫາສຳຄັນໃນປະຈຸບັນ ແລະໃນໄລຍະຍາວຫຼາຍບັນຫາສຳລັບພັກ, ລັດ ແລະ ປະຊາຊົນພວກເຮົາ; ໃນນັ້ນ, ບັນຫາກ່ຽວກັບພັກ ແລະການກໍ່ສ້າງພັກ ແມ່ນຄຳສັ່ງສອນທຳອິດໃນພິໄນກຳ ຂອງລຸງໂຮ່:
“ກ່ອນອື່ນໝົດ, ກ່ຽວກັບພັກ - ດ້ວຍຄວາມສາມັກຄີທີ່ແໜ້ນແຟ້ນ ແລະການຮັບໃຊ້ຊົນຊັ້ນກຳມະກອນ, ຮັບໃຊ້ປະຊາຊົນ ແລະ ຮັບໃຊ້ປະເທດຊາດຢ່າງສຸດອົກສຸດໃຈ, ນັບແຕ່ວັນສ້າງຕັ້ງຂຶ້ນມາ, ພັກຂອງພວກເຮົາໄດ້ສາມັກຄີ, ຈັດຕັ້ງ ແລະນຳພາປະຊາຊົນຕໍ່ສູ້ຢ່າງກ້າຫານ ຍາດໄດ້ໄຊຊະນະໜຶ່ງໄປສູ່ອີກໄຊຊະນະໜຶ່ງ.
ຄວາມສາມັກຄີແມ່ນມູນເຊື້ອອັນລ້ຳຄ່າຂອງພັກ ແລະປະຊາຊົນຂອງພວກເຮົາ. ບັນດາສະຫາຍຈາກຄະນະບໍລິຫານງານສູນກາງພັກຮອດໜ່ວຍພັກ ຕ້ອງຮັກສາຄວາມສາມັກຄີເປັນເອກະພາບຂອງພັກ ຄືກັນກັບຮັກສາແກ້ວຕາຂອງຕົນເອງ.
ພາຍໃນພັກ, ການປະຕິບັດປະຊາທິປະໄຕຢ່າງກ້ວາງຂວາງ ສະໝ່ຳສະເໝີ ແລະ ດຳເນີນການຕິຊົມຕົນເອງ ແລະຕິຊົມ ຢ່າງຈິງຈັງ ແມ່ນວິທີທີ່ດີທີ່ສຸດ ເພື່ອປັບປຸງແລະພັດທະນາຄວາມສາມັກຄີ ເປັນເອກະພາບຂອງພັກ. ຕ້ອງມີນ້ຳໃຈສະຫາຍ ຮັກແພງເຊິ່ງກັນແລະກັນ. ພັກຂອງເຮົາເປັນພັກກຳອຳນາດ. ສະມາຊິກພັກແລະພະນັກງານທຸກຄົນ ຕ້ອງມີຄຸນສົມບັດປະຕິວັດຢ່າງແທ້ຈິງ, ມີຄວາມຂະຫຍັນໝັ່ນພຽນ ປະຢັດ ຊື່ສັດ ທ່ຽງທຳ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ. ພວກເຮົາຕ້ອງຮັກສາພັກຂອງພວກເຮົາໃຫ້ສະອາດແທ້ຈິງ ແລະ ສົມຄວນເປັນຜູ້ນຳ, ຜູ້ຮັບໃຊ້ທີ່ສັດຊື່ຂອງປະຊາຊົນ”(1).
ຕະຫຼອດ 55 ປີຜ່ານມາ, ທົ່ວພັກໄດ້ມານະພະຍາຍາມສືບຕໍ່ປະຕິບັດບັນດາຄຳສັ່ງສອນຂອງລຸງໂຮ່ ກ່ຽວກັບການກໍ່ສ້າງພັກທີ່ສາມັກຄີ, ສະອາດ, ໝັ້ນຄົງເຂັ້ມແຂງ ແລະ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຜົນສຳເລັດອັນຍິ່ງໃຫຍ່ໃນ 55 ປີແຫ່ງການປະຕິບັດພິໄນກຳ ຂອງປະທານໂຮ່ຈິີມິນ
ກ່ຽວກັບການກໍ່ສ້າງພັກທີ່ສາມັກຄີ, ສະອາດ ແລະ ໝັ້ນຄົງເຂັ້ມແຂງ.
ການຍຶດໝັ້ນທາດແທ້ຊົນຊັ້ນກຳມະກອນຂອງພັກ, ຮັບໃຊ້ຊົນຊັ້ນກຳມະກອນ, ຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດຢ່າງສຸດໃຈ - ປັດໄຈທີ່ຮັບປະກັນຄວາມສາມັກຄີ ເປັນເອກະພາບພາຍໃນພັກ.
ປະຕິບັດຕາມຄຳແນະນຳຂອງທ່ານປະທານໂຮ່ຈີມິນທີ່ວ່າ: ພັກຕ້ອງ “ຮັບໃຊ້ຊົນຊັ້ນ, ຮັບໃຊ້ປະຊາຊົນ ແລະ ຮັບໃຊ້ປະເທດຊາດຢ່າງສຸດຈິດສຸດໃຈ”, ຕະຫຼອດ 55 ປີທີ່ຜ່ານມາ, ພັກກອມມູນິດຫວຽດນາມ ຍາມໃດກໍ່ສຸມໃສ່ຮັກສາທາດແທ້ຊົນຊັ້ນກຳມະກອນຂອງພັກ, ຮັບໃຊ້ຊົນຊັ້ນ, ຮັບໃຊ້ປະຊາຊົນ ແລະ ຮັບໃຊ້ປະເທດຊາດຢ່າງສຸດອົກສຸດໃຈ. ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ (ປີ 2006) ເປັນຂີດໝາຍການພັດທະນາທີ່ສຳຄັນ ໃນຄວາມຮັບຮູ້ກ່ຽວກັບທາດແທ້ຂອງພັກ ໂດຍສະແດງອອກໃນສຳນວນໃໝ່ກ່ຽວກັບພັກຄື: ພັກກອມມູນິດຫວຽດນາມ ແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ພ້ອມກັນນັ້ນກໍ່ແມ່ນກອງນຳໜ້າຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ; ເປັນຜູ້ຕາງໜ້າທີ່ສັດຊື່ຕໍ່ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງປະເທດຊາດ. ການສະແດງອອກດັ່ງກ່າວ ທັງເປັນການຢັ້ງຢືນເຖິງທາດແທ້ຊົນຊັ້ນກຳມະກອນຂອງພັກ ແລະ ສອດຄ່ອງກັບລັກສະນະສະເພາະຂອງພັກທີ່ປະທານ ໂຮ່ຈີມິນ ຊີ້ໃຫ້ເຫັນໃນກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ: “ໃນໄລຍະນີ້, ຜົນປະໂຫຍດຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດເປັນອັນໜຶ່ງອັນດຽວ, ເພາະວ່າ ພັກແຮງງານຫວຽດນາມ ແມ່ນພັກຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ, ຈຶງຕ້ອງແມ່ນພັກຂອງປະເທດຊາດ”(2).
ໃນເງື່ອນໄຂໃໝ່, ດ້ານໜຶ່ງ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຈົ່ງຮັກພັກດີຕໍ່ລັດທິສາກົນຂອງຊົນຊັ້ນກຳມະກອນ, ສະໜັບສະໜູນຂະບວນການກອມມູນິດ ແລະກຳມະກອນສາກົນ ຢ່າງຕັ້ງໜ້າ ຕາມຄວາມສາມາດຂອງຕົນ; ໃນອີກດ້ານໜຶ່ງ, ເພື່ອໃຫ້ສອດຄ່ອງກັບຈຸດພິເສດຂອງພັກກອມມູນິດທີ່ກຳອຳນາດ ແລະ ຄວາມເປັນຈິງທາງການເມືອງຂອງໂລກປະຈຸບັນ, ພັກວາງແຜນນະໂຍບາຍປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເປີດກວ້າງ ແລະ ກະຈາຍການພົວພັນສາກົນແບບຫຼາຍກ້ຳຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ຢ່າງສະໝ່ຳສະເໝີ; ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມືແລະ ຜົນປະໂຫຍດຮ່ວມກັນ.
ໃນ 55 ປີທີ່ຜ່ານມາ, ເມື່ອປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະຄວາມທ້າທາຍທີ່ສັບສົນຂອງສະຖານະການພາກພື້ນແລະໂລກ, ການປ່ຽນແປງທາງລົບຂອງຂະບວນການກອມມູນິດ ແລະກຳມະກອນສາກົນ ແລະ ການຕ້ານຢັນທຳລາຍຂອງກອງກຳລັງສັດຕູ, ພັກກອມມູນິດຫວຽດນາມ ໄດ້ຮັກສາທາດແທ້ປະຕິວັດຂອງຊົນຊັ້ນກຳມະກອນ, ຢຶດໝັ້ນ ແລະ ໝູນໃຊ້, ພັດທະນາ, ປົກປ້ອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ; ຢຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ; ຢຶດໝັ້ນແນວທາງການປ່ຽນແປງໃໝ່ຂອງພັກ; ກຽດສັກສີທາງການເມືອງຂອງພັກນັບມື້ນັບເພີ່ມຂຶ້ນ, ຄວາມສາມັກຄີພາຍໃນພັກໄດ້ຮັບການປັບປຸງໃຫ້ໝັ້ນຄົງ.
ວາງແນວທາງປະຕິວັດທີ່ຖືກຕ້ອງ, ນຳພາປະຊາຊົນບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງທີ່ມີຄວາມສຳຄັນທາງປະຫວັດສາດ, ເປີດໂອກາດອັນຍິ່ງໃຫຍ່ທີ່ຈະນຳຫວຽດນາມເຂົ້າສູ່ຍຸກໃໝ່ - ຍຸກແຫ່ງການຂະຫຍາຍຕົວຂອງຊາດ.
ປະທານໂຮ່ຈີມິນເຖິງແກ່ມໍລະນະກຳເມື່ອສົງຄາມຕໍ່ຕ້ານອາເມລິກາເພື່ອປົກປ້ອງປະເທດ ແລະທ້ອນໂຮມປະເທດຊາດເປັນເອກະພາບ ເຊິ່ງຢູ່ໃນສະພາບຫຍຸ້ງຍາກ ແລະ ດຸເດືອດ ຫຼັງຈາກການບຸກໂຈມຕີແລະການລຸກຮື້ຂຶ້ນໃນບຸນເຕັດປີວອກ 1968. ຢ່າງໃດກໍ່ຕາມ, ດ້ວຍເຈດຈຳນົງທາງການເມືອງທີ່ເຂັ້ມແຂງ, ຄະນະບໍລິຫານງານສູນກາງພັກ, ໂດຍກົງແມ່ນກົມການເມືອງສູນກາງ ນຳໂດຍສະຫາຍ ເລຢ໋ວນ, ໄດ້ຈົງຮັກພັກດີ ແລະ ເດັດດ່ຽວປະຕິບັດຄຳສອນຂອງປະທານໂຮ່ຈີມິນ, ກຳນົດແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍທີ່ຖືກຕ້ອງ, ຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ, ນຳສົງຄາມຕໍ່ຕ້ານອາເມລິກາໄປສູ່ໄຊຊະນະຢ່າງສົມບູນໃນປີ 1975 ແລະ ທ້ອນໂຮມປະເທດເປັນເອກະພາບ. ປີ 1986, ດ້ວຍຈິດໃຈປະຕິວັດ ແລະ ປະຕິບັດຕາມຄຳສອນຂອງລຸງໂຮ່: “ປະເທດເປັນເອກະລາດ ແຕ່ປະຊາຊົນບໍ່ມີຄວາມສຸກແລະເສລີພາບ, ເອກະລາດນັ້ນບໍ່ມີຄວາມໝາຍ”(3), ພັກກອມມູນິດຫວຽດນາມ ໄດ້ວາງແນວທາງການປ່ຽນແປງໃໝ່ທີ່ມີລັກສະນະປະຕິວັດ. ພາຍຫຼັງເກືອບ 40 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່, ປະເທດຊາດບັນລຸໄດ້ບັນດາຜົນງານອັນຍິ່ງໃຫຍ່ ແລະມີຄວາມໝາຍປະຫວັດສາດ. ປະເທດຫວຽດນາມ ບໍ່ເຄີຍມີໂຊກມີໄຊ, ມີຄວາມສາມາດບົ່ມຊ້ອນ, ຖານະຕຳແໜ່ງ ແລະ ກຽດສັກສີສາກົນຄືໃນປະຈຸບັນ ແລະ ພວມຢືນຢູ່ຕໍ່ໜ້າກາລະໂອກາດທີ່ດີເພື່ອກ້າວສູ່ຍຸກໃໝ່ - ຍຸກແຫ່ງການຂະຫຍາຍຕົວຂອງປະເທດ, ນຳປະຊາຊົນຫວຽດນາມ “ສູ່ເວທີແຫ່ງຄວາມສະຫງ່າລາສີ ເພື່ອຢືນຄຽງບ່າຄຽງໄຫຼ່ກັບບັນດາມະຫາອຳນາດທັ້ງ 5 ທະວີບ” ດັງທີ່ລຸງໂຮ່ປາດຖະໜາ ແລະ ຄາດຄະເນໄວ້.
ຮັກສາມູນເຊື້ອແຫ່ງຄວາມສາມັກຄີ.
ຈາລຶກຄຳຕັກເຕືອນໃນພິໄນກຳ ຂອງປະທານໂຮ່ຈີມິນ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປົກປັກຮັກສາຄວາມສາມັກຄີ ເປັນເອກະພາບຂອງພັກ “ຄືຮັກສາແກ້ວຕາຂອງຕົນເອງ”, ຢືນຢັນວ່າຄວາມສາມັກຄີເປັນເອກະພາບ ແມ່ນຫຼັກການ ແລະ ຊີວິດຂອງພັກ; ການແບ່ງແຍກ ແລະ ການແບ່ງພັກແບ່ງຝ່າຍພາຍໃນພັກ ຖືວ່າເປັນໜຶ່ງໃນໂທດກຳທີ່ຮ້າຍແຮງທີ່ສຸດຕໍ່ການປະຕິວັດ(4).
ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (ປີ 1976) ຢືນຢັນວ່າ: “ນັບແຕ່ສ້າງຕັ້ງຂຶ້ນມາ, ພັກຂອງພວກເຮົາໄດ້ຮັກສາຄວາມສາມັກຄີ ເປັນເອກະພາບໃນຖັນແຖວຂອງຕົນ”(5). ນັບແຕ່ປີ 1975 ເປັນຕົ້ນມາ, ເມື່ອປົກຄອງປະເທດພາຍໃຕ້ເງື່ອນໄຂສັນຕິພາບແລະການກໍ່ສ້າງປະເທດ, ຄວາມທ້າທາຍໃໝ່ໆ ເກີດຂຶ້ນໃນການຮັກສາຄວາມສາມັກຄີແລະຄວາມເປັນເອກະພາບພາຍໃນພັກ. ແຕ່, ດ້ວຍເຈດຈຳນົງອັນແຮງກ້າ, ພັກໄດ້ຜ່ານຜ່າສະພາບການດັ່ງກ່າວ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບຂອງພັກ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ເສີມຂະຫຍາຍບົດຮຽນປະສົບການໃນການກໍ່ສ້າງ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບຂອງພັກ ໃນສະພາບປະຫວັດສາດໃໝ່. ຍ້ອນການຮັກສາແລະເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບ ດັ່ງນັ້ນ ພັກຈຶ່ງມີກຳລັງແຮງອັນໃຫຍ່ຫຼວງ, ພ້ອມກັນນັ້ນກໍ່ໄດ້ສ້າງ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມກອ້ນມະຫາສາມັກຄີປວງຊົນທັງຊາດ, ລະດົມກຳລັງແຮງແຫ່ງຄວາມສາມັກຄີສາກົນ, ສ້າງກຳລັງແຮງສັງລວມຂຶ້ນ ເພື່ອນຳການປະຕິວັດຈາກໄຊຊະນະສູ່ໄຊຊະນະຕະຫຼອດ 55 ປີທີ່ຜ່ານມາ.
ພາຍໃນພັກ, ປະຕິບັດປະຊາທິປະໄຕຢ່າງກ້ວາງຂວາງ.
ເຫດຜົນສຳຄັນໜຶ່ງທີ່ຊ່ວຍໃຫ້ພັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີເປັນເອກະພາບພາຍໃນພັກ ໃນຊຸມປີມໍ່ໆມານີ້ແມ່ນ ຍ້ອນວ່າພັກໄດ້ປະຕິບັດລະບອບປະຊາທິປະໄຕດີຂຶ້ນເລື້ອຍໆ ຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ໃນພິໃນກຳ ຂອງເພິ່ນ. ຂໍ້ຕັດສີນຕົກລົງທີ່ສຳຄັນຂອງພັກໄດ້ຮັບການປຶກສາຫາລືຢ່າງກວ້າງຂວາງ ໂດຍຮັບຟັງຄວາມຄິດເຫັນຈາກອົງການຈັດຕັ້ງພັກ ແລະສະມາຊິກພັກ ຕັ້ງແຕ່ລະດັບຮາກຖານຂຶ້ນມາ. ການເຄື່ອນໄຫວຂອງຄະນະພັກ ແລະອົງການຈັດຕັ້ງພັກ ດຳເນີນໄປຢ່າງເປັນປະຊາທິປະໄຕ ແລະ ເປີດເຜີຍ. ການເລືອກຕັ້ງໃນພັກ, ໃນອົງການຈັດຕັ້ງການເມືອງ-ສັງຄົມ ແລະ ອົງການທີ່ໄດ້ຮັບການເລືອກຕັ້ງ ຕະຫຼອດຈົນຮູບແບບການນຳຂອງພັກ ໄດ້ມີຄວາມກ້າວໜ້າຫຼາຍຢ່າງ ແລະມຸ່ງສູ່ທິດທາງທີ່ເປັນປະຊາທິປະໄຕຫຼາຍກວ່າ.
ດຳເນີນການຕິຊົມຕົນເອງແລະຕິຊົມ ຢ່າງເຂັ້ມງວດ ແລະສະໝ່ຳສະເໝີ.
ຕາມພິໄນກຳ ຂອງປະທານໂຮ່ຈິມິນ, ຈຳເປັນຕ້ອງດຳເນີນການຕິຊົມຕົນເອງແລະຕິຊົມ ຢ່າງເຂັ້ມງວດ ແລະ ສະໝ່ຳສະເໝີ. ໃນຂະບວນການນຳພາການປະຕິວັດໃນ 55 ປີທີ່ຜ່ານມາ, ເມື່ອພົບຂໍ້ຜິດພາດ, ພັກໄດ້ຍອມຮັບຂໍ້ຜິດພາດຢ່າງເປີດເຜີຍ ແລະ ສະເໜີມາດຕະການແກ້ໄຂ. ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ ໄດ້ຕຳນິຕິຊົມຢ່າງເຂັ້ມງວດຕໍ່ ຄວາມຜິດພາດ, ຂໍ້ຂາດຕົກບົກຜ່ອງ, ແນວຄິດຄຳພີຕາຍຕົວ, ແນວຄິດຮັກສາເດີມ ແລະ ອັດຕະວິໄສ ໃນການນຳພາເສດຖະກິດ-ສັງຄົມ ແລະ ຂໍ້ບົກຜ່ອງໃນວຽກງານກໍ່ສ້າງພັກ; ຈາກນັ້ນ, ວາງແນວທາງການປ່ຽນແປງໃໝ່, ແກ້ໄຂຄວາມຜິດພາດ ແລະ ຂໍ້ຂາດຕົກບົກພ່ອງຢ່າງເດັດດ່ຽວ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ VI ເປັນຕົ້ນມາ, ພັກໄດ້ດຳເນີນການແກ້ໄຂປັບປຸງພັກຫຼາຍຄັ້ງ, ໃນນັ້ນການການຕິຊົມຕົນເອງແລະຕິຊົມແມ່ນໜ້າທີ່ ແລະວິທີແກ້ໄຂສຳຄັນອັນດັບໜຶ່ງ. ຄວາມກ້າວໜ້າໃນການປະຕິບັດການຕິຊົມຕົນເອງ ແລະ ຕິຊົມພາຍໃນພັກ ໄດ້ປະກອບສ່ວນສະກັດກັ້ນຄວາມເສື່ອມໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ ແລະ ປະກົດການຂອງ “ການຫັນປ່ຽນຕົນເອງ” ແລະ “ການປ່ຽນແປງຕົນເອງ” ໃນຖັນແຖວພະນັກງານ ແລະສະມາຊິກພັກ ຢ່າງມີປະສິດທິຜົນ, ໂດຍສະເພາະພະນັກງານການນຳ, ພະນັກງານຄຸ້ມຄອງ, ຫົວໜ້າສຳນັກງານ ອົງການ ແລະ ໜ່ວຍງານ; ກໍ່ສ້າງຖັນແຖວພະນັກງານທີ່ມີຄວາມກ້າຫານທາງການເມືອງ, ມີຄຸນສົມບັດສິນທຳທີ່ບໍລິສຸດ, ມີຄວາມຮັບຜິດຊອບ ແລະ ແຮງຈູງໃຈ.
ກໍ່ສ້າງແລະພັດທະນາການຈັດຕັ້ງຂອງພັກ, ຍົກສູງຄຸນນະພາບພະນັກງານ ແລະ ສະມາຊິກພັກ.
ຜ່ານ 55 ປີແຫ່ງການປະຕິບັດພິໄນກຳ ຂອງປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກ, ການຈັດຕັ້ງກົງຈັກຂອງພັກ ນັບມື້ນັບພັດທະນາ ໂດຍຜ່ານການປັບປຸງບູລະນະຫຼາຍຄັ້ງ, ຄ່ອຍໆເປັນຮູບຮ່າງຂຶ້ນ ແລະ ສືບຕໍ່ປ່ຽນແປງໃໝ່ ແລະ ຈັດຕັ້ງໃໝ່ໃຫ້ເໝາະສົມຍິ່ງຂຶ້ນ. ມາຮອດປະຈຸບັນ, ລະບົບການຈັດຕັ້ງຂອງພັກໄດ້ຮັບການສ້າງຕັ້ງແຕ່ສູນກາງໄປຮອດຂັ້ນຮາກຖານ, ໃນເກືອບທຸກອົງການແລະຂົງເຂດ, ຮັບປະກັນການປະຕິບັດແນວທາງຂອງພັກໃຫ້ປະສົບຜົນສຳເລັດ, ເພີ່ມທະວີບົດບາດນຳພາຂອງພັກ, ຂອງອົງການຈັດຕັ້ງພັກ ແລະ ສະມາຊິກພັກ. ຮອດວັນທີ 31 ທັນວາ 2023, ທົ່ວພັກມີອົງຄະນະພັກຮາກຖານ 54.320 ແຫ່ງ; ໄດ້ກໍ່ສ້າງ, ປັບປຸງ, ບູລະນະ, ຈັດຮູບແບບການຈັດຕັ້ງປະເພດຮາກຖານພັກ; ກໍ່ສ້າງ, ປັບປຸງບູລະນະ ແລະ ຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ແລະ ການພົວພັນໃນການເຮັດວຽກຂອງອົງການຈັດຕັ້ງພັກຮາກຖານ ແລະ ລະບຽບການເຮັດວຽກຂອງຄະນະພັກຮາກຖານ.
ຖັນແຖວພະນັກງານຂອງພັກ ພວມພັດທະນາ ແລະ ຍົກສູງຄຸນນະພາບຢ່າງບໍ່ຢຸດຢັ້ງ. ເວລາຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ ມີສະມາຊິກພັກ 1,5 ລ້ານຄົນ, ແຕ່ຮອດວັນທີ 31 ທັນວາ 2023, ຈຳນວນສະມາຊິກພັກຂອງທົ່ວພັກເພີ່ມຂຶ້ນເປັນ 5,47 ລ້ານຄົນ. ອັດຕາສ່ວນສະມາຊິກພັກຕໍ່ປະຊາກອນທົ່ວປະເທດແມ່ນ 5,4%. ໂຄງປະກອບສະມາຊິກພັກໄດ້ຮັບການປັບປຸງ ແລະ ຍົກສູງຄຸນນະພາບ. ສະມາຊິກພັກສ່ວນຫຼາຍມີຄວາມກ້າຫານທາງດ້ານການເມືອງ, ປະຕິບັດແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດຢ່າງເຂັ້ມງວດ; ບຳລຸງຄຸນສົມບັດປະຕິວັດ, ດຸໝັ່ນຂະຫຍັນຂັນເຄື່ອນ, ປະຢັດ, ຊື່ສັດທ່ຽງທຳຢ່າງແທ້ຈິງ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ, ຍົກສູງຄວາມຮັບຜິດຊອບຕໍ່ພັກ ແລະປະຊາຊົນ, ເປັນແບບຢ່າງໃນການເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ຮັກສາຄວາມສາມັກຄີພາຍໃນ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາການພົວພັນລະຫວ່າງອົງການພັກ ແລະ ປະຊາຊົນໃນພື້ນທີ່ທີ່ຢູ່ອາໃສ.
ຖັນແຖວພະນັກງານທຸກຂັ້ນໄດ້ຮັບການເຕີບໂຕ ແລະ ພັດທະນາໃນຫຼາຍດ້ານ, ຄຸນນະພາບຂອງພະນັກງານໄດ້ຮັບການຍົກສູງຂຶ້ນ. ໂຄງສ້າງພະນັກງານນັບມື້ນັບສົມເຫດສົມຜົນ; ມີຄວາມກ້າວໜ້າຫຼາຍຂຶ້ນໃນທຸກດ້ານ; ຈຳນວນພະນັກງານທີ່ໄດ້ຮັບການວາງແຜນໄວ້ແຕ່ຮາກຖານເຖິງຂັ້ນສູນກາງແມ່ນອຸດົມສົມບູນ, ໂດຍພື້ນຖານແມ່ນຮັບປະກັນການຫັນປ່ຽນລະຫວ່າງລຸ້ນຄົນ. ວຽກງານບຸກຄະລາກອນໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ມີການປ່ຽນແປງຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ໄດ້ສ້າງ, ເພີ່ມເຕີມ, ປັບປຸງແກ້ໄຂ ແລະ ອອກລະບຽບການ ກົນໄກໃໝ່ກ່ຽວກັບວຽກງານບຸກຄະລາກອນ. ເນື້ອໃນ, ຂະບວນການ, ວິທີການ ແລະ ວິທີເຮັດວຽກງານບຸກຄະລາກອນນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ ແລະ ມີການປ່ຽນແປງໃໝ່ຫຼາຍຢ່າງ, ມີປະຊາທິປະໄຕ, ພາວະວິໄສ, ເປີດເຜີຍ ແລະ ໂປ່ງໃສ, ຮັບປະກັນການນຳພາຂອງພັກເປັນເອກະພາບໃນວຽກງານບຸກຄະລາກອນ ແລະ ຄຸ້ມຄອງພະນັກງານ. ວຽກງານການວາງແຜນ, ການຝຶກອົບຮົມ, ການໝູນວຽນ ແລະການຈັດວາງພະນັກງານ ມີການປ່ຽນແປງໃນທາງບວກ. ໝາກຜົນຂອງການກໍ່ສ້າງຖັນແຖວພະນັກງານໄດ້ປະກອບສ່ວນເຂົ້າໃນການປະຕິບັດແນວທາງ, ແຜນນະໂຍບາຍຂອງພັກໃນໄລຍະ 55 ປີທີ່ຜ່ານມາ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກໃຫ້ປະສົບຜົນສໍາເລັດ.
ເອົາໃຈໃສ່ກໍ່ສ້າງພັກໃນດ້ານຄຸນນະພາບຄຸນທຳ, ສົມຄວນແກ່ການເປັນຜູ້ນຳ ແລະ ເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີຕໍ່ປະຊາຊົນຢ່າງແທ້ຈິງ.
ຕາມຄຳສັ່ງສອນຂອງປະທານໂຮ່ຈີມິນໃນພິໄນກຳ, ພັກຕ້ອງຮັກສາຄວາມບໍລິສຸດ, ສະມາຊິກພັກ ແລະພະນັກງານແຕ່ລະຄົນ ຕ້ອງມີຄຸນສົມບັດປະຕິວັດຢ່າງແທ້ຈິງ, ດຸໝັ່ນຂະຫຍັນຂັນເຄື່ອນ, ປະຢັດ, ຊື່ສັດທ່ຽງທຳ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ. ພັກນັບມື້ນັບໃຫ້ຄວາມສຳຄັນກັບການກໍ່ສ້າງພັກໃນດ້ານຄຸນສົມບັດສິນທຳ. ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ (ປີ 2016) ໄດ້ກຳນົດໃຫ້ການກໍ່ສ້າງພັກດ້ານຄຸນສົມບັດສິນທຳເປັນເນື້ອໃນພື້ນຖານຂອງວຽກງານກໍ່ສ້າງພັກ, ພ້ອມກັບການກໍ່ສ້າງພັກດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ພະນັກງານ. ການຝຶກອົບຮົມຄຸນນະພາບ ຄຸນສົມບັດປະຕິວັດໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບການເອົາໃຈໃສ່ເປັນປະຈຳ, ມີການປ່ຽນແປງຢ່າງຕັ້ງໜ້າ ແລະ ເປັນລະບຽບແບບແຜນ. ພັກໄດ້ອອກລະບຽບການກ່ຽວກັບມາດຖານຈັນຍາບັນຂອງພະນັກງານ, ສະມາຊິກພັກໃນໄລຍະໃໝ່. ຄະນະພັກທຸກຂັ້ນເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນກັບການກໍ່ສ້າງ ແລະ ພັດທະນາຈິດໃຈເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ ໃນການປະຕິບັດຄວາມຮັບຜິດຊອບ ແລະໜ້າທີ່ທີ່ໄດ້ຮັບມອບໝາຍ, ບຳລຸງສ້າງຄຸນສົມບັດສິນທຳປະຕິວັດ, ຈັນຍາບັນດ້ານວິຊາຊີບ, ຈັນຍາບັນໃນວຽກງານປະຈໍາວັນ, ຕິດພັນກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນໂຮ່ຈີມິນ; ພ້ອມກັນນັ້ນ ຍັງໄດ້ສົ່ງເສີມການຍ້ອງຍໍຕົວຢ່າງທີ່ເປັນແບບຢ່າງ, ຕົວຢ່າງທີ່ໂດດເດັ່ນ ແລະ ສະມາຊິກພັກທີ່ປະຕິບັດໜ້າທີ່ຂອງຕົນໄດ້ຢ່າງດີເດັ່ນ, ຕໍ່ສູ້ຕ້ານປະກົດການທີ່ຜິດປົກກະຕິຢ່າງເດັດຂາດ, ຈັດການຢ່າງເຂັ້ມງວດ, “ບໍ່ມີເຂດຕ້ອງຫ້າມ” ສຳລັບສະມາຊິກພັກທີ່ລະເມີດຈັນຍາບັນ ແລະວິຖີການດຳເນີນຊີວິດ.
ເພີ່ມທະວີການກວດກາ, ຕິດຕາມກວດກາ, ຍູ້ແຮງການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ”, ຮັກສາຄວາມສະອາດຂອງພັກຢ່າງແທ້ຈິງ.
ປະທານໂຮ່ຈີມິນສອນວ່າ: “ຖ້າຈັດຕັ້ງການກວດກາໄດ້ເປັນຢ່າງດີ, ວຽກງານຂອງພວກເຮົາຈະດີຂຶ້ນເປັນສິບເທົ່າ ຫຼືຮ້ອຍເທົ່າແນ່ນອນ”(6), ແລະ “ຕ້ອງເພີ່ມທະວີວຽກງານກວດກາຊຸກຍູ້ ແລະ ເຊີດຊູວິໄນຂອງພັກ ແລະ ລັດ”(7). ເພື່ອຮັກສາຄວາມສະອາດຢ່າງແທ້ຈິງຂອງພັກ, ພັກໄດ້ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນ, ຍູ້ແຮງການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ”. ໃນໄລຍະ 55 ປີຜ່ານມາ, ວຽກງານກວດກາ, ຕິດຕາມກວດກາ ແລະວິໄນຂອງພັກ ໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ VIII (ປີ 1996), ພັກໄດ້ຫັນປ່ຽນຈຸດໜັກຂອງວຽກງານກວດກາ ໄປສູ່ການກວດກາສະມາຊິກພັກ ແລະ ອົງການຈັດຕັ້ງພັກ ເມື່ອມີປະກົດການຂອງການລະເມີດ ເພື່ອຍົກສູງປະສິດທິຜົນວຽກງານກວດກາ. ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ (ປີ 2006) ໄດ້ເພີ່ມວຽກງານຕິດຕາມກວດກາ ສົມທົບກັບວຽກງານກວດກາ. ພັກຍູ້ແຮງການເພີ່ມທະວີສິດອຳນາດຂອງອົງການກວດກາຂອງພັກ; ປ່ຽນແປງໃໝ່ລະບຽບວິໄນຂອງພັກໃຫ້ເໝາະສົມກັບຄວາມຕ້ອງການຂອງການກໍ່ສ້າງແລະປັບປຸງພັກ, ການຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ໃນເງື່ອນໄຂໃໝ່.
ໃນພຶດຕິກຳຕົວຈິງ, ວຽກງານກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ ໄດ້ຮັບການເພີ່ມທະວີ, ມີການປ່ຽນແປງໃໝ່ຫຼາຍຢ່າງ, ບັນລຸໄດ້ໝາກຜົນສຳຄັນ; ຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນ ໄດ້ຮັບການປັບປຸງຍົກສູງ. ລະບົບເອກະສານກ່ຽວກັບວຽກງານກວດກາ ແລະຕິດຕາມກວດກາ ໄດ້ຮັບການກໍ່ສ້າງຢ່າງຄົບຊຸດ, ແໜ້ນແຟ້ນ, ມີວິທະຍາສາດ ແລະ ແທດຈິງ. ກິດຈະກຳກວດກາ, ຕິດຕາມກວດກາຂອງຄະນະພັກ ແລະ ຄະນະກຳມະການກວດກາທຸກຂັ້ນ ໄດ້ຮັບການຊຸກຍູ້ ແລະ ບັນລຸໄດ້ໝາກຜົນຢ່າງຮອບດ້ານ, ໂດຍສະເພາະຢູ່ຂັ້ນສູນກາງ. ວຽກງານກວດກາໄດ້ຮັບການຊຸກຍູ້ແລະລົງເລິກ, ສ້າງບາດກ້າວບຸກທະລຸໃໝ່ ໃນການກວດຈັບ ແລະ ຈັດການແກ້ໄຂການສໍ້ລາດບັງຫຼວງ. ຍູ້ແຮງການຈັດການອົງການພັກແລະສະມາຊິກພັກທີ່ລະເມີດຢ່າງເຄັ່ງຄັດ; ໃນໄລຍະ 2012-2022, ໄດ້ປະຕິບັດວິໄນຕໍ່ເຈົ້າໜ້າທີ່ໃນສັງກັດສູນກາງ 170 ຄົນ, ໃນນັ້ນ ມີກຳມະການກົມການເມືອງ ແລະອະດີດກຳມະການກົມການເມືອງ 4 ຄົນ; ກຳມະການສູນກາງພັກ ແລະອະດີດກຳມະການສູນກາງພັກ 29 ຄົນ; ນາຍທະຫານຍົດນາຍພົນໃນກຳລັງປະກອບອາວຸດ 50 ຄົນ(8). ນັບແຕ່ຕົ້ນປີ 2024 ມາຮອດປັດຈຸບັນ, ອົງການທີ່ມີອຳນາດໜ້າທີ່ໄດ້ພິຈາລະນາປົດອອກຈາກຕໍາແໜ່ງ, ອະນຸຍາດໃຫ້ລາອອກຈາກຕຳແໜ່ງ ຫຼື ມອບໝາຍງານໃໝ່ໃຫ້ແກ່ພະນັກງານສັງກັດສູນກາງ 14 ຄົນ ແລະ ພະນັກງານພາຍໃຕ້ການຄຸ້ມຄອງຂອງຄະນະພັກທ້ອງຖິ່ນ 172 ຄົນ ເຊິ່ງກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຫົວໜ້າ ຫຼື ກ່ຽວຂ້ອງກັບຄະດີອາດຊະຍາກຳ, ຄະດີສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້; ໃນນັ້ນມີກຳມະການກົມການເມືອງ 5 ຄົນ, ກຳມະການຄະນະເລຂາທິການສູນກາງ 1 ຄົນ ແລະ ກຳມະການສູນກາງພັກ 4 ຄົນ(9). ນັບແຕ່ຕົ້ນວາລະກອງປະຊຸມໃຫຍ່ຄັ້ງທີ XIII ເປັນຕົ້ນມາ, ວຽກງານກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນ ໄດ້ຮັບການຍູ້ແຮງ, ກາຍເປັນບາດກ້າວບຸກທະລຸໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້. ຜ່ານການກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນ, ລະບຽບວິໄນພາຍໃນພັກມີຄວາມເຂັ້ມງວດກວ່າອີກ ແລະ ມີຜົນໃນການຕັກເຕືອນ, ແຈ້ງເຕືອນ, ສະກັດກັ້ນ ແລະປ້ອງກັນການລະເມີດຂອງອົງການພັກ ແລະ ພະນັກງານ, ສະມາຊິກພັກ.
ຊຸກຍູ້ການປ່ຽນແປງໃໝ່ແບບວິທີການນຳພາ ແລະກຳອຳນາດ ເພື່ອຮັກສາ ແລະ ເສີມຂະຫຍາຍບົດບາດຂອງພັກຜູ້ກຳອຳນາດ.
ຈາກຄຳຕັກເຕືອນຂອງປະທານໂຮ່ຈີມິນ ໃນພິໄນກຳ ວ່າ: “ພັກຂອງພວກເຮົາເປັນພັກກຳອຳນາດ”, ພັກໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປະຕິບັດບົດບາດເປັນພັກກຳອຳນາດ; ພິເສດແມ່ນ ເອົາໃຈໃສ່ເປັນພິເສດເຖິງການປ່ຽນແປງໃໝ່ແບບວິທີການນຳພາ ແລະການກຳອຳນາດຂອງພັກ. ຈາກຄວາມຮັບຮູ້ງ່າຍໆກ່ຽວກັບແບບວິທີການນຳພາ, ໃນໄລຍະ 55 ປີທີ່ຜ່ານມາ, ຄວາມຮັບຮູ້ຂອງພັກກ່ຽວກັບແບບວິທີການນຳພາຂອງພັກໃນສະພາບການປົກຄອງໄດ້ມີບາດກ້າວພັດທະນາທີ່ສຳຄັນ. ປີ 1989, ກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ VI ໄດ້ຂະຫຍາຍແນວຄິດ “ວິທີການນຳພາ” ແລະ “ແບບແຜນການເຮັດວຽກ” ເປັນແນວຄວາມຄິດ “ແບບວິທີການນຳພາ”. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ປີ 1991) ແລະ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບປັບປຸງ, ພັດທະນາປີ 2011) ໄດ້ກຳນົດແບບວິທີການນຳພາຂອງພັກຢ່າງຊັດເຈນ. ເພື່ອຮັກສາ ແລະ ເສີມຂະຫຍາຍບົດບາດຂອງພັກກຳອຳນາດໃນເງື່ອນໄຂໃໝ່, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ (ປີ 2016) ໄດ້ເນັ້ນໜັກວ່າ: ຕ້ອງ “... ຄົ້ນຄວ້າທິດສະດີກ່ຽວກັບພັກກຳອຳນາດ, ກຳນົດຢ່າງຈະແຈ້ງຈຸດປະສົງຂອງການກຳອຳນາດ, ແບບວິທີການກຳອຳນາດ, ເນື້ອໃນຂອງການກຳອຳນາດ, ເງື່ອນໄຂກຳອຳນາດ; ບັນຫາເສີມຂະຫຍາຍປະຊາທິປະໄຕໃນເງື່ອນໄຂພັກການເມືອງດຽວທີ່ກຳອຳນາດ; ຄວາມສ່ຽງທີ່ພັກກຳອຳນາດຕ້ອງລະວັງ”(10). ນີ້ແມ່ນຄັ້ງທຳອິດທີ່ບັນຫາພັກກຳອຳນາດ, ແບບວິທີການອຳນາດ, ເນື້ອໃນອຳນາດໄດ້ຍົກອອກມາຢ່າງເປັນທາງການໂດຍພັກ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ສືບຕໍ່ກຳນົດໜ້າທີ່ຕໍ່ໄປນີ້: “ສືບຕໍ່ສະຫຼຸບສັງລວມພຶດຕິກຳ, ຄົ້ນຄວ້າທິດສະດີກ່ຽວກັບການປ່ຽນແປງໃໝ່ເນື້ອໃນ, ແບບວິທີການນຳພາ ແລະກຳອຳນາດຂອງພັກ ໃນເງື່ອນໄຂໃໝ່”(11) ແລະ ກຳນົດໜ້າທີ່ສຳຄັນອັນດັບໜຶ່ງຂອງກອງປະຊຸມໃຫຍ່ຄັ້ງທີ XIII ຄື: “ປ່ຽນແປງໃໝ່ແບບວິທີການນຳພາ ແລະ ກຳອຳນາດຂອງພັກ”(12). ນີ້ແມ່ນບາດກ້າວສຳຄັນໃນການພັດທະນາຄວາມຮັບຮູ້ດ້ານທິດສະດີຂອງພັກກ່ຽວກັບພັກກຳອຳນາດ.
ບົນພື້ນຖານການພັດທະນາຄວາມຮັບຮູ້, ຜ່ານຂະບວນການປ່ຽນແປງໃໝ່ແບບວິທີການນຳພາ ແລະກຳອຳນາດ, ພັກໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນການປ່ຽນແປງໃໝ່ແບບວິທີການນຳພາ ແລະ ກຳອຳນາດ. ການປະກາດໃຊ້ ແລະ ປະຕິບັດມະຕິຂອງພັກໄດ້ຮັບການປ່ຽນແປງໃໝ່ເທື່ອລະກ້າວ ຕາມທິດປະຊາທິປະໄຕ ແລະ ວິທະຍາສາດກວ່າ. ຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງຄະນະພັກ ແລະ ອົງການຈັດຕັ້ງພັກ, ຄວາມບຸກເບີກ ແລະ ການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ຂອງຜູ້ເປັນຫົວໜ້າ ໃນການໂຄສະນາເຜີຍແຜ່, ຂົນຂວາຍ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍ ແນວທາງຂອງພັກ ໄດ້ຮັບການປັບປຸງຍົກສູງ. ການຈັດຕັ້ງກົນໄກຈັດຕັ້ງ, ຍູ້ແຮງການແບ່ງຂັ້ນ ການກະຈາຍອຳນາດ, ສົ່ງເສີມຄວາມເປັນເຈົ້າການ ແລະ ປະດິດສ້າງຂອງຄະນະພັກ, ອົງການຈັດຕັ້ງພັກໄດ້ຮັບການເພີ່ມທະວີ, ຄ່ອຍໆແກ້ໄຂຜ່ານຜ່າສະພາບການຮວມສິດ ເຮັດຕາງ ຫຼືປ່ອຍປະລະເຫຼີງບົດບາດນຳພາຂອງພັກ. ຄຸນນະພາບຂອງຖັນແຖວພະນັກງານໄດ້ຮັບການປັບປຸງຍົກສູງ, ການແບ່ງງານ, ແຕ່ງຕັ້ງ, ແນະນໍາພະນັກງານຂອງພັກເຂົ້າສູ່ຕໍາແໜ່ງຜູ້ນໍາ, ຜູ້ບໍລິຫານໃນລະບົບການເມືອງ ນັບມື້ນັບເຂັ້ມງວດ. ວຽກງານກວດກາ ຕິດຕາມກວດກາໄດ້ຮັບການເພີ່ມທະວີ, ປະກອບສ່ວນຮັດແໜ້ນລະບຽບວິໄນຂອງພັກ. ການປະຕິຮູບດ້ານບໍລິຫານ ແລະ ການປ່ຽນແປງໃໝ່ແບບແຜນວິທີເຮັດວຽກຂອງພັກ ໄດ້ຮັບຄວາມເອົາໃຈໃສ່.
ບົດຮຽນທີ່ຖອດຖອນໄດ້.
ທີໜຶ່ງ, ວຽກງານກໍ່ສ້າງແລະປັບປຸງພັກຕ້ອງອີງໃສ່ຄວາມຕັ້ງໝັ້ນ ແລະ ການໝູນໃຊ້, ພັດທະນາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ; ຍຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ; ຍຶດໝັ້ນແນວທາງການປ່ຽນແປງໃໝ່ຂອງພັກ; ຍຶດໝັ້ນຫຼັກການກໍ່ສ້າງພັກ; ປະຕິບັດຢ່າງເດັດດ່ຽວ, ຮອບດ້ານ, ສອດຄ່ອງ, ສະໝ່ຳສະເໝີ ແລະ ມີປະສິດທິຜົນ ທັງດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະ ພະນັກງານ.
ທີສອງ, ໃນການກໍ່ສ້າງແລະປັບປຸງພັກ, ພວກເຮົາຕ້ອງກຳແໜ້ນທັດສະນະທີ່ວ່າ “ປະຊາຊົນແມ່ນຮາກຖານ”; ເຊື່ອໝັ້ນ ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ, ຕັ້ງໝັ້ນປະຕິບັດຄຳຂວັນ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”. ເພີ່ມທະວີການພົວພັນທີ່ສະໜິດສະໜົມລະຫວ່າງພັກ ແລະປະຊາຊົນຢ່າງເປັນປະຈຳ, ເສີມຂະຫຍາຍບົດບາດຂອງປະຊາຊົນ ແລະ ເພິ່ງພາປະຊາຊົນຢ່າງແທ້ຈິງ ເພື່ອສ້າງພັກ ແລະລະບອບການເມືອງໃຫ້ສະອາດ ແລະໝັ້ນຄົງເຂັ້ມແຂງ.
ທີສາມ, ຕ້ອງເຂົ້າໃຈຢ່າງເລິກເຊິ່ງເຖິງທັດສະນະທີ່ວ່າ ວຽກງານພະນັກງານແມ່ນວຽກງານ “ກະແຈ” ຂອງການກໍ່ສ້າງ ແລະ ປັບປຸງພັກ, ຕິດພັນກັບຄວາມຢູ່ລອດຂອງພັກ ແລະ ຊະຕາກຳຂອງລະບອບ. ດັ່ງນັ້ນ, ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດເຖິງການສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນພະນັກງານລະດັບຍຸດທະສາດ ແລະ ການນຳທີ່ມີຄຸນທຳ, ມີຄວາມສາມາດ, ກຽດຊື່ສຽງໃນພັກແລະປະຊາຊົນ.
ທີສີ່, ການກໍ່ສ້າງແລະປັບປຸງພັກຕ້ອງເຊື່ອມໂຍງເຂົ້າກັບການນຳພາໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ແລ ເປັນເຈົ້າການ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ຮອບດ້ານ.
ທີຫ້າ, ໃນການນຳພາ ຊີ້ນຳ ແລະ ການຈັດຕັ້ງປະຕິບັດ, ພວກເຮົາຕ້ອງກຳແໜ້ນແລະ ປະຕິບັດໂຄງການການເມືອງ, ກົດລະບຽບຂອງພັກ, ລະບຽບການ, ແຜນງານ ແລະ ແຜນນະໂຍບາຍ ແນວທາງຂອງພັກ; ນະໂຍບາຍແລະກົດໝາຍຂອງລັດ ຢ່າງເຂັ້ມງວດ. ປະຕິບັດຫຼັກການການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເປັນຢ່າງດີ. ສໍາລັບວຽກງານໃໝ່, ຫຍຸ້ງຍາກ ແລະ ສັບສົນ ໃຫ້ດໍາເນີນໂຄງການທົດລອງ, ທັງເຮັດ ທັງຖອດຖອນບົດຮຽນປະສົບການ, ຊອກຫາວິທີທີ່ເໝາະສົມ ແລະມີປະສິດທິຜົນທີ່ສຸດ ໃນການເຜີຍແຜ່ ແລະຂະຫຍາຍຮູບແບບທີ່ດີ ແລະສົມເຫດສົມຜົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຢ່າງໄວວາແລະຍືນຍົງ ໃນສະພາບການໃໝ່.
-------------------------------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 15, ໜ້າ 621-622.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 41
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 64
(4), (5) ເບິ່ງ: ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2004, ເຫຼັ້ມ 37, ໜ້າ 603
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 638
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 14, ໜ້າ 696
(8) ເບິ່ງ: ຫງວຽນ ຝູ ຈ້ອງ: “ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້: ເບິ່ງຄືນໃນສິບປີທີ່ຜ່ານມາ; ກຳນົດທິດທາງ ແລະໜ້າທີ່ສຳລັບໄລຍະຈະມາເຖິງ”, ວາລະສານກອມມູນິິດ, ສະບັບທີ 993 (ກໍລະກົດ 2022) ໜ້າ 13.
(9) ເບິ່ງ: ຮວາ ຫ່ຽນ: “ປະຕິບັດວິໄນພະນັກງານພາຍໃຕ້ການຄຸ້ມຄອງຂອງສູນກາງ 47 ຄົນ” https://dangcongsan.vn/xaydung-dang/da-thi-hanh-ky-luat-47-can-bo-dien-trunguong-quan-ly-675034.html
(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 217
(11), (12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 199, 200.