ວກ. - ໃນສະພາບການປະຈຸບັນ, ເພື່ອໃຫ້ປັບຕົວໄດ້ຢ່າງປອດໄພແລະຍືດຫຍຸ່ນ ແລະ​ການ​ຄວບ​ຄຸມ​​ການ​ແຜ່​ລະ​ບາດຂອງພະຍາດໂຄວິດ-19 ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຂະແໜງການທ່ອງທ່ຽວສືບຕໍ່ຊຸກຍູ້ການເຄື່ອນໄຫວທ່ອງທ່ຽວໃນປະເທດແລະຕ່າງປະເທດ ຕິດພັນກັບການຮັບປະກັນຄວາມປອດໄພ ແລະກຽມວິທີແກ້ໄຂຕັ້ງແຕ່ຕົ້ນແລະຈາກໄລຍະໄກ ເພື່ອຄ່ອຍໆປັບຕົວ​ເຂົ້າ​ກັບ​ສະພາບ​ປົກກະຕິ​ໃໝ່, ປະຕິບັດ “​ເປົ້າ​ໝາຍຄູ່” ທັງ​ການປ້ອງ​ກັນ​ແລະຄວບ​ຄຸມ​ພະຍາດ, ການຟື້ນ​ຟູແລະພັດທະນາເສດຖະກິດ

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະບັນດາຜູ້ແທນເຂົ້າຮ່ວມພິທີເປີດການທ່ອງທ່ຽວແຫ່ງຊາດປະຈຳປີ 2022 ໃນຫົວຂໍ້ “ກວ໋າງນາມ - ຈຸດໝາຍປາຍທາງການທ່ອງທ່ຽວສີຂຽວ”, ຈັດຂຶ້ນທີ່ເກາະໂຮ້ຍອານແຫ່ງຄວາມຊົງຈຳ (ນະຄອນໂຮ້ຍອານ, ແຂວງກວ໋າງນາມ) _ພາບ: TTXVN

ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ຂະແໜງການທ່ອງທ່ຽວ

ກ່ຽວກັບຈຳນວນນັກທ່ອງທ່ຽວ ແລະລາຍຮັບຈາກການທ່ອງທ່ຽວ: ຈຳນວນັກທ່ອງທ່ຽວຕ່າງປະເທດໃນປີ 2020 ມີພຽງ 3,7 ລ້ານຄົນ, ຫຼຸດລົງ 80% ເມື່ອທຽວກັບປີ 2019; ນັກທ່ອງທ່ຽວໃນປະເທດມີຈຳນວນເຖິງ 56 ລ້ານຄົນ, ຫຼຸດລົງ 34% ເມື່ອທຽບກັບເວລາດຽວກັນຂອງປີ 2019; ລາຍໄດ້ລວມຈາກນັກທ່ອງທ່ຽວໃນປີ 2020 ມີມູນຄ່າ 312.200 ຕື້ດົ່ງ, ຫຼຸດລົງ 57,8% ເມື່ອທຽບກັບປີ 2019. ໃນປີ 2021, ຂະແໜງການທ່ອງທ່ຽວຮັບໃຊ້ນັກທ່ອງທ່ຽວໃນປະເທດປະມານ 40 ລ້ານຄົນ ແລະນັກທ່ອງທ່ຽວຈາກຕ່າງປະເທດ 3.500 ຄົນ, ລາຍຮັບລວມຈາກນັກທ່ອງທ່ຽວມີມູນຄ່າປະມານ 180.000 ຕື້ດົ່ງ, ຫຼຸດລົງ 42% ເມື່ອທຽບກັບໄລຍະດຽວກັນຂອງປີ 2020.

ກ່ຽວກັບແຮງງານການທ່ອງທ່ຽວ: ໃນປີ 2020, ບັນດາວິສາຫະກິດຕ້ອງຫຼຸດພະນັງງານລົງ 70% - 80%. ໃນປີ 2021, ຈຳນວນແຮງງານຍັງເຮັດວຽກເຕັມເວລາພຽງ 25% ເມື່ອທຽບກັບປີ 2020, ຜູ້ອອກແຮງງານລາອອກ ຫຼືຢຸດຕິສັນຍາແຮງງານກວມປະມານ 30%, ຜູ້ອອກແຮງງານຢຸດງານຊົ່ວຄາວປະມານ 35%, ຜູ້ອອດແຮງງານເຮັດວຽກພໍປານໃດປານໜຶ່ງກວມປະມານ 10%. ການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຢ່າງຮຸນແຮງ ຕໍ່ຜູ້ອອກແຮງງານໃນຂະແໜງການທ່ອງທ່ຽວຈຳນວນ 2,5 ລ້ານຄົນ ໂດຍມີຈຳນວນຄົນງານໂດຍກົງ 800.000 ຄົນ, ​ໃນ​ນັ້ນ​ຜູ້​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ໜັກໜ່ວງ​ທີ່​ສຸດ​ ແມ່ນ​ພະນັກງານ​ນຳ​ທ່ຽວ, ພະນັກງານ​ທີ່​ເຮັດ​ວຽກໃນສະຖານບໍລິການ​ທີ່​ພັກນັກ​ທ່ອງ​ທ່ຽວ, ສະຖານທີ່ທ່ອງທ່ຽວ, ວິສາຫະ​ກິດທ່ອງທ່ຽວ​ແລະ​ຂົນ​ສົ່ງ, ​ເຮືອ​ສຳ​ລານ ແລະທຸລະ​ກິດ​ທ່ອງ​ທ່ຽວ​ອື່ນໆ...

ກ່ຽວກັບວິສາຫະກິດການທ່ອງທ່ຽວ: ຈໍານວນວິສາຫະກິດທີ່ຍື່ນຂໍຖອນໃບອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວ ກວມເອົາຫຼາຍກວ່າ 35% ຂອງຈໍານວນທຸລະກິດທີ່ໄດ້ຮັບອະນຸຍາດທັງໝົດ, ມີທຸລະກິດທີ່ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວລະຫວ່າງປະເທດພຽງປະມານ 2.000 ແຫ່ງທົ່ວປະເທດ, ໃນນັ້ນ ຫຼາຍທຸລະກິດປິດ ຫຼືເລີກກິດຈະການ. ທຸລະກິດທີ່ພັກນັກທ່ອງທ່ຽວ ເຊິ່ງເປັນຂົງເຂດທີ່ກວມອັດຕາສ່ວນ 46% ຂອງໂຄງປະກອບລາຍໄດ້ຂອງຂະແໜງການທ່ອງທ່ຽວຫວຽດນາມ ກໍ່ຕ້ອງປິດຕົວລົງປະມານ 90% ແລະເກືອບບໍ່ມີນັກທ່ອງທ່ຽວເລີຍ (ຍົກເວັ້ນສະຖານທີ່ທີ່ຕ້ອນຮັບແຂກທີ່ຖືກກັກກັນ).

ສາມາດເຫັນໄດ້ວ່າ ຂະແໜງການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກ ແລະຈະຕ້ອງໃຊ້ເວລານານໃນການຟື້ນຟູ. ໃນສອງປີທີ່ຜ່ານມາ, ການແຜ່ລະບາດຂອງພະຍາດໂຄວິດ-19 ປຽບເໝືອນ “ສຶນາມິທີ່ເຮັດໃຫ້ກິດຈະກຳການທ່ອງທ່ຽວທົ່ວໂລກເປັມອຳມະພາດ. ຕາມລາຍງານຂອງອົງການການທ່ອງທ່ຽວໂລກ (UNWTO), ໃນປີ 2020, ການທ່ອງທ່ຽວໂລກປະສົບກັບວິກິດການຄັ້ງໃຫຍ່ທີ່ສຸດໃນປະຫວັດສາກເນື່ອງຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຈຳນວນນັກທ່ອງທ່ຽວຕ່າງຊາດຫຼຸດລົງ 73,9% ເມື່ອທຽບກັບປີ 2019, ຢ້ອນກັບໄປເມື່ອ 30 ປີທີ່ແລ້ວ ແລະຄາດຄະເນວ່າ ຈະຕ້ອງໃຊ້ເວລາ 2 - 4 ປີ ​ເພື່ອ​ຟື້ນ​ຟູ​ຈັງຫວະ​ການ​ເຕີບ​ໂຕເທົ່າກັບ​ລະດັບ​ກ່ອນ​ເກີດການແຜ່​ລະບາດ​​ໃນ​ປີ 2019.

ໃນປະຫວັດສາດ 61 ປີ, ຂະແໜງການທ່ອງທ່ຽວຫວຽດນາມປະສົບວິກິດການຫຼາຍຄັ້ງເນື່ອງຈາກໂລກລະບາດ, ໄພທຳມະຊາດ ແລະພາວະເສດຖະກິດຖົດຖອຍ, ແຕ່ບໍ່ເຄີຍປະສົບຄວາມສູນເສຍໜັກ ເທົ່າກັບວິກິດທີ່ເກີດຈາກການແຜ່ລະບາດໃຫຍ່ ຂອງພະຍາດໂຄວິດ-19 ໃນຄັ້ງນີ້. ການພັດທະນາທີ່ສັບສົນຂອງໂລກລະບາດ ເຮັດໃຫ້ຫຼາຍປະເທດຍັງໃຊ້ມາດຕະການຈຳກັດການເດີນທາງຕໍ່ໄປ ເຊິ່ງສົ່ງຜົນກະທົບຢ່າງແຮງຕໍ່ຄວາມສາມາດໃນການຟື້ນຕົວ ຂອງຂະແໜງການທ່ອງທ່ຽວ. ຄຽງຄູ່ກັນນັ້ນ, ຂະແໜງການທ່ອງທ່ຽວຫວຽດນາມຍັງບໍ່ໄດ້ສ້າງຕ່ອງໂສ້ການເຊື່ອມໂຍງທີ່ແຂງແຮງພໍທີ່ຈະແຂ່ງຂັນກັບປະເທດອື່ນໆ ໃນພາກພື້ນໄດ້. ນອກຈາກນີ້, ແຮງງານທ່ອງທ່ຽວຈຳນວນຫຼາຍທີ່ສູນເສຍວຽກເຮັດງານທຳໄດ້ປ່ຽນມາເຮັດວຽກໃນຂະແໜງການອື່ນ, ອາຊີບອື່ນ ເພື່ອຫາລ້ຽງຊີບ. ດັ່ງ​ນັ້ນ, ຫຼັງ​ຈາກເກີດໂລກ​ລະບາດ, ​ເມື່ອ​ການທ່ອງທ່ຽວ​ຟື້ນ​ຕົວ, ຂະແໜງການທ່ອງທ່ຽວ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງ​ຫຼວງ​ຫຼາຍ ​ຍ້ອນ​ຂາດ​ຊັບພະຍາກອນບຸກຄົນ.

ວິທີ​ແກ້​ໄຂ​ເພື່ອ​ຟື້ນ​ຟູ​ຂະ​ແໜງ​ການທ່ອງທ່ຽວ

ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ຕໍ່​ການ​ເຄື່ອນ​ໄຫວຂອງຂະແໜງການທ່ອງທ່ຽວ, ກົມການເມືອງສູນກາງໄດ້ຊີ້ນຳລະບົບການເມືອງໃຫ້ດຳເນີນການແກ້ໄຂບັນຫາຫຼາຍປະການ. ລັດຖະບານກໍ່ໄດ້ອອກມະຕິຫຼາຍສະບັບໃນການດຳເນີນນະໂຍບາຍສະໜັບສະໜູນປະຊາຊົນ ແລະວິສາຫະກິດ, ໃນນັ້ນມີເນື້ອໃນທີ່ກ່ຽວຂ້ອງກັບຂົງເຂດການທ່ອງທ່ຽວໂດຍກົງ, ເຊັ່ນ ວັນທີ 2 ພຶດສະພາ 2021, ຫ້ອງວ່າການລັດຖະບານ ໄດ້ອອກຖະແຫຼງການສະບັບເລກທີ 8044/VPCP-KGVX ວ່າດ້ວຍການແນະ​ນຳ​ຊົ່ວ​ຄາວ​ກ່ຽວ​ກັບ​ການ​ທົດ​ລອງການຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຫວຽດ​ນາມໃນ 5 ທ້ອງ​ຖິ່ນ ດ້ວຍ 3 ໄລ​ຍະ; ປະກາດໃຊ້ນະໂຍບາຍສະໜັບສະໜູນທົ່ວໄປ (ບັນດາວິສາຫະກິດຂະຫຍາຍເວລາຊຳລະພາສີ, ຫຼຸດອັດຕາພາສີພາສີມູນຄ່າເພີ່ມ, ພາສີລາຍໄດ້ບໍລິສັດ, ພາສີລາຍໄດ້ບຸກຄົນ ແລະຄ່າເຊົ່າທີ່ດິນໃນປີ 2021, ການຍົກເວັ້ນແລະຫຼຸດອັດຕາດດອກເບ້ຍເງິນກູ້, ຮັກສາອັດຕາດອກເບ້ຍເງິນກູ້ ແລະກຸ່ມໜີ້ບໍ່ປ່ຽນແປງ, ເລື່ອນເວລາການຊໍາລະຄ່າທຳນຽມສະຫະພັນແຮງງານ...; ຜູ້ອອກແຮງງານມີສິດໄດ້ຮັບນະໂຍບາຍສະໜັບສະໜູນເຊັ່ນ: ການ​ຊ່ວຍ​ເຫຼືອ​ການ​ສູນ​ເສຍ​ວຽກ​ເຮັດ​ງານ​ທໍາ, ການເລື່ອນການດຳເນີນການຕາມສັນຍາຈ້າງງານຊົ່ວຄາວ, ການລາອອກໂດຍບໍ່ໄດ້ຮັບຄ່າຈ້າງ15 ວັນຕິດຕໍ່ກັນ ຫຼື 30 ວັນຕິດຕໍ່ກັນ ຫຼືຫຼາຍກວ່ານັ້ນ); ປະກາດໃຊ້ບັນດານະໂຍບາຍສະໜັບສະໜູນຂະແໜງການທ່ອງທ່ຽວໂດຍສະເພາະ (ຫຼຸດລາຄາຄ່າໄຟຟ້າສຳລັບສະຖານທີ່ພັກນັກທ່ອງທ່ຽວ ຈາກລາຄາຄ່າໄຟຟ້າຂາຍຍ່ອຍທີ່ນຳໃຊ້ກັບທຸລະກິດ ມາເປັນລາຄາຂາຍຍ່ອຍກະແສໄຟຟ້າທີ່ໃຊ້ກັບຂະແໜງການຜະລິດ, ຫຼຸດຄ່າປະເມີນການອອກໃບອະນຸຍາດດຳເນີນທຸລະກິດທ່ອງທ່ຽວລົງ 50%, ຫຼຸດເງິນຝາກ 80% ເພື່ອກໍ່ຕັ້ງວິສາຫະກິດການທ່ອງທ່ຽວ... ແຮງງານການທ່ອງທ່ຽວສະ​ເພາະ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ແມ່ນ​ພະນັກງານ​ນຳ​ທ່ຽວ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ 3.710.000 ດົ່ງ/ຄົນ ​ແລະຮອດ​ທ້າຍ​ປີ 2021, ຍອດ​ຈຳນວນ​ເງິນ​ໜູນ​ຊ່ວຍ​ພະນັກງານ​ນຳ​ທ່ຽວ​ໄດ້​ຮັບ​ການ​ແກ້​ໄຂ​ຫຼາຍກວ່າ 58,5 ຕື້​ດົ່ງ ໃຫ້​ພະນັກງານ​ນຳ​ທ່ຽວ​ເກືອບ 16.000 ຄົນ).

ຫຼັງຈາກຖືກຈໍາກັດການເດີນທາງໃນເວລາສອງປີ, ຄວາມຕ້ອງການດ້ານການທ່ອງທ່ຽວຂອງປະຊາຊົນມີທ່າອ່ຽງທີ່ຈະລະເບີດຂຶ້ນ. ຜົນສຳຫຼວດຂອງ booking.com ກັບຜູ້ຄົນ 28.000 ຄົນຈາກ 28 ປະເທດໃນໂລກ ສະແດງໃຫ້ເຫັນວ່າ ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ຫວັງ​ວ່າ​ຈະ​ໄດ້​ເດີນ​ທາງ​ອີກ​ໃນ​ປີ 2021. ຈາກການສອບສວນຂອງສະພາທີ່ປຶກສາການທ່ອງທ່ຽວ (TAB) ສັງກັດກົມໃຫຍ່ການທ່ອງທ່ຽວໃຫ້ເຫັນວ່າ ນັກທ່ອງທ່ຽວໃນປະເທດພ້ອມທີ່ຈະກັບຄືນສູ່ກິດຈະກໍາການທ່ອງທ່ຽວທັນທີ ທີ່ຄວບຄຸມການແຜ່ລະບາດໄດ້ (ເກືອບ 30% ພ້ອມທີ່ຈະເດີນທາງທັນທີ, ຫຼາຍກວ່າ 50% ພ້ອມທີ່ຈະເດີນທາງໃນລະດູການທ່ອງທ່ຽວຕໍ່ໄປ, 70% ຕອບວ່າຈະເດີນທາງດ້ວຍຍົນ).

ໃນສະຖານະການການແຜ່ລະບາດທີ່ຜັນແປຢ່າງສັບສົນໃນປະຈຸບັນ, ທ່າອ່ຽງ, ຄວາມຕ້ອງການຂອງນັກທ່ອງທ່ຽວກໍ່ປ່ຽນໄປ, ຂະແໜງການທ່ອງທ່ຽວໄດ້ສັງເກດເຫັນ ແລະພະຍາຍາມຕອບສະໜອງ ນັ້ນຄື: ການເລືອກສະຖານທີ່ທ່ອງທ່ຽວປອດໄພ ເປັນມິດ; ການທ່ອງທ່ຽວໄດ້ຮັບປະກັນທາງດ້ານການດູແລສຸຂະພາບແລະການປະກັນໄພ. ນັກທ່ອງທ່ຽວມີທ່າອ່ຽງຕ້ອງການຂໍ້ມູນໂດຍລະອຽດ ກ່ຽວກັບລະບົບການເບິ່ງແຍງດູແລສຸຂະພາບຂອງຈຸດໝາຍປາຍທາງ ແລະແຜນປະກັນການທ່ອງທ່ຽວ; ການທ່ອງທ່ຽວກຳລັງປ່ຽນຈາກຄວາມຕ້ອງການການທ່ອງທ່ຽວລະຫວ່າງປະເທດ ໄປສູ່ການທ່ອງທ່ຽວພາຍໃນປະເທດ; ໃຊ້ຜະລິດຕະພັນຄົບຊຸດ ແລະຄອມໂບທີ່ອອກແບບໄວ້ລ່ວງໜ້າສຳລັບກຸ່ມນັກທ່ອງທ່ຽວນ້ອຍ ຫຼືຄອບຄົວ; ປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ປັນຍາປະດິດ ແລະອິນເຈີເນັດເພື່ອຮຽນຮູ້ເພີ່ມເຕີມກ່ອນການເດີນທາງ; ນັກທ່ອງທ່ຽວມີຄວາມຍືດຫຍຸ່ນໃນການໃຊ້ບໍລິການ... ດັ່ງນັ້ນ, ຂະແໜງການທ່ອງທ່ຽວຈຶງມຸ່ງເນັ້ນໃຫ້ວິສາຫະກິດ ໜ່ວຍການທ່ອງທ່ຽວ ແລະຜູ້ໃຫ້ບໍລິການດ້ານການທ່ອງທ່ຽວປ່ຽນທິດທາງ ເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ, ດູແລນັກທ່ອງທ່ຽວໄດ້ດີຂຶ້ນ ໂດຍສະເພາະການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະປັນຍາປະດິດ ເຂົ້າໃນວຽກງານການຄຸ້ມຄອງ ແນະນຳ ແລະເຜີຍແຜ່ຜະລິດຕະພັນ ບໍລິການ ແລະ ພາບ ເພື່ອຕອບສະໜອງຄວາມຕ້ອງການ ແລະດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວ.

ໃນສະພາບການການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຊັບຊ້ອນ, ໃຫ້ປະຕິບັດຕາມການຊີ້ນຳຂອງລັດຖະບານໃນການດຳເນີນການຕາມເປົ້າໝາຍຄູ່ທັງປ້ອງກັນແລະຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ຊິດ ທັງສຸມໃສ່ພັດທະນາເສດຖະກິດແລະສັງຄົມ, ຂະແໜງການທ່ອງທ່ຽວມີວິທີການແກ້ໄຂທັນທ່ວງທີ ໂດຍການຫັນປ່ຽນຈາກສະຖານະ “ບໍ່ມີໂຄວິດ” ມາເປັນ “ການປັບຕົວທີ່ປອດໄພ ຍືດຫຍຸ່ນ ແລະການຄວບຄຸມການແຜ່ລະບາດຂອງໂຄວິດ-19 ໄດ້ຢ່າງມີປະສິດທິຜົນ”, ໂດຍສະເພາະ:

ທີໜຶ່ງ, ຮັບປະກັນຄວາມປອດໄພໃນການເຄື່ອນໄຫວທ່ອງທ່ຽວ.

ຂະແໜງການທ່ອງທ່ຽວໃຫ້ຄວາມສຳຄັນສູງສຸດໃນການຮັບຮອງຄວາມປອດໄພສຳລັບສະຖານທີ່ທ່ອງທ່ຽວ ແລະຄວາມປອດໄພຂອງນັກທ່ອງທ່ຽວ. ຕາມນັ້ນ, ກົມໃຫຍ່ການທ່ອງທ່ຽວໄດ້ແນະນຳໃຫ້ກະຊວງວັດທະນະທຳ ກິລາແລະການທ່ອງທ່ຽວອອກຄຳສັ່ງແນະນຳຊົ່ວຄາວເລກທີ 3862/HD-BVHTTDL ລົງວັນທີ 18 ຕຸລາ 2021 “ວ່າດ້ວຍການປະຕິບັດມະຕິເລກທີ 128/NQ-CP ລົງວັນທີ 11 ຕຸລາ 2021 ຂອງລັດຖະບານປະກາດໃຊ້ກົດລະບຽບຊົ່ວຄາວການປັບຕົວທີ່ປອດໄພ ຍືດຫຍຸ່ນ ແລະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິຜົນໃນການເຄື່ອນໄຫວວັດທະນະທຳ ກິລາ ແລະການທ່ອງທ່ຽວເພື່ອຜັນຂະຫຍາຍໃນບັນດາທ້ອງຖິ່ນ ແລະທຸລະກິດການທ່ອງທ່ຽວ. ຄຽງຄູ່ກັນນັ້ນ, ກົມໃຫຍ່ການທ່ອງທ່ຽວກໍ່ໄດ້ສ້າງລະບົບການລົງທະບຽບ ແລະປະເມີນຄວາມປອດໄພດ້ານໂຄວິດ-19 ທີ່ໃຊ້ກັບສະຖານທີ່ທ່ອງທ່ຽວ, ວິສາຫະກິດການທ່ອງທ່ຽວ, ສະຖານປະກອບການທີ່ພັກ, ຜູ້ນຳທ່ຽວ ແລະໜ່ວຍທຸລະກິດບໍລິການທ່ອງທ່ຽວໄດ້ທີ່ https://safe.tourism.com.vn. ແນະນຳແລະສະໜັບສະໜູນໃຫ້ນັກທ່ອງທ່ຽວໃຊ້ແອບພຼິເຄຊັນ Safe Vietnam Travel” ຢ່າງກວ້າງຂວາງເພື່ອຄົ້ນຫາຂໍ້ມູນການທ່ອງທ່ຽວທີ່ປອດໄພ, ແຈ້ງເລື່ອງສຸຂະພາບ ແລະປະເມີນຈຸດໝາຍປາຍທາງ.

ທີສອງສຸມ​ໃສ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຊຸກຍູ້​ຄວາມ​ຕ້ອງການ ​ແລະຟື້ນ​ຟູ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ.

ກະຊວງວັດທະນະທຳ ກິລາແລະການທ່ອງທ່ຽວ ປະກາດໃຊ້ແຜນການເລກທີ 3228/KH-BVHTTDL ລົງວັນທີວ່າດ້ວຍການຜັນຂະຫຍາຍນະໂຍບາຍເພື່ອກະຕຸ້ນຄວາມຕ້ອງການ ແລະຟື້ນຟູການເຄື່ອນໄຫວທ່ອງທ່ຽວແລະການເດີນທາງ ຕາມຈິດໃຈຂອງມະຕິໝາຍເລກ 63/NQ-CP ລົງວັນທີ 29 ມິຖຸນາ 2021 “ວ່າດ້ວຍບັນດາໜ້າທີ່ແລະວິທີແກ້ໄຂຕົ້ນຕໍ ເພື່ອການເຕີບໂຕທາງເສດຖະກິດ, ການເບີກຈ່າຍເງິນລົງທຶນສາທາລະນະ ແລະການສົ່ງອອກທີ່ຍືນຍົງ ໃນຊຸມເດືອນສຸດທ້າຍຂອງປີ 2021 ແລະຕົ້ນປີ 2022” ເຊິ່ງລະບຸໜຶ່ງໃນທັດສະນະຊີ້ນຳແມ່ນ ເຊື່ອມໂຍງການຟື້ນຟູແລະພັດທະນາການທ່ອງທ່ຽວ ກັບການປັບປຸງຍົກສູງຄວາມສາມາດພາຍໃນ ແລະຄວາມເປັນເຈົ້າຕົນເອງ ຂອງຂະແໜງການທ່ອງທ່ຽວ, ສົ່ງເສີມການພັດທະນາການທ່ອງທ່ຽວພາຍໃນປະເທດ ໂດຍຖືວ່າ ນີ້ເປັນພະລັງພາຍໃນ ເປັນຮາກຖານພື້ນຖານ ສຳລັບການພັດທະນາການທ່ອງທ່ຽວທີ່ຍືນຍົງ. ຄຽງຄູ່ກັນນັ້ນ, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ຍັງໄດ້ປະກາດໃຊ້ໂຄງການໝາຍເລກ 4698/BVHTTDL-TCDL ລົງວັນທີ 16 ຕຸລາ 2021 ວ່າ ​ໂຄງການ​ເປີດຕົວ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດແບບ​ປັບ​ຕົວ​ໄດ້ຢ່າງ​ປອດ​ໄພ ແລະຍືດຫຍຸ່ນ, ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ໄດ້ຢ່າງ​ມີ​ປະສິດທິ​ຜົນ ແລະຜັນຂະຫຍາຍໄປພ້ອມໆກັນທົ່ວປະເທດ ດ້ວຍຫົວຂໍ້ການທ່ອງທ່ຽວປອດໄພ - ປະສົບການຄົບຖ້ວນໂດຍມີສອງເປົ້າໝາຍພື້ນຖານຄື: ການຟື້ນຟູການທ່ອງທ່ຽວຕາມແຜນງານຕັ້ງແຕ່ພາຍໃນແຂວງ, ພາຍໃນພາກພື້ນ ຈົນເຖິງຕະຫຼາດໃນປະເທດ ປະກອບສ່ວນຄ່ອຍໆຟື້ນຟູຂະແໜງການທ່ອງທ່ຽວໃຫ້ປັບຕົວຢ່າງປອດໄພ ຍືດຫຍຸ່ນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການດ້ານການຊົມວິວ ການທ່ອງທ່ຽວ ແລະການພັກຜ່ອນຂອງປະຊາຊົນ; ການແນະນຳແລະສົ່ງເສີມຈຸດໝາຍປາຍທາງ, ຜະລິດຕະພັນ ແລະປະສົບການການທ່ອງທ່ຽວທີ່ຫຼາກຫຼາຍແລະໜ້າດຶງດູດ, ຮັບປະກັນຄວາມປອດໄພໃນການປ້ອງກັນແລະຄວບຄຸມໂລກລະບາດ, ຟື້ນຟູຄວາມເຊື່ອໝັ້ນຂອງຕະຫຼາດໃນການທ່ອງທ່ຽວພາຍໃນປະເທດທີ່ປອດໄພ. ໂຄງການສຸມໃສ່ສອງກິດຈະກຳຫຼັກຄື: ແນະນຳການຕ້ອນຮັບແລະຮັບໃຊ້ນັກທ່ອງທ່ຽວຢ່າງປອດໄພ (ສຳລັບພະແນກການທ່ອງທ່ຽວ, ໜ່ວຍທຸລະກິດການທ່ອງທ່ຽວ ແລະນັກທ່ອງທ່ຽວ) ແລະຈັດຕັ້ງການສື່ສານ, ການໂຄສະນາສົ່ງເສີມ ແລະການເປີດການທ່ອງທ່ຽວພາຍໃນປະເທດອີກຄັ້ງ. ກົມໃຫຍ່ການທ່ອງທ່ຽວຈັດຕັ້ງການເຄື່ອນໄຫວເຊື່ອມໂຍງຈຸດໝາຍປາຍທາງ, ສະມາຄົມການທ່ອງທ່ຽວ, ວິສາຫະກິດ ແລະສາຍການບິນ ເພື່ອສ້າງລາຍການທ່ອງທ່ຽວຄົບຊຸດທີ່ມີຄຸນນະພາບ ແລະສິດທິພິເສດເພື່ອກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວ. ບັນດາທ້ອງຖິ່ນທີ່ມີເງື່ອນໄຂກໍ່ວາງນະໂຍບາຍເພື່ອສະໜັບສະໜູນວິສາຫະກິດເຊັ່ນ: ການຍົກເວັ້ນຄ່າທຳນຽມ ຫຼືຫຼຸດຄ່າ​ເຂົ້າ​ຊົມໃນ​ຈຸດໝາຍ​ປາຍ​ທາງທີ່​ຄຸ້ມ​ຄອງໂດຍ​ທ້ອງ​ຖິ່ນ.

ທີສາມທົດ​ລອງ​ເປີດ​ຕະຫຼາດ​ສາກົນ​ເທື່ອ​ລະ​ກ້າວ.

ແຜນ​ງານ​ທົດ​ລອງ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຫວຽດ​ນາມ ໄດ້​ຮັບ​ການ​ປະ​ຕິ​ບັດ​ເປັນ 3 ໄລ​ຍະ, ໃນນັ້ນ ໄລຍະທີໜຶ່ງ ​ແມ່ນ​ໄລຍະ​ທົດ​ລອງ​ເປີດ​ການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ ເກາະຝູກວັກ (ແຂວງກຽນຢາງ), ແຂັງຮວ່າ, ກວ໋າງນາມ, ດານັ້ງ, ກວ໋າງນິງ ຜ່ານທ່ຽວບິນເຊົ່າເໝົາລຳ ຕາມຊຸດໂຄງການການທ່ອງທ່ຽວໃນເຂດທີ່ເລືອກແລະສະຖານທີ່ບໍລິການນັກທ່ອງທ່ຽວ. ໃນປີ 2021 ຂະແໜງການທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວປະມານ 3.500 ຄົນ, ເດືອນມັງການ 2022 ສືບຕໍ່ຕ້ອນຮັບນັກທ່ອງທ່ຽວຕ່າງຊາກຈາກ ເກົາຫຼີໃຕ້, ລັດເຊຍ, ອູຊະເບກິສະຖານ, ກາຊັກສະຖານ, ໄທ ແລະ ອິນເດຍ.

ທີສີ, ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສື່ສານ, ສົ່ງເສີມ​ການ​ທ່ອງ​ທ່ຽວ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການທ່ອງທ່ຽວ.

ຜັນຂະຫຍາຍການໂຄສະນາເຜີຍແຜ່ ຊຸກຍູ້ການທ່ອງທ່ຽວພາຍໃນປະເທດ “ການທ່ອງທ່ຽວປອດໄພ ແລະໜ້າທ່ຽວ. ປະສານສົມທົບໃນການຈັດການເປີດຕົວ, ການກະຕຸ້ນຕະຫຼາດ, ງານສະແດງການທ່ອງທ່ຽວ, ການສຳມະນາແນະນຳຈຸດໝາຍປາຍທາງ, ການເຊື່ອມໂຍງທາງທຸລະກິດ ດ້ວຍການປະສົມປະສານທີ່ຍືດຫຍຸ່ນຂອງຮູບການໂດຍກົງແລະແລະອອນໄລ, ໂຄງການສຳຫຼວດຈຸດໝາຍປາຍທາງ ແລະຜະລິດຕະພັນ. ຜັນຂະຫຍາຍການການສື່ສານມຸ່ງເປົ້າໄປທີ່ນັກທ່ອງທ່ຽວຕ່າງຊາດ ດ້ວຍບັ້ນສົ່ງເສີມການຂະຫຍາຍ ແລະໂຄສະນາ “Live fully in Vietnam” (ຢູ່ຢ່າງເຕັມຕົວໃນຫວຽດນາມ) ບົນຊ່ອງທາງສື່ອອນໄລ ຂອງສຳນັກງານກົມໃຫຍ່ການທ່ອງທ່ຽວຫວຽດນາມ ເຊັ່ນ ເວບໄຊ vietnam.travel, ເວບໄຊເຄືອຂ່າຍສັງຄົມອອນໄລ Facebook, Instagram, Pinterest...

ທີຫ້າ, ຜັນຂະຫຍາຍບັນດາຜະລິດຕະພັນການທ່ອງທ່ຽວທີ່ຫຼາກຫຼາຍເພື່ອຕອບສະໜອງທ່າອ່ຽງໃໝ່ຂອງຕະຫຼາດ.

ວາງແຜນລະບົບການທ່ອງທ່ຽວຫວຽດນາມໄລຍະປີ 2021-2030, ວິໄສທັດເຖິງປີ 2045. ການພັດທະນາຜະລິດຕະພັນການທ່ອງທ່ຽວໃໝ່ ແລະປ່ຽນແປງໃໝ່ຜະລິດຕະພັນການທ່ອງທ່ຽວທີ່ມີຢູ່ໃຫ້ສອດຄ່ອງກັບຄວາມຕ້ອງການທີ່ປ່ຽນແປງ ຍ້ອນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19; ພັດທະນາບັນດາຮູບແບບ ແລະການເຄື່ອນໄຫວເສດຖະກິດກາງຄືນ, ຊ່ວຍເພີ່ມການໃຊ້ຈ່າຍ ແລະປັບປຸງຍົກສູງປະສິດທິຜົນຂອງການເຄື່ອນໄຫວທ່ອງທ່ຽວ. ທ້ອງຖິ່ນຕ່າງໆກຳນົດການລົງທຶນ ແລະພັດທະນາຜະລິດຕະພັນການທ່ອງທ່ຽວຕາມຫົວຂໍ້ ບົນພື້ນຖານຈຸດແຂງ ທ່າແຮງທີ່ມີຢູ່ ແລະຄວາມແຕກຕ່າງ, ສ້າງເຄືອຂ່າຍຜະລິດຕະພັນທີ່ຫຼາກຫຼາຍແລະເສີມກັນ.

ທີຫົກຊຸກຍູ້ຂະບວນການປ່ຽນແປງດິຈິຕອນໃນຂະແໜງການທ່ອງທ່ຽວ

ວາງແຜນການພັດທະນາການທ່ອງທ່ຽວດິຈິຕອນໃນໄລຍະປີ 2021-2025. ປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະຂໍ້ມູນດິຈິຕອນ ເພື່ອຮັບໃຊ້ການຄຸ້ມຄອງສະຖານທີ່ພັກນັກທ່ອງທ່ຽວ, ບໍລິສັດນຳທ່ຽວ, ຜູ້ນຳທ່ຽນ, ຈຸດໝາຍປາຍທາງ, ສະຖານທີ່ບໍລິການການທ່ອງທ່ຽວ; ຖານຂໍ້ມູນທີ່ຮັບໃຊ້ການຄົ້ນຄວ້າຕະຫຼາດ, ການສົ່ງເສີມ ແລະການໂຄສະນາເຜີຍແຜ່ການທ່ອງທ່ຽວ. ສ້າງພື້ນຖານການເຊື່ອມຕໍ່ ເພື່ອຊ່ວຍໜູນການທຸລະກິດການທ່ອງທ່ຽວ, ຄ່ອຍໆສ້າງຕັ້ງແພຼດຟອມທຸລະກິດເອເລັກໂຕຣນິກ ເພື່ອການບໍລິການການທ່ອງທ່ຽວລະດັບຊາດ.

ທີເຈັດສະໜັບສະໜູນວິສາຫະກິດໃນການຍູ້ແຮງຂະບວນການຟື້ນຟູ ແລະປັບໂຄງສ້າງທຸລະກິດການທ່ອງທ່ຽວ.

ຕິດຕາມ ສັງເຄາະ ທົບທວນ ສະເໜີ ແລະສະເໜີແນະການຜັນຂະຫຍາຍບັນດານະໂຍບາຍທີ່ອອກໂດຍລັດຖະບານ ແລະກະຊວງ ເພື່ອສະໜັບສະໜູນການທ່ອງທ່ຽວ. ແນະນຳການປະຕິບັດບັນດານະໂຍບາຍສະໜັບສະໜູນວິສາຫະກິດ ແລະຜູ້ອອກແຮງງານ ໃນຂະບວນການຟື້ນຟູແລະກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວ. ສະໜັບສະໜູນການວາງແນວຕະຫຼາດ, ການວາງແນວຜະລິດຕະພັນ ກໍ່ຄືການສະໜັບສະໜູນການສົ່ງເສີມ ແລະໂຄສະນາເຜີຍແຜ່ຈຸດໝາຍປາຍທາງ.

ທີແປດ, ສະໜັບສະໜູນການພັດທະນາແຫຼ່ງບຸກຄະລາກອນຕາມໂຄງປະກອບທີ່ເໝາະສົມ ເພື່ອຕອບສະໜອງການຟື້ນຟູການທ່ອງທ່ຽວ, ການປັບໂຄງປະກອບແຫຼ່ງບຸກຄະລາກອນເພື່ອພັດທະນາການທ່ອງທ່ຽວ.

ການພັດທະນາແຫຼ່ງບຸກຄະລາກອນການທ່ອງທ່ຽວມີບົດບາດສຳຄັນໃນການຟື້ນຟູໃນໄລຍະສັ້ນ; ຮັບໃຊ້ການພັດທະນາການທ່ອງທ່ຽວທີ່ຍືນຍົງ, ຍົກສູງຄວາມສາມາດໃນການແຂ່ງຂັນໃນໄລຍະຍາວ. ການສ້າງແຜນການ, ການລົງທຶນ ແລະການປະເມີນແຫຼ່ງບຸກຄະລາກອນການທ່ອງທ່ຽວ. ລົງທຶນຝຶກອົບຮົມ, ຝຶກອົບຮົມຄືນໃໝ່ ພະນັກງານອາຊີບ ເພື່ອຮັບໃຊ້ທຸລະກິດໂຮງແຮງ ການທ່ອງທ່ຽວ ຜູ້ນຳທ່ຽວ ສົ່ງເສີມການທ່ອງທ່ຽວ...

ເພື່ອຟື້ນຟູຂະແໜງການທ່ອງທ່ຽວໃນສະພາບການໃໝ່, ຊ່ວຍເຫຼືອວິສາຫະກິດການທ່ອງທ່ຽວ ແລະຜູ້ອອກແຮງຂອງຂະແໜງການທ່ອງທ່ຽວຢ່າງທັນການ ໃນການແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະກຽມເງື່ອນໄຂກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວໃນອະນາຄົດອັນໃກ້ນີ້; ມຸ່ງສູ່ເປົ້າໝາຍປີ 2022 ຫວຽດນາມໄດ້ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 65 ລ້ານຄົນ, ໃນນັ້ນມີນັກທ່ອງທ່ຽວຕ່າງຊາດປະມານ 5 ລ້ານຄົນ, ນັກທ່ອງທ່ຽວໃນປະເທດປະມານ 60 ລ້ານຄົນ, ລາຍໄດ້ລວມຈາກນັກທ່ອງທ່ຽວບັນລຸ 400.000 ຕື້ດົ່ງ, ຈຳເປັນຕ້ອງປະຕິບັດນະໂຍບາຍຈຳນວນໜຶ່ງດັ່ງນີ້:

ທີໜຶ່ງ, ການຟື້ນຟູແລະການພັດທະນາການທ່ອງທ່ຽວຕ້ອງໄດ້ຮັບການລະບຸວ່າ ເປັນໜຶ່ງໃນເນື້ອໃນສຳຄັນ ຂອງໂຄງການຟື້ນຟຸແລະພັດທະນາເສດຖະກິດສັງຄົມປີ 2022, 2023. ການຜັນຂະຫຍາຍປະຕິບັດໂຄງການຟື້ນຟູການພັດທະນາການທ່ອງທ່ຽວຢ່າງຄົບຊຸດແລະແຂງແຮງ, ປະກອບສ່ວນປະຕິບັດເປົ້າໝາຍທີ່ວາງໄວ້ໃນໂຄງການພັດທະນາເສດຖະກິດສັງຄົມ. ດຳເນີນການການເປີດການທ່ອງທ່ຽວລະຫວ່າງປະເທດ ແລະພາຍໃນປະທດ ຢ່າງມີປະສິດທິພາບແລະປອດໄພ ຕັ້ງແຕ່ວັນທີ 15 ມີນາ 2022 ໃນສະຖານະການປົກກະຕິໃໝ່ ທາງອາກາດ ທາງຖະໜົນ ທາງທະເລ, ຮັບປະກັນຄວາມປອດໄພ ແລະຄວາມຄົບຊຸດກັບການຜັນຂະຫຍາຍໂຄງການຟື້ນຟູ ແລະພັດທະນາເສດຖະກິດສັງຄົມຂອງລັດຖະບານອີງໃສ່ສະພາບການ, ຜົນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະປະເມີນຜົນການຕ້ອນຮັບນັກທ່ອງທ່ຽວຕ່າງຊາດ ໃນໄລຍະປົກກະຕິໃໝ່ ເພື່ອເປີດກິດຈະກຳການທ່ອງທ່ຽວທັງໃນແລະຕ່າງປະເທດຢ່າງເຕັມຮູບແບບ. ຊາບຊຶມດຳເນີນໂຄງການພັດທະນາການທ່ອງທ່ຽວພາຍໃນປະເທດທີ່ຄ່ອງຕົວປອດໄພ, ຍືດຫຍຸ່ນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິຜົນ ໃນຈົດໝາຍທາງການເລກທີ 4698/BVHTTDL-TCDL ລົງວັນທີ 16 ທັນວາ 2021 ຂອງກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວ. ຊາບຊຶມຄຳແນະນຳເລກທີ 3862/HD-BVHTTDL ລົງວັນທີ 18 ຕຸລາ 2021, ຂອງກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວ ເພື່ອປະຕິບັດມະຕິເລກທີ 128/NQ-CP ລົງວັນທີ 11 ຕຸລາ 2021 ຂອງລັດຖະບານທີ່ປະກາດໃຊ້ກົດລະບຽບຊົ່ວຄາວ: ການປັບຕົວຢ່າງປອດໄພແລະຍືດຫຍຸ່ນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິຜົນໃນການເຄື່ອນໄຫວວັດທະນະທຳ ກິລາ ແລະການທ່ອງທ່ຽວ. ທ້ອງ​ຖິ່ນ​ປະກາດ​ເປີດ​ການທ່ອງທ່ຽວ, ຕ້ອນຮັບ ​ແລະ ​ບໍລິການ​ນັກ​ທ່ອງ​ທ່ຽວ ​ຕາມ​ແຕ່ລະ​ລະດັບ​ການ​ແຜ່​ລະບາດ​ຂອງ​ເຂດ​ທີ່​ກ່ຽວຂ້ອງ​ກັບ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ລະບາດ. ບັນດາທ້ອງຖິ່ນປະກາດເປີດການທ່ອງທ່ຽວ ຕ້ອນຮັບ ແລະຮັບໃຊ້ນັກທ່ອງທ່ຽວ ຕາມລະດັບການແຜ່ລະບາດໃນແຕ່ລະພື້ນທີ່ ຕິດພັນກັບມາດຕະການຄວາມປອອດໄພດ້ານໂລກລະບາດທີ່ສອດຄ່ອງກັນ

ທີສອງ, ໜ້າທີ່ແລະວິທີການແກ້ໄຂການຟື້ນຟູແລະພັດທະນາການທ່ອງທ່ຽວຕ້ອງມີພື້ນຖານທາງກົດໝາຍແລະມີຊັບພະຍາກອນພຽງພໍ ເພື່ອຜັນຂະຫຍາຍປະຕິບັດ. ຈຳເປັນຕ້ອງປະກາດໃຊ້ນະໂຍບາຍເພື່ອອຳນວຍຄວາມສະດວກດ້ານການທ່ອງທ່ຽວ ເຊັ່ນ ການຈັດຕັ້ງສຳນັກງານຕົວແທນການທ່ອງທ່ຽວຫວຽດນາມໃນຕ່າງປະເທດ, ການປ່ຽນແປງດິຈິຕອນໃນການທ່ອງທ່ຽວ, ການສົ່ງເສີມ ການໃຊ້ປະໂຫຍດຈາກຕະຫຼາດ ແລະການພັດທະນາຜະລິດຕະພັນການທ່ອງທ່ຽວ, ການດຶງດູດນັກທ່ອງທ່ຽວຕ່າງປະເທດຈາກຕະຫຼາດສຳຄັນມາໃນຫວຽດນາມ, ສົ່ງເສີມການທ່ອງທ່ຽວພາຍໃນປະເທດ, ກະຕຸ້ນການໃຊ້ຈ່າຍຂອງນັກທ່ອງທ່ຽວປະກອບສ່ວນເພີ່ມອັດຕາສ່ວນຂອງຂະແໜງການທ່ອງທ່ຽວໃນຂົງເຂດບໍລິການ, ຊຸກຍູ້ການທ່ອງທ່ຽວຫວຽດນາມໃຫ້ພັດທະນາເປັນຂະແໜງການເສດຖະກິດທີ່ສຳຄັນ.

ທີ່ສາມ, ບັນດາກະຊວງແລະຂະແໜງການສືບຕໍ່ຄົ້ນຄວ້າ ສະເໜີ ແລະປະກາດໃຊ້ຕາມນະໂຍບາຍການການຄັງ ນະໂຍບາຍການເງິນ ນະໂຍບາຍຄວາມປອດໄພທາງສັງຄົມ ແລະບັນດານະໂຍບາຍອື່ນໆ ເພື່ອສະໜັບສະໜູນວິສາຫະກິດການທ່ອງທ່ຽວ ແລະຜູ້ອອກແຮງງານໃນຂະແໜງການທ່ອງທ່ຽວທີ່ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ນະໂຍບາຍບາງປະການທີ່ແນະນຳສຳລັບການສະໜັບສະໜູນຢ່າງຕໍ່ເນື່ອງມີດັ່ງນີ້:

- ຂະຫຍາຍເວລາບັງຄົບໃຊ້ນະໂຍບາຍພາສີແລະຄ່າທຳນຽມ, ຂະຫຍາຍເງື່ອນໄຂການຮັບການສະໜັບສະໜູນຈາກນະໂຍບາຍຄວາມປອດໄພທາງສັງຄົມຂະຫຍາຍນະໂຍບາຍພາສີມູນຄ່າເພີ່ມ (VAT) ສຳລັບບໍລິການໃນຂົງເຂດການທ່ອງທ່ຽວ; ນະໂຍບາຍການຫຼຸດພາສີລາຍໄດ້ວິສາຫະກິດ; ນະໂຍບາຍຂະຫຍາຍກຳນົດເວລາການຊຳລະພາສີມູນຄ່າເພີ່ມ, ພາສີລາຍໄດ້ວີສາຫະກິດ, ພາສີລາຍໄດ້ບຸກຄົນ ແລະຄ່າເຊົ່າທີ່ດິນ ຈົນຮອດທ້າຍປີ 2023. ເລື່ອນເວລາຊໍາລະຄ່າທຳນຽມກຳມະບານ 6 ເດືອນ ສຳລັບບັນດາວິສາຫະກິດທີ່ມີຈໍານວນພະນັກງານເຂົ້າຮ່ວມປະກັນສັງຄົມຫຼຸດລົງ 15% ຂຶ້ນໄປ ເມື່ອທຽບກັບເດືອນມັງກອນ 2020 ໂດຍບໍ່ຖືກຄິດດອກເບ້ຍ ຫຼືຄ່າປັບໄໝການຊໍາລະຊັກຊ້າ, ຂະຫຍາຍເວລາການບັງຄັບໃຊ້ຈົນຮອດທ້າຍປີ 2023; ຫຼຸດຄ່າທຳນຽມໃບອະນຸຍາດທຸລະກິດທ່ອງທ່ຽວ ແລະການອອກບັດຜູ້ນຳທ່ຽວ 50% ຈົນຮອດທ້າຍປີ 2023; ຫຼຸດລາຄາໄຟຟ້າທີ່ໃຊ້ກັບສະຖານປະກອບການທີ່ພັກນັກທ່ອງທ່ຽວເທົ່າກັບລາຄາໄຟຟ້າເພື່ອການຜະລິດ. ປະຕິບັດມະຕິຕົກລົງເລກທີ 33/2021/QĐ-TTg ລົງວັນທີ 6 ພະຈິກ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍການແກ້ໄຂແລະເພີ່ມເຕີມບາງຂໍ້ຂອງມະຕິຕົກລົງເລກທີ 23/2021/QĐ-TTg ລົງວັນທີ 7 ກໍບະກົດ 2021, ຂອງນາຍົກລັດຖະມົນຕີ ທີ່ກຳນົດກ່ຽວກັບການປະຕິບັດນະໂຍບາຍບາງປະການ ເພື່ອຊ່ວຍເຫຼືອຜູ້ອອກແຮງງານແລະຜູ້ໃຊ້ແຮງງານທີ່ປະສົບບັນຫາຈາກການແຜ່ລະບາດຂອງພະຍາດໂຄວິດ-19”.

- ສະເໜີອອກນະໂຍບາຍສະໜັບສະໜູນເພີ່ມເຕີມ: 1- ອະນຸຍາດໃຫ້ຫຼຸດພາສີລາຍໄດ້ບຸກຄົນ 50% ໃນປີ 2022 ແລະປີ 2023 ສຳລັບຂົງເຂດ: ບໍລິການຂົນສົ່ງ, ບໍລິການທີ່ພັກ, ບໍລິການອາຫານ, ບໍລິການຕົວແທນທ່ອງທ່ຽວ, ທຸລະກິດການທ່ອງທ່ຽວ ແລະບໍລິການສະໜັບສະໜູນທີ່ກ່ຽວຂ້ອງກັບການສົ່ງເສີມການທ່ອງທ່ຽວ ແລະການຈັດຕັ້ງການທ່ອງທ່ຽວ; 2- ອະນຸຍາດໃຫ້ວິສາຫະກິດເຮັດທຸລະກິດໃນດ້ານການບໍລິການຂົນສົ່ງ; ບໍລິການທີ່ພັກ; ບໍລິການອາຫານ; ບໍລິການຂອງຕົວແທນທ່ອງທ່ຽວ, ທຸລະກິດການທ່ອງທ່ຽວ ແລະບໍລິການສະໜັບສະໜູນທີ່ກ່ຽວຂ້ອງກັບການສົ່ງເສີມ ແລະການຈັດການທ່ອງທ່ຽວມີສິດໄດ້ຮັບສິນເຊື່ອທີ່ມີອັດຕາດອກເບ້ຍຕ່ຳ ແລະມີເງື່ອນໄຂສິນເຊື່ອທີ່ຮຽບງ່າຍ: ສິນເຊື່ອທີ່ບໍ່ມີຫຼັກປະກັນຫຼືການຈຳນອງເທົ່າກັບກະແສເງິນສົດຂອງທຸລະກິດ, ອັດຕາດອກເບ້ຍເງິນກູ້ 3% ຕໍ່ປີ, ໄລຍະເວລາກູ້ 30 ເດືອນ ໂດຍ 3 ເດືອນຕົ້ນເປັນເວລາຜ່ອນຜັນໂດຍບໍ່ຈ່າຍດອກເບ້ຍແລະເງິນຕົ້ນ; 3- ໃຊ້ຄ່າທຳນຽມກຳມະບານ 1% ຂອງກອງທຶນເງິນເດືອນວິສາຫະກິດການທ່ອງທ່ຽວໃນປີ 2022 ແລະ 2023; 4- ທ້ອງຖິ່ນພິຈາລະນາມີນະໂຍບາຍເຂົ້າຊົມສະຖານທີ່ທ່ອງທ່ຽວບໍ່ເສຍຄ່າຈົນເຖິງທ້າຍປີ 2022 ຊ່ວຍໃຫ້ວິສາຫະກິດຫຼຸດຕົ້ນທຶນການທ່ອງທ່ຽວ, ກະຕຸ້ນຄວາມຕ້ອງການການທ່ອງທ່ຽວແລະການເດີນທາງ.

ໃນປີ 2020 ແລະ 2021, ເຖິງວ່າຖືກຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ການທ່ອງທ່ຽວຫວຽດນາມຍັງຄົງໄດ້ຮັບ​ລາງວັນ​ສາກົນ​ທີ່​ມີ​ຊື່​ສຽງ​ຫຼາຍ​ຢ່າງ, ​ເຊັ່ນ: ຫວຽດນາມ​ແມ່ນ​ຈຸດໝາຍ​ປາຍທາງແຫ່ງ​ວັດທະນະທຳ, ຈຸດໝາຍປາຍທາງແຫ່ງມໍລະດົກ, ຈຸດໝາຍປາຍທາງດ້ານອາຫານຊັ້ນນຳຂອງອາຊີ, ຈຸດໝາຍປາຍທາງດ້ານກອຟທີ່ດີທີ່ສຸດຂອງອາຊີ. ກົມໃຫຍ່ການທ່ອງທ່ຽວຫວຽດນາມໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ​ເປັນ​ອົງ​ການ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ​ຂອງ​ອາ​ຊີ (ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ​ໂດຍ WTA - World Travel Awards). ຫວຽດນາມຍັງຢູ່ໃນອັນດັບທີ 16 ໃນລາຍຊື່ 20 ຈຸດໝາຍປາຍທາງສຳລັບການເດີນທາງສ່ວນຕົວໃນປີ 2021 ໂດຍວາລະສານ Travel & Leisure ຂອງສະຫະລັດອາເມລິກາ, CNN Travel ເລືອກຫວຽດນາມເປັນອັນດັບ 13 ຈາກ 21 ຈຸດໝາຍປາຍທາງທີ່ດີທີ່ສຸດສຳລັບການເດີນທາງໃນປີ 2021 ໂດຍອີງ​ຕາມ​ການ​ປະ​ເມີນ​ຜົນ​ການ​ຄວບ​ຄຸມ​ທີ່​ດີຕໍ່​ການ​ແຜ່​ລະ​ບາດຂອງພະຍາດໂຄວິດ-19. ດັ່ງນັ້ນ, ສາມາດເຊື່ອ​ໝັ້ນ​ວ່າ ຂະ​ແໜງ​ການທ່ອງ​ທ່ຽວ​ຫວຽດນາມ ຈະ​ຟື້ນ​ຟູ ​ແລະ​ມີຄວາມ​ໜ້າ​ດຶງ​ດູດ​ໃຈ, ​ເປັນມື​ອາຊີບ ​ແລະຍືນ​ຍົງຫຼາຍຂຶ້ນ, ກາຍ​ເປັນ​ຂະ​ແໜງການ​ເສດຖະກິດ​ສຳຄັນ​ຢ່າງ​ແທ້​ຈິງ, ປະກອບສ່ວນ​ຊຸກຍູ້​ການ​ຟື້ນ​ຟູ ແລະພັດທະນາເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ຊາດ./.

------------------------------------

ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1019 (ເດືອນສິງຫາ 2023)