ຫວຽດນາມສືບຕໍ່ປະຕິບັດນະໂຍບາຍການເງິນທີ່ເປັນເຈົ້າການ ມີວິໄນ
ມີລະບຽບວິໄນ ແລະ ມີປະສິດທິຜົນ, ປະກອບສ່ວນປະຕິບັດບັນດາ
ເປົ້າໝາຍການພັດທະນາເສດຖະກິດ - ສັງຄົມທີ່ປະສົບຄວາມສຳເລັດ,
ຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງ ໃນປີ 2021
ມີລະບຽບວິໄນ ແລະ ມີປະສິດທິຜົນ, ປະກອບສ່ວນປະຕິບັດບັນດາ
ເປົ້າໝາຍການພັດທະນາເສດຖະກິດ - ສັງຄົມທີ່ປະສົບຄວາມສຳເລັດ,
ຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງ ໃນປີ 2021
ວກ - ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ປີ 2020, ຂະແໜງການເງິນຫວຽດນາມປະຕິບັດຕາມແຜນນະໂຍບາຍ ແລະ ມະຕິຂອງພັກກອມມູນິດ, ສະພາແຫ່ງຊາດ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຢ່າງໃກ້ຊິດ ແລະ ປະສົບຄວາມສຳເລັດໃນດ້ານຕ່າງໆຫຼາຍຢ່າງ. ປີ 2021 ແລະບັນດາປີຕໍ່ໄປ, ຂະແໜງການເງິນຈະສືບຕໍ່ປະຕິບັດນະໂຍບາຍການເງິນຕາມທິດ ເປັນເຈົ້າການ ມີວິໄນ ມີລະບຽບວິໄນ ແລະ ມີປະສິດທິຜົນ, ຜ່ານນັ້ນ ຕັດສິນໃຈຟື້ນຟູການເຕີບໂຕເສດຖະກິດ, ທັງຄວບຄຸມໂລກລະບາດໃນປະເທດໃຫ້ໄດ້ເປັນຢ່າງດີ, ເສີມຂະຫຍາຍຂໍ້ສະດວກຫຼາຍທີ່ສຸດ, ໄປສູ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມວາງອອກ.
ກຳມະການກົມການເມືອງຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ຫງວຽນຊວັນຝຸກ ພ້ອມກັບບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມອອນໄລສະຫຼຸບວຽກງານການເງິນ - ງົບປະມານແຫ່ງລັດປີ 2020 ແລະຜັນຂະຫຍາຍໜ້າທີ່ການເງິນ - ງົບປະມານແຫ່ງລັດປີ 2021 (ຮ່າໂນ້ຍ, ວັນທີ 8 ມັງກອນ 2021) _ພາບ: TTXVN
ເປັນເຈົ້າການ, ໄຫວພິບ ແລະ ທັນການ ໃນການແກ້ຄວາມຫຍຸ້ງຍາກປີ 2020
ໜ້າທີ່ການພັດທະນາເສດຖະກິດ - ສັງຄົມ ແລະ ການເງິນງົບປະມານແຫ່ງລັດປີ 2020 ໄດ້ຮັບການຜັນຂະຫຍາຍໃນສະພາບການເສດຖະກິດໂລກ ແລະໃນປະເທດຖືກຜົນກະທົບຢ່າງໜັກໜ່ວງຍ້ອນການລະບາດໃຫຍ່ ແລະການປ່ຽນແປງທີ່ຜິດປົກກະຕິຂອງສະພາບອາການ.
ຕໍ່ໜ້າສະພາບການດັ່ງກ່າວ, ບົນພື້ນຖານທິດທາງການຊີ້ນຳຂອງພັກກອມມູນິດ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ ຫວຽດນາມ, ນະໂຍບາຍການເງິນໄດ້ຮັບການຈັດການຢ່າງເປັນເຈົ້າການ, ໄຫວພິບ ແລະທັນທ່ວງທີ ດ້ວຍບັນດາວິທີແກ້ໄຂຄວາມຫຍຸ້ງຍາກ ໃນການເຄື່ອນໄຫວຜະລິດທຸລະກິດ ຂອງວິສາຫະກິດ ແລະຜູ້ຄົນທີ່ຖືກຜົນກະທົບຂອງການລະບາດໃຫຍ່ຂອງໂຄວິດ-19, ຮັບປະກັນເງິນທຶນໃຫ້ແກ່ການປ້ອງກັນແລະຄວບຄຸມການລະບາດ, ການຮັບມືກັບຜົນກະທົບຈາກໄພພິບັດທາງທຳມະຊາດ, ໄພແຫ້ງແລ້ງ, ພາຍຸ, ນໍ້າຖ້ວມ,... ລະອຽດຄື:
ກ່ຽວກັບລາຍຮັບງົບປະມານຂອງລັດ, ໄດ້ປະຕິບັດການຫຼຸດພາສີລາຍຮັບວິສາຫະກິດ 30%, ຫຼຸດພາສີການປົກປ້ອງສິ່ງແວດລ້ອມ 30% ຕໍ່ກັບນໍ້າມັນເຮືອບິນ; ຫຼຸດຜ່ອນຄ່າເຊົ່າທີ່ດິນ; ຕໍ່ກຳນົດເວລາຊຳລະພາສີມູນຄ່າເພີ່ມ, ພາສີລາຍຮັບວິສາຫະກິດ, ພາສີລາຍໄດ້ບຸກຄົນ ແລະຄ່າເຊົ່າທີ່ດິນ; ຕໍ່ກຳນົດເວລາຊຳລະພາສີຊົມໃຊ້ລົດຍົນທີ່ຜະລິດແລະປະກອບຢູ່ພາຍໃນປະເທດ, ສືບຕໍ່ຍົກເວັ້ນພາສີການນຳໃຊ້ທີ່ດິນກະສິກຳ, ປະຕິບັດການຍົກເວັ້ນແລະຫຼຸດຄ່າທຳນຽມ ຄ່າບໍລິການຫຼາຍສິບປະເພດສຳລັບຜູ້ຄົນແລະວິສາຫະກິດ...
ຜົນໄດ້ຮັບໃນການປະຕິບັດນະໂຍບາຍຮອດທ້າຍເດືອນພະຈິກ 2020 ບັນລຸປະມານ 103,2 ພັນຕື້ດົ່ງ, ໃນນັ້ນ: ການຕໍ່ກຳນົດເວລາຊຳລະພາສີແລະຄ່າເຊົ່າທີ່ດິນແມ່ນປະມານ 67,2 ພັນຕື້ດົ່ງ; ຕໍ່ກຳນົດເວລາຊຳລະພາສີຊົມໃຊ້ລົດຍົນທີ່ຜະລິດແລະປະກອບຢູ່ພາຍໃນປະເທດປະມານ 16,5 ພັນຕື້ດົ່ງ; ການຍົກເວັ້ນແລະຫຼຸດພາສີ, ຄ່າທຳນຽມ, ຄ່າບໍລິການ ປະມານ 19,5 ພັນຕື້ດົ່ງ.
ກ່ຽວກັບລາຍຈ່າຍງົບປະມານຂອງລັດ, ໃນສະພາບການລາຍຮັບງົບປະມານຫຼຸດລົງ ແລະ ການດຸ່ນດ່ຽງງົບປະມານທີ່ຫຍຸ້ງຍາກດັ່ງກ່າວ, ແຕ່ຍັງສາມາດເສີມແຫຼ່ງການໃຊ້ຈ່າຍເພີ່ມເຕີມສຳລັບການປ້ອງກັນແລະຕ້ານພະຍາດ, ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດໃຫຍ່ຂອງໂຄວິດ-19, ໄພທຳມະຊາດເຊັ່ນ ໄພແຫ້ງແລ້ງ, ພາຍຸ ແລະ ນໍ້າຖ້ວມ.
ຮອດທ້ານເດືອນພະຈິກ 2020, ງົບປະມານໄດ້ຈ່າຍເງິນກວ່າ 17,9 ພັນຕື້ດົ່ງຫວຽດນາມໃນການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ ແລະສະໜັບສະໜູນປະຊາຊົນກວ່າ 12,95 ລ້ານຄົນ, ຫຼາຍກວ່າ 30,3 ພັນຄົວເຮືອນທຸລະກິດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດໃຫຍ່ຂອງໂຄວິດ-19; ງົບປະມານສູນກາງໄດ້ໃຊ້ເງິນຫຼາຍກວ່າ 4,54 ພັນຕື້ດົ່ງໃນກອງທຶນສຳຮອງສຸກເສີນເພື່ອແກ້ໄຂຜົນກະທົບຈາກໄພພິບັດທາງທໍາມະຊາດ, ນ້ຳຖ້ວມ ແລະໂລກອະຫິວາອາຟຣິກກາໃນໝູ. ຄຽງຄູ່ກັນນັ້ນ, ໄດ້ອອກເຂົ້າປະມານ 32,95 ພັນໂຕນຈາກສາງສຳຮອງແຫ່ງຊາດ ເພື່ອຊ່ວຍເຫຼືອບັນເທົາຄວາມອຶດຫິວຂອງປະຊາຊົນ, ເພື່ອເອົາຊະນະຜົນກະທົບຈາກໄພພິບັດທາງທຳມະຊາດ ແລະ ສະພາບຂາດແຄນທັນຍາຫານໃນຕົ້ນປີ.
ເພື່ອແບ່ງປັນຄວາມຫຍຸ້ງຍາກກັບວິສາຫະກິດແລະປະຊາຊົນ, ລັດຖະບານໄດ້ຮຽກໃຫ້ກະຊວງ, ອົງການສູນກາງແລະທ້ອງຖິ່ນ ປະຢັດລາຍຈ່າຍງົບປະມານຂອງລັດຢ່າງລະອຽດ, ທົບທວນແລະຫຼຸດຄ່າໃຊ້ຈ່າຍການປະຊຸມ ແລະ ການເດີນທາງເພື່ອທຸລະກິດທັງໃນແລະຕ່າປະເທດ ຢ່າງໜ້ອຍ 70%, ປະຢັດເພີ່ມອີກ 10% ຂອງຄ່າໃຊ້ຈ່າຍທີ່ເກີດຂຶ້ນປະຈຳ, ຍົກເລີກການໃຊ້ຈ່າຍຄາດຄະເນຕາມໜ້າວຽກທີ່ບໍ່ຜັນຂະຫຍາຍການປະຕິບັດ,....
ຍ້ອນຜົນກະທົບອັນຮ້າຍແຮງຈາກການລະບາດໃຫຍ່ຂອງໂຄວິດ-19 ຄວບຄູ່ໄປກັບການດຳເນີນການແກ້ບັນຫານະໂຍບາຍການເງິນເພື່ອສະໜັບສະໜູນວິສາຫະກິດ ແລະປະຊາຊົນ ດັ່ງນັ້ນການດຸ່ນດ່ຽງງົບປະມານຂອງລັດໃນປີ 2020 ຈຶ່ງມີຄວາມຫຍຸ້ງຍາກ. ລາຍຮັບງົບປະມານແຫ່ງລັດສະສົມໃນ 11 ເດືອນຂອງປີ 2020 ບັນລຸໄດ້ 83,4% ຂອງການຄາດຄະເນ, ຫຼຸດລົງ 7,8% ທຽບກັບໄລຍະດຽວກັນຂອງປີ 2019, ເປັນລະດັບຕໍ່າສຸດໃນຊຸມປີຜ່ານມາ. ໃນນັ້ນ, ລາຍຮັບງົບປະມານສູນກາງໃນປີ 2020 ບັນລຸ 88,4% ຂອງການຄາດຄະເນ.
ແນວໃດກໍ່ຕາມ, ຍ້ອນຜົນໄດ້ຮັບໃນທາງບວກຈາກການປ້ອງກັນແລະຕ້ານໂລກລະບາດ, ຜົນກະທົບແຜ່ຫຼາຍຈາກມາດຕະການແກ້ໄຂບັນຫາດ້ານການເງິນ - ເງິນຕາຂອງລັດຖະບານ, ສະພາບການຜະລິດແລະທຸລະກິດໃນຊຸມເດືອນສຸດທ້າຍຂອງປີໄດ້ເລີ່ມດີຂຶ້ນ, ຄວາມໄວ້ວາງໃຈຂອງຜູ້ບໍລິໂພກໄດ້ຮັບການປັບປຸງ, ຈາກນັ້ນປະກອບສ່ວນເພີ່ມລາຍຮັບງົບປະມານຂອງລັດ. ຄາດວ່າໃນປີ 2020, ລາຍຮັບງົບປະມານຂອງລັດຈະບັນລຸປະມານ 1,44 ລ້ານຕື້ດົ່ງຫວຽດນາມ, ເທົ່າກັບ 95% - 96% ຄາດໝາຍແຜນການ.
ເຖິງວ່າລາຍຮັບງົບປະມານຫຼຸດລົງກໍ່ຕາມ, ແຕ່ຍ້ອນຄວາມເປັນເຈົ້າການໃນການບໍລິຫານຄຸ້ມຄອງ ແລະການສະສົມງົບປະມານໃນສົກປີ 2016-2019, ບົນພື້ນຖານການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ມະຕິເລກທີ 07 -NQ/TW, ວັນທີ 18 ພະຈິກ 2016 ຂອງກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ກ່ຽວກັບແຜນນະໂຍບາຍ, ວິທີການປັບໂຄງສ້າງງົບປະມານແຫ່ງລັດຄືນໃໝ່, ຄຸ້ມຄອງໜີ້ສາທາລະນະ ເພື່ອຮັບປະກັນລະບົບການເງິນແຫ່ງຊາດມີຄວາມປອດໄພ, ຍືນຍົງ, ດັ່ງນັ້ນງົບປະມານຂອງສູນກາງ ແລະ ງົບປະມານທ້ອງຖິ່ນໃນປີ 2020 ຍັງມີຄວາມດຸ່ນດ່ຽງ ແລະ ຮັບປະກັນການປະຕິບັດບັນດາໜ້າທີ່ການເມືອງ, ເສດຖະກິດ - ສັງຄົມທີ່ສຳຄັນ ຕາມແຜນການທີ່ວາງໄວ້. ໃນກອງປະຊຸມທ້າຍປີ 2020, ລັດຖະບານລາຍງານແລະຂໍໃຫ້ສະພາແຫ່ງຊາດດັດປັບການໃຊ້ຈ່າຍເກີນເປັນ 4,99% ຂອງ ຈີດີພີ. ແຕ່, ບົນພື້ນຖານຂອງລາຍຮັບງົບປະມານທີ່ດີຂຶ້ນ ແລະ ການປະຢັດສຸດຂີດ, ການຫຼຸດການໃຊ້ຈ່າຍລົງ, ດັ່ງນັ້ນຄວາມເປັນໄປໄດ້ຂອງການຂາດດຸນງົບປະມານມີພຽງ 4,1% - 4,2% ຂອງຈີດີພີ.
ປີ 2020, ຂະແໜງການພາສີໄດ້ປະຕິບັດວິທີຕ່າງໆ ເພື່ອປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນການຜະລິດທຸລະກິດ ຂອງວິສາຫະກິດແລະປະຊາຊົນ ທີ່ຖືກຜົນກະທົບຈາກໂລກລະບາດຂະໜາດໃຫຍ່, ເຊັ່ນ ການຕໍ່ກຳນົດເວລາຊຳລະພິສີຊົມໃຊ້ພິເສດສຳລັບລົດຍົນທີ່ຜະລິດແລະປະກອບຢູ່ໃນປະເທດ... (ໃນພາບ: ສາຍການຜະລິດລົດຍົນຂອງ ຮີອູນດາຍ ແທ່ງກົງ ໃນຫວຽດນາມ) _ພາບ: TTXVN
ປະຕິບັດຕາມແຜນນະໂຍບາຍແລະມະຕິຂອງພັກກອມມູນິດ,
ສະພາແຫ່ງຊາດ ແລະລັດຖະບານຫວຽດນາມຕະຫຼອດໄລຍະ
ເບິ່ງຄືນຫຼັງ 5 ປີທີ່ຜ່ານມາ, ນະໂຍບາຍການເງິນຂອງຫວຽດນາມໄດ້ຮັບການຄຸ້ມຄອງຢ່າງໃກ້ຊິດ ຄ່ອງແຄ້ວ ແລະ ໄດ້ປະຕິບັດຕາມແຜນນະໂຍບາຍ, ມະຕິຂອງພັກກອມມູນິດ, ສະພາແຫ່ງຊາດ ແລະ ລັດຖະບານຢ່າງໃກ້ຊິດ; ດັ່ງນັ້ນຈຶ່ງໄດ້ຮັບຜົນສຳເລັດໃນທາງບວກຢ່າງຫຼາຍ, ເຊັ່ນ: ການລະດົມລາຍຮັບງົບປະມານເຖິງ 24% - 25% ຂອງຈີດີພີ (ລື່ນແຜນການ 23,5% ຂອງຈີດີພີ); ໂຄງປະກອບລາຍຮັບໄດ້ປ່ຽນແປງໄປໃນທາງບວກ, ອັດຕາສ່ວນຂອງລາຍຮັບພາຍໃນໄດ້ເພີ່ມຂຶ້ນຈາກ 68% ໃນໄລຍະ 2011 - 2015, ຂຶ້ນເປັນ 85% ໃນປີ 2020; ອັດຕາສ່ວນຄາດຄະເນລາຍຈ່າຍການລົງທຶນພັດທະນາເພີ່ມຂຶ້ນຈາກ 26,2% ຂອງການຄາດຄະເນປີ 2018, ຂຶ້ນເປັນ 26,9% ຂອງການຄາດຄະເນປີ 2020, ການປະຕິບັດໄດ້ປະມານກວ່າ 28% (ລື່ນຄາດໝາຍ 25% - 26%); ອັດຕາສ່ວນຄາດຄະເນລາຍຈ່າຍປະຈຳຫຼຸດລົງຈາກ 61,8% ຂອງການຄາດຄະເນປີ 2018, ເປັນ 60,5% ຂອງການຄາດຄະເນປີ 2020; ລາຍຈ່າຍເກີນດຸນສະເລ່ຍໃນ 5 ປີນັບແຕ່ປີ 2016 ຫາ 2020 ແມ່ນຕໍ່າກວ່າ 3,9% ຂອງຈີດີພີ, ສອດຄ່ອງກັບເປົ້າໝາຍໄລຍະເວລາ; ໜີ້ສາທາລະນະດີຂຶ້ນ ໂດຍຫຼຸດລົງຈາກ 63,7% ຂອງຈີດີພີໃນປີ 2016, ເປັນ 55% - 56% ຂອງຈີດີພີໃນປີ 2020. ຜ່ານນັ້ນ ໄດ້ປະກອບສ່ວນຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ແກ້ໄຂຄວາມຫຍຸ້ງຍາກຂອງວິສາຫະກິດ, ດຶງດູດກະແສການລົງທຶນໃໝ່, ຊຸກຍູ້ການປັບໂຄງສ້າງເສດຖະກິດ, ປັບປຸງໂຄງສ້າງພື້ນຖານດ້ານການຄົມມະນາຄົມແລະຊົນລະປະທານຢ່າງຫຼາຍ, ລົງທຶນໃນການກະສິກຳແລະຊົນນະບົດ, ພ້ອມກັນນັ້ນກໍ່ຂະຫຍາຍພື້ນທີ່ ແລະເພີ່ມລະດັບຮັບປະກັນຄວາມປອດໄພທາງສັງຄົມ. ສະພາບການເສດຖະກິດ - ສັງຄົມໃນປະເທດນັບມື້ນັບມີການປ່ຽນແປງໃນທາງບວກ, ປົກຫຸ້ມໃນຫຼາຍດ້ານ ແລະ ເຊີດຊູສັກສີແລະອິດທິພົນຂອງຫວຽດນາມໃນເວທີສາກົນ.
ເສີມຂະຫຍາຍຂໍ້ສະດວກທີ່ອຳນວຍ, ຕັດສິນໃຈຮັກສາເປົ້າໝາຍຄູ່ຕໍ່ໄປ
ກ້າວເຂົ້າສູ່ປີ 2021, ໃນສະພາບການທີ່ການຟື້ນຕົວຂອງເສດຖະກິດໂລກສ່ວນຫຼາຍແມ່ນຂຶ້ນກັບຄວາມສາມາດໃນການຄວບຄຸມການລະບາດຂອງໂຄວິດ-19, ພ້ອມກັບບັນດາປັດໄຈທີ່ສັບສົນໃນການພົວພັນເສດຖະກິດ, ການເມືອງລະຫວ່າງບັນດາປະເທດແລະພາກພື້ນ, ແຕ່ດ້ວຍຄວາມຕັດຈິດໃຈສືບຕໍ່ຮັກສາເປົ້າໝາຍຄູ່ ທັງຟື້ນຟູການເຕີບໂຕເສດຖະກິດ, ທັງຄວບຄຸມໂລກລະບາດໃນປະເທດໃຫ້ໄດ້ເປັນຢ່າງດີ ແລະເສີມຂະຫຍາຍສູງສຸດຂໍ້ສະດວກດີພື້ນຖານຕ່າງໆເຊັ່ນ ສະຖານະການການເມືອງມີສະຖຽນລະພາບ, ສະພາບແວດລ້ອມການທຸລະກິດທີ່ດີຂຶ້ນ, ກາລະໂອກາດໃໝ່ຈາກສັນຍາການຄ້າເສລີລຸ້ນໃໝ່, ມຸ່ງສູ່ຄວາມສຳເລັດໃນການປະຕິບັດເປົ້າໝາຍ ແລະ ທິດທາງການພັດທະນາເສດຖະກິດ - ສັງຄົມ ກຳນົດໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ເຊິ່ງເປົ້າໝາຍການເງິນ - ງົບປະມານຂອງລັດໃນຊຸມປີຕໍ່ໄປແມ່ນ “ລະດົມ, ຈັດແບ່ງ ແລະ ນຳໃຊ້ບັນດາແຫຼ່ງພະລັງຂອງລັດຢ່າງມີປະສິດທິຜົນ ເພື່ອເຮັດໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ, ຟື້ນຟູເສດຖະກິດ, ຮັບປະກັນຄວາມປອດໄພທາງສັງຄົມ, ຄວາມໝັ້ນຄົງແລະການປ້ອງກັນປະເທດ; ປະຕິບັດການປັບໂຄງສ້າງງົບປະມານຂອງລັດຄືນໃໝ່ ຕິດກັບການຈັດໂຄງສ້າງອົງກອນຄືນໃໝ່, ຫຼຸດການບັນຈຸບຸກຄະລາກອນ, ປ່ຽນແປງໃໝ່ຂົງເຂດບໍລິການສາທາລະນະ; ສືບຕໍ່ຮັດແໜ້ນວິໄນ, ລະບຽບວິໄນການເງິນ - ງົບປະມານ, ປະຢັດລາຍຈ່າຍງົບປະມານຂອງລັດຢ່າງເຂັ້ມງວດ”.
ເພື່ອບັນລຸເປົ້າໝາຍຂ້າງເທິງ, ຂະແໜງການການເງິນຫວຽດນາມພວມຕ້ອງປະເຊີນກັບແຮງກົດດັນໃຫຍ່ ທີ່ຕ້ອງສຸມໃສ່ແກ້ໄຂໃນເວລາຕໍ່ໜ້າ, ນັ້ນແມ່ນ: ການດຸນດ່ຽງງົບປະມານຂອງລັດຍັງຫຍຸ້ງຍາກ; ໂຄງປະກອບລາຍຈ່າຍໃນບາງຂະແໜງການ, ຂົງເຂດຍັງບໍ່ທັນສົມເຫດສົມຜົນແທ້ເທື່ອ; ພັນທະໃນການລະດົມ, ການຊໍາລະໜີ້ມີທ່າອ່ຽງເພີ່ມຂຶ້ນ; ຄວາມຄືບໜ້າໃນການຈັດສັນ, ການຫັນວິສາຫະກິດຂອງລັດເປັນຫຸ້ນສ່ວນຍັງຊັກຊ້າຢູ່; ຄວາມເປັນເຈົ້າການທາງການເງິນຂອງໜ່ວຍບໍລິການພາກລັດໃນບາງຂົງເຂດບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້,...
ດັ່ງນັ້ນ, ເພື່ອສືບຕໍ່ເສີມຂະຫຍາຍຜົນສໍາເລັດທີ່ບັນລຸໄດ້ ແລະ ໃນເວລາດຽວກັນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກແລະສິ່ງທ້າທາຍ, ຂະແໜງການການເງິນຈຳເປັນຕ້ອງປະຕິບັດໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍດັ່ງນີ້:
ທີໜຶ່ງ, ກ່ຽວກັບລາຍຮັບງົບປະມານຂອງລັດ, ສືບຕໍ່ປັບປຸງລະບົບສະຖາບັນແລະນະໂຍບາຍລາຍຮັບໃຫ້ສົມບູນແບບ, ສ້າງສະພາບແວດລ້ອມການລົງທຶນແລະທຸລະກິດທີ່ເອື້ອອໍານວຍ, ໂປ່ງໃສ ແລະຍຸຕິທໍາ; ພິຈາລະນາເພື່ອສືບຕໍ່ປະຕິບັດບັນດານະໂຍບາຍການຍົກເວັ້ນ, ການຫຼຸດຜ່ອນ, ການຕໍ່ກຳນົດເວລາຊຳລະ ພາສີອາກອນ, ຄ່າທໍານຽມ, ຄ່າບໍລິການ ເພື່ອສະໜັບສະໜູນວິສາຫະກິດໃຫ້ຜ່ານຜ່າຄວາມຫຍຸ້ງຍາກເນື່ອງຈາກການລະບາດໃຫຍ່ຂອງໂຄວິດ-19; ພ້ອມກັນນັ້ນ, ເພີ່ມທະວີວຽກງານການຄຸ້ມຄອງລາຍຮັບ, ປ້ອງກັນການສູນເສຍ, ຮັບປະກັນການເກັບພາສີ, ຄ່າທໍານຽມ, ຄ່າບໍລິການ ແລະ ລາຍຮັບອື່ນໆຢ່າງຖືກຕ້ອງ, ພຽງພໍ, ທັນເວລາ ເຂົ້າງົບປະມານແຫ່ງລັດ; ກວດຈັບແລະຈັດການຢ່າງເຂັ້ມງວດກັບການກະທຳລັກລອບຂົນສົ່ງສິນຄ້າ, ການສໍ້ໂກງທາງການຄ້າ, ການຜະລິດແລະການຄ້າສິນຄ້າປອມ, ການໂອນລາຄາ, ການຫຼົບຫຼີກພາສີ, ການສໍ້ໂກງພາສີ, ການໃຊ້ປະໂຫຍດຈາກນະໂຍບາຍຄືນພາສີ. ສູ້ຊົນເກັບລາຍຮັບງົບປະມານສູງກວ່າປະມານ 3% ທຽບກັບຄາດໝາຍຂອງສະພາແຫ່ງຊາດ, ລັດຖະບານ.
ທີສອງ, ກ່ຽວກັບລາຍຈ່າຍງົບປະມານຂອງລັດ, ສະໜອງຊັບພະຍາກອນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານການເມືອງທີ່ສຳຄັນ, ເຊັ່ນຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ XV, ບັນດາໂຄງການເປົ້າໝາຍແຫ່ງຊາດໃນໄລຍະໃໝ່, ໂດຍສະເພາະແມ່ນໂຄງການເປົ້າໝາຍແຫ່ງຊາດການພັດທະນາເສດຖະກິດ-ສັງຄົມ ເຂດຊົນເຜົ່າສ່ວນນ້ອຍ ແລະເຂດພູຜາໃນໄລຍະປີ 2021-2030,... ຄຸ້ມຄອງລາຍຈ່າຍຕ່າງໆຢ່າງແໜ້ນແຟ້ນ ຕັ້ງແຕ່ຂັ້ນຕອນການວາງງົບປະມານ ຈົນເຖິງການຈັດຕັ້ງປະຕິບັດ; ປະຕິບັດການປະຢັດຢ່າງເຂັ້ມງວດຕໍ່ລາຍຈ່າຍທີ່ບໍ່ຮີບດ່ວນແທ້, ຫຼຸດຄ່າໃຊ້ຈ່າຍໃນການຈັດກອງປະຊຸມ, ການສຳມະນາ, ການເດີນທາງທຸລະກິດຢູ່ພາຍໃນແລະຕ່າງປະເທດ, ຄ່າໃຊ້ຈ່າຍໃນການຊື້ອຸປະກອນລາຄາແພງ; ຈັດບຸລິມະສິດຊັບພະຍາກອນໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍປະກັນສັງຄົມ, ຮັບປະກັນບັນດາໜ້າທີ່ປ້ອງກັນປະເທດ - ປ້ອງກັນຄວາມໝັ້ນຄົງ, ບັນດາບໍລິການທີ່ສຳຄັນຈຳເປັນຕ່າງໆ.ການໃຊ້ຈ່າຍງົບປະມານຂອງລັດ ຮັບປະກັນສະໜອງຊັບພະຍາກອນ ໃຫ້ແກ່ບັນດາໂຄງການເປົ້າໝາຍແຫ່ງຊາດໃນໄລຍະໃໝ່, ໂດຍສະເພາະແມ່ນໂຄງການເປົ້າໝາຍແຫ່ງຊາດການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນ້ອຍ ແລະເຂດພູຜາໃນໄລຍະ 2021-2030 _ພາບ: ຂໍ້ມູນຂາວສານ
ທົບທວນອຸປະສັກເພື່ອເລັ່ງການເບີກຈ່າຍເງິນລົງທຶນພາກລັດ, ໂດຍສະເພາະບັນດາໂຄງການຈຸດສຸມແຫ່ງຊາດ ທີ່ມີແຮງແຜ່ກະຈາຍ, ມີຄວາມເຊື່ອມໂຍງ, ເປັນແຮງຂັບເຄື່ອນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມລະຫວ່າງເຂດ. ການພັດທະນາ ຈັດສັນ ແລະ ມອບໝາຍແຜນການທຶນ ຕ້ອງມີຄວາມເໝາະສົມກັບຄວາມສາມາດໃນການປະຕິບັດຂອງແຕ່ລະແຫຼ່ງທຶນ, ແຕ່ລະໂຄງການ ພ້ອມກັບແຕ່ລະກະຊວງ, ທ້ອງຖິ່ນ. ຄຸ້ມຄອງແຫຼ່ງທຶນຂອງລັດຢ່າງເຂັ້ມງວດ, ຫຼີກລ່ຽງການສູນເສຍ, ການຟຸມເຟືອຍ, ປັບປຸງປະສິດທິຜົນການນຳໃຊ້ຊັບພະຍາກອນການລົງທຶນຂອງລັດ.
ປະຕິບັດວິໄນການເງິນ - ງົບປະມານຂອງລັດຢ່າງເຂັ້ມງວດ, ເພີ່ມທະວີການກວດກາ, ຕິດຕາມກວດກາ ແລະ ເປີດເຜີຍ, ໂປ່ງໃສ ໃນການນຳໃຊ້ງົບປະມານ, ໂດຍສະເພາະໃນບັນດາຂົງເຂດສ່ຽງທີ່ຈະເກີດການສໍ້ລາດບັງຫຼວງແລະການຟຸມເຟືອຍ. ກວດຄືນແລະຄຸ້ມຄອງລາຍຈ່າຍທີ່ໂອນມາຈາກແຫຼ່ງອື່ນຢ່າງໃກ້ຊິດ, ພຽງແຕ່ປະຕິບັດການໂອນແຫຼ່ງທຶນຕາມບົດບັນຍັດຂອງກົດໝາຍເທົ່ານັ້ນ.
ທີສາມ, ຄຸ້ມຄອງແລະກວດກາໜີ້ສາທາລະນະຢ່າງເຂັ້ມງວດ, ສືບຕໍ່ປັບໂຄງສ້າງເງິນກູ້ຂອງງົບປະມານແຫ່ງລັດ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການກໍານົດເວລາໜີ້, ອັດຕາແລກປ່ຽນ ແລະ ອັດຕາດອກເບ້ຍ; ຕ້ອງຈຳກັດທີ່ສຸດການໃຫ້ຄ້ຳປະກັນຂອງລັດຖະບານ; ຕິດຕາມກວດກາຢ່າງໃກ້ຊິດການໃຫ້ກູ້ຢືນແລະການໃຊ້ທຶນຂອງກອງທຶນການເງິນນອກງົບປະມານຂອງລັດ; ຍົກສູງປະສິດທິຜົນການໃຊ້ທຶນກູ້ຢືມ, ລວມສູນໃສ່ກິດຈະການແລະໂຄງການຫຼັກ ທີ່ມີປະສິດທິຜົນແທ້, ຮັບປະກັນຄວາມສາມາດໃນການສ້າງສົມດຸນຂອງແຫຼ່ງຊຳລະໜີ້. ສູ້ຊົນຫຼຸດອັດຕາສ່ວນໜີ້ສາທາລະນະ ເມື່ອທຽບກັບລະດັບທີ່ລາຍງານຕໍ່ສະພາແຫ່ງຊາດໃນກອງປະຊຸມຄັ້ງທີ 10 ຊຸດທີ XIV.
ທີສີ່, ສືບຕໍ່ປັບປຸງບູລະນະສະຖາບັນແລະກອບກົດໝາຍກ່ຽວກັບການຈັດວາງ, ການປັບໂຄງສ້າງ, ການຫັນເປັນຫຸ້ນສ່ວນ, ການຖອນທຶນອອກຈາກລັດວິສາຫະກິດ, ການຄຸ້ມຄອງແລະນຳໃຊ້ແຫຼ່ງລາຍຮັບຈາກການຖອນທຶນຂອງລັດອອກຈາກລັດວິສາຫະກິດ; ກວດຄືນແລະຍູ້ແຮງການຫັນເປັນຫຸ້ນສ່ວນ, ການຖອນທຶນຂອງລັກໃນວິສາຫະກິດ, ຮັບປະກັນການປະຕິບັດຕາມຂໍ້ກຳນົດຂອງກົດາຍຢ່າງເຂັ້ມງວດ; ເພີ່ມທະວີການກວດການ, ກວດກາ, ການຕິດຕາມກວດກາ ແລະກວດສອບ, ບໍ່ໃຫ້ເກີດການສູນເສຍທຶນແລະຊັບສິນຂອງລັດ ໃນຂະບວນການຈັດສັນ, ຫັນເປັນຫຸ້ນສ່ວນ, ຄຸ້ມຄອງແລະນຳໃຊ້ທຶນຂອງລັດ.
ທີຫ້າ, ປັບປຸງຂໍ້ກຳນົດກົດລະບຽບກ່ຽວກັບກົນໄກການເປັນເຈົ້າຕົນເອງຂອງໜ່ວຍງານບໍລິການພາກລັດ; ສໍາເລັດການວາງແຜນເຄືອຂ່າຍຂອງບັນດາໜ່ວຍງານບໍລິການພາກລັດ; ປັບປຸງບູລະນະບັນຊີລາຍຊື່ການບໍລິການສາທາລະນະທີ່ນຳໃຊ້ງົບປະມານຂອງລັດ, ມາດຕະຖານດ້ານເສດຖະກິດແລະເຕັກນິກ,... ເພື່ອໃຊ້ເປັນພື້ນຖານໃນການກຳນົດ ແລະ ການຍູ້ແຮງແຜນການປັບລາຄາບໍລິການສາທາລະນະຢ່າງເໝາະສົມ, ຕິດກັບຄວາມຕ້ອງການໃນການຍົກສູງຄວາມສາມາດເປັນເຈົ້າຕົນເອງ, ເພີ່ມທະວີຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວ ຂອງບັນດາໜ່ວຍງານບໍລິການພາກລັດ ແລະ ກົນໄກສະໜັບສະໜູນຊ່ວຍເຫຼືອໃຫ້ຜູ້ທຸກຍາກແລະເປົ້າໝາຍນະໂຍບາຍ ມີເງື່ອນໄຂໃນການເຂົ້າເຖິງບໍລິການສາທາລະນະຂັ້ນພື້ນຖານ. ເສິມສ້າງກົນໄກການຄາດຄະເນຕົ້ນທຶນການສະໜອງຜະລິດຕະພັນແລະບໍລິການສາທາລະນະ ໂດຍວິທີການປະມູນ, ການສັ່ງຊື້ ແລະ ການມອບໝາຍໜ້າວຽກ. ມີແຜນງານສົ່ງເສີມກົນໄກການປະມູນ, ການສັ່ງຊື້ ໃຫ້ສອດຄ່ອງກັບແຜນງານໃນການປັບລາຄາບໍລິການສາທາລະນະ ແລະຄວາມສາມາດໃນການປັບສົມດຸນງົບປະມານຂອງລັດ.
ທີຫົກ, ເພີ່ມທະວີການຄຸ້ມຄອງ, ຈັດສັນ, ການຂຸດຄົ້ນ ແລະ ນຳໃຊ້ຊັບສິນສາທາລະນະຢ່າງມີປະສິດທິຜົນ ບົນພື້ນຖານສືບຕໍ່ປັບປຸງບູລະນະສະຖາບັນແລະນະໂຍບາຍ, ສ້າງແລວທາງກົດໝາຍທີ່ສົມບຸນ ແລະ ຮັບປະກັນຄວາມຄົບຊຸດກັບເອກະສານທາງກົດໝາຍທີ່ກ່ຽວຂ້ອງໃນການຄຸ້ມຄອງ, ການຕິດຕາມກວດກາ, ການຂຸດຄົ້ນ ແລະນຳໃຊ້ຊັບສິນສາທາລະນະ.
ຫວຽດນາມດຳເນີນການປະຕິຮູບການບໍລິຫານ ຕິດກັບການຈັດວາງການຈັດຕັ້ງກົງຈັກຄືນໃໝ່, ການປະຕິຮູບລະບຽບການ ແລະ ການນຳໃຊ້ເຕັກໂນໂລຊີທັນສະໄໝ, ໂດຍສະເພາະໃນບັນດາຂົງເຂດທີ່ກ່ຽວຂ້ອງກັບປະຊາຊົນແລະວິສາຫະກິດ _ພາບ: TTXVN
ທີເຈັດ, ຍູ້ແຮງການປະຕິຮູບການບໍລິຫານຕິດກັບການຈັດວາງການຈັດຕັ້ງກົງຈັກຄືນໃໝ່, ການປະຕິຮູບລະບຽບການ ແລະ ການນຳໃຊ້ເຕັກໂນໂລຊີທັນສະໄໝ, ໂດຍສະເພາະໃນບັນດາຂົງເຂດທີ່ກ່ຽວຂ້ອງກັບປະຊາຊົນແລະວິສາຫະກິດ, ເຊັ່ນ ພາສີ, ສຸລະກາກອນ, ຄັງເງິນຂອງລັດ, ການຄຸ້ມຄອງການປະກັນໄພ, ປະກອບສ່ວນ ປັບປຸງຢ່າງແຂງແຮງສະພາບແວດລ້ອມການດຳເນີນທຸລະກິດ, ຄວາມສາມາດໃນການແຂ່ງຂັນຂອງພື້ນຖານເສດຖະກິດ, ຍົກສູງປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງລັດ. ເພີ່ມທະວີຄວາມເປີດເຜີຍ, ໂປ່ງໃສ, ຮັບປະກັນການຕິດຕາມກວດກາຂອງສັງຄົມໃນຂົງເຂດການເງິນ-ງົບປະມານຂອງລັດ ຕາມບົດບັນຍັດຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ.
ທີແປດ, ປະຕິບັດການຄຸ້ມຄອງລາຄາຕາມຫຼັກການຕະຫຼາດ, ຊຸກຍູ້ການແຂ່ງຂັນແບບສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ, ຍົກສູງປະສິດທິຜົນຂອງການນຳໃຊ້ແຫຼ່ງພະລັງ, ຮັກສາບັນດາຄວາມສົມດຸນທີ່ສຳຄັນ, ສະໜັບສະໜູນການເຕີບໂຕ. ປະຕິບັດກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຕໍ່ບັນດາປະເພດສິນຄ້າທີ່ສຳຄັນ, ຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດຂອງຜູ້ບໍລິໂພກ, ວິສາຫະກິດ ແລະ ລັດ. ເພີ່ມທະວີວຽກງານກວດລັດຖະການ, ກວດກາລາຄາ, ສົມທົບກັບພາສີ ເພື່ອກີດກັ້ນແລະຈັດການກັບການກະທຳຂຶ້ນລາຄາຢ່າງບໍ່ສົມເຫດສົມຜົນ, ການສໍ້ໂກງທາງການຄ້າ, ການຫາກຳໄລຈາກການຈັດການຕະຫຼາດ.
ທີເກົ້າ, ສືບຕໍ່ພັດທະນາຕະຫຼາດການເງິນແລະບໍລິການທາງການເງິນຢ່າງຕໍ່ເນື່ອງແລະຄ່ອງຕົວ. ສືບຕໍ່ພັດທະນາຕະຫຼາດພັນທະບັດ, ລວມທັງຕະຫຼາດພັນທະບັດວິສາຫະກິດ, ພ້ອມກັບການເປີດຄວາມຫຼາກຫຼາຍແລະຍົກສູງຄຸນນະພາບຜະລິດຕະພັນໃນຕະຫຼາດຫຼັກຊັບ. ສົ່ງເສີມການພັດທະນາແລະຍົກສູງຄຸນນະພາບຂອງຜະລິດຕະພັນການປະກັນໄພ. ພັດທະນາ ແລະ ຂະຫຍາຍຫຼາຍຊ່ອງທາງການແຈກຈ່າຍປະກັນໄພ ຄຽງຂ້າງກັບບັນດາຊ່ອງທາງແຈກຈ່າຍດັ້ງເດີມ. ເພີ່ມທີວີການເຊື່ອມຕໍ່ຜະລິດຕະພັນປະກັນໄພກັບການບໍລິການທາງການເງິນອື່ນ.
ທີສິບ, ປະຕິບັດລະບຽບວິໄນການເງິນ - ງົບປະມານແຫ່ງລັດຢ່າງເຂັ້ມງວດ, ເພີ່ມທະວີການກວດການ, ກວດກາ, ຕິດຕາມກວດກາ ແລະ ການເປີດເຜີຍ, ໂປ່ງໃສໃນການນຳໃຊ້ງົບປະມານຂອງລັດ; ຊາບຊຶມຢ່າງເລິກເຊິ່ງທັດສະນະປະຕິບັດການປະຢັດ, ຕ້ານການໃຊ້ຈ່າຍຟຸມເຟືອຍ./.
-------------------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 959 (ເດືອນກຸມພາ 2021)