55 ປີ​ແຫ່ງ​ການ​ປະ​ຕິ​ບັດ​ຕາມພິໄນກຳຂອງ​ປະ​ທານ​ໂຮ່​ຈິ​ມິນ -
ຍຶດ​ໝັ້ນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ​
ຕິດ​ພັນ​ກັບ​ລັດທິ​ສັງ​ຄົມ​ນິ​ຍົມ

ໂດຍ ຫງວຽນ ຈ້ອງ ເງ້ຍ
ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ
14:12, 05-01-2025
ວກ. -  55 ປີ​ໄດ້​ຜ່ານ​ໄປ​ນັບ​ແຕ່​ປະທານ ​ໂຮ່ຈີ​ມິນ ​ເຖິງ​ແກ່​ມໍລະນະ​ກຳ, ​ແຕ່​ຄຳ​ສັ່ງ​ສອນ ​ແລະ ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ເປົ້າໝາຍ​ເອກະລາດ​ແຫ່ງ​ຊາດ ຕິດ​ພັນ​ກັບ​ລັດທິ​ສັງຄົມ​ນິຍົມ ຍັງ​ຄົງ​ຮັກສາ​ຄຸນຄ່າຄືເກົ່າ, ເປັນ​ເສັ້ນດ້າຍສີ​ແດງ​ທີ່​ສອດຫ້ອຍຕະຫຼອດແນວທາງການ​ປະຕິວັດ​ຂອງ​ພັກ, ຂອງຊາດ ໃນການຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ກໍ່ສ້າງ​ປະ​ເທດຫວຽດນາມໃຫ້ນັບມື້ນັບ​ຮັ່ງມີ, ປະຊາທິປະ​ໄຕ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ, ມີ​ຄວາມ​ຜາ​ສຸກ, ກ້າວ​ໄປ​ສູ່​ສັງຄົມ​ນິຍົມຢ່າງ​ໝັ້ນຄົງ

ລຸງໂຮ່ກັບບັນດານັກຮົບແຂ່ງຂັນຍິງຢູ່ພາກເໜືອ (ພາບແຕ້ມໂດຍຈິດຕະກອນ ເວືອງຈິ່ງ ສ້າງຂຶ້ນເມື່ອປີ 1967) _ພາບ: ເອກະສານ

1. ເອກະລາດແຫ່ງຊາດແລະລັດທິສັງຄົມນິຍົມແມ່ນຈຸດລວມຕົວກັນຂອງແນວຄິດແລະເປົ້າໝາຍການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ. ພິໄນກຳ  ​ຂອງ​ປະທານ​ໂຮ່ຈີ​ມິນເປັນຜົນຜະລຶກ​ຄວາມ​ຄິດທັງໝົດຂອງເພິ່ນ​ ກ່ຽວ​ກັບ​ການ​ປະຕິວັດ​ຫວຽດນາມ. ເພິ່ນກ່າວວ່າ: “ຄວາມ​ປາດ​ຖະໜາ​ສຸດ​ທ້າຍ​ຂອງ​ຂ້າພະ​ເຈົ້າ​ແມ່ນ: ທົ່ວ​ພັກ​ແລະປະຊາຊົນ​ເຮົາທັງໝົດ​ສາມັກຄີກັນ ເພື່ອ​ພະຍາຍາມ​ສ້າງສາ​ປະ​ເທດ​ຫວຽດນາມທີ່ສະຫງົບສຸກ, ​ເປັນ​ເອກະ​ພາບ, ​ເອກະລາດ, ປະຊາທິປະ​ໄຕ ​ແລະ ຮັ່ງມີ​ເຂັ້ມ​ແຂງ, ແລະ ປະກອບສ່ວນ​ອັນສົມຄວນໃຫ້​ແກ່​ການ​ປະຕິວັດ​ໂລກ”(1). ພິໄນກຳ ​ຂອງເພິ່ນ​ໄດ້​ກາຍ​ເປັນ​ເຂັມທິດ​ຊີ້​ນຳ​ເສັ້ນທາງ​ການ​ປະຕິວັດ​ຂອງ​ພັກ ​ແລະ ປະຊາຊົນ​ເຮົາ. ​ເນື້ອ​ໃນ​ຂອງ​ພິໄນກຳ ​ຢືນຢັນ​ບັນດາບັນຫາທີ່ມີລັກສະນະ​ຍຸດ​ທະ​ສາດ ​ແລະ ພື້ນຖານ​ຄື:

ທີໜຶ່ງ, ​ເອກະລາດ​ແຫ່ງ​ຊາດ​ແມ່ນ​ຈຸດໝາຍ​ສຳຄັນ​ທີ່​ສຸດ​ຂອງ​ການ​ປະຕິວັດ​ຫວຽດນາມ, ຍາມ​ໃດ​ກໍ່​ຕິດ​ພັນລັດທິສັງຄົມນິຍົມ ແລະເປັນ​ເງື່ອນ​ໄຂເບື້ອງຕົ້ນ​ໃນ​ການ​ປະຕິບັດ​ລັດທິ​ສັງຄົມ​ນິຍົມ.

ຈາກ “ການເດີນທາງແຫ່ງຄວາມປາຖະໜາ”, ຜ່ານການເຮັດວຽກ, ການສຶກສາຮຽນຮູ້, ການຄົ້ນຄວ້າທິດສະດີ, ພິເສດແມ່ນ ຜ່ານພຶດຕິກຳຕົວຈິງແຫ່ງການຕໍ່ສູ້ປະຕິວັດທີ່ອຸດົມສົມບູນຢູ່ຫຼາຍປະເທດໃນໂລກ, ປະທານໂຮ່ຈີມິນໄດ້ຊາບຊຶມຢ່າງເລິກເຊິ່ງ ແລະ ສ້າງໂລກະທັດ ແລະວິທີວິທະຍາການປະຕິວັດ. ຄວາມປາຖະໜາ ແລະເຈດຈຳນົງທັງໝົດຂອງເພິ່ນ ລ້ວນແຕ່ມຸ່ງສູ່ເປົ້າໝາຍ “ຄວາມປາຖະໜາອັນສູງສຸດແມ່ນຢາກໃຫ້ປະເທດເຮົາມີເອກະລາດສົມບູນ, ປະຊາຊົນເຮົາມີເສລີພາບໂດຍສົມບູນ, ທຸກຄົນມີອາຫານ ແລະເຄື່ອງນຸ່ງຫົ່ມ, ທຸກຄົນໄດ້ຮັບການສຶກສາ”(2).

ດ້ວຍ​ວິ​ໄສ​ທັດ​ທາງ​​ການ​ເມືອງ ​ແລະສາຍຕາເບິ່ງກວ້າງມອງ​ໄກ, ປະທານ ​ໂຮ່ຈີ​ມິນ ​ໄດ້​ຮັບ​ຮູ້​ເຖິງແສງ​ສະຫວ່າງທີ່ສ່ອງປະກາຍ​ຈາກ​ການ​ປະຕິວັດ​ເດືອນ​ຕຸລາ​ຂອງ​ລັດ​ເຊຍ ໃນປີ 1917 ​ແລະ ລັດທິມາກ-​ເລ​ນິນ ບົນ​ເສັ້ນທາງ​ປົດ​ປ່ອຍ​ຊາດ. ເພິ່ນ​ຊີ້​ອອກ​ວ່າ ມີພຽງການ​ປະຕິວັດ​ກຳມາຊີບເທົ່ານັ້ນ ທີ່​ສາມາດ​ປົດ​ປ່ອຍ​ປະຊາຊົນ​ທີ່​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ​ແລະຜູ້ອອກແຮງງານ​ທົ່ວ​​ໂລກ​ຈາກ​ການ​ເປັນ​ທາດໄດ້, ​ນຳ​ມະນຸດຊາດໄປສູ່ສັງຄົມທີ່ດີ, ​ເສລີພາບ, ສະ​ເໝີ​ພາບ, ຄວາມເມດຕາ, ຄວາມສາມັກຄີ ແລະ ວັດທະນາ​ຖາວອນ. ເພິ່ນ​ໄດ້​ເຜີຍ​ແຜ່​ລັດທິມາກ-​ເລ​ນິນ​ເຂົ້າ​ສູ່​ປະ​ເທດຫວຽດນາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ປຸກລະດົມຂົນຂວາຍ​ປະຊາຊົນ “ໃຊ້​ກຳລັງ​ຂອງຕົນເພື່ອ​ປົດ​ປ່ອຍ​ຕົນເອງ”(3), ​ນຳໄປສູ່ການກຳເນີດ​ພັກ​ກອມ​ມູນິດ​ຫວຽດນາມ​ ​ດ້ວຍແນວທາງ​ຍຸດ​ທະ​ສາດທີ່ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ແຫ່ງ​ການ​ປະຕິວັດ​ຢ່າງເຖິງຖອງ, ປະດິດ​ສ້າງ, ເໝາະ​ສົມ​ລະຫວ່າງ​ທິດ​ສະ​ດີ ​ແລະພຶດຕະກຳຕົວຈິງຂອງຫວຽດນາມ. ນັ້ນ​ແມ່ນ​ເສັ້ນທາງ​​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ປະຊາຊົນ ​ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ - ກອງນຳໜ້າຂອງ​ຊົນ​ຊັ້ນກຳມະກອນແລະປະຊາຊົນຫວຽດນາມ ເປັນຜູ້ນຳພາ ​ເພື່ອ​ໂຄ່ນ​ລົ້ມ​ຈັກກະພັດ​ນິຍົມ ແລະພວກລູກມືສັກດິນາ, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ປະ​ຕິ​ບັດນະະໂຍບາຍ​ຜູ້​ໄຖ​ນາ​ມີໄຮ່ນາ, ຈາກ​ນັ້ນ ​ກ້າວ​ໄປ​ສູ່​ການ​ປະ​ຕິ​ວັດ​ສັງ​ຄົມ​ນິ​ຍົມ, ສ້າງ​ສາ​ລັດທິສັງ​ຄົມ​ນິ​ຍົມ ​ແລະລັດທິ​ກອມ​ມູ​ນິດຢູ່​ຫວຽດ​ນາມ. ນັ້ນ​ແມ່ນ​ແນວທາງ​ຍົກ​ສູງ​ທຸງ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດ​ສັງຄົມ​ນິຍົມ, ສົມທົບ​ລັດທິ​ຮັກ​ຊາດ​ແທ້​ຈິງ ​ກັບ​ລັດທິ​ສາກົນ, ສົມທົບ​​ກຳລັງ​ແຮງ​ຂອງ​ຊາດ ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ປົດ​ປ່ອຍ​ຊາດ, ​ປົດປ່ອຍສັງຄົມ ​ແລະ ປົດ​ປ່ອຍ​ມະນຸດ.

ແນວຄິດ, ແນວທາງດັ່ງກ່າວຂອງປະທານໂຮ່ຈີມິນ ສະແດງໃຫ້ເຫັນຄວາມກົມກຽວຂອງກົດເກນພາວະວິໄສ: ການປະຕິວັດປົດປ່ອຍຊາດ ຕ້ອງພັດທະນາໄປສູ່ການປະຕິວັດສັງຄົມນິຍົມ ຈຶ່ງຈະບັນລຸໄຊຊະນະຢ່າງສົມບູນ. ເອກະລາດແຫ່ງຊາດຕ້ອງຕິດພັນກັບລັດທິສັງຄົມນິຍົມ, ການປົດປ່ອຍຊາດ, ການປົດປ່ອຍສັງຄົມ ເພື່ອກ້າວໄປສູ່ການປົດປ່ອຍມະນຸດຢ່າງເຖິງຖອງ. ເອກະລາດ-ເສລີພາບ-ຄວາມຜາສຸກ ແມ່ນເສັ້ນທາງແຫ່ງການພັດທະນາ, ແມ່ນເປົ້າໝາຍ, ແມ່ນບາດກ້າວຂອງການປະຕິວັດ, ແມ່ນປັດຊະຍາການພັດທະນາຂອງການປະຕິວັດປະເທດເຮົາໃນຍຸກໃໝ່.

ຜົນສຳເລັດຂອງການປະຕິວັດເດືອນສິງຫາ ປີ 1945 ຖືເປັນຂໍ້ພິສູດທີ່ຈະແຈ້ງ ເຊິ່ງຢືນຢັນທັດສະນະ ແລະ ແນວທາງການປະຕິວັດທີ່ຖືກຕ້ອງຂອງພັກ ແລະ ປະທານ ໂຮ່ຈີມິນ, ນຳພາປະເທດເຮົາຈາກ “ສະພາບມືດມົນບໍ່ມີທາງອອກ”(4) ຜ່ານການ “ຈີກຂາດ​ຄວາມ​ມືດມົນ”(5) ກ້າວ​ເຂົ້າ​ສູ່​ຄວາມ​ສະ​ຫວ່າງ, ກາຍ​ເປັນ​ປະ​ເທດ “ອິດ​ສະ​ລະ​ພາບ ແລະ ​ເອ​ກະ​ລາດໂດຍສົມບູນ”, ສະຖາປະນາ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ຫວຽດ​ນາມ ເຊິ່ງເປັນລັດກຳມະກອນ-ຊາວນາ​ແຫ່ງ​ທຳ​ອິດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໄຊຊະນະ​ດັ່ງກ່າວ​ໄດ້​ນຳ​ຫວຽດນາມ​ເຂົ້າ​ສູ່ສັກກະລາດ​ໃໝ່, ​ສັກກະລາດ​ແຫ່ງ​ເອກະລາດ​ແຫ່ງ​ຊາດ ​ແລະລັດທິສັງຄົມ​ນິຍົມ, ພ້ອມກັນນັ້ນ ກໍ່​ສືບ​ຕໍ່​ຢືນຢັນ ​ແລະ ຮັກສາ​ບັນດາ​ຜົນງານ​ແຫ່ງ​ການ​ປະຕິວັດ ຜ່ານ​ສົງຄາມ​ຕໍ່ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນຝະລັ່ງ ​ເປັນ​ເວລາ 9 ປີ.

​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານ​ອາ​ເມ​ລິ​ກາ​ເພື່ອກູ້ຊາດ, ລະບົບ​ຄຸນຄ່າແນວຄິດ​ເອກະລາດ​ແຫ່ງ​ຊາດ ​ທີ່​ຕິດ​ພັນ​ກັບ​ລັດທິ​ສັງຄົມ​ນິຍົມ​ ໄດ້​ຮັບ​ການ​ຍົກ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ປະທານ ໂຮ່ຈີມິນ ຊີ້ແຈ້ງວ່າ: “ປະເທດຫວຽດ​ນາມເປັນ​ໜຶ່ງດຽວ, ຕັ້ງແຕ່​ໃຕ້ສູ່​ເໜືອພວກ​ເຮົາ​ມີພາ​ສາດຽວ, ປະ​ຫວັດ​ສາດ​ດຽວ, ວັດ​ທະ​ນະ​ທຳດຽວ ແລະ​ເສດ​ຖະ​ກິດດຽວ. ປະຊາຊົນ​ຫວຽດນາມ​ໄດ້​ເສຍສະຫຼະ​ເລືອດ​ເນື້ອ​ຫຼາຍ​ເພື່ອ​ຕໍ່ສູ້​ ເພື່ອເສລີພາບແລະ​ເອກະລາດ, ​ເດັດຂາດ ຈະ​ບໍ່​ມີ​ກຳລັງ​ໃດ​ສາມາດ​ກີດ​ກັ້ນພາລະກິດ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບໄດ້”(6). ການ​ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ​ບໍ່​ສາມາດ​ແຍກ​ອອກ​ຈາກກິດຈະການ​ກໍ່ສ້າງ​ລັດທິສັງຄົມ​ນິຍົມຢູ່ພາບເໜືອ, ຄວາມເປັນເອກະລາດແຫ່ງຊາດຕ້ອງຕິດແໜ້ນ​ກັບລັດທິ​ສັງຄົມ​ນິຍົມ, ຕ້ອງ “​ເຮັດ​ໃຫ້​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ​ພາກ​ເໜືອ​ລ້ວນ​ແຕ່ເໜືອ​ກວ່າ​​ພາກ​ໃຕ້, ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ຕໍ່ສູ້​ຂອງ​ພີ່ນ້ອງຮ່ວມຊາດ​ພາກ​ໃຕ້ ​ແລະຂອງທົ່ວ​ປວງ​ຊົນ”(7).

ຈົນເຖິງວັນເວລາສຸດທ້າຍຂອງຊີວິດ, ຄວາມກັງວົນທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ຍັງຄົງ​ເປັນ​ເອ​ກະ​ລາດ​ຂອງ​ຊາດ ແລະເສັ້ນ​ທາງ​​ສູ່ລັດທິ​ສັງ​ຄົມ​ນິ​ຍົມຂອງປະເທດ. ພາລະກິດການທ້ອນໂຮມປະເທດຊາດເປັນເອກະພາບຍັງບໍ່ສໍາເລັດ, ພີ່ນ້ອງຮ່ວມຊາດພາກໃຕ້ຍັງທົນທຸກໃນການຄອບຄອງຂອງຕ່າງຊາດຢູ່, ນັ້ນເປັນຄວາມເຈັບປວດຢ່າງເລິກເຊິ່ງຢູ່ໃນຫົວໃຈຂອງເພິ່ນ. ເພິ່ນ​ເນັ້ນ​ໜັກ​ວ່າ: “ການ​ຕໍ່ສູ້​ຕ້ານອາເມລິກາ​ອາດຈະ​ແກ່​ຍາວ​ເປັນ​ເວ​ລາ​ດົນ​ນານ. ພີ່ນ້ອງ​ຮ່ວມ​ຊາດ​ເຮົາ​ອາດຈະຕ້ອງເສຍສະລະຊັບສິນແລະຜູ້ຄົນຢ່າງຫຼວງຫຼາຍ... ເຖິງວ່າຈະມີຄວາມຫຍຸ້ງຍາກລຳບາກ​ປານ​ໃດ​ກໍ​ຕາມ, ປະຊາຊົນ​ເຮົາ​ຈະ​ໄດ້​ຮັບ​ໄຊຊະນະ​ຢ່າງສົມບູນ. ປະ​ເທດ​ເຮົາ​ຈະ​ເປັນ​ເອກະ​ພາບ​​ຢ່າງ​ແນ່ນອນ. ພີ່ນ້ອງຮ່ວມຊາດ​ພາກ​ເໜືອ​ແລະ​ພາກ​ໃຕ້​ຈະ​ເຕົ້າ​ໂຮມ​ກັນ​ເປັນ​ຄອບຄົວ​ໜຶ່ງ​ຢ່າງ​ແນ່ນອນ”(8).

ທີສອງ, ລັດທິ​ສັງຄົມ​ນິຍົມ​ແມ່ນ​ເປົ້າໝາຍ​ຍຸດ​ທະ​ສາດ ​ແລະ ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນທີ່ຮັບປະກັນ​ເອກະລາດ​ແຫ່ງ​ຊາດ - ​ເອກະລາດ​ທີ່​ແທ້​ຈິງ ແລະ ເຖິງຖອງ.

ໃນ​ການ​ເດີນທາງ​ຊອກ​ຫາເສັ້ນທາງ​ກູ້​ຊາດ, ປະທານ ​ໂຮ່ຈີ​ມິນ ​ໄດ້​ເຂົ້າ​ໃກ້ກັບ​ຫຼາຍ​ທິດ​ສະ​ດີ ​ແລະ ​ຮູບແບບ​ການ​ປະຕິວັດ​ທີ່​ແຕກ​ຕ່າງ​ກັນ, ເພິ່ນສະຫຼຸບວ່າ: “ປະຈຸ​ບັນ​ມີ​ຫຼາຍ​ທິດ​ສະ​ດີ, ຫຼາຍລັດທິ, ​ແຕ່​ລັດທິທີ່​ແທ້​ຈິງທີ່ສຸດ, ແນ່ນອນ​ທີ່​ສຸດ, ປະຕິວັດທີ່ສຸດ ແມ່ນລັດທິເລນິນ”(9). “ການ​ປະ​ຕິ​ວັດ​ລັດ​ເຊຍ​ສອນ​ພວກ​ເຮົາ​ວ່າ ຖ້າ​ຢາກ​ໃຫ້​ການ​ປະ​ຕິ​ວັດ​ສຳ​ເລັດ, ຕ້ອງ​ມີ​ປະ​ຊາ​ຊົນ (ກຳ​ມະ​ກອນ ແລະຊາວນາ) ເປັນ​ພື້ນ​ຖານ, ຕ້ອງ​ມີ​ພັກ​ທີ່ເຂັ້ມ​ແຂງ, ຕ້ອງ​ອົດ​ທົນ, ຕ້ອງ​ເສຍ​ສະ​ລະ, ຕ້ອງ​ສາມັກຄີເປັນເອກະພາບ. ສະຫຼຸບຄື ພວກເຮົາຕ້ອງປະຕິບັດຕາມມ້າຄັກຕື(10) ແລະ ເລນິນ”(11). ເພິ່ນກໍານົດວ່າ ບໍ່ມີເສັ້ນທາງອື່ນໃດທີ່ແທ້ຈິງ ເປັນວິທະຍາສາດ ແລະເໝາະສົມກ່ວາເສັ້ມທາງການປະຕິວັດກຳມາຊີບ ເພື່ອປົກປ້ອງປະເທດ ແລະປົດປ່ອຍປະເທດຊາດ. ການ​ປະ​ຕິ​ວັດ​ຂອງ​ຫວຽດ​ນາມຕ້ອງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ໃນ​ວົງ​ໂຄ​ຈອນ​ຂອງ​ການ​ປະ​ຕິ​ວັດກຳມາຊີບ, ເອ​ກະ​ລາດ​ແຫ່ງ​ຊາດ ຕ້ອງ​ຕິດ​ພັນ​ກັບ​ລັດ​ທິ​ສັງ​ຄົມ.

ຕະຫຼອດໄລຍະການປະຕິວັດ, ຄວາມຮັບຮູ້ແລະແນວຄິດຂອງ ໂຮ່ຈີມິນ ກ່ຽວກັບລັດທິສັງຄົມນິຍົມນັບມື້ນັບຄົບຖ້ວນ, ​ຈະ​ແຈ້ງ, ເປັນເອກະພາບ​ ກ່ຽວ​ກັບທິດສະດີລັດທິສັງຄົມນິຍົມວິທະຍາສາດ ເຊິ່ງມີການພັດທະນາຢ່າງປະດິດສ້າງ ບົນພື້ນຖານຂອງລັດທິຮັກຊາດ ແລະມູນເຊື້ອວັດທະນະທຳຂອງຊາດ, ສອດຄ່າງກັບເງື່ອນໄຂ ແລະສະພາບແວດລ້ອມຂອງຫວຽດນາມ. ພິິໄນກຳ ຂອງປະທານໂຮ່ຈີມິນ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງເຖິງ​ຄຸນ​ລັກ​ສະ​ນະ ແລະ ທາດແທ້​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະຊາຊົນ​ຫວຽດ​ນາມ ປາດ​ຖະ​ໜາ​ຢາກສ້າງຂຶ້ນ ນັ້ນແມ່ນ: ສັນຕິພາບ, ເອກະພາບ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ອີ່ມໜຳມຳລານ ແລະຜາສຸກ, ປະກອບສ່ວນອັນສົມກຽດເຂົ້າໃນພາລະກິດການປະຕິວັດໂລກ. ປະຊາຊົນຕ້ອງເປັນຜູ້ໄດ້ຮັບຜົນປະໂຫຍດໂດຍກົງຈາກຄວາມຮັ່ງມີ, ຄວາມຈະເລີນຮຸ່ງເຮືອງ ແລະຄວາມສຸກຂອງປະເທດ. ນັ້ນແມ່ນ​ສັງຄົມ​ທີ່​ດີ, ລົບ​ລ້າງ​ທຸກ​ການ​ກົດ​ຂີ່​ຂູດ​ຮີດ, ຮັບປະກັນ​ສະຫວັດດີ​ການ​ໃຫ້​ທຸກ​ຊັ້ນຄົນ, ພິ​ເສດ​ແມ່ນ​ຜູ້​ເຖົ້າ, ​ເດັກນ້ອຍ, ນັກຮົບເສຍອົງຄະ​ເພື່ອ​ຊາດ ​ແລະ ຄອບຄົວ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ; ສັງຄົມທີ່ສ້າງເງື່ອນໄຂທຸກຢ່າງ ໃຫ້ປະຊາຊົນມີເສລີພາບ, ສະເໝີພາບ, ພັດທະນາຕົນເອງ ແລະ ມີສ່ວນຮ່ວມໃນພາລະກິດປະຕິວັດ; ສັງ​ຄົມ​ທີ່​ມີ​ການ​ຜະ​ລິດ​ພັດ​ທະ​ນາ ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ ​ແລະ​ເຕັກ​ໂນ​ໂລ​ຊີ​ ແລະ ປັບປຸງ​ຍົກສູງຊີວິດ​ທາງ​ດ້ານ​ວັດຖຸ ແລະຈິດ​ວິນ​ຍານ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ; ສັງຄົມທີ່ມີລະບຽບວິໄນ, ຄຸນສົມບັດ, ອາລະຍະທຳ, ສະຫງົບສຸກ, ມິດຕະພາບ, ເປັນເພື່ອນກັບບັນດາປະເທດ; ສັງຄົມ​ທີ່ປະຊາຊົນເປັນເຈົ້າຂອງ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.

ພິິໄນກຳ ກໍ່​ຊີ້ໃຫ້ເຫັນ​ຢ່າງ​ຈະ​ແຈ້ງເຖິງ​ວິທີການ​ໄປ​ສູ່​ລັດທິສັງຄົມ​ນິຍົມ, ວາງ​ແຜນການ​ເຄື່ອນ​ໄຫວ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ ພາຍຫຼັງ​ສົງຄາມ​ສິ້ນ​ສຸດ​ລົງ, ໃຫ້ຄວາມ​ສຳຄັນກັບ​ການ​ຜ່ານ​ຜ່າ​ຜົນ​ສະທ້ອນຈາກສົງຄາມ, ການປິ່ນປົວ​ບາດແຜສົງຄາມ, ການຟື້ນ​ຟູແລະພັດທະນາວິ​ຊາ​ຊີບ​, ການ​ຝຶກ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​, ໂດຍ​ສະ​ເພາະ​ແມ່ນ​ຊັບພະຍາກອນ​ບຸກຄົນ​ໜຸ່ມທີ່ສືບທອດພາລະກິດ​ປະຕິວັດ, ສ້າງ​ເງື່ອນ​ໄຂທຸກຢ່າງ​ໃຫ້​ປະຊາຊົນ​ມີ​ແຮງ​ຈູງ​ໃຈ​ສູ້​ຊົນ, ບືນຕົວຂຶ້ນກາຍ​ເປັນຄົນໃໝ່ ​ເຈົ້າ​ຂອງ​ສັງຄົມ​ທີ່​ກ້າວໜ້າ. ພິ​ເສດ, ​ພິໄນກຳ ​ໄດ້​ສະ​ຫຼຸບຄວາມຕ້ອງການ​ ແລະພາລະກິດການປ່ຽນແປງໃໝ່​ຂອງ​ພັກ​ຢ່າງ​ລະອຽດ​ແລະ​ເລິກ​ເຊິ່ງ ເຊິ່ງເປັນເສັ້ນທາງທີ່ຈຳເປັນແລະຫຼີກລ່ຽງບໍ່ໄດ້ ເມື່ອປະເທດກ້າວໄປສູ່ການສ້າງສັງຄົມນິຍົມຈາກຈຸດເລີ່ມຕົ້ນຕ່ຳ ແລະທ່າແຮງຂອງຊາດຍັງອ່ອນແອ - “ການຕໍ່ສູ້ກັບສິ່ງເກົ່າແກ່ແລະເປ່ເພ ເພື່ອສ້າງສິ່ງໃໝ່ແລະດີ(12).

ປະທານໂຮ່ຈີມິນຮຽກຮ້ອງໃຫ້ ພັກ​ຕ້ອງ​ມີ​ແຜນການທີ່​ດີ​ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ຖືເອົາ​ວັດ​ທະ​ນະ​ທຳ​ການ​ເມືອງ​ຂອງ​ພັກ​ກອມ​ມູ​ນິດ, ວັດ​ທະ​ນະ​ທຳ​ໃນ​ສະ​ຖາ​ບັນ​ລັດແຫ່ງກົດ​ໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ ​ເປັນກຳລັງແຮງ​ທີ່​ເປັນ​ຕົວ​ແທນ, ເປັນ​ແບບ​ຢ່າງ ​ແລະ​ການ​ຊັກ​ຊວນ​ປະ​ຊາ​ຊົນ. ນີ້​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ຂະ​ບວນການ​ກໍ່ສ້າງ​ສັງຄົມ​ນິຍົມ.

ທີ​ສາມ, ​ເງື່ອນ​ໄຂ​ຮັບປະກັນ​ເອກະລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ສັງຄົມ​ນິຍົມ.

ຕະຫຼອດພິໄນກຳ ​ຂອງ​ປະທານ ​ໂຮ່ຈີ​ມິນ, ແນວຄິດ​ເອກະລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ລັດທິ​ສັງຄົມ​ນິຍົມ ຍາມ​ໃດ​ກໍ່​ປະສົມປະສານ, ​ເຊື່ອມ​ໂຍງ ​ແລະ ສະທ້ອນ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ, ມີ​ເຫດຜົນ ​ແລະສັດຈະວິພາກ. ເອກະລາດແຫ່ງຊາດແມ່ນເປົ້າໝາຍທີ່ສຳຄັນທີ່ສຸດ, ແມ່ນເງື່ອນໄຂເບື້ອງຕົ້ນໃນການປະຕິບັດລັດທິສັງຄົມນິຍົມ, ລັດທິສັງຄົມນິຍົມແມ່ນເປົ້າໝາຍຍຸດທະສາດ, ເປັນພື້ນຖານອັນໜັກແໜ້ນຂອງຄວາມເປັນເອກະລາດແຫ່ງຊາດທີ່ແທ້ຈິງແລະເຖິງຖອງ, ແຕ່ຕ້ອງມີບັນດາເງື່ອນໄຂເພື່ອຮັບປະກັນ:

- ຕ້ອງ​ສ້າງ​ພັກ​ທີ່ປອດ​ໃສ, ເຂັ້ມ​ແຂງ, ສາມັກຄີ, ​ເປັນ​ເອກະ​ພາບ​ກັນ. ພຽງ​ແຕ່​ເທົ່າ​ນັ້ນ, ພັກ​ຈຶ່ງ​ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ບົດບາດນຳໜ້າ, ​ເປັນ​ແບບຢ່າງ, ຄວາມ​ສາມາດ, ກຳລັງ​ແຮງ, ກຳລັງແຮງສູ້ຮົບ, ຄວາມສາມາດ​ນຳພາ ​ແລະກຳອຳນາດ​ຂອງ​ພັກ. “ພັກຂອງ​ເຮົາ​ແມ່ນ​ພັກ​ກຳ​ອຳນາດ. ສະມາຊິກ​ພັກ ​ແລະ ພະນັກງານ​ແຕ່ລະຄົນ​ ຕ້ອງຊາບຊຶມ​ຄຸນສົມບັດ​ປະຕິວັດ ຢ່າງເລິກເຊິ່ງ, ຕ້ອງປະຢັດ ຂະຫຍັນໝັ່ນພຽນ, ຊື່​ສັດທ່ຽງ​ທຳ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ. ພວກ​ເຮົາ​ຕ້ອງ​ຮັກ​ສາ​ພັກ​ຂອງ​​ເຮົາ​ໃຫ້​ບໍ​ລິ​ສຸດ, ມີ​ຄ່າ​ຄວນ​ທີ່​ຈະ​ເປັນ​ຜູ້​ນຳ ແລະ ເປັນ​ຜູ້​ຮັບ​ໃຊ້​ທີ່​ສັດ​ຊື່​ຂອງ​ປະ​ຊາ​ຊົນ”(13).

- ຕ້ອງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ມະຫາຊົນ ​ໂດຍ​ສະ​ເພາະ​ແມ່ນ​ເສີມ​ຂະຫຍາຍ​ນ້ຳ​ໃຈ ​ແລະ ກຳລັງ​ແຮງ​ແຫ່ງມະຫາ​ສາມັກຄີ​ປວງຊົນທັງຊາດ. “​ເພື່ອ​ຍາດເອົາ​ໄຊ​ຊະ​ນະ​ໃນ​ບັ້ນ​ຮົບ​ໃຫຍ່​ຄັ້ງ​ນີ້, ຈຳເປັນຕ້ອງ​ເຕົ້າ​ໂຮມ​ທົ່ວ​ປວງ​ຊົນ, ຈັດ​ຕັ້ງ​ແລະອົບຮົມ​ສຶກສາ​​ທົ່ວ​ປວງ​ຊົນ, ​ອີງ​ໃສ່​ກຳລັງອັນຍິ່ງໃຫຍ່​ຂອງ​ທົ່ວ​ປວງ​ຊົນ”(14).

- ພວກ​ເຮົາ​ຕ້ອງ​ວາງ​ການ​ປະ​ຕິ​ວັດ​ຫວຽດ​ນາມ ໃນການພົວພັນ​ສະໜິດແໜ້ນ​​ກັບ​ການ​ປະ​ຕິ​ວັດ​ໂລກ, ຕິດ​ພັນແໜ້ນແຟ້ນ​ກັບ​ຂະບວນການ​ປະ​ຕິ​ວັດ​ຂອງ​ໂລກ. ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ ກໍ່​ແມ່ນ​​ໄຊຊະນະ​ລວມ ​ແລະ ໝາກຜົນຂອງ​ການ​ປະຕິວັດ​ໂລກ. ​ໄຊຊະນະ​ທັງໝົດຂອງ​ການ​ປະຕິວັດ​ຫວຽດນາມ ກໍ່​ແມ່ນ​​ໄຊຊະນະ ​ແລະໝາກຜົນ​ລວມຂອງ​ການ​ປະຕິວັດ​ໂລກ. ​ໃນພິໄນກຳ, ປະທານ ​ໂຮ່ຈີ​ມິນ ​ໄດ້ຊີ້​ແຈ້ງ​ວ່າ: “ປະ​ເທດ​ພວກ​ເຮົາ​ຈະ​ມີ​ກຽດ​ສັກ​ສີ​ອັນ​ໃຫຍ່​ຫຼວງ​ ໃນ​ການ​ເປັນ​ປະ​ເທດ​ນ້ອຍ​ທີ່​ເອົາ​ຊະ​ນະສອງ​ຈັກ​ກະ​ພັດ​ໃຫຍ່ຢ່າງກ້າຫານ​: ຝຣັ່ງ ​ແລະ ອາ​ເມ​ລິ​ກາ; ​ແລະ​ໄດ້​ປະກອບສ່ວນ​ອັນ​ສົມຄວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ປົດ​ປ່ອຍ​ຊາດ... ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ພັກ​ຂອງ​ພວກ​ເຮົາ​ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ຄວາມ​ສາ​ມັກ​ຄີ​ລະຫວ່າງ​ບັນ​ດາພັກອ້າຍນ້ອງ ​ບົນ​ພື້ນ​ຖານ​ລັດ​ທິ​ມາກ-ເລ​ນິນ ແລະ ລັດ​ທິ​ສາ​ກົນກຳມາຊີບ ດ້ວຍ​ເຫດ​ຜົນ ແລະ ຄວາມ​ຮັກ​ແພງ”(15).

2. ປະຕິບັດຕາມພິໄນກຳ ຂອງປະທານ ​ໂຮ່ຈີ​ມິນ, ພັກແລະປະຊາຊົນຫວຽດນາມ “ເຊີດ​ຊູ​ທຸງ​ເອກະລາດ​ແຫ່ງ​ຊາດ​ຕະຫຼອດ​ໄປ, ຕໍ່ສູ້​ຢ່າງ​ເດັດດ່ຽວ​ເພື່ອ​ເອົາ​ຊະນະ​ຜູ້​ຮຸກ​ຮານ​ອາ​ເມ​ລິ​ກາ, ປົດ​ປ່ອຍ​ພາກ​ໃຕ້, ປົກ​ປັກ​ຮັກສາ​ພາກ​ເໜືອ, ໂຮມປະເທດ​ເປັນ​ເອກະ​ພາບ... ສືບຕໍ່ພະຍາຍາມສູ້ຊົນຈົນ​ສຸດ​ຄວາມ​ສາມາດ ເພື່ອປະຕິບັດ​ອຸດົມ​ການ​ສັງຄົມ​ນິຍົມ ​ແລະ ກອມ​ມູນິດ​ອັນສູງ​ສົ່ງ​ທີ່​ເພິ່ນ​ໄດ້​ວາງ​ໄວ້ສຳລັບ​ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນ​​ເຮົາ, ນຳ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງມາໃຫ້​ປະ​ເທດ​ຊາດ ​ແລະ ຄວາມ​ຜາ​ສຸກ​ໃຫ້​​ພີ່ນ້ອງຮ່ວມຊາດເຮົາ”(16), ຕັ້ງໝັ້ນ, ຍຶດໝັ້ນ, ເດັດດ່ຽວ, ບໍ່ທໍ້ຖອຍ, ບໍ່ສັ່ນຄອນ, ບໍ່ລັ່ງເລ.

ເສີມຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ແຫ່ງຊາດ​ ທັງ​ພາກ​ໃຕ້​ແລະພາກ​ເໜືອ, ປະຊາຊົນ​​ເຮົາ “ພະຍາຍາມຢ່າງກ້າຫານ, ຫ້າວຫັນບືນຕົວຂຶ້ນ, ເອົາຊະນະອຸປະສັກແລະຂວາກໜາມທັງໝົດ”(17), ຍູ້​ແຮງ​ການ​ກໍ່ສ້າງ​ລັດທິສັງຄົມ​ນິຍົມ​ຢູ່ພາກ​ເໜືອ, ສ້າງ​ຮາກຖານທີ່ໝັ້ນຄົງໃຫ້ແກ່ແນວໜ້າ, ພັດທະນາ​ການຕໍ່ສູ້​ປະຕິວັດ​ຢູ່​ພາກ​ໃຕ້, ​ໄດ້​ສ້າງ​ການ​ບຸກ​ໂຈມ​ຕີ​ແລະການ​ລຸກ​ຮື​ຂຶ້ນທົ່ວໄປໃນລະດູບານໃໝ່ໃນປີ 1975 ເຊິ່ງສູງ​ສຸດແມ່ນບັ້ນຮົບໂຮ່ຈີ​ມິນອັນເປັນປະຫວັດສາດ, ໂຮມດິນແດນ​ພູຜາປ່າໄມ້​ແລະແມ່ນ້ຳ​ລຳເຊຂອງປະເທດເຂົ້າ​ເປັນ​ໜຶ່ງ​ດຽວ. ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຢ່າງສົມບູນ ໃນດ້ານ​ສະ​ຖາ​ບັນແລະລະບອບ​ການ​ເມືອງ, ນຳທັງ​ປະ​ເທດກ້າວ​ໄປຂ້າງໜ້າ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ຮັກສາ​ບັນດາ​ໝາກຜົນ​ແຫ່ງ​ການ​ປະຕິວັດ​ເດືອນ​ສິງຫາ​ຢ່າງ​ຄົບ​ຖ້ວນ ແລະ ປະຕິບັດ​ຕາມປະນິທານ​ຂອງ​ປະທານ​ໂຮ່ຈິີມິນ: “ການຕໍ່ສູ້ຕ້ານອາເມລິກາເພື່ອກູ້ຊາດຂອງປະຊາຊົນເຮົາ ເຖິງຈະຕ້ອງຜ່ານຄວາມລໍາບາກແລະການເສຍສະລະຫຼາຍປານໃດກໍຕາມ ແຕ່ພວກເຮົາຈະຊະນະຢ່າງສົມບູນ”(18).

ໄຊຊະນະນີ້ເປັນການຢືນຢັນອີກຄັ້ງເຖິງການເລືອກທີ່ຖືກຕ້ອງຂອງພັກ, ປະທານ ໂຮ່ຈີມິນ ແລະ ປະຊາຊົນຫວຽດນາມ ກ່ຽວກັບເປົ້າໝາຍເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ ເຊິ່ງສະແດງໃຫ້ເຫັນເຖິງຄວາມສອດຄ່ອງກັນຂອງທັງທິດສະດີແລະພຶດຕິກຳ ຂອງການກໍ່ສ້າງ ແລະປົກປັກຮັກສາປະເທດຊາດໃນຍຸກ​ໃໝ່. ຢືນຢັນ​ວ່າ ​ເອກະລາດ​ແຫ່ງ​ຊາດ​ແມ່ນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ, ແລະ​ເອກະລາດ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮັບປະກັນ​ເມື່ອ​ຕິດ​ພັນ​ກັບ​ລັດທິສັງຄົມ​ນິຍົມ. ການ​ໄດ້​ຮັບ​ເອກະລາດ​ໂດຍ​ບໍ່​​ກ້າວ​ໄປ​ສູ່ລັດທິ​ສັງຄົມ​ນິຍົມ​ບໍ່​ພຽງ​ແຕ່​ບໍ່​ສາມາດ​ປົກ​ປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ​ເທົ່າ​ນັ້ນ, ແຕ່​ຍັງ​ບໍ່​ໄດ້​ນຳ​ເອົາ​ເສລີພາບ ​ແລະ ຄວາມ​ຜາ​ສຸກ​ທີ່​ແທ້​ຈິງ​ມາ​ໃຫ້​ປະຊາຊົນ. ສະ​ນັ້ນ, ການ​ຍຶດ​ໝັ້ນເປົ້າ​ໝາຍ​ເອ​ກະ​ລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ແມ່ນ​ທັດ​ສະ​ນະ, ທິດນຳ ແລະ ຫຼັກ​ການສະເໝີຕົ້ນສະເໝີປາຍ, ສອດຫ້ອຍຕະຫຼອດ ແລະ ຫຼີກ​ລ່ຽງ​ບໍ່​ໄດ້.

ປະ​ເທດ​ເປັນ​ເອກະ​ພາບ ​ແລະ ສັນຕິພາບ​​ໄດ້ກັບຕ່າວຄືນມາ, ​ແຕ່​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຜົນ​ສະທ້ອນ​ອັນ​ໜັກໜ່ວງ​ຂອງ​ສົງຄາມ​ຕໍ່ຕ້ານ​ລັດທິ​ລ່າເມືອງຂຶ້ນ ​ແລະ​ຈັກກະພັດນິຍົມ. ດັ່ງນັ້ນ, ໜ້າທີ່​ທີ່​ສຳຄັນສະເພາະໜ້າ​ແມ່ນ​ ສຸມ​ໃສ່​ກໍ່ສ້າງໂຄງສ້າງ​ພື້ນຖານ​, ເຕັກນິກ, ສ້າງເງື່ອນໄຂ​ພື້ນຖານ​ເພື່ອ​ສືບ​ຕໍ່​ກໍ່ສ້າງ​ສັງຄົມ​ນິຍົມ​ໃນ​ທົ່ວ​ປະ​ເທດ. ພັກນຳພາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທໍາອິດ (1976–1980) ແລະແຜນການ 5 ປີ ຄັ້ງທີ 2 (1981–1985). ໂຄງສ້າງພື້ນຖານເສດຖະກິດ-ສັງຄົມ, ບັນດາພື້ນຖານອຸດສາຫະກຳ, ກະສິກຳ, ສາທາລະະສຸກ, ການສຶກສາ-ຝຶກອົບຮົມ, ການຄົມມະນາຄົມ, ຊົນລະປະທານ ໄດ້ຮັບການຟື້ນຟູ ແລະຂະຫຍາຍຕົວເທື່ອລະກ້າວ.   ເສດຖະກິດ​ແຫ່ງ​ລັດ ​ແລະ ​ເສດຖະກິດ​ລວມໝູ່ ໄດ້ຮັບຄວາມເອົາ​ໃຈ​ໃສ່​ພັດທະນາ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດຖະກິດ​ແຫ່ງ​ຊາດ, ສ້າງ​ບາດກ້າວ​ທີ່​ຈຳ​ເປັນ​ໃຫ້​ແກ່​ໄລຍະ​ຕໍ່​ໄປ.

ກ້າວເຂົ້າສູ່ໄລຍະແຫ່ງການປ່ຽນແປງໃໝ່, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນສະພາບທີ່ປະເທດມີສັນຕິພາບ, ແກ້ໄຂຄວາມບໍ່ພຽງພໍຂອງກົນໄກການວາງແຜນລວມສູນ, ໂດຍສະເພາະ ພາຍຫຼັງການລົ້ມລະລາຍຂອງຮູບແບບສັງຄົມນິຍົມໃນສະຫະພາບໂຊວຽດ ແລະບັນດາປະເທດເອີຣົບຕາເວັນອອກ, ບົນ​ຈິດ​ໃຈ “ເບິ່ງ​ກົງ​ໄປທີ່ຄວາມຈິງ, ປະເມີນຄວາມຈິງຢ່າງຖືກຕ້ອງ, ເວົ້າຄວາມຈິງຢ່າງຈະແຈ້ງ”, “ປ່ຽນແປງໃໝ່ຈິນຕະນາການ”, “ປະດິດ​ສ້າງ​ແນວ​ຄິດ”, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VI ຂອງ​ພັກ (1986) ​ໄດ້​ກຳນົດແນວທາງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ ເຊິ່ງເປັນຂີດໝາຍບາດລ້ຽວທີ່​ສຳຄັນ, ເປີດ​ບົດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ. ກອງ​ປະຊຸມໃຫຍ່​ໄດ້​ຢືນຢັນ​ວ່າ: ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຮົາ ສາມັກຄີເປັນນ້ຳໜຶ່ງໃຈດຽວ, ຕັດສິນໃຈໃຊ້​ນ້ຳໃຈ​ແລະກຳລັງ​ແຮງ​ທັງໝົດຂອງ​ຕົນ ​ເພື່ອ​ສືບ​ຕໍ່​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດຄື ​ສ້າງສາ​ສັງຄົມ​ນິຍົມຢ່າງ​ສຳ​ເລັດ​ຜົນ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ, ພ້ອມ​ກັນ​ນັ້ນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຕໍ່ສູ້​ລວມຂອງປະຊາຊົນ​ໂລກ​ ເພື່ອ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ສັງຄົມ​ນິຍົມ. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ ​​ປີ ​​1991 ​ກຳນົດຢ່າງຈະແຈ້ງ​ວ່າ: ທົ່ວ​ພັກ​ແລະປະຊາຊົນ​​ເຮົາ ​ສືບ​ຕໍ່​ຍຶດໝັ້ນຄັນ​ທຸງ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິສັງຄົມ​ນິຍົມ, ທຸງ​ອັນ​ສະຫງ່າ​ລາສີ​ທີ່​ປະທານ ​ໂຮ່ຈີ​ມິນ ໄດ້​ມອບ​ໃຫ້​ຄົນ​ລຸ້ນ​ໃນ​ປະຈຸ​ບັນ ​ແລະ ລຸ້ນຫຼັງ.

ມາ​ຮອດ​ປະຈຸ​ບັນ, ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການ​ປ່ຽນແປງໃໝ່ ດ້ວຍການຍຶດໝັ້ນ​ເອກະລາດ​ແຫ່ງ​ຊາດ ​ຕິດ​ພັນ​ກັບ​ລັດທິ​ສັງຄົມ​ນິຍົມ, ປະ​ເທດ​ຊາດ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ມີຄວາມໝາຍທາງ​ປະຫວັດສາດ ເຊິ່ງບໍ່​ເຄີຍ​ມີ​​ໂຊກມີໄຊ, ທ່າ​ແຮງ, ຖານະບົດບາດ ແລະ ຊື່​ສຽງ​ສາ​ກົນ​ເທົ່າ​ກັບ​ທຸກ​ວັນ​ນີ້. ພົ້ນເດັ່ນໃນ 4 ດ້ານຄື:

(1) ທິດ​ສະ​ດີກ່ຽວກັບແນວ​ທາງການປ່ຽນແປງໃໝ່, ລັດ​ທິ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ໄປສູ່​ລັດ​ທິ​ສັງ​ຄົມ​ນິ​ຍົມ​ໃນ​ປະ​ເທດ​ເຮົາ ​ນັບ​ມື້​ນັບ​ສົມ​ບູນ​ແບບ, ກ່ຽວກັບຮູບແບບ ເປົ້າ​ໝາຍ ຄຸນ​ລັກ​ສະ​ນະ ທິດ​ທາງ ແລະ ບັນດາສາຍ​ພົວ​ພັນ​ສຳຄັນທີ່ມີລັກສະນະກົດເກນ ຕະຫຼອດຈົນບັນດາບາດກ້າວຂອງສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ. ສືບຕໍ່ຢືນຢັນວ່າ ເສັ້ນທາງໄປສູ່ລັດທິສັງຄົມນິຍົມຂອງປະເທດເຮົາແມ່ນທາງເລືອກທີ່ຫຼີກລ່ຽງບໍ່ໄດ້, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ທ່າອ່ຽງການພັດທະນາຂອງຍຸກສະໄໝ, ສ້າງພະລັງຂັບເຄື່ອນຊຸກຍູ້ການພັດທະນາປະເທດຊາດຢ່າງຮອບດ້ານໃນຍຸກໃໝ່. ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ຍັງ​ມີ​ບາງ​ບັນຫາ​ທີ່​ຕ້ອງ​ຄົ້ນຄວ້າ​ຕື່ມ​ອີກ, ​ແຕ່​ສາມາດ​ຢືນຢັນ​ໄດ້​ວ່າ: “ສັງຄົມສັງຄົມ​ນິຍົມ​ທີ່​ປະຊາຊົນ​ຫວຽດນາມພວມ​ມານະ​ພະຍາຍາມ​ກໍ່ສ້າງນັ້ນ ​ແມ່ນ​ສັງຄົມທີ່ປະຊາຊົນ​ຮັ່ງມີ, ປະ​ເທດຊາດ​ເຂັ້ມ​ແຂງ ມີປະຊາທິປະ​ໄຕ ຍຸຕິ​ທຳ ອາລະຍະທຳ; ໂດຍປະຊາຊົນເປັນເຈົ້າຂອງ; ມີ​ເສດຖະກິດ​ພັດທະນາ​ສູງ, ອີງ​ໃສ່​ກຳລັງ​ຜະລິດ​ທີ່​ທັນ​ສະ​ໄໝ ​ແລະ ການ​ພົວພັນ​ການ​ຜະລິດ​ທີ່ກ້າວໝ້າ​ເໝາະ​ສົມ; ມີ​ວັດທະນະທຳ​ທີ່​ກ້າວໜ້າ ແລະອຸດົມສົມບູນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ; ປະຊາຊົນ​ມີ​ຊີວິດ​ທີ່​ອີ່ມໜຳສຳລານ, ​ເສລີ, ມີ​ຄວາມ​​ສຸກ ​ແລະ ມີ​ເງື່ອນ​ໄຂ​ພັດທະນາ​ຢ່າງຮອບດ້ານ; ບັນດາ​ຊົນ​ເຜົ່າ​ໃນວົງຄະນາຍາດ​ຫວຽດນາມ ລ້ວນ​ແຕ່​ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ​ນັບຖື​ ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນໃນການ​ພັດທະນາ; ມີລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ ​ນຳພາ​ໂດຍ​ພັກ​ກອມ​ມູນິດ; ມີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​​ໂລກ”(19).

(2) ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ ແມ່ນ​ບາດກ້າວ​ບຸກທະລຸພື້ນຖານແລະປະດິດສ້າງທີ່ສຸດ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ທັງ​ດ້ານ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ. ການພັດທະນາ​ການ​ສຶກສາແລະຝຶກອົບຮົມ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ການປ່ຽນແປງໃໝ່ປະດິດ​ສ້າງ, ສ້າງ​ບັນດາ​ບາດກ້າວ​ທີ່​ຈຳ​ເປັນ​ໃຫ້​ແກ່​ສະໄໝຂ້າມຜ່ານໄປສູ່ລັດທິສັງຄົມ​ນິຍົມ. ການພັດທະນາ​ຜູ້ຄົນ ​ແລະ ກໍ່ສ້າງ​ວັດທະນະ​ທຳ​ທີ່​ກ້າວໜ້າ ​ແລະອຸດົມໄປດ້ວຍ​ເອກະລັກ​ຂອງ​ຊາດ ​ໃຫ້​ກາຍ​ເປັນ​ພື້ນຖານ ແລະກຳລັງແຮງພາຍໃນ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງຂອງປະເທດ. ການຮັບປະກັນ​ການ​ປ້ອງ​ກັນປະເທດ ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແມ່ນ​ວຽກ​ງານ​ສຳຄັນແລະ​ເປັນ​ປະຈຳ, ສົມທົບ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຕັ້ງແຕ່ຕົ້ນ ຈາກໄລຍະ​ໄກ, ແຕ່ເມື່ອທີ່ “ປະ​ເທດ​ຍັງ​ບໍ່​ທັນ​ຕົກ​ຢູ່​ໃນ​ອັນຕະລາຍ”. ກໍ່ສ້າງແນວທາງ​ການ​ຕ່າງປະ​ເທດ​ທີ່​ເຕັມໄປດ້ວຍ​ເອກະລັກ​ສະ​ເພາະຂອງ “​ໄມ້​ໄຜ່​ຫວຽດນາມ”, ຕັ້ງໜ້າ ​ແລະເປັນເຈົ້າການ ໃນການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ຮອບດ້ານ ​ແລະ ​ເລິກ​ເຊິ່ງ.

ຈາກ​ປະ​ເທດ​ທຸກ​ຍາກ, ຫຼ້າຫຼັງ, ຖືກທຳລາຍ​ຢ່າງຮ້າຍແຮງຈາກ​ສົງຄາມ, ຫວຽດນາມ​ໄດ້ບືນຕົວຂຶ້ນ​ກາຍ​ເປັນ​ປະ​ເທດກຳລັງ​ພັດທະນາ, ມີ​ລາຍ​ໄດ້​ປານ​ກາງ. ປະຈຸ​ບັນ, ຫວຽດນາມ​ຢູ່​ໃນ​ກຸ່ມ 40 ປະ​ເທດ​ທີ່​ມີ​ຂະ​ໜາດ​ເສດຖະກິດ​ແຖວ​ໜ້າ​ຂອງ​ໂລກ, ດ້ວຍ GDP ​ທີ່​ຄິດ​ໄລ່ຕາມ​ລາຄາ​ປະຈຸ​ບັນ​ເທົ່າ​ກັບ 430 ຕື້ໂດລາສະຫະລັດ; GDP ຕໍ່ຫົວຄົນໃນລາຄາປະຈຸບັນເທົ່າກັບ 4.300 ໂດລາສະຫະລັດ, ເພີ່ມຂຶ້ນ 58 ເທົ່າເມື່ອທຽບກັບປີທຳອິດຂອງການປ່ຽນແປງໃໝ່. ໃນ 6 ເດືອນຕົ້ນປີ 2024, ການເຕີບໂຕ GDP ບັນລຸ 6,42% - ລະດັບສູງໃນໂລກແລະພາກພື້ນ; ດັດຊະນີລາຄາຜູ້ບໍລິໂພກ (CPI) ເພີ່ມຂຶ້ນ 4,08%; ການລົງທຶນໂດຍກົງຈາກຕ່າງປະເທດບັນລຸເກືອບ 15,2 ຕື້ໂດລາສະຫະລັດ; ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ບັນລຸ 368,5 ຕື້ໂດລາສະຫະລັດ; ນັກ​ທ່ອງ​ທ່ຽວ​ຕ່າງປະເທດ​ມາ​ຫວຽດ​ນາມ ບັນ​ລຸ 8,83 ລ້ານ​ເທື່ອ​ຄົນ. ດັດຊະນີການພັດທະນາມະນຸດຂອງຫວຽດນາມ (HDI) ຖືກຈັດອັນດັບ 107/193 ປະເທດແລະເຂດແຄ້ວນ; ດັດຊະນີຄວາມສຸກ (WHI) ຢູ່ໃນອັນດັບ 54/143. ຈາກ​ປະ​ເທດ​ທີ່​ຖືກ​ປິດ​ລ້ອມ​ແລະຂວ້ຳບາດ, ປະຈຸ​ບັນ ຫວຽດນາມ ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບ 193 ປະ​ເທດ​ແລະ​ເຂດ​ແຄ້ວ​ນ; ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ​ກັບ 30 ປະ​ເທດ, ລວມທັງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ 5 ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງສະຫະ​ປະຊາ​ຊາດ, 7 ປະ​ເທດ​ອຸດສາຫະກຳ​ນຳ​ໜ້າ​ຂອງ​ໂລກ (G7), 17/20 ປະເທດ​ເສດຖະກິດ​ໃຫຍ່​ທີ່ສຸດ​ໃນ​ໂລກ (G20). ພັກ​ກອມ​ມູນິດ​ຫວຽດນາມ ມີ​ການ​ພົວພັນ​ກັບ 253 ພັກ​ການ​ເມືອງ​ໃນ 115 ປະ​ເທດ​ໃນ​ໂລກ. ສະພາ​ແຫ່ງ​ຊາດ​ຫວຽດນາມ ມີ​ການ​ພົວພັນ​ກັບ​ລັດຖະສະພາ ​ແລະ ສະພາ​ແຫ່ງ​ຊາດ​ຂອງ 140 ກວ່າ​ປະ​ເທດ. ແນວ​ໂຮມ​ປະ​ເທດ​ຊາດ, ບັນດາອົງຄະນະມະຫາຊົນ ​ແລະ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ ​ມີ​ການ​ພົວ​ພັນການຕ່າງ​ປະ​ເທດ​ກັບ 1.200 ອົງ​ການ​ຈັດ​ຕັ້ງ​ຂອງ​ປະ​ຊາ​ຊົນ​ແລະ​ຄູ່​ຮ່ວມ​ງານ​ຕ່າງ​ປະ​ເທດ

(3) ​ເພີ່ມ​ທະວີ​ການ​ກໍ່ສ້າງ​ແລະປັບປຸງ​ພັກ​ໃຫ້​ສະອາດ ​ແລະ ​ເຂັ້ມ​ແຂງ. ມີ​ຄວາມ​ຮັບ​ຮູ້​ນັບມື້ນັບ​ເລິກ​ເຊິ່ງ​ກ່ຽວ​ກັບ​ທາດແທ້​ຂອງ​ພັກ, ລັກສະນະ​ປະ​ຕິ​ວັດ, ນຳໜ້າ, ບົດບາດນຳພາແລະກຳອຳນາດຂອງພັກ; ປັບປຸງຍົກສູງຄວາມສາມາດໃນການນຳພາ ການກຳອຳນາດ ແລະກຳລັງແຮງສູ້ຮົບຂອງພັກ ໃນເງື່ອນໄຂໃໝ່, ຖື​ວ່າ​ນີ້​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່ສຸດຕໍ່​ພັກ ​ແລະ ລະບອບ​ສັງຄົມ​ນິຍົມ. ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ໄດ້ດຳເນີນໄປຢ່າງເຂັ້ມງວດ, ເດັດດ່ຽວ, ໜຽວແໜ້ນ, ແໜ້ນແຟ້ນ, ບໍ່ມີເຂດຕ້ອງຫ້າມ ແລະ ບໍ່ມີຂໍ້ຍົກເວັ້ນ.

(4) ຍູ້​ແຮງ​ການ​ກໍ່ສ້າງ ​ແລະ ປັບປຸງ​ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມໃຫ້ສົມບູນແບບ. ຢືນຢັນທາດແທ້ຂອງ​ລັດທີ່ເປັນ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ປ່ຽນແປງໃໝ່ແບບ​ວິທີ​ດຳ​ເນີນ​ງານ​ຂອງ​ລັດ ຮັບປະກັນເສີມຂະຫຍາຍ​ປະຊາທິປະ​ໄຕ, ຮັບປະກັນສິດເປັນເຈົ້າຂອງ​ຂອງ​ປະຊາຊົນ.

ຜົນງານອັນໃຫຍ່ຫຼວງໃນໄລຍະ 55 ປີແຫ່ງການປະຕິບັດຕາມພິໄນກຳ ຂອງປະທານໂຮ່ຈິມິນ, ພິເສດແມ່ນພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ໄດ້ຢັ້ງຢືນວ່າແນວທາງນະໂຍບາຍຂອງພັກກອມມູນິດຫວຽດນາມ ແມ່ນຖືກຕ້ອງ, ມີຫົວຄິດປະດິດສ້າງ; ເສັ້ນທາງ​ກ້າວ​ໄປ​ສູ່ລັດທິ​ສັງຄົມ​ນິຍົມ​ທີ່​ພັກ, ປະທານ​ໂຮ່ຈີ​ມິນ ​ແລະປະຊາຊົນ​ຫວຽດນາມ​ເລືອກນັ້ນ ​ແມ່ນ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ ​ແລະທ່າ​ອ່ຽງການພັດທະນາ​ຂອງ​ຍຸກ​ສະ​ໄໝ. ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ ​ຍັງ​ຢືນຢັນ​ເຖິງການ​ຍຶດ​ໝັ້ນ, ການໝູນໃຊ້​ ແລະພັດທະນາ​​ລັດທິມາກ-ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈິີມິນ ຢ່າງບໍ່ຢຸດຢັ້ງ; ການຍຶດໝັ້ນ​ໃນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ລັດທິ​ສັງຄົມ​ນິຍົມ; ຢືນຢັນ​ບັນຫາ​ສຳຄັນທີ່ສຸດ - ເອກະລາດ​ແຫ່ງ​ຊາດ​ແລະລັດທິ​ສັງຄົມ​ນິຍົມ ບໍ່​ພຽງ​ແຕ່​ແມ່ນ​ເປົ້າໝາຍ​ແລະໂຄງການດຳເນີນງານ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນພະລັງຂັບເຄື່ອນ ແລະຄວາມ​ເຊື່ອອັນແຮງກ້າ​ຂອງ​ປະຊາຊົນ​ຫວຽດນາມ ທີ່ລວມຕົວກັນ ​ແລະ ​ເສີມຂະຫຍາຍ​ກຳລັງ​ແຮງ​ແຫ່ງມະຫາສາມັກຄີປວງຊົນທັງຊາດ, ແມ່ນແຫຼ່ງຂອງໄຊຊະນະທັງໝົດ ຈາກອະດີດ, ປັດຈຸບັນ ແລະອະນາຄົດ.

3. ​ໃນ​ຊຸມ​ປີ​ຕໍ່ໜ້າ, ສະພາບ​ການ​ໂລກ​​ຈະສືບ​ຕໍ່​ມີ​ການ​ຜັນປ່ຽນ​ຢ່າງ​ວ່ອງ​ໄວ, ສັບສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​. ການ​ແຂ່ງຂັນ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ລະບຽບ​ໂລກແບບ “ຫຼາຍ​ຂົ້ວ, ຫຼາຍ​ສູນກາງ” ມີຮູບຮ່າງທີ່​ຈະ​ແຈ້ງ ​ແລະ ມີ​ອິດ​ທິພົນ​ຢ່າງ​ຫຼາຍຕໍ່ການພົວພັນສາກົນ; ບັນດາປະເທດຂະໜາດນ້ອຍແລະຂະໜາດກາງຈະຖືກກົດດັນໃຫ້ "ເລືອກຂ້າງ". ຄວາມ​ສ່ຽງ​ຂອງ​ສົງຄາມ, ຄວາມ​ຂັດ​ແຍ່ງ​​ໃນ​ທ້ອງ​ຖິ່ນ ​ແລະ​ການ​ຊ່ວງເສັງກັນປະກອບ​ອາວຸດ​ມີ​ຄວາມ​ຊັດ​ເຈນ​ຫຼາຍຂຶ້ນ​..ປະຊາ​ຄົມ​ໂລກ​ຕ້ອງ​ຮັບ​ມື​ກັບ​ການ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ ​ແລະ ບໍ່​ເປັນ​ແບບ​ດັ້ງ​ເດີມ, ພິ​ເສດ​ແມ່ນ ​ຄວາມໝັ້ນຄົງ​ທາງ​ອິນ​ເຕີ​ແນັດ ​ແລະ ສົງຄາມ​ຮູບ​ແບບ​ໃໝ່... ​ເຊິ່ງສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ບັນດາ​ນະ​ໂຍບາຍ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ບັນດາ​ປະ​ເທດ.

ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການ​ປ່ຽນແປງໃໝ່, ປະ​ເທດ​ຊາດ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ສຳຄັນ​ທາງ​ປະຫວັດສາດ; ຄາດ​ຄະ​ເນ​ວ່າ ​ຮອດ​ປີ 2045 ຈະ​ສືບ​ຕໍ່​ມີ​ຄວາມ​ຄືບ​ໜ້າ​ຮອບດ້ານ​ໃນ​ຫຼາຍ​ຂົງ​ເຂດ, ສູ້​ຊົນເພື່ອ​ກາຍ​ເປັນ​ປະ​ເທດ​ທີ່​​ພັດທະນາ, ມີ​ລາຍ​ໄດ້​ສູງ, ຮັ່ງມີ, ປະຊາທິປະ​ໄຕ, ວັດທະນາ​ຖາວອນ, ອາລະຍະທຳ, ມີຄວາມສຸກ..., ສ້າງ​ເງື່ອນໄຂເບື້ອງຕົ້ນທີ່​ສຳຄັນ ເພື່ອສ້າງສາ ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມ​ ຢ່າງ​ໝັ້ນຄົງ. ​ແນວ​ໃດ​ກໍ​ດີ, ຄຽງຄູ່ກັນນັ້ນ, ຍັງ​ມີ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ການ​ແຂ່ງຂັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ກໍ່ໃຫ້ເກີດຄວາມທ້າ​ທາຍ​ສຳລັບ​ຫວຽດນາມ​ໃນ​ການ​ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເພື່ອການ​ພັດທະນາ. ຄວາມທ້າທາຍຈາກການປະຕິວັດອຸດສາຫະກຳຄັ້ງທີ 4; ບັນຫາ​ການ​ຮັກສາ​ເອກະລັກ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ; ການ​ຕໍ່ສູ້​ທາງ​ແນວຄິດ​ທີ່​ນັບ​ມື້​ນັບສັບສົນ ແລະດຸເດືອດ... ພວມ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ ທັງ​ດ້ານ​ທິດ​ສະ​ດີ ​ແລະພາກ​ປະຕິບັດ ສຳລັບກິດຈະການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ໃນ​ສະພາບ​ການ​ໃໝ່.

ເສີມຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ​ແລະ ປະຕິບັດຕາມພິໄນກຳ ​ຂອງ​ປະທານ​ໂຮ່ຈີມິນ ​ໃນ​ໄລຍະ​ໃໝ່, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ພັກຢືນຢັນວ່າ ການຍຶດໝັ້ນໃນເປົ້າໝາຍ​ເອກະລາດ​ແຫ່ງ​ຊາດ​ແລະລັດທິ​ສັງຄົມ​ນິຍົມ ແມ່ນທັດສະນະຊີ້ນຳຫຼັກ ເຊິ່ງຕ້ອງໄດ້​ສືບ​ຕໍ່ຊາບຊຶມ​ຢ່າງ​ເລິກ​ເຊິ່ງ ​ທັງດ້ານ​ຄວາມ​ຮັບ​ຮູ້ ​ແລະການ​ກະທຳ​ ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນເຮົາ ​ເພື່ອ “ສູ້​ຊົນ​ໃຫ້​ຮອດ​ກາງ​ສະຕະວັດ​ທີ XXI, ປະ​ເທດ​ເຮົາ​ຈະ​ກາຍ​ເປັນ​ປະ​ເທດ​ພັດທະນາ​ຕາມ​ທິດ​ສັງຄົມ​ນິຍົມ”(20). ບົນ​ຈິດ​ໃຈ​ນັ້ນ, ຕ້ອງ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່ ​ແລະວິທີ​ແກ້​ໄຂຈຳນວນໜຶ່ງ ​ດັ່ງ​ນີ້:

ທີ​ໜຶ່ງ, ຕ້ອງ​ຍຶດໝັ້ນ​ໃນ​ບັນດາ​ບັນຫາ​ທີ່​ມີລັກສະນະ​ຫຼັກການ​ຄື: ​ຍຶດໝັ້ນ​, ໝູນ​ໃຊ້ ແລະພັດທະນາ​ລັດທິມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນຢ່າງປະດິສ້າງ, ທິດ​ສະ​ດີກ່ຽວກັບ​ແນວທາງ​ຂອງ​ພັກ; ຍຶດໝັ້ນ​ໃນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະລັດທິສັງຄົມ​ນິຍົມ; ຍຶດໝັ້ນ​ໃນ​ບັນດາຫຼັກການ​ກໍ່ສ້າງ​ພັກ ​ເພື່ອ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຢ່າງໝັ້ນຄົງ.

ທີສອງ, ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ສະຫຼຸບສັງ​ລວມ​ພາກ​ປະຕິບັດ ​ແລະ ປັບປຸງທິດ​ສະ​ດີ​​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ໄປ​ສູ່ລັດທິ​ສັງຄົມ​ນິຍົມຢູ່​ຫວຽດນາມໃຫ້ສົມບູນແບບ, ​ເຊັ່ນ: ກ່ຽວ​ກັບກິດຈະການປ່ຽນແປງໃໝ່, ການຫັນ​ເປັນ​ອຸດສາຫະກຳແລະທັນ​ສະ​ໄໝຂອງປະເທດ; ກ່ຽວ​ກັບ​ເສດຖະກິດ​ຕະຫຼາດຕາມທິດ​ສັງຄົມ​ນິຍົມ​ຂອງ​ຫວຽດນາມ; ກ່ຽວ​ກັບ​ການ​ກໍ່ສ້າງ​ລັດ​ແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ​ທີ່ເປັນຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ; ກ່ຽວກັບລະບອບປະຊາທິປະໄຕສັງຄົມນິຍົມ; ກ່ຽວ​ກັບ​ການ​ກໍ່ສ້າງ​ແລະປັບປຸງ​ພັກ ​ແລະ ລະບົບ​ການ​ເມືອງ; ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ການ​ຕ່າງ​ປະ​ເທດ..., ຈາກ​ນັ້ນ, ກຳນົດ​​ບາດກ້າວ​​ແລະທິດ​ທາງ​ໃຫຍ່​ຂອງ​ພັກ ​ແລະ ປະ​ເທດ​ຊາດ ໄປ​ສູ່​ເປົ້າໝາຍ​ສຳຄັນ​ໃນ​ທົດສະວັດໜ້າ.

ທີ​ສາມ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ຄົບຊຸດ ​ແລະ ​ເລິກ​ເຊິ່ງກ່ວາ​ອີກ​ ໃນ​ການ​ພົວພັນ​ລະຫວ່າງ​ການປ່ຽນແປງໃໝ່​ເສດຖະກິດ ​ແລະ ການປ່ຽນແປງໃໝ່ດ້ານ​ການ​ເມືອງ. ສ້າງ​ແລະ​ຈັດ​ຕັ້ງ​ປະຕິບັດ​ສະ​ຖາ​ບັນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ, ​ໃນ​ນັ້ນ​ ​ສະ​ຖາ​ບັນທາງ​ການ​ເມືອງ​ມີ​ບົດບາດ​ຊີ້​ນຳ “ກ້າວ​ໄປ​ໜ້າ”; ສະຖາບັນທາງເສດຖະກິດມີບົດບາດເປັນໃຈກາງ; ສະຖາບັນທາງສັງຄົມມີບົດບາດໃນການຄວບຄຸມແລະປະສານສັງຄົມ; ສະຖາບັນການປົກປັກຮັກສາສິ່ງແວດລ້ອມນິເວດວິທະຍາ ມີບົດບາດໃນການຮັບປະກັນການພັດທະນາທີ່ສອດຄ່ອງກັບທໍາມະຊາດ. ຄວາມຖືກຕ້ອງ, ສົມເຫດສົມຜົນ ແລະຄົບຊຸດ ໃນສະຖາບັນການພັດທະນາ ແມ່ນເງື່ອນໄຂເພື່ອຮັບປະກັນການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດ(22). ຖື​ການ​ພັດທະນາ​ການ​ສຶກສາ​ແລະຝຶກອົບຮົມ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ເປັນພະລັງຂັບເຄື່ອນ ​ແລະ​ແຫຼ່ງກຳລັງ​ເພື່ອ​ຊຸກຍູ້​ການ​ປ່ຽນແປງໃໝ່ປະເທດ. ໃຫ້ຄວາມສຳຄັນກັບການເສີມຂະຫຍາຍ “ພະລັງ​ອ່ອນ” ຂອງ​ວັດທະນະທຳ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ວັດທະນະທຳ ​ແລະ ການ​ເມືອງ, ​ເສດຖະກິດ, ການປ້ອງ​ກັນ​ປະເທດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

ທີສີ່, ສືບ​ຕໍ່​ປ່ຽນແປງໃໝ່ແບບວິທີ​ການ​ນຳພາ ​ແລະການກຳອຳນາດ​ຂອງ​ພັກ ຕໍ່​ລະບົບ​ການ​ເມືອງ​ໃນ​ເງື່ອນ​ໄຂ​ໃໝ່, ຮັບປະກັນ​ປະສິດທິ​ພາບ ປະສິິດທິຜົນ, ຕິດກັບພາກປະຕິບັດ​ຕົວ​ຈິງ​ຢ່າງ​ໃກ້ຊິດ, ​ຕອບສະໜອງ​ຄວາມ​ຕ້ອງການ​ຮອບດ້ານ​ໃນ​ໄລຍະ​ໃໝ່. ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ​ແລະ ລະບົບ​ການ​ເມືອງ​ທີ່​ສະອາດປອດໃສ, ​ເຂັ້ມ​ແຂງຮອບດ້ານ ຕາມ​ກົນ​ໄກ “​ພັກນຳພາ, ​ລັດຄຸ້ມຄອງ, ​ປະຊາຊົນເປັນເຈົ້າຂອງ”.

ປັບປຸງຍົກສູງຄວາມສາມາດ​​ນຳພາ ​ແລະ ຄວາມສາມາດກຳອຳນາດ​​ຂອງ​ພັກ; ກໍ່ສ້າງ​ພັກໃຫ້​ສະອາດປອດ​ໃສ ແລະ ເຂັ້ມ​ແຂງ​ໃນ​ທຸກ​ດ້ານ, ມີ​ຄວາມ​ສາມາດ​ແລະກຽດສັກສີຢ່າງ​ພຽງພໍທີ່ຈະ​ປະຕິບັດ​ພາລະກິດ​ນຳພາ​ການ​ປະຕິວັດ​ໃນ​ໄລຍະ​ໃໝ່, ນຳພາ​ປະ​ເທດ​ກ້າວ​ໄປຂ້າງ​ໜ້າ​ຢ່າງ​ໝັ້ນຄົງ, ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ; ຮັກສາທາດແທ້ຊົນຊັ້ນກໍາມະກອນຂອງພັກ; ເສີມຂະຫຍາຍ​ບົດບາດນຳໜ້າ ​ແລະ ​ເປັນ​ແບບຢ່າງ​ຂອງ​ຖັນແຖວພະນັກງານ ​ແລະ ສະມາຊິກ​ພັກ, ພິ​ເສດ​ແມ່ນຜູ້ເປັນຫົວໜ້າ.

ຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ຕາມທິດນຳທີ່ວ່າ “ບໍ່ຢຸດຢັ້ງ, ບໍ່ລົດລະ, ບໍ່ມີເຂດຕ້ອງຫ້າມ, ບໍ່ມີຂໍ້ຍົກເວັ້ນ, ບໍ່ວ່າຄົນນັ້ນຈະແມ່ນໃຜກໍຕາມ; ດໍາເນີນຄະດີໜຶ່ງ ແຈ້ງເຕືອນທັງພາກ, ທັງຂົງເຂດ"

ທີ​ຫ້າ, ເພີ່ມທະວີທ່າ​ແຮງ​ດ້ານການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ, ຮັບປະກັນ​ກຳລັງ​ແຮງ​ຢ່າງ​ພຽງພໍ​ໃນ​ການ​ຕໍ່ສູ້, ປ້ອງກັນ, ສະກັດ​ກັ້ນ ແລະ ຍູ້​ຖອຍ​​ປັດ​ໄຈ​ທີ່ທຳລາຍສະຖຽນລະພາບຕັ້ງແຕ່ຕົ້ນ ແລະ​ຈາກ​ໄລຍະ​ໄກ ເຊິ່ງ​ນຳ​ໄປ​ສູ່​ສະຖານະ​ການ​ທີ່​ຂົ່ມຂູ່​ຕໍ່​ການ​ປ້ອງ​ກັນ​ປະ​ເທດ ​ແລະຄວາມ​ໝັ້ນຄົງ. ຍຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍກ້ຳຫຼາຍຝ່າຍ, ຄວາມ​ຫຼາກ​ຫຼາຍ, ​ເປັນ​ເພື່ອນ, ເປັນຄູ່​ຮ່ວມ​ມື​ທີ່​ໄວ້ວາງໃຈໄດ້, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ. ຍູ້​ແຮງ​ການ​ທູດ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ເສີມຂະຫຍາຍແຜນການ​ປ້ອງ​ກັນ​ປະ​ເທດ​ດ້ວຍ​ສັນຕິ​ວິທີ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ; ສົມທົບກຳລັງ​ແຮງ​ຂອງ​ຊາດ ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ສ້າງ​ກຳລັງແຮງສັງລວມ ​ແລະຖານະທີ່​ຕັ້ງ​ໃຫ້​ປະ​ເທດ, ປະຕິບັດ​ຕາມທິດນຳທີ່ວ່າ “​ຕັ້ງໜ້າ, ເປັນເຈົ້າການ, ໜັກ​ແໜ້ນ, ໄຫວພິບ, ​ມີ​ປະສິດທິ​ຜົນ”.

ທີ​ຫົກ, ປ່ຽນແປງໃໝ່ ແລະ ປັບປຸງຍົກ​ສູງ​ຄຸນ​ນະພາ​ບວຽກງານ​ຄາດ​ຄະ​ເນ, ວາງ​ກຳນົດແນວທາງ, ແຜນນະໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ແລະກົດໝາຍ​ຂອງ​ລັດ; ຮັບປະກັນ​ຄວາມຄົບຊຸດ, ​ເປັນ​ເອກະ​ພາບ, ຮອບດ້ານ, ​ມີຈຸດໜັກ ໃຈກາງ, ຕິດແໜ້ນກັບ​ສະພາບ​ຕົວ​ຈິງ, ເປັນໄປໄດ້, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ສູງ​ສຸດຂອງ​ຊາດ-ປະເທດຊາດ, ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ເປັນ​ເປົ້າ​ໝາຍ​ສູ້​ຊົນ./.

-------------------------

(1) ໂຮ່ຈີມິນ: ນິພົນຄົບຊຸດສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 15, ໜ້າ 624.
(2) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 4, ໜ້າ 187
(3) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 3, ໜ້າ 596
(4) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 12, ໜ້າ 401
(5) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 12, ໜ້າ 401
(6) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 11, ໜ້າ 259
(7) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 11, ໜ້າ  244
(8) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 623
(9) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 2, ໜ້າ 289
(10)
ມ້າຄັກຕື ແມ່ນ ກາກ ມາກ
(11) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 2, ໜ້າ 304
(12) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 617
(13) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 622
(14) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 617
(15) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 623
(16) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 5, ໜ້າ 627-628.
(17) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 631
(18) ໂຮ່ຈີມິນ: 
ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 618
(19) ຫງວຽນຝູຈ້ອງ: 
ບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ລັດທະສັງຄົມນິຍົມຢູ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, tr. 24
(20) 
ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 112
(21) ເບິ່ງ: ຕ້າ ງ້ອກ ເຕິ໊ນ - ເຈິ່ນ ກວັກ ຕວ໋ານ: ກໍ່ສ້າງແລະປັບປຸງສະຖາບັນໃຫ້ສົມບູນແບບ ເພື່ອພັດທະນາປະເທດຢ່າງໄວແລະຍືນຍົງໃນໄລຍະໃໝ່, 
ວາລະສານກອມມູນິດເອເລັກໂຕຣນິກ, ອອກວັນທີ 8 ກໍລະກົດ 2023, https://tapchicongsan.org.vn/web/guest/tin-tieu-diem/-/asset_publisher/s5L7xhQiJeKe/content/xay-dung-hoan-thien-the-che-phat-trien-nhanh-va-ben-vung-dat-nuoc-trong-giai-doan-moi