ການສ້າງແລະພັດທະນາຖັນແຖວພະນັກງານຍິງ
ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່
ໃນຍຸກໃໝ່ ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ
ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່
ໃນຍຸກໃໝ່ ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ
ວກ.- ແມ່ຍິງຫວຽດນາມຍາມໃດກໍ່ມີບົດບາດສຳຄັນໃນປະຫວັດສາດຂອງຊາດ. ໃນສະພາບການທີ່ປະເທດເຮົາກຳລັງກ້າວເຂົ້າສູ່ຍຸກໃໝ່ ເຊິ່ງແມ່ນຍຸກແຫ່ງການເຊື່ອມໂຍງ, ການປ່ຽນແປງໃໝ່ ແລະ ການພັດທະນາຢ່າງແຂງແຮງ ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ, ການກໍ່ສ້າງແລະການພັດທະນາຖັນແຖວພະນັກງານຍິງທີ່ມີຄວາມສາມາດ, ຄຸນສົມບັດ ແລະ ເຈດຈຳນົງທາງການເມືອງທີ່ໜັກແໜ້ນ ແມ່ນຄວາມຕ້ອງການທີ່ຂາດບໍ່ໄດ້ໃນການສ້າງພະລັງຂັບເຄືອນສຳຄັນ ເພື່ອສົ່ງເສີມການພັດທະນາປະເທດຢ່າງຍືນຍົງ.
ຜູ້ແທນສະຫະພັນແມ່ຍິງຫວຽດນາມ ເຂົ້າຮ່ວມຂະບວນແຫ່ ຊຸດເສື້ອຍາວ ຢູ່ຖະໜົນຄົນຍ່າງຕາມທະເລສາບ ຮວ່ານກ໊ຽນ (ນະຄອນ ຮ່າໂນ້ຍ) _ພາບ: TTXVN
ສະຖານະການໃນປັດຈຸບັນຂອງຖັນແຖວພະນັກງານຍິງ
ດ້ວຍແຜນນະໂຍບາຍທີ່ຖືກຕ້ອງຂອງພັກ, ລະບົບກົດໝາຍກ່ຽວກັບການຊຸກຍູ້ຄວາມສະເໝີພາບທາງເພດຢູ່ຫວຽດນາມທີ່ນັບມື້ນັບສົມບູນແບບ, ການເຂົ້າຮ່ວມດ້ວຍຄວາມຕັດສິນໃຈທາງດ້ານການເມືອງສູງຂອງຄະນະພັກ ແລະ ລະບົບການເມືອງທັງໝົດ, ວຽກງານພະນັກງານຍິງໄດ້ມີການປ່ຽນແປງຢ່າງຕັ້ງໜ້າ. ຈຳນວນແລະຄຸນນະພາບຂອງພະນັກງານຍິງກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍມີຄຸນສົມບັດ, ຄວາມສາມາດ, ເຈດຈຳນົງທາງການເມືອງທີີ່ໜັກແໜ້ນ, ຄຸນສົມບັດສິນທຳດີ ແລະ ຄວາມຮັບຜິດຊອບສູງ. ພະນັກງານຍິງຈຳນວນຫຼາຍມີຫົວຄິດປະດິດສ້າງ ແລະ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງສຳຄັນໃນລະບົບການເມືອງ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາປະເທດ.
ອັດຕາສ່ວນພະນັກງານຍິງເຂົ້າຮ່ວມຄະນະພັກໄດ້ເພີ່ມຂຶ້ນເລື້ອຍໆ ໃນແຕ່ລະວາລະ. ຮອດເດືອນມັງກອນ 2025, ພະນັກງານຍິງທີ່ເປັນກຳມະການກົມການເມືອງສູນກາງພັກກວມກວ່າ 6%, ພະນັກງານຍິງທີ່ເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ XIII (ທັງທາງການ ແລະ ສຳຮອງ) ກວມ 10,65%. ຢູ່ຂັ້ນທ້ອງຖິ່ນ, ອັດຕາສ່ວນພະນັກງານຍິງ ເພີ່ມຂຶ້ນທຽບໃສ່ວາລະທີ່ຜ່ານມາ ໂດຍບັນລຸ ແລະ ລື່ນຄາດໝາຍ 15%(1), ຂັ້ນແຂວງ ບັນລຸ 15,7% (ເພີ່ມຂຶ້ນ 2,4%), ຂັ້ນເມືອງ ບັນລຸ 17% (ເພີ່ມຂຶ້ນ 2,7%) ແລະ ຂັ້ນຮາກຖານ ບັນລຸ 20,8% (ເພີ່ມຂຶ້ນ 1,1%). ພະນັກງານຍິງໃນຄະນະປະຈຳພັກແຂວງ ບັນລຸ 11,3%; ອັດຕາສ່ວນນີ້ຢູ່ຂັ້ນເມືອງແມ່ນ 15,3%; ໃນຂັ້ນຮາກຖານແມ່ນ 14,6%(2).
ໃນສະໄໝປະຊຸມສະພາແຫ່ງຊາດຊຸດທີ XV (2021–2026), ອັດຕາສ່ວນ ສ.ສ. ຍິງບັນລຸ 30,26%, ສູງສຸດນັບແຕ່ສະໄໝປະຊຸມສະພາແຫ່ງຊາດຊຸດທີ VI ແລະເປັນຄັ້ງທີສອງໃນປະຫວັດສາດທີ່ມີອັດຕາສ່ວນເກີນກວ່າ 30%. ຫວຽດນາມຢູ່ໃນອັນດັບທີ 53 ຈາກ 193 ປະເທດກ່ຽວກັບອັດຕາສ່ວນຕົວແທນເພດຍິງໃນສະພາແຫ່ງຊາດ/ລັດຖະສະພາ ຕາມການຈັດອັນດັບຂອງສະຫະພັນລັດຖະສະພາ (IPU) ໃນເດືອນມິຖຸນາ 2021 ແລະ ຮອດເດືອນມັງກອນປີ 2025 ຢູ່ອັນດັບທີ 64 ຈາກ 193 ປະເທດ(3). ອັດຕາສ່ວນຜູ້ແທນສະພາປະຊາຊົນຍິງທັງສາມລະດັບໃນວາລະປີ 2021–2026 ສູງກວ່າວາລະກ່ອນໜ້າ; ໂດຍສະເພາະ: ຂັ້ນແຂວງບັນລຸ 29% (ສູງກວ່າ 2,44%), ຂັ້ນເມືອງ ບັນລຸ 29,08% (ສູງກວ່າ 1,58%) ແລະຕາແສງບັນລຸ 28,98% (ສູງກວ່າ 2,39%)(4).
ຮອດທ້າຍປີ 2023, ກະຊວງ, ອົງການທຽບເທົ່າກະຊວງ, ອົງການສັງກັດລັດຖະບານ ຈຳນວນ 14 ໃນ 30 ແຫ່ງ ມີຜູ້ນຳຫຼັກເປັນແມ່ຍິງ (46,67%) ໂດຍມີລັດຖະມົນຕີຍິງ 4 ຄົນ, ກວມເອົາ 13,33%; ຮອງລັດຖະມົນຕີຍິງ ກວມເອົາ 12,97%; ຫົວໜ້າກົມໃຫຍ່ເປັນແມ່ຍິງ ກວມເອົາ 13,33%, ຮອງຫົວໜ້າກົມໃຫຍ່ເປັນແມ່ຍິງ ກວມເອົາ 14,6%; ຫົວໜ້າກົມເປັນແມ່ຍິງ ກວມເອົາ 10,06% ແລະ ຮອງຫົວໜ້າກົມເປັນແມ່ຍິງ ກວມເອົາ 23,3%. ໃນລະດັບທ້ອງຖິ່ນ, ແມ່ຍິງເປັນຜູ້ນໍາຫຼັກກວມເອົາ 82,4% ຢູ່ຂັ້ນແຂວງ, 40,5% ຢູ່ຂັ້ນເມືອງ ແລະ ຂັ້ນຕາແສງແມ່ນ 37,9%.
ຜົນສຳເລັດໃນການປະຕິບັດວຽກງານພະນັກງານຍິງ ສະທ້ອມໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ໃນການສົ່ງເສີມຄວາມສະເໝີພາບທາງເພດ, ສ້າງເງື່ອນໄຂໃຫ້ແມ່ຍິງເສີມຂະຫຍາຍຄວາມສາມາດຂອງຕົນ ແລະປະກອບສ່ວນເຂົ້າໃນການພັດທະນາທີ່ຍືນຍົງຂອງປະເທດ. ຖັນແຖວພະນັກງານຍິງມີອາຍຸໜຸ່ມນ້ອຍລົງ, ມີວຸດທິການສຶກສາທາງວິຊາຊີບ ແລະທິດສະດີທີ່ສູງກວ່າ, ໂດຍມີໂຄງສ້າງອາຍຸ ເພດ ຊົນເຜົ່າ ແລະ ສາຂາອາຊີບທີ່ເໝາະສົມ, ຕອບສະໜອງຄວາມຕ້ອງການຂອງໄລຍະການຫັນເປັນອຸດສາຫະກຳ ແລະ ທັນສະໄໝໄດ້ດີກວ່າ. ຄຽງຄູ່ກັບການພັດທະນາຂອງຖັນແຖວພະນັກງານນຳພາແລະຄຸ້ມຄອງທີ່ເປັນແມ່ຍິງ, ຖັນແຖວປັນຍາຊົນແລະນັກວິທະຍາສາດຍິງ ຍັງຢືນຢັນເຖິງບົດບາດສຳຄັນຂອງຕົນເພີ່ມຂຶ້ນ. ນັກວິທະຍາສາດຍິງທີ່ດີເດັ່ນຫຼາຍຄົນໄດ້ຮັບກຽດ ແລະ ໄດ້ຮັບລາງວັນອັນສະຫງ່າລາສີ, ໃນນັ້ນຢູ່ຫວຽດນາມມີລາງວັນ ໂກວາແລັບສະກາຍຢາ ສຳລັບນັກວິທະຍາສາດຍິງທີ່ມີຜົນງານດີເດັ່ນໃນຂົງເຂດວິທະຍາສາດທຳມະຊາດ. ບັນດາຜົນງານດັ່ງກ່າວສືບຕໍ່ຢືນຢັນທີ່ຕັ້ງ ແລະ ກຽດສັກສີຂອງພະນັກງານຍິງໃນພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.
ດ້ວຍຄວາມມານະພະຍາຍາມຂອງບັນດາຄະນະພັກ, ທຸກຂັ້ນ ແລະ ຂະແໜງການ, ຫວຽດນາມມີອັນດັບສູງກວ່າ ໃນດ້ານການປະຕິບັດຄວາມສະເໝີພາບທາງເພດ ຫຼາຍກ່ວາຫຼາຍປະເທດທີ່ມີລະດັບການພັດທະນາແລະລາຍໄດ້ເທົ່າກັນ. ພິເສດ, ຫວຽດນາມໄດ້ຮັບການຍອມຮັບວ່າມີຄວາມກ້າວໜ້າຢ່າງຫຼາຍໃນການເພີ່ມອັດຕາສ່ວນແມ່ຍິງທີ່ເຂົ້າຮ່ວມການນຳພາ ແລະ ຄຸ້ມຄອງ, ສົ່ງຜົນໃຫ້ຊ່ອງຫວ່າງທາງເພດໃນຂົງເຂດການເມືອງຫຼຸດໜ້ອຍລົງເລື້ອຍໆ. ຕາມລາຍງານຄວາມແຕກຕ່າງທາງເພດໂລກປະຈຳປີ 2024 ຂອງເວທີປາໄສເສດຖະກິດໂລກ, ຫວຽດນາມຢູ່ໃນອັນດັບທີ່ 72 ຈາກ 146 ປະເທດ ໃນດ້ານຄວາມສະເໝີພາບທາງເພດ; ໃນຂົງເຂດການເມືອງ, ຫວຽດນາມຢູ່ໃນອັນດັບທີ່ 96 ຈາກ 146(5) ແລະໄດ້ຮັບການປະເມີນຈາກສະຫະປະຊາຊາດວ່າ ເປັນຈຸດສະຫວ່າງໃນການປະຕິບັດຄວາມສະເໝີພາບທາງເພດ.
ຄຽງຄູ່ກັບການປ່ຽນແປງໃນທາງບວກແລ້ວ, ວຽກງານພະນັກງານຍິງຍັງມີຂໍ້ຈຳກັດບາງຢ່າງ, ໂດຍສະເພາະແມ່ນ ການເພີ່ມອັດຕາສ່ວນຂອງແມ່ຍິງທີ່ດຳລົງຕຳແໜ່ງຜູ້ນຳສຳຄັນ ແລະ ລະດັບຍຸດທະສາດ. ອັດຕາສ່ວນແມ່ຍິງເຂົ້າຮ່ວມສະພາແຫ່ງຊາດ, ລັດຖະບານ ແລະ ຄະນະນຳພັກ ແລະ ອຳນາດການປົກຄອງທຸກຂັ້ນຍັງຕ່ຳ, ຕົ້ນຕໍແມ່ນດຳລົງຕຳແໜ່ງຮອງຫົວໜ້າ. ຫຼາຍຂະແໜງການ, ຂົງເຂດ ແລະ ທ້ອງຖິ່ນ ຍັງຂາດຜູ້ນຳທີ່ເປັນແມ່ຍິງ, ພິເສດແມ່ນໃນຂົງເຂດວິສະວະກຳ, ເຕັກໂນໂລຊີ, ຄົມມະນາຄົມ ແລະ ການກໍ່ສ້າງ.
ຕາມສະຖິຕິ, ເຖິງວ່າແມ່ຍິງຈະກວມເອົາປະມານ 40% ຂອງພະນັກງານລະດັບລັດຖະມົນຕີໃນໄລຍະປີ 2012–2022, ແຕ່ມີຜູ້ນຳທີ່ສຳຄັນພຽງປະມານ 21% ເທົ່ານັ້ນທີ່ເປັນແມ່ຍິງ. ຮອດທ້າຍປີ 2023, ໃນຫຼາຍກວ່າ 53% ຂອງກະຊວງແລະອົງການທຽບເທົ່າກະຊວງ ບໍ່ມີຜູ້ນຳຫຼັກທີ່ເປັນແມ່ຍິງ ແລະເກືອບ 18% ຂອງແຂວງແລະນະຄອນ ບໍ່ມີແມ່ຍິງດຳລົງຕຳແໜ່ງຜູ້ນຳຫຼັກໃດໆເລີຍ. ນອກນີ້, ອັດຕາສ່ວນແມ່ຍິງເຂົ້າຮ່ວມຄະນະພັກຢູ່ບາງທ້ອງຖິ່ນຍັງບໍ່ທັນບັນລຸເປົ້າໝາຍ 15%; ໃນລະດັບສູງ, ອັດຕານີ້ຕ່ຳກວ່າ ແລະ ບາງບ່ອນກໍ່ບໍ່ມີແມ່ຍິງຢູ່ໃນຄະນະປະຈຳ ຫຼື ຄະນະບໍລິຫານງານ, ໂດຍສະເພາະ ຢູ່ຂັ້ນຄະນະພັກຮາກຖານ.
ອັດຕາສ່ວນຜູ້ແທນສະພາແຫ່ງຊາດຍິງ ແລະ ຜູ້ແທນສະພາປະຊາຊົນຍິງ ຍັງບໍ່ທັນບັນລຸເປົ້າໝາຍທີ່ວາງໄວ້ໃນມະຕິເລກທີ 11-NQ/TW, ລົງວັນທີ 27 ເມສາ 2007 ຂອງກົມການເມືອງສູນກາງພັກ “ວ່າດ້ວຍວຽກງານແມ່ຍິງໃນໄລຍະແຫ່ງການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ” (35% - 40%). ໃນຕົ້ນສະໄໝສະພາແຫ່ງຊາດນີ້, ໃນ 44% ຂອງຈຳນວນແຂວງແລະນະຄອນ ມີອັດຕາສ່ວນຜູ້ແທນສະພາແຫ່ງຊາດເພດຍິງຕ່ຳກວ່າ 30%, ໃນນັ້ນເກືອບ 24% ມີອັດຕາສ່ວນຕ່ຳກວ່າ 20%, ບາງທ້ອງຖິ່ນບໍ່ມີຜູ້ແທນສະພາແຫ່ງຊາດເພດຍິງ. ນອກຈາກນີ້, ອັດຕາສ່ວນຂອງແມ່ຍິງທີ່ເຂົ້າຮ່ວມການຝຶກອົບຮົມວິຊາຊີບ, ທິດສະດີການເມືອງ ແລະ ການຄຸ້ມຄອງລັດໃນລະດັບສູງຍັງບໍ່ທັນບັນລຸ 30%, ສົ່ງຜົນໃຫ້ໂອກາດໃນການເລື່ອນຕຳແໜ່ງຂອງແມ່ຍິງຫຼຸດລົງ ແລະ ສົ່ງຜົນກະທົບຕໍ່ຄວາມສົມດຸນທາງເພດໃນລະບົບການເມືອງ.
ຄວາມຕ້ອງການໃນການກໍ່ສ້າງພະນັກງານເວົ້າລວມ ແລະ ພະນັກງານຍິງເວົ້າສະເພາະ ໃນຍຸກໃໝ່
ຍຸກໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງຊາດຫວຽດນາມ, ແມ່ນຍຸກແຫ່ງການພັດທະນາ, ຍຸກແຫ່ງຄວາມຈະເລີນຮຸ່ງເຮືອງພາຍໃຕ້ການນຳພາ ແລະການກຳອຳນາດຂອງພັກກອມມູນິດຫວຽດນາມ ແລະ ປະສົບຄວາມສຳເລັດໃນການສ້າງສາປະເທດຫວຽດນາມສັງຄົມນິຍົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ອາລະຍະທຳ. ປະຊາຊົນທຸກຄົນມີຊີວິດທີ່ມີກິນມີໃຊ້ ມີຄວາມສຸກ ແລະ ມີໂອກາດໃນການພັດທະນາແລະຫາຄວາມລ່ຳລວຍ; ປະກອບສ່ວນເພີ່ມພູນຄູນສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງໂລກ, ຄວາມຜາສຸກຂອງມວນມະນຸດ ແລະ ຄວາມສີວິໄລໃນທົ່ວໂລກ... ບຸລິມະສິດອັນດັບໜຶ່ງໃນຍຸກໃໝ່ແມ່ນການປະຕິບັດບັນດາເປົ້າໝາຍຍຸດທະສາດໃຫ້ສຳເລັດ ພາຍໃນປີ 2030 ຫວຽດນາມຈະກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍໄດ້ປານກາງສູງ; ຮອດປີ 2045 ຫວຽດນາມຈະກາຍເປັນປະເທດສັງຄົມນິຍົມທີ່ພັດທະນາແລ້ວ ແລະມີລາຍໄດ້ສູງ; ປຸກລະດົມຈິດໃຈຊາດ, ຈິດໃຈແຫ່ງຄວາມເປັນເຈົ້າຕົນເອງ, ເຊື່ອໝັ້ນໃນຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈໃນຊາດຂອງຕົນ, ຄວາມປາດຖະໜາໃນການພັດທະນາປະເທດໃຫ້ເຂັ້ມແຂງ; ການສົມທົບຢ່າງແໜ້ນແຟ້ນ ກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ(6).
ປຶກສາຫາລືກ່ຽວກັບຍຸກໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ ກັບຊຸດອົບຮົມ, ປັບປຸງຄວາມຮູ້ແລະທັກສະ ສຳລັບພະນັກງານໃນແຜນການສະໝັກຮັບເລືອກເປັນກຳມະການສູນກາງພັກຊຸດທີ XIV, ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ສະເໜີແນວທາງຍຸດທະສາດ 7 ປະການ ເພື່ອນຳປະເທດເຂົ້າສູ່ຍຸກໃໝ່ ໂດຍເນັ້ນໜັກຄຸນສົມບັດຫຼັກ 3 ປະການທີ່ພະນັກງານໃນໄລຍະປະຕິວັດປະຈຸບັນຕ້ອງມີຄື: 1- ມີຫຼັກໝັ້ນທາງການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳອັນບໍລິສຸດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່ປະດິດສ້າງ, ກ້າບຸກທະລຸ ເພື່ອຜົນປະໂຫຍດລວມ; ຮັບໃຊ້ປະເທດຊາດແລະຮັບໃຊ້ປະຊາຊົນຢ່າງສຸດຈິດສຸດໃຈ, ຍາມໃດກໍ່ເອົາໃຈໃສ່ເຖິງຜົນປະໂຫຍດຂອງຊາດ-ປະເທດຊາດ, ຜົນປະໂຫຍດຂອງປະຊາຊົນເປັນອັນດັບໜຶ່ງ ແລະສູງສຸດ; ນຳມາເຊິ່ງປະສິດທິພາບສູງໃນການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບ; 2- ມີຄວາມກ້າຫານ, ມີຄວາມຕັດສິນໃຈສູງ, ພ້ອມທີ່ຈະອຸທິດຕົນແລະເສຍສະຫຼະຜົນປະໂຫຍດສ່ວນຕົວ. ກ້ານຳໜ້າພາທາງ, ປ່ຽນແປງໃໝ່ປະດິດສ້າງ, ລົບລ້າງຄວາມເກົ່າ, ຄວາມຫຼ້າຫຼັງ; ແກ້ໄຂຄວາມຫຍຸ້ງຍາກ, ແກ້ໄຂສິ່ງກີດຂວາງໃນພາກປະຕິບັດ, ນຳມາເຊິ່ງປະສິດທິຜົນສູງໃນການປະຕິບັດໜ້າທີ່ ແລະ ວຽກງານ; ແກ້ໄຂຄວາມຜິດພາດທີ່ຍັງຄົງຄ້າງ, ຍາວນານ ຫຼື ແກ້ໄຂບັນຫາໃໝ່ທີ່ບໍ່ມີກົດເກນ ຫຼື ຂໍ້ກຳນົດທີ່ຊ້ຳຊ້ອນກັນ, ຂາດຄວາມສະໝ່ຳສະເໝີ ຫຼືຍາກໃນການປະຕິບັດ; 3- ມີຄວາມສາມາດສະເພາະໃນການຈັດຕັ້ງປະຕິບັດ ແລະ ນຳເອົາແຜນນະໂຍບາຍຍຸດທະສາດຂອງພັກໄປປະຕິບັດຢູ່ແຕ່ລະກະຊວງ, ຂະແໜງການ, ສາຂາ ແລະ ທ້ອງຖິ່ນ (ການຫັນເປັນດິຈິຕອນ, ການຫັນເປັນສີຂຽວ, ການພັດທະນາໂຄງສ້າງພື້ນຖານຍຸດທະສາດ, ການປະຕິຮູບດ້ານບໍລິຫານຢ່າງເຖິງຖອງ ແລະອື່ນໆ)(7). ຍິ່ງກວ່າເວລາໃດໝົດ, ໃນສະພາບການປະຈຸບັນ, ການກໍ່ສ້າງຖັນແຖວພະນັກງານເວົ້າລວມ ແລະ ພະນັກງານຍິງເວົ້າສະເພາະ ມີຄວາມຮີບດ່ວນແລະຈຳເປັນຫຼາຍຂຶ້ນ; ເພາະວ່າພະນັກງານແລະວຽກງານພະນັກງານແມ່ນບັນຫາສຳຄັນທີ່ສຸດ, ເປັນປັດໄຈຕັດສິນຄວາມສຳເລັດຫຼືຄວາມລົ້ມແຫຼວຂອງການປະຕິວັດ.
ກ້າວເຂົ້າສູ່ຍຸກໃໝ່, ນອກຈາກຄວາມຕ້ອງການສຳລັບພະນັກງານເວົ້າລວມແລ້ວ, ການກໍ່ສ້າງຖັນແຖວພະນັກງານຍິງ ຕ້ອງສຸມໃສ່ຄວາມຕ້ອງການຈຳນວນໜຶ່ງດັ່ງນີ້:
ທີໜຶ່ງ, ໃນຍຸກໃໝ່ຂອງປະເທດຊາດ, ພະນັກງານຍິງຕ້ອງເປັນກອງກຳລັງນຳໜ້າໃນການຊຸກຍູ້ຄວາມສະເໝີພາບທາງເພດ ທີ່ມີຄວາມກ້າຫານ ແລະ ມີຄວາມສາມາດຜ່ານຜ່າສິ່ງທ້າທາຍ, ຄວາມລຳອຽງ ແລະ ອຸປະສັກຕໍ່ແມ່ຍິງໃນທຸກດ້ານຂອງຊີວິດສັງຄົມ. ຖັນແຖວພະນັກງານຍິງຕ້ອງປ່ຽນແປງໃໝ່ຈິນຕະນາການ ແລະຂະຫຍັນຂັນແຂງ, ກ້າຄິດ, ກ້າເຮັດ, ກ້າປ່ຽນແປງໃໝ່ປະດິດສ້າງ; ສະແດງໃຫ້ເຫັນເຖິງບົດບາດເປັນຕົວແທນຂອງ “ເຄິ່ງໜຶ່ງຂອງສັງຄົມ”, ຊຸກຍູ້ຄວາມສະເໝີພາບທາງເພດໃນຂະບວນການສ້າງ ແລະ ປະຕິບັດນະໂຍບາຍ, ປະກອບສ່ວນເຂົ້າໃນການກໍ່ສ້າງສັງຄົມທີ່ຍຸດຕິທຳ, ອາລະຍະທຳ ແລະ ພັດທະນາຢ່າງຍືນຍົງ.
ທີສອງ, ພະນັກງານຍິງຕ້ອງຢືນຢັນຢ່າງຈະແຈ້ງເຖິງບົດບາດ, ຖານະທີ່ຕັ້ງ ແລະ ການປະກອບສ່ວນຂອງຕົນ ໃນທຸກຂົງເຂດຂອງຊີວິດສັງຄົມ, ເພື່ອປະກອບສ່ວນເຂົ້າໃນການປ່ຽນແປງຄວາມຮັບຮູ້ຂອງສັງຄົມກ່ຽວກັບຖານະທີ່ຕັ້ງ ແລະ ຄວາມສຳຄັນຂອງແມ່ຍິງ; ຕ້ອງມານະພະຍາຍາມຈົນສຸດຄວາມສາມາດ ແລະ ສະຕິປັນຍາ ເພື່ອໃຫ້ໄດ້ຮັບຄວາມນັບຖື ແລະ ຄວາມໄວ້ວາງໃຈຂອງປະຊາຊົນ, ເພື່ອນຮ່ວມງານ ແລະ ຜູ້ນຳຂັ້ນເທິງ, ຢືນຢັນຄວາມສາມາດ ແລະ ກຽດສັກສີຂອງຕົນ ໂດຍຜ່ານການເຄື່ອນໄຫວຕົວຈິງ. ກໍ່ສ້າງແລະຫຼໍ່ຫຼອມຮູບແບບແມ່ຍິງຫວຽດນາມໃນຍຸກໃໝ່ ເພື່ອສ້າງແຮງບັນດາໃຈໃຫ້ກັບແມ່ຍິງທຸກຊັ້ນວັນນະແລະຄົນລຸ້ນໃໝ່, ປະກອບສ່ວນສະໜັບສະໜູນການພັດທະນາທ້ອງຖິ່ນ ແລະປະເທດຫຼາຍຍິ່ງຂຶ້ນ.
ທີສາມ, ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດຫວຽດນາມ ໄດ້ດຳເນີນໄປຄຽງຄູ່ກັບຍຸກດິຈິຕອນ - ຍຸກທີ່ປະກອບດ້ວຍ 2 ປັດໄຈຄື: ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ - ເຊິ່ງສາມາດສົ່ງຜົນກະທົບຢ່າງແຮງເຖິງວິທີຄິດ ແລະ ວິທີເຮັດວຽກຂອງປະເທດຊາດ, ຊຸມຊົມ ແລະ ສັງຄົມ. ສິ່ງນີ້ກໍ່ໃຫ້ເກີດຄວາມທ້າທາຍຫຼາຍຢ່າງ ເຊິ່ງຈຳເປັນຕ້ອງໃຫ້ພະນັກງານຍິງປ່ຽນວິທີຄິດ, ປັບຕົວ ແລະ ຄວ້າເອົາໂອກາດຢ່າງທັນທ່ວງທີ, ໂດຍສະເພາະໃນດ້ານການປັບປຸງຄຸນສົມບັດ ແລະ ການເຂົ້າເຖິງໂອກາດທາງການສຶກສາ, ການຝຶກອົບຮົມ ແລະ ການພັດທະນາ. ນອກຈາກນີ້, ຖັນແຖວພະນັກງານຍິງຍັງຕ້ອງມີແນວຄິດທີ່ໝັ້ນທ່ຽງ, ໜັກແໜ້ນ, ມີຄວາມສາມາດຮອບດ້ານ ແລະ ມີທັກສະທີ່ຍືດຫຍຸ້ນ ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງຍຸກສະໄໝໃໝ່.
ວິທີແກ້ໄຂໃນການກໍ່ສ້າງ ແລະ ພັດທະນາຖັນແຖວພະນັກງານຍິງໃນຍຸກໃໝ່
ທີໜຶ່ງ, ປ່ຽນແປງໃໝ່ວຽກງານການສັນຫາ, ວາງແຜນ, ແຕ່ງຕັ້ງ, ນຳໃຊ້ ແລະ ປະເມີນພະນັກງານຍິງ ຕາມທິດທາງແທດຈິງ, ຮັບປະກັນຄວາມພາວະວິໄສ, ເປີດເຜີຍ ແລະ ໂປ່ງໃສ. ໃຫ້ຄວາມສຳຄັນກັບການສ້າງແຫຼ່ງພະນກງານຍິງຕັ້ງແຕ່ລະດັບຮາກຖານ, ຕັ້ງແຕ່ຂັ້ນຕອນ “ນຳເຂົ້າ” ໃຫ້ມີແຫຼ່ງພະນັກງານຍິງທີ່ມີຄຸນນະພາບຕາມຄວາມຕ້ອງການ. ປະຕິບັດວຽກງານວາງແຜນກຳນົດຢ່າງເຂັ້ມງວດ ເພື່ອຮັບປະກັນອັດຕາສ່ວນພະນັກງານຍິງຕາມລະບຽບການເລກທີ 50-QD/TW, ລົງວັນທີ 27 ທັນວາ 2021 ຂອງກົມການເມືອງສູນກາງພັກ “ກ່ຽວກັບວຽກງານວາງແຜນການພັດທະນາພະນັກງານ”. ເອົາໃຈໃສ່, ຄົ້ນພົບ ແລະ ຝຶກອົບຮົມພະນັກງານຍິງລຸ້ນໃໝ່ທີ່ມີຄວາມສາມາດ ແລະ ມີທ່າແຮງ ພ້ອມທັງສ້າງໂອກາດໃຫ້ພວກເຂົາໄດ້ຮັບການທົດສອບແລະການຝຶກຝົນຫຼໍ່ຫຼອມຕົນເອງ.
ທີສອງ, ເພີ່ມທະວີການຝຶກອົບຮົມຕົນເອງ ແລະ ການພັດທະນາຕົນເອງຂອງພະນັກງານຍິງ, ໂດຍສະເພາະໃນຂົງເຂດທີ່ສຳຄັນ ແລະ ຂົງເຂດໃໝ່ ເຊັ່ນ: ການຫັນເປັນດິຈິຕອນ, ເສດຖະກິດສີຂຽວ, ການປ່ຽນແປງໃໝ່ປະດິດສ້າງ ແລະອື່ນໆ. ສ້າງເງື່ອນໄຂໃຫ້ພະນັກງານຍິງໄດ້ຮັບການຝຶກຝົນຫຼໍ່ຫຼອມ, ສຶກສາອົບຮົມ ແລະ ຍົກສູງຄຸນນະພາບວິຊາສະເພາະ ແລະ ທັກສະການນຳພາ ແລະ ຄຸ້ມຄອງບໍລິຫານ. ພັດທະນາໂຄງການຝຶກອົບຮົມທີ່ລວມເອົາຄວາມຮູ້ທາງທິດສະດີເຂົ້າກັບພາກປະຕິບັດ ໂດຍເອົາໃຈໃສ່ເປັນພິເສດເຖິງຄວາມຮູ້ ແລະ ຄວາມສາມາດ ໃນການນຳໃຊ້ເຕັກໂນໂລຊີດິຈິຕອນ, ພາສາຕ່າງປະເທດ ແລະອື່ນໆ; ການຝຶກອົບຮົມແລະພັດທະນາໃນຮູບແບບທີ່ຍືດຫຍຸ່ນ, ປະສົມປະສານທັງແບບກົງແລະອອນໄລນ໌, ເໝາະສົມກັບລັກສະນະສະເພາະຂອງພະນັກງານຍິງ, ສ້າງເງື່ອນໄຂເພື່ອຊ່ວຍໃຫ້ພວກເຂົາຮັກສາສົມດຸນລະຫວ່າງວຽກງານແລະຄວາມຮັບຜິດຊອບຕໍ່ຄອບຄົວ. ນອກຈາກນີ້ ຍັງຈຳເປັນຕ້ອງສົ່ງເສີມໃຫ້ພະນັກງານຍິງສຶກສາຄົ້ນຄວ້າດ້ວຍຕົນເອງ ແລະ ພັດທະນາທັກສະຢ່າງຈິງຈັງ ເພື່ອຕອບສະໜອງຄວາມຕ້ອງການໃນການເຮັດວຽກ ໂດຍສະເພາະແມ່ນການໝູນໃຊ້ຜົນສຳເລັດດ້ານວິທະຍາສາດ-ເຕັກໂນໂລຊີ, ທຸລະກິດ ແລະ ການບໍລິຫານທີ່ທັນສະໄໝ ເພື່ອປັບຕົວເຂົ້າກັບການປ່ຽນແປງໃນຍຸກໃໝ່.
ທີສາມ, ສ້າງກົນໄກສົ່ງເສີມ ແລະ ປົກປັກຮັກສາພະນັກງານຍິງທີ່ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ກ້າບຸກທະລຸເພື່ອຜົນປະໂຫຍດລວມ, ໂດຍສະເພາະໃນຂົງເຂດໃໝ່, ຂົງເຂດທີ່ຫຍຸ້ງຍາກ, ແຕ່ກໍຕ້ອງຈຳແນກໃຫ້ຊັດເຈນຈາກພຶດຕິກຳທີ່ໂສສຸດສ່ຽງໄພ, ໄຮ້ອາລົມ ແລະ ບໍ່ແທດຈິງ. ສ້າງເງື່ອນໄຂໃຫ້ພະນັກງານຍິງແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດ້ວຍຕົນເອງໃນຂະບວນການປະຕິບັດ.
ທີສີ່, ການຄັດເລືອກ ແລະ ປັບປຸງຍົກສູງຄຸນນະພາບພະນັກງານຍິງ; ກວດຄືນແລະສ້າງມາດຖານການປະເມີນພະນັກງານຍິງ ໃຫ້ສອດຄ່ອງກັບຄຸນລັກສະນະຂອງແມ່ຍິງ, ຮັບປະກັນປັດໄຈເພດ. ປະເມີນພະນັກງານຕາມຜົນການປະຕິບັດຕົວຈິງ, ປົດພະນັກງານທີ່ບໍ່ມີຄຸນວຸດທິ, ໄຮ້ຄວາມສາມາດ ແລະບໍ່ມີກຽດສັກສີໃນໜ່ວຍງານຫຼືອົງການ ອອກຈາກຕຳແໜ່ງ.
ທີຫ້າ, ໃຫ້ຄວາມສຳຄັນກັບການຝຶກອົບຮົມ, ບຳລຸງສ້າງ ແລະ ທົດສອບພະນັກງານຍິງ, ໂດຍສະເພາະພະນັກງານຍິງໃນການວາງແຜນຕຳແໜ່ງຜູ້ນຳ ຜູ້ບໍລິຫານ ແລະ ໃນການວາງແຜນຄະນະພັກ ເພື່ອຄັດເລືອກບຸກຄະລາກອນທີ່ດີມີຄວາມສາມາດ, ຮັບປະກັນຄຸນນະພາບ, ຄວາມສາມາດ ແລະ ມີຫົວຄິດປະດິດສ້າງ. ຈັດວາງພະນັກງານຍິງເຂົ້າໃນຕຳແໜ່ງທີ່ທ້າທາຍໃນຂົງເຂດສຳຄັນ ຫຼືສະຖານທີ່ທີ່ຫຍຸ້ງຍາກລຳບາກ ເພື່ອຝຶກຝົນຄຸນສົມບັດທາງການເມືອງ, ທັກສະການນຳພາ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດຕາມມະຕິຂອງພັກ, ນະໂຍບາຍຂອງລັດ. ສ້າງເງື່ອນໄຂໃຫ້ພະນັກງານຍິງເຂົ້າຮ່ວມເວທີປາໄສສາກົນ ແລະ ພາກພື້ນ, ຍົກສູງຄວາມສາມາດເຊື່ອມໂຍງສາກົນ, ປະກອບສ່ວນຢ່າງແຂງຂັນໃນການລິເລີ່ມລະດັບໂລກ. ຄຽງຄູ່ກັນນັ້ນ, ໃຫ້ກໍ່ສ້າງ ແລະ ຊຸກຍູ້ການເຄື່ອນໄຫວຂອງເຄືອຂ່າຍພະນັກງານຍິງທຸກຂັ້ນ ເພື່ອແລກປ່ຽນປະສົບການ ແລະ ບົດຮຽນພາກປະຕິບັດ, ສ້າງສະພາບແວດລ້ອມເພື່ອສົ່ງເສີມ ແລະກະຕູ້ນໃຫ້ພະນັກງານຍິງ ສູ້ຊົນແລະພັດທະນາຕົນເອງ.
ທີຫົກ, ເພີ່ມທະວີການເຄື່ອນໄຫວເພື່ອປ່ຽນແປງຄວາມຮັບຮູ້ທາງສັງຄົມກ່ຽວກັບບົດບາດຂອງແມ່ຍິງເວົ້າລວມ ແລະ ຂອງພະນັກງານຍິງເວົ້າສະເພາະ. ຍູ້ແຮງການເຄື່ອນໄຫວເພື່ອປ່ຽນແປງຄວາມຮັບຮູ້ທາງສັງຄົມ, ເປີດບັ້ນສື່ສານກ່ຽວກັບພາບລັກສະນະແມ່ຍິງຍຸກໃໝ່ ແລະ ຜູ້ນຳຍິງທີ່ປະສົບຄວາມສຳເລັດ ເພື່ອສ້າງແຮງບັນດານໃຈ; ແຜ່ຂະຫຍາຍການປະກອບສ່ວນຂອງແມ່ຍິງໃນທຸກຂົງເຂດຂອງຊີວິດສັງຄົມ. ພິເສດ, ຂະແໜງການສຶກສາຈຳເປັນຕ້ອງມີບົດບາດນຳໜ້າໃນການປ່ຽນແປງຄວາມຮັບຮູ້ທາງສັງຄົມ. ຕ້ອງເພີ່ມທະວີການເຊື່ອມໂຍງການສຶກສາຄວາມສະເໝີພາບທາງເພດເຂົ້າໃນຫຼັກສູດ ເພື່ອຊ່ວຍໃຫ້ຜູ້ຮຽນເຂົ້າໃຈເຖິງຄຸນຄ່າຂອງຄວາມສະເໝີພາບທາງເພດ ແລະ ບົດບາດຂອງແມ່ຍິງ ແລະ ຜູ້ຊາຍໃນສັງຄົມ ຕັ້ງແຕ່ອາຍຸຍັງນ້ອຍ, ສ້າງຮາກຖານທີ່ສຳຄັນເພື່ອຄ່ອຍໆລົບລ້າງຄວາມລຳອຽງທາງເພດໃນອະນາຄົດ.
ໃນຍຸກແຫ່ງການພັດທະນາໃໝ່, ເມື່ອປະເທດພວມຢູ່ໃນເສັ້ນທາງແຫ່ງການພັດທະນາແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ການກໍ່ສ້າງແລະພັດທະນາຖັນແຖວພະນັກງານຍິງບໍ່ພຽງແຕ່ແມ່ນຈຸດໝາຍຍຸດທະສາດເທົ່ານັ້ນ, ຫາກຍັງແມ່ນວຽກງານຮີບດ່ວນ ເຊິ່ງຕ້ອງໄດ້ຮັບຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງລະບົບການເມືອງທັງໝົດ ຕັ້ງແຕ່ສູນກາງເຖິງທ້ອງຖິ່ນ. ການລົງທຶນເພື່ອພັດທະນາພະນັກງານຍິງແມ່ນການລົງທຶນເພື່ອອະນາຄົດ; ເພາະວ່າ ສິ່ງນີ້ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ຄວາມສະເໝີພາບທາງເພດເທົ່ານັ້ນ, ຫາກຍັງສ້າງພະລັງຂັບເຄື່ອນທີ່ແຂງແຮງໃນການກໍ່ສ້າງສັງຄົມທີ່ຍຸດຕິທຳ, ກ້າວໜ້າ ແລະ ອາລະຍະທຳ. ການພັດທະນາຂອງຖັນແຖວພະນັກງານຍິງ ຈະຊ່ວຍເພີ່ມທະວີກຳລັງແຮງຮອບດ້ານ, ປະກອບສ່ວນເຂົ້າໃນການພັດທະນາຫວຽດນາມຢ່າງຍືນຍົງໃນຍຸກໃໝ່, ສ້າງອະນາຄົດສົດໃສແລະຮຸ່ງເຮືອງໃຫ້ກັບປະຊາຊົນຫວຽດນາມ.
------------------------------------
(1) ຕາມຄຳສັ່ງໝາຍເລກ 35-CT/TW, ລົງວັນທີ 30 ພຶດສະພາ 2019, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍກອງປະຊຸມໃຫຍ່ຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ”
(2) ຂໍ້ມູນທີ່ລວບລວມໂດຍສະຫະພັນແມ່ຍິງຫວຽດນາມຈາກ 63 ແຂວງແລະນະຄອນ
(3) “Monthly ranking of women in national parliaments”, ແປໂດຍຫຍໍ້ “ການຈັດອັນດັບຕົວແທນເພດຍິງໃນສະພາແຫ່ງຊາດ / ລັດຖະສະພາ ປະຈໍາເດືອນ”, https://data.ipu.org/women-ranking/?date_month=1&date_year=2025, ເດືອນມັງກອນ 2025
(4) ຂໍ້ມູນທີ່ຄະນະກຳມະການການເລືອກຕັ້ງແຫ່ງຊາດເຜີຍແຜ່ໃນເດືອນມິຖຸນາ 2021.
(5) Kusum Kali Pal, Kim Piaget, Saadia Zahidi, and Silja Baller: “Global Gender Gap Report 2024”, ແປໂດຍຫຍໍ້ “ລາຍງານຊ່ອງຫວ່າງທາງເພດໂລກປີ 2024”, https://www.weforum.org/publications/global-gender-gap-report-2024/, ອອກວັນທີ່ 11 ມິຖຸນາ 2024
(6), (7) ເບິ່ງ: ສຈ, ປອ. ໂຕເລິມ: “ຄວາມຮັບຮູ້ພື້ນຖານບາງປະການກ່ຽວກັບຍຸກໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ”, ວາລະສານກອມມູນິດ, ສະບັບທີ 1.050 (ເດືອນພະຈິກ 2024), ໜ້າ 3, 9.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1058 (ເດືອນມີນາ 2025)