ວກ. - ໃນກະແສຂອງການເຊື່ອມໂຍງສາກົນໃນປະຈຸບັນ, ຄວາມເຂົ້າໃຈແລະຄວາມເຫັນອົກເຫັນໃຈລະຫວ່າງປະເທດ ເປັນຄວາມຮຽກຮ້ອງຕ້ອງການທີ່ສຳຄັນ ໂດຍກຳນົດໃຫ້ປະເທດຕ່າງໆ ຕ້ອງມີເຄື່ອງມືທີ່ນຸ່ມນວນ ແລະມີປະສິດທິພາບຫຼາຍກວ່າອີກ ໃນການພົວພັນສາກົນ ເພື່ອບັນລຸເປົ້າໝາຍຂອງຕົນ. ທັດສະນະກ່ຽວກັບພະລັງນຸ່ມນວນກຳລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນຫຼາຍປະເທດທົ່ວໂລກ ລວມເຖິງປະເທດຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເຊີນທ່ານເລຂາທິການໃຫຍ່, ປະທານປະເທດສາທາລະນະລັດ ປະຊາຊົນຈີນ ສີ ຈີ້ນ ຜິງ ເຂົ້າຮ່ວມງານລ້ຽງນ້ຳຊາ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ _ພາບ: TTXVN

ພະລັງນຸ່ມນວນແລະແຫ່ງທີ່ມາຂອງພະລັງນຸ່ມນວນ

ໃນການພົວພັນລະຫວ່າງປະເທດ, ກຳລັງແຮງສັງລວມຂອງຊາດແມ່ນຄວາມສຳນຶກທີ່ມີລັກສະນະທຽບຖານ(1) ເຊິ່ງກຳນົດໄວ້ໃນການປຽບທຽບ ແລະ ການປະຕິສຳພັນລະຫວ່າງປະເທດຕ່າງໆ. ຫຼັງສົງຄາມເຢັນ, ແນວຄວາມຄິດກ່ຽວກັບກຳລັງແຮງສັງລວມຂອງຊາດໄດ້ຮັບການພັດທະນາຫຼາຍຂຶ້ນ. ສາດສະດາຈານ ໂຈເຊບ ນາຍ (Joseph Nye)(2) ເປັນນັກວິຊາການຊາວອາເມລິກາ ຜູ້ບຸກເບີດການຄົ້ນຄວ້າກ່ຽວກັບກຳລັງແຮງສັງລວມຂອງຊາດ ແລະ ສະເໜີກອບແນວຄວາມຄິດກ່ຽວກັບກຳລັງແຮງສັງລວມຂອງຊາດ. ​ເຖິງ​ວ່າ​ຍັງ​ມີ​ການ​ຖົກ​ຖຽງ​ກັນ​ຫຼາຍ​ກໍ່ຕາມ, ​ແຕ່ກອບ​ແນວຄວາມ​ຄິດ​ນີ້ກຳລັງ​ຖືກ​ນຳ​ໃຊ້​ ໂດຍ​ບັນດາ​ນັກ​ວາງ​ແຜນ ແລະຜັນຂະຫຍາຍ​ ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ໃນຫຼາຍປະເທດ​ທົ່ວ​ໂລກ.   

ໃນກອບ​ແນວຄວາມ​ຄິດຂອງສາດສະດາຈານ ໂຈເຊບ ນາຍ, ກຳລັງແຮງສັງລວມຂອງ​ຊາດ​ໄດ້​ຖືກ​ກ່າວ​ວ່າ​ ແມ່ນ​ຄວາມ​ສາມາດ​ໃນການ​ບັນລຸ​​ໝາກຜົນ​ທີ່​ຕ້ອງການ ​ໃນ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໜຶ່ງ​ກັບ​ອີກ​ປະ​ເທດ​ໜຶ່ງ.  ກຳລັງແຮງສັງລວມຂອງ​ຊາດລວມມີ “ພະລັງແຂງ” ແມ່ນພະລັງທີ່ກ່ຽວຂ້ອງກັບຄວາມເຂັ້ມແຂງທາງເສດຖະກິດ ແລະການທະຫານ ເພື່ອໃຫ້ບັນລຸເປົ້າໝາຍຂອງຕົນເອງ; “ພະລັງນຸ່ມນວນ” ແມ່ນຄວາມສາມາດໃນການດຶງດູດ ແກ່ດຶງ ແລະ ຊັກຊວນປະເທດອື່ນໆ ໃຫ້ປ່ຽນແປງພຶດຕິກຳ ແລະນະໂຍບາຍຂອງຕົນຢ່າງ “ສະໝັກໃຈ” ໃຫ້ສອດຄ່ອງກັບສິ່ງທີ່ເຂົາເຈົ້າຕ້ອງການ; “ພະລັງອັດສະລິຍະ” ແມ່ນຄວາມສາມາດໃນການສົມທົບທັງ “ພະລັງແຂງ” ແລະ “ພະລັງນຸ່ມນວນ” ຢ່າງມີປະສິດທິພາບ ເພື່ອເປົ້າໝາຍຂອງຕົນເອງ(3).

ໃນນັ້ນ, ພະລັງນຸ່ມນວນຂອງປະເທດມັກມາຈາກສາມແຫຼ່ງ: 1- ຄຸນຄ່າທາງວັດທະນະທຳ (ເມື່ອດຶງດູດຜູ້ອື່ນ); 2- ແນວຄິດທາງການເມືອງ (ເມື່ອມີແຮງດຶງດູດ ແລະຝຶກຝົນເປັນປະຈຳ); 3- ນະໂຍບາຍການຕ່າງປະເທດ (ເມື່ອຖືກຖືວ່າຖືກຕ້ອງຕາມກົດໝາຍ ແລະເປັນປະໂຫຍດຕໍ່ທຸກຄົນ ທຸກຝ່າຍ)(4). ດັ່ງນັ້ນ, ພະລັງນຸ່ມນວນຈຶງສາມາດໄດ້ຮັບການປັບປຸງ ແລະພັດທະນາ ໂດຍຜ່ານການເຊີດຊູອຸດົມການ, ຫຼັກການ, ການເຜີຍແຜ່ວັດທະນະທຳ, ຄ່ານິຍົມ ແລະ ການດຳເນີນກິດຈະການຕ່າງປະເທດ ຕາມມາດຕະຖານທົ່ວໄປ(5).

ນັກ​ວິຊາການ​ຊາວຈີນ​ບາງ​ຄົນ​ເຊື່ອ​ວ່າ ​ແນວຄວາມ​ຄິດພະລັງນຸ່ມນວນ​ມີ​ມາ​ຕັ້ງແຕ່ຈີນບຸຮານ​. ບັນດານັກປັດຊະຍາເຊັ່ນ ຊຸນຫວູ, ອູ໋ຈື່, ຊຸນຈື່ ໄດ້ກ່າວເຖິງແນວຄວາມຄິດນີ້ໃນເວລາສົນທະນາ “ຫົນທາງ” ແລະ “ຄວາມກົມກຽວ” ໃນ “ໂລກ”. ພວກເຂົາໃຊ້ວິທີເຂົ້າເຖິງຂອງສາດສະດາຈານ ໂຈເຊບ ນາຍ, ແຕ່ຢືນຢັນວ່າ ແຫຼ່ງທີ່ມາຂອງພະລັງນຸ່ມນວນຂອງຈີນນັ້ນລວມມີ ຄຸນຄ່າທາງວັດທະນະທໍາຈີນ, ຄຸນຄ່າທາງອຸດົມການ ແລະຮູບແບບສະຖາບັນທາງການເມືອງ, ແນວ​ຄິດ​ຍຸດ​ທະ​ສາດ​ການ​ຕ່າງ​ປະ​ເທດ ແລະ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ(6). ນອກຈາກນີ້, ຄວາມສຳເລັດໃນການພັດທະນາເສດຖະກິດ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ ຂອງຈີນ ນັບຕັ້ງແຕ່ການປະຕິຮູບ ແລະ ການເປີດປະເທດ ກໍ່ໄດ້ສ້າງແຮງດຶງດູດທີ່ຍິ່ງໃຫຍ່ໃຫ້ກັບໂລກ.

ພະລັງນຸ່ມນວນແລະພະລັງແຂງ

ຄວາມແຕກຕ່າງລະຫວ່າງພະລັງແຂງ ແລະພະລັງນຸ່ມນວນນັ້ນ ມີລັກສະນະທຽບຖານ ແລະ ຂຶ້ນຢູ່ກັບຈຸດປະສົງການໃຊ້ງານ(7). ຈາກແງ່ມູມຂອງຊັບພະຍາກອນ, ນັກວິຊາການສ່ວນໃຫຍ່ຖືວ່າ ພະລັງແຂງປະກອບມີ ກຳລັງແຮທາງເສດຖະກິດ ແລະ ກຳລັງແຮງທາງການທະຫານ. ຈາກແງ່ມູມຂອງຈຸດປະສົງການໃຊ້ງານ, ມີສອງວິທີໃນການໃຊ້ພະລັງແຂງ: 1- ວິທີການທີ່ແຂງ: ການໃຊ້ກຳລັງແຮງທາງເສດຖະກິດ ແລະກຳລັງແຮງທາງການທະຫານ ເພື່ອໃຫ້ບັນລຸເປົ້າໝາຍຂອງຕົນເອງ;  2- ວິທີການອ່ອນ: ການໃຊ້ກຳລັງແຮງທາງເສດຖະກິດເພື່ອຊ່ວຍເຫຼືອ ແລະສະໜັບສະໜູນປະເທດອື່ນໆ ແລະໃຊ້ມາດຕະການທີ່ເຂັ້ມແຂງ ເພື່ອຊີ້ນຳຝ່າຍທີ່ຂັດແຍ້ງໄປສູ່ການແກ້ບັນຫາຢ່າງສັນຕິ ຫຼືໃນຄວາມພະຍາຍາມທີ່ຈະຮັກສາສັນຕິພາບ, ສະຖາປະນາ ແລະ ສ້າງສັນຕິພາບ.

ໃນທາງກົງກັນຂ້າມ, ແຫຼ່ງທີ່ມາຂອງພະລັງນຸ່ມນວນ, ບໍ່ວ່າຈະຕາມວິທີເຂົ້າເຖິງຂອງສາດສະດາຈານ ໂຈເຊບ ນາຍ ຫຼືຂອງນັກວິຊາການຈີນ, ກໍ່ມີວິທີການນໍາໃຊ້ໜຶ່ງດຽວເທົ່ານັ້ນ (ວິທີການອ່ອນ) ແລະ ມັກຈະບໍ່ໄດ້ຜົນຄືພະລັງແຂງ. ແຮງດຶງດູດຂອງວັດທະນະທຳ, ລະບົບຄ່ານິຍົມ ຫຼືຮູບແບບຂອງລະບອບການເມືອງ ແລະ ຄວາມໄວ້ວາງໃຈ ບໍ່ສາມາດໃຊ້ໃນການຊື້ຈ້າງຈອບອອຍ, ກົດດັນ ຫຼືບີບບັງຄັບປະເທດອື່ນໄດ້. ວິທີການໃຊ້ພະລັງນຸ່ມນວນແມ່ນ “ທູບທີ່ມີຄວາມຫອມຕາມທຳມະຊາດ”. ຢ່າງໃດກໍ່ຕາມ, ພະລັງນຸ່ມນວນຍັງສາມາດເພີ່ມເຕີມໃຫ້ແກ່ພະລັງແຂງ ແລະ ເພີ່ມປະສິດທິພາບຂອງພະລັງແຂງໄດ້ ຫາກປະເທດມີພະລັງອັດສະລິຍະ. ປະເທດທີ່ມີພະລັງນຸ່ມນວນຈະສາມາດລະດົມການຮ່ວມມື ແລະການສະໜັບສະໜູນຈາກປະຊາຄົມສາກົນ ເພື່ອເພີ່ມພະລັງແຂງຂອງຕົນໄດ້. ປະເທດນັ້ນກໍ່ສາມາດຫຼຸດລະດັບຄ່າໃຊ້ຈ່າຍດ້ານພະລັງແຂງລົງ ແລະ ບັນລຸເປົ້າໝາຍຂອງຕົນໄດ້.

ການໃຊ້ພະລັງແຂງມັກຈະສົ່ງຜົນຕາມມາ. ຜົນຕາມມາພຽງໜ້ອຍໜຶ່ງ ແຕ່ສາມາດຫຼຸດ​ຜ່ອນກຳລັງແຮງທາງ​ດ້ານ​ເສດ​ຖະ​ກິດ ​ແລະ​ການ​ທະ​ຫານໄດ້​; ຜົນຕາມມາຫຼາຍ ສາມາດຫຼຸດຜ່ອນບົດບາດ, ຊື່ສຽງສາກົນ ແລະ ພະລັງນຸ່ມນວນຂອງປະເທດ, ໂດຍສະເພາະ ເມື່ອໃຊ້ພະລັງແຂງໃນທາງຜິດກົດໝາຍແລະບໍ່ຍຸຕິທໍາ. ເວລານັ້ນ, ພະລັງນຸ່ມນວນຂອງປະເທດກໍ່ສາມາດຊ່ວຍບັນເທົາຜົນກະທົບເຫຼົ່ານີ້ໄດ້. ໃນຄວາມຂັດແຍ້ງທາງການທະຫານແລະເສດຖະກດ, ປະເທດທີ່ມີພະລັງນຸ່ມນວນຫຼາຍ ສາມາດໃຊ້ປະໂຫຍດຈາກການຮ່ວມມືຂອງພັນທະມິດ ເພື່ອຟື້ນຟູພະລັງແຂງໄດ້ຢ່າງໄວວາ ແລະໃນຂະນະດຽວກັນກໍ່ອາດຈະໄດ້ຮັບຄວາມເຫັນອົກເຫັນໃຈຈາກຄູ່ຮ່ວມມື ເຊິ່ງຈະຊ່ວຍຫຼຸດຄວາມເສຍຫາຍຕໍ່ພະລັງນຸ່ມນວນໃຫ້ເຫຼືອໜ້ອຍທີ່ສຸດ.

ເມື່ອນໍາໃຊ້, ພະລັງແຂງສາມາດສ້າງຜົນງານໄດ້ທັນທີ, ໃນຂະນະທີ່ພະລັງນຸ່ມນວນມັກຈະຕ້ອງລໍຖ້າເປັນເວລານານ ແລະ ໃນຫຼາຍໆກໍລະນີ ບໍ່ໄດ້ຜົນສຳເລັດຕາມທີ່ຄາດຫວັງ. ໃນບາງກໍລະນີ, ປະເທດອາດຈະຕ້ອງໃຊ້ພະລັງແຂງ, ແຕ່ເມື່ອການເມືອງອຳນາດບາດໃຫຍ່ແລະຄວາມຮຸນແຮງ ຍັງມີຢູ່ໃນການພົວພັນສາກົນ ບັນດາປະເທດກໍ່ຍັງຕ້ອງເອົາໃຈໃສ່ເຖິງພະລັງແຂງ, ເພາະ​ວ່າ ​ພະ​ລັງ​ນຸ່ມນວນ ບໍ່​ວ່າ​ຈະ​ຍິ່ງ​ໃຫຍ່ປານໃດ ກໍ່ບໍ່​ສາ​ມາດ​ທົດ​ແທນ​ພະ​ລັງ​ແຂງໄດ້. ຢ່າງໃດກໍ່ຕາມ, ປະເທດບໍ່ສາມາດເພິ່ງພາພະລັງແຂງພຽງຢ່າງດຽວໄດ້ ແຕ່ຈຳເປັນຕ້ອງສົມທົບກັບການໃຊ້ພະລັງນຸ່ມນວນ. ພະລັງນຸ່ມນວນແມ່ນປັດໄຈສຳຄັນທີ່ສ້າງຮາກຖານທີ່ຍືນຍົງ ສຳລັບການພົວພັນຂອງປະເທດກັບຄູ່ຮ່ວມມືອື່ນໆ. ຄວາມໜ້າດຶງດູດຂອງຮູບແບບການພັດທະນາ, ວັດທະນະທຳ, ການແບ່ງປັນລະບົບຄ່ານິຍົມ, ຄວາມໂປ່ງໄສ, ຄວາມສະຕົ້ນສະເໝີປາຍ ໃນນະໂຍບາຍແລະວິທີປະພຶດ... ມີຜົນກະທົບທາງບວກຕໍ່ຂະບວນການສ້າງຄວາມໄວ້ວາງໃຈລະຫວ່າງປະເທດ. ເພາະຄວາມໄວ້ວາງໃຈແມ່ນພື້ນຖານ ເພື່ອໃຫ້ປະເທດຕ່າງໆຮ່ວມມືກັນ ແລະເຊື່ອມໂຍງກັນ. ຈຸດປະສົງຂອງການໃຊ້ກຳລັງແຮງຂຶ້ນກັບລັກສະນະຂອງການພົວພັນ. ປະເທດໃຫຍ່ທີ່ມີການພົວພັນກັບປະເທດນ້ອຍມັກຈະໃຊ້ພະລັງແຂງເພື່ອຊື້ຈ້າງຈອບອອຍ, ແລກປ່ຽນ, ບັງຄັບ, ຍາດຊີງເອົາ,... ແລະພັດທະນາພະລັງນຸ່ມນວນ ເພື່ອແກ່ດຶງ ຊັກຊວນ ນໍາພາ, ເຮັດໃຫ້ປະເທດນ້ອຍ “ສະໝັກໃຈ” ໄປຕາມພວກເຂົາ. ປະເທດນ້ອຍທີ່ມີການພົວພັນກັບປະເທດໃຫຍ່ສາມາດໃຊ້ກຳລັງແຮງທາງເສດຖະກິດເພື່ອແລກປ່ຽນ, ໃຊ້ກຳລັງແຮງທາງການທະຫານເພື່ອ “ປຸກກະຕູ້ນ” ປະເທດໃຫຍ່ ແລະ ພັດທະນາພະລັງນຸ່ມນວນເພື່ອສ້າງຄວາມໄວ້ວາງໃຈກັບປະເທດໃຫຍ່. ບັນດາປະເທດຂະໜາດນ້ອຍແລະຂະໜາດກາງໃນການພົວພັນຕໍ່ກັນ, ຂຶ້ນຢູ່ກັບສະຖານະພາບຂອງການພົວພັນ ແລະ ການທຽບທຽມກັນທາງດ້ານກຳລັງແຮງສັງລວມ ແລະເປົ້າໝາຍແຫ່ງຊາດ (ທັງໄລຍະສັ້ນແລະໄລຍະຍາວ), ແຕ່ລະປະເທດຈະມີວິທີການນໍາໃຊ້ “ປະສົມ” ປະເພດຂອງພະລັງ ເພື່ອບັນລຸເປົ້າໝາຍຂອງຕົນເອງ.

ພະລັງນຸ່ມນວນ ແລະ ຜົນປະໂຫຍດຂອງຊາດ

ໃນການພົວພັນລະຫວ່າງປະເທດ, ທຸກປະເທດມີເປົ້າໝາຍໃນການເພີ່ມຜົນປະໂຫຍດຂອງຊາດ-ປະເທດຊາດເປັນອັນດັບໜຶ່ງ. ໃນເດືອນມີນາ 1848, ນາຍົກລັດຖະມົນຕີອັງກິດ ລ. ປານເມີສະຕັນ (Lord Palmerston) ເຄີຍຖະແຫຼງແບບຄຼາດສິກກ່ຽວກັບຜົນປະໂຫຍດຂອງຊາດ ໃນສະພາແຫ່ງລັດອັງກິດວ່າ: “ບໍ່ມີພັນທະມິດຖາວອນ, ບໍ່ມີສັດຕູຖາວອນ. ພຽງແຕ່ຜົນປະໂຫຍດຂອງຊາດເທົ່ານັ້ນທີ່ຈະຄົງຢູ່ຕະຫຼອດໄປ ແລະ ໜ້າທີ່ຂອງພວກເຮົາແມ່ນການສະແຫວງຫາຜົນປະໂຫຍດເຫຼົ່ານັ້ນ”(8). ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ນະໂຍບາຍການຕ່າງປະເທດຂອງປະເທດຕ່າງໆ ໃນທ້າຍທີສຸດ ແມ່ນແນວຄວາມຄິດກ່ຽວກັບຜົນປະໂຫຍດຂອງຊາດ ແລະວິທີການບັນລຸຜົນປະໂຫຍດຂອງຊາດ. ຢ່າງໃດກໍ່ຕາມ, ຖ້າປະເທດໃດພຽງແຕ່ສະແຫວງຫາຜົນປະໂຫຍດຂອງຕົນເອງເທົ່ານັ້ນ ໂດຍບໍ່ຄໍານຶງເຖິງຜົນປະໂຫຍດຂອງປະເທດອື່ນ ແລະກົດຫມາຍສາກົນ, ພະລັງນຸ່ມນວນຂອງປະເທດນັ້ນຈະຖືກເສຍຫາຍ; ກົງກັນຂ້າມ, ຖ້າປະເທດໜຶ່ງຮູ້ວິທີຈະຮັກສາຜົນປະໂຫຍດຂອງປະເທດຕົນໃຫ້ສອດຄ່ອງກັບຜົນປະໂຫຍດຂອງປະເທດອື່ນໆ ແລະຢູ່ບົນພື້ນຖານຂອງກົດໝາຍສາກົນ, ພະລັງນຸ່ມນວນຂອງປະເທດນັ້ນກໍຈະເພີ່ມຂຶ້ນ.

ຂະບວນການວາງແຜນ ແລະ ຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງປະເທດສ່ວນຫຼາຍໄດ້ຮັບອິດທິພົນໂດຍກົງຈາກຜູ້ນຳ ຜູ້ປຶກສານະໂຍບາຍ ແລະ ທາງອ້ອມຈາກກຸ່ມຜົນປະໂຫຍດ, ສື່​ມວນ​ຊົນ ແລະ ສາ​ທາ​ລະ​ນະຊົນ. ດັ່ງນັ້ນ, ພະລັງນຸ່ມນວນຂອງປະເທດໜຶ່ງສາມາດສົ່ງຜົນກະທົບຕໍ່ຂະບວນການວາງແຜນ ແລະ ຜັນຂະຫຍາຍປະຕິບັດນະໂຍບາຍຕໍ່ປະເທດນັ້ນ ຜ່ານສອງຊ່ອງທາງ: ທີໜຶ່ງ, ຄວາມ​ຮັບ​ຮູ້​ຂອງ​ຜູ້ນຳ ​ແລະ ທີ່​ປຶກສາ​​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​; ທີສອງ, ຄວາມຮັບຮູ້ຂອງບັນດາກຸ່ມຜົນປະໂຫຍດ, ສື່ມວນຊົນ ແລະ ສາທາລະນະຊົນຂອງປະເທດຄູ່ຮ່ວມມື, ຜ່ານັ້ນມີອິດທິພົນຕໍ່ຜູ້ນຳ ແລະ ທີ່ປຶກສານະໂຍບາຍ.

ໃນຂະນະທີ່ພະລັງແຂງສາມາດຖືກນໍາໃຊ້ເພື່ອແລກປ່ຽນ, ຂັດຂວາງ, ບັງຄັບ (ຫຼືຕອບໂຕ້ສິ່ງເຫຼົ່ານີ້) ແລະມີອິດທິພົນໂດຍກົງຕໍ່ນະໂຍບາຍ ແລະ ພຶດຕິກໍາຂອງປະເທດຄູ່ຮ່ວມ; ພະລັງນຸ່ມນວນຕົ້ນຕໍແມ່ນສົ່ງຜົນກະທົບທາງອ້ອມຕໍ່ນະໂຍບາຍຂອງປະເທດຄູ່ຮ່ວມຜ່ານຄວາມຮູ້ສຶກທີ່ດີ (ຕໍ່ເຮົາ) ແລະຄວາມປະທັບໃຈທາງບວກ (ຕໍ່ຕົວເຮົາ) ຂອງຜູ້ນໍາ ແລະທີ່ປຶກສານະໂຍບາຍຂອງປະເທດຄູ່ຮ່ວມ. ຕົວຢ່າງເຊັ່ນ, ຖ້າຜູ້ນຳແລະທີ່ປຶກສານະໂຍບາຍຂອງປະເທດນີ້ ມີຄວາມເຫັນອົກເຫັນໃຈແລະປະທັບໃຈທາງບວກຕໍ່ປະເທດອື່ນ, ໃນການຄິດໄລ່ຜົນປະໂຫຍດ ປະເທດນັ້ນອາດຈະມີວິທີການເຂົ້າເຖິງ ແລະການຈັດການບັນຫາທີ່ “ນຸ່ມນວນກວ່າ” ສໍາລັບປະເທດອື່ນ. ຢ່າງໃດກໍ່ຕາມ, ສິ່ງສຳຄັນແມ່ນຕ້ອງຈຳແນກລະຫວ່າງປະເທດ ແລະ ນະໂຍບາຍຂອງປະເທດນັ້ນ. ບາງ​ປະ​ເທດ​ມີ​ແຫຼ່ງພະລັງນຸ່ມນວນຂະໜາດ​ໃຫຍ່, ​ແຕ່​ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະ​ເທດ​ອື່ນ​ສະ​ເໝີ​ໄປ ​ເມື່ອສິ່ງນີ້ຂັດຕໍ່​ກົດ​ບັດ​ສະຫະ​ປະຊາ​ຊາດ​ແລະ​ກົດໝາຍ​ສາກົນ. ສາດສະດາຈານ ໂຈເຊບ ນາຍ ອ້າງອີງເຖິງປະຕິກິລິຍາຂອງປະຊາຄົມສາກົນຕໍ່ການຮຸກຮານຫວຽດນາມຂອງຈັກກະພັດອາເມລິກາ ເປັນຕົວຢ່າງທົ່ວໄປ(9).

ແຫຼ່ງພະລັງນຸ່ມນວນຂອງຫວຽດນາມ

ຖ້າເຮົາຄິດວ່າ ພະລັງນຸ່ມນວນແມ່ນຄວາມສາມາດໃນການດຶງດູດຄູ່ຮ່ວມມື ດັ່ງນັ້ນ ເມື່ອພິຈາລະນາເຖິງແຫຼ່ງພະລັງນຸ່ມນວນຂອງຫວຽດນາມ ເຮົາຈະຕ້ອງເຂົ້າເຖິງມັນໃນຄວາມໝາຍກວ້າງໆ ລວມເຖິງທຸກສິ່ງທີ່ສາມາດສ້າງ ແລະເພີ່ມຄວາມສາມາດນັ້ນໄດ້, ສິ່ງສຳຄັນທີ່ສຸດປະກອບດ້ວຍ:

ທີໜຶ່ງ, ປະຫວັດສາດການຕໍ່ສູ້ຂອງປະຊາຊົນຫວຽດນາມໃນການສ້າງແລະປົກປ້ອງປະເທດ ເຮັດໃຫ້ເກີດຄວາມຊົມເຊີຍຈາກຜູ້ນຳ ນັກວິຊາການ ແລະ ຜູ້ສົນໃຈໃນປະຫວັດສາດໃນຫຼາຍປະເທດທົ່ວໂລກ. ການຮັກສາ​ເອກະລາດຫຼັງຈາກການ​ຄອບຄອງຂອງສັກດິນາທາງເໜືອເກືອບ 1.000 ປີ, ຂັບໄລ່​ການ​ຮຸກ​ຮານແລະຄວາມພະຍາຍາມດູດກືນ​ຂອງ​ຈີນ, ​ໂດຍ​ສະ​ເພາະ ​ການເອົາ​ຊະ​ນະ​ຜູ້​ຮຸກ​ຮານ​ມົງ​ໂກນເຖິງສາມຄັ້ງ ແລະ ໄດ້ຮັບໄຊຊະນະໃນສົງຄາມຕໍ່​ຕ້ານສອງຄັ້ງ ທີ່ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ​ຈັກກະພັດ​ອາ​ເມ​ລິ​ກາ ​ໃນ​ສະ​ໄໝ​ໂຮ່ຈີ​ມິນ ເຊິ່ງໄດ້​ນຳ​ຊາດ​ຫວຽດ​ນາມ​ຂຶ້ນ​ສູ່ທີ່ຕັ້ງ​ນຳ​ໜ້າ​ ໃນໝູ່​ປະ​ຊາ​ຊາດ​ທີ່​ຮັກ​ເອ​ກະ​ລາດ ສິດ​ເສ​ລີ ແລະ ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ ແລະເສ​ລີ​ພາບ ຢ່າງເດັດດ່ຽວ. ໄຊຊະນະດັ່ງກ່າວ ບໍ່ພຽງແຕ່ປຸກກຳລັງໃຈໃຫ້ປະຊາຊົນທີ່ຖືກກົດຂີ່ທົ່ວໂລກລຸກຂຶ້ນຕໍ່ສູ້ ເພື່ອປົດປ່ອຍຊາດເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບຢ່າງແຂງແຮງຕໍ່ການຄິດໄລ່ ແລະພະລັງຂອງບັນດາອິດທິກຳລັງລ່າເມືອງຂຶ້ນ ແລະຈັກກະພັດນິຍົມ, ປະກອບສ່ວນສຳຄັນເຂົ້າໃນຂະບວນການປົດປ່ອຍອານານິຄົມໃນພາກພື້ນອາຟຮິກກາ. ຄວາມເປັນເອກະລາດແລະເສລີພາບແມ່ນຄຸນຄ່າຮ່ວມກັນຂອງມະນຸດຊາດ. ປະຫວັດສາດອັນກ້າຫານຂອງລຸ້ນບັນພະບຸລຸດຂອງພວກເຮົາ ໄດ້ສ້າງແຫຼ່ງພະລັງນຸ່ມນວນອັນໃຫຍ່ຫຼວງ ໃຫ້ກັບລຸ້ນຕໍ່ໆໄປ. ປະຈຸບັນ, ປະເທດເພື່ອນມິດຫຼາຍກຸ່ມພ້ອມ​ແລ້ວ​ທີ່​ຈະ​ສະໜັບສະໜູນ​ຫວຽດນາມສະເໝີ, ລົງ​ຄະ​ແນນສະໜັບສະໜູນ​ການລົງສະໝັກຮັບເລືອກ​ຕັ້ງ​ຂອງ​ຫວຽດນາມ ໃນ​ອົງການ​ຫຼາຍ​ຝ່າຍ​ລະດັບ​ພາກ​ພື້ນ​ແລະສາກົນ ໂດຍສະເພາະ​ສະຫະ​ປະຊາ​ຊາດ ​ໂດຍ​ບໍ່ລະບຸຫຼືຮ້ອງຂໍ​ເງື່ອນ​ໄຂ​ໃດໆ.

ທີສອງ, ວັດ​ທະ​ນະ​ທໍາ​ຫວຽດ​ນາມ​​ມີ​ຄວາມ​ດຶງ​ດູດ​ສູງ. ສິ່ງນີ້ສະແດງໃຫ້ເຫັນຜ່ານຈຸດສໍາຄັນ 3 ຈຸດຕໍ່ໄປນີ້: 1) ຄວາມອະນຸໂລມຜ່ອນຜັນ. ຫວຽດນາມ​ແມ່ນ​ໜຶ່ງ​ໃນ​​ປະ​ເທດ​ທີ່ຕ້ອງທົນທຸກທໍລະມານກັບ​ຄວາມ​ເຈັບ​ປວດ ​ແລະ ຄວາມສູນ​ເສຍ​ຢ່າງ​ຫຼວງ​ຫຼາຍ​ໃນ​ປະຫວັດສາດ, ​ແຕ່​ປະຊາຊົນ​ຫວຽດນາມ​ບໍ່​ເຄີຍ​ຍຶດຖືຄວາມກຽດຊັງ. ຫວຽດນາມບໍ່​ລືມໂທດກຳສົງຄາມ ແລະຜົນ​ສະທ້ອນ​ທີ່​ໂສກ​ເສົ້າ ​ທີ່​ບັນດາ​ອຳນາດ​ຕ່າງຊາດກໍ່ໃຫ້​ເກີດ​ຂຶ້ນ​ໃນ​ສົງຄາມ​ຮຸກ​ຮານອັນ​ໂຫດຮ້າຍ, ​ແຕ່​ພວກ​ເຮົາ​ປະຖິ້ມ​ອະດີດແລະ​ເບິ່ງໄປສູ່​ອະນາຄົດ. ຫວຽດນາມບໍ່​ໄດ້​ໃຊ້​ປະຫວັດສາດ​ເປັນ​ເຄື່ອງ​ມືໃນການດຳເນີນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ. ດ້ວຍ​ພຶດຕິ​ກຳ​ນັ້ນ ຫວຽດນາມ​ໄດ້​ຫັນມະຫາ​ອຳນາດ​ຕ່າງຊາດ​ທີ່​ຮຸກ​ຮານທັງໝົດ (​ໃນ​ປະຫວັດສາດສະໄໝໃກ້ປະຈຸບັນ​ແລະສະໄໝໃໝ່) ໃຫ້ກາຍ​ເປັນ​ຄູ່​ຮ່ວມ​ມື. 2) ຄວາມພ້ອມຕ້ອນຮັບແຂກ. ຄວາມຮັກແຂກບ້ານແຂກເມືອງຂອງປະຊາຊົນຫວຽດນາມບໍ່ພຽງແຕ່ສະແດງອອກໃນຄວາມເປີດກວ້າງ ແລະ ຄວາມເຕັມໃຈທີ່ຈະຮັບເທົ່ານັ້ນ ແຕ່ຍັງລວມເຖິງຄວາມເຄົາລົບຕໍ່ແຂກອີກນຳ. ຊາວຕ່າງຊາດສ່ວນໃຫຍ່ທີ່ມາຫວຽດນາມ, ຫາກສາມາດເອົາຊະນະ “ຄວາມຕົກຕະລຶງ” ທາງວັດທະນະທຳໄດ້ ກໍ່ຈະມີຄວາມປະທັບໃຈທີ່ດີຕໍ່ປະເທດແລະປະຊາຊົນຫວຽດນາມຢ່າງເລິກເຊິ່ງ. 3) ຄວາມຫຼາກຫຼາຍແລະເອກະລັກຂອງວັດທະນະທຳຫວຽດນາມ. ໃນໂລກອຸດສາຫະກຳ, ວັດທະນະທຳຂອງກຸ່ມຊົນເຜົ່າ 54 ກຸ່ມຫວຽດນາມດ້ວຍຄຸນຄ່າ​ຫຼວງຫຼາຍໄດ້​ຮັບ​ການ​ອະນຸລັກ​ແລະພັດທະນາ ໂດຍດຶງດູດ​ຊາວ​ຕ່າງປະ​ເທດໄດ້ເປັນຢ່າງດີ. ຄຽງຂ້າງບັນດາເຍື່ອງອາຫານທີ່ກາຍເປັນເຄື່ອງໝາຍການຄ້າ ເຊັ່ນ “ເຂົ້າປຸ້ນຊີ້ນຕຳທອດມັນສຳລັບປະທານາທິບໍດີ” ແລະ “ເຂົ້າຈີ່ຂອງນາຍົກລັດຖະມົນຕີ” ແລ້ວ, ບັນດາຜະລິດຕະພັນວັດທະນະທຳຫວຽດນາມ ຍັງດຶງດູດຊາວຕ່າງປະເທດຈຳນວນຫຼາຍໃຫ້ຊື່ນຊົມແລະຊົມໃຊ້, ພ້ອມກັນອະນຸລັກຮັກສາ ແລະ ພັດທະນາ, ຜ່ານນັ້ນ, ພະລັງນຸ່ມນວນຂອງວັດທະນະທຳຫວຽດນາມ ຄ່ອຍໆມີອິດທິພົນຕໍ່ພວກເຂົາ.

ທີສາມ, ເປົ້າໝາຍແລະຄວາມສຳເລັດໃນການພັດທະນາຂອງຫວຽດນາມສ້າງຄວາມປະທັບໃຈທີ່ດີຕໍ່ປະຊາຄົມສາກົນ. ສັງຄົມສັງຄົມນິຍົມທີ່ຫວຽດນາມສ້າງຂຶ້ນມີລັກສະນະໂດຍລວມຂອງ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະອາລະຍະທຳ”. ສິ່ງນີ້ໄດ້ຮັບຄວາມເຫັນດີຈາກປະເທດສ່ວນໃຫຍ່ໃນປະຊາຄົມສາກົນ. ນີ້​ກໍ່​ແມ່ນ​ສິ່ງ​ທີ່​​ຊ່ວຍ​ໃຫ້​ນັກ​ວິຊາການ​ຕ່າງຊາດຈຳນວນ​ຫຼາຍ​ເຂົ້າ​ໃຈ​ວ່າ ຫວຽດນາມພວມກ້າວໄປສູ່ເປົ້າໝາຍ​ຮ່ວມກັນ​ຂອງ​ມະນຸດຊາດທີ່​ທີ່​ກ້າວໜ້າ. ຄຽງ​ຂ້າງ​ນັ້ນ, ບັນດາ​ຜົນງານ​ໃນ​ການ​ພັດທະນາ​ມະນຸດ​ຍັງ​ປະກອບສ່ວນ​ສ້າງຄວາມໜ້າດຶງ​ດູດໃຈຂອງ​ວັດທະນະທຳ​ຫວຽດນາມ. ນັບແຕ່ຫຼັງ​​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​, ໃນ​ບັນ​ດາ​ປະ​ເທດ​ທີ່​ໄດ້ຮັບ​ເອ​ກະ​ລາດ​ຈາກ​ລັດ​ທິລ່າເມືອງຂຶ້ນ ແລະ ມີໄຊ​ຊະ​ນະ​ຕໍ່​ຜູ້​ຮຸກ​ຮານ​ຈາກ​ຕ່າງ​ປະ​ເທດ, ຫວຽດ​ນາມແມ່ນ​ໜຶ່ງ​ໃນ​ບໍ່ຫຼາຍ​ກໍລະນີ​ທີ່ປະສົບ​ຜົນສຳ​ເລັດ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ. ຫຼັງຈາກເກືອບ 40 ປີແຫ່ງການປ່ຽນແປງໃໝ່ປະເທດ, ຫວຽດນາມໄດ້ປ່ຽນຈາກປະເທດທີ່ຕ້ອງການການສະໜັບສະໜູນ ແລະການຊ່ວຍເຫຼືອດ້ານວັດຖຸຈາກປະຊາຄົມສາກົນ ໄປເປັນປະເທດທີ່ເພີ່ງພາຕົນເອງດ້ວຍຊັບພະຍາກອນຂັ້ນພື້ນຖານ ​ແລະ ​ໃນ​ເບື້ອງ​ຕົ້ນ​ ໄດ້​ປະກອບສ່ວນແຫຼ່ງວັດຖຸ​ອຸປະກອນ​ ເຂົ້າ​ໃນ​ວຽກ​ງານ​ລວມ ຂອງ​ປະຊາ​ຄົມ​ພາກ​ພື້ນ ​ແລະ ສາກົນ. ຜົນສຳເລັດໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການຄຸ້ມຄອງສຸຂະພາບ, ການສົ່ງເສີມການສຶກສາ ແລະ ການຮັບຮອງຄວາມຍຸຕິທຳທາງສັງຄົມ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ວັນທີ 30 ມິຖຸນາ 2023 ຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ (ILO) ພາຍຫຼັງການສຳຫຼວດພາກສະໜາມໃນຫວຽດນາມ ໄດ້ໃຫ້ຄວາມເຫັນວ່າ: “ອົງການແຮງງານສາກົນໂດຍສະເພາະ ແລະ ສະຫະປະຊາຊາດໂດຍທົ່ວໄປ ຖືວ່າ ຫວຽດນາມເປັນຮູບແບບຂອງຄວາມພະຍາຍາມ ແລະ ການພັດທະນາ ເພື່ອໃຫ້ປະເທດອື່ນໆອ້າງອີງແລະຮຽນຮູ້”(10)... ໃນບັນດາບັນຫາສິດທິມະນຸດ, ປະຊາທິປະໄຕ ແລະ ເສລີພາບທາງສາສະໜາ, ຫວຽດ​ນາມກໍ່​ໄດ້​ຮັບ​ເອົາ​ເປົ້າ​ໝາຍ​ລວມ​ຂອງ​ມະ​ນຸດ​ສ່ວນ​ຫຼາຍ. ຄວາມແຕກຕ່າງລະຫວ່າງຫວຽດນາມແລະປະເທດຕາເວັນຕົກບາງປະເທດ ແມ່ນຢູ່ທີ່ວິທີການແລະແຜນງານ ໃນການບັນລຸເປົ້າໝາຍເຫຼົ່ານັ້ນ. ເພື່ອຈຳກັດຄວາມແຕກຕ່າງໃຫ້ແຄບລົງ, ຫວຽດນາມປ່ຽນຈາກ “ການຕໍ່ສູ້” ໄປເປັນວິທີ “ການແບ່ງປັນ, ການຊັກຊວນໃຈ”. ວິທີ​ນີ້ ​ແລະ ​ໂດຍ​ສະ​ເພາະ​ແມ່ນ ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ ​ໄດ້​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ ​ແລະ ​ພາບພົດ​ຂອງ​ປະ​ເທດ ​ແລະ ປະຊາຊົນຫວຽດນາມ ​ໃນ​ຫົວໃຈ​ຂອງ​ເພື່ອນ​ມິດ​ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ.

ທີສີ່, ນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະ ການພົວພັນກັບບັນດາຄູ່ຮ່ວມມື ກໍ່ໄດ້ສ້າງຄວາມເຫັນອົກເຫັນໃຈໃນປະຊາຄົນສາກົນ. ຈາກທັດສະນະ “ເຂົ້າຮ່ວມຝ່າຍດຽວ”, ຫວຽດນາມຄ່ອຍໆປ່ຽນໄປໃຊ້ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ ຫຼາຍຮູບຫຼາຍແບບ, ການເຊື່ອມໂຍງສາກົນ, ພ້ອມທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫຼັກການນະໂຍບາຍການຕ່າງປະເທດແມ່ນ ການຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຂອງຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະຜົນປະໂຫຍດຮ່ວມກັນ. ແນວທາງແລະນະໂຍບາຍນີ້ມີທັດສະນະສະເພາະຂອງຫວຽດນາມ, ແຕ່ກໍ່ມີການແບ່ງປັນກັບປະເທດຂະໜາດນ້ອຍ ແລະຂະໜາດກາງສ່ວນຫຼາຍໃນໂລກ, ໂດຍສະເພາະ ໃນຄຳຂວັນທີ່ວ່າ ຫວຽດນາມເປັນເພື່ອນກັບທຸກໆປະເທດ ແຕ່ບໍ່ເຂົ້າເປັນພັນທະມິດຂອງປະເທດໃດໆ.

ໃນການພົວພັນກັບບັນດາປະເທດໃນໂລກ, ຫວຽດນາມໄດ້ຮັບຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈາກ​​ປະ​ເທດສ່ວນໃຫຍ່; ຫວຽດນາມເຂົ້າໃຈ​ຜົນ​ປະ​ໂຫຍ​ດໃນລັກສະນະທີ່​ກົມກຽວ​ລະຫວ່າງ​ຜົນ​ປະ​ໂຫຍ​ດ​ທັນທີ ​ແລະ ​ຜົນ​ປະ​ໂຫຍ​ດໄລຍະຍາວ, ລະຫວ່າງ “ຈຸດ” ​ແລະ “ພື້ນທີ່”; ພະຍາຍາມຫຼີກລ່ຽງສະຖານາການທີ່ຕ້ອງດຳເນີນການເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ ເຊິ່ງສົ່ງຜົນເສຍຕໍ່ຜົນປະໂຫຍດຂອງປະເທດອື່ນ; ຈັດການ​ຮ່ວມ​ມື​ກັບ​ປະ​ເທດ​ອື່ນໆ​ຢ່າງ​ກົມ​ກຽວ​ກັນ, ໂດຍສະເພາະປະເທດໃຫຍ່ໆ. ສຳລັບ​ວຽກ​ງານ​ຮ່ວມ​ຂອງ​ພາກ​ພື້ນ ​ແລະ ສາກົນ, ຫວຽດນາມໄດ້ສະໜັບສະ​ໜູນ, ປະກອບຄວາມຄິດຄວາມ​ເຫັນ ແລະ ຄ່ອຍໆ ປະກອບສ່ວນ​ດ້ານ​ການ​ເງິນ, ວັດຖຸ ​ແລະ ກຳລັງຄົນ. ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຜ່ານ​ມາມໍ່ນີ້ ​ເຊັ່ນ​ ການ​ປະກອບສ່ວນ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ປະຊາຊົນ ຢູເຄຣນ; ສົ່ງທີມກູ້ໄພໄປ ຕວັກກີ ຫຼັງເກີດໄພພິບັດແຜ່ນດິນໄຫວ; ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ການ​ຮັກ​ສາ​ສັນ​ຕິ​ພາບ ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ ​ຊູ​ດານ​ໃຕ້, ເຂດອາໄບເອີ, ອາ​ຟຣິ​ກາ​ກາງ,... ມີຜົນກະທົບອັນຕັ້ງໜ້າຕໍ່ການຮັກສາການພົວພັນແບບດັ້ງເດີມ ກັບປະເທດອື່ນໆ; ພ້ອມກັນນັ້ນ, ສ້າງພາບພົດໃໝ່ຂອງຫວຽດນາມທີ່ມີຄວາມຮັບຜິດຊອບຕໍ່ວຽກງານຮ່ວມກັນຂອງປະຊາຄົມໂລກ.

ສຳລັບບັນດາຄຸ່ຮ່ວມມື, ບໍ່ວ່າຈະເປັນບຸກຄົນ ອົງການ ຫຼື ປະເທດ, ຫວຽດນາມກໍ່​ສ້າງ​ພາບ​ພົດທີ່ນັບມື້ນັບ​ດີງາມ ກ່ຽວກັບ​ປະ​ເທດ ​ແລະ ປະຊາຊົນ​ທີ່​ຮູ້​ວິທີ​ຮັກສາຄຳ​ວ່າ “ເຊື່ອ​ໝັ້ນ” ​ແລະ “ເວົ້າໄປຄວບຄູ່ກັບເຮັດ”. ຫວຽດນາມຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ໃຈ ​ແລະ ປະຕິບັດ​ຕາມບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ ​ແລະ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດຜົນ​ສຳຄັນ ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງຊາດຕ້ອງການ​ລົງທຶນ​ຢູ່ຫວຽດນາມ ​ແລະ ບັນດາ​ປະ​ເທດທີ່ຕ້ອງການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ກັບຫວຽດນາມ; ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ, ຜູ້​ສະໝັກ​ຊາວ​ຫວຽດນາມສ່ວນຫຼາຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດ້ວຍ​ຄະ​ແນນ​ສຽງ​ສູງ.

ການເສີມຂະຫຍາຍພະລັງນຸ່ມນວນຂອງຫວຽດນາມໃນໄລຍະໃໝ່

ປີ 1964, ປະທານໂຮ່ຈີມິນໄດ້ຕັກເຕືອນນັກການທູດວ່າ: “ເຮັດຫຍັງກໍ່ເຮັດເພື່ອຜົນປະໂຫຍດຂອງຊາດ”(11). ປະຈຸບັນ, ເປົ້າໝາຍທີ່ສຳຄັນທີ່ສຸດຂອງຫວຽດນາມແມ່ນ: ເຖິງປີ 2030, ຫວຽດນາມກາຍເປັນປະເທດທີ່ກຳລັງພັດທະນາ, ມີອຸດສາຫະກຳທີ່ທັນສະໄໝ, ມີລາຍໄດ້ປານກາງສູງ. ຮອດ​ປີ 2045, ກາຍ​ເປັນ​ປະ​ເທດ​ທີ່​ພັດ​ທະ​ນາແລ້ວ ແລະມີລາຍໄດ້ສູງ(12). ເປົ້າໝາຍດັ່ງກ່າວໄດ້ຮັບການປະຕິບັດ ໃນສະພາບການທີ່ພາກພື້ນແລະສາກົນມີຄວາມແຕກຕ່າງຫຼາຍຢ່າງເມື່ອທຽບກັບເມື່ອກ່ອນຄື: ລະຫວ່າງບັນດາປະເທດໃຫຍ່ ການແຂ່ງຂັນໂດດເດັ່ນກວ່າການຮ່ວມມື; ​ໃນ​ການ​ພົວພັນ​ສາກົນ, ການ​ເມືອງ​ອຳນາດບາດໃຫຍ່ໂດດເດັ່ນ​ກວ່າ​ການ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ; ການແບ່ງແຍກກ່ຽວພັນກັບການເຊື່ອມຕໍ່; ໂລກາພິວັດດຳເນີນໄປຄວບຄູ່ກັບການແບ່ງເສັ້ນແລະການແຕກຫັກ... ​ໃນ​ສະພາບ​ການດັ່ງກ່າວ, ຄຽງ​ຄູ່​ກັບ​ການ​ສືບ​ຕໍ່​ເພີ່ມ​ທະວີພະລັງແຂງ, ຂະ​ບວນການ​ພັດທະນາພະລັງນຸ່ມນວນ​ຂອງ​ຫວຽດນາມ ຮອດ​ປີ 2030 ​ວິ​ໄສ​ທັດ​ຮອດ​ປີ 2045 ຈຳເປັນຕ້ອງຄຳນຶງເຖິງບາງຈຸດດັ່ງຕໍ່ໄປນີ້:

ເປົ້າໝາຍການພັດທະນາພະລັງນຸ່ມນວນ: ເຖິງປີ 2030, ຫວຽດນາມຈະຮັກສາຄວາມເຫັນອົກເຫັນໃຈ, ການແບ່ງປັນ, ການສ້າງແລະປັບປຸງຄວາມໄວ້ວາງໃຈຂອງປະເທດໃຫຍ່, ການສະໜັບສະໜູນຂອງບັນດາປະເທດຂະໜາດນ້ອຍ ແລະຂະໜາດກາງ; ຄວາມໜ້າດຶງດູດໃຈຕໍ່ຜູ້ຄົນ ແລະນັກລົງທຶນຈາກຕ່າງປະເທດ. ພ້ອມກັນນັ້ນ, ​ເພີ່ມ​ທະວີ​ຊື່​ສຽງອິດທິພົນ​ສາກົນ ​ເພື່ອ​ໃຫ້​ຮອດ​ປີ 2045 ຫວຽດນາມສາມາດ​ນຳ​ໜ້າ​ໃນ​ຫຼາຍ​ບັນຫາ ​ແລະແງ່ມູມຕ່າງໆ ​ທີ່​ຫວຽດນາມປະສົບ​ຜົນສຳ​ເລັດ ​ແລະ ​ໄດ້​ຮັບ​ການ​ຍົກຍ່ອງຢ່າງ​ສູງ​ຈາກ​ປະຊາ​ຄົມ​ໂລກ, ໂດຍສະເພາະ​ແມ່ນ​ ບັນດາ​ປະ​ເທດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ.

​ເປົ້າ​ໝາຍທີ່ພະລັງນຸ່ມນວນຂອງຫວຽດນາມມຸ່ງສູ່ນັ້ນ ລວມມີ: ​ຊົນ​ຊັ້ນ​ສູງ, ຜູ້​ນຳ​ຮຸ່ນໃໝ່, ສື່​ມວນ​ຊົນ, ວິສາຫະກິດ, ຊາວ​ໜຸ່ມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ. ສິ່ງເຫຼົ່ານີ້​ແມ່ນ​ພະລັງ​ທີ່​ຈະ​ເຂົ້າ​ຮ່ວມ​ໂດຍ​ກົງ ​ເຂົ້າ​ໃນ​ຂະ​ບວນການ​ວາງ​ແຜນ ​ແລະ ຜັນຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມໃນປະ​ເທດອື່ນ; ກາຍເປັນນັກລົງທຶນເຂົ້າໃນຫວຽດນາມ; ປົກປ້ອງ​ຫວຽດ​ນາມຈາກກົນອຸບາຍ​ແລະ​ການ​ກະ​ທຳມ້າງເພທຳລາຍຂອງອິດທິ​ກຳ​ລັງສັດຕູ​ແລະປະ​ຕິ​ກິ​ລິ​ຍາ...

ທິດທາງພັດທະນາພະລັງນຸ່ມນວນ: ເຖິງປີ 2030, ຖ້າຫາກພິຈາລະນາທາງດ້ານອິດ​ທິພົນ​ຕໍ່​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ຄູ່​ຮ່ວມ​ມື, ​ໃນສີ່​ແຫຼ່ງທີ່ມາຂອງ​ພະລັງນຸ່ມນວນຂອງຫວຽດນາມນັ້ນ ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ພຶດຕິກຳໃນ​ການ​ຕ່າງປະ​ເທດ​ ມີ​ອິດ​ທິພົນຫຼາຍທີ່ສຸດ ແລະ​ໂດຍ​ກົງ​ທີ່​ສຸດ; ຖັດມາແມ່ນຮູບແບບ, ຜົນສຳເລັດໃນການພັດທະນາ, ວັດທະນະທຳ ແລະປະຫວັດສາດ. ແຫຼ່ງພະລັງນຸ່ມນວນທັງໝົດນີ້ ຕ້ອງໄດ້ຮັບການພັດທະນາ ແລະປ່ຽນເປັນພະລັງນະໂຍບາຍການຕ່າງປະເທດຂອງຫວຽດນາມ. ເພື່ອໃຫ້ສິ່ງດັ່ງກ່າວເປັນຮູບປະທຳໄດ້ ຈຳເປັນຕ້ອງເນັ້ນບັນຫາຕໍ່ໄປນີ້:

ທີໜຶ່ງ, ຂະບວນການວາງແຜນ ແລະຜັນຂະຫຍາຍນະໂຍບາຍການຕ່າງປະເທດຕໍ່ຄູ່ຮ່ວມມື ຕ້ອງສືບຕໍ່ເພີ່ມຄວາມໂປ່ງໃສ ແລະຄວາມສະເໝີຕົ້ນສະເໝີປາຍ ໃນທັງສາມລະດັບຄື: ບຸກຄົນ, ອົງການ ແລະ ປະເທດ; ປະຕິບັດຕາມຄຳໝັ້ນສັນຍາລະຫວ່າງປະເທດຢ່າງຈິງຈັງ, ພະຍາຍາມປັບປຸງ ແລະເພີ່ມທະວີຄວາມໄວ້ວາງໃຈກັບຄູ່ຮ່ວມມື; ຄ່ອຍໆເພີ່ມລະດັບການແບ່ງປັນກັບລະບົບຄຸນຄ່າທີ່ກ້າວໜ້າຂອງມະນຸດຊາດ, ກ່ອນອື່ນໝົດແມ່ນ ການເຄົາລົບກົດໝາຍສາກົນ; ຄ່ອຍໆ​ສ້າງ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ນຳ​ໜ້າ ​ໃນ​ການ​ຊຸກ​ຍູ້​ທ່າ​ອ່ຽງ​ກ້າວ​ໜ້າ​ຂອງ​ມະ​ນຸດຊາດ; ຍູ້​ແຮງ​ການ​ປະຕິບັດ​ທິດ​ທາງ “ຄູ່​ຮ່ວມ​ມື​ທີ່​ເຊື່ອຖືໄດ້, ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ ຂອງ​ປະຊາ​ຄົມ​ສາກົນ” ຜ່ານການປະກອບສ່ວນຢ່າງຕັ້ງໜ້າແລະເປັນເຈົ້າການ ດ້ານຊັບພະຍາກອນ, ນັບທັງການເງິນ ວັດສະດຸ ແລະ ຊັບພະຍາກອນບຸກຄົນ, ເຂົ້າໃນຂະບວນການແກ້ໄຂບັນຫາທົ່ວໄປ ຂອງປະຊາຄົມພາກພື້ນ ແລະສາກົນ.

ທີສອງ, ຮູບແບບການພັດທະນາຈະຕ້ອງໄດ້ຮັບການອອກແບບ ແລະສົ່ງເສີມຕໍ່ໄປ ຕາມເກນທົ່ວໄປຂອງມະນຸດຊາດ (ຄ້າຍກັບບັນດາເປົ້າໝາຍການພັດທະນາແບບຍືນຍົງເຖິງປີ 2030) ເພື່ອຄວາມສຸກຂອງປະຊາຊົນ ແລະຍຶດຖືປະຊາຊົນເປັນສູນກາງ; ເລັ່ງລັດຂະ​ບວນການ​ກໍ່ສ້າງລະບຽບລະບອບ​ການ​ພັດທະນາ​ທີ່​ສົມບູນ​ແບບ, ດູດຮັບເອົາ​ປະສົບການທີ່ປະສົບຄວາມສຳ​ເລັດ​ໃນ​ໂລກ, ປັບປຸງຍົກສູງ​ປະສິດທິ​ຜົນ​​ການ​ເຊື່ອມ​ໂຍງ​​ສາກົນ; ພ້ອມກັນ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ຮັບປະກັນ​ສິດທິ​ມະນຸດໃຫ້​ດີ​ຂຶ້ນ ​ແລະ ​ເອົາ​ໃຈ​ໃສ່ເຖິງ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ຖ້າຫວຽດນາມບັນລຸບັນດາເປົ້າໝາຍການພັດທະນາແບບຍືນຍົງ ລວມທັງຄຳໝັ້ນສັນຍາທີ່ຈະຫຼຸດການປ່ອຍກ໊າດເຮືອນແກ້ວສຸດທິລົງເປັນ “ສູນ” ພາຍໃນປີ 2050, ຄວາມໜ້າດຶງດູດໃຈຂອງຫວຽດນາມຕໍ່ສາກົນ ຈະເພີ່ມຂຶ້ນຫຼາຍເທົ່າ, ຜູ້ກຳນົດນະໂຍບາຍຂອງບັນດາປະເທດຈະມີຄວາມປະທັບໃຈທີ່ດີຕໍ່ຫວຽດນາມຫຼາຍຂຶ້ນ ແລະ ນັກ​ທ່ອງ​ທ່ຽວ​ແລະ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດຈຳນວນຫຼາຍ​ຈະເດີນທາງ​ມາ​ຫວຽດ​ນາມ.

ທີສາມ, ການປະຕິບັດຍຸດທະສາດການພັດທະນາວັດທະນະທຳຫວຽດນາມຢ່າງມີປະສິດທິພາບ ເຖິງປີ 2030. ເພື່ອພັດທະນາພະລັງນຸ່ມນວນຂອງວັດທະນະທຳຫວຽດນາມ, ຊັບພະຍາກອນວັດທະນະທຳຕ້ອງ​ໄດ້​ຮັບ​ການເສີມຂະຫຍາຍ​ໃນ​ທຸກ​ຂັ້ນຕອນ, ນັບ​ແຕ່​ການ​ອະນຸລັກ​ຮັກສາ, ການພັດທະນາ ຈົນ​ເຖິງ​ການ​ໂຄສະນາ​ເຜີຍແຜ່​ສູ່​ໂລກ. ພ້ອມກັນນັ້ນ, ເພື່ອເພີ່ມຄວາມໜ້າດຶງດູດຕໍ່ປະຊາຄົມສາກົນ, ວັດະນະທຳຕ້ອງມີເອກະລັກແລະຍຸດທະສາດ ເພື່ອໃຫ້ເພື່ອນຕ່າງຊາດເຂົ້າໃຈແລະຕ້ອງການ “ຊົມໃຊ້” ເອກະລັກວັດທະນະທຳນັ້ນ. ດັ່ງນັ້ນ, ຄຽງຄູ່ການອະນຸລັກ ແລະພັດທະນາວັດທະນະທຳ, ຍັງຕ້ອງໃຊ້ປະໂຫຍດຈາກໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະ ຂະບວນການເຊື່ອມໂຍງສາກົນທີ່ນັບມື້ນັບເລິກເຊິ່ງ ຮອບດ້ານຂອງຫວຽດນາມ ເພື່ອປັບປຸງຍົກສູງປະສິດທິພາບການເຄື່ອນໄຫວສົ່ງເສີມວັດທະນະທຳຫວຽດນາມ. ພ້ອມກັນນັ້ນ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ​ ໃນ​ການ​ຮັກສາ​ຄວາມ​ງາມທາງ​ວັດທະນະທຳ​ຂອງ​ຊາດ.

ທີສີ່, ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບຮີດຄອງ​ປະ​ເພນີ​ປະຫວັດສາດ​ຂອງ​ຫວຽດນາມ ​ໃຫ້​ໃກ້ຊິດ​ກັບ​ໂລກ; ຮຽບຮຽງ​ປະ​ຫວັດ​ສາດ​ຫວຽດ​ນາມທີ່​ເໝາະສົມ​ກັບ​ແຕ່​ລະ​ກຸ່ມ​ຜູ້​ອ່ານ​ເປົ້າ​ໝາຍ, ກ່ອນ​ອື່ນ​ໝົດ​ແມ່ນຜູ້ນຳ ແລະ ທີ່​ປຶກ​ສາ​ນະ​ໂຍ​ບາຍ; ຖັດມາແມ່ນເຍົາວະຊົນ, ນັກສຶກສາ, ຜູ້ຄົນຈາກປະເທດອື່ນໆ ແລະ ບັນດາຜູ້ທີ່ສົນໃຈຫວຽດນາມ; ວິທີການຂຽນ ແລະ ຮູບແບບການນຳສະເໜີ ຕ້ອງເໝາະສົມກັບຜູ້ອ່ານແຕ່ລະກຸ່ມ. ກໍ່ສ້າງລະບົບຄຸນຄ່າມາດຕະຖານ, ພາບພົດທີ່ສວຍງາມ, ບຸກຄະລິກກະພາບແບບຢ່າງຂອງຊາວຫວຽດນາມ, ໂດຍສະເພາະແມ່ນ ໃນສະພາບການທີ່ປະເທດພວມກ້າວເຂົ້າສູ່ໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງ. ຊາວ​ຫວຽດ​ນາມ​ທຸກ​ຄົນຈະ​ຕ້ອງ​ເປັນ “ທູດ” ເພື່ອ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຄວາມ​ຈິງ​ໃຈ, ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ຕ້ອນ​ຮັບຮັກແຂກ​ ຂອງ​ຊາວ​ຫວຽດ​ນາມ ໄປທົ່ວ​ໂລກ, ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ເຂົ້າ​ໃຈ​ຫວຽດ​ນາມ, ແບ່ງ​ປັນ​ກັບ​ຫວຽດ​ນາມຫຼາຍ​ກວ່າອີກ.

ທີຫ້າ, ເຊື່ອມໂຍງບັນດາ​ເນື້ອ​ໃນກ່ຽວກັບການສ້າງ ​ແລະ ເສີມຂະຫຍາຍພະລັງນຸ່ມນວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ຍຸດ​ທະ​ສາດ ​ແລະ ​ແຜນການ​ກໍ່ສ້າງ​ຄົນ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ພະນັກງານ, ລັດຖະກອນ ​ແລະ ພາລະກອນ, ໂດຍສະເພາະແມ່ນ ​​ພະນັກງານທີ່ເຮັດວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຕາມດ້ວຍບຸກຄົນ ອົງການຈັດຕັ້ງ ແລະ ຊຸມຊົນທີ່ມີກິດຈະກຳທີ່ກ່ຽວຂ້ອງກັບຊາວຕ່າງຊາດ ແລະອົງປະກອບຕ່າງປະເທດທັງສາມຊ່ອງສາຍ: ໃນປະເທດ, ຕ່າງປະເທດ ແລະ ອອນໄລນ໌. ລະດົມຊັບພະຍາກອນທັງໝົດ, ພາກສ່ວນທີ່ເຂົ້າຮ່ວມທັງໝົດ ແລະ ຊຸມຊົນທັງໝົດ ເພື່ອຮ່ວມມືກັນໃນການສົ່ງເສີມເຄື່ອງໝາຍ ແລະຮູບພາບຂອງຫວຽດນາມ. ບົດບາດສຳຄັນຂອງບັນດາອົງການ, ຄະນະ, ກະຊວງ, ຂະແໜງການ, ການເຂົ້າຮ່ວມຂອງວິສາຫະກິດ ແລະ ປະຊາຊົນ, ການເຊື່ອມໂຍງບົດບາດຂອງເຄືອຂ່າຍກົງສູນຫວຽດນາມໃນຫຼາຍຮ້ອຍປະເທດທົ່ວໂລກ ກໍ່ຄືເຄືອຂ່າຍນັກຮຽນນັກສຶກສາຫວຽດນາມໃນຕ່າງປະເທດ..., ສ້າງກຳລັງແຮງສັງລວມເພື່ອນຳພາບພົດຂອງຫວຽດນາມໄປສູ່ໂລກໃຫ້ໃກ້ຊິດ ແລະ ນຳໂລກເຂົ້າໃກ້ຫວຽດນາມຫຼາຍຂຶ້ນ. ນອກຈາກນັ້ນ, ການເຂົ້າຮ່ວມ ແລະການປະກອບສ່ວນຂອງຊຸມຊົນຊາວຫວຽດນາມໃນຕ່າງປະເທດຈະ “ປະກອບສ່ວນຮັກສາ ແລະເສີມຂະຫຍາຍພາສາຫວຽດນາມ, ເອກະລັກທາງວັດທະນະທຳ, ມູນເຊື້ອຂອງຊາດ ແລະ ການດຶງດູດແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງຢູ່ຕ່າງປະເທດ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດຢ່າງຍືນຍົງ”(13).

ກ່າວໂດຍສະຫຼຸບ, ພະລັງນຸ່ມນວນແມ່ນສ່ວນສຳຄັນຂອງກຳລັງແຮງສັງລວມຂອງຊາດ. ໃນສົງຄາມຕໍ່ຕ້ານຜູ້ຮຸກຮານຈາກຕ່າງປະເທດສອງຄັ້ງ, ເພື່ອເອກະລາດແຫ່ງຊາດແລະການໂຮມປະເທດເປັນເອກະພາບ, ຫວຽດນາມໄດ້ເສີມຂະຫຍາຍພະລັງນຸ່ມນວນຂອງຕົນຢ່າງມີປະສິດທິພາບ, ໂດຍສະເພາະ ຄວາມເປັນທຳຂອງສົງຄາມຕໍຕ້ານ ເພື່ອຜົນປະໂຫຍດຂອງຊາດ-ປະຊາຊົນຫວຽດນາມ, ແຕ່ຍັງເພື່ອຄຸນຄ່າຮ່ວມກັນຂອງມະນຸດຊາດທີ່ຮັກຫອມສັນຕິພາບ ເອກະລາດແຫ່ງຊາດ ແລະ ຄວາມກ້າວໜ້າທາງສັງຄົມ. ຫຼັງສົງຄາມ, ໂດຍສະເພາະ ນັບຕັ້ງແຕ່ການປະຕິບັດການປ່ຽນແປງໃໝ່ປະເທດ, ຫວຽດນາມສືບຕໍ່ປັບປຸງແລະພັດທະນາພະລັງນຸ່ມນວນ ຜ່ານຄວາມພະຍາຍາມໃນການພັດທະນາວັດທະນະທຳ, ເສດຖະກິດ-ສັງຄົມ, ການເປີດປະເທດ, ການເຊື່ອມໂຍງສາກົນ, ການດຳເນີນແນວທາງ ນະໂຍບາຍການຕ່າງປະເທດທີ່ສອດຄ່ອງກັບຫຼັກການພື້ນຖານ ຂອງກົດໝາຍສາກົນ ແລະທ່າອ່ຽງທົ່ວໄປຂອງປະຊາຄົມສາກົນ. ຫຼັງຈາກການປ່ຽນແປງໃໝ່ມາເກືອບ 40 ປີ, ດຽວນີ້ ​ແມ່ນ​ເວລາ​ເໝາະ​ສົມໃຫ້​ຫວຽດນາມສືບ​ຕໍ່​ເສີມ​ຂະຫຍາຍ​ແຫຼ່ງພະລັງນຸ່ມນວນ​ຂອງ​ປະ​ເທດຕື່ມ​ອີກ. ເມື່ອທຽບກັບປະເທດອື່ນໆໃນພາກພື້ນ, ຫວຽດນາມມີແຫຼ່ງພະລັງນຸ່ມນວນຂະໜາດໃຫຍ່. ຢ່າງໃດກໍ່ຕາມ, ​ເພື່ອ​ໃຫ້​ພະລັງນຸ່ມນວນ​ຂອງ​ຫວຽດນາມ​ບັນລຸ​ລະດັບ​ທີ່​ສາມາດ​ສ້າງ​ຜົນ​ກະທົບທາງບວກຕໍ່​ບັນດາຄູ່​ຮ່ວມ​ມື, ໂດຍສະເພາະ ​ຄູ່​ຮ່ວມ​ມື​ຂະໜາດ​ໃຫຍ່, ຕ້ອງໃຊ້ຄວາມພະຍາຍາມອັນ​ໃຫຍ່​ຫຼວງ​ຈາກ​ປະຊາຊົນ​ຫວຽດນາມທຸກຄົນ./.

------------------------

* ບົດຄວາມນີ້ແມ່ນຜົນຂອງຫົວຂໍ້ຄົ້ນຄວ້າວິທະຍາສາດໝາຍເລກ KX.04.08/21-25

(1) ກຳລັງແຮງສັງລວມຂອງຊາດທີ່ບໍ່ໄດ້ຂຶ້ນຢູ່ກັບການປ່ຽບທຽບແລະການປະຕິສຳພັນບໍ່ມີຄວາມໝາຍຫຼາຍໃນການວາງແຜນ ແລະການຜັນຂະຫຍາຍນະໂຍບາຍການຕ່າງປະເທດ.     

(2) ໂຈເຊບ ນາຍ ເກີດປີ 1937, ເປັນສາດສະດາຈານດ້ານການເມືອງ, ອະດີດຜູ້ອຳນວຍການໃຫຍ່ໂຮງຮຽນບໍລິຫານລັດ ເຈ. ເອບ. ເຄນເນດີ, ມະຫາວິທະຍາໄລ ຮາຮ໌ວາຮ໌ດ (ສະຫະລັດອາເມລິກາ), ອະດີດຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ.

(3) Joseph Nye: Soft power: The mean to success in world politics (ແປໂດຍຫຍໍ້: ອຳນາດນຸ່ມນວນແມ່ນວິທີທີ່ຈະປະສົບຜົນສຳເລັດໃນການເມືອງໂລກ), United States, Public Affairs, 2004, ໜ້າ 2

(4), (5) Joseph Nye: Soft power: The mean to success in world politics, ປຶ້ມທີ່ໄດ້ແນະນຳ, ໜ້າ 10, 33-36

(6) ດິງທີ້ຮ່ຽນເລືອງ: ພະລັງນຸ່ມນວນຂອງຈີນໃນການແຂ່ງຂັນທາງຍຸດທະສາດກັບອາເມລິກາ ຢູ່ພາກພື້ນອິນໂດປາຊີຟິກ: ຜົນ​ກະທົບ ​ແລະ ຄວາມ​ໝາຍ​ຕໍ່​ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 75-87.  

(7) ເບິ່ງ: Li Mingjian: “Domestic sources of China’s soft power approach” (ແປໂດຍຫຍໍ້: ບັນດາແຫຼ່ງພະລັງນຸ່ມນວນຂອງຈີນ), China Security, 2009

(8) Lord Palmerston: “We have no eternal allies, and we have no perpetual enemies. Our interests are eternal and perpetual, and those interests it is our duty to follow” (ແປໂດຍຫຍໍ້: ບໍ່ມີພັນທະມິດຖາວອນ, ບໍ່ມີສັດຕູຖາວອນ. ມີພຽງຜົນປະໂຫຍດຂອງຊາດເທົ່ານັ້ນ ທີ່ຈະຄົງຢູ່ຕະຫຼອດໄປ ແລະ ໜ້າທີ່ຂອງພວກເຮົາແມ່ນສະແຫວງຫາຜົນປະໂຫຍດເຫຼົ່ານັ້ນ), https://www.oxfordreference.com/display/10.1093/acref/9780191826719.001.0001/q-oro-ed4-00008130;jsessionid=EC13370994170DCD1E10A3BB4F0862C6

(9) Joseph Nye: Soft power: The mean to success in world politics (ແປໂດຍຫຍໍ້: ອຳນາດນຸ່ມນວນແມ່ນວິທີທີ່ຈະປະສົບຜົນສຳເລັດໃນການເມືອງໂລກ), ປຶ້ມທີ່ໄດ້ແນະນຳ, ໜ້າ 35

(10) ຮ່າວັນ: “ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ແຮງ​ງານ​ສາ​ກົນ: ຫວຽດ​ນາມແມ່ນ​ແບບ​ຢ່າງ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ອ້າງ​ອີງ ແລະ ຮຽນຮູ້”, ໜັງສືພິມເອເລັກໂຕຮນິກຂອງລັດຖະບານ, ອອກວັນທີ 30 ມິຖຸນາ 2023, https://baochinhphu.vn/tong-giam-doc-to-chuc-lao-dong-quoc-te-viet-nam-la-mot-mo-hinh-de-cac-nuoc-tham-khao-hoc-tap-102230630170758478.htm

(11) ຫງວຽນຢີນຽນ: ແນວຄິດການທູດຂອງໂຮ່ຈີມິນ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2002, ໜ້າ 112

(12) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 36.

(13) ຄຳສັ່ງຂອງນາຍົກລັດຖະມົນຕີໝາຍເລກ 25/CT-TTg, ລົງວັນທີ 10 ກັນຍາ 2021 “ວ່າດ້ວຍການຍູ້ແຮງການຜັນຂະຫຍາຍຍຸດທະສາດວັດທະນະທຳການຕ່າງປະເທດຂອງຫວຽດນາມ”

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1025 (ເດືອນພະຈິດ 2023)