ການໝູນໃຊ້ແນວຄິດການທູດໂຮ່ຈີມິນ ໃນພາລະກິດການປົກປ້ອງປະເທດຊາດຫວຽດນາມ ໃນປະຈຸບັນ
ວກ. - ແນວຄິດການທູດໂຮ່ຈີມິນ ແມ່ນພາກສ່ວນທີ່ສຳຄັນຂອງແນວຄິດໂຮ່ຈີມິນ, ແມ່ນມໍລະດົກທາງດ້ານຈິດໃຈທີ່ລ້ຳຄ່າ, ແມ່ນພື້ນຖານກຳລັງແຮງ ແລະ ເປັນນກຸນແຈເພື່ອຜັນຂະຫຍາຍ ແນວທາງຍຸດທະສາດແລະນະໂຍບາຍການຕ່າງປະເທດ ຂອງພັກກອມມູນິດຫວຽດນາມແລະລັດຫວຽດນາມ ຜ່ານບັນດາໄລຍະການປະຕິວັດ ຢ່າງມີໄຊແລະມີປະສິດທິຜົນ. ໃນປະຈຸບັນ, ຫວຽດນາມກຳລັງຢູ່ໃນຂະບວນການຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ ແລະ ເຊື່ອມໂຍງເສດຖະກິດສາກົນ ໃນຂະນະທີ່ສະຖານະການໃນປະເທດແລະຕ່າງປະເທດຜັນປ່ຽນຢ່າງສັບສົນທີ່ສຸດ, ດັ່ງນັ້ນ ການຄົ້ນຄວ້າແລະໝູນໃຊ້ແນວຄິດການທູດໂຮ່ຈິີມິນຢ່າງປະດິດສ້າງ ແມ່ນວຽກງານທີ່ຈຳເປັນຮີບດ່ວນ ເພື່ອເປີດກວ້າງການພົວພັນຕ່າງປະທດ, ປົກປັກຮັກສາປະເທດຊາດຫວຽດນາມໃນສະພາບການໃໝ່.
ປະທານໂຮ່ຈີມິນພ້ອມກັບເລຂາທິການທີ່ໜຶ່ງເລຢ໋ວນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XXII ຂອງພັກກອມມູນິດສະຫະພາບໂຊວຽດ, ປີ 1961 _ພາບ: TTXVN
ປະທານໂຮ່ຈີມິນແມ່ນຜູ້ນຳທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ ແລະເປັນຜູ້ກໍ່ຕັ້ງການທູດຫວຽດນາມສະໄໝໃໝ່. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະພາຍໃຕ້ແສງສະຫວ່າງຂອງແນວຄິດໂຮ່ຈີມິນ, ການທູດສະໄໝໃໝ່ຫວຽດນາມໄດ້ເຕີບໃຫຍ່ແລະເຂັ້ມແຂງພ້ອມກັນກັບບັນດາເສັ້ນທາງການປະຕິວັດ ຂອງຊາດຫວຽດນາມທັງໝົດ, ໄດ້ປະກອບສ່ວນທີ່ເໝາະສົມ ເຂົ້າໃນບັນດາຜົນງານການປະຕິວັດຂອງປະເທດ (1). ແນວຄິດການທູດໂຮ່ຈີມິນ ດ້ວຍບັນດາມູນຫຼັກແລະເນື້ອໃນພື້ນຖານ, ວິທີການ, ແບບແຜນ ແລະ ສິລະປະການທູດ, ແມ່ນພາກສ່ວນທີ່ສຳຄັນໃນແນວຄິດໂຮ່ຈີມິນ. ການເຄື່ອນໄຫວພົວພັນຕ່າງປະເທດຂອງພັກແລະລັດຫວຽດນາມ ໃນປະຈຸບັນກໍ່ຄືອະນາຄົດ ຈະສືບຕໍ່ເລີ່ມຈາກພື້ນຖານແນວຄິດດັ່ງກ່າວ ແລະຕາມທິດທາງນັ້ນ. ດັ່ງນັ້ນ, ການຄົ້ນຄວ້າ, ຮ່ຳຮຽນ, ກຳແໜ້ນ ແລະຊາບຊຶມແນວຄິດການທູດໂຮ່ຈີມິນ ຈະປະກອບສ່ວນສຳຄັນທີ່ສຸດເຂົ້າໃນການກໍ່ສ້າງແລະຜັນຂະຫຍາຍແນວຄິດການຕ່າງປະເທດຂອງຫວຽດນາມ, ພິເສດແມ່ນໃນພາລະກິດການປ່ຽນແປງໃໝ່, ເຊື່ອມໂຍງສາກົນທີ່ກວ້າງຂວາງເລິດເຊິ່ງໃນປະຈຸບັນ. ໄດ້ຄືແນວນັ້ນ, ການທູດຫວຽດນາມຈຶ່ງຈະສາມາດບືນຕົວຂຶ້ນໃຫ້ທຽບເທົ່າລະດັບຂອງຍຸກສະໄໝ, ກາຍເປັນການທູດປະຕິວັດ, ເປັນທາງການແລະທັນສະໄໝ, ມີຄວາມສາມາດຢ່າງພຽງພໍເພື່ອຈັດການແກ້ໄຂບັນຫາເກີດຂຶ້ນໃນພາກປະຕິບັດໄດ້ຢ່າງໄຫວພິບ, ທັນການແລະມີປະສິດທິຜົນ, ປະກອບສ່ວນທີ່ສຳຄັນເຂົ້າໃນພາລະກິດການສ້າງສາພັດທະນາປະເທດ ແລະປົກປັກຮັກສາປະເທດຊາດ.
ບົດບາດຂອງການທູດໃນປະຫວັດສາດຂອງຊາດ ແລະໃນແນວຄິດໂຮ່ຈີມິນ
ປະຫວັດສາດຂອງຊາດຫວຽດນາມແມ່ນປະຫວັດຊາດຂອງຊາດທີ່ອົງອາດກ້າຫານ, ທົນທານແລະໝັ້ນໜຽວໃນການພິຊິດທຳມະຊາດ, ເອົາຊະນະສັດຕູຜູ້ຮຸກຮານທຸກໂຕ ເພື່ອການຢູ່ລອດແລະການພັດທະນາ. ບໍ່ຄ່ອຍມີຊາດຄືຊາດຫວຽດນາມ, ປະຫວັດສາດແຫ່ງການກໍ່ຕັ້ງປະເທດແມ່ນຕິດແໜ້ນກັບການປ້ອງກັນຊາດ. ຕັ້ງແຕ່ເລີ່ມຕົ້ນການກໍ່ຕັ້ງປະເທດຈົນເຖິງປະຈຸບັນ, ຊາວຫວຽດນາມລຸ້ນຕໍ່ລຸ້ນສືບຕໍ່ກັນ ມັກຈະຕ້ອງກຳອາວຸດຕໍ່ສູ້ກັບກອງກຳລັງທີ່ຮຸກຮານ, ປົກປັກຮັກສາປະເທດ, ເຊື້ອຊາດ ແລະເອກະລັກວັດທະນະທຳຂອງຊາດ. ບໍ່ຄ່ອຍມີຊາດໃດໃນໂລກ ທີ່ພາລະກິດການຮັກສາປະເທດມັກຈະປະເຊີນກັບສະຖານະການທີ່ຫຍຸ້ງຍາກຄືກັບຊາດຫວຽດນາມ: ສັດຕູຜູ້ຮຸກຮານມີຄວາມເຂັ້ມແຂງກວ່າຫວຽດນາມຫຼາຍເທົ່າ. ຍ້ອນມີທີ່ຕັ້ງທາງພູມສາດ-ການເມືອງ, ພູມສາດ-ການທະຫານ, ພູມສາດ-ເສດຖະກິດທີ່ສຳຄັນໃນພາກພື້ນ, ດັ່ງນັ້ນ ຕັ້ງແຕ່ເມື່ອກໍ່ຕັ້ງປະເທດ, ຜ່ານຫຼາຍພັນປີໃນປະຫວັດສາດ, ຫວຽດນາມຍາມໃດກໍ່ຖືກຈ້ອງມອງຕິດຕາມແລະຮຸກຮານຈາກກອງກຳລັງຈັກກະພັດນິຍົມ ທີ່ມີອຳນາດຫຼາຍທີ່ສຸດ. ແຕ່ທ້າຍທີ່ສຸດແລ້ວ ໄຊຊະນະເປັນຂອງຫວຽດນາມສະເໝີ, ຊາດຫວຽດນາມຍັງຄົງຍືນຍົງແລະພັດທະນາ. ອາດຈະເວົ້າໄດ້ວ່າ, ໃນປະຫວັດສາດ, ຫວຽດນາມແມ່ນປະເທດທີ່ມີຄວາມສາມາດເອົາຊະນະອຸປະສັກສຳຄັນໄດ້ສະເໝີ ເນື່ອງຈາກມີພະລັງທີ່ເຂັ້ມແຂງ. ນັ້ນແມ່ນຊາດທີ່ພິລະອາດຫານ, ບໍ່ຍອມຈຳນົນຕໍ່ກອງກຳລັງຮຸກຮານຈາກຕ່າງປະເທດໃດໆ.
ປະຫວັດສາດການຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມໄດ້ຢືນຢັນວ່າ: ເຖິງແມ່ນວ່າສັດຕູຜູ້ຮຸກຮານຈະໃຫຍ່ກວ່າແລະເຂັ້ມແຂງກວ່າຫວຽດນາມຫຼາຍເທື່ອ, ແຕ່ຍ້ອນມີຄວາມສາມັກຄີຂອງບັນດາຊັ້ນຄົນສັງຄົມ ແລະໄດ້ເສີມຂະຫຍາຍກຳລັງແຮງແຫ່ງຄວາມສາມັກຄີປວງຊົນທັງຊາດ, ດັ່ງນັ້ນ ຊາດຫວຽດນາມຈຶ່ງມັກຈະໃຊ້ໜ້ອຍເພື່ອສູ້ກັບຫຼາຍ, ເອົາອັນອ່ອນເພື່ອຕ້ານກັບອັນແຂງ ແລະ ໃນທີ່ສຸດກໍ່ໄດ້ເອົາຊະນະສັດຕູທຸກໂຕ. ໃນທຸກໄລຍະປະຫວັດສາດ, ການປົກປັກຮັກສາເອກະລາດຂອງຊາດຍາມໃດກໍ່ແມ່ນໜ້າທີ່ສຳຄັນທີ່ສຸດຂອງປະຊາຊົນຫວຽດນາມ. ເພື່ອປົກປ້ອງເອກະລາດຂອງຊາດ, ປະຊາຊົນຫວຽດນາມເຄີຍໄດ້ຕໍ່ສູ້ໃນຫຼາຍແນວຮົບ, ໃນນັ້ນແນວຮົບການທະຫານມີຄວາມໝາຍສຳຄັນອັນດັບໜຶ່ງ. ແຕ່ເພື່ອເຮັດໃຫ້ການຕໍ່ສູ້ທາງທະຫານມີຂໍ້ສະດກວກດີຫຼາຍປະການ, ຊາດຫວຽດນາມຍັງໄດ້ຕໍ່ສູ້ຢ່າງເກ່ງກ້າສາມາດໃນແນວຮົບດ້ານການທູດ.
ໃນຂະບວນວິວັດການກໍ່ຕັ້ງປະເທດແລະປົກປ້ອງປະເທດ, ຊາດຫວຽດນາມໄດ້ຮູ້ເຖິງບົດບາດທີ່ສຳຄັນຂອງການທູດ ໃນຖານະເຄື່ອງມືແຫ່ງສັນຕິພາບກັບຊາດອື່ນ ເພື່ອບັນລຸເປົ້າໝາຍ “ປະເທດຮັ່ງມີ, ກຳລັງທະຫານເຂັ້ມແຂງ, ພາຍໃນສະຫງົບສຸກ, ພາຍນອກສະຫງົບງຽບ”. ກະສັດທີ່ສະຫຼາດສ່ອງໃສແລະພວກນັກປາດຂອງລາຊະວົງສັກດີນາລ້ວນແຕ່ສະແດງທັດສະນະທີ່ວ່າ: ການຕໍ່ສູ້ທາງການທູດໄດ້ຊ່ວຍໜູນສະເໝີໃຫ້ແກ່ການຕໍ່ສູ້ດ້ານການທະຫານເພື່ອຕ້ານການຮຸກຮານຈາກພາຍນອກ. ການຕໍ່ສູ້ທາງການທູດອາດຈະໄດ້ດຳເນີນພາຍຫຼັງ ຫຼືກ່ອນການຕໍ່ສູ້ທາງການທະຫານ. ໃນຫຼາຍກໍລະນີ, ການຕໍ່ສູ້ທາງການທູດໄປກ່ອນແລະສະແດງອອກຂະໜານກັນກັບການຕໍ່ສູ້ທາງການທະຫານ ເພື່ອສຳເລັດສິ້ນສຸດການຕໍ່ສູ້ທາງການທະຫານ ດ້ວຍເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ປະເທດຊາດແລະບ້ານເມືອງ.
ປະຫວັດສາດການທູດຂອງຫວຽດນາມແມ່ນຮູ້ຈາກຍຸກຮຸ່ງເວືອງ. ຕັ້ງແຕ່ສະໄໝລາຊະວົງ ໂງ, ດິງ, ເລ ເປັນຕົ້ນໄປ, ບັນດາການເຄື່ອນໄຫວທາງການທູດຂອງບັນພະບຸລຸດຂອງພວກເຮົານັບມື້ນັບສະຫຼາດ ຄ່ອງແຄ່ວ, ບາງຄັ້ງແຂງກ້າ, ບາງຄັ້ງອ່ອນໂຍນ, ຍາມໃດກໍ່ເໝາະສົມກັບສະຖານະການສະເພາະ. ໃນສະຕະວັດທີ XV, ການຂົນຂວາຍທາງການທູດກັບກອງທັບໝິງ (ຈີນ) ທີ່ດຳເນີນໂດຍ ເລເລີ້ຍ ແລະ ຫງວຽນຈ້າຍ ໄດ້ສ້າງເງື່ອນໄຂໃຫ້ກອງກຳລັງລຸກຮືຂຶ້ນລາມເຊີນ ຍາດເອົາໄຊຊະນະທາງທະຫານນີ້ ໄປສູ່ໄຊຊະນະທາງທະຫານອື່ນ. ໄຊຊະນະເຫຼົ່ານີ້ ແມ່ນເຫດຜົນອັນໜຶ່ງທີ່ບັງຄັບໃຫ້ ເວືອງໂທງ ຢູ່ເມືອງດົງກວານ ຕ້ອງຍອມຮັບເອົາເງື່ອນໄຂການຍອມຈຳນົນ ທີ່ກຳນົດໂດຍຜູ້ນຳກອງກຳລັງລຸກຮືຂຶ້ນເລເລີ້ຍ.
ໃນທຸກໄລຍະປະຫວັດສາດ, ເປົ້າໝາຍຂອງການທູດຫວຽດນາມແມ່ນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມຜາສຸກ, ຄວາມອິ່ມໜຳສຳລານຂອງປະຊາຊົນ. ເພື່ອຈຸດປະສົງນັ້ນ, ປະຊາຊົນຫວຽດນາມຕ້ອງເສຍສະຫຼະເລືອດເນື້ອເພື່ອຕໍ່ສູ້ກັບການຮຸກຮານຈາກຕ່າງປະເທດ. ແຕ່ເມື່ອສົງຄາມລະເບີດຂຶ້ນ, ລະອຽດຄື ເມື່ອຍາດໄດ້ໄຊຊະນະທີ່ຕັດສິນໃນສະໜາມຮົບດ້ວຍກຳລັງທາງການທະຫານ ຝ່າຍຫວຽດນາມໄດ້ເປັນເຈົ້າການດຳເນີນມາດຕະການທາງການທູດ ເພື່ອຢຸດຕິສົງຄາມ, ລວມເຖິງການເປີດໂອກາດໃຫ້ສັດຕູຖອນທະຫານອອກຈາກຫວຽດນາມຢ່າງສົມກຽດ.
ຕົ້ນປີ 1077, ທ່ານຫຼີເທື່ອງກຽດ ໄດ້ເຮັດໃຫ້ກອງທັບຊົ່ງ ບັນຊາໂດຍ ແກວ້ ກວີ່ ຕ້ອງທົນຕໍ່ຄວາມທຸກຍາກແລະອິດເມື່ອຍ ໃນຝັ່ງເໜືອຂອງແມ່ນໍ້າເກົ່າ (ແມ່ນ້ຳ ຍື ງວຽດ). ເພິ່ນຮູ້ວ່າ ຖ້າສົງຄາມຍັງດຳເນີນຕໍ່ໄປ, ກອງທັບຊົ່ງອາດຈະຖືກດັບສູນ. ແຕ່ລໍຖ້າເຖິງມື້ນັ້ນ, ກອງທັບແລະປະຊາຊົນຫວຽດນາມຈະຕ້ອງເສຍເລືອດເນື້ອຫຼາຍ, ປະເທດຫວຽດນາມຍັງຈະຖືກທຳລາຍ. ຫຼີເທື່ອງກຽດຄິດວ່າ ການເປີດທາງໃຫ້ ແກວ້ ກວີ່ ຖອນທະຫານກັບບ້ານ, ຄືນດິນແດນຫວຽດນາມໃຫ້ກັບຊາວຫວຽດນາມ, ມັນມິຜົນປະໂຫຍດຫຼາຍກວ່າການປ່ອຍໃຫ້ສົງຄາມດຳເນີນຕໍ່ໄປ. ດັ່ງນັ້ນ, ເພິ່ນໄດ້ສົ່ງນັກການທູດໄປທີ່ຄ້າຍທະຫານຂອງ ແກວ້ ກວີ່ ເພື່ອເປີດສະໜາມຮົບທາງການທູດ. ຍອມຮັບເງື່ອນໄຂຂອງຫຼີເທື່ອງກຽດ, ແກວ້ ກວີ່ ໄດ້ນຳເອົາກອງທັບທີ່ຍັງເຫຼືອຢູ່ກັບຄືນປະເທດ. ສົງຄາມສິ້ນສຸດລົງ, ສັນຕິພາບກັບຕ່າວຄືນມາພາຍໃຕ້ເງື່ອນໄຂທີ່ເອື້ອອຳນວຍຕໍ່ຫວຽດນາມ.
ໃນກໍລະນີທີ່ສັດຕູແຂງແຮງເກີນໄປ, ກອງທັບແລະປະຊາຊົນບໍ່ພ້ອມທີ່ຈະສູ້ຮົບ ຫຼືຖ້າຫາກສູ້ຮົບກໍ່ຍາກທີ່ຈະໄດ້ຮັບໄຊຊະນະ, ບັນພະບຸລຸດຂອງພວກເຮົາໃຊ້ມາດຕະການທາງການທູດແນໃສ່ຍາດແຍ່ງເວລາ ໃຫ້ມີໂອກາດເພື່ອເພີ່ມທະວີແລະປັບປຸງກຳລັງແຮງ. ເມື່ອກຳລັງຂອງພວກເຮົາໄດ້ເຕີບໃຫຍ່ແລ້ວ, ຖ້າສັດຕູຍັງຕັ້ງໃຈເຮັດສົງຄາມເພື່ອຮຸກຮານປະເທດເຮົາ, ປະຊາຊົນຫວຽດນາມຈະຕັດສິນໃຈສູ້ຮົບເພື່ອທຳລາຍພວກເຂົາ. ໃນບັນດາປີ 1258, 1285, 1288, ກະສັດເຈິ່ນແຖັງຕົງ, ກະສັດເຈິ່ນເຍິນຕົງ ແລະ ເຈິ່ນກວັກຕ້ວນ ໄດ້ເຮັດຄືແນວນັ້ນ,...
ອາດຈະເວົ້າໄດ້ວ່າ, ປະຫວັດສາດການທູດຂອງຫວຽດນາມ ແມ່ນສາງບົດຮຽນກ່ຽວກັບການຈັດການແກ້ໄຂການພົວພັນຕ່າງປະເທດທີ່ມີຄ່າທີ່ສຸດ ສຳລັບຜູ້ເຮັດວຽກງານການທູດ ກໍ່ຄືຜູ້ເຮັດວຽກງານການທະຫານ. ໃນສາງບົດຮຽນປະສົບການນີ້, ບັນພະບຸລຸດຂອງພວກເຮົາມີຄວາມສະຫຼາດ, “ຮູ້ຈັກຕົວເອງ”, “ຮູ້ຈັກຄູ່ຕໍ່ສູ້” ໃນລະດັບສູງ, ຮູ້ວິທີການຍູ້ຄູ່ຕໍ່ສູ້ໃຫ້ຍອມຮັບເງື່ອນໄຂຂອງພວກເຮົາ ແລະ ໃນທຸກໄລຍະເວລາໄດ້ຍຶດໝັ້ນໃນຈຸດປະສົງຫຼັກຄື: ເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຜາສຸກ, ຄວາມອິ່ມໜຳສຳລານຂອງປະຊາຊົນ.
ໂດຍເສີມຂະຫຍາຍມູນເຊື້ອການທູດຂອງຊາດຫວຽດນາມ, ໃນລະບົບແນວຄິດໂຮ່ຈີມິນ, ແນວຄິດກ່ຽວກັບການທູດມີທີ່ຕັ້ງສຳຄັນ. ແນວຄິດກ່ຽວກັບການທູດຂອງເພິ່ນໄດ້ເປັນຮູບເປັນຮ່າງຂຶ້ນບົນພື້ນຖານການສືບທອດບັນດາຄຸນຄ່າປະເພນີອັນດີງາມຂອງຊາດ, ຈາກການເລືອກດູດຊຶມແກ່ນແທ້ຂອງວັດທະນະທຳມະນຸດ, ໂດຍສະເພາະແມ່ນ ການໝູນໃຊ້ລັດທິມາກ-ເລນິນຢ່າງປະດິດສ້າງ, ຜ່ານຂະບວນການສຳຫຼວດພາກປະຕິບັດຕົວຈິງໃນປະເທດແລະທົ່ວໂລກ. ປະທານໂຮ່ຈີມິນຢືນຢັນວ່າ: ການທູດແມ່ນການຕໍ່ສູ້ໂດຍສັນຕິວິທີເພື່ອປົກປ້ອງຜົນປະໂຫຍດຂອງຊາດ, ແມ່ນຂົງເຂດການເຄື່ອນໄຫວທີ່ສຳຄັນທີ່ສຸດຂອງການປະຕິວັດ. ໃນຂະບວນການນຳພາການປະຕິວັດຫວຽດນາມ, ປະທານໂຮ່ຈີມິນຍາມໃດກໍ່ຕີລາຄາສູງບົດບາດຂອງການທູດ: “...ໃຊ້ທະຫານທີ່ດີທີ່ສຸດ, ແມ່ນຕໍ່ສູ້ດ້ວຍກົນລະຍຸດ. ທີສອງແມ່ນຕໍ່ສູ້ດ້ວຍການທູດ. ທີສາມແມ່ນຕໍ່ສູ້ດ້ວນກອງທະຫານ”(2) ແລະ “ການທູດຂອງຝ່າຍໃດໄດ້ປຽບກວ່າ, ຝ່າຍນັ້ນຈະຊະນະ”(3). ຕີລາຄາສູງບົດບາດຂອງການທູດ, ມະຕິຂອງກອງປະຊຸມ ເຕິນຈ່າວ ທີ່ຈັດຂຶ້ນກ່ອນການລຸກຮືຂຶ້ນທົ່ວໄປໃນເດືອນສິງຫາປີ 1945 ໄດ້ນຳເອົາ "ບັນຫາການທູດ" ເຂົ້າເປັນໝວດໝູ່ຕ່າງຫາກ ຊຶ່ງເທົ່າກັບພາກ “ແຜນນະໂຍບາຍຂອງພັກ” ແລະ "ໜ້າທີ່ການທະຫານ".
ພາຍຫຼັງການປະຕິວັດເດືອນສິງຫາປີ 1945, ພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນໄດ້ກຳນົດ: “ຫຼັງຈາກບັນຫາການປ້ອງກັນປະເທດ, ການທູດແມ່ນບັນຫາ ສຳຄັນສຳລັບປະເທດທີ່ມີເອກະລາດ”(4); ຈາກນັ້ນ, ຕໍ່ສູ້ຢ່າງເດັດດ່ຽວເພື່ອຮັກສາອະທິປະໄຕທາງການທູດ ແລະ ຖືວ່ານີ້ແມ່ນການສະແດງຄວາມເປັນເອກະລາດທີ່ສຳຄັນ. ເມື່ອສົງຄາມຕໍ່ຕ້ານອາເມລິກາເພື່ອກູ້ຊາດເຂົ້າສູ່ໄລຍະທີ່ຮ້າຍແຮງທີ່ສຸດ, ວະລີ “ແນວຮົບທາງການທູດ” ປະກົດຂຶ້ນຢ່າງເປັນທາງການໃນເອກະສານຂອງກອງປະຊຸມສູນກາງພັກຄັ້ງທີ 13, ສະໄໝທີ III, ປີ 1967: ການຕໍ່ສູ້ທາງດ້ານການທະຫານແລະການເມືອງຢູ່ພາກໃຕ້ແມ່ນປັດໄຈຕັດສິນໄຊຊະນະໃນສະໜາມຮົບ, ເປັນພື້ນຖານໃຫ້ໄຊຊະນະໃນແນວຮົບທາງການທູດ. ເຖິງເດືອນເມສາ 1969, ມະຕິຂອງກົມການເມືອງສູນກາງພັກສືບຕໍ່ຢືນຢັນ: ການທູດກາຍເປັນແນວຮົບທີ່ສຳຄັນ ແລະ ມີຄວາມໝາຍຍຸດທະສາດ. ການປ່ຽນວະລີເມື່ອເວົ້າເຖິງການທູດ, ເຊັ່ນຈາກ “ການຕໍ່ສູ້ທາງການທູດ”, “ບັນຫາການທູດ” ເປັນ “ແນວຮົບທາງການທູດ”, “ການທູດກາຍເປັນແນວຮົບທີ່ສຳຄັນ”... ໄດ້ສະແດງໃຫ້ເຫັນວ່າ ພັກກອມມູນິດຫວຽດນາມແລະປະທານໂຮ່ຈີມິນ ໄດ້ຕີລາຄານັບມື້ນັບສູງ ກ່ຽວກັບບົດບາດຂອງວຽກງານການທູດໃນພາລະກິດການປະຕິວັດຫວຽດນາມ.
ອິງໃສ່ທັດສະນະຮອບດ້ານ ແລະ ທັດສະນະປະຫວັດສາດ-ສະເພາະ, ປະທານໂຮ່ຈີມິນໄດ້ຕີລາຄາຢ່າງຖືກຕ້ອງກ່ຽວກັບ ທີ່ຕັ້ງ, ບົດບາດຂອງວຽກງານການທູດ ແລະ ສາຍພົວພັນສັດຈະວິພາກ ລະຫວ່າງການທູດກັບບັນດາຂົງເຂດອື່ນຂອງການປະຕິວັດ. ການທູດແມ່ນໜຶ່ງໃນສາມແນວຮົບພື້ນຖານ, ບັນດາການເຄື່ອນໄຫວດ້ານການທູດ, ການເມືອງແລະການທະຫານຍາມໃດກໍຊ່ວຍໜູນເຊິ່ງກັນແລະກັນຢ່າງແຂງແຮງ; ໄຊຊະນະທາງການທະຫານແມ່ນເງື່ອນໄຂທີ່ສຳຄັນໃນການຕັດສິນໄຊຊະນະທາງການທູດ, ເພາະວ່າສິ່ງທີ່ເຂົາເຈົ້າໃດ້ຮັບໃນໂຕະເຈລະຈາພຽງແຕ່ທຽບເທົ່າກັບສິ່ງທີ່ບັນລຸໄດ້ໃນສະໜາມຮົບ. ເມື່ອເວົ້າເຖິງຜົນກະທົບຂອງການທະຫານ, ການເມືອງເຖິງການເຈລະຈາທາງການທູດ, ປະທານໂຮ່ຈີມິນຊີ້ແຈງວ່າ: “ໄຊຊະນະຂອງຫວຽດນາມເຮັດໃຫ້ປະຊາຊົນຫວຽດນາມ ແລະປະຊາຊົນໂລກດີໃຈ, ເຮັດໃຫ້ສະຖານະທາງການທູດ ຂອງຫວຽດນາມຢູ່ເຊີແນວໝັ້ນຄົງຂຶ້ນຕື່ມ, ໄຊຊະນະຂອງຫວຽດນາມບັງຄັບໃຫ້ສັດຕູສົນທະນາກັບຫວຽດນາມ”(5). ໃນລະຫວ່າງການຕໍ່ຕ້ານຕ້ານຈັກກະພັດອາເມລິການ, ເພິ່ນເວົ້າວ່າ: “ດຽວນີ້, ຢູ່ພາຍໃນປະເທດຫວຽດນາມ, ພວກເຮົາຕໍ່ສູ້ເພື່ອໄຊຊະນະ, ດັ່ງນັ້ນການທູດຈຶ່ງດຳເນີນໄປຢ່າງງ່າຍດາຍ”(6). ການເຊື່ອມຕໍ່ຢ່າງແໜ້ນແຟ້ນ ລະຫວ່າງບັນດາຂົງເຂດການເມືອງ, ການທະຫານ ແລະ ການທູດ ນຳໄປສູ່ຄວາມຕ້ອງການໃນການປະສານການເຄື່ອນໄຫວເຫຼົ່ານັ້ນ ຢ່າງເຂົ້າແກັບເຂົ້າເກຍ ໃນການຕໍ່ສູ້. ປະທານໂຮ່ຈີມິນເຄີຍເວົ້າວ່າ ການທູດພຽງແຕ່ເສີມຂະຫຍາຍບົດບາດແລະຄຸນປະໂຫຍດ ບົນພື້ນຖານຄວາມສາມາດຂອງຊາດ, ບົນພື້ນຖານກຳລັງແຮງສັງລວມຂອງປະເທດຈາກທຸກດ້ານ: ເສດຖະກິດ, ການເມືອງ, ການທະຫານ... ເພິ່ນຂຽນ: “ຖ້າຕົນເອງບໍ່ມີກຳລັງແຮງເປັນພື້ນຖານ, ຈະບໍ່ສາມາດເວົ້າຫຍັງກ່ຽວກັບການທູດໄດ້”(7). ເພິ່ນຍັງຍົກຕົວຢ່າງ: “ກຳລັງແຮງແມ່ນຄ້ອງ, ການທູດແມ່ນສຽງ. ຄ້ອງໜ່ວຍໃຫຍ່ສຽງຈຶ່ງດັງແຮງ”(8). ໝາຍຄວາມວ່າ, ໄຊຊະນະທາງການທູດໃຫຍ່ຫຼືນ້ອຍ, ການເຄື່ອນໄຫວທາງການທູດສະດວກຫຼືຫຍຸ້ງຍາກ ແມ່ນຂຶ້ນກັບກຳລັງແຮງຂອງຊາດ ຂອງປະເທດ. ຄວາມເປັນຈິງໄດ້ພິສູດແລ້ວວ່າ ທັດສະນະດັ່ງກ່າວຂອງປະທານໂຮ່ຈີມິນແມ່ນຖືກຕ້ອງ. ເປັນອັນຈະແຈ້ງວ່າ, ຖ້າບໍ່ມີໄຊຊະນະອັນໃຫຍ່ຫຼວງ ຂອງກອງທັບແລະປະຊາຊົນຫວຽດນາມ ໃນ 9 ປີແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣັ່ງ ຈະບໍ່ມີກອງປະຊຸມແລະສັນຍາເຊີແນວກ່ຽວກັບການຢຸດຕິສົງຄາມ, ຟື້ນຟູສັນຕິພາບໃນອິນດູຈີນ, ປີ 1954. ຖ້າບໍ່ມີໄຊຊະນະຂອງກອງທັບແລະປະຊາຊົນຫວຽດນາມໃນສອງພາກເໜືອ-ໃຕ້, ໂດຍສະເພາະແມ່ນໄຊຊະນະຂອງບັ້ນຮົບ “ດ້ຽນບຽນຟູໃນອາກາດ” ທ້າຍປີ 1972, ຈະບໍ່ມີໄຊຊະນະຂອງສັນຍາປາຣີກ່ຽວກັບການຢຸດຕິສົງຄາມ, ຟື້ນຟູສັນຕິພາບໃນຫວຽດນາມ, ປີ 1973. ປະທານໂຮ່ຈີມິນໄດ້ສະຫຼຸບ: “ການທູດຢູ່ກອງປະຊຸມເຊີແນວປະສົບຜົນສຳເລັດຍ້ອນວ່າ ບັ້ນຮົດດ້ຽນບຽນຟູໄດ້ຮັບໄຊຊະນະອັນໃຫຍ່ຫຼວງ. ດຽວນີ້ກໍ່ເຊັ່ນດຽວ, ການສູ້ຮົບໄດ້ຮັບໄຊຊະນະ, ການທູດຈະຊະນະຫຼາຍ. ບໍ່ພຽງແຕ່ຢູ່ຫວຽດນາມເທົ່ານັ້ນ, ຫາກຍັງຢູ່ທຸກໆປະເທດອີກດ້ວຍ. ແນ່ນອນວ່າ ການທູດມີຄວາມສຳຄັນທີ່ສຸດ, ແຕ່ທຶນຮອນຕົ້ນຕໍ່ແມ່ນ ຕົນເອງຕ້ອງຊະນະ ແລະ ຕົນເອງຕ້ອງມີກຳລັງແຮງ ການທູດຈຶ່ງຈະຊະນະ”(9). ດ້ານອື່ນ, ໄຊຊະນະໃນແນວຮົບການທູດຈະສ້າງປະຖົມປັດໄຈເພື່ອເພີ່ມທະວີກຳລັງປະຕິວັດ, ສ້າງ “ທ່າ” ໃຫ້ປະເທດໃນການພົວພັນທາງການເມືອງສາກົນ.
ບາງເນື້ອໃນພື້ນຖານໃນແນວຄິດການທູດໂຮ່ຈີມິນ
ແນວຄິດການທູດໂຮ່ຈີມິນແມ່ນການລວມພະລັງແຫ່ງຊາດເຂົ້າກັບພະລັງແຫ່ງຍຸກສະໄໝ, ແມ່ນສັນຕິພາບແລະການຕ້ານສົງຄາມຮຸກຮານ, ແມ່ນມິດຕະພາບແລະການຮ່ວມມືກັບບັນດາປະເທດເພື່ອນບ້ານໃກ້ຄຽງທີ່ມີຊາຍແດນຕິດກັບຫວຽດນາມ, ແມ່ນການສ້າງສາຍພົວພັນມິດຕະພາບກັບບັນດາປະເທດໃຫຍ່, ແມ່ນການກຳນົດວ່າ ການທູດຕ້ອງແມ່ນແນວຮົບ, ແມ່ນເຫຼົ່າທັບໜຶ່ງຂອງການປະຕິວັດຫວຽດນາມ. ປະທານໂຮ່ຈີມິນຍາມໃດກໍ່ກຳນົດວ່າ ການປະຕິວັດຫວຽດນາມມີສາຍພົວພັນສະໜິດແໜ້ນກັບກະແສແລະກຳລັງທີ່ກ້າວໜ້າຂອງໂລກ, ການເພີ່ມທະວີສາຍພົວພັນແລະຮ່ວມມືສາກົນ ແມ່ນໜຶ່ງໃນສິ່ງທີ່ຊ່ວຍໃຫ້ພວກເຮົາຊະນະສົງຄາມ, ກໍ່ສ້າງປະເທດຊາດຂອງພວກເຮົາໃຫ້ປະສົບຜົນສຳເລັດ. ເຖິງຢ່າງໃດກໍ່ຕາມ, ເພິ່ນຍັງໄດ້ຊີ້ໃຫ້ເຫັນວ່າ, ຢາກໃຫ້ຜູ້ໃດຜູ້ໜຶ່ງຊ່ວຍ, ກ່ອນອື່ນເຮົາຕ້ອງຊ່ວຍຕົວເອງກ່ອນ; ແລະຄວາມມານະພະຍາຍາມໂດຍອາໄສກຳລັງຄວາມສາມາດຂອງຕົນເອງ ແມ່ນມູນເຊື້ອອັນລ້ຳຄ່າຂອງການປະຕິວັດຫວຽດນາມ. ກຳລັງແຮງຂອງຫວຽດນາມແມ່ນກຳລັງແຮງຂອງມະຫາສາມັກຄີປວງຊົນທັງຊາດ, ແມ່ນຢູ່ທີ່ການເສີມຂະຫຍາຍຊັບພະຍາກອນທັງໝົດຂອງປະເທດ, ພ້ອມກັນນັ້ນ, ຍາດແຍ່ງເອົາການສະໜັບສະໜູນແລະການຮ່ວມມືສາກົນ. ນັ້ນກໍ່ແມ່ນພື້ນຖານເພື່ອເສີມຂະຫຍາຍກຳລັງແຮງຂອງຊາດ ຕິດກັບກຳລັງແຮງຂອງຍຸກສະໄໝ.
ໂດຍເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ, ຄຸນລັກສະນະຂອງຍຸກສະໄໝ ແລະ ການຕໍ່ສູ້ຂອງປະຊາຊົນຫວຽດນາມ, ປະທານໂຮ່ຈີມິນເຊີດຊູຄວາມເປັນທຳ, ສິນທຳ ແລະມະນຸດສະທຳ ໃນການພົວພັນສາກົນ. ເພິ່ນຊີ້ແຈງວ່າ: “ປະຊາຊົນຫວຽດນາມໄດ້ດຳ ລົງຊີວິດຮ່ວມກັນມາແຕ່ດົນນານດ້ວຍນ້ຳໃຈຄວາມຮັກດັ່ງກ່າວ. ຕັ້ງແຕ່ເມື່ອມີພັກກອມມູນິດຫວຽດນາມນຳພາແລະອົບຮົມສຶກສາ, ນ້ຳໃນຄວາມຮັກນັ້ນຍິ່ງສູງສົ່ງສວຍງາມ, ກາຍເປັນນ້ຳໃຈຄວາມຮັກພີ່ນ້ອງຮ່ວມຊາດ, ສະຫາຍ, ນ້ຳໃຈຄວາມຮັກຂອງຫ້າທະວີບສີ່ທະເລເປັນບ້ານດຽວກັນ”(10). ປະທານໂຮ່ຈີມິນເຄີຍຕັກເຕືອນວ່າ ເຮັດແນວໃດໃຫ້ໃນພັກກອມມູນິດຫວຽດນາມ ແລະໃນໝູ່ປະຊາຊົນຫວຽດນາມ ຮັກສາໄດ້ຄວາມຮັກແພງແລະຄວາມຮູ້ບຸນຄູນຕໍ່ບັນດາປະເທດອ້າຍນ້ອງ, ສູ້ຊົນເພີ່ມທະວີຄວາມສາມັກຄີສາກົນ. ເພິ່ນໄດ້ເອົາໃຈໃສ່ທີ່ສຸດເຖິງການເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືກັບປະເທດເພື່ອນບ້ານໃກ້ຄຽງ, ຈັດການການພົວພັນກັບບັນດາປະເທດໃຫຍ່ຢ່າງເໝາະສົມ, ສູ້ຊົນເປີດກວ້າງການພົວພັນສາກົນຂອງຫວຽດນາມຕາມທິດຫຼາຍກ້ຳຫຼາຍຝ່າຍ, ຫຼາຍຮູບແບບ - “ເປັນເພື່ອນກັບທຸກໆປະເທດປະຊາທິປະໄຕ ແລະ ບໍ່ສ້າງຄວາມອາຄາດບາດໝາງກັບໃຜ”(11).
ພ້ອມກັນກັບບັນດາເນື້ອໃນພື້ນຖານກ່ຽວກັບການທູດ, ໃນປະທານໂຮ່ຈີມິນຍັງມີສິລະປະແລະຮູບແບບການທູດທີ່ໂດດເດັ່ນ. ສິລະປະການທູດໂຮ່ຈີມິນສະແດງອອກຢ່າງຈະແຈ້ງຜ່ານການໝູນໃຊ້ບັນດາວິທີການ, ແບບແຜນການປະພຶດທີ່ອ່ອນໄຫວ, ປະດິດສ້າງ, ມີປະສິດທິຜົນສູງໃນການເຄື່ອນໄຫວພົວພັນຕ່າງປະເທດ. ສິລະປະນັ້ນຍັງສະແດງອອກໃນການປະຕິບັດການຜ່ອນສັ້ນຜ່ອນຍາວຢ່າງມີຫຼັກການ, ສວຍໃຊ້ຄວາມຂັດແຍ່ງໃນໝູ່ໃນຝ່າຍກົງຂ້າມ, ເຂົ້າໃຈແລະປະຢຸກໃຊ້ “ຄວາມຮູ້ທັງຫ້າ” (ປະສາດສຳຜັດທັງຫ້າ) ຂອງປັດຊະຍາຕາເວັນອອກຢ່າງຊຳນານ: ຮູ້ຈັກຕົວເອງ, ຮູ້ຈັກຜູ້ຄົນ, ຮູ້ຈັກກາລະໂອກາດ, ຮູ້ຢຸດ, ຮູ້ປ່ຽນ. ທ່ານຟ້າມວັນໂດ່ງ (ນາຍົກລັດຖະມົນຕີຜູ້ລ່ວງລັບໄປແລ້ວ) ໃຫ້ຄວາມເຫັນວ່າ, ປະທານໂຮ່ຈີມິນແມ່ນຜູ້ທີ່ຮູ້ວ່າຕົນເອງຕ້ອງການອີຫຍັງ ແລະຈະໄປຮອດໃສ, ຮູ້ວິທີຫຼີກລ່ຽງແກ້ງຕາດ, ຮູ້ເອົາຊະນະສັດຕູ..., ກຳແໜ້ນສິລະປະຂອງສິ່ງທີ່ອາດຈະ ແລະ ເປີດກວ້າງຂອບເຂດຂອງສິ່ງທີ່ອາດຈະ(12).
ປະທານໂຮ່ຈີມິນຍັງແມ່ນຜູ້ໝູນໃຊ້ທິດນຳ "ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ" ຢ່າງຊຳນານ, ໝາຍຄວາມວ່າ ເອົາສິ່ງທີ່ບໍ່ອາດຈະປ່ຽນແປງ “ຫຼັກການ” ເພື່ອຮັບມືກັບການປ່ຽນແປງຕ່າງໆ “ການໝູນໃຊ້ຢ່າງໄຫວພິບ”. ຕາມນັ້ນ, ສິ່ງທີ່ບໍ່ປ່ຽນແປງແມ່ນຜົນປະໂຫຍດຂອງປະເທດຊາດ ບ້ານເມືອງ ເຊິ່ງເອກະລາດຂອງຊາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ,... ເປັນຫຼັກ. ສິ່ງທີ່ປ່ຽນແປງນັ້ນແມ່ນວິທີການຮັບມືຢ່າງສະຫຼາດ, ຄ່ອງແຄ່ວ, ໄຫວພິບ; ການສົມທົບກົມກຽວລະຫວ່າງຄວາມອ່ອນໂຍນແລະຄວາມເດັດດ່ຽວ, ລະຫວ່າງຍຸດທະສາດແລະຍຸດໂທບາຍ, ລະຫວ່າງແຂງແລະອ່ອນ, ລະຫວ່າງຄວາມເປັນເຈົ້າການແລະການປະດິດສ້າງ ໃນສະຖານະການສະເພາະ, ບໍ່ວ່າຈະຢູ່ໃນສະຖານະການໃດ ມີຄວາມຫຍຸ້ງຍາກປານໃດກໍ່ຕາມ ກໍ່ຕ້ອງຮັກສາຫຼັກການ ເພື່ອບັນລຸ “ສິ່ງທີ່ບໍ່ປ່ຽນແປງ". ປະທານໂຮ່ຈີມິນຊີ້ແຈງວ່າ: ຫຼັກການ ຂອງພວກເຮົາຕ້ອງໝັ້ນແກ່ນ, ແຕ່ຍຸດໂທບາຍ ຂອງເຮົາມັນໄຫວພິບ”(13). ເພື່ອປະຕິບັດ “ການໝູນໃຊ້ຢ່າງໄຫວພິບ”, ສິ່ງສຳຄັນແມ່ນຕ້ອງປະເມີນສະຖານະການສາກົນຢ່າງຖືກຕ້ອງ ແລະການກະທົບຂອງມັນຕໍ່ປະເທດຫວຽດນາມ, ທັງຂໍ້ດີແລະຂໍ້ເສຍ. ໂດຍສະເພາະແມ່ນກ່ຽວກັບຍຸດໂທບາຍ, ຕ້ອງກຳນົດໄດ້ຂອບເຂດຂອງການຜ່ອນສັ້ນຜ່ອນຍາວ ເພື່ອວາງນະໂຍບາຍ, ມາດຕະການ, ວິທີດຳເນີນການທີ່ເໝາະສົມ, ມີປະສິດທິຜົນ, ຮັບປະກັນການຮັກສາຫຼັກການຍຸດທະສາດ: ເອກະລາດແຫ່ງຊາດຕິດແໜ້ນກັບລັດທິສັງຄົມນິຍົມ. ບົດຮຽນປະສົບການໃນບັນດາການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຈັກກະພັດ, ປົກປັກຮັກສາປະເທດຊາດ ໄດ້ຊີ້ໃຫ້ເຫັນວ່າ, ໄຊຊະນະສາມາດບັນລຸໄດ້ໃນການເຈລະຈາກໍ່ຕໍ່ເມື່ອຍາດໄດ້ໄຊຊະນະໃນສະໜາມຮົບເທົ່ານັ້ນ. ດັ່ງນັ້ນ, ໃນໄລຍະຍາວ, ຫວຽດນາມຕ້ອງເຕີບໃຫຍ່ເຂັ້ມແຂງຂຶ້ນທາງດ້ານການເມືອງແລະເສດຖະກິດ, ມີຖານະບົດບາດສຳຄັນໃນເວທີໂລກ ຈາກນັ້ນສຽງໃນດ້ານການທູດຈຶ່ງມີນ້ຳໜັກ.
ໃນຖານະນັກເຄື່ອນໄຫວປະຕິວັດທີ່ຕໍ່ສູ້ເພື່ອຜົນປະໂຫຍດຂອງປະຊາຊົນທຸກຊັ້ນ, ພຶດຕິກຳຂອງປະທານໂຮ່ຈີມິນເຕັມໄປດ້ວຍຄວາມເປັນມະນຸດທີ່ເລິກເຊິ່ງ. ເພິ່ນປະຕິບັດນະໂຍບາຍການທູດ “ກະທົບໃສ່ຈິດໃຈ”, ຈຳແນກຢ່າງຈະແຈ້ງໃຜແມ່ນສັດຕູ, ໃຜແມ່ນເພື່ອນມິດ ເພື່ອມີພຶດຕິກຳທີ່ເໝາະສົມ ແນໃສ່ປຸກຕື່ນອາລົມຈິດອັນດີງາມຂອງປະຊາຊົນໂລກທີ່ຮັກຫອມສັນຕິພາບ, ຮຽກຮ້ອງການສະໜັບສະໜູນຫວຽດນາມໃນການຕໍ່ສູ້ປົກປ້ອງເອກະລາດຂອງຊາດ. ປະທານໂຮ່ຈີມິນເຄີຍເວົ້າວ່າ: ແນວທາງການກະທົບໃສ່ຈິດໃຈຄົນ, ເອົາຊະນະໂດຍສິນທຳ, ປ່ຽນແປງໂດຍຄວາມຮັກແພງມະນຸດ, ຊວນເຊື່ອໃຈຜູ້ຄົນ ເພື່ອທະວີຄູນພະລັງແຫ່ງຄວາມຊອບທຳ. ດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ, ພາສາ, ຮີດຄອງ ປະເພນີຂອງຫຼາຍປະເທດໃນໂລກ, ປະທານໂຮ່ຈີມິນໄດ້ສະແດງທ່າທາງການທູດທີ່ລະອຽດອ່ອນ, ເປັນແບບຢ່າງ ແລະ ສ້າງຄວາມປະທັບໃຈໃຫ້ກັບເພື່ອນມິດສາກົນ. ນັ້ນແມ່ນເວລາທີ່ເພິ່ນຖອດຜ້າພັນຄໍຂອງຕົນ ແລະພັນຮອບຄໍຂອງເພື່ອນຊາວເຢຍລະມັນທີ່ໄອໃນຂະນະມາຢ້ຽມຢາມຫວຽດນາມ. ບາງຄັ້ງກໍ່ແມ່ນການສະແດງຄວາມເອົາໃຈໃສ່ ທີ່ໄດ້ຖອດເສື້ອຄຸມໃຫ້ກັບສະເລີຍເສີກຊາວຝຣັ່ງ ທີ່ກຳລັງສັ່ນໜາວໃນອາກາດໜາວຂອງຫວຽດນາມ. ເມື່ອໄປຢ້ຽມຢາມປະເທດອິນເດຍໃນປີ 1958, ປະທານໂຮ່ຈີມິນໄດ້ສົ່ງພວງມາລາແລະຕົ້ນຄາຍ ເພື່ອລະລຶກເຖິງຜູ້ກຳເນີດຂອງນາຍົກລັດຖະມົນຕີອິນເດຍ ຊະວາຫະລານ ເນຣູ (ເພີ່ນໄດ້ພົບພໍ່ເຖົ້າທີ່ເມືອງຫຼວງປະເທດແບນຊິກປີ 1927 ໃນກອງປະຊຸມສາກົນຕ້ານລັດທິລ່າເມືອງຂຶ້ນ ເຊິ່ງແມ່ນການພົບປະສັ້ນແລະດົນນານແລ້ວ), ສິ່ງດັ່ງກ່າວໄດ້ເຮັດໃຫ້ນາຍົກລັດຖະມົນຕີອິນເດຍສະເທືອນໃຈ: “ນີ້ແມ່ນເລື່ອງທຳມະດາ ແຕ່ມັນສະແດງໃຫ້ເຫັນຄຸນນະພາບອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ”. ນັກຂ່າວສາກົນຫຼາຍຄົນປາດຖະໜາຢາກພົບປະກັບປະທານໂຮ່ຈີມິນເມື່ອມາຫວຽດນາມ. ດ້ວຍຄຳເວົ້າຄຳອະທິບາຍທີ່ສົມເຫດສົມຜົນແລະເຫັນອົດເຫັນໃຈຂອງເພິ່ນ, ຜ່ານໜັງສືພິມ, ຄວາມປາດຖະໜາດີຂອງປະຊາຊົນຫວຽດນາມໄດ້ເຂົ້າເຖິງປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ, ຜ່ານນັ້ນ, ເຂົາເຈົ້າເຂົ້າໃຈແລະສະໜັບສະໜູນການຕໍ່ຕ້ານທີ່ເປັນທຳຂອງປະຊາຊົນຫວຽດນາມ. ຫົວໃຈທີ່ຈິງໃຈ ແລະ ຄວາມອ່ອນໄຫວທາງການເມືອງ ສະໜັບສະໜູນຄວາມຍຸດຕິທຳ, ສິນທຳ ແລະ ຄວາມສາມາດໃນການຈັດການທີ່ລະອຽດອ່ອນໃນການພົວພັນການຕ່າງປະເທດ ໄດ້ສ້າງຄວາມປະທັບໃຈ ຄວາມຮູ້ສຶກເຂົ້າໃຈ ແລະ ກາຍເປັນຈຸດພິເສດຂອງການທູດ "ກະທົບໃສ່ຈິດໃຈ" ຂອງໂຮຈິມິນ.
ແນວຄິດການທູດໂຮ່ຈີມິນເຍືອງທາງໃຫ້ແກ່ພາລະກິດການກໍ່ສ້າງ ແລະ ປົກປັກຮັກສາປະເທດຫວຽດນາມ
ໃນປະຈຸບັນ
ການປ່ຽນແປງໃໝ່ແນວທາງການຕ່າງປະເທດຂອງພັກກອມມູນິດຫວຽດນາມ ຖືກຂິດໝາຍດ້ວຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ (ປີ 1986) ແລະມະຕິເລກທີ 13-NQ/TW, ລົງວັນທີ 20 ພຶດສະພາ 1988, ຂອງກົມການເມືອງສູນກາງພັກສະໄໝທີ VI, “ກ່ຽວກັບໜ້າທີ່ແລະນະໂຍບາຍການຕ່າງປະເທດໃນສະພາບການໃໝ່”. ນັບແຕ່ນັ້ນເປັນຕົ້ນມາ, ຂະບວນການປ່ຽນແປງໃໝ່ຈິນຕະນາການ ແລະ ປະຕິບັດການທາງການທູດ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ແລະ ໄດ້ຮັບການປັບປຸງໃຫ້ສົມບູນເທື່ອລະກ້າວ. ບົນພື້ນຖານແນວຄິດການທູດໂຮ່ຈີມິນ, ພັກກອມມູນິດຫວຽດນາມໄດ້ຕີລາຄາສະຖານະການໂລກຢ່າງພາວະວິໄສແລະວິທະຍາສາດ, ຈາກນັ້ນ ສ້າງນະໂຍບາຍການຕ່າງປະເທດທີ່ນັບມື້ນັບມີປະສິດທິຜົນ. ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະການພັດທະນາ; ສ້າງການພົວພັນສາກົນຫຼາຍກ້ຳຫຼາຍຝ່າຍ, ຫຼາຍຮູບແບບ; “ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ”(14) ເຊິ່ງໄດ້ເກີດຂຶ້ນແລະຂະຫຍາຍຕົວໃນທິດສະດີ ແລະໃນຄວາມເປັນຈິງທີ່ມີຊີວິດຊີວາ ຂອງກິດຈະການປ່ຽນແປງໃໝ່. ນັ້ນແມ່ນພື້ນຖານການທູດທີ່ໄດ້ນຳໃຊ້ກຳລັງແຮງສັງລວມ, ປະສົມປະສານຢ່າງມີປະສິດທິຜົນ ການເຄື່ອນໄຫວຂອງທຸກກຳລັງການຕ່າງປະເທດ, ໄດ້ຜັນຂະຫຍາຍໃນຫຼາຍຂົງເຂດ ແລະມຸ່ງໄປສູ່ຫຼາຍເປົ້າໝາຍ, ສ້າງປະຖົມປັດໄຈແລະກຳລັງຜັດດັນທີ່ແຂງແຮງ ໃຫ້ແກ່ພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ, ເຊື່ອມໂຍງສາກົນແລະພັດທະນາ.
ໃນປະຈຸບັນ, ສະຖານະການໂລກແລະພາກພື້ນກຳລັງຜັນປ່ຽນຢ່າງສັບສົນແລະຄາດເດົາຍາກ; ບັນດາປະເທດໃຫຍ່ມີການປັບຍຸດທະສາດ, ທັງຮ່ວມມື, ປະນິປະນອມ, ທັງແຂ່ງຂັນ, ຕໍ່ສູ້, ຍັບຍັ້ງເຊິ່ງກັນແລະກັນ. ການຄົ້ນຄວ້າ, ຊາບຊຶມ, ໝູນໃຊ້ແນວຄິດການທູດໂຮ່ຈີມິນ ເພື່ອຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບແລະໝັ້ນຄົງ, ເພື່ອກໍ່ສ້າງ, ພັດທະນາ ແລະປົກປັກຮັກສາປະເທດ ແມ່ນມີຄວາມໝາຍສຳຄັນທີ່ສຸດ. ການເຄື່ອນໄຫວຂອງການພົວພັນລະຫວ່າງປະເທດໃນຜົນກະທົບຂອງໂລກາພິວັດ ເຮັດໃຫ້ການຊັ່ງຊາກຳລັງປ່ຽນແປງໄປ, ນຳໄປສູ່ການປ່ຽນແປງທາງພູມສາດ-ການເມືອງໃນໂລກ. ການດຶງດູດເຂົ້າໃນການປ່ຽນແປງທີ່ມີລັກສະນະທົ່ວໂລກນັ້ນ ກັບການຕໍ່ສູ້ໃນປະຈຸບັນລະຫວ່າງປະເທດມະຫາອຳນາດ ແມ່ນການລວມເຂົ້າກັນຂອງພັນທະມິດ, ຜົນປະໂຫຍດ ທີ່ບັງຄັບໃຫ້ປະເທດຕ່າງໆຕ້ອງເລືອກຍຸດທະສາດໃຫ້ເໝາະສົມກັບການປ່ຽນແປງ, ໂລກກຳລັງປະເຊີນກັບໄພອັນຕະລາຍຈາກສົງຄາມເຢັນຄັ້ງໃໝ່ໃນອະນາຄົດ, ຕາມນັ້ນ, ລັກສະນະຂອງສົງຄາມນີ້ແມ່ນຂຶ້ນກັບກຳລັງແຮງແທ້ຈິງຂອງການຕໍ່ສູ້ຊັ່ງຊາກຳລັງລະຫວ່າງປະເທດມະຫາອຳນາດ. ດັ່ງນັ້ນ, ຫວຽດນາມຕ້ອງມີທາງເລືອກແລະສ້າງແນວທາງການຕ່າງປະເທດທີ່ເໝາະສົມ ເພື່ອປົກປ້ອງຜົນປະໂຫຍດສູງສຸດຂອງປະເທດຊາດບ້ານເມືອງໃນການເຄື່ອນໄຫວຂອງສະຖານະການສາກົນ.
ໃນສະພາບການປະຈຸບັນ, ການໝູນໃຊ້ແນວຄິດການທູດຂອງປະທານໂຮ່ຈີມິນ, ທາງເລືອກຍຸດທະສາດອັນດັບໜຶ່ງຂອງຫວຽດນາມແມ່ນ: ເພີ່ມທະວີກຳລັງແຮງພາຍໃນທາງດ້ານເສດຖະກິດແລະການປ້ອງກັນປະເທດຢ່າງບໍ່ຢຸດຢັ້ງ; ສ້າງຄວາມສາມັກຄີແລະຄວາມເປັນນ້ຳໜຶ່ງໃຈດຽວຢູ່ໃນປະເທດແລະຕ່າງປະເທດ; ເປັນເຈົ້າການໃນການຮັບມືກັບການປ່ຽນແປງດ້ານພູມສາດ-ການເມືອງສາກົນ ເພື່ອຍົກສູງຖານະບົດບາດຍຸດທະສາດຂອງຫວຽດນາມ; ປົກປັກຮັກສາເອກະລາດ ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະບັນດາຜົນປະໂຫຍດຍຸດທະສາດຂອງປະເທດ; ເອົາໃຈໃສ່ປົກປ້ອງບັນດາສິດເສລີພາບ ແລະ ຄວາມສຸກຂອງປະຊາຊົນ.
ການປະຕິບັດນະໂຍບາຍການພົວພັນສາກົນຫຼາຍກ້ຳຫຼາຍຝ່າຍ, ຫຼາຍຮູບແບບ, ມາເຖິງປະຈຸບັນ, ຫວຽດນາມໄດ້ມີການພົວພັນທາງການທູດກັບ 189 ປະເທດໃນໂລກ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານກັບ 30 ປະເທດ(15); ມີການພົວພັນທາງເສດຖະກິດການຄ້າກັບຫຼາຍກວ່າ 230 ປະເທດແລະເຂດແດນ (16). ໃນຂະນະທີ່ຍັງຮັກສານະໂຍບາຍປ້ອງກັນປະເທດໂດຍສັນຕິແລະປ້ອງກັນຕົວ; ບໍ່ເຂົ້າຮ່ວມພັນທະມິດທາງທະຫານ; ບໍ່ເຊື່ອມໂຍງກັບປະເທດໜຶ່ງເພື່ອຕ້ານປະເທດອື່ນ; ຫ້າມບໍ່ໃຫ້ຕ່າງປະເທດຕັ້ງຖານທັບ ຫຼືໃຊ້ດິນແດນຫວຽດນາມເພື່ອຕໍ່ຕ້ານປະເທດອື່ນ; ບໍ່ໃຊ້ກຳລັງອາວຸດຫຼືຂູ່ວ່າຈະໃຊ້ກຳລັງອາວຸດໃນການພົວພັນສາກົນ; ຫວຽດນາມສືບຕໍ່ເພີ່ມທະວີການພົວພັນດ້ານຄວາມ ໝັ້ນຄົງຍຸດທະສາດ ກັບບັນດາປະເທດໃຫຍ່ ແລະ ບັນດາປະເທດໃນພາກພື້ນຢ່າງໄຫວພິບແລະມີປະສິດທິຜົນ ເພື່ອຍົກສູງຖານະຍຸດທະສາດຂອງຕົນ. ນັ້ນແມ່ນການໝູນໃຊ້ທັດສະນະ, ແນວຄິດຂອງປະທານໂຮ່ຈີມິນຢ່າງຖືກຕ້ອງ ເພື່ອເພີ່ມທະວີທ່າແລະກຳລັງໃຫ້ແກ່ການຕໍ່ສູ້ທາງການທູດ ໃນການປົກປ້ອງອຳນາດອະທິປະໄຕ ແລະບັນດາຜົນປະໂຫຍດຍຸດທະສາດຂອງປະເທດ. ແນວຄິດດັ່ງກ່າວກວມທັງການເຊື່ອມໂຍງ, ຜູກມັດ ແລະລວມສ່ວນຜົນປະໂຫຍດກັບບັນດາປະເທດທີ່ສະໜັບສະໜູນຜົນປະໂຫຍດແຫ່ງຊາດທີ່ຖືກຕ້ອງຂອງຫວຽດນາມ. ດັ່ງນັ້ນ, ຫວຽດນາມສືບຕໍ່ຮັກສານະໂຍບາຍການທູດຫຼາຍກ້ຳຫຼາຍຝ່າຍ, ຫຼາຍຮູບແບບ, ເພື່ອແນໃສ່ຫຼຸດຜ່ອນຜົນກະທົບດ້ານລົບຂອງການແຂ່ງຂັນລະຫວ່າງບັນດາປະເທດໃຫຍ່. ເພື່ອເຮັດສິ່ງດັ່ງກ່າວ, ດ້ວຍນະໂຍບາຍການຕ່າງປະເທດແບບຫຼາຍຝ່າຍແລະການພົວພັນສາກົນທີ່ຫຼາກຫຼາຍ, ຫວຽດນາມຕ້ອງເປັນເຈົ້າການໃນການເຂົ້າຮ່ວມ ແລະປະກອບສ່ວນກຳນົດຮູບການພັດທະນາພູມສາດ-ການເມືອງໃນພາກພື້ນ, ເພື່ອບໍ່ຖືກຕົກໃນທ່າຮັບ, ກາຍເປັນຄົນພາຍນອກ ແລະ ເປັນຜູ້ຕົກເປັນເຫຍື່ອຂອງການຕໍ່ລອງໃນເກມໝາກຮຸກລະຫວ່າງປະເທດໃຫຍ່.
ປັບປຸງບູລະນະແລະປະຕິບັດແນວທາງການຕ່າງປະເທດທີ່ເຊີດຊູສັນຕິພາບ, ເອກະລາດແຫ່ງຊາດ, ເສລີພາບແລະຄວາມຜາສຸກຂອງປະຊາຊົນ. ສັນຕິພາບ, ເອກະລາດ, ເສລີພາບ, ຄວາມຜາສຸກແມ່ນເປົ້າໝາຍ, ພ້ອມກັນນັ້ນ ກໍ່ແມ່ນຕົວສ່ວນລວມ ເພື່ອສາມັກຄີຊາດຫວຽດນາມທັງໝົດ ໃນການສ້າງສາແລະປົກປັກຮັກສາປະເທດຊາດ; ແມ່ນພື້ນຖານຂອງຄວາມເປັນເອກະພາບທາງດ້ານແນວຄິດ, ສ້າງຄວາມເຊື່ອໝັ້ນຂອງປວງຊົນ, ສ້າງຜົນກະທົບທາງບວກ, ສົ່ງເສີມຄວາມພາກພູມໃຈໃນຕົນເອງຂອງຊາດ, ເສີມຂະຫຍາຍກຳລັງແຮງຂອງຊາດໃຫ້ສູງສຸດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍທຸກຢ່າງໃນການກໍ່ສ້າງ, ປົກປັກຮັກສາປະເທດ ແລະ ຟື້ນຟູປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຢືນຢັນວ່າ ລັດຫວຽດນາມສູ້ຊົນເພື່ອສິດຂອງປະເທດຊາດ ແລະ ສິດທິມະນຸດ - ບັນດາຄຸນຄ່າທີ່ມະນຸດຊາດທຸກຄົນໄດ້, ພວມ ແລະຈະສູ້ຊົນຢ່າງຕໍ່ເນື່ອງ ເພື່ອປັບປຸງໃຫ້ສົມບູນແບບ, ດັ່ງນັ້ນ, “ສັນຕິພາບ - ເອກະລາດ - ເສລີພາບ - ຄວາມຜາສຸກ” ສະແດງໃຫ້ເຫັນເຖິງອາລະຍະທຳຂອງຊາດຫວຽດນາມ ໃນວິວັດທະນາການທົ່ວໄປຂອງມະນຸດຊາດ, ພ້ອມກັນນັ້ນກໍ່ແມ່ນການສົມທົບກຳລັງແຮງຂອງຊາດກັບກຳລັງແຮງສາກົນແລະກຳລັງແຮງຂອງຍຸກສະໄໝ. “ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ; ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ບົນພື້ນຖານທັງຮ່ວມມື ທັງຕໍ່ສູ້, ການເຄື່ອນໄຫວພົວພັນຕ່າງປະເທດແນໃສ່ຮັບໃຊ້ເປົ້າໝາຍ ຮັກສາສະພາບແວດລ້ອມສັນຕິພາບແລະໝັ້ນຄົງ, ຍາດແຍ່ງເອົາແຫຼ່ງພະລັງຈາກພາຍນອກເພື່ອພັດທະນາປະເທດ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ”(17). ດັ່ງນັ້ນ, ຕົວສ່ວນລວມນັ້ນບໍ່ພຽງແຕ່ສະທ້ອນເຖິງຄຸນຄ່າລວມຂອງມະນຸດຊາດເທົ່ານັ້ນ, ແຕ່ຍັງເປັນພື້ນຖານໃຫ້ຫວຽດນາມເຊື່ອມໂຍງສາກົນ, ສ້າງທ່າໄດ້ປຽບໃຫ້ການທູດຫວຽດນາມໃນຂະບວນການໂລກາພິວັດ. ນັ້ນກໍ່ແມ່ນພື້ນຖານໃຫ້ແກ່ການສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝແລະສາກົນ ໃນການເຄື່ອນໄຫວທາງການທູດຂອງຫວຽດນາມ.
ການທູດຂອງຫວຽດນາມຕ້ອງການກຳນົດຢ່າງຈະແຈ້ງເປົ້າໝາຍເພື່ອຜົນປະໂຫຍດຂອງຊາດ, ບົນພື້ນຖານພຶດຕິກຳຂອງການເຄື່ອນໄຫວທາງພູມສາດ-ການເມືອງໃນປະຈຸບັນ, ການແກ້ໄຂຢ່າງຖືກຕ້ອງ ສາຍພົວພັນຊົນຊາດ-ຊົນຊັ້ນ ແມ່ນພື້ນຖານວິທະຍາສາດທີ່ໜັກແໜ້ນຂອງຄວາມຮັບຮູ້ ເພື່ອສ້າງນະໂຍບາຍການຕ່າງປະເທດທີ່ຖືກຕ້ອງ, ສະເໝີຕົ້ນສະເໝີປາຍ ແລະຍາວນານຂອງປະເທດ. ພ້ອມກັນນັ້ນ, ຕັ້ງພື້ນຖານທິດສະດີເພື່ອໃຫ້ການທູດສາມາດອ່ອນໄຫວ ໃນການກຳນົດຍຸດໂທບາຍແລະປະຕິບັດຍຸດໂທບາຍ ດ້ວຍວິທີການທີ່ຫຼາກຫຼາຍ, ບໍ່ຖືກຜູກມັດຫຼືຄອບງຳໂດຍປັດໄຈອັດຕະວິໄສ, ແຂງກະດ້າງທີ່ສ້າງຂຶ້ນຕໍ່ໜ້າການເຄື່ອນໄຫວທີ່ສັບສົນແລະໄວວາ ໃນການພົວພັນສາກົນໃນປະຈຸບັນແລະອະນາຄົດ. ຍິ່ງໄປກວ່ານັ້ນ, ໃນໂລກປະຈຸບັນ, ໃນທຸກນາມມະຍົດ, ບັນດາປະເທດໃຫຍ່ແລະນ້ອຍລ້ວນແຕ່ໃຫ້ຄວາມສຳຄັນຕໍ່ຜົນປະໂຫຍດຂອງຊາດ - ປະເທດຊາດ. ການປົກປ້ອງຜົນປະໂຫຍດຂອງຊາດຫວຽດນາມບົນພື້ນຖານກົດໝາຍສາກົນ, ຖືກຕາມກົດເກນແຫ່ງວິວັດທະນາການ ແລະທ່າອຽງພັດທະນາລວມ ເພື່ອຄວາມກ້າວໜ້າຂອງມະນຸດຊາດ ຕ້ອງແມ່ນທິດທາງການທູດຫວຽດນາມ. ເມື່ອຫວຽດນາມປະກາດວ່າ “ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”, ນັ້ນກໍ່ແມ່ນຂໍ້ຄວາມຂອງຫວຽດນາມກ່ຽວກັບການຮ່ວມມືສາກົນໃນທ່າອຽງໂລກາພິວັດ, ບົນພື້ນຖານການເຄົາລົບກົດໝາຍສາກົນແລະການປະຕິບັດສາກົນ. ຖືເອົາເປົ້າໝາຍສ້າງປະເທດທີ່ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີຈະເລີນຮຸ່ງເຮືອງ ແລະ ດຳເນີນນະໂຍບາຍການຕ່າງປະເທດບົນພື້ນຖານກົດໝາຍສາກົນ ເພື່ອເຊື່ອມໂຍງສາກົນແລະການພັດທະນາ, ນັ້ນແມ່ນການແກ້ໄຂຢ່າງຖືກຕ້ອງສາຍພົບພັນລະຫວ່າງຊົນຊາດແລະສາກົນ, ຊາດແລະຍຸກສະໄໝ. ທັດສະນະດັ່ງກ່າວທັງເປັນພື້ນຖານເພື່ອປະຕິບັດທິດນຳ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ” ໃນການທູດ, ທັງແມ່ນເງື່ອນໄຂເພື່ອປະຕິບັດນະໂຍບາຍການທູດຫຼາຍຝ່າຍ, ການພົວພັນສາກົນຫຼາຍຮູບແບບ, ສ້າງຄວາມສົມດຸນເພື່ອຮັກສາສັນຕິພາບ, ເອກະລາດ, ອຳນາດອະທິປະໄຕ, ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຫວຽດນາມ.
ຊາບຊຶມທັດສະນະຂອງປະທານໂຮ່ຈີມິນ: “ການປະຕິວັດຫວຽດນມແມ່ນພາກສ່ວນໜຶ່ງຂອງກຳລັງສັນຕິພາບປະຊາທິປະໄຕ, ສັງຄົມນິຍົມໃນໂລກ”(18); “ສະຖານະການຂອງຫວຽດນາມມີຜົນກະທົບຕໍ່ໂລກ, ແຕ່ສະພາບການໂລກກໍ່ມີຄວາມກ່ຽວຂ້ອງກັບຫວຽດນາມ”(19); ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງສະພາບການໃນປະເທດແລະສາກົນ, ຫວຽດນາມສືບຕໍ່ສ້າງຍຸດທະສາດການຕ່າງປະເທດຮອບດ້ານ, ຮັບໃຊ້ຢ່າງມີປະສິດທິຜົນຫຼາຍກວ່າອີກໃຫ້ແກ່ບັນດາເປົ້າໝາຍກໍ່ສ້າງແລະພັດທະນາປະເທດ, ປົກປັກຮັກສາປະເທດຊາດໃນໄລຍະໃໝ່. ຫຼັກການສູງສຸດຂອງການເຄື່ອນໄຫວການທູດແມ່ນ: “ເພື່ອຜົນປະໂຫຍດຂອງປະເທດ ຂອງຊາດ, ເພື່ອປະເທດຫວຽດນາມສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ”(20). ສອງເປົ້າໝາຍນີ້ເປັນເອກະພາບກັນ; ໃນນັ້ນ, ການຮັບປະກັນຜົນປະໂຫຍດຂອງປະເທດຂອງຊາດແມ່ນພື້ນຖານເພື່ອກໍ່ສ້າງປະເທດຫວຽດນາມສັງຄົມນິຍົມ; ແລະການກໍ່ສ້າງປະເທດຫວຽດນາມສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງແມ່ນເງື່ອນໄຂເພື່ອບັນລຸຜົນປະໂຫຍດເຫຼົ່ານັ້ນ. ຜັນຂະຫຍາຍການເຄື່ອນໄຫວຕ່າງປະເທດຢ່າງຄົບຊຸດ, ຮອບດ້ານ ແລະ ເປັນເຈົ້າການໃນການຍູ້ແຮງການເຊື່ອມໂຍງສາກົນ, ໜ້າທີ່ຂອງວຽກງານການຕ່າງປະເທດແມ່ນ “ຮັກສາສະພາບແວດລ້ອມສັນຕິພາບແລະໝັ້ນຄົງ, ຍາດແຍ່ງແຫຼ່ງພະລັງຈາກຕ່າງປະເທດໃຫ້ໄດ້ຫຼາຍສຸດ ເພື່ອພັດທະນາປະເທດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ; ຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນເພື່ອປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ປົກປ້ອງພັກ ລັດ ປະຊາຊົນ ແລະລະບອບສັງຄົມນິຍົມ; ເສີມຂະຫຍາຍຖານະບົດບາດແລະອິດທິພົນຂອງປະເທດ ແລະ ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ”(21). ນັ້ນແມ່ແຜນນະໂຍບາຍທີ່ຖືກຕ້ອງ, ທັນການ ແລະສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະລັດຫວຽດນາມ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່./.
--------------------------
(1) ເບິ່ງ ຫວູຈ້ອງເລິມ (ຫົວໜ້າບັນນາທິການ): ວັດທະນະທຳການທູດຫວຽດນາມໃນຂະບວນການເຊື່ອມໂຍງສາກົນ, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2018, ໜ້າ 131.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2011, ເຫຼັ້ມ 3, ໜ້າ 562.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 3, ໜ້າ 559.
(4) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາ, ຮ່າໂນ້ຍ, 2000, ເຫຼັ້ມ 8, ໜ້າ 290.
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 548 – 549.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 61.
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 3, ໜ້າ 488.
(8) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 147.
(9) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 60-61.
(10) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 668.
(11) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 256.
(12) ເບິ່ງ ຫວູຈ້ອງເລິມ (ຫົວໜ້າບັນນາທິການ): ວັດທະນະທຳການທູດຫວຽດນາມໃນຂະບວນການເຊື່ອມໂຍງສາກົນ, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2018, ໜ້າ 141.
(13) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 555.
(14) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2016, ໜ້າ 153.
(15) ເບິ່ງ: ຟ້າມບິ່ງມິງ: ແນວຄິດການທູດໂຮ່ຈີມິນ ໃນແນວທາງການຕ່າງປະເທດຂອງພັກແລະລັດຂອງພວກເຮົາ, https://baoquocte.vn/tu-tuong-ngoai-giao-ho-chi-minh-trong-duong-loi-doi-ngoai-cua-dang-va-nha-nuoc-ta-115771.html
(16) ເຖຮວ່າງ: “ຫວຽດນາມມີສັນຍາການຄ້າເສລີກັບ 60 ພື້ນຖານເສດຖະກິດທົ່ວໂລກ”, https://baodautu.vn/viet-nam-co-fta-voi-60-nen-kinh-te-tren-toan-cau-d114088.html, ວັນທີ 4-1-2020
(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 153.
(18) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 674.
(19) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 346.
(20) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2011, ໜ້າ 236.
(21) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 153.
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 942 (ເດືອນພຶດສະພາ 2020)