ບົດຮຽນການສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ,
ຍາດແຍ່ງເອົາການສະໜັບສະໜູນຂອງປະຊາຊົນໃນໂລກ
ຕາມພິໄນກຳຂອງປະທານໂຮ່ຈີມິນ
ຍາດແຍ່ງເອົາການສະໜັບສະໜູນຂອງປະຊາຊົນໃນໂລກ
ຕາມພິໄນກຳຂອງປະທານໂຮ່ຈີມິນ
ນີ້ແມ່ນພື້ນຖານຂອງແນວຄິດກ່ຽວກັບການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ, ກາຍເປັນທິກນຳສຳຄັນສຳລັບວຽກງານການຕ່າງປະເທດ ແລະ ກໍ່ສ້າງປະເທດຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ໃນຂະບວນການປະຕິບັດພິໄນກຳ ຂອງປະທານໂຮ່ຈີມິນ.
1- ປະທານໂຮ່ຈີມິນຍາມໃດກໍ່ຢືນຢັນເຖິງການເຊື່ອມໂຍງຢ່າງແໜ້ນແຟ້ນ, ສະໜິດສະໜົມ
ລະຫວ່າງການປະຕິວັດຫວຽດນາມ ແລະ ການປະຕິວັດໂລກ, ລະຫວ່າງການຕໍ່ສູ້ເພື່ອເອກະລາດ, ເສລີພາບ
ຂອງປະຊາຊົນຫວຽດນາມ ແລະ ການຕໍ່ສູ້ລວມເພື່ອສັນຕິພາບ, ເອກະລາດ, ເສລີພາບ
ຂອງປະຊາຊົນໃນໂລກ, ລະຫວ່າງລັດທິຮັກຊາດ ແລະ ລັດທິສາກົນກຳມາຊີບ
ປະທານໂຮ່ຈີມິນຖືວ່າ ການປະຕິວັດປົດປ່ອຍຊາດໃນຫົວເມືອງຂຶ້ນ ແລະ ການປະຕິວັດຂອງຊົນຊັ້ນກຳມາຊີບໃນປະເທດແມ່ ແມ່ນ “ສອງປີກຂອງນົກຕົວດຽວ”, ຢືນຢັນວ່າ ຕ້ອງສົມທົບການປະຕິວັດທັງສອງນີ້ຈຶງສາມາດດັບສູນ “ປີງສອງຫົວ” ເຊິ່ງແມ່ນລັດທິຈັກກະພັດໄດ້; ພ້ອມກັນນັ້ນ, ເພິ່ນໄດ້ຊີ້ອອກຢ່າງຈະແຈ້ງວ່າ: “ການປະຕິວັດໃນຫົວເມືອງຂຶ້ນ ກໍ່ແມ່ນພາກສ່ວນໜຶ່ງຂອງການປະຕິວັດໂລກ”(1), “ເພື່ອກູ້ຊາດ ແລະ ປົດປ່ອຍປະເທດຊາດ, ບໍ່ມີເສັ້ນທາງອື່ນໃດນອກເໜືອຈາກເສັ້ນທາງການປະຕິວັດກຳມາຊີບ”(2). ໃນໄລຍະສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະພວກຈັກກະພັດອາເມລິກາ, ເພິ່ນໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ ການເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນ ແລະສາມັກຄີທົ່ວປວງຊົນທັງຊາດ ແມ່ນປັດໄຈຕັດສິນ, ພ້ອມກັນນັ້ນກໍຕ້ອງຍາດແຍ່ງເອົາການສະໜັບສະໜູນ ການຊ່ວຍເຫຼືອຈາກເພື່ອນມິດສາກົນ. ການຕໍ່ຕ້ານຂອງພວກເຮົາແມ່ນການຕໍ່ຕ້ານອັນຍືດເຍື້ອຍາວນາມ ແລະ ທົ່ວປວງຊົນ ຮອບດ້ານ(3), ການເພິ່ງພາຕົນເອງ(4), ແລະໃນເວລາດຽວກັນໃຊ້ປະໂຫຍດຈາກ "ການສະໜັບສະໜູນສາກົນ”(5); “ອີງໃສ່ກຳລັງແຮງຂອງຕົນເອງເປັນຕົ້ນຕໍ, ພ້ອມກັນນັ້ນ ຍາດແຍ່ງເອົາການສະໜັບສະໜູນ ແລະການຊ່ວຍເຫຼືອອັນຕັ້ງໜ້າ ຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະຂອງປະຊາຊົນຜູ້ຮັກຫອມສັນຕິພາບ ແລະຄວາມຍຸຕິທໍາໃນທົ່ວໂລກ, ລວມທັງປະຊາຊົນກ້າວໜ້າຂອງອາເມລິກາ”(6).
ຄຳແນະນຳຂອງປະທານໂຮ່ຈີມິນ ມີຂໍ້ຄິດທິດສະດີສຳຄັນຫຼາຍປະການທີ່ມີຄຸນຄ່າສູງຕໍ່ພາລະກິດການກໍ່ສ້າງ ແລະ ພັດທະນາປະເທດຫວຽດນາມໃນປະຈຸບັນ.
ປະທານໂຮ່ຈີມິນໄດ້ກຳນົດແຈ້ງເນື້ອໃນຂອງກຳລັງແຮງຂອງຊາດ ແລະ ກຳລັງແຮງຂອງຍຸກສະໄໝ. ກໍາລັງແຮງຂອງຊາດແມ່ນແຫຼ່ງກຳລັງພາຍໃນທີ່ລ້ຳຄ່າ, ເປັນການປະສົມປະສານຂອງມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີ, ເຈດຈຳນົງອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມປາດຖະໜາຢາກເປັນເອກະລາດ, ເສລີພາບ ແລະ ແຫຼ່ງກຳລັງຂອງປະຊາຊົນຜ່ານການສ້າງຕັ້ງປະເທດ ແລະປົກປັກຮັກສາປະເທດຊາດນັບພັນປີ. ນັ້ນແມ່ນກຳລັງແຮງທີ່ໄດ້ຫຼໍ່ຫຼອມໃນຂະບວນການອອກແຮງງານປະດິດສ້າງ, ການຕໍ່ສູ້ອົງອາດກ້າແກ່ນ ແລະ ບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງຊາດ: “ປະຊາຊົນເຮົາມີນ້ຳໃຈຮັກຊາດອັນແຮງກ້າ. ນັ້ນແມ່ນມູນເຊື້ອອັນລ້ຳຄ່າຂອງພວກເຮົາ. ຕັ້ງແຕ່ສະໄໝບູຮານຈົນເຖິງປະຈຸບັນ, ທຸກຄັ້ງທີ່ປະເທດຊາດຖືກຮຸກຮານ, ຈິດໃຈນັ້ນກໍ່ຟົດເດືອດຂຶ້ນ ສ້າງເປັນຄື້ນລູກໃຫຍ່ທີ່ແຂງແຮງທີ່ສຸດ ແລະ ເອົາຊະນະອັນຕະລາຍແລະຄວາມຫຍຸ້ງຍາກທັງໝົດ, ມັນໂຄ່ນພວກຂາຍຊາດ ແລະຜູ້ຮຸກຮານໃຫ້ຈົມນ້ຳຕາຍທັງໝົດ”(7).
ກຳລັງແຮງຂອງຍຸກສະໄໝໃນການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ແມ່ນການປະສົມປະສານທ່າອ່ຽງກ້າວໜ້າ ແລະ ຄຸນຄ່າຄວາມກ້າວໜ້າຮ່ວມຂອງມະນຸດຊາດ, ສະທ້ອນກົດເກນແຫ່ງການເຄື່ອນໄຫວ ແລະ ການພັດທະນາຂອງປະຫວັດສາດ; ສະແດງອອກໃນຄຸນຄ່າອັນກ້າວໜ້າຂອງລັດທິກອມມູນິດ ແລະ ການປະຕິວັດກຳມາຊີບ, ແນວຄິດກ່ຽວກັບ “ເອກະລາດ - ເສລີພາບ - ຄວາມສຸກ” ທີ່ສະຫຼຸບຈາກການພັດທະນາທີ່ກ້າວຫນ້າໃນຊີວິດສາກົນ ນັບຕັ້ງແຕ່ການປະຕິວັດອາເມລິກາ (ປີ 1776), ການປະຕິວັດຝຣັ່ງ (ປີ 1789), ການປະຕິວັດເດືອນຕຸລາລັດເຊຍ (ປີ 1917), ການພັດທະນາທີ່ເຂັ້ມແຂງຂອງສາມກະແສຟອງປະຕິວັດໃນຊຸມປີ 50 - 60 ຂອງສະຕະວັດທີ XX(8). ກຳລັງແຮງຂອງຍຸກສະໄໝຍັງໄດ້ສະແດງໃຫ້ເຫັນໃນການພັດທະນາ, ຄວາມຮູ້ ແລະ ແຫຼ່ງກຳລັງຂອງວິທະຍາສາດ-ເຕັກນິກ, ການສຶກສາ ແລະ ບັນດາແຫຼ່ງກຳລັງດ້ານວັດຖຸອັນມະຫາສານຂອງບັນດາປະເທດໃນໂລກ ທີ່ຫວຽດນາມຕ້ອງການຍາດແຍ່ງເອົາ.
ປະທານໂຮ່ຈີມິນສະແຫວງຫາຄຸນຄ່າລວມຂອງຊາດ ແລະ ໂລກ ເພື່ອສ້າງການແບ່ງປັນ, ຄວາມເຫັນອົກເຫັນໃຈ ແລະ ຄວາມສາມັກຄີ. ແມ່ນນ້ຳໃຈມິດຕະພາບ ແລະ ການຮ່ວມມື ລະຫວ່າງປະຊາຊົນ ແລະ ບັນດາປະເທດອ້າຍນ້ອງ, ປະເທດເພື່ອນມິດທົ່ວ 5 ທະວີບ, ແມ່ນນ້ຳໃຈສັນຕິພາບ ແລະ ເອກະລາດ, ການເຊີດຊູຄັນທຸງສັນຕິພາບ ແລະຄວາມເປັນທຳ ຂອງປະເທດຊາດ.
ປະທານໂຮ່ຈີມິນໄດ້ລະບຸຢ່າງຈະແຈ້ງ ແລະ ເສີມຂະຫຍາຍບັນດາກຳລັງສາກົນທີ່ຈຳເປັນຕ້ອງລະດົມເພື່ອການປະຕິວັດ ໂດຍເນັ້ນໜັກວ່າ: “ໃຜກໍ່ຕາມທີ່ເຮັດການປະຕິວັດໃນໂລກແມ່ນສະຫາຍຂອງຊາວອານາມ”(9), “ເປົ້າໝາຍຂອງພວກເຮົາໃນເວລານີ້ແມ່ນອິດສະລະພາບ ແລະເອກະລາດ… ເພື່ອນຂອງພວກເຮົາໃນໄລຍະນີ້ແມ່ນທຸກປະເທດ, ປະຊາຊົນ ຫຼືກອງກຳລັງໃນໂລກທີ່ເຫັນດີກັບເປົ້າໝາຍນັ້ນ ແລະມີເຈດຈຳນົງດຽວກັນກັບເຮົາ”(10). ເພິ່ນໄດ້ສົ່ງຈົດໝາຍຫຼາຍຄັ້ງໄປຍັງອົງການສະຫະປະຊາຊາດ ແລະ ຜູ້ນຳບັນດາປະເທດໃຫຍ່ຄື ອາເມລິກາ, ອັງກິດ, ສະຫະພາບໂຊວຽດ, ຈີນ, ເພື່ອປະກາດການກໍ່ຕັ້ງສາທາລະນະລັດປະຊາທິປະໄຕ ຫວຽດນາມ (ປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ), ຢືນຢັນຄວາມຊອບທຳຂອງລັດຫວຽດນາມ. ເພິ່ນໄດ້ຕັ້ງໜ້າລະດົມການສະໜັບສະໜູນຂອງກຳລັງສັງຄົມນິຍົມ, ສ້າງຕັ້ງການພົວພັນທາງການທູດກັບຈີນ, ສະຫະພາບໂຊວຽດ, ບັນດາປະເທດສັງຄົມນິຍົມຢູ່ເອີລົບຕາເວັນອອກ ແລະ ຍາດແຍ່ງເອົາຄວາມເຫັນດີເຫັນພ້ອມຂອງຂະບວນການກອມມູນິດ ແລະກຳມະກອນສາກົນ, ຢືນຢັນ: “ໄຊຊະນະຂອງການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບຂອງຊາດເຮົາ ຕິດແໜ້ນກັບການສະໜັບສະໜູນ ແລະ ການຊ່ວຍເຫຼືອຢ່າງຕັ້ງໜ້າຂອງຄ້າຍສັງຄົມນິຍົມ ແລະ ຂອງຂະບວນການກຳມະກອນຢູ່ບັນດາປະເທດທຶນນິຍົມ”(11).
ປະທານໂຮ່ຈີມິນໃຫ້ຄວາມສຳຄັນທີ່ສຸດກັບການຮຽກຮ້ອງ, ຍາດແຍ່ງເອົາການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມຂອງກຳລັງສັນຕິພາບ, ປະຊາທິປະໄຕ ແລະ ປະຊາຄົມໂລກ ຕໍ່ການຕໍ່ຕ້ານຂອງປະຊາຊົນເຮົາ. ຕາມຄວາມຄິດຂອງເພິ່ນ, ຈຳເປັນຕ້ອງຈຳແນກໃຫ້ຈະແຈ້ງ ລະຫວ່າງລັດຖະບານລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ ແລະ ປະຊາຊົນທີ່ກ້າວໜ້າໃນບັນດາປະເທດປະເທດ ແລະຖືວ່າ ປະຊາຊົນທີ່ກ້າວໜ້າຝລັ່ງ ແລະອາເມລິກາ ເປັນພັນທະມິດຂອງປະຊາຊົນຫວຽດນາມ(12). ນີ້ແມ່ນທັດສະນະທີ່ສຳຄັນທີ່ສຸດ ເຊິ່ງຊ່ວຍໃຫ້ການຕໍ່ຕ້ານຂອງປະຊາຊົນຫວຽດນາມ ໄດ້ຮັບການສະໜັບສະໜູນອັນໃຫຍ່ຫຼວງຈາກປະຊາຊົນຂອງປະເທດຜູ້ຮຸກຮານ.
ປະທານໂຮ່ຈີມິນສະເໜີວິທີການທີ່ຍືດຫຍຸ່ນ, ປະດິດສ້າງ, ນຳພາ ແລະ ດຳເນີນກິດຈະກກຳການຕ່າງປະເທດຫຼາຍຢ່າງໂດຍກົງ ເພື່ອໃຊ້ປະໂຫຍດຈາກກຳລັງແຮງຂອງຍຸກສະໄໝ. ເພິ່ນອອກຈາກປະເທດໄປຝຣັ່ງເປັນເວລາ 4 ເດືອນ(13) ເພື່ອເຈລະຈາບັນຫາເອກະລາດຂອງຫວຽດນາມກັບລັດຖະບານຝຣັ່ງໂດຍກົງ, ພ້ອມກັນນັ້ນກໍ່ດຳເນີນການຂົນຂວາຍທາງການທູດ ໂດຍຜ່ານຊ່ອງທາງຕ່າງໆ, ເຊັ່ນການເມືອງ ແລະສື່ມວນຊົນ(14). ໃນຊຸມປີ 60 ຂອງສະຕະວັດທີ XX, ເພິ່ນໄດ້ມີການພົບປະກັບຜູ້ນໍາແລະກຸ່ມຕ່າງໆ ໃນບັນດາປະເທດສັງຄົມນິຍົມແລະຝ່າຍຊ້າຍຫຼາຍຄັ້ງ ເພື່ອພະຍາຍາມແກ້ໄຂຄວາມແຕກຕ່າງພາຍໃນຄ້າຍສັງຄົມນິຍົມ. ໃນໄລຍະສົງຄາມຕໍ່ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດນິຍົມອາເມລິກາ, ເພິ່ນໄດ້ນຳໃຊ້ມາດຕະການຕ່າງໆຫຼາຍຢ່າງ ເພື່ອຮຽກຮ້ອງ ແລະລະດົມກຳລັງທີ່ກ້າວໜ້າໃນທົ່ວໂລກ, ສຸມໃສ່ “ການທູດທາງດ້ານຈິດໃຈ” ເພື່ອປຸກຈິດສຳນຶກ, ລະດົມການສະໜັບສະໜູນຂອງກອງກຳລັງສັນຕິພາບ ແລະ ປະຊາທິປະໄຕສາກົນ ແລະປະຊາຊົນທົ່ວໂລກ ເພື່ອການຕໍ່ຕ້ານຂອງປະຊາຊົນຂອງເຮົາ, ເຮັດໃຫ້ສັດຕູຖືກໂດດດ່ຽວ(15). ເພິ່ນໄດ້ອົບຮົມສຶກສາພັກເຮົາໂດຍກົງ ແລະ ຝຶກອົບຮົມພະນັກງານຂອງພວກເຮົາໃນຫຼາຍດ້ານ, ໃນນັ້ນມີ ການອົບຮົມສຶກສາຄວາມຮັບຮູ້, ແນວຄິດ ແລະ ວິທີການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ.
ປະທານໂຮ່ຈີມິນ ຢືນຢັນວ່າ: ກຳລັງແຮງພາຍໃນຂອງຊາດມີບົດບາດຕັດສິນຊີ້ຂາດ, ຖືວ່າມັນແມ່ນພື້ນຖານເພື່ອລະດົມຂົນຂວາຍ, ຍາດແຍ່ງເອົາການຊ່ວຍເຫຼືອຈາກພາຍນອກ(16). ໃນໄລຍະການຕໍ່ສູ້ທາງການທູດຂຶ້ນເຖິງຈຸດສູງສຸດລະຫວ່າງສົງຄາມຕໍ່ຕ້ານຈັກກະພັດອາເມລິກາ, ເພິ່ນໄດ້ກໍານົດຢ່າງຊັດເຈນວ່າ ຈະຕ້ອງ "ອີງໃສ່ກຳລັງແຮງຂອງຕົນເອງເປັນຕົ້ນຕໍ, ພ້ອມກັນນັ້ນ ກໍ່ຍາດແຍ່ງເອົາການສະໜັບສະໜູນ ແລະການຊ່ວຍເຫຼືອຢ່າງແຂງຂັນ ຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະປະຊາຊົນຜູ້ທີ່ຮັກສັນຕິພາບ ແລະຄວາມເປັນທໍາທົ່ວໂລກ, ລວມທັງປະຊາຊົນຜູ້ກ້າວໜ້າຂອງອາເມລິກາ”(17).
ປະທານໂຮ່ຈີມິນເນັ້ນໜັກວ່າ: ຜົນສຳເລັດຂອງການປະຕິວັດຫວຽດນາມ ຍັງໄດ້ປະກອບສ່ວນຢ່າງແຂງຂັນເຂົ້າໃນການຕໍ່ສູ້ຮ່ວມກັນ ຂອງປະຊາຊົນໃນໂລກ ເພື່ອເອກະລາດແຫ່ງຊາດ, ສັນຕິພາບ, ຄວາມກ້າວໜ້າ ແລະການພັດທະນາ ເພື່ອຮ່ວມກັນຊຸກຍູ້ການພັດທະນາຢ່າງແຮງ. ເພິ່ນຂຽນວ່າ: “ຂ້າພະເຈົ້າຫວັງວ່າພັກຂອງພວກເຮົາຈະອອກແຮງເຄື່ອນໄຫວ, ປະກອບສ່ວນຢ່າງແຂງຂັນເຂົ້າໃນການຟື້ນຟູຄວາມສາມັກຄີລະຫວ່າງບັນດາພັກອ້າຍນ້ອງ” ແລະ “ປະກອບສ່ວນທີ່ສົມຄວນເຂົ້າໃນພາລະກິດປະຕິວັດໂລກ”(18). ສົງຄາມຕໍ່ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດອາເມລິກາສອງຄັ້ງ ໂດຍປະຊາຊົນຫວຽດນາມ ໄດ້ປຸກລະດົມບັນດາການເຄື່ອນໄຫວປົດປ່ອຍຊາດໃນໂລກ. ພ້ອມກັນນັ້ນ, ປະຊາຊົນຫວຽດນາມ, ກອງທັບປະຊາຊົນຫວຽດນາມ; ການປະຕິວັດຫວຽດນາມ ຜ່ານບັນດາການເຄື່ອນໄຫວຕົວຈິງ ແລະແທດຈິງ, ປະກອບສ່ວນເຂົ້າໃນການພັດທະນາການປະຕິວັດ ລາວ, ກຳປູເຈຍ ແລະ ຂະບວນການເຄື່ອນໄຫວປົດປ່ອຍຊາດຢູ່ບັນດາທະວີບ.
ຄວາມຮັບຮູ້ອັນເລິກເຊິ່ງ, ທັດສະນະ ແລະ ການປະຕິບັດອັນອຸດົມສົມບູນຂອງປະທານໂຮ່ຈີມິນ ເປັນພື້ນຖານທີ່ໝັ້ນຄົງສຳລັບການປະສົມປະສານຢ່າງກົມກຽວ ລະຫວ່າງກຳລັງແຮງຂອງຊາດ ແລະກຳລັງແຮງແຫ່ງຍຸກສະໄໝ ຂອງການປະຕິວັດຫວຽດນາມ ໃນອະດີດແລະປະຈຸບັນ. ການປະສົມປະສານຢ່າງກົມກຽວ ລະຫວ່າງສອງປັດໄຈນີ້ ໄດ້ກາຍເປັນບັນຫາທີ່ມີລັກສະນະກົດເກນ ໃນການນຳພາການປະຕິວັດຂອງພັກກອມມູນິດຫວຽດນາມ.
2- ບັນດາເຫດການສຳຄັນແລະຜົນງານອັນຍິ່ງໃຫຍ່ໃນຂະບວນການປະຕິວັດຂອງພັກ
ແລະປະຊາຊົນຫວຽດນາມ ຍາມໃດກໍ່ຕິດພັນກັບການນຳໃຊ້ຢ່າງປະດິດສ້າງແລະເສີມຂະຫຍາຍ
ກຳລັງແຮງພາຍໃນ, ຍາດແຍ່ງແລະໃຊ້ປະໂຫຍດຈາກປັດໄຈກຳລັງແຮງພາຍນອກຂອງຍຸກສະໄໝ
ການກຳເນີດຂອງພັກກອມມູນິດຫວຽດນາມ ເມື່ອປີ 1930 ແມ່ນຜະລິດຕະພັນຂອງການສົມທົບຫຼາຍປັດໄຈ, ພິເສດແມ່ນຂະບວນການເຄືື່ອນໄຫວຂອງກຳມະກອນ, ຂະບວນການເຄື່ອນໄຫວຮັກຊາດຂອງຫວຽດນາມ ແລະ ຄຸນຄ່າແຫ່ງຄວາມກ້າວໜ້າຂອງມະນຸດຊາດ - ລັດທິມາກ-ເລນິນ.
ໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945 ແລະ ການສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ) ແມ່ນໄຊຊະນະຂອງນ້ຳໃຈຮັກຊາດ, ຄວາມສາມັກຄີ, ເຈດຈຳນົງລຸກຂຶ້ນຟື້ນຕົວຂອງປະຊາຊົນຫວຽດນາມ ທີ່ໄດ້ຮັບແຮງຜັກດັນຈາກໂອກາດ “ພັນປີມີຄັ້ງດຽວ” ເມື່ອສົງຄາມໂລກຄັ້ງທີ 2 ເຂົ້າສູ່ຂັ້ນຕອນສຸດທ້າຍຂອງມັນ.
ປີ 1950, ການສ້າງຕັ້ງການພົວພັນທາງການທູດກັບຈີນ, ສະຫະພາບໂຊວຽດ ແລະບັນດາປະເທດສັງຄົມນິຍົມ ເຮັດໃຫ້ສາທາລະນະລັດປະຊາທິປະໄຕຫວຽດນາມເຊິ່ງຫາກໍ່ສ້າງຕັ້ງຂຶ້ນ ໄດ້ຮັບການຍອມຮັບໃນລະດັບສາກົນເປັນຄັ້ງທຳອິດ ຊ່ວຍໃຫ້ຫວຽດນາມສາມາດມ້າງເພສະຖານະການ “ການສູ້ຮົບພາຍໃຕ້ການປິດລ້ອມ”(19) ໃນຊຸມປີຕົ້ນຂອງສົງຄາມຕໍ່ຕ້ານ, ແລະໃນເບື້ອງຕົ້ນ ໄດ້ຮັບການຕອບຮັບ ແລະການສະໜັບສະໜູນຂອງປະຊາຊົນແລະເພື່ອນມິດທົ່ວໂລກ. ເພື່ອນມິດສາກົນ, ພິເສດແມ່ນສະຫະພາບໂຊວຽດ ແລະ ຈີນ, ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອຢ່າງໃຫຍ່ຫຼວງໃຫ້ແກ່ຫວຽດນາມ ໃນດ້ານຈິດໃຈ, ດ້ານວັດຖຸອຸປະກອນ ແລະ ການຝຶກອົບຮົມພະນັກງານ(20).
ໄຊຊະນະຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກຮານ ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈຮັກຊາດ, ຈິດໃຈລຸກຂຶ້ນຟື້ນຕົວ, ແນວທາງການເມືອງ ແລະການທະຫານທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຖືກຕ້ອງ ແລະ ປະດິດສ້າງ ຂອງພັກກອມມູນິດຫວຽດນາມ. ໄຊຊະນະດ້ຽນບຽນຝູ ທີ່ “ມີຊື່ສຽງໂດ່ງດັງໃນຫ້າທະວີບ, ສັ່ນສະເທືອນແຜ່ນດິນໂລກ” ປີ 1954 ແລະ ໄຊຊະນະໃນສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນຫວຽດນາມ ແມ່ນໝາກຜົນແຫ່ງນ້ຳໃຈຮັກຊາດ ແລະຈິດໃຈຕໍ່ສູ້ຢ່າງອົງອາດກ້າຫານເພື່ອເອກະລາດ ເສລີພາບຂອງກອງທັບແລະປະຊາຊົນຫວຽດນາມ, ແນວທາງສົງຄາມປະຊາຊົນຢ່າງຮອບດ້ານ ຍາວນານ, ໂດຍອີງໃສ່ກຳລັງແຮງຂອງຕົນເອງເປັນຕົ້ນຕໍ ແລະ ສິລະປະການທະຫານທີ່ປະດິສ້າງ, ສົມທົບກັບການສະໜັບສະໜູນ ແລະການຊ່ວຍເຫຼືອຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະປະຊາຊົນກ້າວໜ້າໃນໂລກ. ປະທານໂຮ່ຈີມິນເຄີຍຢືນຢັນວ່າ: “ການປະຕິວັດຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເຫັນອົກເຫັນໃຈ ແລະການໜູນຊ່ວຍຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນປະຕິວັດໃນໂລກ, ໂດຍສະເພາະ ຂອງປະຊາຊົນບັນດາປະເທດສັງຄົມນິຍົມອ້າຍນ້ອງ. ຄວາມສາມັກຄີສາກົນທີ່ຍິ່ງໃຫຍ່ນັ້ນ ແມ່ນເງື່ອນໄຂສຳຄັນທີ່ສຸດ ເພື່ອໄຊຊະນະຂອງການປະຕິວັດຫວຽດນາມ”(21). ໄຊຊະນະຂອງສົງຄາມຕໍ່ຕ້ານອາເມລິກາເພື່ອກູ້ຊາດ ແມ່ນໝາກຜົນແຫ່ງກຳລັງແຮງຂອງຊາດ; ແນວທາງການເມືອງ ແລະ ແນວທາງການທະຫານທີ່ຖືກຕ້ອງແລະປະດິດສ້າງ ຂອງພັກກອມມູນິດຫວຽດນາມ ນຳໜ້າໂດຍປະທານໂຮ່ຈີມິນ; ຫຼັກໝັ້ນອັນເປັນທຳ, ທ່າໄຊຊະນະຢ່າງແນ່ນອນ, ຄວາມກ້າຫານ, ຄວາມທົນທານໜຽວແໜ້ນ, ຈຸດສູງສຸດຂອງສິລະປະແຫ່ງ “ການຕໍ່ສູ້-ການເຈລະຈາ”. ໝາກຜົນແຫ່ງການຕໍ່ຕ້ານກວ່າ 20 ປີ ຍັງສະແດງໃຫ້ເຫັນເຖິງກຳລັງແຮງຂອງຍຸກສະໄໝ, ນັ້ນແມ່ນການພັດທະນາເຕີບໃຫຍ່ເຂັ້ມແຂງຂອງລະບົບສັງຄົມນິຍົມ ດ້ວຍບັນດາຜົນງານການພັດທະນາທີ່ສຳຄັນໃນທຸກຂົງເຂດເສດຖະກິດ, ການທະຫານ, ວັດທະນະທຳ, ການສຶກສາ; ຄວາມເຫັນອົກເຫັນໃຈ, ການສະໜັບສະໜູນ ແລະ ການການຊ່ວຍເຫຼືອຢ່າງແຂງແຮງໃນຫຼາຍຮູບຫຼາຍແບບ ຂອງປະຊາຊົນບັນດາປະເທດສັງຄົມນິຍົມອ້າຍນ້ອງ, ຂອງຂະບວນການກອມມູນິດ, ຂະບວນການກຳມະກອນສາກົນ ແລະ ຂະບວນການເຄື່ອນໄຫວປົດປ່ອຍຊາດ; ການສະໜັບສະໜູນອັນໃຫຍ່ຫຼວງຂອງປະຊາຊົນຜູ້ກ້າວໜ້າໃນບັນດາປະເທດທຶນນິຍົມ, ໂດຍສະເພາະ ປະຊາຊົນອາເມລິກາ ແລະ ທຸກກອງກຳລັງຮັກສັນຕິພາບ ແລະ ຄວາມຍຸຕິທຳໃນໂລກ, ລວມຕົວກັນເປັນແນວໂຮມເອກະພາບທົ່ວໂລກທີ່ຕໍ່ຕ້ານສົງຄາມ, ສາມັກຄີສະໜັບສະໜູນຫວຽດນາມ. ປະທານໂຮ່ຈີມິນຢືນຢັນວ່າ: “ພວກເຮົາມີພະລັງແຫ່ງຄວາມສາມັກຄີຂອງປະຊາຊົນທຸກຄົນ ຕັ້ງແຕ່ພາກເໜືອເຖິງພາກໃຕ້, ມີມູນເຊື້ອການຕໍ່ສູ້ທີ່ບໍ່ຍອມຈໍານົນ ແລະຍັງໄດ້ຮັບຄວາມເຫັນດີເຫັນພ້ອມ ແລະສະໜັບສະໜູນຢ່າງກວ້າງຂວາງ ຈາກບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະປະຊາຊົນຜູ້ກ້າວໜ້າໃນທົ່ວໂລກ, ພວກເຮົາຈະຊະນະຢ່າງແນ່ນອນ!”(22).
3. ຫ້າສິບຫ້າປີນັບຕັ້ງແຕ່ປະທານໂຮ່ຈິີມິນຂຽນພິໄນກຳ, ສີ່ສິບເກົ້າປີນັບຕັ້ງແຕ່ໄຊຊະນະໂດຍສົມບູນ
ຂອງສົງຄາມຕ້ານອາເມລິກາ, ເພື່ອກູ້ຊາດ ແລະ ທ້ອນໂຮມປະເທດເປັນເອກະພາບ, ບົດຮຽນ
ແຫ່ງການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ, ການປະຕິບັດຄວາມປາດຖະໜາ
ຂອງປະທານໂຮ່ຈີມິນ ທີ່ຈະ “ສ້າງປະເທດຫວຽດນາມທີ່ສັນຕິ, ເອກະພາບ, ເອກະລາດ,
ປະຊາທິປະໄຕ ແລະຮັ່ງມີເຂັ້ມແຂງ” ແລະ ເປົ້າໝາຍແຫ່ງການປະຕິວັດຫວຽດນາມ
ຍັງມີຄຸນຄ່າອັນໃຫຍ່ຫຼວງ, ໄດ້ຮັບການສືບທອດ ແລະ ພັດທະນາຢ່າງແຂງແຮງຢ່າງຕໍ່ເນື່ອງ.
ຕະຫຼອດໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່ຂອງປະເທດ, ພັກກອມມູນິດຫວຽດນາມ ຍາມໃດກໍ່ເນັ້ນໜັກ ແລະ ພັດທະນາທັດສະນະກ່ຽວກັນສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ, ປ່ຽນແປງໃໝ່ຈິນຕະນາການຢ່າງບໍ່ຢຸດຢັ້ງ, ວາງແຜນນະໂຍບາຍ ແລະຜັນຂະຫຍາຍບັນດາມາດຕະການ ເພື່ອເສີມຂະຫຍາຍກຳລັງແຮງພາຍໃນແລະໃຊ້ປະໂຫຍດຈາກຊັບພະຍາກອນພາຍນອກໃຫ້ເກີດປະໂຫຍດສູງສຸດ, ນຳປະເທດເຂົ້າສູ່ການເຊື່ອມໂຍງຢ່າງເລິກເຊິ່ງ ແລະ ການພັດທະນາຢ່າງຍືນຍົງ. ກອງປະຊຸມໃຫຍ່ຄັ້ງທີ VI (ປີ 1986) ຂອງພັກໄດ້ກ່າວຢ່າງຈະແຈ້ງວ່າ “ພວກເຮົາຕ້ອງຮູ້ວິທີສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ ໃນເງື່ອນໄຂໃໝ່”. ກອງປະຊຸມໃຫຍ່ຄັ້ງທີ VII (ປີ 1991), ກອງປະຊຸມໃຫຍ່ຄັ້ງທີ VIII (ປີ 1996), ກອງປະຊຸມໃຫຍ່ຄັ້ງທີ IX (ປີ 2001), ກອງປະຊຸມໃຫຍ່ຄັ້ງທີ X (ປີ 2006), ກອງປະຊຸມໃຫຍ່ຄັ້ງທີ XI (ປີ 2011) ແລະ ກອງປະຊຸມໃຫຍ່ຄັ້ງທີ XII (ປີ 2016) ຂອງພັກ ສືບຕໍ່ຢືນຢັນວ່າ ການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ ແມ່ນໜຶ່ງໃນບົດຮຽນຕົ້ນຕໍແຫ່ງການປ່ຽນແປງໃໝ່ຂອງປະເທດ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໄດ້ຊີ້ອອກຢ່າງຈະແຈ້ງເຖິງບັນດາອົງປະກອບກຳລັງແຮງຂອງຍຸກສະໄໝທີ່ຕ້ອງໄດ້ເສີມຂະຫຍາຍຄື ການປະຕິວັດທາງວິທະຍາສາດ-ເຕັກໂນໂລຊີຂອງໂລກພວມພັດທະນາຢ່າງວ່ອງໄວ, ທ່າອ່ຽງໂລກາພິວັດທາງເສດຖະກິດ ແລະການຕໍ່ສູ້ຢ່າງຟົດຟື້ນຂອງປະຊາຊົນໂລກເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມ. ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກຳນົດວ່າ ການເຊື່ອມໂຍງ ແລະການຮ່ວມມືສາກົນ ແມ່ນວິທີການລະດົມກຳລັງແຮງຂອງຍຸກສະໄໝ. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມແລະພັດທະນາປີ 2011) ໄດ້ຊີ້ແຈ້ງ 5 ບົດຮຽນປະສົບການໃຫຍ່ຂອງການປະຕິວັດຫວຽດນາມ, ໃນນັ້ນບົດຮຽນທີ 4 ເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XI ແລະກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກສືບຕໍ່ຢືນຢັນທິດນຳ ແລະບົດຮຽນນີ້. ເຖິງກອງປະຊຸມໃຫຍ່ຄັ້ງທີ XIII, ພັກໄດ້ກຳນົດໃນຫົວຂໍ້ຂອງກອງປະຊຸມໃຫຍ່ວ່າ “ປຸກລະດົມຄວາມປາດຖະໜາທີ່ຈະພັດທະນາປະເທດ, ເສີມຂະຫຍາຍເຈດຈຳນົງ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ສົມທົບກັບກຳລັງແຮງແຫ່ງຍຸກສະໄໝ”, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກຕໍ່ບັນຫານີ້ໃນສະພາບການໃໝ່.
ຄວາມເປັນຈິງແຫ່ງການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ ຜ່ານເກືອບ 40 ປີແຫ່ງການປ່ຽນແປງໃໝ່ໄດ້ສະແດງອອກໃນ 3 ທິດທາງທີ່ສຳຄັນ:
ທີໜຶ່ງ, ຫວຽດນາມໄດ້ຜັນຂະຫຍາຍການພົວພັນຕ່າງປະເທດເປັນຫຼາຍກ້ຳຫຼາຍຝ່າຍ ຫຼາຍຮູບແແບຢ່າງບໍ່ຢຸດຢັ້ງ, ກາຍເປັນເພື່ອນ, ຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ; ກໍ່ສ້າງການພົວພັນທີ່ມີຈຸດໜັກ ໃຈກາງ, ໃຫ້ຄວາມສຳຄັນກັບການເສີມຊະຫຍາຍ ແລະຊຸກຍູ້ການຮ່ວມມືໃນຂົງເຂດທີ່ບັນດາປະເທດມີທ່າແຮງ, ກະຊັບການພົວພັນກັບປະເທດອື່ນໆໃຫ້ແໜ້ນແຟ້ນ, ສ້າງສະພາບແວດລ້ອມການຕ່າງປະເທດໂດຍລວມທີ່ໝັ້ນຄົງເພື່ອການພັດທະນາ(23).
ທີສອງ, ຫວຽດນາມຕັ້ງໜ້າແລະເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ຮອບດ້ານເທື່ອລະກ້າວ ແລະ ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສສາກົນ, ຜ່ານນັ້ນຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກເພື່ອຮັບໃຊ້ໃຫ້ແກ່ການປ່ຽນແປງໃໝ່ ແລະການພັດທະນາປະເທດຊາດ(24). ຈາກພື້ນຖານເສດຖະກິດແບບວາງແຜນລວມສູນແລະປິດ, ປະຈຸບັນ ຫວຽດນາມແມ່ນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະເຊື່ອມໂຍງສາກົນຢ່າງກວ້າງຂວາງ(25). ຫວຽດນາມໄດ້ກາຍເປັນ “ຈຸດໝາຍປາຍທາງ” ທີ່ໜ້າດຶງດູດສຳລັບນັກລົງທຶນຕ່າງປະເທດ ໂດຍມີກະແສການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເພີ່ມຂຶ້ນຢ່າງວ່ອງໄວໃນຊຸມປີມໍ່ໆມາ, ສົ່ງຜົນໃຫ້ຫວຽດນາມມີສ່ວນຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າລະດັບໂລກ.
ທີສາມ, ຫວຽດນາມນັບມື້ນັບສະແດງໃຫ້ເຫັນວ່າ ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະມີຄວາມຮັບຜິດຊອບ ຂອງປະຊາຄົມໂລກ; ປະກອບສ່ວນຢ່າງຕັ້ງໜ້າໃນການຕໍ່ສູ້ຕ້ານຄວາມບໍ່ຍຸຕິທຳ ແລະການກົດຂີ່ຂົ່ມເຫັງໃນໂລກ, ຊຸກຍູ້ການຮ່ວມມື ແລະ ການພັດທະນາແບບຍືນຍົງລະຫວ່າງບັນດາປະເທດ(26). ໃນບັນຫາສາກົນທີ່ສຳຄັນຫຼາຍບັນຫາ, ສຽງ, ຄວາມຄິດລິເລີ່ມ ແລະ ວິທີແກ້ໄຂທີ່ສົມເຫດສົມຜົນ ແລະເປັນໄປໄດ້ ດ້ວຍອາລົມຈິດຂອງຫວຽດນາມ ໃນຈິດໃຈແຫ່ງຄວາມສະເໝີພາບ, ສັນຕິພາບ ແລະມະນຸດສະທຳ ໄດ້ຮັບຄວາມເຫັນອົກເຫັນໃຈ ແລະການສະໜັບສະໜູນຈາກປະຊາຄົມໂລກ. ຫວຽດນາມກໍ່ພະຍາຍາມຊຸກຍູ້ທ່າອ່ຽງການຮ່ວມມືສາກົນຢ່າງຕັ້ງໜ້າ, ຍຶດໝັ້ນໃນການເຄົາລົບກົດໝາຍສາກົນ, ສົ່ງເສີມລັດທິຫຼາຍຝ່າຍ ແລະ ຄັດຄ້ານການໃຊ້ກຳລັງ ຫຼືການຂູ່ຈະໃຊ້ກຳລັງແຮງໃນການພົວພັນສາກົນ; ຕັ້ງໜ້າປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກແລະພາກພື້ນ, ຊຸກຍູ້ທ່າອ່ຽງການເຊື່ອມໂຍງເສດຖະກິດສາກົນ, ການຮ່ວມມືເສດຖະກິດສາກົນ ແລະ ການແກ້ໄຂບັນດາບັນຫາລະດັບໂລກ(27).
4- ຄວາມຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່ ຮຽກຮ້ອງໃຫ້
ມີຄວາມຮັບຮູ້ທີ່ສົມບູນຂຶ້ນ ແລະໝູນໃຊ້ທິດນຳການສົມທົບກຳລັງແຮງຂອງຊາດ
ກັບກຳລັງແຮງຂອງຍຸກສະໄໝ ຢ່າງຮອບດ້ານ, ເລິກເຊິ່ງ, ປະດິສ້າງ
ທີໜຶ່ງ, ຕ້ອງຊາບຊຶມຄວາມສຳຄັນຂອງການເສີມຂະຫບາຍກຳລັງແຮງຂອງຊາດ ແລະ ກຳລັງແຮງຂອງຍຸກສະໄໝ ໃນສະພາບການໃໝ່. ກຳລັງແຮງພາຍໃນຂອງຊາດຫວຽດນາມໃນປະຈຸບັນເປັນຜົນລວມຈາກປັດໄຈຫຼາຍປະການ. ນັ້ນແມ່ນກຳລັງແຮງຂອງວັດທະນະທຳແລະຜູ້ຄົນຫວຽດນາມ ເຊິ່ງສະແດງອອກຜ່ານມູນເຊື້ອວັດທະນະທຳ, ປະຫວັດສາດ, ກຸ່ມມະຫາສາມັກຄີປວງຊົນທັງຊາດ, ຄວາມຮັກຊາດ, ຄວາມເປັນມິດໄມຕີ, ເຈດຈຳນົງອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມປາດຖະໜາທີ່ຈະພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ ພ້ອມດ້ວຍທີ່ຕັ້ງພູມສາດ-ຍຸດທະສາດທີ່ສໍາຄັນ. ກຳລັງແຮງນັ້ນຍັງແມ່ນແນວທາງການນຳພາທີ່ຖືກຕ້ອງຂອງພັກ, ບັນດາຜົນງານອັນໃຫຍ່ຫຼວງ ແລະ ສຳຄັນໃນການຮັບປະກັນການປ້ອງກັນປະເທດ-ຄວາມໝັ້ນຄົງ, ສະຖຽນລະພາບທາງການເມືອງ-ສັງຄົມ ແລະ ການພັດທະນາເສດຖະກິດຜ່ານເກືອບ 40 ປີແຫ່ງການປ່ຽນແປງໃໝ່, ກໍ່ຄືບົດຮຽນປະສົບການທີ່ຫວຽດນາມໄດ້ສະສົມຜ່ານບັນດາໄລຍະການປະຕິວັດ; ຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນຂອງປະຊາຊົນທຸກຊັ້ນຄົນໃນທົ່ວໂລກ. ທ່າແຮງ ພະລັງ ແລະ ກຽດສັກສີຂອງປະເທດໃນເວທີສາກົນນັບມື້ນັບໄດ້ຮັບການຢືນຢັນ.
ກຳລັງແຮງຂອງຍຸກປະຈຸບັນແມ່ນມາຈາກທ່າອ່ຽງຕົ້ນຕໍຂອງໂລກ ເຊິ່ງໄດ້ຮັບການຊີ້ແຈ້ງໂດຍກອງປະຊຸມໃຫຍ່ຄັ້ງທີ XIII (ປີ 2021) ຂອງພັກ, ມະຕິເລກທີ 34-NQ/TW, ລົງວັນທີ 9 ມັງກອນ 2023 ຂອງກົມການເມືອງສູນກາງພັກ “ກ່ຽວກັບທິດທາງແລະແຜນນະໂຍບາຍສຳຄັນບາງປະການ ໃນການປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII”. ນັ້ນແມ່ນທ່າອ່ຽງສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ການປະຕິວັດອຸດສາຫະກໍາຄັ້ງທີ 4 ແລະການກ້າວກະໂດດໃນວິທະຍາສາດແລະເຕັກໂນໂລຊີ(28). ນັ້ນແມ່ນຂະບວນການໂລກາພິວັດ ແລະ ການເຊື່ອມໂຍງສາກົນທີ່ສືບຕໍ່ດຳເນີນໄປຢ່າງແຂງແຮງ, ການພົວພັນທີ່ເພີ່ມຂຶ້ນລະຫວ່າງບັນດາພື້ນຖານເສດຖະກິດ, ແມ່ນຄວາມຮັບຮູ້ ແລະ ຄວາມຕ້ອງການຂອງບັນດາປະເທດ ກ່ຽວກັບການຮ່ວມມືແກ້ໄຂບັນຫາລະດັບໂລກ(29). ອາຊີ-ປາຊີຟິກ ແລະ ມະຫາສະໝຸດອິນເດຍ ລວມທັງອາຊີຕາເວັນອອກສ່ຽງໃຕ້ ມີຕຳແໜ່ງຍຸດທະສາດທີ່ນັບມື້ນັບສຳຄັນ ແລະ ເປັນພະລັງຂັບເຄື່ອນການເຕີບໂຕທາງເສດຖະກິດໂລກ; ບົດບາດຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ສືບຕໍ່ໄດ້ຮັບການໃຫ້ຄວາມສຳຄັນຈາກຫຼາຍປະເທດ. ການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ສືບຕໍ່ພັດທະນາໃນຫຼາຍຮູບຫຼາຍແບບ; ບັນດາຄຸນຄ່າສາກົນຂອງສິດທິມະນຸດ, ຄວາມຍຸຕິທຳທາງສັງຄົມ ແລະ ການພັດທະນາແບບຍືນຍົງ ນັບມື້ນັບໄດ້ຮັບການເຄົາລົບນັບຖືໃນການພົວພັນສາກົນ.
ທີສອງ, ສົ່ງເສີມເຈດຈຳນົງແຫ່ງຄວາມເປັນເອກະລາດແລະເປັນເຈົ້າຕົນເອງ, ເສີມຂະຫຍາຍກຳລັງແຮງພາຍໃນຢ່າງສຸດຂີດ, ຍາດແຍ່ງເອົາຊັບພະຍາກອນພາຍນອກ ໂດຍກຳນົດກຳລັງແຮງພາຍໃນເປັນສິ່ງຕັດສິນຊີ້ຂາດ, ກຳລັງແຮງພາຍນອກແມ່ນສຳຄັນ, ພ້ອມກັນນັ້ນ ຕ້ອງຍຶດໝັ້ນໃນເປົ້າໝາຍ ແລະ ຫຼັກການ, ມີຄວາມຍືດຫຍຸ່ນທາງດ້ານຍຸດໂທບາຍ; ເສີມຂະຫຍາຍສະຖານະ ແລະ ທ່າແຮງໃໝ່ ຂອງປະເທດໃນລະດັບສູງສຸດ, ຄວາມເຄົາລົບນັບຖືຂອງປະເທດຕ່າງໆ ທີ່ມີຕໍ່ທີ່ຕັ້ງຍຸດທະສາດ, ທ່າແຮງແລະຖານະບົດບາດສາກົນຂອງຫວຽດນາມ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງບັນດາເປົ້າໝາຍການພັດທະນາຂອງປະເທດ(30) ແລະ ກຳນົດການບຸກທະລຸທາງຍຸດທະສາດ 3 ປະການ ເພື່ອປະຕິບັດເປົ້າໝາຍດັ່ງກ່າວໃຫ້ປະສົບຜົນສຳເລັດ(31). ການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດໃຫ້ປະສົບຜົນສຳເລັດນັ້ນ ບໍ່ພຽງແຕ່ຕ້ອງປັບປຸງແຫຼ່ງກຳລັງພາຍໃນເທົ່ານັ້ນ ແຕ່ຍັງຕ້ອງລະດົມແຫຼ່ງກຳລັງສາກົນ, ພິເສດແມ່ນ ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, ຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ, ດຶງດູດການລົງທຶນພັດທະນາໂຄງສ້າງພື້ນຖານ. ຜ່ານນັ້ນ, ປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດຊາດ ແລະ ການຮ່ວມມືສາກົນ, ສ້າງກຳລັງແຮງຊຸກຍູ້ການພັດທະນາແບບຍືນຍົງ ແລະ ຮອບດ້ານຂອງປະເທດໃນໄລຍະໃໝ່.
ທີສາມ, ນຳການພົວພັນລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມື, ພິເສດແມ່ນ ບັນດາປະເທດບ້ານໃກ້ເຮືອນຄຽງ ແລະບັນດາຄູ່ຮ່ວມມືທີ່ສຳຄັນ, ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ສ້າງຄວາມຜູກພັນກັນ ແລະຄວາມເຊື່ອມໂຍງຜົນປະໂຫຍດຍຸດທະສາດ. ໃຫ້ຄວາມສຳຄັນກັບການພົວພັນມິດຕະພາບທີ່ເປັມູນເຊື້ອ, ການຮ່ວມມືທີ່ສະໜິດສະໜົມ, ຄວາມຮັກແພງ ແລະຄວາມສັດຊື່ ກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ເພື່ອເສີມສ້າງຄວາມໄວ້ວາງໃຈ ແລະ ກະຊັບຄວາມສຳພັນໃຫ້ເລິກເຊິ່ງກວ່າອີກໃນທຸກດ້ານ. ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍ, ເປັນປະທານຫຼືສະເໜີຄວາມລິເລີ່ມໃໝ່, ປະກອບສ່ວນສ້າງກາລະໂອກາດເພື່ອເພີ່ມທະວີການຮ່ວມມືສອງຝ່າຍກັບບັນດາປະເທດ ແລະ ຂະຫຍາຍການຮ່ວມມືສອງຝ່າຍໃນບັນດາບັນຫາຫຼາຍຝ່າຍ.
ທີສີ່, ເສີມຂະຫຍາຍບັນດາຊ່ອງທາງການພົວພັນຕ່າງປະເທດໂດຍລວມ ເພື່ອເຂົ້າເຖິງແລະໃຊ້ປະໂຫຍດຈາກທ່າອ່ຽງການພັດທະນາທາງບວກຂອງໂລກໄດ້ຢ່າງວ່ອງໄວ ເພື່ອຮັບປະກັນຄວາມໝັ້ນຄົງ, ຊຸກຍູ້ການພັດທະນາ ແລະ ຍົກສູງຖານະທີ່ຕັ້ງຂອງປະເທດ. ເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງ ແລະປວງຊົນທັງຊາດ ໃນວຽກງານການຕ່າງປະເທດ, ໃຊ້ປະໂຫຍດຈາກຄວາມຄິດລິເລີ່ມ ແລະ ການສະໜັບສະໜູນຈາກປະເທດອື່ນ, ທ່າອ່ຽງໃໝ່ຂອງການຮ່ວມມືແລະການເຊື່ອມໂຍງເສດຖະກິດສາກົນ ເພື່ອຮັບປະກັນສະຖານະການນະໂຍບາຍການຕ່າງປະເທດຍຸດທະສາດ ແລະການພັດທະນາເສດຖະກິດທີ່ມີສະຖຽນລະພາບ. ຜັນຂະຫຍາຍວຽກງານການຕ່າງປະເທດຢ່າງຄົບຊຸດ, ປະດິດສ້າງ ແລະ ມີປະສິດທິຜົນໃນທັງ 3 ເສົາຄ້ຳຂອງການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ; ເສີມຂະກຍາຍບົດບາດ ແລະ ທ່າແຮງສະເພາະຂອງແຕ່ລະເສົາຄ້ຳ, ອັດຕະພາບ ແລະ ກຳລັງແຮງ ທີ່ເຂົ້າຮ່ວມການຕ່າງປະເທດໃນທຸກຂົງເຂດການເມືອງ, ການປ້ອງກັນປະເທດ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ..., ຊ່ວຍໃຫ້ຫວຽດນາມເຂົ້າເຖິງ ແລະ ໃຊ້ປະໂຫຍດຈາກບັນດາຜົນງານທີ່ກ້າວໜ້າຂອງຍຸກສະໄໝຢ່າງມີປະສິດທິຜົນ.
ທີຫ້າ, ຍູ້ແຮງການເຂົ້າຮ່ວມໃນຄວາມມານະພະຍາຍາມຮ່ວມຂອງປະຊາຄົມໂລກໃນການແກ້ໄຂບັນຫາພາກພື້ນ ແລະ ສາກົນ, ພິເສດແມ່ນ: 1- ເພີ່ມທະວີການປະກອບສ່ວນສະເພາະຂອງປະຊາຄົມໂລກໃນການແກ້ໄຂບັນຫາຄວາມໝັ້ນຄົງ, ຄວາມຂັດແຍ່ງ, ບັນດາຈຸດຮ້ອນຢູ່ພາກພື້ນ ແລະສາກົນ; 2- ເປັນເຈົ້າການໃນການສະເໜີຄວາມຄິດລິເລີ່ມຫຼາຍຝ່າຍໃໝ່, ພ້ອມກັນນັ້ນປະກອບສ່ວນເຂົ້າໃນວາລະການສາກົນທີ່ສຳຄັນ ເພື່ອຊຸກຍູ້ທ່າອ່ຽງການຮ່ວມມືສາກົນທີ່ຕັ້ງໜ້າ; 3- ສະແດງຄວາມຮັບຜິດຊອບທີ່ເພີ່ມຂຶ້ນໃນບັນຫາທົ່ວໂລກ ດ້ວຍຮູບແບບ, ລະດັບ ແລະເນື້ອໃນການເຂົ້າຮ່ວມໃໝ່ ທີ່ສົມດຸນກັບຖານະຕຳແໜ່ງ, ຊື່ສຽງ ແລະ ບົດບາດສາກົນຂອງປະເທດ.
ພິໄນກຳ ຂອງປະທານໂຮ່ຈີມິນ ແມ່ນເອກະສານທາງປະຫວັດສາດທີ່ມີຄຸນຄ່າອັນໃຫຍ່ຫຼວງ ເຊິ່ງສະຫຼຸບບັນດາບັນຫາພື້ນຖານຂອງການປະຕິວັດຫວຽດນາມ ແລະ ປະກອບສ່ວນເຂົ້າໃນພາລະກິດປະຕິວັດໂລກ. ໃນສະພາບການໃໝ່, ການນຳໃຊ້ແນວຄິດຂອງໂຮ່ຈີມິນຢ່າງປະດິດສ້າງແລະມີປະສິດທິຜົນໂດຍທົ່ວໄປ ລວມທັງທັດສະນະໃນການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ, ຍາດແຍ່ງເອົາການສະໜັບສະໜູນຈາກປະຊາຊົນໂລກໂດຍສະເພາະ ຈະຊ່ວຍໃຫ້ຫວຽດນາມເຂົ້າໃຈແລະໃຊ້ປະໂຫຍດຈາກໂອກາດຈາກແນວໂນ້ມສຳຄັນຂອງໂລກໃຫ້ໄດ້ຫຼາຍທີ່ສຸດ, ຕອບສະໜອງຕໍ່ຄວາມທ້າທາຍທີ່ສັບສົນຫຼາຍດ້ານແລະລະດັບໂລກໄດ້ຢ່າງມີປະສິດທິຜົນ, ສ້າງແລະເຕົ້າໂຮມກຳລັງແຮງລວມອັນຍິ່ງໃຫຍ່ ເພື່ອຮັບໃຊ້ພາລະກິດການປ່ຽນແປງໃໝ່, ການສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ./.
---------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 2, ໜ້າ 329
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 12, ໜ້າ 30
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 6, ໜ້າ 12
(4), (5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 14, ໜ້າ 27, 678
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 396
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 7, ໜ້າ 38
(8) ລະບົບບັນດາປະເທດສັງຄົມນິຍົມ; ຂະບວນການປົດປ່ອຍຊາດ; ຂະບວນການຕໍ່ສູ້ເພື່ອສັນຕິພາບ, ເພື່ອຊີວິດການເປັນຢູ່ຂອງປະຊາຊົນ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ
(9) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 2, ໜ້າ 329
(10) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2000, ເຫຼັ້ມ 8, ໜ້າ 437
(11) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 392
(12) ເດືອນສິງຫາ 1963 ແລະເດືອນເມສາ 1964, ໃນການໃຫ້ສຳພາດຕໍ່ນັກຂ່າວ ອົດສະຕຣາລີ W. Bocset, ປະທານໂຮ່ຈີມິນຢືນຢັນວ່າ: “ກ່ອນໜ້ານີ້, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເຖິງການຈຳແນກແຍກພວກລ່າເມືອງຂຶ້ນຝຣັ່ງ ຈາກປະຊາຊົນຝຣັ່ງທີ່ຮັກຫອມສັນຕິພາບ, ໃນປະຈຸບັນ ພວກຂ້າພະເຈົ້າກໍ່ເອົາໃຈໃສ່ເຖິງການຈຳແນກແຍກປະຊາຊົນອາເມລິກາທີ່ຍິ່ງໃຫຍ່ທີ່ມີປະເພນີແຫ່ງອິດສະລະພາບ ຈາກພວກອາເມລິກາຜູ້ແຊກແຊງ ແລະພວກຂຸນເສິກໃນວໍຊິງຕັນ. “ພວກຂ້ພະເຈົ້າຈຳແນກແຍກຄົນອາເມລິກາອອກ ຈາກຈັກກະພັດອາເມລິກາ. ພວກຂ້າພະເຈົ້າຢາກມີການພົວພັນມິດຕະພາບ ແລະເປັນພີ່ນ້ອງກັນກັບປະຊາຊົນອາເມລິກາ ຊຶ່ງພວກຂ້າພະເຈົ້າເຄົາລົບນັບຖືຫຼາຍ”. ເບິ່ງ: ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 14, ໜ້າ 148, 304
(13) ຕັ້ງແຕ່ເດືອນມິຖຸນາ ເຖິງເດືອນຕຸລາ 1946
(14) ປະທານໂຮ່ຈີມິນ ໄດ້ພົບປະໂດຍກົງ ແລະ ຊັກຊວນບັນດາບຸກຄົນສຳຄັນທາງການເມືອງຂອງຝຣັ່ງ (ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ, ປະທານລັດຖະສະພາ), ໃຫ້ສຳພາດສື່ມວນຊົນ (ໜັງສືພິມລາຍວັນ L’Humanité, ໜັງສືພິມລາຍວັນ Le Monde) ສະເໜີທັດສະນະຂອງຫວຽດນາມ ກ່ຽວກັບບັນຫາເອກະລາດ...
(15) ໃນປີ 1966, ປະທານໂຮ່ຈີມິນໄດ້ຂຽນຈົດໝາຍເຖິງປະຊາຊົນອາເມລິກາ ຮຽກຮ້ອງໃຫ້ຢຸດຕິສົງຄາມຢູ່ຫວຽດນາມ; ຈົດໝາຍເຖິງ Martin Luther King ໃນປີ 1967 ສະໜັບສະໜູນການຕໍ່ສູ້ຕ້ານການຈຳແນກເຊື້ອຊາດ ແລະ ຄັດຄ້ານຕ້ານສົງຄາມຫວຽດນາມ; ຈົດໝາຍເຖິງປະຊາຊົນອາເມລິກາ ເນື່ອງໃນໂອກາດປີໃໝ່ 1968 ໄດ້ຢືນຢັນເຖິງຈິດໃຈສັນຕິພາບ ຂອງປະຊາຊົນຫວຽດນາມ, ລະບຸເຖິງບັນດາໂທດກຳອັນໜັກໜ່ວງທີ່ທະຫານອາເມລິກາຜູ້ຮຸກຮານໄດ້ກໍ່ຂຶ້ນໃນຫວຽດນາມ ແລະ ການທຳລາຍຂອງສົງຄາມຕໍ່ຊີວິດຂອງຜູ້ອອກແຮງງານຊາວອາເມລິກາ; ຈົດໝາຍເຖິງນັກຂ່າວແລະປັນຍາຊົນຊາວຕາເວັນຕົກ ເພື່ອອະທິບາຍຫຼັກໝັ້ນຂອງຫວຽດນາມ; ຄຳຮຽກຮ້ອງສັນຕິພາບໃນປີ 1969 ທີ່ຮຽກຮ້ອງໃຫ້ຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ຫວຽດນາມ ໄດ້ລົງພິມໃນໜັງສືພິມສາກົນຫຼາຍສະບັບ, ໃນນັ້ນມີບັນດາປະເທດທຶນນິຍົມ...
(16) ປະທານໂຮ່ຈີມິນເນັ້ນໜັກວ່າ “ຕ້ອງເພິ່ງພາຕົນເອງ”. ເບິ່ງ: ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 7, ໜ້າ 445; “ຖ້າທ່ານຕ້ອງການໃຫ້ຄົນອື່ນຊ່ວຍທ່ານ, ກ່ອນອື່ນໝົດທ່ານຕ້ອງຊ່ວຍຕົວເອງ”. ເບິ່ງ ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 2, ໜ້າ 320; “ແນ່ນອນວ່າ, ການຊ່ວຍເຫຼືອຈາກປະເທດເພື່ອນມິດແມ່ນມີຄວາມສໍາຄັນ, ແຕ່ພວກເຮົາບໍ່ຄວນເອື່ອຍອີງ ຫຼືລໍຖ້າການຊ່ວຍເຫຼືອຈາກຜູ້ອື່ນ. ປະເທດທີ່ບໍ່ສາມາດດູແລຕົນເອງໄດ້ແລະລໍຖ້າຄວາມຊ່ວຍເຫລືອຈາກປະເທດອື່ນ ບໍ່ສົມຄວນໄດ້ຮັບເອກະລາດ”. ເບິ່ງ: ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 7, ໜ້າ 445
(17), (18) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 396, 613-614
(19) ເບິ່ງ: ພົນເອກ ຫວໍ ງວຽນ ຢ໊າບ: ການສູ້ຮົບໃນລະຫວ່າງການຖືກປິດລ້ອມ. ສພຈ. ກອງທັບປະຊາຊົນ, ຮ່າໂນ້ຍ, 2004
(20) ການພັດທະນາອຸດສາຫະກຳ ແລະການທະຫານຂອງສະຫະພາບໂຊວຽດ, ຈີນ ແລະ ບັນດາປະເທດສັງຄົມນູຍົມ ໄດ້ກາຍເປັນຮາກຖານທີ່ໝັ້ນຄົງ ໃຫ້ແກ່ບັນດາປະເທດຊ່ວຍເຫຼືອຫວຽດນາມ ດ້ວຍອາວຸດຍຸດໂທປະກອນ, ເຄື່ອງແບບທະຫານ, ອຸປະກອນການທະຫານ, ອາຫານ, ເຄື່ອງໃຊ້ການແພດ 21.517 ໂຕນໃນ 4 ປີ (1951-1954). ມີນັກສຶກສາຫວຽດນາມ 500 ຄົນຖືກສົ່ງໄປຮ່ຳຮຽນຢູ່ບັນດາປະເທດສັງຄົມນິຍົມ ໄດ້ປະກອບສ່ວນຍົກສູງລະດັບວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດ. ເບິ່ງ: ຄະນະຊີ້ນຳການສະຫຼຸບສົງຄາມພາຍໃຕ້ກົມການເມືອງສູນກາງພັກ: ສະຫຼຸບສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ - ໄຊຊະນະແລະບົດຮຽນ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 1996
(21) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 14, ໜ້າ 467
(22) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 132
(23) ຈາກການມີພຽງການພົວພັນກັບບັນດາປະເທດໃນລະບົບສັງຄົມນິຍົມເທົ່ານັ້ນ ແລະຖືກປິດລ້ອມ ຂວ້ຳບາດໃນຊຸມປີ 80 ແລະຕົ້ນຊຸມປີ 90 ຂອງສະຕະວັດທີ XX, ມາຮອດປະຈຸບັນ, ຫວຽດນາມມີການພົວພັນທາງການທູດກັບ 191 ປະເທດໃນຈຳນວນ 193 ປະເທດສະມາຊິກຂອງສະຫະປະຊາຊາດ; ໃນນັ້ນ, ມີການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ ລວມທັງ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ປະເທດອຸດສາຫະກຳຊັ້ນນຳ 7 ປະເທດໃນໂລກ (G-7) ແລະ17 ປະເທດໃນກຸ່ມ G-20... ພັກກອມມູນິດຫວຽດນາມໄດ້ມີການພົວພັນກັບ 253 ພັກການເມືອງ ໃນ 115 ປະເທດ, ໃນນັ້ນມີພັກກອມມູນິດ ແລະພັກກຳມະກອນສາກົນປະມານ 90 ພັກ; ການພົວພັນກັບບັນດາພັກກຳອຳນາດ ແລະພັກຮ່ວມລັດຖະບານ ນັບມື້ນັບໄດ້ຮັບການເປີດກວ້າງແລະປັບປຸງ. ສະພາແຫ່ງຊາດຫວຽດນາມໄດ້ມີການພົວພັນກັບລັດຖະສະພາ, ສະພາແຫ່ງຊາດໃນຫຼາຍກວ່າ 140 ປະເທດ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນຫຼາຍເວທີປາໄສລັດຖະສະພາສາກົນທີ່ສຳຄັນ. ການເຄື່ອນໄຫວທາງການຕ່າງປະເທດຂອງລັດຖະບານໃນບັນດາຂົງເຂດການເມືອງ, ການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການຊຸກຍູ້, ປະກອບສ່ວນເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ ແລະການປະສົມປະສານຜົນປະໂຫຍດກັບຄູ້ຮ່ວມມື. ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການມິດຕະພາບປະຊາຊົນ ກໍ່ໄດ້ດຳເນີນການເຄື່ອນໄຫວຕ່າງປະເທດທີ່ແທດຈິງຫຼາຍກິດຈະກຳ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບກັບປະຊາຊົນບັນດາປະເທດ, ໂຄສະນາເຜີຍແຜ່ກ່ຽວກັບຂະບວນການປ່ຽນແປງໃໝ່, ພາບພົດຂອງປະເທດ ແລະຜູ້ຄົນຫວຽດນາມສູ່ໂລກ.
(24) ຈາກແຜນນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ VI (ປີ 1986) ຂອງພັກ ທີ່ກຳນົດ ການຫັນປ່ຽນຈາກກົນໄກວາງແຜນລວມສູນ ມາໃຊ້ກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ເຖິງກອງປະຊຸມໃຫຍ່ຄັ້ງທີ VIII (ປີ 1996) ພັກກອມມູນິດຫວຽດນາມໄດ້ກຳນົດແຜນນະໂຍບາຍສືບຕໍ່ການກໍ່ສ້າງພື້ນຖານເສດຖະກິດເປີດກວ້າງ, ເຊື່ອມໂຍງກັບພາກພື້ນແລະໂລກ ເຊິ່ງສຸມໃສ່ການສົ່ງອອກ, ທົດແທນການນຳເຂົ້າດ້ວຍສິນຄ້າຜະລິດພາຍໃນປະເທດໄດ້ຢ່າງມີປະສິດທິຜົນ. ບາດກ້າວການພັດທະນາແລະບຸກທະລຸຂະໜາດໃຫຍ່ກ່ຽວກັບຄວາມຄິດເຊື່ອມໂຍງສາກົນ ໄດ້ຮັບການກຳນົດໂດຍກອງປະຊຸມໃຫຍ່ຄັ້ງທີ IX (ປີ 2001) ດ້ວຍແຜນນະໂຍບາຍ “ເປັນເຈົ້າການໃນການເຊື່ອມໂຍງເສດຖະກິດສາກົນ” ແລະ ຄ່ອຍໆໄດ້ຮັບການເພີ່ມເຕີມດ້ວຍທິດນຳ “ຕັ້ງໜ້າ” ແລະ ເປີດກວ້າງໃນບັນດາຂົງເຂດອື່ນອີກ (ກອງປະຊຸມໃຫຍ່ຄັ້ງທີ X, ປີ 2006); ຜັນຂະຫຍາຍກິດຈະກຳການຕ່າງປະເທດຢ່າງຄົບຊຸດ, ຮອບດ້ານ; ເປັນເຈົ້າການແລະຕັ້ງໜ້າ ໃນການເຊື່ອມໂຍງສາກົນ (ກອງປະຊຸມໃຫຍ່ຄັ້ງທີ XI, ປີ 2011) ດ້ວຍບັນດາເປົ້າໝາຍແລະທັດສະນະຊີ້ນຳ ແລະກຳນົດທິດທາງການຜັນຂະຫຍາຍ (ມະຕິໝາຍເລກ 22-NQ/TW, ລົງວັນທີ 10 ເມສາ 2013, ຂອງກົມການເມືອງສູນກາງພັກ “ວ່າດ້ວຍການເຊື່ອມໂຍງສາກົນ”) ຕໍ່ຈາກນັ້ນໄດ້ກຳນົດ “ຄວາມເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມສາກົນຢ່າງຮອບດ້ານແລະເລິກເຊິ່ງ” (ກອງປະຊຸມໃຫຍ່ຄັ້ງທີ XIII, ປີ 2021). ຄຽງຄູ່ກັບມະຕິໝາຍເລກ 22-NQ/TW, ລົງວັນທີ 10 ເມສາ 2013, ຂອງກົມການເມືອງສູນການ “ວ່າດ້ວຍການເຊື່ອມໂຍງສາກົນ”, ພັກໄດ້ອອກມະຕິແລະຄຳສັ່ງທີ່ສຳຄັນຫຼາຍສະບັບ ເພື່ອກຳນົດທິດທາງສຳລັບຂະບວນການເຊື່ອມໂຍງສາກົນ ເຊັ່ນ ມະຕິໝາຍເລກ 06-NQ/TW, ລົງວັນທີ 5 ພະຈິກ 2016, ຂອງຄະນະບໍລິຫານງານສູນກາງພັກຊຸດທີ XII “ວ່າດ້ວຍການປະຕິບັດຢ່າງມີປະສິດທິຜົນ ຂະບວນການເຊື່ອມໂຍງເສດຖະກິດສາກົນ, ຮັກສາຄວາມໝັ້ນຄົງທາງການເມືອງ-ສັງຄົມ ໃນສະພາບການປະເທດເຮົາເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ມໃໝ່”; ມະຕິໝາຍເລກ 50-NQ/TW, ລົງວັນທີ 20 ສິງຫາ 2019, ຂອງກົມການເມືອງສູນກາງ “ວ່າດ້ວຍການກຳນົດທິດທາງການປັບປຸງບູລະນະສະຖາບັນ, ນະໂຍບາຍ, ຍົກສູງຄຸນນະພາບ ແລະປະສິດທິຜົນ ການລົງທຶນຈາກຕ່າງປະເທດເຖິງປີ 2030”; ມະຕິໝາຍເລກ 52-NQ/TW, ລົງວັນທີ 27 ກັນຍາ 2019, ຂອງກົມການເມືອງສູນກາງ “ວ່າດ້ວຍແຜນນະໂຍບາຍແລະນະໂຍບາຍຈຳນວນໜຶ່ງ ໃນການເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາປະກຳຄັ້ງທີສີ່”. ບັນດາມະຕິແລະຄຳສັ່ງໄດ້ກຳນົດທັດສະນະ ແລະທິດນຳສຳຄັນ, ສ້າງພື້ນຖານອັນໜັກແໜ້ນ ເພື່ອຍາດແຍ່ງແລະໃຊ້ປະໂຫຍດຈາກກຳລັງແຮງຂອງຍຸກສະໄໝໃຫ້ແກ່ຂະບວນການພັດທະນາຂອງປະເທດ.
(25) ຫວຽດນາມໄດ້ມີການພົວພັນທາງເສດຖະກິດ-ການຄ້າກັບ 230 ປະເທດແລະເຂດແຄວ້ນ; ລົງນາມໃນສັນຍາການຄ້າເສລີ 17 ສະບັບ, ໃນນັ້ນມີສັນຍາການຄ້າເສລີລຸ້ນໃໝ່ທີ່ມີມາດຕະຖານສູງ 3 ສະບັບ (ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ - CPTPP, ສັນຍາການຄ້າເສລີລະຫວ່າງສະຫະພາບເອີຣົບແລະຫວຽດນາມ - EVFTA, ສັນຍາຄູ່ຮ່ວມມືຮອບດ້ານທາງເສດຖະກິດໃນພາກພື້ນ - RCEP) ແລະ ເຄືອຂ່າຍການເຊື່ອມໂຍງເສດຖະກິດຢ່າງກວ້າງຂວາງ ກັບບັນດາພື້ນຖານເສດຖະກິດສຳຄັນທີ່ສຸດໃນໂລກ... ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກມາຮອດປະຈຸບັນບັນລຸປະມານ 600 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 120 ເທົ່າເມື່ອທຽບກັບຊຸມປີຕົ້ນຂອງສະໄໝການປ່ຽນແປງໃໝ່. ຫວຽດນາມດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ຫຼາຍກວ່າ 400 ຕື້ໂດລາສະຫະລັດ, ໃນນັ້ນໄດ້ຈ່າຍເງິນປະມານ 250 ຕື້ໂດລາສະຫະລັດ... ໃນໄລຍະທີ່ມີການແຜ່ລະບາດຂອງໂຄວິດ-19, ການທູດທາງດ້ານການແພດແລະການທູດວັກຊີນຖືກປະຕິບັດຢ່າງທັນການແລະມີປະສິດທິພາບ. ວຽກງານຊາວຫວຽດນາມຢູ່ຕ່າງປະເທດຊ່ວຍລະດົມແຫຼ່ງກຳລັງອັນໃຫຍ່ຫຼວງຂອງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ເພື່ອປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ.
(26) ຫວຽດນາມໄດ້ສົ່ງພະນັກງານ, ທະຫານນັບຮ້ອຍຄົນ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (ຢູ່ຊູດັງໃຕ້, ສາທາລະນະລັດອາຟະລິກາກາງ ແລະ Abyei), ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງຫວຽດນາມເພື່ອສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ໃນຂອບເຂດອາຊຽນ, ຫວຽດນາມໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ ແລະ ຊຸກຍູ້ຄວາມສາມັກຄີພາກພື້ນ. ກ່ຽວກັບບັນຫາລະດັບໂລກຄືການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມໃຫ້ຄຳໝັ້ນສັນຍາຢ່າງແຂງແຮງ ໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການຫັນເປັນພະລັງງານສະອາດ. ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຫວຽດນາມໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີສາກົນ ໂດຍການສະໜອງອຸປະກອນການແພດ, ໜູນຊ່ວຍດ້ານການເງິນໃຫ້ 50 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ. ຄຽງຂ້າງນັ້ນ, ຫວຽດນາມຍັງຕັ້ງໜ້າປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ພິເສດແມ່ນ ໃນຂົງເຂດລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຄົມສາກົນ. ບັນດາການປະກອບສ່ວນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງບົດບາດອັນຕັ້ງໜ້າຂອງຫວຽດນາມ ໃນການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງມະນຸດຊາດ.
(27) ຫວຽດນາມໄດ້ສະເໜີຄວາມລິເລີ່ມຫຼາຍຢ່າງ ເຊັ່ນ: ສ້າງຕັ້ງກຸ່ມເພື່ອນມິດໃນອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ປີ 1982; ຊຸກຍູ້ມະຕິແລະຖະແຫຼງການ ຂອງປະທານສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ກ່ຽວກັບການປົກປ້ອງພື້ນຖານໂຄງລ່າງທີ່ສຳຄັນ...
(28) ປັນຍາປະດິດ (AI), ອິນເຕີແນັດຂອງສັບພະສິ່ງ (IoT), ເຕັກໂນໂລຊີດິຈິຕອນ...
(29) ການປ່ຽນແປງສະພາບອາກາດ, ຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ແລະ ການພັດທະນາແບບຍືນຍົງ...
(30) ເຖິງປີ 2030, ການສະເຫຼີມສະຫຼອງຄົບຮອບ 100 ປີແຫ່ງການສ້າງຕັ້ງພັກ: ກາຍເປັນປະເທດພັດທະນາ, ມີອຸດສາຫະກຳທີ່ທັນສະໄໝ, ມີລາຍໄດ້ປານກາງສູນ. ເຖິງປີ 2045, ການສະເຫຼີມສະຫຼອງຄົບຮອບ 100 ປີແຫ່ງການສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ): ກາຍເປັນປະເທດພັດທະນາແລ້ວ ແລະ ມີລາຍໄດ້ສູງ.
(31) ປັບປຸງສະຫະບັນການພັດທະນາໃຫ້ສົມບູນແບບ ໂດຍສຸມໃສ່ສະຖາບັນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະ ຊັບພະຍາກອນມະນຸດຄຸນນະພາບສູງ, ໂດຍບຸລິມະສິດຊັບພະຍາກອນບຸກຄົນສຳລັບວຽກງານການນຳພາ, ການຄຸ້ມຄອງ ແລະບັນດາຂົ້ງເຂດສຳຄັນ; ການກໍ່ສ້າງໂຄງສ້າງພື້ນຖານທີ່ຄົບຊຸດ, ທັນສະໄໝທັງດ້ານເສດຖະກິດແລະສັງຄົມ.