ວກ. - ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ປີ 2021 ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກທີ່​ບໍ່​ເຄີມ​ມີ​ມາ​ກ່ອນ ຍ້ອນ​ຜົນ​ກະທົບ​ອັນ​ຮ້າຍ​ແຮງຈາກ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ການ​ຜະລິດ, ການ​ດຳ​ເນີນ​ທຸລະ​ກິດ, ການ​ໝູນວຽນ​ຂອງ​ສິນຄ້າ ​ແລະ ການ​ບໍລິການ. ​ໃນ​ສະຖານະ​ການ​ດັ່ງກ່າວ​, ພັກ​ແລະລັດ​ຫວຽດນາມ​ໄດ້​ວາງ​ອອກ​ຢ່າງ​ທັນ​ການ ບັນດາ​ມາດ​ຕະການສະໜັບສະໜູນ​ເສດຖະກິດ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ. ທະນາຄາ​ມ​ແຫ່ງ​ລັດ​ຫວຽດນາມ ດ້ວຍພາລະກິດ​ບໍລິຫານ​ນະ​ໂຍບາຍ​ເງິນຕາ, ຄວບ​ຄຸມ​ອັດຕາ​ເງິນ​ເຟີ້, ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ ​ແລະ ສະໜັບສະໜູນ​ການ​ເຕີບ​ໂຕ​ເສດຖະກິດ ​ໄດ້​ຊີ້​ນຳ​ຂະ​​ແໜງ​ການ​ທະນາຄານ​ທັງ​ໝົດ ​ໃນ​ການປະຕິບັດ​ມາດ​ຕະການ​ແກ້ໄຂພື້ນຖານຫຼາຍຢ່າງ ​ເພື່ອຂະ​ຈັດ​ຄວາມຫຍຸ້ງ​ຍາກ​ຂອງ​ວິ​ສາ​ຫະ​ກິດ​ ແລະ ​ປະ​ຊາ​ຊົນ​, ຮັກສາ​ແຫຼ່ງທຶນ​ເພື່ອ​ການ​ຜະລິດ ​ແລະ ປະກອບສ່ວນ​ປະຕິບັດ​ນະ​ໂຍບາຍ​ປະກັນ​ສັງຄົມ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ພ້ອມກັບບັນດາຜູ້ແທນທີ່ມາຮ່ວມ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງທະນາຄານແຫ່ງລັດຫວຽດນາມ ຄົບຮອບ 70 ປີ (6 ພຶດສະພາ 1951 – 6 ພຶດສະພາ 2021) _ພາບ: TTXVN

ນະ​ໂຍ​ບາຍ​ເງິນຕາ​ແລະ​ການ​ເຄື່ອນ​ໄຫວ​ທະ​ນາ​ຄານ ໄປ​ພ້ອມ​ກັນກັບວິ​ສາ​ຫະ​ກິດ​ແລະ​ປະ​ຊາ​ຊົນ
​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດຂອງ​ພະຍາດ

​​ປີ​ທີ​ສອງ​ນັບຕັ້ງ​ແຕ່​ເກີດ​ການ​ລະບາດ​ແລະ​ການ​ແຜ່​ກະຈາຍ​ຂະໜາດ​ໃຫຍ່​ຂອງພະຍາດໂຄ​ວິດ-19, ​ເສດຖະກິດ​ໂລກ​ຍັງ​ສັບສົນ​ ແລະ ​ມີ​ການ​ຜັນ​ແຍກ​ຢ່າງ​ແຂງ​ແຮງ. ປະເທດທີ່ພັດທະນາແລ້ວທີ່ມີອັດຕາການສັກວັກ​ຊີນສູງ ສາມາດ​ເປີດ​ປະຕູ​ປະ​ເທດ​ແລະ ຟື້ນຕົວ​ໄດ້​ໃນໄວໆນີ້, ໃນຂະນະທີ່ປະເທດທີ່ຫາ​ກໍພົ້ນເດັ່ນແລະກໍາລັງພັດທະນາ ມີ​ອັດຕາ​ການສັກວັກ​ຊີ​ນຕ່ຳກວ່າ, ​ໂລກລະບາດຍັງສັບສົນ ​ແລະ ການ​ເຕີບ​ໂຕ​ເສດຖະກິດຍັງ​ມີຄວາມຫຍຸ້ງຍາກຫຼາຍ​ຢ່າງ. ການ​ຄ້າ​ໂລກ​ຟື້ນ​ຕົວ​ຍ້ອນ​ຄວາມ​ຕ້ອງ​ການທີ່​ເພີ່ມ​ຂຶ້ນຈາກ​ບັນດາ​ປະ​ເທດ​ໃຫຍ່​, ແຕ່​ລະບົບ​ການ​ສະ​ໜອງຍັງ​ຖືກ​ຕັດ​ຂາດ, ​ການ​ໄຫຼ​ວຽນການ​ຂົນ​ສົ່ງ​ສິນ​ຄ້າຍັງ​ມີ​ຄວາມ​ຫຍຸ້ງຍາກ ​ເຊິ່ງ​ໄດ້ຊຸກຍູ້ອັດຕາເງິນເຟີ້ ​ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​ເພີ່ມ​ຂຶ້ນ​ໃນທົ່ວໂລກ, ​ເພີ່ມລາຄາສິນຄ້າແລະວັດຖຸດິບຂອງໂລກເຊັ່ນ: ນ້ຳມັນ, ອາຫານ, ອາຫານ​ສັດ, ເຫຼັກແລະເຫຼັກກ້າ, ຄ່າ​ຂົນສົ່ງ​ເພີ່ມ​ຂຶ້ນ​ສູງ​ທີ່​ສຸດ​ໃນ​ຮອບ​ຫຼາຍ​ປີ. ນະ​ໂຍ​ບາຍ​ເງິນຕາ​ມີ​ແນວ​ໂນ້ມ​ທີ່​ຈະ​ຄ່ອຍໆ​ຫຼຸດ​ຜ່ອນ​ຂະ​ໜາດ​ການ​ຜ່ອນ​ຄາຍ ​ຫຼື​ເພີ່ມ​ອັດ​ຕາ​ດອກ​ເບ້ຍ​ນະ​ໂຍ​ບາຍ ​ເພື່ອ​ຮັບ​ມື​ກັບ​​ແຮງ​ກົດ​ດັນດ້ານ​ເງິນ​ເຟີ້​. ​ໃນ​ປີ 2021, ​ທະນາຄານ​ກາງ​ໃນ​ປະ​ເທດ​ຕ່າງໆເຊັ່ນ: ອັງກິດ, ການາດາ, ສະຫະລັດອາ​ເມ​ລິ​ກາ, ພາກ​ພື້ນ​ເອີຣົບ ​ໄດ້​ຫຼຸດຜ່ອນ​ຂະໜາດຂອງມາດ​ຕະການຜ່ອນຄາຍດ້ານປະລິມານ; ໂລກ​ມີ​ການປັບ​ຂຶ້ນ​ອັດຕາ​ດອກ​ເບ້ຍ​ນະ​ໂຍບາຍ​ທັງ​ໝົດ 74 ລາຍການ.

ສຳລັບ​ຫວຽດນາມ, ປີ 2021 ແມ່ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍອັນ​ເນື່ອງ​ຈາກ​ຜົນ​ກະ​ທົບ​ຂອງ​​ໄວຣັດກາຍພັນ​ເດນ​ຕ້າ ​ເຊິ່ງຖື​ວ່າ​ອັນຕະລາຍ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ເກີດ​ການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19. ອາດ​ຈະ​ເວົ້າ​ໄດ້​ວ່າ, ​ໃນ​ສະພາບ​ການ​ປະ​ເທດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງ​ໃຫຍ່​ຫຼວງ, ຄວາມ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ ໄດ້​ສ້າງປະຖົມ​ປັດ​ໄຈ​ອັນ​ໜັກ​ແໜ້ນ, ນຳພາ​ທົ່ວ​ລະບົບ​ການ​ເມືອງ​ເປັນ​ເອກະ​ພາບ, ​ເດັດດ່ຽວ ຕັ້ງໜ້າ​ຮ່ວມ​ມື​ກັນຕ້ານ​ໂລກ​ລະບາດ, ຍຶດໝັ້ນ​ຮີດຄອງ​ປະ​ເພນີອັນ​ດີງາມ​ຂອງ​ປະ​ເທດ​ຊາດ ​ສາມັກຄີ, ຮັກ​ແພງ​ເຊິ່ງກັນ​ແລະກັນ​ໃນ​ສະພາບ​ຫຍຸ້ງຍາກ, ​ໂລກລະບາດ. ເປົ້າ​ໝາຍ​ປົກ​ປັກ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ແມ່ນ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ພັກ ແລະ ລັດ, ຮຽກຮ້ອງ​ໃຫ້​ການ​ຜະລິດ​ປອດ​ໄພ, ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮັບປະກັນຄວາມ​ປອດ​ໄພ​ທາງສັງຄົມ, ໜູນ​ຊ່ວຍ​ວິ​ສາ​ຫະກິດ ແລະ ປະຊາຊົນ​ ຮັບ​ມື​ກັບ​ຜົນ​ກະທົບ​ທາງ​ລົບ​ຈາກ​ໂລກ​ລະບາດ. ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ຫຍຸ້ງຍາກນັ້ນ, ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ) ​ໃນ 9 ​ເດືອນ​ຕົ້ນ​ປີ 2021 ​ໄດ້​ເພີ່ມ​ຂຶ້ນ​ພຽງ 1,42% ​ເທົ່າ​ນັ້ນ, ​ແຕ່​ເສດຖະກິດ​ມະຫາ​ພາກມີສະຖຽນ​ລະ​ພາບ, ອັດຕາ​ເງິນ​ເຟີ້​​ຕ່ຳ ​ໂດຍ​ສະ​ເລ່ຍ 10 ​ເດືອນ​ແມ່ນ 1,81%; ຕະຫຼາດ​ເງິນ​ຕາ​ແລະອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ສືບ​ຕໍ່​ດຳ​ເນີນ​ໄປ​ຢ່າງ​ສະດວກ ​ແລະ ມີ​ສະຖຽນ​ລະ​ພາບ. 

ກຳ​ແໜ້ນ​ການ​ຊີ້​ນຳ​ຂອງພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ, ນາຍົກລັດຖະມົນຕີ, ຕັ້ງ​ແຕ່​ຕົ້ນ​ປີ ທະນາຄານ​ແຫ່ງ​ລັດ​ໄດ້​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ ຊີ້​ນຳລະບົບບັນດາ​ອົງການ​ສິນ​ເຊື່ອ ​ໃນ​ການ​ຜັນ​ຂະຫຍາຍບັນດາ​ມາດ​ຕະການບໍລິຫານ​ນະ​ໂຍບາຍ​ເງິນ​ຕາຢ່າງ​ຄົບ​ຊຸດ​ແລະມີ​ປະສິດທິ​ຜົນ, ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບນະ​ໂຍບາຍ​ງົບປະມານ​ແລະ​ນະ​ໂຍບາຍ​ມະຫາ​ພາກ​ອື່ນໆ ​ເພື່ອ​ຮັບປະກັນ​ການ​ຄວບ​ຄຸມ​ອັດຕາ​ເງິ​ນ​ເຟີ້, ປະກອບສ່ວນຮັກສາສະຖຽນ​ລະ​ພາບ​ຂອງ​ເສດຖະກິດ, ພ້ອມ​ກັນ​ນັ້ນ​ກໍ​​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ ເພື່ອ​ໜູນ​ຊ່ວຍການ​ຜະລິດ​ ແລະ ຂະ​ຈັດ​ຄວາມ​ຫຍຸ້ງຍາກ, ​ໄປ​ຄຽງ​ຄູ່​ກັບ​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ. ການ​ບໍລິຫານ​ນະ​ໂຍບາຍ​​ເງິນຕາຂອງ​ທະນາຄານ​ແຫ່ງ​ລັດຫວຽດນາມ ​ສອດຄ່ອງ​ກັບ​ທ່າ​ອຽງຂອງ​ທະນາຄານ​ກາງ​ຫຼາຍ​ແຫ່ງ​ໃນ​ໂລກ, ​ໃນ​ອີກ​ດ້ານ​ໜຶ່ງ​ ມີ​ຈຸດ​ພິ​ເສດ​ສະ​ເພາະຂອງ​ຕົນ​ເອງ ທີ່​ເໝາະ​ສົມ​ກັບ​ລັກສະນະ​ສະ​ເພາະ ​ແລະ ລັກສະນະ​ຮີບ​ດ່ວນ ຂອງສະຖານະການໃນປະເທດ ລວມທັງ​ກຸ່ມ​ວິທີ​ແກ້​ໄຂ​ດັ່ງຕໍ່ໄປນີ້:

ທີ​ໜຶ່ງ, ຮັບປະກັນ​ສະພາບ​ຄ່ອງ​ໃນ​ຕະຫຼາດ​ເງິນຕາ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ​ສິນ​ເຊື່ອ​ສືບ​ຕໍ່​ຫຼຸດ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ ​ແລະ ກຽມ​ເງິນ​ທຶນ​ສະໜັບສະໜູນ​ບັນດາ​ອົງການ​ສິນ​ເຊື່ອ ​ເພື່ອ​ຊຸກຍູ້​ການ​ປ່ອຍ​ສິນ​ເຊື່ອ. ການ​ແຜ່​ລະບາດ​ໃຫຍ່​ຂອງ​ໂຄ​ວິດ-19 ​ໄດ້​ເຮັດ​ໃຫ້​ກິດຈະກຳຕ່າງໆ​ຫຼາຍຢ່າງ​ຕ້ອງ​ຢຸດ​ຊະ​ງັກ, ການ​ຈະລາຈອນ​ຂອງ​ປະຊາຊົນ​ຖືກ​ ຈຳກັດ, ການ​ຜະລິດ​ແລະກາ​ນໝູນວຽນ​ສິນຄ້າ​ຖືກຂາດ​ຕອນ, ກະ​ແສ​ເງິນ​ສົດ​ຖືກ​ຂັດຂວາງ. ທະນາຄານ​ກາງ​ສ່ວນ​ໃຫຍ່​ໄດ້ນຳ​ໃຊ້ວິທີ​ການ​ແກ້​ໄຂການຊຳລະ​ເງິນ ​ແນ​ໃສ່​ສະໜັບສະໜູນ​ໃຫ້​ຕະຫຼາດດຳເນີນ​ງານ​ຢ່າງ​ສະດວກ, ຮັກສາ​ກະ​ແສ​ເງິນສົດ, ສະໜັບສະໜູນ​ທະນາຄານ​ແລະວິ​ສາ​ຫະກິດ​ຕ່າງໆ​ໃນ​ການ​ຊຳລະ​ເງິນ. ​ໃນ​ຂະນະ​ດຽວ​ກັນ, ຄວາມ​ສາມາດ​ຊຳລະ​ໄດ້​ຖືກ​ຮັກສາ​ໄວ້​ຢ່າງລົ້ນ​ເຫຼືອ​ໃນ​ລະບົບ​ສະ​ຖາ​ບັນ​ສິນ​ເຊື່ອ ບົນ​ພື້ນຖານທີ່​ທະນາຄານ​ແຫ່ງ​ລັດຊື້​ສະກຸນ​ເງິນ​ຕ່າງປະ​ເທດຈຳນວນ​ຫຼາຍ ​ແລະ ນຳ​ເງິນ​ດົ່ງ​ເຂົ້າ​ສູ່​ຕະຫຼາດ, ພ້ອມ​ກັນ​ນັ້ນ ກໍ​ໄດ້​ສະ​ເໜີຊື້ເອກະສານທີ່ມີຄ່າໃນຕະຫຼາດ​ເປີດປະຈໍາວັນ ​ເພື່ອ​ສົ່ງ​ສັນຍາ​ຄວາມ​ພ້ອມ​ໃນ​ການ​​ສະໜັບສະໜູນສະພາບຄ່ອງ ແລະ ​ເຮັດ​ໃຫ້ຕະຫຼາດເງິນຕາມີ​ສະຖຽນ​ລະ​ພາບ. ສິ່ງນີ້​ສະທ້ອນ​ໃຫ້​ເຫັນເຖິງຄວາມຈິງທີ່ວ່າ ອັດຕາດອກເບ້ຍລະຫວ່າງທະນາຄານ ​ເຊິ່ງ​ເປັນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ໄລຍະສັ້ນຮ່ວມ​ກັນ​ລະຫວ່າງສະຖາບັນສິນເຊື່ອ ຫຼຸດ​ລົງ​ສູ່​ລະດັບ​ທີ່ຕໍ່າຫຼາຍໃນປະຫວັດສາດ, ປະມານ 0,5% ຕໍ່​ປີ ​ເຖິງ 0,9% ຕໍ່​ປີ​ ໃນ​ທ້າຍ​ເດືອນກັນຍາ, ຫຼຸດຜ່ອນຄ່າໃຊ້ຈ່າຍການຈັດ​ຫາ​ເງິນທຶນສໍາລັບສະຖາບັນສິນເຊື່ອ, ດັ່ງນັ້ນ, ສ້າງ​ເງື່ອນ​ໄຂທີ່​ເອື້ອ​ອຳນວຍໃຫ້ສະຖາບັນສິນເຊື່ອຫຼຸດຜ່ອນອັດຕາດອກເບ້ຍເງິນກູ້.

​ທີ​ສອງ, ຮັກສາ​ສະຖຽນ​ລະ​ພາບ​ຂອງອັດຕາ​ດອກ​ເບ້ຍ​ປະຕິບັດ​ການໃນ​ລະດັບ​ຕ່ຳ, ສ້າງ​ເງື່ອນ​ໄຂທີ່​ເອື້ອ​ອຳນວຍ​ຕໍ່ການ​ຫຼຸດຜ່ອນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ ແລະ ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ. ດ້ວຍ​ຈຸດ​ພິ​ເສດ​ຂອງ​ພື້ນຖານ​ເສດຖະກິດ​ທີ່​ ກຳລັງ​ພັດທະນາ, ຄວາມ​ຕ້ອງການ​ເງິນ​ທຶນ​ຫຼາຍ​ແຕ່​​ຕ້ອງ​ຂຶ້ນ​ກັບລະບົບ​ທະນາຄານ ດັ່ງ​ນັ້ນ​ຈຶງ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ​ເງິນ​ກູ້​ຢູ່​ຫວຽດ​ນາມ. ເພື່ອ​ລົບ​ລ້າງ​ຄວາມ​ຫຍຸ້ງ​ຍາກ​ຂອງ​ວິ​ສາ​ຫະ​ກິດແລະປະ​ຊາ​ຊົນ​ໂດຍ​ໄວ, ​ໃນ​ປີ 2020 ​ເມື່ອ​ໂລກລະບາດ​ຫາ​ກໍ​ເກີດ​ຂຶ້ນ, ທະນາຄານ​ແຫ່ງ​ລັດ​ໄດ້​ຫຼຸດ​ອັດຕາ​ດອກ​ເບ້ຍ​ປະຕິບັດ​ການ 3 ຄັ້ງ ​ໂດຍ​ຫຼຸດ​ຈາກ 1,5% ຕໍ່ປີ ​ເປັນ 2% ຕໍ່ປີ ​ແລະ​ ເປັນ​ໜຶ່ງ​ໃນ​ບັນດາ​ທະນາຄານ​ກາງທີ່​ຫຼຸດຜ່ອນອັດຕາດອກເບ້ຍຫຼາຍທີ່ສຸດໃນພາກພື້ນ; ​ໃນ​ປີ 2021, ທະນາຄາ​ງ​ແຫ່ງ​ລັດຫວຽດນາມ​ຮັກສາ​ອັດຕາ​ດອກ​ເບ້ຍຕໍ່າເຫຼົ່ານີ້​ໄວ້ບໍ່ປ່ຽນແປງ, ສົມທົບ​ກັບ​ການຮັກສາ​ສະພາບຄ່ອງຢ່າງ​ພຽງພໍໃນຕະຫຼາດເງິນຕາ. ຜົນໄດ້ຮັບແມ່ນ, ມາ​ຮອດ​ທ້າຍ​ເດືອນ​ກັນຍາ​ປີ 2021, ອັດຕາ​ດອກ​ເບ້ຍ​ເງິນ​ຝາກ​ແລະ​ເງິນ​ກູ້​ ໂດຍ​ສະ​ເລ່ຍ​ເປັນ​ເງິນ​ດົ່ງ​ຂອງ​ບັນດາ​ສະ​ຖາ​ບັນ​ສິນ​ເຊື່ອ​ ຫຼຸດ​ລົງ​ປະມານ 0,46% ຕໍ່ປີ ​ແລະ 0,72% ຕໍ່ປີ ຕາມ​ລຳດັບ ທຽບ​ກັບ​ທ້າຍ​ປີ 2020 ພາຍຫຼັງ​ທີ່​ໄດ້​ຫຼຸດ​ລົງ​ປະມານ 1% ຕໍ່​ປີ ​ໃນ​ປີ 2020. ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສະ​ເລ່ຍ​ສຳລັບ​ບັນດາ​ຂະ​ແໜງ​ການ​ບຸລິມະສິດ​ຕາມ​ນະ​ໂຍບາຍ​ຂອງ​ລັດຖະບານ (ລວມທັງ​ກະສິກຳ, ຊົນນະບົດ; ອຸດສາຫະກຳ​ສະໜັບສະໜູນ; ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະຂະໜາດນ້ອຍ; ການ​ສົ່ງ​ອອກ; ​ເຕັກ​ໂນ​ໂລ​ຊີ​ສູງ) ​ແມ່ນ 4,4% ຕໍ່ປີ.

ທີ​ສາມ, ຮັບປະກັນການສະໜອງທຶນສິນເຊື່ອຢ່າງພຽງພໍ ແລະ ທັນເວລາ ​ໃຫ້​ແກ່​ຄວາມ​ຕ້ອງການດ້ານການຜະລິດ ແລະ ທຸລະກິດໃນລະບົບເສດຖະກິດ, ດັດ​ປັບ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສິນ​ເຊື່ອຢ່າງ​ຍືດຫຍຸ່ນ​ ໃຫ້​ສອດຄ່ອງ​ກັບ​ບັນດາ​ສະ​ຖາ​ບັນ​ສິນ​ເຊື່ອ ​ຕາມ​ທິດ​ຂອງ​ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​ຄວບ​ຄູ່​ໄປ​ກັບ​ຄຸນ​ນະພາ​ບ. ​ເນື່ອງ​ຈາກ​ຕະຫຼາດ​​ເງິນຕາ​ຕ້ອງ​ເພິ່ງ​ພາລະບົບທະນາຄານ​ເປັນ​ຢ່າງຫຼາຍ, ການ​ຄຸ້ມ​ຄອງ​ສິນ​ເຊື່ອ​ຕ້ອງ​ມີ​ຄວາມ​ກົມກຽວ ​ແລະ ສົມເຫດສົມຜົນສະເໝີ. ການ​ເຕີບ​ໂຕ​ຂອງ​ສິນ​ເຊື່ອ​ສູງ​ເກີນ​ໄປ ​ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງ​ໄພ​ເງິນ​ເຟີ້, ​ແຕ່ການເຕີບໂຕຂອງສິນເຊື່ອທີ່ຕໍ່າເກີນໄປ ອາດ​ຈະ​ສົ່ງ​ຜົນ​ກະທົບຕໍ່ແຫຼ່ງ​ເງິນທຶນສໍາລັບການເຕີບໂຕທາງເສດຖະກິດ. ບົນ​ພື້ນຖານ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດຖະກິດ 6,5% ​ແລະ ​ອັດຕາ​ເງິນ​ເຟີ້​ປະມານ 4% ທີ່​ສະພາ​ແຫ່ງ​ຊາດ​ແລະ​ລັດຖະບານ​ກຳນົດໄວ້, ທະນາຄານ​ແຫ່ງ​ລັດ​ໄດ້​ວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​12% ​ໃນ​ປີ 2021 ​ໂດຍ​ມີ​ການ​ດັດ​ປັບ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ.

ຄຽງ​ຄູ່​ກັນ​ນັ້ນ, ທະນາຄານ​ແຫ່ງ​ລັດ​ໄດ້​ສືບ​ຕໍ່​ຊີ້​ນຳບັນດາ​ສະ​ຖາ​ບັນ​ສິນ​ເຊື່ອ​ໃຫ້​ເຕີບ​ໂຕ​ສິນ​ເຊື່ອຢ່າງປອດໄພ ແລະ ມີປະສິດທິຜົນ, ລວມສຸນສິນເຊື່ອເຂົ້າໃນຂະ​ແໜງ​ການ​ຜະລິດ ແລະ ບຸລິມະສິດ; ຄວບຄຸມສິນເຊື່ອຢ່າງເຂັ້ມງວດໃນຂົງເຂດທີ່ອາດ​ຈະ​ມີ​ຄວາມ​ສ່ຽງເຊັ່ນ: ອະສັງຫາລິມະສັບ, ຫຼັກ​ຊັບ, ບັນດາ​ໂຄງການ ກໍ່ສ້າງ - ໂອນ - ດໍາເນີນງານ (BOT), ໂຄງການກໍ່ສ້າງ - ດໍາເນີນງານ (BT) ​ໃນ​ຂົງ​ເຂດ​ຄົມມະນາຄົມ; ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງດ້ານສິນເຊື່ອຜູ້ບໍລິໂພກ; ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ແລະ​ປະຊາຊົນ​​ເຂົ້າ​ເຖິງ​ເງິນສິນ​ເຊື່ອ​ຂອງທະນາຄານ, ປະກອບສ່ວນ​ຈຳກັດ​ສິນ​ເຊື່ອ​ດຳ. ບົນ​ພື້ນຖານ​ນັ້ນ, ສິນ​ເຊື່ອ​ມີ​ການ​ເຕີບ​ໂຕ​ຕັ້ງ​ແຕ່​ຕົ້ນ​ປີ ​ແລະ ສູງ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ພື້ນຖານ​ເສດຖະກິດ​ຢ່າງ​ທັນ​ການ. ຮອດ​ທ້າຍ​ເດືອນ​ຕຸລາປີ 2021, ສິນ​ເຊື່ອ​ເຕີບ​ໂຕ 8,72% ທຽບ​ກັບ​ທ້າຍ​ປີ 2020, ​ເພີ່ມ​ຂຶ້ນ 14,29% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2020 (ໄລຍະ​ດຽວ​ກັນ​ຂອງ​ປີ 2020 ​ເພີ່ມ​ຂຶ້ນ 6,71% ທຽບ​ກັບ​ທ້າຍ​ປີ 2019 ​ແລະ​ເພີ່ມ​ຂຶ້ນ 10,24% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງປີ 2019). ​ໂຄງ​ສ້າງ​ສິນ​ເຊື່ອ​​ໄດ້​ຫັນປ່ຽນ​ໄປ​ໃນທາງ​ບວກ ​ຕາມ​ທິດ​ສຸມ​​ເງິນທຶນ​ໃສ່​ການ​ຜະ​ລິດ​ແລະທຸ​ລະ​ກິດ​, ທັງ 5 ຂົງ​ເຂດ​ບຸລິມະສິດ​ທີ່​ມີ​ລະດັບ​ການ​ເຕີບ​ໂຕ​ສິນ​ເຊື່ອ​ສູງ​ກວ່າລະດັບ​ການ​ເຕີບ​ໂຕ​​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ 2020, ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຂະ​ບວນວິວັດ​ການ​ປັບ​ໂຄງ​ສ້າງ​ຂອງ​ຂະ​ແໜງ​ກະສິກຳ, ພັດທະນາການປະມົງ ການ​ລ້ຽງສັດ​ນ້ຳ, ອຸດສາຫະກຳ​ສະໜັບສະໜູນ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ວິ​ສາ​ຫະກິດ​ສົ່ງ​ອອກ, ວິ​ສາ​ຫະກິດ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ. ​ການ​ເຕີບ​ໂຕ​ສິນ​ເຊື່ອ​ໃນ​ບັນດາ​ຂົງ​ເຂດທີ່​ອາດ​ຈະ​ມີ​ຄວາມ​ສ່ຽງ​ເຊັ່ນ: ອະສັງຫາລິມະ​ຊັບ, ຫຼັກ​ຊັບ, ການ​ບໍລິ​ໂພ​ກ ຍັງ​ຢູ່​ພາຍ​ໃຕ້​ການຄວບຄຸມຂອງທະນາຄານແຫ່ງລັດ.

ທີ​ສີ່, ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ. ລະບົບ​ເສດຖະກິດ​ຫວຽດນາມ​ເປີດ​ກວ້າງ​ກັບ​ຕ່າງປະ​ເທດ (ລວມຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ໃນ​ທ້າຍ​ປີ 2020 ​ແມ່ນ​ປະມານ 200% ຂອງ ຈີ​ດີ​ພີ), ການ​ຄຸ້ມ​ຄອງ​ອັດ​ຕາ​ແລກ​ປ່ຽນ​ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຈາກ​ພາຍ​ນອກ​ຄື: ບັນ​ດາ​ປະ​ເທດ​ໃຫຍ່​ພວມ​ຄ່ອຍໆ​ຮັດ​ແຄບ​ບັນ​ດາ​ມາດ​ຕະ​ການ​ຜ່ອນ​ຄາຍ​ເງິນ​ຕາ, ເງິນ​ໂດ​ລາ​ແຂງ​ຄ່າ... ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ປັດ​ໄຈ​ທາງ​ຈິດ​ວິທະຍາ​ມັກ​ປາກົດ​ຢູ່​ສະ​ເໝີ​ ເມື່ອ​ຕະຫຼາດ​​ເງິນຕາ​ໂລກຜັນ​ຜວນ. ຕໍ່ໜ້າ​ສະຖານະ​ການ​ດັ່ງກ່າວ, ການ​ຄຸ້ມ​ຄອງ​ອັດ​ຕາ​ແລກ​ປ່ຽນ​ຍັງ​ສືບ​ຕໍ່​ຮັບ​ປະ​ກັນ​ຄວາມ​ຄ່ອງ​ຕົວ, ຕິດຕາມ​​ການ​ສະ​ໜອງ ​ແລະ ​ຄວາມ​ຕ້ອງການ​ຂອງ​ຕະ​ຫຼາດ​​, ​ຍອດດຸນ​​​ເສດຖະກິດມະຫາ​ພາກ, ເງິນຕາ​ ແລະ ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ການ​ເງິນຢ່າງໃກ້​ຊິດ. ​ໃນຂະນະ​ທີ່​ທ່າ​ອ່ຽງການ​ຖອນ​​ເງິນທຶນ​ຈາກ​ບັນດາ​ປະ​ເທດຫາ​ກໍ​ພົ້ນ​ເດັ່ນ​ແລະປະ​ເທດກຳລັງ​ພັດທະນາ ​ເຮັດ​ໃຫ້​ຄ່າເງິນຂອງ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ ເມື່ອ​ທຽບກັບ​ໂ​ດ​ລາ​ສະຫະລັດ (​ເງິນ​ໂດ​ລາ​ສະຫະລັດ​ເພີ່ມ​ຂຶ້ນ 4,65%, ​ເງິນ​ບາດ​ໄທ​ຫຼຸດ​ລົງ 11,2%, ​ເງິນຣິງກິດ​ມາ​ເລ​ເຊຍ​ຫຼຸດ​ລົງ 2,68%, ເງິນ​ໂດ​ລາສິງກະ​ໂປ​ຫຼຸດ​ລົງ 1.95%) ​ແຕ່ອັດ​ຕາ​ແລກ​ປ່ຽນ​ເງິນ​ດົ່ງ/ໂດ​ລາ​ສະ​ຫະ​ລັດ​ສືບ​ຕໍ່​ຄົງ​ຕົວ, ​ຮອດ​ທ້າຍ​ເດືອນ​ຕຸ​ລາ, ອັດ​ຕາ​ແລກ​ປ່ຽນ​ກາງ​ທຽບ​ເທົ່າ​ກັບ​ທ້າຍ​ປີ​ທີ່​ແລ້ວ. ສະພາບການຊຳລະ​​ຂອງ​ຕະຫຼາດ​ແມ່ນ​ຄ່ອງ​ຕົວ, ຄວາມ​ຕ້ອງການ​ເງິນຕາ​ຕ່າງປະ​ເທດຕາມ​ກົດໝາຍ​ໄດ້​ຮັບການ​ຕອບ​ສະໜອງ​ຢ່າງຄົບ​ຖ້ວນ ​ແລະ ທັນ​ການ.

ທີ​ຫ້າ, ຜັນ​ຂະຫຍາຍ​ຫຼາຍ​ວິທີ​ການແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊ່ວຍ​ເຫຼືອ​ລູກຄ້າ​ທີ່ຖືກ​ຜົນ​ກະທົບ​ຈາກການ​ແຜ່ລະບາດ​ຂອງ​ພະຍາດໂຄ​ວິດ-19. ທະນາຄານ​ແຫ່ງ​ລັດ​ໄດ້​ຊີ້​ນຳ​ບັນດາ​ສະ​ຖາ​ບັນ​ສິນ​ເຊື່ອໄປ​ຄຽງ​ຄູ່​ ຮ່ວມ​ມືກັບ​ວິ​ສາ​ຫະ​ກິດ ​ແລະ ປະຊາຊົນ ​ໂດຍ​ຜ່ານ​ການ​ຜັນ​ຂະຫຍາຍຫຼາຍ​ວິທີ​ການຊ່ວຍ​ເຫຼືອ​ລູກ​ຄ້າ​ທີ່​ຖືກ​ຜົນ​ກະທົບຈາກ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ, ​ໄດ້ທົບທວນແລະແກ້ໄຂຢ່າງຕໍ່ເນື່ອງ ​ເພື່ອ​ເຮັດ​ໃຫ້​ມາດ​ຕະການ​ສະໜັບສະໜູນ​ມີ​ປະສິດທິ​ຜົນຫຼາຍຂຶ້ນ, ປະ​ກອບ​ດ້ວຍ:

ໜຶ່ງ, ປະກາດ​ໃຊ້​ໜັງສື​ວຽນ​ອະນຸຍາດ​ໃຫ້​ບັນດາ​ສະ​ຖາ​ບັນ​ສິນ​ເຊື່ອ​ປັບ​ໂຄງ​ສ້າງ​ການຊຳລະ​ໜີ້, ຍົກ​ເວັ້ນ ​ແລະ ຫຼຸດຜ່ອນ​ດອກ​ເບ້ຍ​ແລະຄ່າ​ທຳນຽມ, ຮັກສາ​ໜີ້​ສິນ​ໃຫ້​ແກ່​ບັນດາ​ລູກ​ຄ້າ​ທີ່​ຖືກ​ຜົນ​ກະທົບ​ຈາກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ດ້ວຍ​ການ​ແກ້​ໄຂ​ແລະ​ເພີ່ມ​ເຕີມ 2 ຄັ້ງ, ຂະໜາດ​ແລະ​ຂອບ​ເຂດ​ຂອງຜູ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ມາດ​ຕະການ​ສະໜັບສະໜູນ ​ໄດ້ຮັບ​ການ​​ຂະ​ຫຍາຍ​ຢ່າງ​​ຫຼາຍ ແລະ ໄລ​ຍະ​ເວລາ​ການ​ສະ​ໜັບ​ສະ​ໜູນ​ກໍ​ໄດ້ຂະຫຍາຍໄປ​ຈົນເຖິງ​ເດືອນ​ມິ​ຖຸ​ນາປີ 2022. ຮອດ​ທ້າຍ​ເດືອນ​ຕຸລາ, ​ໄດ້​ປັບ​ໂຄງ​ສ້າງ​ເງື່ອນ​ໄຂ​ການຊຳລະ​ໜີ້, ຮັກສາ​ກຸ່ມ​ໜີ້​​ເດີມ​ໄວ້​ໃຫ້ກັບ​ລູກ​ຄ້າ 330.000 ຄົນ ດ້ວຍ​ຍອດເງິນ​ກູ້​ທີ່​ຍັງ​ຄ້າງ​ຄາ 540.000 ຕື້​ດົ່ງ; ຍົກເວັ້ນ, ຫຼຸດຜ່ອນອັດຕາ​ດອກ​ເບ້ຍ​ໃຫ້​ແກ່​ລູກ​ຄ້າ 1,8 ລ້ານຄົນ ດ້ວຍຍອດເງິນກູ້ທີ່ຍັງຄ້າງຄາ 3,5 ລ້ານຕື້ດົ່ງ; ປ່ອຍ​ເງິນ​ກູ້​ໃໝ່​ທີ່​ມີອັດຕາດອກເບ້ຍຕ່ຳກວ່າກ່ອນການ​ເກີດ​ໂລກລະບາດ ໂດຍ​ມີ​ຍອດຂາຍສະສົມຕັ້ງ​ແຕ່​ວັນ​ທີ 23 ມັງກອນ 2020 ບັນລຸກວ່າ 7 ລ້ານຕື້ດົ່ງ ໃຫ້ແກ່ລູກຄ້າຫຼາຍກວ່າ 1 ລ້ານຄົນ.

ສອງ, ສະໜັບສະໜູນ​ໃຫ້ນາຍຈ້າງຈ່າຍຄ່າ​ແຮງ​ຢຸດ​ງານໃຫ້​ແກ່ຜູ້​ອອກ​ແຮງ​ງານ. ທະນາຄານ​ແຫ່ງລັດໄດ້ຈັດ​ຕັ້ງການສະໜອງ​ເງິນທຶນຄືນ​ໃໝ່ດ້ວຍອັດຕາດອກເບ້ຍ 0% ແລະ ບໍ່ຈໍາເປັນຕ້ອງມີຫຼັກຊັບຄໍ້າປະກັນສໍາລັບທະນາຄານນະໂຍບາຍສັງຄົມ ​​ແນ​ໃສ່ໃຫ້​ຜູ້​ຈ້າງ​ງານ​ກູ້​ຢືມ​ເງິນ​ເພື່ອ​ຈ່າຍ​ຄ່າ​ແຮງຢຸດ​ງານ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ຟື້ນ​ຟູ​ການ​ຜະລິດ​ແລະ​ທຸລະ​ກິດ. ຜູ້​ອອກ​ແຮງ​ງານຫຼາຍພັນຄົນ ໄດ້ຮັບການຊ່ວຍ​ເຫຼືອໃຫ້ຮັບ​ຄ່າ​ແຮງ​ໃນ​ລະຫວ່າງ​ການ​ຢຸດ​ງານ ຈາກຊຸດເງິນກູ້ເຫຼົ່ານີ້, ຕາມ​ໄລຍະ​ການສະໜັບສະໜູນທຳອິດ (ສິ້ນສຸດໃນວັນທີ 31 ມັງກອນປີ 2021) ມີ​ວິ​ສາ​ຫະກິດ 245 ​ແຫ່ງ​ທີ່ກູ້​ຢືມ​ເພື່ອ​ຈ່າຍ​ຄ່າ​ແຮງ​​ໃຫ້​ຜູ້​ອອກ​ແຮງ​ງານ 11.276 ຄົນ; ໄລຍະ​ການສະໜັບສະໜູນ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ດີ​ ຕັ້ງ​ແຕ່​ເດືອນ​ກໍລະກົດປີ 2021 ຮອດ​ວັນ​ທີ 25 ຕຸລາປີ 2021, ມີ​ວິ​ສາ​ຫະກິດ 1.244 ​ແຫ່ງ​ທີ່​ກູ້​ຢືມ​ເງິນ​ເພື່ອ​ຈ່າຍ​ຄ່າ​ແຮງ​ໃຫ້​ຜູ້​ອອກ​ແຮງ​ງານ 177.845 ຄົນ (​ເວລາສິ້ນ​ສຸດ​ຂອງ​ໄລຍະ​ໜູນ​ຊ່ວຍ​ນີ້​ແມ່ນ​ຮອດ​ວັນ​ທີ 31 ມີນາປີ 2022 ຫຼື ​ເມື່ອ​ຍອດ​ຈຳນວນ​ເງິນ​ເບີກ​ຈ່າຍ​ບັນລຸ 7.500 ຕື້​ດົ່ງ).

ສາມ, ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ Vietnam Airlines (VNA)  ຜ່ານ​ການ​ສະໜອງ​​ເງິນທຶນ​ຄືນ​ໃໝ່​ຂອງ​ທະນາຄານ​ແຫ່ງ​ລັດ ຈຳນວນ 4.000 ຕື້​ດົ່ງ ​ເພື່ອ​ໃຫ້​ບັນດາ​ອົງການ​ສິນ​ເຊື່ອປ່ອຍ​ເງິນ​ກູ້​ໃຫ້ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ.

ສີ່, ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ​ຍົກ​ເວັ້ນ ​ແລະ ຫຼຸດຜ່ອນ​ຄ່າ​ບໍລິການ​ການ​ຊຳລະ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ ​ໂດຍ​ມີຄ່າທຳນຽມບໍລິການ​ຊຳລະ​ເງິນ​ທັງໝົດ​ຂອງ​ທະນາຄານ​ແຫ່ງ​ລັດ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ຊຳລະ​ແຫ່ງ​ຊາດຫວຽດນາມ (Napas) ຄາດ​ວ່າ​ຈະ​ຫຼຸດ​ລົງ​ປະມານ 1.557 ຕື້​ດົ່ງ ​ເພື່ອ​ຂະ​ຈັດ​ຄວາມ​ຫຍຸ້ງຍາກທີ່​ເກີດ​ຈາກ​ການລະບາດ​​ໃຫຍ່ຂອງ​ໂຄວິດ-19 ​ໃນ​ປີ 2021. ອາ​ໃສ​ສິ່ງ​ດັ່ງກ່າວ, ບັນດາ​ສະ​ຖາ​ບັນ​ສິນ​ເຊື່ອ​ສືບ​ຕໍ່​ປະຕິບັດ​ການ​ຍົກ​ເວັ້ນ, ຫຼຸດຜ່ອນຄ່າທຳນຽມບໍລິການ​ຊຳລະ​ເງິນ ສໍາລັບລູກຄ້າ​ຄ້າ; ​ເພີ່ມ​ທະວີ​ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ການຊຳລະ​ເງິນ​ທີ່​ບໍ່​ໃຊ້​ເງິນສົດ, ດັ່ງ​ນັ້ນ ຄຽງ​ຄູ່​ກັບ​ການ​ຊໍາ​ລະ​ເງິນ​ໂດຍ​ຜ່ານ POS​, ຕູ້ ATM​, ການ​ໂອນ​ເງິນ​, ອິນ​ເຕີ​ເນັດ​, ລະ​ຫັດ QR​, ​ແຕ່​ປີ 2021, ທະນາຄານ​ແຫ່ງ​ລັດຫວຽດນາມ​ສືບ​ຕໍ່​ອະນຸຍາດ​ໃຫ້ບັນດາ​ທະນາຄານ​ເປີດ​ບັນຊີ​ອອນໄລນ໌ ດ້ວຍເຕັກໂນໂລຊີ eKYC, ແລະ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ​ເພື່ອ​ຂໍອະນຸຍາດໃຫ້ທົດລອງການຊຳລະເງິນຜ່ານບັນຊີໂທລະຄົມມະ​ນາ​ຄົມ (Mobile Money)...

ຕົວ​ເລກຂ້າງ​ເທິງ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ພະຍາຍາມ​ອັນ​​ໃຫຍ່​ຫຼວງ​ຂອງ​ຂະ​ແໜງ​ການທະນາຄານໃນການ​ຮ່ວມ​ແຮງ​ຮ່ວມ​ໃຈ​ແລະ​ແບ່ງປັນກັບລະບົບ​ເສດຖະກິດ ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ໂລກລະບາດ, ​ໂດຍ​ສະ​ເພາະ​ໃນ​ເມື່ອ​ທີ່​ຂະ​ແໜງ​ທະນາຄານ​ເອງ​ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງທີ່​ເກີດຈາກ​ການ​ແຜ່ລະບາດຂອງ​ພະຍາດ​ໂຄ​ວິດ-19. ຄວາມ​ສາມາດ​ໃນ​ການ​ຊຳລະ​ໜີ້​ຂອງວິ​ສາ​ຫະກິດ ບຸກຄົນ ​ແລະ ຄົວ​ເຮືອນ​ຫຼຸດ​ລົງ ພາ​ໃຫ້​ເພີ່ມ​ຄວາມ​ສ່ຽງ​ຂອງ​ໜີ້​ເສຍ ​ແລະ ​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ໃນ​ການ​ສຳຮອງ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ. ດ້ວຍ​ບົດບາດ​ເປັນ​ສາຍ​ເລືອດ​ຂອງ​ລະບົບ​ເສດຖະກິດ, ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ດຳ​ເນີນ​ງານ​ຂອງ​ທະນາຄານ​ໃນລະຫວ່າງ ​ແລະ ຫຼັງການ​ແຜ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ແມ່ນ​ສຳຄັນ​ທີ່​ສຸດ​ ເພື່ອ​ຮັບປະກັນ​ການ​ສະໜອງ ​ແລະ ການ​ໝູນ​ວຽນ​​ເງິນ​ທຶນ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ການ​ຟື້ນ​ຟູ​ເສດຖະກິດ.

ທະນາຄານແຫ່ງລັດຫວຽດນາມຮຽກຮ້ອງໃຫ້ທະນາຄານການຄ້າຕ່າງໆສືບຕໍ່ຫຼຸດອັດຕາດອກເບ້ຍລົງ ເພື່ອຊ່ວຍເຫຼືອວິສາຫະກິດ ແລະ ລູກຄ້າທີ່ປະສົບຄວາມຫຍຸ້ງຍາກ ຍ້ອນການກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 _ພາບ: TTXVN

ການ​ປະ​ສານ​ງານ​ນະ​ໂຍ​ບາຍ​ໃນ​ປີ 2022 ​ເພື່ອ​ຮັບປະກັນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້,
ຮັກສາສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ ທັງສະໜັບສະໜູນ​ຂະ​ບວນການ​ຟື້ນ​ຟູ​ເສດຖະກິດ

ຖ້າ​ຫາກ​ການ​ສັກ​ວັກ​ຊີ​ນ​ໄດ້​ຮັບ​ການ​ຍູ້​ແຮງ​ແລະ​ມີ​ປະສິດທິ​ຜົນ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ, ສາມາດ​ຫວັງ​ວ່າ ​ເສດຖະກິດ​ໂລກ​ຈະຟື້ນ​ຕົວ​ໃນ​ປີ 2022. ​ໃນ​ເດືອນ​ຕຸລາ​ປີ 2021, ກອງ​ທຶນ​ການ​ເງິນ​ສາກົນ (IMF) ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ໂລກ​ຈະ​ເຕີບ​ໂຕ 4,9% ​ໃນ​ປີ 2022. ​ແຕ່, ​​ຄຽງ​ຄູ່​ກັບ​ການ​​ຟື້ນ​ຕົວ​ຂອງ​ເສດຖະກິດ​ ຈະ​ມີ​ຄວາມ​ສ່ຽງ​ດ້ານ​ເງິນ​ເຟີ້, ການເພີ່ມຂຶ້ນຂອງລາຄາສິນຄ້າພື້ນຖານໃນໂລກ, ມີທ່າອ່ຽງຫຼຸດການຜ່ອນຜັນ, ການຂຶ້ນ​ອັດຕາ​ດອກ​ເບ້ຍ, ຮັດ​ແໜ້ນ​ເງິນຕາ ແລະ ການຜັນຜວນທີ່ສັບສົນຂອງຕະຫຼາດເງິນຕາ ແລະ ການເງິນທົ່ວໂລກ.

ການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດຖະກິດ​ພາຍ​ໃນ​ປະ​ເທດ. ຢ່າງໃດກໍ່ຕາມ, ຈໍາເປັນຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສ່ຽງ​ຂອງ​ອັດຕາ​ເງິນ​ເຟີ້ ຍ້ອນການສະທ້ອນຂອງ​ແຮງ​ກົດ​ດັນ​ດ້ານການສະຫນອງ ແລະ ຄວາມ​ຕ້ອງການ. ລາຄາສິນຄ້າໂລກຜັນ​ປ່ຽນ​ບໍ່​ແນ່ນອນ ມີທ່າອ່ຽງເພີ່ມຂຶ້ນ, ຄຽງຄູ່ກັບຂະ​ບວນການ​ເປີດ​ເສດຖະກິດ ສົ່ງ​ເສີມ​ການບໍລິໂພກ ແລະ ຄວາມ​ຕ້ອງການລົງທຶນ, ສ້າງ​ແຮງກົດດັນຕໍ່ລາຄາ; ​ໃນ​ຂະນະ​ນັ້ນ, ​ແຜນການ​ການ​ປັບ​ລາຄາ​ບໍລິການ​ທີ່​ລັດ​ຈັດການດຳເນີນການ​ຕໍ່​ໄປ... ກອງ​ທຶນ​ການ​ເງິນ​ສາກົນ​ໄດ້​ກ່າວ​ເຕືອນ​ວ່າ ພາ​ຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ສິ້ນ​ສຸດ​ລົງ, ຫຼາຍ​ປະ​ເທດ​ອາດ​ຈະຕ້ອງ​ຂຶ້ນ​ພາສີ​ເພື່ອ​ຊົດ​ເຊີຍ​ການ​ຂາດ​ດຸນ​ງົບປະມານ​ຂອງ​ລັດ ພ້ອມ​ກັບ​ການ​ດັດ​ປັບ​ໂຄງ​ສ້າງ (ຈັດ​ຕອງ​ໂສ້​ການ​ສະໜອງ​ແລະການ​ຜະລິດ​ທົ່ວ​ໂລກ, ການປ່ຽນແປງທາງດ້ານປະຊາກອນສາດ, ການພັດທະນາ​ເສດຖະກິດ​ດິຈີ​ຕອນ,...) ​ເຊິ່ງອາດ​ຈະ​ເຮັດ​ໃຫ້​ມີ​ໄລຍະທີ່​ອັດຕາ​ເງິນ​ເຟີ້​ສູງ​ຂຶ້ນ. ​ໃນ​ຖານະ​ທີ່​ເປັນ​ເສດຖະກິດ​ແບບ​ເປີດ​ຂະໜາດ​ໃຫຍ່, ຫວຽດນາມອາດ​ຈະ​ຖືກ​ຜົນ​ກະທົບ​ຢ່າງ​​ແຮງ​ຈາກ​ທ່າ​ອ່ຽງ​ທົ່ວ​ໄປ. ດັ່ງ​ນັ້ນ, ການ​ຮັກສາ​ມາດ​ຕະການ​ແກ້​ໄຂ​ນະ​ໂຍບາຍ​ເພື່ອ​ສະໜັບສະໜູນ​ຂະ​ບວນການ​ຟື້ນ​ຟູ​ເສດຖະກິດ​ແມ່ນ​ຈຳ​ເປັນ ​ແຕ່​ບໍ່​ສາມາດ​ເບິ່ງ​ເບົາອັດຕະວິ​ໄສ​ກັບ​ແຮງ​ກົດ​ດັນຂອງ​ເງິນ​ເຟີ້, ຕ້ອງມີ​ການ​ປະສານ​ງານ​ນະ​ໂຍບາຍ​ຢ່າງ​ໃກ້​ຊິດ, ມີຈັງຫວະ​ດ້ານ​ປະລິມານ, ວິທີ​ການດຳ​ເນິນ​ງານ, ​ໂດຍ​ສະ​ເພາະ​ ນະ​ໂຍບາຍ​​ການເງິນ​ແລະ ​ນະ​ໂຍບາຍ​ງົບປະມານ.

ຕາມ​ການ​ປະ​ເມີນ​ຂອງກອງ​ທຶນ​ການ​ເງິນ​ສາກົນ ​ແລະ ທະນາຄານ​ໂລກ, ປະຈຸ​ບັນ, ການ​ບໍລິຫານ​ນະ​ໂຍບາຍ​​ເງິນຕາ​ຂອງ​ຫວຽດນາມມີ​ຄວາມ​ເໝາະ​ສົມ ​ແລະ ຢູ່​ໃນ​ທ່າ​ອຽງ​ທົ່ວ​ໄປ​ຂອງ​ໂລກ, ຕ້ອງ​ລະມັດລະວັງ​ຕໍ່​ຄວາມ​ສ່ຽງ​ດ້ານ​​ເງິນຕາ, ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຖາ​ບັນ​ສິນ​ເຊື່ອ. ການ​ໃຊ້​ເງິນ​ສະໜັບສະໜູນ​ຫຼາຍ​ເກີນ​ໄປ​ຈະ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ໜີ້​ເສຍ. ​ໃນ​ໄລຍະ​ເວລາ​ທີ່​ຈະ​ມາ​ເຖິງ, ຂະ​ແໜງ​ການ​ທະນາຄານ​ຈະ​ສືບ​ຕໍ່​ຮ່ວມ​ເດີນທາງ​ກັບ​ວິ​ສາ​ຫະກິດ​ ແລະ ​ປະຊາຊົນ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ; ບໍລິຫານ​ນະ​ໂຍບາຍ​ຢ່າງ​ເປັນ​ເຈົ້າ​ການ, ຍືດຫຍຸ່ນ, ລະ​ມັດ​ລະ​ວັງ, ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ນະ​ໂຍບາຍ​ງົບປະມານ​ ແລະ ບັນດາ​ນະ​ໂຍບາຍ​ມະຫາ​ພາກ​ອື່ນ ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້​, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ສະໜັບສະ​ໜູນ​ການ​ຟື້ນ​ຟູ​ເສດຖະກິດ​ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະ​ຍາດ​ໂຄ​ວິດ-19. ລະ​ອຽດຄື:

ທີ​ໜຶ່ງທະນາຄາ​ນ​ແຫ່ງ​ລັດ​ຄຸ້ມ​ຄອງ​ນະ​ໂຍບາຍ​​ເງິນຕາ ແລະ ກິດຈະກຳທະນາຄານ ​ເພື່ອ​ຮັບປະກັນ​ຄວາມ​ຄ່ອງ​ໃນ​ການ​ຊຳລະ​ເງິນ, ໜູນ​ຊ່ວຍ​ບັນດາ​ສະ​ຖາ​ບັນ​ສິນ​ເຊື່ອ​ໃນ​ການກຽມພ້ອມສະໜອງ​ເິນທຶນຢ່າງພຽງພໍ ແລະ ທັນການ ​ໃຫ້​ແກ່​ຂະ​ບວນການຟື້ນຟູເສດຖະກິດ; ຄຸ້ມ​ຄອງອັດ​ຕາ​ດອກ​ເບ້ຍ​ໃຫ້ສອດຄ່ອງ​ກັບສົມ​ດຸນ​ມະ​ຫາ​ພາກ​, ອັດຕາເງິນ​ເຟີ້​, ການເຄື່ອນໄຫວຂອງຕະຫຼາດ ​ແລະ ​ເປົ້າ​ໝາຍ​ນະ​ໂຍບາຍ​​ເງິນຕາ, ສ້າງ​ເງື່ອນ​ໄຂ​ເພື່ອ​ຫຼຸດຜ່ອນ​ຕົ້ນ​ທຶນ​ຂອງ​ປະຊາຊົນ, ວິ​ສາ​ຫະກິດ ​ແລະ ພື້ນ​ຖານ​ເສດຖະກິດ; ຊີ້​ນຳ​​ໃຫ້ບັນດາ​ອົງການ​ສິນ​ເຊື່ອ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ບັນຫາການ​ປັບ​ໂຄງ​ສ້າງ​ໜີ້, ຍົກ​ເວັ້ນ ຫຼຸດຜ່ອນ​ອັດຕາ​ດອກ​ເບ້ຍ ​ແລະ ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ຂອງ​ລູກ​ຄ້າ​ທີ່​ຖືກ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະ​ຍາດ​ໂຄ​ວິດ-19; ສ້າງ​ຄວາມ​ສົມ​ດຸນ​ກົມກຽວ​ລະຫວ່າງການ​ໜູນ​ຊ່ວຍ​ເສດຖະກິດ ​ແລະ ​ເປົ້າ​ໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ລະບົບ​ທະນາຄານ, ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ເພື່ອ​ພັດ​ທະ​ນາວິທີ​ການ​ແກ້​ໄຂ​ນະ​ໂຍ​ບາຍ​ສໍາ​ລັບ​ການ​ຟື້ນ​ຟູ​ ແລະ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະ​ຍາດ​ໂຄ​ວິດ-19.

ທີ​ສອງການ​ແຜ່ລະບາດ​ຂອງ​ພະຍາດອາດ​ຈະ​ແກ່ຍາວ, ຮຽກຮ້ອງ​ໃຫ້​ມີ​ການ​ປັບ​ຕົວ​ຢ່າງ​ຕັ້ງໜ້າ​ໂດຍ​ຜ່ານ​ການ​ຫັນປ່ຽນ​ດີ​ຈີ​ຕອນ, ການ​ໝູນ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ​ເຊິ່ງ​ເປັນ​ກຸນ​ແຈ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ໃນ “ວິຖີ​ປົກກະຕິ​ໃໝ່”. ຂະ​ແໜງ​ການ​ທະ​ນາຄາ​ນ​ໄດ້​ມີ​ຫຼາຍ​ມາດ​ຕະການ​ແກ້​ໄຂ​ໃນ​ການ​ຊຸກຍູ້ການ​ຫັນປ່ຽນ​ດິຈີ​ຕອນ, ປັບປຸງ​ລະບົບ​ການ​ຊຳລະ​ເງິນ ​ແລະ ການ​ເຄື່ອນ​ໄຫວ​ທະນາຄານ​ໃຫ້​ທັນ​ສະ​ໄໝ, ສົ່ງ​ເສີມ​ການນໍາໃຊ້ທຸລະກໍາ “ບໍ່​ສຳຜັດ”. ນີ້​ກໍ​ແມ່ນ​ທິດ​ທາງ​ທີ່​ຂະ​ແໜງ​ການ​ທະນາຄານສືບ​ຕໍ່​ຍູ້​ແຮງ​ໃນ​ປີ 2022 ​ແລະ​ ໃນ​ຊຸມ​ປີ​ຕໍ່​ໄປ.

ທີ​ສາມກ່ຽວກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເຄື່ອນ​ໄຫວ​ທະນາຄານ ​ແລະ ຈັດການ​ແກ້​ໄຂ​ໜີ້​ເສຍ, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ທະນາຄານ​ແຫ່ງ​ລັດ​ສືບ​ຕໍ່​ຍູ້​ແຮງບັນດາ​ມາດ​ຕະການ​ແກ້​ໄຂ​ການ​ປັບ​ໂຄງ​ສ້າງໜີ້ ​ແລະ ການ​ຈັດການ​ແກ້​ໄຂ​ໜີ້​ເສຍ,​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ພາຍຫຼັງ​ໂຄງການ​ປັບປຸງລະບົບ​ສະ​ຖາ​ບັນ​ສິນ​ເຊື່ອ ​ແລະ ​ຈັດການແກ້​ໄຂ​ໜີ້​ເສຍ ​ໄລຍະ 2021 - 2025 ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ອົງການ​ມີ​ອຳນາດ​ເຕັມ, ​ເຊິ່ງຈຸດ​ໜັກ​ແມ່ນ​ສືບ​ຕໍ່​ປັບປຸງ, ປັບ​ໂຄງ​ສ້າງ​ບັນດາ​ສະ​ຖາ​ບັນ​ສິນ​ເຊື່​ອທີ່​ອ່ອນ​ແອ ​ເພື່ອ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ຍົກ​ສູງ​ຄວາມ​ສາມາດ​ດ້ານ​​ເງິນຕາ ທັງ​ດ້ານ​ຂະໜາດ ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ, ຮັບປະກັນຄວາມ​ປອດ​ໄພ​ຂອງທົ່ວ​ທັງ​ລະບົບ, ຍູ້​ແຮງ​ການ​ຈັດການ​ແກ້​ໄຂ​ໜີ້​ເສຍ ​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ສະ​ຖາ​ບັນ​ສິນ​ເຊື່ອ​ສາມາດ​ດຳ​ເນີນ​ງານ​ໄດ້​ດີ, ຍົກ​ສູງ​ຄຸນ​ນະພາ​ບສິນ​ເຊື່ອ, ຄວາມ​ສາມາດ​ການ​ເງິນ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ລະບົບ​ບັນດາ​ສະ​ຖາ​ບັນ​ສິນ​ເຊື່ອ./.

-------------------------------------

  • ບົດນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບທີ 979 (​ເດືອນ​ທັນວາ 2021)