ແນວຄິດ, ຄຸນສົມບັດ ແລະ ແບບແຜນໂຮ່ຈີມິນ
ເປັ່ງປະກາຍ, ປຸກຕື່ນ ແລະ ຊຸກຍູ້ການປະຕິບັດຄວາມປາຖະໜາ
ທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະຜາສຸກ
ເປັ່ງປະກາຍ, ປຸກຕື່ນ ແລະ ຊຸກຍູ້ການປະຕິບັດຄວາມປາຖະໜາ
ທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະຜາສຸກ
ວກ. - ເນື່ອງໃນໂອກາດການສະຫຼຸບເບື້ອງຕົ້ນຜົນງານ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 05-ຄສ/ສກ, ລົງວັນທີ 15 ພຶດສະພາ 2016, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນໂຮ່ຈີມິນ”, ສະຫາຍຫງວຽນຊວັນຝຸກ, ກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໄດ້ມີບົດຂຽນໃນຫົວຂໍ້ວ່າ: “ແນວຄິດ, ຄຸນສົມບັດ ແລະ ແບບແຜນໂຮ່ຈີມິນ ເປັ່ງປະກາຍ, ປຸກຕື່ນ ແລະ ຊຸກຍູ້ການປະຕິບັດຄວາມປາຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະຜາສຸກ”. ວາລະສານກອມມູນິດ ຂໍຖືເປັນກຽດນໍາສະເໜີບົດຂຽນສະບັບເຕັມທີ່ສຳຄັນຂອງປະທານປະເທດ.
ປະທານໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ຂອງພັກແລະປະເທດຊາດຫວຽດນາມ, ເພິ່ນເປັນຄູສອນທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ເປັນວິລະຊົນແຫ່ງການປົດປ່ອຍປະເທດຊາດ, ເປັນບູລຸດວັດທະນະທຳຜູ້ທີ່ມີຊື່ສຽງຂອງໂລກ, ເປັນນັກຮົບກອມມູນິດສາກົນທີ່ເປັນແບບຢ່າງ, ໄດ້ອຸທິດຕະຫຼອດຊີວິດເພື່ອປະເທດຊາດ, ເພື່ອປະຊາຊົນ. ແນວຄິດ, ຄຸນສົມບັດ ແລະແບບແຜນໂຮ່ຈີມິນ ເປັນມໍລະດົກອັນລໍ້າຄ່າຂອງພັກກອມມູນິດຫວຽດນາມ, ປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມ; ເປັນຄັນທຸງນຳພາພາລະກິດການປົດປ່ອຍຊາດໃຫ້ໄດ້ຮັບໄຊຊະນະ, ສືບຕໍ່ເຍືອງແສງໃຫ້ແກ່ພາລະກິດປ່ຽນແປງໃໝ່ ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ເນື່ອງໃນໂອກາດການສະຫຼຸບເບື້ອງຕົ້ນຜົນງານ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 05-ຄສ/ສກພ, ລົງວັນທີ 15 ພຶດສະພາ 2016, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນໂຮ່ຈີມິນ” ແລະ ຜັນຂະຫຍາຍການປະຕິບັດບົດສະຫຼຸບສະບັບເລກທີ 01-ສຫຼ/ສກພ, ລົງວັນທີ 18 ພຶດສະພາ 2021, ຂອງກົມການເມືອງສູນກາງພັກ, ວ່າດ້ວຍການສືບຕໍ່ປະຕິບັດຄຳສັ່ງສຳຄັນນີ້, ພ້ອມກັນນັ້ນ ທັງເປັນການລະນຶກວັນທີ່ລຸງໂຮ່ ອອກເດີນທາງຊອກຫາເສັ້ນທາງກູ້ຊາດ ຄົບຮອບ 110 ປີ (ວັນທີ 5 ມິຖຸນາ 1911 - ວັນທີ 5 ມິຖຸນາ 2021) ແລະ ວັນທີ່ເພິ່ນກັບຕ່າວຄືນປະເທດເພື່ອນໍາພາການປະຕິວັດຫວຽດນາມ ຄົບຮອບ 80 ປີ (ວັນທີ 28 ມັງກອນ 1941 - ວັນທີ 28 ມັງກອນ 2021), ຂ້າພະເຈົ້າຂໍນຳສະເໜີບາງຄວາມຄິດ ດັ່ງຕໍ່ໄປນີ້:
1. ຄວາມມຸ່ງມາດປາຖະໜາເປັນເອກະລາດແຫ່ງຊາດ ແລະ ການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງແລະຜາສຸກ ແມ່ນເສັ້ນຊີບພະຈອນຕະຫຼອດຊີວິດ, ພາລະກິດ ແລະ ແນວຄິດໂຮ່ຈີມິນ. ຄວາມມຸ່ງມາດປາຖະໜາດັ່ງກ່າວ ໄດ້ເລັ່ງລັດໃຫ້ເພິ່ນຕັດສິນໃຈຢ່າງເດັດດ່ຽວເພື່ອອອກເດີນທາງຊອກຫາເສັ້ນທາງກູ້ຊາດ, ເຈືອປົນຕົນເອງເຂົ້າໃນຊີວິດການເປັນຢູ່ຂອງຊົນຊັ້ນອອກແຮງງານໃນບັນດາປະເທດແມ່ ແລະ ເມືອງຂຶ້ນ, ທັງອອກແຮງງານ, ທັງຄົ້ນຄວ້າທິດສະດີ ແລະ ພຶດຕິກຳ. ເດີນທາງຕາມທິດຕາເວັນຕົກເພື່ອຊອກຫາເສັ້ນທາງກູ້ຊາດໄດ້ເປີດວິໄສທັດອັນກວ້າງໃຫຍ່, ນໍາເອົາເພິ່ນໄປເຖິງລັດທິມາກ - ເລນິນ, ເຊິ່ງເປັນການເປີດເສັ້ນທາງໃຫ້ແກ່ປະເທດຊາດປັບຕົວເຂົ້າກັບກະແສຟອງລວມຂອງຍຸກສະໄໝ, ແກ້ໄຂສະພາບການໂດດດ່ຽວຂອງການປະຕິວັດຫວຽດນາມ. ຊອກໄດ້ເສັ້ນທາງກູ້ຊາດທີ່ຖືກຕ້ອງ, ເພິ່ນໄດ້ພາຕົນເຂົ້າໃນການຕໍ່ສູ້ປະຕິວັດທີ່ເຕັມໄປດ້ວຍຄວາມສະຫງ່າອົງອາດ ແລະ ພິລະອາດຫານ, ທົນຮັບທຸກຄວາມຫຍຸ້ງຍາກລໍາບາກ ແລະ ຄວາມເສຍສະຫຼະ ເພື່ອໃຫ້ບັນລຸເປົ້າໝາຍ, ຄວາມຕັ້ງໝັ້ນໃນອຸດົມການອັນແຮງກ້າ, ຄວາມມຸ່ງມາດປາຖະໜາອັນຮ້ອນແຮງ, ມານະຈິດອັນເໜືອທໍາມະດາ. ຄວາມລຽບງ່າຍ, ສັດຊື່ຈິງໃຈ, ແຕ່ປ່ຽມລົ້ນໄປດ້ວຍພະລັງຈິດໃຈທີ່ອົງອາດກ້າແກ່ນ, ເພິ່ນໄດ້ເວົ້າອອກມາຢ່າງໝົດຈິດໝົດໃຈດ້ວຍຄວາມເລັ່ງລັດໃນສິນທໍາປະຈໍາໃຈທັງໝົດວ່າ: “ຂ້າພະເຈົ້າມີຄວາມປາຖະໜາພຽງຢ່າງດຽວ, ຄວາມປາຖະໜາອັນສູງສຸດ, ແມ່ນເຮັດແນວໃດໃຫ້ປະເທດຊາດພວກເຮົາໄດ້ຮັບເອກະລາດຢ່າງສົມບູນ, ປະຊາຊົນພວກເຮົາມີອິດສະຫຼະພາບໂດຍສົມບູນ, ພີ່ນ້ອງຮ່ວມຊາດທຸກຄົນໃຜກໍມີເຂົ້າກິນ ແລະ ມີເຄື່ອງນຸ່ງຫົ່ມ, ທຸກຄົນໄດ້ຮັບການສຶກສາຮໍ່າຮຽນ”. ຄວາມມຸ່ງມາດປາຖະໜາ “ເອກະລາດ -ເສລີພາບ - ຄວາມຜາສຸກ” ຂອງເພິ່ນໄດ້ຖືກກໍານົດເປັນຄຳຂວັນຢູ່ເທິງທຸກເອກະສານລັດຖະການທີ່ຕິດພັນກັບຊື່ຂອງປະເທດ ນັບແຕ່ “ສາທາລະນະລັດປະຊາທິປະໄຕຫວຽດນາມ” ຈົນມາເຖິງ “ສາທາລະນະລັດ ສັງຄົມນິຍົມຫວຽດນາມ”. ຄວາມມຸ່ງມາດປາຖາະໜາທີ່ດັງກ້ອງກັງວານຂຶ້ນນັ້ນ ແມ່ນຄໍາຮຽກຮ້ອງກ່ຽວກັບປະເທດຊາດ, ສະແດງອອກເຖິງເຈດຈໍານົງ, ຄວາມມຸ່ງໝັ້ນໃນການຕັດສິນໃຈທີ່ກ້າແກ່ນຂອງເພິ່ນຕໍ່ກັບຊາຕາກໍາຂອງຊາດ, ອະນາຄົດຂອງປະເທດ ແລະ ທ່າອຽງຂອງປະຫວັດສາດ. ນັ້ນແມ່ນຈິດໃຈ “ເຖິງວ່າຈະຈູດເຜົາໄໝ້ທັງສາຍພູຫຼວງ ກໍຕ້ອງຍາດໃຫ້ໄດ້ຄວາມເປັນເອກະລາດ” ໃນການປະຕິວັດເດືອນສິງຫາ ປີ 1945, “ພວກເຮົາແໜງເສຍສະຫຼະທຸກຢ່າງ, ແຕ່ຕັດສິນໃຈບໍ່ຍອມສູນເສຍປະເທດຊາດ, ບໍ່ຍອມເປັນຂ້າທາດຢ່າງເດັດຂາດ” ໃນຄໍາຮຽກຮ້ອງທົ່ວປະເທດລຸກຮືຂຶ້ນຕໍ່ສູ້ ຕ້ານຝຣັ່ງ. ນັ້ນແມ່ນສັດຈະທໍາທີ່ເປັນອະມະຕະຕະຫຼອດການ “ບໍ່ມີສິ່ງໃດປະເສີດກວ່າຄວາມເປັນເອກະລາດ, ອິດສະຫຼະພາບ” ທີ່ເລັ່ງລັດໃຫ້ປະຊາຊົນທັງຊາດ, ພີ່ນ້ອງຮ່ວມຊາດລຸກຂຶ້ນເພື່ອປົກປ້ອງມະໂນທໍາ ແລະ ກຽດສັກສີ, ຍາດເອົາສິດໃນການດໍາລົງຊີວິດ ແລະ ຄວາມເປັນຫ່ວງເປັນໃຍນໍາຄວາມຜາສຸກ; ຖ່າຍທອດຄວາມຂຶ້ນໃຈໃຫ້ແກ່ບັນດາຊາດທີ່ຖືກກົດຂີ່, ເພື່ອນມິດໃນທົ່ວທັງຫ້າທະວີບ ກ່ຽວກັບຊາດຫວຽດນາມທີ່ມີອະລິຍະທໍາ ແລະ ພິລະອາດຫານ.ຕັ້ງໃຈຟັງຄໍາສັ່ງສອນຂອງລຸງໂຮ່ _ພາບ: ສາລະຄະດີ
ຄວາມມຸ່ງມາດປາຖະໜາຂອງເພິ່ນໄດ້ກາຍເປັນ “ຄວາມມຸ່ງມາດປາຖະໜາຂອງຫວຽດນາມ ໃນຍຸກສະໄໝໂຮ່ຈີມິນ”. ມູນມໍລະດົກທາງແນວຄິດຂອງເພິ່ນໄດ້ສືບຕໍ່ຊີ້ທິດ, ເຍືອງທາງໃຫ້ແກ່ພາລະກິດປ່ຽນແປງໃໝ່ໃນປັດຈຸບັນ; ຈູດປະກາຍໃຫ້ຄວາມເຊື່ອໝັ້ນໃນອະນາຄົດພາຍພາກໜ້າທີ່ສົດໃສຂອງຊາດ; ປຸກຕື່ນຄວາມມຸ່ງມາດປາຖະໜາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ຜາສຸກ ເພື່ອສ້າງເປັນຜົນສໍາເລັດອັນມະຫັດສະຈັນຂອງຫວຽດນາມ ໃນສະຕະວັດທີ 21. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງຈຸດໝາຍຮອດປີ 2045 - ລະນຶກວັນສະຖາປະໜາປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ (ປັດຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ) ຄົບຮອບ 100 ປີ - ຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ເດີນຕາມທິດສັງຄົມນິຍົມ. ພາລະກິດທີ່ໃຫຍ່ຫຼວງ, ຄວາມໄວ້ວາງໃຈ, ຖານະບົດບາດ, ກໍາລັງບົ່ມຊ້ອນຂອງປະເທດຊາດ ໄດ້ຖືກສ້າງຂຶ້ນໃນຍຸກສະໄໝຂອງໂຮ່ຈີມິນ, ໃນນັ້ນ ລວມທັງຜົນສໍາເລັດ 35 ປີແຫ່ງການປ່ຽນແປງໃໝ່, ໄດ້ ແລະ ພວມສ້າງເປັນພື້ນຖານອັນໜັກແໜ້ນໃຫ້ປະເທດຊາດກ້າວໄປຂ້າງໜ້າຢ່າງແນ່ວແນ່. ຈຸດໝາຍເສັ້ນໄຊເພື່ອກາຍເປັນປະເທດພັດທະນາ ຍັງແມ່ນການເດີນທາງທີ່ແສນຍາວໄກ, ເຊິ່ງຕ້ອງການເຖິງຄວາມມຸ່ງມາດປາຖະໜາບືນຕົວກ້າວຂຶ້ນ ແລະ ມີຄຸນນະທາດ, ຄວາມຕັ້ງໝັ້ນ, ການຕັດສິນໃຈຢ່າງເຂັ້ມແຂງແຮງກ້າ.
ເພື່ອຫັນຄວາມມຸ່ງມາດປາຖະໜາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງແລະຜາສຸກ ກາຍເປັນຈິງ, ຮຽກຮ້ອງຕ້ອງສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານແລະເປັນລະບົບຄົບຊຸດ; ປຸກລຸກເຈດຈໍານົງ, ກໍາລັງແຮງທົ່ວປວງຊົນທັງຊາດ ສົມທົບກັບກໍາລັງແຮງຍຸກສະໄໝ; ເສີມຂະຫຍາຍຄຸນຄ່າວັດທະນະທໍາ ແລະ ກໍາລັງແຮງຂອງຄົນຫວຽດນາມ. ກ້າວເຂົ້າສູ່ທົດສະວັດທີສາມຂອງສະຕະວັດທີ 21, ສະພາບການໂລກສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດເດົາໄດ້ຍາກ, ການແກ່ງແຍ້ງແຂ່ງຂັນລະຫວ່າງບັນດາປະເທດທາງດ້ານຈັ່ງຫວະ ແລະ ຄຸນນະພາບການພັດທະນາ ນັບມື້ຍິ່ງທະວີເຄັ່ງຮ້ອນຂຶ້ນ, ການປະຕິວັດອຸດສາຫະກໍາຄັ້ງທີສີ່ ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ, ກົນໄກບໍລິຫານຍັງມີຫຼາຍຂອດຂັ້ນອຸດຕັນ ເຊິ່ງຕ້ອງໄດ້ຊອກຫາວິທີແກ້ໄຂໃຫ້ທະລຸລວງ ເພື່ອສ້າງຄວາມອາດສາມາດພັດທະນາແບບກ້າວກະໂດດ. ໃນແຕ່ລະບາດກ້າວທີ່ປະເທດຊາດຫວຽດນາມກ້າວບົນເສັ້ນທາງໄປສູ່ຈຸດໝາຍປາຍທາງນັ້ນ, ຄຸນນະທາດ, ຄວາມຕັ້ງໝັ້ນ, ຄວາມມຸ່ງມາດປາຖະໜາຂອງປະທານ ໂຮ່ຈີມິນ ໄດ້ສືບຕໍ່ສາດແສງ, ສົ່ງທອດຄວາມຂຶ້ນໃຈ, ເຮັດໃຫ້ຄົນຫວຽດນາມທຸກຄົນເຊື່ອໝັ້ນຢ່າງແນ່ວແນ່ກວ່າເກົ່າ ຕໍ່ກໍາລັງແຮງຂອງຕົນເອງ ເພື່ອປະຕິບັດສໍາເລັດຄວາມມຸ່ງມາດປາຖະໜາຂອງເພິ່ນ.
2. ປະທານໂຮ່ຈີມິນ - ສັນຍາລັກແຫ່ງຄວາມຈົງຮັກພັກດີຕໍ່ປະເທດຊາດ, ຄວາມກະຕັນຍູຕໍ່ປະຊາຊົນ, ມອບນໍ້າໃຈຄວາມຮັກແພງທີ່ບໍ່ມີຂອບເຂດ ແລະ ຄວາມເຊື່ອໝັ້ນອັນເຂັ້ມແຂງແຮງກ້າໃນກໍາລັງແຮງຂອງປະຊາຊົນ. ຢູ່ທີ່ນີ້ ບໍ່ພຽງແຕ່ເປັນການສືບທອດແນວຄິດທີ່ເປັນມູນເຊື້ອ “ຊຸກເຮືອກໍປະຊາຊົນ, ເຮັດໃຫ້ເຮືອຫຼົ້ມກໍແມ່ນປະຊາຊົນ”, “ວຽກງານມະນຸດສະທຳແມ່ນເພື່ອຄວາມສະຫງົບສຸກຂອງປະຊາຊົນ” ຂອງບັນພະບູລຸດເຮົາເທົ່ານັ້ນ, ຫາກຍັງເປັນການຍົກສູງລັດທິມະນຸດສະທໍາໂຮ່ຈີມິນນໍາອີກ. ກະໂຕນໍ້າໃຈຄວາມຮັກແພງຕໍ່ພີ່ນ້ອງຮ່ວມຊາດທີ່ຖືກຢຽດຢໍ່າທໍລະມານຢ່າງແສນສາຫັດ ໄດ້ພາເພິ່ນພົບພໍ້ກັບອຸດົມການລັດທິກອມມູນິດ, ເຊິ່ງຢູ່ທີ່ນັ້ນ ເພິ່ນໄດ້ຊອກເຫັນເສັ້ນທາງປົດປ່ອຍຊາດທີ່ຕິດພັນກັບການປົດປ່ອຍຊົນຊັ້ນ, ປົດປ່ອຍສັງຄົມ, ປົດປ່ອຍມະນຸດ. ການຕັດສິນໃຈທາງການເມືອງຂອງເພິ່ນເວລາໃດກໍມີຄວາມຖືກຕ້ອງ, ສະຫຼາດສ່ອງໃສ, ຍ້ອນວ່າ ເວລາໃດກໍຖືເອົາຜົນປະໂຫຍດສູງສຸດຂອງຊາດ - ປະຊາຊົນເປັນຈຸດເລີ່ມຕົ້ນ, ຖືກກັບກົດເກນ, ຖືກກັບຈິດໃຈປະຊາຊົນ, ສອດຄ່ອງກັບທ່າອ່ຽງຍຸກສະໄໝ, ປ່ຽມລົ້ນດ້ວຍລັດທິມະນຸດສະທໍາ. ເພິ່ນໄດ້ຕັກເຕືອນວ່າ: “ສັດຈະທໍາ ແມ່ນສິ່ງໃດທີ່ມີປະໂຫຍດແກ່ປະເທດຊາດ, ແກ່ປະຊາຊົນ. ສິ່ງໃດທີ່ຂັດກັບຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ ໝາຍວ່າບໍ່ແມ່ນສັດຈະທໍາ”(2). “ວຽກໃດທີ່ເປັນປະໂຫຍດແກ່ປະຊາຊົນ, ເຮົາຕ້ອງເຮັດສຸດກໍາລັງ. ວຽກໃດທີ່ເປັນພິດໄພຕໍ່ປະຊາຊົນ, ເຮົາຕ້ອງຫຼີກລ່ຽງທີ່ສຸດ”(3).
ບໍ່ຄືກັບນັກແນວຄິດຫຼາຍໆຄົນທີ່ເບິ່ງປະຊາຊົນດ້ວຍຄວາມເອັນດູສົງສານ, ປະທານ ໂຮ່ຈີມິນ ໄດ້ມອບຄວາມຮັກແພງອັນກວ້າງໃຫຍ່ໄພສານໃຫ້ແກ່ປະຊາຊົນ ທັງໃນຈຸດສູງທາງດ້ານແນວຄິດ ແລະ ລວງເລິກຂອງຈິດໃຈ. ເພິ່ນຖືວ່າ: “ຢູ່ເທິງທ້ອງຟ້າບໍ່ມີສິ່ງໃດລໍ້າຄ່າເທົ່າປະຊາຊົນ” ແລະ ຄວາມເຊື່ອໝັ້ນອັນເຂັ້ມແຂງແຮງກ້າ “ໃນໂລກ, ບໍ່ມີສິ່ງໃດເຂັ້ມແຂງເທົ່າກໍາລັງຄວາມສາມັກຄີຂອງປະຊາຊົນ”. ດ້ວຍຈິດໃຈ “ນໍາເອົາກໍາລັງເຮົາເພື່ອປົດປ່ອຍຕົວເຮົາ”, ເພິ່ນ ແລະ ພັກກອມມູນິດຫວຽດນາມ ໄດ້ປຸກລຸກກໍາລັງແຮງທີ່ຍິ່ງໃຫຍ່ຂອງປະຊາຊົນ ໂດຍຜ່ານການສຶກສາອົບຮົມ, ປຸກສະຕິຕື່ນຕົວ, ເຮັດໃຫ້ທຸກຄົນມີຄວາມເຊື່ອໝັ້ນຢ່າງແນ່ວແນ່ໃນກໍາລັງແຮງຂອງຕົນເອງ, ກ້າຫານລຸກຢືນຂຶ້ນເພື່ອປົດປ່ອຍອອກຈາກຊິກໂສ້ຂ້າທາດ ແລະ ຄວາມທຸກຍາກ, ຫຼ້າຫຼັງ. ກໍານົດໃຫ້ແກ່ຕົນເອງພາລະໜ້າທີ່, ຄວາມຮັບຜິດຊອບ “ຄືກັບເປັນນາຍທະຫານຮັບຟັງຄໍາສັ່ງຂອງປະຊາຊົນພາຍໃນຊາດເພື່ອອອກສະໜາມຮົບ”, ຕະຫຼອດຊີວິດຂອງປະທານ ໂຮ່ຈີມິນ ໄດ້ພະຍາຍາມສຸດເຫື່ອສຸດແຮງ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ເພິ່ນໃຫ້ຄວາມສໍານຶກວ່າ ຖ້າປ່ອຍໃຫ້ປະຊາຊົນອຶດຫິວ, ປະຊາຊົນໜາວສັ່ນ ແມ່ນພັກ ແລະ ລັດຖະບານມີຄວາມຜິດ; ຍາດໄດ້ອິດສະຫຼະພາບ, ເອກະລາດແລ້ວ ແຕ່ປະຊາຊົນຍັງຕາຍອຶດ, ຕາຍໜາວ, ເອກະລາດແລະອິດສະຫຼະພາບນັ້ນບໍ່ມີຄວາມໝາຍຫຍັງອີກ, ປະຊາຊົນພຽງແຕ່ເຂົ້າໃຈແຈ້ງຄຸນຄ່າຂອງອິດສະຫຼະພາບ, ຂອງເອກະລາດ ກໍຕໍ່ເມື່ອໄດ້ກິນອີ່ມ, ນຸ່ງອຸ່ນ. ຄວາມຮັກແພງອັນກວ້າງໃຫຍ່ໄພສານຂອງເພິ່ນ ໄດ້ມອບໃຫ້ກັບໝົດທຸກຄົນ, ທຸກຫຼັງຄາເຮືອນ, ທຸກຊົນຊັ້ນ, ຊັ້ນຄົນໃນສັງຄົມ, ນັບຕັ້ງແຕ່ກໍາມະກອນ, ຊາວນາ, ປັນຍາຊົນ, ແມ່ຍິງ, ຊາວໜຸ່ມ, ຜູ້ເຖົ້າແກ່ຊະລາ, ເດັກນ້ອຍ, ພີ່ນ້ອງຊົນເຜົ່າສ່ວນນ້ອຍ ຕະຫຼອດຮອດຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ຕໍ່ກັບກໍາມະກອນ ແລະ ຊາວນາ, ເພິ່ນໄດ້ວາງຫຼັກການວ່າ ບໍ່ວ່າເວລາໃດກໍບໍ່ອາດເສຍສະຫຼະຜົນປະໂຫຍດຂອງພວກເຂົາໃຫ້ກັບບໍ່ວ່າຊົນຊັ້ນໃດໆ, ຕ້ອງມີນະໂຍບາຍເບິ່ງແຍງທີ່ເປັນຮູບປະທໍາ, ຍ້ອນວ່ານີ້ແມ່ນບັນດາຊົນຊັ້ນອອກແຮງງານໂດຍກົງໃນການຜະລິດວັດຖຸສິ່ງຂອງແກ່ສັງຄົມ, ປະກອບສ່ວນເຫື່ອແຮງແກ່ການປະຕິວັດຫຼາຍທີ່ສຸດ, ທົນຕໍ່ແອກກົດຂີ່ຂອງລ່າເມືອງຂຶ້ນສັກດີນາຫຼາຍທີ່ສຸດ. ຕໍ່ກັບຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ຕ້ອງສະແດງອອກເຖິງຫຼັກທໍາ “ດື່ມນໍ້ານຶກເຖິງແຫຼ່ງ”; ມີນະໂຍບາຍພິເສດເພື່ອຕອບແທນ, ເບິ່ງແຍງຫ່ວງໃຍນັກຮົບເກົ່າ, ຄອບຄົວນັກຮົບທີ່ເສຍສະລະຊີວິດເພື່ອຊາດ, ຊາວໜຸ່ມຕະລຸມບອນ; ກໍ່ສ້າງສວນດອກໄມ້, ສີລາຈາລຶກ, ອານຸສາວະລີ ເພື່ອຈາລຶກເຖິງຄຸນງາມຄວາມດີເລົ່າບັນດາວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ແລະ ສຶກສາອົບຮົມມູນເຊື້ອນໍ້າໃຈຮັກຊາດໃຫ້ແກ່ປະຊາຊົນ. ຕໍ່ກັບຜູ້ໂຊກບໍ່ດີ, ດ້ອຍໂອກາດໃນສັງຄົມ, ພັກ ແລະ ລັດຖະບານ ຕ້ອງສ້າງໂອກາດຊ່ວຍເຫຼືອພວກເຂົາເສີມຂະຫຍາຍລັກສະນະຕັ້ງໜ້າ, ເຊື່ອໝັ້ນໃນກໍາລັງຄວາມສາມາດຂອງຕົນ, ບຸກບືນກ້າວຂຶ້ນ ແລະ ກາຍເປັນບັນດາຜູ້ທີ່ມີປະໂຫຍດຕໍ່ສັງຄົມ.
ເໝືອນເປັນກົດເກນທໍາມະຊາດວ່າ, ຢູ່ໃນຕົວໂຮ່ຈີມິນ ໄດ້ປະສານເປັນໜຶ່ງ ລະຫວ່າງນໍ້າໃຈຮັກຊາດ ກັບຄວາມຮັກແພງປະຊາຊົນ, ການກອບກູ້ຊາດ ແລະ ກອບກູ້ປະຊາຊົນ, ການປົດປ່ອຍຊາດ ກັບການນໍາເອົາຄວາມຜາສຸກມາໃຫ້ປະຊາຊົນ. ນັບຕັ້ງແຕ່ພາຍຫຼັງໄດ້ປະກາດເອກະລາດ, ຢູ່ໃນວາລະທໍາອິດຂອງລັດຖະບານຊົ່ວຄາວ (ວັນທີ 3 ກັນຍາ 1945), ປະທານ ໂຮ່ຈີມິນໄດ້ສະເໜີ 6 ໜ້າທີ່ຮີບດ່ວນ ນັ້ນແມ່ນ: ການຕ້ານ “ສັດຕູອຶດຫິວ”; ຕ້ານ “ສັດຕູໂງ່ຈ້າ”;ລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ; ລົບລ້າງບັນດາລະບຽບພາສີທີ່ບໍ່ມີເຫດຜົນ; ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດໃນທົ່ວປະເທດ; ເຄົາລົບສິດເສລີພາບໃນການເຊື່ອຖືແລະສາສະໜາຂອງປະຊາຊົນ. ເພິ່ນໄດ້ບັນລະຍາຍຫຼາຍຄັ້ງໃນຄວາມສໍານຶກກ່ຽວກັບສັງຄົມນິຍົມແບບທໍາມະດາ, ໃກ້ຊິດຕິດແທດ, ເຂົ້າໃຈງ່າຍ, ມີແຮງດຶງດູດ, ຈູງໃຈປະຊາຊົນ; ນັ້ນແມ່ນລະບອບທີ່ “ເຮັດແນວໃດໃຫ້ປະຊາຊົນມີຢູ່ມີກິນ, ມີນຸ່ງຫົ່ມຄົບຖ້ວນພຽງພໍ, ນັບມື້ຍິ່ງມີຄວາມສະໜຸກສະບາຍ, ໃຜໆກໍໄດ້ເຂົ້າຮໍ່າຮຽນ, ເຈັບເປັນກໍມີຢຸກຢາປິ່ນປົ່ວ, ແກ່ຊະລາບໍ່ສາມາດອອກແຮງງານກໍໄດ້ພັກຜ່ອນ, ບັນດາຮີດຄອງປະເພນີບໍ່ດີກໍຄ່ອຍໆຖືກລົບລ້າງ”(4); ນັ້ນແມ່ນລະບອບສັງຄົມທີ່ “ໃຜເຮັດຫຼາຍກໍໄດ້ຊົມໃຊ້ຫຼາຍ, ເຮັດໜ້ອຍກໍໄດ້ຊົມໃຊ້ໜ້ອຍ, ບໍ່ເຮັດກໍບໍ່ໄດ້ຊົມໃຊ້”; ສັງຄົມນິຍົມແມ່ນ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ”… ໃນຕະຫຼອດ 24 ປີທີ່ດໍາລົງຕໍາແໜ່ງປະທານປະເທດ, ເພິ່ນໄດ້ມອບກໍາລັງກາຍແລະໃຈ, ກໍາລັງຄວາມຄິດ ເພື່ອນໍາພາ, ຊີ້ນໍາການຫັນເປັນລະບຽບການຕົວຈິງຕໍ່ບັນດາທັດສະນະມະນຸດສະທໍາ, ເພື່ອມະນຸດ ໃນເວລາສ້າງລັດຖະທໍາມະນູນ (ລັດຖະທໍາມະນູນ ປີ 1949 ແລະ ລັດຖະທໍາມະນູນ ປີ 1959), ບັນດາກົດດໍາລັດ, ນະໂຍບາຍຕ່າງໆ ເພື່ອຊຸກຍູ້, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ເບິ່ງແຍງຫ່ວງໃຍນໍາການປົວແປງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ບົນພື້ນຖານແນວຄິດໂຮ່ຈີມິນ, ໂຄງການການເມືອງກໍ່ສ້າງປະເທດຊາດໃນຍຸກສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາ ປີ 2011) ໄດ້ກໍານົດການເຄື່ອນໄຫວທັງໝົດຂອງພັກ ໂດຍຕ້ອງເລີ່ມຈາກຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາອັນຊອບທໍາຂອງປະຊາຊົນ; ກໍາລັງແຮງຂອງພັກແມ່ນຢູ່ໃນຄວາມສະໜິດຕິດພັນຢ່າງໃກ້ຊິດກັບປະຊາຊົນ; ຄວາມຮັບຜິດຊອບຂອງພັກ ແລະ ລັດ ແມ່ນການເບິ່ງແຍງຫ່ວງໃຍນໍາຄົນ ເພື່ອໃຫ້ມີຊີວິດການເປັນຢູ່ທີ່ອີ່ມໜໍາສໍາລານ, ມີອິດສະຫຼະພາບ, ມີຄວາມຜາສຸກ, ມີເງື່ອນໄຂພັດທະນາຢ່າງຮອບດ້ານ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ຢືນຢັນວ່າ ຄົນເປັນສູນກາງຂອງທຸກຍຸດທະສາດການພັດທະນາ, ເຄົາລົບ, ປົກປ້ອງສິດທິມະນຸດ, ສິດພົນລະເມືອງ, ໃຫ້ການເບິ່ງແຍງຫ່ວງໃຍນໍາການຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ຮັບປະກັນສະຫວັດດີການສັງຄົມ ແລະ ຄວາມປອດໄພທາງສັງຄົມ. ສືບຕໍ່ສ້າງແລະບູລະນະລັດແຫ່ງອໍານາດກົດໝາຍສັງຄົມນິຍົມ ເຊິ່ງໄດ້ກໍານົດຖານະບົດບາດສຸດທີ່ສໍາຄັນ, ຮັບປະກັນການຫັນເປັນລະບຽບການຕໍ່ຄວາມຕັ້ງໝັ້ນຂອງປະຊາຊົນ, ເຄົາລົບ ແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຄວບຄຸມກວດກາອໍານາດລັດ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂຕໍ່ໄພອັນຕະລາຍຂອງການເສຍທາດເສຍຄຸນ. ໃນເງື່ອນໄຂການພັດທະນາເສດຖະກິດຕະຫຼາດ, ພັກ ແລະ ລັດ ຕ້ອງເອົາໃຈໃສ່ທີ່ສຸດຕໍ່ການເບິ່ງແຍງຫ່ວງໃຍນໍາທຸກຊັ້ນຄົນປະຊາຊົນ; ຕິດພັນ ລະຫວ່າງການພັດທະນາເສດຖະກິດ ກັບການປະຕິບັດຄວາມກ້າວໜ້າ ແລະ ຍຸຕິທໍາສັງຄົມ ໃນແຕ່ລະບາດກ້າວເດີນ ແລະ ໃນແຕ່ລະນະໂຍບາຍແຫ່ງການພັດທະນາ, ເປັນເອກະພາບ ລະຫວ່າງນະໂຍບາຍເສດຖະກິດ ແລະ ນະໂຍບາຍສັງຄົມ; ຮັບປະກັນສິດພັດທະນາທີ່ຍຸຕິທໍາຂອງສະມາຊິກສັງຄົມທັງໝົດ, ບໍ່ປ່ອຍໃຫ້ບຸກຄົນໃດຖືກຖິ້ມຢູ່ທາງຫຼັງ. ນັ້ນແມ່ນບັນດາວິທີການທີ່ແທດຈິງ, ຫັນເປັນອັນລະອຽດໃນການຮໍ່າຮຽນ ແລະ ປະຕິບັດຕາມປະທານໂຮ່ຈີມິນ ກ່ຽວກັບການເບິ່ງແຍງຫ່ວງໃຍນໍາປະຊາຊົນ, ກໍ່ສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ເພີ່ມທະວີສາຍພົວພັນອັນສະໜິດແໜ້ນ ລະຫວ່າງພັກແລະລັດ ກັບປະຊາຊົນ.ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ກໍາມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຝຸກ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ _ພາບ: TTXVN
3. ປັດຊະຍາການພັດທະນາທີ່ມີຄຸນຄ່າເໜືອການເວລາຂອງປະທານໂຮ່ຈີມິນ ສືບຕໍ່ກໍານົດທິດໃຫ້ແກ່ການພັດທະນາແບບຍືນຍົງ, ປົກຄຸມ ແລະ ກົມກຽວ. ເຄື່ອງໝາຍທີ່ມັກຈະພົບເຫັນຢູ່ນໍາບັນດາວິລະບູລຸດແມ່ນ ຄວາມນໍາໜ້າພາທາງດ້ວຍບັນດາແນວຄິດທີ່ມີຄຸນຄ່າເໜືອການເວລາ, ເຊິ່ງຍິ່ງຜ່ານເວລາມາຫຼາຍເທົ່າໃດ ກໍຍິ່ງມີເງື່ອນໄຂເຂົ້າໃຈຢ່າງຄົບຖ້ວນ, ເລິກເຊິ່ງຫຼາຍກວ່າເກົ່າ ຕໍ່ບັນດາຄຸນຄ່າເຫຼົ່ານັ້ນ. ປະທານໂຮ່ຈີມິນ ແມ່ນກໍລະນີຄືແນວນັ້ນ ເຊິ່ງໄດ້ຕິດພັນກັບປັດຊະຍາການພັດທະນາແບບຍືນຍົງ, ປົກຄຸມ ແລະ ກົມກຽວ. ກ້າວຂຶ້ນ ແລະ ລື່ນກາຍບັນດາຮູບແບບ “ການຂະຫຍາຍຕົວທີ່ເຮັ່ງຮ້າຍ”, ນັບແຕ່ກາງສະຕະວັດທີ 20, ປະທານໂຮ່ຈີມິນ ໄດ້ມີແຜນນະໂຍບາຍວ່າ: “ເຮັດໃຫ້ຜູ້ທຸກຍາກພໍມີຢູ່ມີກິນ/ ຜູ້ທີ່ພໍມີຢູ່ມີກິນແລ້ວກໍຮັ່ງມີຂຶ້ນ/ ຜູ້ທີ່ຮັ່ງມີແລ້ວກໍຍິ່ງຮັ່ງມີຂຶ້ນຕື່ມ”(5). ນັ້ນແມ່ນປັດຊະຍາການພັດທະນາໂດຍບໍ່ຍົກເວັ້ນ, ຫຼື ພັດທະນາຮ່ວມ, ເຊິ່ງຢູ່ໃນບັນດາວາລະກອງປະຊຸມລະດັບໂລກໃນປັດຈຸບັນ ຈຶ່ງເລີ່ມໃຫ້ການຮ່ວມມືເຄື່ອນໄຫວຕິດພັນກັບຈຸດໝາຍການພັດທະນາແບບຍືນຍົງ, ປົກຄຸມ, ກົມກຽວ ເຊັ່ນ: ວາລະ 2030 ຂອງສະຫະປະຊາຊາດ (SDG-2030).
ພາຍຫຼັງການປະຕິວັດເດືອນສິງຫາ 1945, ປະທານໂຮ່ຈີມິນ ໄດ້ປຸກລະດົມຂະບວນການຕ້ານ “ສັດຕູອຶດຫິວ”, ຕ້ານ “ສັດຕູໂງ່ຈ້າ” ແຕ່ຫົວທີ, ຈົນມາຮອດທ້າຍສະຕະວັດທີ 20, ບັນຫາ “ລົບລ້າງສະພາບທຸກຈົນອັດຕະຄັດ (ທຸກຈົນຢ່າງແສນສາຫັດ), ບໍ່ມີຢູ່ບໍ່ມີກິນ” ແລະ “ການປະຕິບັດການສຶກສາພາກບັງຄັບຊັ້ນປະຖົມສຶກສາ” ຈິ່ງຮັບການຈົດບັນທຶກເຂົ້າໃນເປົ້າໝາຍການພັດທະນາແຫ່ງສະຫັດສະວັດ ຂອງສະຫະປະຊາຊາດ. ໃນຊຸມປິ 60 ຂອງສະຕະວັດກ່ອນນີ້, ເມື່ອເກືອບວ່າທັງໝົດບັນດາປະເທດໃນໂລກ ຍັງແລ່ນນໍາການພັດທະນາທີ່ເອື່ອຍອີງໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດຈົນບົກແຫ້ງ, ອັນພາໄປສູ່ການທໍາລາຍສິ່ງແວດລ້ອມ, ສ້າງຄວາມເສຍຫາຍແກ່ຄວາມອາດສາມາດໃນການພັດທະນາຂອງບັນດາຮຸ່ນຄົນອະນາຄົດ, ແຕ່ ໂຮ່ຈີມິນ ໄດ້ປຸກລະດົມ “ບຸນປູກຕົ້ນໄມ້” ເພື່ອປົກປັກຮັກສາສິ່ງແວດລ້ອມ. ຕ້ອງມາຮອດເຄິ່ງສະຕະວັດຕໍ່ມາ, ມວນມະນຸດຈຶ່ງຟື້ນສະຕິກ່ຽວກັບການ “ໂຕ້ຕອບຄືນ” ຂອງທໍາມະຊາດ ເມື່ອມົນລະພິດສິ່ງແວດລ້ອມ, ການປ່ຽນແປງສະພາບດິນຟ້າອາກາດໄດ້ຂົ່ມຂູ່ຢ່າງຮ້າຍແຮງເຖິງຄວາມສາມາດຂອງການພັດທະນາແບບຍືນຍົງ. ໃນສະພາບແວດລ້ອມຂອງສະຕະວັດທີ 20 ໄດ້ເກີດມີສົງຄາມໂລກທີ່ທໍລະຫົດຂຶ້ນສອງຄັ້ງ, ສົງຄາມພາກສ່ວນຫຼາຍຄັ້ງ, ແລ້ວກໍ “ສົງຄາມເຢັນ” ເຊິ່ງໄດ້ແບ່ງໂລກອອກເປັນ “ສອງຝ່າຍ”, ແຕ່ເວລາໃດປະທານໂຮ່ຈີມິນ ກໍຕໍ່ສູ້ແບບບໍ່ຮູ້ອິດເມື່ອ ເພື່ອຄວາມເປັນເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມ, ເປັນຕົວແທນໃຫ້ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງບັນດາຊາດຕ່າງໆ. ນັບແຕ່ປີ 1947, ເພິ່ນໄດ້ສົ່ງສານອອກໄປທົ່ວໂລກວ່າ: ຫວຽດນາມປາຖະໜາຢາກ “ເປັນເພື່ອນກັບທັງໝົດບັນດາປະເທດປະຊາທິປະໄຕ ແລະ ບໍ່ມີຄວາມອາຄາດພະຍາບາດກັບໃຜ”(6). ໃນປັດຈຸບັນ, ເຖິງວ່າໄພອັນຕະລາຍຈາກສົງຄາມ, ການປະທະພາກສ່ວນ ຍັງບົ່ມຊ້ອນຢູ່ໃນບາງພາກພື້ນຂອງໂລກກໍຕາມ, ແຕ່ຍອດປາຖະໜາຂອງໂຮ່ຈີມິນ ກ່ຽວກັບສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງບັນດາປະເທດທີ່ມີລະບອບການເມືອງແຕກຕ່າງກັນ ໄດ້ແລະພວມເປັນຈິງ, ກາຍເປັນທິດນໍາປະພຶດຕົວຂອງເກືອບວ່າບັນດາຊາດ-ປະເທດທັງໝົດ.
ໂດຍຮັບການກວດແກ້ດ້ວຍປະຫວັດສາດຕົວຈິງ, ປັດຊະຍາການພັດທະນາຂອງປະທານ ໂຮ່ຈີມິນ ນັບແຕ່ປີ 1945 ຈົນຮອດປັດຈຸບັນ ແມ່ນສອດຄ່ອງກັບຫຼາຍໆເປົ້າໝາຍ ແລະ ເນື້ອໃນຂອງບັນດາແຜນວາລະກອງປະຊຸມລະດັບໂລກຂອງສະຫະປະຊາຊາດ ກ່ຽວກັບການພັດທະນາທີ່ຍືນຍົງ, ປົກຄຸມ, ໂດຍສະເພາະແມ່ນການລົບລ້າງຄວາມທຸກຍາກ, ຕ້ານການຂາດການຮໍ່າຮຽນ, ຄວາມສະເໝີພາບທາງເພດ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ. ປັດຊະຍາການພັດທະນາຂອງເພິ່ນໄດ້ ແລະ ພວມນໍາພາຊົນຊາດຫວຽດນາມ ບົນການເດີນທາງໄປສູ່ຈຸດໝາຍ ກາຍເປັນປະເທດທີ່ມີຄວາມຈະເລີນຮຸ່ງເຮືອງແລະຜາສຸກ. ໃນໄລຍະຜ່ານມາ, ບັນດາແຜນການ “ໝົດປະເທດຮ່ວມມືເພື່ອຜູ້ທຸກຍາກ”, “ຊ່ວຍຊູໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນ” ຫຼື ຂໍ້ຄິດປະດິດສ້າງ “ປູກຕົ້ນໄມ້ຂຽວໜຶ່ງຕົ້ນ” ໃນ 5 ປີຕໍ່ໜ້າ,… ໄດ້ຮັບການສ່ອງແສງເຍືອງທາງຈາກປັດຊະຍາການພັດທະນາຂອງປະທານ ໂຮ່ຈີມິນ. ພື້ນຖານເສດຖະກິດຕະຫຼາດ ມີບົດບາດໃນການຈັດແບ່ງແຫຼ່ງກໍາລັງແຮງຢ່າງມີປະສິດທິຜົນ, ແຕ່ລັກສະນະເກີດຂຶ້ນເອງຂອງມັນ ກໍສ້າງຜົນຕາມມາຫຼາຍຢ່າງທີ່ກະທົບເຖິງການພັດພັດທະນາ, ໂດຍສະເພາະແມ່ນສະພາບການແລ່ນນໍາແຕ່ຜົນກໍາໄລ ຍອມເສຍສະຫຼະບັນດາຜົນປະໂຫຍດສາທາລະນະ, ກໍ່ໃຫ້ເກີດການແບ່ງແຍກຮັ່ງມີ-ທຸກຈົນ, ສ້າງມົນລະພິດສິ່ງແວດລ້ອມ, ດ້ານຫຍໍ້ທໍ້ຕ່າງໆ... ໃນເງື່ອນໄຂດັ່ງກ່າວນັ້ນ, ຕ້ອງໄດ້ຜັນຂະຫຍາຍ, ຈັດຕັ້ງປະຕິບັດຍຸດທະສາດການພັດທະນາທີ່ຍືນຍົງຢ່າງມີປະສິດທິຜົນ, ໂດຍອີງໃສ່ບັນດາເສົາຄໍ້າທາງດ້ານເສດຖະກິດ - ສັງຄົມ - ສິ່ງແວດລ້ອມ; ການພັດທະນາທີ່ປົກຄຸມ, ເມື່ອຕິດພັນຢ່າງສະໜິດແໜ້ນ ລະຫວ່າງການຂະຫຍາຍຕົວດ້ານເສດຖະກິດ ກັບການປະຕິບັດຄວາມກ້າວໜ້າ ແລະຍຸຕິທໍາທາງສັງຄົມ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຊົມໃຊ້ຜົນສໍາເລັດຂອງການຈະເລີນເຕີບໂຕ, ບໍ່ມີໃຜຖືກປະໄວ້ທາງຫຼັງ. ບັນດາເນື້ອໃນດັ່ງກ່າວນີ້ ສືບຕໍ່ໄດ້ຮັບການເນັ້ນໜັກ, ເຮັດໃຫ້ກະຈ່າງແຈ້ງຕື່ມອີກ ໃນບົດຂຽນຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າ: “ບາງບັນຫາທາງດ້ານທິດສະດີ ແລະ ພຶດຕິກໍາ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ”.
4. ປະທານໂຮ່ຈີມິນ - ແບບຢ່າງທາງດ້ານຄຸນສົມບັດປະຕິວັດທີ່ໂດດເດັ່ນຊັດແຈ້ງ, ແບບແຜນທີ່ຈົບງາມລໍ້າເລີດ, ເອກະພາບລະຫວ່າງແນວຄິດ ແລະ ການເຄື່ອນໄຫວ, ລະຫວ່າງຄໍາເວົ້າ ແລະ ການກະທໍາ. ເປັນນັກແນວຄິດທີ່ດີເດັ່ນເກັ່ງກ້າ, ຜູ້ຈັດຕັ້ງທີ່ປີຊາສາມາດ, ນັກເຄື່ອນໄຫວທີ່ຜ່ານພຶດຕິກໍາຕົວຈິງຫຼາຍຢ່າງ, ເພິ່ນເຂົ້າໃຈໄດ້ວ່າ ການກໍ່ສ້າງສັງຄົມໃໝ່, ຄົນໃໝ່ ແມ່ນການປະຕິວັດທີ່ຍືດເຍື້ອຍາວນານ, ເຕັມໄປດ້ວຍຄວາມຫຍຸ້ງຍາກ, ທຸກຍາກລໍາບາກ, ທັງດັດສ້າງບັນດາຂະໜົບທໍານຽມ ຮີດຄອງປະເພນີທີ່ຫຼ້າຫຼັງ, ທັງກໍ່ສ້າງອັນໃໝ່, ອັນກ້າວໜ້າ, ສີວິໄລ, ຕ້ອງມີຜູ້ທີ່ນໍາໜ້າ “ເປັນແບບຢ່າງໃຫ້ຜູ້ອື່ນເຮັດຕາມ”. ຕ້ອງຜ່ານການກະທໍາຂອງຄົນຈິ່ງສະແດງໃຫ້ເຫັນຢ່າງຄົບຖ້ວນ, ກົງໄປກົງມາໃນບັນດາຄຸນຄ່າຄຸນສົມບັດທີ່ໄດ້ມຸ່ງໝັ້ນປະຕິບັດ ແລະ ຖືອັນນັ້ນເປັນທິດນໍາແກ່ການປະພຶດຂອງຕົນ. ຍ້ອນແນວນັ້ນ, ການປະຕິບັດຕົວຈິງດ້ານຄຸນສົມບັດ ແມ່ນວິທີຖ່າຍທອດແນວຄິດຢ່າງກົງໄປກົງມາ, ມີປະສິດທິຜົນ ແລະ ດຶງດູດໃຈທີ່ສຸດ ເພື່ອໃຫ້ຜູ້ອື່ນຮໍ່າຮຽນ ແລະ ປະຕິບັດຕາມ, ສະແດງໃຫ້ເຫັນລັກສະນະເອກະພາບ ລະຫວ່າງແນວຄິດ ແລະ ການເຄື່ອນໄຫວ, ລະຫວ່າງຄໍາເວົ້າ ແລະ ການກະທໍາ. ເພິ່ນໄດ້ເນັ້ນໜັກວ່າ “ແບບຢ່າງໜຶ່ງທີ່ມີຊີວິດ ມີຄຸນຄ່າຫຼາຍກວ່າບົດປາໄສໂຄສະນາເຜີຍແຜ່ຫຼາຍຮ້ອຍບົດ”(7); “ຕໍ່ໜ້າມະຫາຊົນ, ບໍ່ແມ່ນເຮົາຂຽນຄໍາວ່າ “ກອມມູນິດ” ໃສ່ໜ້າຜາກແລ້ວ ເຮົາກໍໄດ້ຮັບຄວາມຮັກແພງຈາກເຂົາເຈົ້າ”, “ມະຫາຊົນຈະຮັກແພງແຕ່ຜູ້ທີ່ມີມາດຖານ, ຄຸນສົມບັດເທົ່ານັ້ນ”(8).
ກໍານົດວາງບັນທັດຖານຄຸນສົມບັດ “ດຸໝັ່ນ, ປະຢັດ, ຊື່ສັດ, ບໍລິສັດ, ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ” ຕໍ່ພະນັກງານ, ສະມາຊິກພັກ ເຊິ່ງໂຕເພິ່ນເອງກໍປະຕິບັດເປັນແບບຢ່າງດ້ວຍຕົນເອງ. ເປັນຕົວແທນໃຫ້ຄຸນທໍາຄວາມບໍລິສຸດ, ແບບແຜນດໍາລົງຊີວິດທີ່ລຽບງ່າຍ, ຍອດຍິ່ງ, ວິຖີຊີວິດຈົບງາມລໍ້າເລີດ, ເພິ່ນປະນາມຕໍ່ການຟຸມເຟືອຍ, ພະຍາດຮູບການ, ສ້າງຄວາມຟຸມເຟືອຍດ້ານເວລາ, ເງິນຄໍາ ຂອງປະຊາຊົນ. ເພິ່ນເຄີຍເວົ້າວ່າ: ຄົນທັງຫຼາຍບໍ່ວ່າຜູ້ໃດກໍມັກກິນແຊບ, ນຸ່ງງາມ, ແຕ່ຫາກກິນແຊບ, ນຸ່ງງາມ ພັດສ້າງຄວາມເຄືອງໃຈຜູ້ອື່ນກໍບໍ່ຄວນ. ປະພຶດຕົນເປັນແບບຢ່າງໃນການເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ, ເພິ່ນໄດ້ໝົດເຫື່ອໝົດແຮງຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ບໍ່ຫວັງນໍາລາບຍົດ ແລະ ຕໍານິວິຈານບັນດານິໄສບັງຄັບ, ສວຍໃຊ້ວຽກລວມເພື່ອວຽກສ່ວນຕົວ, ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນກົງຈັກລັດ. ເພື່ອປະຕິບັດຕົວຈິງດ້ານຄຸນສົມບັດສິນທໍາປະຕິວັດໃນຖັນແຖວພະນັກງານ, ສະມາຊິກພັກ ໃຫ້ກາຍເປັນລະບຽບແບບແຜນ, ເພິ່ນໄດ້ຮຽກຮ້ອງໃຫ້ຕ້ອງກວາດກ້ຽງລັດທິເອກະຊົນ - ກົກເຄົ້າທີ່ສ້າງຄວາມເສື່ອມເສຍ, ເສຍທາດຂາດຄຸນ ໃຫ້ແກ່ຄົນເຮົາ - ເວລາໃດກໍຕັກເຕືອນພະນັກງານ, ສະມາຊິກພັກທຸກຄົນ ໃຫ້ຈິງໃຈຕໍານິຕິຊົມ ແລະ ຕໍານິຕິຊົມຕົນເອງ, ຕໍ່ສູ້ ແລະ ຂູດເກົາເຜົາລ້າງ ບັນດາຄວາມຊິນເຄີຍທີ່ບໍ່ດີຢູ່ໃນຕົວຕົນເອງ.
ບັນດາຄຸນທາດທີ່ຈົບງາມລໍ້າເລີດຂອງປະທານໂຮ່ຈີມິນ ແມ່ນໝາກຜົນຂອງຂະບວນວິວັດແຫ່ງການບໍາລຸງສ້າງ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດມາທັງຕະຫຼອດຊີວິດ. ເພິ່ນໄດ້ກ່າວວ່າ ຄຸນສົມບັດສິນທໍາປະຕິວັດ ບໍ່ໄດ້ຕົກລົງມາຈາກສະຫວັນຊັ້ນຟ້າ ແຕ່ຫາກໄດ້ມາຍ້ອນການຕໍ່ສູ້, ຝຶກຝົນຫຼໍ່ຫຼອມຢ່າງທໍລະຫົດອົດທົນໃນແຕ່ລະວັນຈຶ່ງສາມາດປັບປຸງ ແລະ ເສີມຂະຫຍາຍ ເໝືອນດັ່ງເພັດພອຍທີ່ຍິ່ງລັບຍິ່ງຝົນກໍຍິ່ງໃສແຈ້ງ, ຄໍາທີ່ຍິ່ງຫຼອມກໍຍິ່ງໃສເຫຼື້ອມ. ນັບແຕ່ເວລາກໍ່ສ້າງພັກຂຶ້ນ, ຢູ່ໃນນິພົນ “ເສັ້ນທາງປະຕິວັດ” (ປີ 1927), ສິ່ງທໍາອິດທີ່ເພິ່ນໄດ້ເນັ້ນໜັກແມ່ນ “ຖານະຂອງຄົນປະຕິວັດ”, ໂດຍສະເພາະແມ່ນບັນດາຄຸນທາດ ເຊັ່ນ: “ເພື່ອວຽກລວມຈົນລືມວຽກສ່ວນຕົວ”, “ບໍ່ແລ່ນນໍາຊື່ສຽງ”, “ບໍ່ອວດອົ່ງທະນົງຕົວ”, “ເວົ້າແລ້ວຕ້ອງປະຕິບັດ”, “ຮູ້ເສຍສະຫຼະ”, “ບໍ່ຫວັງນໍາແຕ່ວັດຖຸຊັບສິນ”… ຕະຫຼອດຊີວິດຂອງເພິ່ນເປັນຫຼັກຖານພິສູດທີ່ມີຊີວິດຊີວາ ແລະ ດຶງດູດໃຈທີ່ສຸດ ກ່ຽວກັບແບບແຜນດໍາລົງຊີວິດທີ່ງ່າຍດາຍ, ປະຢັດມັດທະຍັດ, ຍອດຍິ່ງບໍລິສຸດ, ຮ່ວມທຸກຮ່ວມສຸກກັບພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສະຫາຍ.
ການອຸທິດຕົນຂອງປະທານໂຮ່ຈີມິນ ທັງດ້ານແນວຄິດ, ຄຸນສົມບັດ ແລະ ການປະຕິບັດຕົວຈິງດ້ານຄຸນສົມບັດ ມີຄວາມໝາຍອັນໃຫຍ່ຫຼວງ ຕໍ່ກັບການກໍ່ສ້າງພັກທາງດ້ານຄຸນສົມບັດ, ກໍ່ສ້າງຄຸນສົມບັດໃນວຽກງານການຫຼວງ ແລະ ຄວາມຊື່ກົງບໍລິສຸດດ້ານຕຸລາການໃນເງື່ອນໄຂປັດຈຸບັນ. ເພື່ອເປັນການສືບທອດ, ໝູນໃຊ້ ແລະ ເສີມຂະຫຍາຍແນວຄິດຂອງເພິ່ນ, ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ເປັນຄັ້ງທໍາອິດທີ່ໄດ້ມີການເພີ່ມເຕີມເນື້ອໃນການກໍ່ສ້າງພັກທາງດ້ານຄຸນສົມບັດ; ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ສືບຕໍ່ເນັ້ນໜັກ ແລະ ວາງບັນດາຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຕົວຈິງ ທັງໃນການໂຄສະນາ, ສຶກສາອົບຮົມ ແລະ ປະຕິບັດຕົວຈິງດ້ານຄຸນສົມບັດສິນທໍາປະຕິວັດໃນວຽກງານ ແລະ ໃນຊີວິດການເປັນຢູ່ປະຈຳວັນ ຂອງພະນັກງານ, ສະມາຊິພັກທັງໝົດ. ດ້ວຍວິທີດັ່ງກ່າວ, ແນວຄິດ “ພັກເຮົາມີຄຸນສົມບັດ, ມີຄວາມສີວິໄລ” ຂອງເພິ່ນ ນັບມື້ຍິ່ງຊຶມເລິກເຂົ້າໃນທົ່ວການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ແລະ ທັງລະບອບການເມືອງ, ປະກອບສ່ວນກໍ່ສ້າງພັກໃຫ້ປອດໃສ, ໜັກແໜ້ນເຂັ້ມແຂງ, ກໍ່ສ້າງລັດແຫ່ງອໍານາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ເພີ່ມທະວີຄວາມສະໜິດຕິດພັນ ລະຫວ່າງພັກ, ລັດ ກັບປະຊາຊົນ.
5. ການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ ໃນເງື່ອນໄຂໃໝ່ ຕ້ອງຖືເປັນວຽກງານທີ່ສໍາຄັນ ແລະ ເປັນປະຈຳ ຂອງແຕ່ລະຄະນະພັກ, ອົງການຈັດຕັ້ງ ແລະ ສະມາຊິກພັກ. ໃນໄລຍະ 5 ປີທີ່ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຄໍາສັ່ງສະບັບເລກທີ 05-ຄສ/ສກພ ຢ່າງຂຸ້ນຂ້ຽວ ເປັນລະບົບຄົບຊຸດ ມີແບບແຜນ ອັນໄດ້ສ້າງບັນຍາກາດ ແລະ ຈິດໃຈໃໝ່, ຄວາມຕັດສິນໃຈໃໝ່, ກໍາລັງຜັກດັນໃໝ່ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຄຸນສົມບັດ, ແບບແຜນດໍາລົງຊີວິດ, ວິທີ, ແບບແຜນວິທີເຮັດວຽກ, ສະຕິເຄົາລົບລະບຽບວິໄນ, ກົດໝາຍຂອງຖັນແຖວພະນັກງານ, ສະມາຊິກພັກໄດ້ຮັບການຍົກສູງຂຶ້ນ. ບັນດາເນື້ອໃນແນວຄິດ, ແບບຢ່າງດ້ານຄຸນສົມບັດ ແລະ ແບບແຜນໂຮ່ຈີມິນ ກ່ຽວກັບການຍຶດໝັ້ນຈຸດໝາຍ, ອຸດົມການປະຕິວັດ, ຈົງຮັກພັກດີຕໍ່ປະເທດຊາດ, ກະຕັນຍູຕໍ່ປະຊາຊົນ, ຮັກແພງພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ; ດຸໝັ່ນ, ປະຢັດ, ຊື່ກົງບໍລິສຸດ, ເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ, ເດັດດ່ຽວຕໍ່ສູ້ຕ້ານລັດທິເອກະຊົນ,… ໄດ້ຮັບການເຊື່ອມຊຶມ, ຮໍ່າຮຽນ ແລະ ປະຕິບັດຕົວຈິງຢ່າງກວ້າງຂວາງ. ຜ່ານອັນນັ້ນ, ໄດ້ສະແດງອອກໃຫ້ເຫັນເຖິງຄວາມຮັບຜິດຊອບທາງດ້ານການເມືອງ, ຄວາມຮູ້ສຶກທາງໃຈອັນເລິກເຊິ່ງຕໍ່ກັບລຸງໂຮ່ ທີ່ເຄົາລົບຮັກຂອງທົ່ວພັກ, ທົ່ວປວງຊົນຫວຽດນາມ.
ເສີມຂະຫຍາຍບັນດາໝາກຜົນສໍາຄັນທີ່ບັນລຸໄດ້ໃນ 5 ປີທີ່ຜ່ານມາ, ໃນໄລຍະຕໍ່ໜ້າ, ພວກເຮົາຕ້ອງສືບຕໍ່ຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ກ່ຽວກັບຄຸນຄ່າອັນໃຫຍ່ຫຼວງຂອງແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ ຕິດພັນກັບການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ສ້າງກໍາລັງຜັກດັນເພື່ອເຮັດສໍາເລັດທຸກໜ້າທີ່ການປະຕິວັດ. ຮໍ່າຮຽນ ແລະ ປະຕິບັດຕາມລຸງໂຮ່ ເພື່ອໃຫ້ພັກກອມມູນິດຫວຽດນາມ ແລະ ສະມາຊິກພັກແຕ່ລະສະຫາຍ ໄດ້ຍົກສູງຄຸນນະທາດ, ສະຕິປັນຍາ, ກໍາລັງຄວາມສາມາດ, ຄຸນທາດການເມືອງ, ຄວາມໄວ້ວາງໃຈຢ່າງບໍ່ຢຸດຢັ້ງ; ສົມກັບບົດບາດ, ພາລະໜ້າທີ່ນໍາພາໃນໄລຍະໃໝ່. ຕ້ອງບໍາລຸງ, ສຶກສາອົບຮົມອຸດົມການ, ບັນທັດຖານຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດທີ່ປອດໃສ ແກ່ພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມນ້ອຍ. ມີແຕ່ເມື່ອໃດທີ່ຮັບຮູ້ໄດ້ຢ່າງຄົບຖ້ວນ, ເລິກເຊິ່ງໃນຄຸນຄ່າແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ ເທົ່ານັ້ນ ການຮໍ່າຮຽນແລະປະຕິບັດຕາມລຸງໂຮ່ ຈຶ່ງຈະກາຍເປັນສະຕິປະຈໍາໃຈ, ຕື່ນຕົວໃນຄວາມຮັບຜິດຊອບ, ຈັດຕັ້ງປະຕິບັດຢ່າງມີແບບແຜນຂອງອົງຄະນະພັກແຕ່ລະຂັ້ນ, ການຈັດຕັ້ງພັກ, ສະມາຊິກພັກ ແລະ ທັງໃນໝູ່ມະຫາຊົນປະຊາຊົນ.
ການຮໍ່າຮຽນແລະປະຕິບັດຕາມລຸງໂຮ່ ຮຽກຮ້ອງໃຫ້ມີມານະພະຍາຍາມຈັດຕັ້ງປະຕິບັດສໍາເລັດການກໍ່ສ້າງແລະບູລະນະລັດແຫ່ງອໍານາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ໂດຍມີພັກເປັນຜູ້ນໍາພາ. ຄວາມຮຽກຮ້ອງທີ່ຕັ້ງຂຶ້ນແມ່ນ ການກໍ່ສ້າງລັດທີ່ສ້າງສັນພັດທະນາ ດ້ວຍລະບົບກົດໝາຍທີ່ເປັນລະບົບຄົບຊຸດ, ເອກະພາບ, ມີຄວາມສາມາດຈັດຕັ້ງປະຕິບັດ, ເປີດເຜີຍ, ຈະແຈ້ງ, ໝັ້ນຄົງ; ກໍ່ສ້າງລັດຖະບານທີ່ຊື່ສັດບໍລິສຸດ, ເຄື່ອນໄຫວ, ຮັບໃຊ້ປະຊາຊົນ; ກໍ່ສ້າງພື້ນຖານການບໍລິຫານທີ່ທັນສະໄໝ, ມີຄວາມເປັນມືອາຊີບ, ມີລະບຽບວິໄນ, ເປີດເຜີຍ ແລະ ໂປ່ງໃສ; ກໍ່ສ້າງພື້ນຖານຍຸຕິທໍາຫວຽດນາມທີ່ເປັນມືອາຊີບ, ທັນສະໄໝ, ຍຸຕິທໍາ, ເຄັ່ງຄັດ ແລະ ສ່ອງໃສທ່ຽງທໍາ, ຊື່ສັດບໍລິສຸດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ໃນໄລຍະຕໍ່ໜ້ານີ້, ການກໍ່ສ້າງ ບູລະນະລັດແຫ່ງອໍານາດກົດໝາຍສັງຄົມນິຍົມຫວຽດນາມ ຕ້ອງຖືສໍາຄັນໜ້າທີ່ໃຈກາງໃນການປ່ຽນແປງໃໝ່ລະບົບການເມືອງ, ຈາກການກໍ່ສ້າງກົດໝາຍ, ຍົກສູງປະສິດທິຜົນ ແລະ ປະສິດທິພາບການເຄື່ອນໄຫວຂອງບັນດາອົງການຕ່າງໆໃນກົງຈັກລັດ, ຄວບຄຸມກວດກາອໍານາດລັດ, ເຄົາລົບ ແລະ ປົກປ້ອງສິດທິມະນຸດ, ສິດພົນລະເມືອງ,… ຈົນຮອດການກໍ່ສ້າງຖັນແຖວພະນັກງານ, ລັດຖະກອນທີ່ພຽບພ້ອມດ້ວຍຈິດໃຈຊື່ກົງ, ຈົງຮັກພັກດີ, ມີຄວາມຮູ້ ແລະ ຄວາມສາມາດ. ລັດຕ້ອງຫັນແນວທາງ, ແຜນນະໂຍບາຍຂອງພັກ, ເຈດຈໍານົງຂອງປະຊາຊົນ ໃຫ້ເປັນລະບຽບການຢ່າງຄົບຖ້ວນ; ສ້າງສະພາບແວດລ້ອມດ້ານລະບຽບກົດໝາຍທີ່ຄົບຖ້ວນ ເພື່ອປົກປ້ອງສິດທິມະນຸດ, ສິດພົນລະເມືອງ, ເສີມຂະຫຍາຍສິດປະຊາທິປະໄຕໃນຊີວິດປະຈໍາວັນ ຂອງທຸກອົງການຈັດຕັ້ງ ແລະພົນລະເມືອງ; ເຊີດຊູຈິດໃຈເຄົາລົບລະບຽບກົດໝາຍ, ບໍ່ອະນຸຍາດໃຫ້ບຸກຄົນໃດຢືນຢູ່ເໜືອກົດໝາຍ. ອົງການລັດທັງໝົດ ນັບແຕ່ສູນກາງຈົນຮອດຮາກຖານທ້ອງຖິ່ນ ຕ້ອງເລີ່ມຕົ້ນຈາກຜົນປະໂຫຍດຂອງປະຊາຊົນ, ຂອງປະເທດຊາດ; ຄວບຄຸມກວດກາອໍານາດລັດຢ່າງມີປະສິດທິຜົນ; ເດັດດ່ຽວຕໍ່ສູ້ຕ້ານ, ສະກັດກັ້ນໄພສໍ້ລາດບັງຫຼວງ, ອາດຍາສິດ ແລະ ບັນດາປະກົດການກຸກວນ, ຫຍໍ້ທໍ້ຕ່າງໆ. ເບິ່ງແຍງຫ່ວງໃຍຕໍ່ການກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ ຕາມທິດລະບອບຕໍາແໜ່ງອີງໃສ່ຄວາມສາມາດຕົວຈິງ, ຍູ້ແຮງຄວາມຊື່ສັດບໍລິສຸດຕໍ່ໜ້າທີ່ວຽກງານ, ຍົກສູງຈິດໃຈ, ຄວາມຮັບຜິດຊອບຮັບໃຊ້ປະຊາຊົນ, ສຸມຈິດສຸມໃຈເຂົ້າໃນວຽກງານ. ການຮໍ່າຮຽນ ແລະ ປະຕິບັດຕາມລຸງໂຮ່ ຕ້ອງຕິດພັນຢ່າງສະໜິດແໜ້ນກັບການປະຕິບັດໜ້າທີ່ການເມືອງຂອງແຕ່ລະທ້ອງຖິ່ນ, ອົງການ, ໜ່ວຍງານ; ກໍ່ສ້າງ ແລະ ປັບປຸງພັກໃຫ້ປອດໃສ, ໜັກແໜ້ນເຂັ້ມແຂງ; ຍົກສູງປະສິດທິຜົນ ປະສິດທິພາບຂອງອໍານາດການປົກຄອງແຕ່ລະຂັ້ນ; ເພີ່ມທະວີ, ປັບປຸງກ້ອນມະຫາສາມັກຄີທົ່ວປວງຊົນ; ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ. ສຸມໃສ່ການປະຕິບັດຢ່າງມີປະສິດທິຜົນ ບັນດາໜ້າທີ່ໃຈກາງ, ບັນດາຂອດບຸກທະລຸ, ແກ້ໄຂບັນດາຈຸດຄໍຂວດ, ຂອດອຸດຕັນທີ່ສ້າງຄວາມຂັດຂ້ອງໝອງໃຈຂອງປະຊາຊົນ. ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ໃຫ້ກໍາລັງໃຈ, ປຸກລະດົມ, ຂະຫຍາຍກວ້າງແບບຢ່າງວຽກດີຄົນເດັ່ນ, ສ້າງຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງໃນສັງຄົມ. ຕໍ່ສູ້ຢ່າງເດັດດ່ຽວກັບສະພາບອາດຍາສິດ, ໂອ້ອວດ, ໃຊ້ອໍານາດບາດໃຫຍ່, ສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຕ່າງໆ; ແກ້ໄຂຢ່າງເຂັ້ມງວດຕໍ່ການລະເມີດກົດລະບຽບຂອງພັກ ແລະ ລະບຽບກົດໝາຍຂອງລັດ ເພື່ອເພີ່ມທະວີລັກສະນະຂູ່ຂວັນ, ຮັບປະກັນໃຫ້ການເຄົາລົບລະບຽບກົດໝາຍກາຍເປັນສະຕິຄວາມຕື່ນຕົວ, ສ້າງພື້ນຖານໃຫ້ແກ່ການຍົກສູງປະສິດທິຜົນໃນການສຶກສາອົບຮົມ ແລະ ປະຕິບັດຕົວຈິງດ້ານຄຸນສົມບັດສິນທໍາປະຕິວັດ.
ການຮໍ່າຮຽນ ແລະ ປະຕິບັດຕາມລຸງໂຮ່ ແມ່ນການປະຕິບັດໜ້າທີ່ຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຜູ້ນໍາພາຂອງອົງຄະນະພັກແຕ່ລະຂັ້ນ, ການຈັດຕັ້ງ, ອົງການ, ໜ່ວຍງານ. ການປະພຶດຕົນເປັນແບບຢ່າງສະແດງອອກຢູ່ໃນບົດບາດປະຈັນບານ, ກຽມພ້ອມແບກຫາບທຸກຄວາມຫຍຸ້ງຍາກລໍາບາກ, ບໍ່ຍອມທໍ້ຖອຍຕໍ່ທຸກສະພາບການ, ກ້າຄິດ, ກ້າເຮັດ, ກ້າບຸກທະລຸ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ, ຕໍ່ສູ້ຢ່າງບໍ່ລົດລະກັບປະກົດການຫຼີກລ່ຽງວຽກໃໝ່, ບ່າຍບ່ຽງວຽກຍາກ, ເພີກເສີຍ, ບໍ່ສົນໃຈຕໍ່ຄວາມຂັດຂ້ອງໝອງໃຈຂອງປະຊາຊົນ, ອືດອາດຊັກຊ້າໃນການປະຕິບັດໜ້າທີ່ການງານ, ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ. ການປະພຶດຕົວເປັນແບບຢ່າງໃນການປະຕິບັດຕົວຈິງດ້ານຄຸນສົມບັດດຸໝັ່ນ, ປະຢັດ, ຊື່ສັດບໍລິສຸດ, ເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ, ປະຕິບັດການຕໍານິຕິຊົມຕົນເອງ ແລະ ຕໍານິຕິຊົມຢ່າງຈິງໃຈ, ເຫັນວ່າຖືກກໍຕ້ອງປົກປ້ອງ, ເຫັນວ່າຜິດກໍຕ້ອງເດັດດ່ຽວຕໍ່ສູ້. ການປະພຶດຕົວເປັນແບບຢ່າງໃນແບບແຜນນໍາພາ ຕ້ອງມີປະຊາທິປະໄຕ, ວິທະຍາສາດ, ເວົ້າຄຽງຄູ່ກັບເຮັດ, ສຸມຈິດສຸມໃຈເຂົ້າໃສ່ໜ້າທີ່ວຽກງານ; ຕິດແທດພຶດຕິກໍາຕົວຈິງ, ໃກ້ຊິດກັບປະຊາຊົນ, ເຄົາລົບປະຊາຊົນ, ເຂົ້າໃຈປະຊາຊົນ, ຕິດພັນກັບປະຊາຊົນ; ຝຶກຝົນຫຼໍ່ຫຼອມແບບແຜນດໍາລົງຊີວິດທີ່ລຽບງ່າຍ, ປະຢັດມັດທະຍັດ, ຕ້ານຄວາມຫຼູຫຼາ, ຟຸມເຟືອຍ. ຕ້ອງສະຫຼຸບສັງລວມບັນດາແບບຢ່າງພົ້ນເດັ່ນທີ່ກ້າວໜ້າ ແລະ ເຊີດຊູ, ຍ້ອງຍໍສັນລະເສີນຢ່າງເໝາະສົມ, ເພື່ອໃຫ້ເຂົາເຈົ້າກາຍເປັນແບບຢ່າງຕົວແບບໃຫ້ຜູ້ອື່ນໄດ້ຮໍ່າຮຽນ, ປະຕິບັດຕາມຢ່າງແທ້ຈິງ.
***
ປະທານໂຮ່ຈີມິນ ໄດ້ສ້າງມູນມໍລະດົກທາງດ້ານແນວຄິດທີ່ລ້ຳຄ່າ, ແບບຢ່າງດ້ານຄຸນສົມບັດ, ແບບແຜນທີ່ຈົບງາມລໍ້າເລີດ ແລະ ຍຸກສະໄໝໂຮ່ຈີມິນ ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ປະໄວ້ໃຫ້ແກ່ພັກກອມມນູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ. ການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ, ການຈັດຕັ້ງພັກ ແລະ ສະມາຊິກພັກ ຕ້ອງຍົກສູງສະຕິ, ຄວາມຮັບຜິດຊອບຕື່ນຕົວໃນທັງສາມເນື້ອໃນ ຄື: ຮໍ່າຮຽນນໍາລຸງ, ປະຕິບັດຕາມລຸງ ແລະ ປະພຶດເປັນແບບຢ່າງ. ການຮໍ່າຮຽນ ແລະ ປະຕິບັດຕາມລຸງໂຮ່ ຢ່າງຈິງຈັງ, ພະນັກງານ, ສະມາຊິກພັກທັງໝົດ ຕ້ອງໄດ້ປະກອບແກ່ຕົນເອງແບບວິທີບໍາລຸງສ້າງ, ຝຶກຝົນຫຼໍ່ຫຼອມທີ່ແທດຈິງ, ມີປະສິດທິຜົນ ເພື່ອເຮັດຫຼ້ອນບົດບາດ, ໜ້າທີ່ການງານທີ່ໄດ້ຮັບມອບໝາຍ, ຕອບສະໜອງກັບຄວາມຄອງຄອຍຂອງພັກ, ລັດ ແລະ ສົມກັບຄວາມໄວ້ວາງໃຈ ແລະ ຄວາມຮັກແພງຂອງປະຊາຊົນ./.
-----------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 187.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 10, ໜ້າ 378.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 4, ໜ້າ 65.
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 13, ໜ້າ 438.
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 5, ໜ້າ 81.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 5, ໜ້າ 256.
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 1, ໜ້າ 284.
(8) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 6, ໜ້າ 16.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 967 (ເດືອນມິຖຸນາ 2021)