ວກ. - ການ​ພັດທະນາທີ່ຍຸຕິ​​ກຳແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ​ໄດ້​ຖືກ​ກ່າວເຖິງໃນດ້ານ​ຕ່າງໆ ໂດຍບັນດານັກ​ແນວຄິດ, ນັກການເມືອງ ແລະ ນັກວິຊາການ. ​ໃນ​ບົດ​ດັ່ງກ່າວ, ສະຫາຍ​ເລຂາທິການ​ໃຫຍ່​ໄດ້​ເຂົ້າ​ເຖິງ​ບັນ​ຫາ​ການ​ພັດທະນາ​ທີ່​ຍຸຕິທຳ​ແລະຍືນ​ຍົງ ​ເພື່ອຄວາມສຸກ​ຂອງ​ປະຊາຊົນ ຕິດ​ພັນ​ກັບ​ການ​ກຳນົດ​ລັກສະນະ​ພື້ນຖານ ​ແລະ ຄຸນ​ລັກສະນະ​ທີ່​ສຳຄັນ​ຂອງ​ທິດ​ທາງ​ສັງຄົມ​ນິຍົມ​ໃນ​ພື້ນຖານ​ເສດຖະກິດ​​ຕະຫຼາດ​ຢູ່​ຫວຽດນາມ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຊົມໄຮ່ຊາໃນຕາແສງ ໝິບັ່ງ ເມືອງອຽນເຊີນ ແຂວງຕວຽນກວາງ ແລະ ຖາມຂ່າວຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊຸມຊົນ _ພາບ: TTXVN

ການ​ພັດທະນາທີ່​ຍຸຕິ​​ທຳແລະ​ຍືນ​ຍົງ ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ສະທ້ອນ​ໃຫ້​ເຫັນ​ເຖິງ​ທາດ​ແທ້​
ຂອງ​ລະບອບ​ການ​ເມືອງ ​ແລະ ຄວາມຈຳ​ເປັນ​ຂອງທິດທາງສັງຄົມນິຍົມ ​ໃນ​ລະບົບ​ເສດຖະກິດ​​ຕະຫຼາດ​ຢູ່​ຫວຽດນາມ

ໂຄງການ​ການ​ເມືອງສະບັບ​ທຳ​ອິດ​ຂອງພັກ​ກອມ​ມູນິດ​ຫວຽດນາມ (ປີ 1930) ຢືນຢັນ​ວ່າ ພາຍຫຼັງ​ຍາດ​ໄດ້​ເອກະລາດ​ແຫ່ງ​ຊາດ​ແລ້ວ ການ​ປະຕິວັດ​ຫວຽດນາມ​ຈະ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ​ບໍ່ຕ້ອງທົນທຸກທໍລະມານ, ບໍ່ຖືກ​ກົດຂີ່ຂົ່ມເຫັງ, ຄວາມອະ​ຍຸຕິທໍາ, ມີຊີວິດທີ່ຮຸ່ງເຮືອງ, ເສລີ ແລະ ມີຄວາມສຸກ. ກ່ອນ​ໜ້າ​ນັ້ນ, ​ໃນບົດ​ນິພົນ “​ເສັ້ນທາ​ງປະຕິວັດ” (ປີ 1927), ທ່ານຜູ້ນຳ ຫງວຽນອ໋າຍກວັກ - ​ໂຮ່ຈີ​ມິນ ​ໃຫ້​ທັດສະນະ​ວ່າ ບັນດາ​ການ​ປະຕິວັດ​ນາຍທຶນ​​ໃນ​ອັງກິດ, ​ຝຣັ່ງ, ອາ​ເມ​ລິ​ກາ ລ້ວນ​ເປັນ​ການ​ປະຕິວັດ​ທີ່ “ບໍ່ໄປເຖິງຈຸດໝາຍປາຍທາງ” (ບໍ່​ເຖິງຖອງ), ຫຼັງ​ຈາກ​ການ​ປະ​ຕິ​ວັດ​ຫຼາຍ​ຄັ້ງ, ປະ​ຊາ​ຊົນ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ​ຍັງຕ້ອງ​ທົນ​ທຸກ​ຈາກ​ການ​ກົດ​ຂີ່​ແລະ​ຄວາມ​ບໍ່​ຍຸດ​ຕິ​ທໍາ; ​ແລະ “ພວກ​ເຮົາ​ໄດ້​ເສຍສະ​ລະເພື່ອ​ການ​ປະຕິວັດ, ພວກ​ເຮົາ​ຄວນ​​ເຮັດ​ຈົນ​ເຖິງ​ຈຸດ​ໝາຍ (…). ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶ່ງບໍ່​ມີ​ການເສຍສະລະຫຼາຍຄັ້ງ, ​ເມື່ອ​ນັ້ນປະຊາຊົນຈະມີຄວາມສຸກ”(1). ດ້ວຍ​ວິ​ໄສ​ທັດ​ທາງ​ການ​ເມືອງທີ່​ແຫຼມ​ຄົມ, ອີງ​ໃສ່​ການ​ຄົ້ນຄວ້າ​ທິດ​ສະ​ດີ​ຂອງ​ລັດທິ ມາກ-​ເລນິນ ​ແລະ ຜ່ານ​ການທົດ​ສອບ​ຈາກປະສົບ​ການຕົວ​ຈິງ, ທ່ານ​ໄດ້​ສະຫຼຸບ: ພຽງ​ແຕ່​ລັດທິ​ສັງຄົມ​ນິຍົມ​ເທົ່າ​ນັ້ນທີ່​ສາມາດແກ້ໄຂບັນຫາໄດ້ຢ່າງສົມບູນ ​ນຳເອົາ​ເອກະລາດ​ມາໃຫ້​ປະ​ເທດ​ຊາດ, ​ຊີວິດທີ່​​ຈະ​ເລີນຮຸ່ງ, ​ເສລີພາບ ​ແລະ ຄວາມ​ຜາ​ສຸກ​ທີ່​ແທ້​ຈິງ ມາ​ໃຫ້​ປະຊາຊົນ​ທຸກ​ຄົນ ທຸກ​ຊົນ​ຊາດ. ​ໃນ​ບົດ​ຄວາມ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ, ​ໄດ້​ມີ​ການ​ເນັ້ນ​ໜັກ​ວ່າ: “ເອກະລາດ​ແຫ່ງ​ຊາດຕິ​ດ​ແໜ້ນ​ກັບລັດທິ​ສັງຄົມ​ນິຍົມ​ແມ່ນ​ແນວທາງ​ພື້ນຖານ​ແລະຄອບ​ຄຸມ​ຕະຫຼອດ ຂອງ​ການ​ປະຕິວັດ​ຫວຽດນາມ ​ແລະ ກໍ່​ແມ່ນຈຸດສຳຄັນ​ທີ່​ສຸດ​ໃນ​ມໍລະດົກ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈີ​ມິນ”(2).

ຕັ້ງແຕ່​ເລີ່​ມຕົ້ນ​ແລະ​ໃນ​ຕະຫຼອດ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຢືນຢັນ​ເດັດ​ຂາດ​ວ່າ: ການ​ປ່ຽນ​ແປງ​ໃໝ່​ບໍ່​ແມ່ນ​ການ​ປ່ຽນ​ເປົ້າ​ໝາຍ​ສັງຄົມ​ນິຍົມ, ແຕ່​ແມ່ນ​ການເຮັດໃຫ້ເປົ້າໝາຍນັ້ນບັນລຸໄດ້ດ້ວຍຮູບແບບ ແລະ ວິທີ​ການ​ທີ່​ມີປະສິດທິ​ຜົນ​ກວ່າ, ສອດຄ່ອງ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ ​ແລະ ຈຸດ​ພິ​ເສດ​ຂອງ​ສະ​ໄໝ​ຂ້າມ​ຜ່ານ, ​ແກ້​ໄຂຜ່ານຜ່າ​ພະຍາດຄຳພີ, ອັດຕະວິ​ໄສ, ​ເຈດຈຳນົງນິຍົມ​ກ່ອນໜ້າ​ນີ້. ​ເມື່ອ​ລະບອບ​ສັງຄົມ​ນິຍົມ​ຢູ່​ບັນດາ​ປະ​ເທດ​​ເອີຣົບຕາ​ເວັນ​ອອກ ​ແລະ ສະຫະພາບ​ໂຊ​ວຽດ ພັງ​ທະລາ​ຍລົງ (1989 - 1991), ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ຄວາມ​ທຸ່ນ​ທ່ຽງ​ແລະ​ສະຫຼາດ​ສ່ອງ​ໃສ​ໃນ​ການ​ໄຈ້​ແຍກ​ສະພາບ​ການ, ຊອກ​ຫາ​ສາ​ເຫດ ​ແລະ ​ພິນິດ​ໄສ​​ໄດ້ຢ່າງ​ຖືກຕ້ອງວ່າ, ນັ້ນ​ແມ່ນ​ການ​ພັງ​ທະລາ​ຍລົງ​ຂອງ​ຮູບ​​ແບບ​ສັງຄົມ​ນິຍົມຕົວ​ຈິງ​ໜຶ່ງທີ່​ເຈດຈຳນົງ​ນິຍົມ​ແລະບໍ່​ເໝາະສົມ, ບໍ່​ແມ່ນ​ການ​ພັງ​ທະລາ​ຍຂອງ​ລັດທິ​ສັງຄົມ​ນິຍົມ​ທີ່​ວິທະຍາສາດ​ແຕ່​ຢ່າງ​ໃດ. ​ໃນ​ສະພາບ​ແວດ​ລ້ອມ​ດັງກ່າວ, ການ​ຊອກ​ຫາ​ເສັ້ນທາງ​ ແລະ ​ແບບ​ວິທີການ​ພັດທະນາ​ຄືແນວ​ໃດໃຫ້​ສອດ​ຄ່ອງ​ເໝາະ​ສົມ​ກັບ​ແຕ່ລະ​ໄລຍະ​ຂອງ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່ສັງ​ຄົມ​ນິຍົມນັ້ນ ມັນຮຽກຮ້ອງ​ຕ້ອງການ​ເຖິງ​ຄວາມ​ກ້າຫານ ສະຕິ​ປັນຍາ ​ແລະ ​ຄວາມ​ສາມາດ​ປະດິດ​ສ້າງ​ທິດ​ສະ​ດີ ຂອງ​ພັກ​ການ​ເມືອງ​ຜູ້ກຳອຳນາດ ​ເພື່ອ​ຍຶດໝັ້ນ​ໃນ​ເປົ້າ​ໝາຍ​ແລະ​ອຸ​ດົມຄະຕິ​ທີ່​ເລືອກ​ໄວ້ ​ແລະ ທັງປະຕິບັດ​ເປົ້າ​ໝາຍຂອງ​ແຕ່ລະ​ໄລຍະ​​ແຫ່ງ​ຂະ​ບວນການ​ປ່ຽນ​ແປງ​​ໃໝ່ໃຫ້​ປະກົດ​ເປັນ​ຈິ​ງ​. ຮັບ​ຮູ້​ບັນດາປັດ​ໄຈ​ທີ່​ບໍ່​ແມ່ນ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ຢູ່​ຢ່າງ​ພາວະ​ວິ​ໄສ​ໃນ​ສະ​ໄໝ​ຂ້າມ​ຜ່ານ, ​ແຕ່​ຈະ​ເຮັດ​ຄື​ແນວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ດ້ານ​ຕັ້ງໜ້າ ຈຳກັດ​ດ້ານ​ລົບຂອງ​ມັນ, ​ແນະນຳ ຄວບ​ຄຸມ​ມັນ​ເພື່ອ​ຮັບ​ໃຊ້​ພາລະກິດ​ການ​ກໍ່ສ້າງ​ສັງຄົມ​ນິຍົມ? ​ເຮັດ​ຄື​ແນວ​ໃດ​ໃຫ້​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ລັດທິ​ສັງຄົມ​ນິຍົມ​ເປັນ​ຮູບ​ປະ​ທຳ​ໃນ​ຊີວິດ​ປະຈຳ​ວັນ ​ເພື່ອ​ໃຫ້​​ຄົນ​ທັງຫຼາຍ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ຊົມ​ໃຊ້... ນັ້ນ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່ສຳລັບ​ບົດບາດນຳ​ພາ​ ແລະ ​ຄວາມ​ຮັບຜິດຊອບ​ໃນ​ການກຳ​ອຳນາດຂອງພັກ? ດັ່ງ​ນັ້ນ, “ການສະ​ເໜີ​ແນວຄວາມຄິດພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ​ແມ່ນ​ເປັນ​ບາດກ້າວ​ບຸກທະລຸ​ທາງ​ດ້ານ​ທິດ​ສະ​ດີ ແລະ ການ​ປະດິດສ້າງຂອງພັກເຮົາ, ​ເປັນ​ໝາກຜົນ​ທິດ​ສະ​ດີ​ທີ່ສຳຄັນພາຍຫຼັງ 35 ປີແຫ່ງການປະຕິບັດ​ແນວທາງ​ການ​ປ່ຽນ​ແປງ​ໃໝ່, ​ເລີ່​ມຈາກ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດນາມ ​ແລະ ຮັບ​​ເອົາ​ບົດຮຽນ​ຂອງ​ໂລກຢ່າງ​ມີການ​ເລືອກ​ເຟັ້ນ”(3) ທີ່​ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ. ບົດ​ຂຽນ​ຂອງ​ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ​ຈ້ອງ ໄດ້​​ກຳນົດທັດ​ສະ​ນະ​ສັດຈະ​ວິພາກ​ກ່ຽວ​ກັບ​ທິດ​ທາງ​ສັງ​ຄົມ​ນິ​ຍົມ​ໃນ​ຂະ​ບວນ​ການປ່ຽນ​ແປງ​ໃໝ່, ຜ່ານ​ພົ້ນ​ການສະ​ແດງ​ອອກ​ຂອງ​ຄວາມ​ຮ້ອນຮົນ, ອັດຕະວິ​ໄສ, ການ​ປະລະ​ໄລຍະ; ຫຼື​ບໍ່​ເຫັນ​ຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ສັບ​ສົນ​ທັງ​ໝົດ​ ຂອງ​ການ​ຕໍ່​ສູ້​ລະ​ຫວ່າງປັດ​ໄຈ​ສັງ​ຄົມ​ນິ​ຍົມ ​ແລະ ປັດ​ໄຈ​ທີ່​ບໍ່​ແມ່ນ​ສັງ​ຄົມ​ນິ​ຍົມ ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຫຼື​ຄວາມ​ຮັບ​ຮູ້​ດ້ານ​ດຽວ, ຜິດພາດ​ກ່ຽວ​ກັບ​ລັດ​ທະ​ທຶນ​ນິຍົມ​ສະ​ໄໝ​ໃໝ່.

ຜ່ານ​ກອງ​ປະຊຸມ​ໃຫຍ່​ແຕ່​ລະ​ຄັ້ງ​ໃນ​ສະ​ໄໝ​ການ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ການ​ພັດທະນາ​ຄວາມ​ຮັບ​ຮູ້​ ກ່ຽວ​ກັບ​ລະບຽບ​ລະບອບ​ເສດຖະກິດ​ກິດ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ, ​ໂດຍ​ສະ​ເພາະ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ການ​ຮັບ​ຮູ້​ກ່ຽວ​ກັບ​ທິດ​ທາງ​ສັງຄົມ​ນິຍົມນັ້ນ​ບໍ່​ທັນຄົບ​ຖ້ວນ​ສົມບູນ. ຫຼາຍ​ຄົນ​ພຽງ​ແຕ່​ເບິ່ງ​ປະກົດ​ການ, ບໍ່​ກຳ​ໄດ້ ບໍ່​ເຂົ້າໃຈ​ເນື້ອ​ແທ້​ຂອງ​ລັດທິ​ທຶນ​ນິຍົມ​ສະ​ໄໝ​ໃໝ່; ​ບາງ​ຄົນ​ປະ​ເຊີນ​ກັບ​ທາງ​ລົບ​ໃນ​ເສດ​ຖະ​ກິດ​ຕະ​ຫຼາດ​​ເຊັ່ນ ການ​ຜັນ​ແຍກເປັນຄວາມຮັ່ງມີແລະຄວາມທຸກຍາກ, “ຜົນ​ປະ​ໂຫຍ​ດໝູ່​ພວກ”, ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ເລວ​ຊາມ, ການ​ເສື່ອມ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ພະນັກງານສະມາຊິກ​ພັກ​​ຈຳນວນໜຶ່ງ,... ​​ເຊິ່ງພາ​ໃຫ້​ເກີດ​ຄວາມ​​ສົງ​ໃສກ່ຽວ​ກັບ​ທິດ​ທາງ​ສັງຄົມ​ນິຍົມ​ຂອງ​ປະ​ເທດ​ເຮົາ. ​ໃນ​ສະ​ພາບ​ການ​ນັ້ນ, ບົດ​ຂຽນ​ຂອງ​ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​​ຝູ​ຈ້ອງ ໄດ້​ໃຫ້ຄວາມ​ເຫັນ​ແບບ​ສັດຈະວິພາກ​ກ່ຽວ​ກັບລະບົບ​ເສດຖະກິດ​ຕະຫຼາດ​ຕາ​ມທິດ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ ​ໃນ​ຖານະ​ “ເສດຖະກິດ​ຕະຫຼາດ​ຮູບແບບ​ໃໝ່ ໃນປະຫວັດສາດການ​ພັດທະນາ​ຂອງ​ເສດຖະກິດ​ຕະຫຼາດ; ຮູບ​ແບບ​ການຈັດ​ຕັ້ງ​ທີ່​ປະຕິບັດ​ຕາມບັນ​ດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ທັງ​ອີງ​ໃສ່​ແລະນໍາພາ​ໂດຍຫຼັກການແລະທາດ​ແທ້​ຂອງ​ລັດທິ​ສັງຄົມ​ນິຍົມ (...). ນີ້​ບໍ່​ແມ່ນ​ລະບົບ​ເສດຖະກິດຕະຫຼາດ​ທຶນ​ນິຍົມ ​ແລະ ກໍ່​ຍັງ​ບໍ່​ທັນ​ເປັນ​ລະບົບ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​ທີ່​ສົມບູນ​ (ຍ້ອນວ່າ​ປະ​ເທດ​ເຮົາກຳລັງ​ຢູ່​ໃນ​ສະ​ໄໝ​ຂ້າມ​ຜ່ານ)”(4). ຢູ່​ນີ້, ການ​ພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນຍົງ​ເພື່ອຄວາມສຸກ​ຂອງ​ປະຊາຊົນ ຕິດ​ແໜ້ນ​ກັບ​ການກໍານົດລັກສະນະ​ ແລະ ​ຄຸນ​ລັກສະນະ​ຂອງ​ທິດທາງສັງຄົມນິຍົມ; ມີ​ຄວາມ​ໝາຍ​ແຕກ​ຕ່າງ​ຈາກລະບົບ​ເສດຖະກິດ​ສັງຄົມ​ນິຍົມ​ທີ່​ຄົບ​ຖ້ວນ ສົມບູນ; ກົງກັນຂ້າມ​ກັບ​ຮູບ​ແບບ “ການພັດທະນາທີ່ບໍ່ດີ” ໃນລັດທິທຶນ​ນິຍົມ​ສະ​ໄໝ​ໃໝ່.

ຜ່ານ​ຜ່າ​ຄວາມ​ຮັບ​ຮູ້​ດ້ານ​ດຽວ​ທີ່ຜິດພາດກ່ຽວ​ກັບ​​​ຮູບ​ແບບ​ແລະ​ເນື້ອ​ໃນ​, ປະ​ກົດ​ການ​ແລະທາດ​ແທ້​, ກ່ຽວ​ກັບ​ລັກສະນະ​ເດີມຂອງ​ລັດທິ​ທຶນ​ນິຍົມ ​ແລະ ການ​ປັບປຸງ​ສະຫວັດດີ​ການພາກສ່ວນ, ພາຍ​ນອກ​ຈຳນວນ​ໜຶ່ງ ໃນລະບອບທຶນນິຍົມສະໄຫມ​ໃໝ່,... ບົດ​ຄວາມ​ໄດ້​ “ຜ່າຕັດ” ບັນ​ດາ​ພະ​ຍາດ​ຮ້າຍ​ແຮງ​ທີ່​ຕິດ​ຢູ່​ໃນ​ຮ່າງ​ກາຍ​ຂອງ​ລັດ​ທິ​ທຶນ​ນິຍົມ​ສະ​ໄໝ​ໃໝ່, ທີ່​ພາ​ໃຫ້​ເກີດ​ວິ​ກິດ​ການ​ໃນ​ຫຼາຍ​ດ້ານ ​ແລະ ຊຸກ​ຍູ້​ຄວາມ​ບໍ່​ຍຸຕິ​ທຳ​ທາງ​ສັງ​ຄົມ​​ໃຫ້​ເລິກ​ເຊິ່ງ​ກວ່າ​ເກົ່າ. ນັ້ນ​ແມ່ນການພັດທະນາ​ທີ່​ຜິດຈັນຍາບັນ ​ເມື່ອ​ຊັ້ນຄົນ​ຮັ່ງມີ​ກວມ​ເອົາ​ພຽງ 1% ຂອງ​ປະຊາກອນ, ​ແຕ່​ຖື​ຊັບ​ສິນ​​ແລະ​ອຸປະກອນ​ການ​ຜະລິດສ່ວນ​ໃຫຍ່, ຄວບຄຸມຊັບພະຍາກອນ​ທາງ​ການ​ເງິນ, ຄວາມ​ຮູ້​ ແລະ ​ສື່​ມວນ​ຊົນ ​ໃຫຍ່​ເຖິງ 3/4; ປະຊາກອນ​ສ່ວນ​ໃຫຍ່​ຕົກ​ຢູ່​ໃນ​ຄວາມທຸກຍາກ, ຄວາມອຶດ​ຫີ​ວ, ການບໍ່ຮູ້ໜັງສື, ຄວາມ​ຂັດ​ແຍ້​ງທາງ​ສັງຄົມ​ທີ່​ຮຸນ​ແຮງ, ໂດຍສະ​ເພາະ​ແມ່ນຂະ​ບວນການ “99 ຕໍ່ສູ້​ຕ້ານ 1” ທີ່​ເກີດ​ຂຶ້ນ​ໃນ​ສະຫະລັດ​ອາ​ເມ​ລິ​ກາ​ເມື່ອຕົ້ນປີ 2011(5). ນັ້ນ​ແມ່ນການ​ພັດທະນາ​ທີ່​ບໍ່​ມີ​ຮາກຖານ ​ເມື່ອ​ການ​ເຕີບ​ໂຕພຽງ​ແຕ່​ອີງ​ໃສ່ການ​ຂຸດ​ຄົ້ນ​ແຮງ​ງານ​ມະນຸດ​ໂດຍ​ບໍ່​ຕ້ອງ​ກັງວົນ​ເລື່ອງ​ແຮງ​ງານ​ໝູນວຽນ, ການສົ່ງ​ເສີມ​ຄວາມ​ສາມາດ​ຂອງ​ມະນຸດ, ຄວາມ​ສາມາດ​ຂອງ​ສັງຄົມ, ບໍ່​ສ້າງ​ໂອກາດ​ໃຫ້​ຜູ້​ຄົນ​ພັດທະນາ​ຢ່າງຮອບດ້ານ, ເຖິງແມ່ນວ່າລະບອບການ​ເມືອງ​ຂອງ​ຊົນ​ຊັ້ນ​ນາຍທຶນບໍ່ໄດ້ຢຸດເຊົາ “ການ​ເທດ​ສະໜາ” ກ່ຽວກັບສິດທິມະນຸດ. ນັ້ນ​ແມ່ນການ​ພັດທະນາ​ທີ່​ບໍ່​ມີ​ຄວາມ​ຍືນ​ຍົງ ​ເມື່ອຄົນ​ຮຸ່ນ​ປະຈຸ​ບັນກີດ​ກັນຄວາມ​ສາມາດ​ພັດທະນາ​ຂອງ​ຄົນ​ຮຸ່ນ​ອະນາ​ຄົດ, ສິ້ນ​ເປືອງ​ຊັບພະຍາກອນ, ກໍ່​ໃຫ້​ເກີດ​ຄວາມ​ເສື່ອ​ມ​ໂຊມ​ຂອງ​ສິ່ງ​ແວດ​ລ້ອມ ​ແລະ ​ການ​ປ່ຽນ​ແປງ​ສະພາບ​ພູມ​ອາກາດ. ນັ້ນ​ແມ່ນການ​ພັດທະນາ​ທີ່​ບໍ່​ມີ​ຄວາມ​ກົມກຽວ ​ເມື່ອ​ການ​ຜະລິດແລະ​ການບໍລິໂພກສິ່ງຂອງວັດຖຸຢ່າງ​ບໍ່​ມີ​ເຂດຈຳກັດ, ຂາດ​ຄວາມ​ສົມ​ດຸນ​ລະຫວ່າງ​ຊີວິດ​ວັດຖຸ​ແລະ​ຊີວິດ​ຈິດ​ໃຈ, ນຳ​ໄປ​ສູ່​ຄວາມ​ບ່ຽງ​ເບ​ນ​ໃນ​ມາດຕະຖານ​ຄຸນຄ່າ, ຄວາມ​ບ່ຽງ​ເບ​​ນໃນ​ວິຖີ​ຊີວິດ, ​ເຊິ່ງ​ໃນ​ຫຼາຍ​ກໍລະນີ​ ຄວາມ​ຮັ່ງມີ​ເພີ່ມ​ຂຶ້ນ ​ແຕ່ຜູ້​ຄົນຕ້ອງ​ປະ​ເຊີນ​ໜ້າ​ກັບຄວາມ​ບໍ່​ໝັ້ນຄົງ, ຄວາມສ່ຽງ, ການຂາດຄວາມປອດໄພ, ບໍ່ມີຄວາມສຸກທີ່ແທ້ຈິງ.  

ສິ່ງດັ່ງກ່າວອະທິບາຍເຖິງຄວາມຈໍາເປັນຂອງທິດທາງສັງຄົມນິຍົມໃນຂະບວນການພັດທະນາເສດຖະກິດຕະຫຼາດ ​ເຊິ່ງ​ຖື​ເອົາ​ການ​ພັດທະນາ​ທີ່ຍຸຕິ​ທຳ​ແລະ​ຍືນ​ຍົງ ​ເພື່ອຄວາມສຸກ​ຂອງ​ປະຊາຊົນ​ເປັນ​ເນື້ອ​ໃນ​ພື້ນຖານ. ລັດທິ​ທຶນ​ນິຍົມ​ດ້ວຍ​ຕົວ​ມັນ​ເອງ ບໍ່​ສາມາດ​ຮັບປະກັນ​ການ​ພັດທະນາທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ​ໄດ້. ສຳລັບ​ລັດທິ​ທຶນ​ນິຍົມ, ການ​ຮັບປະກັນ​ຄວາມ​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ​ເປັນ​ພຽງ​ຄວາມ “ຟຸ່ມ​ເຟືອຍ” ເຊິ່ງສ່ວນໃຫຍ່ຢູ່ໃນຄຳຂວັນປະຊານິຍົມ. ​ໃນ​ຂະນະ​ນັ້ນ, ການ​ພັດທະນາທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ​ແມ່ນ​ຄວາມ​ຕ້ອງການ​ໂດຍທຳມະ​ຊາດ​ຂອງ​ສັງຄົມ​ນິຍົມ. ການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ກາຍ​ເປັນ​ເນື້ອ​ໃນສຳຄັນທີ່​ປະກອບ​ເປັນຈຸດ​ພິ​ເສດ, ຄຸນ​ລັກສະນະ​ພື້ນຖານ​ຂອງ​ທິດ​ທາງ​ສັງຄົມ​ນິຍົມ, ​ແຕກ​ຕ່າງ​ກັບ​ການ​ປັບປຸງ​ສະຫວັດດີ​ການ​ພາກສ່ວນ, ພາຍ​ນອກ​ບາງ​ຢ່າງ ​​ໃນ​ລັດທິ​ທຶນ​ນິຍົມ​ສະ​ໄໝ​ໃໝ່ ທີ່​ແນ​ໃສ່​ບັນ​ເທົາ​ຄວາມ​ຂັດ​ແຍ່ງທາງ​ຊົນ​ຊັ້ນ, ຫຼຸດຜ່ອນ​ຄວາມ​ຂັດ​ແຍ່ງ​ທາງ​ສັງຄົມ ຄວາມ​ລົ້ມ​ເຫຼວ​ໃນ​ການແກ້​​ບັນຫາ​ພື້ນຖານ​ຂອງ​ການ​ພັດທະນາ ​ແລະ ການ​ຄຸ້ມ​ຄອງການ​ພັດທະນາ.

ສັດຈະ​ວິພາກ​ຂອງການ​ພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນຕິດ​ພັນ​ກັບ​
ການກຳນົດລັກສະນະ​ພື້ນຖານ ​ແລະ ​ຄຸນ​ລັກສະນະ​ທີ່ສຳຄັນຂອງ​ທິດ​ທາງ​ສັງຄົມ​ນິຍົມ​ໃນລະບົບ​ເສດຖະກິດ​ຕະຫຼາດ

ບົດ​ຄວາມ​ຂອງສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ​ໄດ້​ສັງ​ລວມເປັນ​ຄັ້ງ​ທຳ​ອິດວ່າ “ລັກສະນະ​ພື້ນຖານ​ໜຶ່ງ, ຄຸນ​ລັກສະນະສຳຄັນ​ໜຶ່ງ ຂອງທິດ​ທາງ​ສັງຄົມ​ນິຍົມ​ໃນ​ລະບົບ​ເສດຖະກິດ​ຕະຫຼາດຢູ່​ຫວຽດນາມ​ແ​ມ່ນຕ້ອງ​ເຊື່ອ​ມຕິດ​​ເສດຖະກິດ​ກັບ​ການ​ເມືອງ, ລວມນະ​ໂຍ​ເສດຖະກິດ​ເປັນ​ອັນ​ໜຶ່ງ​ກັບ​ນະ​ໂຍບາຍ​ສັງຄົມ, ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບການ​ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸຕິທຳທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ ​ແລະ ​ໃນ​ຕະຫຼອດ​ຂະ​ບວນການ​ພັດທະນາ(6). ນີ້​ແມ່ນການ​ປະ​ກອບ​ສ່ວນ​ທີ່​ສໍາ​ຄັນ​ທີ່​ສຸດ​ສໍາ​ລັບ​ທິດ​ສະ​ດີ​, ກຳນົດທັດສະນະ​ສັດຈະ​ວິພາກ​ກ່ຽວ​ກັບ​ການ​ພັດທະນາ​ໃນ​ສະ​ໄໝ​ຂ້າມ​ຜ່ານຂຶ້ນ​ສູ່​ສັງຄົມ​ນິຍົມ, ຕິດ​ພັນ​ກັບ​ລັກສະນະ​ແລະ​ຄຸນ​ລັກສະນະ​ພື້ນຖານ​ຂອງ​ທິດ​ທາງ​ສັງ​ຄົມ​ນິຍົມ ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ.

ທີ​ໜຶ່ງ, ການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ​ເມື່ອ​ຖື​ວ່າ​ເປັນ​ເນື້ອ​ໃນ​ສຳຄັນ​ທີ່​ປະກອບ​​ເປັນ​ລັກສະນະ​ພື້ນຖານ ​ແລະ ຄຸນລັກສະນະ​ຂອງ​ທິດ​ທາງ​ສັງຄົມ​ນິຍົມ​ໃນ​ລະບົບເສດຖະກິດ​ຕະຫຼາດ ​ເຊິ່ງພວກ​ເຮົາຕ້ອງ​ຈັດ​ມັນ​ຢູ່​ໃນ​ລະດັບ​ທີ່​ເໝາະ​ສົມ; ການ​ເບິ່ງ​ເບົາການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ​ແມ່ນ​ການສະ​ແດງ​​ເຖິງຄວາມ​ບ່ຽງ​ເບ​ນ​ຈາກ​ທິດ​ທາງ​ສັງຄົມ​ນິຍົມ. ດ້ານ​ໜຶ່ງ, “ບໍ່​ລໍຖ້າ​ຈົນກວ່າ​​ເສດຖະກິດ​ພັດທະນາ​ໃນ​ລະດັບ​ສູງຈຶ່ງ​ປະຕິບັດ​ຄວາມ​ກ້າວໜ້າ​ແລະຄວາມຍຸຕິທໍາທາງ​ສັງຄົມ, ຍິ່ງ​ກວ່າ​ນັ້ນ ບໍ່ “​ເສຍ​ສະລະ” ຄວາມ​ກ້າວໜ້າ​ແລະ​ຄວາມຍຸຕິທໍາທາງ​ສັງຄົມ​ ເພື່ອ​ໄລ່​ຕາມ​ການ​ເຕີບ​ໂຕ​ທາງ​ເສ​ຖະກິດພຽງຢ່າງດຽວ”(7); ດ້ານ​ອື່ນ, ຕ້ອງ​ຫຼີກ​ລ່ຽງຄວາມ​ຮ້ອນຮົນ, ອັດຕະວິ​ໄສ​ໃນ​ຕົວ, ​ເຈດຈຳນົງ​ນິຍົມ, ເອົາ​ມາດຖານ​ຄວາມ​ກ້າວໜ້າ​ແລະຄວາມ​ຍຸຕິ​ທຳທາງ​ສັງຄົມຂອງ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​ທີ່​ຄົບ​ຖ້ວນ ສົມບູນ​ ​ເພື່ອ​​ກຳນົດ​ໄວ້​ໃນເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ໃນ​ລະດັບ​ການ​ພັດທະນາ​ທີ່​ແຕກ​ຕ່າງ​ກັນ. ການ​ປະກົດ​ອອກ​ຂອງ​ພະຍາດອັດຕະວິ​ໄສ, ​ເຈດຈຳນົງ​ນິຍົມທີ່​ເຫັນ​ໄດ້​ທົ່ວ​ໄປ​ຄື: 1- ການ​ປະຕິບັດຄວາມ​ກ້າວໜ້າ​ແລະຄວາມ​ຍຸຕິ​ທຳທາງ​ສັງຄົມ ບໍ່​ຕັ້ງ​ຢູ່​ໃນ​ສາຍ​ພົວພັນ​ສັດຈະ​ວິພາກ​ກັບນະ​ໂຍບາຍ​ເສດຖະກິດ, ​ໃຊ້​ຊັບພະຍາກອນຮັບປະກັນ​ສະຫວັດດີ​ການ​ສັງຄົມ​ເກີນ​ຄວາມສາມາດ​ຕອບ​ສະໜອງ​ຂອງ​ພື້ນຖານເສດຖະກິດ ​ເຊິ່ງ​ເປັນ​ການຈຳກັດ​ການ​ລົງທຶນ​ເພື່ອ​ພັດທະນາ, ​ເຮັດ​ໃຫ້​ເສດຖະກິດຢຸດ​ສະ​ງັກ, ບໍ່​ມີ​ເງື່ອນ​ໄຂວັດຖຸ​ພຽງພໍ​ເພື່ອ​ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸຕິທຳທາງ​ສັງຄົມ​ໃນ​ໄລຍະ​ຍາວ; 2- ບໍ່​ເຫັນ​ຄວາມ​ຫຼາກ​ຫຼາຍ​ຂອງກົນໄກແລະຮູບ​ແບບ​ການ​ແຈກ​ຢາຍໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ​ເພື່ອ​ທັງ​ບັນລຸ​ຄວາມ​ຍຸຕິທຳທາງ​ສັງຄົມ ທັງ​ສ້າງກຳລັງ​ໝູນ​ໃຫ້​ແກ່​ການ​ພັດທະນາ; 3- ພຽງ​ແຕ່​ລວມສູນ​ໃສ່​ການ​ເຕີບ​ໂຕ​ແລະ​ການພັດທະນາ​ສະ​ເພາະ​ໜ້າ ​ໄລຍະ​ສັ້ນ​ເທົ່າ​ນັ້ນ ​ໂດຍ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສາມາດ​ພັດທະນາ​ແບບ​ຍືນ​ຍົງ​​ ໄລຍະ​ຍາວ ໃນ​ອະນາ​ຄົດ, ​ໂດຍ​ສະ​ແມ່ນ​ການ​ຂຸດ​ຄົ້ນ​ຊັບພະຍາກອນທໍາມະຊາດຫຼາຍ​ເກີນ​ໄປ, ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ສິ່ງແວດລ້ອມ.

ທີ​ສອງ, ການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ​ໄດ້ສະ​ແດງ​ໃນ​ຄວາມ​ເປັນ​ເອກະ​ພາບ​ແບບ​ສັດຈະ​ວິພາກ ລະຫວ່າງ​ການ​ພັດທະນາ​ເສດຖະກິດ ​ແລະ ​ການ​ພັດທະນາ​ສັງຄົມ, ລະຫວ່າງ​ນະ​ໂຍບາຍ​ເສດຖະກິດ ​ແລະ ນະ​ໂຍບາຍ​ສັງຄົມ, ​ເຊິ່ງຢູ່​ໃນ​ສາຍ​ພົວພັນ​ທີ່​ສະໜິດ​ແໜ້ນ, ​ເພິ່ງ​ພາ​ອາ​ໃສ ​ແລະ ຊຸກຍູ້​ເຊິ່ງກັນ​ແລະ​ກັນ. ຕ້ອງ​ເຮັດ​ໃຫ້ “ທຸກໆນະໂຍບາຍເສດຖະກິດຕ້ອງມຸ່ງໄປສູ່ເປົ້າໝາຍການພັດທະນາສັງຄົມ; ທຸກໆ​ນະ​ໂຍບາຍ​ສັງຄົມ​ຕ້ອງ​ແນ​ໃສ່​ສ້າງ​ກຳລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ(8). ​ໃນ​ເງື່ອນ​ໄຂ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພູມ​ປັນຍາ ແລະ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ເມື່ອ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ນັບ​ມື້​ນັບ​ຂາດ​ເຂີນ, ຊັບພະຍາກອນມະ​ນຸດ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ມີ​ບົດບາດ​ເປັນ​ເສົາຄ້ຳທີ່ສໍາຄັນ​ໃນ​ການ​​ເຕີບ​ໂຕ​ແບບ​ຍືນ​ຍົງ​ນັ້ນ ນະ​ໂຍບາຍ​ສັງຄົມ​ທີ່​ຖືກຕ້ອງ, ການ​ລົງທຶນ​ໃນ​ການ​ພັດທະນາ​ມະນຸດ​ແມ່ນ​ການ​ລົງທຶນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ. ສິ່ງ​ດັ່ງກ່າວຮຽກຮ້ອງ​ໃຫ້​ໃຊ້​ແຮງ​ກະ​ຕູ້ນ​​ເພື່ອຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ ຈາກ​ດ້ານ​ວັດທະນະທຳ-ສັງຄົມ, ຈາກ​ການ​ເສີມ​ຂະຫຍາຍ​ຄວາມ​ສາມາ​ດບົ່ມ​ຊ້ອນ​ ແລະ ກຳລັງ​ແຮງ​ຂອງ​ປະຊາຊົນ; ຕ້ອງ​ຜ່ານ​ພົ້ນ​ຄວາມ​ເຂົ້າ​ໃຈ​ທີ່​ຜິດ​ເມື່ອ​ເບິ່ງ​ວັດ​ທະ​ນະ​ທຳແລະສັງ​ຄົມ​ເປັນການ​ຊົມ​ໃຊ້​ທາງ​ດຽວ ຈາກຜົນການ​ຂະຫຍາຍຕົວຂອງ​ເສດ​ຖະ​ກິດ, ​ໂດຍ​ບໍ່​ເຫັນທາງ​ກົງກັນຂ້າມ ​ເຊິ່ງວັດ​ທະ​ນະ​ທຳແລະສັງ​ຄົມສ້າງແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ທີ​ສາມ, ການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ສະ​ແດງ​ອອກ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ ​ແລະ ​ໃນ​ຕະຫຼອດ​ຂະ​ບວນການ​ພັດທະນາ. ສິ່ງນີ້​ໝາຍ​ຄວາມ​ວ່າ, ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸຕິທຳທາງ​ສັງຄົມ ບໍ່​ພຽງ​ແຕ່​ແມ່ນ​ເປົ້າ​ໝາຍເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ໃນ​ທຸກ​ບາດກ້າວ, ສະ​ແດງ​ອອກ​ໃນ​ແຕ່ລະ​ນະ​ໂຍບາຍ ​ແລະ ​ຕະຫຼອດ​ຂະ​ບວນການ​ພັດທະນາ​ຂອງສະ​ໄໝ​ຂ້າ​ຜ່ານ. ໃນ​ແຕ່​​ໄລຍະ​ການພັດ​ທະ​ນາ​​ປະ​ເທດ, ພ້ອມ​ກັບ​ບັນ​ດາ​ຜົນ​ງານ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ, ຕ້ອງ​ຈັດແບ່ງ​​ຜົນ​ສຳ​ເລັດ​ຂອງ​ການ​ເຕີບ​ໂຕຢ່າງ​ສົມ​ເຫດ​ສົມ​ຜົນ ​ເພື່ອ​ຄວາມກ້າວໜ້າ, ຄວາມ​ຍຸ​ຕິ​ທຳ​ທາງ​ສັງ​ຄົມ ​ແລະ ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ນິ​ເວດ. ​ໃນ​ສະພາບ​ການ​ພັດທະນາ​ທີ່​ເປັນ​ປົກກະຕິ, ຕ້ອງ​ມີ​​ແຜນ​ສຳຮອງ ​ແລະ ​ແຜນ​ຮັບ​ມື​ເຫດ​ສຸກ​ເສີນ ​ເພື່ອ​ໃຫ້​ໃນ​ເວລາ​ມີ​ຄວາມ​ສ່ຽງ, ຄວາມ​ຫຍຸ້ງຍາກ ​ແລະ ວິ​ກິດ​ການ, ຍັງ​ມີ​ແຫຼ່ງກຳລັງທີ່​ຈະ​ຮັບປະກັນ​​ນະ​ໂຍບາຍ​ສັງຄົມ, ​ເຊັ່ນການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ນະ​ໂຍບາຍ​ການ​ພັດທະນາ​ແຕ່​ລະນະ​ໂຍບາຍ​ມີຫຼາຍ​ເປົ້າ​ໝາຍ, ຕ້ອງ​ຮັບປະກັນ​ຄວາມ​ເປັນ​ເອກະ​ພາບລະຫວ່າງ​ເປົ້າໝາຍ​ເສດຖະກິດ ​ແລະ ​ເປົ້າ​ໝາຍ​ທາງ​ສັງ​ຄົມ, ຊຸກຍູ້​ເຊິ່ງກັນ​ແລະ​ກັນ​ເພື່ອບັນລຸ​ປະສິດທິ​ຜົນ​ສັງ​ລວມ. ນະ​ໂຍບາຍ​ເສດຖະກິດ (ການ​ລົງທຶນ, ການ​ເງິນ​ງົບປະມານ, ສິນ​ເຊື່ອ, ການ​ຄ້າ, ລາຄາ, ລາຍ​ຮັບ​ລາຍ​ໄດ້...) ຕ້ອງ​ສຸມ​ໃສ່​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່​ຍືນ​ຍົງ, ຮັບປະກັນ​ສິດທິ​ຂອງ​ຜູ້​ອອກ​ແຮງ​ງານ, ຮັບປະກັນ​ຄວາມ​ສົມ​ດຸນຂອງ​ການ​ພັດທະນາ​ທີ່​ກົມກຽວລະຫວ່າງ​ບັນດາ​ເຂດ ​ແລະ​ການ​ແຈກ​ຢາຍ​ລາຍ​ໄດ້​ຄືນ​ໃໝ່ ​ເພື່ອ​ປະຕິບັດ​ຄວາມ​ຍຸຕິທຳທາງ​ສັງຄົມ, ລົງ​ທຶນ​ພັດ​ທະ​ນາ​ຄວາມ​ສາ​ມາດຂອງ​ມະ​ນຸດ, ຄວາມ​ສາ​ມາດ​ຂອງ​ສັງ​ຄົມ, ຍົກ​ສູງ​ລະ​ດັບ​ການ​ດໍາ​ລົງ​ຊີ​ວິດ​ແລະ​ຄຸນ​ນະ​ພາບ​ຊີ​ວິດ ​ຂອງ​ປະ​ຊາ​ຊົນ. ນະ​ໂຍບາຍ​ສັງຄົມ (ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ວຽກ​ເຮັດ​ງານທຳ, ລາຍຮັບ​ລາຍ​ໄດ້, ການ​ປະກັນ​ໄພ​ສັງຄົມ, ການບຸລິມະສິດສັງຄົມ, ການ​ຊ່ວຍ​ເຫຼືອ​ສັງຄົມ,...) ຕ້ອງ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນການ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ, ຖື​ເອົາ​ແຫຼ່ງກຳລັງ​ຄົນ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ເປັນກຳລັງ​ໜູນ​ຂອງ​ການ​ເຕີບ​ໂຕ; ພັດທະນາຕະຫຼາດ​ແຮງ​ງານ​ທີ່​ໝັ້ນຄົງ, ກົມກຽວ​ແລະ ຍືນ​ຍົງ; ຍົກ​ສູງສະມັດ​ຕະພາບ ຄຸນ​ທະ​ພາບ ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ.  

ທີ​ສີ່, ການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ຫຼາຍ​ຮູບ​ການ​ທີ່​ອຸດົມສົມບູນ ​ແລະ ກົນ​ໄກ​ທີ່​ຫຼາກ​ຫຼາຍ; ຈາກຄວາມຍຸຕິທຳທາງ​ດ້າ​ນໂອກາດ, ຄວາມຍຸຕິທຳທາງ​ດ້ານ​ການ​ແຈກ​ຢາຍຜົນ​ຂອງ​ການ​ຜະລິດ, ຈົນ​ເຖິງຄວາມຍຸຕິທຳທາງ​ດ້ານ​ສິດທິ​ແລະ​ພັນທະ; ຈາກ​ຄວາມ​ຍືນ​ຍົງ​ຂອງເສດຖະກິດ, ຄວາມ​ຍືນ​ຍົງ​ຂອງສັງຄົມ ຈົນ​ເຖິງຄວາມ​ຍືນ​ຍົງ​ຂອງ​ສິ່ງ​ແວດ​ລ້ອມ. ຄວາມຍຸຕິທຳທາງ​ດ້າ​ນໂອກາດກ່ອນ​ອື່ນ​ໝົດ​ສະ​ແດງ​ອອກ​ໃນ​ການກຳນົດຕະຫຼາດ​ທີ່​ມີ​ບົດບາດຕັດສິນ​ໃນ​ການ​ລະດົມ ຈັດ​ແບ່ງ ​ແລະ ນຳ​ໃຊ້​ຊັບພະຍາກອນ(9), ​ເຮັດ​ໃຫ້ການນຳ​ໃຊ້​ຊັບພະຍາກອນຢ່າງ​ມີ​ປະສິດທິ​ຜົນ, ຜູ້​ມີ​ຄວາມ​ສາ​ມາດ​ຍາມ​ໃດ​ກໍ​ຢືນ​ຢັນ​ຕົນ​ເອງ​ໃນ​ການ​ຜະ​ລິດ​ຂອງ​ສັງ​ຄົມ​, ການ​ສ້າງຄວາມ​ຮັ່ງ​ມີ​ທີ່​ຖືກ​ກົດໝາຍ​ໄດ້​ຮັບ​ການ​ສົ່ງ​ເສີມ(10). ຄວາມ​ຍຸດຕິທຳທາງ​ດ້າ​ນໂອກາດຍັງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ມາ​ ດ້ວຍ​ການ​ຮັບປະກັນ​ສິດທິ​ໃນ​ການ​ເຂົ້າ​ເຖິງ​ບັນດາ​ການ​ບໍລິການ​ສາທາລະນະຂັ້ນ​ພື້ນຖານ​ແລະຈຳ​ເປັນ​ ໂດຍບໍ່​ເສຍ​ຄ່າ ຫຼືຄ່າທໍານຽມ​ການນໍາໃຊ້ຕ່ຳ (ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ...), ​ເຮັດ​​ໃຫ້​ສະມາຊິກ​ສັງຄົມທຸກ​ຄົນ​ໄດ້​ຮັບ​ການ​ຍົກ​ສູງ​ລະດົບຄວາມ​ຮູ້ ວັດທະນະທຳ ສຸຂະພາບ,... ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ທີ່​ຍືນ​ຍົງ ​ແລະ ​ໂອກາດ​ບືນ​ຕົວ​ຂຶ້ນ. ນັ້ນ​ແມ່ນການ​ຮັບປະກັນຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ສິດ ​ໄປຄຽງ​ຄູ່​ກັບຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ສິດ​ເຫຼົ່າ​ນັ້ນ(11). ຄວາມ​ຍຸດຕິທຳທາງ​ດ້ານ​ການ​ແຈກ​ຢາຍ​ຜົນ​ຂອງ​ການ​ຜະລິດ​ໄດ້​ຮັບປະກັນ​ດ້ວຍ​​ກົນ​ໄກ​ການ​ແຈກ​ຢາຍຫຼາຍ​ຢ່າງ​ເຊັ່ນ: ການ​ແຈກ​ຢາຍຄັ້ງທໍາອິດ​ໂດຍ​ອີງ​ໃສ່ຜົນໄດ້ຮັບຂອງແຮງງານ, ປະສິດທິ​ຜົນ​ເສດຖະກິດ, ອີງ​ຕາມ​ແຫຼ່ງ​ທຶນ​ແລະ​ຊັບ​ພະ​ຍາ​ກອນ​ທີ່​ໄດ້​ປະ​ກອບ​ສ່ວນ​; ການ​ແຈກ​ຢາຍ​ຄືນ​ໃໝ່​ໂດຍ​ຜ່ານ​ລະບົບສະຫວັດດີ​ການ​ສັງຄົມ, ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ບັນດາ​ຮູບ​ການສະໜັບສະໜູນເຊິ່ງກັນແລະກັນ, ການແບ່ງປັນໃນຊຸມຊົນ. ​ໃນ​ນັ້ນ, ການ​ແຈກ​ຢາຍ​ຕາມ​ແຮງ​ງານ​ແມ່ນ​ຮູບ​​ແບບ​ຕົ້ນຕໍ. ຄວາມ​ຍຸດຕິທຳທາງ​ສັງຄົມ​ໃນ​ລະບອບ​ສັງຄົມ​ຂອງ​ພວກ​ເຮົາ​ຍັງ​​ສະ​ແດງ​ໃຫ້​ເຫັນ​ໃນ​ນະ​ໂຍບາຍ​ບຸລິມະສິດ​​ສັງຄົມ ​ແລະ ​ການເບິ່ງ​ແຍງ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ(12)... ດ້ວຍ​ຄວາມ​ໝາຍຂອງ​ການ​ຕອບ​ແທນ​ບຸນ​ຄຸນ, ການ​ຊົດ​ເຊີຍ​ບາງ​ສ່ວນ​ຕໍ່​ການ​ເສຍ​ສະຫຼະ​ເລືອດ​ເນື້ອ​ເພື່ອ​ປະ​ເທດ​ຊາດ ​ເພື່ອ​ພາລະກິດ​ປະຕິວັດ. ຄວາມ​ຍຸດຕິທຳທາງດ້ານ​ສິດ​ແລະ​ພັນທະ​ໄດ້​ສະ​ແດງ​ອອກ​ໃນ​ຄວາມ​ສົມ​ດຸນລະຫວ່າງການປະກອບສ່ວນ ແລະ ຜົນປະໂຫຍດ, ລະຫວ່າງ​ລະດັບ​ການລະເມີດ ແລະ ລະດັບການລົງໂທດ, ໂດຍ​ຜ່ານ​ກົນ​ໄກ​ຕຸ​ລາ​ການຕາມ​ຄວາມ​ຍຸດ​ຕິ​ທໍາ​ ແລະ ຫຼັ​ກນິຕິ​ທຳຂອງ​ສັງ​ຄົມ​ນິ​ຍົມ​. ບັນດາ​ຮູບ​ການ​ຍຸຕິ​ທຳທີ່​ກ່າວ​ມາ​ຂ້າງ​ເທິງມີ​ບົດບາດ​ເພີ່ມ​ເຕີ​ມ​ເຊິ່ງກັນ​ແລະ​ກັນ, ທັງ​ສ້າງ​ກຳລັງ​ຂັບ​ເຄື່ອນ​ການ​ພັດທະນາ ທັງຊຸກຍູ້ຄວາມຍຸດຕິທຳທາງສັງຄົມ ​ໃນ​ແຕ່​ລະນະ​ໂຍບາຍ, ​ແຕ່​ລະບາດ​ກ້າວ​ເດີນ ​ແລະ ຕະຫຼອດ​ສະ​ໄໝ​ຂ້າມ​ຜ່ານ.  

ທີ​ຫ້າ, ການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ​ໄດ້​ດຳເນີນ​ບົນ​ພື້ນ​ຖານການ​ກໍ່ສ້າງການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ​ແລະສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ​ຂອງກຳລັງກາ​ນຜະລິດ. ການກໍ່ສ້າງ​ການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ​ແລະ​ສອດຄ່ອງ​ເໝາະ​ສົມ​ນັ້ນ ​ປະກອບ​ດ້ວ​ຍສາມ​ດ້ານ: ການ​ພົວພັນ​ກຳມະ​ສິດ, ການ​ພົວພັນ​ຈັດ​ຕັ້ງ​ຄຸ້ມ​ຄອງ ​ແລະ ການ​ພົວພັນ​​ແຈກ​ຢາຍ ​ເຊິ່ງຕັ້ງ​ຢູ່​ໃນ​ເງື່ອນ​ໄຂ​ຂອງການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ - ​​ແມ່ນເສດຖະກິດ​ຕະຫຼາດ​ຮູບ​ແບບ​ໃໝ່​ ໃນ​ປະຫວັດສາດ​ການ​ພັດທະນາ​ຂອງ​ເສດຖະກິດ​ຕະຫຼາດ; ຮູບ​ແບບ​ການຈັດ​ຕັ້ງ​ເສດຖະກິດ​ທີ່​ທັງ​ປະຕິບັດ​ຕາມບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ທັງ​ອີງ​ໃສ່​ພື້ນຖານ ​ແລະ ​ໄດ້​ຮັບ​ການ​ແນະນຳ, ຄວບ​ຄຸມ​ໂດຍ​ບັນດາ​ຫຼັກ​ການ​ແລະ​ທາດ​ແທ້​ຂອງ​ລັດທິ​ສັງຄົມ​ນິຍົມ (13). ສາມ​ດ້ານ​ຂອງ​ການ​ພົວພັນ​ການ​ຜະລິດ​ດັງກ່າວ ມີ​ຄວາມ​ພົວພັນ​ສັດຈະ​ວິພາກ, ປະຕິ​ສຳພັນ ​ແລະ ຊຸກຍູ້​ເຊິ່ງກັນ​ແລະ​ກັນ, ມັນ​ມີ​ຄວາມ​ໝາຍ​ໂດຍ​ກົງ​ ໃນ​ການ​ຮັບປະກັນ​ການ​ພັດທະນາ​ທີ່​ຍຸຕິ​ທຳແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ. ການ​ພົວພັນ​ກຳມະ​ສິດມີ​ບົດບາດ​ຊີ້​ຂາດ, ແຕ່​ໃນ​ສະ​ໄໝ​ຂ້າມ​ຜ່ານ​ ຍັງ​ມີ​ຫຼາຍ​ຮູບ​ການກຳມະ​ສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ເສີ​ມຂະຫຍາຍຢ່າງ​ຖືກຕ້ອງ​ຄົບ​ຖ້ວນ ບົດບາດ, ພາລະ​ໜ້າ​ທີ່​ຂອງ​ແຕ່​ລະ​ດ້ານ​ຂອງ​ການ​ພົວພັນກຳມະ​ສິດ; ການຈັດ​ຕັ້ງ​ຄຸ້ມ​ຄອງ ​ແລະ ການ​ແຈກ​ຢາຍ​ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດ ສຳລັບການ​ຮັບປະກັນ​ຄວາມ​ຍຸຕິ​ທຳທາງ​ສັງຄົມ ​ແລະ ສ້າງ​ແຮງ​ຂັບ​ເຄື່ອນ​ການ​ພັດທະນາ. ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ, ຕ້ອງ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ​ບັນດາ​ຮູບ​ການ “ກຳມະ​ສິດຂອງ​ລັດ, ການ​ຈັດການຄຸ້ມ​ຄອງ​ໂດຍ​ເອກະ​ຊົນ”(14), “ກຳມະ​ສິດ​ເອກະ​ຊົນ, ການນຳ​ໃຊ້​ໂດຍ​ສາທາລະນະ”(15). ​ແລະ ​ການ​ພົວພັນ​ແຈກ​ຢາຍ​ຕ້ອງ​ມຸ່ງ​ສູ່ “ພາລະ​ໜ້າ​ທີ່​ຄູ່”, ທັງ​ຮັບປະກັນ​ຄວາມ​ຍຸຕິທຳທາງ​ສັງຄົມ, ທັງ​ສ້າງ​ແຮງ​ຂັບ​ເຄື່ອ​ນການ​ພັດທະນາ(16), ​ເຮັດ​ໃຫ້​ທຸກ​ເຈົ້າພາບ​ສັງຄົມ​ເຫັນ​ໄດ້ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຈາກ​ແຫຼ່ງ​ຊັບພະຍາກອນທຸກ​ຢ່າງ (ເຊັ່ນ: ທີ່​ດິນ, ບັນດາ​ຊັບ​ສິນ​ຂຶ້ນ​ກັບກຳມະ​ສິດ​ຂອງ​ລັດ...), ​ແລະ ນຳ​ໃຊ້ຊັບພະຍາກອນ​ເຫຼົ່າ​ນັ້ນ​ຢ່າງ​ມີ​ປະສິດທິ​ຜົນ, ມີ​ຄວາມ​ຮັບຜິດຊອບ, ບໍ່​ຢຸດຢັ້ງ​ໃນ​ການຄົ້ນ​ຫາ, ປ່ຽນ​ແປງ​ໃໝ່, ປັບປຸງ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ ​ແລະ ຊຸກຍູ້​ການ​ພັດທະນາ​ທີ່​ຍືນ​ຍົງ.

ທີ​ຫົກ, ຈັດການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ ​ແລະ ສັງຄົມ​ໃຫ້​ໄດ້ເປັນ​ຢ່າງ​ດີ​, ຖື​ເອົາ​ບົດບາດ​ຂອງ​ລັດ​ເປັນ​ເຈົ້າ​ນຳພາ​ໃນ​ການກຳນົດ​ ແລະ​ ຈັດ​ຕັ້ງ​ບັນດາ​ແຜນ​ນະ​ໂຍບາຍ ​ແລະ ນະ​ໂຍບາຍ​ການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນບັນດາ​ອົງ​ປະກອບ​ລັດ, ຕະຫຼາດ ​ແລະ ສັງຄົມ​ ມີ​ບົດບາດ​ເພີ່ມ​ເຕີມ, ທົດ​ແທນ​ຂໍ້​ບົກພ່ອງ​ຂອງ​ກັນ​ແລະ​ກັນ, ພ້ອມ​ກັນ​ຊຸກຍູ້​ການ​ພັດທະນາ. ​ເສດຖະກິດ​ຕະຫຼາດມີ​ດ້ານ​ດີ​ໃນ​ການຈັດ​ແບ່ງ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ, ສົ່ງ​ເສີມ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ແລະ​ຄວາມ​ປະດິດ​ສ້າງ​ຂອງ​ບັນດາ​ເຈົ້າພາບ​ໃນ​ຕະຫຼາດ, ພັດທະນາ​ກຳລັງ​ການ​ຜະລິດ, ​ແຕ່ມັນ​ກໍ​ມີ​ດ້ານຈຳກັດຕ່າງໆ​ເຊັ່ນ ມັນມັກຈະເອົາໃຈໃສ່ກັບຄວາມຕ້ອງການທີ່​ມີຄວາມ​ສາ​ມາດ​ໃນ​ການ​ຈ່າຍ​ເງິນ​, ຊັບພະຍາກອນທີ່ມຸ້ງໄປຫາສະຖານທີ່ທີ່ມີກໍາໄລ, ດັ່ງ​ນັ້ນ ມັນ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຜະລິດ​ສິນຄ້າ​ແລະບໍ​ລະກາ​ນສາທາລະນະ, ຊ້ຳບໍ່​ໜຳ ຍ້ອນ​ການ​ສະ​ແຫວ​ງຫາ​ກຳ​ໄລ, ມີ​ຫຼາຍ​ວິ​ສາ​ຫະກິດ​ເຕັມ​ໃຈ​ເສຍ​ສະລະ​ຜົນ​ປະ​ໂຫຍ​ດສາທາລະນະ (​ເຊັ່ນ: ກໍ່​​ໃຫ້​ເກີດມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຜະລິດ​ແລະຄ້າຂາຍຂອງປອມ, ສິນຄ້າຕ້ອງຫ້າມ...)(17). ຈາກ​ນັ້ນ, ກໍ່​ໃຫ້​ເກີດ​ການ​ຜັນ​ແຍກ​ຄົນ​ຮັ່ງມີ ຜູ້​ທຸກ​ຍາດ, ການ​ແບ່ງ​ຂົ້ວ​ທາງ​ດ້ານ​ຊັບ​ສິນ, ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ລະ​ຫວ່າງ​ພາກ​ພື້ນແລະ​​ເຂດ, ​ໄພ​ຂົ່ມຂູ່​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ. ດັ່ງ​ນັ້ນ, ການ​ພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ ກ່ອນ​ອື່ນ​ໝົດ​ແລະ​ສູງ​ສຸດ​ແມ່ນ ຕ້ອງ​ເພີ່ມ​ທະວີ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ລັດ​ ໃນ​ການ​ສ້າງ​ສະ​ຖາ​ບັນ​ແລະ​ກົດໝາຍ​ທີ່ຍຸຕິທຳ ​ເພື່ອສ້າງ​ສະພາບ​ແວດ​ລ້ອມ​ໃຫ້​​ອົງການຈັດ​ຕັ້ງ ​ແລະ ບຸກຄົນດໍາ​ເນີນ​ການຢ່າງເສລີ; ນຳ​ໃຊ້​ບັນດາ​ເຄື່ອງມື (​ແຜນການ, ​ແຜນ​ກຳນົດ, ນະ​ໂຍບາຍ​ພາສີ, ນະ​ໂຍບາຍ​ລົງທຶນ, ນະ​ໂຍບາຍ​ສິນ​ເຊື່ອ, ນະໂຍບາຍການຈ້າງງານ...) ເພື່ອ​ແນະນຳ​, ດຶງ​ດູດ, ດັດສົມ​ການ​ເຄື່ອນ​ໄຫວ​ຂອງ​​ທຸກ​ພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ ມີ​ການ​ດັດສົມ​ຜົປະ​ໂຫຍດ ​ເພື່ອຮັບປະກັນຄວາມຍຸຕິທໍາທາງສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ເພື່ອຜົນ​ປະ​ໂຫຍ​ດຂອງປະຊາຊົນ; ປ່ຽນ​ແປງ​ໃໝ່ ​ແລະ ຍົກ​ສູງ​ຄວາມ​ສາມາດ​​ເຄື່ອນ​ໄຫວຂອງ​ບັນດາ​ອົງການ​ຈັດ​ຕັ້ງພາກ​ລັດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຜະລິດ ​ແລະ ການ​ສະໜອງ​ສິນຄ້າ​ແລະ​ບໍລິການສາທາລະນະທີ່​ສັງ​ຄົມ​ຕ້ອງການ ​ແຕ່​ເອກະຊົນ​ບໍ່​ເຮັດ ຫຼື​ເຮັດບໍ່ມີປະສິດທິຜົນ. ພ້ອມ​ກັນ​ນັ້ນ, ການ​ພັດ​ທະ​ນາ​ທີ່​ຍຸດ​ຕິ​ທຳ​ແລະ​ຍືນ​ຍົງ​ສາ​ມາດ​ບັນ​ລຸ​ໄດ້​ຢ່າງ​ເຕັມ​ທີ່​ກໍ່​ຕໍ່ເມື່ອ​ມີ​ການ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ຂອງ​ວິ​ສາ​ຫະ​ກິດ; ຍົກ​ສູງນ້ຳ​ໃຈ​ແບ່ງ​ປັນ, ນ້ຳ​ໃຈຊ່ວຍ​ເຫຼືອເຊິ່ງ​ກັນ​ແລະ​ກັນ ​ຂອງ​ຊຸມ​ຊົນ​ສັງ​ຄົມ; ສີມຂະຫຍາຍ​ຈິດ​ໃຈ​ຕັ້ງໜ້າ​ຂອງ​ພົນລະ​ເມືອງ​ແຕ່​ລະ​ຄົນ ​ໃນ​ການ​ເຂົ້າ​ຮ່ວມ​ການ​ພົວ​ພັນ​ຕະ​ຫຼາດ​, ນຳ​ໃຊ້​ບັນດາ​ບໍລິການສາທາລະນະ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ແລະ ຕັ້ງໜ້າ, ບໍ່​ເອື່ອຍອີງ ລໍ​ຖ້າ​ເພິ່ງພາ​ພາຍ​ນອກ.  

ບັນດາຄໍາແນະນໍາສະເພາະກ່ຽວກັບການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ
ຕິດ​ພັນ​ກັບການ​ຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ

ທີ​ໜຶ່ງ, ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ​ໄດ້​ຮັບປະກັນ​ດ້ວຍ “ການ​ປະຕິບັດ​ການ​ແຈກ​ຢາຍ​ຕາມ​ຜົນ​ຂອງ​ການອອກ​ແຮງ​ງານ​ ແລະ ​ປະສິດທິ​ຜົນ​ເສດຖະກິດ​ ເປັນ​ຕົ້ນຕໍ, ພ້ອມ​ກັນ​ນັ້ນກໍອີງ​ຕາມ​ແຫຼ່ງ​ທຶນ​ແລະ​ຊັບ​ພະ​ຍາ​ກອນ​ທີ່​ໄດ້​ປະ​ກອບ​ສ່ວນ​ ​ແລະ ການ​ແຈກ​ຢາຍໂດຍ​ຜ່ານລະບົບ​ສະຫວັດດີ​ການ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ(18).

ການ​ແຈກ​ຢາຍ​ຕາມ​ຜົນ​ຂອງ​ການອອກ​ແຮງ​ງານ​​, ​ປະສິດທິ​ຜົນ​ເສດຖະກິດ​ເປັນ​ຕົ້ນຕໍ ​ແລະ ຕາມ​ແຫຼ່ງ​ທຶນ​ແລະ​ຊັບ​ພະ​ຍາ​ກອນ​ທີ່​ໄດ້​ປະ​ກອບ​ສ່ວນ​ ແມ່ນ​ໝາຍ​ຄວາມ​ວ່າ​ເສີມ​ຂະຫຍາຍ​ຄວາມ​ຕັ້ງໜ້າ,​ ຄວາມ​ຂະຫຍັ​ນຂັນ​ເຄື່ອນ​ ປະດິດ​ສ້າງ​ຂອງບຸກຄົນ​ແຕ່ລະຄົນ, ລະດົມຢ່າງ​ສຸດ​ຂີດ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແລະກຳລັງ​ແຮງ​ ເພື່ອ​ພັດທະນາ​ເສດຖະກິດ​-ສົງ​ຄົມ, ຊັບພະຍາກອນ​ໄດ້​ຮັບ​ການຈັດ​ແບ່ງ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ ຄົບ​ຊຸດ​ລະຫວ່າງການ​ພົວພັນ​ແຈກ​ຢາຍ ​ແລະ ການ​ພົວພັນກຳມະ​ສິດ, ການ​ພົວພັນ​ຄຸ້ມ​ຄອງ ​ໃນ​ພື້ນຖານ​ເສດຖະກິດ​ຫຼາຍ​ພາກສ່ວນ. ນີ້​ແມ່ນ​ການ​ແຈກ​ຢາຍ​ຄັ້ງ​ທຳ​ອິດ, ສ້າງ​ແຮງ​ຂັບ​ເຄື່ອນ​ການ​ພັດທະນາ ​ເມື່ອ​ມັນ​ນຳ​ເອົາຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ມາ​ໃຫ້​ຜູ້​ອອກ​ແຮງ​ງານ ຜູ້ຈັດການ ເຈົ້າຂອງ ນັກລົງທຶນ, ເຮັດ​ໃຫ້ການນຳ​ໃຊ້ຊັບ​ພະ​ຍາ​ກອນມີ​ປະ​ສິດ​ທິ​ຜົນຫຼາຍ​ຂຶ້ນ, ​ເສີມ​ຂະຫຍາຍ​ຄວາມ​ຄິດ​ສ້າງສັນ​ຂອງ​ແຕ່ລະຄົນ ​ເພື່ອ​ສ້າງ​ຄວາມຮັ່ງມີທີ່​ຖືກຕ້ອງ​ຕາມ​ກົດໝາຍ​ໃຫ້​ກັບ​ຕົນ​ເອງ ​ແລະ ປະກອບສ່ວນ​ໃຫ້​ກັບ​ສັງຄົມ. ເມື່ອບັນດາ​ການ​ພົວພັນ​ດັ່ງກ່າວ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ສະບາຍ​ໃນ​ສະ​ຖາ​ບັນ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ​ແລະສົມບູນ, ​ແມ່ນການ​ຮັບຮອງ​ສິດ​ເທົ່າ​ທຽມ​ກັນ​​ໃນ​ໂອກາດສ້າງ​ຄວາມ​ຮັ່ງມີ​ໃຫ້​ກັບ​ເຈົ້າພາບ​ທັງ​ໝົດ​ໃນ​ຕະຫຼາດ. ​ແຕ່, ​ຄວາມເທົ່າ​ທຽມ​ກັນ​​ໃນ​ໂອກາດສ້າງ​ຄວາມ​ຮັ່ງມີນັ້ນ ຍາມ​ໃດ​ກໍນໍາເອົາຄວາມໄດ້ປຽບ​ມາໃຫ້ຜູ້ທີ່ສາມາດສວຍໃຊ້ໂອກາດ; ຄວາມ​ເສຍປຽບ​ມາ​ໃຫ້ຜູ້ພິການ​ທາງຮ່າງກາຍ ຈິດໃຈ ຫຼືບໍ່​ມີຄວາມສາມາດໃນການສວຍໂອກາດ (ເນື່ອງ​ຈາກສາ​ເຫດ​ໂດຍກຳ​ເນີ​ດ​, ຄວາມ​ສ່ຽງ​ທາງ​ສັງ​ຄົມ ​ຫຼື​ອຸ​ປະ​ສັກ​ຂອງ​ເງື່ອນ​ໄຂ​ທໍາ​ມະ​ຊາດ​, ວັດທະນະທຳ - ສັງຄົມ,...), ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ໄດ້​ເພີ່ມ​ເຕີມ, ທົດ​ແທນດ້ວຍ​ຮູບ​ການ​ແຈກ​ຢາຍ​ໂດຍ​ຜ່ານ​ສະຫວັດດີ​ການ​ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ.

ການ​ແຈກ​ຢາຍ​ໂດຍ​ຜ່ານ​ສະຫວັດດີ​ການສັງຄົມ ມີຄວາມ​ໝາຍສຳຄັນ​ໃນ​ການ​ປະກອບສ່ວນ​ແກ້​ໄຂ, ຫຼຸດຜ່ອນ​ຄວາມ​ອະ​ຍຸຕິທຳທາງ​ສັງຄົມ​ທີ່​ເກີດ​ຈາກ​ການ​ແຈກ​ຢາຍ​ຄັ້ງທຳອິດ. ການ​ແຈກ​ຢາຍ​ໂດຍ​ຜ່ານ​ສະຫວັດດີ​ການສັງຄົມ ຕິດ​ພັນ​ກັບ​ບົດບາດການ​ດັດສົມ​ຂອງ​ລັດ, ການ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ ​ແລະ ການ​ແບ່ງປັນ​ຂອງ​ຊຸມ​ຊົນ​ສັງຄົມ, ​ໂດຍຖື​ເອົາ​ບົດບາດ​ຂອງ​ລັດ​ເປັນ​ເຈົ້ານຳພາ. ສະຫວັດດີການ​ສັງຄົມ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ ​ໄດ້​ຮັບ​ການ​ປະຕິບ​ບັດ​ດ້ວຍ​ບັນດາ​ຮູບ​ການ​ທີ່​ຫຼາກ​ຫຼາຍ ​ເຊິ່ງ​ເສົາຫຼັກ​ແມ່ນ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂັ້ນ​ພື້ນ​ຖານ​ແລະ​ຈໍາ​ເປັນ ​ທີ່​ບໍ່​ເສຍ​ຄ່າ ຫຼື​ຄ່າ​ທໍາ​ນຽມ​ຕ່ຳ (ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ...). ສະຫວັດດີການ​ສັງຄົມ​ ພາຍ​ໃຕ້ຄວາມຮັບຜິດຊອບຂອງລັດຢ່າງເຕັມສ່ວນ (ຈ່າຍຄ່າທໍານຽມ, ຈັດຕັ້ງການສະໜອງ), ຮັບປະກັນການເຂົ້າເຖິງບໍລິການສາທາລະນະ​ຂັ້ນ​ພື້ນຖານ​ແລະຈຳ​ເປັນ​ຂອງ​ສະມາຊິກ​ທຸກ​ຄົນ​ໃນສັງຄົມຢ່າງ​ເທົ່າ​ທຽມ​ກັນ ໂດຍບໍ່ຍົກເວັ້ນໃຜ. ບັນດາ​ຮູບ​ແບບສະຫວັດດີການ​ສັງຄົມ​ທີ່​ມີ​ຫນ້າ​ທີ່​ສະ​ຫວັດ​ດີ​ການ​ແມ່ນ​ມຸ່ງສູ່​ຈຸດ​ປະ​ສົງ​ຈໍາ​ນວນ​ໜຶ່ງ​, ເຊັ່ນ ການ​ສະໜັບສະໜູນທາງ​ດ້ານ​ການ​ເງິນ​ໃຫ້ຜູ້ທີ່ມີຄວາມສ່ຽງ (​ເຊັ່ນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມການລະບາດ​ຂອງພະ​ຍາດ​ໂຄ​ວິດ-19), ການ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ​​ໃນ​ການ​ຊື້​ປະກັນ​ສຸຂະພາບ, ໜູນ​ຊ່ວຍ​ທຶນ​ການ​ສຶກ​ສາ​​ໃຫ້​ນັກຮຽນ​ທຸກ​ຍາກ,... ຮັບປະກັນ​ໃຫ້​ກຸ່ມ​ຄົນ​ດ້ອຍ​ໂອກາດ, ຜູ້​ມີ​ລາຍ​ໄດ້​ຕ່ຳ ​ແລະ ຜູ້​ມີ​ຄວາມ​ສ່ຽງ ​ໄດ້​ເຂົ້າ​ເຖິງ​ສິນຄ້າ ​ແລະ ການ​ບໍລິການ​ສາທາລະນະ​ຂັ້ນພື້ນຖານ​ແລະ​ຈຳ​ເປັນ. ​ເມື່ອ​ໄດ້​ເຂົ້າ​ເຖິງ​ສິນຄ້າ ​ແລະ ການ​ບໍລິການ​ສາທາລະນະ​ຂັ້ນພື້ນຖານ​ແລະ​ຈຳ​ເປັນ​ໂດຍ​ບໍ່​ເສຍ​ເງິນ (ຫຼື​ໄດ້​ຮັບ​ການ​ສະໜັບສະໜູນທາງ​ດ້ານ​ການ​ເງິນ​ເພື່ອ​ຈ່າຍ​ຄ່າ​ບໍລິການ), ຜູ້​ຄົນ​ເຫຼົ່ານີ້​ບໍ່​ພຽງ​ແຕ່​ສາມາດ​ປັບປຸງ​ຄວາມ​ສາມາດ​ພາຍ​ໃນຂອງເຂົາເຈົ້າ​ (ທາງດ້ານຮ່າງກາຍ, ປັນຍາຄວາມ​ຮູ້, ວັດທະນະທຳ...) ເທົ່າ​ນັ້ນ, ​ແຕ່​ຍັງມີ​ເງື່ອນ​ໄຂ​ໃນ​ການ​ໃຊ້​ແຫຼ່ງການ​ເງິນທີ່ຈຳກັດ ​ເພື່ອ​ໃຊ້​ຈ່າຍ​ໃນ​ການ​ປັບປຸງ​ຄຸນ​ນະພາ​ບຊີວິດ, ດັ່ງ​ນັ້ນ​ຈຶ່ງ​ມີ​ໂອກາດ​ໃນ​ການ​ພັດທະນາ. ນອກຈາກ​ນັ້ນ, ລັດ​ຍັງ​ໄດ້​ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ໃຫ້ພາກ​ເອກະ​ຊົນ​ເຂົ້າ​ຮ່ວມ​ໃນ​ການ​ສະໜອງ​ການ​ບໍລິການ​ສັງຄົມຈໍານວນ​ໜຶ່ງ​ທີ່ຕອບ​ສະໜອງ​ຄວາມ​ຕ້ອງການ​ສ່ວນ​ບຸກຄົນ ​ແລະ ຄວາມ​ສາມາດ​ໃນ​ການ​ຊໍາລະຂອງຜູ້ບໍລິໂພກ ອີງ​ໃສ່​ຫຼັກການ​ຕະຫຼາດ.

ການ​ແຈກ​ຢາຍ​ຜ່ານ​ລະບົບຄວາມ​ປອດ​ໄພ​ທາງ​ສັງຄົມ ຕາມ​ກົນ​ໄກ​ການຊໍາລະ​ຄ່າ​ທໍານຽມ - ຊົມ​ໃຊ້ ແລະ ແບ່ງປັນ, ຮັບປະກັນວ່າ ສະມາຊິກ​ທຸກ​ຄົນ​ຂອງ​ສັງຄົມຈະ​ມີ​ລາຍ​ຮັບ​ຢ່າງ​ໜ້ອຍ​ກໍ​ໃນ​ລະດັບຕ່ຳ, ບໍ່ຕົກຢູ່ໃນຄວາມອັບ​ຈົນເມື່ອປະ​ເຊີນ​ກັບ​ໄພອັນຕະລາຍ, ​ເສຍ​ແຮງ​ງານ, ຫວ່າງ​ງານ - ເສົາຄ້ຳແມ່ນວຽກ​ເຮັດງານທຳທີ່ຍືນ​ຍົງ, ການປະກັນສັງຄົມ ແລະ ການປະກັນສຸຂະພາບ. ການ​ແຈກ​ຢາຍ​ຄັ້ງ​ທຳອິດ​ຮັບປະກັນ​ຄວາ​ມສະ​ເໝີ​ພາບ​ລະຫວ່າງ​ການ​ປະກອບສ່ວນ​ແລະ​ລາຍ​ຮັບ, ສ້າງ​ແຮງ​ຂັບ​ເຄື່ອນ​ການ​ພັດທະນາ, ​ແຕ່ມັນກໍ່ເຮັດ​ໃຫ້​ເກີດ​ຄວາມບໍ່ສະເໝີພາບທາງດ້ານລາຍຮັບລະຫວ່າງສະມາຊິກຂອງສັງຄົມ; ການ​ແຈກ​ຢາຍ​ຄືນ​ໃໝ່​ຜ່ານ​ສະຫວັດດີ​ການ​ສັງຄົມສ້າງ​ຄວາມ​ສະ​ເໝີ​ພາບ​ທາງ​ໂອກາດ ​ແລະ ​ເງື່ອນ​ໄຂ​ການ​ພັດທະນາ, ​ແຕ່ກໍ່​ເປັນ​ເລື່ອງງ່າຍ​ທີ່​ຈະ​ເຮັດ​ໃຫ້​ເກີດ​ການ​ຢຸດ​ສະ​ງັກສຳລັບອົງການ​ສະໜອງ ​ແລະ ສ້າງ​ແນວ​ຄິດ​ເອື່ອຍ​ອີງ, ​ເພີ່ງ​ພາ​ອາ​ໃສ​ໃຫ້​ກັບ​ຜູ້​ໃຊ້​ບໍລິການ​ສາທາລະນະ​ຟຣີ; ສ່ວນ​ການ​ແຈກ​ຢາຍ​ຄືນ​ໃໝ່​ຜ່ານ​ລະບົບຄວາມ​ປອດ​ໄພ​ທາງ​ສັງຄົມທີ່​ອີງ​​ໃສ່​ກົນ​ໄກການຊໍາລະຄ່າທໍານຽມ - ຊົມ​ໃຊ້​ ​ແລະ ​ແບ່ງປັນ ລະຫວ່າງ​ບັນດາ​ສະມາຊິກ​ຂອງ​ສັງຄົມ ມີ​ພາລະ​ໜ້າ​ທີ່​ເພີ່ມ​ເຕີມ ທົດ​ແທນຂໍ້ຈຳກັດ, ຂໍ້​ບົກພ່ອງ​ຂອງ​ການ​ແຈກ​ຢາຍ​ຄັ້ງທຳອິດ ​ແລະ ການ​ແຈກ​ຢາຍ​ຄືນ​ໃໝ່​ຜ່າ​ນສະຫວັດດີ​ການ​ສັງຄົມ. ຢູ່​ນີ້, ຄວາມ​ຍຸຕິທຳທາງ​ສັງຄົມ ບໍ່​ພຽງ​ແຕ່​ສ່ອງ​ແສງ​​ເຖິງຄວາມ​ທຽບ​ທຽມ​ກັນ ​ລະຫວ່າງລະດັບ​ການ​ປະກອບສ່ວນ ​ແລະ ລະດັບ​ທີ່​ໄດ້​ຮັບ​ ຂອງ​ແຕ່ລະຄົນ​ເທົ່າ​ນັ້ນ, ​ແຕ່ຕ້ອງວາງ​ພວກ​ມັນ​ໄວ້​ໃນພື້ນຖານ​ລວມ, ລະດັບ​ການ​ພັດທະນາ​ເສດຖະກິດ ​ແລະ ຄຸນຄ່າ​ດ້ານ​ສິນ​ທຳ​ສັງຄົມ. ບໍ່​ສາມາດ​ເວົ້າ​ເຖິງຄວາມ​ຍຸຕິທຳທາງ​ສັງຄົມທີ່​ຮອບດ້ານ ​ເມື່ອ​ກຸ່ມ​ສັງຄົມ​ນີ້ມີ​ຊີວິດ​ທີ່ອຸດົມ​ຮັ່ງມີ, ແຕ່​ປະ​​ຜູ້​ອ່ອນ​ແອ ດ້ອຍ​ໂອກາດ ໄວ້​ເບື້ອງ​ຫຼັງ​, ຍ້ອນ​ບັນດາ​ປັດ​ໄຈ​ໂດຍ​ກຳ​ເນີ​ດ ຫຼື​ອຸປະສັກ​ຂອງ​ສະພາບ​ທາງ​ພູມ​ສາດ - ​ທຳ​ມະ​ຊາດ, ວັດທະນະທຳ, ສັງຄົມ. ການ​ແກ້​ໄຂ​ຮູບ​ແບບທຳມະ​ຊາດ​ຂອງ​ຄວາມ​ອະ​ຍຸຕິທຳທາງ​ສັງຄົມ​ເຫຼົ່າ​ນີ້ ຕ້ອງການ​ບົດບາດຂອງ​ລະບົບ​ການ​ແຈກ​ຢາຍຕາມກົນ​ໄກ​ແບ່ງປັນ ລະຫວ່າງບັນດາ​ສະມາຊິກ​ໃນ​ສັງຄົມ. ນັ້ນ​ແມ່ນການ​ພັດທະນາ​ຂອງ​ສັງຄົມ​ໜຶ່ງ​ທີ່ “ມຸ່ງ​ສູ່​ບັນດາ​ຄຸນຄ່າ​ທີ່​ກ້າວໜ້າ, ມະນຸ​ອະລິຍະທຳ, ບົນ​ພື້ນຖານ​ຜົນ​ປະ​ໂຫຍ​ດຮ່ວມກັນ​ ຂອງ​ທັງ​ສັງຄົມ ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງຕາມ​ກົດໝາຍ​ຂອງ​ຜູ້​ຄົນ, ​ແຕກ​ຕ່າງ​ທາງ​ດ້ານ​ຄຸນ​ນະພາ​ບຈາກ​ສັງຄົມ​ທີ່​ແຂ່ງຂັນກັນ​ ເພື່ອ​ຜົນ​ປະ​ໂຫຍ​ສ່ວນ​ຕົວ ລະຫວ່າງ​ບຸກຄົນ​ແລະ​ກຸ່ມ​ຕ່າງໆ(19).

ທີ​ສອງ, ຄວາມ​ຍຸຕິ​ທຳ​, ຄວາມ​ສະ​ເໝີ​ພາບທາງ​ດ້ານ​ໂອກາດ​ ອີງ​ໃສ່​ຄວາມ​ເຄົາລົບ, ຮັບປະກັນ​ການ​ແຂ່ງຂັນ​ໂດຍ​ເສລີ, ຍຸ​ຕິ​ທໍາ​ ແລະ ຖືກ​ກົດ​ຫມາຍ, ບໍ່​ໃຫ້​​ເກີດການ​ລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ ທີ່​ເຮັດ​ໃຫ້​ສູນເສຍ​ປະສິດທິພາ​ບ ​ແລະ ດ້ານ​ຕັ້ງໜ້າ​ຂອງ​ກົນ​ໄກ​ຕະຫຼາດ; ສ້າງ​ສະພາບ​ແວດ​ລ້ອມ, ​ເງື່ອນ​ໄຂ, ພື້ນຖານ​​ສຳລັບການ​ພັດທະນາ​ມະນຸດຢ່າງຮອບດ້ານ ​ເມື່ອ​ປະຊາກອນ​ທັງ​ໝົດ​ສາມາດ​ເຂົ້າ​ເຖິງບໍລິການ​ສາທາລະນະຂັ້ນ​ພື້ນຖານ​ແລະຈຳ​ເປັນ​ໄດ້

- ຄວາມ​ຍຸຕິທຳທາງ​ດ້ານ​ໂອກາດ​​ອີງ​ໃສ່, ກ່ອນອື່ນໝົດ, ບົນ​ພື້ນຖານ​ການ​ເຄົາລົບການແຂ່ງຂັນເສລີ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ, ບໍ່​ອະນຸຍາດ​ໃຫ້​ເກີດ​ການລະເມີດກົດໝາຍວ່າດ້ວຍການແຂ່ງຂັນ ທີ່ທຳລາຍປະສິດທິພາບ​ແລະ​ຄວາມ​ຕັ້ງໜ້າ​ຂອງ​ກົນ​ໄກຕະຫຼາດ; ​ເຮັດ​ໃຫ້​ແຕ່ລະ​ເຈົ້າພາບ​ຂອງ​ຕະຫຼາດ ​ແລະ ສະມາຊິກແຕ່ລະຄົນ​​ໃນ​ສັງຄົມ​ ສົມຄວນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທີ່ຊອບທຳ​ ແລະ ຊອບ​ດ້ວຍ​ກົດໝາຍ ຈາກ​ການ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ແລະຄຸນ​ສົມບັດ​ໂດຍກຳ​ເນີ​ດຂອງ​ຕົນ ​ໂດຍ​ບໍ່​ກໍ່​ໃຫ້​ເກີດ​ອັນຕະລາຍ​ຕໍ່​ສິດທິ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ທຳຂອງ​ເຈົ້າພາບ​ອື່ນ; ການຮັບປະກັນ​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະຄົນ​ເຄື່ອນ​ໄຫວ​ໄປ​ໃນ​ທິດ​ທາງ​ດຽວ​ກັນ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ສັງຄົມ. ການ​ແຊກ​ແຊງ​ຂອງ​ລັດ​ຕ້ອງ​ບໍ່​ບິດ​ເບືອນ​ຕະຫຼາດ, ​ແຕ່​ຮັບປະກັນ​ການ​ແຂ່ງຂັນ​ທີ່​ຍຸດຕິ​ທຳ, ​ແກ້​ໄຂ​ບັນດາ​ຂໍ້​ບົກ​ຜ່ອງ​​ໃນ​ຕະຫຼາດ ​ແລະ ມຸ່ງ​ໄປ​ທີ່​ຕະຫຼາດ​ທີ່​ໂປ່​ງ​ໃສ, ​ເພື່ອ​ໃຫ້ຄວາມ​ຍຸຕິທຳທາງ​ດ້ານ​ໂອກາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ຄວາມ​ຍຸຕິທຳທາງ​ດ້ານ​ໂອກາດ​ໃນ​ກໍລະນີ​ນີ້​ສ້າງ​ແຮງ​ຂັບ​ເຄື່ອນ​ການ​ພັດທະນາ, ກົງ​ຂ້າມ​ກັນ​ກັບ​ການ​ແຂ່ງຂັນ​ແບບ “ປາ​ໃຫຍ່​ກິນ​ປາ​ນ້ອຍ”, “ປາ​ໄວ​ກິນ​ປາ​ຊ້າ”, ການ​ພັດທະນາ​ຂອງ​ກຸ່ມ​ສັງຄົມ​ນີ້ກຳຈັດ​ສິດ​ໃນ​ການ​ພັດທະນາ​ຂອງ​ກຸ່ມ​ສັງຄົມອື່ນໆຄື​ຢູ່​ໃນ​ລັດທິ​ທຶນ​ນິຍົມ(20). ມັນ​ກໍ່​ແຕກ​ຕ່າງກັນ​ກັບ​ລັດທິ​ສະ​ເລ່ຍ, ຕີ​ລວາດ​ກວາດ​ພຽງ, ຖື​ເປັນອັນ​ໜຶ່ງ​ອັນ​ດຽວ​ລະຫວ່າງ​ຄົນ​ທີ່​ມີ​ຄວາມ​ສາມາດ ​ແລະ ຄົນ​ທີ່ບໍ່​ມີ​ຄວາມ​ສາມາດ, ຄົນຂີ້ຄ້ານ, ທຳລາຍ​ແຮງ​ຂັບ​ເຄື່ອນ​ການ​ພັດທະນາ, ສ້າງ​ຄວາມບໍ່​ຍຸຕິທຳຕໍ່​ຜູ້ທີ່ໄດ້ປະກອບສ່ວນຫຼາຍ ແຕ່ໄດ້ຮັບການແຈກຢາຍເທົ່າກັນກັບຜູ້ປະກອບສ່ວນໜ້ອຍກວ່າ. ຄວາມ​ຍຸຕິທຳທາງ​ດ້ານ​ໂອກາດບໍ່ພຽງແຕ່ຢູ່ໃນການພົວພັນທາງດ້ານເສດຖະກິດເທົ່ານັ້ນ, ​ແຕ່​ສະ​ແດງ​ອອກ​ໃນ​ທຸກ​ດ້ານ​ຂອງ​ການ​ພົວພັນ​ການ​ເມືອງ - ສັງຄົມ ​ເມື່ອຮັບປະກັນ​ສະພາບ​ແວດ​ລ້ອມເສລີ​ແລະປະຊາທິປະ​ໄຕ ສໍາລັບຄົນ​ທີ່​ມີ​ຄຸນສົມບັດ​ດີ ​ມີ​ຄວາມ​ສາມາດ​ແທ້ ທີ່​ໄດ້​ຖືກ​ນຳ​ໃຊ້​, ​ໄດ້​ອຸທິດ​ຕົນ, ສູ້​ຊົນຢືນຢັນຕົນເອງ ​ແລະ ປະກອບສ່ວນ​ອັນ​ດີ​ໃຫ້​ແກ່​ສັງຄົມ.

ທະຫານຊ່ວຍເຫຼືອປະຊາຊົນຜ່ານຜ່າໂລກລະບາດໂຄວິດ-19 _ພາບ: tuoitrethudo.com.vn

- ຄວາມ​ຍຸຕິທຳທາງ​ດ້ານ​ໂອກາດ​ອີງ​ໃສ່​ການ​ຮັບປະກັນ​ສິດທິ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງຊັບພະຍາ​ເພື່ອການພັດທະນາ, ໂດຍສະເພາະແມ່ນຊັບພະຍາກອນທີ່ດິນ, ການ​ເງິນ, ສິນ​ເຊື່ອ, ຂໍ້​ມູນ​ຂ່າວສານ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ເນັ້ນ​ເຖິງ​ການ​ໝູນ​ໃຊ້​ຫຼັກການ​ຕະຫຼາດ​ໃນ​ການ​ລະດົ​ມ, ຈັດ​ແບ່ງ ​ແລະ ນຳ​ໃຊ້ ບັນດາ​​ແຫຼ່ງພະລັງ, ​ໂດຍ​ສະ​ເພາະ​ແມ່ນ​ແຫຼ່ງພະລັງ​ຂອງ​ລັດ, ​ເຊັ່ນ: ການປະມູນສິດນຳໃຊ້ທີ່ດິນ, ການປະມູນຊຸດ​ຈັດ​ຊື້ຈັດ​ຈ້າງ​ສາ​ທາ​ລະ​ນະ​, ການ​ແຂ່ງຂັນ​ໃນ​ການ​ສະໜອງ​ແລະດຳ​ເນີນການຕາມ​ກົນ​ໄກ​ລາຄາ​ຕະຫຼາດ​ສຳລັບ​ສິນຄ້າ ​ແລະ ການ​ບໍລິການ, ລວມທັງ​ການ​ບໍລິການ​ສາທາລະນະຂັ້ນ​ພື້ນຖານ(21). ​ແຫຼ່ງພະລັງ​ການ​ເງິນ​ຂອງ​ລັດທີ່​ໃຊ້​ເຂົ້າ​ໃນ​ການ​ຮັບປະກັນ​ສະຫວັດດີ​ການ​ສັງຄົມມີໜ້າທີ່ປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ ກໍ່​ໄດ້​ໝູນ​ໃຊ້​ໃຫ້​ສອດຄ່ອງ​ກັບ​ຫຼັກການ​ຕະຫຼາດ, ມຸ່ງ​ສູ່​ເປົ້າ​ໝາຍ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບືນ​ຕົວ​ຂຶ້ນຂອງ​ຜູ້​ທີ່​ໄດ້​ຮັບການ​ຊ່ວຍ​ເຫຼືອຈາກ​ລັດຖະບານ, ບໍ່​ໃຫ້​ເກີດ​ຄວາມ​ຊັກ​ຊ້າ, ​ເອື່ອຍອີງ ​ເພີ່ງ​ພາ​ອາ​ໃສ​ຜູ້​ອື່ນ. ນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ນະ​ໂຍບາຍ​ສັງຄົມ, ຮັບປະກັນ​ການ​ເຂົ້າ​ເຖິງ​ນະ​ໂຍບາຍສຳລັບ​ຄອບຄົວ​ທຸ​ຍາກ; ສະຫນັບສະຫນູນນັກຮຽນທຸກຍາກດ້ວຍ​ສິນເຊື່ອພິເສດ; ສະໜັບສະໜູນການຝຶກອົບຮົມວິຊາຊີບເພື່ອປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນ,... ​ແນ​ໃສ່​ຊຸກຍູ້​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ຜູ້ທີ່​ໄດ້​ຮັບ​ເງິນ​ອຸດ​ໜູນ​ຈາກ​ລັດຖະບານ. ​ໃນ​ເງື່ອນ​ໄຂຂອງອຳນາດ​ການ​ປົກຄອງ​ດິຈີ​ຕອນ, ບັນດາ​ແຫຼ່ງຊັບພະຍາກອນ​ດິຈີ​ຕອນທີ່​ບຸກຄົນ​ແລະ​ວິ​ສາ​ຫະກິດ​ໄດ້​ເຂົ້າ​ເຖິງ​ຢ່າງ​ເປີດ​ເຜີຍ, ​ໂປ່ງ​ໃສ, ສະ​ເໝີພາບ ຈະ​ແກ້​ໄຂ​ສະຖານະ​ການ​ບໍ່​ສົມ​ດຸນ​ຂອງ​ຂໍ້​ມູນ​ໄດ້, ປະກອບສ່ວນ​ຊຸກຍູ້ຄວາມ​ຍຸຕິທຳທາງ​ດ້ານ​​ໂອ​ກາດ​ການ​ພັດທະນາ.

- ຄວາມ​ຍຸຕິທຳທາງ​ດ້ານ​​ໂອ​ກາດ​ການ​ພັດທະນາອີງ​ໃສ່​ການ​ຮັບປະກັນສິດ​ໃນ​ການ​ເຂົ້າ​ເຖິງ​ບໍລິການ​ສາທາລະນະ​ຂັ້ນ​ພື້ນຖານ​ແລະຈຳ​ເປັນ (ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ...) ທີ່​ປົກ​ຫຸ້ມ​ທົ່ວ​ປວງ​ຊົນ, ຊ່ວຍ​ໃຫ້​ທຸກ​ຄົນ​ຍົກ​ສູງ​ຄວາມ​ສາມາດພາຍ​ໃນ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ມີ​ເງື່ອນ​ໄຂ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ​ເພື່ອພັດທະນາ​ຕົນ​ເອງ, ຈາກ​ນັ້ນ​ ດູ​ແລ​ການ​ພັດ​ທະ​ນາ​ທາງ​ດ້ານ​ຮ່າງ​ກາຍ​, ການ​ປັບ​ປຸງ​ການ​ສຶກ​ສາ ​ແລະ ​ວັດ​ທະ​ນະ​ທໍາ​. ກາ​ສຶກສາ​ເປັນ​ນະ​ໂຍບາຍ​ແຫ່ງ​ລັດ​ອັນ​ດັບ​ໜຶ່ງ, ປະຕິບັດ​ການ​ສຶກສາ​ໂດຍ​ບໍ່​ເສຍ​ຄ່າຮຽນ​ໃນ​ຊັ້ນ​ປະຖົມ, ຫັນ​ໂຮງຮຽນ​ອະນຸບານ​ເຄິ່ງສາທາລະນະ​ ເປັນ​ສະຖານ​ທີ່​ສຶກສາ​ອະນຸບານ​ສາທາລະນະ​ ເທື່ອ​ລະ​ກ້າວ, ​ໃຊ້​ງົບປະມານ​ໃນ​ອັດຕາ​ສ່ວນ​ທີ່​ເໝາະ​ສົມ ​​ເພື່ອ​ພັດທະນາ​ການ​ສຶກສາ ​ແລະ ບຳລຸງ​ສ້າງ,... ​ແນ​ໃສ່​ຊຸກຍູ້​ຄວາມ​ຍຸຕິທຳທາງ​ດ້ານ​​ໂອ​ກາດ​ການ​ພັດທະນາ​ໃຫ້​ກັບ​ປະຊາຊົນ​ ໂດຍ​ການ​ຈັດ​ໃຫ້​ມີ​ການ​ສຶກສາ, ຄວາມ​ຮູ້ ​ແລະ ທັກ​ສະ. ນັ້ນ​ແມ່ນການ​ໃຊ້​ຈ່າຍ​ງົບປະມານທີ່​ເໝາະ​ສົມ ​ເພື່ອ​ພັດທະນາ​ລະບົບ​ສາທາລະນະ​ສຸກ, ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ ​ແລະ​ ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຊື້​ປະກັນ​ສຸຂະພາບ, ຮັບປະກັນ​ໃຫ້​ຜູ້​ມີ​ລາຍ​ໄດ້ຕ່ຳ​ໄດ້​ຮັບ​ການກວດ​ແລະ​ປົວ​ພະຍາດ ​ໂດຍ​ບໍ່​ຖືກ “ທຸກ​ຍາກ​ຂາດ​ເຂີນ​ທີ່​ສຸດ”. ນັ້ນ​ແມ່ນ​ການ​ລົງທຶນ​ພັດທະນາ​ວັດທະນະທຳ, ສ້າງສະຖານ​ທີ່​ສາທາລະນະ “ສວນສາທາລະນະ, ປູກ​ຕົ້ນ​ໄມ້​ເພື່ອ​ຄວາມ​ຮົ່ມ​ເຢັນ, ສ້າງ​ໜອງນ້ຳປັບ​ອາກາດ, ປັບປຸງ​ສະພາບ​ແວດ​ລ້ອມ​ຊີວິດ...) ​ເພື່ອ​ຍົກ​ສູງສະຫວັດດີກາ​ນທີ່ບໍ່ແມ່ນລາຍໄດ້ ​ໃຫ້​ປະຊາຊົນ, ເຮັດ​ໃຫ້​ທຸກ​ຄົນ​ມີ​ເງື່ອນ​ໄຂ​ເພື່ອ​ປະ​ຕິ​ບັດ​ສຸ​ຂະ​ພາບ​ທາງ​ດ້ານ​ຮ່າງ​ກາຍ, ສຸ​ຂະ​ພາບ​ຈິດ​ໃຈ, ພັດ​ທະ​ນາ​ຄວາມ​ສາ​ມາດ​ໃນ​ເວ​ລາ​ທີ່​ມີ​ຄວາມ​ກົມ​ກຽວ​ກັນ​ລະ​ຫວ່າງ​ຊີ​ວິດ​​ວັດ​ຖຸ​ແລະ​ຊີ​ວິດ​​ຈິດວິນ​ຍານ.

ທີ​ສາມ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ສິດທິ ​ແລະ ພັນທະ ຕິດ​ພັນ​ກັບ​ການ​ສ້າງ​ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ປົກ​ປັກ​ຮັກສາ​ລະບຽບ​ວິ​ໄນ ​ແລະ ກົດໝາຍ​ຂອງ​ປະ​ເທດ.

ບົດ​ຂຽນ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ຈຳ​ແນ​ກຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ທາດ​ແທ້​ ລະຫວ່າງລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ ​ແລະ ລັດ​ແຫ່ງອຳນາດ​ກົດໝາຍທຶນ​ນິຍົມ. ຖ້າອຳນາດ​ກົດໝາຍທຶນ​ນິຍົມ​ເປັນ​ເຄື່ອງມື​ປົກ​ປ້ອງ​ງ​ແລະ​ຮັບ​ໃຊ້ຜົນປະໂຫຍດຂອງຊົນ​ຊັ້ນ​ນາຍທຶນ, ​ເຊິ່ງອຳນາດ​ກົດໝາຍພາຍ​ໃຕ້ລະບອບ​ຂອງ​ພວກ​ເຮົາກໍ່​ເປັນ​​ເຄື່ອງມືເພື່ອສະແດງອອກແລະປະຕິບັດ​ສິດ​ເປັນ​ເຈົ້າ​ຂອງຂອງປະຊາຊົນ.​ໂດຍຜ່ານ​ການບັງຄັບ​ໃຊ້​ກົດໝາຍ, ລັດ​ຮັບປະກັນ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ເປັນ​ເຈົ້າພາບ​ຂອງ​ອຳນາດ​ການ​ເມືອງ, ດຳ​ເນີນ​ຜະ​ເດັດ​ການຕໍ່​ການ​ກະທຳທັງ​ໝົດ​ທີ່​ລະ​ເມີດ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ແລະປະຊາຊົນ(22). ດັ່ງນັ້ນ, ຄວາມຍຸຕິທໍາຢູ່​ທີ່​ນີ້ຈຶງສະທ້ອນ​ໃຫ້​ເຫັນ​ເຖິງຄວາມສະເໝີພາບຂອງທຸກໆຄົນຕໍ່ໜ້າກົດຫມາຍ; ​ໃນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ, ນັ້ນ​ແມ່ນ​ຄວາມ​ສະ​ເໝີ​ພາບຕໍ່ໜ້າ​ກົດໝາຍ​ຂອງ​ທຸກໆ​ເຈົ້າພາບຂອງ​ຕະຫຼາດ ​ເພື່ອປະຕິບັດ​ສິດ​ເສລີ​ພາບ​ທາງ​ທຸ​ລະ​ກິດ​, ຂໍ້ຂັດແຍ່ງໃດໆ​ກໍ​ຖືກ​ແກ້​ໄຂ​ໂດຍ​ວິທີ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທີ່ກຳນົດ​ໄວ້ໃນກົດໝາຍ ຫຼື ຕົກລົງກັນໂດຍຄູ່​ກໍລະນີ (ການ​ປະນີປະນອມ, ການ​ເຈລະຈາ, ອະນຸຍາ​ໂຕ​ຕຸລາການ ຫຼື​ສານ); ໃນກິດຈະກໍາທາງຕຸລາການ, ນັ້ນ​ແມ່ນຄວາມຍຸຕິທໍາ ລະຫວ່າງ​ລັກສະນະ, ຂອບເຂດຂອງການລະເມີດກົດຫມາຍ ກັບ​ລະດັບການ​ລົງ​ໂທດຕາມ​ກົດໝາຍ ດ້ວຍ​ຄຳ​ພິພາກສາ ຄຳຕັດສິນ​ທີ່​ຍຸດຕິ​ທຳ​ແລະພາວະ​ວິ​ໄສ ​ໃນ​ນາມ​ຂອງ​ຄວາມ​ຍຸຕິ​ທຳ. 

ທີ​ສີ່, ການ​ພັດທະນາ​ທີ່​ຍືນ​ຍົງ​​ໄດ້​ຮັບ​ການ​ແກ້​ໄຂ​ ໂດຍ​ການ​ລະບຸ​ວິ​ກິດ​ການ​ທີ່​ກຳລັງ​ເກີດ​ຂຶ້ນ​ເປັນ​ຜົນ​ສະ​ທ້ອນ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້​ຂອງ​ຮູບ​ແບບ “ການ​ພັດ​ທະ​ນາ​ບໍ່​ດີ​” ໃນ​ລະບົບ​ທຶນ​ນິຍົມ​ສະ​ໄໝ​ໃໝ່​, ​ເຊິ່ງສະແດງໃຫ້ເຫັນ​ເຖິງຄວາມບໍ່ຍືນຍົງທັງ​ໃນດ້ານເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມນິເວດວິທະຍາ(23). ດັ່ງ​ນັ້ນ, ​ເນື້ອ​ໃນສຳຄັນ​ໜຶ່ງ​ຂອງການກຳນົດ ທິດ​ສັງຄົມ​ນິຍົມ ​ແມ່ນຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ກົມກຽວ​ກັບທຳມະ​ຊາດ ​ເພື່ອ​ຮັບປະກັນ​ສະພາບ​ແວດ​ລ້ອມ​ການ​ດຳລົງຊີວິດ​ທີ່​ດີໃຫ້​ແກ່​ຄົນ​ຮຸ້ນປັດຈຸບັນ ​ແລະ ອະນາຄົດ, ​ໂດຍບໍ່​ແມ່ນ​​ເພື່ອ​ຂຸດ​ຄົ້ນ​ ນຳໃຊ້ຊັບພະຍາກອນ ​ແລະ ບໍລິ​ໂພ​ກວັດສະດຸ ຢ່າງບໍ່ມີ​ຂີດຈຳກັດ ແລະ ທຳລາຍສິ່ງແວດລ້ອມ(24). ນັ້ນ​ຍັງ​ເປັນການ​ລະບຸ​ຜູ້ຄົນ​ເປັນ​ໃຈກາງ​ໃນ​ຍຸດ​ທະ​ສາດການ​ພັດທະນາ; ການພັດທະນາ​ວັດທະນະທຳ​ແລະ​ບຳລຸງສ້າງ​ຜູ້​ຄົນ ​ແມ່ນ​ເປົ້າ​ໝາຍ​ ທັງ​ເປັນກຳລັງ​ຂັບ​ເຄື່ອນ ຂອງ​ການ​ປ່ຽນ​ແປງ​ໃໝ່; ການ​ພັດທະນາ​ການ​ສຶກສາ-​ບຳລຸງ​ສ້າງ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ ແມ່ນ​ນະ​ໂຍບາຍ​ແຫ່ງ​ລັດ​ອັນ​ດັບ​ໜຶ່ງ; ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່ສຳຄັນ, ແມ່ນ​ມາດ​ຖານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ; ການ​ສ້າງ​ຄອບຄົວ​ທີ່​ມີ​ຄວາມ​ຜາ​ສຸກ ຄວາມ​ກ້າວໜ້າ​ ​ເປັນ​ຈຸ​ລັງທີ່​​ແຂງ​ແຮງ​ແລະ​ໝັ້ນຄົງ​ຂອງ​ສັງຄົມ, ການປະຕິບັດຄວາມສະເໝີພາບທາງ​ເພດ​ແມ່ນ​ມາດຖານ​ຂອງ​ຄວາມ​ກ້າ​ວໜ້າ ແລະ ອາລະຍະທໍາ (25).

ທີ​ຫ້າ, ການ​ພັດທະນາ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນສະ​ແດງ​ອອກ​ຢ່າງ​ກວມ​ລວມ​ໃນ​ທຸກ​ເນື້ອ​ໃນຮັບປະກັນການພັດທະນາ​ທີ່​ຍຸຕິທຳ​ແລະ​ຍືນ​ຍົງ​; ​ໃນ​ຄວາມ​ກົມກຽວ​ລະຫວ່າງ​ຊີວິດ​​ວັດຖຸ​ ​ແລະ ຊີວິດຈິດ​ວິນ​ຍານ; ​ໃນ​ແຕ່ລະ​ຜູ້​ຄົນ​ທີ່​ມີ​ເງື່ອ​ນໄຂ​ພັດທະນາ​ຄວາມ​ສາມາດ​ຂອງ​ຕົນ​ເອງຢ່າງຮອບດ້ານ ​ເພື່ອ​ຢືນຢັນ​ກຽດ​ສັກ​ສີ​​ຄວາມ​ເປັນ​ມະນຸດ; ​ໃນ​ມະນຸດທີ່​ໄດ້ດໍາລົງຊີວິດຢູ່ໃນສະພາບແວດລ້ອມ​ແຫ່ງເສລີພາບ, ຄວາມປອດໄພ, ຄວາມສາມັກຄີ, ຄວາມເມດຕາ, ການຊ່ວຍເຫຼືອເຊິ່ງກັນແລະກັນ, ປາສະຈາກ​ການ​ກົດ​ຂີ່​ຂົ່ມ​ເຫັນ ​ແລະ​ຄວາມ​ອະຍຸຕິທໍາ. ບົດ​ຂຽນ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ເນັ້ນຢ້ຳຫຼາຍ​ເທື່ອ​ເຖິງ​ຄຳ​ສັບ “ຄວາມສຸກ” ​ໃນ​ປະ​ໂຫຍ​ກຕ່າງໆ​ຕໍ່ໄປນີ້: ຍົກ​ສູງ​ຄຸນຄ່າ​ແນວ​ຄິດກ່ຽວ​ກັບ​ເອກະລາດ, ​ເສລີພາບ, ຄວາມສຸກ ຂອງ​ປະທານ​ໂຮ່ຈີ​ມິນ(26), ສືບ​ຕໍ່​ຢືນຢັນ​ບັນດາ​ຄຸນ​ລັກສະນະ​ຂອງລັດທິ​ສັງຄົມ​ນິຍົມ​ທີ່​ລະບຸ​ໃນ​ໂຄງການ​ການ​ເມືອງ(27), ​ໃນ​ການ​ສ້າງ​ຄອບຄົວ​ທີ່​ມີ​ຄວາມສຸກ(28), ​​ທຸກໆ​ແນວ​ທາງຂອງ​ພັກ, ນະ​ໂຍບາຍ​ ກົດໝາຍ​​ ແລະ ​ການ​ເຄື່ອນ​ໄຫວຂອງ​ລັດ ລ້ວນ​ແຕ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ​ເອົາ​ຄວາມສຸກ​ຂອງ​ປະຊາຊົນ​ເປັນເປົ້າໝາຍ​ໃນ​ການ​ສູ້​ຊົນ(29)...

***

ບົດ​ຂຽນ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ໄດ້​ລົງ​ພິມ​ໃນ​ສະ​ພາບ​ການ​ທີ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ເທດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ກຳລັງ​ຕັ້ງໜ້າ​ພະຍາຍາມຜັນ​ຂະຫຍາຍ​ການ​ປະຕິບັດ​ແນວທາງຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ, ສູ້​ຊົນ​ເຖິງ​ກາງ​ສັດ​ຕະ​ວັດ​ທີ 21 ຫວຽດນາມ​ຈະເປັນ​ປະ​ເທດ​ພັດ​ທະ​ນາ​ແລ້ວ ແລະ ມີ​ລາຍ​​ໄດ້​ສູງ. ການຊີ້​ແຈງ​ບັນຫາ​ການ​ພັດທະນາທີ່​ຍຸຕິ​​ທຳແລະ​ຍືນ​ຍົງ​ເພື່ອ​ຄວາມສຸກ​ຂອງປະຊາຊົນ ​ຕິດ​ພັນ​ກັບ​ການ​ກຳນົດ​ລັກສະນະ​ພື້ນຖານ, ຄຸນ​ລັກສະນະ​ທີ່ສຳຄັນ​ຂອງທິດ​ທາງ​ສັງຄົມ​ນິຍົມນັ້ນ ມັນ​ມີ​ຄວາມ​ໝາຍ​ເພີ່ມ​ເຕີມ​ແລະ​ພັດທະນາ​ທິດ​ສະ​ດີ​ກ່ຽວ​ກັບສະ​ໄໝ​ຂ້ານຜ່ານ​ຢູ່​ຫວຽດນາມ, ຮັບປະກັນ​ການ​ຄຸ້ມ​ຄອງ​ບໍລິຫານ​ຢ່າງ​ມີ​ປະສິດທິ​ຜົນ ​ການ​ປະຕິບັດ​ເປົ້າ​ໝາຍ​ສັງຄົມ​ນິຍົມ​ຢ່າງ​ແທ້​ຈິງ​ໃນ​ແຕ່​ລະ​ນະ​ໂຍບາຍ, ​ແຕ່ລະ​ບາດກ້າວ​​ເດີນ ​ແລະ ຕະຫຼອດ​ຂະ​ບວນການ​ປ່ຽນ​ໃໝ່​ປະ​ເທດ​ຊາດ./.

------------------

(1) ​ໂຮ​ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​​ໂນ້ຍ, 2011, ​ເຫຼັ້ມ 2, ໜ້າ 292.

(2), (3) ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະ​ສານ​ກອມ​ມູນິດ, ສະບັບ​ທີ 966, ​ເດືອນ​ພຶດສະພາ 2021, ໜ້າ 6, 8.

(4) ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 8.

(5) ເບິ່ງ: ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 5.

(6), (7), (8) ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 8, 8, 8 – 9.

(9) ເບິ່ງ: ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 133.

(10), (11), (12) ​ເບິ່ງ: ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 9, 5, 9.

(13) ເບິ່ງ: ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 8.

(14) ​ເຊັ່ນ: ພື້ນຖານ​ໂຄງ​ລ່າງ​ເຕັກນິກ​ຂອງ​ລັດ, ​ແຕ່​ຈ້າງ​ເອກະ​ຊົນດຳ​ເນີນ​ການ​ຄຸ້ມ​ຄອງ​ບໍລິຫານ, ຂຸດ​ຄົ້ນ; ທີ່​ດິນ​ຂຶ້ນ​ກັບກຳມະ​ສິດ​ຂອງ​ທົ່ວ​ປວງ​ຊົນ, ລັດ​​ເປັນ​ຕົວ​ແທນ​ເຈົ້າ​ຂອງກຳມະ​ສິດ ​ແລະ ຄຸ້ມ​ຄອງ​ເປັນ​ເອກະ​ພາບ, ​ແຕ່​ສິດ​ໃນ​ການນຳ​ໃຊ້​ທີ່​ດິນ​ໄດ້​ມອບ​ໃຫ້​ອົງການ​ຈັດ​ຕັ້ງ ຫຼື​ເອກະ​ຊົນ ​ແລະ ​ຖື​ເປັນ​ສິດທິ​ໃນ​ຊັບ​ສິນ...

(15) ​ຕົວຢ່າງເຊັ່ນ: ລັດເຊົ່າກິດຈະການ​ກໍ່ສ້າງຂອງເອກະຊົນມາ​ໃຊ້ ແທນ​ການ​ໃຊ້​ຈ່າຍ​ງົບປະມານ​ລົງທຶນ​ທີ່​​ແພງ​ແລະ​ສູນ​ເສຍ​ງ່າຍ, ​ແຕ່​ລັດ​ມີ​ສິດ​ເກັບ​ພາສີຊັບ​ສິນ ​ແລະ ອາກອນ​ລາຍ​ຮັບ​ຂອງ​ຊັບ​ສິນ​ນັ້ນ​ຕໍ່​ກັບ​ເອກະ​ຊົນ.

(16) ເບິ່ງ: ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”,ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 8.

(17) ເບິ່ງ: ດວ່າ​ນມິ​ງຫວນ: “ບັນຫາ​​ໃນການ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ ​ແລະ ສັງຄົມ ​ໃນ​ການ​ຄຸ້ມ​ຄອງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ປະ​ເທດ​ເຮົາ​ໃນ​ປະຈຸ​ບັນ”, ວາລະສານ​ກອມ​ມູນິດ - ຫົວ​ຂໍ້​ສະ​ເພາະ “ສາຍ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ ​ແລະ ສັງຄົມ ​ໃນ​ການ​ຄຸ້ມ​ຄອງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ປະ​ເທດ​ເຮົາ​ໃນ​ປະຈຸ​ບັນ”, ສະບັບ​ອອກ​ເດືອນມັງກອນ 2021, ໜ້າ 28.

(18) ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 8.

(19) ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 9.

(20) ເບິ່ງ: ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 6.

(21) ເບິ່ງ: ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII, ​ເອກະສານ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 132.

(22), (23), (24), (25), (26), (27), (28), (29) ​ເບິ່ງ: ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງ​ຄົນ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”,ວາລະສານ​ທີ່​ໄດ້​ແນະນຳ, ໜ້າ 10, 4 - 5, 6, 9, 6, 7, 9, 9.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 977 (​ເດືອນ​ພະຈິກ 2021)