ເບິ່ງຄືນຫຼັງສາມປິີແຫ່ງການປະຕິບັດ “ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໃນໄລຍະ 2010 – 2020”*

ພາບ: ນຳເອົາເຕັກໂນໂລຊີສູງເຂົ້າໃນການຜະລິດກະສິກຳ ເຮັດໃຫ້ຮູບພາບກະສິກຳຫຼ້າຫຼັງປ່ຽນແປງໄປ ໃນທາງທີ່ດີ (ພາບຂອງ: TTXVN)
ບັນດາຜົນສຳເລັດທີ່ຍາດມາໄດ້
ຊົນນະບົດຫວຽດນາມແມ່ນພື້ນທີ່ທີ່ກວ້າງຂວາງ, ມີຂະບວນວິວັດການເປັນຮູບເປັນຮ່າງຂຶ້ນ ແລະ ຂະຫຍາຍຕົວມາແຕ່ບູຮານນະການ, ເປັນບ່ອນກໍ່ຮ່າງສາງຕົວ ພິທັກຮັກສາ ແລະ ຂະຫຍາຍບັນດາມູນເຊື້ອວັດທະນະທຳແຫ່ງຊາດ. ປັດຈຸບັນນີ້, ຊົນນະບົດກວມເອົາຫຼາຍກວ່າ 80% ເນື້ອທີ່ທຳມະຊາດຂອງປະເທດ ແລະ ເປັນບ່ອນດຳລົງຊີວິດຂອງເກືອບ 70% ຈຳນວນພົນລະເມືອງທັງໝົດ, ດ້ວຍຈຳນວນຄອບຄົວຊົນນະບົດ 15,35 ລ້ານຄົວ, ຈຳນວນແຮງງານທີ່ພວມເຮັດວຽກໃນຂົງເຂດກະສິກຳ ປ່າໄມ້ ສິນໃນນ້ຳ ກວມເຖິງ 48,2% ຈຳນວນແຮງງານຂອງທົ່ວປະເທດ.
ບົນພື້ນຖານຜົນສຳເລັດແຫ່ງການຜັນຂະຫຍາຍທົດລອງ ໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ 11 ຕາແສງທີ່ເປັນຈຸດທົດລອງ ຂອງຄະນະເລຂາທິການສູນກາງພັກ, ນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ (ມະຕິຕົກລົງສະບັບທີ 800/QĐ-TTg, ລົງວັນທີ 4 ມິຖຸນາ 2010, ຂອງນາຍົກລັດຖະມົນຕີ). ພາຍຫຼັງການຜັນຂະຫຍາຍໃນເວລາ 3 ປີ ດ້ວຍການເຂົ້າຮ່ວມປະຕິບັດຂອງທັງລະບົບການເມືອງ ແລະ ຄວາມເຫັນດີເຫັນພ້ອມ ສະໜັບສະໜູນຂອງທົ່ວສັງຄົມ, ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໄດ້ຜັນຂະຫຍາຍຢ່າງຄົບຊຸດ ດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ ແທດຈິງ ແລະກາຍເປັນຂະບວນການທີ່ກວ້າງຂວາງເລິກເຊິ່ງ, ມີກຳລັງແຮງແຜ່ກວ້າງອອກໄປໃນທົ່ວປະເທດ, ໃນຂັ້ນຕົ້ນໄດ້ເຮັດໃຫ້ໃບໜ້າຂອງຊົນນະບົດມີການປ່ຽນແປງໃໝ່. ບັນດາຜົນສຳເລັດຕົ້ນຕໍທີ່ບັນລຸໄດ້ນັ້ນແມ່ນດັ່ງນີ້:
ຊົນນະບົດໄດ້ຮັບການຈັດແຈ່ງຕົກແຕ່ງ, ລົງທຶນກໍ່ສ້າງຕາມແຜນກຳນົດ, ໂຄງສ້າງພື້ນຖານຊົນນະບົດໄດ້ຮັບການຍົກລະດັບ, ໃບໜ້າຊົນນະບົດໄດ້ປ່ຽນແປງໃໝ່.
ມາເຖິງດຽວນີ້ ມີ 93,07% ຈຳນວນຕາແສງຂອງທົ່ວປະເທດໄດ້ສຳເລັດການວາງແຜນກຳນົດລວມ, 79,2% ຈຳນວນຕາແສງໄດ້ຜ່ານອະນຸມັດໂຄງການກໍ່ສ້າງຊົນນະບົດໃໝ່ແລ້ວ. ໂຄງສ້າງພື້ນຖານທີ່ຕ້ອງການຍິ່ງຢູ່ຊົນນະບົດໄດ້ຮັບການປັບປຸງ ຍົກລະດັບ: 100% ຈຳນວນຕາແສງມີໄຟຟ້າ; 98,62% ຈຳນວນຄອບຄົວໄດ້ໃຊ້ໄຟຟ້າ; 98,6% ຈຳນວນຕາແສງມີເສັ້ນທາງລົດໂອໂຕໄປເຖິງສຳນັກງານຕາແສງ; 92,9% ຈຳນວນຕາແສງມີໂຮງຮຽນມັດທະຍົມຕອນຕົ້ນ; 99,4% ຈຳນວນຕາແສງມີໂຮງຮຽນປະຖົມສຶກສາ; 96,2% ຈຳນວນຕາແສງມີໂຮງຮຽນອະນຸບານ...(1)
ໃນສາມປີທີ່ຜ່ານມາ, ທົ່ວປະເທດໄດ້ຜັນຂະຫຍາຍກິດຈະການຄົມມະນາຄົມຢູ່ເກືອບ 5.000 ແຫ່ງ ທີ່ມີຄວາມຍາວປະມານ 64.000 ກມ. (ໃນນັ້ນເສັ້ນທາງຄົມມະນາຄົມສ້າງໃໝ່ 38.000 ກມ.). ຫຼາຍທ້ອງຖິ່ນໄດ້ສະໜອງຊີມັງ ທໍ່ລະບາຍນ້ຳ ..., ປະຊາຊົນທ້ອງຖິ່ນອຸທິດທີ່ດິນ ພື້ນທີ່, ປະກອບເງິນ ເຫື່ອແຮງ ແລະ ວັດຖຸອຸປະກອນ ເພື່ອສ້າງເສັ້ນທາງໃນບ້ານ ໝູ່ບ້ານ ຢ່າງມີປະສິດທິຜົນ, ຕົວຢ່າງເຊັ່ນ ແຂວງຕວຽນກວາງ ສ້າງທາງໃໝ່ໄດ້ 1.745 ກມ., ແຂວງຮ່ານາມ ສ້າງໄດ້ 2.084 ກມ., ແຂວງຮ່າຕິ້ງ ສ້າງໄດ້ 981 ກມ., ແຂວງນາມດິ້ງ ສ້າງໄດ້ຫຼາຍກວ່າ 2.000 ກມ. ... ສ້ອມແປງ ປັບປຸງຍົກລະດັບກິດຈະການຊົນລະປະທານໄດ້ຫຼາຍກວ່າ 3.000 ແຫ່ງ ຊຶ່ງກວມດ້ວຍ ຄັນນາຕາມບໍລິເວນ ລຳຄອງຮ່ອງນ້ຳ ສະຖານີສູບນ້ຳ, ໃນນັ້ນສ້ອມແປງປັບປຸງລຳຄອງຮ່ອງນ້ຳໄດ້ເກືອບ 7.000 ກມ. ປັບປຸງຍົດລະດັບ ກໍ່ສ້າງໃໝ່ກິດຈະການນ້ຳປະປາລວມສູນໄດ້ຫຼາຍກວ່າ 1.000 ແຫ່ງ, ກິດຈະການເກັບໂຮມຂີ້ເຍື່ອ ສິ່ງເສດເຫຼືອໄດ້ 500 ແຫ່ງ, ທໍ່ລະບາຍນ້ຳເສຍໄດ້ 1.200 ແຫ່ງ. ສ້ອງແປງ ຍົກລະດັບໂຮງຮຽນຊັ້ນຕ່າງໆໄດ້ 480 ແຫ່ງ, ສຳນັກງານຕາແສງ 39 ແຫ່ງ; ກໍ່ສ້າງໂຮງວັດທະນະທຳບ້ານ ຕາແສງໄດ້ 516 ແຫ່ງ, ສຸກສາລາຕາແສງໄດ້ 50 ແຫ່ງ, ກິດຈະການໄຟຟ້າໄດ້ 120 ແຫ່ງ, ຕະຫຼາດຊົນນະບົດໄດ້ 28 ແຫ່ງ.
ການຜະລິດກະສິກຳຂະຫຍາຍຕົວເປັນແຕ່ລະກ້າວຕາມທິດຜະລິດສິນຄ້າລວມສູນ ຕິດແໜ້ນກັບຕະຫຼາດຕາມແຜນກຳນົດລວມ; ໂຄງປະກອບເສດຖະກິດຊົນນະບົດຫັນປ່ຽນຕາມທິດ ເພີ່ມອັດຕາສ່ວນການຜະລິດອຸດສາຫະກຳ ແລະການບໍລິການ.
ໂຄງປະກອບອຸດສາຫະກຳ ແລະການບໍລິການກວມ 61% ໃນໂຄງປະກອບເສດຖະກິດຊົນນະບົດ, ເພີ່ມ 2% ທຽບກັບປີ 2008. ບັນດາທ້ອງຖິ່ນໄດ້ດຳເນີນການ “ເຕົ້າໂຮມທີ່ດິນ, ແລກປ່ຽນຜືນນານຳກັນ” ໂດຍຕິດແໜ້ນກັບການວາງແຜນກຳນົດເຂດຜະລິດສິນຄ້າ; ກໍ່ສ້າງ “ທົ່ງນາຜືນໃຫຍ່”, ຫັນເປັນກົນຈັກການຜະລິດກະສິກຳ, ຍົກສູງປະສິດທິຜົນໃນການເຄື່ອນໄຫວ ຂອງບັນດາຮູບການຈັດຕັ້ງການຜະລິດຢູ່ຊົນນະບົດ, ເປັນຕົ້ນແມ່ນສະຫະກອນ ໜ່ວຍຮ່ວມງານ. ຫຼາຍຕົວແບບຜະລິດມີປະສິດທິຜົນໄດ້ຮັບການຜັນຂະຫຍາຍ ທະວີຄູນ. ຕາມສະຖິຕິທີ່ຍັງບໍ່ທັນຄົບຖ້ວນ ໃນທົ່ວປະເທດໄດ້ມີ 7.000 ກວ່າຕົວແບບຜະລິດທີ່ມີປະສິດທິຜົນ, ບາງຕົວແບບຜະລິດກະສິກຳຕິດກັບການທ່ອງທ່ຽວຢູ່ຊົນນະບົດ ໄດ້ຍົກສູງຄຸນຄ່າການຜະລິດ. ປິ 2012, ຄຸນຄ່າການຜະລິດປູດຝັງສະເຫຼ່ຍຕໍ່ປີບັນລຸ 72,8 ລ້ານດົ່ງ/ແຮັກຕາ, ເພີ່ມຂຶ້ນທົບ 1,6 ເທົ່າທຽບກັບປີ 2009; ຄຸນຄ່າການຜະລິດສິນໃນນ້ຳບັນລຸ 145,3 ລ້ານດົ່ງ/ແຮັກຕາ, ເພີ່ມຂຶ້ນທົບ 1,67 ເທົ່າທຽບກັບປີ 2009. ຢູ່ບາງແຫ່ງ ການຜະລິດປູກຝັງໄດ້ບັນລຸຄຸນຄ່າສູງ, ເຊັ່ນຢູ່ແຂວງຕ່ຽນຢາງ: 137,9 ລ້ານດົ່ງ/ແຮັກຕາ, ແຂວງເລິມໂດ່ງ: 116,4 ລ້ານດົ່ງ/ແຮັກຕາ, ນະຄອນໂຮ່ຈີມິນ: 114,7 ລ້ານດົ່ງ/ແຮັກຕາ. ຢູ່ບາງແຫ່ງ ການຜະລິດສິນໃນນ້ຳໄດ້ບັນລຸຄຸນຄ່າສູງ, ເຊັ່ນນະຄອນເກິ່ນເທີ: 3.430,9 ລ້ານດົ່ງ/ແຮັກຕາ, ແຂວງດົ່ງທາບ: 2.417,8 ລ້ານດົ່ງ/ແຮັກຕາ...
ວັດທະນະທຳ ສັງຄົມ ສາທາລະນະສຸກ ການສຶກສາຊົນນະບົດໄດ້ຮັບຄວາມເອົາໃຈໃສ່ ສືບຕໍ່ຂະຫຍາຍຕົວ, ຄວາມສະຫງົບ ລະບຽບສັງຄົມຊົນນະບົດໄດ້ຮັບການຮັກສາຢ່າງໝັ້ນຄົງ.
ໂຮງວັດທະນະທຳ, ບ່ອນດຳເນີນຊີວິດລວມໝູ່ຢູ່ຕາມເຂດພົນລະເມືອງໄດ້ຮັບຄວາມເອົາໃຈໃສ່ລົງທຶນ ທັງດ້ານພື້ນຖານວັດຖຸ ແລະ ຄຸນນະພາບການເຄື່ອນໄຫວ. ຮອດປີ 2012, ໃນທົ່ວປະເທດມີໂຮງວັດທະນະທຳເກືອບ 60.000 ແຫ່ງຢູ່ບັນດາເຂດພົນລະເມືອງ; 44,8% ຈຳນວນຕາແສງມີສູນວັດທະນະທຳ - ກິລາ; 62,7% ຈຳນວນນ້ານມີໂຮງວັດທະນະທຳ/ສະຖານທີ່ດຳເນີນຊີວິດລວມໝູ່; ໄດ້ມອບໃບຮັບຮອງນາມມະຍົດ “ຄົນດີ, ວຽກເດັ່ນ” ໃຫ້ກວ່າ 1,3 ລ້ານຄົນ, ມີ 16 ລ້ານຄອບຄົວໄດ້ຮັບນາມມຍົດ “ຄອບຄົວວັດທະນະທຳ”, ເຂດພົນລະເມືອງຫຼາຍກວ່າ 65.000 ແຫ່ງໄດ້ບັນລຸນາມມະຍົດ “ເຂດພົນລະເມືອງວັດທະນະທຳ”; 48,65% ຈຳນວນບ້ານໄດ້ຮັບນາມມະຍົດ “ບ້ານວັດທະນະທຳ”. ຢູ່ເກືອບທັງໝົດທຸກສູນໄປຊະນີວັດທະນະທຳຕາແສງມີ ອິນເຕີເນັດ, ປະມານ 55% ຈຳນວນຕາແສງມີຈຸດຕິດຕໍ່ອິນເຕີເນັດສາທາລະນະ, ເຂດທີ່ຖືກປົກຄຸມດ້ວຍຄື້ນ 3G ໄດ້ກວມຫຼາຍກວ່າ 80% ຈຳນວນພົນລະເມືອງ, ອັດຕາສ່ວນຕາແສງມີໂທລະສັບສາທາລະນະແມ່ນ 97%; ປະຊາຊົນຢູ່ເຂດຊົນນະບົດເກືອບທຸກຄົນໄດ້ຮັບການບໍລິການດ້ານໄປຊະນີ ໂທລະຄົມມະນາຄົມທົ່ວໄປ. ທາງດ້ານສາທາລະນະສຸກ ການສຶກສາ, ມີ 100% ຈຳນວນແຂວງ ນະຄອນ ໄດ້ບັນລຸມາດຕະຖານການສຶກສາມັດຖະຍົມຕອນຕົ້ນທົ່ວໄປ, ມີປະມານ 21,9% ຈຳນວນຕາແສງໃນທົ່ວປະເທດບັນລຸມາດຕະຖານ ດ້ານໂຮງຮຽນ; 99,51% ຈຳນວນຕາແສງມີສຸກສາລາ.
ຊີວິດດ້ານວັດຖຸ ແລະຈິດໃຈຂອງພົນລະເມືອງຊົນນະບົດສ່ວນຫຼາຍໄດ້ຮັບການປົວແປງ, ສະຫວັດດີການສັງຄົມໄດ້ຮັບປະກັນ, ຜູ້ທຸກຍາກໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອ, ອັດຕາສ່ວນຄອບຄົວທຸກຍາກຫລຸດລົງຢ່າງໄວ.
ລາຍຮັບສະເຫຼ່ຍຂອງປະຊາຊົນຢູ່ຊົນນະບົດເພີ່ມຂຶ້ນຢ່າງລຽນຕິດ, ປີ 2013 ຄາດວ່າໄດ້ປະມານ 19,97 ລ້ານດົ່ງ/ຄົນ, ເພີ່ມ 10,77 ລ້າງດົ່ງທຽບກັບປີ 2008, ໃນນັ້ນ ລາຍຮັບຈາກການຜະລິດກະສິກຳ ປ່າໄມ້ ການປະມົງກວມປະມານ 31,7% (ຫລຸດ 7,7% ທຽບກັບປີ 2008).
ຊີວິດຂອງຄົນຈົນໄດ້ຮັບການປົວແປງໄຫ້ດີຂຶ້ນ, ປີ 2013 ອັດຕາສ່ວນຄອບຄົວທຸກຍາກຢູ່ຊົນນະບົດໃນທົ່ວປະເທດຍັງເຫຼືອ 12,4%, ຫລຸດລົງສະເຫຼ່ຍ 2% ຕໍ່ປີ; ອັດຕາສ່ວນຄອບຄົວທຸກຍາກໃນບໍລິເວນ 62 ເມືອງທຸກຍາກ (ຕາມມະຕິສະບັບທີ 30a) ໄດ້ຫລຸດລົງ ຈາກ 58,33% (ປີ 2010) ລົງເປັນ 43,89% (ປີ 2012), ຄິດສະເຫຼ່ຍ ແຕ່ລະປີຫລຸດກວ່າ 7%. ທົ່ວປະເທດໄດ້ຊ່ວຍເຫຼືອກໍ່ສ້າງເຮືອນໃຫ້ 530.294 ຄອບຄົວທຸກຍາກ, ບັນລຸ 99,9% ທຽບກັບຈຳນວນຄອບຄົວທີ່ຕ້ອງການການຊ່ວຍເຫຼືອ. ໃນ 4 ກວ່າປີ (ແຕ່ປີ 2009 ຮອດເດືອນມິຖຸນາ ປີ 2013), ໄດ້ແກ້ໄຂວຽກເຮັດງານທຳໃຫ້ 6.901.237 ຄົນ, ຄິດສະເຫຼ່ຍ ແຕ່ລະປີສ້າງວຽກເຮັດງານທຳໃໝ່ໃຫ້ກວ່າ 1,45 ລ້ານຄົນ; ສົ່ງອອກແຮງງານໄດ້ 366.737 ຄົນ, ໃນນັ້ນ ມີປະມານ 10.000 ຄົນມາຈາກບັນດາເມືອງທຸກຍາກ.
ຈຳນວນຄົນເຂົ້າຮ່ວມການປະກັນໄພສັງຄົມ ປະກັນໄພສາທາລະນະສຸກ ເພີ່ມຂຶ້ນຢ່າງໄວ, ຮອດທ້າຍປີ 2012, ມີ 10,3 ລ້ານຄົນຢູ່ຊົນນະບົດເຂົ້າຮ່ວມການປະກັນໄພສັງຄົມ, ເພີ່ມ 24,1% ທຽບກັບປີ 2008; ຈຳນວນຄົນເຂົ້າຮ່ວມການປະກັນໄພສາທາລະນະສຸກ ຢູ່ຊົນນະບົດບັນລຸ 59,3 ລ້ານຄົນ, ກວມ 66,8% ຈຳນວນພົນລະເມືອງທົ່ວປະເທດ, ເພີ່ມ 6,9 ລ້ານຄົນທຽບກັບປີ 2010.
ລະບົບການເມືອງ ສັງຄົມມີສະຖຽນລະພາບ, ຄວາມສາມາດຂອງຖັນແຖວພະນັກງານຢູ່ຮາກຖານໄດ້ຮັບການຍົກສູງຂຶ້ນ.
ລະບົບການເມືອງຢູ່ຊົນນະບົດໄດ້ຮັບການປັບປຸງ ແລະບູລະນະ, ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ກໍ່ສ້າງຊົນນະບົດໃໝ່. ບັນດາຄະນະພັກຂັ້ນຕາແສງລ້ວນແຕ່ມີມະຕິຕົກລົງ ແລະ ໂຄງການເຄື່ອນໄຫວ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ການເຄື່ອນໄຫວຂອງຄະນະພັກ ລ້ວນແຕ່ເອົາໃຈໃສ່ເປັນສຳຄັນ ເຖິງວຽກງານໂຄສະນາ ເຜີຍແຜ່ຄວາມຮູ້, ຂົນຂວາຍ ປຸກລະດົມປະຊາຊົນ ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່. ດັ່ງນັ້ນ, ຄວາມຮັບຮູ້ຂອງພະນັກງານ ສະມາຊິກພັກ ແລະປະຊາຊົນ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄດ້ຮັບການຍົກສູງຂຶ້ນ, ມີຄວາມເບີກບານສຳລານໃຈ ເຊື່ອໝັ້ນ ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກັນກໍ່ສ້າງຊົນນະບົດໃໝ່”.
ສິ່ງຄົງຄ້າງ ຄວາມຫຍຸ້ງຍາກຕ່າງໆ ທີ່ຕ້ອງແກ້ໄຂ
ບັນດາຜົນສຳເລັດທີ່ບັນລຸໄດ້ນັ້ນ ເປັນພຽງຜົນສຳເລັດເບື້ອງຕົ້ນ, ເມື່ອທຽບກັບຈຸດໝາຍທີ່ວາງອອກມາເຖິງປີ 2015 ມີ 20% ຈຳນວນຕາແສງບັນລຸມາດຕະຖານຊົນນະບົດໃໝ່ ກໍ່ເຫັນວ່າຜົນສຳເລັດຍັງຕ່ຳຫຼາຍ. ຮອດເດືອນກັນຍາປີ 2013 ມີ 67 ຕາແສງບັນລຸໄດ້ຕາມ 19 ບັນທັດຖານ, ກວມພຽງ 0,75% ຈຳນວນຕາແສງທີ່ເຂົ້າຮ່ວມການປະຕິບັດໂຄງການ; ຈຳນວນຕາແສງທີ່ບັນລຸໄດ້ແຕ່ 15 ເຖິງ 18 ບັນທັດຖານ: 463 ຕາແສງ, ກວມອັດຕາສ່ວນ 5,16%; ຈຳນວນຕາແສງທີ່ບັນລຸໄດ້ແຕ່ 10 ເຖິງ 14 ບັນທັດຖານ: 2.401 ຕາແສງ, ກວມອັດຕາສ່ວນ 26,76%; ຈຳນວນຕາແສງທີ່ບັນລຸໄດ້ແຕ່ 5 ເຖິງ 9 ບັນທັດຖານ: 4.401 ຕາແສງ, ກວມອັດຕາສ່ວນ 49,06%; ບັນລຸໄດ້ບໍ່ເຖິງ 5 ບັນທັດຖານ: 1.639 ຕາແສງ, ກວມອັດຕາສ່ວນ 18,27%. ຕາມຈິງແລ້ວ, ພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ຍັງມີບາງບັນຫາຄົງຄ້າງທີ່ຕ້ອງເອົາໃຈໃສ່ໃນໄລຍະໃໝ່ ຄືດັ່ງນີ້:
- ເບິ່ງລວມແລ້ວ, ໂຄງສ້າງພື້ນຖານຢູ່ຊົນນະບົດຍັງອ່ອນນ້ອຍ, ຂະຫຍາຍຕົວຊ້າ, ວຽກງານຄຸ້ມຄອງ ຂຸດຄົ້ນ ນຳໃຊ້ໂຄງສ້າງພື້ນຖານຍັງອ່ອນແອ ປະສິດທິຜົນຕ່ຳ, ວຽກງານສ້ອມແປງຮັກສາບໍ່ໄດ້ຮັບຄວາມເອົາໃຈໃສ່, ເປັນຕົ້ນແມ່ນຢູ່ບັນດາແຂວງເຂດພູດອຍ ແລະເຂດທົ່ງພຽງແມ່ນ້ຳຂອງ; ຍັງບໍ່ທັນມີກົນໄກບຸກທະລຸ ແນໃສ່ລະດົມໃຫ້ໄດ້ຫຼາຍທີ່ສຸດ ແຫຼ່ງພະລັງສັງລວມຂອງລັດ ວິສາຫະກິດ ປະຊາຄົມ ບຸກຄົນປະຊາຊົນ ເພື່ອສ້າງໂຄງສ້າງພື້ນຖານເຕັກນິກກະສິກຳ ຊົນນະບົດ.
ການຫັນປ່ຽນໂຄງປະກອບເສດຖະກິດ ໂຄງປະກອບແຮງງານຊົນນະບົດຍັງຊ້າ, ແຮງງານເຫຼືອເຟືອພວມເປັນກຳລັງໜີບທີ່ໃຫຍ່ທີ່ສຸດຕໍ່ກັບທ້ອງຖິ່ນ ແລະຂົງເຂດຊົນນະບົດ. ໃນຈຳນວນຜູ້ຂາດວຽກເຮັດງານທຳ 1,3 ລ້ານກວ່າຄົນ ແລະຜູ້ວ່າງງານ 857 ພັນຄົນໃນໄວອາຍຸແຕ່ 15 ປີຂຶ້ນໄປ, ມີ 83,3% ພວມດຳລົງຊີວິດຢູ່ເຂດຊົນນະບົດ.
ສະຖາບັນຕ່າງໆ ດ້ານວັດທະຍະທຳຢູ່ຊົນນະບົດກໍ່ຍັງຂາດເຂີນ ບໍ່ຕອບສະໜອງໄດ້ກັບຄວາມຕ້ອງການດຳເນີນຊີວິດຂອງປະຊາຄົມ; ສີສັນວັດທະນະທຳຊົນນະບົດຖືກເສື່ອມເສຍ; ລະບຽບຄວາມສະຫງົບ ຄວາມປອດໄພສັງຄົມຢູ່ເຂດຊົນນະບົດ ຍັງເຊື່ອງຊ້ອນຫຼາຍບັນຫາສັບສົນ, ສະພາບການລະເມີດກົດໝາຍ ໄພສັງຄົມ ມົນພິດສິ່ງແວດລ້ອມ ມີທ່າອຽງເພີ່ມຂຶ້ນ.
- ການຜະລິດກະສິກຳໂດຍພື້ນຖານຍັງແມ່ນການຜະລິດຂອງຄອບຄົວ ຂະໝາດນ້ອຍ ກະແຈກກະຈ່າຍ, ສະມັດຕະພາບ ຄຸນນະພາບ ປະສິດທິຜົນຕ່ຳ. ໂຄງປະກອບເສດຖະກິດຊົນນະບົດຫັນປ່ຽນຊ້າ, ອຸດສາຫະກຳ ການຄ້າ ການບໍລິການຊົນນະບົດກວມອັດຕາສ່ວນນ້ອຍ; ບັນດາຮູບການຈັດຕັ້ງການຜະລິດ ການບໍລິການຢູ່ຊົນນະບົດ ໄດ້ປ່ຽນແປງໃໝ່ຢ່າງຊັກຊ້າ ແລະ ປະສິດທິຜົນການເຄື່ອນໄຫວກໍ່ຍັງບໍ່ທັນສູງ. ເສດຖະກິດຄອບຄົວຍັງແມ່ນຮູບການຜະລິດຕົ້ນຕໍ່, ຢູ່ຫຼາຍບໍລິເວນທີ່ຫຍຸ້ງຍາກ ການຜະລິດຍັງມີລັກສະນະຫາກຸ້ມຕົນເອງ, ຍາກທີ່ຈະເຂົ້າເຖິງບັນດານະໂຍບາຍປັດຈຸບັນ.
- ຊີວິດການເປັນຢູ່ດ້ານວັດຖຸແລະຈິດໃຈຂອງຊາວຊົນນະບົດຍັງຢູ່ໃນລະດັບຕ່ຳ ແລະ ພົບຄວາມຫຍຸ້ງຍາກຫຼາຍ, ພົນລະເມືອງຊົນນະບົດພາກສ່ວນໜຶ່ງມີຊີວິດການເປັນຢູ່ຢ່າງເລື່ອນລອຍທີ່ສຸດ ແລະຖືກເສຍຫາຍງ່າຍ. ຄວາມແຕກໂຕນກັນດ້ານລາຍຮັບ ລະຫວ່າງຊາວນາ ແລະ ຊັ້ນຄົນອື່ນໃນສັງຄົມມີທ່າອຽງຍະອອກ, ວຽກງານຫລຸດຜ່ອນຄວາມທຸກຍາກຍັງບໍ່ທັນສະຖຽນໝັ້ນ, ອັດຕາສ່ວນຄອບຄົວໄກ້ທຸກຈົນຍັງສູງ.
- ໃນຂະບວນວິວັດການຜັນຂະຫຍາຍປະຕິບັດໂຄງການ ຢູ່ບາງແຫ່ງຍັງມີປະກົດການຮ້ອນຮົນ ແລ່ນຫາແຕ່ຜົນງານ, ຍັງບໍ່ທັນຖືເປັນສຳຄັນເຖິງ ເປົ້າໝາຍສຸດທ້ານແມ່ນເລັ່ງໃສ່ຄຸນນະພາບຊີວິດຂອງຊາວຊົນນະບົດ, ຍ້ອນກຳລັງໜີບທາງດ້ານກຳນົດເວລາ ແລະຄວາມຈຳກັດດ້ານກຳລັງຄວາມສາມາດ ຂອງບັນດາຫົວໜ່ວຍທີ່ປຶກສາ, ອອກແບບວາງແຜນກຳນົດຊົນນະບົດ ດັ່ງນັ້ນ ຫຼາຍແຜນກຳນົດຈຶ່ງຍັງບໍ່ທັນສ່ອງແສງຢ່າງຖືກຕ້ອງກັບຄວາມຕ້ອງການຕົວຈິງຂອງທ້ອງຖິ່ນ, ຊ້ຳບໍ່ໜຳ ບາງບ່ອນຍັງມີສະພາບການ “ຈົດກ່າຍເອົາຕາມແຜນກຳນົດຂອງຜູ້ອື່ນ”; ໃນການລົງທຶນກໍ່ສ້າງຊົນນະບົດໃໝ່ ຕົ້ນຕໍແມ່ນແນໃສ່ກໍ່ສ້າງໂຄງສ້າງພື້ນຖານແຂງ, “ຫັນເປັນ ເບຕົງ”, ແຕ່ຍັງບໍ່ທັນເອົາໃຈໃສ່ຢ່າງແທ້ຈິງເຖິງການຈັດຕັ້ງການຜະລິດ ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຢູ່ຊົນນະບົດ.
ມາດຕະການຈຳນວນໜຶ່ງທີ່ຕ້ອງປະຕິບັດ ໃນເວລາທີ່ຈະມາເຖິງ
ມະຕິກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ X ກ່ຽວກັບກະສິກຳ ກະສິກອນ ແລະ ຊົນນະບົດ ໄດ້ຊີ້ແຈ້ງວ່າ: “ກະສິກຳ ກະສິກອນ ແລະ ຊົນນະບົດ ມີທີ່ຕັ້ງຍຸດທະສາດໃນພາລະກິດຫັນເປັນອຸດສາຫະກຳ ທັນສະໄໝ, ສ້າງສາ ແລະປົກປັກຮັກສາປະເທດຊາດ”, ແລະ “ການຫັນເປັນອຸດສາຫະກຳ ທັນສະໄໝຕໍ່ກັບ ກະສິກຳ ກະສິກອນ ຊົນນະບົດ ແມ່ນໜ້າທີ່ສຳຄັນອັນດັບໜຶ່ງຂອງຂະບວນວິວັດການຫັນເປັນອຸດສາຫະກຳ ທັນສະໄໝໃນທົ່ວປະເທດ”. ກໍ່ສ້າງຊົນນະບົດໃໝ່ແມ່ນຂະບວນວິວັດອັນຍາວນານ ເຊິ່ງຕ້ອງໄດ້ປະຕິບັດຢ່າງເປັນປະຈຳ ທົນທານໝັ້ນໜຽວ ແລະ ປະດິດສ້າງ. ເພື່ອປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢ່າງສຳເລັດຜົນ, ຕ້ອງປະຕິບັດເປັນຢ່າງດີ ບາງມາດຕະການລຸ່ມນີ້:
ທີ່ໜຶ່ງ, ເຮັດເປັນຢ່າງດີວຽກງານໂຄສະນາ ຂົນຂວາຍປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນພະນັກງານ ສະມາຊິກພົກ ແລະປະຊາຊົນ ກ່ຽວກັບການປະຕິບັດມະຕິວ່າດ້ວຍກະສິກຳ ກະສິກອນ ຊົນນະບົດ ແລະ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດ ທີ່ຕັ້ງຂອງກະສິກຳ ກະສິກອນ ຊົນນະບົດ. ຈາກນັ້ນ, ເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງທັງໝົດ, ຮູ້ອີງໃສ່ປະຊາຊົນ, ປຸກລຸກຈິດໃຈອີງໃສ່ກຳລັງຄວາມສາມາດຂອງຕົນເອງ, ລະດົມໄດ້ແຫຼ່ງກຳລັງໃນປະຊາຊົນ, ພ້ອມກັນນັ້ນ ກໍ່ຕ້ອງເອົາໃຈໃສ່ເຖິງຈຸດພິເສດສະເພາະຂອງແຕ່ລະເຂດ ແລະ ຄວາມຕ້ອງການແທດຈິງຂອງແຕ່ລະທ້ອງຖິ່ນໃນການກໍ່ສ້າງຊົນນະບົດໃໝ່; ກຳຈັດສະພາບການເຮັດຕາມແບບເບົ້າ, ເຮັດຕາມແຕ່ລະບັນທັດຖານຢ່າງແຂງກະດ້າງ, ແລ່ນຕາມຫຼັງຂະບວນການ ແລ່ນຫາແຕ່ຜົນງານ ໂດຍບໍ່ເອົາໃຈໃສ່ເຖິງຈຸດພິເສດສະເພາະ ແລະ ຄວາມຕ້ອງການແທດຈິງຂອງແຕ່ລະເຂດ ແຕ່ລະທ້ອງຖິ່ນ.
ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກັນກໍ່ສ້າງຊົນນະບົດໃໝ່” ແລະການຂົນຂງາຍ “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊີວິດວັດທະນະທຳຢູ່ເຂດພົນລະເມືອງ ຕິດແໜ້ນກັບການກໍ່ສ້າງຊົນນະບົດໃໝ່”, ຍົກສູງບົດບາດເປັນເຈົ້າຕົນເອງຂອງຊຸມຊົນ ເພື່ອໃຫ້ເຂົາເປັນເຈົ້າຕົນເອງຢ່າງແທ້ຈິງ ຕໍ່ຂະບວນວິວັດການກໍ່ສ້າງຊົນນະບົດໃໝ່, ຫຼີກລ່ຽງໄດ້ຈິດຕະສາດລໍຄອຍ ເອື່ອຍອີງໃສ່ການລົງທຶນຂອງລັດ.
ທີສອງ, ສຳຫຼວດກວດຄືນແຜນກຳນົດ, ຍົກສູງຄຸນນະພາບຂອງແຜນກຳນົດ ແລະຄຸ້ມຄອງແຜນກຳນົດເປັນຢ່າງດີ, ພິເສດແມ່ນແຜນກຳນົດກໍ່ສ້າງຊົນນະບົດໃໝ່, ຮັບປະກັນລັກສະນະເຊື່ອນຕໍ່ລະຫວ່າງຊົນນະບົດ ແລະຕົວເມືອງ; ວາງແຜນກຳນົດກະສິກຳ ຫັດຖະກຳ ແລະການບໍລິການ ຕິດກັບການກໍ່ສ້າງບັນດາເຂດຜະລິດສິນຄ້າ. ກຳຈັດສະພາບການວາງແຜນກຳນົດທີ່ຂາດຄວາມສາມາດປະຕິບັດ, ໜັກໄປທາງຄິດໄລ່ລົງທຶນກໍ່ສ້າງໂຄງສ້າງພື້ນຖານ ໂດຍບໍ່ເອົາໃຈໃສ່ເຖິງການຜະລິດ ສິ່ງແວດລ້ອມ ວັດທະນະທຳ...; ຈົດກ່າຍເອົາແຜນກຳນົດຂອງຜູ້ອື່ນ ບໍ່ເລິ່ມຈາກເງື່ອນໄຂທຳມະຊາດ ເສດຖະກິດ-ສັງຄົມຂອງທ້ອງຖິ່ນຕົນເອງ.
ທີສາມ, ກໍ່ສ້າງລະບົບນະໂຍບາຍທີ່ຄົບຊຸດ ສະເໝີຕົ້ນສະເໝີປາຍ ມີລັກສະນະບຸກທະລຸ, ແຂງແຮງພຽງພໍ ເພື່ອລະດົມແຫຼ່ງກຳລັງຂອງສັງຄົມ, ເປັນຕົ້ນແມ່ນແຫຼ່ງກຳລັງຂອງວິສາຫະກິດ ໃຫ້ແກ່ການລົງທຶນພັດທະນາກະສິກຳ ຊົນນະບົດ; ມີກົນໄກການເງິນໃຫ້ແກ່ການພັດທະນາວິທະຍາສາດ ແລະເຕັກໂນໂລຊີ ແນໃສ່ລະດົມໃຫ້ໄດ້ບັນດາພາກສ່ວນເສດຖະກິດ, ຄົ້ນຄວ້າ ມອບໂອນແນວພັນ ເຕັກໂນໂລຊີໃໝ່ເພື່ອພັດທະນາການຜະລິດ. ສືບຕໍ່ປັບປຸງບູລະນະລະບົບບັນທັດຖານກໍ່ສ້າງຊົນນະບົດໃໝ່ ທີ່ສອດຄ່ອງກັບແຕ່ລະເຂດ ແລະແຫຼ່ງກຳລັງລົງທຶນ. ເອົາໃຈໃສ່ເຖິງການປະຕິບັດນະໂຍບາຍປະກັນໄພສັງຄົມ, ປະກັນໄພສາທາລະນະສຸກ ແລະ ການເຂົ້າຮ່ວມຢ່າງເປັນເຈົ້າການຂອງປະຊາຊົນ.
ທີສີ່, ແຫຼ່ງທຶນງົບປະມານສູກາງສະໜອງໃຫ້ບັນດາທ້ອງຖິ່ນໃນຊຸມປີທີ່ຜ່ານມາຍັງຕ່ຳ, ບໍ່ສົມຄູ່ກັບຈຸດໝາຍຂອງໂຄງການ. ການຈັດວາງງົບປະມານຂອງທ້ອງຖິ່ນກໍ່ຍັງຕ່ຳ, ພາໃຫ້ມີຄວາມຫຍຸ້ງຍາກໃນການປະຕິບັດໂຄງການ. ໃນສາມປີທີ່ຜ່ານມາ (2011 - 2013), ງົບປະມານສູນກາງໄດ້ສະໜອງໃຫ້ 59 ແຂວງ ແລະ ບັນດາກະຊວງ ຂະແໜງການເປັນຈຳນວນເງິນ 4.920 ຕື້ດົ່ງ (ຖ້າທຽບກັບງົບປະມານ 12.000 ຕື້ດົ່ງ ທີ່ສະພາແຫ່ງຊາດຄາດກະຈະສະໜອງໃນໄລຍະ 2011-2015 ກໍ່ເຫັນວ່າຈຳນວນເງິນນັ້ນກວມເກືອບ 41%), ງົບປະມານທ້ອງຖິ່ນໄດ້ຈ່າຍ 30.685 ຕື້ດົ່ງ. ເງິນທຶນທີ່ຊ່ວຍໜູນໃຫ້ແກ່ການຜະລິດ, ເປັນຕົ້ນແມ່ນ ຊ່ວຍໜູນໃຫ້ແກ່ການກໍ່ສ້າງຕົວແບບການຜະລິດທີ່ມີປະສິດທິຜົນ ຢູ່ພື້ນທີ່ບ້ານ ຕາແສງນັ້ນ ແມ່ນຍັງຕ່ຳຫຼາຍ (ປະມານ 6% - 7% ຂອງລວມຍອດທຶນ ທີ່ຈ່າຍໃຫ້ແກ່ການພັດທະນາການຜະລິດຢູ່ພື້ນທີ່ຕາແສງຕ່າງໆ).
ໃນຊຸມປີທີ່ຈະມາເຖິງນີ້ ຕ້ອງເພີ່ມແຫຼ່ງງົບປະມານລັດໃຫ້ແກ່ກະສິກຳ ແລະການກໍ່ສ້າງຊົນນະບົດໃໝ່; ມີກົນໄກປະສົມບັນດາໂຄງການ ແຜນງານຢູ່ໃນພື້ນທີ່ດຽວກັນ ເພື່ອແນໃສ່ຍົກສູງປະສິດທິຜົນການລົງທຶນ. ດັດສົມໂຄງປະກອບການລົງທຶນ ໂດຍສຸມໃສ່ບັນດາຂົງເຂດທີ່ມີຄຸນຄ່າເພີມເຕີມ ແລະປະສິດທິຜົນສູງ, ເຊັ່ນຄົ້ນຄວ້າ ມອບໂອນວິທະຍາສາດ - ເຕັກໂນໂລຊີ, ແນວພັນ, ປຸງແຕ່ງຜະລິດຕະພັນກະສິກຳ... ສືບຕໍ່ເສີມຂະຫຍາຍຮູບການລົງທຶນຕາມແບບວິທີ ລັດຊ່ວຍເຫຼືອຊີມັງ ແລະອຸປະກອນອື່ນຈຳນວນໜຶ່ງ, ປະຊາຊົນ ແລະ ປະຊາຄົມປະກອບເຫື່ອແຮງ ອຸທິດທີ່ດິນ ເພື່ອສ້າງທາງຄົມມະນາຄົມຊົນນະບົດ ບັນດາກິດຈະການຊົນລະປະທານ... ຕາມຄວາມສາມາດຂອງປະຊາຊົນ. ຄວາມເປັນຈິງແຫ່ງການກໍ່ສ້າງຊົນນະບົດໃໝ່ໃຫ້ເຫັນວ່າ ຕ້ອງປ່ຽນແປງແບບວິທີ “ລັດ ແລະປະຊາຊົນພ້ອມກັນເຮັດ” ມາເປັນກົນໄກ “ປະຊາຊົນເຮັດ, ລັດຊ່ວຍເຫຼືອ” ເພື່ອຮັບປະກັນການລະດົມ ແລະນຳໃຊ້ແຫຼ່ງທຶນສັງຄົມ ລົງທຶນກໍ່ສ້າງຊົນນະບົດໃໝ່ໄດ້ຢ່າງມີປະສິດທິຜົນສູງສຸດ. ດ້ານອື່ນ, ກໍ່ຕ້ອງພິຈາລະນາລະດັບລະດົມ ທີ່ພໍເໝາະກັບຄວາມສາມາດປະກອບສ່ວນ ຂອງປະຊາຊົນ ໃນແຕ່ລະເຂດ ແຕ່ລະທ້ອງຖິ່ນ, ຫຼີກລ່ຽງສະພາບການລະດົນຫຼາຍກວ່າຄວາມສາມາດຂອງປະຊາຊົນ, ປະກອບສ່ວນຕາມ “ເນື້ອທີ່ດິນນາ” ທີ່ພາໃຫ້ເກີດສະພາບການສົ່ງດິນຜະລິດກະສິກຳຄືນໃຫ້ອຳນາດການປົກຄອງ ຄືທີ່ໄດ້ເກີດຂຶ້ນຢູ່ບາງທ້ອງຖິ່ນໃນເວລາທີ່ຜ່ານມາ.
ທີຫ້າ, ບຸລິມະສິດການຊຸກຍູ້ຂະຫຍາຍການຜະລິດ ຍົກສູງລາຍຮັບ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນການຂະຫຍາຍຕົວຢ່າງຮອບດ້ານ ຍືນຍົງຂອງຊົນນະບົດ. ເຕົ້າໂຮມລວມສູນໃຫ້ແກ່ການພັດທະນາການຜະລິດກະສິກຳ ປ່າໄມ້ ການປະມົງ ຕາມທິດຜະລິດສິນຄ້າຕິດແໜ້ນກັບຕະຫຼາດ, ຍົກສູງຄຸນຄ່າເພີ່ມ, ສ້າງເຄື່ອງໝາຍການຄ້າຂອງສິນຄ້າກະສິກຳຫວຽດນາມ ເພື່ອແນໃສ່ຂຸດຄົ້ນຢ່າງສຸດຂີດ ຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະເຂດ. ຕິດແໜ້ນການພັດທະນາເສດຖະກິດຊົນນະບົດ ກັບພັດທະນາການສຶກສາ ສາທາລະນະສຸກ ວັດທະນາທຳ, ກໍ່ສ້າງລະບົບການເມືອງທີ່ເຂັ້ມແຂງຢູ່ຊົນນະບົດ.
ທີຫົກ, ຄວາມເປັນຈິງໄດ້ໃຫ້ເຫັນວ່າ, ຢູ່ບ່ອນໃດທີ່ຜູ້ນຳໜ້າຄະນະພັກ ແລະອຳນາດການປົກຄອງມີຄວາມຮັບຜິດຊອບ ສຸດອົດສຸດໃຈຕໍ່ວຽກງານ ແມ່ນຢູ່ບ່ອນນັ້ນ ຊົນນະບົດມີການຫັນປ່ຽນຢ່າງຈະແຈ້ງ. ເພື່ອສືບຕໍ່ປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ຢ່າງມີປະສິດທິຜົນ, ໜຶ່ງໃນບັນດາປັດໃຈທີ່ສຳຄັນ ແມ່ນຕ້ອງຍົກສູງຄຸນນະພາບຂອງຖັນແຖວພະນັກງານ ທີ່ເຮັດວຽກງານກໍ່ສ້າງຊົນນະບົດໃໝ່. ຍົກສູງຄຸນນະພາບຂອງວຽກງານກໍ່ສ້າງ ຝຶກອົບຮົມໃຫ້ຖັນແຖວພະນັກງານ ຂ້າລັດຖະກອນຕາແສງ, ພະນັກງານຮັບຜິດຊອບວຽກງານກໍ່ສ້າງຊົນນະບົດໃໝ່. ພ້ອມກັນນັ້ນ, ກຳນົດແຈ້ງບົດບາດ ໜ້າທີ່ຮັບຜິດຊອບຂອງຄະນະພັກ ອຳນາດການປົກຄອງຂັ້ນຕ່າງໆ, ເປັນຕົ້ນແມ່ນ ໜ້າທີ່ຮັບຜິດຊອບຂອງຜູ້ນຳໜ້າຄະນະພັກ ອຳນາດການປົກຄອງ ໃນການນຳພາ ຊີ້ນຳການປະຕິບັດໂຄງການ.
ຂຽນໂດຍ: ດຣ ຫງວຽນຊວັນເກື່ອງ
ກຳມະການສູນກາງພັກ, ຮອງຫົວໜ້າຄະນະເສດຖະກິດສູນກາງ
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 855 (ເດືອນມັງກອນ ປີ 2014)
(1) ແຫຼ່ງຂໍ້ມູນ: ລາຍງານສະຫລຸບເບື້ອງຕົ້ນ 3 ປີແຫ່ງການປະຕິບັດໂຄງການຊົນນະບົດໃໝ່ ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ