ກໍາແໜ້ນແນວຄິດຊີ້ນໍາ, ພະຍາຍາມສູ້ຊົນປະຕິບັດ
ເປົ້າໝາຍເຖິງປີ 2030 ສ້າງກອງທັບປະຊາຊົນຫວຽດນາມທີ່ປະຕິວັດ,
ເປັນລະບຽບຫຼວງ, ຍອດຢ້ຽມແລະທັນສະໄໝ ຢ່າງມີໄຊ

ໂດຍ ປອ. ຟານ ວັນ ຢາງ
ພົນເອກ, ກໍາມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ
02:25, 27-04-2023
ວກ. - ການສ້າງກອງທັບປະຊາຊົນຫວຽດນາມທີ່ປະຕິວັດ, ເປັນລະບຽບຫຼວງ, ຍອດຢ້ຽມ ແລະ ທັນສະໄໝ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ສະເໝີຕົ້ນສະເໝີປາຍ, ສະແດງເຖິງຈິນຕະນາການໃໝ່, ວິໄສທັດຍຸດທະສາດຂອງພັກ ແລະ ລັດຫວຽດນາມ, ຮັບປະກັນໃຫ້ກອງທັບມີກໍາລັງແຮງຢ່າງພຽງພໍ ເພື່ອເຮັດລ້ອນທຸກໜ້າທີ່ ໃນໄລຍະປະຕິວັດໃໝ່ ຢ່າງມີໄຊ. ນັ້ນແມ່ນຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວປວງຊົນທັງຊາດ ແລະ ທົ່ວລະບົບການເມືອງ ແຕ່ກ່ອນອື່ນໝົດແລະຕົ້ນຕໍແມ່ນ ຂອງຄະນະພັກ, ກອງບັນຊາການຂັ້ນຕ່າງໆ ແລະ ພະນັກງານ, ນັກຮົບທົ່ວກອງທັບ.

ກອງທັບປະຊາຊົນຫວຽດນາມ ແມ່ນກອງທັບປະຕິວັດຂອງປະຊາຊົນ, ໂດຍປະຊາ ຊົນ ແລະ ເພື່ອປະຊາຊົນ, ພັກກອມມູນິດຫວຽດນາມ ແລະ ຜູ້ນໍາ ໂຮ່ຈີມິນ ໄດ້ສ້າງຕັ້ງ, ສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມ. ໃນແຕ່ລະໄລຍະປະຕິວັດ, ພັກກອມມູນິດຫວຽດນາມຍາມໃດກໍກໍານົດເປົ້າໝາຍ, ທິດທາງການສ້າງກອງທັບຕອບສະໜອງຄວາມຮຽກຮ້ອງຕ້ອງການປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ ໃນທຸກກໍລະນີ. ໂດຍສືບທອດ, ປະກອບເພີ່ມເຕີມ ແລະ ຂະຫຍາຍທັດສະນະ, ແນວທາງກ່ຽວກັບການທະຫານ, ການປ້ອງກັນຊາດຂອງພັກ ຜ່ານກອງປະຊຸມໃຫຍ່ແຕ່ລະຄັ້ງ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ສືບຕໍ່ກໍານົດການສ້າງກອງທັບທີ່ປະຕິວັດ, ເປັນລະບຽບຫຼວງ, ຍອດຢ້ຽມ ແລະ ທັນສະໄໝ ເທື່ອລະກ້າວ; ເຖິງປີ 2025, ສ້າງກອງທັບທີ່ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງໂດຍພື້ນຖານ, ສ້າງປະຖົມປັດໄຈຢ່າງໝັ້ນຄົງ, ສູ້ຊົນເຖີງປີ 2030 ຈະສ້າງກອງທັບທີ່ທັນສະໄໝ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຖືກຕ້ອງ, ສະແດງເຖິງວິໄສທັດຍຸດທະສາດຂອງພັກ. ການປະຕິບັດແຜນນະໂຍບາຍດັ່ງກ່າວຢ່າງມີໄຊ ແມ່ນປັດໄຈຕັດສິນການຮັບປະກັນໃຫ້ກອງທັບມີກໍາລັງແຮງຢ່າງພຽງພໍ, ເຮັດລ້ອນບົດບາດເປັນກໍາລັງຫຼັກແຫຼ່ງ ໃນພາລະກິດປັບປຸງການປ້ອງກັນຊາດໄດ້ເປັນຢ່າງດີ, ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ ຢ່າງໝັ້ນຄົງ.  

ໂດຍເຊື່ອມຊຶມທັດສະນະ, ເປົ້າໝາຍ, ທິດທາງການສ້າງກອງທັບຢ່າງເລິກເຊິ່ງ, ພາຍໃຕ້ການນໍາພາໃນທຸກດ້ານຂອງພັກຢ່າງເດັດຂາດ ແລະ ໂດຍກົງ, ການຄຸ້ມຄອງຢ່າງລວມສູນ ເປັນເອກະພາບຂອງລັດ ເຊິ່ງການນໍາພາໂດຍກົງແລະເປັນປະຈໍາ ຂອງກົມການເມືອງສູນກາງ, ຄະນະເລຂາທິການສູນກາງພັກ, ການຈັດຕັ້ງແລະການບັນຈຸຂອງກອງທັບປະຊາຊົນຫວຽດນາມໄດ້ຮັບການປັບປຸງ ໃຫ້ສອດຄ່ອງກັບຈຸດພິເສດ ສະພາບການຂອງປະເທດ ແລະ ໜ້າທີ່ຂອງການປະຕິວັດຫວຽດນາມ ໃນແຕ່ລະໄລຍະ.

ພາຍຫຼັງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ ແລະ ການຕໍ່ສູ້ປົກປັກຮັກສາຊາຍແດນ, ຫຼາຍໜ່ວຍລະດັບຍຸດທະນາການ, ຍຸດທະວິທີໄດ້ຮັບການປັບປຸງຫຼັງຈາກເຮັດລ້ອນໜ້າທີ່. ພິເສດ, ຕັ້ງແຕ່ປີ 2016 ເຖິງປະຈຸບັນ, ທົ່ວກອງທັບໄດ້ມີຄວາມເປັນເຈົ້າການ ໃນການປັບປຸງການຈັດຕັ້ງ; ຫຼຸດຈໍານວນພົນໃນໜ່ວຍງານລະດັບຍຸດທະສາດ, ຍຸດທະນາການ, ຫຼຸດຫົວໜ່ວຍຕົວກາງ ແລະ ຫົວໜ່ວຍຮັບໃຊ້, ຮັບປະກັນ; ບຸລິມະສິດຈໍານວນພົນໃຫ້ແກ່ບັນດາຫົວໜ່ວຍກຽມພ້ອມສູ້ຮົບ, ຝຶກແອບ, ຢູ່ເຂດຫ່າງໄກສອກຫຼີກ, ຊາຍແດນ, ເກາະທະເລ; ລົງທຶນຢ່າງເໝາະສົມໃຫ້ແກ່ບັນດາເຫຼົ່າທັບ, ເຫຼົ່າຮົບ, ກອງກໍາລັງ ກ້າວຂຶ້ນສູ່ທັນສະໄໝໂດຍກົງ; ສັບຊ້ອນໂຮງງານຜະລິດ, ພື້ນຖານການສ້ອງແປງປ້ອງກັນຊາດຄືນໃໝ່; ປັບປຸງພາລະບົດບາດ, ໜ້າທີ່, ການຈັດຕັ້ງ, ການບັນຈຸບຸກຄົນຂອງສະຖາບັນ, ໂຮງຮຽນຈໍານວນໜຶ່ງ ໃນກອງທັບ....   

ວຽກງານການຝຶກແອບ, ການອົບຮົມສຶກສາ, ການກໍ່ສ້າງມີການປ່ຽນແປງໃໝ່ຕາມທິດຫັນເປັນມາດຖານ ແລະ ຫັນເປັນທັນສະໄໝ. ຮັກສາລະບອບປະຈໍາການກຽມພ້ອມສູ້ຮົບຢ່າງເຄັ່ງຄັດໃນທຸກລະດັບ, ຮັບປະກັນຄວາມປອດໄພໃນເຂດຕັ້ງທັບ ແລະ ກຽມພ້ອມທີ່ຈະຮັບມືກັບສະຖານະການດ້ານການທະຫານ ແລະ ການປ້ອງກັນປະ​ເທດ. ວຽກງານພະລາທິການ, ເຕັກນິກ, ອຸດສາຫະກໍາປ້ອງກັນຊາດ ແລະ ວຽກງານດ້ານອື່ນໆ ໄດ້ມີບາດກ້າວພັດທະນາໃໝ່; ພິເສດ, ໄດ້ຄົ້ນຄ້ວາແລະເປັນເຈົ້າດ້ານປະກອບອາວຸດເກືອບທັງໝົດ, ໂດຍສະເພາະແມ່ນ ການປະກອບອາວຸດເຕັກນິກໃໝ່, ທັນສະໄໝ, ປະກອບສ່ວນເຂົ້າໃນການເພີ່ມທະວີກໍາລັງບົ່ມຊ້ອນ ແລະ ກໍາລັງແຮງດ້ານການປ້ອງກັນປະເທດ. ການເຊື່ອມໂຍງສາກົນ ແລະ ການຕ່າງປະເທດດ້ານການປ້ອງກັນຊາດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ເປັນເຈົ້າການ, ໄຫວພິບ, ມີທາດແທ້ ແລະ ມີປະສິດທິຜົນ; ກາຍເປັນພາກສ່ວນໜຶ່ງທີ່ສໍາຄັນ ໃນການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ, ປະກອບສ່ວນເຂົ້າໃນການສ້າງຄວາມໄວ້ວາງໃຈ, ຮັກສາສັນຕິພາບແລະສະຖຽນລະພາບໃນພາກພື້ນ, ຍົກສູງພາບພົດແລະຖານະຕຳແໜ່ງຂອງປະເທດແລະຂອງກອງທັບ ​ໃນ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ແລະ ໃນເວທີສາກົນ. ຜົນສໍາເລັດດັ່ງກ່າວ ເປັນປະຖົມປັດໄຈສໍາຄັນທີ່ສຸດ ເພື່ອສືບຕໍ່ຍູ້ແຮງການສ້າງກອງທັບທີ່ປະຕິວັດ, ເປັນລະບຽບຫຼວງ, ຍອດຢ້ຽມ ແລະ ເປັນທັນສະໄໝເທື່ອລະກ້າວ; ໃຫ້ບຸລິມະສິດການຫັນເປັນທັນສະໄໝຂອງເຫຼົ່າທັບ,​ ເຫຼົ່າຮົບ ແລະ ກອງກໍາລັງຈຳນວນໜຶ່ງ, ສ້າງປະຖົມປັດໄຈທີ່ໝັ້ນຄົງ ເພື່ອສູ້ຊົນ​ຮອດ​ປີ 2030 ກໍ່ສ້າງ​ກອງທັບ​ທັນ​ສະ​ໄໝ, ຕອບ​ສະໜອງ​ຄວາມ​ຕ້ອງການ ​ແລະ ພາລະກິດການ​ປ້ອງ​ກັນ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.   

​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ຄາດ​ຄະ​ເນ​ສະຖານະ​ການ​ຂອງ​ໂລກ ພາກ​ພື້ນ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາຈະ​ຍັງ​ຄົງ​ແມ່ນ​ທ່າ​ອ່ຽງຕົ້ນຕໍ, ​ແຕ່​ຍັງ​ຈະ​ສືບ​ຕໍ່​ມີ​ການ​ຜັນ​ຂະຫຍາຍ​ຢ່າງ​ວ່ອງ​ໄວ, ສັບສົນ ​ແລະ ຄາດເດົາບໍ່ໄດ້. ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ການປະທະກັນຕາມພາກສ່ວນ, ຂໍ້ພິພາດອະທິປະໄຕຜືນແຜ່ນດິນ, ໂດຍສະເພາະຂໍ້ພິພາດອະທິປະໄຕທາງທະເລແລະເກາະ,... ເກີດຂຶ້ນຢ່າງສັບສົນ ແລະ ດຸເດືອດ. ການປະຕິວັດອຸດສາຫະກໍາຄັ້ງທີສີ່ ພາໃຫ້ເກີດອາວຸດປະເພດໃໝ່ໆຂຶ້ນຫຼວງຫຼາຍ, ສົງຄາມທີ່​ໃຊ້​ອາວຸດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ສົງຄາມແບບບໍ່ສຳພັດໄດ້ຮັບການນິຍົມຫຼາຍຂຶ້ນ. ບັນຫາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ໂດຍສະເພາະຄວາມສະຫງົບ ຄວາມປອດໄພໃນໂລກໄຊເບີຮ໌, ການກໍ່ການຮ້າຍ, ອາຊະຍາກໍາ, ໄພທຳມະຊາດ, ໂລກພະຍາດ,... ມີຄວາມສັບສົນຫຼາຍຂຶ້ນເລື້ອຍໆ.

ສໍາລັບຫວຽດນາມ, ພາຍຫຼັງ 36 ປີແຫ່ງການປ່ຽນແປງໃໝ່, ກໍາລັງບົ່ມຊ້ອນ, ຖາ ນະບົດບາດ ແລະ ອິດທິພົນສາກົນຂອງຫວຽດນາມ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ, ສ້າງປະຖົມປັດໄຈສໍາຄັນ ເພື່ອພັດທະນາໃນໄລຍະໃໝ່ຢ່າງແຂງແຮງ ແລະ ຍືນຍົງກ່ວາເກົ່າ. ຢ່າງໃດກໍ່ຕາມ, ຫວຽດນາມຍັງຄົງປະເຊີນກັບຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍຫຼາຍປະການ. ບັນດາກໍາລັງສັດຕູ, ພວກປະຕິການ, ພາກສ່ວນສວຍໂອກາດດ້ານການເມືອງ ໄດ້ເພີ່ມທະວີການຕໍ່ຕ້ານ ແລະ ທໍາລາຍພັກ, ລັດ, ກອງທັບ ດ້ວຍຍຸດທະສາດ ຫັນປ່ຽນໂດຍສັນຕິ”, ຊຸກຍູ້ການປ່ຽນແປງຕົນເອງ”, ຫັນປ່ຽນຕົນເອງ”, ລົບລ້າງການເມືອງກອງທັບ,... ດ້ວຍກົນອຸບາຍ, ເລ່ຫຼ່ຽມທີ່ແນບນຽນ, ໂຫດຫ້ຽມ ແລະ ຍາກທີ່ຈະລະບຸ. ສະຖານະການດັ່ງກ່າວພາໃຫ້ເກີດຄວາມຕ້ອງການໃໝ່ສຳລັບພາລະກິດການສ້າງກອງທັບ, ປັບປຸງການປ້ອງກັນປະເທດ ແລະ ການປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນແຜນນະໂຍບາຍສ້າງກອງທັບທີ່ປະຕິວັດ,​ ເປັນລະບຽບຫຼວງ, ຍອດຢ້ຽມ ແລະ ທັນສະໄໝ. ເພື່ອປະຕິບັດແຜນນະໂຍບາຍກໍ່ສ້າງກອງທັບຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ 11 ໃຫ້ປາກົດເປັນຈິງ, ຄະນະພັກ ແລະ ກອງບັນຊາການທຸກລະດັບໃນທົ່ວກອງທັບ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ ແລະ ປະຕິບັດເນື້ອໃນແລະວິທີແກ້ໄຂພື້ນຖານຈໍານວນໜຶ່ງຕໍ່ໄປນີ້ຢ່າງມີປະສິດທິຜົນ:

ທີໜຶ່ງ, ຢຶດໝັ້ນຫຼັກການສ້າງກອງທັບໃຫ້ມີຄວາມເຂັ້ມແຂງດ້ານການເມືອງ, ຮັກສາທາດແທ້ປະຕິວັດ, ເປັນພື້ນຖານ ເພື່ອຍົກສູງຄຸນນະພາບໂດຍລວມ ແລະ ກໍາລັງແຮງສູ້ຮົບ.  

ນີ້ແມ່ນບັນຫາພື້ນຖານ, ຫຼັກການທີ່ບໍ່ປ່ຽນແປງ, ຕັດສິນທາດແທ້ຊົນຊັ້ນກໍາມະ ກອນ, ລັກສະນະປະຊາຊົນ ແລະ ລັກສະນະຊົນຊາດຂອງກອງທັບຢ່າງເລິກເຊິ່ງ; ຮັບ ປະກັນວ່າໃນທຸກເງື່ອນໄຂແລະສະຖານະການ, ກອງທັບຍາມໃດກໍຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນຢ່າງເດັດຂາດ, ຢຶດໝັ້ນເປົ້າໝາຍແລະອຸດົມການຂອງພັກ, ກຽມພ້ອມຮັບ ແລະ ເຮັດຫຼ້ອນທຸກໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ການສ້າງກອງທັບຕ້ອງຮອບດ້ານ ໃນທຸກຂົງເຂດ: ການທະຫານ, ການເມືອງ, ພະ ລາທິການ, ເຕັກນິກ ແລະ ໃນທຸກໜ້າທີ່: ສູ້ຮົບ, ກຽມພ້ອມສູ້ຮົບ, ຝຶກແອບ, ອອກແຮງງານຜະລິດ ແລະ ເຮັດວຽກ. ໃນນັ້ນ, ຕ້ອງເອົາໃຈໃສ່ເປັນພິເສດເຖິງການສ້າງກອງທັບທີ່ເຂັ້ມແຂງດ້ານການເມືອງ, ຍ້ອນວ່າ: “ການທະຫານທີ່ຂາດການເມືອງເປັນ​ຄື​ກັບ​ຕົ້ນ​ໄມ້​ທີ່​ບໍ່​ມີ​ຮາກ, ບໍ່​ມີ​ປະໂຫຍດ​ແລະ​ເປັນ​ອັນຕະລາຍ(1). ສະນັ້ນ, ການສ້າງກອງທັບທີ່ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ ແລະ ທັນສະໄໝ ຕ້ອງຮັບປະກັນຄວາມກະທັດຮັດດ້ານການຈັດຕັ້ງ, ຍົກສູງຄຸນນະພາບໃນທຸກດ້ານ, ຕ້ອງຖືເປັນສໍາຄັນເຖິງການຮັກສາຢ່າງເປັນປະຈໍາ, ເພີ່ມທະວີການນໍາພາໃນທຸກດ້ານຂອງພັກຕໍ່ກອງທັບຢ່າງເດັດຂາດ ແລະ ໂດຍກົງ. ເບິ່ງແຍງການສ້າງອົງຄະນະພັກກອງທັບໃຫ້ປອດໃສ, ເຂັ້ມແຂງ, ເປັນຕົວແບບທັງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ ແລະ ທັງທາງດ້ານການຈັດຕັ້ງພະນັກງານ; ຍົກສູງຄວາມສາມາດໃນການນໍາພາ ແລະ ກໍາລັງແຮງສູ້ຮົບຂອງບັນດາຄະນະພັກ, ການຈັດຕັ້ງພັກ, ລັກສະນະນໍາໜ້າ ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ ໃນທົ່ວກອງທັບຢ່າງບໍ່ຢຸດຢັ້ງ.

ຄະນະພັກ, ກອງບັນຊາການຂັ້ນຕ່າງໆ ຕ້ອງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະ ພາບວຽກງານອົບຮົມສຶກສາດ້ານການເມືອງ, ນໍາພາການກໍານົດທິດດ້ານແນວຄິດ, ເຊື່ອມຊຶມໜ້າທີ່, ກໍານົດແຮງກະຕຸ້ນ, ເຈດຈໍານົງ, ການຕັດສິນໃຈສູງ ໃນການປະຕິບັດໜ້າທີ່; ຈັດຕັ້ງບັນດາຂະບວນການແຂ່ງຂັນ ແລ ການຂົນຂວາຍຕ່າງໆໃຫ້ດີ ແລະ ສ້າງສະ ພາບແວດລ້ອມວັດທະນະທໍາການທະຫານໄລຍະໃໝ່ທີ່ກ້າວໜ້າ, ປອດໃສ, ສ້າງຄວາມ ສາມັກຄີ, ເອກະພາບ, ຄວາມເຫັນດີເຫັນພ້ອມໃນທົ່ວກອງທັບ. ປະຕິບັດວຽກງານກວດ ກາ, ຕິດຕາມຢ່າງມີປະສິດທິຜົນ, ສຸມໃສ່ການກວດກາບັນດາປະກົດການເສື່ອມຖອຍ ດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດໍາລົງຊີວິດ, “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ”, ເຮັດຫຼ້ອນໜ້າທີ່ໃນລະດັບຕໍ່າ..., ປະກອບສ່ວນເຂົ້າໃນການຮັກສາລະບຽບວິໄນ ແລະ ລະບຽບກົດໝາຍຢ່າງເຂັ້ມງວດ. ປະຕິບັດວຽກງານປົກປັກຮັກສາຄວາມສະຫງົບຢ່າງດີ, ເປັນເຈົ້າການໃນການຕໍ່ສູ້ ເພື່ອເຮັດໃຫ້ກົນອຸບາຍ, ເລ່ລ່ຽມທໍາລາຍຂອງບັນດາກໍາລັງສັດຕູຖືກປະລາໄຊ, ສະກັດກັ້ນ ແລະ ຕີຖອຍການກະທໍາຫຍໍ້ທໍ້, ແນວຄິດບໍ່ດີຕ່າງໆ, ເຮັດໃຫ້ພາຍໃນກອງທັບມີຄວາມປອດໃສ. ນໍາພາ ແລະ ຊີ້ນໍາວຽກງານຂົນຂວາຍປະຊາຊົນຢ່າງແໜ້ນແຟ້ນ ບົນພື້ນຖານບັນດາຮູບແບບ, ວິທີປະຕິບັດຢ່າງປະດິດສ້າງ ແລະ ແທດເໝາະກັບພຶດຕິກໍາຕົວຈິງ, ປະກອບສ່ວນເຮັດໃຫ້ເປັ່ງປະກາຍຄຸນທາດ “ທະຫານຂອງລຸງໂຮ່”, ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງທະຫານແລະປະຊາຊົນ. ຖືເປັນສໍາຄັນການຍົກສູງປະສິດທິພາບແລະປະສິດທິຜົນຂອງວຽກງານພັກ, ວຽກງານການເມືອງໃນບັນດາໜ້າທີ່.

ທີສອງ, ເອົາໃຈໃສ່ແລະເບິ່ງແຍງການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະ ພາບສູງຢ່າງເປັນປະຈໍາ; ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການຝຶກແອບ, ຝຶກຊ້ອມ, ອົບຮົມສຶກສາ ແລະ ບຳລຸງ​ສ້າງ ​ເພື່ອຕອບສະໜອງຄວາມ​​ຕ້ອງການ ​ແລະ ວຽກ​ງານ​ໃນ​ທຸກ​ສະຖານະ​ການ.

ນີ້ແມ່ນໜຶ່ງໃນບັນດາການບຸກທະລຸຍຸດທະສາດ, ມີຄວາມໝາຍຕັດສິນ ແລະ ຮັບ ປະກັນ ເພື່ອໃຫ້ກອງທັບກ້າວສູ່ທັນສະໄໝ. ການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕ້ອງຖືເປັນສໍາຄັນທັງດ້ານຈໍານວນ ແລະ ຄຸນນະພາບ. ສຸມໃສ່ການພັດທະນາຖັນແຖວພະນັກງານຄົ້ນຄ້ວາວິທະຍາສາດການທະຫານ, ຜູ້ຊ່ຽວຊານຊັ້ນນຳ ແລະ ຄູອາຈານໃນໂຮງຮຽນ, ສະຖານສຶກສາ ແລະ ພະນັກງານບັນດາສະຖາບັນການຄົ້ນຄ້ວາໃນກອງທັບ. ເອົາໃຈໃສ່ພັດທະນາຖັນແຖວພະນັກງານການທະຫານ, ການເມືອງທີ່ມີຄຸນນະພາບສູງ; ສ້າງຖັນແຖວພະນັກງານພະລາທິການ, ເຕັກນິກທີ່ມີຄວາມຮູ້, ຄວາມສາມາດດ້ານວິຊາການ, ຕອບສະໜອງຄວາມຕ້ອງການແລະໜ້າທີ່. ມີນະໂຍບາຍທີ່ສອດຄ່ອງ ເພື່ອດຶງດູດ, ພັດທະນາ ແລະ ຖືເປັນສໍາຄັນໃນການນໍາໃຊ້ຜູ້ເກັ່ງກ້າສາມາດເພື່ອຕອບສະໜອງຄວາມຕ້ອງການ, ໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່. 

ພ້ອມດຽວກັນນັ້ນ, ຕ້ອງສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການຝຶກແອບ - ບຳລຸງສ້າງຂອງບັນດາໂຮງຮຽນໃນກອງທັບ; ສ້າງແຫຼ່ງພະນັກງານຂັ້ນຕ່າງໆທີ່ມີຄຸນທາດປະຕິວັດ, ຈິນຕະນາການ, ຄວາມສາມາດດ້ານວິຊາການ, ຄວາມຮູ້ໃນການບັນຊາ, ການຄຸ້ມຄອງຕາມຄວາມຮັບຜິດຊອບໜ້າທີ່ຢ່າງພຽງພໍ,... ສ້າງໂຮງຮຽນແລະສະຖາບັນວິໄຈທີ່ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ ແລະ ທັນສະໄໝ; ເຊື່ອມໂຍງການຝຶກອົບຮົມພະນັກງານໃນໂຮງຮຽນ ກັບການຝຶກອົບຮົມແລະບຳລຸງສ້າງໃນຫົວໜ່ວຍ; ເຊື່ອມໂຍງໂຮງຮຽນກັບສະໜາມຮົບ; ເຊື່ອມໂຍງທິດສະດີກັບພຶດຕິກໍາຕົວຈິງຕາມທິດນໍາ ຄຸນນະພາບການຝຶກອົບຮົມຂອງໂຮງຮຽນ ແມ່ນຄວາມສາມາດກຽມພ້ອມສູ້ຮົບຂອງຫົວໜ່ວຍ”; ສືບທອດສິລະປະການທະຫານທີ່ເປັນເອກະລັກຂອງບັນພະບູລຸດຂອງພວກເຮົາໃນການຕໍ່ສູ້ປົກປັກຮັກສາປະເທດ ແລະ ແກ່ນແທ້ຂອງສິລະປະການທະຫານຂອງໂລກ; ຕິດແໜ້ນຄວາມຮັບຜິດຊອບຂອງຄະນະພັກ, ຜູ້ບັງຄັບບັນຊາ ກັບຜົນການຝຶກແອບຂອງຫົວໜ່ວຍ. ການຈັດ​ຕັ້ງ​ການ​ຝຶກ​ອົບຮົມ​ຕ້ອງແໜ້ນແຟ້ນ, ໄຫວພິບ, ຖືກຕາມທັດສະນະ, ຫຼັກການ ແລະ ສາຍພົວພັນຕ່າງໆ; ສຸມໃສ່ການຖ່າຍທອດບົດຮຽນປະສົບການຈິງ, ຍົກສູງຄວາມສາມາດໃນທາງປະຕິບັດຕົວ, ເປັນເຈົ້າດ້ານອາວຸດ, ການຈັດກຽມອາວຸດໃໝ່ແລະທັນສະໄໝ, ຄວາມຄ່ອງຕົວແລະຄວາມສາມາດສູ້ຮົບໃນສະພາບໃໝ່ ໃຫ້ແກ່ເປົ້າໝາຍຕ່າງໆ. ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີການຈຳລອງ ແລະ ວິທີການທາງເຕັກນິກທີ່ທັນສະໄໝໃນການຝຶກແອບທະຫານ ແລະ ການຄຸ້ມຄອງ, ການດຳເນີນກິດຈະກໍາການສຶກສາ ແລະ ການຝຶກອົບຮົມຢ່າງຕັ້ງໜ້າ.    

ທີສາມ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ບາດກ້າວ​ບຸກທະລຸ​ຢ່າງ​ມີ​ປະສິດທິ​ຜົນ​ ໃນ​ການຈັດ​ຕັ້ງ ​ແລະ ອຸປະກອນ.

ນີ້ແມ່ນເນື້ອໃນສໍາຄັນທີ່ສຸດ, ປະກອບສ່ວນເຂົ້າໃນການສ້າງກໍາລັງແຮງສູ້ຮົບ ແລະ ໄຊຊະນະຂອງກອງທັບ. ເພື່ອແກ້ໄຂບັນຫາດັ່ງກ່າວໄດ້ເປັນຢ່າງດີ ກ່ອນອື່ນໝົດຕ້ອງສຸມໃສ່ການເຊື່ອມຊຶມຢ່າງເລິກເຊິ່ງ, ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງສູນກາງພັກ ເລກທີ 05-NQ/TW, ລົງວັນທີ 17 ມັງກອນ 2022, “ວ່າດ້ວຍການຈັດຕັ້ງກອງທັບປະຊາຊົນຫວຽດນາມໄລຍະ 2021-2030 ແລະ ຊຸມປີຕໍ່ໄປ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ,... ແຕ່ລະຂັ້ນຕ້ອງເປັນເຈົ້າການໃນການສ້າງແຜນການສັງລວມ, ວິທີການດໍາເນີນງານຢ່າງແໜ້ນແຟ້ນ ແລະ ມີວິທະຍາສາດ, ພ້ອມແຜນງານແລະຂັ້ນຕອນທີ່ເໝາະສົມ, ປັບເພີ່ມຫຼືຫຼຸດການຈັດຕັ້ງ ແລະ ຈໍານວນພົນຂອງແຕ່ລະກຸ່ມ ໃຫ້ສອດຄ່ອງກັບແນວທາງປ້ອງກັນປະເທດທົ່ວປວງຊົນທັງຊາດ, ສົງຄາມປະຊາຊົນ, ຄວາມສາມາດຮັບປະກັນການປະກອບອາວຸດ, ຮັກສາແລະເສີມຂະຫຍາຍມູນເຊື້ອ ຂອງກອງທັບ, ສິລະປະການທະຫານຫວຽດນາມຢ່າງໝັ້ນຄົງ. ສ້າງແລະປັບປຸງການຈັດຕັ້ງກອງທັບຕາມທິດຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ມີໂຄງປະກອບການຈັດຕັ້ງລະຫວ່າງ ບັນດາພາກສ່ວນກໍາລັງຢ່າງຄົບຊຸດ ແລະ ສົມເຫດສົມຜົນ; ຫຼຸດຜ່ອນຕົວກາງ ແລະ ຫົວໜ່ວຍຮັບປະກັນ, ຮັບໃຊ້; ຈັດຕັ້ງໜ່ວຍສຳຮອງທາງຍຸດທະສາດຈຳນວນໜຶ່ງເພື່ອປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ; ສ້າງກອງກໍາລັງສໍາຮອງທີ່ເຂັ້ມແຂງແຮງກ້າ, ກອງທະຫານລາດປ້ອງກັນຕົວທີ່ເຂັ້ມແຂງ, ກ້ວາງຂວາງ, ຮັບປະກັນໃຫ້ກອງທັບມີຄວາມສາມາດຢ່າງພຽງພໍ ເພື່ອເປັນກໍາລັງຫຼັກແຫຼ່ງ ພ້ອມກັບປວງຊົນທັງຊາດ ເຮັດຫຼ້ອນໜ້າທີ່ປົກປັກຮັກສາປະເທດຊາດໃນທຸກສະຖານະການ.   

ຍູ້ແຮງວຽກງານຄົ້ນຄ້ວາວິທະຍາສາດ, ເສີມຂະຫຍາຍແນວຄິດປະດິດສ້າງ, ປັບ ປຸງເຕັກນິກຄວບຄຸມອາວຸດແລະປະກອບທາງເຕັກນິກ, ສ້າງຄວາມກ້າວໜ້າໃນການຂຸດຄົ້ນແລະເປັນເຈົ້າດ້ານອາວຸດເຕັກໂນໂລຊີສູງ, ຄ່ອຍໆຜະລິດວັດສະດຸທາງເຕັກນິກ ແລະ ອາວຸດຍຸດໂທປະກອນ ເພື່ອຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ການຝຶກແອບ, ກຽມພ້ອມສູ້ຮົບ ແລະ ບັນດາໜ້າທີ່ອື່ນໆຂອງກອງທັບ. ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ ​ແລະ ນຳ​ໃຊ້ຜົນຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີສີ່ ເຂົ້າໃນວຽກງານຄຸ້ມຄອງ, ຂຸດຄົ້ນ, ສ້ອມແປງ, ດັດແປງ, ຫັນອາວຸດເປັນທັນສະໄໝ, ປະກອບເຕັກນິກ, ໂດຍສະເພາະແມ່ນອາວຸດ, ອຸປະກອນເຕັກນິກໃໝ່ ແລະ ເຕັກໂນໂລຊີສູງ.

ທີສີ່, ເພີ່ມທະວີການສ້າງເປັນລະບຽບຫຼວງ, ການຝຶກລະບຽບວິໄນ, ສ້າງການຫັນປ່ຽນຢ່າງຮອບດ້ານແລະໝັ້ນຄົງ ໃນລະບຽບວິໄນຂອງກອງທັບ ແລະ ກົດໝາຍຂອງລັດ.

ການດຳເນີນການປັບກອງທັບໃຫ້ເປັນລະບຽບຫຼວງ ແມ່ນເພື່ອຮັບປະກັນຄວາມເປັນເອກະພາບດ້ານແນວຄິດ, ເຈດຈໍານົງ ແລະ ການກະທໍາໃນທຸກການເຄື່ອນໄຫວ, ວຽກງານຂອງທະຫານ ແລະ ບັນດາຫົວໜ່ວຍໃນທົ່ວກອງທັບ. ໃນນັ້ນ, ການສ້າງເປັນລະບຽບຫຼວງ ແລະ ການຮັກສາລະບຽບວິໄນ ແມ່ນສອງປັດໄຈທີ່ສໍາຄັນ ເພື່ອສ້າງຄຸນນະພາບໂດຍລວມ ແລະ ກໍາລັງແຮງສູ້ຮົບ ຂອງກອງທັບປະຊາຊົນຫວຽດນາມ. ເນື້ອໃນການສ້າງເປັນລະບຽບຫຼວງຕ້ອງຮອບດ້ານ ແຕ່ມີຈຸດໜັກໃຈກາງ, ສຸມໃສ່ຈຸດອ່ອນແລະດ້ານທີ່ອ່ອນແອ; ຍົກສູງລະດັບຄວາມເປັນລະບຽບຫຼວງໃນການຝຶກແອບ ແລະ ການກຽມພ້ອມສູ້ຮົບ; ການຄຸ້ມຄອງຄົນແລະອາວຸດຍຸດໂທປະກອນທາງເຕັກນິກ. ສົມທົບການສ້າງເປັນລະບຽບຫຼວງ ກັບການປະຕິບັດລະບຽບວິໄນຂອງກອງທັບ ແລະ ກົດໝາຍຂອງລັດຢ່າງແໜ້ນແຟ້ນ; ຫຼຸດຜ່ອນການລະເມີດທີ່ຮ້າຍແຮງ ບໍ່ປອດໄພໃນການຝຶກອົບຮົມ. 

ໃຫ້ຄວາມສໍາຄັນ ແລະ ປະຕິບັດເປັນຢ່າງດີ ວຽກງານການສຶກສາ, ສ້າງແຮງກະຕຸ້ນ, ເຈດຈໍານົງຕັດສິນໃຈ, ລັກສະນະຕື່ນຕົວຂອງພະນັກງານ, ນັກຮົບໃນການປະຕິບັດຄວາມຮັບຜິດຊອບ, ໜ້າທີ່, ປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍຂອງພັກແລະລັດ, ກົດບັງຄັບ, ກົດລະບຽບ, ຂໍ້ກໍານົດຂອງກອງທັບ; ເຊື່ອມໂຍງການສຶກສາການເມືອງ, ກົດໝາຍ ກັບການປະຕິບັດມາດຕະການດ້ານບໍລິຫານ ແລະ ແກ້ໄຂຄວາມຮັບຜິດຊອບທີ່ກ່ຽວຂ້ອງຂອງພະນັກງານ. ແຕ່ລະອົງການ, ຫົວໜ່ວຍຕ້ອງກວດຄືນ, ຕີລາຄາສະພາບການ, ຜົນການສ້າງເປັນລະບຽບຫຼວງ, ການປະຕິບັດກົດໝາຍ, ລະບຽບວິໄນຢ່າງເປັນປະຈໍາ, ຖອດຖອນບົດຮຽນຢ່າງທັນທ່ວງທີ ເພື່ອມີແຜນນະໂຍບາຍ, ວິທີການແກ້ໄຂໃນການນໍາພາ, ຈັດຕັ້ງປະຕິບັດຢ່າງແທດເໝາະກັບພຶດຕິກໍາຕົວຈິງ ແລະ ມີປະສິດທິຜົນ; ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ການ​ດຳລົງ​ຊີວິດ, ການ​ຮໍ່າຮຽນ, ​ເຮັດ​ວຽກ, ຄຸ້ມ​ຄອງ​ການ​ພົວພັນ​ທາງ​ສັງຄົມ​ຂອງ​ທະຫານ​ເປັນ​ຢ່າງ​ດີ. ຖືເປັນສໍາຄັນການອົບຮົມສຶກສາ, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານ, ໂດຍສະເພາະແມ່ນພະນັກງານຂັ້ນໝວດໃຫ້ມີຄຸນທາດ, ຄວາມສາມາດໃນການບັນຊາ, ຄຸ້ມຄອງ, ສຶກສາອົບຮົມທະຫານ. 

ປະຕິບັດເປັນຢ່າງດີ ຂໍ້ກໍານົດວ່າດ້ວຍຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ເສີມຂະຫຍາຍກໍາລັງແຮງສັງລວມຂອງບັນດາການຈັດຕັ້ງ, ກອງກໍາລັງໃນການສ້າງລະບຽບຫຼວງ, ຝຶກຝົນຫຼໍ່ຫຼອມລະບຽບວິໄນ, ຄຸ້ມຄອງແນວຄິດທະຫານ; ກວດພົບຢ່າງທັນທ່ວງທີ, ແກ້ໄຂຂໍ້ຜິດພາດຕັ້ງແຕ່ຮາກຖານຢ່າງເຂັ້ມງວດ ແລະ ຂາດຂັ້ນ, ບໍ່ໃຫ້ຂໍ້ຜິດພາດນ້ອຍສະສົມເປັນຄວາມຜິດພາດໃຫຍ່. ຖືເອົາການສ້າງຫົວໜ່ວຍມີຄວາມເຂັ້ມແຂງຢ່າງຮອບດ້ານ ເປັນແບບຢ່າງ ແລະ ເປັນຕົວແບບຕິດພັນກັບການສ້າງບັນດາການຈັດຕັ້ງພັກທີ່ປອດໃສ, ເຂັ້ມແຂງ, ເບິ່ງແຍງຊີວິດການເປັນຢູ່ດ້ານວັດຖຸແລະຈິດໃຈຂອງທະຫານ. ຖືເປັນສໍາຄັນການສ້າງສະພາບແວດລ້ອມວັດທະນະທໍາການທະຫານອັນດີງາມ, ສົດໃສ, ອຸດົມສົມບູນ; ມີຄວາມເປັນເຈົ້າການໃນການຕໍ່ສູ້ ເພື່ອປ້ອງກັນແລະຕ້ານຜົນກະທົບທີ່ຫຍໍ້ທໍ້ ແລະ ວັດທະນະທໍາບໍ່ດີ. ພ້ອມດຽວກັນນັ້ນ, ປະຕິບັດໜ້າທີ່ພະລາທິການ ແລະ ບັນດາດ້ານວຽກງານອື່ນໆ, ຮັບປະກັນໃຫ້ແກ່ໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ, ສ້າງຫົວໜ່ວຍ ແລະ ຍົກສູງຊີວິດການເປັນຢູ່ດ້ານວັດຖຸແລະຈິດໃຈຂອງທະຫານໃຫ້ດີ.

ທີຫ້າ, ສ້າງ ແລະ ພັດທະນາອຸດສາຫະກໍາປ້ອງກັນຊາດ ໃຫ້ບັນລຸລະດັບກ້າວໜ້າ, ທັນສະໄໝ, ກາຍເປັນປາຍແຫຼມຂອງອຸດສາຫະກໍາແຫ່ງຊາດ ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດ.  

ເພື່ອຕອບສະໜອງເປົ້າໝາຍ ແລະ ຄວາມຮຽກຮ້ອງຕ້ອງການສ້າງກອງທັບທີ່ທັນສະ ໄໝ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ກໍານົດວ່າ: “ສ້າງແລະພັດທະນາອຸດສາຫະກໍາປ້ອງກັນຊາດ... ແບບໃຊ້ສອງທາງ ທີ່ທັນສະໄໝ, ທັງຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ປົກປັກຮັກສາປະເທດຊາດ ແລະ ທັງປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ(2); ກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 08-NQ/TW, ລັງວັນທີ 26 ມັງກອນ 2022, ວ່າດ້ວຍຍູ້ແຮງການພັດທະນາອຸດສາຫະກໍາປ້ອງກັນຊາດເຖິງປີ 2030 ແລະ ຊຸມປີຕໍ່ໄປ”. ໃນນັ້ນ, ໃນຕໍ່ໜ້າ, ຕ້ອງສືບຕໍ່ສ້າງ ແລະ ພັດທະນາອຸດສາຫະກໍາປ້ອງກັນຊາດຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັນສະໄໝ ແລະ ແບບໃຊ້ສອງທາງ, ກາຍເປັນປາຍແຫຼມຂອງອຸດສາຫະກໍາແຫ່ງຊາດ, ບັນລຸລະດັບວິທະຍາສາດ - ເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ, ມີຂະໜາດ, ການຈັດຕັ້ງ, ກົນໄກຄຸ້ມຄອງ ແລະ ການເຄື່ອນໄຫວຢ່າງສອດຄ່ອງ; ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ ແລະ ການເຂົ້າຮ່ວມຂອງບັນດາພາກສ່ວນເສດຖະກິດໄດ້ຢ່າງຕັ້ງໜ້າແລະມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຍົກສູງກໍາລັງບົ່ມຊ້ອນ ແລະ ກໍາລັງແຮງຂອງການທະຫານ, ການປ້ອງກັນຊາດຂອງປະເທດ. ພັດທະນາອຸດສາຫະກໍາປ້ອງກັນຊາດ ຕິດພັນກັບອຸດສາຫະກໍາແຫ່ງຊາດ ແລະ ມີໂຄງປະກອບທີ່ສອດຄ່ອງ ໃນພື້ນຖານອຸດສາຫະກໍາແຫ່ງຊາດທັງໝົດ, ບຸລິມະສິດການກ້າວໄປສູ່ອຸດສາຫະກໍາທັນສະໄໝ, ມີປະສິດທິຜົນສູງ, ຕອບສະໜອງຄວາມຕ້ອງການຮັບປະກັນດ້ານອາວຸດ ແລະ ຍຸດໂທປະກອນທາງເຕັກນິກໃຫ້ແກ່ກໍາລັງປະກອບອາວຸດປະຊາຊົນ ນັບມື້ນັບດີຂຶ້ນກ່ວາເກົ່າ.  

​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນີ້, ຕ້ອງປັບປຸງລະບົບເອກະສານນິຕິກໍາກົດໝາຍ, ກົນໄກ, ນະໂຍບາຍ, ຍຸດທະສາດ, ແຜນກໍານົດ, ແຜນການພັດທະນາອຸດສາຫະກໍາປ້ອງກັນຊາດໄລຍະຍາວ, ໄລຍະກາງໃຫ້ສົມບູນແຕ່ຫົວທີ ແລະ ສອດຄ່ອງກັບເງື່ອນໄຂໃໝ່. ບຸລິມະສິດການພັດທະນາບັນດາຂະແໜງການ, ຜະລິດຕະພັນອຸດສາຫະກໍາພື້ນຖານ, ມີລັກສະນະໃຊ້ສອງທາງສູງ. ລົງທຶນກໍ່ສ້າງໂຮງງານອຸດສາຫະກໍາປ້ອງກັນ ຊາດຈໍານວນໜຶ່ງທີ່ມີເຕັກໂນໂລຊີຂັ້ນສູງ ເປັນແກນຫຼັກສຳລັບການກໍ່ສ້າງກຸ່ມບໍລິສັດແລະກຸ່ມອຸດສາຫະກໍາປ້ອງກັນຊາດແບບໃຊ້ສອງທາງ, ມີເຕັກໂນໂລຊີສູງ, ມີໜ້າທີ່ຄົ້ນຄ້ວາ, ຜະລິດ ແລະ ຮັບປະກັນດ້ານອາວຸດແລະຍຸດໂທປະກອນທາງເຕັກນິກການທະຫານ. ໃນສະເພາະໜ້າ, ສຸມໃສ່ການສ້າງ ແລະ ພັດທະນາອຸດສາຫະກໍາປ້ອງກັນຊາດບົນພື້ນຖານຂະໜາດ, ການຈັດຕັ້ງ, ກົນໄກຄຸ້ມຄອງຢ່າງສອດຄ່ອງ, ເສີມຂະຫຍາຍບົດບາດແລະຄວາມຮັບຜິດຊອບເປັນເຈົ້າຕົນເອງ ຂອງບັນດາສະຖານອຸດສາຫະກໍາປ້ອງກັນຊາດ. ປັບປຸງການຈັດຕັ້ງຂະແໜງການເຕັກນິກໃຫ້ສົມບູນຕາມທິດຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ເອກະພາບ”, ສອດຄ່ອງກັບລັກສະນະພິເສດ ຂອງຄວາມສາມາດເຕັກໂນໂລຊີຂອງອາວຸດ ຍຸດທໂທປະກອບເຕັກນິກ ແລະ ໜ້າທີ່ຂອງແຕ່ລະຂັ້ນ; ຮັບປະກັນວຽກງານຄຸ້ມຄອງ, ບັງຄັບບັນຊາ, ຊີ້ນໍາຢ່າງລຸລ່ວງ ແລະ ບໍ່ທັບຊ້ອນກັນ. ປ່ຽນແປງໃໝ່ແບບວິທີຮັບປະກັນດ້ານເຕັກນິກຕໍ່ອາວຸດ, ຍຸດໂທປະກອບເຕັກນິກຮຸ້ນໃໝ່, ເຕັກໂນໂລຊີສູງຕາມທິດລວມສູນ ແລະ ເອກະພາບ; ປ່ຽນແປງໃໝ່ຈິນຕະນາການການຜະລິດອຸປະກອນເຕັກນິກຕາມທິດເປີດກ້ວາງການຮ່ວມທຸລະກິດ, ຮ່ວມສໍາພັນ ແລະ ຫັນເປັນສັງຄົມ ແລະ ອື່ນໆ.

ທີຫົກ, ຍົກສູງປະສິດທິຜົນຂອງວຽກງານເຊື່ອມໂຍງສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນປະເທດ.

ການພົວພັນຕ່າງປະເທດດ້ານການປ້ອງກັນປະເທດ ແມ່ນພາກສ່ວນສໍາຄັນຂອງສາມເສົາຄໍ້າຄື: ການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ ແນໃສ່ເຊື່ອມຊຶມ, ຫັນເອົາແນວທາງການຕ່າງປະເທດຂອງພັກ ເປັນອັນລະອຽດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບແລະສະຖຽນລະພາບ ເພື່ອປະຕິບັດທິດນໍາປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄກ ດ້ວຍສັນຕິວິທີ ແລະ ສອດຄ່ອງກັບກົດໝາຍສາກົນ. ຜ່ານວຽກງານການເຊື່ອມໂຍງສາກົນ ແລະ ການພົວພັນຕ່າງປະເທດດ້ານການປ້ອງກັນປະເທດ, ຕ້ອງສືບຕໍ່ສ້າງຄວາມເຊື່ອໝັ້ນ, ຍົກສູງຖານະບົດບາດ ແລະ ອິດທິພົນຂອງກອງທັບປະຊາຊົນຫວຽດນາມໃນເວທີສາກົນ; ພ້ອມດຽວກັນນັ້ນ, ໝູນໃຊ້ແລະລະດົມບັນດາແຫຼ່ງກໍາລັງຈາກພາຍນອກ, ອັບເດດ, ຕອບສະໜອງ ແລະ ຫັນເປັນມາດຖານ ບັນດາມາດຖານສາກົນກ່ຽວກັບບຸກຄະລາກອນ, ການຈັດຕັ້ງ, ການບັນຈຸ, ການຝຶກແອບ, ການສ້າງ ແລະ ປະກອບອາວຸດ, ໂດຍສະເພາະແມ່ນວຽກງານບັນຊາ, ປະສົມປະສານ, ສູ້ຮົບໃນສະພາບແວດລ້ອມເຄື່ອນໄຫວຢ່າງເຄັ່ງຄັດ ເພື່ອຮັບໃຊ້ພາລະກິດຫັນເປັນທັນສະໄໝ, ສ້າງກອງທັບຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາປະເທດຊາດ ໃນສະພາບການໃໝ່ ຢ່າງໝັ້ນຄົງ.

ບົນພື້ນຖານການເຊື່ອມຊຶມ ແລະ ປະຕິບັດທັດສະນະແລະແນວທາງການຕ່າງປະເທດຂອງພັກຢ່າງເຂັ້ມງວດ, ວຽກງານເຊື່ອມໂຍງສາກົນ ແລະ ການພົວພັນຕ່າງປະເທດດ້ານການປ້ອງກັນປະເທດ ຕ້ອງໄດ້ດໍາເນີນຢ່າງຕັ້ງໜ້າ, ເປັນເຈົ້າການ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ໄຫວພິບ, ປະດິດສ້າງ, ສຸມໃສ່ເສນາທິການແລະສະເໜີວິທີການແກ້ໄຂ ການພົວພັນຮ່ວມມືດ້ານການປ້ອງກັນປະເທດ ກັບບັນດາຄູ່ຮ່ວມມື, ປະຕິບັດເປົ້າໝາຍຍຸດທະສາດ ແລະ ຕອບສະໜອງຜົນປະໂຫຍດຂອງຊາດ-ປະເທດຊາດ. ຊຸກຍູ້ການຮ່ວມມືປ້ອງກັນຊາດສອງຝ່າຍ, ຫຼາຍຝ່າຍໃຫ້ເຂົ້າສູ່ລວງເລິກ, ມີທາດແທ້, ໝັ້ນຄົງ ແລະ ມີປະສິດທິຜົນ; ບຸລິມະສິດການພົວພັນຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ, ປະເທດເພື່ອນມິດທີ່ເປັນມູນເຊື້ອ, ຮັບປະກັນຄວາມດຸນດ່ຽງລະຫວ່າງບັນດາປະເທດໃຫຍ່. ເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດທີ່ມີກໍາລັງບົ່ມຊ້ອນ; ແກ້ໄຂບັນດາສາຍພົວພັນຮ່ວມມືດ້ານການປ້ອງກັນປະເທດໃຫ້ໄດ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ວາງໃຈດ້ານການເມືອງ, ຊຸກຍູ້ການພົວພັນເຂົ້າສູ່ລວງເລິກ, ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ກັບ​ປະ​ເທດ​ອື່ນໆ. ເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດໃນບັນດາເນື້ອໃນແລະພື້ນທີ່ທີ່ເໝາະສົມຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການຍົກສູງຖານະບົດບາດແລະອິດທິພົນຂອງກອງທັບປະຊາຊົນຫວຽດນາມໃນເວທີສາກົນ. ເລັ່ງລັດ​ການ​ເຈລະຈາ, ລົງ​ນາມ​ໃນ​ສົນທິສັນຍາ, ສັນຍາ​ ​ແລະ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈລະຫວ່າງປະເທດ ​ກັບ​ບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ເຕັກ​ໂນ​ໂລ​ຊີ​ການ​ທະຫານ. ສ້າງແລະຜັນຂະຫຍາຍຍຸດທະສາດເຊື່ອມໂຍງສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນປະເທດເຖິງປີ 2030 ແລະ ຊຸມປີຕໍ່ໄປ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ ຈາກໄກ ຢ່າງໝັ້ນຄົງ./.

-------------------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 7, ໜ້າ 217.

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13,​ ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 158-159.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1004 (ເດືອນທັນວາ 2022)