ແຜນການຈັດຕັ້ງການແຂ່ງຂັນຂຽນບົດການເມືອງກ່ຽວກັບການປົກປ້ອງ
ພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025
(ແຜນການສະບັບເລກທີ 57-ຜກ/ສມຊ, ລົງວັນທີ 5 ກຸມພາ 2025)
ພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025
(ແຜນການສະບັບເລກທີ 57-ຜກ/ສມຊ, ລົງວັນທີ 5 ກຸມພາ 2025)
ວກ. - ອີງຕາມແຜນການສະບັບເລກທີ 40-KH/BCĐTW, ລົງວັນທີ 01 ມັງກອນ 2025 ຂອງຄະນະຊີ້ນໍາ 35 ສູນກາງ ກ່ຽວກັບການເຄື່ອນໄຫວໃນປີ 2025, ສະຖາບັນການການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ເປັນປະທານ, ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມປະຊາຊົນ, ໂທລະພາບຫວຽດນາມ ແລະ ສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງການແຂ່ງຂັນຂຽນບົດດ້ານການເມືອງ ກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ ຄັ້ງທີຫ້າ ປີ 2025, ດັ່ງນີ້:
I. ເປົ້າໝາຍ, ເງື່ອນໄຂ
1. ເປົ້າໝາຍ
- ສືບຕ່ໍຢືນຢັນບົດບາດສໍາຄັນ ຂອງການປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ຕ້ານກັບທັດສະນະທີ່ຜິດພາດ ແລະ ເປັນສັດຕູ ໃນສະພາບການທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ກໍາລັງ “ເລັ່ງຄວາມໄວ” ແລະ “ເຖິງຈຸດໝາຍ” ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ກ້າວໄປເຖິງການຈັດຕັ້ງກອງປະຊູມໃຫຍ່ຄັ້ງທີ XIV ຂອງພັກຢ່າງສໍາເລັດຜົນ, ສະເຫຼີມສະຫຼອງບັນດາເຫດການການເມືອງ, ປະຫວັດສາດທີ່ສໍາຄັນຂອງປະເທດຊາດ ພາຍໃນປີ 2025; ປະຕິບັດບັນດານະໂຍບາຍ ຍຸດທະສາດຊີ້ຂາດ, ບັນດາການຫັນປ່ຽນທີ່ມີລັກສະນະປະຕິວັດ (ປ່ຽນແປງໃໝ່ແບບວິທີການນໍາພາຂອງພັກ, ກະທັດຮັດກົງຈັກລະບົບການເມືອງ; ຫັນປ່ຽນດິຈິຕອນ; ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ຫຍໍ້ທໍ້...) ເພື່ອພາປະເທດຊາດ ກ້າວເຂົ້າສູ່ສັງກາດບືນຕົວພັດທະນາ ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.
- ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງບັນດາຄະນະພັກ, ອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຕ່ໍກັບໜ້າທີ່ປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ຕ້ານກັບທັດສະນະທີ່ຜິດພາດ, ເປັນສັດຕູ, ຕິດພັນກັບການປ້ອງກັນແລະຕ້ານຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, “ການຫັນປ່ຽນດ້ວຍຕົນເອງ”, “ການປ່ຽນແປງດ້ວຍຕົນເອງ”.
- ຜ່ານການແຂ່ງຂັນເພື່ອກ່ໍສ້າງ, ບໍາລຸງ, ຝຶກຝົນຫຼໍ່ຫຼອມທັກສະຕ່າງໆ ໃຫ້ແກ່ບັນດາກໍາລັງຫຼັກແຫ່ຼງ ແລະ ສືບຕ່ໍພົບເຫັນບັນດາປັດໄຈໃໝ່ ສ້າງເຄືອຂ່າຍກວ້າງຂວາງ ເພື່ອປ້ອງກັນພື້ນຖານແນວຄິດຂອງພັກ, ຕ່ໍສູ້ຕ້ານກັບທັດສະນະທີ່ຜິດພາດ, ສັດຕູໃຫ້ມີປະສິດທິຜົນ ປະກອບສ່ວນປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບ.
- ຍົກສູງຄຸນນະພາບບັນດາບົດຂຽນການເມືອງໃນໜັງສືພິມ, ວາລະສານ, ວິທະຍຸກະຈາຍສຽງ, ໂທລະພາບ ແລະ ເຄືອຄ່າຍສັງຄົມກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ປະຕິເສດບັນດາທັດສະນະອັນຜິດພາດຂອງກໍາລັງສັດຕູ, ປະຕິກິລິຍາ ແລະພວກສວຍໂອກາດທາງດ້ານການເມືອງ, ປະກອບສ່ວນປົກປັກຮັກສາ, ໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ທັດສະນະຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ບັນດາບັນຫາທິດສະດີ - ພຶດຕິກໍາໃໝ່ ທີ່ໄດ້ວາງອອກໃນສັງກາດພັດທະນາໃໝ່ - ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ; ວິໄສທັດ, ແນວຄິດຊີ້ນໍາຍຸດທະສາດ ຂອງສະຫາຍເລຂາທິການໃຫຍ່ ໂຕເລີມ ກ່ຽວກັບການກໍານົດທິດ, ເປົ້າໝາຍພັດທະນາປະເທດຊາດ; ສະຫລຸບບັນຫາທິດສະດີ ແລະ ພຶດຕິກໍາຕົວຈິງຈໍານວນໜຶ່ງ ພາຍຫຼັງ 40 ປີແຫ່ງການປ່ຽນແປງປະເທດ ຊາດ ແລະ ປະກອບຄວາມຄິດເຫັນເຂົ້າໃນຮ່າງເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະປະເທດ ຄັ້ງທີ XIV ຂອງພັກ, “ປູຂຽວ” ຂໍ້ມູນທີ່ຕັ້ງໜ້າ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມ ໃນສັງຄົມ ແລະ ການສະໜັບສະໜູນ ຂອງເພື່ອນມິດສາກົນທັງຫຼາຍ.\
2. ເງື່ອນໄຂ
- ປະຕິບັດຖືກຕາມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ແລະ ລະບຽບການທີ່ກ່ຽວຂ້ອງ.
- ຍຶດໝັ້ນ ແລະ ປະຕິບັດຄໍາຂວັນຂອງການສົມທົບກັນຢ່າງແໜ້ນແຟ້ນ “ການສ້າງ” ແລະ “ການຕ້ານ”, ໃນນັ້ນ “ການສ້າງ” ແມ່ນພື້ນຖານ, ຍາວນານ; “ການຕ້ານ” ຕ້ອງມີຄວາມໜັກແໜ້ນ ແລະ ມີປະສິດທິຜົນ, “ເອົາຄວາມດີກົບສິ່ງບ່ໍດີ”.
- ຈັດຕັ້ງການໂຄສະນາເຜີຍແຜ່ຢ່າງກ້ວາງຂວາງ ກ່ຽວກັບການແຂ່ງຂັນໃນສື່ມວນຊົນ ແລະ ເຄືອຂ່າຍສັງຄົມ ໂດຍສະເພາະແມ່ນ ຈຸດໃໝ່ເມື່ອທຽບໃສ່ການແຂ່ງຂັນຜ່ານມາ. ຜ່ານນັ້ນ, ຊຸກຍູ້ ແລະ ລະດົມການເຂົ້າຮ່ວມຂອງ ບັນດາພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມ ແລະ ສະມາຊິກສະມາຄົມໃນລະບົບການເມືອງ ແລະ ທຸກຊັ້ນຄົນໃນທົ່ວປະເທດ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດທີ່ມີຄວາມສົນໃຈເຖິງຫວຽດນາມ.
- ຜ່ານການແຂ່ງຂັນເລືອກເອົາບັນດາບົດຂຽນທີ່ດີເດັ່ນທີ່ສຸດ, ມີສັນຍະລັກ ເພຶ່ອໂຄສະນາ, ເຜີຍແຜ່ ຢ່າງກວ້າງຂວາງ ໃນລະບົບການເມືອງ ແລະ ສັງຄົມ.
- ວຽກງານການກະກຽມ ແລະ ການຈັດຕັ້ງການແຂ່ງຂັນຕ້ອງໄດ້ດໍາເນີນໄປຢ່າງມີວິທີ ລອບຄອບ, ຄົບຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ; ການປະເມີນຜົນການແຂ່ງຂັນຕ້ອງພາວະວິໄສ, ທ່ຽງທໍາ, ຍຸຕິທໍາ, ຖືກຕ້ອງ, ເປີດເຜີຍ, ແຈ້ງຊັດ.
II. ເນື້ອໃນແຜນການ
1. ຊື່ການແຂ່ງຂັນ: ການແຂ່ງຂັນຂຽນບົດການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025.
2. ຊີ້ນໍາ, ຈັດຕັ້ງການແຂ່ງຂັນ
2.1. ຊີ້ນໍາການແຂ່ງຂັນ: ຄະນະຊີ້ນໍາສູນກາງປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ປະຕິເສດກັບບັນດາທັດສະນະທີ່ຜິດພາດ, ເປັນສັດຕູ (ຄະນະຊີ້ນໍາ 35 ສູນກາງ).
2.2.ຈັດຕັ້ງການແຂ່ງຂັນ
- ອົງການນໍາພາ: ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.
- ອົງການປະສານງານ: ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມປະຊາຊົນ, ສະຖານີໂທລະພາບຫວຽດນາມ, ສະມາຄົມ ນັກຂ່າວຫວຽດນາມ.
- ຄະນະປະຈໍາການແຂ່ງຂັນ: ຫ້ອງການຄະນະຊີ້ນໍາ 35 ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.
3. ເປົ້າໝາຍ ແລະ ຈໍານວນບົດທີ່ເຂົ້າຮ່ວມການແຂ່ງຂັນ:
3.1. ເປົ້າໝາຍຮ່ວມການແຂ່ງຂັນ
- ຄົນຫວຽດນາມທັງຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ, ຊາວຕ່າງປະເທດທີ່ມີບົດຂຽນການເມືອງ ສອດຄ່ອງກັບມາດຖານຂອງການແຂ່ງຂັນ ແມ່ນມີສິດເຂົ້າຮ່ວມການແຂ່ງຂັນ (ຍົກເວັ້ນບັນດາສະມາຊິກຄະນະຊີ້ນໍາ, ຄະນະຈັດຕັ້ງ, ກອງເລຂາຊ່ວຍວຽກງານການແຂ່ງຂັນ ຄະນະກໍາມະການຕັດສິນ, ເລຂານຸການຄະນະກໍາມະການ).
- ບັນດານັກຂຽນ/ກຸ່ມນັກຂຽນ ທີ່ເຂົ້າຮ່ວມການແຂ່ງຂັນ ບ່ໍລະເມີດກົດໝາຍວ່າດ້ວຍ ສື່ມວນຊົນ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດລະບຽບການປະພຶດໃນເຄືອຂ່າຍສັງຄົມ, ລະບຽບການກ່ຽວກັບ ຈັນຍາບັນວິຊາຊີບນັກຂ່າວຫວຽດນາມ, ກົດລະບຽບນໍາໃຊ້ເຄືອຂ່າຍສັງຄົມ ຂອງສະມາຄົມນັກຂ່າວຫວຽດນາມ, ຂໍ້ກໍານົດອື່ນໆ ຂອງກົດໝາຍ.
- ສົ່ງເສີມການເຂົ້າຮ່ວມຂອງ: ພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ, ນັກຮຽນ, ນັກສຶກສາຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໂຮງຮຽນການເມືອງຂອງແຂວງ ແລະ ນະຄອນຂັ້ນສູນກາງ, ຖັນແຖວນັກຄົ້ນຄວ້າ, ຄູສອນທິດສະດີການເມືອງ ໃນລະບົບການສຶກສາແຫ່ງລັດ, ບັນດາສະຖາບັນຄົ້ນຄວ້າ; ນັກສຶກສາ, ນັກຮຽນຂອງບັນດາມະຫາວິທະຍາໄລ ແລະ ວິທະຍາໄລ; ພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານ ຂອງບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ສູນກາງ ແລະ ທ້ອງຖິ່ນ; ສະມາຊິກ, ຖັນແຖວຊ່ຽວຊານ ແລະ ຜູ້ຮ່ວມງານຂອງ ຄະນະຊີ້ນໍາ 35 ທຸກຂັ້ນ; ນາຍທະຫານ, ນາຍຕໍາຫຼວດ, ນັກຮົບກໍາລັງປະກອບອາວຸດ; ພະນັກງານ, ນັກຂ່າວ, ບັນນາທິການ ແລະ ຜູ້ຮ່ວມມື ຂອງອົງການຂ່າວ ແລະ ສື່ມວນຊົນສູນກາງ ແລະ ທ້ອງຖິ່ນ; ຖັນແຖວນັກສິລະປີນ, ປັນຍາຊົນ.
3.2. ຈໍານວນບົດຂຽນ ເຂົ້າຮ່ວມການແຂ່ງຂັນ
* ສໍາລັບບຸກຄົນ ແຕ່ລະນັກຂຽນ/ກູ່ມນັກຂຽນສາມາດສົ່ງໄດ້ເຖິງ 05, ໃນນັ້ນມີ:
- ສໍາລັບບົດຂຽນດ້ວຍຮູບແແບຂຽນ ສາມາດສົ່ງຫຼາຍສຸດ 02 ບົດ: 01 ບົດຂອງປະເພດວາລະສານ (ພິມ ຫຼື ວາລະສານເອເລັກໂຕຣນິກ) ແລະ 01 ບົດຂຽນຂອງປະເພດໜັງສືພິມ (ພິມ ຫຼື ໜັງສືພິມເອເລັກໂຕຣນິກ). ແຕ່ ລະບົດຂຽນທີ່ສົ່ງເຂົ້າແຂ່ງຂັນປະກອບມີສໍາເນົາພິມ (ຂະໜາດ A4) ແລະ ໄຟລ໌ (ຮູບແບບ Microsoft Word) ແລະ ພິສູດປະກາດໃຊ້ບົດຂຽນ (ຖ້າມີ).
- ສໍາລັບບົດຂຽນໃນຮູບແບບໜັງສືພິມປາກເປົ່າ/ໜັງສືພິມຮູບພາບ/ວີດີໂອ, ແຕ່ລະນັກຂຽນ/ກຸ່ມນັກຂຽນ ສາມາດສົ່ຫຼາຍສຸດ 03 ບົດຂຽນເຂົ້າຮ່ວມການແຂ່ງຂັນຄື: 01 ບົດຂຽນໃນຮູບແບບໜັງສືພິມປາກເປົ່າ (ວິທະຍຸ); 01 ບົດຂຽນຮູບແບບໜັງສືພິມຮູບພາບ (ໂທລະພາບ) ແລະ 01 ບົດຂຽນຮູບແບບວິດີໂອ. ແຕ່ລະບົດທີ່ເຂົ້າຮ່ວມການແຂ່ງຂັນ ປະກອບມີໄຟລ໌ສຽງ/ພາບ (ຮູບແບບ mp3/mp4) ແລະ ສໍາເນົາຂອງໜັງສືວັນນະຄະດີ (ຂະໜາດ A4, ຮູບແບບ Microsoft Word).
* ສໍາລັບລວມໝູ່
- ຄະນະຊີ້ນໍາ 35 ຄະນະພັກການທະຫານສູນກາງ, ຄະນະຊີ້ນໍາ 35 ກະຊວງຕໍາຫຼວດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະຊີ້ນໍາ 35 ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ: ແຕ່ລະຫົວໜ່ວຍ ສາມາດສົ່ງຫຼາຍສຸດ 200 ບົດຂຽນ ສຳລັບທຸກໆຮູບແບບ ເຂົ້າຮ່ວມການແຂ່ງຂັນຂັ້ນສູນກາງ.
- ຄະນະພັກບັນດາອົງການສູນກາງ, ຄະນະພັກລັດຖະບານ, ຄະນະພັກສະພາແຫ່ງຊາດ ແລະ ຄະນະພັກແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການອົງການຈັດຕັ້ງສູນກາງ: ແຕ່ລະຫົວໜ່ວຍ ສາມາດສົ່ງຫຼາຍສຸດ 100 ບົດຂຽນ ສະລັບທຸກໆແຮູບແບບ ເຂົ້າຮ່ວມການແຂ່ງຂັນຂັ້ນສູນກາງ.
- ຄະນະຊີ້ນໍາ 35 ບັນດາຫົວໜ່ວຍ/ທ້ອງຖິ່ນອື່ນໆ: ແຕ່ລະຫົວໜ່ວຍ/ທ້ອງຖິ່ນສາມາດສົ່ງບ່ໍເກີນ 80 ບົດຂຽນ ສຳລັບທຸກໆຮູບແບບ ເຂົ້າຮ່ວມການແຂ່ງຂັ້ນ ຂັ້ນສູນກາງ.
4. ມາດຖານຕ່ໍກັບບົດຂຽນທີ່ເຂົ້າຮ່ວມການແຂ່ງຂັນ:
4.1. ມາດຖານລວມ
- ບົດເຂົ້າຮ່ວມການແຂ່ງຂັນແມ່ນ ບົດຂຽນການເມືອງທີ່ຂຽນດ້ວຍພາສາຫວຽດນາມ (ຫຼື ພາສາຊົນເຜົ່າ, ພາສາຕ່າງປະເທດ ທີ່ແປເປັນພາສາຫວຽດນາມ) ໃນໜຶ່ງໃນບັນດາປະເພດດັ່ງນີ້: ວາລະສານ (ພິມ ຫຼື ເອເລັກໂຕຣນິກ), ໜັງສືພິມ (ພິມຈໍາໜ່າຍ ຫຼື ເອເລັກໂຕຣນິກ), ວິທະຍຸ, ໂທລະພາບ, ຄລິບວີດີໂອ, ຮັບປະກັນຮູບແບບທີ່ລະບຸໄວ້ໃນກົດລະບຽບການແຂ່ງຂັນ (ອອກພ້ອມກັບແຜນການນີ້).
- ບົດຂຽນເຂົ້າຮ່ວມການແຂ່ງຂັນ ແມ່ນບົດຂຽນປະດິດສ້າງຄັ້ງທໍາອິດ, ເຊິ່ງຍັງບ່ໍທັນໄດ້ເຜີຍແຜ່ໃນສື່ມວນຊົນ ແລະ ເຄືອຂ່າຍສັງຄົມ ກ່ອນເວລາທີ່ປະກາດການແຂ່ງຂັນບົດການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025 (ວັນທີ 20 ຕຸລາ 2024).
- ພາຍຫຼັງສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັ້ນ, ສົ່ງເສີມໃຫ້ບັນດານັກຂຽນ/ກຸ່ມນັກຂຽນ ປະກາດໃຊ້ ບົດຂຽນຂອງຕົນໃນວາລະສານ, ໜັງສືພິມ, ວິທະຍຸ, ເຄືອຂາຍສັງຄົມ.
- ວຽກງານການຂຽນຕ້ອງຮັບປະກັນອັດຕາການຊໍ້າຊ້ອນຕາມທີ່ໄດ້ກໍານົດໄວ້ (ບ່ໍເກີນ 20%ຊໍ້າກັນ ສໍາລັບໝວດວາລະສານ, ບ່ໍເກີນ 25% ສໍາລັບປະເພດໜັງສືພິມ ທຽບກັບບົດຂຽນອື່ນໆຂອງຜູ້ຂຽນເອງ)
4.2. ມາດຖານກ່ຽວກັບຫົວຂໍ້, ເນື້ອໃນ ແລະ ວິທີການສະແດງ
- ຫົວຂໍ້ຂອງບົດຂຽນແມ່ນສຸມໃສ່ບັນດາບັນຫາພື້ນຖານ, ສູນກາງ ແລະ ພົ້ນເດັ່ນໃນວຽກງານປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ປະຕິເສດບັນດາທັດສະນະທີ່ຜິດພາດ, ເປັນສັດຕູໃນປະຈຸບັນ. (ພາກຜະໜວກ ກໍານົດທິດຫົວຂໍ້ ໄດ້ຕິດຄັດພ້ອມແຜນການນີ)້.
- ບົດຂຽນທີ່ສົ່ເຂົ້າຮ່ວມການແຂ່ງຂັນຕ້ອງຮັບປະກັນລັກສະນະວິທະຍາສາດ, ລັກສະນະພັກ, ລັກສະນະຕ່ໍສູ້ ກໍານົດທິດ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ “ການສ້າງ” ແລະ “ການຕ້ານ”.
- ສົ່ງເສີມບັນດາບົດຂຽນມີວີທີການສະແດງຢ່າງປະດິດສ້າງ, ມີເອກະລັກສະເພາະ, ມີການອັບເດດຂໍ້ມູນ, ມີອັນໃໝ່.
4.3. ມາດຖານກ່ຽວລິຂະສິດ
- ບົດຂຽນທ່ີເຂົ້າຮ່ວມການແຂ່ງຂັນ ຕ້ອງຮັບປະກັນບ່ໍມີຂໍ້ຂັດແຍ້ງກ່ຽວກັບລິຂະສິດ.
- ພາຍຫຼັງສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນແລ້ວ, ນັກຂຽນ/ກຸ່ມນັກຂຽນສາມາດເຜີຍແຜ່/ໂພສລົງໃນສື່ມວນຊົນ ແລະ ເຄືອຂ່າຍສັງຄົມໄດ້ ແຕ່ຕ້ອງແຈ້ງ ແລະ ສົ່ງເອກະສານຢັ້ງຢືນການພິມຈໍາໜ່າຍ/ປະກາດພ້ອມກັບອົງການ, ຫົວໜ່ວຍທີ່ໄດ້ຮັບວຽກ ຫຼື ສົ່ງໄປຫາຫນ່ວຍງານປະຈໍາຈັດຕັ້ງການແຂ່ງຂັນ
- ນັກຂຽນ/ກຸ່ມນັກຂຽນ ຫຼື ອົງການທີ່ກຽວຂ້ອງບ່ໍໄດ້ນໍາເອົາບົດຂຽນເຂົ້າຮ່ວມການແຂ່ງຂັນນີ້ ເພື່ອເຂົ້າຮ່ວມການແຂ່ງຂັນອື່ນ.
5. ເວລາ ສະຖານທີ່ຮັບບົດຂຽນເຂົ້າຮ່ວມການແຂ່ງຂັນ.
5.1. ເວລາ
ຄະນະຈັດຕັ້ງການແຂ່ງຂັ້ນ ຂັ້ນສູນກາງຮັບ, ເອກະສານ, ບົດຂຽນເຂົ້າຮ່ວມການແຂ່ງຂັນ ນັບຕັ້ງແຕ່ຕອນ ປະກາດການແຂ່ງຂັນ (ວັນທີ 06/02/2025) ເຖິງໝົດວັນທີ 15/07/2025 (ຕາມກາໄປສະນີ)
ຄະນະຈັດຕັ້ງການແຂ່ງຂັນ ຈະບ່ໍມີຮັບຜິດຊອບ ຖ້າຫາກວ່າບົນຂຽນເຂົ້າຮ່ວມການແຂ່ງຂັນຖືກສູນເສຍ ຫຼື ຄວາມເສຍຫາຍເນື່ອງຈາກຄວາມຜິດຂອງຫ້ອງການໄປສະນີ. ຄະນະຈັດຕັ້ງການແຂ່ງຂັນ ບ່ໍສົ່ງຄືນບົດຂຽນທ່ີເຂົ້າ ຮ່ວມການແຂ່ງຂັນ ໃນທຸກກໍລະນີ.
5.2. ສະຖານທີ່ຮັບບົດຂຽນເຂົ້າຮ່ວມການແຂ່ງຂັນ
5.2.1. ຢູ່ຂັ້ນທ້ອງຖິ່ນ:
- ບັດດານັກຂຽນ/ກຸ່ມນັກຂຽນທ່ີເປັນພະນັກງານ, ສະມາຊີກພັກ, ຄູອາຈານ, ນັກສຶກສາ, ນັກຮຽນ ຂອງບັນດາອົງການ, ໜ່ວຍງານ ເຂົ້າຮ່ວມການແຂ່ງຂັນ (ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມ, ຄະນະໂຄສານາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ວາລະສານກອມມູນິດ, ໜັງສຶພິມປະຊາຊົນ, ໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ): ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງອົງການ/ໜ່ວຍງານ.
- ບັນດານັກຂຽນ/ກຸ່ມນັກຂຽນທ່ີ ເປັນພະນັກງານ, ສະມາຊີກພັກ, ຄູອາຈານ, ນັກສຶກສາ ຂອງບັນດາອົງການ, ໜ່ວຍງານ, ໂຮງຮຽນ ທີ່ຂຶ້ນກັບກະຊວງປ້ອງກັນຊາດ: ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະ ຊີ້ນໍາ 35 ຄະນະພັກການທະຫານສູນກາງ (ບັນດາໜ່ວຍງານການທະຫານທ້ອງຖິ່ນ ໃຫ້ສົ່ງບົດຂຽນເຖິງຄະນະຊີ້ນໍາ 35 ທ້ອງຖິ່ນ ແລະ ລາຍງານຜົນການເຂົ້າຮ່ວມແຂ່ງຂັນ ເຖິງຄະນະຊີ້ນໍາ 35 ຄະນະພັກການທະຫານສູນກາງ).
- ບັນດານັກຂຽນ/ກຸ່ມຂຽນເປັນພະນັກງານ, ສະມາຊີກພັກ, ຄູອາຈານ, ນັກສຶກສາ ຂອງບັນດາອົງການ, ໜ່ວຍງານ, ໂຮງຮຽນ ທີ່ຂຶ້ນກັບກະຊວງຕໍາຫຼວດ: ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະຊີ້ນໍາ 35 ກະຊວງຕໍາຫຼວດ (ຕໍາຫຼວດທ້ອງຖິ່ນ ໃຫ້ສົ່ງບົດຂຽນເຖິງຄະນະຊີ້ນໍາທ້ອງຖິ່ນ ແລະ ລາຍງານຜົນການເຂົ້າຮ່ວມ ແຂ່ງຂັນ ເຖິງຄະນະຊີ້ນໍາ 35 ກະຊວງຕໍາຫຼວດ).
- ບັນດານັກຂຽນ/ກຸ່ມນັກຂຽນເປັນສະມາຊີກຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ: ໃຫ້ສົ່ງບົດຂຽນເຂົ້າ ຮ່ວມການແຂ່ງຂັນ ເຖິງຄະນະຊີ້ນໍາ 35 ສູນກາງຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ (ບັນດາຄະນະຊາວໜູ່ມ ແຂວງ ແລະ ເທົ່າທຽມ ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະຊີິນໍາ 35 ສູນກາງຄະນະຊາວໜູ່ມ ກອມມູນິດ ໂຮ່ຈີມິນ ແລະ ລາຍງານຜົນການເຂົ້າຮ່ວມແຂ່ງຂັນ ເຖິງຄະນະຊີ້ນໍາ 35 ທ້ອງຖິ່ນ).
- ບັນດານັກຂຽນ/ກຸ່ມນັກຂຽນເປັນພະນັກງານ, ສະມາຊີກພັກ, ສະມາຊີກສະມາຄົມ ຂອງບັນດາອົງຄະນະພັກ ທີ່ຂຶ້ນກັບຄະນະພັກ ບັນດາອົງການພັກສູນກາງ, ຄະນະພັກລັດຖະບານ, ຄະນະພັກສະພາແຫ່ງຊາດ ແລະ ຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງສູນກາງ: ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະຊີ້ນໍາ 35 ຄະນະພັກ ຂອງຕົນເອງ.
- ບັນດານັກຂຽນ/ກຸ່ນັກຂຽນເປັນ ພະນັກງານ, ຄູສອນ, ນັກສຶກສາ, ນັກຮຽນ ທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ, ສະຖາບັນດີດ ວິທະຍາສາດສັງຄົມຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ສໍານັກຂ່າວສານຫວຽດນາມ: ໃຫ້ສົ່ງບົນຂຽນເຂົ້າຮ່ວມການແຂ່ງຂັນເຖິງ ອົງການ/ ໜ່ວນງານ.
- ບັນດານັກຂຽນ/ກຸ່ມນັກຂຽນເປັນພະນັກງານ, ສະມາຊີກພັກກະຊວງການຕ່າງປະເທດ ແລະ ຄົນ ຫວຽດນາມ ຢູ່ຕ່າງປະເທດ, ຄົນຕ່າງປະເທດ: ໃຫ້ສົ່ງບົດຂຽນເຂົ້າຮ່ວມການແຂ່ງຂັນ ເຖິງກະຊວງການຕ່າງປະເທດ (ຜ່ານ ສະຖານທຸດຫວຽດນາມຢູ່ຕ່າງປະເທດ).
- ບັນດານັກຂຽນ/ກຸ່ມນັກຂຽນເປັນພະນັກງານ, ສະມາຊີກພັກ, ສະມາຊີກຊາວໜຸ່ມ, ນັກສຶກສານ, ນັກຮຽນ ຂອງ ບັນດາອົງການ, ໜ່ວຍງານ, ໂຮງຮຽນ ຢູ່ບັນດາແຂວງ/ນະຄອນ ທີ່ຂຶ້ນກັບສູນກາງ ແລະ ບັນດາຊົນ ຊັ້ນປະຊາຊົນຢູ່ທ້ອງຖິ່ນ: ໃຫ້ສົ່ງບົນຂຽນເຂົ້າຮ່ວມການແຂ່ງຂັນ ເຖິງຄະນະຊີ້ນໍາ 35 ບັນດາຄະນະພັກແຂວງ, ຄະນະພັກນະຄອນ ທີ່ຂຶ້ນກັບສູນກາງ (ຍົກເວັ້ນບັນດານັກຂຽນ/ກຸ່ມນັກຂຽນສົ່ງບົດເຂົ້າຮ່ວມການແຂ່ງຂັນ ຕາມຄະນະຊີ້ນໍາ 35 ຄະນະພັກກອງທັບສູນກາງ, ກະຊວງຕາຫຼວດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ວາລະສານກອມມູນິດ, ໜັງສຶພິມປະຊາຊົນ, ໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ; ສູນກາງຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ; ຄະນະພັກບັນດາອົງການສູນກາງ, ຄະນະພັກລັດຖະບານ, ຄະນະພັກສະພາແຫ່ງຊາດ ແລະ ຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງສູນກາງ; ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດນະອນໂຮ່ຈິມິນ, ສະຖາບັນດີດວິທະຍາສາດສັງຄົມຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ສໍານັບຂ່າວສານຫວຽດນາມ.
5.2.2. ຢູ່ຂັ້ນສູນກາງ
- ຄະນະຈັດຕັ້ງການແຂ່ງຂັນຂັ້ນສູນກາງເກັບກໍາ:
+ ເອກະສານເຂົ້າຮ່ວມການແຂ່ງຂັນຂອງບັນດາອົງການ/ໜ່ວຍງານ ທີ່ໄດ້ລະບຸໃນຈຸດ 5.2.1, ຂໍ້ 5, ພາກທີ II ແຜນການນີ້.
+ ບົດຂຽນເຂົ້າຮ່ວມການແຂ່ງຂັນຂອງບັນດານັກຂຽນ/ກຸ່ມນັກຂຽນ ບ່ໍແມ່ນເປົ້າໝາຍ ທີ່ໄດ້ລະບຸໃນຈຸດ 5.2.1.
- ສະຖານທີ່ຮັບເອກະສານ ເຂົ້າຮ່ວມການແຂ່ງຂັນຢູ່ຂັ້ນສູນກາງ: ຫ້ອງການຄະນະຊີ້ນໍາ 35 ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ເລກທີ 135 ຫງວຽນ ຟອງ ຊັກ (ຫຼື ເລກທີ 419 ຮວ່າງ ກວັກ ຫວຽດ), ຕາແສງ ເຫງັ້ຍ ເຕີນ, ເມືອງ ເກົ່າ ເຢີຍ, ນະຄອນຫຼວງ ຮ່າໂນ້ຍ. ເບີໂທ: 080.41053 ຫຼື 090.958.1987 (ສະຫາຍ ດ່າວ ດິ່ງ ທ້າວ), email: thichinhluan35@gmail.com.
6. ຂັ້ນຕອນຈັດຕັ້ງການແຂ່ງຂັນ
- ວັນທີ 20/10/2024: ໄດ້ຈັດຂຶ້ນເພື່ອເປີດການແຂ່ງຂັນຄັ້ງທີຫ້າ, ປີ 2025.
- ວັນທີ 06/02/2025: ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບການແຂ່ງຂັນຢູ່ຂັ້ນສູນກາງ, ປະກາດແຜນການ, ລະບຽບການແຂ່ງຂັນ, ກໍານົດທິດຫົວຂໍ້ການແຂ່ງຂັນ.
- ແຕ່ວັນທີ 06/02/2025 - ວັນທີ 15/07/2025: ບັນດາອົງການ/ໜ່ວຍງານ/ທ້ອງຖິ່ນ ຈັດຕັ້ງການ ແຂ່ງຂັນຢູ່ອົງການ/ໜ່ວຍງານ/ທ້ອງຖິ່ນຂອງຕົນ, ເລືອກບົດຂຽນທ່ີດີເດັນ, ປະກອບເອກະສານສົ່ງເຖິງຄະນະຈັດຕັ້ງ ການແຂ່ງຂັນຂັ້ນສູນກາງ.
- ວັນທີ 15/7/2025: ເປັນເວລາສຸດທ້າຍ ຮັບເອກະສານ, ບົດຂຽນເຂົ້າຮ່ວມການແຂ່ງຂັນ ຢູ່ຂັ້ນສູນກາງ.
- ແຕ່ວັນທີ 15/7/2025 – 31/8/2025: ຄະນະຈັດຕັ້ງການແຂ່ງຂັນສູນກາງ ດໍາເນີນການກວດກາ, ປະເມີນເບື້ອງຕົ້ນ ແລະ ກະກຽມຈັດຕັ້ງການກວດເບື້ອງຕົ້ນບົດຂຽນການທ່ີເຂົ້າຮ່ວມແຂ່ງຂັນ.
- ແຕ່ວັນທີ 01/9/2025 – 30/9/2025: ຄະນະຊີ້ນໍາ, ຄະນະຈັດຕັ້ງການແຂ່ງຂັ້ນສູນກາງຈັດຕັ້ງ ການກວດເບື້ອງຕົ້ນ, ຮອບສຸດທ້າຍ, ຈັດລາງວັນ
- ທ້າຍເດືອນຕຸລາ 2025: ໄດ້ຈັດພິທີມອບລາງວັນການແຂ່ງຂັ້ນສູນກາງ.
lll. ຄະນະຊີ້ນໍາ, ຄະນະຈັດຕັ້ງການແຂ່ງຂັນ
1. ຄະນະຊີ້ນໍາການແຂ່ງຂັນ
- ຄະນະຊີ້ນໍາການແຂ່ງຂັນລວມມີ: ບັນດາສະຫາຍການນໍາສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ຄະນະ ໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມ ປະຊາຊົນ, ສະຖານີໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ ໂດຍສະຫາຍ ຫງວຽນຊວນທັງ, ຄະນະກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ປະທານສະພາທິດສະດີສູນກາງ, ຮອງຫົວໜ້າຄະນະຊີ້ນໍາ 35 ສູນກາງ ເປັນຫົວໜ້າຄະນະຊີ້ນໍາການແຂ່ງຂັນ.
- ຄະນະຊີ້ນໍາການແຂ່ງຂັນໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາຈໍ້າ ຂອງສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໃນໄລຍະດໍາເນີນງານ.
2. ຄະນະຈັດຕັ້ງການແຂ່ງຂັນ
- ຄະນະຈັດຕັ້ງການແຂ່ງຂັນລວມມີ: ບັນດາສະຫານການນໍາຂອງອົງການ ແລະ ບັນດາສະຫາຍການນໍາ ຂອງໜ່ວຍງານຈໍານວນໜ່ຶງ ທ່ີຂຶ້ນກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມປະຊາຊົນ, ສະຖານີ ໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ; ໂດຍທ່ານ ເລວັນເລີ້ຍ, ຮອງຫົວໜ້າສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ, ສະມາຊິກຄະນະຊີ້ນໍາ 35 ສູນກາງເປັນຫົວໜ້າຄະນະຈັດຕັ້ງການແຂ່ງຂັນ.
-ຄະນະຈັດຕັ້ງການແຂ່ງຂັນໄດ້ສ້າງຕັ້ງກອງເລຂາເພື່ອຊ່ວຍຄະນະຈັດຕັ້ງປະຕິບັດໜ້າທີ່ຂອງຕົນ.
- ຄະນະຈັດຕັ້ງການແຂ່ງຂັນໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາຈໍ້າຂອງສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໃນໄລຍະດໍາເນີນງານ.
lV. ໂຄງສ້າງລາງວັນ
1. ຈໍານວນລາງວັນ
1.1. ກ່ຽວກັບລາງວັນສໍາລັບບົດຂຽນຂອງນັກຂຽນ/ກຸ່ມນັກຂຽນ
- 01 ລາງວັນພິເສດໃຫ້ແກ່ທຸກໆປະເພດ.
- ບົດຂຽນການເມືອງປະເພດວາລະສານ: 03 ລາງວັນ A, 06 ລາງວັນ B, 10 ລາງວັນ C, 20 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດໜັງສືພິມ: 03 ລາງວັນ A, 06 ລາງວັນ B, 10 ລາງວັນ C, 20 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດໜັງສືພິມ: 03 ລາງວັນ A, 06 ລາງວັນ B, 10 ລາງວັນ C, 20 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດກະຈາຍສຽງ: 02 ລາງວັນ A, 04 ລາງວັນ B, 06 ລາງວັນ C, 10 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດໂທລະພາບ: 02 ລາງວັນ A, 04 ລາງວັນ B, 06 ລາງວັນ C, 10 ລາງວັນຊົມເຊິຍ.
- ບົດຂຽນການເມືອງປະເພດວີດີໂອ: 01 ລາງວັນ A, 02 ລາງວັນ B, 03 ລາງວັນ C, 06 ລາງວັນຊົມເຊິຍ.
- ນອກຈາກລາງວັນຢ່າງເປັນທາງການ, ຄະນະຊີ້ນໍາການແຂ່ງຂັນຍັງໄດ້ມອບ 20 ລາງວັນໃຫ້ແກ່ບົດຂຽນເຂົ້າຮ່ວມການແຂ່ງຂັນຂອງນັກຂຽນ/ກຸ່ມນັກຂຽນເປັນສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກສຶກສາທີ່ເຂົ້າສູ່ຮອບຊິງ ຊະນະເລີດ ແລະ ໄດ້ຮັບຄະແນນສູງສຸດໃນຈໍານວນບັນດາບົດຂຽນຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກສຶກສາ; ແລະ ມອບລາງວັນໃຫ້ແກ່ນັກຂຽນ/ກຸ່ມນັກຂຽນທີ່ມີອາຍຸສູງ ແລະ ອາຍຸນ້ອຍທີ່ສຸດ.
1.2. ກ່ຽວກັບລາງວັນລວມໝູ່ດີເດັ່ນ
ຄະນະຊີ້ນໍາການແຂ່ງຂັນໄດ້ມອບລາງວັນດີເດ່ັນ 20 ລາງວັນໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖ່ິນທ່ີຈັດ ຕັ້ງການຜັນຂະຫຍາຍການແຂ່ງຂັນຢ່າງເລິກເຊ່ິງ, ສ້າງສັນຢູ່ຮາກຖານ; ມີບົດຂຽນເຂົ້າຮ່ວມການແຂ່ງຂັນຫຼາຍ ບົດທ່ີ ມີຄຸນນະພາບດີ, ໃນນັ້ນຢ່າງໜ້ອຍ 01 ບົດໄດ້ຮັບລາງວັນເປັນທາງກາງ.
2. ຮູບການລາງວັນ
2.1. ລາງວັນສໍາລັບບົດຂຽນຂອງ ນັກຂຽນ/ກຸ່ມນັກຂຽນ
ແຕ່ລະນັກຂຽນ/ກຸ່ມນັກຂຽນທີ່ມີບົດຂຽນຍາດໄດ້ລາງວັນແມ່ນໄດ້ມອບໃບຢັ້ງຢືນຈາກຄະນະຊີ້ນໍາການແຂ່ງຂັນ, ຂັນທີ່ລະນຶກ ແລະ ເງິນລາງວັນ.
2.2. ລາງວັນລວມໝູ່ດີເດັ່ນ
ແຕ່ລະລວມໝູ່ໄດ້ລາງວັນລວມໝູ່ດີເດັ່ນໄດ້ມອບໃບຍ້ອງຍໍຈາກຄະນະຊີ້ນໍາ ການແຂ່ງຂັນ, ຂັນທີ່ລະນຶກ ແລະ ເງິນລາງວັນ.
V. ການຈັດຕັ້ງປະຕິບັດ
1. ເປັນເອກະພາບບັນດາເນື້ອໃນວຽກງານ ແລະ ແບ່ງໜ້າທີ່ຮັບຜິດຊອບ
1.1. ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມປະຊາຊົນ, ໂທລະພາບຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ ສົມທົບກັນຈັດຕັ້ງເພື່ອປະກອບຄໍາຄິດຄໍາເຫັນກ່ຽວກັບໂຄງການຮ່າງແຜນການ, ລະບຽບການແຂ່ງຂັນ, ກໍານົດທິດຫົວຂໍ້; ເປັນເອກະພາບບັນດາເນື້ອໃນວຽກງານ, ມອບໝາຍໜ້າທີ່ລະອຽດນັບແຕ່ເວລາເປີດເຜີຍ ເຖິງການປະກາດຜົນງານ ແລະ ມອບລາງວັນການແຂ່ງຂັນ.
1.2. ປະກາດໃຊ້ພ້ອມກັບແຜນການນີ້ ລະບຽບການແຂ່ງຂັນ ແລະ ກໍານົດທິດຫົວຂໍ້ບົນຂຽນເຂົ້າຮ່ວມການແຂ່ງຂັນ.
1.3. ຄະນະຊີ້ນໍາ, ຄະນະຈັດຕັ້ງການແຂ່ງຂັນໄດ້ຈັດກອງປະຊຸມຖະແຫຼງຂ່າວເປີດການແຂ່ງຂັນ, ປະກາດແຜນການ ແລະ ລະບຽບການແຂ່ງຂັນ, ນໍານົດທິດຫົວຂໍ້ຂອງບັນດາບົດຂຽນທີ່ເຂົ້າຮ່ວມການແຂ່ງຂັນ, ຈັດຕັ້ງ ໂຄສະນາເຜີຍແຜ່ຕ່ໍສື່ມວນຊົນຢູ່ສູນກາງ ແລະ ທ້ອງຖິ່ນ.
1.4. ຄະນະຊີ້ນໍາ 35 ບັນດາຫົວໜ່ວຍ, ທ້ອງຖິ່ນໄດ້ລະບູໃນຈຸດ 5.2.1, ຂໍ້ທີ 5, ພາກທີ II ຂອງ ແຜນການນີ້ ແມ່ນອີງໃສ່ແຜນການ, ລະບຽບການແຂ່ງຂັນ ແລະ ກໍານົດທິດຫົວຂໍ້ຂອງບົດຂຽນທ່ີເຂົ້າຮ່ວມການ ແຂ່ງຂັນ ເພື່ອປຸກລະດົມ, ຈັດຕັ້ງການແຂ່ງຂັນຢູ່ຂັ້ນແຂວງ ແລະ ທຽບເທົ່າ, ຄັດເລືອກມອບລາງວັນ ແລະ ສົ່ງບົດຂຽນດີເດັ່ນເຂົ້າຮ່ວມການແຂ່ງຂັນຂັ້ນສູນກາງ.
- ກະຊວງສຶກສາ ແລະ ກ່ໍສ້າງ ເລີ່ມການແຂ່ງຂັນໃນລະບົບ (ບັນດາມະຫາວິທະຍາໄລເຂດ ໃຫ້ສົ່ງບົດຂຽນ ການແຂ່ງຂັນເຖິງຄະນະຊີ້ນໍາ 35 ຂັ້ນແຂວງ).
- ກະຊວງການຕ່າງປະເທດ ມີເອກະສານເສີມຂະຫາຍການແຂ່ງຂັນ ເຖິງສະຖານທູດຫວຽດນາມ ຢູ່ຕ່າງປະເທດ ເພ່ືອລະດົມການເຂົ້າຮ່ວມ ຂອງຄົນຫວຽດນາມຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ.
2. ຄະນະກໍາມະການ
ຄະນະກໍາມະການປະກອບດ້ວຍສະພາເບື້ອງຕົ້ນ ແລະ ສະພາການສອບເສັງສຸດທ້າຍ, ສ້າງຕັ້ງຂຶ້ນໂດຍການຕັດສິນຂອງຄະນະຈັດຕັ້ງບົນພື້ນຖານ ຂອງການສະເໜີຂອງໜ່ວຍງານປະຈໍາການແຂ່ງຂັນ. ຄະນະຈັດຕັ້ງການແຂ່ງ ຂັນໄດ້ສ້າງຕັ້ງກອງເລຂາຂອງຄະນະກໍາມະການເພື່ອຊ່ວຍໃນຂະບວນການຕັດສິນ. ຈໍານວນແລະໂຄງສ້າງຂອງ ຄະນະກໍາມະການຕ້ອງຮັບປະກັນລັກສະນະພາວະວິໄສ, ຮອບດ້ານ, ເລິກເຊິງ ແລະຕອບສະຫນອງຄວາມຕ້ອງການ ດ້ານຄຸນນະພາບ ແລະ ກໍານົດເວລາຂອງການແຂ່ງຂັນ.
3. ຈັດຕັ້ງຮັບເອກະສານ,ບົດຂຽນທụເຂົ້າຮ່ວມການແຂ່ງຂັນ
3.1. ບັນດານັກຂຽນ/ກຸ່ມນັກຂຽນເຂົ້າຮ່ວມການແຂ່ງຂັນສົ່ງບົດຂຽນໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນທີ່ກ່າວມາໃນຈຸດ 5.2.1, ຂໍ້ທີ 5, ພາກທີ II ຂອງແຜນການນີ້.
3.2. ບັນດາອົງການ ແລະ ຫົວໜ່ວຍທີ່ກ່າວມາໃນຈຸດ 5.2.1, ຂໍ້ທີ 5, ພາກທີ II ຂອງແຜນການນີ້ ສັງລວມເອກະສານແລະສົ່ງໃຫ້ຄະນະຈັດຕັ້ງການແຂ່ງຂັນຂັ້ນສູນກາງ (ຜ່ານໜ່ວຍງານປະຈໍາການແຂ່ງຂັນ). ບັນດາຫົວໜ່ວຍ / ທ້ອງຖິ່ນທີ່ບ່ໍສົ່ງເອກະສານ ເຂົ້າຮ່ວມການແຂ່ງຂັນ ບ່ໍໄດ້ຖືກພິຈາລະນາມອບລາງວັນລວມໝູ່ທີ່ດີເດັ່ນ.
3.3. ເອກະສານເຂົ້າຮ່ວມການແຂ່ງຂັນປະກອບມີ:
- ບົດລາຍງານສັງລວມຂະບວນການຜັນຂະຫຍາຍຈັດຕັ້ງປະຕິບັດ ການແຂ່ງຂັນຢູ່ບັນດາອົງການ, ໜ່ວຍງານ ແລະ ທ້ອງຖິ່ນ (ສະເໜີແຈ້ງຮູບແບບການຜັນຂະຫຍາຍ, ຈໍານວນທັງໝົດບົດຂຽນເຂົ້າຮ່ວມການແຂ່ງຂັນທີ່ເກັບໄດ້ ແລະ ຈໍານວນບົດຂຽນເຂົ້າຮ່ວມການແຂ່ງຂັນຕາມແຕ່ລະປະເພດ; ຈໍານວນບົດຂຽນເຂົ້າຮ່ວມການແຂ່ງຂັນ ຢູ່ຂັ້ນສູນກາງ).
- ບັນຊີລາຍຊື່ທັງໝົດຂອງບົດຂຽນເຂົ້າຮ່ວມການແຂ່ງຂັນ ທີ່ໄດ້ຮັບຈາກບັນດາອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນ (ຕາມແບບຟອມຂອງຄະນະຈັດຕັ້ງການແຂ່ງຂັນ - ສະບັບພິມຂະໜາດ A4 ແລະ ໄຟລ໌ (ຮູບແບບ Microsoft Excel).
- ເນື້ອໃນຂອງບັນດາບົດຂຽນທ່ີໄດ້ສົ່ງເຂົ້າຮ່ວມການແຂ່ງຂັນລະດັບສູນກາງ ແລະ ຫຼັກຖານທ່ີຕິດພ້ອມກັບ ຜະລິດຕະພັນທ່ີໄດ້ປະກາດໃຊ້ / ລົງພິມ.
- ສະຖານທ່ີຮັບເອກະສານ ເຂົ້າຮ່ວມການແຂ່ງຂັນ: ຫ້ອງວ່າການຄະນະຊີ້ນໍາ 35 ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ, ເລກທີ 135 ຫງວຽນເຟືອງສັກ (ຫຼື ເລກທີ 419 ຮ່ວາງກວກຫວຽດ), ຕາແສງ ເງັ້ຍເຕິນ, ເມືອງ ເກ່ົາເຢິຍ, ນະຄອນ ຮ່າໂນ້ຍ. ໂທລະສັບ: 080.41053 ຫຼື 090.958.1987(ສະຫາຍ ດ່າວ ດ່ີງ ທ້າວ), email: thichinhluan35@gmail.com.
4. ພິຈາລະນາ ແລະ ກວດຄະແນນ
4.1. ຮອບຂັ້ນຕົ້ນ
- ຄະນະກໍາມະການຈັດຕັ້ງການແຂ່ງຂັນຂັ້ນສູນກາງໄດ້ເລືອກເຟັ້ນ, ກວດກາ, ຕີລາຄາໃນເບື້ອງຕົ້ນ ແລະ ຄັດເລືອກເອົາບົດຂຽນທ່ີສອດຄ່ອງກັບຄວາມຮຽກຮ້ອງຕ້ອງການດ້ານຫົວຂໍ້, ໂຄງປະກອບ ແລະ ຮູບແບບເພ່ືອ ປະກອບເຂົ້າໃນການຕີລາຄາເບື້ອງຕົ້ນ.
- ຄະນະກໍາມະການເບື້ອງຕົ້ນດໍາເນີນການກວດບົດ. ອີງຕາມຜົນການກວດບົດ, ຄະນະຈັດຕັ້ງໄດ້ຄັດເລືອກ ເອົາບັນດາບົດຂຽນທ່ີມີຄຸນນະພາບດີທ່ີສຸດ (ເອົາຄະແນນຈາກສູງຫາຕ່ໍາ) ເພ່ືອພິຈາລະນາເອົາເຂົ້າກວດໃນຮອບສຸດທ້າຍ.
- ກັບບົດຂຽນໃນຮູບແບບການຂຽນ, ຄະນະຈັດຕັ້ງດໍາເນີນການສະແກນດ້ວຍຊອບແວເຕັກໂນໂລຢີເພ່ືອ ກໍານົດລະດັບຂອງການບ່ໍຊໍ້າກັນ. ພຽງແຕ່ຜົນງານບ່ໍຊໍ້າກັນຫຼາຍກ່ວາ 20% (ສໍາລັບປະເພດວາລະສານ) ຫຼື ບ່ໍຊໍ້າກັນ ຫຼາຍ ກ່ວາ 25% (ສໍາລັບປະເພດຫນັງສືພິມ) ມີສິດໄດ້ຮັບການບັນຈຸເຂົ້າໃນຮອບສຸດທ້າຍ.
3.2. ຮອບສຸດທ້າຍ
ສະພາຮອບສຸດທ້າຍດໍາເນີນການກວດບົດ. ອີງຕາມໝາກຜົນຂອງການກວດບົດ, ຄະນະຊີ້ນໍາ ແລະ ຄະນະຈັດຕັ້ງໄດ້ພິຈາລະນາ ແລະ ມອບລາງວັນໃຫ້ບັນດາຜົນງານດີເດ່ັນ.
ການມອບລາງວັນແມ່ນອີງໃສ່ຜົນງານຕົວຈິງ, ບ່ໍຈໍາເປັນຕ້ອງມີຈໍານວນພຽງພໍບົນດາລາງວັນພິເສດ, A, B, C, ລາງວັນຊົມເຊີຍ.
5. ປະກາດຜົນການແຂ່ງຂັນ ແລະ ມອບລາງວັນ
ພິທີປະກາດຜົນ ແລະ ມອບລາງວັນການແຂ່ງຂັນໄດ້ຈັດຕັ້ງໃນເດືອນຕຸລາ 2025, ເນື່ອງໃນໂອກາດ 07 ປີ ຜັນຂະຫຍາຍປະຕິບັດມະຕິ 35-ມຕ/ສກ, ລົງວັນທີ 22 ຕຸລາ 2018 ຂອງກົມການເມືອງສູນກາງພັກ ຊຸດທີ 12 ວ່າດ້ວຍ “ການເພ່ີມທະວີການປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ປະຕິເສດກັບທັດສະນະທີ່ຜິດພາດ ແລະ ເປັນສັດຕູໃນສະພາບການໃໝ່”.
6. ງົບປະມານຈັດຕັ້ງການແຂ່ງຂັນ
ແຫ່ຼງທຶນໃຫ້ແກ່ການຈັດຕັ້ງການແຂ່ງຂັນແມ່ນຈັດຕັ້ງໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສ່ວນໜຶ່ງແມ່ນຈາກງົບປະມານແຫ່ງລັດທີ່ມອບໃຫ້ສະຖາບັນແລະແຫ່ຼງທຶນສັງຄົມຈາກການສະໝັກໃຈສະໜັບສະໜູນ, ໜູນຊ່ວຍ, ໂຄສະນາເຄື່ອງໝາຍການຄ້າ ທີ່ຖືກກົດໝາຍຂອງບັນດາວິສາຫະກິດ ແລະ ບັນດາຫົວໜ່ວຍ. ບ່ໍລະດົມທຶນໃນຮູບແບບໃດໆ ສໍາລັບນັກຂຽນ/ກຸ່ມນັກຂຽນທ່ີເຂົ້າຮ່ວມການແຂ່ງຂັນ.
ກອງທຶນສໍາລັບການສະຫນັບສະຫນູນ, ໜູນຊ່ວຍ, ໂຄສະນາເຄ່ືອງໝາຍການຄ້າໄດ້ນໍາໃຊ້ຖືກຕາມກົດ ລະບຽບການເງິນພວມນໍາໃຊ້ໃນຂະບວນການທັງໝົດຂອງການຈັດການແຂ່ງຂັນ./.
ລະບຽບການແຂ່ງຂັນຂຽນບົດກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີຫ້າ, ປີ 2025
(ປະກາດໃຊ້ຕິດຄັດກັບແຜນການສະບັບເລກທີ 57-ຜກ/ສມຊ,
ວັນທີ 05 ກຸມພາ 2025 ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
ໝວດທີ I. ຂໍ້ກໍານົດລວມ
ມາດຕາ 1. ຂອບເຂດ, ເປົ້າໝາຍໝູນໃຊ້
1. ລະບຽບການນີ້ ກໍານົດຈຸດປະສົງ, ຄວາມໝາຍ, ຂອບເຂດ, ເປົ້າໝາຍໝູນໃຊ້, ຈໍານວນບົດຂຽນເຂົ້າຮ່ວມ ການແຂ່ງຂັນ, ມາດຖານການປະເມີນ, ໂຄງປະກອບລາງວັນ, ລະດັບຂອງລາງວັນ, ສໍານວນ, ຂັ້ນຕອນ, ລະບຽບການ, ສະພາກໍາມະການ ແລະ ວິທີຈັດການແຂ່ງຂັນ.
2. ເພື່ອຮັບປະກັນຂອບເຂດເນື້ອໃນ, ລັກສະນະຂອງການແຂ່ງຂັນ, ບັນດາບົດຂຽນເຂົ້າຮ່ວມການແຂ່ງຂັນ ຕ້ອງປະຕິບັດຕາມຂໍ້ກໍານົດຕ່າງໆຂອງຄະນະຈັດຕັ້ງກ່ຽວກັບຫົວຂໍ້, ຮູບການຂຽນຢ່າງແໜ້ນແຟ້ນ. ບັນດາບົດຂຽນທ່ີບ່ໍ ຕອບສະໜອງຄວາມຮຽກຮ້ອງຕ້ອງການດັ່ງກ່າວ ຈະຖືກເອົາອອກໃນເມື່ອໄດ້ຮັບເອົາ, ບ່ໍເອົາເຂົ້າກວດບົດ ແລະ ບ່ໍສົ່ງຄືນໃຫ້ນັກຂຽນ.
3. ເພື່ອຮັບໃຊ້ວຽກງານປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ເພື່ອປະຕິເສດບັນດາທັດສະນະຜິດພາດ, ສັດຕູຢ່າງໂດຍກົງ ແລະ ທັນການ, ບັນດາຫົວໜ່ວຍຈັດການແຂ່ງຂັນຢູ່ຂັ້ນແຂວງ ແລະ ທຽບເທົ່າ, ຫຼັງຈາກໄດ້ຮັບບົດຂຽນເຂົ້າຮ່ວມການແຂ່ງຂັນ, ສາມາດເປັນເຈົ້າການປະກາດ/ລົງບັນດາບົດຂຽນທ່ີມີຄຸນນະພາບດີ ແຕ່ເມື່ອສົ່ງບົດເຂົ້າຮ່ວມການແຂ່ງ ຂັນ ມາໃຫ້ຄະນະຈັດຕັ້ງການແຂ່ງຂັນຂັ້ນສູນກາງ ຕ້ອງຕິດຄັດພ້ອມກັບຫຼັກຖານການປະກາດ/ບົດທີ່ໄດ້ລົງ (ກອບປີ້ບົດຂຽນທ່ີໄດ້ລົງໜັງສືພິມ/ວາລະສານ ສະບັບຈັດພິມໃນເວັບໄຊໜັງສືພິມ/ວາລະສານຕິດຄັດກັບທ່ີຢູ່ ເວັບໄຊ ແລະ ຟາຍ ທີ່ຢູ່ເວັບໄຊ, ທີ່ຢູ່ລົງບັນດາບົດຂຽນໃນວິທະຍຸກະຈາຍສຽງ/ໂທລະພາບ/ສື່ສັງຄົມ) ສົ່ງມາໃຫ້ ຄະນະຈັດຕັ້ງການແຂ່ງຂັນຂັ້ນສູນກາງ.
ການສະໜອງຫຼັກຖານປະກາດ/ລົງບົດຂຽນເຂົ້າຮ່ວມການແຂ່ງຂັນເປັນບ່ອນອີງ ເພື່ອໃຫ້ຄະນະຈັດຕັ້ງການແຂ່ງຂັນ ກໍານົດເວລາປະກາດຂອງບົດປະພັນເຂົ້າຮ່ວມການແຂ່ງຂັນ (ຮັບປະກັນລັກສະນະໃໝ່ຂອງບົດຂຽນ) ແລະຫຼີກລ່ຽງການປະກາດ/ລົງບົດຂຽນເຂົ້າຮ່ວມການແຂ່ງຂັນຫຫຼາຍເທື່ອ.
ໝວດທີ II. ຂໍ້ກໍານົດລະອຽດ
ມາດຕາ 2. ຈໍານວນບົດຂຽນເຂົ້າຮ່ວມການແຂ່ງຂັນ
- ສໍາລັບບັນດາບົດຂຽນໃນຮູບແບບຂຽນ, ແຕ່ລະນັກຂຽນ/ກຸ່ມນັກຂຽນໄດ້ສ່ົງສູງສຸດ 02 ບົດຂຽນເຂົ້າຮ່ວມ ການແຂ່ງຂັນຄື: 01 ບົດຂຽນການເມືອງໃນຮູບແບບວາລະສານ (ວາລະສານເຈ້ຍ ຫຼື ວາລະສານເອເລັກໂຕຣນິກ) ແລະ 01 ບົດຂຽນການເມືອງຮູບແບບໜັງສືພິມ (ໜັງສືພິມເຈ້ຍ ຫຼື ໜັງສ ພິມເອເລັກໂຕຣນິກ).
- ສໍາລັບບັນດາບົດຂຽນຮູບແບບວິທະຍຸກະຈາຍສຽງ /ໂທລະພາບ/ວິດີໂອ, ແຕ່ລະນັກຂຽນ/ກຸ່ມນັກຂຽນໄດ້ສົ່ງ ຫຼາຍສຸດ 03 ບົດເຂົ້າຮ່ວມການແຂ່ງຂັນຄື: 01 ບົດຂຽນຮູບແບບໜັງສືພິມສຽງ (ວິທະຍຸກະຈາຍສຽງ); 01 ບົດຂຽນຮູບແບບໜັງສືພິມຮູບພາບ (ໂທລະພາບ) ແລະ 01 ບົດຮູບແບບວິດີໂອ.
ມາດຕາ 3. ມາດຖານຕ່ໍບົດຂຽນເຂົ້າຮ່ວມການແຂ່ງຂັນ
1. ກ່ຽວກັບຫົວຂໍ້, ເນື້ອໃນ ນັກຂຽນ/ກຸ່ມນັກຂຽນກໍານົດຫົວຂໍ້ບົດຂຽນຕາມບັນດາກຸ່ມຫົວຂໍ້ທີ່ໄດ້ລະບຸໃນສາລະບານຕິດຄັດກັບແຜນການຈັດການແຂ່ງຂັນ.
2. ກ່ຽວກັບຮູບການ
- ບົດຂຽນເຂົ້າຮ່ວມການແຂ່ງຂັນ ແມ່ນບົດຂຽນເປັນພາສາຫວຽດ (ຫື ພາສາຊົນເຜົ່າສ່ວນໜ້ອຍທີ່ໄດ້ແປເປັນພາສາ ຫວຽດ) ຫືພາສາຕ່າງປະເທດ, ນອນໃນໜຶ່ງໃນບັນດາຮູບແບບຄື: ວາລະສານ (ເຈ້ຍ ຫຼືເອເລັກໂຕຣນິກ); ໜັງສືພິມ (ເຈ້ຍ ຫຼືເອເລັກໂຕຣນິກ), ວິທະຍຸກະຈາຍສຽງ/ໂທລະພາບ/ວິດີໂອ.
- ບົດຂຽນເຂົ້າຮ່ວມການແຂ່ງຂັນຂອງບັນດານັກຂຽນ ຈະໄດ້ຈັດຕັ້ງການກວດລັບ, ຍ້ອນແນວນັ້ນ, ສະເໜີໃຫ້ ນັກຂຽນ/ກຸ່ມນັກຂຽນສະໜອງຂໍ້ມູນບຸກຄົນໃນໜ້າໜຶ່ງສະເພາະຕິດຄັດກັບບົດຂຽນ (ສໍາລັບຮູບແບບບົດຂຽນ) ຫຼືບົດ ລະຄອນວັນນະຄະດີ (ສໍາລັບຮູບແບບສຽງ/ຮູບພາບ/ວິດີໂອ). ບ່ໍໃສ່ໜ້າປົກເປັນເຈ້ຍແຂງ, ບ່ໍປິນໃສ່ເຈ້ຍຮູບ, ແຈ້ຍສີ; ບ່ໍຂຽນຂໍ້ມູນນັກຂຽນ/ກຸ່ມນັກຂຽນໃສ່ເນ ື້ໃນຂອງບົດຂຽນ.
ຂໍ້ມູນສ່ວນຕົວປະກອບມີຄື : ຊື່ ແລະ ນາມສະກຸນ, ປີເກີດ, ນາມປາກກາ, ຕໍາແໜ່ງວິທະຍາສາດ, ຕໍາແໜ່ງ, ບ່ອນເຮັດວຽກ, ທີ່ຢູ່ຕິດຕ່ໍ, ເບີໂທລະສັບ, ທີ່ຢູ່ອີແມວ ແລະ ເລກບັນຊີ (ຕິດຄັດກັບສາຂາທະນາຄານ, ເລກພາສີອາກອນບຸກຄົນ). ບັນດາບົດຂຽນທ່ີບ່ໍຕອບສະໜອງບັນດາການກໍານົດກ່ຽວກັບເນ ື້ອ ໃນ ແລະ ຮູບການດັ່ງທີ່ໄດ້ກ່າວມາຂ້າງເທິງໄດ້ ຖ ວ່າແມ່ນລ່ວງລະເມີດຂໍ້ກໍານົດ (ຖືກເອົາອອກ). ຄະນະຈັດຕັ້ງການແຂ່ງຂັນຈະບ່ໍສົ່ງຄືນບັນດາບົດຂຽນທີ່ລ່ວງລະເມີດຂໍ້ກໍານົດ.
- ການກໍານົດກ່ຽວກັບຮູບການບົດຂຽນຄ ດັ່ງນີ້:
2.1. ວາລະສານ
ບົດຂຽນໄດ້ສະເໜີໃນຮູບແບບບົດຂຽນດ້ານການເມືອງໃນວາລະສານເຈ້ຍ ຫຼື ວາລະສານເອເລັກໂຕຣນິກ ບົນພື້ນຖານບັນດາຄວາມຮຽກຮ້ອງຕ້ອງການລະອຽດຄື:
- ຊື່ບົດຂຽນ: ຂຽນໃຫຍ່ (ທາເຂັ້ມ).
- ຂຽນແຈ້ງຮູບແບບບົດຂຽນ: ວາລະສານ.
- ບົດຂຽນຫຍໍ້: ບ່ໍກາຍ 150 ຄໍາສັບ, ປະມານ 10 ແຖວ (ພິມອຽງ).
- ຄໍາກຸນແຈ: ປະກອບມີ 3 ຫາ 5 ຄໍາກຸນແຈ ທີ່ກ່ຽວຂ້ອງໂດຍກົງເຖິງເນ ື້ອໃນຂອງບົນຂຽນ.
- ຄວາມຍາວຂອງບົດຂຽນ: ຕ່ໍາສຸດແມ່ນແຕ່ 4.000 ຄໍາ - ສູງສຸດແມ່ນ 6.000 ຄໍາ (ບ່ໍໄລ່ໝາຍເຫດ ແລະ ເອກະສານອ້າງອີງ, ຂໍ້ມູນຂອງນັກຂຽນ). ສະບັບຈັດພິມ ແລະ ສະບັບເປັນ file ກໍານົດແບບ A4, ຂະໜາດໜັງສ 14, font Times New Roman, ຫ່າງແຖວ 1,5; ຂອບເທິງ 2,5 cm; ຂອບລຸ່ມ 2,5 cm; ຂອບຊ້າຍ 3 cm; ຂອບ ຂວາ 2 cm.
- ໝາຍເຫດເອກະສານທີ່ໄດ້ຄັດສະເໜີ: ຢູ່ທ້າຍໜ້າເຈ້ຍ. ສໍາລັບປ້ ມ, ໜັງສ ພິມທ່ີເປັນພາສາຫວຽດຂຽນແຈ້ງນັກຂຽນ (ປີ), ຊື່ປຶ້ມ, ສໍານັກພິມ, ບ່ອນພິມຈໍາໜ່າຍ, ເຫຼັ້ມ , ເລກທີ, ໜ້າຄັດ. ສໍາລັບປຶ້ມ, ໜັງສືພິມຂອງຕ່າງປະເທດ
ທີ່ໄດ້ພິມຈໍາໜ່າຍເປັນພາສາຫວຽດຈະໃຊ້ສະບັບແປໃນຄັ້ງພິມຈໍາໜ່າຍໃໝ່ທ່ີສຸດ. ຊື່ປຶ້ມ ແລະ ຊື່ຄົນຕ່າງປະເທດລ້ວນແຕ່ຂຽນດ້ວຍໜັງສືຂອງປະເທດທີ່ໄດ້ພິມຈໍາໜ່າຍຜະລິດຕະພັນການພິມ, ບ່ໍແປ, ແປເປັນພາສາໃດໜຶ່ງ ຫຼືແປ ນອກຈາກບັນດາຊື່ທີ່ໄດ້ແປເປັນພາສາຫວຽດ (ເຊັ່ນ: ຈີນ, ຍີ່ປຸ່ນ, ໄທ,...). ຖ້າວ່າ ນໍາໃຊ້ແຫຼ່ງເອກະສານຍັງບ່ໍທັນໄດ້ປະກາດໃນປຶ້ມ, ໜັງສືພິມ ຫຼື ພຽງແຕ່ໄດ້ໃຊ້ຢ່າງຈໍາກັດ ຕ້ອງໄດ້ຂຽນແຈ້ງຊື່ອົງການຄຸ້ມຄອງເອກະສານ, ໝາຍເຫດເອກະສານ.
- ເອກະສານອ້າງອີງ: ສັບຊ້ອນຊື່ນັກຂຽນ (ຖ້າວ່າ ບ່ໍກໍານົດໄດ້ນັກຂຽນຈະສັບຊ້ອນຕາມຊື່ອົງການ ຫຼື ຊື່ເອກະສານ) ຕາມ A,B,C ປະກອບມີຄື: ຊື່ນັກຂຽນ (ປີ), ຊື່ປຶ້ມ, ສໍານັກພິມ, ບ່ອນພິມຈໍາໜ່າຍ, ເຫຼັ້ມ , ເລກທີ.
2.2. ໜັງສືພິມ
ບົດຂຽນໄດ້ສະເໜີໃນຮູບແບບຂອງບົດຂຽນດ້ານການເມືອງໃນໜັງສືພິມເຈ້ຍ ຫຼື ໜັງສືພິມເອເລັກໂຕຣນິກ ບົນພື້ນຖານບັນດາຄວາມຮຽກຮ້ອງຕ້ອງການລະອຽດຄື:
* ສໍາລັບໜັງສືພິມເຈ້ຍ
- ຊື່ ບົດຂຽນ: ຂຽນໃຫຍ່ (ທາເຂັ້ມ).
- ຂຽນແຈ້ງຮູບແບບບົດຂຽນ: ໜັງສືພິມເຈ້ຍ.
- ບົດຂຽນຫຍໍ້: ບ່ໍກາຍ 150 ຄໍາສັບ, ປະມານ 10 ແຖວ (ພິມອຽງ).
- ບົດຂຽນໜຶ່ງບ່ໍໃຫ້ກາຍ 4.000 ຄໍາ (ບ່ໍໄລ່ໝາຍເຫດ ແລະ ເອກະສານອ້າງອີງ, ຂໍ້ມູນຂອງນັກຂຽນ). ສະບັບຈັດພິມ ແລະ ສະບັບເປັນ file ກໍານົດແບບ A4, ຂະໜາດໜັງສື 14, font Times New Roman, ຫ່າງແຖວ 1,5; ຂອບເທິງ 2,5 cm; ຂອບລຸ່ມ 2,5 cm; ຂອບຊ້າຍ 3 cm; ຂອບຂວາ 2 cm.
- ໝາຍເຫດເອກະສານທີ່ໄດ້ຄັດສະເໜີ (ຖ້າມີ): ສະເໜີຄືກັນກັບວາລະສານ.
* ສໍາລັບໜັງສືພິມເອເລັກໂຕຣນິກ
- ຊື່ ບົດຂຽນ: ຂຽນໃຫຍ່ (ທາເຂັ້ມ).
- ຂຽນແຈ້ງຮູບແບບບົດຂຽນ: ໜັງສືພິມເອເລັກໂຕຣນິກ.
- Sapo: ບ່ໍກາຍ 60 ຄໍາ, ປະມານ 4 ແຖວ (ພິມອຽງ).
- ບົດຂຽນໜຶ່ງບ່ໍໃຫ້ກາຍ 2.000 ຄໍາ (ບ່ໍໄລ່ໝາຍເຫດ ແລະ ເອກະສານອ້າງອີງ, ຂໍ້ມູນຂອງນັກຂຽນ). ສະບັບຈັດພິມ ແລະ ສະບັບເປັນ file ກໍານົດແບບ A4, ຂະໜາດໜັງສື 14, font Times New Roman, ຫ່າງແຖວ 1,5; ຂອບເທິງ 2,5 cm; ຂອບລຸ່ມ 2,5 cm; ຂອບຊ້າຍ 3 cm; ຂອບຂວາ 2 cm.
- ໝາຍເຫດເອກະສານທີ່ໄດ້ຄັດສະເໜີ (ຖ້າມີ): ສະເໜີຄືກັນກັບວາລະສານ.
ສໍາລັບບົດຂຽນຫຼາຍຄັ້ງ: ບໍ່ໃຫ້ກາຍ 03 ຄັ້ງ, ແຕ່ລະຄັ້ງບໍ່ໃຫ້ກາຍ 2.000 ຄໍາ, ແຕ່ລະຄັ້ງມີໂຄງປະກອບຄືກັນກັບບົດຂຽນເອກະລາດໜຶ່ງ ແຕ່ລະຄັ້ງຕ້ອງມີເນື້ອໃນພົວພັນເຖິງຫົວຂໍ້ລວມຂອງບົດຂຽນ.
2.3. ວິທະຍຸກະຈາຍສຽງ
ບົດຂຽນແມ່ນບົດໜຶ່ງ ຫຼື ຫຼາຍບົດກ່ຽວກັບຫົວຂໍ້ໜຶ່ງ, ຫົວຂໍ້ກ່ຽວກັບຫົວຂໍ້ດຽວ (ແຕ່ລະບົດບ່ໍໃຫ້ກາຍ 03 ຄັ້ງ). ແຕ່ລະບົດ (ແຕ່ລະຄັ້ງໃນຫຼາຍບົດ) ມີຄວາມຍາວບ່ໍໃຫ້ກາຍ 30 ນາທີ, ສະແດງໄດ້ຄຸນລັກສະນະພິເສດຂອງໜັງສືພິມວິທະຍຸກະຈາຍສຽງ ແມ່ນສຽງແຈ້ງ, ສຽງເວົ້າຕົວລະຄອນ, ສຽງກະທົບ, ສຽງເພງຮັບປະກັນຄຸນນະພາບ, ດືງດູດ.
2.4. ໂທລະພາບ.
ແຕ່ລະບົດຂຽນແມ່ນບົດໜຶ່ງ ຫຼື ຫຼາຍບົດກ່ຽວກັບຫົວຂໍ້ໜຶ່ງ, ຫົວຂໍ້ກ່ຽວກັບຫົວຂໍ້ດຽວ (ແຕ່ລະບົດບ່ໍໃຫ້ກາຍ 03 ຄັ້ງ). ແຕ່ລະບົດ (ຫຼື ແຕ່ລະຄັ້ງໃນຫຼາຍບົດ) ມີຄວາມຍາວບ່ໍໃຫ້ກາຍ 30 ນາທີ, ສະແດງໄດ້ຄຸນລັກສະນະພິເສດຂອງໜັງສືພິມໂທລະພາບ ແມ່ນຮູບພາບໜຶ່ງ, ຮູບພາບຕ້ອງບັນລຸໄດ້ຄວາມຮຽກຮ້ອງຕ້ອງ ການດ້ານຄຸນນະພາບ.
2.5. ວິດີໂອ
ແຕ່ລະບົດ ແມ່ນວິດີໂອໜຶ່ງ ຫຼື ຫຼາຍວິດີໂອກ່ຽວກັບຫົວຂໍ້ດຽວ, ຫົວຂໍ້ (ແຕ່ລະວິດີໂອບ່ໍໃຫ້ກາຍ 03 ຄັ້ງ). ແຕ່ລະວິດີໂອ (ຫື້ແຕ່ລະຄັ້ງໃນຫຼາຍວິດີໂອ) ມີຄວາມຍາວສູງສຸດບ່ໍໃຫ້ກາຍ 05 ນາທີ, ສະແດງໄດ້ຄຸນລັກສະນະພິເສດ ແມ່ນວິດີໂອ ແມ່ນຮູບພາບໜຶ່ງ, ຮູບພາບຕ້ອງບັນລຸໄດ້ຄວາມຮຽກຮ້ອງຕ້ອງການດ້ານຄຸນນະພາບ.
ມາດຕາ 4. ຄະນະຈັດຕັ້ງການແຂ່ງຂັນ
1. ຄະນະຈັດຕັ້ງການແຂ່ງຂັນ ແມ່ນຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຫົວໜ້າຄະນະຊີ້ນໍາ ການແຂ່ງຂັນອອກຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ, ມີໜ້າທ່ີຈັດຕັ້ງບັນດາການເຄື່ອນໄຫວທີ່ກ່ຽວຂ້ອງຂອງການແຂ່ງ ຂັນ.
2. ຄະນະຈັດຕັ້ງການແຂ່ງຂັນໄດ້ນໍາໃຊ້ກາຈໍ້າຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນໃນຂະບວນວິວັດແຫ່ງການເຄື່ອນໄຫວ.
3. ຄະນະຈັດຕັ້ງການແຂ່ງຂັນ ມີສິດນໍາໃຊ້ບົດຂຽນເຂົ້າຮ່ວມການແຂ່ງຂັນ ເພື່ອປະກາດ/ລົງບັນດາພາຫະນະສື່ສານ ແລະ ໃນສື່ສັງຄົມ ເພື່ອຮັບໃຊ້ການປົກປ້ອງພື້ນຖານແນວຄິດຂອງພັກ, ຕ່ໍສູ້ຕ້ານຄືນບັນດາທັດສະນະຜິດພາດ, ສັດຕູ.
ມາດຕາ 5. ຫົວໜ່ວຍປະຈໍາການຂອງການແຂ່ງຂັນ
ຫົວໜ່ວຍປະຈໍາການຂອງການແຂ່ງຂັນແມ່ນ: ຫ້ອງການຄະນະຊີນ້ໍາ 35 ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.
ຫົວໜ່ວຍປະຈໍາການຂອງການແຂ່ງຂັນມີຄວາມຮັບຜິດຊອບຄື:
1. ເປັນເຈົ້າພາບ, ປະສານງານກັບບັນດາຫົວໜ່ວຍທ່ີກ່ຽວຂ້ອງຈັດຕັ້ງປະຕິບັດ, ເຜີຍແຜ່, ແນະນໍາ ປະຕິບັດລະບຽບການແຂ່ງຂັນໃຫ້ບັນດາຫົວໜ່ວຍ, ບຸກຄົນທ່ີກ່ຽວຂ້ອງ.
2. ເປັນພາກສ່ວນປະສານງານຮັບບົດຂຽນຂອງບັນດາຫົວໜ່ວຍ, ທ້ອງຖີ່ນ ແລະ ບຸກຄົນສົ່ງໃຫ້ເຂົ້າຮ່ວມ ການແຂ່ງຂັນຂັ້ນສູນກາງ.
3. ເປັນເຈົ້າພາບ, ປະສານງານ, ເປັນເສນາທິການກ່ຽວກັບເນື້ໃນ ແລະ ຮັບປະກັນກ່ຽວກັບພື້ນຖານ ວັດຖຸຮັບໃຊ້ຂະບວນວິວັດແຫ່ງການເຮັດວຽກຂອງຄະນະຈັດຕັ້ງການແຂ່ງຂັນ ແລະ ສະພາກໍາມະການ.
4. ປະສານງານກັບບັນດາຫົວໜ່ວຍທ່ີກ່ຽວຂ້ອງລະດົມແຫຼ່ງຊ່ວຍເຫຼືອຂອງບັນດາການຈັດຕັ້ງ, ບຸກຄົນ ອຸປະຖໍາ, ຊ່ວຍເຫຼືອໃຫ້ແກ່ຂະບວນວິວັດແຫ່ງການຈັດຕັ້ງການແຂ່ງຂັນຢ່າງຖືກຕ້ອງຕາມກົດໝາຍ. ປະສານງານ ຈັດຕັ້ງການຄຸ້ມຄອງ ແລະ ນໍາໃຊ້ແຫຼືງຊ່ວຍເຫຼືອຕາມແຜນງົບປະມານຂອງການແຂ່ງຂັນຮັບປະກັນບັນດາຂໍ້ກໍານົດ ວ່າດ້ວຍການຄຸ້ມຄອງການເງິນໃນປະຈຸບັນ.
5. ປະສານງານກັບບັນດາຫົວໜ່ວຍທ່ີກ່ຽວຂ້ອງຈັດຕັ້ງພິທີມອບລາງວັນການແຂ່ງຂັນ.
ມາດຕາ 6. ສະພາກໍາມະການ
1. ສະພາບກໍາມະການປະກອບມີສະພາກໍາມະການກວດເບື້ອງຕົ້ນ ແລະສະພາກໍາມະການກວດຮອບສຸດ ທ້າຍ ໂດຍຫົວໜ້າຄະນະຊີ້ນໍາອອກຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ.
2. ຊ່ວຍວຽກໃຫ້ສະພາກໍາມະການມີໜ່ວຍງານຊ່ວຍວຽກໂດຍຫົວໜ້າ ຄະນະຊີ້ນໍາອອກຂໍ້ຕົກລົງວ່າດ້ວຍການສ້າງຕັ້ງບົນພື້ຖານການສະເໜີຂອງໜ່ວຍງານປະຈໍາການການແຂ່ງຂັນ.
3. ສະພາກໍາມະການສ້າງມາດຖານ ແລະ ກົດລະບຽບກວດບົດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການແຂ່ງຂັນ ແລະ ກົດໝາຍວ່າດ້ວຍສື່ມວນຊົນ.
ມາດຕາ 7. ສໍານວນເຂົ້າຮ່ວມການແຂ່ງຂັນ
ສໍານວນເຂົ້າຮ່ວມການແຂ່ງຂັນໂດຍອົງການ, ຫົວໜ່ວຍ, ທ້ອງຖິ່ນ ໄດ້ກ່າວເຖິງໃນຈຸດ 5.2.1, ຂໍ້ 5, ພາກທີ II ແຜນການຈັດຕັ້ງການແຂ່ງຂັນສ້າງຂຶ້ນ, ສົ່ງເຖິງຄະນຈັດຕັ້ງງການແຂ່ງຂັນສູນກາງ (ຜ່ານຫົວໜ່ວຍປະຈໍາການຂອງການແຂ່ງຂັນ), ປະກອບມີຄື:
(1) ບົດລາຍງານສະຫຼຸບຂະບວນວິວັດແຫ່ງການຜັນຂະຫຍາຍການແຂ່ງຂັນຢູ່ອົງການ, ຫົວໜ່ວຍ, ທ້ອງຖິ່ນ (ຊີ້ແຈ້ງຮູບການຜັນຂະຫຍາຍ, ຈໍານວນບົດຂຽນເຂົ້າຮ່ວມການແຂ່ງຂັນທັງໝົດທີ່ເກັບໄດ້ ແລະ ຈໍານວນບົດຂຽນເຂົ້າຮ່ວມການແຂ່ງຂັນຕາມແຕ່ລະຮູບແບບ; ຈໍານວນບົດຂຽນສ່ົງເຂົ້າຮ່ວມການແຂ່ງຂັນຢູ່ຂັ້ນສູນກາງ).
(2) ລາຍຊື່ ຈໍານວນບົດຂຽນເຂົ້າຮ່ວມການແຂ່ງຂັນທັງໝົດທີ່ໄດ້ຮັບ (ຕາມແບບຟອມຂອງຄະນະຈັດຕັ້ງການແຂ່ງຂັນ - ແບບ Microsoft Excel).
(3) ລາຍຊື່ບັນດາບົດຂຽນທ່ີສ່ົງເຂົ້າຮ່ວມການແຂ່ງຂັນຢູ່ຂັ້ນສູນກາງ (ຕາມແບບຟອມຂອງຄະນະຈັດຕັ້ງການ ແຂ່ງຂັນ - ແບບ Microsoft Excel).
(4) ເນື້ອໃນບັນດາບົດຂຽນທີ່ເຂົ້າຮ່ວມການແຂ່ງຂັນຢູ່ຂັ້ນສູນກາງ:
- ແຕ່ລະບົດຂຽນສົ່ງສະບັບພິມ (ຂະໜາດ A4) ແລະ file (ແບບ Microsoft Word), ຕິດຄັດກັບຂໍ້ມູນຂອງ ບຸກຄົນ. ຫຼັກຖານກ່ຽວກັບການລົງ/ປະກາດບົດຂຽນໃນການຜັນຂະຫຍາຍການແຂ່ງຂັນ (ຖ້າມີ).
- ແຕ່ລະບົດຂຽນແບບວິທະຍຸກະຈາຍສຽງ/ໂທລະພາບ/ວິດີໂອສົ່ງ file ບົດຂຽນ (ແບບ mp3/mp4) ແລະ ສະບັບພິມບົດລະຄອນວັນນະຄະດີ (ແບບ Microsoft Word), ຕິດຄັດກັບຂໍ້ມູນຂອງບຸກຄົນ. ຫຼັກຖານກ່ຽວກັບການລົງ/ປະກາດບົດຂຽນໃນການຜັນຂະຫຍາຍການແຂ່ງຂັນ (ຖ້າມີ).
ບັນດາບົດຂຽນເຂົາ້ຮ່ວມການແຂ່ງຂັນຂອງຫົວໜ່ວຍ/ທ້ອງຖິ່ນໄດ້ສໍາເນົາໄວ້ໃນ USB ສົ່ງຕິດຄັດກັບ ເອກະສານເຂົາ້ຮ່ວມການແຂ່ງຂັນ.
ມາດຕາ 8. ແບບວິທີ, ຂັ້ນຕອນຈັດຕັ້ງການກວດບົດ ແລະ ພິຈາລະນາລາງວັນ
1. ແບບວິທີ, ຂັ້ນຕອນຈັດຕັ້ງການກວດບົດໄດ້ປະຕິບັດຕາມຂໍ້ 4, ພາກທີ V ແຜນການຈັດຕັ້ງການແຂ່ງຂັນ.
2.ຄະນະຈັດຕັ້ງການແຂ່ງຂັນຢູ່ຂັ້ນສູນກາງອີງຕາມຜົນການຜັນຂະຫຍາຍການແຂ່ງຂັນຢູ່ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນ, ຜົນການຈັດຕັ້ງການກວດບົດ ເພື່ອພິຈາລະນາລາງວັນໃຫ້ແກ່ບັນດາບຸກຄົນ, ໝູ່ຄະນະ, ສະເໜີຕ່ໍຄະນະຊີ້ນໍາການແຂ່ງຂັນຕັດສິນ.
ມາດຕາ 9. ແກ້ໄຂການຮ້ອງທຸກ ແລະ ແກ້ໄຂການລ່ວງລະເມີດ
1. ບັນດາການຈັດຕັ້ງ, ບຸກຄົນມີສິດຮ້ອງທຸກກ່ຽວກັບຜົນການແຂ່ງຂັນ. ໃບຮ້ອງທຸກຕ້ອງຂຽນແຈ້ງກ່ຽວກັບ ຊື່ ແລະ ນາມສະກຸນ, ທີ່ຢູ່ຜູ້ຮ້ອງທຸກ, ສາເຫດການຮ້ອງທຸກ ແລະ ສົ່ງໃບຮ້ອງທຸກໃຫ້ຫົວໜ່ວຍປະຈໍາການຂອງການແຂ່ງຂັນ.
ໜ່ວຍງານປະຈໍາການການແຂ່ງຂັນ ມີຄວາມຮັບຜິດຊອບພິຈາລະນາ ແລະ ຕອບຄໍາຮ້ອງທຸກ, ລາຍງານຜົນການແກ້ໄຂຄໍາຮ້ອງທຸກໃຫ້ຄະນະຈັດຕັ້ງການແຂ່ງຂັນ. ບ່ໍພິຈາລະນາໃບຮ້ອງທຸກທ່ີບ່ໍມີຊື່, ທີ່ຢູ່ບ່ໍຈະແຈ້ງ ຫຼື ເອົາຊີ່ບ່ໍຖືກ.
2. ບັນດາບົດຂຽນເຂົ້າຮ່ວມການແຂ່ງຂັນຖ້າລ່ວງລະເມີດ ກົດໝາຍວ່າດ້ວຍລະຂະສິດດ້ານພູມປັນຍາ, ກົດໝາຍວ່າດ້ວຍສື່ມວນຊົນ ແລະ ບັນດາຂໍ້ກໍານົດຂອງລັດທ່ີກ່ຽວຂ້ອງ ແລະ ລະບຽບການສະບັບນີ້, ຄະນະຈັດຕັ້ງ ການແຂ່ງຂັນຈະຢຶດລາງວັນຄືນ (ຖ້າມີ), ແຈ້ງໃຫ້ອົງການທ່ີກ່ຽວຂ້ອງ ເພື່ອອແກ້ໄຂຕາມຂໍ້ກໍານົດຂອງກົດໝາຍໃນປະຈຸບັນ.
ມາດຕາ 10. ຂໍ້ຈັດຕັ້ງປະຕິບັດ
1. ລະບຽບສະບັບນີ້ໄດ້ຕິດຄັດກັບແຜນການຈັດຕັ້ງການແຂ່ງຂັນ, ມີຜົນສັກສິດ ນັບແຕ່ແຜນການຈັດຕັ້ງການແຂ່ງຂັນໄດ້ລົງລາຍເຊັນເປັນຕົ້ນໄປ.
2. ໃນຂະບວນວິວັດແຫ່ງການປະຕິບັດ, ຖ້າເກີດມີຈຸດໃດທ່ີບ່ໍທັນເໝາະສົມ, ຄະນະຈັດຕັ້ງການແຂ່ງຂັນ ຈະສັງລວມ, ລາຍງານຄະນະຊີ້ນໍາການແຂ່ງຂັນພິຈາລະນາ, ປັບປຸງໃຫ້ສອດຄ່ອງກັບຕົວຈິງ./.