ວກ. - ໃນໂລທີ່ມີການຜັນຜວນຫຼວງຫຼາຍ ດ້ວຍຄວາມສະດວກ ໂອກາດ ຄວາມຫຍຸ້ງຍາກ ແລະຄວາມທ້າທາຍທີ່ສະຫຼັບສັບຊ້ອນກັນ, ລວມທັງປັດໄຈທີ່ບໍ່ແນ່ນອນຫຼາຍປະການ ສຳລັບການພັດທະນາ, ແຕ່ຫວຽດນາມຍັງມີການປ່ຽນແປງອັນຕັ້ງໜ້າທາງເສດຖະກິດ ການເມືອງ ສັງຄົມ... ພ້ອມດ້ວຍພາບພົດ ຕຳແໜ່ງ ແລະ ສັກສີຂອງປະເທດທີ່ໄດ້ຮັບການຢືນຢັນ ແລະຍົກລະດັບຂຶ້ນ ໃນເວທີສາກົນ, ຄວາມເຊື່ອໝັ້ນຂອງປະຊາຄົມສາກົນຕໍ່ສະຖາບັນທາງການເມືອງ ແລະຄວາມສາມາດໃນການຄຸ້ມຄອງບໍລິຫານລະດັບຊາດຂອງຫວຽດນາມ ກໍ່ນັບມື້ນັບເຂັ້ມແຂງ. ໃນສະພາບການດັ່ງກ່າວ, ການ​ແຈ້ງ​​ແລະສົ່ງເສີມ​ພາບພົດ​ຂອງ​ຫວຽດນາມໃຫ້ກັບ​ເພື່ອນ​ມິດສາ​ກົນມີ​ຄວາມສຳຄັນຫຼາຍ.

1- ໃນດ້ານຄວາມສຳນຶກ, ພາບພົດຂອງຊາດສາມາດເຂົ້າໃຈໄດ້ວ່າ ເປັນພາບໂດຍລວມ ຂອງຄວາມປະທັບໃຈກ່ຽວກັບປະເທດທີ່ເກີດຈາກອົງປະກອບຕ່າງໆທີ່ລັກສະນະສະເພາະ, ເຊັ່ນ: ຜະລິດຕະພັນ, ການພັດທະນາເສດຖະກິດ-ສັງຄົມ, ການພົວພັນແລະເຫດການປະຫວັດສາດ, ປະເພນີ, ເອກະລັກທາງວັດທະນະທໍາ, ຜູ້ຄົນ, ທໍາມະຊາດ... ຜູ້ຊ່ຽວຊານຊາວອາເມລິກາດ້ານການຄົ້ນຄວ້າພາບພົດປະຈຳຊາດ ຟີລິບ ຄອດເລີຣ໌ (Philip Kotler) ໃຫ້ທັດສະນະວ່າພາບພົດປະຈຳຊາດແມ່ນການສັງເຄາະຄວາມເຊື່ອແລະຄວາມປະທັບໃຈທີ່ຜູ້ຄົນມີຕໍ່ສະຖານທີ່ ຫຼືປະເທດ. ພາບນີ້ລວບລວມຂໍ້ມູນທັງໝົດກ່ຽວກັບປະເທດ... ນີ້ແມ່ນຜົນຜະລິດຂອງຂະບວນການໃນການເລືອກຂໍ້ມູນທີ່ຈຳເປັນ ແລະມີລັກສານະສະເພາະ ຈາກຂໍ້ມູນທີ່ແຕກຕ່າງກັນຫຼາຍພັນລາຍການ ທີ່ກ່ຽວກັບປະເທດນັ້ນ(1). ທ່ານ ຢິງຟານ ອະດີດສາດສະດາຈານແຫ່ງມະຫາວິທະຍາໄລ ຄວີນ ເມຣີ ( ອັງກິດ) ເນັ້ນໜັກວ່າ ພາບພົດຂອງປະເທດແມ່ນຖືກກຳນົດໂດຍຜູ້ຄົນທີ່ຢູ່ນອກປະເທດນັ້ນ ແລະການຮັບຮູ້ຂອງພວກເຂົາໄດ້ຮັບອິດທິພົນຈາກທັດສະນະຄະຕິແບບເໝົາລວມ, ການສື່ສານ ແລະປະສົບການສ່ວນຕົວ.

ຄວາມເປັນຈິງສະແດງໃຫ້ເຫັນວ່າ ບັນດາປະເທດໃຫ້ຄວາມສົນໃຈຫຼາຍຂຶ້ນໃນການສົ່ງເສີມແລະເຜີຍແຜ່ພາບພົດຂອງປະເທດຂອງຕົນ ແລະຖືວ່າສິ່ງນີ້ແມ່ນບຸລິມະສິດໃນຍຸດທະສາດການສ້າງແລະປະຕິບັດນະໂຍບາຍການຕ່າງປະເທດຂອງປະເທດ. ການສ້າງແລະສົ່ງ​ເສີມ​ພາບພົດຂອງ​ຊາດ​ບໍ່​ພຽງ​ແຕ່ໄດ້ຮັບການຕີລາຄາສູງຈາກ​ບັນດາ​ປະ​ເທດ​ທີ່ພັດທະນາແລ້ວ​ແລະ​ປະ​ເທດ​ໃຫຍ່​ເທົ່າ​ນັ້ນ ແຕ່ກໍ່ໄດ້ຮັບຄວາມເອົາໃຈໃສ່ຂອງບັນດາ​ປະ​ເທດ​ຂະໜາດ​ນ້ອຍ​ແລະຂະໜາດ​ກາງ, ​ເພາະວ່າ ຜ່ານ​ນັ້ນ​ສາມາດ​ຊ່ວຍ​ດຶງ​ດູດ​ການ​ຄ້າ ການ​ລົງທຶນ ແລະການທ່ອງ​ທ່ຽວ, ຍົກ​ສູງ​ບົດບາດ​ແລະທີ່​ຕັ້ງ​ຂອງ​ປະ​ເທດ. ຍ້ອນບົດບາດສຳຄັນຂອງການໂຄສະນາເຜີຍແຜ່ແລະການສົ່ງເສີມພາບພົດຂອງປະເທດຂອງປະຊາຄົມສາກົນ ເຊິ່ງໃນຊຸມປີທີ່ຜ່ານມາ ບັນດາປະເທດໃນໂລກຈຶງພະຍາຍາມສ້າງພາບພົດຂອງຊາດໃນຮູບແບບຕ່າງໆ. ຕົວຢ່າງເຊັ່ນ, ຍຸດທະສາດສົ່ງເສີມຍີ່ຫໍ້ “ປະເທດອັງກິດທີ່ເຢັນສະບາຍ” (Cool Britanica) ຕັ້ງແຕ່ຕົ້ນຊຸມປີ 1990 ຂອງສະຕະວັດທີ XX ມີຈຸດປະສົງເພື່ອເສີມສ້າງຄວາມພາກພູມໃຈຂອງປະຊາຊົນອັງກິດ ແລະຄວາມເຫັນອົກເຫັນໃຈຂອງຊາວຕ່າງປະເທດຕໍ່ອັງກິດ ໂດຍຜ່ານຜົນສໍາເລັດທາງດົນຕີ, ວັດທະນະທໍາ ແລະສິລະປະ. ນິວຊີແລນ ພົ້ນເດັ່ນຂຶ້ນດ້ວຍຍຸດທະສາດ ນິວຊີແລນບໍລິສຸດ 100%” (“100% Pure New Zealand”) ໄດ້ປ່ຽນຂໍ້ເສຍປຽບທາງພູມສາດໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີເອກະລັກສະເພາະຂອງນິວຊີແລນ ໃນຖານະສະຖານທີ່ທ່ອງທ່ຽວໃນອຸດົມຄະຕິສຳລັບນັກທ່ອງທ່ຽວທີ່ຮັກການສຳຫຼວດທຳມະຊາດອັນບໍລິສຸດແລະ​ພູມ​ສັນ​ຖານ​ທີ່​ສວຍ​ງາມ​. ຫຼາຍ​ຂະ​ບວນການ​​ໂຄສະນາເຜີຍແຜ່​ພາບ​ພົດ​ຂອງ​ປະ​ເທດ, ປະຊາຊົນ ​ແລະ ວັດທະນະທຳ​ອິນ​ເດຍ ​ໄດ້​ດຳ​ເນີນ, ​ເຊັ່ນ: ຂະ​ບວນການ​ທ່ອງ​ທ່ຽວອິນເດຍອັນເຫຼືອເຊື່ອ (ປີ 2002), ຂະ​ບວນການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ແລະບັນດາວິສາຫະກິດ ຜະລິດ​ຢູ່​ອິນ​ເດຍ (ປີ 2004) ໄດ້ສ້າງຊື່ສຽງແລະຕໍາແໜ່ງຂອງອິນເດຍໃນລະດັບສາກົນ. ປະເທດໄທມະຫັດສະຈັນ” ເພື່ອພັດທະນາການທ່ອງທ່ຽວ ແລະປະເທດໄທ 4.0” ເພື່ອສ້າງພາບພົດຂອງປະເທດໄທທີ່ມີເສດຖະກິດທີ່ພັດທະນາຢ່າງຍືນຍົງບົນພື້ຖານເຕັກໂນໂລຊີແລະນະວັດຕະກຳ. ກະແສເກົາຫຼີໃຕ້ - Hallyu” ຖືເປັນກະແສວັດທະນະທຳອາຊີທີ່ຂະຫຍັນຂັນເຄື່ອນທີ່ສຸດ ໂດຍແຜ່ກະຈາຍຢ່າງແຂງແຮງ ເຊິ່ງພິສູດໃຫ້ເຫັນເຖິງຕຳແໜ່ງທີ່ສູງທົ່ວໂລກຜ່ານຟີມຮູບເງົາ ດົນຕີ ແລະສຸນທະລີຍະພາບ ປະວັດສາດ ແລະກິດຈະກຳການແລກປ່ຽນວັດທະນະທຳລວງເລິກ.

ສາມາດເຫັນໄດ້ວ່າ, ແຕ່ລະປະເທດມີລັກສະນະສະເພາະທີ່ສາມາດສ້າງພາບພົດທີ່ເປັນຕົວແທນໄດ້ເປັນເອກະລັກ ເພື່ອສ້າງຍຸດທະສາດການໂຄສະນາເຜີຍແຜ່ພາບພົດຂອງປະເທດໃຫ້ບັນລຸເປົ້າໝາຍສູງສຸດ ໃນການຮັບໃຊ້ຜົນປະໂຫຍດຂອງຊາດ-ປະເທດຊາດ.

ທ່ານ ອັນໂຕນີ ກູເຕີເຣດ ເລຂາທີການສະຫະປະຊາຊາດ ຢ້ຽມຊົມວິຫານວັດທະນະທຳ - ກວັກຕື໋ຢ໊າມ ເຊິ່ງເປັນກິດຈະການທີ່ມີຄວາມໝາຍສັນຍາລັກສຳລັບຂະບວນການພັດທະນາວັດທະນະທຳຂອງຫວຽດນາມ _ ແຫຼ່ງ: dantri.com.vn

2- ຄືກັນກັບປະເທດອື່ນໆໃນໂລກ ຫວຽດນາມຕ້ອງການສ້າງແລະຮັກສາພາບພົດທີ່ສວຍງາມແລະຄວາມປະທັບໃຈອັບເລິກເຊິ່ງໄວ້ໃນໃຈຂອງເພື່ອນມິດ ແລະຄູ່ຮ່ວມມືຕ່າງປະເທດ ຜ່ານການເຜີຍແຜ່ຄຸນຄ່າວັດທະນະທຳແລະແນວຄິດ, ຄວາມສວຍງານຂອງປະເທດ ຜູ້ຄົນ ແລະຊາດຫວຽດນາມ. ຖ້າຫາກໃນອະດິດ ພາບພົດຂອງຫວຽດນາມໃນສາຍຕາປະຊາຄົມສາກົນແມ່ນປະເທດທີ່ມີປະສົບການສົງຄາມຍາວນານຫຼາຍສິບປີ, ມີຄວາມປາດຖະໜາຢ່າງແຮງກ້າຕໍ່ເອກະລາດແລະສັນຕິພາບຂອງຊາດ ແລະເປັນຄັນທຸງຕໍ່ສູ້ຂອງຂະບວນການປົດປ່ອຍຊາດ, ທຸກວັນນີ້ ຫວຽດນາມຖືເປັນໜຶ່ງໃນປະເທດທີ່ມີຄວາມກ້າວໜ້າຢ່າງແຂງແຮງ ໃນການປ່ຽນແປງໃໝ່ແລະການພັດທະນາ ສັນຕິພາບ ຄວາມກ້າວໜ້າ ຄວາມຈະເລີນຮຸ່ງເຮືອງ ແລະຄວາມປະຈັນບານນຳໜ້າໃນຫຼາຍຂົງເຂດ ເຊັ່ນການລົບລ້າງຄວາມອຶດຫີວ, ການຫຼຸດຜ່ອນຄວາມທຸກຍາກ. ຕັ້ງແຕ່ຊຸມປີຕົ້ນຂອງອຳນາດການປົກຄອງປະຕິວັດ ຈົນເຖິງສົງຄາມສອງຄັ້ງຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງແລະຈັກກະພັດອາເມລິກາ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພາບພົດຂອງຫວຽດນາມ​ຊູ​ທຸງ​ເອກະລາດ​ແຫ່ງ​ຊາດ​ແລະສັງຄົມ​ນິຍົມຢ່າງສະໝ່ຳສະເໝີ ແລະເຊີດຊູຈິດໃຈແຫ່ງຊົນຊັ້ນກຳມາຊີບສາກົນ ໄດ້ຍາດແຍ້ງ​ຄວາມ​ເຫັນດີເຫັນພ້ອມ ແລະສະໜັບ​ສະໜູນ ​ຂອງ​ປະ​ຊາ​ຊົນຜູ້​ຮັກຫອມ​ສັນ​ຕິ​ພາບ​ໃນ​ທົ່ວ​ໂລກ, ປະ​ກອບ​ສ່ວນຊ່ວຍໃຫ້ການປະຕິວັດຂອງປະເທດບັນລຸຜົນສຳເລັດໂດຍສົມບູນ. ບັນດາຂະບວນການ​ປະ​ທ້ວງ​ຕໍ່ຕ້ານ​ສົງຄາມ​ຮຸກ​ຮານ​ໃນ​ຫວຽດນາມ​ ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ສະຫະລັດອາເມລິກາ​ ແລະ​ຫຼາຍ​ປະ​ເທດ​ໃນ​ເອີຣົບ​ ໃນ​ຊຸມ​ປີ 1960 ຕົ້ນຊຸມປີ 1970 ຂອງສະຕະວັດ XX ແມ່ນຫຼັກຖານທີ່ຊັດເຈນວ່າ ຫວຽດນາມໄດ້ຖ່າຍທອດຂໍ້ຄວາມອັນແຂງກ້າວ່າ “ບໍ່ມີສິ່ງໃດທີ່ມີຄ່າຫຼາຍກວ່າເອກະລາດແລະເສລີພາບ” ສູ່ບັນດາກອງກໍາລັງກ້າວໜ້າທີ່ຮັກສັນຕິພາບ ແລະຄວາມຍຸຕິທໍາໃນໂລກ ສະໜັບສະໜູນການຢຸດຕິສົງຄາມ.

ໃນພາລະກິດການພັດທະນາປະເທດ, ການສ້າງແລະໂຄສະນາເຜີຍແຜ່ພາບພົດຂອງຊາດຍັງຄົງໄດ້ຮັບການກຳນົດໂດຍພັກກອມມູນິດຫວຽດນາມ ແລະລັດຫວຽດນາມວ່າເປັນໜ້າທີ່ສຳຄັນໃນສະພາບການຂອງການເຊື່ອມໂຍງສາກົນຢ່າງກວ້າງຂວາງແລະເລິກເຊິ່ງຂອງປະເທດ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ເດືອນມັງກອນ 2021) ປະເມີນວ່າ ວຽກງານຂໍ້​ມູນ​ຂ່າວ​ສານ​ຕ່າງ​ປະ​ເທດເພື່ອໂຄສະນາເຜີຍແຜ່ພາບພົດຂອງປະເທດ ປະຊາຊົນ ແລະວັດທະນະທຳຫວຽດນາມ ສູ່ສາຍຕາຊາວໂລກ​ ໄດ້ຮັບການຈັດຕັ້ງເປັນຢ່າງດີ(2), ອີງໃສ່ສາມເສົາຫຼັກຄື: ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະການຕ່າງປະເທດປະຊາຊົນ, ຜ່ານນັ້ນປູກຝັງພາບພົດຫວຽດນາມທີ່ສັນຕິພາບ ສະຖຽນລະພາບ ແລະເຕັມໄປດ້ວຍທ່າແຮງໃນການພັດທະນາ ແລະປະກອບສ່ວນກັບໂລກໃນການສ້າງສັນຕິພາບຮ່ວມກັນ.

ພິຈາລະນາໃນແງ່ຂອງການສ້າງພາບພົດ”, ໂດຍຄືກັນກັບປະເທດອື່ນໆໃນໂລກ, ພາບພົດຂອງຊາດສ່ວນ​ໃຫຍ່​ແມ່ນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ​ວັດ​ທະ​ນະ​ທໍາ​ຂອງ​ຊາດ​ແລະ​ຜົນ​ສໍາ​ເລັດໃນ​ການ​ພັດ​ທະ​ນາປະເທດ. ຕໍ່ໜ້າຄວາມຕ້ອງການພຶດຕິກຳນັ້ນ, ໃນທິດທາງການພັດທະນາປະເທດໃນໄລຍະປີ 2021-2030, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເນັ້ນໜັກວ່າສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ ເພື່ອໃຫ້ວັດທະນະທຳແລະຄົນຫວຽດນາມ ກາຍເປັນກຳລັງແຮງພາຍໃນ ແລະເປັນແຮງຜັກດັນຢ່າງແທ້ຈິງ ເພື່ອການພັດທະນາປະເທດ ແລະປົກປັກຮັກສາປະເທດຊາດ(3). ບົນພື້ນຖານນັ້ນ, ວັນທີ 30 ພະຈິກ 2021, ລັດຖະບານໄດ້ອອກຍຸດທະສາດການທູດທາງວັດທະນະທຳເຖິງປີ 2030 ໂດຍມີເປົ້າໝາຍໃນການກຳນົດຂໍ້ຄວາມລະດັບຊາດ ທີ່ສະແດງພາບພົດຂອງຫວຽດນາມ ໃນຖານະປະເທດທີ່ມີອາລະຍະທຳ ປອດໄພ ສວຍງາມ; ມີວັດທະນະທຳອັນເປັນເອກະລັກ ແລະອຸດົມດ້ວຍມູນເຊື້ອທີ່ດີງາມ; ການພັດທະນາຢ່າງຂະຫຍັນຂັນແຂງ; ຜູ້ຄົນທີ່ເປັນມິດແລະມີອັດທະຍາໄສໄມຕີ; ຈຸດໝາຍປາຍທາງທີ່ເຊື່ອຖືໄດ້ ສຳລັບການຢູ່ອາໄສ ສຶກສາ ທ່ອງທ່ຽວ ແລະການລົງທຶນ. ການເພີ່ມທະສີການໂຄສະນາເຜີຍແຜ່ພາບພົດຂອງປະເທດສູ່ຕ່າງປະເທດ ໄດ້ດຳ​ເນີນ​ໃນ​ຫຼາຍ​ຮູບແບບ​ເພື່ອໃຫ້​ເພື່ອນ​ມິດສາ​ກົນ, ໂດຍສະເພາະປະເທດທີ່ມີຂໍ້ມູນຫວຽດນາມໜ້ອຍ ສາມາດເຂົ້າໃຈຫວຽດນາມໄດ້ຢ່າງຊັດເຈນແລະຖືກຕ້ອງ, ເຊື່ອໝັ້ນຕໍ່ແນວທາງການປ່ຽນແປງໃໝ່ ແລະການເຊື່ອມໂຍງສາກົນຂອງຫວຽດນາມ, ປະເມີນຢ່າງຖືກຕ້ອງກ່ຽວກັບຂໍ້ດີ ທ່າແຮງ ແລະສ່ວນປະກອບຂອງຫວຽດນາມ ໃນຂະບວນການພັດທະນາຮ່ວມກັນຂອງພາກພື້ນແລະໂລກ.

ໃນເວລາທີ່ຜ່ານມາ, ຂໍ້ມູນກ່ຽວກັບຄວາມສຳເລັດໃນການປ່ຽນແປງໃໝ່ປະເທດ, ປະຫວັດສາດ, ມູນເຊື້ອຂອງຊາດ, ພາບພົດຂອງຫວຽດນາມທີ່ສັນຕິພາບ ການຮ່ວມມື ແລະການພັດທະນາ, ມີການພົວພັນຕ່າງປະເທດແບບເປີດໄດ້ເຂົ້າເຖິງຜູ້ຄົນຈຳນວນຫຼາຍ ແລະກຸ່ມສາທາລະນະລະດັບສາກົນຫຼາຍຂຶ້ນ, ດ້ວຍເນື້ອໃນແລະຮູບແບບການສະແດງອອກທີ່ຫຼາກຫຼາຍແລະໜ້າເຊື່ອຖື ເພື່ອໃຫ້ເພື່ອນຕ່າງຊາດແລະປະຊາຊົນທົ່ວໄປຈາກການຮູ້ຈັກຫວຽດນາມ, ເຂົ້າໃຈຫວຽດນາມ ​ເຖິງການ​ຮັກ​ສາ​ຫວຽດ​ນາມ”. ລັດຖະບານຫວຽດນາມຍັງກຳນົດວ່າ ວຽກງານດ້ານຂໍ້ມູນ ການໂຄສະນາເຜີຍແຜ່ພາບພົດຂອງປະເທດແມ່ນເພື່ອຖ່າຍທອດລັກສະນະສະເພາະຂອງທຳມະຊາດ ປະຫວັດສາດ ວັດທະນະທຳ ຜູ້ຄົນ ແລະຄວາມສຳເລັດຂອງຂະບວນການປ່ຽນແປງໃໝ່, ທ່າແຮງ ແລະປະສິດທິຜົນໃນການຮ່ວມມືສາກົນລະຫວ່າງຫວຽດນາມກັບບັນດາປະເທດຄຸ່ຮ່ວມມື(4).

3- ວຽກງານການສ້າງແລະໂຄສະນາເຜີຍແຜ່ພາບພົດຂອງປະເທດຫວຽດນາມເຖິງເພື່ອນມິດສາກົນ ບັນລຸຜົນສຳເລັດທີ່ພົ້ນເດັ່ນ, ໂດຍສະເພາະຜົນສຳເລັດຕົ້ນຕໍ 5 ປະການດັ່ງຕໍ່ໄປນີ້:

ທີໜຶ່ງ, ໃນດ້ານການຕ່າງປະເທດຂອງພັກແລະລັດ ຜ່ານການເຄື່ອນໄຫວທັງໃນລະດັບທະວິພາຕີ ແລະພະຫຸພາຄີ ໂດຍສະເພາະການມີສ່ວນຮ່ວມຂອງການນຳສູງສຸດຂອງພັກຄືສະຫາຍເລຂາທິການໃຫຍ່ ແລະບັນດາສະຫາຍການນຳສຳຄັນ (ປະທານປະເທດ, ນາຍົກລັດຖະມົນຕີ, ປະທານລັດຖະສະພາ), ບັນດາສະຫາຍກຳມະການກົມການເມືອງ, ເລຂາທິການສູນກາງພັກ, ກຳມະການສູນກາງພັກ..., ຄວາມສຳເລັດຂອງການປ່ຽນແປງໃໝ່ໃນເດືອບ 40 ປີ, ແຜນນະໂຍບາຍ ນະໂຍບາຍທີ່ສຳຄັນຂອງພັກແລະລັດ, ສະຖານະການໃນທຸກດ້ານຂອງປະເທດ,... ໄດ້ຮັບການຖ່າຍທອດຢ່າງແຂງຂັນໄປໃຫ້ພັກການເມືອງ ປະເທດຄູ່ຮ່ວມ ແລະປະຊາຊົນທົ່ວໂລກ. ໃນເວລາທີ່ຜ່ານມາມໍ່ນີ້, ການຢ້ຽມຢາມຈີນຢ່າງເປັນທາງການຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນເດືອນ ພະຈິກ 2022 ຖືເປັນເຫດການສຳຄັນທີ່ສຸດສຳລັບສອງປະເທດ ເຊິ່ງໄດ້ຮັບຄວາມສົນໃຈທີ່ສຸດຈາກສາທາລະນະຊົນຈາກສາກົນ. ຜ່ານການຢ້ຽມຢາມຄັ້ງນີ້, ພາບພົດຂອງຫວຽດນາມດ້ວຍນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ ເປັນເຈົ້າຕົນເອງ ຫຼາຍຝ່າຍ ຄວາມຫຼາກຫຼາຍ ຄວາມເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເປັນເພື່ອນ ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ ແລະສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ໄດ້ຮັບການຍົກຍ່ອງຢ່າງສູງ.

ທີສອງ, ຫວຽດນາມພະຍາຍາມເຊື່ອມໂຍງສາກົນ ເພື່ອເພີ່ມການສະແດງຕົນໃນເວທີພະຫຸພາຄີສາກົນ. ການທີ່ຫວຽດນາມ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ສະມາຊິກ​ຂອງສະພາ​ສິດທິ​ມະນຸດແຫ່ງ​ສະຫະ​ປະຊາ​ຊາດສຳລັບວາລະປີ 2023-2025 ​ແລະການຮັບບົດບາດເປັນ​ສະມາຊິກ​ຂອງ 3 ກົນ​ໄກ​ສຳຄັນ​ຂອງ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ແຫ່ງ​ສະຫະ​ປະຊາ​ຊາດ ໄປພ້ອມໆກັນ... ນີ້ແມ່ນໂອກາດສຳຄັນໜຶ່ງເພື່ອໃຫ້ຫວຽດນາມຢືນຢັນບົດບາດເປັນເຈົ້າການແລະຕັ້ງໜ້າຂອງຕົນ ໃນພາກພື້ນແລະໂລກ, ພ້ອມທັງເພີ່ມ “ຕົວລະບຸຮູບພາບປະເທດ” ໃນຂອບເຂດທົ່ວໂລກ. ບັນດາ​ຜົນງານ​ທີ່​ຫວຽດນາມ​ບັນລຸ​ໄດ້​ໃນ​ຂົງ​ເຂດ​ຕ່າງໆ ​ໄດ້​ເຮັດ​ໃຫ້​ຫາງ​ສຽງ​ສາກົນ​ຕີ​ລາຄາ​ຫວຽດນາມ​ຢ່າງ​ຕັ້ງໜ້າ.

ທີ່ສາມ, ຄວາມຮັບຮູ້ຂອງບັນດາຂັ້ນ ຂະແໜງການ ທ້ອງຖິ່ນໄດ້ຮັບການຍົກສູງຂຶ້ນ ແມ່ນປັດໄຈສຳຄັນທີ່ປະກອບສ່ວນປັບປຸງປະສິດທິຜົນ ແລະຄວາມເປັນມືອາຊີບໃນການດຳເນີນກິດຈະກຳໂຄສະນາເຜີຍແຜ່ພາບພົດຂອງປະເທດ. ຜ່ານການເຄື່ອນໄຫວ ເອກະສານ ແລະສິ່ງພິມທີ່ສົ່ງເສີມພາບພົດຂອງປະເທດແລະຜູ້ຄົນຫວຽດນາມ ດ້ວຍຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກ ໄດ້ກາຍເປັນໃກ້ຊິດກັບປະຊາຊົນຂອງປະເທດເຈົ້າບ້ານຫຼາຍຂຶ້ນ. ຄວາມສົນໃຈໃນການຮຽນຮູ້ກ່ຽວກັບຫວຽດນາມຈາກປະເທດຕ່າງໆທົ່ວໂລກ ມີເພີ່ມຫຼາຍຂຶ້ນແລະເລິກເຊິ່ງກວ່າອີກ. ເນື້ອໃນຂໍ້ມູນແລະວິທີການຜັນຂະຫຍາຍກໍ່ຄ່ອຍໆກາຍເປັນມືອາຊີບແລະຫຼາກຫຼາຍ ໂດຍມີເປົ້າໝາຍເພື່ອ “ນຳຫວຽດນາມເຂົ້າໃກ້ໂລກຫຼາຍຂຶ້ນ” ແລະນຳໂລກເຂົ້າໃກ້ຫວຽດນາມຫຼາຍຂຶ້ນ”.  

ຄຽງຄູ່ກັນນັ້ນ, ຫວຽດນາມຍັງໄດ້ໃຊ້ປະໂຫຍດຈາກຈຸດແຂງຂອງພາຫະນະສື່ໃໝ່ເພື່ອແນໃສ່ເຮັດໃຫ້ກຸ່ມເປົ້າໝາຍມີຄວາມຫຼາກຫຼາຍ, ເພີ່ມການກະຈາຍຂໍ້ມູນຂ່າວສານ, ດຶງດູດການມີສ່ວນຮ່ວມໃນວຽກງານຂໍ້ມູນຂ່າວສານການຕ່າງປະເທດຂອງພາກສ່ວນ, ກອງກຳລັງ ແລະອົງການຈັດຕັ້ງໃນປະເທດແລະຕ່າງປະເທດ, ໂດຍສະເພາະມວນຊົນແລະຊຸມຊົນຊາວຫວຽດນາມໃນຕ່າງປະເທດ... ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ມີການຈັດຕັ້ງສູນຂ່າວອອນໄລ ເພື່ອເຜີຍແຜ່ຂໍ້ມູນແລະຮູບພາບທັງໝົດກອງປະຊຸມໃຫຍ່ ສູ່ປະຊາຄົມສາກົນ, ດຶງດູດຄວາມສົນໃຈຂອງນັກຂ່າວຈາກທຸກທະວີບ. ໂຄງການວັນຫວຽດນາມໃນສະວິດ ປີ 2021” ຄັ້ງທຳອິດທີ່ຈັດຂຶ້ນທາງອອນໄລ ແລະອອກອາກາດໃນແພຼດຟອມສັງຄົມ ສາມາດດຶງດູດຜູ້ຊົມ 32.000 ຄົນໃນຊ່ອງ Youtube ແລະ 56.000 ຄົນໃນຊ່ອງ TikTok ເຮັດໃຫ້ເກີດສຽງສະທ້ອນທີ່ດີໃນຊຸມຊົນເຈົ້າບ້ານ.

ພ້ອມກັນກັບຄວາມສຳເລັດໃນວຽກງານການໂຄສະນາເຜີຍແຜ່ພາບພົດຂອງປະເທດສູ່ປະຊາຄົມສາກົນ, ຫວຽດນາມກໍ່ໄດ້ແລະກຳລົງເຮັດໄດ້ດີ ໃນ​ການ​ຕໍ່ສູ້ດ້ວຍ​ຄຳ​ຂວັນວ່າ ເປັນເຈົ້າການ, ຕັ້ງແຕ່ຕົ້ນ, ຈາກໄລຍະ​ໄກ​ເພື່ອປັດປະຕິເສດຢ່າງທັນການ ຕໍ່ຖ້ອຍທຳນອງກ່າວຫາທີ່ບໍ່ຖືກຕ້ອງຂອງອິດທິກຳລັງສັດຕູ, ປະຕິກິລິຍາ ແລະພວກສວຍໂອກາດທາງການເມືອງ ທີ່ໃສ່ຮ້າຍປ້າຍສີພາບພົດຊອງປະເທດ ແລະປະຊາຊົນຫວຽດນາມ. ດ້ວຍການປະສານງານແລະການເຂົ້າຮ່ວມຂອງລະບົບການເມືອງທັງໝົດ, ອາດຈະເວົ້າໄດ້ວ່າ ຫວຽດນາມໄດ້ສົມທົບຢ່າງແໜ້ນແຟ້ນ ລະຫວ່າງການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກແລະລັດ, ໝາກຜົນ​ແຫ່ງ​ການ​ພັດທະນາ ແລະ​ຄຸນຄ່າ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ປະ​ເທດ ກັບການ​ເຜີຍແບທາດແທ້ ​ແຜນການແລະກົນ​ອຸບາຍ​ຂອງອິດທິ​ກຳລັງ​ສັດຕູ​ແລະປະຕິກິລິຍາ ເພື່ອຕໍ່ສູ້ປັດປະຕິເສດຖ້ອຍທຳນອງບິດເບືອນ ກ່າວຫາທີ່ບໍ່ຖືກຕ້ອງ​, ໂດຍສະເພາະ​ແມ່ນ ​ບັນດາ​ບັນຫາ​ລະອຽດ​ອ່ອນ​ຄື: ​ເຂດ​ຊາຍ​ແດນ, ດິນແດນ, ອະທິປະ​ໄຕໃນທະເລແລະໝູ່​ເກາະ, ປະຊາທິປະ​ໄຕ, ສິດ​ທິ​ມະ​ນຸດ​, ແລະ​ການ​ປົກ​ປ້ອງ​ພົນ​ລະ​ເມືອງ ເຊິ່ງເປັນບັນຫາທີ່ບັັນດາອິດທິກຳບັງສັດຕູແລະປະຕິກິລິຍາມັກຈະສວຍໃຊ້ເພື່ອປຸກປັ່ນ ກໍ່ຄວາມວຸ່ນວາຍ ຕ້ານຫວຽດນາມ. ພິເສດ, ໃນເວລາທີ່ຜ່ານມາ, ຫວຽດນາມໄດ້ໃຫ້ຄວາມຮ່ວມມືຢ່າງມີປະສິດທິຜົນ ໃນການແນະນຳປຶຶ້ມບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງສູ່ສັງຄົມນິຍົມຢູ່ຫວຽດນາມ” ຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ແກ່ຜູ້ອ່ານໃນປະເທດແລະຕ່າງປະເທດ, ປະກອບສ່ວນເຜີຍແຜ່ທັດສະນະ ແຜນນະໂຍບາຍ ແລະແນວທາງຂອງພັກແລະລັດຫວຽດນາມ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງສູ່ສັງຄົມນິຍົມ; ຊ່ວຍໃຫ້ຜູ້ອ່ານ, ຊຸມຊົນຊາວຫວຽດນາມໃນຕ່າງປະເທດ ແລະເພື່ອນຕ່າງຊາດເຂົ້າໃຈແນວທາງຂອງພັກ, ເຂົ້າໃຈກ່ຽວກັບລະບອບສັງຄົມນິຍົມທີ່ຫວຽດນາມກຳລັງສ້າງ, ກ່ຽວກັບປະເທດ, ປະຊາຊົນ, ພາລະກິດການປ່ຽນແປງໃໝ່ແລະການພັດທະນາຂອງຫວຽດນາມໄດ້ດີຂຶ້ນ.

ຄຽງ​ຂ້າງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ວຽກ​ງານ​ການໂຄສະນາ​ເຜີຍ​ແຜ່ ​ແລະສົ່ງເສີມພາບ​ພົດ​ຂອງ​ຫວຽດນາມ ​ສູ່​ປະຊາ​ຄົມ​ໂລກກໍ່ປະເຊີນກັບ​ຄວາມ​ຫຍຸ້ງຍາກ ​ແລະ ຂໍ້​ຈຳກັດ​ຫຼາຍ​ຢ່າງດັ່ງຕໍ່ໄປນີ້:

ທີໜຶ່ງ, ສະຖານະການໂລກແລະພາກພື້ນມີການປ່ຽນແປງຢ່າງໄວວາ ແລະຄາດເດົາບໍ່ໄດ້, ກໍ່ໃຫ້ເກີດຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງໃນການໂຄສະນາເຜີຍແຜ່ແລະສົ່ງເສີມພາບພົດຂອງປະເທດ; ການພັດທະນາຢ່າງແຂງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ພາໃຫ້ເກີດການລະເບີດໃນສະພາບແວດລ້ອມດ້ານຂໍ້ມູນ ແລະເກີດການແຂ່ງຂັນດ້ານຂໍ້ມູນລະຫວ່າງປະເທດຕ່າງໆ. ໃນສະພາບການນັ້ນ, ວຽກງານການໂຄສະນາເຜີຍແຜ່ແລະສົ່ງເສີມພາບພົດຂອງປະເທດສູ່ເພື່ອນຕ່າງຊາດ ຈຳເປັນຕ້ອງສ້າງແຮງດຶງດູດ, ເອກະລັກ ແລະ ຄຸນລັກສະນະທີ່ໂດດເດັ່ນໃຫ້ຫຼາຍຂຶ້ນ.

ທີສອງ, ການ​ນຳ​ໃຊ້​ຮູບ​ແບບ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ຕາມ​ຄວາມ​ມັກ ແລະ ຄວາມ​ຕ້ອງ​ການ​ສາ​ກົນ​ຂອງ​ຫວຽດ​ນາມນັ້ນ ຍັງ​ບໍ່​ທັນ​ຍືດຫຍຸ່ນ​ແທ້ໆ. ບັນດາສິ່ງພິມໂຄສະນາເຜີຍແຜ່ກ່ຽວກັັບຫວຽດນາມ ​ເຖິງ​ວ່າ​ໄດ້​ມີ​ການ​ປ່ຽນແປງຢ່າງ​ຕັ້ງໜ້າ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່ກໍ່ຍັງ​ບໍ່​ທັນບັນລຸ​ມາດຖານ “​ໄວ, ຖືກເປົ້າ, ຖືກຕ້ອງ, ດີ”. ຫວຽດນາມກໍ່ບໍ່ໄດ້ໃຊ້ປະໂຫຍດຈາກສື່ໃໝ່ແລະສື່ທັນສະໄໝຢ່າງເຕັມທີ, ໂດຍສະເພາະເຄືອຂ່ານສັງຄົມ.

ທີສາມ, ການຈັດຕັ້ງການໂຄສະນາເຜີຍແຜ່ວັດທະນະທຳ​ຫວຽດນາມຢູ່​ຕ່າງປະ​ເທດພຽງ​ສຸມ​ໃສ່ພື້ນທີ່ໃຫຍ່ບາງແຫ່ງເທົ່ານັ້ນ ໂດຍບໍ່​ມີ​ການ​ເຊື່ອມ​ໂຍງ ຫຼື ​ແຜ່​ລາມ​ໄປ​ຍັງ​ບັນດາ​ທ້ອງ​ຖິ່ນ ​ແລະພື້ນທີ່​ໃກ້​ຄຽງ ​ເພື່ອ​ໃຊ້ປະໂຫຍດສູງສຸດຈາກ​ກິດຈະກຳ​ຂອງຫວຽດນາມຢູ່​ຕ່າງປະ​ເທດ.

ທີສີ່, ບັນດາ​ກຳລັງຝ່າຍກົງຂ້າມ​ແລະຝ່າຍ​ຄ້ານພວມ​ມີ​ທ່າ​ອ່ຽງ ຈັບ​ມືກັນ​ເພື່ອ​ຜົນ​ປະ​ໂຫຍ​ດລວມ, ​ເຮັດ​ໃຫ້​ເກີດ​ການ​ຜັນ​ຂະຫຍາຍ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະການແຂ່ງຂັນລະຫວ່າງບັນດາ​ກະແສແນວຄິດໃນ​ໂລກ, ​ເຮັດ​ໃຫ້ຊີວິດແຫ່ງແນວຄິດຂອງ​ໂລກ​ໂດຍ​ທົ່ວ​ໄປ ​ແລະແນວຄິດ​ຂອງ​ສັງຄົມຫວຽດນາມ ນັບ​ມື້​ນັບ​ສັບສົນ. ບັນດາ​ກຳລັງ​ສັດຕູ ​ແລະປະຕິ​ກິ​ລິ​ຍາ​ນັບ​ມື້​ນັບ​ມີວິທີໃໝ່ ແລະກົນອຸບາຍໃໝ່ທີ່ຊັບຊ້ອນ ເລິກແລບແນບນຽນ ​ເພື່ອ​ທຳລາຍ​ພັກ, ລັດ ​ແລະ ລະບອບ​ສັງຄົມ​ນິຍົມ ທີ່​ປະຊາຊົນ​ຫວຽດນາມ​ພວມສ້າງຂຶ້ນ. ພວກເຂົາໃຊ້ກົນອຸບາຍຫຼາຍ​ຢ່າງທີ່​ກ່ຽວຂ້ອງກັບຂົງເຂດ​ຊົນ​ເຜົ່າ, ສາສະໜາ, ປະຊາທິປະໄຕ ແລະສິດທິມະນຸດ ເພື່ອ​ທຳລາຍພາລະກິດການ​ປະຕິວັດ ​ແລະການ​ປ່ຽນແປງໃໝ່​ຂອງ​ປະ​ເທດ​ເຮົາ​ໂດຍ​ກົງ.   

4- ໃນເວລາຈະມາເຖິງ, ໂລກແລະພາກພື້ນຈະສືບຕໍ່ປະສົບກັບການປ່ຽນແປງຫຼາຍຢ່າງທີ່ໄວ ແລະ ບໍ່ອາດຄາດຄິດໄດ້, ໂດຍສະເພາະ ການປະຕິວັດອຸດສາຫະກຳຄັ້ງທີ 4 ຈະສ້າງຜົນກະທົບຢ່າງແຮງ, ຫຼາຍດ້ານ. ໃນສະພາບການດັ່ງກ່າວ, ບັນດາ​ປະ​ເທດ​ບໍ່​ວ່າ​ໃຫຍ່​ຫຼື​ນ້ອຍ ​ລ້ວນ​ແຕ່​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່ ແລະ​ສົ່ງເສີມພາບ​ພົດ​ຂອງ​ປະ​ເທດ ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຮັດ​ແໜ້ນ​ອິດ​ທິພົນ ​ແລະ​ເພີ່ມ​ທະວີ “​ພະລັງ​ອ່ອນຂອງ​ຊາດຕົນເອງ. ສືບ​ຕໍ່​ເສີມຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ເພື່ອ​ເຜີຍ​ແຜ່​ພາບ​ພົດ​ທີ່ສວຍງາມ​ຂອງ​ປະ​ເທດ​ຊາດ ​ແລະປະຊາຊົນ​ຫວຽດນາມ​ໄປທົ່ວ​ໂລກ, ຫວຽດນາມຈຳເປັນຕ້ອງ​ຍູ້​ແຮງ​ບັນດາ​ມາດ​ຕະການ​ແກ້​ໄຂ​ສະ​ເພາະ​ຄື:

ທີໜຶ່ງ, ຊາບຊຶມແລະຜັນຂະຫຍາຍແຜນນະໂຍບາຍ ນະໂຍບາຍຂອງພັກແລະລັດຢ່າງຖື່ຖ້ວນ, ໂດຍສະເພາະການຫັນເປັນຮູບປະທຳ ບັນດາໜ້າທີ່ທີ່ກຳນົດໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເພື່ອໂຄສະນາເຜີຍແຜ່ພາບພົດຂອງຊາດຢ່າງແຂງແຮງ ແລະເພີ່ມທະວີກຳລັງແຮງສັງລວມຂອງປະເທດ(5). ສືບຕໍ່ຊາບຊຶມ, ຫັນເປັນຮູບປະທຳ ແລະຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ ກ່ຽວກັບວຽກງານຂໍ້ມູນຂ່າວສານການຕ່າງປະເທດ ຢ່າງມີປະສິດທິຜົນ. ປັບປຸງຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງຄະນະພັກ, ການຈັດຕັ້ງພັກ, ອຳນາດການປົກຄອງທຸກຂັ້ນ, ຜູ້ນຳ ພະນັກງານ ສະມາຊິກພັກ ແລະປະຊາຊົນ, ໂດຍສະເພາະອົງການ, ການຈັດຕັ້ງທີ່ໄດ້ຮັບມອບໝາຍໃຫ້ເຮັດວຽກງານດ້ານຂໍ້ມູນຂ່າວສານການຕ່າງປະເທດ; ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ສອດຄ່ອງກັບການພົວພັນລະຫວ່າງຫວຽດນາມກັບບັນດາປະເທດ, ກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ(6).

ທີສອງ, ສ້າງຍຸດທະສາດຮອບດ້ານເພື່ອໂຄສະນາເຜີຍແຜ່ພາບພົດຂອງປະເທດ, ລະດົມການຮ່ວມມືທັງລະບົບການເມືອງ ທັງໃນປະເທດແລະຕ່າງປະເທດ. ປະຈຸບັນໃນໂລກນີ້, ຫຼາຍປະເທດໄດ້ສ້າງຍຸດທະສາດການສື່ສານ ແລະໂຄສະນາເຜີຍແຜ່ພາບພົດ ຍີ່ຫໍ້ແຫ່ງຊາດແຕ່ຕົ້ນ, ຜັນຂະຫຍາຍໃນວົງກວ້າງ ແລະປະສົບຄວາມສຳເລັດ; ກົນໄກແລະນະໂຍບາຍໄດ້ຮັບການປັບປຸງ ເພີ່ມເຕີມຢ່າງສະໝ່ຳສະເໝີ ໃຫ້ສອດຄ່ອງກັບຄວາມເປັນຈິງແຫ່ງການພັດທະນາຂອງປະເທດ. ສ້າງຍຸດທະສາດໂດຍລວມ, ​ເຊື່ອມ​ໂຍງ​ການ​ເຄື່ອນ​ໄຫວ​ການ​ທູດ​ວັດທະນະທຳ​ ເຂົ້າ​ໃນ​ການ​ຜັນຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຍຸດ​ທະ​ສາດ​ພັດທະນາ​ວັດທະນະທຳ,... ເພື່ອສ້າງຄວາມປະສົມປະສານໃນເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນແລະທັງປະເທດ ຈະເປັນພື້ນຖານເພື່ອຜັນຂະຫຍາຍຢ່າງເປັນລະບຽບວິທີ ແລະມີປະສິດທິຜົນ ໃນການໂຄສະນາເຜີຍແຜ່ພາບພົດຫວຽດນາມໄປທົ່ວໂລກ.

ທີສາມ, ສືບຕໍ່ໂຄສະນາເຜີຍແຜ່ຄຸນຄ່າວັດທະນະທຳ, ພາບພົດຂອງປະເທດ ແລະປະຊາຊົນຫວຽດນາມ, ໃນນັ້ນໃຫ້ຄວາມສຳຄັນກັບການເຜີຍແຜ່ຄຸນຄ່າແລະແນວຄິດທີ່ສູງສົ່ງຂອງຊາດຫວຽດນາມ, ຮູບພາບແລະຄຸນຄ່າແນວຄິດຂອງປະທານໂຮ່ຈີມິນ ແລະບຸກຄົນມີຊື່ສຽງທີ່ໄດ້ຮັບກຽດຈາກຢູເນສະໂກ. ເຊື່ອມ​ໂຍງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ວັດທະນະທຳ ​ກັບ​ໂຄງການ​ສົ່ງ​ເສີມ​ການ​ຄ້າ, ສ້າງ​ເຄື່ອງໝາຍ​ຂອງ​ຊາດ​ແລະທ້ອງ​ຖິ່ນ... ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນຢ່າງແທ້ຈິງ, ດຶງດູດຊັບພະຍາກອນພາຍນອກ, ໂດຍສະເພາະ ຄວາມຮູ້ ເຕັກໂນໂລຊີ ແລະການລົງທຶນ ເພື່ອພັດທະນາເສດຖະກິດ-ສັງຄົມ. ນອກຈາກນີ້, ຍັງຈຳເປັນຕ້ອງເພີ່ມທະວີການສົມທົບລະຫວ່າງພະລັງອ່ອນ” ຂອງວັດທະນະທຳ ເຂົ້າກັບຍຸດທະສາດການສື່ສານເພື່ອເພີ່ມກຳລັງແຮງສັງລວມຂອງຊາດ.

ທີສີ່, ລະບຸເຄື່ອງມືແລະວິທີການຖ່າຍທອດແລະເຂົ້າເຖິງບຸກຄົນພາຍນອກ ເຊັ່ນ ສື່ໜັງສືພິມ ວັດທະນະທຳ ການສຶກສາ ການທ່ອງທ່ຽວ ກິລາ,...

ທີຫ້າ, ຊຸກຍູ້ການໃຊ້ເຄື່ອງມືສື່ສານໃໝ່, ການສື່ສານທັນສະໄໝ ໃນການໂຄສະນາເຜີຍແຜ່ພາບພົດຂອງປະເທດສູ່ສາທາລະນະ ແລະປະຊາຄົມສາກົນ ໃນສະພາບການທີ່ເຕັກໂນໂລຊີດິຈິຕອນ ເຕັກນິກດິຈິຕອນກຳລັງພັດທະນາຢ່າງແຂງແຮງ; ເອົາໃຈໃສ່ນໍາໃຊ້ເຕັກໂນໂລຢີ “ການຮັບຟັງສັງຄົມ” ເພື່ອເກັບກໍາຂໍ້ມູນ ແລະສ້າງເນື້ອໃນໂຄສະນາເຜີຍແຜ່ພາບພົດທີ່ເໝາະສົມ; ສ້າງຂໍ້ຄວາມນະໂຍບາຍທີ່​ສັ້ນແລະລວບລັດ, “​ເລື່ອງ​ສື່​ມວນ​ຊົນກ່ຽວ​ກັບ​ປະ​ເທດ​ແລະ​ປະຊາຊົນ​ຫວຽດນາມ, “ສ້າງ​ກະແສ”, “ຈັບກະແສ​ໃນ​ເຄືອ​ຂ່າຍ​ສັງຄົມ; ປັບປຸງຄລິບ ຮູບພາບ ແລະຕາຕະລາງໃນຮູບແບບດິຈິຕອນທີ່ສົດໃສແລະເຂົ້າໃຈງ່າຍ.

ທີຫົກ, ເພີ່ມການລົງທຶນໃນຊັບພະຍາກອນທີ່ເໝາະສົມ ເພື່ອການໂຄສະນາເຜີຍແຜ່ແລະສົ່ງເສີມພາບພົດຂອງປະເທດ. ໃນດ້ານຊັບພະຍາກອນບຸກຄົນ, ເອົາໃຈໃສ່ການຝຶກອົບຮົມ, “ການສ້າງຖັນແຖວພະນັກງານສະເພາະທາງທີ່ເຮັດວຽກງານຂໍ້ມູນຂ່າວສານການຕ່າງປະເທດທີ່ມີເຈດຈຳນົງທາງການເມືອງທີ່ເຂັ້ມແຂງ, ມີຄຸນນະພາບ ຄວາມສາມາດ ແລະຄຸນສົມບັດພຽງພໍ ຕາມທິດທາງທີ່ເປັນມືອາຊີບແລະທັນສະໄໝ.

ປັບປຸງຍົກສູງຄຸນນະພາບຂອງການຝຶກອົບຮົມ ແລະບຳລຸງສ້າງດ້ານຂໍ້ມູນຂ່າວສານການຕ່າງປະເທດໃນສະຖານທີ່ຝຶກອົບຮົມ. ຂະຫຍາຍການຮ່ວມມືສາກົນດ້ານການຝຶກອົບຮົມ ແລະບຳລຸງສ້າງພະນັກງານໃນຂົງເຂດທີ່ກ່ຽວຂ້ອງກັບຂໍ້ມູນຂ່າວສານການຕ່າງປະເທດ(7). ທາງດ້ານພື້ນຖານວັດຖຸ, ເອົາໃຈໃສ່ການລົງທຶນແລະປັບປຸງພື້ນຖານວັດຖຸເຕັກນິກໃຫ້ທັນສະໄໝ ເພື່ອຮັບໃຊ້ການເຄື່ອນໄຫວໂຄສະນາເຜີຍແຜ່ພາບພົດຂອງປະເທດ, ໂດຍສະເພາະ ຮັບໃຊ້ວຽກງານປ່ຽນແປງດິຈິຕອນ, ການໃຊ້ເຄືອຂ່າຍສັງຄົມ...

ທີເຈັດ, ຍົກສູງຄວາມສາມາດໃນການວິເຄາະແລະຄາດຄະເນ, ໂດຍສະເພາະແນວໂນ້ມແລະທ່າອ່ຽງການພັດທະນາຂອງການພົວພັນສາກົນ, ເປັນເຈົ້າການໃນການວາງແຜນການສື່ສານ ເພື່ອຕອບສະໜອງຄວາມຕ້ອງການແລະທ່າອ່ຽງຂໍ້ມູນຂ່າວສານ, ​ເພີ່ມ​ທະວີ​ການ​ຊັກ​ຊວນ​ໃນ​ວຽກ​ງານ​ຖະ​ແຫຼ​ງຂ່າວ ​ແລະ​ໂຄສະນາເຜີຍແຜ່, ​ກໍ່ຄືໃນ​ການ​ປົກ​ປັກ​ຮັກສາ​ພື້ນຖານ​ແນວຄິດ​ຂອງ​ພັກ. ໂດຍສະເພາະແມ່ນຍູ້​ແຮງ​ການ​ຕໍ່ສູ້​ຕ້ານ​ຂໍ້​ມູນ​ຂ່າວສານ​ທີ່​ບໍ່​ຈິງ ​ແລະທາງ​ລົບ ​ທີ່​ເປັນ​ອັນຕະລາຍ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ, ຂະ​ບວນການ​ພັດທະນາ​ຂອງ​ປະ​ເທດ ​ແລະ ບົດບາດ​ນຳພາ​ຂອງ​ພັກ. ​ເດັດດ່ຽວ​ແກ້​ໄຂ​ສະພາບ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ທີ່​ບໍ່ຊັດເຈນ, ບໍ່​ຖືກ​ຕ້ອງ ແລະບໍ່ໄດ້ຮັບການຢືນຢັນ, ຂໍ້ມູນ​ຂ່າວ​ສານ​ທີ່​ບໍ່​ສອດຄ່ອງ​ກັບ​ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ​ຫວຽດນາມ. ເປັນເຈົ້າການໃນການສະໜອງຂໍ້ມູນຢ່າງທັນການ ແລະຊີ້ແຈງຂໍ້ມູນທີ່ບໍ່ຖືກຕ້ອງ, ບໍ່ສົມບູນ ຫຼືບໍ່ເປັນຈິງ; ຕໍ່ສູ້ປະຕິເສດ​ຂໍ້​ມູນ​ຂ່າວ​ສານ ​ແລະຂໍ້​ກ່າວ​ຫາ​ທີ່​ບໍ່​ຈິງ, ບິດ​ເບືອນ, ຍຸຍົງ​ ​ແລະຂັດ​ກັບ​ແນວທາງ​ແລະທັດສະນະ​ຂອງ​ພັກ(8). ຮັບປະກັນຄວາມເປັນເຈົ້າການໃນການສື່ສານ ແລະຕອບສະໜອງຕໍ່ສະຖານະການ ກໍລະນີແລະເລື່ອງຕ່າງໆ ຢ່າງມີປະສິດທິພາບ, ໂດຍສະເພາະ ກໍລະນີແລະເລື່ອງທີ່ລະອຽດອ່ອນແລະບໍ່ຄາດຄິດທີ່ເກີດຂຶ້ນ. “ສ້າງກົນໄກຖະແຫຼງຂ່າວທີ່ເໝາະສົມ, ມີປະສິດທິພາບ ແລະທັນເວລາ ເພື່ອສະໜອງຂໍ້ມູນທີ່ຈໍາເປັນ, ໂດຍສະເພາະແມ່ນຂໍ້ມູນສໍາລັບບັນຫາທີ່ລະອຽດອ່ອນແລະສັບສົນ(9)./.

-----------------------

(1) Philip Kotler - David Gertner: Country as brand, product and beyond: A place marketing and brand management perspective (ແປໂດຍຫຍໍ້: ປະເທດໃນແບບຍີ່ຫໍ້, ຜະລິດຕະພັນ ແລະອື່ນໆ: ທັດສະນະດ້ານການຕະຫຼາດ ແລະການຄຸ້ມຄອງຍີ່ຫໍ້), Routledge, 2004, ໜ້າ 17

(2) ເບິ່ງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 49

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 115-116

(4) ຂໍ້ຕັດສິນຕົກລົງເລກທີ 2434/QĐ-TTg ລົງວັນທີ 13 ທັນວາ 2016 ຂອງນາຍົກລັດຖະມົນຕີ, ອະນຸມັດ​ການວາງແຜນ​ລະບົບ​ສື່​ການ​ຕ່າງປະ​ເທດ​ຮອດ​ປີ 2020, ມີ​ວິ​ໄສ​ທັດ​ຮອດ​ປີ 2030.

(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 155

(6) ບົດສະຫຼຸບເລກທີ 57-KL/TW ລົງວັນທີ 15 ມິຖຸນາ 2023 ຂອງກົມການເມືອງສູນກາງພັກວ່າດ້ວຍການສືບຕໍ່ຍົກສູງຄຸນນະພາບ ແລະປະສິດທິຜົນ ຂອງວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນສະພາບການໃໝ່

(7), (8), (9) ບົດສະຫຼຸບເລກທີ 57-KL/TW ລົງວັນທີ 15 ມິຖຸນາ 2023 ຂອງກົມການເມືອງສູນກາງພັກ, ເອກະສານທີ່ໄດ້ແນະນຳ

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1020 (ເດືອນສິງຫາ 2023)