ພັກກອມມູນິດຫວຽດນາມຍາມໃດກໍຖືຄວາມສຸກຂອງປະຊາຊົນ
ເປັນເປົ້າໝາຍແຫ່ງການສູ້ຊົນ*
ເປັນເປົ້າໝາຍແຫ່ງການສູ້ຊົນ*
ວກ. - ວັນທີ 6 ກໍລະກົດ 2021, ທີ່ສຳນັກງານສູນກາງພັກ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສຸດຍອດຂອງພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອອນໄລ ລະຫວ່າງພັກກອມມູນິດຈີນ ກັບ ບັນດາພັກການເມືອງໃນໂລກ ທີ່ມີຫົວຂໍ້ “ເພື່ອຜົນປະໂຫຍດຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ”. ກອງປະຊຸມໄດ້ຈັດຂຶ້ນຕາມຄວາມຄິດລິເລີ່ມຂອງພັກກອມມູນິດຈີນ, ໂດຍມີການເຂົ້າຮ່ວມຂອງຜູ້ແທນປະມານ 10.000 ຄົນທີ່ມາຈາກ 500 ກວ່າພັກແລະອົງການການເມືອງ ໃນຫຼາຍກວ່າ 160 ປະເທດທົ່ວໂລກ. ວາລະສານກອມມູນິດຂໍເປັນກຽດແນະນຳບົດປາໄສຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ກອງປະຊຸມ:
ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສໃນກອງປະຊຸມສຸດຍອດລະຫວ່າງພັກກອມມູນິດຈີນ ກັບ ບັນດາພັກການເມືອງໃນໂລກ _ພາບ: TTXVN
ຮຽນສະຫາຍ ສືຈີນຜີງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງສາທາລະນະປະຊາຊົນຈີນ,
ຮຽນບັນດາທ່ານແຂກທີ່ມີກຽດຂອງບັນດາພັກການເມືອງ ແລະການຈັດຕັ້ງໃນໂລກ,
ຂ້າພະເຈົ້າສະແດງຄວາມດີອົກດີໃຈໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງພັກກອມມູນິດຈີນກັບບັນດາພັກການເມືອງໃນໂລກ ເນື່ອງໃນວັນສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຈີນ ຄົບຮອບ 100 ປີ. ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍຝາກຄຳອວຍພອນຢ່າງສຸດອົກສຸດໃຈມາຍັງພັກ, ລັດ ແລະປະຊາຊົນຈີນ ແລະກ່າວຄຳສະບາຍດີມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ.
ໃນ 100 ປີຜ່ານມາ, ພັກກອມມູນິດຈີນ ໄດ້ນຳພາປະຊາຊົນຈີນຍາດໄດ້ບັນດາຜົນສຳເລັດອັນໃຫຍ່ຫຼວງ, ມີລັກສະນະປະຫວັດສາດ ແລະຜົນສຳເລັດຫຼາຍຢ່າງທີ່ໄດ້ວົງຄະນາຍາດສາກົນຖືເປັນສຳຄັນ. ພວກຂ້າພະເຈົ້າອວຍພອນໄຊມາຍັງພັກກອມມູນິດ ແລະປະຊາຊົນຈີນ ຕໍ່ບັນດາຜົນສຳເລັດນັ້ນ ແລະເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ໂດຍເລຂາທິການໃຫຍ່, ປະທານປະເທດ ສືຈີນຜີງ ແມ່ນແກ່ນນຳ, ປະຊາຊົນຈີນຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ, ສ້າງປະເທດຈີນກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະສວຍສົດງົດງາມ.
ຮຽນບັນດາທ່ານ,
ບົນພື້ນຖານແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາກຫຼາຍ, ເລີ່ມຈາກມູນເຊື້ອລັດທິສາກົນທີ່ໂປ່ງໃສ ແລະດ້ວຍການຖືສຳຄັນສາຍພົວພັນມິດຕະພາບອັນຍາວນານລະຫວ່າງສອງພັກ, ສອງລັດ ຫວຽດ-ຈີນ, ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມບົນຈິດໃຈເປີດເຜີຍ ແລະຮ່ວມມື, ພ້ອມກັນສົນທະນະກັບບັນດາພັກການເມືອງກ່ຽວກັບຫົວຂໍ້ “ເພື່ອຄວາມຜາສຸກຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ”
ຄາວຍັງມີຊີວິດ, ປະທານ ໂຮ່ຈີມິນ, ຜູ້ກໍ່ຕັ້ງພັກກອມມູນິດຫວຽດນາມ, ການນຳຜູ້ຍິ່ງໃຫຍ່ຂອງຊົນຊາດຫວຽດນາມ, ຜູ້ໄດ້ອົງການຈັດຕັ້ງ ອຸຍແນັກໂກ ໄດ້ຮັບນາມມະຍົດແມ່ນວິລະຊົນປົດປ່ອຍປະເທດຊາດ ແລະນັກວັດທະນະທຳທີ່ດີເດັ່ນຂອງຫວຽດນາມ, ໄດ້ເຄີຍເວົ້າວ່າ: ປະຊາຊົນແມ່ນປະເສີດທີ່ສຸດ, ແມ່ນສຳຄັນຍິ່ງກວ່າອັນໃດ, ແມ່ນສູງສຸດ”, “ໃນທ້ອງຟ້າບໍ່ມີຫຍັງປະເສີດເທົ່າກັບປະຊາຊົນ. ໃນໂລກບໍ່ມີຫຍັງເຂັ້ມແຂງກວ່າກຳລັງສາມັກຄີຂອງປະຊາຊົນ”. ຂ້າພະເຈົ້າເຊື່ອໝັ້ນວ່າບັນດາທ່ານຜູ້ແທນລ້ວນແລ້ວແຕ່ແບ່ງປັນຕໍ່ທັດສະນະນີ້, ເພາະວ່າປະຊາຊົນແມ່ນພື້ນຖານທາງສັງຄົມ, ແມ່ນກົກເຄົ້າກຳລັງແຮງຂອງບັນດາພັກການເມືອງ ແລະແມ່ນອົງການຈັດຕັ້ງການເມືອງ, ພ້ອມທັງແມ່ນຈຸດໝາຍ, ເປົ້າໝາຍຈຸມຸ້ງໄປສູ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງແຕ່ລະປະເທດ ແລະບັນດາພັກການເມືອງທີ່ຊອບທຳ.
ການສະແຫວງຫາຄວາມຜາສຸກແມ່ນຄວາມມຸ້ງຫວັງ ແລະສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນທຸກຄົນ. ນັ້ນແມ່ນຄວາມມຸ້ງຫວັງຢ່າງແຮງກ້າຕໍ່ກັບສັງຄົມອັນດີງາມເຊິ່ງຢູ່ຫັ້ນຜູ້ຄົນໃຜກໍໄດ້ພັດທະນາຢ່າງຮອບດ້ານ; ມີຊີວິດອີ່ມໜຳສຳລານ, ມີຄວາມຜາສຸກ, ຢູ່ໃນຄວາມສັນຕິພາບ, ທຸກຄົນສະເໝີພາບເຊິ່ງກັນ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ. ຄຽງຂ້າງກັບບັນດາຄວາມມຸ້ງຫວັງນັ້ນ, ປະຊາຊົນຢູ່ໃນແຕ່ລະປະເທດ, ພາກພື້ນລ້ວນແຕ່ມີຄວາມສົນໃຈອັນຊອບທຳ, ເຊັ່ນການຢຸດຕິສົງຄາມ, ການປະທະກັນ, ແກ້ໄຂຄວາມບໍ່ສະເໝີພາບທາງສັງຄົມ, ຄວາມທຸກຍາກ, ຕ້ານກັບການປ່ຽນແປງດິນຟ້າອາກາດ, ປ້ອງກັນພະຍາດ…
ສັນຕິພາບ, ການຮ່ວມມື ແລະການພັດທະນາຍັງແມ່ນທ່າອ່ຽງໃນໂລກ, ແຕ່ປະຊາຊົນບັນດາປະເທດກໍພວມປະເຊີນຕໍ່ບັນດາສິ່ງທ້າທາຍຢ່າງດຸເດືອດ, ສົງຄົມຍັງຜັນແປ, ບັນດາຄວາມສ່ຽງທາງດ້ານຄວາມຫຼ້າຫຼັງດ້ານເສດຖະກິດ, ຄວາມບໍ່ສະຫງົບທາງສັງຄົມ ແລະບັນດາຄວາມຂົ່ມຂູ່ດ້ານຄວາມສະຫງົບທີ່ເປັນມູນເຊື້ອກໍຄືບໍ່ເປັນມູນເຊື້ອ. ບັນດາວິກິດການເສດຖະກິດ-ສັງຄົມ, ຄວາມບໍ່ສະຫງົບດ້ານການເມືອງ-ສັງຄົມ, ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ການເຄື່ອນໄຫວກໍ່ການຮ້າຍ, ພະຍາດໂກວິດ-19 ພວມເກີດຂຶ້ນໄດ້ກະທົບຢ່າງເລິກເຊິ່ງຕໍ່ທຸກດ້ານຂອງຊີວິດ ດ້ານເສດຖະກິດ-ສັງຄົມທົ່ວໂລກ ແລະຊີວິດການເປັນຢູ່ຂອງຄົນ.
ດ້ວຍບົດບາດແມ່ນການຈັດຕັ້ງການເມືອງ-ສັງຄົມທີ່ສຳຄັນໃນຊີວິດການເປັນຢູ່ຂອງບັນດາປະເທດ ແລະກໍແມ່ນເຈົ້າກຳສຳຄັນໃນສາຍພົວພັນສາກົນ, ບັນດາພັກການເມືອງ, ການຈັດຕັ້ງການເມືອງ-ສັງຄົມຕ້ອງເສີມຂະຫຍາຍບົດບາດຂອງຕົນ, ພ້ອມກັບລັດຖະບານບັນດາປະເທດເພື່ອນຳເອົາຄວາມຜາສຸກໃຫ້ແກ່ປະຊາຊົນ, ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນຂະບວນວິວັດແຫ່ງການປະເຊີນໜ້າກັບບັນດາສິ່ງທ້າທາຍທົ່ວໂລກ, ຍົກສູງຄວາມສາມາດໃນການຄຸ້ມຄອງບໍລິຫານທົ່ວໂລກ, ຈາກນັ້ນປະຕິບັດຄວາມມຸ້ງຫວັງຢ່າງແຮງກ້າຄວາມຜາສຸກຂອງມວນມະນຸດ. ຂ້າພະເຈົ້າຂໍແບ່ງປັນບາງຄຳຄິດຄຳເຫັນຄືດັ່ງນີ້:
ທີໜຶ່ງ, ໃນລະດັບຊາດ, ການສ້າງ ແລະປະຕິບັດແຜນນະໂຍບາຍ, ແນວທາງ, ໂຄງການການເມືອງຕ້ອງເລີ່ມຈາກຄວາມຮັບຮູ້ “ຖືປະຊາຊົນເປັນກົກເຄົ້າ”, ຖືປະຊາຊົນເປັນໃຈກາງ, ຖືຄວາມຜາສຸກຂອງປະຊາຊົນເປັນຈຸດໝາຍທີ່ສູງສຸດ, ຈາກນັ້ນຊຸກຍູ້ລັດກໍ່ສ້າງ, ຜັນຂະຫຍາຍປະຕິບັດກົດໝາຍ, ນະໂຍບາຍທີ່ເໝາະສົມ, ມີປະສິດທິຜົນ ແລະເປັນລາຍລະອຽດ ເພື່ອຮັບປະກັນການພັດທະນາຖືກຕ້ອງຕາມທິດນັ້ນ.
ທີສອງ, ບັນດາປະເທດ, ພັກການເມືອງຕ້ອງຍົກສູງຈິດໃຈສາມັກຄີ, ວົງຄະນາຍາດທີ່ມີຄວາມຮັບຜິດຊອບ; ເພີ່ມທະວີການສົນທະນາ, ເຂົ້າໃຈເຊິ່ງກັນແລະກັນ, ຮ່ວມມືສາກົນ, ເຄົາລົບຜົນປະໂຫຍດອັນຊອບທຳເຊິ່ງກັນແລະກັນ, ຮ່ວມມືຮັບມືກັບບັນດາສິ່ງທ້າທາຍດ້ານຄວາມສະຫງົບທີ່ເປັນມູນເຊື້ອ ແລະບໍ່ເປັນມູນເຊື້ອ; ຍົກສູງກົດໝາຍສາກົນ, ເປັນຕົ້ນແມ່ນການແກ້ໄຂບັນຫາທີ່ຍັງຂັດແຍ່ງ, ແກ່ງແຍ້ງກັນ. ເມື່ອໃດບັນດາປະເທດ, ບັນດາຊົນຊາດຮ່ວມກັນສັນຕິພາບ, ມິດຕະພາບ, ເຄົາລົບເຊິ່ງກັນ, ຊ່ວຍເຫຼືອເຊິ່ງກັນ, ເພື່ອອະນາຄົດອັນດີງາມລວມຂອງມະນຸດ, ເວລານັ້ນປະຊາຊົນໃນໂລກຈຶ່ງໄດ້ຮັບຄວາມຜາສຸກຢ່າງຄົບຖ້ວນ ແລະແທ້ຈິງ.
ທີສາມ, ໜ້າທີ່ອັນຮີບດ່ວນປັດຈຸບັນຂອງບັນດາປະເທດ ພັກການເມືອງ ແລະການຈັດຕັ້ງການເມືອງ-ສັງຄົມ ແມ່ນເພື່ອປົກປັກຮັກສາຄວາມຜາສຸກຂອງປະຊາຊົນ, ຍູ້ຖອຍພະຍາດໂກວິດ-19 ໂດຍໄວ, ຟື້ນຟູພັດທະນາເສດຖະກິດ, ຮັບປະກັນຄວາມສະຫງົບສັງຄົມ. ເພື່ອປະຕິບັດປະສິດທິຜົນໜ້າທີ່ນີ້, ຄວາມມານະພະຍາຍາມ ແລະຄວາມເປັນເອກະພາບຂອງບັນດາລັດຖະບານ, ພັກການເມືອງ, ການຈັດຕັ້ງ ແລະປະຊາຊົນແມ່ນປັດໄຈຫຼັກແຫຼ່ງ, ແຕ່ການຮ່ວມມືສາກົນມີປະສິດທິຜົນ ທີ່ມີຄວາມໝາຍສຳຄັນຫຼາຍ, ໃນນັ້ນການຮັບປະກັນແຫຼ່ງສະໜອງ, ເຂົ້າໃກ້ຢ່າງສະເໝີພາບ, ຊັກຢາວັກຊິນປ້ອງກັນພະຍາດຢ່າງທັນການ.ຄະນະຜູ້ແທນຂັ້ນສຸດຍອດພັກກອມມູນິດຫວຽດນາມ ນຳໂດຍເລຂາທິການໃຫຍ່ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມສຸດຍອດອອນໄລ ລະຫວ່າງພັກກອມມູນິດຈີນ ກັບບັນດາພັກການເມືອງໃນໂລກ _ພາບ: TTXVN
ຮຽນບັນດາທ່ານ,
ໂຄງການການເມືອງສະບັບທຳອິດຂອງພັກກອມມູນິດຫວຽດນາມໄດ້ກຳນົດໜ້າທີ່ພຶ້ນຖານຂອງການປະຕິວັດຫວຽດນາມແມ່ນ ຕອບສະໜອງຄວາມຮຽກຮ້ອງຈຳເປັນຂອງຊົນຊາດ ແລະຄວາມມຸ້ງຫວັງຢ່າງແຮງກ້າຂອງປະຊາຊົນ. ປະທານ ໂຮ່ຈິີມິນ ຄາວຍັງມີຊີວິດ ກໍເຄີຍສັ່ງສອນວ່າ ສະມາຊິກພັກຍາມໃດກໍຕ້ອງເຊື່ອມຊຶມທັດສະນະ “ຜົນປະໂຫຍດສ່ຳໃດກໍເພື່ອປະຊາຊົນ, ສິດອຳນາດເທົ່າໃດລ້ວນແລ້ວແຕ່ແມ່ນຂອງປະຊາຊົນ”.
ສະໜິດຕິດແທດອັນເລືອດເນື້ອກັບປະຊາຊົນ ແລະໄດ້ປະຊາຊົນສະໜັບສະໜູນ, ພັກກອມມູນິດຫວຽດນາມນຳພາພ້ອມກັບປະຊາຊົນຫວຽດນາມໄດ້ຜ່ານພົ້ນຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການຜ່ານ 90 ກວ່າປີ. ເລີ່ມຈາກເວລາກຳເນີດ, ພັກກອມມູນິດຫວຽດນາມໄດ້ນຳພາປະຊາຊົນຫວຽດນາມ ປະຕິບັດຄວາມມຸ້ງຫວັງຢ່າງແຮງກ້າຂອງປະຊາຊົນຜູ້ຖືກເປັນຫົວເມືອງຂຶ້ນ ແມ່ນຍາດໄດ້ຄວາມເປັນເອກະລາດໃນປີ 1945, ຫຼັງຈາກນັ້ນປະຕິບັດຢ່າງມີໄຊສອງຂະບວນການຕໍ່ສູ້ທົ່ວປະຊາຊົນ ເພື່ອຍາດໄດ້ ແລະປົກປັກຮັກສາຄວາມເປັນເອກະລາດຊົນຊາດ, ໂຮມປະເທດຊາດເປັນອັນໜຶ່ງອັນດຽວໃນປີ 1975. ນັບຈາກນັ້ນ, ປະຊາຊົນຫວຽດນາມຢູ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໄດ້ປົກປັກຮັກສາໜັກແໜ້ນພື້ນຖານເອກະລາດປະເທດຊາດຂອງຕົນ, ຍາດໄດ້ໄຊຊະນະໃນການສູ້ຮົບປົກປັກຮັກສາປະເທດຊາດ, ຟື້ນຟູຫຼັງສົງຄາມ ແລະບັນລຸໄດ້ບັນດາຜົນສຳເລັດອັນໃຫຍ່ຫຼວງໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດ.
ປັດຈຸບັນ, ຫວຽດນາມແມ່ນປະເທດພວມພັດທະນາ, ບັນລຸລາຍຮັບລະດັບປານກາງ, ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຈັງຫວະການເຕີບໂຕໄວອັນດັບແຖວໜ້າໃນໂລກ; ວັດທະນະທຳຂະຫຍາຍຕົວ, ຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ປັບປຸງ, ຂຶ້ນໃນກຸ່ມປະເທດບັນລຸອັດຕາສູງກ່ຽວກັບການພັດທະນາຄົນຂອງສະຫະປະຊາຊາດ, ເປັນຕົ້ນແມ່ນທຽບກັບບັນດາປະເທດທີ່ມີລະດັບການພັດທະນາທຽບເທົ່າ; ກາຍເປັນພາຄີທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ຂອງວົງຄະນາຍາດສາກົນ. ໃນ 1 ກວ່າປີຜ່ານມາ, ຫວຽດນາມໄດ້ມານະພະຍາຍາມຮັບມືກັບການແຜ່ລະບາດຂອງພະຍາດໂກວິດ-19, ຖືສຸຂະພາບ ແລະ ຄວາມປອດໄພດ້ານຊີວິດຂອງຄົນ ແມ່ນເໜືອກວ່າສິ່ງໃດ, ກ່ອນອື່ນໝົດ; ເປັນເຈົ້າການ, ຕັ້ງໜ້າປ້ອງກັນພະຍາດຢ່າງມີປະສິດທິຜົນ, ທັງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດ, ຮັບປະກັນຄວາມສະຫງົບທາງສັງຄົມ.
ບົດຮຽນຈາກພຶດຕິກຳຕົວຈິງຂອງພວກຂ້າພະເຈົ້າແມ່ນ ຍາມໃດກໍຖືຄວາມຜາສູກຂອງປະຊາຊົນເປັນຈຸດໝາຍສູ້ຊົນ, ອີງໃສ່ກຳລັງຢ່າງແຮງກ້າຂອງປະຊາຊົນ. ພັກນຳພາຜ່ານແນວທາງການພັດທະນາໂດຍອີງໃສ່ບັນດາກົດເກນພາວະວິໄສ, ການເຕີບໂຕເສດຖະກິດໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະຍຸຕິທຳທາງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຖືວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ; ສ້າງລັດແຫ່ງອຳນາດກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ; ປຸກລຸກ ແລະເສີມຂະຫຍາຍການປ່ຽນແປງໃໝ່, ປະດິດສ້າງ, ການເຂົ້າຮ່ວມຂອງທົ່ວສັງຄົມ; ພັດທະນາສາຍພົວພັນສັນຕິພາບ, ມິດຕະພາບ ແລະການຮ່ວມມື ກັບບັນດາປະເທດໃນໂລກ. ດ້ວຍມານະຈິດ ແລະການຕັດສິນໃຈສູງຂອງຊົນຊາດ ແມ່ນພັດທະນາປະເທດຊາດວັດທະນາຖາວອນ, ມີຄວາມຜາສຸກ, ພັກ, ລັດ ແລະປະຊາຊົນຫວຽດນາມພວມມານະພະຍາຍາມເພີ່ມທະວີການກໍ່ສ້າງພັກ ແລະລະບົບການເມືອງໂປ່ງໃສ, ເຂັ້ມແຂງ, ຮອບດ້ານ, ການເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນ; ຍູ້ແຮງພາລະກິດການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ການເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນ; ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ; ສືບຕໍ່ຜັນຂະຫຍາຍມີປະສິດທິຜົນ ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາກຫຼາຍ ແລະເຊື່ອມໂຍງ ສາກົນຮອບດ້ານ ແລະເລິກເຊິ່ງ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນພາຄີທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນວົງຄະນາຍາດສາກົນ; ເປີດກວ້າງສາຍພົວພັນ ແລະຍູ້ແຮງການຮ່ວມມືກັບບັນດາກຳລັງການເມືອງ, ສັງຄົມ ແລະປະຊາຊົນບັນດາປະເທດ, ສູ້ຊົນເພື່ອຄວາມສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ການຮ່ວມມືພັດທະນາ ແລະກ້າວໜ້າທາງສັງຄົມ.
ເນື່ອງໃນໂອກາດນີ້, ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງປະຊາຊົນບັນດາປະເທດ, ບັນດາຍພັກການເມືອງ, ບັນດາການຈັດຕັ້ງການເມືອງ-ສັງຄົມ ຕໍ່ຫວຽດນາມ ຜ່ານບັນດາໄລຍະ. ພວກຂ້າພະເຈົ້າສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອໃນຫຼາຍດ້ານຂອງຈີນ ໃນຂະບວນຕໍ່ສູ້ຍາດໄດ້ຄວາມເປັນເອກະລາດຂອງຫວຽດນາມໃນເມື່ອກ່ອນ ແລະການພັດທະນາປະເທດຊາດໃນປັດຈຸບັນ.
ອວຍພອນກອງປະຊຸມສຸດຍອດລະຫວ່າງພັກກອມມູນິດຈີນ ກັບບັນດາພັກການເມືອງໃນໂລກ ປະສົບຜົນສຳເລັດຢ່າງຈົບງາມ
ຂໍຂອບໃຈ.
-----------------
* ຫົວຂໍ້ໂດຍວາລະສານກອມມູນິດເປັນຜູ້ຕັ້ງ
- ແຫຼ່ງ ວາລະສານກອມມູນິດອອນໄລ ພາສາຫວຽດນາມ ວັນທີ 7 ກໍລະກົດ 2021