ວັນ​ປົດ​ປ່ອຍ​ນະຄອນຫຼວງ - ​ຂີດ​ໝາຍ​ສຳຄັນ​ທາງ​ປະຫວັດສາດ
​​ການ​ຕໍ່ສູ້​ຂອງ​ປະຊາຊົນ​ຫວຽດນາມ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ

ໂດຍ ບຸ່ຍ ທິ ມິງ ຮວ່າຍ
ກຳມະການກົມການເມືອງ, ເລຂາທິການຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນ ຮ່າໂນ້ຍ
08:13, 20-02-2025
ວກ. - ວັນທີ 10 ຕຸລາ 1954 - ວັນປົດປ່ອຍນະຄອນຫຼວງ - ແມ່ນຂີດ​ໝາຍ​ສຳຄັນ​ທາງ​ປະຫວັດສາດສຳລັບນະຄອນຫຼວງຮ່າໂນ້ຍ ແລະທັງປະເທດ ໃນການຕໍ່ສູ້ປະຕິວັດ, ຂັບໄລ່ພວກລ່າເມືອງຂຶ້ນ ແລະພວກຈັກກະພັດນິຍົມ, ປົກປ່ອຍຊາດ ແລະໂຮມປະເທດຊາດຫວຽດນາມເປັນເອກະພາບ ພາຍໄຕ້ການນຳພາຂອງພັກກອມມູນິດຫວຽດນາມ. ຈິດ​ໃຈ​ຂອງວັນ​ປົດ​ປ່ອຍ​ນະຄອນຫຼວງ​ຈະເປັນແຮງບັນດານໃຈໃນການສົ່ງເສີມນ້ຳ​ໃຈ​ຮັກ​ຊາດ, ສົ່ງເສີມໃຫ້ຄົນ​ຫວຽດນາມຫຼາຍລຸ້ນ​ຮັກສາ​ເອກະລາດ, ​ເສລີພາບ, ປົກ​ປັກ​ຮັກສາອຳນາດ​ອະທິປະ​ໄຕ​ອັນ​ສັກສິດ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ການສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸດ.

ໜ່ວຍຍານຍົນຂອງກອງພົນທີ 308 ເຂົ້ານະຄອນຫຼວງຮ່າໂນ້ຍ ບົນຖະໜົນ ກິມມ໊າ ໃນຕອນເຊົ້າວັນທີ 10 ຕຸລາ 1954 _ພາບ: TTXVN.

ຮ່າໂນ້ຍ - ສະຖານທີ່ແຫ່ງການເລີ່ມຕົ້ນການຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂຶ້ນຝຣັ່ງ,
ສະຖານທີ່ທີ່ປະທານໂຮ່ຈີມິນສົ່ງ ຄຳຮຽກຮ້ອງໃຫ້ດຳເນີນການຕໍ່ຕ້ານໃນທົ່ວປະເທດ
ເຖິງພີ່ນ້ອງຮ່ວມຊາດ ແລະ ທະຫານໃນທົ່ວປະເທດ.

ຫຼັງ​ຈາກ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາປະສົບຄວາມສຳ​ເລັດ​ໃນ​ປີ 1945, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ເຊິ່ງປະ​ຈຸ​ບັນ​ແມ່ນ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ - ລັດ​ກຳ​ມະ​ກອນແລະຊາວນາ​ແຫ່ງ​ທຳ​ອິດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ໄດ້ຮັບການສ້າງຕັ້ງ​ຂຶ້ນ, ສົ່ງເສີມ​ການ​ເຄື່ອນ​ໄຫວ​ປົດ​ປ່ອຍ​ຊາດ​ຂອງ​ປະ​ເທດ​ອາ​ນາ​ນິ​ຄົມຢ່າງແຂງແຮງ; ​ເຮັດໃຫ້​ກອງ​ກຳລັງ​ຈັກກະພັດ ​ແລະພວກປະຕິການຕ້ອງຫາ​ທຸກ​ວິທີ​ທາງ​ເພື່ອ​ຕ້ານຢັນ​ທຳລາຍ​​ຜົນງານ​ອັນ​ຍິ່ງໃຫຍ່​​ທີ່​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະຊາຊົນຫວຽດນາມຫາກໍບັນລຸ​ໄດ້. ອຳນາດການປົກຄອງ​ປະ​ຕິ​ວັດທີ່​ໜຸ່ມນ້ອຍ​ໃນ​ເວ​ລາ​ນັ້ນ ຕ້ອງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ຕ້ອງ​ປະ​ເຊີນ​ກັບ​ຄວາມ​ອຶດ​ຫີ​ວ, ການ​ບໍ່​ຮູ້​ໜັງ​ສື ແລະອື່ນໆ, ພ້ອມ​ກັນນັ້ນກໍ​ຕ້ອງປະ​ເຊີນ​ກັບ​ສະຖານະການ “ຫາບໜັກທີ່ແຂວນຢູ່ບົນດ້າຍ” ເມື່ອ​ຕ້ອງ​ຮັບມື​ກັບ “ສັດ​ຕູ​ພາຍໃນ ແລະ ພາຍນອກ”.

  ດ້ວຍການຊ່ວຍເຫຼືອຂອງກອງທັບອັງກິດ, ວັນທີ 23 ກັນຍາ 1945, ພວກລ່າເມືອງຂຶ້ນຝຣັ່ງໄດ້ເປີດສາກຍິງໃສ່ເມືອງໄຊງ່ອນ, ເລີ່ມສົງຄາມຮຸກຮານຫວຽດນາມຄັ້ງທີສອງ, ຈາກນັ້ນໄດ້ຂະຫຍາຍອານາເຂດໄປຍຶດຄອງພາກໃຕ້ ແລະ ພາກກາງ, ຫາວິທີທາງສົ່ງທະຫານໄປພາກເໜືອຫວຽດນາມ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ແລະ ປະທານ ​ໂຮ່ຈີ​ມິນ ​ໄດ້​ວາງ​ມາດ​ຕະການຕໍ່ສູ້ທີ່ຍືດຫຍຸ່ນ​ແລະອ່ອນໄຫວ ເພື່ອ​ຮັກສາ​ສັນຕິພາບ, ​ປົກປັກຮັກສາ​ເອກະລາດ​ແຫ່ງ​ຊາດ ​ແລະ ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ. ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ເປັນເຈົ້າການໃນການເຈລະຈາ​ກັບ​ລັດ​ຖະ​ບານຝຣັ່ງ ເພື່ອ​ຫຼີກລ່ຽງ​ສົງ​ຄາມ; ລົງນາມໃນສັນຍາເບື້ອງຕົ້ນໃນວັນທີ 6 ມີນາ 1946; ຫຼັງຈາກນັ້ນ, ລົງນາມໃນສັນຍາຊົ່ວຄາວໃນວັນທີ 14 ກັນຍາ 1946. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມຍອມປະນີປະນອມຫຼາຍເທົ່າໃດ, ພວກລ່າເມືອງຂຶ້ນຝຣັ່ງກໍຍິ່ງບຸກລຸກ. ​ເຖິງ​ວ່າ​ຫວຽດນາມຈະ​ມີ​ຄວາມປາຖະໜາດີຕໍ່​ສັນຕິພາບ, ​ແຕ່​ວັນ​ທີ 15-16 ທັນວາ 1946, ກອງທັບ​ຝຣັ່ງ​ໄດ້ເປີດສາກ​ຍິງ​ໃສ່ສະຖານທີ່ຫຼາຍແຫ່ງໃນ​ຮ່າ​ໂນ້ຍ.

ຄວາມທະເຍີທະຍານຂອງພວກລ່າເມືອງຂຶ້ນຝຣັ່ງ ທີ່ຈະບຸກຮຸກຮານຫວຽດນາມອີກຄັ້ງນັ້ນແມ່ນຈະແຈ້ງ. ເອກະລາດຂອງຊາດຖືກຄຸກຄາມຢ່າງຮ້າຍແຮງ, ປະຊາຊົນຫວຽດນາມຕ້ອງປະເຊີນກັບ 2 ທາງເລືອກຄື: ຄຸກເຂົ່າ ກົ້ມຫົວ ແລະກັບໄປເປັນທາດ, ຫຼື​ຕັ້ງ​ໃຈ​ຕໍ່​ສູ້ ​ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອິດ​ສະ​ລະ​ພາບ ​ແລະ​ເອກະພາບ​​ຂອງ​ປະ​ເທດ​ຊາດ. ຕໍ່ໜ້າສະພາບການນັ້ນ, ໂດຍເສີມຂະຫຍາຍມູນເຊື້ອຮັກຊາດ ສະຕິຄວາມຮັບຜິດຊອບຕໍ່ປະເທດຊາດ ແລະປະຊາຊົນ, ວັນທີ 18 ແລະ 19 ທັນວາ 1946, ຄະນະປະຈຳສູນກາງພັກ ແລະ ປະທານ ໂຮ່ຈີມິນ ໄດ້ຈັດກອງປະຊຸມຢູ່ໝູ່ບ້ານ ຫວ້ານຝຸກ (ເມືອງຮ່າດົງ) ​ໄດ້​ຕົກລົງ​ດຳເນີນການ​ຕໍ່ຕ້ານ​ໃນທົ່ວ​ປະ​ເທດ, ຮຽກຮ້ອງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ ​ແລະ ທະຫານ​ໃນ​ທົ່ວ​ປະ​ເທດ ​ລຸກ​ຮືຂຶ້ນ​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ປົກ​ປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ. ຕອນ​ເຊົ້າ​ວັນ​ທີ 20 ທັນວາ 1946, ຢູ່ຖ້ຳ ​ຮາງ​ເຈິ່ນ (​ເມືອງເ​ຈືອງ​ໝິ), ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ອອກ​ອາ​ກາດ “ຄຳ​ຮຽກ​ຮ້ອງໃຫ້ມີການຕໍ່​ຕ້ານໃນລະດັບຊາດ” ຂອງ​ປະ​ທານ​ໂຮ່​ຈິີມິນ ເຖິງ​ພີ່ນ້ອງຮ່ວມຊາດແລະທະ​ຫານ​ໃນ​ທົ່ວ​ປະ​ເທດ.

ຄຳ​ສັ່ງ​ຂອງ​ຄະນະ​ປະຈຳ​ສູນ​ກາງພັກ​ວ່າດ້ວຍການ​ຕໍ່ຕ້ານ​ລະດັບ​ຊາດ, “ຄຳ​ຮຽກ​ຮ້ອງໃຫ້ມີການຕໍ່​ຕ້ານໃນລະດັບຊາດ” ຂອງ​ປະ​ທານ​ໂຮ່​ຈິີມິນ ​ແລະ ນິພົນ “ການ​ຕໍ່ຕ້ານ​ຈະຕ້ອງ​ຊະນະ​ຢ່າງ​ແນ່ນອນ” ຂອງ​ທ່ານ​ເລຂາທິການ​ໃຫຍ່ ເຈື່ອງຈິງ ໄດ້ວາງແນວທາງການ​ຕໍ່ຕ້ານ​ຂອງ​ທົ່ວ​ປວງ​ຊົນ, ຮອບດ້ານ, ຍາວ​ນານ ​ແລະ ອີງ​ໃສ່​ກຳລັງ​ຂອງ​ຕົນເອງ​ເປັນ​ຕົ້ນຕໍ;  ໄດ້​ກາຍ​ເປັນ​ແສງ​ສະ​ຫວ່າງ​​ນຳ​ທາງໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ໄປສູ່​ໄຊ​ຊະ​ນະ​ໃນ​ສົງ​ຄາມຕໍ່​ຕ້ານ​ພວກລ່າເມືອງຂຶ້ນຝຣັ່ງທີ່ຮຸກຮານ.

  ໂດຍປະຕິບັດຕາມຄຳສັ່ງຂອງຄະນະບໍລິຫານງານສູນກາງພັກ ແລະກອງບັນຊາການໃຫຍ່, ກອງກຳລັງປະກອບອາວຸດ ແລະ ປະຊາຊົນນະຄອນ ຮ່າໂນ້ຍ ໄດ້ເລີ່ມການຕໍ່ຕ້ານທົ່ວປະເທດເມື່ອເວລາ 8 ໂມງຂອງວັນທີ 19 ທັນວາ 1946, ໂດຍມີການຍິງປືນໃຫຍ່ຈາກປ້ອມປືນ ຫຼາງ ໃສ່ເປົ້າໝາຍຕ່າງໆຂອງຝະລັ່ງໃນເມືອງ, ຖືເປັນການເລີ່ມຕົ້ນສົງຄາມຕໍ່ຕ້ານຢ່າງເປັນທາງການ ດ້ວຍຈິດໃຈ ເສຍສະຫຼະຊີວິດເພື່ອຄວາມຢູ່ລອດຂອງປະເທດຊາດ”. ໜ້າທີ່​ຍຸດ​ທະ​ສາດ​ທີ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ແລະ ປະທານ​ໂຮ່ຈິີມິນ ມອບໝາຍ​ໃຫ້​ກອງກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ນະຄອນຫຼວງຮ່າ​ໂນ້ຍ ​ແມ່ນກັກ​ກັນສັດຕູ​ໄວ້ໃນນະຄອນ​ໃຫ້ນານທີ່ສຸດເທົ່າທີ່ຈະເປັນໄປໄດ້, ເພື່ອສ້າງ​ເງື່ອນ​ໄຂ​ໃຫ້ທັງ​ປະ​ເທດປ່ຽນຜ່ານໄປສູ່​ໄລຍະ​ສົງຄາມ; ສູ້​ຮົບ​ເພື່ອບັ່ນທອນກຳລັງ​ຂອງ​ສັດ​ຕູ ​ໃນ​ຂະ​ນະດຽວກັນກໍ່​ຮັກ​ສາ​ກໍາ​ລັງ​ແລະ​ປົກປ້ອງ​ປະ​ຊາ​ຊົນໃຫ້​ຕ້ານທານສັດຕູໄດ້​ໃນ​ໄລ​ຍະ​ຍາວ​. ໃນ​ສະພາບ​ທີ່​ຫຍຸ້ງຍາກ ລຳບາກ ແລະດຸເດືອດທີ່ສຸດ, ດ້ວຍ​ກຳລັງ​ທີ່​ບໍ່ເທົ່າທຽມກັນ ​ແລະ ອາວຸດ​ທີ່ຫຼ້າສະໄໝ, ​ປະ​ເຊີນ​ໜ້າ​ກັບ​ສັດຕູ​ປະກອບ​ອາວຸດ​ທັນ​ສະ​ໄໝ; ແຕ່, ປະຊາຊົນແລະທະຫານນະຄອນຫຼວງ ໄດ້ຕໍ່ສູ້ດ້ວຍຈິດໃຈທີ່ກ້າຫານ, ບໍ່ຍອມຈຳນົນ ແລະ ປະດິດສ້າງ, ສູ້ຮົບກັບສັດຕູເພື່ອຍາດເອົາທຸກບ້ານ ທຸກມຸມຖະໜົນ, ເດັດດ່ຽວປິດລ້ອມສັດຕູໄວ້ໄດ້ເປັນເວລາ 60 ວັນແລະຄືນ, ຍາວນານກວ່າທີ່ຄາດໄວ້ສອງເທົ່າ (30 ວັນແລະຄືນ). ຈາກປະສົບການຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ, ກອງກໍາລັງປະກອບອາວຸດຂອງພວກເຮົາໄດ້ເຕີບໃຫຍ່ຢ່າງໄວວາ ທັງດ້ານປະລິມານແລະຄຸນນະພາບ. ​ໃນໄລຍະ​ຕົ້ນ​ຂອງການ​ຕໍ່ຕ້ານ​ທົ່ວ​ປະ​ເທດ, ກອງພັນໃຫຍ່​ນະຄອນຫຼວງ ເຊິ່ງ​ເປັນ​ໜ່ວຍຫຼັກ​ຂອງ​ກອງທັບ​ໄດ້ຮັບການຈັດຕັ້ງ​ຂຶ້ນ. ​ຕໍ່​ມາໜ່ວຍທະຫານຕ່າງໆຫຼາຍໜ່ວຍ​ໄດ້​ກາຍ​ເປັນ​ໜ່ວຍໂຈມຕີຫຼັກ​ຂອງ​ກອງ​ພົນທີ່ 308, 304 ແລະ 320. ນາຍ​ແລະ​ພົນ​ທະຫານຫຼາຍຄົນ​ຂອງ​ແນວ​ຮົບ​ຮ່າ​ໂນ້ຍ ​ທີ່​ໄດ້​ຕໍ່ສູ້​ໃນ​ຊຸມ​ມື້​ທຳ​ອິດ​ຂອງ​ສົງຄາມ​ຕໍ່ຕ້ານ​ທົ່ວ​ປະ​ເທດ ຕໍ່ມາ​ໄດ້​ກາຍ​ເປັນ​ນາຍ​ພົນຜູ້​ມີ​ຄວາມສາມາດ​ ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ກອງກຳລັງປ້ອງກັນຄວາມ​ສະຫງົບປະຊາຊົນ​ຫວຽດນາມ.  

ຜົນງານຂອງກອງກຳລັງປະກອບອາວຸດ ແລະປະຊາຊົນນະຄອນຫຼວງໃນລະດູໜາວປີ 1946 ມີຄວາມໝາຍ ແລະ ຄວາມສຳຄັນເປັນພິເສດ, ແລະ ໄດ້ຮັບການຕີລາຄາສູງຈາກປະທານ ໂຮ່ຈີມິນ ວ່າ: “ພວກເຈົ້າສາມາດປິດລ້ອມສັດຕູໄດ້ໜຶ່ງເດືອນ ຖືເປັນໄຊຊະນະ, ຕອນນີ້ ຍຶດຄອງຮ່າໂນ້ຍໄດ້ສອງເດືອນ ແມ່ນໄຊຊະນະອັນຍິ່ງໃຫຍ່”(1). ພາບພົດຂອງທະຫານອາສາສະໝັກຮ່າໂນ້ຍທີ່ “ເສຍສະຫຼະຊີວິດເພື່ອຄວາມຢູ່ລອດຂອງປະເທດຊາດ” ຈະເປັນສັນຍາລັກອະມະຕະຂອງສົງຄາມປະຊາຊົນຕະຫຼອດໄປ ເຊິ່ງປະຊາຊົນທຸກຄົນແມ່ນທະຫານ ແລະ ພ້ອມທີ່ຈະເສຍສະຫຼະເພື່ອປະເທດຊາດ. ໄຊຊະນະ​ຢູ່​ແນວ​ຮົບ​ຮ່າ​ໂນ້ຍ​ໃນ​ເດືອນທັນວາ 1946 ​ໄດ້​ມີ​ຄຸນປະໂຫຍດ​ສຳຄັນ, ປຸກລະດົມກຳລັງໃຈ, ສົ່ງເສີມຈິດ​ໃຈ​ຂອງ​ທະຫານ ​ແລະ ປະຊາຊົນ​ຢູ່​ບັນດາ​ສະໜາມ​ຮົບ​ໃນ​ທົ່ວ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ອຳນວຍຄວາມສະດວກ​ໃຫ້​ທົ່ວ​ປະ​ເທດ​ກ້າວ​ເຂົ້າ​ສູ່​ການ​​ຕໍ່ສູ້ຢ່າງເປັນເຈົ້າການ​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ. ນີ້​ກໍ່​ແມ່ນ​ໄຊຊະນະ​ຄັ້ງ​ທຳ​ອິດ, ​ເປີດ​​ທາງ​ໃຫ້​ເກີດ​ໄຊຊະນະ​ຄັ້ງຕໍ່ໆມາໃນສົງຄາມຕໍ່ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງຢ່າງຍາວນານ ຂອງກອງທັບແລະປະຊາຊົນຫວຽດນາມໃນເວລາຕໍ່ມາ.

ໃນ 9 ປີແຫ່ງການຕໍ່ຕ້ານອັນຍາວນານ, ການສູ້ຮົບທີ່ຍາກລຳບາກ, ດຸເດືອດ ແລະມີການເສຍສະຫຼະ ແລະ ການສູນເສຍທີ່ນັບບໍ່ຖ້ວນ, ແຕ່ດ້ວຍນ້ຳໃຈຮັກຊາດອັນແຮງກ້າ, ໂດຍປະຕິບັດຕາມຄຳຮຽກຮ້ອງຂອງປະທານໂຮ່ຈີມິນ: “​ໃນ​ຖານະ​ເປັນ​ປະຊາຊົນ​ຫວຽດນາມ, ພວກ​ເຮົາ​ຕ້ອງ​ລຸກ​ຂຶ້ນ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ເພື່ອກອບກູ້​ປະ​ເທດ​ຊາດ”(2), ນະຄອນ​ຮ່າ​ໂນ້ຍ​ໄດ້ອຸທິດຊັບພະຍາກອນ​ມະນຸດແລະວັດຖຸ​ອຸປະກອນຢ່າງແຂງຂັນ, ລະດົມ​​ຊັບພະຍາກອນ ແລະກຳລັງແຮງທັງໝົດ​ ຈາກມູນເຊື້ອວິລະ​ຊົນທີ່ສືບທອດມາຍາວນານ​ພັນ​ປີ ​ເພື່ອ​ຕໍ່ສູ້ຕ້ານສັດຕູ ​ແລະກອບກູ້​ປະ​ເທດ. ກອງທັບໄດ້ພ້ອມ​ກັບ​ພີ່ນ້ອງຮ່ວມຊາດ​ທົ່ວ​ປະ​ເທດ ​ແລະປະຊາຊົນຮ່າ​ໂນ້ຍ, ຕໍ່ສູ້​ຢ່າງພິລະອາດຫານ, ສະຫຼາດ, ກ້າຫານ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ ໃນ​ທຸກສະໜາມຮົບ ​ແລະ​ໃນ​ທຸກ​ຂົງ​ເຂດ; ພິ​ເສດ​ແມ່ນ​ ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ໃນ​ບັ້ນ​ຮົບ​ທີ່ຕັດສິນ​ຊີ້​ຂາດ​ຢູ່ ດ້ຽນບຽນ​ຝູ ປີ 1954, ບັງຄັບໃຫ້ພວກລ່າເມືອງຂຶ້ນຝຣັ່ງຕ້ອງລົງນາມໃນສັນຍາເຊີແນວ (ວັນທີ 20 ກໍລະກົດ 1954), ຮັບຮູ້ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສາມປະເທດຫວຽດນາມ, ລາວ, ກຳປູເຈຍ ແລະ ຖອນທະຫານອອກຈາກພາກເໜືອຂອງຫວຽດນາມ. 

ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມສາມາດຈັດ​ຕັ້ງ​ການ​ຍຶດ​ຄອງ​ນະ​ຄອນຮ່າ​ໂນ້ຍໄດ້
ຢ່າງ​ສຳ​ເລັດ​ຜົນ.

ຕາມຂໍ້ກຳນົດ​ຂອງ​ສັນ​ຍາ​ເຊີແນວ, ນະ​ຄອນຮ່າ​ໂນ້ຍ​​ຢູ່​ພາຍ​ໃນ​ເຂດເຕົ້າໂຮມ 80 ວັນຂອງກອງທະຫານຝຣັ່ງ. ​ຢ່າງ​ໃດ​ກໍຕາມ, ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ໄດ້​ສວຍ​ໃຊ້​ເວລາ​ນີ້​ເພື່ອ​ທຳລາຍສິ່ງອຳນວຍຄວາມສະດວກທາງ​ເສດຖະກິດ​ແລະ​ວັດທະນະ​ທຳ, ດຶງ​ດູດ​ຜູ້​ອົບ​ພະຍົບໄປທາງ​ພາກ​ໃຕ້, ສ້າງ​ຄວາມ​ວຸ້ນວາຍ ​ແລະ​ເຮັດ​ໃຫ້​ວຽກ​ງານ​ທັງ​ໝົດ​ຢຸດຊະງັກ. ໂດຍ​ໄດ້​ຄາດເດົາ​ແຜນການ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ກົມ​ການ​ເມືອງ ​ແລະ ຄະນະ​ເລຂາທິການ​ສູນ​ກາງ​ພັກ ​ໄດ້​ມອບ​ໝາຍ​ໃຫ້​ສະຫາຍ ຫວໍ​ງວຽນ​ຢ໊າ​ບ, ເລ​ວັນ​ເລືອງ, ຊວນຖູຍ, ໂຕ໊ຫຶວ, ຫງວຽນ​ກວຽດ,... ຊີ້​ນຳ​ແລະ​ນຳ​ພາວຽກ​ງານ​ຍຶດຄອງ​ນະຄອນຫຼວງ​ໂດຍ​ກົງ. ວັນ​ທີ 17 ກັນຍາ 1954, ຕາມ​ມະ​ຕິ​ຂອງ​ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ທະ​ຫານ​ປົກຄອງຮ່າ​ໂນ້ຍ ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ ​ເພື່ອເຂົ້າຍຶດ​ຄອງ​ນະ​ຄອນ; ສົມທົບ​ກັບ​ບັນດາ​ກົມ​ກອງ​ທະຫານ​ທີ່ກຳລັງເຄື່ອນ​ໄຫວເຂົ້າ​ປົດ​ປ່ອຍ​ນະຄອນຫຼວງ​ຮ່າ​ໂນ້ຍ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປົກ​ປັກ​ຮັກສາ​ປະຊາຊົນ, ປົກ​ປ້ອງ​ຊາວ​ຕ່າງປະ​ເທດ, ປະຕິບັດນະ​ໂຍບາຍແລະລະບຽບ​ວິ​ໄນ​ທີ່​ລັດຖະບານກຳນົດຢ່າງເຄັ່ງຄັດ, ​ມີສະຕິລະວັງຕົວຢູ່ສະເໝີ ແລະກຽມພ້ອມທີ່ຈະທັບມ້າງກົນອຸບາຍເກາະຜິດ ແລະການທຳລາຍຂອງພວກລ່າເມືອງຂຶ້ນຝຣັ່ງ.

ພາຍຫຼັງ​ການ​ຕໍ່ສູ້​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ດ້ານ​ການ​ທູດ, ຫວຽດນາມ​ໄດ້​ຮຽກຮ້ອງ​ໃຫ້​ພວກລ່າເມືອງຂຶ້ນຝຣັ່ງຖອນທັບ​ອອກ​ຈາກ​ນະຄອນຮ່າ​ໂນ້ຍ ຕາມ​ເວລາ​ກຳນົດ, ຮັບປະກັນ​ຫຼັກການສົ່ງມອບ​ຢ່າງ​ເປັນ​ລະບຽບ​ແລະປອດ​ໄພ, ບໍ່​ມີ​ການທຳລາຍ ​ແລະ ບໍ່​ລົບກວນ​ການ​ເຄື່ອນ​ໄຫວ​ປະຈຳ​ວັນ​ຂອງ​ປະຊາຊົນ. ຕາມ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ, ​ແຕ່​ວັນ​ທີ 2 ເຖິງວັນທີ 5 ຕຸລາ 1954, ບັນດາໜ່ວຍ​ບໍລິຫານ​ ​ແລະ ຮັກສາຄວາມສະຫງົບ​ຮຽບຮ້ອຍສາທາລະນະ​ຂອງ​ຫວຽດນາມເຂົ້າໄປໃນ​ເມືອງ​ກ່ອນ ເພື່ອກຽມ​ເຂົ້າ​ຍຶດຄອງໜ່ວຍງານ, ສຳນັກງານ, ສະຖານສາທາລະນະ ​ແລະອື່ນໆ. ເມື່ອ​ເວລາ 16 ​ໂມງ​ຂອງ​ວັນ​ທີ 9 ຕຸລາ 1954, ກອງທັບ​ຝຣັ່ງ​ໄດ້​ອອກ​ຈາກ​ນະຄອນ​ຮ່າ​ໂນ້ຍ ​ແລະ​ຖອນທັບ​ໄປ​ທາງ​​ເໜືອ​ຂອງ​ຂົວ ​ລອງ​ບຽນ. ຮອດ​ເວລາ 16:30 ​ໂມງ​ຂອງ​ວັນ​ດຽວ​ກັນ, ກອງທັບ​ຫວຽດນາມ​​ເຂົ້າ​ຍຶດຄອງນະຄອນຫຼວງ​ຮ່າ​ໂນ້ຍ​ໄດ້​ຢ່າງ​ສິ້ນ​ເຊີງ, ຄວບຄຸມ​ນະຄອນ​ຢ່າງ​ປອດ​ໄພແລະ​ເປັນ​ລະບຽບຮຽບຮ້ອຍ, ຫຼຸດ​ຄວາມ​ເສຍ​ຫາຍ​ຕໍ່​ມະນຸດ​ແລະຊັບ​ສິນໃຫ້ເຫຼືອໜ້ອຍສຸດ.   

 ຮ່າໂນ້ຍຕ້ອນຮັບວັນປົດປ່ອຍນະຄອນຫຼວງ ດ້ວຍຄວາມຊື່ນຊົມ

ຕອນ​ເຊົ້າ​ວັນ​ທີ 10 ຕຸລາ 1954, ຄະ​ນະ​ກຳ​ມະ​ການ​ທະ​ຫານ​ປົກຄອງນະຄອນ ແລະ​ບັນ​ດາກົມກອງ​ທະ​ຫານ​ ລວມ​ມີທະຫານບົກ, ທະຫານປືນ​ໃຫຍ່, ທະຫານປ້ອງກັນອາກາດ, ທະຫານຍານຍົນ,… ​ແບ່ງ​ອອກ​ເປັນ​ຫຼາຍ​ປີກ​ໃຫຍ່ ​ໄດ້ເລີ່ມ​ເດີນໜ້າປະຫວັດສາດ​ເຂົ້າສູ່ນະຄອນ​ຮ່າ​ໂນ້ຍ.

ເວລາ 15:00 ໂມງ, ປະຊາຊົນນະຄອນຮ່າໂນ້ຍແລະເຂດໃກ້ຄຽງ, ພ້ອມດ້ວຍກອງກຳລັງປະກອບອາວຸດນັບໝື່ນຄົນ ເຂົ້າຮ່ວມພິທີຊັກ​ທຸງຢ່າງຄຶກຄື້ນ ເຊິ່ງຈັດ​ໂດຍ​ຄະນະ​ກຳມະການ​ການ​ທະຫານປົກຄອງ​ຮ່າ​ໂນ້ຍ ທີ່​ສະໜາມ​ກິລາເສົາທົງນະຄອນຫຼວງ​ຮ່າ​ໂນ້ຍ. ພາຍຫຼັງພິທີຊັກ​ທຸງ ປະທານຄະນະ​ກຳມະການ​ການ​ທະຫານປົກຄອງ​ຮ່າ​ໂນ້ຍ ທ່ານເວືອງເທື່ອຫວຸ ​ໄດ້​ອ່ານ​ຄຳ​ຮຽກຮ້ອງ​ຂອງ​ປະທານ​ໂຮ່ຈີ​ມິນ​ເຖິງ​ປະຊາຊົນ​ນະຄອນຫຼວງຢ່າງເຄົາລົບ ​ເນື່ອງ​ໃນ​ໂອກາດ​ວັນ​ປົດ​ປ່ອຍ. ​ໃນ​ຄຳ​ຮຽກຮ້ອງ, ລຸງ​ໂຮ່​ຂຽນ​ວ່າ: “ໃນ​ເວລາ 8 ປີ​ທີ່​ຜ່ານ​ມາ, ລັດຖະບານ​ຕ້ອງ​ອອກ​ຈາກ​ນະຄອນຫຼວງ​ເພື່ອດຳເນີນການຕໍ່ຕ້ານ​ເພື່ອ​ກູ້​ຊາດ. ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ກັນ, ​ແຕ່​ຫົວ​ໃຈ​ຂອງ​ລັດຖະບານ​ຍັງ​ຢູ່​ໃກ້ກັບ​ພີ່ນ້ອງຮ່ວມຊາດ​ຢູ່​ສະເໝີ. ມື້ນີ້, ດ້ວຍຄວາມສາມັກຄີຂອງປະຊາຊົນພວກເຮົາ ແລະການຕໍ່ສູ້ອັນກ້າຫານຂອງກອງທັບຂອງເຮົາ, ສັນຕິພາບຈຶ່ງໄດ້ຮັບໄຊຊະນະ ແລະລັດຖະບານໄດ້ກັບສູ່ນະຄອນຫຼວງພ້ອມກັບປະຊາຊົນແລ້ວ. ກວ້າງໄກນັບພັນໄມເປັນເຮືອນຫຼັງດຽວ, ຄວາມ​ຊື່ນຊົມຍິນດີທີ່​ບໍ່​ອາດ​ຈະບັນຍາຍ​ໄດ້!”(3)  ​ແລະ ເພິ່ນໄດ້​ແນະນຳ​ວ່າ: ລັດຖະບານ​ມີ​ຄວາມ​ຕັ້ງ​ໃຈ, ຊາວ​ຮ່າ​ໂນ້ຍ​ທຸກ​ຄົນ​ພ້ອມ​ກັນ​ປະກອບສ່ວນ​ໃຫ້​ລັດຖະບານ, ພວກ​ເຮົາ​ຈະ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກລຳບາກທັງໝົດ ​ແລະ ບັນລຸ​ໄດ້​ຈຸດໝາຍ​ລວມຄື: ​ເຮັດ​ໃຫ້​ຮ່າ​ໂນ້ຍ​ເປັນ​ນະຄອນຫຼວງ​ທີ່​ສະຫງົບສຸກ, ​ເບີກບານ​ມ່ວນ​ຊື່ນ ແລະຈະເລີນຮຸ່ງເຮືອງ”(4).

ການ​ຍຶດຄອງນະຄອນຫຼວງ​ຮ່າ​ໂນ້ຍ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ຄະນະ​ກຳມະການ​ການ​ທະຫານ​ປົກຄອງນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ເຂົ້າ​ຍຶດ​ຄອງ​ທຸກ​ອົງການ, ສຳນັກງານ, ສະຖານສາທາລະນະ, ​ໂຮງງານ, ​ໂຮງໝໍ, ​ໂຮງຮຽນ ​ແລະອື່ນໆ ຢ່າງວ່ອງໄວ; ​ໃນ​ນັ້ນມີ​ບັນດາ​ທີ່​ຕັ້ງ​ການ​ທະຫານ ​ແລະ ສຳນັກງານ​ໃຫຍ່​ສຳຄັນ​ຄື:​ ກຳແພງຮ່າ​ໂນ້ຍ, ເຂດສຳປະທານ ໂດ່ນຖູຍ, ສະໜາມ​ບິນ ແບັກມາຍ, ສະໜາມ​ບິນ ຢາເລິມ, ທຳນຽບຜູ້ສຳເລັດລາຊະການ, ທຳນຽບຜູ້ວ່າລາຊະການຫວຽດນາມ​ເໜືອ, ສຳນັກງານສືບລາຊະການລັບສະຫະພາບ,... ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍັງມີຄວາມ​ເປັນ​ປົກກະຕິ ​ແລະ ໝັ້ນຄົງ. ບັນດາຂະແໜງໄຟຟ້າ, ນ້ຳປະປາ, ການຂົນສົ່ງ ແລະ ໂທລະຄົມມະນາຄົມ ດຳເນີນໄປຢ່າງສະດວກ; ຄວາມໝັ້ນຄົງທາງ​ການເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ໄດ້​ຮັບ​ການ​ຮັບປະກັນ; ໂຮງຮຽນ, ໂຮງໝໍ, ອົງການວັດທະນະທຳແລະສື່ມວນຊົນ ຍັງເປີດດຳເນີນການຕາມປົກກະຕິ ພາຍໃຕ້ການຄຸ້ມຄອງຂອງອຳນາດການປົກຄອງນະຄອນຫຼວງ.

ວັນ​ປົດ​ປ່ອຍ​ນະ​ຄອນ​ຫຼວງ​ແມ່ນ​ສັນ​ຍາ​ລັກແຫ່ງເຈດຈຳນົງກ້າແກ່ນ, ​ນ້ຳ​ໃຈ​ຮັກ​ຊາດ
ແລະ
ຄວາມ​ປາດ​ຖະ​ໜາເພື່ອ​ສັນ​ຕິ​ພາບ​ຂອງ​ຊາດ​ຫວຽດ​ນາມຕະຫຼອດໄປ.

ຮ່າໂນ້ຍໄດ້ຮັບການປົດປ່ອຍໃນວັນທີ 10 ຕຸລາ 1954, ເປັນຂີດໝາຍສຳຄັນໃນປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຂອງປະຊາຊົນຫວຽດນາມ, ເຊິ່ງເປັນການຢຸດຕິການປົກຄອງອານານິຄົມຂອງຝຣັ່ງໃນຫວຽດນາມທີ່ຍາວນານເກືອບສະຕະວັດ; ແມ່ນ​ໄຊຊະນະ​ຄັ້ງ​ສຸດ​ທ້າຍ ​ແລະ “ຄົບ​ຖ້ວນ” ຂອງ​ກອງທັບ ​ແລະ ປະຊາຊົນຫວຽດນາມ ພາຍຫຼັງ 9 ປີ​ແຫ່ງ​ການ​ຕໍ່ຕ້ານທີ່ຫຍຸ້ງຍາກລຳບາກ​ແລະດຸ​ເດືອດ ​ໂດຍ​ການ​ເສຍສະຫຼະ ​ແລະຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງ​ ເພື່ອ​ຂັບ​ໄລ່​ສັດຕູ ​ແລະ ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ. ໄຊຊະນະທີ່ມີຄວາມໝາຍອັນຍິ່ງໃຫຍ່ນັ້ນ ແມ່ນມາຈາກຄວາມສະຫຼາດສ່ອງໃສ, ຄວາມກ້າຫານ ແລະ ແກ່ນແທ້ຂອງອາລະຍະທຳຫວຽດນາມ ເຊິ່ງຖືກສ້າງຂຶ້ນແລະຫຼໍ່ລ້ຽງ ຜ່ານແຕ່ລະລຸ້ນຄົນໃນຕະຫຼອດປະຫວັດສາດຫຼາຍພັນປີ ແລະ ຍົກລະດັບສູ່ຈຸດສູງສຸດຂອງຍຸກສະໄໝ ຕາມແນວທາງການປະຕິວັດ ແລະ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມທີ່ສະຫງ່າລາສີ ແລະ ປະທານໂຮ່ຈີມິນຜູ້ຍິ່ງໃຫຍ່.

ນະຄອນຫຼວງຮ່າໂນ້ຍ ໄດ້ເປີດສາກການຕໍ່ຕ້ານລະດັບຊາດຢ່າງສົມກຽດ ແລະ ສະຫງ່າລາສີທີ່ສຸດ, ໂດຍດຳເນີນການຕໍ່ສູ້ຢ່າງກ້າຫານເປັນເວລາ 60 ວັນແລະຄືນ, ດ້ວຍຈິດໃຈ “ເສຍສະຫຼະຊີວິດເພື່ອຄວາມຢູ່ລອດຂອງປະເທດຊາດ, ສະ​ແດງ​ໃຫ້​ເຫັນເຖິງເຈດຈຳນົງ ​ແລະຈິດໃຈທີ່ອົງອາດກ້າແກ່ນ​ຂອງ​ຊາດ, ​​ປະຕິບັດ​ພາລະກິດ​ທີ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ມອບ​ໝາຍ​ໃຫ້ສຳເລັດລຸລ່ວງຢ່າງ​ຈົບງາມ ແລະປະກອບສ່ວນພ້ອມກັບ​ທົ່ວ​ປະ​ເທດເພື່ອ​ນໍາການຕໍ່ຕ້ານຈາກໄຊຊະນະຄັ້ງໜຶ່ງໄປສູ່ໄຊຊະນະຄັ້ງຕໍ່ໆໄປ. ຄວາມສຳເລັດໃນການປະຕິບັດໜ້າທີ່ຍຶດຄອງນະຄອນຫຼວງຮ່າໂນ້ຍທັງໝົດ ພ້ອມດ້ວຍຖານທັບຫຼາຍແຫ່ງ, ສຳນັກງານ, ​ໂຮງງານ, ​ໂຮງໝໍ, ​ໂຮງຮຽນ ແລະອື່ນໆ ​ຢ່າງປອດໄພ, ວ່ອງໄວ ແລະ ສົມບູນນັ້ນ ໄດ້ຢືນຢັນອີກຄັ້ງ ເຖິງຈິດໃຈແຫ່ງຄວາມສາມັກຄີ, ຄວາມສະຫຼາດ, ຄວາມກ້າຫານ, ຄວາມທົນທາງໜຽວແໜ້ນ, ການປະສານສົມທົບຢ່າງແໜ້ນແຟ້ນກອງກຳລັງປະກອບອາວຸດ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ກັບບັນດາກົມກອງທະຫານຫຼວງ ແລະກອງກໍາລັງອື່ນໆ ທີ່ຕໍ່ສູ້ຢ່າງຕໍ່ເນື່ອງ ເພື່ອບັງຄັບໃຫ້ພວກລ່າເມືອງຂຶ້ນຝຣັ່ງ ປະຕິບັດຕາມສັນຍາເຊີແນວຢ່າງເໝາະສົມ. ໄຊຊະນະ​ນັ້ນ​ແມ່ນຫຼັກຖານທີ່ພິສູດ​ໃຫ້​ເຫັນຢ່າງຊັດເຈນເຖິງຈິດ​ໃຈແຫ່ງ ຄວາມຕັດສິນໃຈສູ້ຮົບ, ຕັດສິນ​ໃຈ​ເອົາ​ຊະນະ, ຮູ້​ວິທີຕໍ່ສູ້, ຮູ້​ວິທີ​ຊະນະ ​ທີ່ໄດ້​ຮັບ​ການ​ພັດທະນາ ​ແລະ ຍົກ​​ຂຶ້ນ​ສູ່​ລະດັບ​ໃໝ່.

​ນະຄອນ​ຮ່າ​ໂນ້ຍໄດ້ເປັນເຈົ້າການໃນການກະກຽມ​ເງື່ອນ​ໄຂທຸກຢ່າງຢ່າງຮອບຄອບ, ກຳແໜ້ນ​ກາລະ​ໂອກາດ ​ແລະ ​ປິດແຜນການແລະການ​ເຄື່ອນ​ໄຫວ​ຂອງ​ສັດຕູທັງໝົດ ​ແມ່ນ​ປັດ​ໄຈ​ສຳຄັນ​ສຳລັບການຍຶດຄອງນະ​ຄອນ​ຫຼວງຮ່າ​ໂນ້ຍສຳ​ເລັດ. ພິ​ເສດ, ໃນ​ຂະ​ບວນ​ການ​ເຂົ້າຍຶດ​ຄອງ​ນະ​ຄອນ, ຍ້ອນ​​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ຕໍ່ສູ້​ຢ່າງ​ເດັດ​ດ່ຽວ, ​ໜຽວ​ແໜ້ນ, ຄ່ອງແຄ້ວ, ສົມທົບກັບນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ຄ່ອງ​ແຄ້ວແລະເໝາະ​ສົມ, ຫວຽດ​ນາມໄດ້​ຮັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ສະ​ໜັບ​ສະ​ໜູນ​ຈາກ​ສາ​ກົນ ແລະ ຫຼີກ​ລ່ຽງຄວາມ​ຂັດ​ແຍ້ງ​ທີ່​ບໍ່​ຈຳ​ເປັນ​ກັບ​ບັນ​ດາ​ກຳ​ລັງ​ສາ​ກົນ​ທີ່​ຍັງ​ຄົງ​ຢູ່​ຮ່າ​ໂນ້ຍ ໃນ​ເວ​ລາ​ນັ້ນ. ສິ່ງດັ່ງກ່າວຢືນຢັນເຖິງແນວທາງການນຳພາທີ່ຖືກຕ້ອງ ແລະສະຫຼາດສ່ອງໃສ ຂອງພັກແລະລຸງໂຮ່ທີ່ເຄົາລົບຮັກ ເຊິ່ງສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ກັບກອງທັບ ແລະປະຊາຊົນເຮົາຢູ່ສະເໝີ ໃນການຕັ້ງໝັ້ນໃນຍຸດທະສາດການຕໍ່ສູ້ທີ່ຍືດຫຍຸ່ນ ມຸ່ງບັນລຸເປົ້າໝາຍການປົດປ່ອຍນະຄອນຫຼວງ ໂດຍບໍ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ໄຊຊະນະ​ຂອງ​ການ​ຍຶດຄອງ ​ແລະປົດ​ປ່ອຍ​ນະຄອນຫຼວງ ​ຍັງ​ສະ​ແດງ​ໃຫ້​ເຫັນຢ່າງຊັດເຈນ​ເຖິງ​ຄວາມຮູ້ສຶກເຖິງຄວາມ​ຮັບ​ຜິດ​ຊອບ, ຄວາມ​ກ້າຫານ ​ແລະ ຄວາມ​ສາມາດ​ຂອງ​ຄະນະ​ກຳມະການ​ການ​ທະຫານປົກຄອງ​ຮ່າ​ໂນ້ຍ ​ໃນການປະຕິບັດ​ໜ້າ​ທີ່​ທີ່​ພັກ, ລັດຖະບານ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້. ທີ່ໜ້າສັງເກດຄື, ດ້ວຍ​ເວລາ​ພຽງ​ເກືອບ 20 ວັນ​ໃນການເຂົ້າ​ຍຶດຄອງ​ນະຄອນຫຼວງ, ຄະນະ​ກຳມະການ​ການ​ທະຫານປົກຄອງ​ນະຄອນຮ່າ​ໂນ້ຍ ກໍ່ສາມາດເສີມສ້າງຄວາມໝັ້ນຄົງ​ໃນ​ທຸກ​ດ້ານຂອງການປະຕິບັດການຂອງນະຄອນ​ຢ່າງ​ວ່ອງ​ໄວ; ​ເອົາ​ໃຈ​ໃສ່ຜັນຂະຫຍາຍ​ນະ​ໂຍບາຍ​ປະກັນຄວາມປອດໄພທາງ​ສັງຄົມ, ຮັບປະກັນ​ຄວາມ​ຕ້ອງການ​ທີ່ຈຳເປັນ​ຂອງ​ການ​ຜະລິດ ​ແລະການດຳລົງຊີວິດ. ພາຍຫຼັງ​ວັນ​ປົດ​ປ່ອຍ​ວັນ​ທີ 10 ຕຸລາ 1954, ປະ​ຊາ​ຊົນ​ຮ່າ​ໂນ້ຍ ພາຍ​ໃຕ້​ການ​ຊີ້​ນຳ ຄຸ້ມ​ຄອງ​ຂອງ​ຄະ​ນະ​ກຳ​ມະ​ການ​ທະ​ຫານປົກຄອງ​ຮ່າ​ໂນ້ຍ ໄດ້​ເລີ່ມ​ຕົ້ນ​ການ​ບູ​ລະ​ນະ​ນະ​ຄອນ​ຫຼວງ, ຟື້ນ​ຟູ​ການ​ຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດແລະວັດ​ທະ​ນະ​ທຳ. ບັນຍາກາດ​ດັ່ງກ່າວ​ສົ່ງຜົນດີຕໍ່ການສົ່ງເສີມຈິດ​ໃຈ​ສາມັກຄີ​ປວງຊົນ​ທັງຊາດ, ລະດົມ​ກຳລັງ​ແຮງສັງ​ລວມຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ແລະ ຮ່ວມ​ກັບອຳນາດການປົກຄອງດຳເນີນການຟື້ນຟູນະຄອນຫຼວງ​ຫຼັງການປົດປ່ອຍໄດ້ຢ່າງ​ມີ​ປະສິດທິ​ຜົນ.   

ວັນ​ປົດ​ປ່ອຍ​ນະ​ຄອນ​ຫຼວງຈະເປັນ​ສັນ​ຍາ​ລັກແຫ່ງເຈດຈຳນົງອົງອາດກ້າແກ່ນ, ນ້ຳໃນຮັກຊາດ ແລະ ຄວາມ​ປາ​ຖະໜາ​ເພື່ອ​ສັນ​ຕິ​ພາບ ຂອງຊາວຫວຽດນາມ ຕະຫຼອດໄປ; ສະ​ແດງ​ໃຫ້​ເຫັນເຖິງຈິດໃຈ​ສາ​ມັກ​ຄີປວງຊົນທັງຊາດ, ຄວາມຜູກພັນ​ສະ​ໜິດແໜ້ນ​ລະ​ຫວ່າງ​ພັກ, ​ກອງ​ທັບ ແລະ ປະ​ຊາ​ຊົນ. ນັ້ນ​ແມ່ນ​ໝາກຜົນ​ຂອງ​ຄວາມພະຍາຍາມ​ຮ່ວມກັນ ​ແລະ ຄວາມ​ເປັນ​ເອກະສັນ​ຂອງ​ຊາວ​ຮ່າ​ໂນ້ຍ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ ​ເພື່ອ​ບັນລຸເປົ້າໝາຍ​ປົດ​ປ່ອຍ​ນະຄອນຫຼວງ; ແມ່ນຄວາມເອກອ້າງທະນົງໃຈຂອງຊາວນະຄອນຫຼວງ ແລະພີ່ນ້ອງຮ່ວມຊາດໃນທົ່ວປະເທດ, ບໍ່ພຽງແຕ່ໝາຍເຖິງໄຊຊະນະທາງການທະຫານ ແລະ ການເມືອງເທົ່ານັ້ນ, ແຕ່ຍັງເປັນສັນຍາລັກແຫ່ງຄວາມປາດຖະໜາສັນຕິພາບ, ການສືບຕໍ່ປະຫວັດສາດອັນສະຫງ່າລາສີຂອງວັດທະນະທຳ ແລະຄວມອົງອາດກ້າຫານນັບພັນປີຂອງ ທັງລອງ-ຮ່າໂນ້ຍ; ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ເປີດ​ສັກກະລາດໃໝ່​ໃຫ້ກັບນະ​ຄອນຮ່າ​ໂນ້ຍ ແລະ ທົ່ວ​ປະ​ເທດ ​ໃນ​ຂະ​ບວນ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ. ຈິດ​ໃຈ​ຂອງວັນ​ປົດ​ປ່ອຍ​ນະ​ຄອນ​ຫຼວງ​ຈະເປັນແຮງບັນດານໃຈໃນການສົ່ງເສີມນ້ຳ​ໃຈ​ຮັກ​ຊາດ ແລະ ຊຸກຍູ້ໃຫ້ຊາວ​ຫວຽດນາມ​ລຸ້ນຕ່າງໆ​ສືບ​ຕໍ່​ຮັກສາ​ເອກະລາດ, ​ເສລີພາບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ອັນ​ສັກສິດ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ສ້າງສາ​ແລະພັດທະນາ​ປະ​ເທດ​ຊາດໃຫ້​ເຂັ້ມ​ແຂງ, ຈະເລີນຮຸ່ງເຮືອງ ​ແລະ ມີ​ຄວາມ​ຜາ​ສຸກ.   

----------------------

(1) ປະຫວັດສາດຄະນະພັກນະຄອນຮ່າໂນ້ຍ (1930-2000), ສພຈ. ຮ່າໂນ້ຍ, 2024, ໜ້າ 193.

(2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 534

(3), (4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 9, ໜ້າ 79, 80