ຍົກສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ວຽກ​ງານ​
ການ​ຕ່າງປະ​ເທດ​ປະຊາຊົນ ​ໃນ​ສະພາບ​ການ​ໃໝ່

ໂດຍ ປອ. ຟານ ແອັງ ເຊີນ
ຮອງປະທານ - ເລຂາທິການສະຫະພັນບັນດາອົງການມິດຕະພາບຫວຽດນາມ
02:47, 26-12-2023
ວກ. - ໃນ​ປະ​ຫວັດ​ສາດ​ການ​ປະ​ຕິ​ວັດ​ຫວຽດ​ນາມ ວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ບັນ​ລຸ​​ຜົນສຳເລັດ​ອັນ​ໃຫຍ່​ຫຼວງຫຼາຍຢ່າງ. ​ຕໍ່ໜ້າ​​ການ​ຜັນ​ແປ​ໃໝ່​ທີ່​ສັບສົນ ​ແລະ ຄາດເດົາບໍ່ໄດ້ ​ຂອງ​ສະຖານະການ​ໂລກ​ປະຈຸ​ບັນ, ບັນດາ​ກຳລັງ​ການ​ຕ່າງປະ​ເທດ​ປະຊາຊົນຫວຽດນາມ ສືບ​ຕໍ່​​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ, ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ໂດຍ​ລວມ, ແລະປະກອບສ່ວນ​ເຂົ້າ​ໃນ​ຂະບວນການຮ່ວມ​ ຂອງ​ປະຊາຊົນ​ໃນ​ໂລກ ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາແບບຍືນຍົງ.

ແນວຄິດໂຮ່ຈີມິນ ແລະ ທັດສະນະຂອງພັກກອມມູນິດຫວຽດນາມ
ກ່ຽວກັບການຕ່າງປະເທດປະຊາຊົນ

ວັນ​ທີ 5 ມິຖຸນາ​ປີ 1911, ຈາກ​ທ່າ​ກຳ​ປັ່ນ ຍ່າຣົ່ງ ເມືອງໄຊ່ງ່ອນ (ປະຈຸບັນແມ່ນນະຄອນໂຮ່ຈີມິນ) ຫງວຽນ​ ເຕິກ ​ແທ່ງ - ​ໂຮ່ຈີ​ມິນ ​ໄດ້​ອອກ​ເດີນທາງ​ໄປ​ຝຣັ່ງ ​ເພື່ອ​ຊອກ​ຮູ້ສິ່ງຍອດຍິ່ງແລະ​ຄວາມ​ກ້າວໜ້າ​ຈາກ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ ​ເພື່ອ​ປະຕິບັດ​ພາລະກິດ​ປົດ​ປ່ອຍຫວຽດນາມ ​ໃຫ້​ພົ້ນ​ຈາກ​ການເປັນອານານິຄົມຂອງພວກລ່າເມືອງຂຶ້ນຝຣັ່ງ. ອາດເວົ້າໄດ້ວ່າ ການເດີນທາງຄັ້ງທຳອິດຂອງເພິ່ນ ໃນເສັ້ນທາງແຫ່ງການກູ້ຊາດ ແມ່ນການເດີນທາງຂອງຜູ້ຮັກຊາດ ແລະ ໝູ່ເພື່ອນຄົນທຳອິດຂອງເພິ່ນແມ່ນຜູ້ອອກແຮງງານ. ນັ້ນ​ແມ່ນ​ເຫດຜົນ​ແລະເປັນພື້ນຖານ​ ​ໃຫ້ເພິ່ນ​ຄ່ອຍໆ​ສ້າງ ​ແລະ ພັດທະນາ​ທັດສະນະ, ຫຼັກການ, ​ເນື້ອ​ໃນ ແລະວິທີ​ການ​ພົວພັນ​ຕ່າງປະ​ເທດ, ​ໃນ​ນັ້ນ ມີການຕ່າງປະເທດ​ປະຊາຊົນ​.

​ແຕ່​ຊຸມ​ປີທີ 20 ຂອງ​ສະຕະວັດ​ທີ XX, ​ເພິ່ນ​ໄດ້​ກຳນົດ ​ແລະ ຈັດ​ຕັ້ງໂດຍກົງໃນການດຳເນີນການຕາມ​ທັດສະນະ​ພື້ນຖານສອງປະການ ​ກ່ຽວ​ກັບ​ການ​ຕ່າງປະ​ເທດ, ນັ້ນ​ແມ່ນ ​ຄວາມ​ສາມັກຄີ​ກັບ​ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນ​ທີ່​ຖືກ​ກົດ​ຂີ່​ຂົ່ມ​ເຫັງ​ໃນ​ໂລກ ​ແລະການເຊື່ອມ​ໂຍງ​ການ​ປະຕິວັດ​ໃນ​ອານາ​ນິຄົມ ​ກັບ​ການ​ປະຕິວັດ​ຂອງ​ປະຊາຊົນ​ຜູ້​​ກ້າວໜ້າ​ໃນ​ໂລກ, ​ລວມທັງປະຊາຊົນຜູ້ອອກແຮງ​ງານ​ຝຣັ່ງ. ການເຄື່ອນໄຫວໂຄສະນາຫາສຽງສາກົນຂອງເພິ່ນໃນເວລານັ້ນ ແມ່ນການເຄື່ອນໄຫວວຽກງານການຕ່າງປະເທດປະຊາຊົນ. ໃນໄລຍະນີ້, ເພິ່ນຂຽນຂ່າວ ໜັງສືພິມ ແລະປາຖະກະຖາ ກ່ຽວກັບສະຖານະການປະເທດຂອງພວກເຮົາຖືກກົດຂີ່ຂົ່ມເຫັງພາຍໃຕ້ການປົກຄອງຂອງຝຣັ່ງ, ຈັດຕັ້ງເພື່ອປຸກລະດົມປະຊາຊົນຝຣັ່ງ ແລະ ຫຼາຍປະເທດໃນເອີຣົບ, ອາຊີ, ອາຟຣິກາ ເຫັນດີເຫັນພ້ອມແລະຊ່ວຍເຫຼືອປະຊາຊົນຫວຽດນາມ ຕໍ່ສູ້ປົດປ່ອຍຊາດ.

ນັບ​ຕັ້ງ​ແຕ່​ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມໄດ້​ກຳ​ເນີດ, ການ​ທູດ​ສະ​ໄໝ​ໃໝ່​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ສົມ​ບູນ, ລວມທັງວຽກງານການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ. ​ໂດຍ​ໄວ, ປະທານ ​ໂຮ່ຈີ​ມິນ ​ໄດ້​ຊີ້​ນຳ​ການ​ສ້າງ​ຕັ້ງ​ອົງການ​ພົວພັນ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຫວຽດນາມ​ທຳ​ອິດ, ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ (ປີ 1945), ສະ​ມາ​ຄົມ​ມິດ​ຕະ​ພາບ​ທີ່​ດີ​ຫວຽດ​ນາມ - ຈີນ (ປີ 1950), ໄດ້​ສົ່ງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໄປ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ປະ​ຊາ​ຊົນ​ໂລກ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຢູ່ ປຣາກ (ເຊັກ​ໂກ) ແລະ ປາ​ຣີ (ຝ​ຣັ່ງ) ປີ 1949, ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ (ປີ 1950). ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈິີມິນ ຖື​ເປັນ​ສຳຄັນ ​ແລະ ກຳນົດ​ທິດ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ ເປັນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດໂດຍລວມ, ສະໜັບສະໜູນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ ​ໃນ​ການ​ປະຕິບັດ​ໜ້າ​ທີ່, ທິດ​ທາງ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ.

ສືບ​ທອດ​ອຸດົມ​ການ​ຂອງ​ປະທານ​ໂຮ່ຈີ​ມິນ, ນັບ​ແຕ່​ຊຸມ​ວັນ​ສ້າງ​ຕັ້ງ​ພັກ, ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ ຂອງ​ການຕ່າງປະເທດ​​ປະຊາຊົນ​ໃນ​ການ​ປະຕິວັດ​ຫວຽດນາມ, ​ໃນ​ນັ້ນ, ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II ຂອງພັກ (ປີ 1951), ໂຄງການ​ການ​ເມືອງ​ຂອງ​ພັກ​ແຮງ​ງານ​ຫວຽດນາມ (ປະຈຸ​ບັນ​ແມ່ນ​ພັກ​ກອມ​ມູນິດ​ຫວຽດນາມ) ​ໄດ້​ຢືນຢັນ​ວ່າ: “​ຂະຫຍາຍກວ້າງ​ການ​ທູດ​ປະຊາຊົນ...ປະສານສົມທົບການຕໍ່ຕ້ານຂອງພວກເຮົາ ກັບການຕໍ່ສູ້ຂອງປະຊາຊົນໃນໂລກ, ໂດຍສະເພາະ ປະຊາຊົນຂອງສະຫະພາບໂຊວຽດ, ຈີນແລະປະເທດປະຊາທິປະໄຕປະຊາຊົນອື່ນໆ, ຂອງປະຊາຊົນທີ່ຖືກກົດຂີ່ຂົ່ມເຫັງ ແລະຂອງປະຊາຊົນຝຣັ່ງ”(1), ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ​ (ປີ 1986) ໄດ້​ວາງ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຮັກ​ສາ​ສັນ​ຕິ​ພາບ, ເປີດກວ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ສະ​ດວກ​ສາ​ກົນ​ໃຫ້​ແກ່​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ໂລກ​ເພື່ອ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ(2). ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ​ (ປີ 1996) ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ, “ເປີດກວ້າງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ, ການ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ທ່າ​ອ່ຽງສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ(3).

ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII (ປີ 2021), ພັກ​ກອມ​ມູນິດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ກໍ່ສ້າງ​ການ​ທູດ​ຮອບດ້ານ ​ແລະ ທັນ​ສະ​ໄໝ ດ້ວຍ 3 ​ເສົາ​ຄ້ຳ​: ການຕ່າງປະເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ຕ່າງປະເທດ​ປະຊາຊົນ(4). ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ສືບ​ທອດ​​ແຜນນະ​ໂຍບາຍ, ທິດ​ທາງ ​ແລະ ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈີ​ມິນ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບາດກ້າວ​ພັດທະນາ​ສຳຄັນ​ໃນ​ບົດບາດ ​ແລະ ທີ່​ຕັ້ງ​ການ​ຕ່າງປະ​ເທດ​ປະຊາຊົນ​ຫວຽດນາມ ​ໃນ​ສະພາບ​ການ​ໃໝ່.

ການ​ຕ່າງປະ​ເທດ​ປະຊາຊົນ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​ປະ​ເທດ​ຊາດ​ ໃນ​ຫຼາຍ​ໄລຍະ​ເວລາ. ການ​ຕ່າງປະເທດ​ປະຊາຊົນ​ໄດ້​ຮັບ​ການ​ນຳ​ໃຊ້ ​ແລະ ຍົກ​ສູງປະສິດທິ​ຜົນ​ໃນ​ແຕ່ລະ​ໄລຍະ​ການ​ປະຕິວັດ. ກ່ອນທີ່ປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ) ໄດ້ຮັບການກໍ່ຕັ້ງຂຶ້ນ ໃນປີ 1945, ປະທານ​ໂຮ່ຈິ​ມິນ ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​​ປະຊາຊົນ ​ເພື່ອ​ຮັບ​ໃຊ້​ເປົ້າ​ໝາຍ​ທີ່​ສູງ​ສຸດ​ ໃນ​ເວລາ​ປົດ​ປ່ອຍ​ຊາດ. ເພິ່ນເປັນຜູ້ບຸກເບີກປູທາງ ແລະ ປະຕິບັດໂດຍກົງ, ເຮັດໃຫ້ການຕ່າງປະເທດປະຊາຊົນເປັນຊ່ອງທາງນະໂຍບາຍການຕ່າງປະເທດທີ່ສໍາຄັນ ໃນ​ປະ​ຫວັດ​ສາດ​ການ​ປະ​ຕິ​ວັດ​​ຫວຽດ​ນາມ ກ່ອນ​ທີ່​ປະ​ເທດຂອງ​ພວກ​ເຮົາຈະ​ມີ​ຊ່ອງ​ທາງ​ການ​ສື່​ສານ​ຢ່າງ​ເປັນ​ທາງ​ການ​ກັບ​ປະ​ເທດ​ອື່ນໆ. ນີ້​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້ຫວຽດນາມ ສ້າງ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ປະຊາຊົນ​ໃນ​ທົ່ວ​ໂລກ.

ເຈົ້າຊາຍ ເຟຣເດີຣິກ ແຫ່ງເດນມາກ ໄດ້ຮັບຄຳແນນຳຈາກສິລະປິນກ່ຽວກັບວິທີພິມຮູບແຕ້ມ ແບບດົງໂຮ່ ໃນເວລາມາຢ້ຽມຢາມຫວຽດນາມ ໃນເດືອນພະຈິກ 2022 ເຊິ່ງເປັນສ່ວນໜຶ່ງຂອງການເຄື່ອນໄຫວສະເຫຼີມສະຫຼອງຄົບຮອບ 50 ປີການສະຖາປະນາຄວາມສຳພັນທາງການທູດລະຫວ່າງຫວຽດນາມແລະເດນມາກ. zing.vn

ໃນ​ໄລຍະ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ, ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ໄດ້​ພັດທະນາ​ຢ່າງ​ຕັ້ງໜ້າ ດ້ວຍ​ຮູບ​ແບບ​ທີ່​ສ້າງສັນແລະມີ​ເອກະລັກ​ສະ​ເພາະຫຼວງຫຼາຍ, ​ນຳ​ເອົາ​ສຽງ​​ຂອງ​ປະຊາຊົນ​ຫວຽດນາມ ​ໄປສູ່​ປະຊາຊົນໃນ​ປະ​ເທດ​ອານາ​ນິຄົມ ແລະ ​ປະ​ເທດ​ກ້າວໜ້າ​ທົ່ວ​ໂລກ, ສ້າງແນວໂຮມສາມັກຄີປະຊາຊົນທີ່​ກວ້າງຂວາງ ​ເພື່ອ​ສະໜັບສະໜູນ​ຫວຽດນາມ. ແນວໂຮມນັ້ນລວມມີປະຊາຊົນທຸກຊັ້ນຄົນ ໃນບັນດາປະເທດທີ່ມີລະບອບການເມືອງ-ສັງຄົມທີ່ແຕກຕ່າງກັນໃນທົ່ວຫ້າທະວີບ, ຕັ້ງແຕ່ຜູ້ອອກແຮງງານ​ທຳ​ມະ​ດາ ຈົນ​ເຖິງ​ນັກ​ເຄື່ອນ​ໄຫວ​ການ​ເມືອງ, ສະມາຊິກ​ສະພາ, ປັນຍາ​ຊົນ, ນັກ​ການເມືອງ, ນັກຂ່າວ,...; ລວມທັງຈາກອົງການຈັດຕັ້ງມະຫາຊົນ, ສັງຄົມ, ພັກການເມືອງ ແລະລັດຖະບານໃນຫຼາຍປະເທດ, ນັບທັງປະເທດທຶນນິຍົມ (ເຊັ່ນ​: ອີ​ຕາ​ລີ​, ສ​ວີ​ເດນ​, ເດນ​ມາກ​, ​ອັງ​ກິດ​, ຍີ່​ປຸ່ນ...) ຈົນເຖິງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ເຊັ່ນ ສະພາ​ສັນຕິພາບ​ໂລກ, ອົງການ​ສາມັກຄີ​ປະຊາຊົນ​ອາຊີ-ອາ​ຟຣິກາ, ອົງການ​ແມ່ຍິງ, ອົງການ​ຊາວ​ໜຸ່ມ, ອົງການຈັດຕັ້ງນັກ​ສຶກສາ, ສະຫະພັນ​ປະຊາທິປະ​ໄຕ​ສາກົນ...

ພາຍຫຼັງທີ່​ປະ​ເທດ​ເປັນ​ເອກະ​ພາບ​ໃນ​ປີ 1975, ຄຽງຄູ່ກັບຄວາມສະດວກຂໍ້​ໄດ້​ປຽບ, ຫວຽດນາມຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ທ້າ​ທາຍ​ ຍ້ອນ​ຜົນ​ສະທ້ອນ​ຈາກ​ສົງຄາມ, ການປິດລ້ອມ ​ແລະການຂວ້ຳບາດ​ໂດຍ​ອາເມລິກາ​ ແລະ​ປະ​ເທດ​ຕາ​ເວັນ​ຕົກ ແລະ ການ​ໂຈມ​ຕີ​ຂອງອິດທິກຳລັງ​ສັດຕູ​ແລະປະຕິການ.​ ໃນ​ສະພາບ​ການ​ນັ້ນ, ການຕ່າງປະເທດ​ປະຊາຊົນ ​ພ້ອມ​ກັບ​ການ​ຕ່າງປະເທດຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ ​ໄດ້​ປະຕິບັດ​ໜ້າ​ທີ່​ຢ່າງ​ຕັ້ງໜ້ານຳໜ້າພາທາງ, ທັບມ້າງການປິດລ້ອມ ຂວ້ຳບາດ​ຂອງສັດຕູ, ສືບ​ຕໍ່​ປັບປຸງການ​ພົວພັນ​ກັບ​ປະຊາຊົນ​ແຫ່ງສະຫະພາບ​ໂຊ​ວຽດ, ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ເອີ​ຣົບ​ຕາ​ເວັນ​ອອກ ​ແລະ ບັນດາ​ປະ​ເທດ​ເອກະລາດ​ຈຳນວນ​ໜຶ່ງ, ພ້ອມ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ ເຊັ່ນ ສະພາ​ສັນຕິພາບ​ໂລກ, ອົງ​ການ​ສາ​ມັກ​ຄີ​ປະ​ຊາ​ຊົນ​ອາ​ຊີ-ອາ​ຟຣິ​ກາ ແລະ ອົງ​ການ​ປະ​ຊາ​ທິ​ປະ​ໄຕ​ສາ​ກົນ (ຊາວ​ໜຸ່ມ, ແມ່​ຍິງ, ກຳມະບານ, ນັກກົດໝາຍ ແລະອື່ນໆ), ການໃຊ້ປະໂຫຍດຈາກ​ເງື່ອນ​ໄຂສາ​ກົນທີ່ເອື້ອອຳນວຍ ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍຂອງ​ສົງ​ຄາມ ແລະ ວິ​ກິດ​ການ​ເສດ​ຖະ​ກິດ-ສັງ​ຄົມ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້ຮ່ວມກັນ​ຂອງ​ປະຊາຊົນໂລກ​ ເພື່ອ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າທາງ​ສັງຄົມ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການປ່ຽນແປງໃໝ່​ປະເທດຢ່າງຮອບດ້ານ​, ການ​ເຄື່ອນ​ໄຫວການ​ຕ່າງປະ​ເທດ​ໄດ້​ເລີ່​ມດຳ​ເນີນ​ໄປຕາມທິດເປີດກວ້າງ. ການຕ່າງປະເທດ​ປະຊາຊົນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ການເຮັດໃຫ້​ການ​ພົວພັນ​ກັບ​ຈີນ, ອາ​ເມ​ລິ​ກາ​ເປັນ​ປົກກະຕິ;​ ເພີ່ມ​ທະວີ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດກັບ​ລາວ, ຮັກສາ​ການ​ພົວພັນ​ມິດຕະພາບ​ກັບ​ກຳປູ​ເຈຍ, ຮັກສາ​ການ​ພົວພັນ​ກັບ​ສະຫະພາບ​ໂຊ​ວຽດ ​ແລະ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ເອີຣົບ​ຕາ​ເວັນ​ອອກ ​ໃນ​ຂະນະ​ທີ່​ປະ​ເທດ​ເຫຼົ່າ​ນີ້​ຕົກຢູ່ໃນພາວະ​ວິ​ກິດ, ຂະຫຍາຍ​ການ​ພົວພັນ​ກັບ​ຫຼາຍ​ປະ​ເທດ​ໃນ​ອາຊີ, ອາ​ຟຣິກາ, ​ເອີ​ຣົບ​ເໜືອ, ​ເອີຣົບ​ຕາ​ເວັນ​ຕົກ, ຍີ່ປຸ່ນ. ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຍັງ​ປະກອບສ່ວນ​ຮັກສາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ປະຊາທິປະ​ໄຕ​ສາກົນ​ ໃນ​ສະພາບ​ທີ່​ຫຍຸ້ງຍາກ​ ພາຍຫຼັງ​ລະບອບ​ສັງຄົມ​ນິຍົມ​ຢູ່​ສະຫະພາບ​ໂຊ​ວຽດ ​ແລະ​ເອີຣົບ​ຕາ​ເວັນ​ອອກ​ພັງທະລາຍ.

ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ບັນ​ດາ​ອົງ​ການ​ປະ​ຊາ​ຊົນຂອງ​ຫວຽດ​ນາມ ໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ, ໄດ້ຜັນ​ຂະ​ຫຍາຍ ແລະຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ກັບ​ປະຊາຊົນ​ໃນ​ທົ່ວ​ໂລກ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ມາ​ຮອດ​ປະຈຸ​ບັນ, ບັນດາ​ອົງການ​ການ​ເມືອງ-ສັງຄົມ, ບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ຄູ່​ຮ່ວມ​ມື ​ແລະ ບຸກຄົນ​ນັບ​ພັນ​ໃນ​ທົ່ວໂລກ​. ວຽກງານການ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງຫວຽດນາມ ​ແລະ ບັນດາ​ປະ​ເທດ. ກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ (ຈີນ, ລາວ, ກໍາ​ປູ​ເຈຍ) ແລະສະມາຄົມ​ບັນດາ​ປະ​ເທດ​ອາ​ຊີຕາເວັນອອກສ່ຽງໃຕ້, ບັນດາ​ອົງການ​ຂອງ​ປະຊາຊົນ​ຫວຽດນາມ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ມີ​ຄວາມ​ໝາຍ​ແທດ​ຈິງ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ອຸດົມສົມບູນ(5); ລົງ​ນາມ ​ແລະ ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ; ​ເອົາ​ໃຈ​ໃສ່​ເຖິງ​ການ​ເຄື່ອນ​ໄຫວ “​ເຖິງ​ໃຈຜ່ານ​ການ​ຈັດ​ຕັ້ງ​ການ​ພົບ​ປະ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ, ບັນດາ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ປະຊາຊົນ, ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ການແຂ່ງຂັນ​ຊອກ​ຮູ້​ຮີດຄອງ​ປະ​ເພນີ​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ ໃນ​ທຸກ​ຂັ້ນ​ ນັບ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ..., ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງຂອງຜູ້ຄົນຈຳນວນຫຼາຍ​ ຈາກ​ຫຼາຍ​ຮູບ​ຫຼາຍ​ແບບ, ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ທີ່ເປັນມູນເຊື້ອ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະກັນ, ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ, ການ​ສຶກສາ​ມູນເຊື້ອໃຫ້ປະຊາຊົນ​ທຸກ​ຊັ້ນວັນນະ, ໂດຍ​ສະ​ເພາະ​ແມ່ນ​ລຸ້ນໃໝ່ ​ແຕ່​ຍັງ​ສ້າງ​ກົນ​ໄກການ​ແລກປ່ຽນ​ທີ່​ສຳຄັນ​ໃຫ້​ນັກວິຊາການ ​ນັກ​ຄົ້ນຄວ້າ ​ແລະ ​ຜູ້​ຊ່ຽວຊານ ​ໄດ້​ພົບ​ປະ ​ແລະແລກ​ຢ່າງ​ເປີດ​ເຜີຍ ​ແລະ ກົງ​ໄປ​ກົງ​ມາ ​ບົນ​ຈິດ​ໃຈ​ສ້າງສັນ​ໃນ​ບັນດາ​ບັນຫາ​ທີ່​ແຕກ​ຕ່າງ​ກັນ.

ກັບບັນດາປະເທດໃຫຍ່ຄືອາເມລິກາ, ພ້ອມກັນກັບການເຮັດໃຫ້ການພົວພັນກັບຄູ່ຮ່ວມມືແບບດັ້ງເດີມເຊັ່ນ ອົງການຝ່າຍຊ້າຍ, ອົງການກ້າວໜ້າ, ອົງການນັກຮົບເກົ່າ, ​ອົງການ​ສັນຕິພາບ​ແລະມິດຕະພາບ ໃຫ້ເລິກເຊິ່ງຂຶ້ນຕື່ມນັ້ນ, ບັນດາ​ອົງການ​​ປະຊາຊົນ​ຫວຽດນາມ ​ໄດ້ຂະຍາຍ​ການ​ພົວພັນ​ກັບ​ບັນດາ​ອົງການ​ສັງຄົມ, ມະຫາວິທະຍາ​ໄລ, ​ໂຮງຮຽນ​ມັດ​ທະ​ຍົມ, ສູນແລະສະ​ຖາ​ບັນ​ຄົ້ນຄວ້າ, ​ອົງການ​ຂອງ​ລູກ​ຫຼານ​ທະຫານ​ອາ​ເມ​ລິ​ກາ ທີ່​​ສູນຫາຍໄປ​ໃນ​ສົງຄາມຫວຽດນາມ; ຕັ້ງໜ້າ​ຂົນຂວາຍ​ບັນດາ​ອົງການແລະບຸກຄົນ ປະກອບສ່ວນ​ຊຸກຍູ້​ການ​ປອງ​ດອງ​, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະກັນ, ​ແກ້​ໄຂຜ່ານຜ່າ​ຜົນ​ຮ້າຍ​​ຈາກ​ສົງຄາມ ​ແລະ ​ເຂົ້າ​ຮ່ວມ​ການ​​ຄົ້ນ​ຫາ ​ແລະ ​ລວບລວມ​ສົບ​ຂອງ​ນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ ແລະ ທະຫານອາເມລິກາທີ່ຫາຍສາບສູນ (MIA).

ຄຽງ​ຂ້າງ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ເພື່ອນ​ມິດ​ດັ້ງເດີມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ (ກູບາ, ລັດເຊຍ ແລະ ບັນດາປະເທດໃນສະຫະພາບໂຊວຽດກ່ອນໜ້ານີ້, ອິນເດຍ, ຍີ່ປຸ່ນ, ເກົາຫຼີໃຕ້, ບັນດາຄູ່ຮ່ວມມືໃນເອີຣົບຕາເວັນອອກແລະຕາເວັນຕົກ, ສະຫະລັດອາເມລິກາ ແລະ ປະເທດອາເມລິກາລາຕິນ, ຫຼາຍປະເທດໃນພາກພື້ນອາຊີ-ປາຊີຟິກ, ຕາເວັນອອກກາງ, ອາຟຣິກາ,...) ກໍ່ໄດ້ຮັບການສົ່ງເສີມຕໍ່ໄປ. ວຽກງານການຕ່າງປະເທດ​ປະຊາຊົນ​​ບໍ່​ພຽງ​ແຕ່​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ດັ້ງ​ເດີມ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນເທົ່ານັ້ນ, ແຕ່ຍັງສ້າງຊ່ອງທາງການແລກປ່ຽນທີ່ສໍາຄັນ ໃນການແລກປ່ຽນຂໍ້ມູນແລະປະສົບການ ຕະຫຼອດຈົນເຖິງການສື່ສານທີ່ເປີດເຜີຍແລະກົງໄປກົງມາ ກັບຄູ່ຮ່ວມງານ ໃນທຸກບັນຫາ.

ໃນ​ຊ່ອງ​ທາງພະຫຸພາຄີ, ບັນດາ​ອົງການ​ຂອງ​ປະຊາຊົນ​ຫວຽດນາມ ​ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າແລະມີ​ຄວາມ​ຮັບຜິດຊອບ ໃນ​ກົນ​ໄກ​ການຮ່ວມ​ມື​ແບບ​ດັ້ງ​ເດີມ​ຂອງ​ປະຊາຊົນ​ຄື: ສະພາ​ສັນຕິພາບ​ໂລກ, ອົງ​ການ​ສາມັກຄີ​ປະ​ຊາ​ຊົນ​ອາ​ຊີ-ອາ​ຟຣິ​ກາ, ອົງ​ການພາສາ​ເອ​ສ​ເປຣັນ​ໂຕ ສາກັນ, ອົງ​ການ​ປະ​ຊາ​ທິ​ປະ​ໄຕ (ຊາວໜຸ່ມ, ແມ່ຍິງ, ກຳມະບານ, ນັກກົດໝາຍ...), ກອງປະຊຸມໂລກເພື່ອຕ້ານລະເບີດປະລໍາມະນູແລະລະເບີດໄຮໂດຣເຈນ, ແຕ່ຍັງເສີມຂະຫຍາຍບົດບາດແລະສະແດງສຽງໃນເວທີປາໄສ ແລະກົນໄກຂອງສະຫະປະຊາຊາດ (ສະພາ​ເສດຖະກິດແລະສັງຄົມ(6),  ກົນ​ໄກ​ສິດທິ​ມະນຸດ), ອາ​ຊຽນ (ເວທີ​ປາ​ໄສ​ປະຊາຊົນ​ອາ​ຊຽນ, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ກົນ​ໄກການ​ຮ່ວມ​ມື​ແມ່​ນ້ຳຂອງ), ເວທີປາໄສປະຊາຊົນອາຊີ-ເອີຣົບ... ອົງການຈັດຕັ້ງປະຊາຊົນຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງການເຄື່ອນໄຫວປະຊາຊົນຫຼາຍຝ່າຍທີ່ສຳຄັນໃນຫວຽດນາມ, ໃນ​ນັ້ນ​ມີ​ ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ສັນ​ຕິ​ພາບຄັ້ງ​ທີ 22 ຢູ່​ຫວຽດ​ນາມ (ປີ 2022), ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ອາ​ຊຽນ (ປີ 2010 ແລະປີ 2020), ເວທີປາໄສປະຊາຊົນອາຊີ-ເອີຣົບ (ປີ 2004), ກອງປະຊຸມໃຫຍ່ເອສເປຣັນໂຕທົ່ວໂລກ (ປີ 2012) ແລະກອງປະຊຸມໃຫຍ່ເອສເປຣັນໂຕ ໃນອາຊີ-ໂອເຊອາເນຍ (ປີ 2019)..., ພວກ​ເຮົາ​ຍັງ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ໂດຍສະເພາະ​ ການ​ຕໍ່ສູ້​ຕ້ານ​ອາວຸດ​ນິວ​ເຄຼຍ(7), ຊຸກຍູ້​ການ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ​ສະຫະ​ປະຊາ​ຊາດ (SDG), ຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,... ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ​ໂດຍ​ລວມ ​ແລະ ບັນດາ​ອົງການ​ຂອງ​ປະຊາຊົນ​ຫວຽດນາມ​ໂດຍ​ສະ​ເພາະ ​ຕໍ່​ປະຊາ​ຄົມ​ໂລກ, ປະກອບສ່ວນ​ຍົກ​ສູງ​ຊື່​ສຽງ​ຂອງ​ບັນດາ​ອົງການ​ຂອງ​ປະຊາຊົນ​ຫວຽດນາມ.

ຍ້ອນ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ຂະໜາດ​ໃຫຍ່, ພ້ອມ​ທັງ​ບົດບາດ​ທີ່​ເພີ່ມຂຶ້ນ​ໃນ​ເວທີ​ປາ​ໄສ ແລະກົນ​ໄກ​ຫຼາຍ​ຝ່າຍ, ການ​ຕ່າງປະ​ເທດ​ປະຊາຊົນ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ ໃນການ​ປົກປ້ອງຜົນ​ປະ​ໂຫຍ​ດຂອງ​ຊາດ. ບັນດາ​ອົງການ​​ປະຊາຊົນ​ຫວຽດນາມ ​ໄດ້​ເປັນເຈົ້າການໃນການເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ປະກອບ​ຄຳ​ເຫັນ​ຂອງ​ປະຊາຊົນ​ ກ່ຽວ​ກັບ​ຫຼາຍ​ບັນຫາທີ່​ສັບສົນ, ພິ​ເສດ​ແມ່ນ​ ໃນ​​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ຊົນ​ເຜົ່າ, ສາສະໜາ, ​ເຂດ​ທະ​ເລ​ຕາ​ເວັນ​ອອກ(8), ແຫຼ່ງນ້ຳໃນແມ່ນ້ຳຂອງ, ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ... ​ແລະ ​ເຂົ້າ​ຮ່ວມ ​ແລະ ປະສານສົມທົບ​​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ໃນ​ການ​ແກ້​ໄຂ​ບັນຫາ​​ການ​ພົວພັນ​ສອງຝ່າຍທີ່ເຫຼືອຢູ່ ລະຫວ່າງ​ຫວຽດນາມ​ກັບ​ປະ​ເທດອື່ນ.

ຈຸດ​ເດັ່ນ​ອັນ​ໜຶ່ງ​ຂອງ​ການຕ່າງປະເທດ​ປະຊາຊົນ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແມ່ນ​ວຽກງານການ​ຂົນຂວາຍ​ຕ່າງປະ​ເທດ​ທີ່​ບໍ່​ແມ່ນພາກລັດ. ໃນໄລຍະ 2011-2020, ​ໂດຍ​ທົ່ວ​ໄປ, ອົງການ​ຈັດ​ຕັ້ງ​​ປະຊາຊົນ​ຫວຽດນາມ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ​ເວົ້າ​ສະ​ເພາະ ​ມີ​ການ​ພົວພັນ​ກັບ 1.200 ກວ່າ​ອົງການ, ຍອດ​ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​ໃຫ້ລ້າຈາກ​ຕ່າງປະ​ເທດ​ບັນລຸ 2,85 ຕື້ໂດລາສະຫະລັດ. ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ແມ່ນ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ຄື: ສາທາລະນະ​ສຸກ (ກວມ 33,2%), ພັດທະນາ​ເສດຖະກິດ-ສັງຄົມ (18,5%), ​ແລະ ການ​ແກ້​ໄຂ​ບັນຫາ​ສັງຄົມ (19,5%), ການ​ສຶກສາ - ຝຶກອົບລົມ (10,6%), ການປົກປ້ອງສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ (10,1%), ການບັນເທົາທຸກສຸກເສີນ ແລະ ເສີມສ້າງຄວາມສາມາດໃນການເຊື່ອມໂຍງສາກົນ.

ອາດ​ເວົ້າ​ໄດ້​ວ່າ, ຕະຫຼອດ​ໄລຍະ​ປະຫວັດສາດ​ການ​ປະຕິວັດ​ຫວຽດນາມ, ການ​ຕ່າງປະເທດປະຊາຊົນ​ໄດ້​ເປັນ​ຂົວ​ຕໍ່, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ ​ໃນຫຼາຍ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ສຶກສາ, ວັດທະນະທຳ, ການທ່ອງທ່ຽວ... ການຕ່າງປະເທດ​ປະຊາຊົນ​ສົມທົບ​ກັບ​ການ​ຕ່າງປະເທດ​ຂອງ​ພັກ ​ແລະ ການ​ທູດ​ແຫ່ງ​ລັດ ກໍ່ສ້າງ​ພື້ນຖານ​ສາກົນ​ທີ່ເອື້ອອຳນວຍ​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ, ​ຊ່ວຍ​ໃຫ້​ປະຊາຊົນໂລກ​ເຂົ້າ​ໃຈຫວຽດນາມ​ຢ່າງ​ຈະ​ແຈ້ງແລະ​ຖືກຕ້ອງ, ສະໜັບສະໜູນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຫວຽດນາມ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ຂອງ​ປະຊາຊົນ​ໂລກ​ ເພື່ອ​ສັນຕິພາບ ​ແລະ ຄວາມ​ກ້າວໜ້າທາງ​ສັງຄົມ.

ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ ​ແມ່ນ​ບົດຮຽນ​ອັນ​ເລິກ​ເຊິ່ງ ​ແລະ ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​​ພະນັກງານ​ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ລຸ້ນຕໍ່ໍໍລຸ້ນ ​ເພື່ອ​ນຳ​ແນວຄິດ​ການ​ທູດ​ຂອງ​ໂຮ່ຈີ​ມິນ ມາປະຍຸກໃຊ້​​ໃນ​ເງື່ອນ​ໄຂ​ໃໝ່​ຂອງ​ປະ​ເທດ.

ສະພາບແວດລ້ອມໃໝ່, ສະຖານະການໃໝ່, ວຽກງານໃໝ່

ໃນ​ຊຸມ​ປີທີ່ຜ່ານມາ​ມໍ່​ນີ້, ໂລກ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ສະ​ລັບ​ສັບ​ຊ້ອນ, ຄາດ​ເດົາບໍ່ໄດ້ ​ແລະ​ບໍ່​ເຄີຍເກີດຂຶ້ນ​ມາ​ກ່ອນ. ການ​ແກ່ງແຍ້ງກັນລະຫວ່າງປະເທດ​ໃຫຍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ລະດັບ, ຂະຫຍາຍຂອບເຂດ​ແລະ​ຂົງເຂດ, ສົ່ງ​ຜົນ​ກະ​ທົບ​ບໍ່​ພຽງ​ແຕ່ຕໍ່​ຄວາມໝັ້ນຄົງ-ການ​ເມືອງ, ສັນ​ຕິ​ພາບ-ສະ​ຖຽນ​ລະ​ພາບ​ເທົ່ານັ້ນ, ແຕ່​ຍັງ​ລວມທັງ​ເສດ​ຖະ​ກິດ-ສັງ​ຄົມ ແລະ ໂຄງສ້າງການພົວ​ພັນ​ສາ​ກົນອີກນຳ​. ໂດຍສະເພາະ, ໃນໄລຍະ 2 ປີຜ່ານມາ, ການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມກັບການປະທະກັນລະຫວ່າງລັດເຊຍ ແລະ ຢູແຄຣນ ໄດ້ກໍ່ໃຫ້ເກີດວິກິດການດ້ານເສດຖະກິດ, ສັງຄົມ ແລະ ພະລັງງານຫຼາຍຢ່າງ. ນອກ​ນີ້, ຍັງ​ມີ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ເຊິ່ງ​ຂ້າມ​ຊາຍ​ແດນປະເທດ ​ແລະ​ກາຍ​ເປັນ​ຄວາມ​ກັງ​ວົນ​ລະດັບ​ໂລກ.

ພາກ​ພື້ນ​ອິນ​ໂດ​-ປາ​ຊີ​ຟິກ​ມີ​ທີ່​ຕັ້ງ​ພູມສາດ-ຍຸດ​ທະ​ສາດ ​ດ້ານ​ເສດຖະກິດ, ການ​ເມືອງ, ການປ້ອງ​ກັນ​ປະເທດ ປ້ອງກັນຄວາມໝັ້ນຄົງ, ໂດຍມີ​ປະຊາກອນ​ກວ່າ​ເຄິ່ງໜຶ່ງ​ຂອງ​ໂລກ ແລະກວມເອົາ 60% ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (ຈີດີພີ) ທົ່ວໂລກ, ດ້ວຍ​ຫຼາຍ​ເສັ້ນ​ທາງ​ທະ​ເລ​ທີ່​ສຳ​ຄັນ, ສືບ​ຕໍ່​ເປັນ​ເຂດ​ຈຸດ​ສຸມ​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່ ແລະ ບັນ​ດາ​ປະ​ເທດຂະໜາດ​ກາງ​ອື່ນໆ. ການແກ່ງແຍ້ງຍຸດທະສາດນັບມື້ນັບເພີ່ມຂຶ້ນ ແລະບັນດາປະເທດໃຫຍ່ພວມເພີ່ມຄວາມພະຍາຍາມໃນການດຶງດູດບັນດາປະເທດໃນພາກພື້ນຜ່ານບັນດາກົນໄກ ແລະ ຄວາມລິເລີ່ມໃໝ່. ນີ້​ແມ່ນ​ໜຶ່ງ​ໃນ​ພື້ນທີ່​ທີ່​ມີ “ຈຸດ​ຮ້ອນ” ຈໍາ​ນວນ​ຫຼາຍ ​ທີ່​ບໍ່​ສາ​ມາດ​ແກ້​ໄຂ​ໄດ້​. ຄວາມ​ເຄັ່ງ​ຕຶງ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ (ຈີນ), ​ທະ​ເລ​ຕາ​ເວັນ​ອອກ, ແຫຼມ​ເກົາຫຼີ ​ແລະ ການແຂ່ງຂັນກັນປະກອບ​ອາວຸດ​ ​​ແມ່ນ​ບັນຫາສຳຄັນ ແລະມີຄວາມສ່ຽງ​ທີ່​ຈະ​ກາຍ​ເປັນ​ສົງຄາມທີ່​ຮ້ອນແຮງ.

ສະຖານະ​ການ​ໂລກ​ແລະພາກ​ພື້ນ ໄດ້ແລະພວມ​​ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ ​ແລະ ຫຼາຍ​ດ້ານ ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ປະຊາຊົນ​ໃນ​ໂລກ ​ແລະ ພາກ​ພື້ນ. ວິ​ກິດ​ການ​ທີ່​ເກີດ​ຂຶ້ນ​ທົ່ວ​ໂລກ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ພ້ອມ​ກັບກະແສຄວາມເປັນປະຊາທິປະໄຕ​ຂອງ​ຊີ​ວິດສາ​ກົນ ແລະ ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ໄດ້​ພາ​ໃຫ້​ເກີດຂະບວນການ​ສັງຄົມ​ຕໍ່ຕ້ານ​ລັດທິ​ຜະ​ເດັດ​ການ, ຄວາມ​ບໍ່​ຍຸຕິ​ທຳ ເພື່ອຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປະຊາທິປະ​ໄຕ ​ແລະ ຄວາມ​ຍຸຕິ​ທຳ​ທາງສັງຄົມ​ໃນ​ໂລກ. ບັນດາຮູບ​ແບບ​ການ​ເຕົ້າ​ໂຮມ​ກຳລັງ​ປະຊາຊົນ​ນັບ​ມື້​ນັບ​​ຫຼາກ​ຫຼາຍ​ແລະຍືດຫຍຸ່ນ, ບັນດາ​ເວທີ​ປາ​ໄສ​ປະຊາຊົນ​ທົ່ວ​ໂລກ, ລະຫວ່າງ​ພາກ​ພື້ນ ​ແລະ ລະດັບພາກ​ພື້ນ ຈົນ​ເຖິງ​ເຄືອ​ຂ່າຍສະເພາະເລື່ອງ, ການເຕົ້າໂຮມກໍາລັງຂອງປະຊາຊົນ ບົນພື້ນຖານເຄືອຂ່າຍສັງຄົມຕ່າງໆ ພວມໄດ້ຮັບຄວາມນິຍົມ ແລະສະລັບສັບຊ້ອນ. ບັນດາ​ປະ​ເທດ, ​ໂດຍ​ສະ​ເພາະ ​ປະ​ເທດ​ມະຫາ​ອຳນາດ, ສືບ​ຕໍ່​ເພີ່ມ​ການ​ໃຊ້ຂະບວນການ​ປະຊາຊົນ, ​ການຈັດຕັ້ງປະຊາຊົນ, ສັງຄົມພົນລະເຮືອນເປັນຮູບແບບໃໝ່ຂອງການເຕົ້າໂຮມກຳລັງ, ສ້າງອິດທິພົນ, ທັງເປັນການຄອບງຳ, ສົ່ງຜົນກະທົບ, ແຊກແຊງເຂົ້າໃນວຽກງານພາຍໃນຂອງປະເທດອື່ນໆ.

ໃນ​ສະພາບ​ການ​ນັ້ນ, ການ​ຕ່າງປະເທດ​ປະຊາຊົນ​ຫວຽດນາມ ພວມ​ປະສົບ​ກັບ​ກາລະ​ໂອກາດອັນ​ໃຫຍ່​ຫຼວງ ​ແຕ່ກໍ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ, ໂດຍສະເພາະ​ແມ່ນ​ໃນ​ວຽກ​ງານ​ລະດົມ​ແນວ​ໂຮມ​ສາມັກຄີ​ສາກົນ ​ເພື່ອ​ໜູນ​ຊ່ວຍຫວຽດນາມ, ສ້າງ​ພື້ນຖານສະພາບແວດລ້ອມ​ສາກົນທີ່​ຕັ້ງໜ້າ ​ແລະ ເອື້ອອຳນວຍ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ ​ແລະ ພັດທະນາ​ຂອງ​ປະ​ເທດ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ກຳນົດ​ໜ້າທີ່​ການ​ຕ່າງປະ​ເທດວ່າ: ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດປະຈັນບານໃນການ​ສ້າງສາ ແລະ ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ລະດົມ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ ​ເພື່ອ​ພັດທະນາ​ປະ​ເທດ, ຍົກ​ສູງ​ທີ່​ຕັ້ງ ​ແລະ ກຽດ​ສັກ​ສີ​ຂອງ​ປະ​ເທດ(9), ໃນນັ້ນ, ການຕ່າງປະເທດປະຊາຊົນຖືເປັນໜຶ່ງໃນສາມເສົາຄໍ້າ, ພ້ອມກັບການຕ່າງປະເທດຂອງພັກ ແລະ ການທູດຂອງລັດ, “ການຕ່າງປະເທດປະຊາຊົນແມ່ນໜ້າທີ່ຂອງລະບົບການເມືອງທັງໝົດ, ຂອງສະມາຊິກພັກແຕ່ລະຄົນ ແລະ ປະຊາຊົນ”.

ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງວຽກ​ງານ​ການ​ຕ່າງປະ​ເທດ​​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ປະ​ເທດ, ບັນດາ​ກຳລັງ​ທີ່ເຮັດວຽກງານ​ການ​ຕ່າງປະ​ເທດປະຊາຊົນ​ຕ້ອງໄດ້​ສຸມ​ໃສ່​ບັນດາ​ເນື້ອ​ໃນຕໍ່ໄປນີ້:

ທີ​ໜຶ່ງ, ສືບ​ຕໍ່ຊາບຊຶມແນວທາງຂອງພັກຢ່າງ​ເລິກ​ເຊິ່ງ ​ແລະ ຕັ້ງໜ້າ​ຜັນຂະຫຍາຍແນວທາງຂອງ​ພັກກ່ຽວກັບ​ການ​ຕ່າງປະ​ເທດ​ ​ແລະ ການຕ່າງປະເທດ​ປະຊາຊົນ, ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການພົວພັນສາກົນເປັນ​ຫຼາຍຮູບຫຼາຍແບບ ຫຼາຍກ້ຳຫຼາຍ​ຝ່າຍ; ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະເທດຊາດ ບົນ​ພື້ນຖານ​ກົດໝາຍ​ສາກົນ; ເສີມຂະຫຍາຍພະລັງພາຍໃນຢ່າງສຸດຂີດ, ໃຊ້ປະໂຫຍດຈາກພະລັງຕ່າງປະເທດ; ຖື​ການຕ່າງປະເທດປະຊາຊົນເປັນໜ້າທີ່​ຂອງ​​ລະບົບ​ການ​ເມືອງທັງໝົດ, ຂອງພະນັກງານ ​ສະມາຊິກ​ພັກແຕ່ລະຄົນ ​ແລະ ປະຊາຊົນ. ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ເປັນ​ເອ​ກະ​ພາບ ແລະ ຮອບ​ດ້ານ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ລວມ​ສູນ ແລະ ມີ​ປະ​ສິດ​ທິ​ຜົນຂອງລັດ

ທີສອງ, ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ຕໍ່​ວຽກ​ງານ​ກໍ່ສ້າງ​ກຳລັງ, ​ເສີມສ້າງແລະປັບປຸງ​ການຈັດ​ຕັ້ງກົງຈັກ ​ແລະ ພະນັກງານ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ ໃຫ້​ມີ​ຄວາມ​ຄ່ອງ​ແຄ້ວ, ມີ​ປະສິດທິ​ຜົນ, ເປັນມືອາ​ຊີບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ມີກົງຈັກ​ທີ່​ເຂັ້ມ​ແຂງ ​ແລະພະ​ນັກ​ງານ​ທີ່​ມີ​ຄວາມ​ຮູ້ຄວາມສາມາດ, ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ດໍາ​ເນີນ​ງານ​ຢ່າງ​ສະ​ດວກ. ພະນັກງານ​ການ​ຕ່າງປະ​ເທດ​​ປະຊາຊົນ​ຕ້ອງ​ຝຶກ​ຝົນ​ຫຼໍ່ຫຼອມ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳແໜ້ນ ແລະ ໝູນໃຊ້ແນວທາງການຕ່າງປະເທດຂອງພັກຢ່າງ​ຊຳນິຊຳນານ, ມີລະດັບວິຊາຊີບແລະພາສາ​ຕ່າງປະ​ເທດທີ່ດີ ເພື່ອປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ທາງ​ການ​ທູດທີ່ ຮອບດ້ານ ​ແລະ ທັນ​ສະ​ໄໝຂອງ​ປະ​ເທດ.

ທີ​ສາມ, ປັບປຸງແລະເສີມສ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ດ້ານ​ການ​ຕ່າງປະ​ເທດ​​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ​ ຕາມ​ທິດ​ຫັນ​ເປັນ​ຫຼາກ​ຫຼາຍ ແລະ​ຫຼາຍກ້ຳຫຼາຍ​ຝ່າຍ. ​ຄູ່​ຮ່ວມ​ມື​ທາງ​ການຕ່າງປະເທດ​ປະຊາຊົນ​ບໍ່​ຄວນ​ຈຳກັດ​ຢູ່ພຽງ​ອົງການ​ຝ່າຍ​ຊ້າຍ, ອົງການ​ປະຊາຊົນ, ຄູ່​ຮ່ວມ​ມື​ໃນ​ບັນດາ​ປະ​ເທດເພື່ອນມິດແບບດັ້ງເດີມເທົ່ານັ້ນ, ​ແຕ່ຄວນ​ຂະຫຍາຍ​ການ​ພົວພັນ​ກັບ​ອົງການ ​ແລະ ບຸກຄົນຈຳນວນຫຼາຍ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈາກ​ອົງການ​ເອກະຊົນ, ອົງການ​ສັງຄົມ, ສະ​ຖາ​ບັນ​ຄົ້ນ​ຄ້ວາ, ພັກຝ່າຍຕ່າງໆ ຈົນເຖິງນັກວິຊາການ, ນັກ​ການ​ເມືອງ ​ແລະ ບຸກຄົນ​ທີ່​ປາດ​ຖະໜາ​ຢາກ​ພົວພັນ​ມິດຕະພາບ ​ແລະ ​ຮ່ວມ​ມື​ກັບຫວຽດນາມ.

ທີສີ່, ປ່ຽນແປງໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ສືບ​ຕໍ່​ປ່ຽນແປງໃໝ່ ​ແລະ ປ່ຽນແປງໃໝ່​ຢ່າງແຂງແຮງ. ໃນ​ສະ​ພາບ​ການ​ໂລກ​ທີ່​ມີ​ການ​ປ່ຽນ​ແປງຢ່າງ​ວ່ອງ​ໄວ ​ໃນທຸກ​ວັນທຸກ​ຊົ່ວ​ໂມງ ດ້ານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​, ດ້ານ​ການ​ພົວ​ພັນ​ສາ​ກົນ, ເພື່ອ​ບໍ່​ໃຫ້​ຕົກ​ຢູ່​ເບື້ອງ​ຫຼັງ, ບໍ່​ໃຫ້ ຖືກປະ​ໄວ້ເບື້ອງ​ຫຼັງ”, ສືບ​ຕໍ່​ປະຕິບັດ​ບົດບາດ ການນຳໜ້າປະຈັນບານ, ປູ​ທາງ​”, ປະຕິບັດ​ບົດບາດເປັນ ເສົາ​ຄ້ຳຂອງ ການ​ທູດ​ຮອບດ້ານ ແລະ ທັນ​ສະ​ໄໝ”, ບັນດາ​ກຳລັງ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​​ປະຊາຊົນ​ ຕ້ອງ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ວິທີ​ຈິນຕະນາການ​ທີ່​ທັນ​ສະ​ໄໝ, ກ່ຽວກັບ​ເນື້ອ​ໃນ ​ແລະ ແບບວິທີ​ການ​ເຄື່ອນ​ໄຫວ.

ທີ​ຫ້າ, ​ເພີ່ມ​ທະວີ​ການປະສານ​ສົມທົບ​ກັບ​ການ​ຕ່າງປະເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ. ການຕ່າງປະເທດປະຊາຊົນ ຕ້ອງກາຍເປັນແຂນຂະຫຍາຍຢ່າງແທ້ຈິງ ຂອງການຕ່າງປະເທດ​ຂອງ​ພັກ ​ແລະ ການ​ທູດຂອງ​ລັດ, ຈາກ​ນັ້ນ​ສ້າງ​ກຳລັງ​ແຮງສັງ​ລວມຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ./.

------------------------------

(1) ໂຄງການການເມືອງຂອງພັກແຮງງານຫວຽດນາມໜັງສືພິມເອເລັກໂຕຣນິກຂອງ ພັກກອມມູນິດຫວຽດນາມ, ອອກວັນທີ 19 ເມສາ 2018, https://tulieuvankien.dangcongsan.vn/ban-chap-hanh-trung-uong-dang/dai-hoi-dang/lan-thu-ii/chinh-cuong-dang-lao-dong-viet-nam-1448

(2), (3) ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2019, ເຫຼັ້ມ 1, ໜ້າ 334, 656.

(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 162.

(5) ງານ​ມະ​ໂຫລານ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຄັ້ງ​ທີ 3 (ປີ 2012) ແລະຄັ້ງທີ 4 (ປີ 2017) ໄດ້​ດຳ​ເນີນ​ຢູ່​ຫວຽດ​ນາມ ແລະ ລາວ ຕາມ​ລຳ​ດັບ, ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງຄົບຮອບ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ແລະ ​ຄົບຮອບ 35 ປີ ​ແລະ 40 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ແລະການ​ຮ່ວມ​ມື ຫວຽດນາມ-ລາວ; ການ​ພົບ​ປະ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ກຳປູ​ເຈຍ ຄັ້ງ​ທີ 3 (ປີ 2012) ​ແລະ ຄັ້ງ​ທີ 4 (ປີ 2017) ​ດຳ​ເນີນ​ຢູ່ຫວຽດນາມ ​ແລະ ກຳປູ​ເຈຍ ຕາມ​ລຳດັບ ເພື່ອສະ​ເຫຼີມ​ສະ​ຫຼອງ​ປີ​ມິດ​ຕະ​ພາບ ຫວຽດ​ນາມ-ກຳ​ປູ​ເຈຍ ແລະ ສະ​ເຫຼີມ​ສະ​ຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ ຄົບ​ຮອບ 45 ປີ ແລະ 50 ປີ; ຈັດ​ຕັ້ງ​ໃຫ້ຄະ​ນະ​ນັກ​ຊ່ຽວ​ຊານ​ຫວຽດ​ນາມຢູ່ລາວ​ ມາ​ຢ້ຽມ​ຢາມ​ລາວ (ເລີ່ມ​ແຕ່​ປີ 2010 ແລະບັນດາປີ 2011, 2013, 2018, 2019), ຄະນະຜູ້ແທນ​ນັກຮົບ​ເກົ່າ ​ແລະ ພົນລະ​ເມືອງ​ລາວ ​ທີ່ເຄີຍ​​ຄຽງບ່າຄຽງໄຫຼ່ ​ປົກປ້ອງ​ແລະຊ່ວຍ​ເຫຼືອທະຫານ​ອາສາ​ສະໝັກ​ຫວຽດນາມ ໄປຢ້ຽມຢາມ​ຫວຽດນາມ (ປີ 2012 ແລະປີ 2017); ​ໂຄງການ “​ບຳລຸງ​ສ້າງ​ມິດຕະພາບ​ໃຫ້​ບັນດາ​ນັກ​ສຶກສາ ກຳປູ​ເຈຍ ທີ່​ພວມ​ຮ່ຳຮຽນ​ຢູ່ຫວຽດນາມ (​ເລີ່​ມ​ແຕ່​ປີ 2012); ລະດົມກຳລັງ ແລະ ບໍລິຈາກດ້ວຍຄວາມສະໝັກໃຈທັນທີ ເພື່ອຊ່ວຍເຫຼືອປະຊາຊົນລາວໃນການແກ້ໄຂເຫດການເຂື່ອນແຕກ ຢູ່ແຂວງອັດຕະປື (ປີ 2018); ຊ່ວຍເຫຼືອ, ບໍລິຈາກ, ສະໜັບສະໜູນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 (ປີ 2020)

(6) ປະຈຸ​ບັນ, ມີອົງການປະຊາຊົນ​ຫວຽດນາມ 4 ອົງການ ທີ່​ມີ​ສະຖານະເປັນທີ່​ປຶກສາເອກະຊົນຢູ່ທີ່​ສະພາ​ເສດຖະກິດ ​ແລະ ສັງຄົມ​ແຫ່ງ​ສະຫະ​ປະຊາ​ຊາດ, ໃນ​ນັ້ນ​ມີ​ ກອງ​ທຶນ​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ຫວຽດນາມ ຂຶ້ນກັບ​ສະ​ຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສູນ​ແມ່ຍິງ ​ແລະ ການພັດທະນາ ຂຶ້ນກັບສະຫະພັນແມ່ຍິງສູນກາງ, ສະມາຄົມວາງແຜນຄອບຄົວຫວຽດນາມ, ສູນ​ພັດ​ທະ​ນາ​ຊົນ​ນະ​ບົດ​ແບບ​ຍືນ​ຍົງ​ ຂຶ້ນ​ກັບ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ.

(7) ໃນລະຫວ່າງການໂຄສະນາການເກັບລາຍເຊັນ ຮຽກຮ້ອງຫຼ້າສຸດໃຫ້ຫຼຸດອາວຸດນິວເຄຣຍ ໂດຍຂະບວນການຊາວຍີ່ປຸ່ນແລະທົ່ວໂລກ, ອົງການສັນຕິພາບຫວຽດນາມ - ສະມາຊິກຂອງສະ​ຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ - ເຮັດໜ້າທີ່ເປັນສູນກາງໃນການປະສານງານກັບອົງການທ້ອງຖິ່ນ ແລະປະຊາຊົນຫວຽດນາມ ເພື່ອລວບລວມລາຍເຊັນຈຳນວນຫຼາຍທີ່ສຸດໃນທົ່ວໂລກ (ໃນປີ 2016 ມີລາຍເຊັນ 1,5 ລ້ານ / 6 ລ້ານລາຍເຊັນທົ່ວໂລກ ແລະໃນປີ 2020 ມີລາຍເຊັນເກືອບ 1 ລ້ານລາຍເຊັນ)

 (8) ປະສານ​ສົມທົບ​ກັບ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ແລະ ສຳນັກ​ພິມ​ຈຳໜ່າຍ​ສຶກສາທິການ ​ແລະ ສຳນັກ​ພິມ​ຈຳໜ່າຍ​ໂລກ ​ເພື່ອ​ລວບ​ລວມ, ຈັດ​ພິມ ​ແລະ ພິມ​ຈຳໜ່າຍ​ຄືນ​ໃໝ່ປຶ້ມ ຫວຽດ​ນາມ ແລະ ທະ​ເລ​ຕາ​ເວັນ​ອອກເປັນ​ພາ​ສາ​ຫວຽດນາມ (ເຜີຍແຜ່ໃນ​ປີ 2011, ພິມ​ຈຳໜ່າຍ​ໃໝ່​ໃນ​ປີ 2014 ແລະ 2017) ແລະພາສາ​ອັງກິດ (ເຜີຍແຜ່​ໃນ​ປີ 2012, ພິມ​ຈຳໜ່າຍ​ໃໝ່​ໃນ​ປີ 2014 ແລະ 2017)

(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 162

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1016 (ເດືອນມິຖຸນາ 2023)