ວກ. - ​ຕະຫຼອດປະ​ຫວັດ​ສາດ​​ການ​ປະ​ຕິ​ວັດຂອງ​ຫວຽດ​ນາມ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະລັດ​ຫວຽດ​ນາມ ຍາມ​ໃດ​ກໍ່​ໃຫ້ຄວາມ​ສຳ​ຄັນຢ່າງຍິ່ງກັບ​ການ​ເສີມ​ຂະ​ຫຍາຍ​​ຊັບ​ພະ​ຍາ​ກອນ​ຊາວ​ຫວຽດ​ນາມໃນຕ່າງ​ປະ​ເທດຢ່າງມີປະສິດທິພາບ ເພື່ອຮັບ​ໃຊ້​ເປົ້າໝາຍ​ການສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ​ໃນ​ສະພາບ​ການ​ທີ່​ສັບສົນຢູ່​ພາກ​ພື້ນແລະ​ໃນ​ໂລກ, ດ້ວຍ​ໂອກາດ​ແລະຄວາມ​ທ້າ​ທາຍທີ່ກ່ຽວພັນກັນ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ ຄວາມ​ຕັດສິນ​ໃຈ ​ແລະ ການເຕົ້າໂຮມລວມສູນ​ຂອງຊັບພະຍາກອນ​ທັງໃນປະເທດ ​ແລະ ຕ່າງປະ​ເທດ ເປັນ​ປັດ​ໄຈ​ສຳຄັນ​ທີ່​ສຸດ ​ເພື່ອ​ຊ່ວຍ​ໃຫ້ປະ​ເທດ​ຊາດສືບ​ຕໍ່​ກ້າວ​ໄປ​ຂ້າງໜ້າ​ຢ່າງ​ແຂງ​ແຮງ ແລະບັນ​ລຸ​ເປົ້າ​ໝາຍການ​ພັດ​ທະ​ນາ​ທີ່​ໄດ້​ຕັ້ງ​ໄວ້.

ສືບ​ທອດ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ຕໍ່​ຊຸມຊົນຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ​ຈິດ​ໃຈ​ຊີ້​ນຳ​ທີ່​ໄດ້ຮັບການ​ຢືນ​ຢັນໃນ​ມະ​ຕິເລກທີ 36/NQ-TW ​ລົງ​ວັນ​ທີ 26 ມີ​ນາ 2004 ຂອງ​ກົມ​ການ​ເມືອງສູນກາງພັກ “ກ່ຽວ​ກັບ​ວຽກ​ງານ​ຕໍ່​​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ” ຖື​ວ່າ “ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ແຍກຈາກຫວຽດນາມບໍ່​ໄດ້ ແລະເປັນ​ຊັບ​ພະ​ຍາ​ກອນ​ຂອງວົງ​ຄະ​ນະ​ຍາດຊາດ​ຫວຽດ​ນາມ”; ມະ​ຕິ​ເລກ​ທີ 45-CT/TW ​ລົງ​ວັນ​ທີ 19 ພຶດ​ສະ​ພາ 2015 ຂອງ​ກົມ​ການ​ເມືອງສູນກາງພັກ “ວ່າດ້ວຍການ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 36-NQ/TW ຂອງ​ກົມ​ການ​ເມືອງສູນກາງພັກ​ສະ​ໄໝ​ທີ IX ກ່ຽວ​ກັບ​ວຽກ​ງານ​ຕໍ່​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ໃນ​ສະ​ພາບ​ການ​ໃໝ່” ແລະ ຂໍ້​ສະຫຼຸບໝາຍ​ເລກ 12-KL/TW​ລົງ​ວັນ​ທີ 12 ສິງ​ຫາ 2021 ຂອງ​ກົມ​ການ​ເມືອງສູນກາງພັກ “ກ່ຽວ​ກັບ​ວຽກ​ງານ​ຕໍ່ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່” ໄດ້​ກຳ​ນົດ​ວ່າ​ ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ແມ່ນ “​ຊັບ​ພະ​ຍາ​ກອນ​ທີ່​ສຳ​ຄັນ” ໂດຍຂໍໃຫ້ “ສົ່ງ​ເສີມແລະສ້າງເງື່ອນໄຂໃຫ້ພີ່ນ້ອງຮ່ວມຊາດຫວຽດ​ນາມໃນ​ຕ່າງ​ປະ​ເທດ ປະກອບສ່ວນອັນຕັ້ງໜ້າເຂົ້າໃນ​ພາ​ລະ​ກິດ​ການສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”. ຄືທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ້ອງ ແນະນຳ​ວ່າ: “ບໍ່ວ່າຈະໄປບ່ອນໃດເຮົາກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານຂອງລາກ ແລະ ໂຮ່ງ”, ບໍ່ວ່າຈະເຮັດຫຍັງເຮົາກໍ່ຕ້ອງຄິດວ່າຕົນເອງເປັນຊາວຫວຽດນາມ... ຄົນ​ເຮົາຢູ່ຮ່ວມ​ກັນດ້ວຍ​ຄວາມ​ຮັກ ​ຄວາມ​ກະ​ລຸ​ນາ ຄວາມເມດຕາ ຄວາມສາ​ມັກ​ຄີ ແລະ ປະ​ກອບ​ສ່ວນ​​ໂຄ​ສະ​ນາ​ເຜີຍແຜ່​ຫວຽດ​ນາມ, ຜູ້ຄົນ​ ແລະວັດ​ທະ​ນະ​ທຳ​ຫວຽດ​ນາມໃນ​ຕ່າງ​ປະ​ເທດ…”(1).  

ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ - ​ຊັບພະຍາກອນທີ່ຍິ່ງໃຫຍ່ເພື່ອພັດທະນາປະເທດ

ໃນ​ປະ​ຈຸ​ບັນ, ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ມີ​ປະ​ມານ 6 ລ້ານ​ຄົນ​ ທີ່​ອາໄສ​ຢູ່ໃນກວ່າ 130 ​ປະ​ເທດແລະດິນແດນ ເຊິ່ງຫຼາຍກວ່າ 80% ຢູ່ໃນ​ປະ​ເທດທີ່​ພັດ​ທະ​ນາແລ້ວ(2). ຊຸມຊົນຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ກຳລັງ​ເຂົ້າຮ່ວມ​ນັບ​ມື້​ນັບ​ເລິກ​ເຊິ່ງ ໃນປະເທດເຈົ້າພາບ, ບໍ່ພຽງແຕ່ຢືນຢັນເຖິງບົດບາດແລະຕຳແໜ່ງຂອງຕົນ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດເຈົ້າພາບ ແຕ່ຍັງປະກອບສ່ວນຊຸກຍູ້ການພົວພັນຮ່ວມມືແລະມິດຕະພາບລະຫວ່າງຫວຽດນາມແລະບັນດາປະເທດ. ​ຄົນ​ຫວຽດ​ນາມສ່ວນ​ຫຼາຍ​ໃນ​ໂລກ, ​ເຖິງຈະ​ມີ​ຄວາມ​ຄິດ​ເຫັນທາງ​ການ​ເມືອງ​ທີ່​ແຕກ​ຕ່າງ​ກັນ, ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກ​ເຖິງ​ຮາກ​ເຫງົ້າຂອງຕົນເອງ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ແລະປະ​ເທດ​ຊາດ, ປາດ​ຖະໜາ​​ໃຫ້ຫວຽດນາມຈະເລີນຮຸ່ງເຮືອງ ແລະ​ມີຕໍາແຫນ່ງທີ່ສົມຄວນໃນໂລກ. ສິ່ງ​ເຫຼົ່າ​ນີ້​ສະ​ແດງໃຫ້ເຫັນ​ຢ່າງ​ຈະ​ແຈ້ງຜ່ານ​ຄວາມຄິດ​ລິ​ເລີ່ມ, ໂຄງ​ການ, ອົງ​ການ​ຈັດ​ຕັ້ງ ແລະ ກົນ​ໄກ​ທີ່ດຳເນີນການໂດຍ​ຊຸມຊົນຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ທີ່​ໄດ້ປະ​ກອບ​ສ່ວນ​ພັດ​ທະ​ນາ​ປະ​ເທດຢ່າງແຂງຂັນ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ; ຖ່າຍທອດທັດສະນະຂອງປະເທດຫວຽດນາມກ່ຽວກັບບັນຫາສາກົນ; ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ດິນ​ແດນ “ຈາກໄລຍະ​ໄກ”. ຊັບພະຍາກອນຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດນັ້ນ ອຸດົມສົມບູນ, ອຸດົມມັ່ງຄັ້ງ ແລະມີມູນຄ່າໃນໄລຍະຍາວ ເຊິ່ງສະແດງໃຫ້ເຫັນໃນຫຼາຍຂົງເຂດຕົ້ນຕໍດັ່ງຕໍ່ໄປນີ້:

ທີໜຶ່ງ, ​ຊັບພະຍາກອນປັນຍາ, ​ວິທະຍາສາດ-ເຕັກໂນໂລຊີ ແລະ ຊັບພະຍາກອນບຸກຄົນຄຸນນະພາບສູງ.

ຕາມ​ການ​ຄາດ​ຄະ​ເນ, ຈຳນວນ​ຄົນ​ທີ່​ຮຽນ​ຈົບ​ມະຫາວິທະຍາ​ໄລ​ຫຼື​ສູງ​ກວ່າ​ ກວມ​ປະມານ 10 – 12% ຂອງຊຸມຊົນ​ຊາວ​ຫວຽດນາມປະມານ 6 ລ້ານ​ຄົນໃນ​ຕ່າງປະ​ເທດ​ (ທຽບ​ເທົ່າ​ກັບ 600.000 ຄົນ)(3). ນັກ​ວິ​ທະ​ຍາ​ສາດຫຼາຍຄົນ​ທີ່​ມີຊື່ໃນສາຂາ​ເຕັກ​ໂນ​ໂລ​ຊີ​ໃໝ່ ແລະ ​ເຕັກ​ໂນ​ໂລ​ຊີຊັ້ນ​ສູງ ເຊັ່ນ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ເອເລັກໂຕຣນິກ, ໂທ​ລະ​ຄົມ​ມະ​ນາ​ຄົນ, ການຜະລິດເຄື່ອງ​ຈັກ, ໄຊເບີຣ໌ເນຕິກສ໌, ເຕັກ​ໂນ​ໂລ​ຊີ​ຊີ​ວະພາບ, ເຕັກ​ໂນ​ໂລ​ຊີ​ອະວະ​ກາດ, ວັດ​ສະ​ດຸ​ໃໝ່, ​ນາ​ໂນເຕັກໂນໂລຊີ, ພະ​ລັງ​ງານ, ການຄຸ້ມຄອງ​ເສດ​ຖະ​ກິດ, ການ​ເງິນແລະການທະ​ນາ​ຄານ. ​ສະ​ມາ​ຄົມຜູ້​ຊ່​ຽວ​ຊານແລະປັນ​ຍາ​ຊົນຫວຽດ​ນາ​ມໃນຫຼາຍ​​ພື້ນທີ່​ໄດ້ຮັບການຈັດ​ຕັ້ງຂຶ້ນ ແລະ ເຄື່ອນ​ໄຫ​ວ​ຢ່າງ​ຕັ້ງ​ໜ້າແລະມີຊີວິດຊີວາທັງໃນ​ປະ​ເທດ​ເຈົ້າພາບ ແລະ ​ໃນ​ປະ​ເທດຫວຽດນາມ.

ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຄົນ​ຫວຽດ​ນາມ​ໃນ​ທົ່​ວ​ໂລກ ​​ກຳ​ລັງ​ສ້າງ​​ກົນ​ໄກ​ການຮ່ວມ​ມືທີ່​ນັບ​ມື້​ນັບຍືດຫຍຸ່ນສຳລັບຜູ້​ຊ່ຽວ​ຊານ​ໃນ​ປະ​ເທດແລະຕ່າງ​ປະ​ເທດ​ ເມື່ອ​ເຂົ້າ​ຮ່ວມໃນ​ແຜນການແລະໂຄງ​ການຕ່າງໆ ​ພາຍໃນ​ຍຸດ​ທະ​ສາດການ​ພັດ​ທະ​ນາ​ແຫ່ງ​ຊາດ​ຂອງ​ຫ​ວຽດ​ນາມ. ນີ້​ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ການ​ດຶງ​ດູດ​​ຊັບ​ພະ​ຍາ​ກອນທາງ​ປັນ​ຍາ ​ຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ພ້ອມເປີດ​ທິດທາງ​ໃໝ່ ບໍ່​ພຽງ​ແຕ່​ເຊື່ອມໂຍງຜູ້​ຊ່ຽວ​ຊານ ແລະປັນ​ຍາ​ຊົນໃນ​ປະ​ເທດ​ອື່ນໆ ​ເພື່ອ​ແລ​ກ​ປ່ຽນແລະປຶກສາຫາລືກ່ຽວກັບ​ວິ​ທະ​​ຍາ​ສາດແລະສັງ​ຄົມ, ແຕ່​ຍັງ​ເຊື່ອມໂຍງ​ເຄືອ​ຂ່າຍທາງ​ປັນ​ຍາຂອງຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ກັບ​ອົງ​ການແລະສູນການ​ຄົ້ນ​ຄວ້າ​​ໃນ​ປະ​ເທດ​ອີກ​ດ້ວຍ.

ແຮງ​ງານ​ຫວຽດ​ນາມທີ່ເຮັດວຽກໃນ​ຕ່າງ​ປະ​ເທດ​ຍັງເປັນ​ຊັບ​ພະ​ຍາ​ກອນ​ທີ່​ສຳ​ຄັນ​ຂອງ​ປະ​ເທດດ້ວຍ​ທັກ​ສະວິຊາ​ຊີບ ແລະປະ​ສົບ​ການການ​ເຮັດ​ວຽກ​ຫຼັງຈາກ​ໄດ້ຮັບການຝຶກອົບຮົມໃນ​ສະ​ພາບ​ແວດ​ລ້ອມ​ຢູ່​ຕ່າງ​ປະ​ເທດ. ໃນ​ໄລ​ຍະປີ 2017-2019, ໃນແຕ່​ລະ​ປີ​ມີແຮງງານຫວຽດນາມປະມານ 130.000 - 150.000 ຄົນ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດພາຍໃຕ້​ສັນ​ຍາຈ້າງງານ(4) ເມື່ອກັບມາປະເທດ ຄົນງານສ່ວນໃຫຍ່​ມີ​ວຽກ​ເຮັດ​ງານ​ທຳທີ່ໝັ້ນຄົງ, ບາງ​ຄົນໄດ້ກໍ່​ຕັ້ງ​ວິ​ສາ​ຫະ​ກິດ ຫຼືໂຮງງານ​ຜະ​ລິດ​ດ້ວຍ​ເງິນທຶນ​ສະ​ສົມຫຼັງຈາກຢູ່ຕ່າງ​ປະ​ເທດຫຼາຍປີ.     

ທີສອງ, ຊັບພະຍາກອນທາງເສດຖະກິດ

ໂດຍທົ່ວໄປແລ້ວ, ຊຸມຊົນທຸລະກິດຫວຽດນາມໃນຕ່າງປະເທດມີຄວາມສາມາດທາງເສດຖະກິດທີ່ກຳລັງເຕີບໂຕ ແລະມີອິດທິພົນບໍ່ພຽງແຕ່ຕໍ່ຊຸມຊົນເທົ່ານັ້ນ ແຕ່ຍັງລວມເຖິງລັດຖະບານຂອງປະເທດເຈົ້າພາບອີກດ້ວຍ. ການ​ເຄື່ອນ​ໄຫວ​ທາງດ້ານເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ຄ້າ ແລະ ການ​ລົງ​ທຶນ​ຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ​ໄດ້​ກາຍ​ເປັນ​ຂົວ​ຕໍ່​ແລກ​ປ່ຽນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ປະ​ເທດແລະດິນແດນອື່ນໆໃນໂລກ.

ສາ​ມາດ​ຢືນ​ຢັນ​ໄດ້ວ່າ, ນັກ​ວິ​ສາ​ຫະ​ກິດ​​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ແມ່ນໜຶ່ງໃນ​ກຳ​ລັງສຳຄັນ​ໃນການນຳ​ສິນ​ຄ້າ​ຫວຽດ​ນາມ​​ເຂົ້າ​ສູ່​ຕະຫຼາດໃນຫຼາຍ​ປະ​ເທດທົ່ວ​ໂລກ, ສ້າງ​ຕັ້ງ​ເຄືອ​ຂ່າຍການຈັດຈຳໜ່າຍ​ຜ່ານ​ສູນ​ການ​ຄ້າ ແລະອົງ​ການ ຫຼືສະ​ມາ​ຄົມທຸລະ​ກິດ, ໃນ​ນັ້ນ​ມີສິນ​ຄ້າທີ່​ມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ ​ເຊັ່ນ: ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ເກີບ​ໜັງ, ຜະລິດຕະພັນ​ກະ​ເສດ, ສະບຽງອາຫານ, ຫັດຖະກຳ... ນັກ​ທຸ​ລະ​ກິດຊາວຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດກໍ່​ແມ່ນ​ກຳ​ລັງ​ໂຄ​ສະ​ນາຊວນເຊື່ອທີ່ມີປະສິດທິພາບ ໃນການສົ່ງເສີມວັດ​ທະ​ນະ​ທຳ ແລະພາບ​ພົດ​ຂອງ​ປະ​ເທດ​ ແລະ​ປະ​ຊາ​ຊົນ​ຫວຽດ​ນາມໄປທົ່ວໂລກ ​ຜ່ານ​ການ​ເຄື່ອນ​ໄຫວ​ທາງວັດ​ທະ​ນະ​ທຳ​ຂອງ​ຊຸມ​ຊົນ, ການເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ແລະງານສະແດງສິນ​ຄ້າ ທີ່ສົ່ງເສີມການຄ້າ ແລະການ​ທ່ອງ​ທ່ຽວຂອງ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ, ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດກໍ່​ແມ່ນ​​ຊັບ​ພະ​ຍາ​ກອນ​ທີ່​ປະ​ກອບ​ສ່ວນ​ເຂົ້າໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ​ການ​ບິນອີກ​ດ້ວຍ. ໃນ​ໄລ​ຍະປີ 2009-2019 (ກ່ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19) ໃນແຕ່ລະປີມີ​ຊາວຫວຽດນາມໃນຕ່າງປະເທດເດີນທາງກັບບ້ານປະ​ມານ 700.000 ເຖິງ 1.000.000 ຄົນ(5).

ທີສາມ, ​ຊັບພະຍາກອນນຸ່ມນວນ

ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ພວມ​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ໃນ​ສັງຄົມ​ຂອງ​ປະ​ເທດ​ເຈົ້າພາບ​, ມີ​ທີ່​ຕັ້ງ​ທີ່​ເຂັ້ມແຂງຂຶ້ນ ແລະມີສ່ວນຊ່ວຍໃນການ​ຂະ​ຫຍາຍ​ອິດ​ທິ​ພົນ​ທາງການ​ເມືອງ ແລະວັດ​ທະ​ນະ​ທຳຂອງ​ຫວຽດ​ນາມ. ນັກ​ການ​ເມືອງສອງສານຄົນທີ່ມີເຊື້ອສາຍຫວຽດ​ນາມໃນ​ປະ​ເທດ​ຕ່າງໆ ເຊັ່ນ ສະຫະລັດອາ​ເມລິ​ກາ, ເຢັຍ​ລະ​ມັນ, ຍີ່​ປຸ່ນ, ເກົາຫຼີ, ອົດ​ສະຕຣາ​ລີ… ມີສ່ວນ​ຮ່ວມໃນ​ການ​ເມືອງ​ຂອງປະ​ເທດເຈົ້າພາບໃນ​ລະ​ດັບ​ຕ່າງໆ (​ສະມາຊິກລັດຖະສະພາ, ລັດ, ສະ​ພາ​ນະ​ຄອນ…). ຈຳ​ນວນ​ຄົນ​ຫວຽດ​ນາມ ແລະຜູ້ຄົນ​ທີ່ມີເຊື້ອສາຍ​ຫວຽດ​ນາມ ເຂົ້າ​ຮ່ວ​ມ ແລະດຳລົງຕຳແໜ່ງ​ສຳ​ຄັນ​ໃນ​ອົ​ງ​ການ​ຈັດ​ຕັ້ງ​ສາ​ກົນ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ທີ່​ສຳ​ຄັນ, ​ປະ​ກອບ​ສ່ວນເສີມສ້າງຄວາມໄວ້ວາງໃຈ ແລະກະຊັບການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງຫວຽດ​ນາມ ກັບ​ປະ​ຊາ​ຊົນ, ນັກ​ການ​ເມືອງ, ຜູ້ນຳຂອງ​ປະ​ເທດ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ຊຸມຊົນ​ຊາວຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ກຳລັງເສີມ​ຂະ​ຫຍາຍບົດ​ບາດຂອງຕົນໃນຖານະຂົວ​ຕໍ່​ຜ່ານການ​ເຄື່ອນ​ໄຫວ​ທາງ​ວັດ​ທະ​ນະ​ທຳ ແລະການ​ທ່ອງ​ທ່ຽວທີ່ຫຼາຍຂຶ້ນເລື້ອຍໆ ເພື່ອໂຄ​ສະ​ນະເຜີຍແຜ່​ພາບພົດຂອງ​ປະ​ເທດ​ແລະຜູ້ຄົນຫວຽດ​ນາມ. ຕໍ່​ໜ້າ​ການ​ພັດ​ທະ​ນາ​ຂອງຊຸມຊົນຊາວຫວຽດ​ນາມໃນບາງ​ປະ​ເທດ​ເຊັ່ນ ເກົາຫຼີ, ສາທາລະນະລັດເຊັກ, ສະໂລ​ວາ​ເກຍ​ ແລະ ໄຕ້​ວັນ (ຈີນ), ລັດຖະບານ​ປະ​ເທດເຈົ້າພາບຈຶງອະ​ນຸ​ຍາດໃຫ້ນຳໃຊ້ພາສາ​ຫວຽດ​ນາມເປັນພາ​ສາທີສອງໃນໂຮງຮຽນ, ​ປະ​ກອບ​ສ່ວນສຳຄັນ​ເຂົ້າ​ໃນ​ການ​ຮັກ​ສາ ແລະສົ່ງເສີມ​ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ພາ​ສາຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ, ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ຍັງ​ມີ​ສ່ວນ​​ສຳ​ຄັນ​ໃນ​ການເຊື່ອມໂຍງ ແລະກະຊັບ​ການ​ພົວ​ພັນທາງ​ການ​ທູດ, ການ​ແລກ​ປ່ຽນ​ລະຫວ່າງປະ​ຊາ​ຊົນ ແລະການແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ລະ​ຫວ່າງຫວຽດ​ນາມແລະປະ​ເທດ​ຕ່າງໆທົ່ວ​ໂລກ. ໃນ​ເດືອນ ມິ​ຖຸ​ນາ 2023, ຊຸມຊົນຊາວ​ຫວຽດ​ນາມຢູ່ ສະໂ​ລ​ວາ​ເກຍ​ ​ໄດ້ຮັບການຍອມຮັບຈາກລັດຖະບານປະ​ເທດເຈົ້າພາບ​ໃຫ້ເປັນ​ຊົນ​ເຜົ່າສ່ວນໜ້ອຍ​ທີ 14 ໃນ​ປະ​ເທດນີ້. ນີ້​ແມ່ນ​ການ​ຍອມຮັບ ແລະຄວາມ​ເຄົາ​ລົບ​ຂອງ​ລັດ​ຖະ​ບານ ສະໂ​ລ​ວາ​ເກຍ ​ຕໍ່ຊຸມຊົນ​ຊາວ​ຫວຽດ​ນາມໃນ​ປະ​ເທດ​ເຈົ້າພາບ. ໃນປະເທດ ມາຣົກ ປະ​ຈຸ​ບັນມີຄົນເຊື້ອສາຍ​ຫວຽດ​ນາມພຽງປະມານ 350 ຄົນ ເຊິ່ງສ່ວນໃຫຍ່ແມ່ນ​ຮຸ່ມ​ທີ​ສອງແລະ​ສາມ, ແຕ່​ໄດ້ເຫັນດີແລະຮ່ວມ​ມືກັນກໍ່​ສ້າງ​​ປະ​ຕູ​ໂຂງ​ຫວຽດ​ນາມ ທີ່​ປະ​ເທດ ມາ​ຣົກ (ສຳ​ເລັດ​ໃນ​ເດືອນພະ​ຈິກ 2022) ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ມາ​ຣົກ ຄົບ​ຮອບ 60 ປີ. ໂຄງ​ການ​ນີ້​ໄດ້​ກາຍ​ເປັນ​ໜຶ່ງ​ໃນສັນ​ຍາ​ລັກ​ຂອງ​ມິດ​ຕະ​ພາບ​ຫວຽດ​ນາມ - ມາ​ຣົກ, ຊ່ວຍ​ໃຫ້​ຊາວ​ຫວຽດ​ນາມຮຸ່ນຕໍ່ຮຸ່ນໃນ​ປະ​ເທດ​ນີ້ຈົດຈຳຮາກເຫງົ້າຂອງຊາດຂອງຕົນໄດ້ສະເໝີ. ໃນເມືອງອຸ​ດອນ​ທາ​ນີ (ປະ​ເທດ​ໄທ) ຊຸມຊົນຊາວ​ຫວຽດ​ນາມ​ໄດ້​ກໍ່​ສ້າງເມືອງຫວຽດ​ນາມ (Vietnam Town) ດ້ວຍ​ຄວາມ​ຫວັງວ່າສະຖານທີ່ແຫ່ງນີ້​ຈະ​ກາຍ​ເປັນ​ສູນກາງທາງ​ວັດ​ທະ​ນະ​ທຳ ແລະແຫຼ່ງ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ຂອງຊາວ​ຫວຽດ​ນາມໃນພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງປະ​ເທດ​ໄທ​ເທົ່າ​ນັ້ນ ແຕ່ຍັງລວມເຖິງຊຸມຊົນໄທ-ຫວຽດນາມໃນປະເທດໄທດ້ວຍ.

ທີສີ່, ​ຊັບພະຍາກອນສະໜັບສະໜູນກິດຈະກຳການກຸສົນ ແລະມະນຸດສະທຳ.

ເປັນເວລາຫຼາຍປີ​ທີ່ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມໃນ​ໂຄງ​ການການ​ກຸ​ສົນ ແລະມະ​ນຸດ​ສະ​ທຳ ​ຢູ່​ພາຍ​ໃນ​ປະ​ເທດຢ່າງແຂງຂັນ. ພາຍໃນ​ບັນດາຂອບ​ໂຄງ​ການການ​ກຸ​ສົນ, ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ໄດ້ເດີນທາງໄປຍັງ​ບັນ​ດາ​ພື້ນ​ທີ່​ຫ່າງ​ໄກ​ສອກຫຼີກ​ຂອງຫວຽດນາມ ເພື່ອຊ່ວຍ​ເຫຼືອ​ແລະມອບ​ຂອງ​ຂວັນ​ໂດຍ​ກົງ ເຊິ່ງມີ​ສ່ວນ​ຊ່ວຍ​ປົວ​ແປງ​ຊີ​ວິດ​ທີ່​ຫຍຸ້ງ​ຍາກ​ຂອງ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ງານ​ການ​ລົບ​ລ້າງຄວາມອຶດຫິວ ແລະຫຼຸດ​ຜ່ອນຄວາມ​ທຸກ​ຍາກໃນ​ປະ​ເທດ.

ໃນ​ໄລ​ຍະທີ່ມີການແຜ່ລະບາດຂອງ​ພະ​ຍາດ​ໂຄວິດ-19 ໃນ​ຫວຽດ​ນາມ, ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ເຖິງຈະປະເຊີນກັບຄວາມຫຍຸ້ງຍາກລຳບາກ ແຕ່ກໍ່​ຍັງຕິດຕາມ ແບ່ງ​ປັນ​ທາງດ້ານ​ວັດ​ຖຸ, ຈິດ​ໃຈ ແລະ ປະກອບ​ຄຳ​ເຫັນ​ຢ່າງ​ກະຕືລືລົ້ນ ​ເພື່ອ​ແນະນຳ​ໃຫ້​ພັກ ແລະລັດ ​ໃນການ​ປ້ອງ​ກັນ ຕໍ່ສູ້ ​ແລະ ບັນເທົາ​ຜົນກະທົບທີ່ເປັນອັນຕະລາຍຈາກການ​ລະບາດໃຫຍ່. ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ໄດ້​ບໍ​ລິ​ຈາກ​ເງິນ 80 ຕື້ດົ່ງ ແລະ ​ອຸ​ປະ​ກອນ​ທາງການ​ແພດ​ຈຳ​ນວນຫຼາຍ ເພື່ອ​ຮັບ​ໃຊ້ການປ້ອງກັນແລະຄວບ​ຄຸມການແຜ່ລະບາດຂອງ​ພະ​ຍາດ​ໂຄວິດ-19. ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດປະສານງານຢ່າງແຂງຂັນ​ກັບ​ບັນ​ດາ​ອົງ​ການຕົວແທນຂອງ​ຫວຽດ​ນາມໃນ​ຕ່າງ​ປະ​ເທດ ເພື່ອມີສ່ວນ​ຮ່ວມໃນການດຳເນີນງານ​ການ​ທູດດ້ານ​ວັກແຊງ ໂດຍລະດົມ​ປະ​ເທດ​ເຈົ້າພາບເພື່ອສະໜັບສະໜູນ​ວັກແຊງ ແລະອຸປະກອນທາງ​ການ​ແພດ​ໃຫ້​ຫວຽດ​ນາມ. ດ້ວຍ​ນ້ຳ​ໃຈ​ທີ່ມີຕໍ່​ບ້ານ​ເກີດ​ເມືອງ​ນອນ, ເກືອບ 30 ອົງ​ການ​ແລະສະ​ມາ​ຄົມຫວຽດນາມໃນ​ປະ​ເທດ​ຕ່າງໆ​ ​ໄດ້ເປີດຂະບວນການ​ເຄື່ອນ​ໄຫວສະໜັບສະໜູນ​ຄື: “ຮ່ວມ​ມື​ເພື່ອ​ຫວຽດນາມ”, “ວັກ​ແຊງ 1 ໝື່ນ​ໂດສ​ໃຫ້​​ຫວຽດນາມ”...

ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດຈຳນວນຫຼາຍ​ເປັນ​ຫົວ​ໜ້າ​ຕົວແທນ ຫຼື ຜູ້​ບໍລິຫານຂອງ​ອົງ​ການພັດທະນາເອກະຊົນຕ່າງປະເທດ ​ໄດ້ດຳເນີນກິດຈະກຳສະໜັບສະໜູນດ້ານມະ​ນຸດ​ສະ​ທຳໃນ​ຫວຽດ​ນາມ, ປະ​ກອບ​ສ່ວນຊ່ວຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສົ່ງເສີມ​ການ​ພັ​ດ​ທະ​ນາ​ທີ່​ຍືນ​ຍົງ ແລະ ການເຊື່ອນໂ​ຍງ​ສາ​ກົນ​ຂອງ​ຫວຽດ​ນາມ. ໃນອົງການພັດທະນາເອກະຊົນຕ່າງປະເທດທີ່ດຳເນີນງານໃນຫວຽດນາມທັງໝົດ 388 ອົງ​ການ, ມີ 44 ອົງ​ການ ​​ທີ່​ຜູ້ກໍ່ຕັ້ງ ປະທານ ຫົວໜ້າຕົວແທນ ຜູ້ຮັບຜິດຊອບການດຳເນີນງານ ​ແມ່ນ​ຄົນ​ຫວຽດ​ນາມຢູ່​ຕ່າງ​ປະ​ທດ, ເຊິ່ງ​ໃຫ້ຄວາມ​ຊ່ວຍ​ເຫຼືອ​ແກ່ຫວຽດ​ນາມໂດຍ​ສະ​ເລ່ຍ​ປະມານ 8,4 ລ້ານ​ໂດ​ລາ​ສະ​ຫະ​ລັດຕໍ່​ປີ​.

ບັນດາຜົນງານທີ່ໂດດເດັ່ນ

ພາຍ​ໃຕ້​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ການ​ນຳ​ພັກ ​ແລະ ລັດ, ວຽກ​ງານສຳລັບຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ ​ແລະ ວຽກ​ງານ​ສົ່ງ​ເສີມຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດເວົ້າສະເພາະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ພ້ອມກັນ​ທົ່ວທັງ​ລະບົບ​ການ​ເມືອງ. ຄວາມ​ຮັບ​ຮູ້​ຂອງ​ຄະ​ນະ​ພັກ, ອຳນາດການປົກຄອງ​ທ້ອງ​ຖິ່ນ, ​ບັນ​ດາ​ອົງ​ການ​ຢູ່​​ໃນປະເທດແລະຕ່າງ​ປະ​ເທດ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ ກ່ຽວ​ກັບ​ບົດ​ບາດ​ຂອງຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ນັບ​ມື້​ນັບ​ໄດ້ຮັບການ​ຍົກ​ສູງ. ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຢູ່​ສູນ​ກາງແລະທ້ອງ​ຖິ່ນ ​ໄດ້ຜັນຂະຫຍາຍ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານສຳລັບ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ເວົ້າ​ລວມ ແລະ ວຽກງານສົ່ງເສີມຊັບ​ພະຍາ​ກອນຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ເວົ້າ​ສະ​ເພາະ​ ເຂົ້າໃນ​ເອ​ກະ​ສານ​ນິຕິກຳ, ໂຄງ​ການ, ແຜນປະຕິບັດງານ ແລະ ໂຄງ​ການ​ໃນ​ແຕ່​ລະ​ຂົງເຂດ​. ດ້ວຍ​ເຫດ​ນັ້ນ, ວຽກ​ງານ​ສົ່ງ​ເສີມ​ຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດ ຈຶງບັນລຸ​​ໝາກຜົນ​ທີ່​ໜ້າພຶງພໍໃຈ:

ທີໜຶ່ງ, ທາງດ້ານການເມືອງ. ເຖິງ​ວ່າ​ມີ​ທັດສະນະ​ແລະທ່າທີ່ທາງ​ການ​ເມືອງ​ທີ່​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ຈິດ​ໃຈ​ຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດທີ່ມີຕໍ່​ປະ​ເທດ ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ. ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕໃນ​ແຜ່ນດິນ ທະ​ເລ ​ແລະໝູ່​ເກາະ​ຂອງ​ປະ​ເທດ, ຊຸມຊົນ​ຊາວ​ຫວຽດນາມຢູ່ ​ເກົາຫຼີ, ​ເຢັຍລະ​ມັນ, ຮຸງ​ກາຣີ ​ແລະ ​ໂປ​ໂລຍ ​ໄດ້ຈັດ​ຕັ້ງກອງ​ທຶນຈຳນວນໜຶ່ງ​ເຊັ່ນ: ກອງ​ທຶນເພື່ອ​ອະທິປະ​ໄຕທາງທະ​ເລ​ແລະໝູ່​ເກາະຂອງຫວຽດນາມ, ສະ​ໂມ​ສອນ​ເຈື່ອງ​ຊາ... ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ປຶກສາ​ຫາລື ​ແລະ ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ຕັ້ງແຕ່ປີ 2012, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ຍັງໄດ້​ຈັດ​ຕັ້ງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມໄປ​ຢ້ຽມ​ຢາມເກາະເຈື່ອງ​ຊາ, ດຶງ​ດູດ​ຄວາມ​ສົນ​ໃຈ​​ແລະ​ການ​ຕອບ​ສະໜອງ​ເປັນ​ພິ​ເສດຈາກ​ຊຸມ​ຊົນ​. ດ້ວຍ​ການ​ເຄື່ອນ​ໄຫວເຫຼົ່ານີ້, ຊຸມຊົນຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ຫວັງ​ວ່າ​ຈະ​ສາມາດ​ຖ່າຍທອດ​ຂໍ້​ມູນ​ທີ່​ຖືກຕ້ອງ​ ໃຫ້​ກັບ​ເພື່ອນ​ມິດສາ​ກົນ, ​ເຜີຍ​ແຜ່​ຄວາມ​ຮັກຕໍ່​ທະ​ເລແລະໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ ແລະ ປະກອບສ່ວນໃນການຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມຕໍ່ໝູ່​ເກາະທັງສອງຄື ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ທີສອງ, ທາງດ້ານວິທະຍາສາດ-ເຕັກໂນໂລຊີ, ການສຶກສາ ແລະ ການຝຶກອົບຮົມ. ໃນ​ປະ​ຈຸ​ບັນ, ໃນແຕ່​ລະ​ປີມີ​ປັນ​ຍາ​ຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ປະ​ມານ 300-500 ຄົນເດີນທາງກັບບ້ານ ແລະ ເຂົ້າ​ຮ່ວມ​​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ຢ່າງ​ຕັ້ງ​ໜ້າ, ໂດຍ​ປະ​ກອບ​​ຄຳ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງແລະແທດ​ຈິງ​ ກ່ຽວ​ກັບ​ບັນດາບັນຫາ​ພັດ​ທະ​ນາ​ຂອງປະ​ເທດ(6). ຜູ້ຊ່ຽວ​ຊານ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດຈຳນວນຫຼາຍ​​ໄດ້​ກັບ​ບ້ານເກີດເມືອງນອນ ເພື່ອ​ຢູ່ອາໄສ ເຮັດ​ວຽກ ຫຼືມີ​​ໂຄງ​ການ​ພື້ນຖານໄລ​ຍະ​ຍາວ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການສຶກສາ-ຝຶກອົບຮົມ; ມີສ່ວນຊ່ວຍໃຫ້ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຂອງຫວຽດນາມ​ໃກ້ຊິດກັບ​ໂລກຫຼາຍຂຶ້ນ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຜ່ານ​ການ​ພົບ​ປະ, ​ແລກປ່ຽນ, ​ເຄື່ອນ​ໄຫວ​ແລກປ່ຽນ​ກັບ​ຊຸມຊົນທາງປັນຍາ ​ແລະ​ຜູ້​ຊ່ຽວຊານຂອງຊາວຫວຽດນາມຢູ່ຕ່າງປະເທດ ເຊິ່ງຈັດ​ໂດຍ​​ອົງການ​​ໃນ​ປະ​ເທດ(7),   “ການໄຫຼວຽນຂອງສານສະໝອງ” ພວມເກີດຂຶ້ນຢ່າງຟົດຟື້ນ, ປະກອບສ່ວນໂດຍກົງເຂົ້າໃນຂະບວນການໃຫ້ຄຳປຶກສາແລະແນະນຳນະໂຍບາຍຕ່າງໆໃຫ້ກັບລັດຖະບານ ເພື່ອຄ່ອຍໆແກ້ໄຂຄວາມຫຍຸ້ງຍາກ ແລະອຸປະສັກຕ່າງໆ ທີ່ເກີດຂຶ້ນໃນຂະບວນການສົ່ງເສີມການພັດທະນາເສດຖະກິດແລະສັງຄົມໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ພະລັງງານ​ສະອາດ, ​ເຕັກ​ໂນ​ໂລ​ຊີສີ​ຂຽວ,​ເສດຖະກິດ​ສີຂຽວ, ​ເສດຖະກິດໝູນວຽນ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ​ທີ່​ຍືນ​ຍົງ...

ພິດ​ເສດ, ໃນຊຸມ​ປີ 2020-2021 ເຊິ່ງເປັນໄລຍະທີ່ການແຜ່ລະບາດຂອງ​ພະ​ຍາດ​ໂຄວິດ-19 ເກີດຂຶ້ນແລະມີ​ຄວາມ​ສັບ​ສົນ, ຜູ້​ຊ່ຽວ​ຊານແລະປັນ​ຍາ​ຊົນຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ​ໄດ້ເຊື່ອມໂຍງ​ໂດຍ​ກົງ​ແລະລະດົມໜ່ວຍງານພາກລັດ, ອົງ​ການ ແລະວິ​ສາ​ຫະກິດຕ່າງໆໃນ​ປະ​ເທດເຈົ້າພາບ ເພື່ອ​ສະໜັບສະໜູນການຈັດຫາ​ວັກ​ແຊງໄປໃຫ້​ຫວຽດ​ນາມ ແລະ ສົ່ງເສີມການຖ່າຍໂອນ​ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ​ວັກ​ແຊງ, ແບ່ງ​ປັນ​ປະສົບການ ແລະໃຫ້ຄຳແນະນຳທີ່​ເປັນ​ປະ​ໂຫຍດຫຼວງຫຼາຍ ​ທີ່ກ່ຽວຂ້ອງກັບ​ການປ້ອງກັນແລະ​ຄວບ​ຄຸມ​ພະ​ຍາດລະບາດ ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ​ຢູ່​ພາຍ​ໃນ​ປະ​ເທດ, ​ຜ່ານ​ໂຄງ​ການ​ແລກ​ປ່ຽນແລະໃຫ້ຄຳປຶກ​ສາ​ ລະ​ຫວ່າງ​ທີມ​ແພດ ແລະຜູ້ຊ່ຽວ​ຊານຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ໃນຂົງເຂດສາ​ທາ​ລະ​ນະ​ສຸກ ຮ່ວມ​ກັບໜ່ວຍງານແລະປະ​ຊາ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ.

ທີສາມ, ທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ​ເຖິງ​ທ້າຍ​ປີ 2022, ຊາວຫວຽດ​ນາມຢູ່ຕ່າງປະເທດ​ໃນ 35 ປະ​ເທດແລະດິນແດນ​ ​ໄດ້ດຳເນີນ​ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຈຳ​ນວນ 385 ໂຄງ​ການຢູ່ ​43/63 ແຂວງແລະນະ​ຄອນຂອງ​ຫວຽດ​ນາມ​ ໂດຍມີ​ທຶນຈົດທະ​ບຽນ​ທັງ​ໝົດ 1,72 ຕື້​ໂດ​ລາ​ສະ​ຫະ​ລັດ(8). ນອກຈາກ​ນັ້ນ ​ຍັງ​ມີເງິນ​ລົງ​ທຶນ​ຂອງ​ຊາວ​ຫ​ວຽດ​ນາມຢູ່​ຕ່າງ​ປະ​ເທດ​ທີ່ສົ່ງ​ກັບ​ປະ​ເທດ​ໃນ​ຮູບແບບ​ທາງອ້​ອມ​ອື່ນໆ. ເບິ່ງ​ລວມ​ແລ້ວ, ການ​ເຄື່ອ​ນ​ໄຫວ​ລົງ​ທຶນແລະກິດຈະກຳທາງທຸ​ລະ​ກິດ ​ຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ​ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດແລະສັງ​ຄົມ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້ກັບ​ຄົນງານ​ໃນ​ທ້ອງ​ຖິ່ນ ແລະ ເພີ່ມ​​ລາຍໄດ້​ໃຫ້ກັບ​ງົບ​ປະ​ມານຂອງ​ລັດ.

ການໂອນເງິນມາໃຫ້ພີ່ນ້ອງໃນປະເທດຖືເປັນຈຸດສະຫວ່າງໃນການສົ່ງເສີມຊັບພະຍາກອນຂອງຊາວຫວຽດນາມ​ຢູ່​ຕ່າງ​ປະ​ເທດ​. ໃນ​ໄລ​ຍະປີ 1993-2022, ເງິນທີ່ສົ່ງກັບບ້ານຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດມີມູນຄ່າຫຼາຍກວ່າ 190 ຕື້​ໂດ​ລາ​ສະ​ຫະ​ລັດ, ໃນ​ປີ 2022 ພຽງປີດຽວ ຕົວ​ເລກນີ້​ບັນ​ລຸ​​ເກືອບ 19 ຕື້​ໂດ​ລາ​ສະ​ຫະ​ລັດ(9). ຈຳ​ນວນການສົ່ງ​ເງິນກັບບ້ານ​ເພີ່ມ​ຂຶ້ນ​ຢ່າງຕໍ່ເນື່ອງທຸກ​ປີ, ເຖິງວ່າຢູ່ໃນສະພາບທີ່ຫຍຸ້ງຍາກຂອງການລະບາດຂອງພະຍາດໂຄວິດ-19. ຫວຽດນາມ​ຢູ່​ໃນ 10 ປະ​ເທດ​ທີ່​ມີການ​ໂອນເງິນມາຈາກຕ່າງປະເທດຫຼາຍທີ່​ສຸດ​ໃນ​ໂລກ​ໃນ​ຫຼາຍ​ປີ​ຕິດຕໍ່ກັນ.

ບັນ​ດາ​ສະມາຄົມ, ສະ​ມາ​ຄົມທຸລະ​ກິດ ແລະ ນັກ​ທຸ​ລະ​ກິດຫວຽດ​ນາໃນ​ປະ​ເທດຕ່າງໆຍັງເສີມ​ຂະ​ຫຍາຍ​ບົດ​ບາດຂອງພວກເຂົາ ໃນການເຊື່ອມໂຍງການ​ຄ້າ ​ລະ​ຫ​ວ່າງວິ​ສາ​ຫະ​ກິດຫວຽດ​ນາມ​ໃນປະເທດ ແລະຕ່າງ​ປະ​ເທດ ຢ່າງແຂງຂັນ. ໃນ​ເດືອນສິງ​ຫາ 2009, ສະມາຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ (BAOOV)(10) ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ໂດຍມີ​ເປົ້າ​ໝາຍເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມສຳລັບ​ການ​ຮ່ວມ​ມື ແລະການແລກ​ປ່ຽນ​ຂໍ້​ມູນທີ່​ກ່ຽວຂ້ອງກັບການ​ລົງ​ທຶນ, ການຜະ​ລິດແລະ​ທຸ​ລະ​ກິດ, ການ​ຄ້າແລະການ​ບໍ​ລິ​ການໃນ​ຫວຽດ​ນາມ ແລະຕ່າງ​ປະ​ເທດ, ລະ​ຫວ່າງວິ​ສາ​ຫະ​ກິດ ນັກ​ທຸ​ລະ​ກິດ ແລະສະ​ມາ​ຄົມ​​ໃນປະເທດ ແລະຕ່າງ​ປະ​ເທດ.

ບັນ​ດາອົງ​ການ​​ໃນປະເທດແລະຕ່າງ​ປະ​ເທດ ​ໄດ້​ສົມທົບ​ກັນ​ຢ່າງ​ສຳ​ເລັດ​ຜົນ​ໃນການ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມປຶກສາຫາລື ​ແລະ ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ(11); ປະກອບສ່ວນໃນການ​ຕອບ​ແລະ​ການ​ແກ້​ໄຂ​ບັນຫາ​ໃຫ້ກັບ​ວິ​ສາ​ຫະກິດ ​ແລະ ຜູ້​ປະກອບ​ການ; ສົ່ງເສີມ​ບົດບາດ​ຂອງຊາວຫວຽດນາມຢູ່ຕ່າງປະເທດ ໃນຖານະ​ຂົວ​​ການ​ຄ້າ​ໃນ​ການ​ບໍລິ​ໂພ​ກ​ຜະລິດ​ຕະພັນ ​ແລະ ພັດທະນາ​ຊ່ອງ​ທາງການຈັດ​ຈຳໜ່າຍ​ສິນຄ້າ​ຫວຽດນາມໃນຕ່າງປະເທດ.

ຂໍ້ຈຳກັດແລະຂໍ້ບົກພ່ອງຈຳນວນໜຶ່ງ

ເຖິງວ່າ​ບັນ​ລຸຄວາມສຳເລັດ​ທີ່​ສຳ​ຄັນຫຼາຍຢ່າງ ແຕ່​​ວຽກ​ງານ​ເສີມ​ຂະ​ຫຍາຍ​​ຊັບ​ພະ​ຍາ​ກອນຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ໃນ​ເວ​ລາ​ທີ່​ຜ່ານ​ມາ ກໍ່​ຍັງ​ບໍ່​ທັນ​ສອຄ່ອງ​ກັບ​ຄວາມ​ສາ​ມາດ​ອັນ​ຍິ່ງ​ໃຫຍ່ ​ຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ.

ໃນດ້ານຊັບພະຍາກອນທາງປັນຍາ, ຈຳ​ນວນ​ປັນ​ຍາ​ຊົນ ຜູ້ຊ່ຽວ​ຊານ ແລະ ນັກ​ວິ​ທະ​ຍາ​ສາດ​ຫວຽດນາມ​ຈາກ​ຕ່າງປະ​ເທດທີ່ເດີນທາງ​ກັບບ້ານ​ ເພື່ອ​ປະກອບສ່ວນ​ໂດຍ​ກົງ​ແລະກໍ່ສ້າງ​ປະ​ເທດ​ນັ້ນ ຍັງ​ມີຢູ່ບໍ່ຫຼາຍ, ປະຈຸ​ບັນ​ຢຸດ​ຢູ່​ພຽງ 300 - 500 ຄົນ​ຕໍ່​ປີເທົ່ານັ້ນ. ຊຸມຊົນປັນ​ຍາຊົນແລະຜູ້ຊ່ຽວ​ຊານຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ນັບ​ມື້​ນັບເພີ່ມ​ຂຶ້ນ​ ທັງດ້ານ​ຂະ​ໜາດແລະ​ຄຸນ​ນະ​ພາບ. ແນວໃດກໍ່ຕາມ, ນອກຈາກບຸກຄົນຈຳນວນໜຶ່ງທີ່ໄດ້ກັບບ້ານເປັນເວລາດົນນານແລ້ວ, ສ່ວນຫຼາຍພຽງແຕ່ກັບບ້ານເພື່ອສອນ, ເຂົ້າຮ່ວມກອງປະຊຸມສຳມະນາ ຫຼື ເຂົ້າຮ່ວມໃນໂຄງການ ແລະ ແຜນການໃນໄລຍະໜຶ່ງເທົ່ານັ້ນ. ດັ່ງ​ນັ້ນ, ປັນຍາ​ຊົນ​ຊາວຫວຽດນາມຢູ່​ຕ່າງປະ​ເທດ​ບໍ່​ໄດ້​ຕິດ​ພັນ​ກັບ​ເພື່ອນ​ຮ່ວມ​ງານ​ໃນ​ປະ​ເທດຢ່າງແທ້ຈິງ ​ແລະຍັງ​ບໍ່​ທັນ​ໃຊ້ປະໂຫຍດຈາກທ່າ​ແຮງ ​ແລະ ກຳລັງ​ແຮງ​ຂອງ​ຕົນຢ່າງເຕັມທີ່.

ເຖິງວ່າຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄ້ວາຫຼາຍແຫ່ງ ລ້ວນແຕ່ມີຄວາມຕ້ອງການດຶງດູດຜູ້ຊ່ຽວຊານ ແລະປັນຍາຊົນຊາວຫວຽດນາມ ມາຮ່ວມມືແລະສິດສອນ, ແຕ່ພວກເຂົາຍັງຂາດແຜນການແລະໂຄງການທີ່ເປັນໄປໄດ້. ບັນຫາການນໍາໃຊ້ຊັບພະຍາກອນ “ພະລັງສະໝອງ” ຂອງຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຮັບການກ່າວເຖິງໃນແງ່ທົ່ວໄປເທົ່ານັ້ນ, ແຕ່ບໍ່ໄດ້ຜັນຂະຫຍາຍກວ້າງຂວາງ, ຂໍ້​ສະ​ເໜີ​ແລະຄຳແນະນຳ​ຂອງຊາວຫວຽດນາມຢູ່ຕ່າງປະເທດ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ລະອຽດ. ຍັງ​ມີ​ຊ່ອງ​ຫວ່າງຂະໜາດ​ໃຫຍ່ ລະຫວ່າງ​ຫວຽດນາມ ​ແລະ​ປະ​ເທດ​ທີ່​ພັດທະນາ​ແລ້ວ ໃນແງ່ຂອງສະພາບ​ແວດ​ລ້ອມ​ທາງວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ສະພາບ​ການ​ຈ້າງ​ງານ.

ໃນດ້ານຊັບພະຍາກອນເສດຖະກິດ, ​ເຖິງ​ວ່າ​ມີ​ການ​ໂອນ​ເງິນມາໃຫ້ພີ່ນ້ອງໃນປະເທດເປັນ​ຈຳນວນ​ຫຼວງ​ຫຼາຍ, ​ແຕ່ກໍ່ບໍ່​ມີ​ກົນ​ໄກ​ໃນການປະເມີນ ​ແລະປັບທິດທາງຊັບພະຍາກອນເຫຼົ່ານີ້​ໃຫ້​ສອດຄ່ອງ​ກັບ​ທິດທາງການ​ພັດທະນາ​ປະ​ເທດ. ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດກວມ​ເອົາ​ອັດ​ຕາສ່ວນ​ຕ່ຳ​ ໃນ​ການ​ລົງ​ທຶນໂດຍ​ກົງ​ທັງໝົດຈາກ​ຕ່າງ​ປະ​ເທດ, ຍັງບໍ່ທັນມີການສຸມໃສ່ການຜະລິດແລະເຕັກໂນໂລຊີສູງ, ແຕ່ສ່ວນໃຫຍ່ແມ່ນຢູ່ໃນຂະແໜງການບໍລິການ. ການ​ເຊື່ອມ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ​ໃນ​ປະ​ເທດ ແລະ​ວິ​ສາ​ຫະກິດຂອງຊາວຫວຽດນາມຢູ່ຕ່າງປະເທດ ຍັງ​ຈຳກັດ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຍັງ​ຂາດ​ຂໍ້​ມູນ​ກ່ຽວ​ກັບ​ຂະ​ບວນການ​ແລະຂັ້ນຕອນ, ພ້ອມ​ທັງ​ນະ​ໂຍບາຍ​ລົງທຶນ​ບຸລິມະສິດ​ໃຫ້​ບັນດາ​ຂະ​ແໜງ​ການ​ຜະລິດທີ່ສຳຄັນໃນ​ປະ​ເທດ.

ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ໃນ​ບາງພື້ນທີ່, ຂັ້ນຕອນ​ການ​ບໍ​ລິ​ຫານທີ່ຫຍຸ້ງຍາກ​ຍັງເປັນອຸປະສັກ ຕໍ່​ຄວາມສຸດ​ອົກ​ສຸດ​ໃຈ​ຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ກັບ​ບ້ານເກີດເມືອງນອນ. ກົດໝາຍວ່າດ້ວຍທີ່ດິນ, ການຊື້ແລະການຂາຍເຮືອນ, ການເປັນເຈົ້າຂອງເຮືອນ, ການທຸລະກິດອະສັງຫາລິມະສັບ, ການເຂົ້າຮ່ວມກິດຈະກຳວິທະຍາສາດ ແລະເຕັກໂນໂລຊີ, ການຮັບສະໝັກພະນັກງານ, ການແຕ່ງຕັ້ງ... ຍັງຈຳກັດສຳລັບຊາວຫວຽດນາມຢູ່ຕ່າງປະເທດ. ດັ່ງ​ນັ້ນ, ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນ​ບໍ່​ຮູ້ສຶກປອດໄພ​​ເມື່ອ​ລົງທຶນ ​ແລະ​ເຮັດ​ວຽກໄລຍະ​ຍາວໃນຫວຽດນາມ.

ຜູ້ແທນຊາວຫວຽດນາມຈາກຕ່າງປະເທດກັບມາເຂົ້າຮ່ວມ ໂຄງການຜູ້ນຳນະຄອນໂຮ່ຈີມິນ ພົບປະກັບຊາວຫວຽດນາມຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ປີ ກຸ໊ຍເຖາະ 2023 ທີ່ຫໍພິພິທະພັນໂຮ່ຈີມິນ - ສາຂານະຄອນໂຮ່ຈີມິນ _ພາບ: TTXVN

ເສີມ​ຂະ​ຫຍາຍ​​ຊັບ​ພະ​ຍາ​ກອນຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ຢ່າງມີປະສິດທິພາບ
ເພື່ອໃຫ້ບັນລຸ
​ເປົ້າ​ໝາຍການ​ພັດ​ທະ​ນາ​ປະ​ເທດ​ເຖິງ​ປີ 2030
ຕາມ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

ໃນ​ເວ​ລາ​ຕໍ່​ໄປ, ຊຸມຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ທາງ​ດ້ານ​ຈຳ​ນວນ ແລະພື້ນທີ່ທີ່ຢູ່​ອາ​ໄສ. ຄົນ​ຮຸ້ມ​ໃໝ່​ຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ການຝຶກອົບຮົມ​​ໃນ​ສະ​ພາບ​ແວດ​ລ້ອມທາງ​ການ​ສຶກ​ສາແລະວັດ​ທະ​ນະ​ທຳ​ທີ່​ກ້າວ​ໜ້າ ພ້ອມການເຂົ້າ​ເຖິງຄວາມຄິດ, ວິ​ທີ​ການ ແລະ ເຕັກ​ໂນ​ໂລ​ຊີ​ໃໝ່ໆ ​ຈະ​ເປັນ​ຮຸ່ນ​ຄົນ​ສືບ​ທອດ, ມີ​ບົດ​ບາດ​ຕົ້ນ​ຕໍ່​ໃນການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ແລະສັງ​ຄົມ​ຊອງຊຸມຊົນ.  ນີ້​ຈະ​ເປັນ​ຊັບພະຍາກອນທີ່ມີທ່າແຮງໃນເວລາທີ່ຄົນຮຸ່ນນີ້ປະສົບຜົນສໍາເລັດ ແລະເຕີບໃຫຍ່ໃນການເຮັດວຽກ.

ການ​ດຶງ​ດູດ​​ຊັບ​ພະ​ຍາ​ກອນ​ຂອງຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ຈຳເປັນຕ້ອງ​ອີງ​ໃສ່​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ຊັບພະຍາກອນແຕ່ລະຢ່າງ ແລະ ໃນຂະນະດຽວກັນກໍ່​ວາງໄວ້​ໃນ​ນະ​ໂຍບາຍມະຫາ​ສາມັກຄີ​ແຫ່ງ​ຊາດ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ພັກ​ແລະລັດ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ​ບັນດາ​ປະ​ເທດ, ປະກອບສ່ວນ​ໜູນ​ຊ່ວຍໃຫ້​ຄົນ​ງານ​ຫວຽດນາມດຳລົງ​ຊີວິດ​ຢ່າງ​ໝັ້ນຄົງ ແລະ ​ປະກອບສ່ວນ​​ໃນ​ການ​ພັດທະນາ​ປະ​ເທດ​ຢ່າງມີປະສິດທິພາບຕໍ່ໄປ. ເພື່ອ​ເສີມ​ຂະ​ຫຍາຍຊັບ​ພະ​ຍາ​ກອນຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ຈຳເປັນຕ້ອງ​ເອົາ​ໃຈ​ໃສ່ວິທີແກ້ບັນຫາຕໍ່ໄປນີ້:

ທີໜຶ່ງ, ຕ້ອງສືບຕໍ່ເຊື່ອມຊຶມຄວາມຮັບຮູ້ລວມກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະລັດ ກ່ຽວກັບການປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ໃນນັ້ນມີຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ; ພິ​ຈາ​ລະ​ນາ​ຕອບ​ສະ​ໜອງ​ຄວາມ​ປາ​ຖະໜາ​ອັນ​ຊອບ​ທໍາ​ຂອງຊາວຫວຽດນາມຢູ່ຕ່າງປະເທດ​; ສົ່ງເສີມ, ໃຫ້ລາງວັນ ແລະ ຍ້ອງຍໍຊາວຫວຽດນາມຢູ່ຕ່າງປະເທດທີ່ໄດ້ປະກອບສ່ວນອັນຕັ້ງໜ້າແລະສຳຄັນ ເຂົ້າໃນການພັດທະນາເສດຖະກິດແລະສັງຄົມ, ປະກອບສ່ວນປັບປຸງບົດບາດທີ່ຕັ້ງຂອງປະເທດ.

ທີສອງ, ກວດ​ຄືນ, ແກ້ໄຂ ແລະປັບປຸງເພີ່ມເຕີມ​ນະ​ນະ​ໂຍ​ບາຍແລະກົດ​ໝາຍ​ໃຫ້ຄົບຖ້ວນ ເພື່ອສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ຮູ້ສຶກປອດໄພໃນການກັບ​ປະ​ເທດເພື່ອ​ດຳ​ລົງ​ຊີ​ວິດແລະເຮັດ​ວຽກ. ຄົ້ນຄວ້າເພື່ອຂະຫຍາຍຄວາມເປັນໄປໄດ້ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ທີ່ຈະເຂົ້າສັນຊາດຫຼືໄດ້ຮັບສັນຊາດຫວຽດນາມຄືນ ໂດຍບໍ່ຕ້ອງສະຫຼະສັນຊາດຕ່າງປະເທດ, ຮັບປະກັນຫຼັກການຂອງສັນຊາດທີ່ “ຍືດຫຍຸ່ນ” ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍສຳລັບ “ການແກ້ໄຂຢ່າງໄວວາ, ຕອບສະໜອງຄວາມຕ້ອງການທີ່ກ່ຽວຂ້ອງກັບບັນຫາສັນຊາດຂອງຊາວຫວຽດນາມຢູ່ຕ່າງປະເທດ”(12). ສືບ​ຕໍ່​ຊຸກຍູ້​ການ​ປັບປຸງ​ກົດໝາຍ​ທີ່ກ່ຽວຂ້ອງກັບ​​ສິດທິທີ່ຈຳເປັນຂອງ​ຊາວຫວຽດນາມຢູ່​ຕ່າງປະ​ເທດ ​ເຊັ່ນ: ການ​ເຂົ້າອອກປະເທດ, ການຢູ່​ອາ​ໄສ, ທີ່​ດິນ, ທີ່ຢູ່​ອາ​ໄສ, ​ທຸລະ​ກິດ​ອະສັງຫາລິມະ​ຊັບ, ການ​ລົງທຶນ... ຕາມຂໍ້ບັງຄັບຂອງ​ລັດຖະທຳ​ມະນູນ ​ແລະກົດໝາຍ​ຂອງ​ຫວຽດນາມ ແລະເຈດຕະນາລົມຂອງມະຕິເລກທີ່ 36-NQ/TW, ຄຳສັ່ງເລກທີ 45-CT/TW ແລະບົດສະຫຼຸບໝາຍເລກ 12-KL/TW ກ່ຽວກັບວຽກງານຕໍ່ຊາວຫວຽດນາມຢູ່ຕ່າງປະເທດ.

ທີສາມ, ສືບ​ຕໍ່​ເສີມສ້າງ ແລະ ປັບປຸງຍົກ​ສູງ​ຄຸນ​ນະ​ພາບ ແລະປະ​ສິດ​ທິ​ຜົນ ຂອງ​ການ​ຜັນ​ຂະ​ຫຍາຍ​ກົນ​ໄກ ແລະນະ​ໂຍ​ບາຍ ​ກ່ຽວ​ກັບ​ການ​ດຶງ​ດູດ ແລະການໃຊ້ປະໂຫຍດຈາກ​ປັນ​ຍາ​ຊົນ ແລະຜູ້​ຊ່ຽວ​ຊານ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ. ພັດທະນາ​ເອ​ກະ​ສານ​ແນວທາງສະເພາະກ່ຽວ​ກັບ​ການ​ດຶງ​ດູດ​ຜູ້​ຊ່ຽວ​ຊານ ແລະນັກ​ວິ​ທະ​ຍາ​ສາດຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດໃຫ້​ເຂົ້າ​ຮ່ວມກິດຈະກຳ​ວິ​ທະ​ຍາ​ສາດແລະເຕັກ​ໂນ​ໂລ​ຊີ​ໃນ​ຫວຽດ​ນ​າມ; ການແຕ່ງ​ຕັ້ງຜູ້​ຊ່ຽວ​ຊານແລະປັນ​ຍາ​ຊົນ​​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ໃຫ້ດຳລົງຕຳແໜ່ງຜູ້​ນຳໃນ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖານ​ສຶກ​ສາແລະການຝຶກອົບຮົມ, ສະຖານປະກອບການ​ຜະ​ລິດແລະທຸ​ລະ​ກິດ ແລະ​ໂຄງ​ການ​ພິ​ເສດໃນບາງພື້ນທີ່ທີ່​ປະ​ເທດ​ໃຫ້ບຸ​ລິ​ມະ​ສິດ​ໃນການ​ພັດ​ທະ​ນາ ຫຼືໃນກໍລະນີທີ່ຍັງ​ຂາດປະສົບການ. 

ຄົ້ນ​ຄວ້າ​ເປີດກວ້າງ​ຮູບ​ແບບ​ການເຊີນຜູ້​ຊ່ຽວ​ຊານແລະປັນ​ຍາ​ຊົນ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມໃນ​​ຄະ​ນະກຳມະການ/ກຸ່ມທີ່​ປຶກ​ສາ​ ເພື່ອຊ່ວຍ​ລັດ​ຖະ​ບານ, ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ​ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ທີ່​ກ່ຽວຂ້ອງກັບ​ອົງການ​ຈັດ​ຕັ້ງການ​ຄຸ້ມ​ຄອງ ແລະການວາງ​ແຜນ​ພັດ​ທະ​ນາ ​ໃນ​ການ​ວາງ​ກຳ​ນົດ​ນະ​ໂຍ​ບາຍ​ເສ​ດ​ຖະ​ກິດແລະສັງ​ຄົມ​ຂອງ​ຫວຽດ​ນາມ.

ແຕ່​ລະ​ທ້ອງ​ຖິ່ນ, ຄະ​ນະ, ກະ​ຊວງ ແລະ ຂະ​ແໜງ​ການ ຈໍາເປັນຕ້ອງສ້າງຍຸດທະສາດແລະນະໂຍບາຍທີ່ມີຄວາມຍືດຫຍຸ່ນ ໂດຍອີງໃສ່ຄຸນລັກສະນະແລະຄວາມຕ້ອງການໃນການປະຕິບັດ ເພື່ອນໍາໃຊ້ຊັບພະຍາກອນມະນຸດຢ່າງເໝາະສົມ; ຫຼີກ​ລ້ຽງ​ການໃຊ້ງານ​ແບບເໝົາລວມ  ກົນ​ຈັກ ແລະ​ບໍ່​ມີ​ປະ​ສິດ​ທິ​ຜົນ ​ທີ່​ເຮັດ​ໃຫ້ສິ້ນເປືອງ​ຊັບ​ພະ​ຍາ​ກອນ​ທາງ​ປັນ​ຍາ​ຂອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ຕ້ອງຍົກຍ້ອງ ສົ່ງ​ເສີມ ແລະ ຂະ​ຫຍາຍ​ຕົວ​ແບບ ແລະວິ​ທີ​ປະ​ຕິ​ບັດ​ທີ່ດີ ມີຫົວ​ຄິດ​ປະ​ດິດ​ສ້າງ ໃນ​ການ​ດຶງ​ດູດຜູ້ມີຄວາມ​ເກັ່ງ​ກ້າ​ສາ​ມາດ; ​ສົມທົບ​ກັບ​ການ​ໂຄ​ສະ​ນາ ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ ເພື່ອ​ສ້າງ​ແຮງຈູງໃຈແລະແຜ່ກະຈາຍ ​ຕໍ່ຊຸມຊົນ​ປັນ​ຍາ​ຊົນ ແລະຜູ້​ຊ່ຽວ​ຊານຊາວຫວຽດ​ນາມຢູ່​ຕ່າງ​ປະ​ເທດ.

ສ້າງ​ກົນ​ໄກ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານເປັນປະຈຳ​ ລະ​ຫວ່າງຜູ້​ຊ່ຽວ​ຊານ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ກັບ​ໜ່ວຍງານ ວິ​ສາ​ຫະ​ກິດ ແລະ ອົງ​ການ​ຈັດ​ຕັ້ງ​ໃນ​ປະ​ເທດ ​ເພື່ອ​ຫາລື​ກ່ຽວກັບຄວາມ​ຕ້ອງ​ການ​ຮ່ວມ​ມືສະເພາະດ້ານ. ຄົ້ນ​ຄວ້າ​ສ້າງ​ນະ​ໂຍ​ບາຍແລະລະບົບການຈ່າຍຄ່າຕອບແທນ​ພິ​ເສດ ສຳລັບ​ນັກ​ວິ​ທະ​ຍາ​ສາດ ຜູ້​ຊ່ຽວ​ຊານ ແລະປັນ​ຍາ​ຊົນ​​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ທີ່​ມີ​ຄຸນວຸດທິທາງວິຊາຊີບ​ສູງ ແລະ ມີ​ຄວາມ​ສາ​ມາດໃນການໃຫ້ຄຳແນະນຳດ້ານ​ການ​ຄຸ້ມ​ຄອງແລະການບໍ​ລິ​ຫານ, ການຖ່າຍທອດເຕັກ​ໂນ​ໂລ​ຊີ. ມອບ​ອຳນາດ​ໃຫ້ຜູ້ນຳ​ຮັບ​ຜິດ​ຊອບໃນການທົບທວນ, ການຄັດເລືອກແລະສັນຫາພິເສດ ແລະແຕ່ງ​ຕັ້ງ​ບຸກ​ຄົນ​ທີ່​ມີ​ຄວາມເກັ່ງ​ກ້າ ແລະຄວາມ​ສາ​ມາດ​ປະ​ກອບ​ສ່ວນ​ທີ່​ເໝາະ​ສົມຢ່າງແທ້ຈິງ.

ທີສີ່, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນແລະທຸລະກິດ, ປະຕິຮູບລະບຽບການບໍລິຫານ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ແລະ ການດຳເນີນງານຢູ່ຂັ້ນຮາກຖານ ໃຫ້ມີຄວາມໂປ່ງໃສ ແລະ ສະດວກ, ສອດຄ່ອງກັບກົນໄກຕະຫຼາດ ແລະແນວປະຕິບັດສາກົນ. ປັບປຸງຂໍ້ມູນຂ່າວສານເປັນປະຈໍາ ກ່ຽວກັບນະໂຍບາຍພິເສດ, ໂຄງການແລະຂົງເຂດບຸລິມະສິດຮຽກຮ້ອງການລົງທຶນຈາກຊຸມຊົນຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ. ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ສົ່ງ​ເສີມການໂອນເງິນຂອງຊາວຫວຽດນາມຢູ່ຕາງປະເທດມາໃນປະເທດ ເພື່ອລົງທຶນໃນ​ການ​ຜະ​ລິດ ທຸ​ລະ​ກິດ ແລະໂຄງ​ການ​ຮ່ວມ​ມື​ລະຫວ່າງພາກລັດແລະເອ​ກະ​ຊົນ, ໂດຍສະເພາະ​ການ​ຄົ້ນ​ຄວ້າມາດ​ຕະ​ການ​ສົ່ງ​ເສີມ​ການ​ລົງ​ທຶນ ການຜະ​ລິດ ແລະກິດຈະກຳທາງທຸ​ລະ​ກິດ ທີ່ດຳເນີນການ​ໂດຍ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ຫຼືຜ່ານ​ຍາດຍາດ​ພີ່​ນ້ອງຂອງພວກເຂົາໃນ​ຫວຽດ​ນາມ. ຍູ້​ແຮງ​ການເຄື່ອນໄຫວ​ສົ່ງເສີມ​ການ​ຄ້າ ແລະເຊື່ອມໂຍງທຸລະ​ກິດ​ຫວຽດ​ນາມ ທັງ​ໃນແລະຕ່າງ​ປະ​ເທດ, ສ້າງ​ເງື່ອນ​ໄຂໃຫ້​ວິ​ສາ​ຫະ​ກິດຈາກທັງ​ສອງ​ຝ່າຍໃນການຮຽນ​ຮູ້, ເຊື່ອມ​ໂຍງ ແລະສົ່ງ​ອອກ​ສິນ​ຄ້າ​ຫວຽດ​ນາມໄປຍັງ​ສູນ​ກາງການ​ຄ້າ​ຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ແລະລະ​ບົບການຈັດຈຳໜ່າຍໃນ​ຕ່າງ​ປະ​ເທດ. 

ທີຫ້າ, ສະໜັບສະໜູນໃຫ້ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດມີສະຖານະທາງກົດໝາຍທີ່ໝັ້ນ​ຄົງ ມີສະຖຽນລະພາບ ການພັດ​ທະ​ນາ ແລະ ການເຊື່ອມ​ໂຍງ​ເຂົ້າ​ປະ​ເທດເຈົ້າພາບ; ສົ່ງ​ເສີມ​ການ​ເຕົ້າ​ໂຮມ ແລະສາ​ມັກ​ຄີ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ທຸກ​ຮູບແບບດ້ວຍຄວາມ​ສະ​ໝັກ​ໃຈ ຕາມ​ກົດ​ໝາຍ ຮີດ​ຄອງ​ປະ​ເພ​ນີ ແລະແນວປະຕິບັດຂອງ​ປະ​ເທດ​ເຈົ້າພາບ ແລະ ຫວຽດ​ນາມ.  ປັບ​ປຸງ ແລະ ພັດ​ທະ​ນາສະ​ມາ​ຄົມຜູ້​ຊ່ຽວ​ຊານ ປັນ​ຍາ​ຊົນ ນັກ​ທຸ​ລະ​ກິດ ເຍົາວະຊົນ ແລະນັກ​ຮຽນ​ຊາວ​ຫວຽດ​ນາມຢູ່ຕ່າງ​ປະ​ເທດ​ເປັນຫຼັກ​ແຫຼ່ງ, ເປັນຜູ້ນຳ​ການ​ພັດ​ທະ​ນາ​ຊຸມຊົນ. ຈັດຕັ້ງກອງປະຊຸມເພື່ອແລກປ່ຽນປະສົບການ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຝຶກຊ້ອມການຈັດຕັ້ງປະຕິບັດວຽກງານຂອງສະມາຄົມ ແລະ ສະຫະພາບແຮງງານ ສຳລັບຜູ້​ນຳ​ສະ​ມາ​ຄົມແລະສະຫະພາບແຮງງານທີ່ສຳຄັນ. ສະໜັບສະໜູນຄວາມຄິດ​ລິ​ເລີ່ມ ແລະ ໂຄງ​ການ​ຂອງ​ຊາວ​ຫວຽດ​ນາມຢູ່ຕ່າ​ງ​ປະ​ເທດ, ໂດຍສະເພາະການ​ເຄື່ອນ​ໄຫວກັບສູ່ຕົ້ນກຳເນີດ, ການອົບຮົມສຶກສາມູນເຊື້ອດັ້ງເດີມ, ການສອນ​ແລະການຮຽນ​ພາສາ​ຫວຽດນາມ ​ແລະ ການຈັດຄ້າຍສຳລັບເຍົາວະຊົນຊາວຫວຽດນາມຢູ່​ຕ່າງປະ​ເທດ.

ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ສາ​ກົນ ແລະ ການ​ແຂ່ງ​ຂັນທາງ​ດ້ານ​ເສດ​ຖະ​ກິດ​ ໃນ​ປະ​ຈຸບັນ, ຫ​ວຽດ​ນາມ​ກຳ​ລັງ​ຢືນ​ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່. ບັນ​ດາ​ເອ​ກະ​ສານ​ຊີ້​ນຳ​ຂອງ​ພັກກອມ​ມູ​ນິດຫວຽດ​ນາມ ກ່ຽວ​ກັບວຽກ​ງານ​ຕໍ່​​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ລ້ວນລະບຸເຖິງໜ້າ​ທີ່ທີ່​ສຳ​ຄັນ ​ແມ່ນ​ເສີມ​ຂະ​ຫຍາຍຊັບພະຍາກອນຂອງ​ທັງ​ຊາດຢ່າງແຂງແຮງ, ໃນ​ນັ້ນ​ມີ​ຊຸມຊົນຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ໃນ​ພາ​ລະ​ກິດການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ​ຕະຫຼອດ​​ປະ​ຫວັດ​ສາດ, ວຽກ​ງານການລະດົມແລະການເສີມ​ຂະ​ຫຍາຍ​ຊັບ​ພະ​ຍາ​ກອນຂອງ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ໂດຍມີຄວາມພະ​ຍາ​ຍາມທີ່ຈະ​ປ່ຽນ​ແປງ​ໃໝ່ ເພື່ອ​ສ້າງ​ກົນ​ໄກແລະສະ​ພາບ​ແວດ​ລ້ອມ​ທີ່​ເອື້ອອຳນວຍ​ໃຫ້​ແກ່​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ໃນການ​ປະ​ກອບ​ສ່ວນຊ່ວຍເຫຼືອ​ປະ​ເທດ. ຢ່າງໃດກໍຕາມ, ໃນ​ພາກ​ຕົວ​ຈິງ ​ການ​ຜັນ​ຂະ​ຫຍາຍ​ຍັງ​ມີ​ຂໍ້ບົກພ່ອງບາງປະການ ໂດຍຕ້ອງໃຊ້ຄວາມຄິດໃໝ່ ແລະການດຳເນີນການ​ທີ່​ເດັດ​ຂາດກວ່າ​ອີກ​ ເພື່ອ​ເສີມ​ຂະ​ຫຍາຍ​ຊັບພະຍາກອນ​ອັນ​ໃຫຍ່​ຫຼວງ​ຂອງ​ຊາວ ຫວຽດນາມຢູ່​ຕ່າງປະ​ເທດຢ່າງມີປະສິດທິພາບ, ປະກອບສ່ວນ​ປະຕິບັດ​ບັນດາ​ເປົ້າໝາຍການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ./.

---------------------------------

* ຟ້າມວຽດ​ຮູ່ງ, ໂງ​ທີ້ເຮືອງ

(1) ຫງວຽນ​ຝູ​ຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ”, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 775.

(2), (3) ຂໍ້​ມູນ​ໂດຍປະມານ​ ຂອງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ

(4) ປັບປຸງຍົກ​ສູງ​ຄູນ​ນະ​ພາບ​ແຮງ​ງານ​ສົ່ງ​ອອກ, ປະຕູຂໍ້ມູນທາງເອເລັກໂຕຣນິກ ຂອງກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມ, ວັນທີ 1 ມັງກອນ, ສະ​ບັບ​ລົງ​ວັນ​ທີ 1 ມັງ​ກອນ 2019, https://www.molisa.gov.vn/baiviet/219367?tintucID=219367

(5) ຂໍ້​ມູນໂດຍປະມານ ​ຂອງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ.

(6) ຂໍ້​ມູນ​ໂດຍປະມານ​ ຂອງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ

(7) ກອງ​ປະ​ຊຸມ “ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈກັນ​ກໍ່​ສ້າງ​ນະ​ຄອນ​ໂຮ່​ຈີມິນ ໃຫ້​ພັດ​ທະ​ນາຢ່າງວ່ອງ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ສາ​ກົນ” (ເດືອນພະ​ຈິກ 2016); ໂຄງ​ການ “ນາ​ຍົກ​ລັດ​ຖະ​ມົນ​ຕີ​ພົບ​ປະ​ຜູ້​ຊ່ຽວ​ຊານ, ປັນ​ຍາ​ຊົນ ແລະ ນັກ​ທຸ​ລະ​ກິດທີ່ດີເດັ່ນ ຂອງຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ” (ເດືອນພະ​ຈິກ 2016); ກອງ​ປະ​ຊຸມ​ເຊື່ອມໂຍງ​ຄົນ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ກັບ​ທ້ອງ​ຖິ່ນ “ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈກັນ​ກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ,​ ການເຊື່ອມ​ໂຍງ ແລະ ການພັດ​ທະ​ນາ” (ເດືອນທັນ​ວາ 2018); ໂຄງ​ການ​ “ເຊື່ອມ​ຕໍ່ເຄືອ​ຂ່າຍ​ການ​ປ່ຽນ​ແປງ​ໃໝ່​ປະ​ດິກ​ສ້າງ​ຫວຽດ​ນາມ (ປີ 2018); ໂຄງ​ການ “ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ​ໂດຍ​ຜ່ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ” (ໄລ​ຍະປີ 2014-2019); ກອງ​ປະ​ຊຸມ​ເຊື່ອມ​ຕໍ່​ຜູ້​ຊ່ຽວ​ຊານ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ເພື່ອປະ​ກອບ​ຄຳ​ຄິດ​ເຫັນ​ໃຫ້​ແກ່​ການ​ວາງ​ແຜນ​ກຳ​ນົດ​ການ​ພັດ​ທະ​ນາ​ແຂວງ ກວ໋າງ​ນາມ (ເດືອນມິ​ຖຸ​ນາ 2022)… 

(8) ແຂ໊ງ ​ລິງ: “ວຽກ​ງານ​ຊາວ​ຫວຽດ​ນາມ​​ຢູ່​ຕ່າງ​ປະ​ເທ​ດ - ບັນ​ດາ​ຂີດ​ໝາຍ​ທີ່​ຈະ​ແຈ້ງ", ໜັງສືພິມອອນໄລພັກກອມມູນິດຫວຽດນາມ, ສ​ະ​ບັບອອກວັນ​ທີ 23 ມັງ​ກອນ 2023, https://dangcongsan.vn/nguoi-viet-nam-o-nuoc-ngoai/cong-tac-nguoi-viet-nam-o-nuoc-ngoai-nhung-dau-an-dam-net

(9) ໂຮ່ງ​ແອັງ, ແອັງ​ຕ໊ວນ: “ການໂອນເງິນມາໃຫ້ພີ່ນ້ອງໃນປະເທດ - “​ຊັບ​ປະ​ຍາ​ກອນທອງ​ຄຳ” ເພື່ອເພີ່ມຄວາມເຂັ້ມແຂງທາງດ້ານການເງິນ”, ປະຕູຂໍ້ມູນ​​ອອນໄລສະບັນຍຸດທະສາດ ແລະນະໂຍບາຍການເງິນ, ສະ​ບັບອອກ​ວັນ​ທີ 31 ມັງ​ກອນ 2023,  https://mof.gov.vn/webcenter/portal/vclvcstc/pages_r/l/chi-tiet-tin?dDocName=MOFUCM265222

(10) ໃນ​ປະ​ຈຸ​ບັນ, ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທ​ດ​ກຳ​ລັງ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ IV.

(11) ກອ​ງ​ປະ​ຊຸມ​ນັກ​ທຸ​ລະ​ກິດຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທ​ດ (ປີ 2006); ບັນ​ດາ​ກອງ​ປະ​ຊຸມ​ຫົວ​ຂໍ້​ສະ​ເພາະ​ກ່ຽວ​ກັບ​ນັກ​ທຸ​ລະ​ກິດ​ໃນ​ຂອບ​ກອງ​ປະ​ຊຸມຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທ​ດ (ປີ 2009, 2012 ແລະ 2016); ລາຍ​ການ​ພົບ​ປະ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ແລະ ນັກ​ທຸ​ລະ​ກິດ​ຫວຽດ​ນາມ​ຢູ່​ພາຍ​ໃນ​ປະ​ເທດ (ປີ 2011, 2013); ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດຊາວຫວຽດ​ນາມ​ຢູ່ ເອີ​ຣົບ (ປະ​ຈຳ​ປີ); ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ຄັ້ງ​ທີ​ໜຶ່ງ​ທີ່ ເກົາຫຼີ (ປີ 2019), ຄັ້ງ​ທີ​ສອງ​ທີ່​ ຍີ່​ປຸ່ນ (ປີ 2023).

(12) ມະ​ຕິ​ເລກທີ 36-NQ/TW, ​ລົງ​ວັນ​ທີ 26 ມີ​ນາ 2004, ຂອງ​ກົມ​ການ​ເມືອງສູນກາງພັກ “ກ່ຽວ​ກັບ​ວຽກງານ​ຕໍ່​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ”

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1027 (ເດືອນທັນ​ວາ 2023)