ການຕ່າງະເທດປະຊາຊົນເສີມຂະຫຍາຍບົດບາດເປັນເສົາຄ້ຳ
ໃນການຕ່າງປະເທດ ແລະ ການທູດຫວຽດນາມ
ໃນການຕ່າງປະເທດ ແລະ ການທູດຫວຽດນາມ
ວກ. - ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ (ເດືອນມັງກອນ2021) ກຳນົດເປັນຄັ້ງທຳອິດວ່າ: “ການສ້າງລະບົບການທູດທີ່ຮອບດ້ານ ແລະທັນສະໄໝດ້ວຍສາມເສົາຄ້ຳຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ”(1). ເສີມຂະຫຍາຍບົດບາດເປັນເສົາຄ້ຳໃນລະບົບການທູດຫວຽດນາມ, ຕັ້ງແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ມາຮອດປະຈຸບັນ, ວຽກງານການຕ່າງປະເທດປະຊາຊົນໄດ້ປະສົບຄວາມສຳເລັດທາງບວກຫຼາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພ້ອມກັນກັບການຕ່າງປະເທດຂອງພັກ ແລະການທູດຂອງລັດ ສ້າງຈຸດສະຫວ່າງທີ່ໂດດເດັ່ນ ຂອງລະບົບການທູດຫວຽດນາມ.
ຈາກບົດບາດສຳຄັນກາຍເປັນໜຶ່ງໃນສາມເສົາຄ້ຳຂອງການທູດຫວຽດນາມ
ການພົວພັນຕ່າງປະເທດປະຊາຊົນແມ່ນຮູບແບບທີ່ເປັນເອກະລັກສະເພາະຂອງການທູດຫວຽດນາມ, ຖືກຈັດຕັ້ງແລະນຳພາໂດຍກົງ ໂດຍພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ ຕັ້ງແຕ່ໄລຍະຕົ້ນຂອງການປະຕິວັດ. ແນວຄິດຂອງປະທານໂຮ່ຈີມິນ ກ່ຽວກັບການພົວພັນທາງການທູດລະຫວ່າງປະຊາຊົນກັບປະຊາຊົນ ລວມມີບັນດາທັດສະນະຕົ້ນຕໍກ່ຽວກັບຜົນປະໂຫຍດຂອງຊາດ-ປະເທດຊາດ, ກ່ຽວກັບການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ, ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບຄວາມສາມັກຄີ ແລະ ການຮ່ວມມືສາກົນ. ເປີດກວ້າງການພົວພັນຕ່າງປະເທດ, “ເພີ່ມມິດ, ຫຼຸດຜ່ອນສັດຕູ”, “ການທູດສູ່ຫົວໃຈ”...
ໃນສະພາບຕົວຈິງແຕ່ລະໄລຍະການປະຕິວັດຂອງຫວຽດນາມ, ການພົວພັນຕ່າງປະເທດປະຊາຊົນໄດ້ມີບົດບາດທີ່ມີປະສິດທິຜົນ, ສອດຄ່ອງກັບເງື່ອນໄຂຕົວຈິງ, ປະກອບສ່ວນສ້າງຕັ້ງແນວໂຮມປະເທດຊາດທີ່ຍິ່ງໃຫຍ່ ສະໜັບສະໜູນປະຊາຊົນຫວຽດນາມໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນໄລຍະຫຼັງຂອງການກໍ່ສ້າງ ແລະ ພັດທະນາປະເທດຊາດ.
ທີ່ກອງປະຊຸມທົ່ວປະເທດຂອງພັກ ຈັດຂຶ້ນຢູ່ຕາແສງ ເຕິນຈ່າວ (ເດືອນສິງຫາ1945), ພັກກອມມູນິດຫວຽດນາມ ໄດ້ສະເໜີບັນດາຄວາມຕັດສິນໃຈສຳຄັນ ກ່ຽວກັບວຽກງານພາຍໃນ ແລະ ຕ່າງປະເທດ, ໃນນັ້ນ, ກ່ຽວກັບວຽກງານການຕ່າງປະເທດ, ພັກວາງແຜນນະໂຍບາຍໃຫ້ຫຼີກລ້ຽງສະຖານະການທີ່ຕ້ອງຮັບມືກັບກອງກຳລັງຈຳນວນຫຼາຍໃນເວລາດຽວກັນ. ພ້ອມກັນນັ້ນ, ຕ້ອງຕິດຕໍ່ພົວພັນກັບປະຊາຊົນບັນດາປະເທດທີ່ກ່ຽວຂ້ອງ ເພື່ອຍາດແຍ່ງການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງພວກເຂົາ. ນີ້ແມ່ນພື້ນຖານອັນສຳຄັນເພື່ອໃຫ້ພັກກອມມູນິດຫວຽດນາມ ສ້າງນະໂຍບາຍການຕ່າງປະເທດທີ່ເປັນມິດກັບປະຊາຊົນບັນດາປະເທດ, ພິເສດແມ່ນ ຂົນຂວາຍປະຊາຊົນເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈ, ສະໜັບສະໜູນການຕໍ່ສູ້ທີ່ເປັນທຳຂອງປະຊາຊົນຫວຽດນາມ ໃນການປົດປ່ອຍຊາດ ແລະໂຮມປະເທດຊາດເປັນເອກະພາບ. ພາຍຫຼັງການປະຕິວັດເດືອນສິງຫາປີ 1945 ໄດ້ຮັບຜົນສຳເລັດ, ປະທານໂຮ່ຈິມິນ ໄດ້ຊີ້ນຳບັນດາອົງຄະນະມະຫາຊົນ ເຂົ້າຮ່ວມແນວໂຮມປະຊາຊົນປະຊາທິປະໄຕ ແລະ ກ້າວໜ້າໃນໂລກ ເຊັ່ນ: ສະຫະພັນກຳມະບານໂລກ (WFTU), ສະຫະພັນຊາວໜຸ່ມຊາທິປະໄຕໂລກ (WFDY), ສະຫະພັນແມ່ຍິງຊາທິປະໄຕສາກົນ (WIDF), ສະມາຄົມທະນາຍຄວາມຊາທິປະໄຕສາກົນ (IADL), ສະພາສັນຕິພາບໂລກ (WPC). ທ່ານກໍ່ໄດ້ຊີ້ນຳການສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ອາເມລິກາ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຈີນ. ນີ້ແມ່ນບັນດາອົງການພົວພັນຕ່າງປະເທດປະຊາຊົນແຫ່ງທຳອິດ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມືສຳຄັນເຫຼົ່ານີ້.
ແຜນນະໂຍບາຍປະຕິບັດວຽກງານການຕ່າງປະເທດປະຊາຊົນ ໄດ້ກ່າວເຖິງໃນຂັ້ນຕ່າງໆ ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ (ປີ 1951) ແລະ ສືບຕໍ່ໄດ້ຮັບການຜັນຂະຫຍາຍຜ່ານບັນດາກອງປະຊຸມໃຫຍ່ຂອງພັກ. ທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເປັນຄັ້ງທຳອິດທີ່ການພົວພັນການຕ່າງປະເທດປະຊາຊົນໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນສາມເສົາຄ້ຳຂອງການຕ່າງປະເທດ ແລະການທູດຫວຽດນາມຢ່າງຮອບດ້ານ ແລະ ທັນສະໄໝ. ນີ້ແມ່ນການພັດທະນາອັນສຳຄັນ ໃນຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ກ່ຽວກັບບົດບາດ, ທີ່ຕັ້ງຂອງການຕ່າງປະເທດປະຊາຊົນ ໃນໄລຍະປະຈຸບັນ.ເຜີຍແຜ່ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳດັ້ງເດີມ ໃຫ້ນັກທ່ອງທ່ຽວສາກົນ (ພາບ: ຟານຫວູຈ້ອງ) _ແຫຼ່ງ: nhiepanhdoisong.vn
ເສີມຂະຫຍາຍບົດບາດເສົາຄ້ຳຂອງການຕ່າງປະເທດປະຊາຊົນ
ໃນລະບົບການທູດຫວຽດນາມທີ່ຮອບດ້ານແລະທັນສະໄໝ
ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເພື່ອປະຕິບັດການຊີ້ນຳຂອງຄະນະເລຂາທິການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເປັນປະທານ, ສົມທົບກັບບັນດາອົງການ, ທ້ອງຖິ່ນ ແລະ ອົງການຈັດຕັ້ງປະຊາຊົນ ຜັນຂະຫຍາຍໂຄງການສະຫຼຸບ 10 ປີ ແຫ່ງການປະຕິບັດຄໍາສັ່ງເລກທີ 04-CT/TW ລົງວັນທີ 6 ກໍລະກົດ 2011, ຂອງກອງເລຂາທິການສູນກາງຊຸດທີ XI “ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດປະຊາຊົນ ໃນສະພາບການໃໝ່”. ບົນພື້ນຖານໝາກຜົນຂອງການປະຕິບັດໂຄງການນັ້ນ, ຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ຄຳແນະນຳໃຫ້ຄະນະເລຂາທິການສູນກາງພັກຊຸດທີ XIII ອອກຄຳສັ່ງເລກທີ 12/CT-TW ລົງວັນທີ 5 ມັງກອນ 2022 “ກ່ຽວກັບການເພີ່ມທະວີການນຳພາຂອງພັກ, ຍົກສູງປະສິດທິຜົນຂອງການຕ່າງປະເທດປະຊາຊົນ ໃນສະພາບການໃໝ່”. ຄຳສັ່ງເລກທີ 12/CT-TW ໄດ້ວາງທັດສະນະທີ່ເປັນທິດທາງ, ວິໄສທັດ, ຍົກສູງຄວາມຮັບຮູ້ ແລະ ກຳນົດໜ້າທີ່ຂອງລະບົບການເມືອງທັງໝົດ ໃນການເສີມຂະຫຍາຍບົດບາດຂອງການຕ່າງປະເທດປະຊາຊົນຢ່າງແຂງແຮງກ່ວາອີກ ໂດຍເຊື່ອມໂຍງຢ່າງແໜ້ນແຟ້້ການຕ່າງປະເທດປະຊາຊົນ ກັບການຕ່າງປະເທດຂອງພັກ ແລະ ການທູດຂອງລັດ, ຜ່ານນັ້ນ ຍົກສູງກຳລັງແຮງສັງລວມຂອງລະບົບການທູດຫວຽດນາມ, ປະກອບສ່ວນກໍ່ສ້າງ ແລະ ປັບປຸງກ້ອນກຳລັງມະຫາສາມັກຄີປວງຊົນທັງຊາດ, ຮັບໃຊ້ພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ການປະຕິບັດຄໍາສັ່ງເລກທີ 12-CT-TW ເປັນຢ່າງດີ ຈະປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີປະສິດທິຜົນ, ສືບຕໍ່ເສີມຂະຫຍາຍໝາກຜົນອັນດີງາມ ແລະສ່ວນຮ່ວມອັນຕັ້ງໜ້າ ຂອງການຕ່າງປະເທດປະຊາຊົນ ໃນວຽກງານການຕ່າງປະເທດລວມຂອງປະເທດ.
ເມື່ອເບິ່ງຄືນຫຼັງໃນໄລຍະຜ່ານມາ, ດ້ວຍຄຳຂວັນ “ເປັນເຈົ້າການ, ໄຫວພິບ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”, ວຽກງານການຕ່າງປະເທດປະຊາຊົນ ໄດ້ມີການປະກອບສ່ວນສຳຄັນ ເຂົ້າໃນຜົນງານຂອງແນວຮົບການຕ່າງປະເທດຫວຽດນາມ.
ທີ່ໜຶ່ງ, ແນວໂຮມປະເທດຊາດ, ອົງຄະນະມະຫາຊົນ ແລະ ອົງການປະຊາຊົນໄດ້ຕັ້ງໜ້າຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບປະຊາຊົນບັນດາປະເທດ, ປະກອບສ່ວນເຂົ້າໃນການຮັດແໜ້ນ, ເພີ່ມທະວີ ແລະ ສ້າງພື້ນຖານສັງຄົມທີ່ເອື້ອອຳນວຍ ໃຫ້ແກ່ການພົວພັນຕ່າງປະເທດຂອງຫວຽດນາມກັບບັນດາປະເທດ.
ບັນດາອົງການປະຊາຊົນຂອງຫວຽດນາມ ໄດ້ປັບປຸງ ແລະ ພັດທະນາການພົວພັນກັບອົງການ ແລະ ຄູ່ຮ່ວມມື ຫຼາຍພັນແຫ່ງ, ໃຫ້ບຸລິມະສິດການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດສະມາຊິກອາຊຽນ, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ບັນດາປະເທດທີ່ມີທີ່ຕັ້ງສຳຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ຂໍ້ຕົກລົງການຮ່ວມມືສອງຝ່າຍລະຫວ່າງອົງການປະຊາຊົນຫວຽດນາມ ກັບຄູ່ຮ່ວມມືຕ່າງປະເທດ ຫຼາຍສະບັບ ໄດ້ຮັບການລົງນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຈຸດສຸມ, ແທດຈິງ ແລະ ມີປະສິດທິຜົນ. ການເຄື່ອນໄຫວຮ່ວມມືໄດ້ຮັບການຜັນຂະຫຍາຍໃນຫຼາຍຮູບແບບທີ່ຫຼາກຫຼາຍ ແລະອຸດົມສົມບູນ ເຊັ່ນ ການແລກປ່ຽນຄະນະຜູ້ແທນ, ການແລກປ່ຽນມິດຕະພາບ, ການຢ້ຽມຢາມ, ການອວຍພອນເນື່ອງໃນວັນບຸນ, ປີໃໝ່, ການໂອ້ລົມສົນທະນາ, ການສຳມະນາແບ່ງປັນປະສົບການ, ການຝຶກອົບຮົມແລະບຳລຸງສ້າງພະນັກງານ, ການອາສາສະໝັກ ແລະກິດຈະກຳມະນຸດສະທຳ, ການມອບແລະຮັບລາງວັນ, ການສະເຫຼີມສະຫຼອງເຫດການປະຫວັດສາດທີ່ສຳຄັນ ໃນການພົວພັນທາງການທູດລະຫວ່າງຫວຽດນາມ ແລະບັນດາປະເທດ.
ທີສອງ, ຄຽງຄູ່ກັບການພັດທະນາການພົວພັນລະຫວ່າງສອງຝ່າຍ, ແນວໂຮມປະເທດຊາດ, ບັນດາອົງຄະນະມະຫາຊົນ ແລະ ອົງການຈັດຕັ້ງປະຊາຊົນ ໄດ້ຊາບຊຶມແຜນນະໂຍບາຍ “ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ”, “ຮັກສາເອກະລາດ ແລະ ຄວາມເປັນເຈົ້າຕົນເອງ, ສືບຕໍ່ປັບປຸງຍົງສູງຄຸນນະພາບ ແລະ ປະສິດທິຜົນ ຂອງການເຄື່ອນໄຫວພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ"; ບົນພື້ນຖານນັ້ນ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍ ແລະ ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ ແລະ ຄວາມຄິດປະດິດສ້າງ ໃນບັນດາກົນໄກຫຼາຍຝ່າຍ ເຊິ່ງຫວຽດນາມເປັນສະມາຊິກ. ອົງຄະນະມະຫາຊົນ ແລະ ອົງການຈັດຕັ້ງປະຊາຊົນຈຳນວນໜຶ່ງ ໄດ້ເຂົ້າຮັບບົດບາດນຳພາໃນບັນດາກົນໄກຮ່ວມມືຫຼາຍຝ່າຍສາກົນ ແລະ ພາກພື້ນ ເຊັ່ນ ປະທານສະຫະພັນກຳມະບານ ຫວຽດນາມ ເປັນຮອງປະທານສະຫະພັນກຳມະບານໂລກ, ປະທານຄະນະກຳມະການສັນຕິພາບຫວຽດນາມ ຮັບໜ້າທີ່ເປັນຮອງປະທານສະພາສັນຕິພາບໂລກ, ພັນທະມິດສະຫະກອນຫວຽດນາມ ເຂົ້າຮ່ວມຄະນະນຳສະມັດຊາໃຫຍ່ທົ່ວໂລກຂອງພັນທະມິດສະຫະກອນສາກົນ... ນອກນັ້ນ, ບັນດາອົງການປະຊາຊົນຫວຽດນາມ ໄດ້ເປັນເຈົ້າການໃນການຄົ້ນຄວ້າ ແລະ ເຂົ້າຮ່ວມບັນດາກົນໄກຮ່ວມມືຫຼາຍຝ່າຍສາກົນ ແລະພາກພື້ນໃໝ່ ໃນການເຄື່ອນໄຫວທີ່ຫຼາກຫຼາຍ ເຊັ່ນ: ສະມາຄົມຊາວກະສິກອນຫວຽດນາມ ເຂົ້າຮ່ວມອົງການຊາວກະສິກອນໂລກ, ສະມາຄົມຜະລິດຕະພັນນົມຫວຽດນາມ ເຂົ້າຮ່ວມສະມາຄົນອາຫານແລະ ເຄື່ອງດື່ມແຫ່ງອາຊຽນ ແລະ ສະຫະພາບນົມສາກົນ, ສະມາຄົມທ່າເຮືອຫວຽດນາມ ເຂົ້າຮ່ວມສະມາຄົມທ່າເຮືອສາກົນ, ສະມາຄົມກົດໝາຍການກໍ່ສ້າງຫວຽດນາມ ເຂົ້າຮ່ວມສະຫະພັນກົດໝາຍການກໍ່ສ້າງສາກົນ, ສະມາຄົມພະຍາດຫຼອດເລືອດຫວຽດນາມ ເຂົ້າຮ່ວມສະມາຄົມພະຍາດຫຼອດເລືອດອາຊີ...
ບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ ໄດ້ປະສານງານຢ່າງຕັ້ງໜ້າ ກັບບັນດາຄູ່ຮ່ວມມື ເພື່ອຈັດຕັ້ງກອງປະຊຸມ, ການສຳມະນາ, ເວທີປາໄສຫຼາຍຝ່າຍລະດັບສາກົນແລະພາກພື້ນຫຼາຍຄັ້ງ, ພິເສດແມ່ນ ຄະນະກຳມະການສັນຕິພາບຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ສະພາສັນຕິພາບໂລກຄັ້ງທີ 22 (ປີ 2022), ສະມາຄົມຄົນຕາບອດຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວ “ມຸ່ງສູ່ຄວາມສະເໝີພາບ, ຄວາມກ້າວໜ້າ, ການເຊື່ອມໂຍງເຂົ້າກັບຄົນຕາບອດໃນພາກພື້ນອາຊຽນ” (ປີ 2022), ສະມາຄົມກາແດງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະພາກາແດງ ແລະ ວົງເດືອນແດງສາກົນພາກພື້ນອາຊີປາຊີຟິກ ຄັ້ງທີ 11 (ປີ 2023), ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຄະນະຜູ້ແທນສາກົນ ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດສະເຫຼີມສະຫຼອງ 50 ປີແຫ່ງວັນລົງນາມໃນສັນຍາ ປາຣີ ກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ຫວຽດນາມ (ປີ 2023)...
ໃນວິວັດການເຂົ້າຮ່ວມບັນດາກົນໄກ ແລະການເຄື່ອນໄຫວຫຼາຍຝ່າຍ, ບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ ໄດ້ເປັນເຈົ້າການໃນການສະເໜີມາດຕະການ ແລະຂໍ້ລິເລີ່ມການຮ່ວມມືຈຳນວນຫຼາຍ, ສະແດງໃຫ້ເຫັນເຖິງຄວາມສົນໃຈ, ການເຂົ້າຮ່ວມທີ່ເໝາະສົມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເຄື່ອນໄຫວຂອງປະຊາຊົນໃນພາກພື້ນ ແລະໂລກ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ.
ທີສາມ, ວຽກງານການຕ່າງປະເທດປະຊາຊົນໄດ້ປະສານງານຢ່າງຕັ້ງໜ້າ ແລະ ສະໜັບສະໜູນສອງເສົາຄ້ຳກັບການຕ່າງປະເທດຂອງພັກ ແລະການທູຂອງລັດ. ກ່ອນ, ໃນໄລຍະ ແລະ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາອົງຄະນະມະຫາຊົນ ແລະ ອົງການຈັດຕັ້ງປະຊາຊົນ ໄດ້ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ກ່ຽວກັບແນວທາງການຕ່າງປະເທດ ແລະ ການພັດທະນາປະເທດ ຂອງພັກກອມມູນິດຫວຽດນາມ ກັບເພື່ອນມິດແລະຄູ່ຮ່ວມມືສາກົນ; ພ້ອມກັນນັ້ນ, ແນະນຳປຶ້ມຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ບັນດາຄູ່ຮ່ວມມືທີ່ມີຄວາມສົນໃຈຢ່າງກວ້າຂວາງ: “ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງສູ່ສັງຄົມນິຍົມຢູ່ຫວຽດນາມ”; “ການສ້າງ ແລະ ພັດທະນາລະບົບການຕ່າງປະເທດ ແລະ ການທູດຫວຽດນາມຢ່າງຮອບດ້ານ, ທັນສະໄໝ, ເຂັ້ມແຂງ ດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ”. ອົງຄະນະມະຫາຊົນ ແລະອົງການຈັດຕັ້ງປະຊາຊົນຈຳນວນໜຶ່ງ ໄດ້ສົມທົບກັນຢ່າງຕັ້ງໜ້າ ເພື່ອຈັດຕັ້ງການເຄື່ອນໄຫວທາງການຕ່າງປະເທດປະຊາຊົນ ເນື່ອງໃນໂອກາດການນຳຂັ້ນສູງຂອງບັນດາປະເທດມາຢ້ຽມຢາມຫວຽດນາມ ເຊັ່ນ ການຢ້ຽມຢາມຂອງປະທານາທິບໍດີອາເມລິກາ ໂຈ ເບເດນ (ປີ 2023); ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີ ຈິ້ນຜິງ (ປີ 2023); ເຈົ້າຊາຍຍີ່ປຸ່ນ ຟູມິຮິໂຕະ ອາກິຊີໂນ ແລະເຈົ້າຍິງ ກາກວາຊິມະ ກີໂຕະ (ປີ 2023); ຈັດຕັ້ງການເຄື່ອນໄຫວວຽກງານການຕ່າງປະເທດປະຊາຊົນ ເນື່ອງໃນໂອກາດການຢ້ຽມຢາມຂອງການນຳພັກ ແລະລັດຫວຽດນາມ ຢູ່ ລາວ, ຈີນ, ອາເມລິກາ, ບຣາຊິນ, ກູບາ, ອາກຊັງຕີນ, ອູຣູກວາຍ...
ທີສີ່, ການຕ່າງປະເທດປະຊາຊົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານສື່ຂ່າວຕ່າງປະເທດ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດຊາດ ໂດຍຜ່ານຫຼາຍຮູບແບບທີ່ຍືດຫຍຸ່ນ ແລະສ້າງສັນ. ບັນດາອົງຄະນະມະຫາຊົນ, ອົງການຈັດຕັ້ງປະຊາຊົນນັບມື້ນັບຍົກສູງຄຸນນະພາບວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງປະເທດ, ນຳໃຊ້ເຕັກໂນໂລຊີດິຈິຕອນ, ສົມທົບເນື້ອໃນຂໍ້ມູນຂ່າວສານຕ່າງປະເທດ ເຂົ້າໃນການເຄື່ອນໄຫວວິຊາສະເພາະຂອງອົງການຂອງຕົນ ເພື່ອໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ປະຊາຊົນ, ປະຫວັດສາດ ແລະ ວັດທະນະທຳຂອງຫວຽດນາມ; ທັດສະນະ, ແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍຂອງຫວຽດນາມ; ການເຄື່ອນໄຫວການຕ່າງປະເທດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ຜ່ານນັ້ນ ສະໜອງຂໍ້ມູນຂ່າວສານທີ່ມີຊີວິດຊີວາ ແລະ ອຸດົມສົມບູນໃຫ້ແກ່ເພື່ອນມິດສາກົນ ແລະ ປະຊາຊົນໃນໂລກ. ໃນການເຄື່ອນໄຫວສອງຝ່າຍ ແລະ ການເຂົ້າຮ່ວມໃນໄກສາກົນ, ເວທີປາໄສປະຊາຊົນລະດັບສາກົນແລະພາກພື້ນ, ໃນນັ້ນມີ ເວທີປາໄສປະຊາຊົນອາຊຽນ (APF), ເວທີປາໄສປະຊາຊົນອາຊີ-ເອີຣົບ (AEPF), ບັນດາອົງການຈັດຕັ້ງປະຊາຊົນໄດ້ຈັດຕັ້ງກອງປະຊຸມສຳມະນາຫຼາຍຄັ້ງ (ໃນນັ້ນມີບັນດາກອງປະຊຸມສາກົນກ່ຽວກັບທະເລຕາເວັນອອກ ຈັດໂດຍສະມາຄົມທະນາຍຄວາມຫວຽດນາມ ຮ່ວມກັບບັນດາຄູ່ຮ່ວມມືສາກົນ ໃນລັດເຊຍ ຕັ້ງແຕ່ປີ 2016 ເຖິງປະຈຸບັນ), ການສົນທະນາເພື່ອແບ່ງປັນສະພາບຕົວຈິງ, ທັດສະນະ ແລະ ແຜນນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບບັນຫາສາສະໜາ, ຊົນເຜົ່າ, ປະຊາທິປະໄຕ, ສິດທິມະນຸດ, ເຂດທະເລຕາເວັນອອກ, ແຫຼ່ງນ້ຳແມ່ນ້ຳຂອງ..., ການແລກປ່ຽນເພື່ອໃຫ້ຄູ່ຮ່ວມມື ແລະ ເພື່ອນມິດສາກົນເຂົ້າໃຈ ແລະ ສະໜັບສະໜູນຫວຽດນາມ, ພ້ອມກັນນັ້ນກໍ່ຕໍ່ສູ້ຕ້ານຂໍ້ກ່າວຫາທີ່ຜິດພາດຂອງບັນດາອິດທິກຳລັງສັດຕູ ແລະປະຕິກິລິຍາ ໃນບັນດາບັນຫານີ້. ຄຽງຂ້າງນັ້ນ, ຫຼາຍອົງການຈັດຕັ້ງປະຊາຊົນໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບົດລາຍງານແຫ່ງຊາດຂອງຫວຽດນາມ ແລະ ສ້າງບົດລາຍງານ “ເງົາ”(2) ຕາມກົນໄກທົບທວນເປັນໄລຍະທົ່ວໄປ (UPR) ຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ.
ທີຫ້າ, ບັນດາອົງຄະນະມະຫາຊົນ, ອົງການຈັດຕັ້ງປະຊາຊົນ ໄດ້ມານະພະຍາຍາມຫຼາຍຢ່າງ ໃນການລະດົມແຫຼ່ງກຳລັງຈາກຕ່າງປະເທດ ແລະ ຜັນຂະຫຍາຍວຽກງານຊາວຫວຽດນາມໃນຕ່າງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະ ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດ.
ວຽກງານລະດົມຂົນຂວາຍ ແລະ ຍາດແຍ່ງເອົາແຫຼ່ງທຶນຊ່ວຍເຫຼືອຈາກຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລັດ ແລະ ກົດໝາຍທີ່ກ່ຽວຂ້ອງ. ບັນດາອົງຄະນະມະຫາຊົນ ແລະ ອົງການຈັດຕັ້ງປະຊາຊົນ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ຕາມບັນດາໂຄງການ, ແຜນງານ, ງານທີ່ບໍ່ແມ່ນໂຄງການ ທີ່ໄດ້ຮັບຈາກບັນດາຄູ່ຮ່ວມມືສາກົນ ເຊັ່ນ ອົງການຈັດຕັ້ງປະຊາຊົນຢູ່ປະເທດອື່ນ, ອົງການການຮ່ວມມືພັດທະນາຕ່າງປະເທດ, ອົງການສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນບັນດາຂົງເຂດທີ່ຫວຽດນາມໃຫ້ບຸລິມະສິດ (ຍົກຕົວຢ່າງ, ສາທາລະນະສຸກ, ການສຶກສາ, ການແກ້ໄຂຜົນຮ້າຍຈາກສົງຄາມ, ການພັດທະນາເສດຖະກິດ-ສັງຄົມ, ການບັນເທົາທຸກສຸກເສີນ, ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ...) ດ້ວຍມູນຄ່າສະເລ່ຍໃນ 10 ປີຜ່ານມາບັນລຸປະມານ 250 ລ້ານໂດລາສະຫະລັດຕໍ່ປີ. ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ບັນດາອົງການຈັດຕັ້ງຫວຽດນາມ ບໍ່ພຽງແຕ່ຍາດແຍ່ງເອົາແຫຼ່ງກຳລັງການເງິນຈາກຄູ່ຮ່ວມມືຕ່າງປະເທດເທົ່ານັ້ນ, ແຕ່ຍັງໄດ້ເຂົ້າເຖິງ ແລະຮຽນຮູ້ຜົນງານທາງວິທະຍາສາດແລະເຕັກໂນໂລຊີໃໝ່, ຕົວແບບແລະປະສົບການການເຄື່ອນໄຫວທີ່ກ້າວໜ້າ ໃນທຸກຂົງເຂດ, ໝູນໃຊ້ໃນພາກປະຕິບັດຢູ່ ຫວຽດນາມ.
ວຽກງານການຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດ ໃນໄລຍະທີ່ຜ່ານມາ ໄດ້ຮັບການຊຸກຍູ້ ໂດຍບັນດາອົງຄະນະມະຫາຊົນ ແລະ ອົງການຈັດຕັ້ງປະຊາຊົນ ເພື່ອປັບປຸງແລະເປີດກວ້າງການເຊື່ອມໂຍງກັບຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ. ບັນດາອົງຄະນະມະຫາຊົນ ແລະ ອົງການຈັດຕັ້ງປະຊາຊົນ ໄດ້ຕັ້ງໜ້າໜູນຊ່ວຍບັນດາສະມາຄົມທີ່ໄດ້ຮັບການສ້າງຕັ້ງໃໝ່ ແລະ ຜັນຂະຫຍາຍການເຄື່ອນໄຫວຕ່າງໆ ທີ່ມີຄວາມໝາຍຫັນມາຫາປະເທດຊາດ, ພິເສດແມ່ນ ຮ່ວມມືແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຍ້ອນຜົນກະທົບຈາກໄພທຳມະຊາດ, ໂລກລະບາດ, ໃນນັ້ນມີການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມກັນກັບອົງຄະນະມະຫາຊົນ ແລະ ອົງການຈັດຕັ້ງປະຊາຊົນໃນປະເທດ, ບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ກໍ່ຕັ້ງໜ້າເຂົ້າຮ່ວມວຽກງານຖະແຫຼງຂ່າວ ແລະ ໂຄສະນາເຜີຍແຜ່ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ບັນດາປະເທດ.
ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນ
ຂອງການຕ່າງປະເທດປະຊາຊົນ ໃນສະພາບການໃໝ່
ໃນໄລຍະຈະມາເຖິງ, ສະພາບການໂລກ ແລະ ພາກພື້ນຈະສືບຕໍ່ຜັນແປໄປຢ່າງສັບສົນ ແລະ ບໍ່ສາມາດຄາດຄະເນໄດ້. ການແກ່ງແຍ້ງດ້ານຍຸດທະສາດ ແລະ ການເຕົ້າໂຮມກຳລັງ ລະຫວ່າງບັນດາປະເທດໃຫຍ່ ສືບຕໍ່ດຳເນີນໄປຢ່າງດຸເດືອດ, ສົ່ງຜົນສະທ້ອນຢ່າງເລິກເຊິ່ງ ເຖິງໂຄງປະກອບການເມືອງ ແລະ ຄວາມໝັ້ນຄົງຢູ່ບັນດາພາກພື້ນ, ໃນນັ້ນມີພາກພື້ນອິນໂດປາຊີຟິກ. ການຂັດແຍ້ງກັນດ້ານຊາຍແດນ, ອະທິປະໄຕເຂດດິນແດນ, ທະເລ, ໝູ່ເກາະ ແລະ “ຈຸດຮ້ອນ” ໃນໂລກ, ລວມທັງບັນຫາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ຈະສືບຕໍ່ຜັນແປຢ່າງສັບສົນ. ນອກນີ້, ບັນດາທ່າອ່ຽງໃໝ່ຈາກການປະຕິວັດອຸດສາຫະກຳຄັ້ງທີ່ສີ່ ເຊັ່ນ ການຫັນເປັນດິຈິຕອນ, ການຫັນເປັນສີຂຽວ, ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ,... ຈະສືບຕໍ່ໄດ້ຮັບການບຸລິມະສິດຊຸກຍູ້ ໂດຍບັນດາປະເທດ, ບັນດາອົງການແລະກົນໄກຮ່ວມມືຫຼາຍຝ່າຍສາກົນ ແລະ ພາກພື້ນ.
ບັນດາຂະບວນການ, ການເຄື່ອນໄຫວຂອງປະຊາຊົນໂລກ ທີ່ກ່ຽວຂ້ອງກັບສັນຕິພາບ, ຄວາມໝັ້ນຄົງ ແລະ ການຕໍ່ສູ້ເພື່ອຊີວິດປະຊາຊົນ, ປະຊາທິປະໄຕ, ການປົກປ້ອງສິດຂອງຜູ້ອອກແຮງງານ ແລະ ກຸ່ມຜູ້ດ້ອຍໂອກາດ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ, ການພັດທະນາແບບຍືນຍົງ,... ຈະສືບຕໍ່ດຳເນີນຢ່າງແຂງແຮງ, ຍ້ອນສະພາບການເສດຖະກິດ, ຄວາມໝັ້ນຄົງ ແລະການເມືອງໃນໂລກ ແລະ ບາງປະເທດ ຍັງມີຄວາມບໍ່ແນ່ນອນຫຼາຍຢ່າງ ທີ່ຍາກທີ່ຈະແກ້ໄຂໄດ້ໃນເວລາອັນສັ້ນ.
ພ້ອມກັບບັນດາເປົ້າໝາຍ ແລະ ວິໄສທັດແຫ່ງການພັດທະນາປະເທດຮອດປີ 2030 ແລະປີ 2045 ພ້ອມທັງຄວາມຕ້ອງການໃຫ້ສືບຕໍ່ເສີມຂະຫຍາຍບົດບາດບຸກເບີກຂອງວຽກງານການຕ່າງປະເທດ ໃນການສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ລະດົມແຫຼ່ງກຳລັງພາຍນອກ ເພື່ອພັດທະນາປະເທດ, ຍົກສູງບົດບາດທີ່ຕັ້ງ ແລະ ກຽດສັກສີຂອງປະເທດ, ກາລະໂອກາດແລະສິ່ງທ້າທາຍຫຼາຍຢ່າງ ກຳນົດຄວາມຕ້ອງການ ແລະ ໜ້າທີ່ທີ່ສູງຂຶ້ນ ສຳລັບວຽກງານການຕ່າງປະເທດປະຊາຊົນຫວຽດນາມ ໃນໄລຍະຈະມາເຖິງ.
ບັນດາກຳລັງທີ່ເຮັດວຽກງານການຕ່າງປະເທດປະຊາຊົນ ຕ້ອງສືບຕໍ່ມານະພະຍາຍາມຍົກສູງຄຸນນະພາບວຽກງານຄົ້ນຄວ້າ ແລະ ໃຫ້ຄຳປຶກສາ; ເປັນເຈົ້າການໃນການສ້າງແລະຜັນຂະຫຍາຍບັດຍຸດທະສາດ ແລະ ແຜນການພັດທະນາການພົວພັນຄູ່ຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ; ຍົກສູງປະສິດທິຜົນຂອງວຽກງານຂົນຂວາຍ ແລະ ຕໍ່ສູ້ປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດ; ຊຸກຍູ້ການຮ່ວມມື ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະ ມີປະສິດທິຜົນໃນທຸກຂົງເຂດ; ຕັ້ງໜ້າລະດົມ, ຂະຫຍາຍແລະຄຸ້ມຄອງ, ນຳໃຊ້ແຫຼ່ງຊັບພະຍາກອນສາກົນຢ່າງມີປະສິດທິຜົນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ; ປະຕິບັດວຽກງານຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່ການຕ່າງປະເທດ ແລະ ການຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດຢ່າງດີ, ປະກອບສ່ວນອັນຕັ້ງໜ້າ ແລະ ມີປະສິດທິຜົນ ເຂົ້າໃນການເຄື່ອນໄຫວພົວພັນຕ່າງປະເທດລວມ.
ໂດຍເປັນໜຶ່ງໃນສາມເສົາຄ້ຳຂອງການທູດຮອບດ້ານຫວຽດນາມ, ການຕ່າງປະເທດປະຊາຊົນສືບຕໍ່ເສີມຂະຫຍາຍບົດບາດຂອງ “ການທູດສູ່ຫົວໃຈ”, ມານະພະຍາຍາມໃນການ “ພິຊິດຈິດໃຈແລະຄວາມຄິດ” ຂອງເພື່ອນມິດໃນທົ່ວໂລກ, ປະກອບສ່ວນປັບປຸງແລະຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຂອງຫວຽດນາມ ກັບບັນດາປະເທດ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແທດຈິງ; ພ້ອມກັນກັບການຕ່າງປະເທດຂອງພັກ ແລະ ການທູດແຫ່ງລັດ ສ້າງກຳລັງແຮງສັງລວມຂອງແນວຮົບການຕ່າງປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດຊາດ, ຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ ພ້ອມກັນນັ້ນ ກໍ່ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຕໍ່ສູ້ຮ່ວມຂອງປະຊາຊົນໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ./.
----------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 162.
(2) ລາຍງານ “ເງົາ” (shadow report) ແມ່ນບົດລາຍງານເອກະລາດ ກ່ຽວກັບສະຖານະການ ການປະຕິບັດສິດທິມະນຸດໃນປະເທດ ທີ່ກະກຽມໂດຍອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ພາຍໃນແລະຕ່າງປະເທດ ແລະສົ່ງໃຫ້ສະພາສິດທິມະນຸດແຫ່ງສະຫະປະຊາຊາດ ເພື່ອແນໃສ່ຕື່ມຂໍ້ມູນໃຫ້ແກ່ບົດລາຍງານແຫ່ງຊາດ UPR ທີ່ປະເທດນັ້ນຕ້ອງກະກຽມພາຍໃຕ້ກົນໄກ UPR
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1037 (ເດືອນພຶດສະພາ 2024)