ການ​ປະກອບສ່ວນ​ຂອງ​ແມ່ຍິງຫວຽດນາມ
ໃນ​ໄລຍະ​ເກືອບ
40 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ

ໂດຍ ໂຕນ ງ້ອກ ແຮ້ງ
ກຳມະການສຳຮອງສູນກາງພັກ, ຮອງປະທານສະຫະພັນແມ່ຍິງຫວຽດນາມ
14:06, 20-01-2025

ວກ. - ໃນ​ໄລຍະ​ເກືອບ 40 ປີ​ແຫ່ງ​ການ​ປ່ຽນແປງໃໝ່​ປະ​ເທດ​ຊາດ, ​ແມ່ຍິງຫວຽດນາມ​ໄດ້​ເຊີດ​ຊູ​ມູນເຊື້ອ​ອັນ​ດີງາມ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ການ​ເມືອງ, ວັດທະນະທຳ ແລະ ສັງຄົມ​ ຂອງ​ປະ​ເທດ​ຊາດ, ຈາກນັ້ນ ຢືນຢັນ​ບົດບາດ ​ແລະທີ່​ຕັ້ງ​ສຳຄັນ​ຂອງ​ຕົນ​ ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການ​ປະກອບສ່ວນ​ອັນຍິ່ງ​ໃຫຍ່ແລະໝັ້ນຄົງ​ຂອງ​ແມ່ຍິງຫຼາຍລຸ້ນ ໄດ້ເຮັດໃຫ້ມູນເຊື້ອອັນ​ດີງາມ​ຂອງ​ແມ່​ຍິງຫວຽດນາມຍິ່ງສວຍງາມຂຶ້ນ ​ແລະ ສືບ​ຕໍ່​ຢືນຢັນ​ຄຳຍ້ອງຍໍຂອງລຸງໂຮ່ທີ່ຮັກແພງວ່າ: ພູ​ຜາແລະ​ແມ່​ນ້ຳອັນສວຍງາມ​ຂອງ​ຫວຽດນາມນັ້ນ ​ໄດ້​ຮັບ​ການທໍແລະຖັກ​ແສ່ວ​ໂດຍ​ແມ່​ຍິງ​ຂອງ​​ເຮົາ ທັງເດັກນ້ອຍແລະຜູ້ໃຫຍ່ ເພື່ອ​ໃຫ້​ສວຍ​​ງາມແລະມີຊີວິດຊີວາຫຼາຍ​ຂຶ້ນ(1).

ແມ່​ຍິງ​ຫວຽດ​ນາມຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ ແລະ ປະ​ກອບ​ສ່ວນ​ຢ່າງ​ຮອບ​ດ້ານ
​ເຂົ້າ​ໃນ​ການ​ສ້າງສາ ແລະ ພັດ​ທະ​ນາ​ປະ​ເທດ

ແມ່ຍິງຫວຽດນາມກວມ​ເອົາ​ກວ່າ 50% ຂອງປະຊາກອນ ​ແລະ 46,8% ​ຂອງ​ກຳລັງ​ແຮງ​ງານ​ສັງຄົມ ແລະ ເປັນເຈົ້າການໃນການເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ເສດຖະກິດ ​ແລະສັງຄົມ, ​ໃນ​ທຸກ​ພາກ​ພື້ນ​ຂອງ​ປະ​ເທດ​. ແມ່ຍິງ​ທຸກ​ຊັ້ນ​ວັນນະ​ໄດ້​ເສີມຂະຫຍາຍມູນເຊື້ອ​ສາມັກຄີ ແລະ ປະດິດສ້າງ​ໃນ​ການ​ຮ່ຳຮຽນ, ​ອອກແຮງງານ ແລະເຮັດ​ວຽກ; ບັນລຸ​ໄດ້​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ຄວາມ​ໝັ້ນຄົງ, ການປ້ອງ​ກັນປະເທ​ດ, ການ​ຕ່າງປະ​ເທດ...

ໃນ​ດ້ານ​ການ​ເມືອງ, ​ແມ່ຍິງ​ນັບ​ມື້​ນັບ​ຕັ້ງໜ້າ ​ແລະເປັນເຈົ້າການ ​ໃນ​ການ​ປະຕິບັດ​ສິດທິພົນລະເມືອງ ​ແລະພັນທະຕໍ່​ປະ​ເທດ; ຖັນແຖວພະນັກງານນໍາພາແລະຄຸ້ມຄອງຍິງ ໄດ້ຮັບການເພີ່ມທະວີ ແລະປັບປຸງຍົກສູງຄຸນນະພາບ. ອັດຕາ​ສ່ວນ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ເພດ​ຍິງ​ໄດ້​ເພີ່ມ​ຂຶ້ນ​ຈາກ 18% (​ໄລຍະປີ 1986-1991) ຂຶ້ນ​ເປັນ 30,26% (ໄລຍະປີ 2021-2025), ລື່ນ​ກາຍ​ຄາດໝາຍ​ທີ່​ວາງ​ໄວ້ ​ແລະ ສູງ​ກວ່າຄ່າ​ສະ​ເລ່ຍຂອງ​ໂລກ. ຢູ່​ຂັ້ນ​ທ້ອງ​ຖິ່ນ, ອັດຕາ​ສ່ວນ​ຜູ້​ແທນ​ສະພາ​ປະຊາຊົນ​ເພດ​ຍິງ​ຢູ່​ຂັ້ນ​ແຂວງ​ແມ່ນ 29%, ຂັ້ນ​ເມືອງ​ແມ່ນ 29,2% ​ແລະ ຂັ້ນຕາແສງແມ່ນ​ 28,98%. ອັດຕາ​ສ່ວນຜູ້ນຳຍິງ​ທີ່​ສຳຄັນ​ ໃນ​ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ ກໍ່​ເພີ່ມ​ຂຶ້ນ: ຈາກ 32,14% ​ເປັນ 37,7% ຢູ່​ຂັ້ນ​ແຂວງ ​ແລະ ຈາກ 21,95% ​ເປັນ 24,94% ຢູ່​ຂັ້ນຕາແສງ ​ເມື່ອ​ທຽບ​ກັບ​ໄລຍະ​ກ່ອນ. ພິ​ເສດ, ອັດຕາ​ສ່ວນ​ແມ່ຍິງ​ດຳລົງ​ຕຳ​ແໜ່​ງການ​ນຳ​ທີ່​ສຳຄັນ​ຢູ່​ບັນດາ​ກະຊວງ, ຂະແໜງການ ​ແລະ ອົງການ​ພາຍໃຕ້ລັດຖະບານ​​ ບັນລຸ 46,67% ​ໃນ​ປີ 2023. ຕາມລາຍງານຂອງເວທີປາໄສເສດຖະກິດໂລກ, ຫວຽດນາມຢູ່ອັນດັບທີ 96 ຈາກທັງໝົດ 146 ປະເທດທົ່ວໂລກທີ່ເຂົ້າຮ່ວມການຈັດອັນດັບຄວາມສະເໝີພາບທາງເພດໃນທາງການເມືອງ. 

ແມ່​ຍິງ​ຫວຽດ​ນາມໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ຫຼາຍ​ຢ່າງ ​ໃນ​ການ​ກໍ່​ສ້າງ​ພັກ ແລະ ສ້າງ​ລະ​ບົບ​ການ​ເມືອງ. ​ແມ່ຍິງ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້ແທນທົ່ວປະເທດ​ຂອງ​ພັກ, ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ດ້ານ​ນະ​ໂຍບາຍ, ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ. ການ​ເຂົ້າ​ຮ່ວມ​ນີ້​ບໍ່​ພຽງ​ແຕ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແມ່ຍິງ​ ໃນ​ລະບົບ​ການ​ເມືອງ​ເທົ່າ​ນັ້ນ, ແຕ່​ຍັງໄດ້​ປະກອບສ່ວນ​ສ້າງ ​ແລະປັບປຸງ​ກົດໝາຍ​ແລະນະ​ໂຍບາຍໃຫ້ສົມບູນແບບ, ພິ​ເສດ​ແມ່ນ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ແມ່ຍິງ ​ແລະ ​ເດັກນ້ອຍ. ແມ່ຍິງກໍ່ເປັນເຈົ້າການໃນການສະເໜີ ແລະປະຕິບັດນະໂຍບາຍສຳຄັນ ເຊັ່ນ: ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການດູແລສຸຂະພາບ ແລະ ການສຶກສາຢູ່ເຂດຫ່າງໄກສອກຫຼີກ; ພ້ອມ​ກັນ​ນັ້ນ, ຊຸກຍູ້​ໂຄງການລິ​ເລີ່​ມທຸລະກິດ​ແລະປະດິດສ້າງ, ຢືນຢັນ​ບົດບາດ​ສຳຄັນ​ໃນ​ການ​ວາງ​ແຜນ ​ແລະປະຕິບັດ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ ​ແລະ ຂອງ​ປະ​ເທດ.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ເຂົ້າຮ່ວມກອງປະຊຸມອອນໄລຂອງນາຍົກລັດຖະມົນຕີສົນທະນາກັບແມ່ຍິງຫວຽດນາມ ໂດຍມີຫົວຂໍ້ວ່າ: “ຊຸກຍູ້ຄວາມສະເໝີພາບທາງເພດແລະ ເສີມຂະຫຍາຍບົດບາດຂອງແມ່ຍິງ ໃນການພັດທະນາເສດຖະກິດ-ສັງຄົມ” _ພາບ: TTXVN

ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ຫວຽດ​ນາມແມ່ນໜຶ່ງໃນບໍ່ຫຼາຍປະເທດ​ທີ່​ມີ​ອັດ​ຕາ​ແມ່​ຍິງ​ເຂົ້າ​ຮ່ວມໃນ​ກຳ​ລັງ​ແຮງ​ງານ​ສູງ​ທີ່​ສຸດ​ໃນ​ໂລກ, ກວມ​ເອົາ​ກວ່າ 46,7% ຂອງ​ກຳ​ລັງ​ແຮງ​ງານທັງໝົດທີ່​ມີ​ອາ​ຍຸ 15 ປີ​ຂຶ້ນ​ໄປ​ໃນ​ປະ​ເທດ. ​ໃນ​ຫຼາຍ​ຂະ​ແໜງ​ການ​ເຊັ່ນ: ກະສິກຳ, ອຸດສາຫະກຳ ​ແລະ ການ​ບໍລິການ, ອັດຕາ​ສ່ວນ​ນັ້ນຍັງ​ສູງ​ກວ່າ.

ໃນເກືອບ 40 ປີທີ່ຜ່ານມາ, ແຮງງານເພດຍິງໄດ້ປະກົດຕົວໃນຫຼາຍຂົງເຂດ, ນັບແຕ່ກະສິກຳ, ອຸດສາຫະກຳ ເຖິງການບໍລິການ ແລະ ພວມຂະຫຍາຍໄປສູ່ຂົງເຂດໃໝ່ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການເງິນ. ພວກເຂົາໄດ້​ເຂົ້າ​ຮ່ວມຢ່າງຕັ້ງໜ້າ ໃນການພັດທະນາ​ເສດຖະກິດ​ແຫ່ງ​ຊາດ, ​ໂດຍ​ສະ​ເພາະ ໃນ​ໄລຍະ​ການເຊື່ອມ​ໂຍງ ​ແລະການພັດທະນາ. ໃນນັ້ນ, ຕົວ​ຢ່າງ​ສະ​ເພາະ​ແມ່ນ​ການ​ປະກອບສ່ວນ​ສຳຄັນ​ຂອງ​ແມ່ຍິງ​ເຂົ້າ​ໃນ​ຂະບວນການ “ປະ​ເທດ​ເລີ່ມ​ຕົ້ນ” ​ແລະ ການພັດທະນາ​ແບບ​ຍືນ​ຍົງ ດ້ວຍ​ອັດຕາ​ການ​ເປັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ບັນລຸ 26,5% ຂອງຈຳນວນ​ວິ​ສາ​ຫະກິດ​ຫວຽດນາມ. ອັດຕາດັງກ່າວຖືວ່າຂ້ອນຂ້າງສູງ​ເມື່ອ​ທຽບ​ກັບປະ​ເທດອື່ນໆ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ, ​ເຊັ່ນ: ຊູ​ແອັດ (20%), ອິນ​ໂດ​ເນ​ເຊຍ (21%), ຝຣັ່ງ (24%),... ຕາມ​ກະຊວງ​ແຜນການ​ແລະການ​ລົງທຶນ, ປະຈຸ​ບັນ, ​ແມ່ຍິງເປັນ​ເຈົ້າ​ຂອງ ​ແລະ ດຳ​ເນີນ​ທຸລະ​ກິດ​ປະມານ 20% ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະຂະໜາດນ້ອຍ​ ຢູ່ຫວຽດນາມ. ພິເສດ, ​ໃນ​ໄລຍະ 2010-2020, ຈຳນວນ​ວິ​ສາ​ຫະກິດ​ທີ່​ແມ່ຍິງ​ເປັນ​ເຈົ້າ​ຂອງ​ໄດ້​ເພີ່ມ​ຂຶ້ນ​ເກືອບ​ສອງ​ເທົ່າ, ຈາກ 21% ຂຶ້ນ​ເປັນ 40%. ອັດຕາ​ສ່ວນ​ຂອງ​ແມ່ຍິງ​ທີ່​ດຳລົງ​ຕຳ​ແໜ່​ງບໍລິຫານ ​ແລະ​ຜູ້ນຳ​ໃນ​​ວິ​ສາ​ຫະກິດ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ​ໂດຍ​ສະ​ເພາະ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ໃນປີ 2010, ອັດຕາດັງກ່າວພຽງແຕ່ 20%, ໃນປີ 2023 ໄດ້ເພີ່ມຂຶ້ນເປັນ 28%. ຫວຽດນາມມີອັດຕາທີ່ຂ້ອນຂ້າງສູນ​ເມື່ອ​ທຽບ​​ກັບ​ຫຼາຍ​ປະ​ເທດ​ໃນແງ່ຂອງແມ່ນ​ຍິງທີ່​ດຳລົງ​ຕຳ​ແໜ່​ງຜູ້​ນຳ​ຂັ້ນສູງ​ໃນ​ວິ​ສາ​ຫະກິດ ເຊິ່ງປະຈຸ​ບັນ​ແມ່ນ 33%. ໃນບໍລິສັດເຕັກໂນໂລຢີສູງ, ແມ່ຍິງດຳລົງຕໍາແໜ່ງຜູ້ນໍາເຖິງ 15% ເຊິ່ງຖືເປັນຕົວເລກທີ່ໜ້າປະທັບໃຈ ເມື່ອທຽບກັບຄ່າສະເລ່ຍທົ່ວໂລກແມ່ນ 9%. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຢືນຢັນ​ບົດບາດ​ຂອງ​ແມ່ຍິງ​ໃນ​ການ​ພັດທະນາ​ທຸລະ​ກິດ​ເທົ່າ​ນັ້ນ, ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງເຂົາໃນ​ການ​ຊຸກຍູ້​ເສດຖະກິດ​ແຫ່ງ​ຊາດ. ປະຈຸ​ບັນ, ຫວຽດນາມຢູ່​ອັນ​ດັບ​ທີ 6 ຂອງ​ໂລກໃນດ້ານ​ອັດ​ຕາ​ສ່ວນ​ນັກ​ທຸລະ​ກິດ​ເພດ​ຍິງ ​ແລະ​ເປັນຕົວແທນ​​ອາຊີ​ພຽງປະເທດ​ດຽວ​ໃນ 10 ປະ​ເທດທຳອິດ​ທີ່​ມີ​ອັດຕາ​ສ່ວນວິສາຫະກິດທີ່ນຳໂດຍແມ່​ຍິງ​ສູງທີ່​ສຸດ. ແມ່ຍິງຫຼາຍຄົນໄດ້ປະສົບຜົນສຳເລັດໃນການດຳເນີນທຸລະກິດ, ສ້າງເຄື່ອງໝາຍການຄ້າ ແລະ ນຳຜະລິດຕະພັນອອກສູ່ຕະຫຼາດສາກົນ, ປະກອບສ່ວນປັບປຸງຍົກສູງທີ່ຕັ້ງຂອງຫວຽດນາມໃນແຜນທີ່ທຸລະກິດໂລກ.

​ຮູບ​ແບບ​ທຸລະ​ກິດທີ່ນຳໂດຍ​ແມ່ຍິງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຫຼາຍ​ລ້ານ​ຄົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ GDP ​ແລະຂະບວນການຫັນປ່ຽນດິຈິ​ຕອນ​ ເພື່ອພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ. ຕາມ​ລາຍ​ງານ​ປີ 2023 ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ, ​ການ​ເຄື່ອນ​ໄຫວ​ຊຸກຍູ້​ວິ​ສາ​ຫະກິດ​ຂອງແມ່ຍິງ​ ເຊິ່ງ​ລິ​ເລີ່​ມໂດຍສະມາຄົມ ​ໄດ້​ຊ່ວຍ​ໃຫ້​ແມ່ຍິງຫຼາຍກວ່າ 200.000 ​ຄົນ​ມີ​ກາລະ​ໂອກາດ​ທາງ​ທຸລະ​ກິດ, ຍົກ​ສູງ​ລາຍ​ຮັບ ​ແລະ ຄຸນນະພາບຊີວິດ​ຂອງ​ຄອບຄົວດີຂຶ້ນ, ສ້າງ​ຕັ້ງ​ຕົວ​ແບບ​ເສດຖະກິດ​ລວມໝູ່​ເກືອບ 12.000 ​ແຫ່ງ ​ແລະ ສະຫະກອນ​ເກືອບ 800 ​ແຫ່ງ, ລະດົມເງິນ​ທຶນ​ເກືອບ 164.000 ຕື້​ດົ່ງ​ໃຫ້​ແມ່ຍິງ 73.000 ຄົນ​ເລີ່​ມດຳ​ເນີນ​ທຸລະ​ກິດ. ແມ່ຍິງແມ່ນກໍາລັງຕົ້ນຕໍໃນບັນດາຂະແໜງການສົ່ງອອກທີ່ສໍາຄັນເຊັ່ນ: ແຜ່ນແພແລະອາຫານທະເລ. ຕາມ​ກົມໃຫຍ່​ສະຖິຕິ​, ​ໃນ​ປີ 2022, ອຸດສາຫະກຳ​ຕ່ຳ​ແຜ່ນແລະເຄື່ອງນຸ່ງຫົ່ມ ເຊິ່ງ​ແມ່ຍິງ​ກວມ​ກວ່າ 75% ຂອງ​ແຮງ​ງານ, ສ້າງລາຍໄດ້ຈາກການ​ສົ່ງ​ອອກຫຼາຍ​ກວ່າ 40 ຕື້ໂດລາສະຫະລັດ. ໃນຂະແໜງ​ອຸດສາຫະກຳ​ປຸງ​ແຕ່ງ, ​ແຜ່ນ​ແພ, ເກີບ​ໜັງ, ​ເອ​ເລັກ​ໂຕຣນິກ, ​ແມ່ຍິງ​ໄດ້​ຮັບ​ການ​ຍົກ​ສູງທັກສະຢ່າງຕໍ່ເນື່ອງ ​ແລະ ​ແທດ​ເໝາະ​ກັບ​ເຕັກ​ໂນ​ໂລ​ຊີ​ໃໝ່, ປະກອບສ່ວນ​ຊຸກຍູ້​ການ​ສົ່ງ​ອອກ ​ແລະ​ເພີ່ມ​ຄວາມສາມາດໃນການແຂ່ງຂັນຂອງ​ສິນຄ້າ​ຫວຽດນາມໃນ​ຕະຫຼາດ​ໂລກ.

​ໃນ​ຂົງ​ເຂດ​ວັດທະນະທຳ, ສັງຄົມ, ກິລາ ​ແລະ ການທ່ອງ​ທ່ຽວ, ​ແມ່ຍິງ​ຖື​ບົດບາດ​ສຳຄັນ​ໃນການ​ອະນຸລັກ​ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ, ຮັກສາ​ຮີດຄອງ​ປະ​ເພນີ, ອາຫານ, ສິລະ​ປະ​ພື້ນ​ເມືອງ ​ແລະ ສຶກສາ​ອົບຮົມ​ລຸ້ນໜຸ່ມ​ ກ່ຽວ​ກັບ​ເອກະລັກ​ຂອງ​ຊາດ. ແມ່ຍິງກໍມີຕວາມ​ຕັ້ງໜ້າ​ໃນການພັດທະນາ​ການທ່ອງທ່ຽວ​ຂອງ​ຊຸມ​ຊົນ, ພິ​ເສດ​ແມ່ນ​ ຕິດ​ພັນ​ກັບ​ມໍລະດົກ​ວັດທະນະທຳ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ແຫ່ງສະຫະ​ປະຊາ​ຊາດ (UNESCO), ປະກອບສ່ວນ​ເຮັດ​ໃຫ້ຫວຽດນາມກາຍ​ເປັນ​ຈຸດໝາຍປາຍທາງດ້ານ​ວັດທະນະທຳ ແລະ ມໍລະດົກ​ອັນ​ດັບ​ໜຶ່ງໃນ​ອາຊີ ​ແລະຂອງ​ໂລກ. ບັນດາ​ການ​ເຄື່ອນ​ໄຫວທາງ​ວັດທະນະທຳ ​ແລະ ກິລາ​ ໄດ້​ດຶງ​ດູດ​ແມ່ຍິງ​ເປັນ​ຈຳນວນ​ຫຼວງ​ຫຼາຍໃຫ້​ເຂົ້າ​ຮ່ວມ, ​ເຊັ່ນ: ການ​ເຄື່ອນ​ໄຫວເຕັ້ນລຳ​ພື້ນ​ເມືອງ, ຂະບວນການແຂ່ງຂັນກັນ “ກໍ່ສ້າງ​ແມ່​ຍິງຫວຽດນາມ​ໃນ​ຍຸກ​ໃໝ່”, “ເສື້ອຍາວ - ມໍລະດົກທາງ​ວັດທະນະທຳ​ຂອງຫວຽດນາມ” ປະກອບສ່ວນ​ເສີມ​ສ້າງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ແລະ ບຳລຸງ​ສ້າງ​ສຸຂະພາບ​ຮ່າງກາຍ. ​ນັກ​ກິລາ​ຍິງຫວຽດນາມປະສົບຄວາມສຳເລັດຢ່າງ​ສູງໃນຫຼາຍລະດັບ ​ທັງ​ໃນປະເທດ ​ແລະຕ່າງປະເທດ, ​ເຊັ່ນ: ທິມ​ບານ​ເຕະ​ຍິງ​ແຫ່ງ​ຊາດທີ່​ໄດ້ຮັບ​ຫຼຽນ​ຄຳໃນການແຂ່ງຂັນຊີເກມໄດ້ 2 ຄັ້ງຕິດຕໍ່ກັນ. ແມ່ຍິງຍັງກວມອັດຕາສູງໃນຂົງເຂດວັດທະນະທໍາ, ສິລະປະ, ດົນຕີ, ເຕັ້ນລໍາ ແລະ ວັນນະຄະດີ, ມີຫຼາຍຜົນງານທີ່ໄດ້ຮັບລາງວັນລະດັບຊາດແລະສາກົນ. 

​ໃນ​ດ້ານ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ແມ່ຍິງ​ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ບໍລິການ​ສາທາລະນະ ​ແລະ ການ​ຄົ້ນຄວ້າ​ວິທະຍາສາດ. ໃນຂະແໜງການສາທາລະນະສຸກ, ແມ່ຍິງກວມເອົາຫຼາຍກວ່າ 70% ຂອງກໍາລັງແຮງງານ, ລວມທັງທ່ານໝໍ, ພະຍາບານ ແລະ ບຸກຄະລາກອນສາທາລະນະສຸກອື່ນໆ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ແມ່ຍິງຫຼາຍຄົນໄດ້ເປັນຜູ້ນຳໜ້າໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດ, ການດູແລຄົນເຈັບ ແລະ ການສະໜັບສະໜູນຊຸມຊົນ, ເປັນແບບຢ່າງອັນໂດດເດັ່ນຂອງຄວາມອົດທົນ, ການອຸທິດຕົນ ແລະ ຄວາມຈິງໃຈ ໃນແນວໜ້າໃນການຕໍ່ສູ້ກັບໂລກລະບາດ. ດ້ວຍທິດນຳ “ຈັນ​ຍາ​ບັນທາງ​ການ​ແພດທີ່​ດີ, ​ຄວາມຊ່ຽວຊານ​ທີ່​ດີ” ແມ່​ຍິງໄດ້ເປັນເຈົ້າການໃນການ​ຄົ້ນ​ຄ້​ວາ, ຕັ້ງໜ້າ​ເຂົ້າ​ຫາ​ເຕັກ​ນິກ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ປິ່ນ​ປົວ ແລະ ການ​ບໍ​ລິ​ການ​ຄົນ​ເຈັບ. ໃນ​ຄວາມ​ກ້າວ​ໜ້າ​ດ້ານ​ການ​ແພດ​ຂອງ​ຫວຽດ​ນາມ ພ້ອມກັບຄຸນ​ນະ​ພາບ​ຊີ​ວິດຂອງປະຊາຊົນໄດ້ຮັບການ​ຍົກ​ສູງ​, ສຸ​ຂະ​ພາບ​ຂອງ​ແມ່​ຍິງ​ກໍ່ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຫຼວງ​ຫຼາຍ.  ປະຈຸບັນ, ອາຍຸຍືນສະເລ່ຍຂອງແມ່ຍິງແມ່ນ 77,2 ປີ. ໃນດ້ານການສຶກສາ, ແມ່ຍິງເປັນຄົນສ່ວນໃຫຍ່ (ຫຼາຍກວ່າ 76%) ຂອງຈຳນວນຄູອາຈານທັງໝົດ. ​ແມ່ຍິງບໍ່ວ່າຈະຢູ່ໃນຕຳແໜ່ງໃດກໍ່ບໍ່ລົດລະການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ, ປັບປຸງຍົກສູງ​ລະດັບວິຊາ​ຊີບ, ວິຊາສະເພາະ, ປ່ຽນແປງໃໝ່​ວິທີ​ການ​ສອນ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ຂະບວນການແຂ່ງຂັນກັນ​ປ່ຽນ​ແປງ​ໃໝ່​ປະດິດສ້າງ ໃນ​ການຄຸ້ມຄອງ, ການ​ສອນ ​ແລະ ການ​ຮຽນ. ນັກວິທະຍາສາດຍິງຫຼາຍຄົນປະສົບຜົນສໍາເລັດຢ່າງໃຫຍ່ຫຼວງດ້ວຍຜົນງານທາງວິທະຍາສາດທີ່ມີຄຸນຄ່າ. ພະນັກງານຍິງໄດ້ເສີມຂະຫຍາຍບົດບາດຫຼັກ ແລະບຸກເບີກໃນການສື່ສານຢ່າງມີປະສິດທິຜົນ ເພື່ອສ້າງຈິດສໍານຶກໃຫ້ແມ່ຍິງແລະສັງຄົມ ກ່ຽວກັບຄວາມສະເໝີພາບທາງເພດ ແລະການມອບສິດອຳນາດໃຫ້ກັບແມ່ຍິງ. ຕາມ​ລາຍ​ງານ​ປີ 2023 ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ, ຜ່ານ​ການ​ຊຸກຍູ້​ການ​ສຶກສາ, ການລົບ​ລ້າງ​ຄວາມ​ບໍ່ຮູ້​ໜັງສື, ສະໜອງ​ທຶນ​ສຶກສາ, ​ຍົກສູງ​ຄວາມ​ຮັບ​ຮູ້​ກ່ຽວກັບສິດ​ຂອງ​ແມ່ຍິງ ​ແລະ ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ພິ​ເສດ​ແມ່ນ​ຢູ່​ເຂດ​ດ້ອຍ​ໂອກາດ, ມີ​ສະມາຊິກ​ແມ່ຍິງຫຼາຍກວ່າ 25 ລ້ານ​ຄົນ​ໄດ້ຮັບການເສີມ​​ຄວາມ​ຮູ້​ດ້ານ​ກົດໝາຍ ​ແລະບັນຫາທາງສັງຄົມ.

ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ - ປ້ອງ​ກັນ​ປະ​ເທດ ​ແລະ ການ​ຕ່າງປະ​ເທດ, ​ແມ່ຍິງຫວຽດນາມສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ຂະບວນການ “ປະຊາຊົນ​ທຸກ​ຄົນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງປະເທດ​ຊາດ”. ກໍ່ສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ”, ພື້ນຖານການປ້ອງກັນປະເທດທົ່ວປວງຊົນທີ່ໝັ້ນຄົງ ແລະ ເປັນແນວຫຼັງທີ່ເຊື່ອຖືໄດ້ສຳລັບຜູ້ທີ່ປົກປັກຮັກສາປະເທດຊາດທັງກາງເວັນແລະກາງຄືນ. ໃນ​ເຂດ​ຊາຍ​ແດນ, ​ແມ່ຍິງ​ໄດ້​ຕັ້ງໜ້າ​ໃນການຄຸ້ມ​ຄອງຕົນເອງ, ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ, ຫຼັກໝາຍຊາຍ​ແດນ ​ແລະ ຮ່ວມ​ມື​ກັບ​ແມ່ຍິງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ເພື່ອ​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງສັນຕິພາບ​ແລະມິດຕະພາບ. ​ໃນ​ກຳລັງ​ປະກອບ​ອາວຸດ, ​ແມ່ຍິງ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງເຈດຈຳນົງອັນກ້າແກ່ນ, ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ແລະຄວາມ​ປອດ​ໄພທາງ​ສັງຄົມ ​ແລະ ປ້ອງ​ກັນແລະຕ້ານ​ອາຊະຍາ​ກຳ​ອັນຕະລາຍ. ພິ​ເສດ, ທະຫານ​ຍິງ​ຫວຽດນາມທີ່​ເຂົ້າ​ຮ່ວມ​ພາລະກິດ​ຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ​ກວມ 16% ຂອງ​ກຳລັງພົນ ເຊິ່ງສູງ​ກວ່າຄ່າ​ສະ​ເລ່ຍ​ທົ່ວ​ໂລກ (10%) ຈຶງສ້າງ​ຄວາມ​ປະທັບ​ໃຈທີ່ດີກ່ຽວກັບ​ຫວຽດນາມໄວ້​ໃນ​ໃຈ​ເພື່ອນ​ມິດສາ​ກົນ. ໃນ​ຊຸມ​ປີທີ່ຜ່ານມາ, ​ແມ່ຍິງ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ເພີ່ມ​ທະວີ​ທີ່​ຕັ້ງ​ຂອງ​ຫວຽດນາມ, ຊຸກຍູ້​ສັນຕິພາບ, ການພັດທະນາ ​ແລະ ການ​ເຊື່ອມ​ໂຍງ​​ສາກົນ​ຢ່າງ​ເລິກ​ເຊິ່ງ.

ໝາກຜົນ​ນີ້​​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມສຳ​ເລັດ​ ແລະ​ປະສິດທິ​ຜົນຂອງກິດຈະການປ່ຽນແປງໃໝ່​ຢູ່​ຫວຽດນາມ ກໍ່​ຄື​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ແມ່ຍິງ​ໃນ​ເກືອບ 40 ປີຜ່ານມາ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ອະນາຄົດ. ໃນຜົນສຳເລັດດັ່ງກ່າວ, ສະຫະພັນແມ່ຍິງຫວຽດນາມ ມີບົດບາດນຳໜ້າ, ເປັນຫົວຈັກຫຼັກແຫຼ່ງຊຸກຍູ້ ແລະ ປະກອບສ່ວນເສີມຂະຫຍາຍຄວາມພະຍາຍາມຂອງແມ່ຍິງຫວຽດນາມໃນການພັດທະນາຂອງປະເທດ, ຊຸກຍູ້ຄວາມສະເໝີພາບທາງເພດ ແລະ ຍົກສູງບົດບາດຂອງແມ່ຍິງໃນທຸກຂົງເຂດຂອງຊີວິດສັງຄົມ.

ໃນ​ໄລຍະ​ຜ່ານ​ມາ, ​ແມ່ຍິງຫວຽດນາມ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ບັນລຸ​ບັນດາ​ຜົນງານ​ດີ​ເດັ່ນ​ແລະສຳຄັນ, ​ແຕ່​ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ​ເຊັ່ນ: 1- ​ເຖິງ​ວ່າ​ແມ່ຍິງຈະເປັນແຮງງານທີ່ມີ​ອັດຕາ​ສ່ວນ​ຫຼາຍ, ​ແຕ່ກໍ່​ປະເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ລາຍ​ໄດ້ ​ແລະໂອກາດໃນການເລື່ອນຕຳແໜ່ງ. ອັດຕາ​ສ່ວນ​ແມ່ຍິງ​ທີ່​ດຳລົງ​ຕຳ​ແໜ່​ງ​ນຳພາ​ແລະຄຸ້ມຄອງ, ​ໂດຍ​ສະ​ເພາະ​ແມ່ນໃນ​ຂະແໜງການເຕັກ​ໂນ​ໂລ​ຊີ​ສູງ ​ແລະໃນ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ ຍັງ​ຕ່ຳ​ເມື່ອ​ທຽບ​ກັບ​ປະລິມານ ​ແລະ ທ່າ​ແຮງ​ຂອງ​ກຳລັງ​ແຮງ​ງານ​ເພດ​ຍິງ ​ເຊັ່ນ​ດຽວ​ກັບ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ. ອັດຕາ​ຄົນ​ງານ​ເພດ​ຍິງ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຢູ່​ຫວຽດນາມ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປັບປຸງ​ຫຼາຍ​ປານ​ໃດ. ມີແມ່ຍິງພຽງປະມານ 25% ເທົ່ານັ້ນທີ່ມີໂອກາດເລື່ອນຕຳແໜ່ງເມື່ອທຽບກັບຜູ້ຊາຍທີ່ມີ 45%, ແລະມີແມ່ຍິງພຽງ 25% ທີ່ເຮັດວຽກໃນຂະແໜງການທີ່ມີລາຍໄດ້ສູງເມື່ອທຽບກັບຜູ້ຊາຍທີ່ກວມເຖິງ 40%. ໃນບັນດາຂະແໜງວິທະຍາສາດ, ເຕັກໂນໂລຊີ, ວິສາວະກຳສາດ ແລະ ຄະນິດສາດ (STEM), ອັດຕາສ່ວນຂອງແມ່ຍິງຍັງຕໍ່າ, ຈໍາກັດທ່າແຮງຂອງແມ່ຍິງໃນການພັດທະນາວິທະຍາສາດແລະເຕັກໂນໂລຊີຂອງປະເທດ. ມີແມ່ຍິງພຽງ 15% ເທົ່ານັ້ນທີ່ດຳລົງຕໍາແໜ່ງຜູ້ນໍາໃນວິສາຫະກິດຂະໜາດໃຫຍ່ແລະອົງການຂອງລັດຖະບານ. 2- ເຖິງວ່າແມ່ຍິງຈະເຂົ້າຮ່ວມການເຄື່ອນໄຫວທາງດ້ານການເມືອງຢ່າງຫ້າວຫັນກໍ່ຕາມ, ແຕ່ອັດຕາສ່ວນຂອງແມ່ຍິງໃນອົງການນຳທາງການເມືອງຍັງບໍ່ເຖິງຄວາມສົມດູນລະຫວ່າງເພດ ເຊິ່ງສົ່ງຜົນໃຫ້ສິດທິໃນການມີສຽງຂອງແມ່ຍິງໃນການຕັດສິນໃຈດ້ານດ້ານນະໂຍບາຍຖືກຈຳກັດ. 3- ແມ່ຍິງຍັງມີຄວາມຫຍຸ້ງຍາກໃນການເຂົ້າຮ່ວມໃນກິດຈະກຳທາງວັດທະນະທໍາ, ກິລາ ແລະ ສິລະປະ, ໂດຍສະເພາະຢູ່ເຂດຊົນນະບົດ ເຊິ່ງພວກເຂົາຖືກຈຳກັດໃຫ້ຢູ່ໃນບົດບາດແບບດັ້ງເດີມ ແລະ ມີໂອກາດເຂົ້າເຖິງການສຶກສາ ແລະການຝຶກອົບຮົມລະດັບສູງໜ້ອຍ.

ສືບ​ຕໍ່​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ໃນ​ປະຈຸ​ບັນ

​ເພື່ອ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ, ຈຳເປັນຕ້ອງ​ອອກ​ແບບ ​ແລະ ຜັນຂະຫຍາຍປະຕິບັດ​ບັນດາວິທີ​ແກ້​ໄຂ​ທີ່ຮອບດ້ານ, ຄົບຊຸດ ​ແລະ ມີ​ປະສິດທິ​ຜົນ ດ້ວຍ​ຄຳ​ໝັ້ນ​ສັນຍາ​ຈາກ​ອຳນາດການປົກຄອງທຸກລະດັບ, ວິສາຫະກິດ, ສັງຄົມ ​ແລະ ​ແມ່ຍິງ​ເອງ.  

ທີ​ໜຶ່ງ, ສືບ​ຕໍ່​ເພີ່ມທະວີແລະເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງພັກ​ໃນ​ວຽກ​ງານ​ແມ່ຍິງ ​ແລະ ປັບປຸງນະ​ໂຍບາຍຄວາມ​ສະ​ເໝີ​ພາບ​ທາງ​ເພດໃຫ້​ສົມບູນແບບ. ເພີ່ມທະວີແຫຼ່ງກຳລັງ ​ແລະ ​ການ​ຮ່ວມ​ມື​ກັບ​ສາກົນ, ສະໜອງ​ນະ​ໂຍບາຍ​ການ​ເຮັດ​ວຽກ​ທີ່​ຄ່ອງ​ຕົວ ແລະ ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ເພື່ອ​ໃຫ້​ແມ່ຍິງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເສດຖະກິດ, ການ​ເມືອງ ​ແລະ ສັງຄົມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ທີສອງ, ປັບປຸງບູລະນະ ​ແລະ ດຳເນີນກິດຈະກຳຂອງ​ຄະນະ​ກຳມະການແຫ່ງຊາດເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ລະດັບ​ຊາດ ​ແລະ​ຂັ້ນຕ່າງໆຢ່າງມີປະສິດທິຜົນ, ຍົກ​ສູງ​ປະສິດທິ​ຜົນ​ແລະຄຸນ​ນະພາ​ບຂອງ​ຄະນະ​ກຳມະການ ​ເພື່ອ​ຍົກ​ສູງຄວາມ​ສະ​ເໝີ​ພາບ​ຂອງ​ແມ່ຍິງ​ໃນ​ທຸກ​ດ້ານ. ນີ້​ແມ່ນ​ບັນ​ຫາ​ຫຼັກ​ແຫຼ່ງ​ທີ່ສ້າງ​ພື້ນ​ຖານ​ສຳລັບການເສີມຂະຫຍາຍຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະຄວາມ​ປະ​ດິດ​ສ້າງ​ຂອງ​ແມ່​ຍິງ​ຫວຽດ​ນາມ.  

ທີ​ສາມ, ສົ່ງເສີມ​ແມ່ຍິງ​ທຸກ​ຊັ້ນ​ວັນນະໃຫ້ເປັນເຈົ້າການໃນການ​ສຶກສາຄົ້ນຄວ້າ, ຍົກ​ສູງ​ຄວາມ​ສາມາດ ແລະຄຸນສົມບັດ​​ໃນ​ທຸກ​ດ້ານ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ສະພາບ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ 4 ທີ່ພວມ​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ໂລກ ​ແລະ ຂະ​ບວນການເຊື່ອມໂຍງສາກົນຢ່າງກວ້າງຂວາງ. ສ້າງແລະຈັດຕັ້ງປະຕິບັດໂຄງການຝຶກອົບຮົມ ເພື່ອປັບປຸງຍົກສູງຄວາມສາມາດຂອງແມ່ຍິງໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການເຂົ້າເຖິງລັດຖະບານດິຈິຕອນ ແລະ ການຫັນເປັນດິຈິຕອນໃນປະຈຸບັນ. ຍູ້​ແຮງ​ການ​ຝຶກ​ອົບ​ຮົມ ​ແລະປັບປຸງຍົກສູງ​ຄວາມ​ສາມາດຂອງ​ແມ່ຍິງ​ໃນ​ການ​ຮ່ວມ​ມື​ສາກົນ, ການ​ຕ່າງປະ​ເທດ, ຄວາມ​ໝັ້ນຄົງ ​ແລະ ການປ້ອງ​ກັນ​ປະ​ເທດ. 

ທີ​ສີ່, ຊຸກຍູ້​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ເຊິ່ງສຸມ​ໃສ່ການ​ສຶກສາ​ອົບຮົມ​ຍົກ​ສູງ​ຄວາມ​ຮັບ​ຮູ້, ​ເສີມ​ຂະຫຍາຍ​ຄຸນຄ່າ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ແມ່ຍິງ​ຫວຽດນາມ, ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງເພດ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ເສດຖະກິດ-ສັງຄົມ. ການຄົ້ນຄວ້າກຳນົດເປົ້າໝາຍທາງເພດ ແລະວິທີແກ້ໄຂ ເພື່ອສົ່ງເສີມໃຫ້ແມ່ຍິງມີສ່ວນຮ່ວມຫຼາຍຂຶ້ນໃນການເຄື່ອນໄຫວທາງການເມືອງ, ຮັບປະກັນວ່າ ແມ່ຍິງມີສຽງແລະສິດທິໃນການຕັດສິນໃຈທີ່ສຳຄັນ. ​ເອົາ​ໃຈ​ໃສ່​ເຖິງ​ການ​ຝຶກ​ອົບຮົມ, ພັດທະນາ​ທັກ​ສະ​ການ​ນຳພາ, ການ​ເຈລະຈາ ​ແລະ ການ​ກຳນົດ​ນະ​ໂຍບາຍ ​ເພື່ອ​ເພີ່ມ​ອັດຕາ​ສ່ວນ​ຜູ້​ແທນ​ເພດ​ຍິງໃນອົງການທີ່ມາຈາກການ​ເລືອກ​ຕັ້ງ, ​ເພີ່ມ​ອັດຕາ​ສ່ວນ​ຂອງ​ແມ່ຍິງທີ່​ເຂົ້າ​ຮ່ວມ​ໃນ​ລະບົບ​ການ​ເມືອງ ​ແລະສະພາ​ນິຕິບັນຍັດ. ສ້າງ​ກົນ​ໄກສົ່ງເສີມ​ໃຫ້​ແມ່​ຍິງ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ ແລະ​ສະ​ໝັກ​ຮັບເລືອກຕັ້ງຕຳ​ແໜ່ງ​ການ​ນຳ. ສ້າງເຄືອຂ່າຍເຊື່ອມໂຍງແມ່ຍິງໃນຕໍາແໜ່ງຜູ້ນໍາແລະຜູ້ຄຸ້ມຄອງ, ຊ່ວຍໃຫ້ພວກເຂົາແບ່ງປັນປະສົບການ ແລະສະໜັບສະໜູນເຊິ່ງກັນແລະກັນ. ສ້າງ​ໂອກາດ​ໃຫ້​ແມ່ຍິງ​ເຊື່ອມໂຍງ​ກັບ​ອົງການ​ສາກົນ ​ແລະ​ເຄືອ​ຂ່າຍ​ວິຊາ​ຊີບ ​ເພື່ອ​ຂະຫຍາຍ​ອິດ​ທິພົນ ​ແລະໂອກາດ​ໃນການກ້າວ​ໜ້າ.

ທີ​ຫ້າ, ເສີມຂະຫຍາຍ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ, ໃນນັ້ນ ເອົາໃຈໃສ່ການ​ຊຸກຍູ້ ​ແລະເສີມຂະຫຍາຍ​ບົດບາດ​ຂອງ​ສະຫະພັນ​ແມ່ຍິງ​ໃນ​ການ​ຕິດຕາມ​ກວດກາ, ການວິຈານ​ສັງຄົມ ​ແລະ ການ​ສະ​ເໜີ​ແນະນະ​ໂຍບາຍສຳລັບແມ່ຍິງ. ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ​ຕ້ອງ​ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່, ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ, ປ່ຽນແປງໃໝ່​ເນື້ອ​ໃນ ​ແລະ ວິທີ​ການ​ດຳ​ເນີນ​ງານ, ພ້ອມ​ກັນ​ນັ້ນ ກໍ່​ສ້າງຖັນແຖວພະນັກງານ​ສະມາຄົນທີ່ມີຄວາມເປັນມືອາຊີບ ແລະມີ​ປະສິດທິ​ພາບ ເຊິ່ງມີ​ຄວາມ​ສາມາດໃນການເຊື່ອມໂຍງສາກົນ. ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ໃຫ້​ພະນັກງານ, ສະມາຊິກສະມາຄົມ​ແລະ​ແມ່ຍິງ ​ເຂົ້າ​ເຖິງ​ນະ​ໂຍບາຍແລະໃຊ້ປະໂຫຍດຈາກນະໂຍບາຍ​ປະກັນ​ສັງຄົມ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ແມ່ຍິງ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດປະໂຫຍດ, ຍົກ​ສູງ​ຄວາມ​ສາມາດ, ​ປະກອບສ່ວນ​ເຂົ້າໃນພາລະກິດການສ້າງສາ ​ແລະ ປົກ​ປັກ​ຮັກສາປະເທດຊາດ./.

-------------------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງປຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 7, ໜ້າ 340