ວກ. - ທິດ​ສະ​ດີ​ການ​ຕ່າງປະ​ເທດປະກອບດ້ວຍ​ບັນດາເນື້ອ​ໃນ​ຕົ້ນຕໍຄື ແນວຄວາມຄິດກ່ຽວກັບ​ໂລກ, ​ແນວຄວາມ​ຄິດກ່ຽວກັບ​ຄູ່​ຮ່ວມ (​ໂລກກະທັດ), ແນວຄວາມ​ຄິດກ່ຽວກັບ​ເປົ້າ​ໝາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ​ແນວຄວາມ​ຄິດກ່ຽວກັບ​ວິທີການ ​ເພື່ອບັນລຸ​ເປົ້າໝາຍ (ເປົ້າ​ໝາຍ ໜ້າທີ່ ຫຼັກການ ແລະ ການວາງທິດ​ທາງຕົ້ນຕໍ). ພັດທະນາການຂອງທິດສະດິການຕ່າງປະເທດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຕົ້ນຕໍ​ແມ່ນ​ໄດ້​ສະ​ແດງ​ອອກ​ໃນ​ເອກະສານ​ຂອງ​ພັກ ​ຜ່ານ​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ​ໃນ​ນັ້ນ​ມີ ​ບັນດາ​ເອກະສານ​ກອງ​ປະຊຸມໃຫຍ່ ​ແລະ ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ ​ແລະ ກົມ​ການ​ເມືອງສູນກາງ. ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ປະເທດ, ພັກກອມມູນິດຫວຽດນາມ ບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ ໃນການພັດທະນາແນວຄິດທິດສະດີກ່ຽວກັບການຕ່າງປະເທດ.

 

1- ແນວຄວາມຄິດກ່ຽວກັບ​ໂລກ

ນີ້ແມ່ນຜົນສຳເລັດທີ່ສຳຄັນທີ່ສຸດ ແລະມີຄວາມໝາຍເປີດທາງໄປສູ່ຂະບວນການປ່ຽນແປງໃໝ່ຄວາມຄິດການຕ່າງປະເທດ ຂອງພັກກອມມູນິດຫວຽດນາມ ດ້ວຍການປ່ຽນຈາກແນວຄວາມຄິດວ່າ ໂລກເປັນ “ເວທີ” ຂອງການຕໍ່ສູ້ທາງຊົນຊັ້ນ ໄປສູ່ແນວຄວາມຄິດວ່າ ໂລກເປັນພື້ນທີ່ທີ່ບັນດາປະເທດທີ່ມີລະບອບການເມືອງຕ່າງກັນ ຮ່ວມມືກັນ ແລະຕໍ່ສູ້ໃນການຢູ່ຮ່ວມກັນຢ່າງສັນຕິ; ໝາຍເຖິງການປ່ຽນວິທີເບິ່ງໂລກຈາກແວ່ນຕາຊົນຊັ້ນແລະການຕໍ່ສູ້ທາງຊົນຊັ້ນ ໄປສູ່ການເບິ່ງໂລກຜ່ານແວ່ນຕາຊາດ-ປະເທດຊາດ, ການຮ່ວມມື ຈາກນັ້ນການຕໍ່ສູ້ແລະການຢູ່ຮ່ວມກັນຢ່າງສັນຕິ. ຈາກພັດທະນາການທາງຄວາມຄິດທິດສະດີຂອງພັກ, ໂອກາດໃນການຮ່ວມມືກັບປະເທດທີ່ຢູ່ອີກດ້ານໜຶ່ງຂອງ ຮົ້ວເຫຼັກ” ໄດ້ຖືກຂະຫຍາຍກວ້າງອອກໄປ ເພື່ອໃຫ້ຫວຽດນາມສາມາດເຂົ້າເຖິງສ່ວນທີ່ເຫຼືອຂອງໂລກໄດ້ຢ່າງໝັ້ນໃຈ.

ລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ VI (ປີ 1986) ຂອງພັກກອມມູນິດຫວຽດນາມ ຕີ​ລາຄາ​ວ່າ ​ໃນ​ໂລກ​ຍັງ​ມີ 2 ຄ້າຍ (ສັງຄົມ​ນິຍົມ, ທຶນ​ນິຍົມ), 3 ​ຂະບວນການ (ຂະບວນການສັງຄົມ​ນິຍົມ, ​ຂະບວນການເອກະລາດ​ແຫ່ງ​ຊາດ ​ແລະ ຂະບວນການກຳມະກອນ​ຢູ່​ບັນດາ​ປະ​ເທດ​ທຶນ​ນິຍົມ), ຄວາມຂັດແຍ້ງພື້ນຖານສີ່ປະການແຫ່ງຍຸກສະໄໝ(1). ຕໍ່ໜ້າການປ່ຽນແປງຢ່າງໄວວາຂອງສະພາບການໂລກ, ເດືອນພຶດສະພາ 1988, ໃນມະຕິເລກທີ 13-NQ/TW ຂອງກົມການເມືອງສູນກາງພັກສະໄໝທີ VI, ແນວຄວາມຄິດດັ່ງກ່າວເລີ່ມມີການປ່ຽນແປງ. ເອກະສານຂອງບັນດາກອງປະຊຸມໃຫຍ່ຄັ້ງທີ VII (ປີ 1991), ກອງປະຊຸມໃຫຍ່ຄັ້ງທີ VIII (ປີ 1996) ແລະກອງປະຊຸມໃຫຍ່ຄັ້ງທີ XI (ປີ 2011) ຂອງພັກກອມມູນິດຫວຽດນາມ ຍັງໄດ້ເວົ້າເຖິງຄວາມຂັດແຍ້ງພື້ນຖານຂອງຍຸກສະໄໝ, ແຕ່ພຽງກ່າວເຖິງເມື່ອເວົ້າເຖິງຄຸນລັກສະນະຂອງຍຸກສະໄໝເທົ່ານັ້ນ. ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກຖືວ່າບັນດາປະ​ເທດ​ທີ່​ມີ​ລະບອບ​ການ​ເມືອງ-ສັງຄົມ​ທີ່​ແຕກ​ຕ່າງ​ກັນ ທັງ​ຮ່ວມ​ມືກັນ ​ແລະ ຕໍ່ສູ້​ເພື່ອ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ(2) ແມ່ນ​ໜຶ່ງ​ໃນ​ທ່າ​ອ່ຽງຕົ້ນຕໍ​ໃນ​ການ​ພົວພັນ​ສາກົນ. ລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມເນັ້ນໜັກວ່າ: “ບັນດາຄວາມຂັດແຍ້ງພື້ນຖານໃນໂລກສະແດງອອກໃນຮູບການແລະລະດັບທີ່ແຕກຕ່າງກັນ ຍັງຄົງມີຢູ່ ແລະພັດທະນາ(3). ທີ່ສຳຄັນກວ່ານັ້ນ, ບັນດາຄວາມຂັດແຍ້ງພື້ນຖານຂອງຍຸກສະໄໝນັ້ນ ຄ່ອຍໆຖືກລະບຸຈາກທັດສະນະຂອງຄວາມຂັດແຍ້ງໃນຂະບວນການພັດທະນາ ຫຼາຍກວ່າຄວາມຂັດແຍ້ງທີ່ຈະນໍາໄປສູ່ “ການປະຕິວັດ” ເພື່ອໂຄ່ນລົ້ມລະບອບທຶນນິຍົມໃນບໍ່ນານອີກ.

2- ແນວຄວາມຄິດກ່ຽວກັບທ່າອ່ຽງທີ່ສໍາຄັນໃນໂລກ

ຈາກ​ການ​ສຸມ​ໃສ່ທີ່ການລະບຸ​ທ່າ​ອ່ຽງ​ທາງການ​ເມືອງ (ສອງຄ້າຍ, ບັນດາຂະບວນການ...), ທ່າ​ອ່ຽງສົງຄາມ, ທ່າ​ອ່ຽງສັນຕິພາບ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້ຄ່ອຍໆຂະຫຍາຍການ​ປະເມີນ​ກ່ຽວ​ກັບ​ທ່າ​ອ່ຽງ​ທົ່ວ​ໄປ, ໂດຍສະເພາະ ​ທ່າ​ອ່ຽງ​​ໂລກາພິວັດ. ລາຍງານກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກກ່າວເຖິງທ່າອ່ຽງສັນຕິພາບແລະສະຖຽນລະພາບ; ທ່າອ່ຽງການຮ່ວມມືແລະເຊື່ອມໂຍງໃນພາກພື້ນ, ການເຊື່ອມໂຍງທາງເສດຖະກິດແລະການຄ້າລະຫວ່າງປະເທດ; ທ່າອ່ຽງເອກະລາດແຫ່ງຊາດ, ການຕໍ່ຕ້ານການແຊກແຊງຈາກຕ່າງປະເທດ,... ແລະຢືນຢັນວ່າ: “ບັນດາຈຸດພິເສດແລະທ່າອ່ຽງດັ່ງກ່າວ ໄດ້ກໍ່ໃຫ້ເກີດລັດທິພະຫຸພາຄີ ແລະຄວາມຫຼາກຫຼາຍໃນການພົວພັນສາກົນ ແລະນະໂຍບາຍການຕ່າງປະເທດຂອງປະເທດຕ່າງໆ(4).

ກ່ຽວກັບທ່າອ່ຽງໂລກາພິວັດ, ກອງປະຊຸມໃຫຍ່ຄັ້ງທີ IX (ປີ 2001) ຂອງພັກໄດ້ກ່າວເຖິງໂລກາພິວັດເປັນຄັ້ງທຳອິດ ໂດຍຢືນຢັນວ່າ: “ໂລກາພິວັດທາງເສດຖະກິດແມ່ນທ່າອ່ຽງພາວະວິໄສ, ດຶງດູດປະເທດຕ່າງໆໃຫ້ເຂົ້າຮ່ວມຫຼາຍຂຶ້ນເລື້ອຍໆ; ທ່າອ່ຽງນີ້ຖືກຄອບງຳໂດຍປະເທດທີ່ພັດທະນາແລ້ວ ແລະກຸ່ມເສດຖະກິດທຶນນິຍົມຂ້າມຊາດຈຳນວນໜຶ່ງ ເຊິ່ງມີຄວາມຂັດແຍ້ງຫຼາຍ, ທັງດ້ານຕັ້ງໜ້າ ແລະຫຍໍ້ທໍ້, ທັງການຮ່ວມມື ແລະການຕໍ່ສູ້(5). ໃນລາຍງານການເມືອງທີ່ກອງປະຊຸມໃຫຍ່ຄັ້ງທີ X (ປີ 2006) ຂອງພັກ, ຄຳວ່າໂລກາພິວັດໄດ້ກ່າວໄວ້ພຽງຄັ້ງດຽວ ແລະ ຍັງຄົງເບິ່ງຈາກທັດສະນະທາງເສດຖະກິດເທົ່ານັ້ນ: ໂລກາພິວັດທາງເສດຖະກິດສ້າງໂອກາດໃນການພັດທະນາ ແຕ່ຍັງມີອົງປະກອບຫຼາຍປະການຂອງຄວາມບໍ່ສະເໝີພາບ, ເຮັດໃຫ້ເກີດຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍອັນໃຫຍ່ຫຼວງຕໍ່ບັນດາປະເທດ, ໂດຍສະເພາະ ປະເທດກຳລັງພັດທະນາ(6). ນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ໂລກາພິວັດໄດ້ຮັບການຮັບຮູ້ຢ່າງຄົບຖ້ວນ ພາວະວິໄສ ແລະບໍ່ມີສີສັນຂອງລະບົບແນວຄິດ: “ໂລກາພິວັດແລະການປະຕິວັດທາງວິທະຍາສາດ-ເຕັກໂນໂລຊີໄດ້ພັດທະນາຢ່າງແຂງແຮງ, ຊຸກຍູ້ຂະບວນການສ້າງສັງຄົມຂໍ້ມູນຂ່າວສານແລະເສດຖະກິດພູມປັນຍາ(7).   

ການພັດທະນາທິດສະດີກ່ຽວກັບບັນດາທ່າອ່ຽງທີ່ສຳຄັນໃນໂລກ ແລະໃນການພົວພັນສາກົນ ໄດ້ປູທາງໄປສູ່ຂະບວນການເຊື່ອມໂຍງສາກົນຂອງຫວຽດນາມ. ການລະບຸທ່າອ່ຽງສຳຄັນ, ການກຳນົດແຜນນະໂຍບາຍແລະນະໂຍບາຍ ເພື່ອໃຫ້ປະເທດສອດຄ່ອງກັບບັນດາທ່າອ່ຽງສຳຄັນ, ການໃຊ້ປະໂຫຍດສູງສຸດຈາກດ້ານບວກແລະຫຼຸດດ້ານລົບໃຫ້ເຫຼືອໜ້ອຍທີ່ສຸດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ​ ປະກອບສ່ວນ​ເຂົ້າ​ໃນ​ໝາກຜົນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດເຮົາ ​ນັບ​ແຕ່​ເມື່ອດຳເນີນການປ່ຽນແປງໃໝ່.

ທ່ານກຳມະການກົມການເມືອງ, ປະທານປະເທດ ຫວໍ ວັນ ເຖືອງ ພົບປະກັບບັນດາເອກອັກຄະລັດຖະທູດຫວຽດນາມ ປະຈຳພາກພື້ນເອີລົບ _ພາບ: TTXVN

3- ແນວຄວາມຄິດກ່ຽວກັບຄູ່ຮ່ວມມື

ຈາກການ​ເບິ່ງ​ຄູ່​ຮ່ວມ​ມື​ຈາກ​ທັດ​ສະ​ນະ​ຂອງນິຕິບຸກຄົນ​, ແບ່ງ​ຄູ່​ຮ່ວມ​ງານແບບງ່າຍໆວ່າ “​ຂາວ” ຫຼື “ດໍາ”​, ຈົນເຖິງມະຕິກອງປະຊຸມຄັ້ງທີ 8, ວັນທີ 12 ມິຖຸນາ 2003, ຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ວ່າດ້ວຍຍຸດທະສາດການປ້ອງກັນປະເທດໃນສະພາບການໃໝ່”, ແນວຄວາມຄິດກ່ຽວກັບຄູ່ຮ່ວມມືໄດ້ຮັບການຊີ້ແຈງຢ່າງຈະແຈ້ງວ່າ: “ຜູ້ທີ່ເຄົາລົບເອກະລາດ, ອຳນາດອະທິປະໄຕ, ສ້າງແລະຂະຫຍາຍການພົວພັນມິດຕະພາບ, ການ​ຮ່ວມ​ມື​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ ກັບ​ຫວຽດ​ນາມ​ເປັນ​ຄູ່​ຮ່ວມ​ມືຂອງຫວຽດນາມ; ກອງກຳລັງໃດໆ ທີ່ວາງແຜນແລະມີການກະທຳທຳລາຍພາລະກິດການສ້າງສາແລະພັດທະນາປະເທດຊາດ ແມ່ນເປົ້າໝາຍຕໍ່ສູ້ຂອງພວກເຮົາ. ດ້ານອື່ນ, ໃນສະຖານະການທີ່ມີການປ່ຽນແປງຢ່າງໄວວາ ແລະສັບສົນໃນປະຈຸບັນ ຈຳເປັນຕ້ອງມີທັດສະນະສັດຈະວິພາກ: ໃນແຕ່ລະເປົ້າໝາຍນັ້ນອາດຈະມີດ້ານ​ທີ່​ຈະ​ຕ້ອງຍາດແຍ່ງ​ແລະ​ໃຫ້ຄວາມຮ່ວມ​ມື​; ໃນແຕ່ລະຄູ່ຮ່ວມມືອາດຈະມີຄວາມຂັດແຍ້ງກັບຜົນປະໂຫຍດຂອງພວກເຮົາທີ່ຕ້ອງຕໍ່ສູ້(8). ຕາມຫຼັກການດັ່ງກ່າວ, ພັກກອມມູນິດຫວຽດນາມກຳນົດ “ຄູ່ຮ່ວມມື” ແລະ “ເປົ້າໝາຍ” ຈາກສອງມຸມມອງ: ທີໜຶ່ງ, ເບິ່ງ “ຄູ່ຮ່ວມມື” ແລະ “ເປົ້າໝາຍ” ວ່າເປັນຕົນຕົວທີ່ “ສົມບູນ”. ມຸມມອງນີ້ມີຂໍ້ດີຄືແຍກຈຳແນກໄດ້ງ່າຍ. ຕົນຕົວໃດມີ​ນະ​ໂຍບາຍ ​ແລະ ການ​ກະທຳ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຫວຽດນາມ ​ຈະ​ໄດ້​ຮັບການປະຕິບັດຈາກຫວຽດນາມໃນຖານະ ຄູ່​ຮ່ວມ​ມື ຂອງຫວຽດນາມ. ຕົນຕົວໃດທີ່ເປັນອັນຕະລາຍຕໍ່ຜົນປະໂຫຍດຂອງຊາດ-ປະຊາຊາດຫວຽດນາມ ຖືເປັນ “ເປົ້າໝາຍ” ຂອງການຕໍ່ສູ້. ທີສອງ, ເບິ່ງ “ຄູ່ຮ່ວມມື” ແລະ “ເປົ້າໝາຍ” ຜ່ານພຶດຕິກຳຂອງພວກເຂົາໃນບັນຫາແລະສະຖານະການສະເພາະເມື່ອພົວພັນກັບຫວຽດນາມ. ມະຕິດັ່ງກ່າວເນັ້ນວ່າໃນສະຖານະການທີ່ຜັນປ່ຽນຢ່າງໄວວາແລະສັບສົນໃນປະຈຸບັນ ຈຳເປັນຕ້ອງມີການເບິ່ງແບບສັດຈະວິພາກ: ໃນແຕ່ລະເປົ້າໝາຍຍັງ​ອາດ​ຈະ​ມີ​ດ້ານທີ່​​ຕ້ອງໄດ້ໃຊ້ປະໂຫຍດ​ແລະໃຫ້​ການ​ຮ່ວມ​ມື​; ໃນແຕ່ລະຄູ່ຮ່ວມມືຍັງອາດຈະມີຄວາມຂັດແຍ້ງກັບຜົນປະໂຫຍດຂອງເຮົາທີ່ຕ້ອງຕໍ່ສູ້ກັນ”. ນີ້ແມ່ນວິທີເບິ່ງທີ່ເໝາະສົມສໍາລັບທຸກໆຕົວຕົນທີ່ມີນະໂຍບາຍແລະການດໍາເນີນການທີ່ແຕກຕ່າງກັນ, ຂຶ້ນກັບບັນຫາສະເພາະແລະສະຖານະການສະເພາະທີ່ກ່ຽວຂ້ອງກັບປະເທດຂອງພວກເຮົາ. ຕະຫຼອດຊາວປີທີ່ຜ່ານມາ, ວິທີເບິ່ງນີ້ໄດ້ປູທາງໄປສູ່ຂະບວນການວາງແຜນ ແລະດຳເນີນນະໂຍບາຍການຕ່າງປະເທດຂອງປະເທດ ກັບບັນດາຄູ່ຮ່ວມມື ໂດຍສະເພາະຄູ່ຮ່ວມມືໃຫຍ່, ຄູ່ຮ່ວມມືທີ່ມີບັນຫາແຕກຕ່ງກັບຜົນປະໂຫຍດຂອງຊາດ-ປະເທດຊາດຫວຽດນາມ.

4- ແນວຄວາມຄິດກ່ຽວກັບເປົ້າໝາຍນະໂຍບາຍການຕ່າງປະເທດ

ກ່ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ເປົ້າໝາຍນະໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມບໍ່ໄດ້ກ່າວເຖິງສະເພາະ ແຕ່ລວມຢູ່ໃນສ່ວນງານການຕ່າງປະເທດ. ລາຍງານການເມືອງທີ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກເນັ້ນວ່າ: “ໃນຊຸມປີຕໍ່ໄປ, ໜ້າທີ່ຂອງພັກແລະລັດຂອງເຮົາໃນດ້ານການຕ່າງປະເທດແມ່ນ ອອກແຮງສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ, ສູ້ຊົນຮັກສາສັນຕິພາບໃນອິນດູຈີນ, ປະກອບສ່ວນອັນຕັ້ງໜ້າ ເຂົ້າໃນການຮັກສາສັນຕິພາບໃນອາຊີຕາເວັນອອກສຽງໃຕ້ ແລະທົ່ວໂລກ, ເພີ່ມທະວີຄວາມສາມັກຄີພິເສດລະຫວ່າງສາມປະເທດໃນອິນດູຈີນ, ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຮອບດ້ານກັບສະຫະພາບໂຊວຽດ ແລະບັນດາປະເທດໃນປະຊາຄົມສັງຄົມນິຍົມ, ໃຊ້ປະໂຫຍດຈາກເງື່ອນໄຂສາກົນທີ່ເອື້ອອຳນວຍ ເພື່ອພາລະກິດກໍ່ສ້າງລັດທິສັງຄົມນິຍົມ ແລະປົກປັກຮັກສາປະເທດຊາດ, ພ້ອມກັນນັ້ນກໍ່ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຕໍ່ສູ້ຮ່ວມກັນຂອງປະຊາຊົນໂລກ ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະສັງຄົມນິຍົມ(9). ສາມາດເຫັນໄດ້ວ່າ, ເປົ້າໝາຍຂອງໜ້າທີ່ເຫຼົ່ານີ້ແມ່ນການຮັກສາສັນຕິພາບ (ໃນອິນດູຈີນ, ອາຊີຕາເວັນອອກສຽງໃຕ້ແລະທົ່ວໂລກ), ໃຊ້ປະໂຫຍດຈາກເງື່ອນໄຂສາກົນທີ່ເອື້ອອຳນວຍ ເພື່ອພາລະກິດການພັດທະນາປະເທດ ແລະປົກປັກຮັກສາປະເທດຊາດ, ປະກອບສ່ວນເຂົ້າໃນການຕໍ່ສູ້ຮ່ວມກັນຂອງປະຊາຊົນໂລກ (ຍົກລະດັບຕຳແໜ່ງຂອງປະເທດ). ເອກະສານກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກ່າວເຖິງໜ້າທີ່ການປົກປັກຮັກສາເອກະລາດແລະອະທິປະໄຕຂອງຊາດ” (ເປົ້າໝາຍຄວາມໝັ້ນຄົງ).

ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກລະບຸເປົ້າໝາຍນະໂຍບາຍການຕ່າງປະເທດ “ເພື່ອຜົນປະໂຫຍດຂອງຊາດ, ປະເທດຊາດ” ເປັນຄັ້ງທຳອິດ ໂດຍເນັ້ນໜັກວ່າ: “ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ, ການ​ຮ່ວມ​ມື ​ແລະ ການພັດທະນາຢ່າງຕໍ່ເນື່ອງ; ເປີດການພົວພັນແບບ​ຫຼາຍກ້ຳຫຼາຍ​ຝ່າຍ ຫຼາຍຮູບຫຼາຍແບບ, ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງສາກົນ; ຍົກສູງຖານະຕຳແໜ່ງຂອງປະເທດ; ເພື່ອຜົນປະໂຫຍດຂອງຊາດ ປະເທດຊາດ, ເພື່ອປະເທດຫວຽດນາມສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ; ເປັນເພື່ອນ ຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ(10). ບັນດາເນື້ອໃນຂອງໜ້າທີ່ການຕ່າງປະເທດໃຫ້ເຫັນວ່າ ແນວຄວາມຄິດຂອງພັກກອມມູນິດຫວຽດນາມກ່ຽວກັບເນື້ອໃນຂອງຜົນປະໂຫຍດຂອງຊາດ-ປະເທດຊາດນັ້ນ ປະກອບດ້ວຍ: 1- ບັນດາຜົນປະໂຫຍດດ້ານຄວາມໝັ້ນຄົງ (ຄວາມໝັ້ນຄົງໃນດິນແດນ, ຄວາມໝັ້ນຄົງທາງການເມືອງ, ຄວາມໝັ້ນຄົງທາງເສດຖະກິດ, ຄວາມໝັ້ນຄົງຂອງມະນຸດ...); 2- ບັນດາຜົນປະໂຫຍດດ້ານການພັດທະນາ (ສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາເສດຖະກິດ ວັດທະນະທຳ ສັງຄົມ...); 3- ຍົກສູງຖານະຕຳແໜ່ງແລະບົດບາດຂອງຫວຽດນາມໃນພາກພື້ນແລະໃນໂລກ. ໃນລາຍງານການເມືອງທີ່ກອງປະຊຸມໃຫຍ່ຄັ້ງທີ XII ແລະກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເປົ້າໝາຍນະໂຍບາຍການຕ່າງປະເທດເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດສືບຕໍ່ໄດ້ຮັບການຢືນຢັນ ແລະກຳນົດຄວາມສຳຄັນຢ່າງຈະແຈ້ງ: ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຂອງຫຼັກການພື້ນຖານຂອງ ກົດບັດສະຫະປະຊາາດ ແລະກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະຜົນປະໂຫຍດຮ່ວມກັນ(11).

5- ແນວຄວາມຄິດກ່ຽວກັບຫຼັກການນະໂຍບາຍຕ່າງປະເທດ

ເມື່ອຜົນປະໂຫຍດຂອງຊາດ-ປະເທດຊາດຖືກລະບຸເປັນເປົ້າໝາຍນະໂຍບາຍການຕ່າງປະເທດ, ຫຼັກການສູງສຸດຂອງການຕ່າງປະເທດກໍ່ຄື ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ. ຢ່າງໃດກໍ່ຕາມ, ກ່ອນທີ່ຈະມີການລະບຸເປົ້າໝາຍນະໂຍບາຍການຕ່າງປະເທດ ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດໄວ້ຢ່າງຈະແຈ້ງໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກນັ້ນ ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະເທດຊາດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫຼັກການນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມແລ້ວ. ໃນປີ1964, ໃນກອງປະຊຸມທາງການທູດຄັ້ງທີສາມ, ປະທານໂຮ່ຈີມິນໄດ້ຕັກເຕືອນວ່າ: “ເຮັດຫຍັງກໍ່ເຮັດເພື່ອຜົນປະໂຫຍດຂອງຊາດ(12). ສຳລັບໂຮ່ຈີມິນ ຜົນປະໂຫຍດຂອງຊາດ-ປະເທດຊາດແມ່ນແນວຄິດທີ່ຄົງທີ່ຕະຫຼອດຊີວິດການເຄື່ອນໄຫວປະຕິວັດຂອງເພິ່ນ. ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ (ປີ 2016) ກ້າວໄປອີກກ້າວໜຶ່ງ ໂດຍລະບຸຫຼັກການທີສອງໃນການຕ່າງປະເທດຢ່າງຊັດເຈນ, ນັ້ນແມ່ນຄວາມສອດຄ່ອງກັບຫຼັກການພື້ນຖານຂອງກົດໝາຍສາກົນ. ກອງປະຊຸມໃຫຍ່ເນັ້ນໜັກວ່າ: “ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາ, ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ(13). ກ່ອນໜ້ານີ້, ໃນການວາງແຜນແລະດຳເນີນນະໂຍບາຍ, ທັງນະໂຍບາຍພາຍໃນແລະນະໂຍບາຍການຕ່າງປະເທດ, ການປະຕິບັດ​ຄຳ​ໝັ້ນ​ສັນຍາ​ສາກົນ​ຢ່າງ​ເຂັ້ມ​ງວດ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫຼັກການ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ.

ດັ່ງນັ້ນ, ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ສອງຫຼັກການໃນການວາງແຜນແລະການດຳເນີນແນວທາງ ໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມ ໄດ້ຮັບການຊີ້ແຈງໃນເອກະສານຂອງພັກ. ນັ້ນຄື: 1- ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ; 2- ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ. ຄຽງຄູ່ກັບສອງຫຼັກການນີ້, ຕັ້ງແຕ່ປີ 2009, ຫຼັກການ “ສີ່ຂໍ້ຫ້າມ”(14) ໄດ້ກາຍເປັນຫຼັກການໃນການຕ່າງປະເທດໂດຍທົ່ວໄປ ແລະການຕ່າງປະເທດດ້ານການປ້ອງກັນປະເທດ-ຄວາມໝັ້ນຄົງໂດຍສະເພາະຂອງຫວຽດນາມ. ການລະບຸຫຼັກການນີ້ມີຄວາມໝາຍສຳຄັນໃນການປະຕິບັດນະໂຍບາຍການຕ່າງປະເທດຢ່າງໂປ່ງໃສ, ເພີ່ມຄວາມໄວ້ວາງໃຈ, ຫຼຸດຜ່ອນຄວາມສົງໄສຈາກຄູ່ຮ່ວມມື.

6- ກໍານົດບຸລິມະສິດ

ເມື່ອເປົ້າໝາຍອັນດັບໜຶ່ງຂອງການຕ່າງປະເທດແມ່ນການຮັບປະກັຜົນປະໂຫຍດສູງຸສດຂອງຊາດ-ປະເທດຊາດ, ລຳດັບບຸລິມະສິດໃນການຕ່າງປະເທດກໍ່ຄ່ອຍຖືກກຳນົດໃໝ່ຕາມລະດັບທີ່ເຮົາຕ້ອງເອົາໃຈໃສ່ ເພື່ອຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ. ດັ່ງນັ້ນ, ຕັ້ງແຕ່ລຳດັບບຸລິມະສິດທີ່ຈັດຕາມລະບົບແນວຄິດ (ບັນດາປະເທດສັງຄົມນິຍົມ, ບັນດາປະເທດເພື່ອນດັ້ງເດີມ, ບັນດາປະເທດສະມາຊິດຂະບວນການບໍ່ເຂົ້າຮ່ວມກຸ່ມ...) ປ່ຽນເປັນການບຸລິມະສິດໃຫ້ປະເທດເພື່ອນບ້ານ, ບັນດາປະເທດໃຫຍ່, ປະເທດອື່ນໆ (ໃນນັ້ນມີປະເາດເພື່ອນດັ້ງເດີມ). ການວາງແນວນະໂຍບາຍການຕ່າງປະເທດຂອງພັກຍັງກ່າວເຖິງການພົວພັນກັບພັກລັດຖະບານ ແລະພັກການເມືອງ, ແລະລະບຸຈະແຈ້ງວ່າ, ຫຼັກການໃນການຕ່າງປະເທດຂອງພັກແມ່ນ ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ. ມະຕິກອງປະຊຸມຄັ້ງທີ 8 ວັນທີ 12 ກໍລະກົດ 2003 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX “ວ່າດ້ວຍຍຸດທະສາດການປະປົກຮັກສາປະເທດຊາດໃນສະພາບການໃໝ່”; ຕໍ່ຈາກນັ້ນແມ່ນມະຕິກອງປະຊຸມຄັ້ງທີ 8 ວັນທີ 28 ມີນາ 2013 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI “ວ່າດ້ວຍຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່”, ກຳນົດຈະແຈ້ງກວ່າອີກ ກ່ຽວກັບລຳດັບບຸລິມະສິດໃນການຕ່າງປະເທດ ຈາກແງ່ມຸມຂອງການປ້ອງກັນຄວາມໝັ້ນຄົງຂອງຊາດ. ຕາມນັ້ນ, ລຳດັບບຸລິມະສິດປະເທດເພື່ອນບ້ານ, ປະເທດຮູ່ຮ່ວມມືໃຫຍ່, ປະເທດຄູ່ຮ່ວມມືທີ່ສຳຄັນ ຈະມີຄວາມສະເພາະເຈາະຈົງຫຼາຍຂຶ້ນກັບລາວ, ກຳປູເຈຍ, ຈີນ, ອາຊຽນ, ສະຫະລັດອາເມລິກາ...

7- ກໍານົດບັນດາເນື້ອໃນສຳຄັນ​ທີ່​ສຸດ​ຂອງ​ນະ​ໂຍບາຍ ​ແລະ ທິດ​ທາງ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ການປ່ຽນແປງໃໝ່

ເລີ່​ມ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ, ​ບັນດາເນື້ອ​ໃນ​ສຳຄັນ​ທີ່​ສຸດ ​ເຊັ່ນ: ຄວາມເປັນເອກະລາດ, ຄວາມເປັນເຈົ້າຕົນເອງ; ການຫັນເປັນຄວາມຫຼາກຫຼາຍ ແລະ ຫຼາຍຝ່າຍ; ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຄ່ອຍໆ​​ໄດ້​ຮັບ​ການຊີ້ແຈງແລະ​ພັດ​ທະ​ນາ. ຄວາມເປັນເອກະລາດ, ຄວາມເປັນເຈົ້າຕົນເອງ; ການຫັນເປັນຄວາມຫຼາກຫຼາຍ ແລະ ຫຼາຍຝ່າຍ ໄດ້ຮັບການລະບຸຕັ້ງແຕ່ຕົ້ນ; ການເຊື່ອມໂຍງສາກົນໄດ້ຮັບການຂະຫຍາຍເທື່ອລະກ້າວ; ສາຍພົວພັນລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ ກໍ່ໄດ້ກຳນົດຂຶ້ນຕັ້ງແຕ່ຕົ້ນ. ລາຍງານການເມືອງທີ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກລະບຸທິດທາງ: “ຮັກສາເອກະລາດແລະຄວາມເປັນເຈົ້າຕົນເອງ, ເພີ່ມທະວີການຮ່ວມມືສາກົນ, ອອກແຮງເຮັດຫຼ້ອນໜ້າທີ່ຕໍ່ຊາດ ແລະປະຕິບັດເປັນຢ່າງດີພັນທະສາກົນຕໍ່ປະຊາຊົນໂລກ(15). ລາຍງານທີ່ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກເປັນຄັ້ງທຳອິດທີ່ໄດ້ແຍກເອກະລາດ, ຄວາມເປັນເຈົ້າຕົນເອງ” ອອກຈາກກັນ ໂດຍໝາຍເຖິງຄວາມແຕກຕ່າງລະຫວ່າງເອກະລາດ” - ສິດທິຂອງຊາດພາຍໃຕ້ກົດໝາຍສາກົນ ແລະ “ຄວາມເປັນເຈົ້າຕົນເອງ” - ຂິດຄວາມສາມາດຂອງຊາດໃນການໃຊ້ສິດທິໃນການປົກຄອງຕົນເອງ ແລະເພື່ອສົ່ງເສີມຄວາມສຳຄັນຂອງການຮັບປະກັນສາຍພົວພັນລະຫວ່າງ “ເອກະລາດ” ແລະ “ຄວາມເປັນເຈົ້າຕົນເອງ” ໃນການຕ່າງປະເທດ. ກອງປະຊຸມໃຫຍ່ຢືນຢັນວ່າ “ເອກະລາດ, ຄວາມເປັນເຈົ້າຕົນເອງ” ແມ່ນຜົນງານທາງ​ທິດ​ສະ​ດີ​ອັນ​ໃຫຍ່​ຫຼວງ; ເນັ້ນໜັກຄວາມສຳຄັນຂອງ “ຄວາມເປັນເຈົ້າຕົນເອງ”, ສຸມໃສ່ຍົກສູງກຳລັງແຮງສັງລວມຂອງຊາດ ເພື່ອປັບປຸງຄວາມສາມເປັນເຈົ້າຕົນເອງ, ມີຄວາມເປັນເຈົ້າຕົນເອງຈຶ່ງຮັບປະກັນເອກະລາດໄດ້. ພ້ອມກັນນັ້ນ, ເພື່ອຮັບປະກັນ “ເອກະລາດ, ຄວາມເປັນເຈົ້າຕົນເອງ” ໃນສະພາບການເປີດປະຕູປະເທດນັ້ນ ການຫັນເປັນຄວາມຫຼາກຫຼາຍ, ຫຼາຍຝ່າຍ ເປັນວິທີດຽວທີ່ປະເທດຂະໜາດນ້ອຍແລະຂະໜາດກາງ ຈະຫຼີກລ້ຽງການ​ເພິ່ງ​ພາ​ອາ​ໄສ​ຄູ່​ຮ່ວມ​ມື​ໜຶ່ງ​ຫຼື​ສອງ​ສາມຄູ່ຮ່ວມມື, ​ແລະ ສ້າງ​ຄວາມ​ເພິ່ງພາອາໄສເຊິ່ງກັນແລະກັນ ກັບ​ຄູ່​ຮ່ວມ​ມື​ຫຼາຍ​ຝ່າຍ. ນີ້​ແມ່ນ​ໄດ້​ຮັບ​ການ​, ແມ່ນ​ແລະ​ຈະ​ເໝາະ​ສົມ​ສໍາ​ລັບ​ປະ​ເທດ​ຂອງ​ພວກ​ເຮົາ. ນີ້ຖືວ່າ ໄດ້, ພວມ ແລະ ຈະ ເໝາະສົມກັບປະເທດຂອງເຮົາ.

ໂດຍສະເພາະການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພັກກອມມູນິດຫວຽດນາມເລືອກວິທີເຂົ້າເຖິງແຕ່ລະກ້າວ, ຈາກການເຊື່ອມໂຍງທາງເສດຖະກິດ (ກອງປະຊຸມໃຫຍ່ຄັ້ງທີ VIII): “ການສ້າງພື້ນຖານເສດຖະກິດທີ່ເປີດ, ເຊື່ອມໂຍງກັບພາກພື້ນແລະໂລກ, ຍູ້ແຮງການສົ່ງອອກ, ພ້ອມກັນນັ້ນກໍ່ແທນທີ່ການນຳເຂົ້າ ດ້ວຍບັນດາຜະລິດຕະທີ່ຜະລິດພາຍໃນປະເທດທີ່ມີປະສິດທິພາບ(16), “ປັບໂຄງສ້າງຕະຫຼາດເພື່ອທັງເຊື່ອມໂຍງພາກພື້ນ ແລະເຊື່ອມໂຍງທົ່ວໂລກ, ຈັດການຜົນປະໂຫຍດລະຫວ່າງເຮົາແລະຄູ່ຄ້າຂອງເຮົາຢ່າງຖືກຕ້ອງ(17), ຈົນເຖິງການເຊື່ອມໂຍງຢ່າງຮອບດ້ານ (ກອງປະຊຸມໃຫຍ່ຄັ້ງທີ XI): “ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະການພັດທະນາ; ເປີດການພົວພັນທີ່ຫຼາກຫຼາຍ, ຫຼາຍກ້ຳຫຼາຍຝ່າຍ, ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ(18). ເພື່ອຜົນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົມການເມືອງສູນກາງໄດ້ອອກມະຕິເລກທີ 22-NQ/TW ລົງວັນທີ 10 ເມສາ 2013 “ວ່າດ້ວຍການເຊື່ອມໂຍງສາກົນ”, ໃນນັ້ນກຳນົດແນວຄວາມຄິດ, ທັດສະນະຊີ້ນຳ ແລະ ທິດທາງຫຼັກ ໃນການເຊື່ອມໂຍງສາກົນໃນທຸກຂົງເຂດຢ່າງຊັດເຈນ ໂດຍສະເພາະການເມືອງ ການປ້ອງກັນປະເທດ ວັດທະນະທຳ ສັງຄົມ ແລະຂົງເຂດອື່ນໆ. ມະຕິດັ່ງກ່າວຍັງຢືນຢັນເຖິງການພົວພັນລະຫວ່າງການເຊື່ອມໂຍງເສດຖະກິດ ແລະ ການເຊື່ອມໂຍງສາກົນໃນຂົງເຂດອື່ໆທັງໝົດ; ການພົວພັນລະຫວ່າງການເຊື່ອມໂຍງສາກົນ ກັບລະດັບ “ຄວາມພ້ອມ” ຂອງປະເທດໃນການເຊື່ອມໂຍງ: “ການເຊື່ອມໂຍງເສດຖະກິດແມ່ນຈຸດສຸມ, ການເຊື່ອມໂຍງໃນຂົງເຂດອື່ນຕ້ອງອຳນວຍຄວາມສະດວກໃຫ້ການເຊື່ອມໂຍງເສດຖະກິດ ແລະປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ປັບປຸງການປ້ອງກັນປະເທດ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ຮັກສາແລະເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ, ຊຸກຍູ້ການພັດທະນາວັດທະນະທຳ ສັງຄົມການເຊື່ອມໂຍງໃນບັນດາຂົງເຂດຕ້ອງໄດ້ປະຕິບັດຢ່າງຄົບຊຸດ ໃນຍຸດທະສາດການເຊື່ອມໂຍງສາກົນໂດຍລວມ ພ້ອມແຜນງານແລະຂັ້ນຕອນທີ່ສອດຄ່ອງກັບເງື່ອນໄຂຕົວຈິງ ແລະຄວາມສາມາດຂອງປະເທດ(19).

8- ທິດນຳສໍາລັບການຈັດການບັນຫາທີ່ຊັບຊ້ອນ

ເລີ່ມແຕ່ກອງປະຊຸມໃຫຍ່ຄັ້ງທີ XII, ພັກກອມມູນິດຫວຽດນາມເນັ້ນໜັກເຖິງທິດນຳທີ່ວ່າ “ເດັດດ່ຽວ, ໜຽວແໜ້ນ” ໃນການຈັດການບັນຫາທີ່ກ່ຽວຂ້ອງກັບຊາຍແດນ ດິນແດນ, ຄວາມແຕກຕ່າງໃນລະບອບປະຊາທິປະໄຕ, ສິດທິມະນຸດ, ເສລີພາບໃນການນັບຖືສາສະໜາ...; “ຕໍ່ສູ້ຢ່າງເດັດດ່ຽວແລະໜຽວແໜ້ນເພື່ອປົກປ້ອງເອກະລາດ ອະທິປະໄຕ ເອກະພາບ ແລະ ຜືນແຜ່ດິນອັນຄົບຖ້ວນຂອງປະເທດຊາດ, ປົກປ້ອງພັກ ລັດ ປະຊາຊົນ ແລະ ລະບອບສັງຄົມນິຍົມ”. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກສືບຕໍ່ຢືນຢັນ: “ຕໍ່ສູ້ຢ່າງເດັດດ່ຽວແລະໜຽວແໜ້ນ, ເອົາຊະນະກົນອຸບາຍແລະການກະທຳທັງໝົດຂອງກອງກຳລັງສັດຕູທີ່ແຊກແຊງວຽກງານພາຍໃນຂອງປະເທດ, ລະເມີດເອກະລາດ ອະທິປະໄຕ ເອກະພາບ ຜືນແຜ່ນດິນອັນຄົບຖ້ວນ ຄວາມໝັ້ນຄົງຂອງຊາດ ແລະ ສະຖຽນລະພາບທາງການເມືອງຂອງປະເທດ”. ສິ່ງນີ້ບໍ່ພຽງແຕ່ສະແດງເຖິງການພັດທະນາທາງທິດສະດີທີ່ສຳຄັນເທົ່ານັ້ນ ແຕ່ຍັງມີຄວາມສໍາຄັນທີ່ສຸດໃນການຊີ້ນໍາການປະຕິບັດ. ຕ້ອງຕໍ່ສູ້ຢ່າງ “ເດັດດ່ຽວ” ເພາະວ່າ ບັນຫາເຫຼົ່ານີ້ຢູ່ໃນຂອບເຂດຜົນປະໂຫຍດຫຼັກຂອງຊາດ-ປະເທດຊາດ; ພ້ອມກັນນັ້ນ, ຕ້ອງ “ໜຽວແໜ້ນ” ໃນການໃຊ້ມາດຕະການສັນຕິທັງໝົດທີ່ລະບຸໄວ້ໃນມາດຕາ 33 ຂອງກົດບັດສະຫະປະຊາຊາດ, ລວມເຖິງ: “ການເຈລະຈາ, ການສືບສວນ, ການໄກ່ເກ່ຍ, ການປະນີປະນອມ, ອະນຸຍາໂຕຕຸລາການ, ສານ, ການໃຊ້ການຈັດຕັ້ງຫຼືສົນທິສັນຍາລະດັບພາກພື້ນ, ຫຼືວິທີສັນຕິອື່ນໆ(20), ກ່ອນທີ່ຈະໃຊ້ມາດຕະການ “ເດັດດ່ຽວ”.

9- ທິດທາງການຕ່າງປະເທດສອງຝ່າຍ ແລະການຕ່າງປະເທດຫຼາຍຝ່າຍ

ກ່ຽວກັບການຕ່າງປະເທດສອງຝ່າຍ, ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ X, ພັກກອມມູນິດຫວຽດນາມໄດ້ເນັ້ນໜັກວ່າ: “ນຳ​ການ​ພົວພັນ​ສາກົນ​ທີ່ໄດ້ຈັດຕັ້ງຂຶ້ນເຂົ້າ​ສູ່​ລວງ​ເລິກ, ສະຖຽນ​ລະ​ພາບ ​ແລະ ຍືນ​ຍົງ(21). ນີ້ແມ່ນການພັດທະນານະໂຍບາຍການຕ່າງປະເທດຂອງພັກຢ່າງຫຼີກລ້ຽງບໍ່ໄດ້ ຫຼັງຈາກທີ່ຫວຽດນາມໄດ້ສ້າງການພົວພັນກັບປະເທດສ່ວນໃຫຍ່ໃນໂລກ ແລະອົງການລະດັບພາກພື້ນແລະສາກົນທີ່ສຳຄັນ. ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກບໍ່ໄດ້ໃຫ້ເນື້ອໃນສະເພາະກ່ຽວກັບລວງເລິກ”, ແຕ່ທິດທາງການດຳເນີນງານໃນຂົງເຂດຕ່າງໆ ສະແດງແຈ້ງພໍຄວນເຖິງມາດຖານສາມປະການໃນການພົວພັນກັບຄູ່ຮ່ວມມື. ນັ້ນແມ່ນ, ການເພີ່ມລະດັບກ່ຽວພັນກັນຂອງຜົນປະໂຫຍດ, ໂດຍສະເພາະຜົນປະໂຫຍດຂະໜາດໃຫຍ່ ແລະຜົນປະໂຫຍດໄລຍະຍາວ; ເພີ່ມຈຳນວນແລະປະສິດທິຜົນຂອງກົນໄກການຮ່ວມມື ເພື່ອສົ່ງເສີມການພົວພັນ ກໍ່ຄືການຈັດການກັບບັນຫາທີ່ເກີດຂຶ້ນ. ກ່ຽວກັບການຕ່າງປະເທດຫຼາຍຝ່າຍ, ບັນຫານີ້ໄດ້​ຮັບ​ການ​ຍົກ​ອອກ​ມາໂດຍພັກຕັ້ງແຕ່ຕົ້ນ, ໂດຍສະແດງໃຫ້ເຫັນຜ່ານ​ທິດ​ທາງ​ເຂົ້າ​ຮ່ວມ​ອາ​ຊຽນ, ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ເວທີປາໄສການຮ່ວມມືອາຊີ-ເອີຣົບ (ASEM), ສະຫະປະຊາຊາດ... ເມື່ອຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາກົນໄກຮ່ວມມືຫຼາຍຝ່າຍໃນພາກພື້ນ ແລະ ທົ່ວໂລກ, ການພັດທະນາໃໝ່ໃນທິດສະດີການຕ່າງປະເທດຫຼາຍຝ່າຍ ເຊິ່ງໄດ້ເນັ້ນໜັກໃນຄຳສັ່ງເລກທີ 25-CT/TW, ລົງວັນທີ 8 ສິງຫາ 2018, ຂອງຄະນະເລຂາທິການສູນກາງວ່າດ້ວຍການຊຸກຍູ້ ແລະ ຍົກສູງລະດັບການຕ່າງປະເທດຫຼາຍຝ່າຍຮອດປີ 2030”; ຕໍ່ຈາກນັ້ນ, ໄດ້ລວມຢູ່ໃນທິດທາງຂອງລາຍງານການເມືອງທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍເນັ້ນວ່າ ພວກເຮົາຕ້ອງເປັນເຈົ້າການແລະຕັ້ງໜ້າກວ່າອີກ ໃນການເຂົ້າຮ່ວມການນຳພາ, ການກຳນົດທິດທາງ, ການໄກ່ເກ່ຍ ການປະນີປະນອມ,... ສະແດງໃຫ້ເຫັນເຖິງຄວາມຮັບຜຄດຊອບຫຼາຍຂຶ້ນໃນການຈັດຕັ້ງແລະເວທີປາໄສລະດັບພາກພື້ນແລະລະດັບໂລກ. ທິດທາງການຕ່າງປະເທດສອງຝ່າຍແລະການຕ່າງປະເທດຫຼາຍຝ່າຍແມ່ນການພັດທະນາທິດສະດີທີ່ສຳຄັນ ໃນສະພາບການທີ່ປະເທດເຂົ້າສູ່ໄລຍະການພັດທະນາໃໝ່ ໂດຍມີທ່າແລະພະລັງໃໝ່, ດັ່ງນັ້ນ ການຕ່າງປະເທດຈະຕ້ອງຕອບສະໜອງຄວາມຕ້ອງການໃໝ່ຂອງໜ້າທີ່ພັດທະນາ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ.

10- ບົດບາດນຳໜ້າຂອງວຽກງານການຕ່າງປະເທດ

ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢືນຢັນວ່າ: “ສືບຕໍ່ພັດທະນາບົດບາດນຳໜ້າຂອງການຕ່າງປະເທດໃນການສ້າງ ແລະຮັກສາສະພາບແວດລ້ອມສັນຕິພາບ ແລະສະຖຽນລະພາບ, ການລະດົມບັນດາແຫຼ່ງພະລັງພາຍນອກເພື່ອພັດທະນະປະເທດ, ຍົກສູງຖານະຕຳແໜ່ງແລະສັກສີຂອງປະເທດ(22). ນີ້ແມ່ນກ້າວທີ່ສືບທອດຮີດຄອງໃນ​ການໃຫ້ຄວາມສຳຄັນກັບການ​ຕ່າງປະ​ເທດ/ການທູດຂອງບັນພະບຸລຸດຕະຫຼອດ​ຂະ​ບວນການ​ປະຫວັດສາດ​ແຫ່ງ​ການ​ກໍ່ສ້າງ​ແລະປ້ອງ​ກັນ​ປະ​ເທດ; ແລະກໍ່ແມ່ນການດູດຊຶມແກ່ນແທ້ຂອງໂຮງຮຽນການທູດທີ່ສໍາຄັນຂອງມະນຸດ. ເມື່ອກຳນົດໜ້າທີ່ ນຳໜ້າຂອງ​ການ​ຕ່າງປະ​ເທດ, ພັກ​ກອມ​ມູນິດ​ຫວຽດນາມໄດ້ມອບໝາຍບົດບາດ​ສຳຄັນ 3 ປະການ​ໃຫ້​ແກ່​ ​ການ​ຕ່າງປະ​ເທດ​ຄື: 1- ສ້າງສະພາບແວດລ້ອມສັນຄິພາບແລະສະຖຽນລະພາບ; 2- ຮັກສາສະພາບແວດລ້ອມສັນຄິພາບແລະສະຖຽນລະພາບ; 3- ໃຊ້ປະໂຫຍດຈາກສະພາບແວດລ້ອມສັນຄິພາບແລະສະຖຽນລະພາບຢ່າງມີປະສິດທິຜົນ ເພື່ອເປົ້າໝາຍໃນການຮັບປະກັນຄວາມໝັ້ນຄົງ ການພັດທະນາ ແລະ ຍົກສູງຖານະຕຳແໜ່ງຂອງປະເທດ.

ຫຼັງຈາກເກືອບ 40 ປີແຫ່ງການປ່ຽນແປງໃໝ່, ສະຖານະການການຕ່າງປະເທດຂອງປະເທດກໍ່ປ່ຽນແປນໄປໂດຍພື້ນຖານ. ຈາກປະເທດທີ່ຖືກປິດລ້ອມ ຂວ້ຳບາດ, ຫວຽດນາມໄດ້ກາຍເປັນສະມາຊິກທີ່ຕັ້ງໜ້າແລະມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ ໂດຍໄດ້ຮັບເລືອກເຂົ້າສູ່ສະພາຄວາມໝັ້ນຄົງດ້ວຍຄະແນນສຽງສູງສຸດໃນປະຫວັດສາດ 75 ປີຂອງສະຫະປະຊາຊາດ; ມີເຄືອຂ່າຍຄູ່ຮ່ວມມືຍຸດທະສາດ ຄູ່ຮ່ວມມືຮອບດ້ານ ແລະເຄືອຂ່າຍສັນຍາການຄ້າເສລີທີ່ໃຫຍ່ທີ່ສຸດໃນພາກພື້ນ. ຜົນສຳເລັດເຫຼົ່ານີ້ມີຕົ້ນກຳເນີດມາຈາກການພັດທະນາທິດສະດິການຕ່າງປະເທດຂອງພັກ. ການປ່ຽນແປງໃນພາກພື້ນແລະໃນໂລຫ, ເປົ້າໝາຍການສ້າງຫວຽດນາມທີ່ຈະເລີນຮຸ່ງເຮືອງກໍ່ໃຫ້ເກີດຂໍ້ກຳນົດໃໝ່ກ່ຽວກັບການພັດທະນາທິດສະດີຂອງປະເທດ ລວມເຖິງທິດສະດີການຕ່າງປະເທດ. ຜົນສຳເລັດໃນການພັດທະນາທິດສະດີການຕ່າງປະເທດໃນສີ່ທົດສະວັດທີ່ຜ່ານມາ ແມ່ນທຶນຮອນອັນລ້ຳຄ່າເພື່ອສືບຕໍ່ປະຕິບັດວຽກງານການຕ່າງປະເທດໃຫ້ປະສົບຜົນສຳເລັດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການພັດທະນາທິດສະດີຂອງພັກກ່ຽວກັບວຽກງານການຕ່າງປະເທດໃນໄລຍະຈະມາເຖິງ../.

 ----------------------------

(1) ຄວາມຂັດແຍ້ງລະຫວ່າງລັດທິສັງຄົມນິຍົມກັບທຶນນິຍົມ; ຄວາມຂັດແຍ້ງລະຫວ່າງຊົນຊັ້ນນາຍທຶນກັບຊົນຊັ້ນກຳມະກອນ, ລະຫວ່າງທຶນກັບແຮງງານ; ຄວາມຂັດແຍ້ງລະຫວ່າງປະຊາຊົນໃນປະເທດເມືອງຂຶ້ນ, ປະເທດຂຶ້ນກັບ ແລະ ດ້ອຍພັດທະນາ ກັບລັດທິຈັກກະພັດ; ຄວາມ​ຂັດ​ແຍ້ງ​ລະຫວ່າງ​ປະ​ເທດ​ທຶນ​ນິຍົມນຳກັນ.

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 1996, ໜ້າ 17

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 67

(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII, ປຶ້ມທີ່ໄດ້ແນະນຳ, ໜ້າ 78

(5) ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່ (ກອງປະຊຸມໃຫຍ່ຄັ້ງທີ VI, VII, VIII, IX), ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2005, ໜ້າ 617

(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ໜ້າ 73

(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ປຶ້ມທີ່ໄດ້ແນະນຳ, ໜ້າໜ້າ 183

(8) ຄະນະແນວຄິດວັດທະນະທຳສູນກາງເອກະສານເພື່ອຮ່ຳຮຽນມະຕິກອງປະຊຸມຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2003, ໜ້າ 44

(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ສພຈ. ສື້ເຖິ້ດ, ຮ່າໂນ້ຍ, 1987, ໜ້າ 99

(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ປຶ້ມທີ່ໄດ້ແນະນຳ, ໜ້າ 83-84

(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 161-162

(12) ລຸງໂຮ່ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ການ​ທູດ​ປີ 1964, ເອກະສານສຳເນົາທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ

(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 161-162

(14) ບໍ່​ເຂົ້າ​ຮ່ວມ​ພັນທະ​ມິດ​ທາງ​ການ​ທະຫານ, ບໍ່​ຮ່ວມ​ມື​ກັບ​ປະ​ເທດ​ໜຶ່ງ​ເພື່ອຕໍ່​ສູ້ກັບ​ປະ​ເທດ​ອື່ນ, ບໍ່​ອະນຸຍາດ​ໃຫ້​ຕ່າງປະ​ເທດ​ຕັ້ງ​ຖານ​ທັບ​ທະຫານ​ຫຼື​ໃຊ້​ດິນ​ແດນ​ຫວຽດນາມ​ເພື່ອ​ຕໍ່ສູ້​ກັບ​ປະ​ເທດ​ອື່ນ, ບໍ່​ໃຊ້​ກຳລັງ​ຫຼື​​ຂູ່ວ່າຈະ​ໃຊ້​ກຳລັງ​ໃນການພົວ​ພັນ​ສາ​ກົນ

(15), (16) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ປຶ້ມທີ່ໄດ້ແນະນຳ, ໜ້າ 109, 21

(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII, ປຶ້ມທີ່ໄດ້ແນະນຳ, ໜ້າ 90-91

(18) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ປຶ້ມທີ່ໄດ້ແນະນຳ, ໜ້າ 83

(19) ມະຕິເລກທີ 22-NQ/TW, ລົງວັນທີ 10 ເມສາ 2013, ຂອງກົມການເມືອງສູນກາງພັກວ່າດ້ວຍການເຊື່ອມໂຍງສາກົນ”, https://tulieuvankien.dangcongsan.vn/he-thong-van-ban/van-ban-cua-dang/nghi-quyet-so-22-nqtw-ngay-1042013-cua-bo-chinh-tri-ve-hoi-nhap-quoc-te-264

(20) ກົດບັດສະຫະປະຊາຊາດ, ວັນທີ 26 ມິຖຸນາ 1945, https://thuvienphapluat.vn/van-ban/Van-hoa-Xa-hoi/Hien-Chuong-Lien-hop-quoc-1945-229045.aspx

(21) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X, ປຶ້ມທີ່ໄດ້ແນະນຳ, ໜ້າ 112

(22) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 162

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1017 (ກໍລະກົດ 2023)