ພິທີເຊີນຊູທຸງອາຊຽນ ເພື່ອສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ ຄົບຮອບ 29 ປີທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ. _ແຫຼ່ງ: baoquocte.vn
ລັກສະນະໃໝ່ ແລະ ພົ້ນເດັ່ນຂອງນະໂຍບາຍເຂົ້າຮ່ວມອາຊຽນຂອງຫວຽດນາມ
ບົດສະຫຼຸບໝາຍເລກ 59-KL/TW “ວ່າດ້ວຍທິດທາງຫວຽດນາມເຂົ້າຮ່ວມ ອາຊຽນ ຮອດປີ 2030” ແມ່ນເອກະສານຊີ້ນຳຮອບດ້ານທຳອິດຂອງ ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກ່ຽວກັບທິດທາງຍົກສູງປະສິດທິພາບ ແລະເສີມຂະຫຍາຍບົດບາດຂອງຫວຽດນາມໃນ ອາຊຽນ ນັບແຕ່ຫວຽດນາມເຂົ້າຮ່ວມ ອາຊຽນ ໃນປີ 1995. ການອອກບົດສະຫຼຸບໝາຍເລກ 59-KL/TW ເພື່ອເປັນເອກະພາບຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງອາຊຽນ, ຮັບປະກັນການເຂົ້າຮ່ວມອາຊຽນຂອງຫວຽດນາມ ຈະນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ, ທ້ອງຖິ່ນ ແລະ ວິສາຫະກິດ(1).
ບົດສະຫຼຸບຢືນຢັນທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງອາຊຽນ ທີ່ເປັນກົນໄກການຮ່ວມມືຫຼາຍຝ່າຍໂດຍກົງ ແລະ ສຳຄັນທີ່ສຸດສຳລັບຫວຽດນາມ. ຄວາມເປັນຈິງໄດ້ພິສູດແລ້ວວ່າ ການເຂົ້າຮ່ວມອາຊຽນມີຄວາໝາຍສຳຄັນ, ປະກອບສ່ວນນຳສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບ ໃຫ້ຫວຽດນາມຍາດແຍ່ງເອົາແຫຼ່ງກຳລັງ ເພື່ອຮັບໃຊ້ການພັດທະນາປະເທດຊາດ ແລະ ຍົກສູງກຽດສັກສີສາກົນ, ບົດບາດ ແລະ ທີ່ຕັ້ງຍຸດທະສາດໃນການພົວພັນກັບຄູ່ຮ່ວມມື, ພິເສດແມ່ນຄູ່ຮ່ວມມືສຳຄັນ. ນັບແຕ່ເຂົ້າຮ່ວມອາຊຽນມາຮອດປະຈຸບົນ, ຫວຽດນາມຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ຕັ້ງໜ້າປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດ ເປັນໃຈກາງຂອງອາຊຽນ ໂດຍຜ່ານການຊຸກຍູ້ຄວາມຄ້າຍຄືກັນ, ເຊີດຊູການເຈລະຈາ ແລະ ການຮ່ວມມື, ເປັນເຈົ້າການໃນການຄວບຄຸມ ແລະປະກອບສ່ວນຢ່າງເໝາະສົມ ເພື່ອແກ້ໄຂຄວາມແຕກຕ່າງ. ພ້ອມກັນກັບບັນດາປະເທດສະມາຊິກອື່ນ, ຫວຽດນາໃຫ້ຄວາມສຳຄັນກັບການຊຸກຍູ້ຫຼັກໝັ້ນແລະທັດສະນະຮ່ວມກັນ ຂອງອາຊຽນ ກ່ຽວກັບບັນດາບັນຫາສາກົນແລະພາກພື້ນ ເຊັ່ນດຽວກັບຄວາມຄິດລິເລີ່ມການຮ່ວມມືໃໝ່, ພ້ອມກັນນັ້ນ ພະຍາຍາດພັດທະນາການພົວພັນທີ່ສົມດຸນ ແລະນັບມື້ນັບເລິກເຊິ່ງ ແລະແທດຈິງກັບບັນດາຄູ່ຮ່ວມມື, ພິເສດແມ່ນບັນດາປະເທດໃຫຍ່. ຫວຽດນາມແບ່ງປັນຜົນປະໂຫຍດກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ອື່ນໆ ໃນການພະຍາຍາມສ້າງອາຊຽນໃຫ້ເປັນກົນໄກກາງໃນໂຄງສ້າງພາກພື້ນທີ່ກຳລັງເປັນຮູບເປັນຮ່າງຂຶ້ນ, ປັບປຸງຍົກສູງປະສິດທິພາບການເຄື່ອນໄຫວ ແລະ ການເສີມເຊິ່ງກັນແລະກັນ ລະຫວ່າງບັນດາກົນໄກ ແລະ ເວທີປາໄສ ທີ່ອາຊຽນລິເລີ່ມແລະນຳໜ້າ, ຜ່ານນັ້ນ ຊຸກຍູ້ການກຳນົດໂຄງສ້າງພາກພື້ນທີ່ອາຊຽນເປັນໃຈກາງ.
ບົດສະຫຼຸບນີ້ເປັນຄັ້ງທຳອິດທີ່ສະເໜີວິທີການໃຫ້ທົ່ວລະບົບການເມືອງຂອງຫວຽດນາມ ເຂົ້າຮ່ວມອາຊຽນ. ຕາມນັ້ນ, ການຊຸກຍູ້ ແລະ ຍົກສູງປະສິດທິຜົນຂອງການເຂົ້າຮ່ວມອາຊຽນ ຖືວ່າແມ່ນໜ້າທີ່ຮັບຜິດຊອບຂອງລະບົບການເມືອງທັງໝົດ ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງລັດ; ການສົມທົບຢ່າງແໜ້ນແຟ້ນລະຫວ່າງການຕ່າງປະເທດຂອງພັກ, ການທູດແຫ່ງລັດ ແລະ ການຕ່າງປະເທດປະຊາຊົນ; ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ວິສາຫະກິດຫວຽດນາມ. ວິທີເຂົ້າເຖິງນີ້ມີຄວາມສອດຄ່ອງກັບວິທີເຂົ້າເຖິງຂອງທົ່ວທັງປະຊາຄົມອາຊຽນ ໃນການຊຸກຍູ້ການເຊື່ອມຕໍ່ພາຍໃນພາກພື້ນ, ຂ້າມຂົງເຂດ ແລະ ຫຼາຍລະດັບ ຕາມວິໄສທັດປະຊາຄົມອາຊຽນຮອດປີ 2045, ພ້ອມທັງເພີ່ມທະວີການເຊື່ອມຕໍ່ໂດຍການສົມທົບບັນດາຂໍ້ລິເລີ່ມການເຊື່ອມຕໍ່ທີ່ສຳຄັນໃນພາກພື້ນ ແລະຂອບການຮ່ວມມືອະນຸພາກພື້ນ ແລະ ກົນໄກຫຼາຍຝ່າຍອື່ນໆ.
ກອງປະຊຸມໃຫຍ່ຄັ້ງທີ່ XIII ຂອງພັກ (ເດືອນມັງກອນ 2021) ໄດ້ວາງທັດສະນະຊີ້ນຳໃນການກຳນົດທິດຍຸດທະສາດການພັດທະນປະເທດຮອດປີ 2030 ແມ່ນ ການຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ສະເໝີພາບ, ການຮ່ວມມື, ມີຜົນປະໂຫຍດຮ່ວມກັນ; ການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ, ການພັດທະນາວັດທະນະທຳເປັນຮາກຖານຈິດໃຈ, ການຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງເປັນສຳຄັນ ແລະເປັນປະຈຳ(2). ທິດທາງນີ້ໄດ້ຮັບການຫັນເປັນຮູບປະທຳໃນບົດສະຫຼຸບໝາຍເລກ 59-KL/TW ກ່ຽວກັບການເຂົ້າຮ່ວມຂອງຫວຽດນາມໃນສາມເສົາຫຼັກຂອງປະຊາຄົມອາຊຽນ ເຊິ່ງການຮ່ວມມືທາງການເມືອງແລະຄວາມໝັ້ນຄົງເປັນສິ່ງສຳຄັນ ສະໝ່ຳສະເໝີ, ການຮ່ວມມືເສດຖະກິດເປັນໃຈກາງ, ການຮ່ວມມືວັດທະນະທຳແລະສັງຄົມເປັນຮາກຖານ. ການໝູນໃຊ້ໃນກໍລະນີອາຊຽນ, ເປັນຄັ້ງທຳອິດທີ່ທິດນຳ, ທັດສະນະຊີ້ນຳໃຫຍ່ຈຳນວນໜຶ່ງຂອງພັກ ກ່ຽວກັບການຕ່າງປະເທດ ແລະ ຝ່າຍ “ການທູດແບບໄມ້ໃຜ່” ຫວຽດນາມໄດ້ຫັນເປັນຮູບປະທຳ. ຫຼັກການຮັບປະກັນຜົນປະໂຫຍດສຸງສຸດຂອງຊາດ-ປະເທດຊາດ ໄດ້ຮັບການປະຕິບັດຢ່າງກົມກຽວ ກັບຜົນປະໂຫຍດຮ່ວມກັນຂອງປະຊາຄົມອາຊຽນ. ບົດສະຫຼຸບໝາຍເລກ 59-KL/TW ກໍໄດ້ເນັ້ນໜັກເຖິງຄວາມພະຍາຍາມຖືບົດບາດເປັນແກນຫຼັກ, ນຳພາ ແລະ ໄກ່ເກ່ຍໃນອາຊຽນ ເໝາະສົມກັບເງື່ອນໄຂສະເພາະ, ທ່າແລະກຳລັງແຮງໃໝ່ ຂອງຫວຽດນາມ, ສະແດງໃຫ້ເຫັນເຖິງ ຈິດສະຖານະໃໝ່ຂອງຫວຽດນາມ ທີ່ມີຄວາມໝັ້ນໃຈ ແລະມີຄວາມຮັບຜິດຊອບຫຼາຍຂຶ້ນ; ຜັນຂະຫຍາຍຄຳສັ່ງໝາຍເລກ 25/CT-TW ລົງວັນທີ່ 8 ສິງຫາ2018, ຂອງຄະນະເລຂາທິການສູນກາງ “ວ່າດ້ວຍການຊຸກຍູ້ ແລະຍົກລະດັບການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມຮອດປີ 2030” ເຊິ່ງກຳນົດວ່າ ອາຊຽນແມ່ນຈຸດສຸມທີ່ໄດ້ຮັບບຸລິມະສິດ.
ສະຖານະການປະຈຸບັນ ແລະຄວາມຄາດຫວັງຂອງອາຊຽນ
ຫຼັງຈາກເກືອບຫົກທົດສະວັດ, ໂດຍສະເພາະແມ່ນນັບແຕ່ໄດ້ສຳເລັດການຂະຫຍາຍສະມາຊິກໃຫ້ກວມເອົາ 10 ປະເທດໃນອາຊີຕາເວັນອອກສຽງໃຕ້ໃນປີ 1999, ການຮັບຮອງກົດບັດໃນປີ 2007 ແລະກາຍເປັນປະຊາຄົມໃນປີ 2015, ອາຊຽນໄດ້ເຕີບໂຕຢ່າງຕໍ່ເນື່ອງ. ການຮ່ວມມື ແລະການເຊື່ອມໂຍງພາຍໃນກຸ່ມ ແລະກັບບັນດາຄູ່ຮ່ວມມືໄດ້ຮັບການປັບປຸງ ຂະຫຍາຍ ແລະ ເລິກເຊິ່ງກວ່າອີກ, ກາຍເປັນກໍລະນີທົ່ວໄປຂອງຄວາມມີຊີວິຊີວາແລະຄວາມຍືດຫຍຸ່ນຂອງອົງການຈັດຕັ້ງລະດັບພາກພື້ນ. ໃນຊຸມປິທີ່ຜ່ານມາມໍ່ນີ້, ເຖິງວ່າໂລກແລະຫຼາຍພາກພື້ນຕ້ອງປະເຊີນກັບການປ່ຽນແປງຄັ້ງໃຫຍ່, ພາຍໃນກຸ່ມກໍ່ມີຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ອາຊຽນຍັງໄດ້ບັນລຸຄວາມສຳເລັດທີ່ສຳຄັນໃນການປະຕິບັດວິໄສທັດປະຊາຄົມອາຊຽນພາຍໃນປີ 2025.
ໃນດ້ານການເມືອງແລະຄວາມໝັ້ນຄົງ, ອາຊຽນຮັກສາສະພາບແວດລ້ອມໃນພາກພື້ນທີ່ສະຫງົບສຸກແລະໝັ້ນຄົງ ເຊິ່ງເອື້ອອຳນວຍຕໍ່ການພັດທະນາປະຊາຄົມ, ສົ່ງເສີມຖານະຕຳແໜ່ງ ແລະສັກສີຂອງປະຊາຄົມຢ່າງຕໍ່ເມືອງ, ໃນຂະນະທີ່ຫຼາຍປະເທດແລະພາກພື້ນອື່ນໆຂອງໂລກປະສົບກັບບັນຫາຄວາມບໍ່ໝັ້ນຄົງ, ນັບທັງຄວາມຂັດແຍ້ງ ແລະສົງຄາມ. ເຖິງວ່າຈະຕ້ອງປະເຊີນກັບຄວາມທ້າທາຍ ແລະແຮງຫວ່ຽງຫຼາຍກໍຕາມ ແຕ່ໂດຍພື້ນຖານແລ້ວ, ອາຊຽນຍັງຄົງຮັກສາຄວາມສາມັກຄີ, ຄວາມເປັນເອກະພາບ, ຄວາມໄວ້ວາງໃຈ ແລະການເຊື່ອມໂຍງລະຫວ່າງປະເທດສະມາຊິກ ແລະກະກຽມການຮັບສະມາຊິກໃໝ່(3). ອາຊຽນໄດ້ສະແດງບົດບາດສຳຄັນໃນການສະກັດກັ້ນ ແລະ ຄຸ້ມຄອງຄວາມພິພາດ, ຂໍ້ຂັດແຍ່ງ, ປັບປຸງແລະມີຫຼັກໝັ້ນຮ່ວມກັນໃນບັນຫາທະເລຕາເວັນອອກ ຢ່າງສະເໝີຕົ້ນສະເໝີປາຍ ໃນເອກະສານຂອງອາຊຽນ ກໍ່ຄືລະຫວ່າງອາຊຽນແລະບັນດາຄູ່ຮ່ວມມື. ຜ່ານນັ້ນ, ອາຊຽນສືບຕໍ່ຢືນຢັນບົດບາດເປັນໃຈກາງໃນພາກພື້ນ ແລະເປັນປັດໄຈສຳຄັນໃນນະໂຍບາຍພາກພື້ນຂອງບັນດາຄູ່ຮ່ວມມື, ໂດຍສະເພາະປະເທດໃຫຍ່.
ໃນດ້ານເສດຖະກິດ, ອາຊຽນໄດ້ບັນລຸຄວາມກ້າວໜ້າທີ່ສຳຄັນສູ່ເປົ້າໝາຍໃນການສ້າງຕະຫຼາດຮ່ວມໜຶ່ງດຽວ ແລະຖານການຜະລິດທີ່ເປັນເອກະພາບ, ການປັບປຸງຄວາມສາມາດໃນການແຂ່ງຂັນ, ການພັດທະນາຢ່າງເທົ່າທຽມກັນ, ການຫຼຸດຊ່ອງຫວ່າງການພັດທະນາ ແລະການເຊື່ອມໂຍງກັບເສດຖະກິດໂລກ. ອາຊຽນເຂົ້າໃຈ ແລະປັບຕົວຕາມແນວໂນ້ມໃໝ່ໆ ຂອງເສດຖະກິດໂລກຢ່າງວ່ອງໄວ ເຊັ່ນ ການປ່ຽນແປງຕ່ອງໂສ້ການສະໜອງ, ການປະຍຸກໃຊ້ຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີ່ສີ່, ການປ່ຽນແປງທາງດິຈິຕອນ, ການປ່ຽນແປງສີຂຽວ, ເສດຖະກິດໝູນວຽນ ແລະ ອີຄອມເມິຣ໌ຊ. ການເຊື່ອມໂຍງເສດຖະກິດພາຍໃນກຸ່ມສືບຕໍ່ໄດ້ຮັບການຊຸກຍູ້ດ້ວຍການຍົກລະດັບສັນຍາການຄ້າສິນຄ້າຂອງອາຊຽນ (ATIGA). ບົດບາດໃຈກາງຂອງອາຊຽນໃນເຄືອຂ່າຍການຮ່ວມມືທາງເສດຖະກິດໃນພາກພື້ນໄດ້ຮັບການປັບປຸງຜ່ານການເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີ (FTA) ກັບບັນດາຄູ່ຮ່ວມມື (4) ແລະຄວາມພະຍາຍາມປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງມີປະສິດທິຜົນ. ປະຈຸບັນ, ອາຊຽນເປັນກຸ່ມທີ່ມີຂະໜາດເສດຖະກິດ ໃຫຍ່ອັນດັບ 5 ຂອງໂລກ ດ້ວຍຍອດຜະລິດຕະພັນພາຍໃນ (GDP) ປະມານ 3.100 ຕື້ໂດລາສະຫະລັດ ແລະ ເປັນຕະຫຼາດທີ່ມີປະຊາກອນ 680 ລ້ານຄົນ ໂດຍມີການເຊື່ອມໂຍງທາງເສດຖະກິດພາກພື້ນ ແລະ ໂລກນັບມື້ນັບເລິກເຊິ່ງ(5).
ໃນດ້ານວັດທະນະທຳ-ສັງຄົມ, ການຮ່ວມມືທາງດ້ານວັດທະນະທຳ-ສັງຄົມນັບມື້ນັບເຂົ້າສູ່ຂົງເຂດທີ່ກ່ຽວຂ້ອງໂດຍກົງກັບຊີວິດຂອງປະຊາຊົນ. ອາຊຽນເອົາໃຈໃສ່ຊຸກຍູ້ການແກ້ໄຂບັນຫາສັງຄົມທີ່ມີຢູ່ ແລະບັນຫາທີ່ເກີດຂຶ້ນໃໝ່ຂອງຊຸມຊົນ ລວມທັງການສຶກສາ, ການດູແລສຸຂະພາບ, ການປະກັນສັງຄົມ, ຄວາມສະເໝີພາບທາງເພດ, ການລົບລ້າງຄວາາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ແຮງງານຂ້າມຊາດ, ການຮັກສາສິ່ງແວດລ້ອມ, ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ... ອາຊຽນໄດ້ກຳນົດກົນໄກແລະຂອບການຮ່ວມມືຫຼາຍປະການ ໂດຍສຸມໃສ່ການປະສານສົມທົບກົດລະບຽບແລະມາດຕະຖານຮ່ວມກັນ, ຊ່ວຍຍົກສູງຄວາມສາມາດຂອງບັນດາປະເທດສະມາຊິກໃນການປະຕິບັດນະໂຍບາຍ ເພື່ອຊຸກຍູ້ຄວາມສະເໝີພາບ ແລະ ຄວາມຍຸຕິທຳທາງສັງຄົມ, ການປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາແບບຍືນຍົງ, ຜ່ານນັ້ນ ປະກອບສ່ວນຍົງສູງຈິດສຳນຶກກ່ຽວກັບຊຸມຊົນ ແລະ ເອກະລັກລວມຂອງອາຊຽນ. ໃນໄລຍະແຕ່ປີ 1990 ເຖິງ 2022, ອັດຕາຄວາມທຸກຍາກໂດຍສະເລ່ຍໃນປະເທດສະມາຊິກອາຊຽນໄດ້ຫຼຸດລົງຫຼາຍພໍສົມຄວນຈາກ 47% ເຫຼືອປະມານ 10%(6). ລະດັບຄວາມທຸກຍາກຂັ້ນຮຸນແຮງໃນປະເທດສະມາຊິກອາຊຽນໄດ້ຫຼຸດລົງຕ່ຳວ່າ 5% ໃນປີ 2020, ບາງປະເທດ (ສິງກະໂປ, ມາເລເຊຍ ແລະ ໄທ) ຫຼຸດລົງເປັນ 0%(7). ອາຍຸຍືນສະເລ່ຍຂອງປະຊາຊົນອາຊຽນເພີ່ມຂຶ້ນ 11 ປີລະຫວ່າງປີ 1980 ເຖິງ 2022. ພາຍໃນປີ 2022, ອັດຕາການຮູ້ໜັງສືຂອງຜູ້ໃຫຍ່ໃນກຸ່ມປະເທດອາຊຽນສູງເຖິງ 95%. ອັດຕາການລົງທະບຽນການສຶກສາລະດັບປະຖົມສຶກສາໃນ 8 ປະເທດສະມາຊິກເຖິງ 90%(8).
ໃນດ້ານການພົວພັນຕ່າງປະເທດ, ອາຊຽນໄດ້ເປີດກວ້າງແລະເສີມສ້າງເຄືອຂ່າຍຄູ່ຮ່ວມມື ແລະການຮ່ວມມືຢ່າງມີປະສິດທິຜົນກັບຫຼາຍປະເທດ ແລະອົງການສຳຄັນໃນໂລກ, ດຶງດູດບັນດາຄູ່ຮ່ວມໃຫ້ເຂົ້າຮ່ວມໃນການຮ່ວມມືພາກພື້ນ ຜ່ານຂອບທີ່ລິເລີ່ມ ແລະດຳເນີນໂດຍອາຊຽນ ເຊັ່ນ ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດເປີດກວ້າງ (ADMM+), ອາຊຽນ+3, ອາຊຽນ+1. ມາເຖິງປະຈຸບັນ, ອາຊຽນໄດ້ສ້າງການພົວພັນຄູ່ຮ່ວມມືໃນລະດັບຕ່າງໆ ກັບ 25 ປະເທດ (ປະເທດຄູ່ຮ່ວມເຈລະຈາເຕັມຮູບແບບ 11 ປະເທດ, ປະເທດຄູ່ຮ່ວມເຈລະຈາຕາມຂົງເຂດ 8 ປະເທດ, ປະເທດຄູ່ຮ່ວມການພັດທະນາ 6 ປະເທດ) ແລະ ອົງການສາກົນ 11 ອົງການ, ກວມບັນດາປະເທດໃຫຍ່, ປະເທດສຳຄັນໃນພາກພື້ນອາຊີ-ປາຊີຟິກ, ມະຫາສະໝຸດອິນເດຍ ແລະ ສະຫະພາບເອີຣົບ (EU); 96 ປະເທດສົ່ງເອກອັກຄະລັດຖະທູດປະຈຳອາຊຽນ, 12 ປະເທດຈັດຕັ້ງຄະນະຜູ້ແທນຂອງຕົນເອງຢູ່ອາຊຽນ ແລະ ມີການຈັດຕັ້ງຄະນະກໍາມະການອາຊຽນໃນປະເທດທີ່ສາມ ຫຼືອົງການຈັດຕັ້ງສາກົນຈຳນວນ 55 ຄະນະ. ສົນທິສັນຍາມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ໄດ້ກາຍເປັນມາດຕະຖານສຳຄັນໃນການປະສານງານກິດຈະກຳຂອງອາຊຽນໃນການພົວພັນກັບຄູ່ຮ່ວມ ແລະໄດ້ຮັບການຍອມຮັບຢ່າງກວ້າງຂວາງໃນຄວາມສຳພັນລະຫວ່າງປະເທດໂດຍທົ່ວໄປໃນພາກພື້ນອາຊີ-ປາຊີຟິກ ແລະມະຫາສະມຸດອິນເດຍ. ປະຈຸບັນ ມີ 51 ປະເທດທີ່ເຂົ້າຮ່ວມ TAC. ສິ່ງນີ້ຢືນຢັນເຖິງບົດບາດທີ່ນັບມື້ນັບສຳຄັນຂອງອາຊຽນໃນການສົ່ງເສີມການຮ່ວມມືເພື່ອຄວາມໝັ້ນຄົງ ແລະການພັດທະນາ ແລະສະແດງໃຫ້ເຫັນເຖິງການຍອມຮັບແລະຄວາມມຸ່ງໝັ້ນຂອງບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນບັນດາປະເທດໃຫຍ່, ຕໍ່ສັນຕິພາບ ແລະສະຖຽນລະພາບໃນພາກພື້ນ.
ເຖິງວ່າບັນລຸໄດ້ຜົນສຳເລັດອັນສຳຄັນກໍ່ຕາມ, ແຕ່ອາຊຽນຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ທັງພາຍໃນແລະພາຍນອກ, ກະທົບເຖິງເປົ້າໝາຍ ແລະ ຄຸນຄ່າຫຼັກຂອງຄວາມສາມັກຄີ, ຄວາມເປັນເອກະພາບ, ເປັນໃຈກາງ ແລະ ປະສິດທິຜົນຂອງການຮ່ວມມືຂອງປະຊາຄົມ. ພາຍໃນ, ຂະບວນການເຊື່ອມໂຍງເຂົ້າກັບພາຍໃນ ແລະ ການຮ່ວມມືກັບພາຍນອກ ເປັນຮູບປະທຳ, ຊື່ສຽງ ແລະ ບົດບາດໃຈກາງຂອງສະມາຄົມ, ພິເສດແມ່ນເມື່ອການປະຕິບັດຄຳເຫັນທີ່ເປັນເອກະສັນກັນ 5 ດ້ານຂອງອາຊຽນ ຍັງບໍ່ທັນບັນລຸໄດ້ໝາກຜົນ, ເປັນການທ້າທາຍໃຫຍ່. ຄຽງຄູ່ກັນນັ້ນ, ຄວາມຈຳກັດໃນກົນໄກດຳເນີນງານ ແລະ ຄວາມສາມາດຂອງສະຖາບັນກໍ່ມີຂຶ້ນ, ແມ່ນສິ່ງທ້າທາຍພາຍໃນທີ່ສົ່ງຜົນສະທ້ອນເຖິງປະສິດທິຜົນຂອງການຮ່ວມມືຂອງອາຊຽນ. ນັບແຕ່ກົດບັດອາຊຽນມີຜົນບັງຄັບໃຊ້ໃນປີ 2008, ກົນໄກຂອງອາຊຽນແມ່ນມີການຈັດຕັ້ງກວ່າ, ແຕ່ຍັງບໍ່ທັນມີປະສິດທິຜົນໃນການປັບປຸງແຫຼ່ງກຳລັງ, ສົມທົບກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ປະຕິບັດບັນດາການເຄື່ອນໄຫວຮ່ວມມືລະຫວ່າງຂະແໜງການ ແລະເສົາຄ້ຳ. ອາຊຽນໄດ້ປຶກສາຫາລືຫຼາຍຄັ້ງກ່ຽວກັບມາດຕະການປັບປຸງປະສິດທິພາບການດໍາເນີນງານ ແລະຄວາມສາມາດຂອງສະຖາບັນ, ແຕ່ມາເຖິງປັດຈຸບັນ ຍັງມີຄວາມຄິດເຫັນທີ່ແຕກຕ່າງກັນຫຼາຍ ໃນບັນດາປະເທດສະມາຊິກ. ພາຍນອກ, ສະພາບແວດລ້ອມທາງດ້ານຍຸດທະສາດ ແລະ ພູມສາດການເມືອງບໍ່ໝັ້ນຄົງ, ຄວາມຂັດແຍ້ງຢູ່ຢູເຄຣນ ແລະ ພາກພື້ນຕາເວັນອອກກາງ ໄດ້ແກ່ຍາວ, “ຈຸດຮ້ອນ” ຢູ່ຊ່ອງແຄບໄຕ້ຫວັນ (ຈີນ), ທະເລຕາເວັນອອກ ແລະ ແຫຼມເກົາຫຼີ ໄດ້ສ້າງຄວາມສ່ຽງຕໍ່ການແຜ່ກະຈາຍແລະ ການແກ່ງແຍ້ງ, ການປະທະກັນລະຫວ່າງບັນດາປະເທດໃຫຍ່ ທີ່ເປັນຄູ່ຮ່ວມມືສຳຄັນຂອງອາຊຽນ ພວມສ້າງຄວາມທ້າທາຍອັນໃຫຍ່ຫຼວງ, ພິເສດແມ່ນບົດບາດໃຈກາງຂອງ ອາຊຽນ. ໃນນັ້ນ, ການແກ່ງແຍ້ງກັນລະຫວ່າງອາເມລິກາກັບຈີນ, ຄວາມຂັດແຍ່ງແລະການປະເຊີນໜ້າກັນລະຫວ່າງ ອາເມລິກາ ແລະ ລັດເຊຍ ພວມເຮັດໃຫ້ ອາຊຽນ ແລະ ບັນດາປະເທດສະມາຊິກຖືກກົດດັນໃຫ້ເລືອກຝ່າຍ, ເຮັດໃຫ້ ອາຊຽນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມ, ພິເສດແມ່ນບັນດາບັນຫາກ່ຽວຂ້ອງເຖິງບັນດາປະເທດໃຫຍ່.
ດ້ວຍລັກສະນະ, ລັກສະນະ ແລະ ຫຼັກການດຳເນີນງານຂອງອາຊຽນ, ດ້ວຍໝາກຜົນ ແລະ ຂໍ້ຈຳກັດໃນການປະຕິບັດວິໄສທັດອາຊຽນຮອດປີ 2025 ແລະ ບັນດາເນື້ອໃນຕົ້ນຕໍຂອງວິໄສທັດອາຊຽນຮອດປີ 2045 ທີ່ອາຊຽນສ້າງຂຶ້ນມາຮອດປະຈຸບັນ, ສາມາດຄາດຄະເນວ່າ ປະຊາຄົມອາຊຽນຮອດປີ 2030 ຈະແມ່ນໝາກຜົນທີ່ຕັ້ງໜ້າຂອງປະຊາຄົມອາຊຽນໃນປະຈຸບັນ ດ້ວຍລະດັບການຮ່ວມມື ແລະ ການເຊື່ອມໂຍງຢ່າງເລິກເຊິ່ງກວ່າອີກ ໃນດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ແຕ່ບໍ່ໄດ້ກາຍເປັນພັນທະມິດຫຼືອົງການຈັດຕັ້ງ”. ຄາດຄະເນວ່າ ອາຊຽນ ຈະສືບຕໍ່ແມ່ນປັດໄຈສຳຄັນທີ່ຊຸກຍູ້ການເຈລະຈາ ແລະ ການຮ່ວມມື, ມີຄວາມສາມາດດຸ່ນດ່ຽງ ແລະ ຮັດແໜ້ນຜົນປະໂຫຍດຂອງບັນດາປະເທດໃຫຍ່, ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ ແລະ ການພັດທະນາຂອງພາກພື້ນ. ແນວໃດກໍດີ, ໂດຍພື້ນຖານແລ້ວ ອາຊຽນຍັງຄົງເປັນກຸ່ມປະເທດທີ່ລວມເປັນໜຶ່ງດຽວແລະຫຼາກຫຼາຍ ເຊິ່ງມີສະຖາບັນທາງການເມືອງ ແລະ ລະດັບການພັດທະນາທີ່ແຕກຕ່າງກັນ ເຊິ່ງເປັນອົງການສາກົນ ລະຫວ່າງລັດຖະບານທີ່ປະເທດສະມາຊິກມີຄວາມສະເໝີພາບໃນດ້ານອຳນາດອະທິປະໄຕ ແລະ ການຕັດສິນໃຈເຊິ່ງກຳນົດໂດຍສັນທາມະຕິ, ເປັນການຍາກທີ່ຈະຜ່ານຜ່າຂໍ້ຈຳກັດໂດຍທຳມະຊາດໃນດ້ານປະສິດທິຜົນ ຂອງການຮ່ວມມືຕະຫຼອດຈົນກົນໄກ ແລະ ສະຖາບັນ, ເວັ້ນແຕ່ກໍລະນີທີ່ເກີດສະຖານະການວິກິດທີ່ມີຂະໜາດໃຫຍ່ພໍທີ່ຈະບີບໃຫ້ອາຊຽນຕ້ອງປັບຕົວຂັ້ນພື້ນຖານ.
ປະຊາຄົມອາຊຽນຮອດປີ 2045 ໂດຍພື້ນຖານຈະສືບທອດ ແລະ ສືບຕໍ່ບັນລຸໝາກຜົນຂອງປະຊາຄົມອາຊຽນຮອດປີ 2025, ສືບຕໍ່ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ ແລະບົດບາດໃຈກາງ, ຊຸກຍູ້ການຮ່ວມມື ແລະ ການເຊື່ອມຕໍ່ພາຍໃນ, ພ້ອມກັນນັ້ນ, ປັບປຸງຄວາມຍືດຫຍຸ່ນ ແລະ ແທດເໝາະກັບກາລະໂອກາດແລະສິ່ງທ້າທາຍທີ່ວາງອອກມາ, ລວມທັງບັນຫາທີ່ພົ້ນເດັ່ນແລະທ່າອ່ຽງໃໝ່ໆ ເຊັ່ນ ການຫັນເປັນດິຈິຕອນ, ການພັດທະນາສີຂຽວ, ການຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດ, ແລະການປ່ຽນແປງຂອງດິນຟ້າອາກາດ, ປັນຍາປະດິດ...
ໃນດ້ານການເມືອງ ແລະ ຄວາມໝັ້ນຄົງ, ອາຊຽນຈະຊຸກຍູ້ປະຊາຄົມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ; ຊຸກຍູ້ການປະຕິບັດຕາມຫຼັກການຂອງກົດບັດອາຊຽນ ແລະກົດໝາຍສາກົນ; ຕອບໂຕ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຕໍ່ຄວາມທ້າທາຍດ້ານຄວາມປອດໄພແບບດັ້ງເດີມ ແລະ ບໍ່ເປັນແບບດັ້ງເດີມ; ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ; ເສີມຂະຫຍາຍຄວາມສາມາດນຳພາ ແລະ ການປະສານງານຢູ່ບັນດາກົນໄກ ແລະ ເວທີປາໄສທີ່ອາຊຽນລິເລີ່ມ; ສືບຕໍ່ລົງເລິກການພົວພັນກັບຄູ່ຮ່ວມມື ແລະ ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີທ່າແຮງ.
ໃນດ້ານເສດຖະກິດ, ອາຊຽນຈະຊຸກຍູ້ການເຊື່ອມໂຍງເສດຖະກິດອາຊຽນໃນທິດທາງສີຂຽວ, ແບບລວມ ແລະຍືນຍົງ; ເສີມຂະຫຍາຍການກຸ້ມຕົນເອງ ແລະຄວາມຢືດຢຸ່ນຂອງເສດຖະກິດ; ຮັດແໜ້ນການເຊື່ອມໂຍງດ້ານເສດຖະກິດ ແລະ ການເຊື່ອມຕໍ່ພາຍໃນກຸ່ມ ແລະ ກັບບັນດາຄູ່ຮ່ວມມືພາຍນອກ; ຊຸກຍູ້ຂະບວນການຫັນເປັນດິຈິຕອນ, ມຸ່ງໄປສູ່ອາຊຽນເປັນດິຈິຕອນໃນຫຼາຍຂົງເຂດ; ຮັດແຄບຊ່ອງຫວ່າງການພັດທະນາ, ເສີມຂະຫຍາຍການເຊື່ອມຕໍ່ ແລະ ການພັດທະນາອະນຸພາກພື້ນອາຊຽນ; ສົ່ງເສີມອາຊຽນໃຫ້ກາຍເປັນສູນກາງໃນຕ່ອງໂສ້ການສະໜອງຂອງໂລກ ແລະ ການເຊື່ອມຕໍ່ເສດຖະກິດສາກົນ.
ທາງດ້ານວັດທະນະທຳ-ສັງຄົມ, ອາຊຽນຈະຊຸກຍູ້ປະຊາຄົມອາຊຽນໃຫ້ປະຊາຊົນ, ຖືປະຊາຊົນເປັນໃຈກາງ, ມຸ່ງໄປເຖິງຄວາມສາມັກຄີ, ຍືນຍົງ ແລະ ເປັນເຈົ້າຕົນເອງ; ຮັບປະກັນສິດທິມະນຸດຂັ້ນພື້ນຖານ, ສະເໝີພາບ ແລະ ສິດຂອງກຸ່ມຄົນດ້ອຍໂອກາດ ແລະ ດ້ອຍໂອກາດໃນສັງຄົມ; ເພີ່ມທະວີການປະຕິບັດບັນດາຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ໃນການຕອບໂຕ້, ຄາດຄະເນ ແລະ ປັບປຸງຄວາມຍືດຫຍຸ່ນຕໍ່ສະຖານະການສຸກເສີນ, ເປັນຕົ້ນແມ່ນພະຍາດລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ; ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນສັງຄົມ ໂດຍສະເພາະແມ່ຍິງ ແລະ ໄວໜຸ່ມ.
ບາງບັນຫາທີ່ວາງອອກມາຕໍ່ຫວຽດນາມໃນໄລຍະຈະມາເຖິງ
ພາຍຫຼັງເກືອບ 30 ປີແຫ່ງການເຂົ້າຮ່ວມ ອາຊຽນ, ຈາກບາດກ້າວທຳອິດຂອງການຮູ້ຈັກ, ການເຂົ້າຮ່ວມຂອງຫວຽດນາມ ນັບມື້ນັບກວ້າງຂວາງໃນທຸກຂົງເຂດການຮ່ວມມື, ກາຍເປັນສະມາຊິກ “ທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ” ຂອງສະມາຄົມ ແລະປະຊາຄົມ. ໃນເສົາຫຼັກການເມືອງ - ຄວາມໝັ້ນຄົງ, ຫວຽດນາມສະໜັບສະໜູນແລະມີສ່ວນຮັບຜິດຊອບໃນການຮັກສາຄວາມສາມັກຄີແລະຄວາມເອກະພາບຂອງອາຊຽນຢ່າງສະໝ່ຳສະເໝີ, ປະນີປະນອມແລະຈັດການແກ້ໄຂຄວາມແຕກຕ່າງທີ່ເກີດຂຶ້ນລະຫວ່າງປະເທດຢ່າງຊ່ຽວຊານ. ຫວຽດນາມສົມທົບກັນບັນດາປະເທດອື່ນໆຢ່າງຕັ້ງໜ້າ ເພື່ອສົ່ງເສີມແນວທາງທີ່ສົມດຸນແລະເປັນກາງຂອງອາຊຽນ ໃນບັນຫາພາກພື້ນແລະສາກົນ ແລະມຸ່ງໝັ້ນທີ່ຈະສ້າງຫຼັກໝັ້ນ ແລະສຽງຮ່ວມກັນຂອງອາຊຽນ ໃນບັນຫາທີ່ສົ່ງຜົນກະທົບຕໍ່ສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ, ພິເສດແມ່ນ ຮັບປະກັນວ່າບັນຫາທະເລຕາເວັນອອກຍັງເປັນປົກກະຕິ ແລະ ການສົນທະນາຢ່າງກວ້າງຂວາງໃນກົນໄກ ແລະ ເວທີປາໄສ ແລະ ສະທ້ອນໃຫ້ເຫັນຢ່າງເໝາະສົມໃນເອກະສານອາຊຽນ. ຫວຽດນາມຍັງສະໜັບສະໜູນກົນໄກ ແລະ ເວທີປາໄສຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ເກີດຂຶ້ນໃໝ່ ໂດລຮຽກຮ້ອງໃຫ້ບັນດາປະເທດໃຫຍ່ເຄົາລົບບົດບາດໃຈກາງ ເປັນຕົ້ນແມ່ນບັນດາຂະບວນການແລະຂັ້ນຕອນຕ່າງໆ ເມື່ອເຂົ້າຮ່ວມໃນກົນໄກແລະເວທີປາໄສເຫຼົ່ານີ້; ພ້ອມກັນນັ້ນ, ຊຸກຍູ້ໃຫ້ອາຊຽນສະແດງທັດສະນະລວມກ່ຽວກັບຂໍ້ລິເລີ່ມຂອງບັນດາປະເທດໃຫຍ່ທີ່ກ່ຽວຂ້ອງກັບສະຖາປັດຕະຍະກຳພາກພື້ນ, ໃນນັ້ນມີການຮັບຮອງເອົາເອກະສານວ່າດ້ວຍວິໄສທັດຂອງອາຊຽນກ່ຽວກັບອິນໂດ-ປາຊີຟິກ (AOIP).
ຫວຽດນາມສືບຕໍ່ຊຸກຍູ້ການເຈລະຈາ ແລະມາດຕະການສ້າງຄວາມໄວ້ວາງໃຈໃນການຄຸ້ມຄອງ ແລະ ແກ້ໄຂຄວາມແຕກຕ່າງກັນ, ເຂົ້າຮ່ວມຢ່າງຕັ້ງໜ້າໃນການລົງເລິກການຮ່ວມມືດ້ານປ້ອງກັນຄວາມສະຫງົບໃນຂອບກົນໄກຕ່າງໆ, ເຊັ່ນ: ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ADMM, ADMM+ ແລະ ARF. ເຊິ່ງລວມທັງການຊ້ອມຮົບ ແລະການຊ້ອມຮົບທາງທະຫານ ໃນຂົງເຂດຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ເຊັ່ນການຕ້ານການກໍ່ການຮ້າຍ, ການປ້ອງກັນແລະຕ້ານອາດຊະຍາກຳຂ້າມຊາດ ແລະຄວາມໝັ້ນຄົງທາງທະເລ. ຫວຽດນາມກໍ່ຕັ້ງໜ້າຊຸກຍູ້ການແບ່ງປັນ ແລະ ຊຸກຍູ້ບັນດາລະບຽບການ ແລະ ມາດຖານການປະພຶດຂອງອາຊຽນ ກັບບັນດາຄູ່ຮ່ວມມື ໂດຍຜ່ານການຜັນຂະຫຍາຍບັນດາກົນໄກ ແລະ ຂໍ້ຕົກລົງຂອງອາຊຽນ, ເຊັ່ນ TAC ແລະ ສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ), ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຕາເວັນອອກ (DOC).
ໃນເສົາຫຼັກເສດຖະກິດ, ຫວຽດນາມເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການຮ່ວມມື ແລະການເຊື່ອມໂຍງຂອງອາຊຽນ ໃນຂົງເຂດການຄ້າ, ການລົງທຶນ, ການເງິນ ແລະເງິນຕາ; ເປັນໜຶ່ງໃນສອງປະເທດທີ່ມີອັດຕາການປະຕິບັດບັນດາມາດຕະການບຸລິມະສິດສູງສຸດໃນແຜນການປະຊາຄົມເສດຖະກິດອາຊຽນປີ 2015 (ດ້ວຍອັດຕາສ່ວນ 95,5%, ອັນດັບທີ 2 ຖັດຈາກສິງກະໂປ) ແລະພວມປະຕິບັດຢ່າງຈິງໃຈບັນດາຄຳໝັ້ນສັນຍາພາຍໃຕ້ແຜນແມ່ບົດສ້າງປະຊາຄົມເສດຖະກິດອາຊຽນຮອດປີ 2025. ຫວຽດນາມ ໄດ້ຮັບຜົນສຳເລັດບັນດາວຽກງານຕາມລະບຽບການໝູນວຽນ ຫຼື ໂດຍຫວຽດນາມສະເໜີ ຢ່າງຕັ້ງໜ້າ, ເຊັ່ນການປະສານງານການຮ່ວມມືດ້ານເສດຖະກິດອາຊຽນ - ອີຢູ, ການເປັນປະທານການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານອາຊຽນ - ຍີ່ປຸ່ນ, ປະທານກຸ່ມລົງທຶນໃນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ພິເສດແມ່ນ ໃນປີທີ່ເປັນປະທານອາຊຽນ 2020, ຫວຽດນາມ ໄດ້ຝາກຄວາມໄວ້ວາງໃຈໃຫ້ກັບບັນດາປະເທດນຳໜ້າ ແລະ ຊຸກຍູ້ການແກ້ໄຂບັນດາບັນຫາພົ້ນເດັ່ນ ເພື່ອສິ້ນສຸດການເຈລະຈາ ແລະ ລົງນາມໃນ RCEP. ຫວຽດນາມ ກໍ່ສະເໜີ ແລະ ຍູ້ແຮງບັນດາຂໍ້ລິເລີ່ມອື່ນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19 ແລະ ຊຸກຍູ້ການເຊື່ອມໂຍງ ແລະ ເຊື່ອມຕໍ່ເສດຖະກິດອາຊຽນ, ໃນນັ້ນມີແຜນການດຳເນີນງານຮ່າໂນ້ຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການເຊື່ອມຕໍ່ຕ່ອງໂສ້ການສະໜອງຂອງ ອາຊຽນ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບບັນດາມາດຕະການບໍ່ແມ່ນພາສີ ສຳລັບສິນຄ້າທີ່ບໍ່ຈຳເປັນຂອງອາຊຽນ ເພື່ອຮັບມືກັບໂລກລະບາດໂຄວິດ-19.
ໃນເສົາຫຼັກວັດທະນະທຳ-ສັງຄົມ, ຫວຽດນາມ ໄດ້ເຂົ້າຮ່ວມປະຕິບັດບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ ແລະ ຜັນຂະຫຍາຍຂໍ້ລິເລີ່ມປະຕິບັດຫຼາຍຢ່າງ, ພ້ອມທັງສົມທົບກັນຢ່າງຕັ້ງໜ້າ ບັນດາເນື້ອໃນການຮ່ວມມືຂອງສະມາຄົມວັດທະນະທຳ-ສັງຄົມອາຊຽນ ເຂົ້າໃນໂຄງການຈຸດໝາຍແຫ່ງຊາດ ແລະ ຍຸດທະສາດພັດທະນາຂອງຫວຽດນາມ ແລະຊັບພະຍາກອນ, ຮັບປະກັນການປະຕິບັດໄວ, ຄົບຊຸດ ແລະສົມບູນແບບ. ຫວຽດນາມ ໄດ້ປະຕິບັດໜ້າທີ່ ແລະ ພັນທະຂອງສະມາຊິກຢ່າງສຳເລັດຜົນ, ເປັນປະທານກອງປະຊຸມ, ເຂົ້າຮ່ວມການປຶກສາຫາລື ແລະ ໄດ້ສະເໜີຂໍ້ລິເລີ່ມທີ່ປະກອບສ່ວນຊຸກຍູ້ການຮ່ວມມືອາຊຽນ ໃນຫຼາຍຂົງເຂດວັດທະນະທຳ-ສັງຄົມ ເຊັ່ນ: ແຮງງານ ແລະ ການຮ່ວມມືກັບຊາວໜຸ່ມ, ແມ່ຍິງ ແລະ ເດັກນ້ອຍ... ໃນປີທີ່ເປັນປະທານອາຊຽນ 2020, ຫວຽດນາມ ໄດ້ສະແດງບົດບາດນຳໜ້າຂອງຕົນ, ໄດ້ວາງອອກຫຼາຍຂໍ້ລິເລີ່ມໃຫ້ອາຊຽນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ໂດຍໄວ ແລະ ມີປະສິດທິຜົນ, ຮັບປະກັນຊີວິດສັງຄົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ໃນລະຫວ່າງແລະຫຼັງການລະບາດຂອງພະຍາດໂຄວິດ-19.
ກ່ຽວກັບການພົວພັນຕ່າງປະເທດ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ໃນບາງກໍລະນີມີບົດບາດສຳຄັນ, ນຳໜ້າໃນການຊຸກຍູ້ການພົວພັນກັບບັນດາຄູ່ເຈລະຈາຂອງ ອາຊຽນ, ປະກອບສ່ວນຮັບປະກັນບົດບາດໃຈກາງ, ເພີ່ມທະວີທີ່ຕັ້ງສາກົນຂອງ ອາຊຽນ. ທ່ໜ້າສັງເກດຄື, ໃນເມື່ອຫວຽດນາມດຳລົງຕຳແໜ່ງປະທານອາຊຽນປີ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດປີ 2020-2021, ຫວຽດນາມໄດ້ສົມທົບແລະຊຸກຍູ້ການຮ່ວມມືຢ່າງຊ່ຽວຊານລະຫວ່າງກົນໄກທັສອງ, ເສີມສ້າງສຽງຂອງອາຊຽນໃນຄວາມພະຍາຍາມລະດັບຟລກໃນການຮັກສາສັນຕິພາບແລະຄວາມໝັ້ນຄົງ, ຄວາມສະເໝີພາບທາງເພດ, ເສີມຂະຫຍາຍບົດບາດຂອງແມ່ຍິງເພື່ອສັນຕິພາບແລະຄວາມໝັ້ນຄົງ, ຜ່ານນັ້ນຍົກສູງບົດບາດ ແລະ ຖານະເສດຖະກິດຂອງປະເທດຊາດອາຊຽນ ບົດບາດຂອງຫວຽດນາມໃນອາຊຽນ ແລະ ສະຫະປະຊາຊາດ.
ປະຕິບັດບົດສະຫຼຸບເລກທີ 59-KL/TW ຂອງກົມການເມືອງສູນກາງພັກ, ໂດຍອີງໃສ່ສະຖານະການປະຈຸບັນ ແລະ ແງ່ຫວັງການພັດທະນາຂອງອາຊຽນຮອດປີ 2030, ວິໄສທັດຮອດປີ 2045, ແລະ ຈາກພຶດຕິກຳຕົວຈິງໃນການເຂົ້າຮ່ວມໃນອາຊຽນເກືອບ 3 ທົດສະວັດທີ່ຜ່ານມາ, ການມີສ່ວນຮ່ວມຂອງຫວຽດນາມໃນອາຊຽນໃນເວລາທີ່ຈະມາເຖິງຈໍາເປັນຕ້ອງໃຫ້ຄວາມສໍາຄັນໃນບັນຫາຕໍ່ໄປນີ້:
ທີ່ໜຶ່ງ, ເພີ່ມທະວີການໂຄສະນາເຜີຍແຜ່, ຍົກສູງຄວາມຮັບຮູ້ກ່ຽວກັບອາຊຽນ, ຢືນຢັນຄວາມສຳຄັນຂອງຄຸນຄ່າຫຼາຍດ້ານຂອງອາຊຽນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ເນັ້ນໜັກລັກສະນະຍຸດທະສາດຂອງອາຊຽນທີ່ມີຕໍ່ຫວຽດນາມ, ພ້ອມກັນນັ້ນ, ກໍ່ຜ່ານຜ່າສະພາວະທາງຈິດວິທະຍາທັງມີຫວັງຫຼາຍເກີນໄປ ຫຼືບໍ່ມີຄວາມຮັບເຖິງຄວາມສຳຄັນແລະຄວາມຖືກຕ້ອງຂອງບົດບາດ ແລະທີ່ຕັ້ງຂອງອາຊຽນ.
ທີ່ສອງ, ຜະສົມປະສານຢ່າງກົມກຽວລະຫວ່າງຄວາມຄິດແຫ່ງຊາດແລະປະຊາຄົມອາຊຽນ, ລະຫວ່າງຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດລວມຂອງປະຊາຄົມອາຊຽນ.ປະເທດສະມາຊິກແຕ່ລະປະເທດ, ໃນນັ້ນມີຫວຽດນາມ, ເປັນສ່ວນໜຶ່ງຂອງປະຊາຄົມ. ດັ່ງນັ້ນ, ໃນຂະນະທີ່ຮັບປະກັນຜົນປະໂຫຍດຂອງຊາດສູງສຸດ, ຫວຽດນາມຈຳເປັນຕ້ອງໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງຕົນເອງໂດຍທົ່ວໄປ, ໂດຍສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງປະຊາຄົມ ແລະ ຄຳນຶງເຖິງຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງປະເທດສະມາຊິກອື່ນໆ.
ທີສາມ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງອາຊຽນ ໃນສະພາບການແຂ່ງຂັນຍຸດທະສາດທີ່ຮຸນແຮງຂຶ້ນລະຫວ່າງບັນດາປະເທດມະຫາອຳນາດ ແລະຜົນກະທົບທີ່ອາດຈະເກີດຂຶ້ນເມື່ອຕີມໍຕາເວັນອອກເຂົ້າເປັນສະມາຊິກເຕັມຮູບແບບຂອງອາຊຽນ.
ທີສີ່, ກຳນົດບົດບາດຫຼັກ, ຜູ້ນຳ ແລະ ບົດບາດໄກ່ເກ່ຍສອດຄ່ອງກັບຄວາມສາມາດ ແລະ ເງື່ອນໄຂສະເພາະຂອງຫວຽດນາມ ໃນການເຂົ້າຮ່ວມໃນອາຊຽນ ເຊິ່ງຈຳເປັນຕ້ອງລະບຸຂົງເຂດ ແລະ ບັນຫາສະເພາະທີ່ຫວຽດນາມສາມາດເຮັດໄດ້ ແລະຈຳເປັນຕ້ອງມີບົດບາດສຳຄັນໃນການນຳພາ ຫຼືການໄກ່ເກ່ຍ ເຊັ່ນດຽວກັນກັບວິທີການປະຕິບັດ.
ທີຫ້າ, ໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນຍາດແຍ່ງກາລະໂອກາດ ແລະ ຜົນປະໂຫຍດຈາກ ແລະ ຜ່ານບັນດາປະເທດອາຊຽນ ເພື່ອພັດທະນາຕາມຄວາມໂຊກດີ, ຂໍ້ໄດ້ປຽນ ແລະ ທ່າແຮງໃໝ່ຂອງຫວຽດນາມ.
ທີຫົກ, ປັບປຸງປະສິດທິຜົນການເຂົ້າຮ່ວມການຮ່ວມມືຂອງອາຊຽນໃນທຸກຂົງເຂດ ຂອງບັນດາກະຊວງ, ຂະແໜງການໃນສະພາບການເຊື່ອມໂຍງຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ພະນັກງານ ແລະ ຜູ້ຊ່ຽວຊານ ກ່ຽວກັບການຮ່ວມມືອາຊຽນ; ເພີ່ມທະວີກົນໄກປະສານງານລະຫວ່າງຂະແໜງການ, ພິເສດແມ່ນບັນດາການເຄື່ອນໄຫວໂດຍຫວຽດນາມເປັນປະທານ; ຮັດແໜ້ນ ແລະ ປັບປຸງປະສິດທິຜົນການເຄື່ອນໄຫວຂອງຄະນະເລຂາທິການອາຊຽນແຫ່ງຊາດ ແລະ ຄະນະຜູ້ແທນຫວຽດນາມປະຈຳອາຊຽນ ໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະ ວຽກງານໃນສະພາບການໃໝ່.
ເວົ້າລວມແລ້ວ, ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານລວມຂອງປະຊາຄົມ ແລະ ການເຕີບໂຕ ແລະຜົນສຳເລັດຂອງອາຊຽນໃນປະຈຸບັນ, ພ້ອມກັນນັ້ນ ກໍ່ປະກອບສ່ວນສຳຄັນໃນການສ້າງສະພາບແວດລ້ອມທີ່ສະຫງົບສຸກ, ໝັ້ນຄົງ ແລະເອື້ອອຳນວຍຕໍ່ການພັດທະນາປະເທດຊາດ, ການຍາດແຍ່ງເອົາແຫຼ່ງກຳລັງຫຼາຍຂຶ້ນ, ການເປີດກວ້າງພື້ນທີ່ສຳລັບການພັດທະນາສະຖາບັນ ແລະປັບປຸງຍົກສູງຄຸນນະພາບພະນັກງານ ເພື່ອຕອບສະໜອງຄວາມຕ້ອງການເຊື່ອມໂຍງສາກົນນັບມື້ນັບກວ້າງຂວາງ, ເສີມຂະຫຍາຍບົດບາດ ແລະ ຖານະຍຸດທະສາດຂອງຫວຽດນາມ ໃນການພົວພັນກັບບັນດາປະເທດ, ພິເສດແມ່ນຄູ່ຮ່ວມມືທີ່ສຳຄັນ. ນັບແຕ່ນີ້ຮອດປີ 2030 ແລະຕໍ່ໄປ, ເພື່ອແນໃສ່ຊຸກຍູ້ບັນດາຜົນງານທີ່ບັນລຸໄດ້ດ້ວຍຄວາມໂຊກດີ, ທ່າແຮງ, ກຽດສັກສີ ແລະ ທີ່ຕັ້ງໃໝ່ຂອງປະເທດ, ຫວຽດນາມຕ້ອງເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ສ້າງສັນ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນວຽກງານລວມຂອງປະຊາຄົມ ພ້ອມທັງຮັບໃຊ້ຜົນປະໂຫຍດຂອງຊາດໃຫ້ດີຂຶ້ນຕາມແນວຄິດໃໝ່ ແລະໃນສະພາບການໃໝ່./.
-----------------------------
(1) ເບິ່ງ: ສຳນັກຂ່າວສານຫວຽດນາມ: “ຫວຽດນາມສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ໄຫວພິບ ແລະ ປະດິສ້າງໃນອາຊຽນ”, ວາລະສານໂຄສະນາອົບຮົມເອເລັກໂຕຣນິກ, ອອກວັນທີ່ 27 ຕຸລາ 2023, https://tuyengiao.vn/viet-nam-tiep-tuc-la-thanh-vien-chu-dong-tich-cuc-trach-nhiem-linh-hoat-va-sang-tao-trong-asean-152434
(2) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ໜ້າ 110
(3) ກອງປະຊຸມສຸດຍອດອາຊຽນຄັ້ງທີ່ 40 - 41 (ເດືອນພະຈິກ 2022) ໄດ້ເປັນເອກະສັນກ່ຽວກັບຫຼັກການຮັບເອົາ ຕີມໍ ຕາເວັນອອກ ເຂົ້າເປັນສະມາຊິກທີ່ 11 ຂອງອາຊຽນ ແລະມອບສະຖານະຜູ້ສັງເກດການໃຫ້ ຕີມໍ ຕາເວັນອອກ
(4) ອາຊຽນໄດ້ຍົກລະດັບສັນຍາການຄ້າເສລີກັບຍີ່ປຸ່ນ, ກຳລັງເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີກັບ ຈີນ, ສ.ເກົາຫຼີ, ອິນເດຍ, ໂອສະຕຣາລີ, ນູແວນເຊລັງ, ອານາເຂດຮົ່ງໂກງ (ຈີນ); ກຳລັງເຈລະຈາສັນຍາການຄ້າເສລີກັບກັບການາດາ
(5) ເບິ່ງ: “ເສດຖະກິດອາຊຽນ “ກຳລັງກ້າວກະໂດດ” ດ້ວຍຮາກຖານແລະແຮງຂັບເຄື່ອນທີ່ໝັ້ນຄົງ”, ສູນ WTO ແລະການເຊື່ອມໂຍງ (VCCI), ວັນທີ່ 4 ເມສາ2023, https://aecvcci.vn/tin-tuc-n11115/kinh-te-asean-but-pha-voi-nen-tang-va-dong-luc-vung-manh.htm
(6) ເບິ່ງ: “Rural Development and Poverty Eradiction” (ແປໂດຍຫຍໍ້: ການພັດທະນາຊົນນະບົດ ແລະ ການລົບລ້າງຄວາມອຶດຫີບ, ຫຼຸດຜ່ອນຄວາມທຸກຍາກ), The ASEAN Secretariat, 2024, https://asean.org/our-communities/asean-socio-cultural-community/rural-development-and-poverty-eradiction/
(7) Kementerian Kominfo: “PMK Coordinating Minister: ASCC Produces Strategic Ideas to Tackle Poverty (ແປໂດຍຫຍໍ້: ລັດຖະມົນຕີຜູ້ປະສານງານ PMK: ASCC ສະເໜີແນວຄວາມຄິດຍຸດທະສາດເພື່ອແກ້ໄຂຄວາມທຸກຍາກ), ASEAN In-đô-nê-xi-a 2023, ngày 8-5-2023, https://asean2023.id/en/news/pmk-coordinating-minister-ascc-produces-strategic-ideas-to-tackle-poverty
(8) ເບິ່ງ: “ASEAN Key Figures 2023” (ແປໂດຍຫຍໍ້: ຂໍ້ມູນຫຼັກຂອງອາຊຽນປີ 2023), ASEAN Secretariat, ເດືອນພະຈິກ 2023, https://www.aseanstats.org/wp-content/uploads/2023/12/ASEAN-Key-Figures-2023.pdf, ໜ້າ 11-13